ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 36

ເພງ​ທີ 89 ຟັງ ເຮັດ​ຕາມ ແລ້ວ​ຈະ​ໄດ້​ພອນ

“ໃຫ້​ເຮັດ​ຕາມ​ຄຳສອນ​ຂອງ​ພະເຈົ້າ​ສະເໝີ”

“ໃຫ້​ເຮັດ​ຕາມ​ຄຳສອນ​ຂອງ​ພະເຈົ້າ​ສະເໝີ”

“ໃຫ້​ເຮັດ​ຕາມ​ຄຳສອນ​ຂອງ​ພະເຈົ້າ​ສະເໝີ. ຢ່າ​ເປັນ​ແຕ່​ຜູ້​ຟັງ.”ຢກບ. 1:22

ຈຸດ​ສຳຄັນ

ບົດ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຢາກ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້ ຄິດ​ຕຶກຕອງ ແລະ​ເອົາ​ສິ່ງ​ທີ່​ໄດ້​ອ່ານ​ໄປ​ໃຊ້​ໃນ​ຊີວິດ​ໃຫ້​ຫຼາຍ​ຂຶ້ນ.

1-2. ອັນ​ໃດ​ເຮັດ​ໃຫ້​ຜູ້​ນະມັດສະການ​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ສຸກ? (ຢາໂກໂບ 1:22-25)

 ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຢາກ​ໃຫ້​ເຮົາ​ມີ​ຄວາມ​ສຸກ. ຜູ້​ຂຽນ​ເພງ​ສັນລະເສີນ 119:2 ເວົ້າ​ວ່າ: “ຄົນ​ທີ່​ເຮັດ​ຕາມ​ຂໍ້​ເຕືອນ​ໃຈ​ຂອງ​ເພິ່ນ ແລະ​ຊອກ​ຫາ​ເພິ່ນ​ສຸດ​ຫົວໃຈ​ກໍ​ມີ​ຄວາມ​ສຸກ.” ພະ​ເຢຊູ​ກໍ​ເວົ້າ​ຄື​ກັນ​ວ່າ: “ຄົນ​ທີ່​ມີ​ຄວາມ​ສຸກ​ແມ່ນ​ຄົນ​ທີ່​ໄດ້​ຍິນ​ຄຳສອນ​ຂອງ​ພະເຈົ້າ​ແລະ​ເຮັດ​ຕາມ​ສິ່ງ​ນັ້ນ.”ລກ. 11:28

2 ພວກ​ເຮົາ​ທີ່​ເປັນ​ຜູ້​ນະມັດສະການ​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ຫຼາຍ. ຍ້ອນຫຍັງ? ມີ​ຫຼາຍ​ເຫດຜົນ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ແບບ​ນັ້ນ ແຕ່​ເຫດຜົນ​ໜຶ່ງ​ທີ່​ສຳຄັນ​ຫຼາຍ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແມ່ນ ຍ້ອນ​ເຮົາ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ​ແລະ​ພະຍາຍາມ​ເຕັມທີ​ທີ່​ຈະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້​ໃນ​ຊີວິດ.—ອ່ານ​ຢາໂກໂບ 1:22-25

3. ເຮົາ​ໄດ້​ປະໂຫຍດ​ຫຍັງ​ເມື່ອ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ອ່ານ​ໃນ​ຄຳພີ​ໄບເບິນ?

3 ເຮົາ​ໄດ້​ປະໂຫຍດ​ຫຼາຍ​ຢ່າງ​ເມື່ອ “ເຮັດ​ຕາມ​ຄຳສອນ​ຂອງ​ພະເຈົ້າ​ສະເໝີ.” ປະໂຫຍດ​ຢ່າງ​ໜຶ່ງ​ທີ່​ເຮົາ​ໄດ້​ແມ່ນ​ເຮົາ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. ການ​ຮູ້​ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ. (ປຍຈ. 12:13) ເມື່ອ​ເຮົາ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ອ່ານ​ໃນ​ຄຳພີ​ໄບເບິນ ຄອບຄົວ​ຂອງ​ເຮົາ​ກໍ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ ແລະ​ເຮົາ​ຍັງ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພີ່ນ້ອງ​ຄົນ​ອື່ນ​ນຳ. ເຈົ້າ​ຄື​ຊິ​ໄດ້​ເຫັນ​ແລ້ວ​ວ່າ​ມັນ​ເປັນ​ແບບ​ນັ້ນ​ແທ້ໆ​ໃນ​ຊີວິດ​ຂອງ​ເຈົ້າ. ນອກ​ຈາກ​ນັ້ນ ເຮົາ​ຈະ​ບໍ່​ຕ້ອງ​ເຈິ​ກັບ​ບັນຫາ​ຫຼາຍ​ຢ່າງ​ຄື​ກັບ​ຄົນ​ທີ່​ບໍ່​ໄດ້​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ. ທີ່ຈິງ ເຮົາ​ທຸກ​ຄົນ​ເຫັນດີ​ກັບ​ສິ່ງ​ທີ່​ກະສັດ​ດາວິດ​ເວົ້າ. ຫຼັງ​ຈາກ​ທີ່​ລາວ​ເວົ້າ​ເຖິງ​ກົດໝາຍ ຂໍ້​ກຳນົດ ແລະ​ການ​ຕັດສິນ​ຂອງ​ພະ​ເຢໂຫວາ​ໃນ​ເພງ​ທີ່​ລາວ​ແຕ່ງ ລາວ​ເວົ້າ​ໃນ​ຕອນ​ທ້າຍ​ວ່າ: “ຜູ້​ທີ່​ເຮັດ​ຕາມ​ຈະ​ໄດ້​ລາງວັນ​ໃຫຍ່.”—ພສ. 19:7-11

4. ເປັນ​ຫຍັງ​ຈຶ່ງ​ຍາກ​ຫຼາຍ​ທີ່​ຈະ​ມີ​ເວລາ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ?

4 ໃນ​ແຕ່​ລະ​ມື້​ເຮົາ​ຫຍຸ້ງ​ຫຼາຍ ບາງ​ເທື່ອ​ຈຶ່ງ​ຍາກ​ຫຼາຍ​ທີ່​ຈະ​ມີ​ເວລາ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ ແຕ່​ເຮົາ​ຕ້ອງ​ເຮັດ​ແບບ​ນັ້ນ​ເພື່ອ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ. ໃຫ້​ເຮົາ​ເບິ່ງ​ຄຳ​ແນະນຳ​ບາງ​ຢ່າງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ອ່ານ​ຄຳພີ​ໄບເບິນ​ໄດ້​ເປັນ​ປະຈຳ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ເບິ່ງ​ວ່າ​ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຄິດ​ຕຶກຕອງ​ກ່ຽວກັບ​ສິ່ງ​ທີ່​ອ່ານ​ແລະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້​ໃນ​ຊີວິດ.

ຈັດ​ເວລາ​ໄວ້​ເພື່ອ​ອ່ານ​ຄຳພີ​ໄບເບິນ

5. ເຮົາ​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຮົາ​ຫຍຸ້ງ​ຫຼາຍ?

5 ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ສ່ວນ​ຫຼາຍ​ມີ​ຊີວິດ​ທີ່​ຫຍຸ້ງ​ແທ້ໆ. ເຮົາ​ຕ້ອງ​ໃຊ້​ເວລາ​ຫຼາຍ​ໃນ​ການ​ເຮັດ​ໜ້າທີ່​ຮັບຜິດຊອບ​ຂອງ​ເຮົາ​ຕາມ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ. ຕົວຢ່າງ​ເຊັ່ນ: ເຮົາ​ຕ້ອງ​ເຮັດ​ວຽກ​ເພື່ອ​ລ້ຽງ​ໂຕເອງ​ແລະ​ຄອບຄົວ. (1ຕມ. 5:8) ຫຼາຍ​ຄົນ​ຕ້ອງ​ເບິ່ງແຍງ​ຄົນ​ໃນ​ຄອບຄົວ​ທີ່​ເຈັບ​ປ່ວຍ​ຫຼື​ເຖົ້າ​ແລ້ວ ແລະ​ເຮົາ​ທຸກ​ຄົນ​ຕ້ອງ​ເບິ່ງແຍງ​ສຸຂະພາບ​ຂອງ​ໂຕເອງ​ເຊິ່ງ​ກໍ​ຕ້ອງ​ໃຊ້​ເວລາ​ຄື​ກັນ. ນອກ​ຈາກ​ໜ້າທີ່​ຮັບ​ຜິດ​ຊອບ​ເຫຼົ່າ​ນີ້​ແລ້ວ ເຮົາ​ຍັງ​ມີ​ວຽກ​ມອບໝາຍ​ໃນ​ປະຊາຄົມ ແລະ​ເຮົາ​ຍັງ​ມີ​ອີກ​ວຽກ​ໜຶ່ງ​ທີ່​ສຳຄັນ​ຫຼາຍ ນັ້ນ​ແມ່ນ​ເຮົາ​ຕ້ອງ​ໄປ​ປະກາດ. ເມື່ອ​ຄິດ​ເຖິງ​ໜ້າທີ່​ຮັບ​ຜິດ​ຊອບ​ເຫຼົ່າ​ນີ້ ເຈົ້າ​ຈະ​ຊອກ​ເວລາ​ໄດ້​ແນວ​ໃດ​ເພື່ອ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ ຄິດ​ຕຶກຕອງ ແລະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້​ໃນ​ຊີວິດ?

6. ເຈົ້າ​ຈະ​ໃຫ້​ການ​ອ່ານ​ຄຳພີ​ໄບເບິນ​ເປັນ​ສິ່ງ​ທີ່​ສຳຄັນ​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ນຳ)

6 ການ​ອ່ານ​ຄຳພີ​ໄບເບິນ​ເປັນ​ໜຶ່ງ​ໃນ​ສິ່ງ​ທີ່ “ສຳຄັນ​ກວ່າ” ສຳລັບ​ເຮົາ. ດັ່ງນັ້ນ ເຮົາ​ຕ້ອງ​ຈັດ​ເວລາ​ໄວ້​ເພື່ອ​ອ່ານ​ຄຳພີ​ໄບເບິນ. (ຟລປ. 1:10) ເພງ​ສັນລະເສີນ​ບົດ​ທຳອິດ​ເວົ້າ​ເຖິງ​ຄົນ​ທີ່​ມີ​ຄວາມ​ສຸກ​ວ່າ: “ລາວ​ມັກ​ກົດໝາຍ​ຂອງ​ພະ​ເຢໂຫວາ​ຫຼາຍ ແລະ​ລາວ​ຄິດ​ຕຶກຕອງ​ກ່ຽວກັບ​ກົດໝາຍ​ຂອງ​ເພິ່ນ​ທັງ​ກາງເວັນ​ແລະ​ກາງຄືນ.” (ພສ. 1:1, 2) ຈາກ​ຂໍ້​ນີ້​ເຮົາ​ເຫັນ​ແຈ້ງ​ວ່າ​ເຮົາ​ຕ້ອງ​ຈັດ​ເວລາ​ໄວ້​ເພື່ອ​ອ່ານ​ຄຳພີ​ໄບເບິນ. ຕອນ​ໃດ​ເປັນ​ເວລາ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ອ່ານ​ຄຳພີ​ໄບເບິນ? ເຮົາ​ແຕ່​ລະ​ຄົນ​ອາດ​ເລືອກ​ເວລາ​ບໍ່​ຄື​ກັນ ແຕ່​ສິ່ງ​ສຳຄັນ​ແມ່ນ​ເຮົາ​ຕ້ອງ​ເລືອກ​ເວລາ​ທີ່​ເຮົາ​ສາມາດ​ອ່ານ​ຄຳພີ​ໄບເບິນ​ໄດ້​ເປັນ​ປະຈຳ. ພີ່ນ້ອງ​ຊາຍ​ຊື່​ວິກເຕີ້​ເວົ້າ​ວ່າ: “ຂ້ອຍ​ມັກ​ອ່ານ​ຄຳພີ​ໄບເບິນ​ຕອນ​ເຊົ້າໆ. ເຖິງ​ວ່າ​ຂ້ອຍ​ບໍ່​ແມ່ນ​ຄົນ​ທີ່​ມັກ​ຕື່ນ​ເຊົ້າ ແຕ່​ຂ້ອຍ​ກໍ​ຮູ້ສຶກ​ວ່າ​ຕອນ​ເຊົ້າ​ບໍ່​ມີ​ແນວ​ລົບກວນ​ຫຼາຍ ສະໝອງ​ປອດ​ໂປ່ງ ແລະ​ມີ​ສະມາທິ​ຫຼາຍ​ກວ່າ.” ບາງ​ເທື່ອ​ເຈົ້າ​ອາດ​ຈະ​ຮູ້ສຶກ​ຄື​ກັບ​ວິກເຕີ້. ໃຫ້​ຖາມ​ໂຕເອງ​ວ່າ: ‘ຕອນ​ໃດ​ເປັນ​ເວລາ​ທີ່​ດີ​ທີ່​ສຸດ​ສຳລັບ​ຂ້ອຍ​ທີ່​ຈະ​ອ່ານ​ຄຳພີ​ໄບເບິນ?’

ຕອນ​ໃດ​ເປັນ​ເວລາ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ອ່ານ​ຄຳພີ​ໄບເບິນ? ຕອນ​ໃດ​ທີ່​ເຈົ້າ​ສາມາດ​ອ່ານ​ຄຳພີ​ໄບເບິນ​ໄດ້​ເປັນ​ປະຈຳ? (ເບິ່ງ​ຂໍ້ 6)


ຄິດ​ຕຶກຕອງ​ສິ່ງ​ທີ່​ເຈົ້າ​ອ່ານ

7-8. ອັນ​ໃດ​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ໄດ້​ຮັບ​ປະໂຫຍດ​ເຕັມທີ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ? ຂໍ​ໃຫ້​ຍົກ​ຕົວຢ່າງ.

7 ເຮົາ​ອາດ​ຈະ​ອ່ານ​ຫຼາຍໆ ແຕ່​ບໍ່​ໄດ້​ໃຊ້​ເວລາ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ອ່ານ. ເຈົ້າ​ເຄີຍ​ເປັນ​ບໍ​ທີ່​ອ່ານ​ບາງ​ຢ່າງ​ແລະ​ຫຼັງ​ຈາກ​ນັ້ນ​ກໍ​ຈື່​ບໍ່​ໄດ້​ປານ​ໃດ? ເຮົາ​ທຸກ​ຄົນ​ເຄີຍ​ເປັນ. ເຮົາ​ອາດ​ເປັນ​ແບບ​ນັ້ນ​ຄື​ກັນ​ຕອນ​ທີ່​ອ່ານ​ຄຳພີ​ໄບເບິນ. ບາງ​ເທື່ອ​ເຮົາ​ອາດ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ອ່ານ​ໃຫ້​ໄດ້​ຫຼາຍໆ​ບົດ ເຊິ່ງ​ເປັນ​ສິ່ງ​ທີ່​ເປັນ​ຕາ​ຊົມເຊີຍ. ເຮົາ​ທຸກ​ຄົນ​ຄວນ​ຕັ້ງ​ເປົ້າໝາຍ​ແລະ​ເຮັດ​ຕາມ​ໃຫ້​ໄດ້. (1ກຣ. 9:26) ເຮົາ​ບໍ່​ພຽງ​ແຕ່​ອ່ານ​ຄຳພີ​ໄບເບິນ​ເທົ່າ​ນັ້ນ ແຕ່​ເຮົາ​ຢາກ​ໄດ້​ຮັບ​ປະໂຫຍດ​ເຕັມທີ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ນຳ.

8 ໃຫ້​ຄິດ​ເຖິງ​ຕົວຢ່າງ​ນີ້: ພືດ​ຕ້ອງ​ອາໄສ​ນ້ຳ​ຝົນ​ເປັນ​ຫຼັກ​ເພື່ອ​ຈະ​ຢູ່​ລອດ​ໄດ້. ແຕ່​ຖ້າ​ຝົນ​ຕົກ​ແຮງໆ​ໃນ​ເວລາ​ສັ້ນໆ ພື້ນ​ດິນ​ກໍ​ຈະ​ມີ​ນ້ຳ​ຫຼາຍ​ໂພດ. ເມື່ອ​ເປັນ​ແນວ​ນັ້ນ ເຖິງ​ຈະ​ມີ​ຝົນ​ຕົກ​ມາ​ຕື່ມ​ອີກ​ກໍ​ຈະ​ບໍ່​ມີ​ປະໂຫຍດ​ຫຍັງ. ມັນ​ຈະ​ດີ​ກວ່າ​ຖ້າ​ຝົນ​ຕົກ​ລົງ​ມາ​ຄ່ອຍໆ ຍ້ອນ​ນ້ຳ​ຈະ​ຊຶມ​ລົງ​ດິນ​ໄດ້​ດີ​ແລະ​ເຮັດ​ໃຫ້​ພືດ​ໃຫຍ່. ຄ້າຍຄື​ກັນ ເຮົາ​ບໍ່​ຄວນ​ອ່ານ​ຄຳພີ​ໄບເບິນ​ແບບ​ຟ້າວຟັ່ງ​ຫຼື​ອ່ານ​ໄວ​ໂພດ​ຈົນ​ບໍ່​ໄດ້​ຄິດ​ຕຶກຕອງ ບໍ່​ຈື່​ສິ່ງ​ທີ່​ໄດ້​ຮຽນ ແລະ​ເອົາ​ໄປ​ໃຊ້​ບໍ່​ໄດ້.—ຢກບ. 1:24

ດິນ​ຕ້ອງ​ໃຊ້​ເວລາ​ໃນ​ການ​ດູດ​ເອົາ​ນ້ຳ​ຝົນ. ເຮົາ​ກໍ​ຕ້ອງ​ໃຊ້​ເວລາ​ໃນ​ການ​ຄິດ​ຕຶກຕອງ​ກ່ຽວກັບ​ຄຳພີ​ໄບເບິນ​ແລະ​ເອົາ​ສິ່ງ​ທີ່​ໄດ້​ອ່ານ​ໄປ​ໃຊ້ (ເບິ່ງ​ຂໍ້ 8)


9. ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ວ່າ​ໂຕເອງ​ອ່ານ​ຄຳພີ​ໄບເບິນ​ໄວ​ໂພດ?

9 ບາງ​ເທື່ອ​ເຈົ້າ​ອ່ານ​ຄຳພີ​ໄບເບິນ​ໄວ​ໂພດ​ບໍ? ຖ້າ​ເປັນ​ແບບ​ນັ້ນ ເຈົ້າ​ຄວນ​ເຮັດ​ແນວ​ໃດ? ໃຫ້​ອ່ານ​ຊ້າໆ. ພະຍາຍາມ​ຄິດ​ກ່ຽວກັບ​ສິ່ງ​ທີ່​ເຈົ້າ​ກຳລັງ​ອ່ານ​ຫຼື​ຫາກໍ​ອ່ານ. ການ​ເຮັດ​ແບບ​ນີ້​ບໍ່​ຍາກ​ເກີນ​ໄປ. ເຈົ້າ​ອາດ​ຈະ​ໃຊ້​ເວລາ​ສຶກສາ​ສ່ວນ​ໂຕ​ດົນ​ກວ່າ​ເກົ່າ​ເພື່ອ​ຈະ​ມີ​ເວລາ​ຫຼາຍ​ຂຶ້ນ​ໃນ​ການ​ຄິດ​ຕຶກຕອງ ຫຼື​ເຈົ້າ​ອາດ​ເລືອກ​ທີ່​ຈະ​ອ່ານ​ຂໍ້​ຄຳພີ​ໜ້ອຍ​ລົງ​ເພື່ອ​ຈະ​ໃຊ້​ເວລາ​ຫຼາຍ​ຂຶ້ນ​ສຳລັບ​ຄິດ​ຕຶກຕອງ. ວິກເຕີ້​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ເວົ້າ​ວ່າ: “ຂ້ອຍ​ຈະ​ບໍ່​ອ່ານ​ຄຳພີ​ໄບເບິນ​ຫຼາຍ​ບົດ ຂ້ອຍ​ຈະ​ອ່ານ​ແຕ່​ບົດ​ດຽວ​ເທົ່າ​ນັ້ນ. ຍ້ອນ​ຂ້ອຍ​ເລືອກ​ອ່ານ​ຕອນ​ເຊົ້າໆ ຂ້ອຍ​ຈຶ່ງ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ອ່ານ​ໄດ້​ໝົດ​ມື້.” ບໍ່​ວ່າ​ເຈົ້າ​ຈະ​ເລືອກ​ອ່ານ​ໜ້ອຍ​ຫຼື​ຫຼາຍ ສິ່ງ​ສຳຄັນ​ແມ່ນ​ເຈົ້າ​ຕ້ອງ​ອ່ານ​ຊ້າໆ​ເພື່ອ​ຈະ​ຄິດ​ຕຶກຕອງ​ສິ່ງ​ທີ່​ອ່ານ.—ພສ. 119:97; ເບິ່ງ​ຂອບ “ ຄຳ​ຖາມ​ສຳລັບ​ຄິດ​ຕຶກຕອງ

10. ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ​ເຈົ້າ​ອາດ​ຈະ​ເອົາ​ສິ່ງ​ທີ່​ໄດ້​ອ່ານ​ໄປ​ໃຊ້​ແນວ​ໃດ? (1 ເທຊະໂລນິກ 5:17, 18)

10 ບໍ່​ວ່າ​ເຈົ້າ​ຈະ​ອ່ານ​ຄຳພີ​ໄບເບິນ​ຕອນ​ໃດ​ແລະ​ໃຊ້​ເວລາ​ດົນ​ປານ​ໃດ ໃຫ້​ຊອກ​ຫາ​ວິທີ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້​ນຳ. ຕອນ​ທີ່​ເຈົ້າ​ອ່ານ​ສ່ວນ​ໜຶ່ງ​ຂອງ​ຄຳພີ​ໄບເບິນ​ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ຈະ​ເອົາ​ສິ່ງ​ທີ່​ໄດ້​ອ່ານ​ມາ​ໃຊ້​ໃນ​ມື້​ນີ້​ຫຼື​ໄວໆ​ນີ້​ໄດ້​ແນວ​ໃດ?’ ສົມມຸດ​ວ່າ​ເຈົ້າ​ອ່ານ 1 ເທຊະໂລນິກ 5:17, 18. (ອ່ານ) ຫຼັງ​ຈາກ​ທີ່​ອ່ານ 2 ຂໍ້​ນີ້​ແລ້ວ ເຈົ້າ​ອາດ​ຢຸດ​ແລະ​ຄິດ​ວ່າ ເຈົ້າ​ອະທິດຖານ​ເລື້ອຍ​ປານ​ໃດ ແລະ​ອະທິດຖານ​ແບບ​ມີ​ຄວາມ​ໝາຍ​ບໍ? ນອກ​ຈາກ​ນັ້ນ ເຈົ້າ​ສາມາດ​ຄິດ​ເຖິງ​ສິ່ງ​ທີ່​ເຈົ້າ​ຈະ​ຂອບໃຈ​ພະ​ເຢໂຫວາ​ໄດ້​ນຳ ເຊັ່ນ: ເຈົ້າ​ອາດ​ກຳນົດ​ວ່າ​ເຈົ້າ​ຢາກ​ຄິດ​ເຖິງ 3 ຢ່າງ​ທີ່​ເຈົ້າ​ຈະ​ຂອບໃຈ​ພະ​ເຢໂຫວາ​ໃນ​ແຕ່​ລະ​ມື້. ພຽງ​ແຕ່​ເຈົ້າ​ໃຊ້​ເວລາ​ສັ້ນໆ​ຄິດ​ກ່ຽວກັບ​ເລື່ອງ​ນີ້ ເຈົ້າ​ກໍ​ໄດ້​ຮັບ​ປະໂຫຍດ​ແລ້ວ. ໃຫ້​ຄິດ​ເບິ່ງ​ວ່າ​ເຈົ້າ​ແຮ່ງ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ສ່ຳ​ໃດ​ເມື່ອ​ເຈົ້າ​ເຮັດ​ແບບ​ນີ້​ທຸກ​ມື້​ກັບ​ທຸກ​ເລື່ອງ​ທີ່​ເຈົ້າ​ອ່ານ. ແນ່ນອນ​ວ່າ​ເຈົ້າ​ຈະ​ເປັນ​ຜູ້​ຟັງ​ແລະ​ຜູ້​ເຮັດ​ຕາມ​ຄຳສອນ​ຂອງ​ພະເຈົ້າ​ທີ່​ດີ​ຂຶ້ນ! ຖ້າ​ເຈົ້າ​ອ່ານ​ຄຳພີ​ໄບເບິນ​ແລ້ວ​ເຫັນ​ວ່າ​ມີ​ຫຼາຍ​ຢ່າງ​ທີ່​ຕ້ອງ​ປັບປຸງ ເຈົ້າ​ຈະ​ເຮັດ​ແນວ​ໃດ?

ຕັ້ງ​ເປົ້າໝາຍ​ທີ່​ສົມເຫດສົມຜົນ

11. ເປັນ​ຫຍັງ​ບາງ​ເທື່ອ​ເຈົ້າ​ອາດ​ຮູ້ສຶກ​ທໍ້ໃຈ? ຂໍ​ໃຫ້​ຍົກ​ຕົວຢ່າງ.

11 ຕອນ​ທີ່​ອ່ານ​ຄຳພີ​ໄບເບິນ ບາງ​ເທື່ອ​ເຈົ້າ​ອາດ​ຮູ້ສຶກ​ທໍ້ໃຈ​ຍ້ອນ​ເຫັນ​ວ່າ​ມີ​ຫຼາຍ​ຢ່າງ​ທີ່​ເຈົ້າ​ຕ້ອງ​ປັບປຸງ. ຕົວຢ່າງ​ເຊັ່ນ: ສົມມຸດ​ວ່າ​ມື້​ທຳອິດ​ເຈົ້າ​ອາດ​ອ່ານ​ເຈິ​ຄຳ​ແນະນຳ​ທີ່​ບອກ​ວ່າ​ຢ່າ​ລຳອຽງ. (ຢກບ. 2:1-8) ເຈົ້າ​ກໍ​ເຫັນ​ວ່າ​ເຈົ້າ​ຈະ​ປັບປຸງ​ວິທີ​ທີ່​ເຈົ້າ​ປະຕິບັດ​ຕໍ່​ຄົນ​ອື່ນ​ໃຫ້​ດີ​ຂຶ້ນ. ເຈົ້າ​ຈຶ່ງ​ຕັດສິນໃຈ​ວ່າ​ຈະ​ປ່ຽນແປງ​ໂຕເອງ​ບາງ​ຢ່າງ ເຊິ່ງ​ກໍ​ເປັນ​ເລື່ອງ​ທີ່​ດີ​ຫຼາຍ. ມື້​ທີ 2 ເຈົ້າ​ໄດ້​ອ່ານ​ຂໍ້​ຄຳພີ​ທີ່​ເນັ້ນ​ຄວາມ​ສຳຄັນ​ຂອງ​ການ​ຄວບຄຸມ​ຄຳເວົ້າ. (ຢກບ. 3:1-12) ເຈົ້າ​ກໍ​ຮູ້​ວ່າ​ບາງ​ເທື່ອ​ເຈົ້າ​ໄດ້​ເວົ້າ​ໃນ​ແງ່​ລົບ ເຈົ້າ​ຈຶ່ງ​ຄິດ​ວ່າ​ຈະ​ເວົ້າ​ໃນ​ແງ່​ບວກ​ແລະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ຫຼາຍ​ຂຶ້ນ. ມື້​ທີ 3 ເຈົ້າ​ໄດ້​ອ່ານ​ເຈິ​ຄຳ​ແນະນຳ​ທີ່​ເຕືອນ​ວ່າ​ບໍ່​ໃຫ້​ເປັນ​ໝູ່​ກັບ​ໂລກ. (ຢກບ. 4:4-12) ເຈົ້າ​ກໍ​ເຫັນ​ວ່າ​ເຈົ້າ​ຕ້ອງ​ລະວັງ​ຫຼາຍ​ຂຶ້ນ​ຕອນ​ທີ່​ເລືອກ​ຄວາມ​ບັນເທີງ. ເມື່ອ​ຮອດ​ມື້​ທີ 4 ເຈົ້າ​ອາດ​ຮູ້ສຶກ​ວ່າ​ມີ​ຫຼາຍ​ຢ່າງ​ແທ້ໆ​ທີ່​ເຈົ້າ​ຕ້ອງ​ປັບປຸງ​ໂຕເອງ.

12. ເມື່ອ​ເຈົ້າ​ອ່ານ​ຄຳພີ​ໄບເບິນ​ແລະ​ເຫັນ​ວ່າ​ມີ​ຫຼາຍ​ຢ່າງ​ທີ່​ຕ້ອງ​ປັບປຸງ ເປັນ​ຫຍັງ​ເຈົ້າ​ບໍ່​ຄວນ​ທໍ້ໃຈ? (ເບິ່ງ​ໄຂເງື່ອນ​ນຳ)

12 ຖ້າ​ເຈົ້າ​ເຫັນ​ວ່າ​ມີ​ຫຼາຍ​ຢ່າງ​ທີ່​ຕ້ອງ​ປັບປຸງ ກໍ​ຢ່າ​ຟ້າວ​ທໍ້ໃຈ ຍ້ອນ​ວ່າ​ນີ້​ເປັນ​ຫຼັກຖານ​ສະແດງ​ວ່າ​ເຈົ້າ​ມີ​ຫົວໃຈ​ທີ່​ດີ. ຄົນ​ທີ່​ມີ​ຫົວໃຈ​ຖ່ອມ ຕອນ​ທີ່​ອ່ານ​ຄຳພີ​ໄບເບິນ​ລາວ​ຈະ​ເບິ່ງ​ວ່າ​ມີ​ຈຸດ​ໃດ​ແດ່​ທີ່​ລາວ​ສາມາດ​ປັບປຸງ​ໃຫ້​ດີ​ຂຶ້ນ​ໄດ້. a ໃຫ້​ຈື່​ໄວ້​ວ່າ​ການ​ປູກ​ຝັງ “ນິດໄສ​ໃໝ່” ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ແບບ​ຕໍ່​ເນື່ອງ. (ກລຊ. 3:10) ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ຕາມ​ຄຳສອນ​ຂອງ​ພະເຈົ້າ​ໄດ້​ສະເໝີ?

13. ເຈົ້າ​ຈະ​ຕັ້ງ​ເປົ້າໝາຍ​ທີ່​ສົມເຫດສົມຜົນ​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ນຳ)

13 ແທນ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ທັງໝົດ​ບາດ​ດຽວ ເຈົ້າ​ສາມາດ​ເລືອກ​ທີ່​ຈະ​ເຮັດ​ຕາມ​ເປົ້າໝາຍ​ໜຶ່ງ​ຫຼື​ສອງ​ຢ່າງ​ກ່ອນ. (ສພສ. 11:2) ເຈົ້າ​ອາດ​ຈະ​ເຮັດ​ແບບ​ນີ້ ໃຫ້​ຂຽນ​ອອກ​ມາ​ວ່າ​ມີ​ຫຍັງ​ແດ່​ທີ່​ເຈົ້າ​ຢາກ​ປັບປຸງ. ຈາກ​ນັ້ນ ໃຫ້​ເລືອກ​ໜຶ່ງ​ຫຼື​ສອງ​ຈຸດ​ທີ່​ເຈົ້າ​ຢາກ​ເຮັດ​ກ່ອນ ສ່ວນ​ທີ່​ເຫຼືອ​ກໍ​ເອົາ​ໄວ້​ເຮັດ​ຕາມ​ຫຼັງ. ເຈົ້າ​ຈະ​ເລືອກ​ແນວ​ໃດ?

ແທນ​ທີ່​ເຈົ້າ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ທັງໝົດ​ບາດ​ດຽວ ເປັນ​ຫຍັງ​ບໍ່​ລອງ​ຕັ້ງ​ເປົ້າໝາຍ​ທີ່​ສົມເຫດສົມຜົນ​ເບິ່ງ? ເຈົ້າ​ອາດ​ເລືອກ​ທີ່​ຈະ​ເຮັດ​ຕາມ​ເປົ້າໝາຍ​ໜຶ່ງ​ຫຼື​ສອງ​ຢ່າງ​ກ່ອນ (ເບິ່ງ​ຂໍ້ 13-14)


14. ເຈົ້າ​ສາມາດ​ເລີ່ມ​ຈາກ​ເປົ້າໝາຍ​ແບບ​ໃດ​ກ່ອນ?

14 ເຈົ້າ​ອາດ​ເລີ່ມ​ຈາກ​ສິ່ງ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້​ງ່າຍ ຫຼື​ເລີ່ມ​ຈາກ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ຕ້ອງ​ປັບປຸງ​ຫຼາຍ​ທີ່​ສຸດ​ກ່ອນ. ເມື່ອ​ເຈົ້າ​ມີ​ເປົ້າໝາຍ​ແລ້ວ ກໍ​ໃຫ້​ຄົ້ນ​ເບິ່ງ​ໃນ​ປຶ້ມ​ຕ່າງໆ​ຂອງ​ອົງການ​ໂດຍ​ໃຊ້​ຫ້ອງ​ສະໝຸດ​ອອນລາຍ​ຂອງ​ວັອດສ໌ທາວເວີ ຫຼື​ຄູ່ມື​ຄົ້ນຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ. ໃຫ້​ອະທິດຖານ​ກ່ຽວກັບ​ເປົ້າໝາຍ​ຂອງ​ເຈົ້າ ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ມີ “ທັງ​ຄວາມ​ຕ້ອງການ​ແລະ​ກຳລັງ.” (ຟລປ. 2:13) ຈາກ​ນັ້ນ ໃຫ້​ເອົາ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ໄປ​ໃຊ້. ເມື່ອ​ເຈົ້າ​ເຮັດ​ຕາມ​ເປົ້າໝາຍ​ທຳອິດ​ໄດ້​ແລ້ວ ເຈົ້າ​ກໍ​ຈະ​ມີ​ແຮງ​ກະຕຸ້ນ​ທີ່​ຈະ​ເຮັດ​ຕາມ​ເປົ້າໝາຍ​ອື່ນໆ​ຕໍ່​ໄປ. ເມື່ອ​ເຈົ້າ​ເຫັນ​ວ່າ​ເຈົ້າ​ປ່ຽນແປງ​ໂຕເອງ​ແລະ​ມີ​ຄຸນລັກສະນະ​ແບບ​ຄລິດສະຕຽນ ເຈົ້າ​ກໍ​ຈະ​ຮູ້ສຶກ​ງ່າຍ​ຂຶ້ນ​ທີ່​ຈະ​ປັບປຸງ​ໃນ​ເລື່ອງ​ອື່ນໆ​ນຳ.

ໃຫ້​ຄຳສອນ​ຂອງ​ພະເຈົ້າ “ເກີດ​ຜົນ​ກັບ​ພວກ​ເຈົ້າ”

15. ພະຍານ​ພະ​ເຢໂຫວາ​ກັບ​ຄົນ​ທົ່ວໄປ​ທີ່​ອ່ານ​ຄຳພີ​ໄບເບິນ​ຕ່າງ​ກັນ​ແນວ​ໃດ? (1 ເທຊະໂລນິກ 2:13)

15 ບາງ​ຄົນ​ບອກ​ວ່າ​ເຂົາເຈົ້າ​ອ່ານ​ຄຳພີ​ໄບເບິນ​ຈົບ​ຫຼາຍ​ຮອບ​ແລ້ວ. ແຕ່​ເຂົາເຈົ້າ​ເຊື່ອ​ແທ້ໆ​ບໍ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ? ເຂົາເຈົ້າ​ເອົາ​ສິ່ງ​ທີ່​ໄດ້​ອ່ານ​ໄປ​ໃຊ້​ໃນ​ຊີວິດ​ຫຼື​ປັບປຸງ​ໂຕເອງ​ຕາມ​ຄຳສອນ​ໃນ​ຄຳພີ​ໄບເບິນ​ບໍ? ເປັນ​ຕາ​ເສຍດາຍ​ທີ່​ເຂົາເຈົ້າ​ບໍ່​ໄດ້​ເຮັດ​ແບບ​ນັ້ນ. ແຕ່​ພວກ​ເຮົາ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຮຽນ​ແບບ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ທີ່​ຍອມຮັບ​ວ່າ​ຄຳພີ​ໄບເບິນ​ເປັນ​ຄື​ກັບ “ຄຳສອນ​ຂອງ​ພະເຈົ້າ​ແທ້ໆ.” ນອກ​ຈາກ​ນັ້ນ ເຮົາ​ຍັງ​ພະຍາຍາມ​ເຕັມທີ​ທີ່​ຈະ​ໃຫ້​ຄຳສອນ​ຂອງ​ພະເຈົ້າ​ເກີດ​ຜົນ​ໃນ​ຊີວິດ​ຂອງ​ເຮົາ ເຊິ່ງ​ໝາຍເຖິງ​ການ​ເຮັດ​ຕາມ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ.—ອ່ານ 1 ເທຊະໂລນິກ 2:13

16. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ເຮັດ​ຕາມ​ຄຳສອນ​ຂອງ​ພະເຈົ້າ?

16 ບໍ່​ແມ່ນ​ເລື່ອງ​ງ່າຍ​ສະເໝີ​ໄປ​ທີ່​ເຮົາ​ຈະ​ອ່ານ​ແລະ​ເຮັດ​ຕາມ​ຄຳສອນ​ໃນ​ຄຳພີ​ໄບເບິນ. ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຊອກ​ເວລາ​ອ່ານ​ຄຳພີ​ໄບເບິນ ຫຼື​ເຮົາ​ອາດ​ຈະ​ອ່ານ​ຄຳພີ​ໄບເບິນ​ໄວ​ໂພດ​ແລະ​ບໍ່​ໄດ້​ຄິດ​ຕຶກຕອງ ຫຼື​ເຮົາ​ອາດ​ຮູ້ສຶກ​ທໍ້ໃຈ​ເມື່ອ​ເຫັນ​ວ່າ​ມີ​ຫຼາຍ​ຢ່າງ​ແທ້ໆ​ທີ່​ຕ້ອງ​ປັບປຸງ. ບໍ່​ວ່າ​ເຈົ້າ​ຈະ​ເຈິ​ຂໍ້​ທ້າທາຍ​ແບບ​ໃດ ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ເອົາ​ຊະນະ​ໄດ້. ຂໍ​ໃຫ້​ເຈົ້າ​ຍອມຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ຄຳສອນ​ຂອງ​ເພິ່ນ ຢ່າ​ເປັນ​ຄົນ​ທີ່​ຟັງ​ແລ້ວ​ກໍ​ລືມ. ແຮ່ງ​ເຮົາ​ອ່ານ​ຄຳພີ​ໄບເບິນ​ແລະ​ເອົາ​ໄປ​ໃຊ້ ເຮົາ​ກໍ​ແຮ່ງ​ຈະ​ມີ​ຄວາມ​ສຸກ​ໃນ​ຊີວິດ​ຫຼາຍ​ຂຶ້ນ.—ຢກບ. 1:25

ເພງ​ທີ 94 ເຮົາ​ຂອບໃຈ​ພະເຈົ້າ​ສຳລັບ​ພະຄຳພີ