ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 35

ພະ​ເຢໂຫວາ​ເຫັນ​ຄ່າ​ຜູ້​ຮັບໃຊ້​ທີ່​ຖ່ອມ​ຕົວ

ພະ​ເຢໂຫວາ​ເຫັນ​ຄ່າ​ຜູ້​ຮັບໃຊ້​ທີ່​ຖ່ອມ​ຕົວ

“ພະ​ເຢໂຫວາ . . . ສົນ​ໃຈ​ຄົນ​ຖ່ອມ.”—ເພງ. 138:6, ລ.ມ.

ເພງ 48 ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະ​ເຢໂຫວາ​ທຸກ​ວັນ

ໃຈ​ຄວາມ​ສຳຄັນ *

1. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ຄົນ​ຖ່ອມ​ຕົວ? ຂໍ​ໃຫ້​ອະທິບາຍ.

ພະ​ເຢໂຫວາ​ຮັກ​ຄົນ​ຖ່ອມ​ຕົວ. ມີ​ແຕ່​ຄົນ​ຖ່ອມ​ຕົວ​ແທ້ໆເທົ່າ​ນັ້ນ​ທີ່​ຈະ​ໄດ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ ແຕ່ “ຄົນ​ຍິ່ງ​ນັ້ນ​ພະອົງ​ບໍ່​ຢາກ​ຢູ່​ໃກ້.” (ເພງ. 138:6, ລ.ມ.) ເຮົາ​ທຸກ​ຄົນ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ແລະ​ຢາກ​ເຮັດ​ໃຫ້​ພະອົງ​ຮັກ​ເຮົາ ດັ່ງ​ນັ້ນ​ຈຶ່ງ​ມີ​ເຫດຜົນ​ທີ່​ດີ​ທີ່​ເຮົາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ເປັນ​ຄົນ​ຖ່ອມ​ຕົວ.

2. ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ 3 ຄຳຖາມ​ຕໍ່​ໄປ​ນີ້​ຄື: (1) ຄວາມ​ຖ່ອມ​ແມ່ນ​ຫຍັງ? (2) ເປັນ​ຫຍັງ​ເຮົາ​ຄວນ​ມີ​ຄວາມ​ຖ່ອມ? (3) ເມື່ອ​ໃດ​ທີ່​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເປັນ​ຄົນ​ຖ່ອມ​ຕົວ? ດັ່ງ​ທີ່​ເຮົາ​ຈະ​ໄດ້​ເຫັນ ເມື່ອ​ເຮົາ​ມີ​ຄວາມ​ຖ່ອມ ເຮົາ​ກໍ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ແລະ​ເຮົາ​ເອງ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ.—ສຸພາ. 27:11; ເອຊາ. 48:17

ຄວາມ​ຖ່ອມ​ແມ່ນ​ຫຍັງ?

3. ຄວາມ​ຖ່ອມ​ແມ່ນ​ຫຍັງ?

3 ຄວາມ​ຖ່ອມ​ແມ່ນ​ຄວາມ​ອ່ອນ​ນ້ອມ​ໃນ​ໃຈ​ເຊິ່ງ​ບໍ່​ມີ​ຄວາມ​ຍິ່ງ​ແລະ​ຄວາມ​ຈອງຫອງ​ປົນ​ຢູ່​ນຳ. ຄຳພີ​ໄບເບິນ​ບອກ​ວ່າ ຄົນ​ຖ່ອມ​ຄິດ​ວ່າ​ພະ​ເຢໂຫວາ​ຍິ່ງໃຫຍ່​ກວ່າ​ລາວ​ຫຼາຍ​ແລະ​ລາວ​ຖື​ວ່າ​ຄົນ​ອື່ນ​ມີ​ດີ​ກວ່າ​ລາວ​ບໍ່​ທາງ​ໃດ​ກໍ​ທາງ​ໜຶ່ງ.—ຟີລິບ 2:3, 4

4-5. ເປັນ​ຫຍັງ​ຈຶ່ງ​ບອກ​ໄດ້​ວ່າ​ຄົນ​ທີ່​ເບິ່ງ​ຄື​ຖ່ອມ​ຕົວ ແຕ່​ໃນ​ຕົວ​ຈິງ​ແລ້ວ​ອາດ​ຈະ​ບໍ່​ຖ່ອມ​ຕົວ?

4 ບາງ​ຄົນ​ເບິ່ງ​ຄື​ວ່າ​ເປັນ​ຄົນ​ຖ່ອມ​ຕົວ ແຕ່​ໃນ​ຕົວ​ຈິງ​ແລ້ວ​ອາດ​ຈະ​ບໍ່​ໄດ້​ເປັນ​ແບບ​ນັ້ນ. ລາວ​ອາດ​ເປັນ​ຄົນ​ງຽບໆຫຼື​ຂີ້​ອາຍ ຫຼື​ເປັນ​ຄົນ​ທີ່​ສຸພາບ​ຮຽບຮ້ອຍ​ແລະ​ນັບຖື​ຄົນ​ອື່ນ ນີ້​ອາດ​ເປັນ​ຍ້ອນ​ວັດທະນະທຳ​ຫຼື​ພໍ່​ແມ່​ສອນ​ໃຫ້​ເຮັດ​ແບບ​ນັ້ນ. ແຕ່​ເລິກໆແລ້ວ ລາວ​ອາດ​ເປັນ​ຄົນ​ຍິ່ງ​ຈອງຫອງ​ກໍ​ໄດ້ ແລະ​ບໍ່​ຊ້າ​ກໍ​ໄວ ຄົນ​ອື່ນ​ກໍ​ຈະ​ຮູ້​ວ່າ​ລາວ​ເປັນ​ຄົນ​ແນວ​ໃດ​ແທ້ໆ.—ລືກາ 6:45

5 ກົງ​ກັນ​ຂ້າມ ຄົນ​ທີ່​ໝັ້ນ​ໃຈ​ໃນ​ຕົວ​ເອງ​ແລະ​ເວົ້າ​ກົງໆກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ເປັນ​ຄົນ​ຍິ່ງ. (ໂຢ. 1:46, 47) ແຕ່​ຄົນ​ທີ່​ໝັ້ນ​ໃຈ​ຕົວ​ເອງ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເພິ່ງ​ຄວາມ​ສາມາດ​ຂອງ​ຕົວ​ເອງ. ບໍ່​ວ່າ​ເຮົາ​ຈະ​ເປັນ​ຄົນ​ທີ່​ໝັ້ນ​ໃຈ​ໃນ​ຕົວ​ເອງ​ຫຼື​ບໍ່​ກໍ​ຕາມ ເຮົາ​ທຸກ​ຄົນ​ຕ້ອງ​ພະຍາຍາມ​ແທ້ໆທີ່​ຈະ​ເປັນ​ຄົນ​ຖ່ອມ​ຕົວ​ຈາກ​ຫົວໃຈ.

ອັກຄະສາວົກ​ໂປໂລ​ເປັນ​ຄົນ​ຖ່ອມ​ຕົວ​ແລະ​ບໍ່​ໄດ້​ຄິດ​ວ່າ​ຕົວ​ເອງ​ເປັນ​ຄົນ​ສຳຄັນ (ເບິ່ງ​ຂໍ້ 6) *

6. ຕາມ 1 ໂກລິນໂທ 15:10 ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ອັກຄະສາວົກ​ໂປໂລ?

6 ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ອັກຄະສາວົກ​ໂປໂລ. ພະ​ເຢໂຫວາ​ໄດ້​ໃຊ້​ລາວ​ຫຼາຍ​ແທ້ໆໂດຍ​ໃຫ້​ລາວ​ໄປ​ກໍ​ຕັ້ງ​ປະຊາຄົມ​ໃໝ່​ໃນ​ຫຼາຍໆເມືອງ. ທີ່​ຈິງ ລາວ​ອາດ​ເຮັດ​ວຽກ​ຮັບໃຊ້​ຫຼາຍ​ກວ່າ​ພວກ​ອັກຄະສາວົກ​ຄົນ​ອື່ນໆຂອງ​ພະ​ເຍຊູ. ແຕ່​ລາວ​ກໍ​ບໍ່​ໄດ້​ຄິດ​ວ່າ​ຕົວ​ລາວ​ເອງ​ດີ​ກວ່າ​ພີ່​ນ້ອງ​ຄົນ​ອື່ນ. ລາວ​ເວົ້າ​ຢ່າງ​ຖ່ອມ​ໃຈ​ວ່າ: “ເຮົາ​ເປັນ​ຜູ້​ນ້ອຍ​ທີ່​ສຸດ​ໃນ​ພວກ​ລາຊະທູດ ເຮົາ​ບໍ່​ສົມຄວນ​ຈະ​ໄດ້​ຊື່​ວ່າ​ເປັນ​ລາຊະທູດ​ເພາະ​ວ່າ​ເຮົາ​ໄດ້​ຂົ່ມເຫງ​ພວກ​ຊຸມນຸມ​ຂອງ​ພະເຈົ້າ.” (1 ໂກ. 15:9) ຈາກ​ນັ້ນ ໂປໂລ​ເວົ້າ​ຢ່າງ​ຖືກຕ້ອງ​ວ່າ ການ​ທີ່​ລາວ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ກໍ​ເປັນ​ຍ້ອນ​ພະ​ເຢໂຫວາ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ລາວ ບໍ່​ແມ່ນ​ວ່າ​ຍ້ອນ​ລາວ​ເປັນ​ຄົນ​ພິເສດ​ຫຼື​ປະສົບ​ຄວາມ​ສຳເລັດ​ໃນ​ວຽກ​ຮັບໃຊ້​ຫຼາຍ​ຢ່າງ. (ອ່ານ 1 ໂກລິນໂທ 15:10) ໂປໂລ​ເປັນ​ຕົວຢ່າງ​ທີ່​ດີ​ແທ້ໆໃນ​ເລື່ອງ​ຄວາມ​ຖ່ອມ ເຊິ່ງ​ເຮົາ​ເຫັນ​ໄດ້​ແຈ້ງ​ຈາກ​ຕອນ​ທີ່​ລາວ​ຂຽນ​ຈົດ​ໝາຍ​ເຖິງ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ ລາວ​ບໍ່​ໄດ້​ໂອ້​ອວດ​ເລື່ອງ​ຂອງ​ຕົວ​ເອງ​ເຖິງ​ວ່າ​ຈະ​ມີ​ບາງ​ຄົນ​ໃນ​ປະຊາຄົມ​ວິພາກ​ວິຈານ​ລາວ​ກໍ​ຕາມ!—2 ໂກ. 10:10

ພີ່​ນ້ອງ​ຄານ ເອັຟ. ຄ​ລາຍ​ເຊິ່ງ​ເປັນ​ຄະນະ​ກຳມະການ​ປົກຄອງ​ເປັນ​ຄົນ​ຖ່ອມ (ເບິ່ງ​ຂໍ້ 7)

7. ພີ່​ນ້ອງ​ທີ່​ມີ​ຊື່ສຽງ​ຄົນ​ໜຶ່ງ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ເປັນ​ຄົນ​ຖ່ອມ​ຕົວ?

7 ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ​ກໍ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ເລື່ອງ​ຊີວິດ​ຈິງ​ຂອງ​ພີ່​ນ້ອງ​ຄານ ເອັຟ. ຄ​ລາຍ ເຊິ່ງ​ເປັນ​ສະມາຊິກ​ຄະນະ​ກຳມະການ​ປົກຄອງ. ພີ່​ນ້ອງ​ຄ​ລາຍ​ຍອມ​ຮັບ​ຢ່າງ​ຖ່ອມ​ຕົວ​ວ່າ​ລາວ​ມີ​ຈຸດ​ອ່ອນ​ແລະ​ບັນຫາ​ຫຼາຍ​ຢ່າງ​ໃນ​ຊີວິດ. ຕົວຢ່າງ: ໃນ​ປີ 1922 ຫຼັງ​ຈາກ​ທີ່​ລາວ​ພະຍາຍາມ​ປະກາດ​ຕາມ​ເຮືອນ​ເປັນ​ເທື່ອ​ທຳອິດ ລາວ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ທີ່​ຍາກ​ຫຼາຍ​ຈົນ​ບໍ່​ໄປ​ປະກາດ​ອີກ​ເລີຍ​ເປັນ​ເວລາ 2 ປີ. ຕໍ່​ມາ ຕອນ​ທີ່​ລາວ​ຮັບໃຊ້​ຢູ່​ເບເທນ​ກໍ​ມີ​ພີ່​ນ້ອງ​ຄົນ​ໜຶ່ງ​ໃຫ້​ຄຳ​ແນະນຳ​ລາວ ລາວ​ຮູ້ສຶກ​ຄຽດ​ໃຫ້​ພີ່​ນ້ອງ​ຄົນ​ນັ້ນ​ໄລຍະ​ໜຶ່ງ. ນອກ​ຈາກ​ນັ້ນ ມີ​ຕອນ​ໜຶ່ງ​ທີ່​ລາວ​ເປັນ​ໂລກ​ປະສາດ​ເຊິ່ງ​ຕໍ່​ມາ​ລາວ​ກໍ​ເຊົາ. ແຕ່​ເຖິງ​ຈະ​ເປັນ​ແບບ​ນັ້ນ ລາວ​ກໍ​ຍັງ​ໄດ້​ເຮັດ​ວຽກ​ມອບ​ໝາຍ​ທີ່​ສຳຄັນ​ແລະ​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ຢ່າງ. ລອງ​ຄິດ​ເບິ່ງ​ວ່າ​ພີ່​ນ້ອງ​ທີ່​ມີ​ຊື່ສຽງ​ຄົນ​ນີ້​ຕ້ອງ​ຖ່ອມ​ຕົວ​ຫຼາຍ​ສ່ຳ​ໃດ​ເພື່ອ​ຈະ​ຍອມ​ຮັບ​ວ່າ​ຕົວ​ເອງ​ມີ​ຈຸດ​ອ່ອນ! ພີ່​ນ້ອງ​ຫຼາຍ​ຄົນ​ຍັງ​ຄົງ​ຈື່​ເລື່ອງ​ລາວ​ຊີວິດ​ຂອງ​ພີ່​ນ້ອງ​ຄ​ລາຍ​ທີ່​ເວົ້າ​ຢ່າງ​ກົງ​ໄປ​ກົງ​ມາ ເຊິ່ງ​ເປັນ​ຕາ​ໜ້າ​ສົນ​ໃຈ​ແທ້ໆ. *

ເປັນ​ຫຍັງ​ເຮົາ​ຄວນ​ມີ​ຄວາມ​ຖ່ອມ?

8. 1 ເປໂຕ 5:6 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຫັນ​ວ່າ​ຄວາມ​ຖ່ອມ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ?

8 ເຫດຜົນ​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ຕ້ອງ​ເປັນ​ຄົນ​ຖ່ອມ​ຄື ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ. ອັກຄະສາວົກ​ເປໂຕ​ໄດ້​ເວົ້າ​ເລື່ອງ​ນີ້​ຢ່າງ​ຈະ​ແຈ້ງ. (ອ່ານ 1 ເປໂຕ 5:6) ປຶ້ມ“ຕາມ​ເຮົາ​ໄປ​ເຖີ້ນ” ໄດ້​ອະທິບາຍ​ຄຳ​ເວົ້າ​ຂອງ​ເປໂຕ​ດັ່ງ​ນີ້: “ຄວາມ​ຍິ່ງ​ເປັນ​ຄື​ກັນ​ກັບ​ຢາ​ພິດ​ເຊິ່ງ​ອາດ​ກໍ່​ຜົນ​ເສຍຫາຍ​ທີ່​ຮ້າຍແຮງ​ໄດ້. ຄວາມ​ຍິ່ງ​ອາດ​ເຮັດ​ໃຫ້​ຄົນ​ທີ່​ມີ​ຄວາມ​ສາມາດ​ທີ່​ສຸດ​ກາຍ​ເປັນ​ຄົນ​ໄຮ້​ຄ່າ​ສຳລັບ​ພະເຈົ້າ. ໃນ​ອີກ​ດ້ານ​ໜຶ່ງ ຄວາມ​ຖ່ອມ​ໃຈ​ອາດ​ເຮັດ​ໃຫ້​ຄົນ​ທີ່​ມີ​ຄວາມ​ສາມາດ​ໜ້ອຍ​ທີ່​ສຸດ​ເປັນ​ຄົນ​ທີ່​ມີ​ຄ່າ​ຫຼາຍ​ສຳລັບ​ພະ​ເຢໂຫວາ. . . . [ພະອົງ] ຈະ​ໃຫ້​ລາງວັນ​ສຳລັບ​ຄວາມ​ຖ່ອມ​ໃຈ​ຂອງ​ເຮົາ.” * ແທ້ໆແລ້ວ ບໍ່​ມີ​ຫຍັງ​ດີ​ໄປ​ກວ່າ​ການ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ.—ສຸພາ. 23:15

9. ເປັນ​ຫຍັງ​ຄົນ​ອື່ນ​ຢາກ​ຢູ່​ໃກ້​ເຮົາ​ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ?

9 ນອກ​ຈາກ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ແລ້ວ ເຮົາ​ກໍ​ຍັງ​ໄດ້​ຮັບ​ປະໂຫຍດ​ອີກ​ຫຼາຍ​ຢ່າງ​ເມື່ອ​ເປັນ​ຄົນ​ຖ່ອມ​ຕົວ ເຊັ່ນ: ເຮັດ​ໃຫ້​ຄົນ​ອື່ນ​ຢາກ​ຢູ່​ໃກ້​ເຮົາ. ຍ້ອນ​ຫຍັງ? ລອງ​ຄິດ​ເບິ່ງ​ວ່າ​ຄົນ​ແບບ​ໃດ​ທີ່​ເຈົ້າ​ຢາກ​ຢູ່​ນຳ. (ມັດ. 7:12) ປົກກະຕິ​ແລ້ວ ເຈົ້າ​ຄົງ​ບໍ່​ຢາກ​ຢູ່​ນຳ​ຄົນ​ທີ່​ເອົາ​ແຕ່​ຄວາມ​ຄິດ​ຂອງ​ຕົວ​ເອງ​ເປັນ​ໃຫຍ່​ແລະ​ບໍ່​ຟັງ​ຄົນ​ອື່ນ. ກົງ​ກັນ​ຂ້າມ ເຮົາ​ຢາກ​ຢູ່​ກັບ​ພີ່​ນ້ອງ​ທີ່ ‘ມີ​ໃຈ​ເລົ້າໂລມ​ກັນ ຮັກ​ກັນ​ເໝືອນ​ພີ່​ນ້ອງ ມີ​ໃຈ​ອີ່ດູ​ແລະ​ຖ່ອມ​ໃຈ​ລົງ.’ (1 ເປ. 3:8) ເຮົາ​ເອງ​ຢາກ​ຢູ່​ໃກ້​ຄົນ​ແບບ​ນັ້ນ ສະນັ້ນ​ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ​ຕົວ ຄົນ​ອື່ນ​ກໍ​ຢາກ​ຢູ່​ໃກ້​ເຮົາ​ຄື​ກັນ.

10. ຄວາມ​ຖ່ອມ​ເຮັດ​ໃຫ້​ຊີວິດ​ເຮົາ​ງ່າຍ​ຂຶ້ນ​ແນວ​ໃດ?

10 ຄວາມ​ຖ່ອມ​ຍັງ​ເຮັດ​ໃຫ້​ຊີວິດ​ຂອງ​ເຮົາ​ງ່າຍ​ຂຶ້ນ. ບາງ​ເທື່ອ​ເຮົາ​ອາດ​ເຫັນ​ຫຼື​ປະສົບ​ກັບ​ຄວາມ​ບໍ່​ຍຸຕິທຳ. ຊາໂລໂມນ​ກະສັດ​ທີ່​ສະຫຼາດ​ບອກ​ວ່າ: “ຂ້ອຍ​ໄດ້​ເຫັນ​ພວກ​ຂ້າ​ໃຊ້​ຂີ່​ມ້າ ແລະ​ພວກ​ເຈົ້ານາຍ​ທຽວ​ດິນ​ຄື​ຂ້າ​ໃຊ້.” (ຜູ້ປ. 10:7) ຄົນ​ທີ່​ມີ​ຄວາມ​ສາມາດ​ຫຼາຍ​ອາດ​ບໍ່​ໄດ້​ຮັບ​ການ​ຍ້ອງ​ຍໍ​ສະເໝີ​ໄປ ແຕ່​ບາງ​ເທື່ອ​ຄົນ​ທີ່​ມີ​ຄວາມ​ສາມາດ​ໜ້ອຍ​ກວ່າ​ອາດ​ຖືກ​ຍ້ອງ​ຍໍ​ຫຼາຍ​ກວ່າ. ເຖິງ​ວ່າ​ເປັນ​ແບບ​ນັ້ນ ຊາໂລໂມນ​ກໍ​ຍອມ​ຮັບ​ວ່າ ເປັນ​ເລື່ອງ​ສະຫຼາດ​ທີ່​ເຮົາ​ຈະ​ຍອມ​ຮັບ​ສະພາບ​ຄວາມ​ເປັນ​ຈິງ​ແທນ​ທີ່​ຈະ​ຜິດ​ຫວັງ​ກັບ​ສິ່ງ​ທີ່​ບໍ່​ດີ​ທີ່​ເກີດ​ຂຶ້ນ​ໃນ​ຊີວິດ. (ຜູ້ປ. 6:9) ຖ້າ​ເຮົາ​ຖ່ອມ​ຕົວ ກໍ​ເປັນ​ເລື່ອງ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ຍອມ​ຮັບ​ສິ່ງ​ຕ່າງໆທີ່​ເກີດ​ຂຶ້ນ​ໃນ​ຊີວິດ​ເຖິງ​ວ່າ​ເຮົາ​ຈະ​ບໍ່​ມັກ.

ເມື່ອ​ໃດ​ທີ່​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເປັນ​ຄົນ​ຖ່ອມ​ຕົວ?

ເປັນ​ຫຍັງ​ສະຖານະການ​ນີ້​ເຮັດ​ໃຫ້​ຍາກ​ທີ່​ຈະ​ເປັນ​ຄົນ​ຖ່ອມ? (ເບິ່ງ​ຂໍ້ 11-12) *

11. ເຮົາ​ຄວນ​ເຮັດ​ແນວ​ໃດ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ?

11 ໃນ​ແຕ່​ລະ​ມື້​ເຮົາ​ມີ​ໂອກາດ​ນັບ​ບໍ່​ຖ້ວນ​ທີ່​ຈະ​ພິສູດ​ວ່າ​ເຮົາ​ເປັນ​ຄົນ​ຖ່ອມ​ຕົວ. ຂໍ​ໃຫ້​ພິຈາລະນາ​ບາງ​ສະຖານະການ​ນຳ​ກັນ ເຊັ່ນ: ຕອນ​ທີ່​ໄດ້​ຮັບ​ຄຳ​ແນະນຳ. ເຮົາ​ຄວນ​ຈື່​ໄວ້​ວ່າ​ຖ້າ​ບາງ​ຄົນ​ພະຍາຍາມ​ໃຫ້​ຄຳ​ແນະນຳ​ກັບ​ເຮົາ ນັ້ນ​ອາດ​ໝາຍ​ຄວາມ​ວ່າ​ເຮົາ​ເຮັດ​ຜິດ​ພາດ​ຫຼາຍ​ກວ່າ​ທີ່​ເຮົາ​ຄິດ. ໃນ​ເວລາ​ນັ້ນ ເມື່ອ​ມີ​ຄົນ​ໃຫ້​ຄຳ​ແນະນຳ​ກັບ​ເຮົາ ເຮົາ​ອາດ​ຢາກ​ປະຕິເສດ​ທັນທີ. ເຮົາ​ອາດ​ວິຈານ​ຄົນ​ທີ່​ໃຫ້​ຄຳ​ແນະນຳ​ຫຼື​ວິທີ​ທີ່​ລາວ​ໃຫ້​ຄຳ​ແນະນຳ. ແຕ່​ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ​ຕົວ ເຮົາ​ຈະ​ພະຍາຍາມ​ສະແດງ​ຄວາມ​ຄິດ​ທີ່​ຖືກຕ້ອງ.

12. ຕາມ​ສຸພາສິດ 27:5, 6 ເປັນ​ຫຍັງ​ເຮົາ​ຄວນ​ຮູ້ສຶກ​ຂອບໃຈ​ຄົນ​ທີ່​ໃຫ້​ຄຳ​ແນະນຳ​ເຮົາ? ຂໍ​ໃຫ້​ຍົກ​ຕົວຢ່າງ.

12 ຄົນ​ຖ່ອມ​ຕົວ​ຈະ​ຮູ້ສຶກ​ຂອບໃຈ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ. ຕົວຢ່າງ: ລອງ​ນຶກ​ພາບ​ເບິ່ງ​ວ່າ​ຫຼັງ​ຈາກ​ທີ່​ເຈົ້າ​ລົມ​ກັບ​ພີ່​ນ້ອງ​ຫຼາຍ​ຄົນ​ຢູ່​ຫໍ​ປະຊຸມ ກໍ​ມີ​ພີ່​ນ້ອງ​ຄົນ​ໜຶ່ງ​ມາ​ບອກ​ເຈົ້າ​ວ່າ​ມີ​ຜັກ​ຕິດ​ແຂ້ວ​ເຈົ້າ. ເຈົ້າ​ຄື​ຊິ​ອາຍ​ຫຼາຍ ແຕ່​ກໍ​ຮູ້ສຶກ​ຂອບໃຈ​ພີ່​ນ້ອງ​ຄົນ​ນັ້ນ. ທີ່​ຈິງ ເຈົ້າ​ຄົງ​ຢາກ​ໃຫ້​ມີ​ຄົນ​ບອກ​ເຈົ້າ​ໄວ​ກວ່າ​ນີ້! ຄ້າຍ​ຄື​ກັນ ເຮົາ​ຄວນ​ຖ່ອມ​ໃຈ​ແລະ​ຂອບໃຈ​ພີ່​ນ້ອງ​ທີ່​ໃຫ້​ຄຳ​ແນະນຳ​ທີ່​ຈຳເປັນ​ກັບ​ເຮົາ ແລະ​ເບິ່ງ​ວ່າ​ພີ່​ນ້ອງ​ຄົນ​ນັ້ນ​ເປັນ​ໝູ່ ບໍ່​ແມ່ນ​ສັດຕູ.—ອ່ານ​ສຸພາສິດ 27:5, 6; ຄລາ. 4:16

ເປັນ​ຫຍັງ​ເຮົາ​ຕ້ອງ​ເປັນ​ຄົນ​ຖ່ອມ​ຕອນ​ທີ່​ຄົນ​ອື່ນ​ໄດ້​ຮັບ​ສິດທິ​ພິເສດ? (ເບິ່ງ​ຂໍ້ 13-14) *

13. ເຮົາ​ຈະ​ສະແດງ​ຄວາມ​ຖ່ອມ​ໄດ້​ແນວ​ໃດ​ເມື່ອ​ຄົນ​ອື່ນ​ໄດ້​ຮັບ​ສິດທິ​ພິເສດ?

13 ຕອນ​ທີ່​ຄົນ​ອື່ນ​ໄດ້​ຮັບ​ສິດທິ​ພິເສດ. ຜູ້​ດູ​ແລ​ຄົນ​ໜຶ່ງ​ຊື່ ເຈສັນ​ບອກ​ວ່າ: “ເມື່ອ​ຂ້ອຍ​ເຫັນ​ຄົນ​ອື່ນ​ໄດ້​ຮັບ​ສິດທິ​ພິເສດ ບາງ​ເທື່ອ​ຂ້ອຍ​ກໍ​ສົງໄສ​ວ່າ​ເປັນ​ຫຍັງ​ຈຶ່ງ​ບໍ່​ແມ່ນ​ຂ້ອຍ.” ເຈົ້າ​ເຄີຍ​ຮູ້ສຶກ​ແບບ​ນີ້​ບໍ? ບໍ່​ແມ່ນ​ເລື່ອງ​ຜິດ​ທີ່​ຈະ “ພະຍາຍາມ​ຈະ​ໄດ້​ເຮັດ​ໜ້າ​ທີ່” ຫຼາຍ​ຂຶ້ນ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. (1 ຕີໂມ. 3:1, ລ.ມ.) ແຕ່​ເຮົາ​ຕ້ອງ​ລະວັງ​ສິ່ງ​ທີ່​ເຮົາ​ຄິດ ຖ້າ​ເຮົາ​ບໍ່​ລະວັງ ເຮົາ​ອາດ​ປ່ອຍ​ໃຫ້​ຄວາມ​ຍິ່ງ​ເກີດ​ຂຶ້ນ​ໃນ​ຫົວໃຈ​ຂອງ​ເຮົາ. ຕົວຢ່າງ: ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ອາດ​ເລີ່ມ​ຄິດ​ວ່າ​ລາວ​ເປັນ​ຄົນ​ດຽວ​ທີ່​ມີ​ຄຸນສົມບັດ​ພໍ​ທີ່​ຈະ​ເຮັດ​ວຽກ​ມອບ​ໝາຍ​ໃດ​ໜຶ່ງ ຫຼື​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ອາດ​ຈະ​ຄິດ​ວ່າ ‘ຖ້າ​ແມ່ນ​ຜົວ​ຂ້ອຍ ກໍ​ຄື​ຊິ​ເຮັດ​ໄດ້​ດີ​ກວ່າ​ພີ່​ນ້ອງ​ຊາຍ​ຄົນ​ນີ້​ຫຼາຍ!’ ແຕ່​ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ​ຕົວ​ແທ້ໆ ເຮົາ​ກໍ​ຈະ​ບໍ່​ຄິດ​ແບບ​ນັ້ນ.

14. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ໂມເຊ​ຕອນ​ທີ່​ຄົນ​ອື່ນ​ໄດ້​ຮັບ​ສິດທິ​ພິເສດ?

14 ເຮົາ​ສາມາດ​ຮຽນ​ເລື່ອງ​ນີ້​ໄດ້​ຈາກ​ຕົວຢ່າງ​ຂອງ​ໂມເຊ​ຕອນ​ທີ່​ຄົນ​ອື່ນ​ໄດ້​ຮັບ​ສິດທິ​ພິເສດ. ໂມເຊ​ເຫັນ​ຄຸນຄ່າ​ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ລາວ​ໄດ້​ເປັນ​ຜູ້​ນຳ​ຊາດ​ອິດສະລາແອນ. ແຕ່​ເມື່ອ​ພະ​ເຢໂຫວາ​ເປີດ​ໂອກາດ​ໃຫ້​ຄົນ​ອື່ນ​ເຮັດ​ວຽກ​ຮັບໃຊ້​ກັບ​ໂມເຊ ລາວ​ມີ​ທ່າທີ​ແນວ​ໃດ? ລາວ​ບໍ່​ອິດສາ. (ຈົດເຊັນ. 11:24-29) ລາວ​ຖ່ອມ​ຕົວ​ແລະ​ຍອມ​ໃຫ້​ຄົນ​ອື່ນ​ມາ​ຊ່ວຍ​ລາວ​ໃນ​ການ​ເຮັດ​ວຽກ​ຕັດສິນ​ຄະດີ. (ອົບ. 18:13-24) ຊາວ​ອິດສະລາແອນ​ຈຶ່ງ​ມີ​ຜູ້​ຊາຍ​ຫຼາຍ​ຄົນ​ເຮັດ​ໜ້າ​ທີ່​ນັ້ນ​ຫຼາຍ​ຂຶ້ນ ແລະ​ເຮັດ​ໃຫ້​ພວກ​ເຂົາ​ບໍ່​ຕ້ອງ​ລໍ​ຖ້າ​ການ​ຕັດສິນ​ຄະດີ​ຄວາມ​ດົນ​ເກີນ​ໄປ. ນີ້​ສະແດງ​ໃຫ້​ເຮົາ​ເຫັນ​ວ່າ​ໂມເຊ​ຢາກ​ໃຫ້​ຜົນ​ປະໂຫຍດ​ຂອງ​ປະຊາຊົນ​ມາ​ກ່ອນ​ສິດທິ​ພິເສດ​ຂອງ​ລາວ. ໂມເຊ​ເປັນ​ຕົວຢ່າງ​ທີ່​ດີ​ຫຼາຍ​ສຳລັບ​ເຮົາ! ຖ້າ​ເຮົາ​ຢາກ​ເປັນ​ປະໂຫຍດ​ຕໍ່​ພະ​ເຢໂຫວາ​ແທ້ໆ ຂໍ​ໃຫ້​ຈື່​ໄວ້​ວ່າ ຄວາມ​ຖ່ອມ​ສຳຄັນ​ກວ່າ​ຄວາມ​ສາມາດ​ທີ່​ເຮົາ​ມີ. ເຖິງ​ວ່າ “ພະ​ເຢໂຫວາ​ສູງ​ສົ່ງ ແຕ່​ພະອົງ​ກໍ​ສົນ​ໃຈ​ຄົນ​ຖ່ອມ.”—ເພງ. 138:6, ລ.ມ.

15. ພີ່​ນ້ອງ​ຫຼາຍ​ຄົນ​ປະສົບການ​ປ່ຽນ​ແປງ​ຫຍັງ​ແດ່?

15 ເມື່ອ​ເຮົາ​ປະສົບການ​ປ່ຽນ​ແປງ. ໃນ​ປີ​ທີ່​ຜ່ານ​ມາ ພີ່​ນ້ອງ​ຫຼາຍ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ມາ​ຫຼາຍ​ປີ​ໄດ້​ຖືກ​ປ່ຽນ​ວຽກ​ມອບ​ໝາຍ. ຕົວຢ່າງ: ໃນ​ປີ 2014 ອົງການ​ບອກ​ວ່າ​ຈະ​ບໍ່​ມີ​ຜູ້​ດູ​ແລ​ພາກ​ອີກ​ຕໍ່​ໄປ ດັ່ງ​ນັ້ນ ພີ່​ນ້ອງ​ເຫຼົ່າ​ນັ້ນ​ແລະ​ເມຍ​ຈຶ່ງ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່​ໃຫ້​ໄປ​ຮັບໃຊ້​ເຕັມ​ເວລາ​ໃນ​ຮູບ​ແບບ​ອື່ນ. ແລະ​ໃນ​ປີ​ດຽວ​ກັນ ຜູ້​ດູ​ແລ​ໝວດ​ທີ່​ອາຍຸ​ກາຍ 70 ປີ​ຈະ​ບໍ່​ໄດ້​ເຮັດ​ວຽກ​ນັ້ນ​ອີກ​ຕໍ່​ໄປ ແລະ​ພີ່​ນ້ອງ​ທີ່​ອາຍຸ 80 ປີ​ຂຶ້ນ​ໄປ​ຈະ​ບໍ່​ເປັນ​ຜູ້​ປະສານ​ງານ​ຄະນະ​ຜູ້​ດູ​ແລ. ນອກ​ຈາກ​ນັ້ນ ໃນ​ໄລຍະ​ຫຼາຍ​ປີ​ທີ່​ຜ່ານ​ມາ ພີ່​ນ້ອງ​ທີ່​ຮັບໃຊ້​ຢູ່​ເບເທນ​ຫຼາຍ​ຄົນ​ກໍ​ຖືກ​ມອບ​ໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ເຂດ​ປະກາດ. ແລະ​ຜູ້​ຮັບໃຊ້​ເຕັມ​ເວລາ​ປະເພດ​ພິເສດ​ບາງ​ຄົນ​ກໍ​ຕ້ອງ​ໄດ້​ອອກ​ຈາກ​ວຽກ​ມອບ​ໝາຍ​ຍ້ອນ​ບັນຫາ​ສຸຂະພາບ ເບິ່ງ​ແຍງ​ຄົນ​ໃນ​ຄອບຄົວ ຫຼື​ບັນຫາ​ອື່ນໆ.

16. ພີ່​ນ້ອງ​ຂອງ​ເຮົາ​ສະແດງ​ຄວາມ​ຖ່ອມ​ຕົວ​ແນວ​ໃດ​ເມື່ອ​ປະສົບການ​ປ່ຽນ​ແປງ?

16 ພີ່​ນ້ອງ​ຫຼາຍ​ຄົນ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຍອມ​ຮັບ​ການ​ປ່ຽນ​ແປງ​ເຫຼົ່າ​ນີ້. ຫຼາຍ​ຄົນ​ທີ່​ປ່ຽນ​ວຽກ​ມອບ​ໝາຍ​ຍັງ​ຮູ້ສຶກ​ຜູກ​ພັນ​ກັບ​ວຽກ​ມອບ​ໝາຍ​ເກົ່າ​ທີ່​ພວກ​ເຂົາ​ໄດ້​ເຮັດ​ມາ​ຫຼາຍ​ປີ. ບາງ​ຄົນ​ຮູ້ສຶກ “ເສຍໃຈ” ຍ້ອນ​ສູນ​ເສຍ​ວຽກ​ມອບ​ໝາຍ​ທີ່​ພວກ​ເຂົາ​ມັກ. ເມື່ອ​ເວລາ​ຜ່ານ​ໄປ ພວກ​ເຂົາ​ກໍ​ປັບ​ໂຕ​ໄດ້. ຍ້ອນ​ຫຍັງ? ສິ່ງ​ສຳຄັນ​ທີ່​ຊ່ວຍ​ພວກ​ເຂົາ​ໄດ້​ກໍ​ຄື ພວກ​ເຂົາ​ຮັກ​ພະ​ເຢໂຫວາ. ພວກ​ເຂົາ​ຮູ້​ວ່າ​ຕົວ​ເອງ​ອຸທິດ​ຊີວິດ​ໃຫ້​ພະອົງ ບໍ່​ແມ່ນ​ອຸທິດ​ຊີວິດ​ໃຫ້​ວຽກ​ມອບ​ໝາຍ​ຫຼື​ໜ້າ​ທີ່​ຕຳແໜ່ງ. (ໂກໂລ. 3:23) ພວກ​ເຂົາ​ຖ່ອມ​ໃຈ​ແລະ​ດີ​ໃຈ​ທີ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ໃນ​ວຽກ​ມອບ​ໝາຍ​ທຸກ​ຢ່າງ. ພວກ​ເຂົາ​ເອົາ ‘ຄວາມ​ອຸກ​ໃຈ . . . ທັງ​ໝົດ​ປົງ​ໄວ້​ຢູ່​ເທິງ​ພະອົງ’ ເພາະ​ຮູ້​ວ່າ​ພະອົງ​ເປັນ​ຫ່ວງ​ພວກ​ເຂົາ​ແທ້ໆ.—1 ເປ. 5:6, 7

17. ເປັນ​ຫຍັງ​ເຮົາ​ຮູ້ສຶກ​ຂອບໃຈ​ທີ່​ຄຳພີ​ໄບເບິນ​ສອນ​ເຮົາ​ໃຫ້​ເປັນ​ຄົນ​ຖ່ອມ​ຕົວ?

17 ພວກ​ເຮົາ​ຮູ້ສຶກ​ຂອບໃຈ​ຫຼາຍ​ທີ່​ຄຳພີ​ໄບເບິນ​ສອນ​ເຮົາ​ໃຫ້​ເປັນ​ຄົນ​ຖ່ອມ​ຕົວ. ເມື່ອ​ເຮົາ​ເປັນ​ຄົນ​ຖ່ອມ​ຕົວ ເຮົາ​ເອງ​ຈະ​ໄດ້​ຮັບ​ປະໂຫຍດ​ແລະ​ຄົນ​ອື່ນ​ກໍ​ຢາກ​ຢູ່​ໃກ້​ເຮົາ. ເຮົາ​ຈະ​ຮັບ​ມື​ກັບ​ບັນຫາ​ຕ່າງໆໃນ​ຊີວິດ​ໄດ້​ງ່າຍ​ຂຶ້ນ ແລະ​ທີ່​ສຳຄັນ​ທີ່​ສຸດ ເຮົາ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ໃນ​ສະຫວັນ​ຫຼາຍ​ຂຶ້ນ. ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆທີ່​ຮູ້​ວ່າ ເຖິງ​ວ່າ​ພະ​ເຢໂຫວາ​ເປັນ “ພະເຈົ້າ​ອົງ​ສູງ​ສຸດ” ແຕ່​ພະອົງ​ກໍ​ຮັກ​ແລະ​ເຫັນ​ຄ່າ​ຜູ້​ຮັບໃຊ້​ທີ່​ຖ່ອມ​ຕົວ​ຂອງ​ພະອົງ!—ເອຊາ. 57:15

ເພງ 45 ສິ່ງ​ທີ່​ຄິດ​ຕຶກຕອງ​ໃນ​ໃຈ

^ ຂໍ້ 5 ຄຸນ​ລັກສະນະ​ສຳຄັນ​ທີ່​ສຸດ​ຢ່າງ​ໜຶ່ງ​ທີ່​ເຮົາ​ຕ້ອງ​ມີ​ຄື​ຄວາມ​ຖ່ອມ. ຄວາມ​ຖ່ອມ​ແມ່ນ​ຫຍັງ? ເປັນ​ຫຍັງ​ເຮົາ​ຕ້ອງ​ມີ​ຄວາມ​ຖ່ອມ? ເປັນ​ຫຍັງ​ຈຶ່ງ​ຍາກ​ທີ່​ຈະ​ເປັນ​ຄົນ​ຖ່ອມ​ຕົວ​ເມື່ອ​ປະສົບ​ກັບ​ການ​ປ່ຽນ​ແປງ? ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ພິຈາລະນາ​ຄຳຖາມ​ສຳຄັນ​ເຫຼົ່າ​ນີ້.

^ ຂໍ້ 7 ເບິ່ງ​ບົດ​ຄວາມ “ພະ​ເຢໂຫວາ​ແຈກ​ລາງວັນ​ໃຫ້​ຂ້ອຍ​ແລ້ວ” ຫໍສັງເກດການ 1 ຕຸລາ 1984 (ພາສາ​ອັງກິດ)

^ ຂໍ້ 53 ຄຳ​ອະທິບາຍ​ຮູບ​ພາບ: ຕອນ​ທີ່​ຢູ່​ບ້ານ​ຂອງ​ພີ່​ນ້ອງ ອັກຄະສາວົກ​ໂປໂລ​ຖ່ອມ​ຕົວ​ແລະ​ມີ​ຄວາມ​ສຸກ​ທີ່​ໄດ້​ເປັນໝູ່​ກັບ​ພີ່​ນ້ອງ​ຄົນ​ອື່ນໆລວມ​ທັງ​ເດັກ​ນ້ອຍ​ນຳ.

^ ຂໍ້ 57 ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຍອມ​ຮັບ​ຄຳ​ແນະນຳ​ຈາກ​ພີ່​ນ້ອງ​ຊາຍ​ທີ່​ອາຍຸ​ໜ້ອຍ​ກວ່າ.

^ ຂໍ້ 59 ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຊາຍ​ທີ່​ອາຍຸ​ຫຼາຍ​ກວ່າ​ບໍ່​ອິດສາ​ພີ່​ນ້ອງ​ຊາຍ​ທີ່​ອາຍຸ​ໜ້ອຍ​ກວ່າ​ເຊິ່ງ​ໄດ້​ຮັບ​ສິດທິ​ພິເສດ​ໃນ​ປະຊາຄົມ.