ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 38

“ຈົ່ງ​ມາ​ຫາ​ເຮົາ​ເຖີ້ນ ແລະ​ເຮົາ​ຈະ​ປະທານ​ຄວາມ​ເຊົາ​ເມື່ອຍ [“ສົດ​ຊື່ນ,” ລ.ມ.] ໃຫ້​ແກ່​ທ່ານ​ທັງ​ຫຼາຍ”

“ຈົ່ງ​ມາ​ຫາ​ເຮົາ​ເຖີ້ນ ແລະ​ເຮົາ​ຈະ​ປະທານ​ຄວາມ​ເຊົາ​ເມື່ອຍ [“ສົດ​ຊື່ນ,” ລ.ມ.] ໃຫ້​ແກ່​ທ່ານ​ທັງ​ຫຼາຍ”

“ທ່ານ​ທັງ​ຫຼາຍ​ທີ່​ເມື່ອຍ​ດ້ວຍ​ການ​ຍາກ​ແລະ​ຖື​ຂອງ​ໜັກ ຈົ່ງ​ມາ​ຫາ​ເຮົາ​ເຖີ້ນ ແລະ​ເຮົາ​ຈະ​ປະທານ​ຄວາມ​ເຊົາ​ເມື່ອຍ [“ສົດ​ຊື່ນ,” ລ.ມ.] ໃຫ້​ແກ່​ທ່ານ​ທັງ​ຫຼາຍ.”—ມັດ. 11:28

ເພງ 17 “ເຮົາ​ຢາກ​ຊ່ວຍ”

ໃຈ​ຄວາມ​ສຳຄັນ *

1. ຕາມ​ມັດທາຍ 11:28-30 ພະ​ເຍຊູ​ໄດ້​ສັນຍາ​ຫຍັງ?

ພະ​ເຍຊູ​ໄດ້​ໃຫ້​ຄຳ​ສັນຍາ​ທີ່​ດີ​ເລີດ​ກັບ​ຝູງ​ຄົນ​ທີ່​ມາ​ຟັງ​ເພິ່ນ. ເພິ່ນ​ເວົ້າ​ວ່າ: “ຈົ່ງ​ມາ​ຫາ​ເຮົາ​ເຖີ້ນ ແລະ​ເຮົາ​ຈະ​ປະທານ​ຄວາມ​ເຊົາ​ເມື່ອຍ [“ສົດ​ຊື່ນ,” ລ.ມ.] ໃຫ້​ແກ່​ທ່ານ​ທັງ​ຫຼາຍ.” (ອ່ານ​ມັດທາຍ 11:28-30) ນີ້​ບໍ່​ແມ່ນ​ຄຳ​ເວົ້າ​ລອຍໆ. ໃຫ້​ເຮົາ​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຍຊູ​ເວົ້າ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເຈັບ​ປ່ວຍ​ເປັນ​ພະຍາດ​ເລືອດ​ຕົກ.

2. ພະ​ເຍຊູ​ໄດ້​ຊ່ວຍ​ຜູ້​ຍິງ​ທີ່​ເປັນ​ພະຍາດ​ເລືອດ​ຕົກ​ແນວ​ໃດ?

2 ຜູ້​ຍິງ​ຄົນ​ນີ້​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ແທ້ໆ. ລາວ​ໄດ້​ໄປ​ຫາ​ໝໍ​ຫຼາຍ​ຄົນ ເພາະ​ຫວັງ​ວ່າ​ຈະ​ເຊົາ​ຈາກ​ພະຍາດ​ນີ້. ລາວ​ທຸກ​ທໍລະມານ​ມາ 12 ປີ​ແລ້ວ ແຕ່​ກໍ​ບໍ່​ມີ​ໃຜ​ຊ່ວຍ​ລາວ​ໄດ້. ຕາມ​ກົດ​ໝາຍ​ຂອງ​ໂມເຊ ພະຍາດ​ທີ່​ລາວ​ເປັນ​ເຮັດ​ໃຫ້​ລາວ​ເປັນ​ມົນທິນ. (ເລວີ. 15:25) ແຕ່​ມື້​ໜຶ່ງ ລາວ​ກໍ​ໄດ້​ຍິນ​ວ່າ​ພະ​ເຍຊູ​ສາມາດ​ປິ່ນປົວ​ຄົນ​ເຈັບ​ປ່ວຍ​ໃຫ້​ເຊົາ​ໄດ້ ລາວ​ຈຶ່ງ​ໄປ​ຊອກ​ຫາ​ເພິ່ນ. ເມື່ອ​ລາວ​ເຫັນ​ພະ​ເຍຊູ ລາວ​ກໍ​ໄດ້​ແຕະ​ຍອຍ​ເສື້ອ​ຊັ້ນ​ນອກ​ຂອງ​ເພິ່ນ ແລ້ວ​ລາວ​ກໍ​ເຊົາ​ປ່ວຍ​ທັນທີ! ພະ​ເຍຊູ​ບໍ່​ພຽງ​ແຕ່​ປິ່ນປົວ​ລາວ​ໃຫ້​ເຊົາ ແຕ່​ເພິ່ນ​ຍັງ​ເຮັດ​ໃຫ້​ລາວ​ຮູ້ສຶກ​ວ່າ​ລາວ​ມີ​ກຽດ​ສັກສີ​ແລະ​ຍັງ​ມີ​ຄົນ​ຮັກ​ລາວ. ຕົວຢ່າງ: ເມື່ອ​ພະ​ເຍຊູ​ເວົ້າ​ກັບ​ລາວ ເພິ່ນ​ໃຊ້​ຄຳ​ວ່າ “ລູກ​ຍິງ​ເອີຍ” ເຊິ່ງ​ເປັນ​ຄຳ​ເວົ້າ​ທີ່​ອົບອຸ່ນ​ແລະ​ຍັງ​ໃຫ້​ຄວາມ​ນັບຖື​ລາວ. ແນ່ນອນ​ວ່າ​ຜູ້​ຍິງ​ຄົນ​ນີ້​ຄົງ​ຕ້ອງ​ຮູ້ສຶກ​ສົດ​ຊື່ນ​ແລະ​ມີ​ກຳລັງ​ໃຈ​ຫຼາຍ​ແທ້ໆ!—ລືກາ 8:43-48

3. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່​ໃນ​ບົດ​ຄວາມ​ນີ້?

3 ຂໍ​ໃຫ້​ສັງເກດ​ຕອນ​ທີ່​ຜູ້​ຍິງ​ຄົນ​ນີ້​ມາ​ຫາ​ພະ​ເຍຊູ. ລາວ​ໄດ້​ອອກ​ຄວາມ​ພະຍາຍາມ​ທີ່​ຈະ​ມາ​ຫາ​ເພິ່ນ. ທຸກ​ມື້​ນີ້​ກໍ​ຄື​ກັນ ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ທີ່​ຈະ “ມາ​ຫາ” ພະ​ເຍຊູ. ໃນ​ປັດຈຸບັນ ພະ​ເຍຊູ​ບໍ່​ໄດ້​ປິ່ນປົວ​ຄົນ​ເຈັບ​ປ່ວຍ​ທີ່ “ມາ​ຫາ” ເພິ່ນ​ຢ່າງ​ອັດສະຈັນ. ແຕ່​ເພິ່ນ​ກໍ​ຍັງ​ເຊີນ​ເຮົາ​ວ່າ “ມາ​ຫາ​ເຮົາ​ເຖີ້ນ ແລະ​ເຮົາ​ຈະ​ປະທານ​ຄວາມ​ເຊົາ​ເມື່ອຍ [“ສົດ​ຊື່ນ,” ລ.ມ.] ໃຫ້​ແກ່​ທ່ານ​ທັງ​ຫຼາຍ.” ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ຕອບ​ຄຳຖາມ 5 ຂໍ້​ນຳ​ກັນ​ຄື: ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ “ມາ​ຫາ” ພະ​ເຍຊູ? ພະ​ເຍຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ເພິ່ນ​ບອກ​ວ່າ: “ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄປ”? ເຮົາ​ສາມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ພະ​ເຍຊູ? ເປັນ​ຫຍັງ​ວຽກ​ທີ່​ເພິ່ນ​ມອບ​ໝາຍ​ໃຫ້​ເຮົາ​ເຮັດ​ຈຶ່ງ​ສົດ​ຊື່ນ? ແລະ​ເຮົາ​ຈະ​ແບກ​ແອກ​ຂອງ​ພະ​ເຍຊູ​ດ້ວຍ​ຄວາມ​ສົດ​ຊື່ນ​ຕໍ່ໆໄປ​ໄດ້​ແນວ​ໃດ?

“ມາ​ຫາ​ເຮົາ​ເຖີ້ນ”

4-5. ມີ​ວິທີ​ໃດ​ແດ່​ທີ່​ເຮົາ​ສາມາດ “ມາ​ຫາ” ພະ​ເຍຊູ?

4 ວິທີ​ໜຶ່ງ​ທີ່​ຈະ “ມາ​ຫາ” ພະ​ເຍຊູ​ຄື ໂດຍ​ຮຽນ​ຮູ້​ສິ່ງ​ທີ່​ພະ​ເຍຊູ​ເວົ້າ​ແລະ​ເຮັດ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້. (ລືກາ 1:1-4) ບໍ່​ມີ​ໃຜ​ສາມາດ​ເຮັດ​ສິ່ງ​ນີ້​ແທນ​ເຮົາ​ໄດ້. ມັນ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ​ເອງ​ທີ່​ຈະ​ຕ້ອງ​ສຶກສາ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ກ່ຽວ​ກັບ​ພະ​ເຍຊູ. ນອກ​ຈາກ​ນັ້ນ ເຮົາ​ຍັງ “ມາ​ຫາ” ພະ​ເຍຊູ​ໂດຍ​ຕັດສິນ​ໃຈ​ຮັບ​ບັບເຕມາ​ແລະ​ເຂົ້າ​ມາ​ເປັນ​ລູກ​ສິດ​ຂອງ​ພະ​ຄລິດ.

5 ອີກ​ວິທີ​ໜຶ່ງ​ທີ່​ຈະ “ມາ​ຫາ” ພະ​ເຍຊູ​ຄື ໂດຍ​ໄປ​ຫາ​ຜູ້​ດູ​ແລ​ໃນ​ປະຊາຄົມ​ເມື່ອ​ເຮົາ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ. ພະ​ເຍຊູ​ໃຊ້ “ຂອງ​ຂວັນ​ທີ່​ເປັນ​ມະນຸດ” ນີ້​ເພື່ອ​ເບິ່ງ​ແຍງ​ແກະ​ຂອງ​ເພິ່ນ. (ເອເຟ. 4:7, 8, 11; ໂຢ. 21:16; 1 ເປ. 5:1-3) ເຮົາ​ຕ້ອງ​ພະຍາຍາມ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພວກ​ເຂົາ. ເຮົາ​ບໍ່​ຄວນ​ຄາດ​ໝາຍ​ວ່າ​ຜູ້​ດູ​ແລ​ຈະ​ອ່ານ​ໃຈ​ເຮົາ​ອອກ​ແລະ​ຮູ້​ສິ່ງ​ທີ່​ເຮົາ​ຕ້ອງການ. ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຊື່​ຈູລຽນ ລາວ​ບອກ​ວ່າ: “ຂ້ອຍ​ຕ້ອງ​ອອກ​ຈາກ​ເບເທນ​ຍ້ອນ​ບັນຫາ​ສຸຂະພາບ ແລະ​ໝູ່​ຂ້ອຍ​ຄົນ​ໜຶ່ງ​ໄດ້​ແນະນຳ​ຂ້ອຍ​ໃຫ້​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ດູ​ແລ​ເພື່ອ​ຈະ​ໃຫ້​ກຳລັງ​ໃຈ​ຂ້ອຍ. ທຳອິດ ຂ້ອຍ​ຄິດ​ວ່າ​ບໍ່​ຈຳເປັນ​ຕ້ອງ​ມາ​ກໍ​ໄດ້ ແຕ່​ເມື່ອ​ຂ້ອຍ​ຂໍ​ຄວາມ​ຊ່ວຍ​ເຫຼືອ ຂ້ອຍ​ກໍ​ຮູ້ສຶກ​ວ່າ​ການ​ບຳລຸງ​ລ້ຽງ​ຄັ້ງ​ນັ້ນ​ເປັນ​ຂອງ​ຂວັນ​ທີ່​ດີ​ທີ່​ສຸດ​ທີ່​ຂ້ອຍ​ເຄີຍ​ໄດ້​ຮັບ.” ຖ້າ​ຜູ້​ດູ​ແລ​ເຮັດ​ຄື​ກັບ​ຜູ້​ດູ​ແລ​ສອງ​ຄົນ​ທີ່​ມາ​ຢາມ​ຈູລຽນ ພວກ​ເຂົາ​ກໍ​ສາມາດ​ເຮັດ​ໃຫ້​ເຮົາ​ຮູ້ຈັກ “ຄວາມ​ຄຶດ​ຂອງ​ພະ​ຄລິດ” ເຊິ່ງ​ກໍ​ຄື ເຂົ້າ​ໃຈ​ວ່າ​ພະ​ເຍຊູ​ຄິດ​ແນວ​ໃດ​ແລະ​ເຮັດ​ຕາມ​ເພິ່ນ. (1 ໂກ. 2:16; 1 ເປ. 2:21) ນີ້​ເປັນ​ຂອງ​ຂວັນ​ທີ່​ດີ​ທີ່​ສຸດ​ຢ່າງ​ໜຶ່ງ​ທີ່​ພວກ​ເຂົາ​ໃຫ້​ເຮົາ.

“ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄປ”

6. ພະ​ເຍຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ ເມື່ອ​ເພິ່ນ​ບອກ​ວ່າ “ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄປ”?

6 ເມື່ອ​ພະ​ເຍຊູ​ບອກ​ວ່າ: “ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄປ” ເພິ່ນ​ອາດ​ໝາຍ​ຄວາມ​ວ່າ: “ຍອມ​ຢູ່​ໃຕ້​ອຳນາດ​ຂ້ອຍ.” ເພິ່ນ​ຍັງ​ອາດ​ໝາຍ​ຄວາມ​ວ່າ “ໃຫ້​ຢູ່​ໃຕ້​ແອກ​ກັບ​ຂ້ອຍ ແລະ​ເຮົາ​ຈະ​ເຮັດ​ວຽກ​ຂອງ​ພະ​ເຢໂຫວາ​ນຳ​ກັນ.” ແຕ່​ບໍ່​ວ່າ​ຈະ​ເປັນ​ຄວາມ​ໝາຍ​ໃດ ທັງ​ສອງ​ຢ່າງ​ນີ້​ກໍ​ໝາຍ​ເຖິງ​ການ​ເຮັດ​ວຽກ.

7. ຕາມ​ມັດທາຍ 28:18-20 ເຮົາ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເຮັດ​ວຽກ​ຫຍັງ ແລະ​ເຮົາ​ສາມາດ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

7 ເຮົາ​ຮັບ​ເອົາ​ຄຳ​ເຊີນ​ຂອງ​ພະ​ເຍຊູ​ໂດຍ​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ. ພະ​ເຍຊູ​ເຊີນ​ທຸກ​ຄົນ​ໃຫ້​ມາ​ຫາ​ເພິ່ນ ແລະ​ເພິ່ນ​ບໍ່​ເຄີຍ​ປະຕິເສດ​ຜູ້​ທີ່​ຢາກ​ຮັບໃຊ້​ພະ​ເຢໂຫວາ. (ໂຢ. 6:37, 38) ຜູ້​ຕິດ​ຕາມ​ພະ​ເຍຊູ​ທຸກ​ຄົນ​ໄດ້​ຮັບ​ສິດທິ​ພິເສດ​ທີ່​ຈະ​ເຮັດ​ວຽກ​ທີ່​ພະ​ເຢໂຫວາ​ມອບ​ໝາຍ​ໃຫ້​ພະ​ເຍຊູ​ເຮັດ. ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ ພະ​ເຍຊູ​ຈະ​ຢູ່​ກັບ​ເຮົາ​ເພື່ອ​ເຮັດ​ວຽກ​ນີ້​ໃຫ້​ສຳເລັດ.—ອ່ານ​ມັດທາຍ 28:18-20

“ຮຽນ​ຮູ້​ດ້ວຍ​ເຮົາ”

ເຮັດ​ໃຫ້​ຄົນ​ອື່ນ​ສົດ​ຊື່ນ​ຄື​ກັບ​ທີ່​ພະ​ເຍຊູ​ເຮັດ (ເບິ່ງ​ຂໍ້ 8-11) *

8-9. ເປັນ​ຫຍັງ​ຄົນ​ຖ່ອມ​ຕົວ​ຈຶ່ງ​ຢາກ​ເຂົ້າ​ມາ​ຫາ​ພະ​ເຍຊູ ແລະ​ເຮົາ​ຄວນ​ຖາມ​ຕົວ​ເອງ​ແນວ​ໃດ?

8 ຄົນ​ຖ່ອມ​ຕົວ​ຢາກ​ເຂົ້າ​ມາ​ຫາ​ພະ​ເຍຊູ. (ມັດ. 19:13, 14; ລືກາ 7:37, 38) ຍ້ອນ​ຫຍັງ? ລອງ​ຄິດ​ເຖິງ​ຄວາມ​ແຕກຕ່າງ​ລະຫວ່າງ​ພະ​ເຍຊູ​ກັບ​ພວກ​ຟາລິຊຽນ. ພວກ​ຫົວ​ໜ້າ​ສາສະໜາ​ເຫຼົ່າ​ນັ້ນ​ເປັນ​ຄົນ​ເຢັນ​ຊາ​ແລະ​ຍິ່ງ​ຈອງຫອງ. (ມັດ. 12:9-14) ແຕ່​ພະ​ເຍຊູ​ເປັນ​ຄົນ​ອົບອຸ່ນ​ແລະ​ຖ່ອມ​ຕົວ. ພວກ​ຟາລິຊຽນ​ມັກ​ໃຫຍ່​ໃຝ່​ສູງ​ແລະ​ພູມ​ໃຈ​ກັບ​ຕຳແໜ່ງ​ສູງໆທີ່​ມີ​ໜ້າ​ມີ​ຕາ​ໃນ​ສັງຄົມ. ແຕ່​ພະ​ເຍຊູ​ບອກ​ວ່າ​ການ​ເຮັດ​ແບບ​ນັ້ນ​ບໍ່​ຖືກຕ້ອງ ແລະ​ເພິ່ນ​ຍັງ​ສອນ​ລູກ​ສິດ​ໃຫ້​ເປັນ​ຄົນ​ຖ່ອມ​ຕົວ​ແລະ​ຮັບໃຊ້​ຄົນ​ອື່ນ. (ມັດ. 23:2, 6-11) ພວກ​ຟາລິຊຽນ​ມັກ​ກົດ​ຂີ່​ແລະ​ຂົມ​ຂູ່​ຄົນ​ອື່ນ​ໃຫ້​ຢ້ານ. (ໂຢ. 9:13, 22) ແຕ່​ພະ​ເຍຊູ​ເຮັດ​ໃຫ້​ຄົນ​ອື່ນ​ສົດ​ຊື່ນ​ໂດຍ​ໃຊ້​ຄຳ​ເວົ້າ​ທີ່​ອ່ອນ​ໂຍນ ແລະ​ສະແດງ​ຄວາມ​ຮັກ.

9 ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພະ​ເຍຊູ? ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຄົນ​ອື່ນ​ເບິ່ງ​ວ່າ​ຂ້ອຍ​ເປັນ​ຄົນ​ອ່ອນ​ໂຍນ​ແລະ​ຖ່ອມ​ຕົວ​ບໍ? ຂ້ອຍ​ເຕັມ​ໃຈ​ເຮັດ​ວຽກ​ທີ່​ຄົນ​ອື່ນ​ເບິ່ງ​ວ່າ​ຕ່ຳ​ຕ້ອຍ​ເພື່ອ​ຮັບໃຊ້​ຄົນ​ອື່ນ​ບໍ? ຂ້ອຍ​ໄດ້​ເວົ້າ​ດີ​ແລະ​ເຮັດ​ດີ​ຕໍ່​ຄົນ​ອື່ນ​ບໍ?’

10. ພະ​ເຍຊູ​ສ້າງ​ບັນຍາກາດ​ແບບ​ໃດ​ໃນ​ການ​ເຮັດ​ວຽກ?

10 ພະ​ເຍຊູ​ສ້າງ​ບັນຍາກາດ​ທີ່​ດີ​ໃນ​ການ​ເຮັດ​ວຽກ ເພິ່ນ​ສ້າງ​ສັນຕິສຸກ ແລະ​ມັກ​ຝຶກ​ສອນ​ພວກ​ລູກ​ສິດ. (ລືກາ 10:1, 19-21) ເພິ່ນ​ເຮັດ​ໃຫ້​ພວກ​ລູກ​ສິດ​ຮູ້ສຶກ​ສະດວກ​ໃຈ​ທີ່​ຈະ​ມາ​ຖາມ​ເພິ່ນ ແລະ​ເພິ່ນ​ກໍ​ຢາກ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ພວກ​ເຂົາ. (ມັດ. 16:13-16) ຄື​ກັບ​ພືດ​ທີ່​ຢູ່​ໃນ​ເຮືອນ​ແກ້ວ​ເຊິ່ງ​ເກີດ​ດອກ​ອອກ​ຜົນ​ດີ​ຍ້ອນ​ຢູ່​ໃນ​ສະພາບ​ອາກາດ​ທີ່​ດີ ພວກ​ລູກ​ສິດ​ກໍ​ເກີດ​ຜົນ​ດີ​ຍ້ອນ​ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ດີ. ພວກ​ເຂົາ​ຊຶມ​ຊັບ​ສິ່ງ​ທີ່​ພະ​ເຍຊູ​ສອນ ແລະ​ເກີດ​ຜົນ​ດີ​ໃນ​ວຽກ​ຮັບໃຊ້.

ເປັນ​ຄົນ​ທີ່​ເວົ້າ​ນຳ​ໄດ້​ງ່າຍ​ແລະ​ເປັນ​ມິດ

ເປັນ​ຄົນ​ດຸ​ໝັ່ນ​ແລະ​ກະຕືລືລົ້ນ​ໃນ​ວຽກ​ຮັບໃຊ້

ເປັນ​ຄົນ​ຖ່ອມ​ຕົວ​ແລະ​ພ້ອມ​ທີ່​ຈະ​ເຮັດ​ວຽກ​ໜັກ *

11. ມີ​ຄຳຖາມ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ?

11 ເຈົ້າ​ມີ​ອຳນາດ​ເໜືອ​ຄົນ​ອື່ນ​ໃນ​ລະດັບ​ໜຶ່ງ​ບໍ? ຖ້າ​ແມ່ນ ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ສ້າງ​ບັນຍາກາດ​ແບບ​ໃດ​ຕອນ​ທີ່​ຢູ່​ເຮືອນ​ແລະ​ຢູ່​ບ່ອນ​ເຮັດ​ວຽກ? ຂ້ອຍ​ເປັນ​ຄົນ​ທີ່​ສົ່ງເສີມ​ສັນຕິສຸກ​ບໍ? ຂ້ອຍ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້ສຶກ​ສະດວກ​ໃຈ​ທີ່​ຈະ​ມາ​ຖາມ​ຂ້ອຍ​ບໍ? ຂ້ອຍ​ເຕັມ​ໃຈ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ​ບໍ?’ ເຮົາ​ບໍ່​ຢາກ​ເປັນ​ຄື​ກັບ​ພວກ​ຟາລິຊຽນ​ທີ່​ບໍ່​ພໍ​ໃຈ​ເມື່ອ​ຜູ້​ຄົນ​ສົງໄສ​ສິ່ງ​ທີ່​ພວກ​ເຂົາ​ສອນ ແລະ​ມັກ​ກົດ​ຂີ່​ຂົ່ມເຫງ​ຄົນ​ທີ່​ຄິດ​ຕ່າງ​ຈາກ​ພວກ​ເຂົາ.—ມໂກ. 3:1-6; ໂຢ. 9:29-34

“ທ່ານ​ທັງ​ຫຼາຍ​ຈະ​ພົບ​ຄວາມ​ເຊົາ​ເມື່ອຍ [“ສົດ​ຊື່ນ,” ລ.ມ.] ”

12-14. ເປັນ​ຫຍັງ​ວຽກ​ທີ່​ພະ​ເຍຊູ​ມອບ​ໝາຍ​ໃຫ້​ເຮົາ​ເຮັດ​ຈຶ່ງ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ສົດ​ຊື່ນ?

12 ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້ສຶກ​ສົດ​ຊື່ນ​ເມື່ອ​ເຮັດ​ວຽກ​ທີ່​ພະ​ເຍຊູ​ມອບ​ໝາຍ​ໃຫ້​ເຮັດ? ມີ​ຫຼາຍ​ເຫດຜົນ ແຕ່​ເຮົາ​ຈະ​ມາ​ເບິ່ງ​ບາງ​ເຫດຜົນ​ນຳ​ກັນ.

13 ເຮົາ​ມີ​ຜູ້​ດູ​ແລ​ທີ່​ດີ​ທີ່​ສຸດ. ພະ​ເຢໂຫວາ​ເປັນ​ຜູ້​ດູ​ແລ​ອົງ​ສູງ​ສຸດ ພະອົງ​ບໍ່​ແມ່ນ​ເຈົ້ານາຍ​ທີ່​ໂຫດ​ຮ້າຍ​ແລະ​ບໍ່​ເຫັນ​ຄຸນຄ່າ​ຜູ້​ຮັບໃຊ້​ຂອງ​ພະອົງ. ແຕ່​ພະອົງ​ເຫັນ​ຄຸນຄ່າ​ວຽກ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ. (ເຫບ. 6:10) ແລະ​ພະອົງ​ຍັງ​ໃຫ້​ເຮົາ​ມີ​ກຳລັງ​ເພື່ອ​ເຮົາ​ຈະ​ສາມາດ​ເຮັດ​ວຽກ​ທີ່​ພະອົງ​ມອບ​ໝາຍ​ໃຫ້. (2 ໂກ. 4:7; ຄລາ. 6:5) ພະ​ເຍຊູ​ກະສັດ​ຂອງ​ເຮົາ​ກໍ​ເປັນ​ຜູ້​ນຳ​ທີ່​ດີ​ເລີດ ເພິ່ນ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ​ໃນ​ການ​ປະຕິບັດ​ຕໍ່​ຄົນ​ອື່ນ. (ໂຢ. 13:15) ແລະ​ຜູ້​ດູ​ແລ​ທີ່​ເບິ່ງ​ແຍງ​ເຮົາ​ກໍ​ພະຍາຍາມ​ຮຽນ​ແບບ​ພະ​ເຍຊູ “ຜູ້​ລ້ຽງ​ແກະ​ອົງ​ໃຫຍ່.” (ເຫບ. 13:20; 1 ເປ. 5:2) ຕອນ​ທີ່​ພວກ​ເຂົາ​ສອນ​ແລະ​ປົກ​ປ້ອງ​ເຮົາ ພວກ​ເຂົາ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ສະແດງ​ຄວາມ​ຮັກ ໃຫ້​ກຳລັງ​ໃຈ ແລະ​ສະແດງ​ຄວາມ​ກ້າຫານ.

14 ເຮົາ​ມີ​ໝູ່​ທີ່​ດີ​ທີ່​ສຸດ. ບໍ່​ມີ​ໃຜ​ໃນ​ໂລກ​ນີ້​ທີ່​ຈະ​ມີ​ເປົ້າ​ໝາຍ​ຊີວິດ​ທີ່​ດີ​ແລະ​ຮັກ​ກັນ​ແບບ​ພວກ​ເຮົາ. ຂໍ​ໃຫ້​ຄິດ​ເບິ່ງ​ວ່າ ເຮົາ​ມີ​ສິດທິ​ພິເສດ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ພີ່​ນ້ອງ​ທີ່​ມີ​ມາດຕະຖານ​ດ້ານ​ສິນລະທຳ​ສູງ ແລະ​ພວກ​ເຂົາ​ກໍ​ບໍ່​ໄດ້​ຄິດ​ວ່າ​ຕົວ​ເອງ​ດີ​ກວ່າ​ຄົນ​ອື່ນ. ເຖິງ​ວ່າ​ພວກ​ເຂົາ​ຈະ​ມີ​ຄວາມ​ສາມາດ​ຫຼາຍ​ຢ່າງ ແຕ່​ພວກ​ເຂົາ​ກໍ​ຈຽມ​ຕົວ. ພວກ​ເຂົາ​ບໍ່​ໄດ້​ເບິ່ງ​ວ່າ​ເຮົາ​ເປັນ​ພຽງ​ແຕ່​ຄົນ​ທີ່​ເຮັດ​ວຽກ​ນຳ​ກັນ ແຕ່​ເບິ່ງ​ວ່າ​ເຮົາ​ເປັນ​ໝູ່​ແທ້ໆ. ພວກ​ເຂົາ​ຮັກ​ເຮົາ​ຫຼາຍ​ຈົນ​ເຖິງ​ກັບ​ຍອມ​ຕາຍ​ເພື່ອ​ເຮົາ​ໄດ້!

15. ເຮົາ​ຄວນ​ຮູ້ສຶກ​ແນວ​ໃດ​ຕໍ່​ວຽກ​ທີ່​ເຮົາ​ກຳລັງ​ເຮັດ?

15 ເຮົາ​ມີ​ວຽກ​ທີ່​ດີ​ທີ່​ສຸດ. ເຮົາ​ສອນ​ຄວາມ​ຈິງ​ເລື່ອງ​ພະ​ເຢໂຫວາ​ໃຫ້​ຜູ້​ຄົນ ແລະ​ເປີດໂປງ​ຄຳ​ຕົວະ​ຂອງ​ຊາຕານ. (ໂຢ. 8:44) ຊາຕານ​ໄດ້​ວາງ​ພາລະ​ໜັກ​ໃສ່​ຜູ້​ຄົນ​ໂດຍ​ໃຊ້​ເລື່ອງ​ຕົວະ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ບໍ່​ມີ​ຄວາມ​ຫວັງ. ຕົວຢ່າງ: ມັນ​ຢາກ​ໃຫ້​ເຮົາ​ເຊື່ອ​ວ່າ​ພະ​ເຢໂຫວາ​ບໍ່​ໃຫ້​ອະໄພ​ບາບ ແລະ​ເຮົາ​ບໍ່​ສົມຄວນ​ໄດ້​ຮັບ​ຄວາມ​ຮັກ. ຈັ່ງ​ແມ່ນ​ເປັນ​ຄຳ​ຕົວະ​ທີ່​ໂຫດ​ຮ້າຍ​ແທ້​ນໍ! ເພາະ​ຄວາມ​ຈິງ​ແລ້ວ​ເມື່ອ​ເຮົາ “ມາ​ຫາ” ພະ​ຄລິດ ບາບ​ຂອງ​ເຮົາ​ກໍ​ໄດ້​ຮັບ​ການ​ໃຫ້​ອະໄພ ແລະ​ພະ​ເຢໂຫວາ​ກໍ​ຮັກ​ເຮົາ​ທຸກ​ຄົນ​ຫຼາຍ​ອີ່ຫຼີ. (ໂລມ 8:32, 38, 39) ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ ທີ່​ໄດ້​ຊ່ວຍ​ຜູ້​ຄົນ​ໃຫ້​ຮຽນ​ຮູ້​ທີ່​ຈະ​ເພິ່ງ​ພະ​ເຢໂຫວາ​ແລະ​ເຫັນ​ພວກ​ເຂົາ​ມີ​ຊີວິດ​ທີ່​ດີ​ຂຶ້ນ!

ແບກ​ແອກ​ຂອງ​ພະ​ເຍຊູ​ດ້ວຍ​ຄວາມ​ສົດ​ຊື່ນ​ຕໍ່ໆໄປ

16. ພາລະ​ທີ່​ພະ​ເຍຊູ​ບອກ​ໃຫ້​ເຮົາ​ແບກ​ແຕກຕ່າງ​ຈາກ​ພາລະ​ອື່ນໆທີ່​ເຮົາ​ຕ້ອງ​ແບກ​ແນວ​ໃດ?

16 ພາລະ​ທີ່​ພະ​ເຍຊູ​ບອກ​ໃຫ້​ເຮົາ​ແບກ​ນັ້ນ​ແຕກຕ່າງ​ຈາກ​ພາລະ​ອື່ນໆທີ່​ເຮົາ​ຕ້ອງ​ແບກ. ຕົວຢ່າງ: ຫຼັງ​ຈາກ​ເລີກ​ວຽກ​ແລ້ວ ຫຼາຍ​ຄົນ​ບໍ່​ພຽງ​ແຕ່​ຮູ້ສຶກ​ເມື່ອຍ ແຕ່​ຍັງ​ບໍ່​ມີ​ຄວາມ​ສຸກ​ນຳ​ອີກ. ກົງ​ກັນ​ຂ້າມ ຫຼັງ​ຈາກ​ທີ່​ເຮົາ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຄລິດ ເຮົາ​ພັດ​ຮູ້ສຶກ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ. ເຖິງ​ວ່າ​ເຮົາ​ອາດ​ຈະ​ເມື່ອຍ​ຈາກ​ການ​ທີ່​ເຮັດ​ວຽກ​ມາ​ໝົດ​ມື້ ແລະ​ຍັງ​ຕ້ອງ​ບັງຄັບ​ຕົວ​ເອງ​ໃຫ້​ໄປ​ປະຊຸມ​ປະຈຳ​ປະຊາຄົມ​ຕອນ​ກາງຄືນ ແຕ່​ຫຼາຍ​ເທື່ອ​ທີ່​ກັບ​ມາ​ຈາກ​ການ​ປະຊຸມ ເຮົາ​ກໍ​ຮູ້ສຶກ​ສົດ​ຊື່ນ​ແລະ​ມີ​ແຮງ. ຄ້າຍ​ຄື​ກັນ ຕອນ​ທີ່​ເຮົາ​ພະຍາຍາມ​ອອກ​ໄປ​ປະກາດ​ແລະ​ສຶກສາ​ສ່ວນ​ຕົວ ເຮົາ​ກໍ​ຮູ້ສຶກ​ສົດ​ຊື່ນ​ແລະ​ມີ​ແຮງ​ຫຼາຍ​ຂຶ້ນ!

17. ເຮົາ​ຕ້ອງ​ຍອມ​ຮັບ​ຄວາມ​ຈິງ​ອັນ​ໃດ ແລະ​ເຮົາ​ຕ້ອງ​ລະວັງ​ໃນ​ເລື່ອງ​ຫຍັງ?

17 ເຮົາ​ຕ້ອງ​ຍອມ​ຮັບ​ຄວາມ​ຈິງ​ທີ່​ວ່າ ເຮົາ​ແຕ່​ລະ​ຄົນ​ມີ​ກຳລັງ​ວັງ​ຊາ​ທີ່​ມີ​ຂີດ​ຈຳກັດ. ດັ່ງ​ນັ້ນ ເຮົາ​ຕ້ອງ​ລະວັງ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ເຮັດ. ຕົວຢ່າງ: ເຮົາ​ອາດ​ໝົດ​ແຮງ​ໄປ​ກັບ​ການ​ພະຍາຍາມ​ຫາ​ເງິນ​ຫາ​ຄຳ​ໃຫ້​ໄດ້​ຫຼາຍໆ. ຂໍ​ສັງເກດ​ສິ່ງ​ທີ່​ພະ​ເຍຊູ​ເວົ້າ​ກັບ​ຊາຍ​ໜຸ່ມ​ທີ່​ຮັ່ງມີ​ຄົນ​ໜຶ່ງ​ເຊິ່ງ​ຖາມ​ເພິ່ນ​ວ່າ: “ຂ້າພະເຈົ້າ​ຈະ​ກະທຳ​ສິ່ງ​ໃດ​ເພື່ອ​ຈະ​ຮັບ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ​ມາ​ເປັນ​ມູນລະດົກ?” ຜູ້​ຊາຍ​ຄົນ​ນີ້​ໄດ້​ເຮັດ​ຕາມ​ກົດ​ໝາຍ​ຂອງ​ໂມເຊ​ແລ້ວ. ລາວ​ຕ້ອງ​ເປັນ​ຄົນ​ດີ​ເພາະ​ພະທຳ​ມາລະໂກ​ບອກ​ວ່າ: ພະ​ເຍຊູ “ໄດ້​ຮັກ​ເພິ່ນ.” ພະ​ເຍຊູ​ໄດ້​ເຊີນ​ລາວ​ວ່າ “ສັບພະ​ເຂົ້າ​ຂອງ​ທີ່​ທ່ານ​ມີ​ຢູ່​ນັ້ນ ທ່ານ​ຈົ່ງ​ໄປ​ຂາຍ . . . ແລະ​ຕາມ​ເຮົາ​ໄປ​ເຖີ້ນ.” ຊາຍ​ໜຸ່ມ​ຄົນ​ນີ້​ຢາກ​ຕິດ​ຕາມ​ພະ​ເຍຊູ ແຕ່​ລາວ​ຖິ້ມ ‘ເຂົ້າ​ຂອງ​ເງິນ​ຄຳ’ ຢ່າງ​ຫຼວງ​ຫຼາຍ​ຂອງ​ລາວ​ບໍ່​ໄດ້. (ມໂກ. 10:17-22) ຜົນ​ກໍ​ຄື ລາວ​ບໍ່​ຍອມ​ແບກ​ແອກ​ຂອງ​ພະ​ເຍຊູ​ແລະ​ເລືອກ​ເປັນ​ທາດ​ຂອງ “ເຂົ້າ​ຂອງ​ເງິນ​ຄຳ” ຕໍ່​ໄປ. (ມັດ. 6:24) ເຈົ້າ​ເດ ເຈົ້າ​ຈະ​ເລືອກ​ຫຍັງ?

18. ເຮົາ​ຕ້ອງ​ເຮັດ​ຫຍັງ​ເປັນ​ໄລຍະໆ ແລະ​ຍ້ອນ​ຫຍັງ?

18 ເປັນ​ເລື່ອງ​ທີ່​ດີ​ທີ່​ເຮົາ​ຈະ​ຄິດ​ຄືນ​ເປັນ​ໄລຍະໆວ່າ​ອັນ​ໃດ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ເຮົາ. ຍ້ອນ​ຫຍັງ? ກໍ​ເພື່ອ​ເຮົາ​ຈະ​ແນ່​ໃຈ​ວ່າ​ເຮົາ​ໃຊ້​ກຳລັງ​ວັງ​ຊາ​ຂອງ​ເຮົາ​ຢ່າງ​ສະຫຼາດ. ຂໍ​ໃຫ້​ມາ​ເບິ່ງ​ຕົວຢ່າງ​ຂອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ຊື່​ມາກ ລາວ​ບອກ​ວ່າ: “ເປັນ​ເວລາ​ຫຼາຍ​ປີ ຂ້ອຍ​ຄິດ​ວ່າ​ຂ້ອຍ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ. ຂ້ອຍ​ເປັນ​ໄພໂອເນຍ ແຕ່​ຂ້ອຍ​ກໍ​ຄິດ​ແຕ່​ເລື່ອງ​ເງິນ​ຕະຫຼອດ​ແລະ​ຄິດ​ວ່າ​ເຮັດ​ແນວ​ໃດ​ຕົວ​ເອງ​ຈະ​ສະດວກ​ສະບາຍ​ຫຼາຍ​ຂຶ້ນ. ຂ້ອຍ​ສົງໄສ​ວ່າ​ເປັນ​ຫຍັງ​ຊີວິດ​ຂ້ອຍ​ຄື​ຫຍຸ້ງຍາກ​ແທ້. ແລ້ວ​ຂ້ອຍ​ກໍ​ຮູ້​ວ່າ ຂ້ອຍ​ໃຊ້​ເວລາ​ແລະ​ກຳລັງ​ໄປ​ກັບ​ສິ່ງ​ທີ່​ຂ້ອຍ​ຕ້ອງການ​ຫຼາຍ​ກ່ອນ ສ່ວນ​ທີ່​ເຫຼືອ​ລະ​ຈຶ່ງ​ໃຫ້​ກັບ​ພະ​ເຢໂຫວາ.” ມາກ​ປ່ຽນ​ຄວາມ​ຄິດ​ແລະ​ການ​ໃຊ້​ຊີວິດ​ຂອງ​ລາວ​ເພື່ອ​ຈະ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ລາວ​ບອກ​ວ່າ: “ບາງ​ເທື່ອ​ຂ້ອຍ​ກໍ​ອຸກ​ໃຈ​ເລື່ອງ​ເງິນ ແຕ່​ຍ້ອນ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຊ່ວຍ​ຂ້ອຍ ຂ້ອຍ​ຈຶ່ງ​ເອົາ​ຊະນະ​ບັນຫາ​ນີ້​ໄດ້.”

19. ເປັນ​ຫຍັງ​ການ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ຈຶ່ງ​ສຳຄັນ​ຫຼາຍ?

19 ເຮົາ​ຈະ​ແບກ​ແອກ​ຂອງ​ພະ​ເຍຊູ​ດ້ວຍ​ຄວາມ​ສົດ​ຊື່ນ​ຕໍ່ໆໄປ​ໄດ້ ຖ້າ​ເຮົາ​ເຮັດ 3 ຢ່າງ​ນີ້​ຄື: ທຳອິດ ເຮົາ​ຕ້ອງ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ. ເຮົາ​ກຳລັງ​ເຮັດ​ວຽກ​ຂອງ​ພະ​ເຢໂຫວາ ດັ່ງ​ນັ້ນ ເຮົາ​ຈຶ່ງ​ຕ້ອງ​ເຮັດ​ຕາມ​ວິທີ​ຂອງ​ພະອົງ. ເຮົາ​ເປັນ​ຄົນ​ງານ ແລະ​ພະ​ເຢໂຫວາ​ເປັນ​ນາຍ. (ລືກາ 17:10) ຖ້າ​ເຮົາ​ພະຍາຍາມ​ເຮັດ​ວຽກ​ຂອງ​ພະອົງ​ຕາມ​ວິທີ​ຂອງ​ເຮົາ ການ​ແບກ​ແອກ​ຂອງ​ເຮົາ​ກໍ​ຈະ​ເປັນ​ເລື່ອງ​ຍາກ. ແມ່ນ​ແຕ່​ງົວ​ທີ່​ແຂງແຮງ​ຫຼາຍ​ກໍ​ຍັງ​ເຈັບ​ແລະ​ເມື່ອຍ​ຖ້າ​ມັນ​ພະຍາຍາມ​ໄປ​ຕາມ​ໃຈ​ມັນ​ເອງ​ແລະ​ຝືນ​ແອກ​ທີ່​ນາຍ​ໃສ່​ເພື່ອ​ຄວບຄຸມ​ມັນ. ແຕ່​ຖ້າ​ເຮົາ​ເຮັດ​ຕາມ​ວິທີ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ເຫັນ​ວ່າ​ເຮົາ​ສາມາດ​ເຮັດ​ສິ່ງ​ທີ່​ເຮົາ​ຄິດ​ວ່າ​ເຮັດ​ບໍ່​ໄດ້ ແລະ​ສາມາດ​ເອົາ​ຊະນະ​ອຸປະສັກ​ຕ່າງໆທີ່​ເຮົາ​ຄິດ​ວ່າ​ເອົາ​ຊະນະ​ບໍ່​ໄດ້. ຂໍ​ໃຫ້​ຈື່​ວ່າ ບໍ່​ມີ​ໃຜ​ສາມາດ​ຂັດ​ຂວາງ​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ​ໄດ້!—ໂລມ 8:31; 1 ໂຢ. 4:4

20. ເຮົາ​ຄວນ​ມີ​ເຈຕະນາ​ແນວ​ໃດ​ໃນ​ການ​ແບກ​ແອກ​ຂອງ​ພະ​ເຍຊູ?

20 ທີ​ສອງ ເຮົາ​ຕ້ອງ​ເຮັດ​ວຽກ​ດ້ວຍ​ເຈຕະນາ​ທີ່​ຖືກຕ້ອງ. ເປົ້າ​ໝາຍ​ຂອງ​ເຮົາ​ຄື​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ຍົກຍ້ອງ​ສັນລະເສີນ. ໃນ​ສະໄໝ​ຂອງ​ພະ​ເຍຊູ ຄົນ​ທີ່​ມີ​ເຈຕະນາ​ມາ​ຫາ​ເພິ່ນ​ຍ້ອນ​ຄວາມ​ໂລບ​ແລະ​ເຫັນ​ແກ່​ຕົວ​ຈະ​ຢູ່​ນຳ​ເພິ່ນ​ໄດ້​ບໍ່​ດົນ ສຸດ​ທ້າຍ​ພວກ​ເຂົາ​ກໍ​ບໍ່​ມີ​ຄວາມ​ສຸກ​ແລະ​ຖິ້ມ​ແອກ​ຂອງ​ພະ​ເຍຊູ. (ໂຢ. 6:25-27, 51, 60, 66; ຟີລິບ 3:18, 19) ກົງ​ກັນ​ຂ້າມ ຄົນ​ທີ່​ມາ​ຫາ​ພະ​ເຍຊູ​ໃນ​ຕອນ​ນັ້ນ​ຍ້ອນ​ຮັກ​ພະເຈົ້າ​ແລະ​ຮັກ​ຄົນ​ອື່ນ​ຢ່າງ​ບໍ່​ເຫັນ​ແກ່​ຕົວ ກໍ​ຈະ​ແບກ​ແອກ​ຂອງ​ພະ​ເຍຊູ​ຢ່າງ​ມີ​ຄວາມ​ສຸກ​ຕະຫຼອດ​ຊີວິດ​ທີ່​ຢູ່​ເທິງ​ໂລກ ແລະ​ມີ​ຄວາມ​ຫວັງ​ທີ່​ຈະ​ຮັບໃຊ້​ກັບ​ພະ​ຄລິດ​ໃນ​ສະຫວັນ. ຄ້າຍ​ຄື​ກັນ ຖ້າ​ເຮົາ​ແບກ​ແອກ​ຂອງ​ພະ​ເຍຊູ​ດ້ວຍ​ເຈຕະນາ​ທີ່​ຖືກຕ້ອງ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ສະເໝີ.

21. ຕາມ​ມັດທາຍ 6:31-33 ເຮົາ​ເຊື່ອ​ໝັ້ນ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ?

21 ທີ​ສາມ ເຮົາ​ຕ້ອງ​ເຊື່ອ​ໝັ້ນ​ຕໍ່ໆໄປ. ເຮົາ​ເລືອກ​ທີ່​ຈະ​ໃຊ້​ຊີວິດ​ແບບ​ເສຍ​ສະລະ​ແລະ​ເຮັດ​ວຽກ​ໜັກ. ພະ​ເຍຊູ​ເຕືອນ​ເຮົາ​ວ່າ​ເຮົາ​ຈະ​ຖືກ​ຂົ່ມເຫງ. ແຕ່​ເຮົາ​ເຊື່ອ​ໝັ້ນ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ກັບ​ເຮົາ​ເພື່ອ​ຈະ​ສາມາດ​ອົດ​ທົນ​ກັບ​ບັນຫາ​ຕ່າງໆໄດ້. ແຮ່ງ​ເຮົາ​ອົດ​ທົນ ເຮົາ​ກໍ​ຈະ​ແຮ່ງ​ເຂັ້ມແຂງ​ຂຶ້ນ. (ຢໂກ. 1:2-4) ເຮົາ​ຍັງ​ເຊື່ອ​ໝັ້ນ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ສິ່ງ​ຈຳເປັນ​ກັບ​ເຮົາ ພະ​ເຍຊູ​ຈະ​ເບິ່ງ​ແຍງ​ເຮົາ ແລະ​ພີ່​ນ້ອງ​ຈະ​ໃຫ້​ກຳລັງ​ໃຈ​ເຮົາ. (ອ່ານ​ມັດທາຍ 6:31-33; ໂຢ. 10:14; 1 ເທ. 5:11) ຈະ​ມີ​ສິ່ງ​ໃດ​ທີ່​ເຮົາ​ຕ້ອງການ​ຫຼາຍ​ກວ່າ​ນີ້​ບໍ?

22. ເຮົາ​ຄວນ​ຮູ້ສຶກ​ດີ​ໃຈ​ໃນ​ເລື່ອງ​ຫຍັງ?

22 ຜູ້​ຍິງ​ທີ່​ຕົກ​ເລືອດ​ຮູ້ສຶກ​ສົດ​ຊື່ນ​ຕັ້ງ​ແຕ່​ມື້​ນັ້ນ​ທີ່​ພະ​ເຍຊູ​ປິ່ນປົວ​ລາວ. ແຕ່​ລາວ​ຈະ​ສົດ​ຊື່ນ​ຕະຫຼອດ​ໄປ​ຖ້າ​ລາວ​ເຂົ້າ​ມາ​ເປັນ​ລູກ​ສິດ​ທີ່​ພັກດີ​ຂອງ​ພະ​ຄລິດ. ເຈົ້າ​ຄິດ​ວ່າ​ລາວ​ຈະ​ເຮັດ​ແບບ​ນັ້ນ​ບໍ? ຖ້າ​ລາວ​ເລືອກ​ທີ່​ຈະ​ຍອມ​ຢູ່​ໃຕ້​ແອກ​ຂອງ​ພະ​ເຍຊູ ລາວ​ກໍ​ຈະ​ໄດ້​ລາງວັນ​ໂດຍ​ໄດ້​ຮັບໃຊ້​ກັບ​ພະ​ເຍຊູ​ໃນ​ສະຫວັນ! ທຸກ​ສິ່ງ​ທີ່​ລາວ​ເສຍ​ສະລະ​ໄປ​ເພື່ອ​ຈະ​ຕິດ​ຕາມ​ພະ​ເຍຊູ​ຄລິດ​ທຽບ​ບໍ່​ໄດ້​ເລີຍ​ກັບ​ສິ່ງ​ທີ່​ລາວ​ຈະ​ໄດ້​ຮັບ. ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ສະຫວັນ​ຫຼື​ແຜ່ນດິນ​ໂລກ ເຮົາ​ກໍ​ຮູ້ສຶກ​ດີ​ໃຈ​ຫຼາຍ​ອີ່ຫຼີ​ທີ່​ເຮົາ​ໄດ້​ຮັບ​ເອົາ​ຄຳ​ເຊີນ​ຂອງ​ພະ​ເຍຊູ​ທີ່​ວ່າ: “ມາ​ຫາ​ເຮົາ​ເຖີ້ນ.”

ເພງ 13 ພະ​ຄລິດ​ເປັນ​ແບບ​ຢ່າງ​ຂອງ​ເຮົາ

^ ຂໍ້ 5 ພະ​ເຍຊູ​ເຊີນ​ເຮົາ​ໃຫ້​ມາ​ຫາ​ເພິ່ນ. ແຕ່​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຕອບ​ຮັບ​ຄຳ​ເຊີນ​ນີ້? ໃນ​ບົດ​ຄວາມ​ນີ້​ຈະ​ຕອບ​ຄຳຖາມ​ນັ້ນ ແລະ​ຍັງ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ທີ່​ຈະ​ສົດ​ຊື່ນ​ເມື່ອ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ຄລິດ.

^ ຂໍ້ 60 ຄຳ​ອະທິບາຍ​ຮູບ​ພາບ: ພະ​ເຍຊູ​ເຮັດ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ສົດ​ຊື່ນ.

^ ຂໍ້ 66 ຄຳ​ອະທິບາຍ​ຮູບ​ພາບ: ຄ້າຍ​ຄື​ກັບ​ພະ​ເຍຊູ ພີ່​ນ້ອງ​ຊາຍ​ຄົນ​ນີ້​ກໍ​ເຮັດ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ສົດ​ຊື່ນ.