ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 39

“ຈົ່ງ​ເບິ່ງ ຍັງ​ມີ​ຝູງ​ຄົນ​ເປັນ​ອັນ​ມາກ”

“ຈົ່ງ​ເບິ່ງ ຍັງ​ມີ​ຝູງ​ຄົນ​ເປັນ​ອັນ​ມາກ”

“ຈົ່ງ​ເບິ່ງ ຍັງ​ມີ​ຝູງ​ຄົນ​ເປັນ​ອັນ​ມາກ [“ຊົນ​ຝູງ​ໃຫຍ່,” ລ.ມ.] ທີ່​ບໍ່​ມີ​ຜູ້​ໃດ​ຈະ​ນັບ​ປະມານ​ໄດ້ . . . ຢືນ​ຢູ່​ຕໍ່​ໜ້າ​ພະ​ທີ່​ນັ່ງ​ແລະ​ຕໍ່​ໜ້າ​ລູກ​ແກະ.”—ຄຳປ. 7:9

ເພງ 60 ນີ້​ໝາຍ​ເຖິງ​ຊີວິດ​ຂອງ​ເຂົາ​ເຈົ້າ

ໃຈ​ຄວາມ​ສຳຄັນ *

1. ໃນ​ຕອນ​ທ້າຍ​ຂອງ​ສະຕະວັດ​ທຳອິດ ຊີວິດ​ຂອງ​ອັກຄະສາວົກ​ໂຢຮັນ​ເປັນ​ແນວ​ໃດ?

ໃນ​ຕອນ​ທ້າຍ​ຂອງ​ສະຕະວັດ​ທຳອິດ ອັກຄະສາວົກ​ໂຢຮັນ​ຢູ່​ໃນ​ສະພາບ​ທີ່​ຫຍຸ້ງຍາກ. ລາວ​ເຖົ້າ​ຫຼາຍ ແລະ​ຖືກ​ຂັງ​ຢູ່​ເກາະ​ປັດໂມ. ເບິ່ງ​ຄື​ວ່າ​ໃນ​ບັນດາ​ອັກຄະສາວົກ​ຍັງ​ເຫຼືອ​ແຕ່​ລາວ​ຄົນ​ດຽວ​ທີ່​ຍັງ​ມີ​ຊີວິດ​ຢູ່. (ຄຳປ. 1:9) ລາວ​ຮູ້​ວ່າ​ຜູ້​ຕໍ່​ຕ້ານ​ໄດ້​ສອນ​ເລື່ອງ​ຕົວະ​ແລະ​ເຮັດ​ໃຫ້​ຄລິດສະຕຽນ​ແຕກ​ແຍກ​ກັນ ແລະ​ເບິ່ງ​ຄື​ວ່າ​ອີກ​ບໍ່​ດົນ ຈະ​ບໍ່​ມີ​ຄລິດສະຕຽນ​ແທ້​ອີກ​ເລີຍ.—ຢູເດ 4; ຄຳປ. 2:15, 20; 3:1, 17

ອັກຄະສາວົກ​ໂຢຮັນ​ເຫັນ “ຊົນ​ຝູງ​ໃຫຍ່” ໃສ່​ເສື້ອ​ຄຸມ​ຍາວ​ສີ​ຂາວ​ແລະ​ຖື​ໃບ​ປາມ. (ເບິ່ງ​ຂໍ້ 2)

2. ຕາມ​ຄຳປາກົດ 7:9-14 ໂຢຮັນ​ໄດ້​ຮັບ​ນິມິດ​ຫຍັງ​ທີ່​ໜ້າ​ຕື່ນ​ເຕັ້ນ? (ເບິ່ງ​ຮູບ​ໜ້າ​ປົກ)

2 ຕອນ​ທີ່​ໂຢຮັນ​ຢູ່​ໃນ​ສະພາບການ​ທີ່​ຫຍຸ້ງຍາກ ພະ​ເຢໂຫວາ​ໄດ້​ໃຫ້​ລາວ​ເຫັນ​ນິມິດ​ທີ່​ໜ້າ​ຕື່ນ​ເຕັ້ນ​ກ່ຽວ​ກັບ​ອະນາຄົດ. ໃນ​ນິມິດ​ນັ້ນ ມີ​ທູດ​ສະຫວັນ​ອົງ​ໜຶ່ງ​ບອກ​ທູດ​ສະຫວັນ​ສີ່​ອົງ​ໃຫ້​ຫ້າມ​ລົມ​ແຫ່ງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈົນ​ກວ່າ​ຈະ​ມີ​ການ​ປະທັບ​ຕາ​ຄັ້ງ​ສຸດ​ທ້າຍ​ຂອງ​ທາດ​ກຸ່ມ​ໜຶ່ງ. (ຄຳປ. 7:1-3) ທາດ​ນັ້ນ​ມີ​ຈຳນວນ 144.000 ຄົນ​ທີ່​ຈະ​ໄປ​ຮ່ວມ​ປົກຄອງ​ກັບ​ພະ​ເຍຊູ​ໃນ​ສະຫວັນ. (ລືກາ 12:32; ຄຳປ. 7:4) ແລ້ວ​ໂຢຮັນ​ກໍ​ເຫັນ​ຄົນ​ອີກ​ກຸ່ມ​ໜຶ່ງ​ທີ່​ໃຫຍ່​ຫຼາຍ ລາວ​ຮ້ອງ​ວ່າ: “ຈົ່ງ​ເບິ່ງ” ເຊິ່ງ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປະຫຼາດ​ໃຈ​ໃນ​ສິ່ງ​ທີ່​ບໍ່​ຄາດ​ຄິດ. ໂຢຮັນ​ເຫັນ​ຫຍັງ? ລາວ​ເຫັນ ‘ຝູງ​ຄົນ​ເປັນ​ອັນ​ມາກ​ທີ່​ບໍ່​ມີ​ຜູ້​ໃດ​ຈະ​ນັບ​ປະມານ​ໄດ້​ມາ​ແຕ່​ທຸກ​ປະເທດ ທຸກ​ກະກູນ ທຸກ​ຊາດ ແລະ​ທຸກ​ພາສາ ຢືນ​ຢູ່​ຕໍ່​ໜ້າ​ພະ​ທີ່​ນັ່ງ​ແລະ​ຕໍ່​ໜ້າ​ລູກ​ແກະ.’ (ອ່ານ​ຄຳປາກົດ 7:9-14) ລອງ​ນຶກ​ພາບ​ວ່າ​ໂຢຮັນ​ຈະ​ດີ​ໃຈ​ຫຼາຍ​ສ່ຳ​ໃດ​ທີ່​ຮູ້​ວ່າ ໃນ​ອະນາຄົດ​ຈະ​ມີ​ຫຼາຍ​ຄົນ​ມາ​ນະມັດສະການ​ພະ​ເຢໂຫວາ​ໃນ​ວິທີ​ທີ່​ຖືກຕ້ອງ!

3. (ກ) ເປັນ​ຫຍັງ​ນິມິດ​ຂອງ​ໂຢຮັນ​ຈຶ່ງ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຮົາ? (ຂ) ເຮົາ​ຈະ​ຮຽນ​ຮູ້​ຫຍັງ​ແດ່​ໃນ​ບົດ​ຄວາມ​ນີ້?

3 ເຮົາ​ໝັ້ນ​ໃຈ​ວ່າ​ນິມິດ​ນັ້ນ​ໄດ້​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ໂຢຮັນ​ແທ້ໆ. ແລະ​ນິມິດ​ນັ້ນ​ກໍ​ແຮ່ງ​ເສີມ​ສ້າງ​ຄວາມ​ເຊື່ອ​ເຮົາ​ໃຫ້​ເຂັ້ມແຂງ​ຫຼາຍ​ຂຶ້ນ​ເພາະ​ເຮົາ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ! ໃນ​ທຸກ​ມື້​ນີ້ ຫຼາຍ​ລ້ານ​ຄົນ​ມາ​ນະມັດສະການ​ພະ​ເຢໂຫວາ​ແລະ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ຮຽນ​ຮູ້​ວ່າ ຫຼາຍ​ກວ່າ​ແປດ​ສິບ​ປີ​ມາ​ແລ້ວ ພະ​ເຢໂຫວາ​ໄດ້​ບອກ​ປະຊາຊົນ​ຂອງ​ພະອົງ​ວ່າ​ຊົນ​ຝູງ​ໃຫຍ່​ແມ່ນ​ໃຜ. ຈາກ​ນັ້ນ ເຮົາ​ຈະ​ມາ​ເບິ່ງ​ລັກສະນະ​ສອງ​ຢ່າງ​ຂອງ​ຊົນ​ຝູງ​ໃຫຍ່​ຄື: (1) ມີ​ຄົນ​ຈຳນວນ​ຫຼາຍ ແລະ (2) ຄົນ​ເຫຼົ່າ​ນັ້ນ​ມາ​ຈາກ​ທົ່ວ​ໂລກ. ການ​ຮຽນ​ຮູ້​ເລື່ອງ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ທຸກ​ຄົນ​ທີ່​ມີ​ຄວາມ​ຫວັງ​ທີ່​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ຊົນ​ຝູງ​ໃຫຍ່​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ.

ຊົນ​ຝູງ​ໃຫຍ່​ຈະ​ຢູ່​ໃສ?

4. ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ອັນ​ໃດ​ທີ່​ຄລິດຕະຈັກ​ບໍ່​ເຂົ້າ​ໃຈ ແລະ​ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ເຂົ້າ​ໃຈ​ເລື່ອງ​ນີ້​ແນວ​ໃດ?

4 ປົກກະຕິ​ແລ້ວ​ຄລິດຕະຈັກ​ບໍ່​ໄດ້​ສອນ​ຄວາມ​ຈິງ​ໃນ​ພະ​ຄຳພີ​ທີ່​ວ່າ​ມື້​ໜຶ່ງ​ຄົນ​ທີ່​ເຊື່ອ​ຟັງ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ. (2 ໂກ. 4:3, 4) ທຸກ​ມື້​ນີ້ ຄລິດຕະຈັກ​ຕ່າງໆສອນ​ວ່າ​ຄົນ​ດີ​ທຸກ​ຄົນ​ທີ່​ຕາຍ​ແລ້ວ​ຈະ​ໄດ້​ໄປ​ສະຫວັນ. ນີ້​ແຕກຕ່າງ​ກັບ​ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ກຸ່ມ​ນ້ອຍໆທີ່​ເລີ່ມ​ຈັດ​ພິມ​ວາລະສານ​ຫໍສັງເກດການ ໃນ​ປີ 1879. ພວກ​ເຂົາ​ເຂົ້າ​ໃຈ​ວ່າ​ພະເຈົ້າ​ຈະ​ເຮັດ​ໃຫ້​ໂລກ​ນີ້​ເປັນ​ສວນ​ອຸທິຍານ​ອີກ​ຄັ້ງ ແລະ​ຫຼາຍ​ລ້ານ​ຄົນ​ທີ່​ເຊື່ອ​ຟັງ​ກໍ​ຈະ​ມີ​ຊີວິດ​ຢູ່​ອຸທິຍານ​ໃນ​ໂລກ​ນີ້ ບໍ່​ແມ່ນ​ສະຫວັນ. ແນວ​ໃດ​ກໍ​ຕາມ ພວກ​ເຂົາ​ຕ້ອງ​ໃຊ້​ເວລາ​ເພື່ອ​ຈະ​ຮູ້​ແຈ້ງ​ວ່າ​ຄົນ​ທີ່​ເຊື່ອ​ຟັງ​ເຫຼົ່າ​ນີ້​ແມ່ນ​ໃຜ.—ມັດ. 6:10

5. ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ມີ​ຄວາມ​ເຊື່ອ​ແນວ​ໃດ​ກ່ຽວ​ກັບ 144.000 ຄົນ?

5 ນອກ​ຈາກ​ນັ້ນ ນັກ​ສຶກສາ​ຄຳພີ​ໄບເບິນ​ກຸ່ມ​ນີ້​ຍັງ​ຮູ້​ຈາກ​ພະ​ຄຳພີ​ວ່າ ມີ​ບາງ​ຄົນ​ຖືກ “ຊື້​ໄວ້​ແລ້ວ​ຈາກ​ແຜ່ນດິນ​ໂລກ” ເພື່ອ​ຈະ​ປົກຄອງ​ຮ່ວມ​ກັບ​ພະ​ເຍຊູ​ໃນ​ສະຫວັນ. (ຄຳປ. 14:3) ຄົນ​ກຸ່ມ​ນັ້ນ​ມີ 144.000 ຄົນ​ເຊິ່ງ​ຫ້າວຫັນ​ແລະ​ອຸທິດ​ຊີວິດ​ຮັບໃຊ້​ພະເຈົ້າ​ຢ່າງ​ສັດ​ຊື່​ໃນ​ຂະນະ​ທີ່​ຢູ່​ເທິງ​ໂລກ. ແລ້ວ​ຊົນ​ຝູງ​ໃຫຍ່​ເດ?

6. ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ສະຫຼຸບ​ແນວ​ໃດ​ກ່ຽວ​ກັບ​ຊົນ​ຝູງ​ໃຫຍ່?

6 ໃນ​ນິມິດ​ຂອງ​ໂຢຮັນ ລາວ​ເຫັນ​ວ່າ​ມີ​ຊົນ​ຝູງ​ໃຫຍ່​ທີ່ “ຢືນ​ຢູ່​ຕໍ່​ໜ້າ​ພະ​ທີ່​ນັ່ງ​ແລະ​ຕໍ່​ໜ້າ​ລູກ​ແກະ.” (ຄຳປ. 7:9) ຄຳ​ເວົ້າ​ເຫຼົ່າ​ນີ້​ເຮັດ​ໃຫ້​ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ສະຫຼຸບ​ໄດ້​ວ່າ ຊົນ​ຝູງ​ໃຫຍ່​ຈະ​ໄດ້​ຢູ່​ໃນ​ສະຫວັນ​ຄື​ກັບ​ຊົນ 144.000 ຄົນ. ແຕ່​ຖ້າ​ຫາກ​ທັງ​ຊົນ 144.000 ຄົນ​ແລະ​ຊົນ​ຝູງ​ໃຫຍ່​ຢູ່​ໃນ​ສະຫວັນ ແລ້ວ​ສອງ​ກຸ່ມ​ນີ້​ຕ່າງ​ກັນ​ແນວ​ໃດ​ລະ? ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ຄິດ​ວ່າ​ຊົນ​ຝູງ​ໃຫຍ່​ຕ້ອງ​ລວມ​ເຖິງ​ຄລິດສະຕຽນ​ທີ່​ເຊື່ອ​ຟັງ​ພະເຈົ້າ​ບໍ່​ເຕັມທີ​ຕອນ​ທີ່​ຢູ່​ໃນ​ໂລກ. ເຖິງ​ວ່າ​ພວກ​ເຂົາ​ເຮັດ​ຕາມ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ພະເຈົ້າ ແຕ່​ບາງ​ຄົນ​ກໍ​ຍັງ​ເປັນ​ສະມາຊິກ​ຂອງ​ຄລິດຕະຈັກ​ຕ່າງໆຢູ່. ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ກໍ​ເລີຍ​ສະຫຼຸບ​ວ່າ​ຊົນ​ຝູງ​ໃຫຍ່​ຮັກ​ພະເຈົ້າ​ຢູ່ ແຕ່​ບໍ່​ພຽງ​ພໍ​ທີ່​ຈະ​ໄດ້​ຮ່ວມ​ປົກຄອງ​ກັບ​ພະ​ເຍຊູ. ເນື່ອງ​ຈາກ​ຊົນ​ຝູງ​ໃຫຍ່​ບໍ່​ໄດ້​ຮັກ​ພະເຈົ້າ​ຫຼາຍ​ພໍ ພວກ​ເຂົາ​ເລີຍ​ມີ​ຄຸນສົມບັດ​ທີ່​ຈະ​ໄປ​ສະຫວັນ​ແລະ​ຢືນ​ຢູ່​ຕໍ່​ໜ້າ ບັນລັງ ແຕ່​ບໍ່​ໄດ້​ນັ່ງ​ເທິງ ບັນລັງ.

7. ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ເຊື່ອ​ວ່າ​ໃຜ​ຈະ​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ໃນ​ລະຫວ່າງ​ການ​ປົກຄອງ​ໜຶ່ງ​ພັນ​ປີ ແລະ​ພວກ​ເຂົາ​ເຊື່ອ​ວ່າ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ໃນ​ສະໄໝ​ບູຮານ​ຈະ​ເປັນ​ແນວ​ໃດ?

7 ໃຜ​ຈະ​ຢູ່​ແຜ່ນດິນ​ໂລກ? ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ເຊື່ອ​ວ່າ ຫຼັງ​ຈາກ 144.000 ຄົນ​ແລະ​ຊົນ​ຝູງ​ໃຫຍ່​ໄດ້​ລວມ​ຕົວ​ກັນ​ໃນ​ສະຫວັນ ຫຼາຍ​ລ້ານ​ຄົນ​ໃນ​ໂລກ​ນີ້​ກໍ​ຈະ​ໄດ້​ຮັບ​ພອນ​ຢູ່​ແຜ່ນດິນ​ໂລກ​ໃນ​ສະໄໝ​ການ​ປົກຄອງ​ໜຶ່ງ​ພັນ​ປີ​ຂອງ​ພະ​ຄລິດ. ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ບໍ່​ໄດ້​ຄິດ​ວ່າ ຫຼາຍ​ລ້ານ​ຄົນ​ເຫຼົ່າ​ນັ້ນ​ຈະ​ຮັບໃຊ້​ພະ​ເຢໂຫວາ​ກ່ອນ ພະ​ຄລິດ​ເລີ່ມ​ປົກຄອງ​ໜຶ່ງ​ພັນ​ປີ. ແຕ່​ພວກ​ເຂົາ​ຄິດ​ວ່າ​ກຸ່ມ​ຄົນ​ເຫຼົ່າ​ນັ້ນ​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ໃນ​ລະຫວ່າງ ສະໄໝ​ພັນ​ປີ. ຫຼັງ​ຈາກ​ນັ້ນ ຄົນ​ທີ່​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ໂລກ ສ່ວນ​ຄົນ​ທີ່​ບໍ່​ເຊື່ອ​ຟັງ​ກໍ​ຈະ​ຖືກ​ທຳລາຍ. ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ຍັງ​ຄິດ​ວ່າ​ບາງ​ຄົນ​ທີ່​ຮັບໃຊ້​ເປັນ “ເຈົ້ານາຍ” ເທິງ​ໂລກ​ໃນ​ໄລຍະ​ເວລາ​ນັ້ນ ລວມ​ເຖິງ “ຜູ້​ຮັບໃຊ້​ທີ່​ສັດ​ຊື່​ໃນ​ສະໄໝ​ບູຮານ” (ຫຼື ຜູ້​ຮັບໃຊ້​ທີ່​ສັດ​ຊື່​ທີ່​ຕາຍ​ກ່ອນ​ພະ​ຄລິດ) ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ຈາກ​ຕາຍ​ໄປ​ສະຫວັນ​ຫຼັງ​ຈາກ​ສິ້ນ​ສຸດ​ການ​ປົກຄອງ​ໜຶ່ງ​ພັນ​ປີ.—ເພງ. 45:16

8. ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ຄິດ​ວ່າ​ມີ 3 ກຸ່ມ​ຫຍັງ​ແດ່​ທີ່​ຢູ່​ໃນ​ໃຈ​ປະສົງ​ຂອງ​ພະເຈົ້າ?

8 ດັ່ງ​ນັ້ນ ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ຈຶ່ງ​ຄິດ​ວ່າ​ມີ 3 ກຸ່ມ​ຄື: (1) ຊົນ 144.000 ຄົນ ທີ່​ຈະ​ໄດ້​ຮ່ວມ​ປົກຄອງ​ກັບ​ພະ​ເຍຊູ​ໃນ​ສະຫວັນ (2) ຊົນ​ຝູງ​ໃຫຍ່​ຂອງ​ຄລິດສະຕຽນ​ທີ່​ເຊື່ອ​ຟັງ​ພະເຈົ້າ​ບໍ່​ເຕັມທີ ເຊິ່ງ​ຈະ​ຢືນ​ຢູ່​ຕໍ່​ໜ້າ​ບັນລັງ​ຂອງ​ພະ​ເຍຊູ​ໃນ​ສະຫວັນ ແລະ (3) ຫຼາຍ​ລ້ານ​ຄົນ​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ໃນ​ລະຫວ່າງ​ສະໄໝ​ການ​ປົກຄອງ​ໜຶ່ງ​ພັນ​ປີ​ຂອງ​ພະ​ຄລິດ. * ແຕ່​ຕໍ່​ມາ ເມື່ອ​ຮອດ​ເວລາ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ເໝາະ​ສົມ ພະອົງ​ກໍ​ໄດ້​ຊ່ວຍ​ພວກ​ເຂົາ​ໃຫ້​ເຂົ້າ​ໃຈ​ໃນ​ເລື່ອງ​ນີ້​ແຈ້ງ​ຂຶ້ນ.—ສຸພາ. 4:18

ແສງ​ແຫ່ງ​ຄວາມ​ຈິງ​ສ່ອງ​ແຈ້ງ​ຂຶ້ນ

ຫຼາຍ​ຄົນ​ທີ່​ມີ​ຄວາມ​ຫວັງ​ເທິງ​ແຜ່ນດິນ​ໂລກ​ໄດ້​ຮັບ​ບັບເຕມາ​ໃນ​ການ​ປະຊຸມ​ໃຫຍ່​ປີ 1935 (ເບິ່ງ​ຂໍ້ 9)

9. (ກ) ຊົນ​ຝູງ​ໃຫຍ່​ທີ່​ຢູ່​ແຜ່ນດິນ​ໂລກ​ສາມາດ​ຢືນ​ຢູ່ “ຕໍ່​ໜ້າ​ພະ​ທີ່​ນັ່ງ​ແລະ​ຕໍ່​ໜ້າ​ລູກ​ແກະ” ແນວ​ໃດ? (ຂ) ເປັນ​ຫຍັງ​ການ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ທີ່​ຢູ່​ໃນ​ຄຳປາກົດ 7:9 ຈຶ່ງ​ມີ​ເຫດຜົນ?

9 ໃນ​ປີ 1935 ພະຍານ​ພະ​ເຢໂຫວາ​ໄດ້​ເຂົ້າ​ໃຈ​ແຈ້ງ​ຂຶ້ນ​ກ່ຽວ​ກັບ​ຊົນ​ຝູງ​ໃຫຍ່​ທີ່​ຢູ່​ໃນ​ນິມິດ​ຂອງ​ໂຢຮັນ. ພະຍານ​ພະ​ເຢໂຫວາ​ໄດ້​ຮູ້​ວ່າ​ແທ້ໆແລ້ວ​ຊົນ​ຝູງ​ໃຫຍ່​ບໍ່​ໄດ້​ຂຶ້ນ​ໄປ​ສະຫວັນ​ເພື່ອ​ຢືນ​ຢູ່ “ຕໍ່​ໜ້າ​ພະ​ທີ່​ນັ່ງ​ແລະ​ຕໍ່​ໜ້າ​ລູກ​ແກະ.” ແຕ່​ພວກ​ເຂົາ​ເຮັດ​ແນວ​ນີ້​ໃນ​ຄວາມ​ໝາຍ​ເປັນ​ໄນ. ເຖິງ​ວ່າ​ຊົນ​ຝູງ​ໃຫຍ່​ຈະ​ຢູ່​ແຜ່ນດິນ​ໂລກ ແຕ່​ພວກ​ເຂົາ​ສາມາດ​ຢືນ​ຢູ່ “ຕໍ່​ໜ້າ​ພະ​ທີ່​ນັ່ງ” ໂດຍ​ຍອມ​ຮັບ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ເອກະພົບ ແລະ​ຍອມ​ຮັບ​ສິດ​ອຳນາດ​ຂອງ​ພະອົງ​ໂດຍ​ການ​ເຊື່ອ​ຟັງ​ພະອົງ. (ເອຊາ. 66:1) ແລະ​ພວກ​ເຂົາ​ສາມາດ​ຢືນ​ຢູ່ “ຕໍ່​ໜ້າ​ລູກ​ແກະ” ໂດຍ​ການ​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຍຊູ. ຄື​ກັບ​ທີ່​ບອກ​ໄວ້​ໃນ​ມັດທາຍ 25:31, 32, ລ.ມ. ທີ່​ວ່າ “ຄົນ​ທຸກ​ຊາດ” ລວມ​ທັງ​ຄົນ​ຊົ່ວ​ຈະ​ຖືກ “ລວບລວມ​ມາ​ຢູ່​ຕໍ່​ໜ້າ” ພະ​ເຍຊູ​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ອັນ​ຮຸ່ງເຮືອງ​ຂອງ​ເພິ່ນ. ເຫັນ​ໄດ້​ແຈ້ງ​ວ່າ ຄົນ​ທຸກ​ຊາດ​ນີ້​ບໍ່​ໄດ້​ຢູ່​ໃນ​ສະຫວັນ ແຕ່​ຢູ່​ໃນ​ໂລກ. ການ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ແບບ​ນີ້​ມີ​ເຫດຜົນ​ເພາະ​ນັ້ນ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເປັນ​ຫຍັງ​ຄຳພີ​ໄບເບິນ​ບໍ່​ໄດ້​ເວົ້າ​ເຖິງ​ຊົນ​ຝູງ​ໃຫຍ່​ວ່າ​ຈະ​ຖືກ​ຮັບ​ໄປ​ສະຫວັນ ແລະ​ມີ​ພຽງ​ແຕ່​ກຸ່ມ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ສະຫວັນ​ເຊິ່ງ​ກໍ​ຄື 144.000 ຄົນ ທີ່​ຈະ​ເປັນ “ກະສັດ​ປົກຄອງ​ໂລກ” ຮ່ວມ​ກັບ​ພະ​ເຍຊູ.—ຄຳປ. 5:10, ລ.ມ.

10. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຊົນ​ຝູງ​ໃຫຍ່​ຈະ​ຕ້ອງ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ເລີ່ມ​ນະມັດສະການ​ພະອົງກ່ອນ ເລີ່ມ​ຕົ້ນ​ສະໄໝ​ພັນ​ປີ?

10 ຕັ້ງ​ແຕ່​ປີ 1935 ພະຍານ​ພະ​ເຢໂຫວາ​ໄດ້​ເຂົ້າ​ໃຈ​ວ່າ ຊົນ​ຝູງ​ໃຫຍ່​ທີ່​ຢູ່​ໃນ​ນິມິດ​ຂອງ​ໂຢຮັນ​ແມ່ນ​ກຸ່ມ​ຄລິດສະຕຽນ​ທີ່​ສັດ​ຊື່ ເຊິ່ງ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ ແລະ​ເພື່ອ​ຈະ​ລອດ​ຜ່ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ຊົນ​ຝູງ​ໃຫຍ່​ຈະ​ຕ້ອງ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ເລີ່ມ​ນະມັດສະການ​ພະອົງ​ກ່ອນ​ເລີ່ມ​ຕົ້ນ​ສະໄໝ​ພັນ​ປີ. ພວກ​ເຂົາ​ຕ້ອງ​ເສີມ​ສ້າງ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ເພື່ອ “ຈະ​ໄດ້​ພົ້ນ​ຈາກ​ການ​ທັງ​ປວງ​ທີ່​ຕ້ອງ​ບັງເກີດ​ມາ” ກ່ອນ​ການ​ປົກຄອງ​ໜຶ່ງ​ພັນ​ປີ​ຂອງ​ພະ​ຄລິດ.—ລືກາ 21:34-36

11. ເປັນ​ຫຍັງ​ບາງ​ຄົນ​ໃນ​ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ຈຶ່ງ​ຄິດ​ວ່າ​ບາງ​ຄົນ​ອາດ​ຖືກ​ຮັບ​ຂຶ້ນ​ໄປ​ສະຫວັນ​ຫຼັງ​ຈາກ​ສະໄໝ​ພັນ​ປີ?

11 ແລ້ວ​ຈະ​ວ່າ​ແນວ​ໃດ​ກັບ​ຄວາມ​ຄິດ​ທີ່​ວ່າ ບາງ​ຄົນ​ເຊິ່ງ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ໂລກ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ສະຫວັນ​ຫຼັງ​ຈາກ​ສະໄໝ​ພັນ​ປີ? ມີ​ການ​ບັນທຶກ​ຄວາມ​ຄິດ​ແບບ​ນີ້​ໄວ້​ໄດ້​ຫຼາຍ​ປີ​ກ່ອນ​ໃນ​ຫໍສັງເກດການ ສະບັບ​ທີ 15 ກຸມພາ 1913. ແຕ່​ມີ​ເຫດຜົນ​ທີ່​ຈະ​ສົງໄສ​ວ່າ: ‘ເປັນ​ຫຍັງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ສະໄໝ​ກ່ອນ​ໄດ້​ຮັບ​ລາງວັນ​ພຽງ​ແຕ່​ຊີວິດ​ຕະຫຼອດ​ໄປ​ເທິງ​ໂລກ ແຕ່​ຄລິດສະຕຽນ​ທີ່​ບໍ່​ໄດ້​ສັດ​ຊື່​ຕະຫຼອດ​ພັດ​ໄດ້​ຮັບ​ຊີວິດ​ໃນ​ສະຫວັນ?’ ແນ່ນອນ​ວ່າ ຄວາມ​ຄິດ​ແບບ​ນັ້ນ​ແມ່ນ​ໄດ້​ຮັບ​ອິດທິພົນ​ຈາກ​ຂໍ້​ສົມມຸດ​ຖານ​ທີ່​ບໍ່​ຖືກຕ້ອງ 2 ຢ່າງ​ຄື: (1) ຊົນ​ຝູງ​ໃຫຍ່​ຈະ​ຢູ່​ໃນ​ສະຫວັນ ແລະ (2) ຊົນ​ຝູງ​ໃຫຍ່​ຕ້ອງ​ລວມ​ເຖິງ​ຄລິດສະຕຽນ​ທີ່​ເຊື່ອ​ຟັງ​ພະເຈົ້າ​ບໍ່​ເຕັມທີ.

12-13. ທັງ​ຜູ້​ຖືກ​ເຈີມ​ແລະ​ຊົນ​ຝູງ​ໃຫຍ່​ຮູ້​ຫຍັງ​ກ່ຽວ​ກັບ​ລາງວັນ​ຂອງ​ພວກ​ເຂົາ?

12 ດັ່ງ​ທີ່​ເຮົາ​ເຫັນ​ແລ້ວ​ວ່າ ຕັ້ງ​ແຕ່​ປີ 1935 ພະຍານ​ພະ​ເຢໂຫວາ​ໄດ້​ເຂົ້າ​ໃຈ​ແຈ້ງ​ວ່າ​ຜູ້​ທີ່​ລອດ​ຊີວິດ​ຈາກ​ວັນ​ອະລະມະເຄໂດນ​ແມ່ນ ຊົນ​ຝູງ​ໃຫຍ່​ໃນ​ນິມິດ​ຂອງ​ໂຢຮັນ. ພວກ​ເຂົາ​ຈະ “ຜ່ານ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່” ທີ່​ຢູ່​ໃນ​ໂລກ​ນີ້ ແລະ​ພວກ​ເຂົາ​ຈະ “ຮ້ອງ​ບໍ່​ຢຸດ​ວ່າ: ‘ຄວາມ​ລອດ​ມາ​ຈາກ​ພະເຈົ້າ​ຂອງ​ເຮົາ​ຜູ້​ນັ່ງ​ເທິງ​ບັນລັງ ແລະ​ມາ​ຈາກ​ລູກ​ແກະ​ຂອງ​ພະອົງ.’” (ຄຳປ. 7:10, 14, ລ.ມ.) ນອກ​ຈາກ​ນັ້ນ ພະ​ຄຳພີ​ຍັງ​ສອນ​ວ່າ​ຄົນ​ທີ່​ຟື້ນ​ຄືນ​ຈາກ​ຕາຍ​ແລ້ວ​ໄປ​ສະຫວັນ​ກໍ​ໄດ້​ຮັບ “ສິ່ງ​ຂອງ​ຢ່າງ​ດີ​ກວ່າ” ຜູ້​ຮັບໃຊ້​ທີ່​ສັດ​ຊື່​ໃນ​ສະໄໝ​ກ່ອນ. (ເຫບ. 11:40) ດັ່ງ​ນັ້ນ ພີ່​ນ້ອງ​ຂອງ​ເຮົາ​ຈຶ່ງ​ກະຕືລືລົ້ນ​ໃນ​ການ​ຊວນ​ຜູ້​ຄົນ​ໃຫ້​ມາ​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ.

13 ຊົນ​ຝູງ​ໃຫຍ່​ມີ​ຄວາມ​ສຸກ​ຫຼາຍ​ກັບ​ຄວາມ​ຫວັງ​ຂອງ​ພວກ​ເຂົາ. ພວກ​ເຂົາ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ເລືອກ​ເອງ​ວ່າ​ຈະ​ໃຫ້​ຜູ້​ນະມັດສະການ​ທີ່​ສັດ​ຊື່​ຂອງ​ພະອົງ​ຮັບໃຊ້​ຢູ່​ບ່ອນ​ໃດ ບໍ່​ວ່າ​ຈະ​ຢູ່​ໃນ​ສະຫວັນ​ຫຼື​ຢູ່​ແຜ່ນດິນ​ໂລກ. ທັງ​ຜູ້​ຖືກ​ເຈີມ​ແລະ​ຊົນ​ຝູງ​ໃຫຍ່​ຮູ້​ວ່າ ພວກ​ເຂົາ​ຈະ​ໄດ້​ຮັບ​ລາງວັນ​ນີ້​ໄດ້​ກໍ​ຍ້ອນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄ່າໄຖ່​ຂອງ​ພະ​ເຍຊູ​ຄລິດ.—ໂລມ 3:24

ຈຳນວນ​ຂອງ​ຊົນ​ຝູງ​ໃຫຍ່

14. ຫຼັງ​ຈາກ​ປີ 1935 ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ສົງໄສ​ວ່າ​ຄຳ​ພະຍາກອນ​ເລື່ອງ​ຊົນ​ຝູງ​ໃຫຍ່​ຈະ​ກາຍ​ເປັນ​ກຸ່ມ​ໃຫຍ່​ໄດ້​ແນວ​ໃດ?

14 ຫຼັງ​ຈາກ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ເຂົ້າ​ໃຈ​ແຈ້ງ​ຂຶ້ນ​ໃນ​ປີ 1935 ຫຼາຍ​ຄົນ​ຍັງ​ສົງໄສ​ວ່າ​ຜູ້​ທີ່​ມີ​ຄວາມ​ຫວັງ​ຢູ່​ແຜ່ນດິນ​ໂລກ​ຈະ​ກາຍ​ເປັນ​ກຸ່ມ​ໃຫຍ່​ໄດ້​ແນວ​ໃດ. ຕົວຢ່າງ: ພີ່​ນ້ອງ​ໂຣ​ໂນ ພາກຄິນ​ອາຍຸ 12 ປີ​ເມື່ອ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ຂຶ້ນ​ກ່ຽວ​ກັບ​ຊົນ​ຝູງ​ໃຫຍ່. ລາວ​ບອກ​ວ່າ: “ໃນ​ຕອນ​ນັ້ນ ມີ​ຜູ້​ປະກາດ​ທັງ​ໝົດ 56.000 ຄົນ​ທົ່ວ​ໂລກ ແລະ​ສ່ວນ​ຫຼາຍ​ຄົງ​ຈະ​ເປັນ​ຜູ້​ຖືກ​ເຈີມ. ສະນັ້ນ ເບິ່ງ​ຄື​ວ່າ​ຊົນ​ຝູງ​ໃຫຍ່​ບໍ່​ໃຫຍ່​ປານ​ໃດ.”

15. ຊົນ​ຝູງ​ໃຫຍ່​ມີ​ຈຳນວນ​ຫຼາຍ​ຂຶ້ນ​ເລື້ອຍໆໄດ້​ແນວ​ໃດ?

15 ແຕ່​ໃນ​ຫຼາຍ​ສິບ​ປີ​ຕໍ່​ມາ ມິດຊັນນາລີ​ຖືກ​ສົ່ງ​ໄປ​ຫຼາຍ​ດິນແດນ​ແລະ​ຈຳນວນ​ຂອງ​ພະຍານ​ພະ​ເຢໂຫວາ​ກໍ​ເພີ່ມ​ຂຶ້ນ​ຫຼາຍ​ເລື້ອຍໆ. ໃນ​ປີ 1968 ເລີ່ມ​ມີ​ໂຄງການ​ສຶກສາ​ຄຳພີ​ໄບເບິນ​ໂດຍ​ໃຊ້​ປຶ້ມ​ຄວາມ​ຈິງ​ທີ່​ນຳ​ໄປ​ສູ່​ຊີວິດ​ຕະຫຼອດ​ການ. ປຶ້ມ​ນີ້​ອະທິບາຍ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ແບບ​ງ່າຍໆເຊິ່ງ​ເຮັດ​ໃຫ້​ດຶງ​ດູດ​ໃຈ​ຄົນ​ຖ່ອມ​ຕົວ​ໃຫ້​ມາ​ຫາ​ພະ​ເຢໂຫວາ​ຫຼາຍ​ກວ່າ​ແຕ່​ກ່ອນ. ພາຍ​ໃນ 4 ປີ ມີ​ຫຼາຍ​ກວ່າ​ຫ້າ​ແສນ​ຄົນ​ທີ່​ຮັບ​ບັບເຕມາ​ເຂົ້າ​ມາ​ເປັນ​ລູກ​ສິດ​ໃໝ່. ເນື່ອງ​ຈາກ​ສາສະໜາ​ກາໂຕລິກ​ເລີ່ມ​ເສຍ​ບົດບາດ​ໃນ​ອາ​ເມຣິ​ກາ​ລາຕິນ​ແລະ​ໃນ​ປະເທດ​ອື່ນໆ ແລະ​ວຽກ​ຂອງ​ເຮົາ​ກໍ​ມີ​ເສລີ​ພາບ​ຫຼາຍ​ຂຶ້ນ​ໃນ​ເອີຣົບ​ຕາເວັນ​ອອກ​ແລະ​ບາງ​ເຂດ​ຢູ່​ທະວີບ​ອາຝຼິກກາ ນີ້​ຈຶ່ງ​ເຮັດ​ໃຫ້​ຫຼາຍ​ລ້ານ​ຄົນ​ຮັບ​ບັບເຕມາ. (ເອຊາ. 60:22) ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ຜະລິດ​ເຄື່ອງ​ມື​ທີ່​ມີ​ປະສິດທິພາບ​ຫຼາຍ​ຢ່າງ​ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ຮຽນ​ຮູ້​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ. ເຫັນ​ໄດ້​ແຈ້ງ​ວ່າ​ຊົນ​ຝູງ​ໃຫຍ່​ກາຍ​ເປັນ​ກຸ່ມ​ໃຫຍ່​ອີ່ຫຼີ ເພາະ​ຕອນ​ນີ້​ມີ​ຈຳນວນ​ຫຼາຍ​ກວ່າ​ແປດ​ລ້ານ​ຄົນ​ທີ່​ໄດ້​ຖືກ​ລວບລວມ​ແລ້ວ.

ຄວາມ​ຫຼາກຫຼາຍ​ຂອງ​ຊົນ​ຝູງ​ໃຫຍ່

16. ຊົນ​ຝູງ​ໃຫຍ່​ຖືກ​ລວບລວມ​ຈາກ​ບ່ອນ​ໃດ?

16 ເມື່ອ​ໂຢຮັນ​ຂຽນ​ນິມິດ​ທີ່​ລາວ​ເຫັນ ລາວ​ບອກ​ວ່າ: ຊົນ​ຝູງ​ໃຫຍ່​ຈະ​ມາ​ຈາກ ‘ທຸກ​ປະເທດ ທຸກ​ກະກູນ ທຸກ​ຊາດ ແລະ​ທຸກ​ພາສາ.’ ຜູ້​ພະຍາກອນ​ຊາກາລີ​ກໍ​ໄດ້​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ຄ້າຍ​ຄື​ກັນ ລາວ​ບອກ​ວ່າ: “ໃນ​ຄາວ​ນັ້ນ​ຄົນ​ແຕ່​ພາສາ​ຊາວ​ປະເທດ​ທັງ​ປວງ ຄົນ​ຈະ​ຈັບ​ຊາຍ​ເສື້ອ ແມ່ນ​ແລ້ວ​ຈະ​ກຳ​ເອົາ​ຊາຍ​ເສື້ອ​ຂອງ​ຊາວ​ຢູເດ​ຜູ້​ໜຶ່ງ​ຈຶ່ງ​ກ່າວ​ວ່າ ‘ພວກ​ເຮົາ​ຈະ​ໄປ​ນຳ​ພວກ​ທ່ານ ເຫດ​ວ່າ​ພວກ​ເຮົາ​ໄດ້​ຍິນ​ຂ່າວ​ວ່າ​ພະເຈົ້າ​ສະຖິດ​ຢູ່​ຝ່າຍ​ພວກ​ທ່ານ.’”—ຊກາ. 8:23

17. ພະຍານ​ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ຜູ້​ຄົນ​ທີ່​ມາ​ຈາກ​ທຸກ​ຊາດ ທຸກ​ພາສາ?

17 ພະຍານ​ພະ​ເຢໂຫວາ​ຮູ້​ວ່າ​ຕ້ອງ​ມີ​ການ​ປະກາດ​ຂ່າວ​ດີ​ໃນ​ຫຼາຍໆພາສາ ເພື່ອ​ຜູ້​ຄົນ​ຈາກ​ທຸກ​ພາສາ​ຈະ​ມາ​ລວມ​ຕົວ​ກັນ. ອົງການ​ຂອງ​ເຮົາ​ໄດ້​ມີ​ການ​ແປ​ປຶ້ມ​ແລະ​ສື່​ຕ່າງໆເພື່ອ​ສຶກສາ​ຄຳພີ​ໄບເບິນ​ເປັນ​ເວລາ​ຫຼາຍ​ກວ່າ 130 ປີ ແຕ່​ຕອນ​ນີ້​ເຮົາ​ກຳລັງ​ມີ​ການ​ແປ​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ເຮັດ​ມາ​ໃນ​ຫຼາຍ​ຮ້ອຍ​ພາສາ. ເຫັນ​ໄດ້​ແຈ້ງ​ວ່າ ພະ​ເຢໂຫວາ​ກຳລັງ​ເຮັດ​ການ​ອັດສະຈັນ​ໃນ​ປັດຈຸບັນ​ໂດຍ​ລວບລວມ​ຊົນ​ຝູງ​ໃຫຍ່​ຈາກ​ທຸກ​ຊາດ. ເນື່ອງ​ຈາກ​ຄຳພີ​ໄບເບິນ​ແລະ​ປຶ້ມ​ຕ່າງໆຂອງ​ອົງການ​ສາມາດ​ອ່ານ​ໄດ້​ໃນ​ຫຼາຍ​ພາສາ ນີ້​ເຮັດ​ໃຫ້​ຜູ້​ນະມັດສະການ​ພະ​ເຢໂຫວາ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ເຖິງ​ວ່າ​ພວກ​ເຂົາ​ຈະ​ມາ​ຈາກ​ທົ່ວ​ໂລກ. ພະຍານ​ພະ​ເຢໂຫວາ​ເປັນ​ທີ່​ຮູ້ຈັກ​ດີ​ວ່າ ພວກ​ເຂົາ​ປະກາດ​ຢ່າງ​ກະຕືລືລົ້ນ​ແລະ​ຮັກ​ພີ່​ນ້ອງ. ນີ້​ໄດ້​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ເຂັ້ມແຂງ​ຫຼາຍ​ຂຶ້ນ​ແທ້ໆ!—ມັດ. 24:14; ໂຢ. 13:35

ນິມິດ​ນີ້​ມີ​ຄວາມ​ໝາຍ​ຕໍ່​ເຮົາ​ແນວ​ໃດ?

18. (ກ) ຕາມ​ເອຊາອີ 46:10, 11 ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ແປກ​ໃຈ​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ຄຳ​ພະຍາກອນ​ກ່ຽວ​ກັບ​ຊົນ​ຝູງ​ໃຫຍ່​ສຳເລັດ​ເປັນ​ຈິງ? (ຂ) ເປັນ​ຫຍັງ​ຄົນ​ທີ່​ມີ​ຄວາມ​ຫວັງ​ຢູ່​ເທິງ​ແຜ່ນດິນ​ໂລກ​ຈຶ່ງ​ບໍ່​ຮູ້ສຶກ​ຜິດ​ຫວັງ?

18 ເຮົາ​ຮູ້ສຶກ​ຕື່ນ​ເຕັ້ນ​ແທ້ໆກ່ຽວ​ກັບ​ຄຳ​ພະຍາກອນ​ເລື່ອງ​ຊົນ​ຝູງ​ໃຫຍ່! ເຮົາ​ບໍ່​ແປກ​ໃຈ​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ຄຳ​ພະຍາກອນ​ນີ້​ສຳເລັດ​ເປັນ​ຈິງ​ຢ່າງ​ໜ້າ​ອັດສະຈັນ. (ອ່ານ​ເອຊາອີ 46:10, 11) ຊົນ​ຝູງ​ໃຫຍ່​ມີ​ຄວາມ​ສຸກ​ກັບ​ຄວາມ​ຫວັງ​ທີ່​ພະ​ເຢໂຫວາ​ໃຫ້​ພວກ​ເຂົາ. ພວກ​ເຂົາ​ບໍ່​ໄດ້​ຮູ້ສຶກ​ຜິດ​ຫວັງ​ທີ່​ບໍ່​ໄດ້​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ເພື່ອ​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຍຊູ​ໃນ​ສະຫວັນ. ເມື່ອ​ອ່ານ​ຄຳພີ​ໄບເບິນ ເຮົາ​ໄດ້​ເຫັນ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ທັງ​ຊາຍ​ແລະ​ຍິງ​ທີ່​ໄດ້​ຮັບ​ພະລັງ​ບໍລິສຸດ ແຕ່​ພວກ​ເຂົາ​ກໍ​ບໍ່​ແມ່ນ​ສ່ວນ​ໜຶ່ງ​ໃນ 144.000 ຄົນ ແລະ​ໂຢຮັນ​ຜູ້​ໃຫ້​ບັບເຕມາ​ກໍ​ເປັນ​ໜຶ່ງ​ໃນ​ນັ້ນ. (ມັດ. 11:11) ລວມ​ທັງ​ດາວິດ​ນຳ. (ກິດ. 2:34) ພວກ​ເຂົາ​ແລະ​ຄົນ​ອື່ນໆຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ທີ່​ເປັນ​ອຸທິຍານ. ພວກ​ເຂົາ​ທຸກ​ຄົນ​ລວມ​ທັງ​ຊົນ​ຝູງ​ໃຫຍ່​ຈະ​ມີ​ໂອກາດ​ສະແດງ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ການ​ປົກຄອງ​ຂອງ​ພະອົງ.

19. ຖ້າ​ເຮົາ​ເຂົ້າ​ໃຈ​ນິມິດ​ຂອງ​ໂຢຮັນ​ເລື່ອງ​ຊົນ​ຝູງ​ໃຫຍ່ ເຮົາ​ຈະ​ເຮັດ​ຫຍັງ?

19 ນີ້​ເປັນ​ເທື່ອ​ທຳອິດ​ໃນ​ປະຫວັດສາດ​ມະນຸດ​ທີ່​ພະເຈົ້າ​ລວບລວມ​ຫຼາຍ​ລ້ານ​ຄົນ​ຈາກ​ທຸກ​ຊາດ​ໃຫ້​ມາ​ນະມັດສະການ​ພະອົງ​ນຳ​ກັນ. ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມ​ຫວັງ​ຢູ່​ໃນ​ສະຫວັນ​ຫຼື​ແຜ່ນດິນ​ໂລກ ເຮົາ​ກໍ​ຕ້ອງ​ຊ່ວຍ​ຜູ້​ຄົນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເຮັດ​ໄດ້​ໃຫ້​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຊົນ​ຝູງ​ໃຫຍ່​ເຊິ່ງ​ກໍ​ຄື “ແກະ​ອື່ນ.” (ໂຢ. 10:16) ອີກ​ບໍ່​ດົນ ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ທີ່​ບອກ​ໄວ້​ລ່ວງ​ໜ້າ​ເກີດ​ຂຶ້ນ​ແທ້​ເຊິ່ງ​ຈະ​ທຳລາຍ​ລັດຖະບານ​ຕ່າງໆແລະ​ສາສະໜາ​ທີ່​ເຮັດ​ໃຫ້​ມະນຸດ​ລຳບາກ. ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆທີ່​ທຸກ​ຄົນ​ເຊິ່ງ​ເປັນ​ຊົນ​ຝູງ​ໃຫຍ່​ຈະ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ເທິງ​ແຜ່ນດິນ​ໂລກ​ຕະຫຼອດ​ໄປ!—ຄຳປ. 7:14

ເພງ 139 ນຶກ​ພາບ​ເມື່ອ​ທຸກ​ສິ່ງ​ກາຍ​ເປັນ​ສິ່ງ​ໃໝ່

^ ຂໍ້ 5 ໃນ​ບົດ​ຄວາມ​ນີ້​ຈະ​ພິຈາລະນາ​ນິມິດ​ຂອງ​ໂຢຮັນ​ກ່ຽວ​ກັບ​ການ​ລວບລວມ “ຝູງ​ຄົນ​ເປັນ​ອັນ​ມາກ.” ແນ່ນອນ ນີ້​ຄົງ​ເສີມ​ຄວາມ​ເຊື່ອ​ທຸກ​ຄົນ​ທີ່​ມີ​ຄວາມ​ຫວັງ​ເຊິ່ງ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄົນ​ກຸ່ມ​ນີ້.

^ ຂໍ້ 8 ໃຫ້​ເບິ່ງ​ປຶ້ມ​ພະຍານ​ພະ​ເຢໂຫວາ—ຜູ້​ປະກາດ​ລາຊະອານາຈັກ​ຂອງ​ພະເຈົ້າ (ພາສາ​ອັງກິດ) ໜ້າ 159-163