ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 35

ເພງ​ທີ 123 ເຊື່ອຟັງ​ກົດ​ລະບຽບ​ຂອງ​ອົງການ​ພະເຈົ້າ​ຢ່າງ​ພັກດີ

ຜູ້​ເບິ່ງແຍງ​ຈະ​ຊ່ວຍ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ແນວ​ໃດ?

ຜູ້​ເບິ່ງແຍງ​ຈະ​ຊ່ວຍ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ແນວ​ໃດ?

“ເມື່ອ​ມີ​ຄົນ​ທີ່​ເຮັດ​ຜິດ​ຄົນ​ໜຶ່ງ​ກັບໃຈ ຈະ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຢູ່​ໃນ​ສະຫວັນ​ຫຼາຍ​ກວ່າ​ທີ່​ມີ​ຄົນ​ດີ 99 ຄົນ​ທີ່​ບໍ່​ຕ້ອງ​ກັບໃຈ.”ລກ. 15:7

ຈຸດ​ສຳຄັນ

ເປັນ​ຫຍັງ​ຈຶ່ງ​ຕ້ອງ​ຕັດ​ບາງ​ຄົນ​ອອກ​ຈາກ​ປະຊາຄົມ ແລະ​ຜູ້​ເບິ່ງແຍງ​ຈະ​ຊ່ວຍ​ເຂົາເຈົ້າ​ແນວ​ໃດ​ໃຫ້​ກັບໃຈ​ແລະ​ກັບ​ມາ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ອີກ.

1-2. (ກ) ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ຄົນ​ທີ່​ເຮັດ​ຜິດ​ຮ້າຍ​ແຮງ​ແລະ​ບໍ່​ກັບໃຈ? (ຂ) ພະ​ເຢໂຫວາ​ຢາກ​ໃຫ້​ຄົນ​ທີ່​ເຮັດ​ຜິດ​ເຮັດ​ຫຍັງ?

 ພະ​ເຢໂຫວາ​ບໍ່​ໄດ້​ຍອມຮັບ​ການ​ກະທຳ​ທຸກ​ຮູບ​ແບບ. ເພິ່ນ​ຊັງ​ການ​ເຮັດ​ຜິດ. (ພສ. 5:4-6) ພະ​ເຢໂຫວາ​ຄາດໝາຍ​ໃຫ້​ເຮົາ​ເຮັດ​ຕາມ​ມາດຕະຖານ​ທີ່​ຖືກຕ້ອງ​ຂອງ​ເພິ່ນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ. ເຖິງ​ຈະ​ເປັນ​ແນວ​ນັ້ນ ເພິ່ນ​ກໍ​ຮູ້​ວ່າ​ເຮົາ​ບໍ່​ສົມບູນແບບ​ແລະ​ບໍ່​ສາມາດ​ເຊື່ອຟັງ​ເພິ່ນ​ໄດ້​ຮ້ອຍ​ເປີເຊັນ. (ພສ. 130:3, 4) ໃນ​ເວລາ​ດຽວ​ກັນ ເພິ່ນ​ກໍ​ຈະ​ບໍ່​ຍອມ​ທົນ​ກັບ ‘ຄົນ [ທີ່] ໝິ່ນ​ປະໝາດ​ພະເຈົ້າ​ເຊິ່ງ​ພິກ​ປີ້ນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ [ເພິ່ນ] ເພື່ອ​ໃຊ້​ເປັນ​ຂໍ້​ແກ້​ໂຕ​ສຳລັບ​ການ​ເຮັດ​ຊົ່ວ​ແບບ​ບໍ່​ອາຍ.’ (ຢດ. 4) ທີ່ຈິງ ຄຳພີ​ໄບເບິນ​ບອກ​ວ່າ “ຄົນ​ທີ່​ໝິ່ນ​ປະໝາດ​ພະເຈົ້າ​ຈະ​ຕ້ອງ​ຖືກ​ທຳລາຍ” ໃນ​ສົງຄາມ​ອາມາເຄໂດນ.—2ປຕ. 3:7; ພນມ. 16:16

2 ແຕ່​ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ໃຜ​ຕ້ອງ​ຖືກ​ທຳລາຍ. ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ຜ່ານ​ມາ ຄຳພີ​ໄບເບິນ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ “ຢາກ​ໃຫ້​ທຸກ​ຄົນ​ກັບໃຈ.” (2ປຕ. 3:9) ຜູ້​ເບິ່ງແຍງ​ຮຽນ​ແບບ​ພະ​ເຢໂຫວາ​ຕອນ​ທີ່​ເຂົາເຈົ້າ​ພະຍາຍາມ​ຊ່ວຍ​ຄົນ​ທີ່​ເຮັດ​ຜິດ​ໃຫ້​ກັບໃຈ​ແລະ​ກັບ​ມາ​ໃກ້ຊິດ​ກັບ​ເພິ່ນ​ອີກ. ແຕ່​ບາງ​ເທື່ອ​ຄົນ​ທີ່​ເຮັດ​ຜິດ​ກໍ​ບໍ່​ໄດ້​ກັບໃຈ. (ອຊຢ. 6:9) ບາງ​ຄົນ​ກໍ​ຍັງ​ເຮັດ​ຜິດ​ຕໍ່​ໄປ​ເຖິງ​ວ່າ​ຜູ້​ເບິ່ງແຍງ​ຈະ​ພະຍາຍາມ​ຊ່ວຍ​ເຂົາເຈົ້າ​ຫຼາຍ​ເທື່ອ​ແລ້ວ. ຖ້າ​ເປັນ​ແບບ​ນີ້​ຜູ້​ເບິ່ງແຍງ​ຈະ​ເຮັດ​ແນວ​ໃດ?

‘ກຳຈັດ​ຄົນ​ທີ່​ເຮັດ​ຊົ່ວ​ອອກ​ໄປ’

3. (ກ) ຄຳພີ​ໄບເບິນ​ບອກ​ວ່າ​ຄວນ​ເຮັດ​ແນວ​ໃດ​ກັບ​ຄົນ​ເຮັດ​ຜິດ​ທີ່​ບໍ່​ກັບໃຈ? (ຂ) ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ຄົນ​ເຮັດ​ຜິດ​ທີ່​ບໍ່​ກັບໃຈ​ເລືອກ​ທີ່​ຈະ​ເຮັດ​ໃຫ້​ໂຕເອງ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ?

3 ເມື່ອ​ຄົນ​ທີ່​ເຮັດ​ຜິດ​ບໍ່​ກັບໃຈ ຜູ້​ເບິ່ງແຍງ​ກໍ​ບໍ່​ມີ​ທາງ​ເລືອກ​ອື່ນ​ນອກ​ຈາກ​ເຮັດ​ຕາມ​ຄຳ​ແນະນຳ​ໃນ 1 ໂກຣິນໂທ 5:13 ທີ່​ບອກ​ວ່າ: “ພວກ​ເຈົ້າ​ຕ້ອງ​ກຳຈັດ​ຄົນ​ທີ່​ເຮັດ​ຊົ່ວ​ໃຫ້​ອອກ​ໄປ​ຈາກ​ພວກ​ເຈົ້າ.” ຄົນ​ທີ່​ເຮັດ​ຜິດ​ຮູ້​ວ່າ​ຖ້າ​ລາວ​ບໍ່​ກັບໃຈ ລາວ​ຈະ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ. ມັນ​ເປັນ​ຄື​ກັບ​ວ່າ​ລາວ​ເລືອກ​ທີ່​ຈະ​ເຮັດ​ໃຫ້​ໂຕເອງ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ. ສະນັ້ນ ລາວ​ຕ້ອງ​ເກັບ​ກ່ຽວ​ຜົນ​ຈາກ​ສິ່ງ​ທີ່​ລາວ​ຫວ່ານ. (ຄລຕ. 6:7) ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ແບບ​ນັ້ນ? ຍ້ອນ​ຄົນ​ທີ່​ເຮັດ​ຜິດ​ບໍ່​ຍອມ​ປ່ຽນແປງ​ໂຕເອງ​ເຖິງ​ວ່າ​ຜູ້​ເບິ່ງແຍງ​ໄດ້​ພະຍາຍາມ​ຊ່ວຍ​ລາວ​ຫຼາຍ​ເທື່ອ​ແລ້ວ. (2ກສ. 17:12-15) ການ​ກະທຳ​ຂອງ​ລາວ​ເຮັດ​ໃຫ້​ເຫັນ​ວ່າ​ລາວ​ເລືອກ​ທີ່​ຈະ​ບໍ່​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ.—ພບຍ. 30:19, 20

4. ເປັນ​ຫຍັງ​ຕ້ອງ​ມີ​ຄຳ​ປະກາດ​ເມື່ອ​ຄົນ​ເຮັດ​ຜິດ​ທີ່​ບໍ່​ກັບໃຈ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ?

4 ເມື່ອ​ຄົນ​ເຮັດ​ຜິດ​ທີ່​ບໍ່​ກັບໃຈ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ ຈະ​ມີ​ຄຳ​ປະກາດ​ຢູ່​ປະຊາຄົມ​ວ່າ​ລາວ​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ອີກ​ຕໍ່​ໄປ. a ຈຸດປະສົງ​ທີ່​ມີ​ຄຳ​ປະກາດ​ແບບ​ນີ້​ບໍ່​ແມ່ນ​ເພື່ອ​ຢາກ​ໃຫ້​ຄົນ​ທີ່​ເຮັດ​ຜິດ​ອັບອາຍ ແຕ່​ເພື່ອ​ຢາກ​ໃຫ້​ພີ່ນ້ອງ​ໃນ​ປະຊາຄົມ​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ວ່າ “ໃຫ້​ເຊົາ​ຄົບຫາ” ກັບ​ຜູ້​ນັ້ນ ‘ແມ່ນ​ແຕ່​ຈະ​ກິນ​ຫຍັງ​ກັບ​ຄົນ​ແບບ​ນີ້​ກໍ​ບໍ່​ໃຫ້​ເຮັດ.’ (1ກຣ. 5:9-11) ພະ​ເຢໂຫວາ​ມີ​ເຫດຜົນ​ທີ່​ດີ​ທີ່​ສັ່ງ​ເຮົາ​ແນວ​ນີ້. ໂປໂລ​ບອກ​ວ່າ: “ເຊື້ອ​ເຂົ້າຈີ່​ແຕ່​ໜ້ອຍ​ດຽວ​ກໍ​ເຮັດ​ໃຫ້​ແປ້ງ​ຟູ​ຂຶ້ນ​ໝົດ​ກ້ອນ.” (1ກຣ. 5:6) ຖ້າ​ຄົນ​ເຮັດ​ຜິດ​ທີ່​ບໍ່​ກັບໃຈ​ຍັງ​ຢູ່​ໃນ​ປະຊາຄົມ​ຕໍ່​ໄປ ຄົນ​ອື່ນ​ອາດ​ຄິດ​ວ່າ​ເຂົາເຈົ້າ​ບໍ່​ຈຳເປັນ​ຕ້ອງ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ກະ​ໄດ້.—ສພສ. 13:20; 1ກຣ. 15:33

5. ເຮົາ​ຄວນ​ເບິ່ງ​ຜູ້​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ແນວ​ໃດ ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ເບິ່ງ​ແບບ​ນັ້ນ?

5 ເຮົາ​ຄວນ​ເບິ່ງ​ຜູ້​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ແນວ​ໃດ? ເຖິງ​ວ່າ​ເຮົາ​ບໍ່​ໄດ້​ຄົບຫາ​ກັບ​ລາວ ແຕ່​ເຮົາ​ຄວນ​ເບິ່ງ​ວ່າ​ລາວ​ເປັນ​ຄື​ກັບ​ແກະ​ທີ່​ຫຼົງ​ທາງ​ເຊິ່ງ​ມີ​ໂອກາດ​ທີ່​ຈະ​ກັບ​ມາ​ໄດ້. ເມື່ອ​ແກະ​ຫຼົງ​ອອກ​ໄປ​ຈາກ​ຝູງ ມັນ​ສາມາດ​ກັບຄືນມາ​ຫາ​ຝູງ​ໄດ້. ຂໍ​ໃຫ້​ຈື່​ໄວ້​ວ່າ​ຄົນ​ທີ່​ເຮັດ​ຜິດ​ໄດ້​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ແລ້ວ. ແຕ່​ໜ້າ​ເສຍດາຍ​ທີ່​ຕອນນີ້​ລາວ​ບໍ່​ໄດ້​ໃຊ້​ຊີວິດ​ຕາມ​ທີ່​ໄດ້​ອຸທິດ​ໂຕ​ແລະ​ເຮັດ​ໃຫ້​ໂຕເອງ​ຕົກ​ຢູ່​ໃນ​ອັນຕະລາຍ. (ອຊກ. 18:31) ເຖິງ​ຈະ​ເປັນ​ແນວ​ນັ້ນ ຕາບ​ໃດ​ທີ່​ພະ​ເຢໂຫວາ​ຍັງ​ສະແດງ​ຄວາມ​ເມດຕາ ກໍ​ຍັງ​ມີ​ຄວາມ​ຫວັງ​ທີ່​ລາວ​ຈະ​ປ່ຽນແປງ​ໂຕເອງ​ແລະ​ກັບ​ເຂົ້າ​ມາ​ໃນ​ປະຊາຄົມ​ອີກ. ຜູ້​ເບິ່ງແຍງ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາເຈົ້າ​ບໍ່​ໝົດ​ຫວັງ​ເຖິງ​ວ່າ​ຄົນ​ທີ່​ເຮັດ​ຜິດ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ?

ຜູ້​ເບິ່ງແຍງ​ຈະ​ຊ່ວຍ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ແນວ​ໃດ?

6. ຜູ້​ເບິ່ງແຍງ​ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ຊ່ວຍ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ?

6 ເມື່ອ​ຄົນ​ເຮັດ​ຜິດ​ທີ່​ບໍ່​ກັບໃຈ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ແລ້ວ ຜູ້​ເບິ່ງແຍງ​ຈະ​ເຊົາ​ຊ່ວຍ​ລາວ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ​ບໍ? ບໍ່​ເຊົາ! ຕອນ​ທີ່​ຄະນະ​ກຳມະການ​ທີ່​ເປັນ​ຜູ້​ເບິ່ງແຍງ​ບອກ​ຄົນ​ທີ່​ເຮັດ​ຜິດ​ວ່າ​ລາວ​ຈະ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ ເຂົາເຈົ້າ​ຈະ​ອະທິບາຍ​ນຳ​ວ່າ​ມີ​ຂັ້ນ​ຕອນ​ຫຍັງ​ແດ່​ທີ່​ລາວ​ຕ້ອງ​ເຮັດ​ເພື່ອ​ຈະ​ກັບ​ເຂົ້າ​ມາ​ໃນ​ປະຊາຄົມ​ໄດ້​ອີກ. ຜູ້​ເບິ່ງແຍງ​ຍັງ​ເຮັດ​ຫຼາຍ​ກວ່າ​ນັ້ນ​ອີກ ໃນ​ກໍລະນີ​ສ່ວນ​ຫຼາຍ​ແລ້ວ​ເຂົາເຈົ້າ​ຍັງ​ຈະ​ບອກ​ລາວ​ວ່າ​ເຂົາເຈົ້າ​ຢາກ​ເຈິ​ກັບ​ລາວ​ອີກ​ຫຼັງ​ຈາກ​ຜ່ານ​ໄປ​ບໍ່​ເທົ່າ​ໃດ​ເດືອນ​ເພື່ອ​ເບິ່ງ​ວ່າ​ລາວ​ໄດ້​ປ່ຽນ​ຄວາມ​ຄິດ​ຈິດ​ໃຈ​ແລ້ວ​ບໍ. ຖ້າ​ລາວ​ຕົກ​ລົງ​ທີ່​ຈະ​ເຈິ​ກັບ​ຜູ້​ເບິ່ງແຍງ​ອີກ ຕອນ​ທີ່​ເຈິ​ກັນ​ເຂົາເຈົ້າ​ກໍ​ຈະ​ກະຕຸ້ນ​ລາວ​ຢ່າງ​ອົບອຸ່ນ​ໃຫ້​ກັບໃຈ​ແລະ​ກັບ​ມາ​ຫາ​ພະ​ເຢໂຫວາ. ເຖິງ​ວ່າ​ຕອນ​ນັ້ນ​ລາວ​ຍັງ​ບໍ່​ກັບໃຈ ຜູ້​ເບິ່ງແຍງ​ກໍ​ຍັງ​ຈະ​ພະຍາຍາມ​ເຈິ​ກັບ​ລາວ​ຕໍ່ໆ​ໄປ​ອີກ​ແລະ​ກະຕຸ້ນ​ລາວ​ໃຫ້​ກັບໃຈ.

7. ຜູ້​ເບິ່ງແຍງ​ສະແດງ​ຄວາມ​ເມດຕາ​ຄື​ກັບ​ພະ​ເຢໂຫວາ​ແນວ​ໃດ​ເມື່ອ​ເຂົາເຈົ້າ​ປະຕິບັດ​ກັບ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ? (ເຢເຣມີຢາ 3:12)

7 ຜູ້​ເບິ່ງແຍງ​ພະຍາຍາມ​ສະແດງ​ຄວາມ​ເມດຕາ​ຄື​ກັບ​ພະ​ເຢໂຫວາ​ເມື່ອ​ເຂົາເຈົ້າ​ປະຕິບັດ​ກັບ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ. ຕົວຢ່າງ​ເຊັ່ນ: ໃນ​ສະໄໝ​ຂອງ​ຊາດ​ອິດສະຣາເອນ​ບູຮານ ພະ​ເຢໂຫວາ​ບໍ່​ໄດ້​ລໍ​ຖ້າ​ໃຫ້​ເຂົາເຈົ້າ​ກັບໃຈ​ກ່ອນ ແລ້ວ​ເພິ່ນ​ຈຶ່ງ​ຊ່ວຍ​ເຂົາເຈົ້າ ແຕ່​ເພິ່ນ​ເປັນ​ຝ່າຍ​ເລີ່ມ​ຊ່ວຍ​ເຂົາເຈົ້າ​ກ່ອນ​ທີ່​ເຂົາເຈົ້າ​ຈະ​ກັບໃຈ​ຊ້ຳ​ໂດຍ​ສົ່ງ​ຜູ້​ພະຍາກອນ​ຂອງ​ເພິ່ນ​ໄປ​ຫາ​ເຂົາເຈົ້າ. ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ທີ 2 ຂອງ​ບົດ​ຄວາມ​ຊຸດ​ນີ້ ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ຄວາມ​ເມດຕາ​ຂອງ​ເພິ່ນ​ໂດຍ​ໃຊ້​ຕົວຢ່າງ​ຂອງ​ຜູ້​ພະຍາກອນ​ໂຮເຊອາ ເພິ່ນ​ບອກ​ລາວ​ໃຫ້​ຍົກໂທດ​ໃຫ້​ເມຍ​ແລະ​ເອົາ​ເມຍ​ກັບຄືນມາ​ຢູ່​ນຳ​ເຖິງ​ວ່າ​ລາວ​ຍັງ​ເຮັດ​ຜິດ​ຮ້າຍ​ແຮງ​ຢູ່. (ຮຊອ. 3:1; ມລກ. 3:7) ຜູ້​ເບິ່ງແຍງ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໂດຍ​ສະແດງ​ອອກ​ຈາກ​ໃຈ​ແທ້ໆ​ວ່າ​ເຂົາເຈົ້າ​ຢາກ​ໃຫ້​ຄົນ​ທີ່​ເຮັດ​ຜິດ​ກັບໃຈ​ແລະ​ກັບ​ມາ​ຫາ​ພະ​ເຢໂຫວາ. ເຂົາເຈົ້າ​ຈະ​ບໍ່​ເຮັດ​ໃຫ້​ລາວ​ຮູ້ສຶກ​ວ່າ​ຍາກ​ເກີນ​ໄປ​ທີ່​ຈະ​ກັບ​ມາ.—ອ່ານ​ເຢເຣມີຢາ 3:12

8. ຕົວຢ່າງ​ປຽບທຽບ​ຂອງ​ພະ​ເຢຊູ​ເລື່ອງ​ລູກ​ທີ່​ຫຼົງ​ທາງ​ເຮັດ​ໃຫ້​ເຮົາ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ຄົນ​ທີ່​ເຮັດ​ຜິດ? (ລູກາ 15:7)

8 ໃຫ້​ຄິດ​ເຖິງ​ຕົວຢ່າງ​ປຽບທຽບ​ຂອງ​ພະ​ເຢຊູ​ເລື່ອງ​ລູກ​ທີ່​ຫຼົງ​ທາງ​ທີ່​ເວົ້າ​ເຖິງ​ໃນ​ບົດ​ທີ 2 ຂອງ​ບົດ​ຄວາມ​ຊຸດ​ນີ້. ຕອນ​ທີ່​ລູກ​ຊາຍ​ກຳລັງ​ກັບ​ມາ​ເຮືອນ​ແລະ​ພໍ່​ແນມ​ເຫັນ​ລາວ​ແຕ່​ໄກໆ ພໍ່​ໄດ້ “ແລ່ນ​ໄປ​ຫາ ທັງ​ກອດ​ແລະ​ຈູບ​ລາວ.” (ລກ. 15:20) ຂໍ​ໃຫ້​ສັງເກດ​ວ່າ​ພໍ່​ບໍ່​ໄດ້​ລໍ​ຖ້າ​ໃຫ້​ລູກ​ຊາຍ​ມາ​ຂໍໂທດ​ກ່ອນ ແຕ່​ພໍ່​ເປັນ​ຝ່າຍ​ແລ່ນ​ໄປ​ຫາ​ລູກ​ຍ້ອນ​ຮັກ​ລາວ​ຫຼາຍ. ພະ​ເຢໂຫວາ​ຮູ້ສຶກ​ແບບ​ນີ້​ແຫຼະ​ຕໍ່​ຄົນ​ທີ່​ອອກ​ໄປ​ຈາກ​ປະຊາຄົມ ສະນັ້ນ​ຜູ້​ເບິ່ງແຍງ​ຈະ​ພະຍາຍາມ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ການ​ສະແດງ​ຄວາມ​ເມດຕາ. ເຂົາເຈົ້າ​ຢາກ​ໃຫ້​ລາວ​ກັບ​ມາ​ຫາ​ພະ​ເຢໂຫວາ. (ລກ. 15:22-24, 32) ເມື່ອ​ມີ​ຄົນ​ທີ່​ເຮັດ​ຜິດ​ຄົນ​ໜຶ່ງ​ກັບໃຈ ພະ​ເຢໂຫວາ ພະ​ເຢຊູ ທູດສະຫວັນ ແລະ​ທຸກ​ຄົນ​ໃນ​ປະຊາຄົມ​ກໍ​ດີ​ໃຈ​ຫຼາຍ!—ອ່ານ​ລູກາ 15:7

9. ພະ​ເຢໂຫວາ​ຢາກ​ໃຫ້​ຄົນ​ທີ່​ເຮັດ​ຜິດ​ເຮັດ​ຫຍັງ?

9 ມາ​ຮອດ​ຕອນນີ້​ເຮົາ​ໄດ້​ຮຽນ​ວ່າ​ພະ​ເຢໂຫວາ​ບໍ່​ຍອມ​ໃຫ້​ຄົນ​ເຮັດ​ຜິດ​ທີ່​ບໍ່​ກັບໃຈ​ຢູ່​ໃນ​ປະຊາຄົມ ແຕ່​ເພິ່ນ​ກໍ​ບໍ່​ໄດ້​ປະຖິ້ມ​ເຂົາເຈົ້າ. ເພິ່ນ​ຢາກ​ໃຫ້​ເຂົາເຈົ້າ​ກັບ​ມາ​ຫາ​ເພິ່ນ. ໂຮເຊອາ 14:4 ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ພະ​ເຢໂຫວາ​ທີ່​ມີ​ຕໍ່​ຄົນ​ເຮັດ​ຜິດ​ທີ່​ກັບໃຈ ຂໍ້​ນັ້ນ​ບອກ​ວ່າ: “ເຮົາ​ຈະ​ປົວ​ເຂົາເຈົ້າ ແລະ​ເຂົາເຈົ້າ​ຈະ​ສັດຊື່​ຕໍ່​ເຮົາ​ຕະຫຼອດ​ໄປ. ເຮົາ​ຈະ​ຮັກ​ເຂົາເຈົ້າ​ຈາກ​ໃຈ ຍ້ອນ​ເຮົາ​ເຊົາ​ໃຈ​ຮ້າຍ​ໃຫ້​ເຂົາເຈົ້າ​ແລ້ວ.” ພະຄຳພີ​ຂໍ້​ນີ້​ກະຕຸ້ນ​ຜູ້​ເບິ່ງແຍງ​ໃຫ້​ພະຍາຍາມ​ຊອກ​ຫາ​ສັນຍານ​ເຖິງ​ວ່າ​ຈະ​ເປັນ​ສິ່ງ​ນ້ອຍໆ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຄົນ​ເຮັດ​ຜິດ​ເລີ່ມ​ກັບໃຈ​ແລ້ວ. ຄຳເວົ້າ​ນີ້​ຂອງ​ພະ​ເຢໂຫວາ​ຄວນ​ເຮັດ​ໃຫ້​ຄົນ​ທີ່​ອອກ​ໄປ​ຈາກ​ປະຊາຄົມ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຂົາເຈົ້າ​ແລະ​ຢາກ​ໃຫ້​ເຂົາເຈົ້າ​ກັບ​ມາ​ຫາ​ເພິ່ນ.

10-11. ຜູ້​ເບິ່ງແຍງ​ຈະ​ຊ່ວຍ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ດົນ​ແລ້ວ​ໄດ້​ແນວ​ໃດ?

10 ສຳລັບ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ຫຼາຍ​ປີ​ແລ້ວ​ເດ ຜູ້​ເບິ່ງແຍງ​ຈະ​ຊ່ວຍ​ເຂົາເຈົ້າ​ແນວ​ໃດ? ຄົນ​ເຫຼົ່າ​ນີ້​ອາດ​ເຊົາ​ເຮັດ​ຜິດ​ມາ​ຫຼາຍ​ປີ​ແລ້ວ ແລະ​ໃນ​ບາງ​ກໍລະນີ​ຄົນ​ເຫຼົ່າ​ນີ້​ອາດ​ຈື່​ບໍ່​ໄດ້​ຊ້ຳ​ວ່າ​ຍ້ອນຫຍັງ​ເຂົາເຈົ້າ​ຈຶ່ງ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ. ບໍ່​ວ່າ​ຈະ​ກໍລະນີ​ໃດ ຜູ້​ເບິ່ງແຍງ​ຈະ​ພະຍາຍາມ​ຊອກ​ຫາ​ແລະ​ໄປ​ຢາມ​ລາວ. ຜູ້​ເບິ່ງແຍງ​ຈະ​ອະທິດຖານ​ກັບ​ລາວ​ແລະ​ກະຕຸ້ນ​ລາວ​ຢ່າງ​ອົບອຸ່ນ​ໃຫ້​ກັບ​ເຂົ້າ​ມາ​ໃນ​ປະຊາຄົມ. ຖ້າ​ຄົນ​ໜຶ່ງ​ອອກ​ໄປ​ຈາກ​ປະຊາຄົມ​ດົນ​ແລ້ວ ຄວາມ​ເຊື່ອ​ຂອງ​ລາວ​ຕ້ອງ​ອ່ອນແອ​ຫຼາຍ​ແທ້ໆ. ສະນັ້ນ ຖ້າ​ລາວ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ຢາກ​ກັບ​ມາ ຜູ້​ເບິ່ງແຍງ​ກໍ​ຈະ​ເລືອກ​ບາງ​ຄົນ​ໃຫ້​ໄປ​ສຶກສາ​ກັບ​ລາວ​ເຖິງ​ວ່າ​ລາວ​ຍັງ​ບໍ່​ໄດ້​ຖືກ​ຮັບ​ກັບ​ເຂົ້າ​ມາ​ໃນ​ປະຊາຄົມ​ເທື່ອ. ບໍ່​ວ່າ​ຈະ​ໃນ​ກໍລະນີ​ໃດ ມີ​ແຕ່​ຜູ້​ເບິ່ງແຍງ​ເທົ່າ​ນັ້ນ​ທີ່​ຈະ​ຈັດ​ໃຫ້​ມີ​ການ​ສຶກສາ​ແບບ​ນີ້.

11 ຜູ້​ເບິ່ງແຍງ​ຈະ​ພະຍາຍາມ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ການ​ສະແດງ​ຄວາມ​ເມດຕາ. ສະນັ້ນ ເຂົາເຈົ້າ​ຈະ​ຊອກ​ຫາ​ຄົນ​ທີ່​ອອກ​ໄປ​ຈາກ​ປະຊາຄົມ​ແລະ​ຊ່ວຍ​ຄົນ​ເຫຼົ່າ​ນັ້ນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ. ເມື່ອ​ຄົນ​ທີ່​ເຮັດ​ຜິດ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ກັບໃຈ​ແລະ​ເຊົາ​ເຮັດ​ຜິດ ລາວ​ກໍ​ຈະ​ສາມາດ​ຖືກ​ຮັບ​ກັບ​ເຂົ້າ​ມາ​ໃນ​ປະຊາຄົມ​ໄດ້​ທັນທີ.—2ກຣ. 2:6-8

12. (ກ) ໃນ​ກໍລະນີ​ໃດ​ທີ່​ຜູ້​ເບິ່ງແຍງ​ຕ້ອງ​ລະວັງ​ເປັນ​ພິເສດ? (ຂ) ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຄິດ​ວ່າ​ຄົນ​ທີ່​ເຮັດ​ຜິດ​ຮ້າຍ​ແຮງ​ບາງ​ຢ່າງ​ບໍ່​ມີ​ທາງ​ທີ່​ຈະ​ໄດ້​ຮັບ​ຄວາມ​ເມດຕາ​ຈາກ​ພະ​ເຢໂຫວາ? (ເບິ່ງ​ຮູບ​ນຳ)

12 ມີ​ບາງ​ກໍລະນີ​ທີ່​ຜູ້​ເບິ່ງແຍງ​ຕ້ອງ​ລະວັງ​ເປັນ​ພິເສດ​ກ່ອນ​ທີ່​ຈະ​ຮັບ​ຜູ້​ໃດ​ຜູ້​ໜຶ່ງ​ກັບ​ເຂົ້າ​ມາ​ໃນ​ປະຊາຄົມ. ຕົວຢ່າງ​ເຊັ່ນ: ຄົນ​ທີ່​ທຳຮ້າຍ​ເດັກ ຄົນ​ທີ່​ທໍລະຍົດ​ພະເຈົ້າ ຫຼື​ຄົນ​ທີ່​ວາງ​ແຜນ​ປະ​ກັບ​ຄູ່​ຂອງ​ໂຕເອງ. ຄົນ​ທີ່​ເຮັດ​ແບບ​ນີ້ ຜູ້​ເບິ່ງແຍງ​ຕ້ອງ​ແນ່​ໃຈ​ວ່າ​ລາວ​ກັບໃຈ​ແທ້ໆ. (ມລກ. 2:14; 2ຕມ. 3:6) ຜູ້​ເບິ່ງແຍງ​ຕ້ອງ​ປົກປ້ອງ​ພີ່ນ້ອງ​ໃນ​ປະຊາຄົມ. ໃນ​ເວລາ​ດຽວ​ກັນ ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຍອມຮັບ​ແຕ່​ຄົນ​ເຮັດ​ຜິດ​ທີ່​ກັບໃຈ​ແທ້ໆ​ແລະ​ເຊົາ​ເຮັດ​ຜິດ​ແລ້ວ. ສະນັ້ນ ເຖິງ​ວ່າ​ຜູ້​ເບິ່ງແຍງ​ຕ້ອງ​ລະວັງ​ເປັນ​ພິເສດ​ໃນ​ກໍລະນີ​ທີ່​ມີ​ການ​ທໍ​ລະ​ຍົດ​ຄົນ​ອື່ນ ແຕ່​ເຂົາເຈົ້າ​ກໍ​ບໍ່​ຄວນ​ຄິດ​ວ່າ​ຄົນ​ແບບ​ນັ້ນ​ບໍ່​ມີ​ທາງ​ທີ່​ຈະ​ໄດ້​ຮັບ​ຄວາມ​ເມດຕາ​ຈາກ​ພະ​ເຢໂຫວາ. b1ປຕ. 2:10

ຄົນ​ໃນ​ປະຊາຄົມ​ຄວນ​ເຮັດ​ແນວ​ໃດ?

13. ວິທີ​ທີ່​ເຮົາ​ປະຕິບັດ​ກັບ​ຄົນ​ທີ່​ຖືກ​ຕັກ​ເຕືອນ​ຕ່າງ​ກັນ​ແນວ​ໃດ​ກັບ​ວິທີ​ທີ່​ເຮົາ​ປະຕິບັດ​ກັບ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ?

13 ຄື​ກັບ​ທີ່​ໄດ້​ເວົ້າ​ມາ​ແລ້ວ​ໃນ​ບົດ​ກ່ອນ ເມື່ອ​ມີ​ຄຳ​ປະກາດ​ວ່າ​ພີ່ນ້ອງ​ຄົນ​ໜຶ່ງ​ຖືກ​ຕັກ​ເຕືອນ ເຮົາ​ຍັງ​ສາມາດ​ຄົບຫາ​ກັບ​ລາວ​ຕໍ່​ໄປ​ໄດ້​ຍ້ອນ​ລາວ​ໄດ້​ກັບໃຈ​ແລະ​ເຊົາ​ເຮັດ​ຜິດ​ແລ້ວ. (1ຕມ. 5:20) ລາວ​ຍັງ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ​ແລະ​ຕ້ອງການ​ກຳລັງ​ໃຈ​ຈາກ​ການ​ຄົບຫາ​ກັບ​ພີ່ນ້ອງ. (ຮຣ. 10:24, 25) ແຕ່​ໃນ​ກໍລະນີ​ຂອງ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ ເຮົາ​ຈະ “ເຊົາ​ຄົບຫາ” ກັບ​ລາວ ‘ແມ່ນ​ແຕ່​ຈະ​ກິນ​ຫຍັງ​ກັບ​ຄົນ​ແບບ​ນີ້​ກໍ​ບໍ່​ໃຫ້​ເຮັດ.’—1ກຣ. 5:11

14. ເຮົາ​ຈະ​ໃຊ້​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຮົາ​ແນວ​ໃດ​ເມື່ອ​ປະຕິບັດ​ກັບ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ? (ເບິ່ງ​ຮູບ​ນຳ)

14 ຄຳ​ແນະນຳ​ທີ່​ຢູ່​ໃນ 1 ໂກຣິນໂທ 5:11 ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ສາມາດ​ຊວນ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ບໍ ຫຼື​ຖ້າ​ລາວ​ເຂົ້າ​ຮ່ວມ​ປະຊຸມ​ເຮົາ​ທັກທາຍ​ລາວ​ບໍ່​ໄດ້​ບໍ? ບໍ່​ແມ່ນ. ແມ່ນ​ຢູ່​ວ່າ​ເຮົາ​ບໍ່​ຄົບຫາ​ກັບ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ ແຕ່​ຖ້າ​ລາວ​ເປັນ​ຍາດ​ຕິ​ພີ່ນ້ອງ​ຫຼື​ເປັນ​ໝູ່​ສະໜິດ​ຂອງ​ເຮົາ​ກ່ອນ​ທີ່​ຈະ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ ເຮົາ​ສາມາດ​ໃຊ້​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຮົາ​ທີ່​ໄດ້​ຮັບ​ການ​ຝຶກ​ຈາກ​ຄຳພີ​ໄບເບິນ​ເພື່ອ​ຕັດສິນໃຈ​ວ່າ​ຈະ​ຊວນ​ລາວ​ມາ​ປະຊຸມ​ຫຼື​ບໍ່. ຖ້າ​ລາວ​ມາ​ປະຊຸມ​ເດ ເຮົາ​ຄວນ​ປະຕິບັດ​ກັບ​ລາວ​ແນວ​ໃດ? ຜ່ານ​ມາ ເຮົາ​ຈະ​ບໍ່​ທັກທາຍ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ ແຕ່​ຕອນນີ້​ເຮົາ​ທຸກ​ຄົນ​ກໍ​ສາມາດ​ໃຊ້​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ໄດ້​ຮັບ​ການ​ຝຶກ​ຈາກ​ຄຳພີ​ໄບເບິນ​ເພື່ອ​ຕັດສິນໃຈ​ວ່າ​ຈະ​ທັກທາຍ​ຫຼື​ບໍ່. ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ທັກທາຍ​ສັ້ນໆ​ແລະ​ຕ້ອນຮັບ​ຜູ້​ນັ້ນ​ໄດ້ ແຕ່​ເຮົາ​ຈະ​ບໍ່​ລົມ​ກັບ​ລາວ​ດົນ​ຫຼື​ຄົບຫາ​ກັບ​ລາວ.

ເຮົາ​ແຕ່​ລະ​ຄົນ​ສາມາດ​ໃຊ້​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ໄດ້​ຮັບ​ການ​ຝຶກ​ຈາກ​ຄຳພີ​ໄບເບິນ​ເພື່ອ​ຕັດສິນໃຈ​ວ່າ​ຈະ​ຊວນ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ມາ​ຮ່ວມ​ການ​ປະຊຸມ​ຫຼື​ທັກທາຍ​ລາວ​ສັ້ນໆ​ຫຼື​ບໍ່ (ເບິ່ງ​ຂໍ້ 14)


15. ໃນ 2 ໂຢຮັນ 9-11 ເວົ້າ​ເຖິງ​ຄົນ​ທີ່​ເຮັດ​ຜິດ​ແບບ​ໃດ? (ເບິ່ງ​ຂອບ “ ໂຢຮັນ​ກັບ​ໂປໂລ​ເວົ້າ​ເຖິງ​ຄວາມ​ຜິດ​ແບບ​ດຽວ​ກັນ​ບໍ?” ນຳ)

15 ບາງ​ຄົນ​ອາດ​ສົງໄສ​ວ່າ: ‘ຄຳພີ​ໄບເບິນ​ບອກ​ບໍ່​ແມ່ນ​ບໍ​ວ່າ​ຄົນ​ທີ່​ທັກທາຍ​ຄົນ​ທີ່​ເຮັດ​ຜິດ​ຮ້າຍ​ແຮງ​ກໍ​ຖື​ວ່າ​ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ຊົ່ວ​ຂອງ​ລາວ?’ (ອ່ານ 2 ໂຢຮັນ 9-11) ແຕ່​ແວດບົດ​ຂອງ​ພະຄຳພີ​ຂໍ້​ນີ້​ບອກໃຫ້​ຮູ້​ວ່າ​ຄຳ​ແນະນຳ​ນີ້​ໃຊ້​ກັບ​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ແລະ​ຄົນ​ທີ່​ພະຍາຍາມ​ຊັກຊວນ​ຄົນ​ອື່ນ​ໃຫ້​ເຮັດ​ຜິດ. (ພນມ. 2:20) ສະນັ້ນ ຖ້າ​ມີ​ຄົນ​ສະໜັບສະໜູນ​ຄຳສອນ​ຂອງ​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ຫຼື​ການ​ເຮັດ​ຜິດ​ແນວ​ອື່ນ ຜູ້​ເບິ່ງແຍງ​ຈະ​ບໍ່​ຈັດ​ໃຫ້​ມີ​ການ​ໄປ​ຢາມ​ລາວ. ແນວ​ໃດ​ກໍ​ຕາມ ອາດ​ເປັນ​ໄປ​ໄດ້​ທີ່​ລາວ​ຈະ​ກັບໃຈ ແຕ່​ຈົນ​ກວ່າ​ຈະ​ຮອດ​ຕອນ​ນັ້ນ ເຮົາ​ຈະ​ບໍ່​ທັກທາຍ​ຫຼື​ຊວນ​ລາວ​ມາ​ປະຊຸມ.

ຮຽນ​ແບບ​ພະ​ເຢໂຫວາ​ໃນ​ການ​ສະແດງ​ຄວາມ​ເມດຕາ​ແລະ​ຄວາມ​ເຫັນອົກເຫັນໃຈ

16-17. (ກ) ພະ​ເຢໂຫວາ​ຢາກ​ໃຫ້​ຄົນ​ທີ່​ເຮັດ​ຜິດ​ເຮັດ​ຫຍັງ? (ເອເຊກຽນ 18:32) (ຂ) ຜູ້​ເບິ່ງແຍງ​ມີ​ສິດທິ​ພິເສດ​ຫຍັງ?

16 ເຮົາ​ໄດ້​ຮຽນ​ຫຍັງ​ຈາກ 5 ບົດ​ໃນ​ບົດ​ຄວາມ​ຊຸດ​ນີ້? ເຮົາ​ໄດ້​ຮຽນ​ວ່າ​ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ໃຜ​ຕ້ອງ​ຖືກ​ທຳລາຍ. (ອ່ານ​ເອເຊກຽນ 18:32) ເພິ່ນ​ຢາກ​ໃຫ້​ຄົນ​ທີ່​ເຮັດ​ຜິດ​ກັບ​ມາ​ຄືນດີ​ກັບ​ເພິ່ນ. (2ກຣ. 5:20) ຍ້ອນ​ແນວ​ນີ້​ພະ​ເຢໂຫວາ​ຈຶ່ງ​ກະຕຸ້ນ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເລື້ອຍໆ​ໃຫ້​ກັບໃຈ​ແລະ​ກັບ​ມາ​ຫາ​ເພິ່ນ. ຜູ້​ເບິ່ງແຍງ​ມີ​ສິດທິ​ພິເສດ​ທີ່​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ໃນ​ການ​ຊ່ວຍ​ຄົນ​ທີ່​ເຮັດ​ຜິດ​ຮ້າຍ​ແຮງ​ໃຫ້​ກັບໃຈ.—ຣມ. 2:4; 1ກຣ. 3:9

17 ພະ​ເຢໂຫວາ ພະ​ເຢຊູ ແລະ​ທູດສະຫວັນ​ຕ້ອງ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ເມື່ອ​ຄົນ​ທີ່​ເຮັດ​ຜິດ​ກັບໃຈ! ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ມີ​ຄວາມ​ສຸກ​ທຸກ​ເທື່ອ​ທີ່​ເຫັນ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທີ່​ຫຼົງ​ທາງ​ກັບ​ເຂົ້າ​ມາ​ໃນ​ປະຊາຄົມ. ເມື່ອ​ເຮົາ​ຄິດ​ຕຶກຕອງ​ກ່ຽວກັບ​ຄວາມ​ເມດຕາ ຄວາມ​ເຫັນອົກເຫັນໃຈ ແລະ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ແຮ່ງ​ຮູ້ສຶກ​ຮັກ​ເພິ່ນ​ຫຼາຍ​ຂຶ້ນ​ເລື້ອຍໆ.—ລກ. 1:78

ເພງ​ທີ 111 ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຍິນດີ

a ຕາມ​ຄຳ​ແນະນຳ​ຂອງ​ໂປໂລ​ໃນ 1 ໂກຣິນໂທ 5:13 ເຮົາ​ຈະ​ບໍ່​ໃຊ້​ຄຳ​ວ່າ​ຕັດ​ສຳພັນ​ອີກ​ຕໍ່​ໄປ ແຕ່​ເຮົາ​ຈະ​ໃຊ້​ຄຳ​ວ່າ​ຕັດ​ອອກ​ຈາກ​ປະຊາຄົມ​ແທນ.

b ຄຳພີ​ໄບເບິນ​ເວົ້າ​ເຖິງ​ບາງ​ຄົນ​ທີ່​ບໍ່​ສາມາດ​ຍົກໂທດ​ໃຫ້​ໄດ້. ຄົນ​ແບບ​ນີ້​ຕັ້ງໃຈ​ບໍ່​ເຊົາ​ຕໍ່ຕ້ານ​ພະ​ເຢໂຫວາ. ມີ​ແຕ່​ພະ​ເຢໂຫວາ​ກັບ​ພະ​ເຢຊູ​ເທົ່າ​ນັ້ນ​ທີ່​ຕັດສິນ​ໄດ້​ວ່າ​ລາວ​ຈະ​ໄດ້​ຮັບ​ການ​ຍົກໂທດ​ຫຼື​ບໍ່.—ມຣກ. 3:29; ຮຣ. 10:26, 27