ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ຖາມ​ຈາກ​ຜູ້​ອ່ານ

ຄຳ​ຖາມ​ຈາກ​ຜູ້​ອ່ານ

ການ​ໝາຍ​ທີ່​ເວົ້າ​ເຖິງ​ໃນ 2 ເທຊະໂລນິກ 3:14 ເຮັດ​ໂດຍ​ຜູ້​ເບິ່ງແຍງ​ຫຼື​ໂດຍ​ພີ່ນ້ອງ​ໃນ​ປະຊາຄົມ?

ອັກຄະສາວົກ​ໂປໂລ​ຂຽນ​ຈົດໝາຍ​ໄປ​ຫາ​ຄລິດສະຕຽນ​ໃນ​ເມືອງ​ເທຊະໂລນິກ​ວ່າ: “ຖ້າ​ຜູ້​ໃດ​ບໍ່​ເຊື່ອຟັງ​ສິ່ງ​ທີ່​ພວກ​ເຮົາ​ບອກ​ໃນ​ຈົດໝາຍ​ສະບັບ​ນີ້ ກໍ​ໃຫ້​ໝາຍ​ຄົນ​ນີ້​ໄວ້.” (2ທຊ. 3:14, ໄຂເງື່ອນ) ກ່ອນ​ໜ້າ​ນີ້​ເຄີຍ​ມີ​ການ​ອະທິບາຍ​ວ່າ​ເລື່ອງ​ນີ້​ເປັນ​ຄຳ​ແນະນຳ​ສຳລັບ​ຜູ້​ເບິ່ງແຍງ. ຖ້າ​ໃຜ​ບໍ່​ຍອມ​ເຊື່ອຟັງ​ຫຼັກການ​ໃນ​ຄຳພີ​ໄບເບິນ​ທັງໆ​ທີ່​ໄດ້​ຮັບ​ຄຳ​ແນະນຳ​ຫຼາຍ​ເທື່ອ​ແລ້ວ ຜູ້​ເບິ່ງແຍງ​ກໍ​ຈະ​ບັນລະຍາຍ​ເພື່ອ​ເຕືອນ​ພີ່ນ້ອງ​ໃນ​ປະຊາຄົມ ແລ້ວ​ເຂົາເຈົ້າ​ກໍ​ຈະ​ບໍ່​ໃຊ້​ເວລາ​ຫຼາຍ​ເກີນ​ໄປ​ຫຼື​ບໍ່​ສະໜິດ​ກັບ​ຜູ້​ທີ່​ຖືກ​ໝາຍ.

ແຕ່​ຈຳເປັນ​ຕ້ອງ​ມີ​ການ​ປັບ​ປ່ຽນ​ຄວາມ​ເຂົ້າໃຈ​ໃໝ່​ກ່ຽວກັບ​ເລື່ອງ​ນີ້. ຕອນນີ້​ເຮົາ​ເຂົ້າໃຈ​ວ່າ​ຄຳ​ແນະນຳ​ຂອງ​ໂປໂລ​ໝາຍ​ເຖິງ​ຄລິດສະຕຽນ​ແຕ່​ລະ​ຄົນ​ຄວນ​ຕັດສິນໃຈ​ເອົາ​ເອງ​ວ່າ​ຈະ​ເຮັດ​ແນວ​ໃດ​ໃນ​ແຕ່​ລະ​ສະຖານະການ. ສະນັ້ນ ບໍ່​ຈຳເປັນ​ທີ່​ຜູ້​ເບິ່ງແຍງ​ຈະ​ບັນລະຍາຍ​ເພື່ອ​ເຕືອນ​ພີ່ນ້ອງ​ໃນ​ປະຊາຄົມ​ອີກ​ຕໍ່​ໄປ. ເປັນ​ຫຍັງ​ຕ້ອງ​ມີ​ການ​ປັບ​ປ່ຽນ​ໃນ​ເລື່ອງ​ນີ້? ໃຫ້​ເຮົາ​ມາ​ເບິ່ງ​ແວດບົດ​ຂອງ​ຈົດໝາຍ​ທີ່​ໂປໂລ​ຂຽນ​ນຳ​ກັນ.

ໂປໂລ​ສັງເກດ​ວ່າ​ບາງ​ຄົນ​ໃນ​ປະຊາຄົມ​ເປັນ “ຄົນ​ທີ່​ບໍ່​ເຊື່ອຟັງ.” ເຂົາເຈົ້າ​ບໍ່​ຍອມ​ເຊື່ອຟັງ​ຄຳ​ແນະນຳ​ທີ່​ມາ​ຈາກ​ພະຄຳພີ. ຕອນ​ທີ່​ລາວ​ໄປ​ຢາມ​ພີ່ນ້ອງ​ຢູ່​ເມືອງ​ເທຊະໂລນິກ​ກ່ອນ​ໜ້າ​ນີ້ ລາວ​ໄດ້​ແນະນຳ​ເຂົາເຈົ້າ​ວ່າ: “ຖ້າ​ຜູ້​ໃດ​ບໍ່​ຢາກ​ເຮັດ​ວຽກ ກໍ​ບໍ່​ຕ້ອງ​ໃຫ້​ລາວ​ກິນ​ເຂົ້າ.” ແຕ່​ກໍ​ຍັງ​ມີ​ບາງ​ຄົນ​ໃນ​ປະຊາຄົມ​ທີ່​ບໍ່​ຢາກ​ເຮັດ​ວຽກ​ຫາ​ລ້ຽງ​ໂຕເອງ​ທັງໆ​ທີ່​ສາມາດ​ເຮັດ​ໄດ້. ນອກ​ຈາກ​ນັ້ນ ເຂົາເຈົ້າ​ຍັງ​ມັກ​ໄປ​ຫຍຸ້ງ​ເລື່ອງ​ຂອງ​ຄົນ​ອື່ນ​ນຳ. ຄລິດສະຕຽນ​ຄວນ​ປະຕິບັດ​ແນວ​ໃດ​ກັບ​ຄົນ​ແບບ​ນີ້​ທີ່​ບໍ່​ເຊື່ອຟັງ?—2ທຊ. 3:6, 10-12

ໂປໂລ​ບອກ​ວ່າ​ໃຫ້ “ໝາຍ​ຄົນ​ນີ້​ໄວ້.” ຄຳ​ພາສາ​ກຣີກ​ທີ່​ໂປໂລ​ໃຊ້​ເຮັດ​ໃຫ້​ຄິດ​ເຖິງ​ການ​ລະບຸ​ໂຕ​ບາງ​ຄົນ​ແລະ​ລະວັງ​ເພື່ອ​ຈະ​ບໍ່​ໄດ້​ຮັບ​ອິດທິພົນ​ຈາກ​ລາວ. ໂປໂລ​ໃຫ້​ຄຳ​ແນະນຳ​ນີ້​ກັບ​ພີ່ນ້ອງ​ທຸກ​ຄົນ​ໃນ​ປະຊາຄົມ ບໍ່​ແມ່ນ​ແຕ່​ຜູ້​ເບິ່ງແຍງ. (2ທຊ. 1:1; 3:6) ສະນັ້ນ ຖ້າ​ຄລິດສະຕຽນ​ແຕ່​ລະ​ຄົນ​ສັງເກດ​ວ່າ​ມີ​ບາງ​ຄົນ​ບໍ່​ເຊື່ອຟັງ​ຄຳ​ແນະນຳ​ທີ່​ມາ​ຈາກ​ຄຳພີ​ໄບເບິນ ລາວ​ອາດ​ເລືອກ​ທີ່​ຈະ “ເຊົາ​ຄົບຫາ” ກັບ​ຄົນ​ແບບ​ນີ້​ທີ່​ບໍ່​ເຊື່ອຟັງ.

ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຄວນ​ປະຕິບັດ​ກັບ​ຜູ້​ນັ້ນ​ຄື​ກັບ​ປະຕິບັດ​ກັບ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ບໍ? ບໍ່​ແມ່ນ. ໂປໂລ​ບອກ​ຕື່ມ​ອີກ​ວ່າ: “ໃຫ້​ເຕືອນ​ສະຕິ​ລາວ​ຕໍ່​ໄປ​ຍ້ອນ​ລາວ​ຍັງ​ເປັນ​ພີ່ນ້ອງ​ຢູ່.” ສະນັ້ນ ເຮົາ​ຍັງ​ໄປ​ປະຊຸມ​ແລະ​ໄປ​ປະກາດ​ກັບ​ຄົນ​ທີ່​ຖືກ​ໝາຍ​ໄດ້​ຢູ່ ແຕ່​ເຮົາ​ອາດ​ເລືອກ​ທີ່​ຈະ​ບໍ່​ໃຊ້​ເວລາ​ຄົບຫາ​ກັບ​ລາວ​ແບບ​ອື່ນ​ຫຼື​ບໍ່​ໄປ​ສັງ​ສັນ​ກັບ​ລາວ. ຍ້ອນຫຍັງ? ໂປໂລ​ບອກ​ວ່າ: “ເພື່ອ​ລາວ​ຈະ​ຮູ້ສຶກ​ອາຍ.” ເມື່ອ​ເຮົາ​ເລືອກ​ທີ່​ຈະ​ບໍ່​ໃຊ້​ເວລາ​ຄົບຫາ​ກັບ​ລາວ​ແບບ​ນີ້​ອາດ​ເຮັດ​ໃຫ້​ລາວ​ຮູ້ສຶກ​ອາຍ​ໃນ​ສິ່ງ​ທີ່​ລາວ​ກຳລັງ​ເຮັດ​ຢູ່​ແລະ​ປ່ຽນແປງ​ໂຕເອງ.—2ທຊ. 3:14, 15

ໃນ​ທຸກ​ມື້​ນີ້​ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ນີ້​ໄດ້​ແນວ​ໃດ? ທຳອິດ ເຮົາ​ຕ້ອງ​ແນ່​ໃຈ​ວ່າ​ສິ່ງ​ທີ່​ພີ່ນ້ອງ​ຄົນ​ນັ້ນ​ເຮັດ​ເປັນ​ການ “ບໍ່​ເຊື່ອຟັງ” ຕາມ​ທີ່​ໂປໂລ​ບອກ​ໄວ້​ແທ້ໆ. ໂປໂລ​ບໍ່​ໄດ້​ໝາຍ​ເຖິງ​ຄົນ​ທີ່​ໃຊ້​ໃຈ​ຮູ້​ຜິດ​ຮູ້​ຖືກ​ໃນ​ການ​ຕັດສິນໃຈ​ຕ່າງ​ຈາກ​ເຮົາ​ຫຼື​ມັກ​ບໍ່​ຄື​ເຮົາ ແລະ​ລາວ​ບໍ່​ໄດ້​ໝາຍ​ເຖິງ​ຄົນ​ທີ່​ເຮັດ​ໃຫ້​ເຮົາ​ເສຍໃຈ ແຕ່​ໂປໂລ​ກຳລັງ​ເວົ້າ​ເຖິງ​ຄົນ​ທີ່​ຕັ້ງໃຈ​ບໍ່​ເຊື່ອຟັງ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ.

ຖ້າ​ເຮົາ​ສັງເກດ​ວ່າ​ມີ​ພີ່ນ້ອງ​ບາງ​ຄົນ​ມັກ​ບໍ່​ເຊື່ອຟັງ aຄຳ​ແນະນຳ​ຂອງ​ພະ​ເຢໂຫວາ ເຮົາ​ຈະ​ຕັດສິນໃຈ​ເອົາ​ເອງ​ວ່າ​ຈະ​ບໍ່​ໃຊ້​ເວລາ​ຄົບຫາ​ກັບ​ລາວ​ແບບ​ອື່ນ​ຫຼື​ບໍ່​ໄປ​ສັງ​ສັນ​ກັບ​ລາວ. ຍ້ອນ​ເລື່ອງ​ນີ້​ເປັນ​ການ​ຕັດສິນໃຈ​ສ່ວນ​ໂຕ ເຮົາ​ຈະ​ບໍ່​ເວົ້າ​ເລື່ອງ​ນີ້​ກັບ​ຄົນ​ອື່ນ​ນອກ​ຈາກ​ຄົນ​ໃນ​ຄອບຄົວ​ທີ່​ຢູ່​ເຮືອນ​ຫຼັງ​ດຽວ​ກັບ​ເຮົາ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ. ເຮົາ​ຍັງ​ຈະ​ໄປ​ປະຊຸມ​ແລະ​ໄປ​ປະກາດ​ກັບ​ລາວ ແຕ່​ຖ້າ​ເຫັນ​ວ່າ​ລາວ​ປ່ຽນແປງ​ໂຕເອງ​ແລ້ວ ເຮົາ​ກໍ​ຈະ​ໃຊ້​ເວລາ​ເຮັດ​ແນວ​ອື່ນ​ກັບ​ລາວ​ແບບ​ທີ່​ເຄີຍ​ເຮັດ​ແຕ່​ກີ້.

a ຕົວຢ່າງ​ເຊັ່ນ: ຄົນ​ທີ່​ອາດ​ບໍ່​ຢາກ​ເຮັດ​ວຽກ​ຫາ​ລ້ຽງ​ໂຕເອງ​ທັງໆ​ທີ່​ສາມາດ​ເຮັດ​ໄດ້ ຄົນ​ທີ່​ອາດ​ບໍ່​ເຊົາ​ເປັນ​ແຟນ​ກັບ​ຄົນ​ທີ່​ບໍ່​ແມ່ນ​ພະຍານ ຫຼື​ຄົນ​ທີ່​ອາດ​ສ້າງ​ຄວາມ​ແຕກ​ແຍກ​ໃນ​ປະຊາຄົມ​ຫຼື​ເວົ້າ​ຫຼັບ​ຫຼັງ​ເຮັດ​ໃຫ້​ຄົນ​ອື່ນ​ເສຍຫາຍ. (1ກຣ. 7:39; 2ກຣ. 6:14; 2ທຊ. 3:11, 12; 1ຕມ. 5:13) ຄົນ​ທີ່​ຍັງ​ເຮັດ​ແບບ​ນີ້​ຕໍ່ໆ​ໄປ​ແມ່ນ “ຄົນ​ທີ່​ບໍ່​ເຊື່ອຟັງ.”