ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 37

ເຕັມ​ໃຈ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ

ເຕັມ​ໃຈ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ

“ສົມຄວນ​ຫຼາຍ​ກວ່າ​ນັ້ນ​ອີກ​ທີ່​ເຮົາ​ທັງ​ຫຼາຍ​ຈະ​ຢູ່​ໃຕ້​ບັງຄັບພະບິດາ.”—ເຫບ. 12:9

ເພງ 9 ພະ​ເຢໂຫວາ​ເປັນ​ກະສັດ​ຂອງ​ພວກ​ເຮົາ!

ໃຈ​ຄວາມ​ສຳຄັນ *

1. ເປັນ​ຫຍັງ​ເຮົາ​ຄວນ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ?

ເຮົາ​ຄວນ​ຍອມ​ຢູ່​ໃຕ້​ອຳນາດ *ຂອງ​ພະ​ເຢໂຫວາ​ຍ້ອນ​ພະອົງ​ເປັນ​ຜູ້​ສ້າງ. ດ້ວຍ​ເຫດຜົນ​ນີ້ ພະອົງ​ມີ​ສິດ​ທີ່​ຈະ​ຕັ້ງ​ມາດຕະຖານ​ວ່າ​ສິ່ງ​ໃດ​ທີ່​ເຮົາ​ຄວນ​ເຮັດ​ແລະ​ບໍ່​ຄວນ​ເຮັດ. (ຄຳປ. 4:11) ແຕ່​ຍັງ​ມີ​ເຫດຜົນ​ອື່ນ​ອີກ​ທີ່​ເຮົາ​ຄວນ​ເຊື່ອ​ຟັງ​ພະ​ເຢໂຫວາ ນັ້ນ​ຄື​ວິທີ​ການ​ປົກຄອງ​ຂອງ​ພະອົງ​ດີ​ທີ່​ສຸດ. ຕະຫຼອດ​ປະຫວັດສາດ ຜູ້​ປົກຄອງ​ຫຼາຍ​ຄົນ​ມີ​ອຳນາດ​ທີ່​ຈະ​ປົກຄອງ​ຄົນ​ອື່ນ. ແຕ່​ເມື່ອ​ທຽບ​ກັບ​ພະ​ເຢໂຫວາ ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ທີ່​ສະຫຼາດ​ທີ່​ສຸດ ມີ​ຄວາມ​ຮັກ ຄວາມ​ເມດຕາ ແລະ​ເຫັນ​ອົກ​ເຫັນ​ໃຈ​ຫຼາຍ​ທີ່​ສຸດ.—ອົບ. 34:6; ໂລມ 16:27; 1 ໂຢ. 4:8

2. ຕາມ​ເຫບເລີ 12:9-11 ມີ​ເຫດຜົນ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ?

2 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຊື່ອ​ຟັງ​ພະອົງ​ບໍ່​ແມ່ນ​ຍ້ອນ​ເຮົາ​ຢ້ານ ແຕ່​ຍ້ອນ​ເຮົາ​ຮັກ​ພະອົງ ແລະ​ເບິ່ງ​ວ່າ​ພະອົງ​ເປັນ​ຄື​ກັບ​ພໍ່. ໃນ​ຈົດ​ໝາຍ​ທີ່​ໂປໂລ​ຂຽນ​ເຖິງ​ພີ່​ນ້ອງ​ຊາວ​ເຫບເລີ ລາວ​ບອກ​ວ່າ​ເຮົາ​ຄວນ “ຢູ່​ໃຕ້​ບັງຄັບ​ພະ​ບິດາ” ເພາະ​ພະອົງ​ສອນ​ເຮົາ​ກໍ​ເພື່ອ “ເປັນ​ປະໂຫຍດ​ແກ່​ພວກ​ເຮົາ.”—ອ່ານ​ເຫບເລີ 12:9-11

3. (ກ) ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ? (ຂ) ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ?

3 ເຮົາ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ໂດຍ​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ພະອົງ​ບອກ​ແລະ​ຕໍ່​ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຈະ​ໄວ້​ວາງໃຈ​ຕົວ​ເອງ. (ສຸພາ. 3:5) ເມື່ອ​ເຮົາ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄຸນ​ລັກສະນະ​ຂອງ​ພະ​ເຢໂຫວາ ກໍ​ເປັນ​ເລື່ອງ​ງ່າຍ​ທີ່​ເຮົາ​ຈະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະອົງ. ຍ້ອນ​ຫຍັງ? ກໍ​ຍ້ອນ​ທຸກ​ສິ່ງ​ທີ່​ພະອົງ​ເຮັດ​ສະແດງ​ອອກ​ໂດຍ​ທາງ​ຄຸນ​ລັກສະນະ​ເຫຼົ່າ​ນັ້ນ. (ເພງ. 145:9) ແຮ່ງ​ເຮົາ​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ຮັກ​ພະອົງ​ຫຼາຍ​ຂຶ້ນ. ແລະ​ເມື່ອ​ເຮົາ​ຮັກ​ພະອົງ ກໍ​ບໍ່​ຈຳເປັນ​ຕ້ອງ​ມີ​ລາຍການ​ຍາວ​ຢຽດ​ບອກ​ວ່າ​ສິ່ງ​ໃດ​ຄວນ​ເຮັດ​ແລະ​ສິ່ງ​ໃດ​ບໍ່​ຄວນ​ເຮັດ. ເຮົາ​ຈະ​ພະຍາຍາມ​ຮຽນ​ຮູ້​ທີ່​ຈະ​ຄິດ​ແລະ​ຮູ້ສຶກ​ຄື​ກັບ​ພະ​ເຢໂຫວາ​ແລະ​ບໍ່​ເຮັດ​ສິ່ງ​ຊົ່ວ. (ເພງ. 97:10) ໃຫ້​ເຮົາ​ມາ​ພິຈາລະນາ​ວ່າ ເປັນ​ຫຍັງ​ບາງ​ເທື່ອ​ເຮົາ​ຮູ້ສຶກ​ວ່າ​ບໍ່​ງ່າຍ​ທີ່​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ? ນອກ​ຈາກ​ນັ້ນ ຜູ້​ດູ​ແລ ພໍ່ ແລະ​ແມ່​ສາມາດ​ຮຽນ​ຫຍັງ​ໄດ້​ຈາກ​ຕົວຢ່າງ​ຂອງ​ເນເຫມີ​ເຊິ່ງ​ເປັນ​ຜູ້​ປົກຄອງ ດາວິດ​ທີ່​ເປັນ​ກະສັດ ແລະ​ມາລີ​ທີ່​ເປັນ​ແມ່​ຂອງ​ພະ​ເຍຊູ? ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນັ້ນ.

ເປັນ​ຫຍັງ​ອາດ​ບໍ່​ງ່າຍ​ທີ່​ຈະ​ຍອມ​ຢູ່​ໃຕ້​ອຳນາດ ຂອງ​ພະ​ເຢໂຫວາ?

4-5. ຕາມ​ໂລມ 7:21-23 ເປັນ​ຫຍັງ​ອາດ​ຮູ້ສຶກ​ວ່າ​ບໍ່​ງ່າຍ​ທີ່​ຈະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ?

4 ເຫດຜົນ​ໜຶ່ງ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ບໍ່​ງ່າຍ​ທີ່​ຈະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ຄື ເຮົາ​ໄດ້​ຮັບ​ບາບ​ຈາກ​ມະນຸດ​ຄູ່​ທຳອິດ​ເປັນ​ມໍລະດົກ​ແລະ​ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ. ດັ່ງ​ນັ້ນ​ຈຶ່ງ​ມີ​ຫຼາຍ​ເທື່ອ​ທີ່​ເຮົາ​ບໍ່​ຢາກ​ເຊື່ອ​ຟັງ​ພະເຈົ້າ. ຫຼັງ​ຈາກ​ທີ່​ອາດາມ​ແລະ​ເອວາ​ບໍ່​ເຊື່ອ​ຟັງ​ພະເຈົ້າ​ແລ້ວ​ກິນ​ໝາກ​ໄມ້​ທີ່​ພະອົງ​ຫ້າມ ເຂົາ​ເຈົ້າ​ກໍ​ຕັ້ງ​ມາດຕະຖານ​ຂອງ​ຕົວ​ເອງ. (ຕົ້ນ. 3:22) ໃນ​ທຸກ​ມື້​ນີ້​ຜູ້​ຄົນ​ສ່ວນ​ຫຼາຍ​ກໍ​ບໍ່​ສົນ​ໃຈ​ພະເຈົ້າ ແລະ​ຕັດສິນ​ໃຈ​ເອົາ​ເອງ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ.

5 ເຖິງ​ວ່າ​ເຮົາ​ຈະ​ຮູ້ຈັກ​ແລະ​ຮັກ​ພະ​ເຢໂຫວາ​ຢູ່​ແລ້ວ ແຕ່​ເຮົາ​ອາດ​ຮູ້ສຶກ​ວ່າ​ບໍ່​ງ່າຍ​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ພະອົງ​ຕ້ອງການ​ສະເໝີ. ອັກຄະສາວົກ​ໂປໂລ​ກໍ​ຮູ້ສຶກ​ແບບ​ນັ້ນ​ຄື​ກັນ. (ອ່ານ​ໂລມ 7:21-23) ຄື​ກັບ​ໂປໂລ ເຮົາ​ຢາກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ພະ​ເຢໂຫວາ ແຕ່​ເຮົາ​ກໍ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ຜິດ​ຕໍ່ໆໄປ.

6-7. ເຫດຜົນ​ຢ່າງ​ທີ​ສອງ​ທີ່​ເຮັດ​ໃຫ້​ຮູ້ສຶກ​ວ່າ​ບໍ່​ງ່າຍ​ທີ່​ຈະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ແມ່ນ​ຫຍັງ? ຂໍ​ໃຫ້​ຍົກ​ຕົວຢ່າງ.

6 ອີກ​ເຫດຜົນ​ໜຶ່ງ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ບໍ່​ງ່າຍ​ທີ່​ຈະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ຄື ອິດທິພົນ​ຈາກ​ວັດທະນະທຳ​ແລະ​ຄວາມ​ຄິດ​ຂອງ​ຜູ້​ຄົນ​ໃນ​ບ່ອນ​ທີ່​ເຮົາ​ເຕີບ​ໃຫຍ່. ຄວາມ​ຄິດ​ຂອງ​ຄົນ​ສ່ວນ​ຫຼາຍ​ຂັດ​ກັບ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ຫຼາຍ​ທີ່​ຈະ​ບໍ່​ຄິດ​ຄື​ກັບ​ພວກ​ເຂົາ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ.

7 ໃນ​ບາງ​ປະເທດ​ເປັນ​ເລື່ອງ​ທຳມະດາ​ທີ່​ໄວ​ໜຸ່ມ​ຈະ​ຖືກ​ກົດ​ດັນ​ໃຫ້​ເຮັດ​ວຽກ​ຫາ​ເງິນ​ໄດ້​ຫຼາຍໆ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ມາລີ *​ກໍ​ປະສົບ​ບັນຫາ​ນີ້. ກ່ອນ​ທີ່​ລາວ​ຈະ​ຮຽນ​ເລື່ອງ​ພະ​ເຢໂຫວາ ລາວ​ໄດ້​ຮຽນ​ຢູ່​ມະຫາ​ວິທະຍາໄລ​ທີ່​ມີ​ຊື່ສຽງ ເຊິ່ງ​ເປັນ​ໜຶ່ງ​ໃນ​ມະຫາ​ວິທະຍາໄລ​ທີ່​ດີ​ທີ່​ສຸດ​ໃນ​ປະເທດ. ຄອບຄົວ​ຂອງ​ມາລີ​ພະຍາຍາມ​ກົດ​ດັນ​ລາວ​ໃຫ້​ເຮັດ​ວຽກ​ທີ່​ມີ​ກຽດ​ແລະ​ໄດ້​ເງິນ​ຫຼາຍໆ ແລະ​ລາວ​ກໍ​ຢາກ​ເຮັດ​ແບບ​ນັ້ນ​ຄື​ກັນ. ແຕ່​ຫຼັງ​ຈາກ​ທີ່​ລາວ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຮັກ​ພະອົງ ເປົ້າ​ໝາຍ​ຊີວິດ​ຂອງ​ລາວ​ກໍ​ປ່ຽນ​ໄປ. ແຕ່​ລາວ​ບອກ​ວ່າ: “ບາງ​ເທື່ອ​ຂ້ອຍ​ກໍ​ຍັງ​ເຫັນ​ໂອກາດ​ທີ່​ຈະ​ຫາ​ເງິນ​ໄດ້​ຫຼາຍໆ ແຕ່​ຂ້ອຍ​ຮູ້​ວ່າ​ມັນ​ຈະ​ຂັດ​ຂວາງ​ຂ້ອຍ​ບໍ່​ໃຫ້​ຮັບໃຊ້​ພະ​ເຢໂຫວາ. ຍ້ອນ​ຂ້ອຍ​ຖືກ​ລ້ຽງ​ມາ​ແບບ​ນີ້ ມັນ​ຈຶ່ງ​ບໍ່​ງ່າຍ​ທີ່​ຂ້ອຍ​ຈະ​ປະຕິເສດ. ຂ້ອຍ​ຕ້ອງ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຫຼາຍໆ ຂໍ​ພະອົງ​ຊ່ວຍ​ຂ້ອຍ​ໃຫ້​ຕ້ານ​ທານ​ການ​ລໍ້​ໃຈ​ທີ່​ຈະ​ເຮັດ​ວຽກ​ອັນ​ໃດ​ກໍ​ຕາມ​ເຊິ່ງ​ຈະ​ເຮັດ​ໃຫ້​ຂ້ອຍ​ເຊົາ​ຮັບໃຊ້​ພະອົງ.”—ມັດ. 6:24

8. ຕອນ​ນີ້​ເຮົາ​ຈະ​ພິຈາລະນາ​ຫຍັງ?

8 ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ແລ້ວ​ວ່າ ເປັນ​ເລື່ອງ​ທີ່​ດີ​ທີ່​ເຮົາ​ຈະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ. ແຕ່​ເມື່ອ​ຜູ້​ທີ່​ມີ​ອຳນາດ​ໃນ​ລະດັບ​ໜຶ່ງ​ເຊັ່ນ: ຜູ້​ດູ​ແລ ພໍ່ ແລະ​ແມ່ ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ ພວກ​ເຂົາ​ກໍ​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ໄດ້​ຮັບ​ປະໂຫຍດ. ຕອນ​ນີ້​ໃຫ້​ເຮົາ​ມາ​ພິຈາລະນາ​ບາງ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ໃຊ້​ສິດ​ອຳນາດ​ໃນ​ແບບ​ທີ່​ພະ​ເຢໂຫວາ​ພໍ​ໃຈ.

ສິ່ງ​ທີ່​ຜູ້​ດູ​ແລ​ຮຽນ​ຈາກ​ເນເຫມີ

ຜູ້​ດູ​ແລ​ຊ່ວຍ​ພີ່​ນ້ອງ​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ ຄື​ກັບ​ເນເຫມີ​ຊ່ວຍ​ປະຊາຊົນ​ສ້າງ​ກຳແພງ​ເມືອງ​ເຢຣຶຊາເລມ (ເບິ່ງ​ຂໍ້ 9-11) *

9. ເນເຫມີ​ປະສົບ​ສິ່ງ​ທ້າທາຍ​ຫຍັງ​ແດ່?

9 ພະ​ເຢໂຫວາ​ໄດ້​ມອບ​ໝາຍ​ຜູ້​ດູ​ແລ​ໃຫ້​ມີ​ບົດບາດ​ສຳຄັນ​ໃນ​ການ​ເບິ່ງ​ແຍງ​ປະຊາຊົນ​ຂອງ​ພະອົງ. (1 ເປ. 5:2) ຜູ້​ດູ​ແລ​ສາມາດ​ຮຽນ​ຮູ້​ເລື່ອງ​ນີ້​ຈາກ​ວິທີ​ທີ່​ເນເຫມີ​ປະຕິບັດ​ກັບ​ຄົນ​ຂອງ​ພະ​ເຢໂຫວາ. ໃນ​ຖານະ​ທີ່​ເນເຫມີ​ເປັນ​ຜູ້​ປົກຄອງ​ຢູດາ ລາວ​ຈຶ່ງ​ມີ​ອຳນາດ​ຫຼາຍ. (ນເຫ. 1:11; 2:7, 8; 5:14) ລອງ​ນຶກ​ພາບ​ເຖິງ​ສິ່ງ​ທ້າທາຍ​ບາງ​ຢ່າງ​ທີ່​ເນເຫມີ​ປະສົບ. ລາວ​ໄດ້​ຮູ້​ວ່າ​ປະຊາຊົນ​ໄດ້​ເຮັດ​ໃຫ້​ວິຫານ​ເປັນ​ມົນທິນ ແລະ​ພວກ​ເຂົາ​ບໍ່​ໄດ້​ໃຫ້​ເງິນ​ບໍລິຈາກ​ກັບ​ຄົນ​ເລວີ​ຕາມ​ທີ່​ກົດ​ໝາຍ​ບອກ. ພວກ​ເຂົາ​ບໍ່​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ວັນ​ຊະບາໂຕ ແລະ​ຜູ້​ຊາຍ​ບາງ​ຄົນ​ກໍ​ແຕ່ງ​ດອງ​ກັບ​ຜູ້​ຍິງ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ. ເນເຫມີ​ທີ່​ເປັນ​ຜູ້​ປົກຄອງ​ຕ້ອງ​ຈັດການ​ກັບ​ເລື່ອງ​ນີ້.—ນເຫ. 13:4-30

10. ເນເຫມີ​ຮັບ​ມື​ກັບ​ສິ່ງ​ທ້າທາຍ​ແນວ​ໃດ?

10 ເນເຫມີ​ບໍ່​ໄດ້​ໃຊ້​ອຳນາດ​ທີ່​ລາວ​ມີ​ເພື່ອ​ບັງຄັບ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ເຮັດ​ຕາມ​ຄວາມ​ຄິດ​ຂອງ​ລາວ. ແຕ່​ລາວ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຢ່າງ​ຈິງ​ຈັງ ແລະ​ສອນ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ໃຫ້​ກັບ​ປະຊາຊົນ. (ນເຫ. 1:4-10; 13:1-3) ນອກ​ຈາກ​ນັ້ນ ເນເຫມີ​ຍັງ​ເຮັດ​ວຽກ​ຮ່ວມ​ກັບ​ປະຊາຊົນ​ຢ່າງ​ຖ່ອມ​ຕົວ ລາວ​ເຖິງ​ຂັ້ນ​ຊ່ວຍ​ພວກ​ເຂົາ​ໃນ​ການ​ສ້າງ​ກຳແພງ​ເມືອງ​ເຢຣຶຊາເລມ.—ນເຫ. 4:15

11. ຕາມ 1 ເທຊະໂລນີກ 2:7, 8 ຜູ້​ດູ​ແລ​ຄວນ​ປະຕິບັດ​ກັບ​ພີ່​ນ້ອງ​ໃນ​ປະຊາຄົມ​ແນວ​ໃດ?

11 ເຖິງ​ວ່າ​ຜູ້​ດູ​ແລ​ອາດ​ບໍ່​ໄດ້​ປະສົບ​ບັນຫາ​ດຽວ​ກັນ​ກັບ​ເນເຫມີ ແຕ່​ພວກ​ເຂົາ​ກໍ​ສາມາດ​ຮຽນ​ແບບ​ລາວ​ໄດ້​ຫຼາຍ​ຢ່າງ ເຊັ່ນ: ພວກ​ເຂົາ​ເຮັດ​ວຽກ​ໜັກ​ເພື່ອ​ຊ່ວຍ​ພີ່​ນ້ອງ​ໃນ​ປະຊາຄົມ ແລະ​ພວກ​ເຂົາ​ບໍ່​ໄດ້​ຮູ້ສຶກ​ວ່າ​ຕົວ​ເອງ​ດີ​ກວ່າ​ຄົນ​ອື່ນ​ເພາະ​ມີ​ອຳນາດ. ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ພວກ​ເຂົາ​ປະຕິບັດ​ກັບ​ພີ່​ນ້ອງ​ໃນ​ປະຊາຄົມ​ຢ່າງ​ອ່ອນ​ໂຍນ. (ອ່ານ 1 ເທຊະໂລນີກ 2:7, 8) ວິທີ​ທີ່​ຜູ້​ດູ​ແລ​ເວົ້າ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ພວກ​ເຂົາ​ຖ່ອມ​ຕົວ​ແລະ​ຮັກ​ພີ່​ນ້ອງ​ຫຼາຍ​ສ່ຳ​ໃດ. ຜູ້​ດູ​ແລ​ທີ່​ມີ​ປະສົບການ​ຄົນ​ໜຶ່ງ​ຊື່​ແອນດຣິວ ບອກ​ວ່າ: “ຂ້ອຍ​ສັງເກດ​ເຫັນ​ວ່າ ພີ່​ນ້ອງ​ຮູ້ສຶກ​ມັກ​ແລະ​ປະທັບ​ໃຈ​ຜູ້​ດູ​ແລ​ທີ່​ໃຈ​ດີ​ແລະ​ເປັນ​ມິດ​ແທ້ໆ. ຄຸນ​ລັກສະນະ​ເຫຼົ່າ​ນີ້​ໄດ້​ກະຕຸ້ນ​ພວກ​ເຂົາ​ໃຫ້​ຢາກ​ຮ່ວມ​ມື​ກັບ​ຜູ້​ດູ​ແລ.” ໂທ​ນີ​ເຊິ່ງ​ເປັນ​ຜູ້​ດູ​ແລ​ມາ​ດົນ​ແລ້ວ ບອກ​ວ່າ: “ຂ້ອຍ​ພະຍາຍາມ​ໃຊ້​ຄຳ​ແນະນຳ​ຈາກ​ຟີລິບ 2:3 ສະເໝີ ແລະ​ພະຍາຍາມ​ເບິ່ງ​ວ່າ​ຄົນ​ອື່ນ​ດີ​ກວ່າ​ຂ້ອຍ. ນີ້​ເຮັດ​ໃຫ້​ຂ້ອຍ​ຫຼີກ​ລ່ຽງ​ທີ່​ຈະ​ບໍ່​ບັງຄັບ​ພີ່​ນ້ອງ​ໃຫ້​ເຊື່ອ​ຟັງ​ຂ້ອຍ.”

12. ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ຜູ້​ດູ​ແລ​ຕ້ອງ​ເປັນ​ຄົນ​ຖ່ອມ​ຕົວ?

12 ຜູ້​ດູ​ແລ​ຕ້ອງ​ເປັນ​ຄົນ​ຖ່ອມ​ຕົວ​ຄື​ກັບ​ພະ​ເຢໂຫວາ. ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ເປັນ​ຜູ້​ປົກຄອງ​ທີ່​ຍິ່ງໃຫຍ່​ສູງ​ສຸດ​ໃນ​ເອກະພົບ ແຕ່​ພະອົງ​ກໍ​ຍັງ “ກົ້ມ​ລົງ” ແລະ​ຍົກ ‘ຄົນ​ທຸກ​ຍາກ​ຂຶ້ນ​ຈາກ​ຂີ້ຝຸ່ນ​ດິນ.’ (ເພງ. 18:35; 113:6, 7) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ກຽດ​ຊັງ​ຄົນ​ຍິ່ງ.—ສຸພາ. 16:5

13. ເປັນ​ຫຍັງ​ຜູ້​ດູ​ແລ​ຕ້ອງ “ຫ້າມ​ລີ້ນ​ແຫ່ງ​ຕົນ​ໄວ້”?

13 ຜູ້​ດູ​ແລ​ທີ່​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ຕ້ອງ “ຫ້າມ​ລີ້ນ​ແຫ່ງ​ຕົນ​ໄວ້.” ຖ້າ​ບໍ່​ເຮັດ​ແບບ​ນັ້ນ ລາວ​ອາດ​ເວົ້າ​ບໍ່​ດີ​ຕໍ່​ຄົນ​ທີ່​ບໍ່​ນັບຖື​ລາວ. (ຢໂກ. 1:26; ຄລາ. 5:14, 15) ແອນດຣິວ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ບາງ​ເທື່ອ​ຂ້ອຍ​ກໍ​ຢາກ​ເວົ້າ​ໃຫ້​ພີ່​ນ້ອງ​ທີ່​ເບິ່ງ​ຄື​ວ່າ​ລາວ​ບໍ່​ນັບຖື​ຂ້ອຍ​ໃນ​ຖານະ​ທີ່​ຂ້ອຍ​ເປັນ​ຜູ້​ດູ​ແລ. ແຕ່​ເມື່ອ​ຂ້ອຍ​ຄິດ​ຕຶກຕອງ​ຕົວຢ່າງ​ຂອງ​ບຸກຄົນ​ທີ່​ສັດ​ຊື່​ໃນ​ຄຳພີ​ໄບເບິນ ນີ້​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ຮູ້​ວ່າ​ເປັນ​ເລື່ອງ​ສຳຄັນ​ແທ້ໆທີ່​ຈະ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ.” ດັ່ງ​ນັ້ນ ຜູ້​ດູ​ແລ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ພວກ​ເຂົາ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ໂດຍ​ທີ່​ພວກ​ເຂົາ​ໃຊ້​ຄຳ​ເວົ້າ​ທີ່​ດີ​ເຊິ່ງ​ເປັນ​ຄຳ​ເວົ້າ​ທີ່​ສະແດງ​ຄວາມ​ຮັກ​ຕໍ່​ພີ່​ນ້ອງ​ແລະ​ຜູ້​ດູ​ແລ​ຄົນ​ອື່ນໆ.—ໂກໂລ. 4:6

ສິ່ງ​ທີ່​ຜູ້​ເປັນ​ພໍ່​ຮຽນ​ຈາກ​ກະສັດ​ດາວິດ

14. ພະ​ເຢໂຫວາ​ໃຫ້​ວຽກ​ມອບ​ໝາຍ​ຫຍັງ​ກັບ​ຜູ້​ທີ່​ເປັນ​ພໍ່ ແລະ​ພະອົງ​ຄາດ​ໝາຍ​ໃຫ້​ພວກ​ເຂົາ​ເຮັດ​ຫຍັງ?

14 ພະ​ເຢໂຫວາ​ມອບ​ໝາຍ​ໃຫ້​ພໍ່​ເປັນ​ຫົວ​ໜ້າ​ຄອບຄົວ ແລະ​ພະອົງ​ຍັງ​ຄາດ​ໝາຍ​ໃຫ້​ພໍ່​ເປັນ​ຜູ້​ຝຶກ​ແລະ​ສັ່ງ​ສອນ​ລູກ. (1 ໂກ. 11:3; ເອເຟ. 6:4) ແຕ່​ພໍ່​ກໍ​ມີ​ອຳນາດ​ໃນ​ຂອບ​ເຂດ​ທີ່​ຈຳກັດ. ເນື່ອງ​ຈາກ​ພະ​ເຢໂຫວາ​ເປັນ​ຜູ້​ກໍ່​ຕັ້ງ​ຄອບຄົວ ດັ່ງ​ນັ້ນ ຜູ້​ເປັນ​ພໍ່​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ພະ​ເຢໂຫວາ​ໃນ​ສິ່ງ​ທີ່​ລາວ​ເຮັດ​ກັບ​ຄົນ​ໃນ​ຄອບຄົວ. (ເອເຟ. 3:14, 15) ຜູ້​ເປັນ​ພໍ່​ຈະ​ສະແດງ​ວ່າ​ລາວ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ໂດຍ​ການ​ທີ່​ລາວ​ໃຊ້​ອຳນາດ​ໃນ​ແບບ​ທີ່​ພະ​ເຢໂຫວາ​ພໍ​ໃຈ. ຜູ້​ທີ່​ເປັນ​ພໍ່​ສາມາດ​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ກະສັດ​ດາວິດ.

ຄຳ​ອະທິດຖານ​ຂອງ​ພໍ່​ເຮັດ​ໃຫ້​ຄອບຄົວ​ເຫັນ​ວ່າ​ລາວ​ເປັນ​ຄົນ​ຖ່ອມ (ເບິ່ງ​ຂໍ້ 15-16) *

15. ກະສັດ​ດາວິດ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ຜູ້​ທີ່​ເປັນ​ພໍ່​ແນວ​ໃດ?

15 ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ແຕ່ງ​ຕັ້ງ​ດາວິດ​ໃຫ້​ເປັນ​ຫົວ​ໜ້າ​ຄອບຄົວ ແຕ່​ຍັງ​ແຕ່ງ​ຕັ້ງ​ລາວ​ໃຫ້​ເປັນ​ຜູ້​ນຳ​ຊາດ​ອິດສະລາແອນ. ເນື່ອງ​ຈາກ​ດາວິດ​ເປັນ​ກະສັດ ລາວ​ຈຶ່ງ​ມີ​ອຳນາດ​ຫຼາຍ ແຕ່​ບາງ​ເທື່ອ​ລາວ​ກໍ​ໃຊ້​ອຳນາດ​ໃນ​ທາງ​ທີ່​ຜິດ​ແລ້ວ​ກໍ​ເຮັດ​ຜິດ​ຮ້າຍແຮງ. (2 ຊາມ. 11:14, 15) ແຕ່​ລາວ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ໂດຍ​ຍອມ​ຮັບ​ການ​ສັ່ງ​ສອນ​ຈາກ​ພະອົງ. ລາວ​ອະທິດຖານ​ລະບາຍ​ຄວາມ​ຮູ້ສຶກ​ຈາກ​ຫົວໃຈ ແລະ​ລາວ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ. (ເພງ. 51:1-4) ນອກ​ຈາກ​ນັ້ນ ລາວ​ຍັງ​ຖ່ອມ​ຕົວ​ຫຼາຍ​ທີ່​ຈະ​ຍອມ​ຮັບ​ຄຳ​ແນະນຳ​ທີ່​ດີ​ເຊິ່ງ​ບໍ່​ພຽງ​ແຕ່​ມາ​ຈາກ​ຜູ້​ຊາຍ​ແຕ່​ຈາກ​ຜູ້​ຍິງ​ນຳ. (1 ຊາມ. 19:11, 12; 25:32, 33) ດາວິດ​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ຄວາມ​ຜິດ​ພາດ​ຂອງ​ລາວ​ແລະ​ລາວ​ໄດ້​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.

16. ຜູ້​ທີ່​ເປັນ​ພໍ່​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ກະສັດ​ດາວິດ?

16 ຜູ້​ທີ່​ເປັນ​ພໍ່ ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ກະສັດ​ດາວິດ? ເຈົ້າ​ຕ້ອງ​ບໍ່​ໃຊ້​ອຳນາດ​ທີ່​ພະ​ເຢໂຫວາ​ໃຫ້​ເຈົ້າ​ໃນ​ທາງ​ທີ່​ຜິດ. ຖ້າ​ເຈົ້າ​ເຮັດ​ຜິດ ກໍ​ໃຫ້​ຍອມ​ຮັບ​ຜິດ​ແລະ​ຟັງ​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ທີ່​ຄົນ​ອື່ນ​ໃຫ້. ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ຄອບຄົວ​ກໍ​ຈະ​ນັບຖື​ເຈົ້າ​ຍ້ອນ​ເຈົ້າ​ເປັນ​ຄົນ​ຖ່ອມ​ຕົວ. ນອກ​ຈາກ​ນັ້ນ ຕອນ​ທີ່​ເຈົ້າ​ອະທິດຖານ​ກັບ​ຄອບຄົວ ຂໍ​ໃຫ້​ເຈົ້າ​ອະທິດຖານ​ຈາກ​ໃຈ ເຮັດ​ໃຫ້​ພວກ​ເຂົາ​ຮູ້​ວ່າ​ເຈົ້າ​ເພິ່ງ​ພະ​ເຢໂຫວາ​ຫຼາຍ​ສ່ຳ​ໃດ. ສິ່ງ​ສຳຄັນ​ທີ່​ສຸດ​ຄື ເຈົ້າ​ຕ້ອງ​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ມາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຈົ້າ. (ບັນຍັດ. 6:6-9) ຕົວຢ່າງ​ທີ່​ດີ​ຂອງ​ເຈົ້າ​ຈະ​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ​ທີ່​ສຸດ​ຢ່າງ​ໜຶ່ງ​ທີ່​ເຈົ້າ​ສາມາດ​ໃຫ້​ກັບ​ຄອບຄົວ​ໄດ້.

ສິ່ງ​ທີ່​ຜູ້​ເປັນ​ແມ່​ຮຽນ​ຈາກ​ມາລີ

17. ພະ​ເຢໂຫວາ​ໃຫ້​ວຽກ​ມອບ​ໝາຍ​ຫຍັງ​ກັບ​ຜູ້​ທີ່​ເປັນ​ແມ່?

17 ພະ​ເຢໂຫວາ​ມອບ​ໜ້າ​ທີ່​ທີ່​ສຳຄັນ​ໃນ​ຄອບຄົວ​ໃຫ້​ກັບ​ຜູ້​ເປັນ​ແມ່ ແລະ​ໃຫ້​ອຳນາດ​ແມ່​ໃນ​ລະດັບ​ໜຶ່ງ​ໃນ​ການ​ສອນ​ລູກ. (ສຸພາ. 6:20) ທີ່​ຈິງ ສິ່ງ​ທີ່​ແມ່​ເວົ້າ​ແລະ​ເຮັດ​ຈະ​ມີ​ຜົນ​ຕໍ່​ລູກ​ໄປ​ຕະຫຼອດ​ຊີວິດ. (ສຸພາ. 22:6) ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ຜູ້​ເປັນ​ແມ່​ຈະ​ຮຽນ​ຈາກ​ຕົວຢ່າງ​ຂອງ​ມາລີ​ແມ່​ຂອງ​ພະ​ເຍຊູ.

18-19. ຜູ້​ທີ່​ເປັນ​ແມ່​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ມາລີ?

18 ມາລີ​ຮູ້ຈັກ​ຂໍ້​ພະ​ຄຳພີ​ເປັນ​ຢ່າງ​ດີ. ລາວ​ນັບຖື​ພະ​ເຢໂຫວາ​ຫຼາຍ​ແລະ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະອົງ. ລາວ​ເຕັມ​ໃຈ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ ເຖິງ​ວ່າ​ການ​ເຮັດ​ແບບ​ນັ້ນ​ຈະ​ເຮັດ​ໃຫ້​ຊີວິດ​ຂອງ​ລາວ​ປ່ຽນ​ໄປ.—ລືກາ 1:35-38, 46-55

ຖ້າ​ແມ່​ກຳລັງ​ເມື່ອຍ​ຫຼື​ອາລົມ​ບໍ່​ດີ ລາວ​ຕ້ອງ​ພະຍາຍາມ​ເປັນ​ພິເສດ​ທີ່​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ໃນ​ຄອບຄົວ (ເບິ່ງ​ຂໍ້ 19) *

19 ຜູ້​ທີ່​ເປັນ​ແມ່ ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ມາລີ? ທຳອິດ ເຈົ້າ​ຕ້ອງ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ສະເໝີ​ໂດຍ​ການ​ສຶກສາ​ສ່ວນ​ຕົວ​ແລະ​ອະທິດຖານ​ສ່ວນ​ຕົວ​ເປັນ​ປະຈຳ. ສອງ ເຈົ້າ​ຕ້ອງ​ເຕັມ​ໃຈ​ປ່ຽນ​ແປງ​ຊີວິດ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ຕົວຢ່າງ​ເຊັ່ນ: ເຈົ້າ​ອາດ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ພໍ່​ແມ່​ມັກ​ໃຈ​ຮ້າຍ​ງ່າຍ​ແລະ​ມັກ​ໃຊ້​ຄຳ​ເວົ້າ​ທີ່​ແຮງໆກັບ​ລູກ. ເຈົ້າ​ອາດ​ຄິດ​ວ່າ​ເປັນ​ເລື່ອງ​ທຳມະດາ​ທີ່​ຈະ​ເຮັດ​ກັບ​ລູກ​ແບບ​ນັ້ນ. ເຖິງ​ວ່າ​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ແລ້ວ​ກໍ​ຕາມ ເຈົ້າ​ອາດ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ໃຈ​ເຢັນ​ແລະ​ອົດ​ທົນ​ກັບ​ລູກ​ໂດຍ​ສະເພາະ​ຕອນ​ທີ່​ເຈົ້າ​ເມື່ອຍ​ແລະ​ລູກ​ກໍ​ບໍ່​ຟັງ​ຄວາມ. (ເອເຟ. 4:31) ໃນ​ຕອນ​ນັ້ນ ເຈົ້າ​ແຮ່ງ​ຕ້ອງ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ຫຼາຍໆ. ຜູ້​ເປັນ​ແມ່​ຄົນ​ໜຶ່ງ​ຊື່​ລີເດຍ​ບອກ​ວ່າ: “ບາງ​ເທື່ອ ຂ້ອຍ​ຕ້ອງ​ອະທິດຖານ​ຫຼາຍ​ແທ້ໆເພື່ອ​ຈະ​ບໍ່​ເວົ້າ​ທັ່ງ​ໃສ່​ລູກ​ຕອນ​ທີ່​ລູກ​ຊາຍ​ດື້​ບໍ່​ຟັງ​ຄວາມ. ແລະ​ບາງ​ເທື່ອ​ຕອນ​ທີ່​ຂ້ອຍ​ເວົ້າ​ຍັງ​ບໍ່​ສຸດ​ຄວາມ ຂ້ອຍ​ກໍ​ຕ້ອງ​ຢຸດ​ແລະ​ອະທິດຖານ​ໃນ​ໃຈ​ເພື່ອ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ການ​ອະທິດຖານ​ຊ່ວຍ​ຂ້ອຍ​ໃຫ້​ໃຈ​ເຢັນ​ລົງ​ແທ້ໆ.”—ເພງ. 37:5

20. ຜູ້​ເປັນ​ແມ່​ບາງ​ຄົນ​ອາດ​ຈະ​ປະສົບ​ກັບ​ສິ່ງ​ທ້າທາຍ​ຫຍັງ ແລະ​ລາວ​ຈະ​ເອົາ​ຊະນະ​ສິ່ງ​ນັ້ນ​ແນວ​ໃດ?

20 ສິ່ງ​ທ້າທາຍ​ໜຶ່ງ​ທີ່​ຜູ້​ເປັນ​ແມ່​ບາງ​ຄົນ​ອາດ​ປະສົບ​ຄື ພວກ​ເຂົາ​ຮູ້ສຶກ​ຍາກ​ທີ່​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ລູກ. (ຕິໂຕ 2:3, 4) ຜູ້​ຍິງ​ບາງ​ຄົນ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ພໍ່​ແມ່​ບໍ່​ໄດ້​ສະແດງ​ຄວາມ​ຮັກ​ທີ່​ອົບອຸ່ນ​ຕໍ່​ລູກ. ຖ້າ​ເຈົ້າ​ໃຫຍ່​ມາ​ໃນ​ຄອບຄົວ​ແບບ​ນັ້ນ ເຈົ້າ​ບໍ່​ຕ້ອງ​ເຮັດ​ຜິດ​ພາດ​ຄື​ກັບ​ທີ່​ພໍ່​ແມ່​ຂອງ​ເຈົ້າ​ເຮັດ. ຜູ້​ເປັນ​ແມ່​ທີ່​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ສະແດງ​ຄວາມ​ຮັກ​ກັບ​ລູກ. ເຖິງ​ວ່າ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ລາວ​ຈະ​ປ່ຽນ​ຄວາມ​ຄິດ ຄວາມ​ຮູ້ສຶກ ແລະ​ການ​ກະທຳ ແຕ່​ມັນ​ກໍ​ເປັນ​ສິ່ງ​ທີ່​ເຮັດ​ໄດ້ ແລະ​ກໍ​ຈະ​ເຮັດ​ໃຫ້​ລາວ​ແລະ​ຄອບຄົວ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.

ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ຕໍ່ໆໄປ

21-22. ຕາມ​ເອຊາອີ 65:13, 14 ການ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ​ແດ່?

21 ກະສັດ​ດາວິດ​ຮູ້​ວ່າ​ການ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ມີ​ປະໂຫຍດ​ຫຼາຍ. ລາວ​ຂຽນ​ວ່າ: “ຂໍ້​ບັງຄັບ​ທັງ​ຫຼາຍ​ຂອງ​ພະ​ເຢໂຫວາ​ເປັນ​ອັນ​ສັດ​ຊື່​ຈຶ່ງ​ໃຫ້​ໃຈ​ມີ​ຄວາມ​ຍິນດີ ຂໍ້​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ເປັນ​ອັນ​ບໍລິສຸດ​ຈຶ່ງ​ໃຫ້​ຕາ​ເຫັນ​ແຈ້ງ. ເຫດ​ສັນນີ້​ຂ້າ​ໃຊ້​ຂອງ​ພະອົງ​ໄດ້​ຮຽນ​ຮູ້​ດ້ວຍ​ຂໍ້​ທັງ​ຫຼາຍ​ນັ້ນ ຜູ້​ທີ່​ຖື​ຮັກສາ​ຂໍ້​ທັງ​ຫຼາຍ​ນັ້ນ​ກໍ​ມີ​ຄ່າ​ບຳເໜັດ​ອັນ​ໃຫຍ່.” (ເພງ. 19:8, 11) ໃນ​ທຸກ​ມື້​ນີ້ ເຮົາ​ເຫັນ​ໄດ້​ແຈ້ງ​ເຖິງ​ຄວາມ​ແຕກຕ່າງ​ລະຫວ່າງ​ຄົນ​ທີ່​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ກັບ​ຄົນ​ທີ່​ບໍ່​ຍອມ​ຮັບ​ຄຳ​ແນະນຳ​ທີ່​ພະອົງ​ໃຫ້​ດ້ວຍ​ຄວາມ​ຮັກ. ຄົນ​ທີ່​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ຈະ “ລຳ​ເພງ​ຍິນດີ​ຍ້ອນ​ຄວາມ​ສຸກ​ໃຈ​ຂອງ​ເຂົາ.”—ອ່ານ​ເອຊາອີ 65:13, 14

22 ເມື່ອ​ຜູ້​ດູ​ແລ ພໍ່ ແລະ​ແມ່ ເຕັມ​ໃຈ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ ພວກ​ເຂົາ​ກໍ​ເຮັດ​ໃຫ້​ຊີວິດ​ຕົວ​ເອງ​ດີ​ຂຶ້ນ ເຮັດ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ ແລະ​ເຮັດ​ໃຫ້​ປະຊາຄົມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ຂຶ້ນ. ຍິ່ງ​ກວ່າ​ນັ້ນ​ທັງ​ໝົດ ພວກ​ເຂົາ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ. (ສຸພາສິດ 27:11) ນັ້ນ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ທີ່​ສຸດ​ໃນ​ຊີວິດ​ທີ່​ເຮົາ​ຈະ​ມີ​ໄດ້!

ເພງ 123 ເຊື່ອ​ຟັງ​ກົດ​ລະບຽບຂອງ​ອົງການ​ພະເຈົ້າ​ຢ່າງ​ພັກດີ

^ ຂໍ້ 5 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ເຫດຜົນ​ທີ່​ເຮົາ​ຄວນ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ ແລະ​ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ສິ່ງ​ທີ່​ຜູ້​ດູ​ແລ ພໍ່ ແລະ​ແມ່ ເຊິ່ງ​ມີ​ອຳນາດ​ໃນ​ລະດັບ​ໜຶ່ງ​ສາມາດ​ຮຽນ​ຮູ້​ຈາກ​ຕົວຢ່າງ​ຂອງ​ເນເຫມີ​ເຊິ່ງ​ເປັນ​ຜູ້​ປົກຄອງ ດາວິດ​ທີ່​ເປັນ​ກະສັດ ແລະ​ມາລີ​ທີ່​ເປັນ​ແມ່​ຂອງ​ພະ​ເຍຊູ.

^ ຂໍ້ 1 ການ​ອະທິບາຍ​ບາງ​ສຳນວນ: ຄຳ​ວ່າ: ຍອມ​ຢູ່​ໃຕ້​ອຳນາດ ມີ​ຄວາມ​ໝາຍ​ໃນ​ແງ່​ລົບ​ສຳລັບ​ຄົນ​ທີ່​ຖືກ​ບັງຄັບ​ໃຫ້​ເຊື່ອ​ຟັງ. ແຕ່​ຄົນ​ຂອງ​ພະເຈົ້າ​ເລືອກ​ທີ່​ຈະ​ເຊື່ອ​ຟັງ​ພະອົງ ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ໄດ້​ຄິດ​ວ່າ​ການ​ຍອມ​ຢູ່​ໃຕ້​ອຳນາດ​ພະເຈົ້າ​ເປັນ​ເລື່ອງ​ໃນ​ແງ່​ລົບ.

^ ຂໍ້ 7 ຊື່​ສົມມຸດ

^ ຂໍ້ 62 ຄຳ​ອະທິບາຍ​ຮູບ​ພາບ: ຜູ້​ດູ​ແລ​ຄົນ​ໜຶ່ງ​ກັບ​ລູກ​ຊາຍ​ຂອງ​ລາວ​ຊ່ວຍ​ກັນ​ເບິ່ງ​ແຍງ​ຫໍ​ປະຊຸມ ຄື​ກັບ​ເນເຫມີ​ຊ່ວຍ​ປະຊາຊົນ​ສ້າງ​ກຳແພງ​ເມືອງ​ເຢຣຶຊາເລມ.

^ ຂໍ້ 64 ຄຳ​ອະທິບາຍ​ຮູບ​ພາບ: ພໍ່​ຄົນ​ໜຶ່ງ​ອະທິດຖານ​ຢ່າງ​ຈິງ​ຈັງ​ກັບ​ຄອບຄົວ.

^ ຂໍ້ 66 ຄຳ​ອະທິບາຍ​ຮູບ​ພາບ: ລູກ​ຊາຍ​ຄົນ​ໜຶ່ງ​ຫຼິ້ນ​ເກມ​ຫຼາຍ​ຊົ່ວ​ໂມງ​ຈົນ​ບໍ່​ເຮັດ​ວຽກ​ເຮືອນ​ແລະ​ວຽກ​ບ້ານ. ເຖິງ​ວ່າ​ແມ່​ຈະ​ເຮັດ​ວຽກ​ມາ​ເມື່ອຍ​ແລ້ວ ແຕ່​ແມ່​ກໍ​ສັ່ງ​ສອນ​ລູກ​ໂດຍ​ບໍ່​ໃຊ້​ອາລົມ​ຫຼື​ບໍ່​ເວົ້າ​ທັ່ງ​ໃສ່​ລູກ.