ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 36

ສົງຄາມ​ອະລະມະເຄໂດນ​ແມ່ນ​ຂ່າວ​ດີ!

ສົງຄາມ​ອະລະມະເຄໂດນ​ແມ່ນ​ຂ່າວ​ດີ!

“ເຂົາ​ໄດ້​ໃຫ້​ກະສັດ​ທັງ​ຫຼາຍ​ມາ​ຊຸມນຸມ​ກັນ​ທີ່ . . . ອະລະມະເຄໂດນ.”—ຄຳປ. 16:16

ເພງ 150 ຈົ່ງ​ຊອກ​ຫາ​ພະເຈົ້າ​ເພື່ອ​ເຈົ້າ​ຈະ​ລອດ

ໃຈ​ຄວາມ​ສຳຄັນ *

1-2. (ກ) ເປັນ​ຫຍັງ​ສົງຄາມ​ອະລະມະເຄໂດນ​ຈຶ່ງ​ເປັນ​ຂ່າວ​ດີ​ສຳລັບ​ມະນຸດ? (ຂ) ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ເຈົ້າ​ເຄີຍ​ໄດ້​ຍິນ​ຜູ້​ຄົນ​ເວົ້າ​ເຖິງ “ອະລະມະເຄໂດນ” ວ່າ​ເປັນ​ສົງຄາມ​ນິວເຄຼຍ ຫຼື​ໄພ​ພິບັດ​ທາງ​ທຳມະຊາດ​ບໍ? ນີ້​ກົງ​ກັນ​ຂ້າມ​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ ຄຳພີ​ໄບເບິນ​ບອກ​ວ່າ​ອະລະມະເຄໂດນ​ແມ່ນ​ຂ່າວ​ດີ​ເພາະ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສຸກ! (ຄຳປ. 1:3) ສົງຄາມ​ອະລະມະເຄໂດນ​ບໍ່​ແມ່ນ​ການ​ທຳລາຍ​ລ້າງ​ມະນຸດ ແຕ່​ເປັນ​ການ​ປົກ​ປ້ອງ​ມະນຸດ! ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ?

2 ຄຳພີ​ໄບເບິນ​ບອກ​ວ່າ​ສົງຄາມ​ອະລະມະເຄໂດນ​ຈະ​ຊ່ວຍ​ມະນຸດ​ໃຫ້​ລອດ​ໂດຍ​ທຳລາຍ​ການ​ປົກຄອງ​ຂອງ​ມະນຸດ. ສົງຄາມ​ນີ້​ຈະ​ທຳລາຍ​ຄົນ​ຊົ່ວ ແລະ​ປົກ​ປ້ອງ​ຄົນ​ດີ ແລະ​ປົກ​ປ້ອງ​ໂລກ​ຂອງ​ເຮົາ​ບໍ່​ໃຫ້​ຖືກ​ທຳລາຍ. (ຄຳປ. 11:18) ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ເລື່ອງ​ນີ້​ຫຼາຍ​ຂຶ້ນ ຂໍ​ໃຫ້​ເຮົາ​ພິຈາລະນາ 4 ຄຳຖາມ​ຕໍ່​ໄປ​ນີ້: ອະລະມະເຄໂດນ​ແມ່ນ​ຫຍັງ? ມີ​ເຫດການ​ຫຍັງ​ແດ່​ທີ່​ຈະ​ເກີດ​ຂຶ້ນ​ກ່ອນ​ວັນ​ອະລະມະເຄໂດນ? ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຢູ່​ໃນ​ກຸ່ມ​ຄົນ​ທີ່​ລອດ​ຜ່ານ​ສົງຄາມ​ອະລະມະເຄໂດນ? ແລະ​ເຮົາ​ຈະ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໄດ້​ແນວ​ໃດ​ໃນ​ຂະນະ​ທີ່​ວັນ​ອະລະມະເຄໂດນ​ກຳລັງ​ໃກ້​ເຂົ້າ​ມາ?

ອະລະມະເຄໂດນ​ແມ່ນ​ຫຍັງ?

3. (ກ) ຄຳ​ວ່າ “ອະລະມະເຄໂດນ” ໝາຍ​ເຖິງ​ຫຍັງ? (ຂ) ຕາມ​ຄຳປາກົດ 16:14, 16 ເປັນ​ຫຍັງ​ເຮົາ​ຮູ້​ວ່າ​ອະລະມະເຄໂດນ​ບໍ່​ແມ່ນ​ສະຖານ​ທີ່​ທີ່​ມີ​ຢູ່​ແທ້​ໃນ​ໂລກ?

3 ອ່ານ​ຄຳປາກົດ 16:14, 16. ຄຳ​ວ່າ “ອະລະມະເຄໂດນ” ປາກົດ​ເທື່ອ​ດຽວ​ໃນ​ຄຳພີ​ໄບເບິນ. ຄຳ​ນີ້​ມາ​ຈາກ​ຄຳ​ພາສາ​ເຫບເລີ​ທີ່​ແປ​ວ່າ “ພູເຂົາ​ເມຄີດໂດ.” (ຄຳປ. 16:16) ເມຄີດໂດ​ເປັນ​ຊື່​ເມືອງ​ໜຶ່ງ​ຂອງ​ອິດສະລາແອນ​ບູຮານ. (ຢຊວຍ. 17:11) ແຕ່​ອະລະມະເຄໂດນ​ບໍ່​ແມ່ນ​ສະຖານ​ທີ່​ທີ່​ມີ​ຢູ່​ແທ້​ໃນ​ໂລກ. ອະລະມະເຄໂດນ​ໝາຍ​ເຖິງ​ເຫດການ​ທີ່ “ກະສັດ​ທັງ​ຫຼາຍ​ທົ່ວ​ແຜ່ນດິນ​ໂລກ” ຈະ​ມາ​ລວມ​ຕົວ​ກັນ​ຕໍ່​ສູ້​ກັບ​ພະ​ເຢໂຫວາ. (ຄຳປ. 16:14) ແຕ່​ໃນ​ບົດ​ຄວາມ​ນີ້ ເຮົາ​ຍັງ​ຈະ​ໃຊ້​ຄຳ​ວ່າ “ອະລະມະເຄໂດນ” ເພື່ອ​ໝາຍ​ເຖິງ​ສົງຄາມ​ທີ່​ເກີດ​ຂຶ້ນ​ທັນທີ​ຫຼັງ​ຈາກ​ທີ່​ກະສັດ​ທົ່ວ​ໂລກ​ມາ​ລວມ​ຕົວ​ກັນ. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ອະລະມະເຄໂດນ​ບໍ່​ແມ່ນ​ສະຖານ​ທີ່​ແທ້ໆ? ທຳອິດ ພູເຂົາ​ເມຄີດໂດ​ບໍ່​ມີ​ແທ້. ທີ​ສອງ ພື້ນ​ທີ່​ເມືອງ​ເມຄີດໂດ​ນ້ອຍ​ເກີນ​ໄປ​ທີ່​ຈະ​ໃຫ້ “ກະສັດ​ທັງ​ຫຼາຍ​ທົ່ວ​ແຜ່ນດິນ​ໂລກ” ລວມ​ທັງ​ກອງທັບ​ແລະ​ອາວຸດ​ສົງຄາມ​ຂອງ​ພວກ​ເຂົາ​ມາ​ລວມ​ກັນ​ຢູ່​ຫັ້ນ. ທີ​ສາມ ດັ່ງ​ທີ່​ເຮົາ​ຈະ​ເຫັນ​ຕໍ່​ໄປ​ໃນ​ບົດ​ຄວາມ​ນີ້ ສົງຄາມ​ອະລະມະເຄໂດນ​ຈະ​ເລີ່ມ​ຂຶ້ນ​ເມື່ອ “ກະສັດ​ທັງ​ຫຼາຍ” ມາ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ​ເຊິ່ງ​ພວກ​ເຂົາ​ກະຈາຍ​ຢູ່​ທົ່ວ​ໂລກ.

4. ເປັນ​ຫຍັງ​ພະ​ເຢໂຫວາ​ໃຊ້​ຄຳ​ວ່າ​ເມຄີດໂດ​ເມື່ອ​ເວົ້າ​ເຖິງ​ສົງຄາມ​ໃຫຍ່​ຄັ້ງ​ສຸດ​ທ້າຍ?

4 ເປັນ​ຫຍັງ​ພະ​ເຢໂຫວາ​ໃຊ້​ຄຳ​ວ່າ​ເມຄີດໂດ​ເມື່ອ​ເວົ້າ​ເຖິງ​ສົງຄາມ​ໃຫຍ່​ຄັ້ງ​ສຸດ​ທ້າຍ? ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ມີ​ການ​ສູ້​ຮົບ​ກັນ​ຫຼາຍ​ເທື່ອ​ຢູ່​ເມືອງ​ເມຄີດໂດ​ເຊິ່ງ​ໃກ້​ກັບ​ຮ່ອມ​ພູ​ຢີເຊເອນ. ບາງ​ເທື່ອ ພະ​ເຢໂຫວາ​ກໍ​ໄດ້​ເຂົ້າ​ແຊກ​ແຊງ​ເພື່ອ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ຢູ່​ຫັ້ນ ເຊັ່ນ: ພະເຈົ້າ​ໃຊ້ “ນ້ຳ​ເມຄີດໂດ” ຊ່ວຍ​ຜູ້ຕັດສິນ​ບາລາກ​ທີ່​ເປັນ​ຄົນ​ອິດສະລາແອນ​ໃຫ້​ຮົບ​ຊະນະ​ກອງທັບ​ຂອງ​ຊາວ​ການາອານ​ເຊິ່ງ​ມີ​ແມ່ທັບ​ຊີ​ເຊລາ​ເປັນ​ຜູ້​ນຳ​ກອງທັບ. ບາລາກ​ແລະ​ຜູ້​ພະຍາກອນ​ຍິງ​ທີ່​ຊື່​ເດໂບລາ​ຂອບໃຈ​ພະ​ເຢໂຫວາ​ສຳລັບ​ໄຊ​ຊະນະ​ທີ່​ໜ້າ​ອັດສະຈັນ​ນີ້ ແລະ​ຮ້ອງ​ເພງ​ວ່າ: “ດາວ​ທັງ​ຫຼາຍ​ໄດ້​ເລວເສິກ​ຕໍ່​ສູ້​ທ່ານ​ຊີເຊຣາ . . . ນ້ຳ​ຫ້ວຍ​ກີໂຊນ​ໄດ້​ໄລ່​ເຂົາ​ເປັນ​ຊະລາມ​ໄປ.”—ຕັດສິນ. 5:19-21

5. ສົງຄາມ​ອະລະມະເຄໂດນ​ແລະ​ການ​ສູ້​ຮົບ​ສະໄໝ​ບາລາກ​ແຕກຕ່າງ​ກັນ​ແນວ​ໃດ?

5 ບາລາກ​ກັບ​ເດໂບລາ​ຮ້ອງ​ເພງ​ທ່ອນ​ສຸດ​ທ້າຍ​ວ່າ: “ໂອ້​ພະ​ເຢໂຫວາ​ເຈົ້າ​ຂ້າ ຂໍ​ໃຫ້​ສັດຕູ​ທັງ​ປວງ​ຕໍ່​ພະອົງ​ຈິບຫາຍ​ຢ່າງ​ນັ້ນ​ເຖີ້ນ ແຕ່​ວ່າ​ຂໍ​ໃຫ້​ຄົນ​ທັງ​ຫຼາຍ​ທີ່​ຮັກ​ພະອົງ​ເປັນ​ເໝືອນ​ດວງ​ຕາເວັນ​ເມື່ອ​ສ່ອງ​ແສງ​ກ້າ.” (ຕັດສິນ. 5:31) ໃນ​ສົງຄາມ​ອະລະມະເຄໂດນ​ສັດຕູ​ຂອງ​ພະເຈົ້າ​ກໍ​ຈະ​ຖືກ​ທຳລາຍ​ຄື​ກັນ ແລະ​ຄົນ​ທີ່​ຮັກ​ພະອົງ​ກໍ​ຈະ​ລອດ​ຊີວິດ. ແຕ່​ຈຸດ​ສຳຄັນ​ທີ່​ສົງຄາມ​ອະລະມະເຄໂດນ​ແຕກຕ່າງ​ຈາກ​ການ​ສູ້​ຮົບ​ໃນ​ສະໄໝ​ບາລາກ​ຄື: ປະຊາຊົນ​ຂອງ​ພະເຈົ້າ​ຈະ​ບໍ່​ຕ້ອງ​ຕໍ່​ສູ້ ແລະ​ພວກ​ເຂົາ​ບໍ່​ໄດ້​ມີ​ອາວຸດ​ຫຍັງ​ເລີຍ! “ຄວາມ​ເຂັ້ມແຂງ” ຂອງ​ພວກ​ເຂົາ​ມາ​ຈາກ​ການ​ທີ່​ພວກ​ເຂົາ “ມີ​ໃຈ​ທີ່​ສະຫງົບ​ແລະ​ວາງໃຈ” ພະ​ເຢໂຫວາ​ແລະ​ກອງທັບ​ສະຫວັນ​ຂອງ​ພະອົງ.—ເອຊາ. 30:15, ລ.ມ.; ຄຳປ. 19:11-15

6. ພະ​ເຢໂຫວາ​ອາດ​ໃຊ້​ວິທີ​ໃດ​ແດ່​ເພື່ອ​ທຳລາຍ​ສັດຕູ​ຂອງ​ພະອົງ​ໃນ​ສົງຄາມ​ອະລະມະເຄໂດນ?

6 ພະ​ເຢໂຫວາ​ຈະ​ເອົາ​ຊະນະ​ສັດຕູ​ຂອງ​ພະອົງ​ໃນ​ສົງຄາມ​ອະລະມະເຄໂດນ​ແນວ​ໃດ? ພະອົງ​ອາດ​ໃຊ້​ຫຼາຍ​ວິທີ​ທີ່​ແຕກຕ່າງ​ກັນ. ຕົວຢ່າງ: ພະອົງ​ອາດ​ໃຊ້​ແຜ່ນດິນ​ໄຫວ ໝາກ​ເຫັບ​ແລະ​ຟ້າ​ຜ່າ. (ໂຢບ 38:22, 23; ເອເຊກ. 38:19-22) ນອກ​ຈາກ​ນັ້ນ ພະອົງ​ອາດ​ເຮັດ​ໃຫ້​ພວກ​ສັດຕູ​ຂ້າ​ກັນ​ເອງ. (2 ຂ່າວ. 20:17, 22, 23) ແລະ​ພະອົງ​ກໍ​ອາດ​ໃຊ້​ທູດ​ສະຫວັນ​ໃຫ້​ມາ​ຂ້າ​ຄົນ​ຊົ່ວ. (ເອຊາ. 37:36) ແຕ່​ບໍ່​ວ່າ​ພະ​ເຢໂຫວາ​ຈະ​ໃຊ້​ວິທີ​ໃດ ພະອົງ​ກໍ​ຈະ​ຊະນະ​ຢູ່​ດີ. ສັດຕູ​ຂອງ​ພະອົງ​ຈະ​ຖືກ​ທຳລາຍ​ທັງ​ໝົດ ແລະ​ທຸກ​ຄົນ​ທີ່​ຊອບທຳ​ຈະ​ລອດ.—ສຸພາ. 3:25, 26

ມີ​ເຫດການ​ຫຍັງ​ແດ່​ທີ່​ຈະ​ເກີດ​ຂຶ້ນ​ກ່ອນ​ວັນ​ອະລະມະເຄໂດນ?

7-8. (ກ) ຕາມ 1 ເທຊະໂລນີກ 5:1-6 ຜູ້​ນຳ​ຂອງ​ໂລກ​ຈະ​ປະກາດ​ເລື່ອງ​ຫຍັງ​ທີ່​ຜິດ​ປົກກະຕິ? (ຂ) ເປັນ​ຫຍັງ​ຄຳ​ປະກາດ​ນີ້​ຈຶ່ງ​ເປັນ​ຄຳ​ຕົວະ​ທີ່​ອັນຕະລາຍ?

7 ຈະ​ມີ​ຄຳ​ປະກາດ​ເລື່ອງ “ຄວາມ​ສຸກ​ສຳລານ​ແລະ​ຄວາມ​ຢູ່​ສຳບາຍ [“ສະຫງົບ​ສຸກ​ແລະ​ປອດໄພ​ແລ້ວ,” ລ.ມ.]” ກ່ອນ “ວັນ​ຂອງ​ພະອົງ​ເຈົ້າ [ເຢໂຫວາ].” (ອ່ານ 1 ເທຊະໂລນີກ 5:1-6) ຄຳ​ວ່າ “ວັນ​ຂອງ​ພະອົງ​ເຈົ້າ [ເຢໂຫວາ]” ທີ່​ບອກ​ໃນ 1 ເທຊະໂລນີກ 5:2 ໝາຍ​ເຖິງ “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່.” (ຄຳປ. 7:14, ລ.ມ.) ແລ້ວ​ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຕອນ​ໃດ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເລີ່ມ​ຕົ້ນ? ຄຳພີ​ໄບເບິນ​ບອກ​ວ່າ​ຈະ​ມີ​ຄຳ​ປະກາດ​ທີ່​ຜິດ​ປົກກະຕິ. ຄຳ​ປະກາດ​ນີ້​ເປັນ​ສັນຍານ​ບອກ​ໃຫ້​ຮູ້​ວ່າ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເລີ່ມ​ຕົ້ນ​ຂຶ້ນ.

8 ພວກ​ຜູ້​ນຳ​ຂອງ​ໂລກ​ຈະ​ປະກາດ​ວ່າ ຈະ​ມີ “ຄວາມ​ສຸກ​ສຳລານ​ແລະ​ຄວາມ​ຢູ່​ສຳບາຍ [“ສະຫງົບ​ສຸກ​ແລະ​ປອດໄພ​ແລ້ວ,” ລ.ມ.]” ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ຈະ​ປະກາດ​ແບບ​ນັ້ນ? ຜູ້​ນຳ​ສາສະໜາ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ເລື່ອງ​ນີ້​ບໍ? ອາດ​ເປັນ​ໄປ​ໄດ້. ແຕ່​ເຮົາ​ຮູ້​ວ່າ​ຄຳ​ປະກາດ​ນີ້​ເປັນ​ຄຳ​ຕົວະ​ທີ່​ມາ​ຈາກ​ຜີ​ປີສາດ. ແລະ​ຄຳ​ຕົວະ​ນີ້​ອັນຕະລາຍ​ຫຼາຍ​ແທ້ໆເພາະ​ມັນ​ຈະ​ເຮັດ​ໃຫ້​ຜູ້​ຄົນ​ຄິດ​ວ່າ​ພວກ​ເຂົາ​ປອດໄພ​ຕອນ​ທີ່​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ທີ່​ສຸດ​ໃນ​ປະຫວັດສາດ​ມະນຸດ​ຈະ​ເລີ່ມ​ຕົ້ນ​ຂຶ້ນ ແລ້ວ “ໃນ​ເວລາ​ນັ້ນ​ຄວາມ​ຈິບຫາຍ​ຈະ​ມາ​ເຖິງ​ເຂົາ​ໂດຍ​ເຮວ ເໝືອນ​ດັ່ງ​ການ​ເຈັບ​ປວດ​ມາ​ເຖິງ​ຜູ້​ຍິງ​ທີ່​ທົງ​ຄັບ.” ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ? ພວກ​ເຂົາ​ອາດ​ຈະ​ຕົກໃຈ​ເມື່ອ​ເຫັນ​ວັນ​ຂອງ​ພະ​ເຢໂຫວາ​ເລີ່ມ​ຕົ້ນ​ຂຶ້ນ ແຕ່​ພວກ​ເຂົາ​ກໍ​ກຽມ​ພ້ອມ​ສຳລັບ​ວັນ​ນັ້ນ.

9. ພະ​ເຢໂຫວາ​ຈະ​ທຳລາຍ​ລະບົບ​ຂອງ​ຊາຕານ​ທັງ​ໝົດ​ບາດ​ດຽວ​ບໍ? ຂໍ​ໃຫ້​ອະທິບາຍ.

9 ພະ​ເຢໂຫວາ​ຈະ​ບໍ່​ທຳລາຍ​ລະບົບ​ຂອງ​ຊາຕານ​ທັງ​ໝົດ​ບາດ​ດຽວ​ຄື​ກັບ​ທີ່​ເຮັດ​ໃນ​ສະໄໝ​ໂນເອ ແຕ່​ພະອົງ​ຈະ​ທຳລາຍ​ມັນ​ໃນ​ສອງ​ຂັ້ນ​ຕອນ​ຫຼັກໆ. ທຳອິດ ພະອົງ​ຈະ​ທຳລາຍ​ບາບີໂລນ​ໃຫຍ່​ເຊິ່ງ​ກໍ​ຄື​ສາສະໜາ​ປອມ​ທັງ​ໝົດ. ຈາກ​ນັ້ນ ໃນ​ສົງຄາມ​ອະລະມະເຄໂດນ​ພະອົງ​ຈະ​ທຳລາຍ​ສ່ວນ​ທີ່​ເຫຼືອ​ຂອງ​ລະບົບ​ຊາຕານ​ເຊິ່ງ​ລວມ​ເຖິງ​ການ​ເມືອງ ການ​ທະຫານ ແລະ​ການ​ຄ້າ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ລາຍ​ລະອຽດ​ຂອງ​ສອງ​ຂັ້ນ​ຕອນ​ທີ່​ສຳຄັນ​ນັ້ນ.

10. ຕາມ​ຄຳປາກົດ 17:1, 6 ແລະ 18:24 ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ທຳລາຍ​ບາບີໂລນ​ໃຫຍ່?

10 ‘ການ​ຕັດສິນ​ຍິງ​ແມ່​ຈ້າງ​ຜູ້​ໃຫຍ່​ນັ້ນ.’ (ອ່ານ​ຄຳປາກົດ 17:1, 6; 18:24) ບາບີໂລນ​ໃຫຍ່​ໄດ້​ເຮັດ​ໃຫ້​ຫຼາຍ​ຄົນ​ບໍ່​ນັບຖື​ຊື່​ພະເຈົ້າ. ມັນ​ສອນ​ເລື່ອງ​ຕົວະ​ກ່ຽວ​ກັບ​ພະເຈົ້າ. ສາສະໜາ​ປອມ​ເປັນ​ຄື​ກັບ​ຜູ້​ຍິງ​ທີ່​ຜິດ​ສິນລະທຳ ເພາະ​ມັນ​ບໍ່​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໂດຍ​ໄປ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ມະນຸດ. ນອກ​ຈາກ​ນັ້ນ ມັນ​ຍັງ​ສວຍ​ໃຊ້​ອຳນາດ​ທີ່​ມີ​ຂູດ​ຮີດ​ສະມາຊິກ​ແລະ​ເອົາ​ເງິນ​ພວກ​ເຂົາ ແລະ​ມັນ​ຍັງ​ໄດ້​ຂ້າ​ຫຼາຍ​ຄົນ​ເຊິ່ງ​ລວມ​ເຖິງ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ບາງ​ຄົນ​ນຳ. (ຄຳປ. 19:2) ພະ​ເຢໂຫວາ​ຈະ​ທຳລາຍ​ບາບີໂລນ​ໃຫຍ່​ແນວ​ໃດ?

11. “ສັດ​ຮ້າຍ​ຕົວ​ໜຶ່ງ​ສີ​ແດງ​ຈັດ” ໝາຍ​ເຖິງ​ຫຍັງ ແລະ​ພະເຈົ້າ​ຈະ​ໃຊ້​ມັນ​ໃຫ້​ທຳລາຍ​ບາບີໂລນ​ໃຫຍ່​ແນວ​ໃດ?

11 ພະ​ເຢໂຫວາ​ຈະ​ທຳລາຍ “ຍິງ​ແມ່​ຈ້າງ​ຜູ້​ໃຫຍ່​ນັ້ນ” ໂດຍ​ໃຊ້ “ເຂົາ 10 ອັນ” ຂອງ “ສັດ​ຮ້າຍ​ຕົວ​ຫນຶ່ງ​ສີ​ແດງ​ຈັດ.” ສັດ​ຮ້າຍ​ນັ້ນ​ໝາຍ​ເຖິງ​ອົງການ​ສະຫະປະຊາຊາດ. ເຂົາ 10 ອັນ​ໝາຍ​ເຖິງ​ລັດຖະບານ​ຕ່າງໆທີ່​ສະໜັບສະໜູນ​ອົງການ​ນັ້ນ. ເມື່ອ​ຮອດ​ເວລາ​ທີ່​ພະເຈົ້າ​ກຳນົດ ອຳນາດ​ທາງ​ການ​ເມືອງ​ເຫຼົ່າ​ນີ້​ຈະ​ໂຈມຕີ​ບາບີໂລນ​ໃຫຍ່. ພວກ​ເຂົາ “ຈະ​ກຽດ​ຊັງ​ຍິງ​ແມ່​ຈ້າງ​ນັ້ນ​ແລະ​ຈະ​ປຸ້ນ​ຂອງ​ຂອງ​ມັນ” ໂດຍ​ການ​ປຸ້ນ​ຊັບ​ສົມບັດ ແລະ​ເປີດໂປງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ມັນ. (ຄຳປ. 17:3, 16) ການ​ທຳລາຍ​ນັ້ນ​ຈະ​ມາ​ໄວ​ຈົນ​ເບິ່ງ​ຄື​ວ່າ​ເກີດ​ຂຶ້ນ​ໃນ “ວັນ​ດຽວ.” ແລະ​ຜູ້​ທີ່​ສະໜັບສະໜູນ​ສາສະໜາ​ປອມ​ຈະ​ຕົກໃຈ ຍ້ອນ​ມັນ​ເຄີຍ​ອວດ​ມາ​ຕະຫຼອດ​ວ່າ: “ເຮົາ​ນັ່ງ​ຢູ່​ເປັນ​ຍິງ​ກະສັດ​ແລະ​ບໍ່​ເປັນ​ແມ່​ໝ້າຍ ແລະ​ເຮົາ​ຈະ​ບໍ່​ເຫັນ​ຄວາມ​ໂສກ​ເສົ້າ.”—ຄຳປ. 18:7, 8

12. ພະ​ເຢໂຫວາ​ຈະ​ບໍ່​ຍອມ​ໃຫ້​ຊາດ​ຕ່າງໆເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

12 ພະເຈົ້າ​ຈະ​ບໍ່​ຍອມ​ໃຫ້​ຊາດ​ຕ່າງໆທຳລາຍ​ປະຊາຊົນ​ຂອງ​ພະອົງ. ປະຊາຊົນ​ຂອງ​ພະເຈົ້າ​ພູມ​ໃຈ​ທີ່​ໄດ້​ໃຊ້​ຊື່​ຂອງ​ພະອົງ ແລະ​ໄດ້​ເຊື່ອ​ຟັງ​ຄຳ​ສັ່ງ​ທີ່​ໃຫ້​ໜີ​ອອກ​ຈາກ​ບາບີໂລນ​ໃຫຍ່. (ກິດ. 15:16, 17; ຄຳປ. 18:4) ພວກ​ເຂົາ​ກໍ​ຍັງ​ໄດ້​ອອກ​ຄວາມ​ພະຍາຍາມ​ຢ່າງ​ເຕັມທີ​ທີ່​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ໜີ​ອອກ​ຈາກ​ມັນ​ຄື​ກັນ. ເຖິງ​ວ່າ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຈະ​ບໍ່​ໄດ້ “ຮັບ​ແຕ່​ໄພ​ອັນຕະລາຍ​ທີ່​ຖືກ​ເມືອງ​ນັ້ນ” ແຕ່​ພວກ​ເຂົາ​ກໍ​ຍັງ​ຕ້ອງ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ເພື່ອ​ຈະ​ອົດ​ທົນ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ຕໍ່​ໄປ.

ບໍ່​ວ່າ​ຈະ​ຢູ່​ໃສ​ໃນ​ໂລກ ປະຊາຊົນ​ຂອງ​ພະເຈົ້າ​ຈະ​ໄວ້​ວາງໃຈ​ໃນ​ພະອົງ​ຕອນ​ທີ່​ການ​ໂຈມຕີ​ເກີດ​ຂຶ້ນ (ເບິ່ງ ຂໍ້ 13) *

13. (ກ) ໂຄກ​ແມ່ນ​ໃຜ? (ຂ) ຕາມ​ເອເຊກຽນ 38:2, 8, 9 ສິ່ງ​ໃດ​ຈະ​ເຮັດ​ໃຫ້​ໂຄກ​ມາ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ?

13 ການ​ໂຈມຕີ​ຂອງ​ໂຄກ. (ອ່ານ​ເອເຊກຽນ 38:2, 8, 9) ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ທຳລາຍ​ສາສະໜາ​ປອມ​ທັງ​ໝົດ ປະຊາຊົນ​ຂອງ​ພະເຈົ້າ​ຈະ​ໂດດ​ເດັ່ນ​ຄື​ກັບ​ຕົ້ນ​ໄມ້​ຕົ້ນ​ໜຶ່ງ​ທີ່​ລອດ​ຈາກ​ພາຍຸ. ແນ່ນອນ​ວ່າ​ຊາຕານ​ຈະ​ຄຽດ​ແຮງ. ມັນ​ຈະ​ລະບາຍ​ຄວາມ​ຄຽດ​ໂດຍ​ໃຊ້ ‘ຖ້ອຍຄຳ​ທີ່​ເກີດ​ຈາກ​ການ​ດົນ​ໃຈ​ທີ່​ບໍ່​ສະອາດ’ ເຊິ່ງ​ກໍ​ຄື​ການ​ແຜ່​ຂໍ້​ມູນ​ປອມ​ຂອງ​ພວກ​ຜີ​ປີສາດ​ທີ່​ຈະ​ເຮັດ​ໃຫ້​ຊາດ​ຕ່າງໆມາ​ລວມ​ຕົວ​ກັນ​ເພື່ອ​ໂຈມຕີ​ປະຊາຊົນ​ຂອງ​ພະ​ເຢໂຫວາ. (ຄຳປ. 16:13, 14, ລ.ມ.) ຊາດ​ຕ່າງໆທີ່​ມາ​ລວມ​ຕົວ​ກັນ​ເອີ້ນ​ວ່າ: ‘ໂຄກ​ແຫ່ງ​ມາໂຄກ.’ ເມື່ອ​ຊາດ​ເຫຼົ່າ​ນັ້ນ​ມາ​ໂຈມຕີ​ປະຊາຊົນ​ຂອງ​ພະ​ເຢໂຫວາ ສົງຄາມ​ອະລະມະເຄໂດນ​ກໍ​ຈະ​ເລີ່ມ​ຕົ້ນ​ຂຶ້ນ.—ຄຳປ. 16:16

14. ໂຄກ​ຈະ​ໄດ້​ຮຽນ​ຮູ້​ຫຍັງ?

14 ໂຄກ​ຈະ​ໄວ້​ວາງໃຈ “ກຳລັງ” ຫຼື​ກອງທັບ​ຂອງ​ມັນ​ເອງ. (2 ຂ່າວ. 32:8, ລ.ມ.) ແຕ່​ເຮົາ​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຮົາ ເຊິ່ງ​ຊາດ​ຕ່າງໆເບິ່ງ​ວ່າ​ເຮົາ​ໂງ່​ຫຼາຍ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ບາບີໂລນ​ໃຫຍ່​ມີ​ອຳນາດ​ຫຼາຍ ແຕ່​ພະ​ປອມ​ຕ່າງໆນັ້ນ​ບໍ່​ສາມາດ​ຊ່ວຍ​ບາບີໂລນ​ໃຫຍ່​ໃຫ້​ລອດ​ຈາກ “ສັດ​ຮ້າຍ” ແລະ “ເຂົາ 10 ອັນ” ໄດ້! (ຄຳປ. 17:16) ດັ່ງ​ນັ້ນ ໂຄກ​ຫຼື​ກຸ່ມ​ຊາດ​ຕ່າງໆຈຶ່ງ​ຄິດ​ວ່າ​ຈະ​ທຳລາຍ​ເຮົາ​ໄດ້​ງ່າຍໆ. ພວກ​ເຂົາ​ຈະ​ໂຈມຕີ​ປະຊາຊົນ​ຂອງ​ພະ​ເຢໂຫວາ “ຄື​ເມກ​ທີ່​ປົກ​ຫຸ້ມ​ປະເທດ​ໄວ້.” (ເອເຊກ. 38:16) ແຕ່​ອີກ​ບໍ່​ດົນ​ພວກ​ເຂົາ​ກໍ​ຈະ​ເຫັນ​ວ່າ ພວກ​ເຂົາ​ນັ້ນ​ແຫຼະ​ທີ່​ກຳລັງ​ຍ່າງ​ເຂົ້າ​ສູ່​ກັບດັກ. ໂຄກ​ຈະ​ເປັນ​ຄື​ກັບ​ຟາໂລ​ຕອນ​ທີ່​ຢູ່​ໃນ​ທະເລ​ແດງ ເຊິ່ງ​ຈະ​ຮູ້​ວ່າ​ແທ້ໆແລ້ວ​ພວກ​ເຂົາ​ກຳລັງ​ຕໍ່​ສູ້​ກັບ​ພະ​ເຢໂຫວາ.—ອົບ. 14:1-4; ເອເຊກ. 38:3, 4, 18, 21-23

15. ພະ​ເຍຊູ​ຈະ​ເຮັດ​ຫຍັງ​ໃນ​ສົງຄາມ​ອະລະມະເຄໂດນ?

15 ພະ​ຄລິດ​ພ້ອມ​ກັບ​ກອງທັບ​ສະຫວັນ​ຈະ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະເຈົ້າ ແລະ​ທຳລາຍ​ໂຄກ​ກັບ​ພັກ​ພວກ​ຂອງ​ມັນ. (ຄຳປ. 19:11, 14, 15) ແຕ່​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຊາຕານ​ສັດຕູ​ເອກ​ຂອງ​ພະ​ເຢໂຫວາ​ທີ່​ຕົວະ​ຊາດ​ຕ່າງໆແລະ​ເຮັດ​ໃຫ້​ພວກ​ເຂົາ​ມາ​ໂຈມຕີ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ສົງຄາມ​ອະລະມະເຄໂດນ? ພະ​ເຍຊູ​ຈະ​ຖິ້ມ​ມັນ​ແລະ​ພວກ​ຜີ​ປີສາດ​ລົງ​ເຫວ​ເລິກ ເຊິ່ງ​ພວກ​ມັນ​ຈະ​ຖືກ​ຂັງ​ໄວ້​ເປັນ​ເວລາ​ໜຶ່ງ​ພັນ​ປີ.—ຄຳປ. 20:1-3

ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ລອດ​ຊີວິດ​ຜ່ານ​ສົງຄາມ​ອະລະມະເຄໂດນ?

16. (ກ) ເຮົາ​ສະແດງ​ວ່າ​ເຮົາ​ຮູ້ຈັກ​ພະເຈົ້າ​ໂດຍ​ເຮັດ​ຫຍັງ? (ຂ) ໃນ​ສົງຄາມ​ອະລະມະເຄໂດນ ຄົນ​ທີ່​ຮູ້ຈັກ​ພະເຈົ້າ​ຈະ​ເປັນ​ແນວ​ໃດ?

16 ບໍ່​ວ່າ​ເຮົາ​ຫາ​ກໍ​ຮຽນ​ຄວາມ​ຈິງ​ຫຼື​ຮູ້​ຄວາມ​ຈິງ​ມາ​ດົນ​ແລ້ວ ເພື່ອ​ເຮົາ​ຈະ​ລອດ​ຊີວິດ​ຜ່ານ​ວັນ​ອະລະມະເຄໂດນ ເຮົາ​ຕ້ອງ​ສະແດງ​ວ່າ​ເຮົາ “ຮູ້ຈັກ​ພະເຈົ້າ” ແລະ “ເຊື່ອ​ຟັງ​ຄຳ​ປະເສີດ​ແຫ່ງ​ພະ​ເຍຊູ​ຄລິດ​ພະອົງ​ເຈົ້າ​ຂອງ​ເຮົາ.” (2 ເທ. 1:7-9) ການ​ຮູ້ຈັກ​ພະເຈົ້າ​ໝາຍ​ເຖິງ​ການ​ທີ່​ເຮົາ​ຮູ້​ວ່າ​ພະອົງ​ມັກ​ຫຍັງ ບໍ່​ມັກ​ຫຍັງ ແລະ​ມາດຕະຖານ​ຂອງ​ພະອົງ​ເປັນ​ແນວ​ໃດ. ເຮົາ​ຍັງ​ສະແດງ​ວ່າ​ເຮົາ​ຮູ້ຈັກ​ພະເຈົ້າ​ເມື່ອ​ເຮົາ​ຮັກ ເຊື່ອ​ຟັງ ແລະ​ນະມັດສະການ​ພະອົງ​ພຽງ​ຜູ້​ດຽວ. (1 ໂຢ. 2:3-5; 5:3) ເມື່ອ​ເຮົາ​ສະແດງ​ວ່າ​ເຮົາ​ຮູ້ຈັກ​ພະເຈົ້າ ເຮົາ​ກໍ​ໄດ້​ຮັບ​ກຽດ​ທີ່ ‘ພະອົງ​ຮູ້ຈັກ​ເຮົາ’ ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ລອດ​ຜ່ານ​ສົງຄາມ​ອະລະມະເຄໂດນ! (1 ໂກ. 8:3) ຍ້ອນ​ຫຍັງ? ຍ້ອນ​ວ່າ​ການ​ທີ່ ‘ພະອົງ​ຮູ້ຈັກ​ເຮົາ’ ໝາຍ​ຄວາມ​ວ່າ​ພະອົງ​ພໍ​ໃຈ​ເຮົາ.

17. ການ ‘ເຊື່ອ​ຟັງ​ຄຳ​ປະເສີດ​ເລື່ອງ​ພະ​ເຍຊູ’ ໝາຍ​ຄວາມ​ວ່າ​ແນວ​ໃດ?

17 ‘ຄຳ​ປະເສີດ​ເລື່ອງ​ພະ​ເຍຊູ’ ລວມ​ເອົາ​ຄວາມ​ຈິງ​ທັງ​ໝົດ​ທີ່​ພະ​ເຍຊູ​ສອນ​ເຊິ່ງ​ເຮົາ​ໄດ້​ອ່ານ​ໃນ​ຄຳພີ​ໄບເບິນ. ເຮົາ​ເຊື່ອ​ຟັງ​ຂ່າວ​ດີ​ນີ້​ເມື່ອ​ເຮົາ​ນຳ​ໃຊ້​ຫຼັກ​ການ​ຄຳພີ​ໄບເບິນ​ໃນ​ຊີວິດ​ຂອງ​ເຮົາ. ການ​ເຊື່ອ​ຟັງ​ນີ້​ຍັງ​ລວມ​ເຖິງ​ການ​ໃຫ້​ວຽກ​ຮັບໃຊ້​ພະ​ເຢໂຫວາ​ມາ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ ແລະ​ປະກາດ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. (ມັດ. 6:33; 24:14) ນອກ​ຈາກ​ນັ້ນ ເຮົາ​ຍັງ​ຕ້ອງ​ສະໜັບສະໜູນ​ພີ່​ນ້ອງ​ຜູ້​ຖືກ​ເຈີມ​ຍ້ອນ​ພວກ​ເຂົາ​ເຮັດ​ວຽກ​ທີ່​ສຳຄັນ.—ມັດ. 25:31-40

18. ຜູ້​ຖືກ​ເຈີມ​ຈະ​ໃຫ້​ລາງວັນ​ກັບ​ແກະ​ອື່ນ​ທີ່​ສະໜັບສະໜູນ​ພວກ​ເຂົາ​ແນວ​ໃດ?

18 ອີກ​ບໍ່​ດົນ​ຜູ້​ຮັບໃຊ້​ທີ່​ຖືກ​ເຈີມ​ຂອງ​ພະເຈົ້າ​ຈະ​ໃຫ້​ລາງວັນ​ກັບ “ແກະ​ອື່ນ” ທີ່​ໄດ້​ສະໜັບສະໜູນ​ພວກ​ເຂົາ. (ໂຢ. 10:16) ຈະ​ໃຫ້​ລາງວັນ​ແນວ​ໃດ? ກ່ອນ​ສົງຄາມ​ອະລະມະເຄໂດນ​ຈະ​ເລີ່ມ​ຕົ້ນ ຜູ້​ຖືກ​ເຈີມ​ທັງ​ໝົດ 144.000 ຄົນ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ສະຫວັນ ເຊິ່ງ​ພວກ​ເຂົາ​ຈະ​ກາຍ​ເປັນ​ກາຍ​ວິນຍານ​ແລະ​ມີ​ຊີວິດ​ອະມະຕະ​ໃນ​ສະຫວັນ. ພວກ​ເຂົາ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ກອງທັບ​ສະຫວັນ​ທີ່​ກຳຈັດ​ໂຄກ​ແລະ​ປົກ​ປ້ອງ “ຊົນ​ຝູງ​ໃຫຍ່” ເຊິ່ງ​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ. (ຄຳປ. 2:26, 27; 7:9, 10, ລ.ມ.) ໃນ​ຕອນ​ນັ້ນ ຊົນ​ຝູງ​ໃຫຍ່​ຈະ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆທີ່​ໄດ້​ສະໜັບສະໜູນ​ຜູ້​ຖືກ​ເຈີມ​ຂອງ​ພະ​ເຢໂຫວາ​ຕອນ​ທີ່​ພວກ​ເຂົາ​ຍັງ​ຢູ່​ແຜ່ນດິນ​ໂລກ.

ເຮົາ​ຈະ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໄດ້​ແນວ​ໃດ​ໃນ​ຂະນະ​ທີ່​ວັນ​ອະລະມະເຄໂດນ​ກຳລັງ​ໃກ້​ເຂົ້າ​ມາ?

19-20. ເຖິງ​ວ່າ​ເຮົາ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ ແຕ່​ເຮົາ​ຈະ​ຮັກສາ​ຄວາມ​ສັດ​ຊື່​ໄວ້​ໄດ້​ແນວ​ໃດ​ໃນ​ຂະນະ​ທີ່​ວັນ​ອະລະມະເຄໂດນ​ກຳລັງ​ໃກ້​ເຂົ້າ​ມາ?

19 ໃນ​ສະໄໝ​ທີ່​ຫຍຸ້ງຍາກ​ນີ້ ປະຊາຊົນ​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ​ກຳລັງ​ອົດ​ທົນ​ກັບ​ບັນຫາ​ຫຼາຍ​ຢ່າງ ແຕ່​ເຮົາ​ກໍ​ສາມາດ​ອົດ​ທົນ​ດ້ວຍ​ຄວາມ​ສຸກ​ໄດ້. (ຢໂກ. 1:2-4) ສິ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ແມ່ນ​ການ​ອະທິດຖານ​ທີ່​ມາ​ຈາກ​ຫົວໃຈ. (ລືກາ 21:36) ຄຽງ​ຄູ່​ກັບ​ການ​ອະທິດຖານ ເຮົາ​ຕ້ອງ​ສຶກສາ​ແລະ​ຄິດ​ຕຶກຕອງ​ຄຳພີ​ໄບເບິນ​ທຸກ​ມື້​ເຊິ່ງ​ລວມ​ເຖິງ​ຄຳ​ພະຍາກອນ​ຕ່າງໆທີ່​ໜ້າ​ຕື່ນ​ເຕັ້ນ​ກ່ຽວ​ກັບ​ສະໄໝ​ຂອງ​ເຮົາ. (ເພງ. 77:12) ການ​ເຮັດ​ສິ່ງ​ຕ່າງໆເຫຼົ່າ​ນີ້​ພ້ອມ​ທັງ​ການ​ປະກາດ​ຢ່າງ​ເຕັມທີ​ກໍ​ຈະ​ຊ່ວຍ​ສົ່ງເສີມ​ຄວາມ​ຫວັງ​ແລະ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ເຂັ້ມແຂງ​ຂຶ້ນ!

20 ຂໍ​ໃຫ້​ນຶກ​ພາບ​ວ່າ​ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ເມື່ອ​ບາບີໂລນ​ໃຫຍ່​ຖືກ​ທຳລາຍ​ແລະ​ອະລະມະເຄໂດນ​ຜ່ານ​ໄປ​ແລ້ວ! ສຳຄັນ​ກວ່າ​ນັ້ນ​ຄື ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆທີ່​ທຸກ​ຄົນ​ນັບຖື​ຊື່​ຂອງ​ພະເຈົ້າ​ແລະ​ການ​ປົກຄອງ​ຂອງ​ພະອົງ. (ເອເຊກ. 38:23) ເລື່ອງ​ສົງຄາມ​ອະລະມະເຄໂດນ​ແມ່ນ​ຂ່າວ​ດີ​ສຳລັບ​ຜູ້​ທີ່​ຮູ້ຈັກ​ພະເຈົ້າ ເຊື່ອ​ຟັງ​ລູກ​ຊາຍ​ຂອງ​ພະອົງ ແລະ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.—ມັດ. 24:13.

ເພງ 143 ອົດ​ທົນ​ເຝົ້າ​ລະວັງ​ແລະ​ເຮັດ​ວຽກ​ຕໍ່​ໄປ

^ ຂໍ້ 5 ປະຊາຊົນ​ຂອງ​ພະ​ເຢໂຫວາ​ລໍ​ຖ້າ​ວັນ​ອະລະມະເຄໂດນ​ມາ​ດົນ​ແລ້ວ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວ່າ ອະລະມະເຄໂດນ​ແມ່ນ​ຫຍັງ? ມີ​ເຫດການ​ຫຍັງ​ແດ່​ທີ່​ຈະ​ເກີດ​ຂຶ້ນ​ກ່ອນ​ວັນ​ອະລະມະເຄໂດນ? ແລະ​ເຮົາ​ຈະ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໄດ້​ແນວ​ໃດ​ໃນ​ຂະນະ​ທີ່​ວັນ​ອະລະມະເຄໂດນ​ກຳລັງ​ໃກ້​ເຂົ້າ​ມາ?

^ ຂໍ້ 71 ຄຳ​ອະທິບາຍ​ຮູບ​ພາບ: ເມື່ອ​ເຫດການ​ທີ່​ໜ້າ​ຕື່ນ​ເຕັ້ນ​ເກີດ​ຂຶ້ນ​ອ້ອມ​ໂຕ​ເຮົາ ເຮົາ​ຈະ (1) ປະກາດ​ຕໍ່ໆໄປ​ໃຫ້​ດົນ​ເທົ່າ​ທີ່​ເປັນ​ໄປ​ໄດ້ (2) ຮັກສາ​ນິດໄສ​ທີ່​ດີ​ໃນ​ການ​ສຶກສາ ແລະ (3) ໄວ້​ວາງໃຈ​ສະເໝີ​ວ່າ​ພະເຈົ້າ​ຈະ​ປົກ​ປ້ອງ​ເຮົາ.

^ ຂໍ້ 85 ຄຳ​ອະທິບາຍ​ຮູບ​ພາບ: ເຈົ້າ​ໜ້າ​ທີ່​ກຳລັງ​ຈະ​ບຸກ​ເຂົ້າ​ເຮືອນ​ຂອງ​ພີ່​ນ້ອງ​ຄລິດສະຕຽນ ເຊິ່ງ​ພວກ​ເຂົາ​ເຊື່ອ​ວ່າ​ພະ​ເຍຊູ​ແລະ​ທູດ​ສະຫວັນ​ເຫັນ​ສິ່ງ​ທີ່​ກຳລັງ​ເກີດ​ຂຶ້ນ.