ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄົນ​ທີ່​ມີ​ຄວາມ​ສຸກ​ຄື​ຄົນ​ທີ່​ຮັບໃຊ້ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ”

ຄົນ​ທີ່​ມີ​ຄວາມ​ສຸກ​ຄື​ຄົນ​ທີ່​ຮັບໃຊ້ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ”

“ຊາວ​ປະເທດ​ທີ່​ມີ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແຫ່ງ​ເຂົາ​ກໍ​ເປັນ​ສຸກ​ຫຼາຍ.”—ຄຳເພງ 144:15

ເພງ: 44, 125

1. ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ຈຶ່ງ​ເປັນ​ຄົນ​ທີ່​ມີ​ຄວາມ​ສຸກ? (ເບິ່ງ​ຮູບ​ທຳອິດ)

ພະຍານ​ພະ​ເຢໂຫວາ​ເປັນ​ຄົນ​ທີ່​ມີ​ຄວາມ​ສຸກ. ເມື່ອ​ເຮົາ​ຢູ່​ນຳ​ກັນ​ບໍ່​ວ່າ​ຈະ​ຢູ່​ໃສ ຈະ​ຢູ່​ໃນ​ການ​ປະຊຸມ​ຕ່າງໆ ຫຼື​ງານ​ລ້ຽງ​ສັງ​ສັນ ເຮົາ​ກໍ​ຈະ​ເວົ້າ​ນົວ​ຫົວ​ມ່ວນ​ກັນ​ຢ່າງ​ມີ​ຄວາມ​ສຸກ. ເປັນ​ຫຍັງ​ເຮົາ​ຄື​ມີ​ຄວາມ​ສຸກ​ຫຼາຍ​ແທ້? ເຫດຜົນ​ສຳຄັນ​ຄື​ເຮົາ​ຮູ້ຈັກ​ແລະ​ນັບຖື​ພະ​ເຢໂຫວາ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ.” ເຮົາ​ຮັບໃຊ້​ພະອົງ​ແລະ​ພະຍາຍາມ​ຮຽນ​ແບບ​ພະອົງ. (1 ຕີໂມເຕ 1:11; ຄຳເພງ 16:11) ພະ​ເຢໂຫວາ​ເປັນ​ແຫຼ່ງ​ແຫ່ງ​ຄວາມ​ສຸກ ດັ່ງ​ນັ້ນ ພະອົງ​ຈຶ່ງ​ຢາກ​ໃຫ້​ເຮົາ​ມີ​ຄວາມ​ສຸກ ແລະ​ພະອົງ​ກໍ​ໃຫ້​ເຮົາ​ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ຈະ​ມີ​ຄວາມ​ສຸກ.—ພະບັນຍັດ 12:7; ຜູ້​ເທສະໜາ​ປ່າວ​ປະກາດ 3:12, 13

2, 3. (ກ) ການ​ມີ​ຄວາມ​ສຸກ​ໝາຍ​ເຖິງ​ຫຍັງ? (ຂ) ເປັນ​ຫຍັງ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ມີ​ຄວາມ​ສຸກ?

2 ແລ້ວ​ເຈົ້າ​ເດ​ມີ​ຄວາມ​ສຸກ​ບໍ? ການ​ມີ​ຄວາມ​ສຸກ​ໝາຍ​ເຖິງ​ການ​ຮູ້ສຶກ​ດີ ພໍ​ໃຈ​ກັບ​ຊີວິດ ແລະ​ມີ​ຄວາມ​ສຸກ​ຫຼາຍ. ຄຳພີ​ໄບເບິນ​ບອກ​ວ່າ​ຄົນ​ທີ່​ໄດ້​ຮັບ​ພອນ​ຈາກ​ພະ​ເຢໂຫວາ​ຈະ​ມີ​ຄວາມ​ສຸກ​ແທ້. ແຕ່​ເປັນ​ຫຍັງ​ການ​ມີ​ຄວາມ​ສຸກ​ໃນ​ໂລກ​ທຸກ​ມື້​ນີ້​ຈຶ່ງ​ເປັນ​ເລື່ອງ​ຍາກ​ຫຼາຍ?

3 ມັນ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຮັດ​ໃຫ້​ມີ​ຄວາມ​ສຸກ ເມື່ອ​ເຮົາ​ປະສົບ​ກັບ​ສະຖານະການ​ທີ່​ເຄັ່ງ​ຕຶງ ເຊັ່ນ: ຄົນ​ທີ່​ເຮົາ​ຮັກ​ຕາຍ​ຫຼື​ຖືກ​ຕັດ​ສຳພັນ ເມື່ອ​ຖືກ​ປະ​ຮ້າງ ຕົກ​ວຽກ ມີ​ບັນຫາ​ຄອບຄົວ​ຍ້ອນ​ມັກ​ຜິດ​ຖຽງ​ກັນ ຖືກ​ເພື່ອນ​ຮ່ວມ​ງານ​ຫຼື​ໝູ່​ຢູ່​ໂຮງ​ຮຽນ​ເຍາະ​ເຍີ້ຍ ຖືກ​ຂົ່ມເຫງ​ຫຼື​ຖືກ​ຂັງ​ຄຸກ​ເພາະ​ຮັບໃຊ້​ພະ​ເຢໂຫວາ ສຸຂະພາບ​ຊຸດໂຊມ​ລົງ ເຈັບ​ປ່ວຍ​ຊໍ້າ​ເຮື້ອ ຫຼື​ເປັນ​ໂລກ​ຊຶມເສົ້າ. ເຖິງ​ວ່າ​ເຮົາ​ຈະ​ປະສົບ​ກັບ​ເລື່ອງ​ແບບ​ນີ້ ແຕ່​ກໍ​ຂໍ​ໃຫ້​ຈື່​ວ່າ​ພະ​ເຍຊູ​ຄລິດ​ເຊິ່ງ​ເປັນ “ຜູ້​ມີ​ຄວາມ​ສຸກ​ແລະ​ເປັນ​ຜູ້​ດຽວ​ທີ່​ໄດ້​ຊື່​ວ່າ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່” ມັກ​ໃຫ້​ກຳລັງ​ໃຈ​ປະຊາຊົນ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ. (1 ຕີໂມເຕ 6:15; ມັດທາຍ 11:28-30) ໃນ​ຄຳ​ເທດ​ເທິງ​ພູເຂົາ ພະ​ເຍຊູ​ໄດ້​ຍົກ​ບາງ​ຄຸນ​ລັກສະນະ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ເຖິງ​ວ່າ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ​ເພາະ​ເຮົາ​ຢູ່​ໃນ​ໂລກ​ຂອງ​ຊາຕານ.

ເຮົາ​ບໍ່​ສາມາດ​ມີ​ຄວາມ​ສຸກ​ໄດ້ ຖ້າ​ບໍ່​ມີ​ພະ​ເຢໂຫວາ

4, 5. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຄວາມ​ສຸກ ແລະ​ມີ​ຄວາມ​ສຸກ​ຢູ່​ສະເໝີ?

4 ສິ່ງ​ທຳອິດ​ທີ່​ພະ​ເຍຊູ​ເວົ້າ​ເຖິງ​ແມ່ນ​ສຳຄັນ​ເປັນ​ພິເສດ. ເພິ່ນ​ບອກ​ວ່າ: “ຄົນ​ທີ່​ຮູ້​ຕົວ​ວ່າ​ຈຳເປັນ​ຕ້ອງ​ເພິ່ງ​ພະເຈົ້າ​ກໍ​ມີ​ຄວາມ​ສຸກ ເພາະ​ລັດຖະບານ​ສະຫວັນ​ເປັນ​ຂອງ​ເຂົາ.” (ມັດທາຍ 5:3, ລ.ມ.) ຖ້າ​ເຮົາ​ຮູ້​ຕົວ​ວ່າ​ຈຳເປັນ​ຕ້ອງ​ເພິ່ງ​ພະເຈົ້າ ເຮົາ​ກໍ​ສຳນຶກ​ວ່າ​ເຮົາ​ຕ້ອງ​ຮູ້ຈັກ​ພະເຈົ້າ​ແລະ​ຕ້ອງການ​ໃຫ້​ພະອົງ​ຊ່ວຍ​ເຫຼືອ​ແລະ​ຊີ້​ນຳ​ເຮົາ. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ? ໂດຍ​ການ​ສຶກສາ​ຄຳພີ​ໄບເບິນ ເຊື່ອ​ຟັງ​ພະອົງ ແລະ​ເຮັດ​ໃຫ້​ການ​ນະມັດສະການ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ. ການ​ເຮັດ​ສິ່ງ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ. ເຮົາ​ຈະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ຄຳ​ສັນຍາ​ຂອງ​ພະເຈົ້າ​ຈະ​ສຳເລັດ​ເປັນ​ຈິງ​ຢ່າງ​ແນ່ນອນ. ແລະ “ຄວາມ​ໄວ້​ໃຈ [“ຄວາມ​ຫວັງ,” ລ.ມ.] ອັນ​ມີ​ຄວາມ​ສຸກ” ທີ່​ເຮົາ​ພົບ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ກຳລັງ​ໃຈ.—ຕິໂຕ 2:13

5 ຖ້າ​ເຮົາ​ຢາກ​ມີ​ຄວາມ​ສຸກ​ຢູ່​ສະເໝີ​ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ຊີວິດ ເຮົາ​ຕ້ອງ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ເຂັ້ມແຂງ​ຕໍ່ໆໄປ. ອັກຄະສາວົກ​ໂປໂລ​ຂຽນ​ວ່າ: “ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ພະອົງ​ເຈົ້າ​ເລື້ອຍ. ເຮົາ​ເວົ້າ​ອີກ ຈົ່ງ​ຊົມຊື່ນ​ຍິນດີ​ເຖີ້ນ.” (ຟີລິບ 4:4) ເພື່ອ​ຈະ​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢໂຫວາ ເຮົາ​ຕ້ອງ​ມີ​ສະຕິ​ປັນຍາ​ຂອງ​ພະເຈົ້າ. ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ທີ່​ພົບ​ຄວາມ​ປັນຍາ​ແລະ​ຄົນ​ທີ່​ໄດ້​ຄວາມ​ເຂົ້າ​ໃຈ​ກໍ​ເປັນ​ສຸກ​ຫຼາຍ ຄວາມ​ປັນຍາ​ເປັນ​ຕົ້ນ​ໄມ້​ຊີວິດ​ສຳລັບ​ຄົນ​ທັງ​ຫຼາຍ​ທີ່​ກຳ​ເອົາ​ມັນ​ໄວ້ ແລະ​ຜູ້​ທີ່​ຖື​ມັນ​ໄວ້​ດີໆກໍ​ເປັນ​ສຸກ​ຫຼາຍ.”—ສຸພາສິດ 3:13, 18

ເພື່ອ​ເຮົາ​ຈະ​ມີ​ຄວາມ​ສຸກ​ຕະຫຼອດ​ໄປ ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຕ້ອງ​ນຳ​ໃຊ້​ສິ່ງ​ທີ່​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ

6. ເຮົາ​ຕ້ອງ​ເຮັດ​ຫຍັງ​ອີກ​ເພື່ອ​ຈະ​ມີ​ຄວາມ​ສຸກ​ຢູ່​ສະເໝີ?

6 ແຕ່​ເພື່ອ​ເຮົາ​ຈະ​ມີ​ຄວາມ​ສຸກ​ຢູ່​ສະເໝີ ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຕ້ອງ​ນຳ​ໃຊ້​ສິ່ງ​ທີ່​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ​ຕໍ່ໆໄປ. ພະ​ເຍຊູ​ເນັ້ນ​ໃຫ້​ເຫັນ​ວ່າ​ເລື່ອງ​ນີ້​ສຳຄັນ​ສໍ່າ​ໃດ ເມື່ອ​ເພິ່ນ​ບອກ​ວ່າ: “ຖ້າ​ທ່ານ​ທັງ​ຫຼາຍ​ຮູ້ຈັກ​ສິ່ງ​ທັງ​ຫຼາຍ​ນີ້​ທ່ານ​ກໍ​ເປັນ​ສຸກ ຖ້າ​ທ່ານ​ທັງ​ຫຼາຍ​ຂັບ​ຕາມ​ເຂົາ.” (ໂຢຮັນ 13:17; ອ່ານ​ຢາໂກໂບ 1:25) ນີ້​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ຖ້າ​ເຮົາ​ຢາກ​ມີ​ຄວາມ​ສຸກ​ຕະຫຼອດ​ໄປ ແລະ​ຢາກ​ໃຫ້​ພະເຈົ້າ​ຊ່ວຍ​ແລະ​ຊີ້​ນຳ​ເຮົາ. ແຕ່​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ມີ​ຄວາມ​ສຸກ​ເມື່ອ​ມີ​ຫຼາຍ​ສິ່ງ​ມາ​ຍາດ​ເອົາ​ຄວາມ​ສຸກ​ຂອງ​ເຮົາ​ໄປ? ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ພະ​ເຍຊູ​ເວົ້າ​ຕໍ່​ໄປ​ໃນ​ຄຳ​ເທດ​ເທິງ​ພູເຂົາ.

ຄຸນ​ລັກສະນະ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ

7. ຄົນ​ທີ່​ໂສກ​ເສົ້າ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?

7 “ຄົນ​ທັງ​ຫຼາຍ​ທີ່​ມີ​ຄວາມ​ທຸກ​ໂສກ​ກໍ​ເປັນ​ສຸກ ເຫດ​ວ່າ​ເປັນ​ຜູ້​ນັ້ນ​ທີ່​ຈະ​ໄດ້​ຄວາມ​ເລົ້າໂລມ.” (ມັດທາຍ 5:4) ເຮົາ​ອາດ​ສົງໄສ​ວ່າ ‘ຄົນ​ທີ່​ໂສກ​ເສົ້າ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?’ ພະ​ເຍຊູ​ບໍ່​ໄດ້​ເວົ້າ​ເຖິງ​ຄົນ​ທີ່​ໂສກ​ເສົ້າ​ທຸກ​ຄົນ. ຄົນ​ຊົ່ວ​ຫຼາຍ​ຄົນ​ກໍ​ໂສກ​ເສົ້າ​ເພາະ​ເຂົາ​ເຈົ້າ​ປະສົບ​ກັບ​ບັນຫາ​ທີ່​ເຮັດ​ໃຫ້​ເຄັ່ງ​ຕຶງ “ໃນ​ສະໄໝ​ສຸດ​ທ້າຍ” ເຊິ່ງ “ມີ​ແຕ່​ຄວາມ​ຫຍຸ້ງຍາກ​ລຳບາກ.” (2 ຕີໂມເຕ 3:1, ລ.ມ.) ແຕ່​ເຂົາ​ເຈົ້າ​ຄິດ​ເຖິງ​ຕົວ​ເອງ​ເທົ່າ​ນັ້ນ​ແລະ​ບໍ່​ໄດ້​ຄິດ​ເຖິງ​ພະ​ເຢໂຫວາ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ບໍ່​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະອົງ​ແລະ​ບໍ່​ມີ​ຄວາມ​ສຸກ. ສ່ວນ​ຄົນ​ທີ່​ພະ​ເຍຊູ​ເວົ້າ​ເຖິງ​ເປັນ​ຄົນ​ທີ່​ຮູ້​ວ່າ​ຈຳເປັນ​ຕ້ອງ​ເພິ່ງ​ພະເຈົ້າ. ເຂົາ​ເຈົ້າ​ທຸກ​ໂສກ​ເພາະ​ເຫັນ​ວ່າ​ມີ​ຫຼາຍ​ຄົນ​ປະຕິເສດ​ພະເຈົ້າ​ຫຼື​ບໍ່​ໃຊ້​ຊີວິດ​ຕາມ​ທີ່​ພະອົງ​ຕ້ອງການ. ເຂົາ​ເຈົ້າ​ສຳນຶກ​ວ່າ​ຕົວ​ເອງ​ເປັນ​ຄົນ​ບາບ ແລະ​ເຫັນ​ຫຼາຍ​ສິ່ງ​ທີ່​ບໍ່​ດີ​ເກີດ​ຂຶ້ນ​ໃນ​ໂລກ​ນີ້. ພະ​ເຢໂຫວາ​ສັງເກດ​ເບິ່ງ​ຄົນ​ເຫຼົ່າ​ນັ້ນ​ທີ່​ໂສກ​ເສົ້າ ພະອົງ​ກໍ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ໂດຍ​ທາງ​ຄຳພີ​ໄບເບິນ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ແລະ​ມີ​ຊີວິດ.—ອ່ານ​ເອເຊກຽນ 5:11; 9:4

8. ການ​ເປັນ​ຄົນ​ມີ​ໃຈ​ອ່ອນ​ຫວານ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?

8 “ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ອ່ອນ​ຫວານ​ກໍ​ເປັນ​ສຸກ ເຫດ​ວ່າ​ເປັນ​ຜູ້​ນັ້ນ​ທີ່​ຈະ​ໄດ້​ຮັບ​ແຜ່ນດິນ​ໂລກ​ມາ​ເປັນ​ມູນລະດົກ.” (ມັດທາຍ 5:5) ການ​ເປັນ​ຄົນ​ມີ​ໃຈ​ອ່ອນ​ຫວານ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ? ຫຼາຍ​ຄົນ​ມີ​ນິດໄສ​ຫຍາບ​ຄາຍ​ແລະ​ມັກ​ຜິດ​ຖຽງ​ກັນ ເຊິ່ງ​ເຮັດ​ໃຫ້​ເກີດ​ບັນຫາ​ຫຼາຍ​ຢ່າງ. ແຕ່​ເມື່ອ​ໄດ້​ຮຽນ​ຄຳພີ​ໄບເບິນ​ກໍ​ເຮັດ​ໃຫ້​ເຂົາ​ເຈົ້າ​ໄດ້​ປ່ຽນ​ແປງ​ຕົວ​ເອງ​ແລະ​ສວມ “ລັກສະນະ​ນິດໄສ​ໃໝ່” ແລະ​ສະແດງ “ຄວາມ​ເຫັນ​ອົກ​ເຫັນ​ໃຈ ຄວາມ​ກະລຸນາ ຄວາມ​ຖ່ອມ​ຕົວ ຄວາມ​ອ່ອນ​ໂຍນ ແລະ​ຄວາມ​ອົດ​ທົນ​ອົດ​ກັ້ນ.” (ໂກໂລດ 3:9-12, ລ.ມ.) ຜົນ​ກໍ​ຄື ເຂົາ​ເຈົ້າ​ມີ​ຄວາມ​ສຸກ ມີ​ສັນຕິສຸກ ແລະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ຄົນ​ອື່ນ. ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ຍັງ​ສັນຍາ​ວ່າ​ເຂົາ​ເຈົ້າ​ຈະ “ໄດ້​ຮັບ​ແຜ່ນດິນ​ໂລກ​ມາ​ເປັນ​ມູນລະດົກ.”—ຄຳເພງ 37:8-10, 29

9. (ກ) ພະ​ເຍຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ ເມື່ອ​ເພິ່ນ​ບອກ​ວ່າ​ຄົນ​ມີ​ໃຈ​ອ່ອນ​ຫວານ​ຈະ “ໄດ້​ຮັບ​ແຜ່ນດິນ​ໂລກ​ມາ​ເປັນ​ມູນລະດົກ”? (ຂ) ເປັນ​ຫຍັງ “ຄົນ​ທັງ​ຫຼາຍ​ທີ່​ຫິວ​ຢາກ​ຄວາມ​ຊອບທຳ” ຈຶ່ງ​ເປັນ​ຄົນ​ທີ່​ມີ​ຄວາມ​ສຸກ?

9 ພະ​ເຍຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ ເມື່ອ​ເພິ່ນ​ບອກ​ວ່າ​ຄົນ​ມີ​ໃຈ​ອ່ອນ​ຫວານ​ຈະ “ໄດ້​ຮັບ​ແຜ່ນດິນ​ໂລກ​ມາ​ເປັນ​ມູນລະດົກ”? ຜູ້​ຖືກ​ເຈີມ​ຈະ​ໄດ້​ຮັບ​ແຜ່ນດິນ​ເປັນ​ມໍລະດົກ​ຄື​ຕອນ​ທີ່​ເຂົາ​ເຈົ້າ​ປົກຄອງ​ເປັນ​ກະສັດ​ແລະ​ເປັນ​ປະໂລຫິດ. (ຄຳປາກົດ 20:6) ຄົນ​ອື່ນ​ອີກ​ຫຼາຍ​ລ້ານ​ຄົນ​ທີ່​ບໍ່​ໄດ້​ມີ​ຄວາມ​ຫວັງ​ໄປ​ສະຫວັນ​ກໍ​ຈະ​ໄດ້​ຮັບ​ແຜ່ນດິນ​ໂລກ​ເປັນ​ມໍລະດົກ​ຄື​ກັນ​ເມື່ອ​ເຂົາ​ເຈົ້າ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ. ເຂົາ​ເຈົ້າ​ຈະ​ເປັນ​ຄົນ​ສົມບູນ​ແບບ ມີ​ສັນຕິສຸກ ແລະ​ມີ​ຄວາມ​ສຸກ. ພະ​ເຍຊູ​ເວົ້າ​ເຖິງ​ຄົນ​ເຫຼົ່າ​ນີ້​ໂດຍ​ບອກ​ວ່າ: “ຄົນ​ທັງ​ຫຼາຍ​ທີ່​ຫິວ​ຢາກ​ຄວາມ​ຊອບທຳ​ກໍ​ເປັນ​ສຸກ ເຫດ​ວ່າ​ເປັນ​ຜູ້​ນັ້ນ​ທີ່​ຈະ​ໄດ້​ອີ່ມ​ໃຈ.” (ມັດທາຍ 5:6) ເຂົາ​ເຈົ້າ​ຈະ​ໄດ້​ເຫັນ​ຄວາມ​ຍຸຕິທຳ​ເມື່ອ​ພະ​ເຢໂຫວາ​ກຳຈັດ​ຄວາມ​ຊົ່ວ​ທັງ​ໝົດ. (2 ເປໂຕ 3:13) ໃນ​ໂລກ​ໃໝ່ ຄົນ​ທີ່​ຊອບທຳ​ຈະ​ມີ​ຄວາມ​ສຸກ​ແລະ​ຈະ​ບໍ່​ໂສກ​ເສົ້າ​ອີກ​ຕໍ່​ໄປ​ຍ້ອນ​ສິ່ງ​ທີ່​ບໍ່​ດີ​ທີ່​ຄົນ​ຊົ່ວ​ເຮັດ.—ຄຳເພງ 37:17

10. ການ​ເປັນ​ຄົນ​ເມດຕາ​ໝາຍ​ເຖິງ​ຫຍັງ?

10 “ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ສັງເວດ [ເມດຕາ] ກໍ​ເປັນ​ສຸກ ເຫດ​ວ່າ​ເປັນ​ຜູ້​ນັ້ນ​ທີ່​ຈະ​ໄດ້​ຮັບ​ຄວາມ​ອີ່ດູ.” (ມັດທາຍ 5:7) ການ​ເປັນ​ຄົນ​ເມດຕາ​ໝາຍ​ເຖິງ​ການ​ເປັນ​ຄົນ​ອົບອຸ່ນ ອ່ອນ​ໂຍນ ແລະ​ເຫັນ​ອົກ​ເຫັນ​ໃຈ ນັ້ນ​ຄື​ການ​ຮູ້ສຶກ​ອີ່​ຕົນ​ຄົນ​ທີ່​ເຈິ​ກັບ​ຄວາມ​ທຸກ. ແນວ​ໃດ​ກໍ​ຕາມ ຄວາມ​ເມດຕາ​ເປັນ​ຫຼາຍ​ກວ່າ​ຄວາມ​ຮູ້ສຶກ​ທີ່​ອົບອຸ່ນ. ຄຳພີ​ໄບເບິນ​ສອນ​ວ່າ​ການ​ເປັນ​ຄົນ​ເມດຕາ​ໝາຍ​ລວມ​ເຖິງ​ການ​ເຮັດ​ບາງ​ສິ່ງ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ອື່ນ.

11. ຕົວຢ່າງ​ປຽບ​ທຽບ​ເລື່ອງ​ຊາວ​ສະມາລີ​ສອນ​ຫຍັງ​ເຮົາ?

11 ອ່ານ​ລືກາ 10:30-37. ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ເລື່ອງ​ຊາວ​ສະມາລີ​ເຮັດ​ໃຫ້​ເຫັນ​ພາບ​ທີ່​ໜ້າ​ປະທັບ​ໃຈ​ວ່າ​ການ​ເປັນ​ຄົນ​ເມດຕາ​ໝາຍ​ຄວາມ​ວ່າ​ແນວ​ໃດ. ຊາວ​ສະມາລີ​ຮູ້ສຶກ​ອີ່​ຕົນ​ແລະ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຊາຍ​ຊາວ​ຢິວ​ທີ່​ປະສົບ​ກັບ​ຄວາມ​ທຸກ ນີ້​ຈຶ່ງ​ກະຕຸ້ນ​ລາວ​ໃຫ້​ລົງ​ມື​ຊ່ວຍ​ເຫຼືອ. ຫຼັງ​ຈາກ​ພະ​ເຍຊູ​ຍົກ​ຕົວຢ່າງ​ປຽບ​ທຽບ​ນີ້​ແລ້ວ​ເພິ່ນ​ກໍ​ບອກ​ວ່າ: “ຈົ່ງ​ໄປ​ແລະ​ທ່ານ​ຈົ່ງ​ກະທຳ​ເໝືອນ​ກັນ​ເຖີ້ນ.” ດັ່ງ​ນັ້ນ​ເຮົາ​ອາດ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ໄດ້​ເຮັດ​ແບບ​ດຽວ​ກັບ​ຊາວ​ສະມາລີ​ບໍ? ເມື່ອ​ຄົນ​ອື່ນ​ປະສົບ​ກັບ​ຄວາມ​ທຸກ ຂ້ອຍ​ຈະ​ເຮັດ​ບາງ​ຢ່າງ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ບໍ? ຕົວຢ່າງ: ຂ້ອຍ​ສາມາດ​ຊ່ວຍ​ຜູ້​ສູງ​ອາຍຸ​ໃນ​ປະຊາຄົມ ແມ່​ໝ້າຍ ຫຼື​ເດັກ​ນ້ອຍ​ທີ່​ພໍ່​ແມ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ໄດ້​ບໍ? ຂ້ອຍ​ສາມາດ “ເລົ້າໂລມ​ຜູ້​ທີ່​ເສຍໃຈ” ໄດ້​ບໍ?’—1 ເທຊະໂລນີກ 5:14; ຢາໂກໂບ 1:27

ໃຫ້​ເປັນ​ຝ່າຍ​ເລີ່ມ​ຊ່ວຍ​ຄົນ​ອື່ນ​ກ່ອນ ແລ້ວ​ເຈົ້າ​ຈະ​ເຫັນ​ວ່າ​ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ທຸກ​ຄົນ​ມີ​ຄວາມ​ສຸກ (ເບິ່ງ​ຂໍ້ 12)

12. ເປັນ​ຫຍັງ​ເຮົາ​ມີ​ຄວາມ​ສຸກ​ເມື່ອ​ເຮົາ​ເປັນ​ຄົນ​ເມດຕາ?

12 ເປັນ​ຫຍັງ​ເຮົາ​ມີ​ຄວາມ​ສຸກ​ເມື່ອ​ເຮົາ​ເປັນ​ຄົນ​ເມດຕາ? ເມື່ອ​ເຮົາ​ເມດຕາ​ຄົນ​ອື່ນ ເຮົາ​ກໍ​ກຳລັງ​ໃຫ້ ແລະ​ພະ​ເຍຊູ​ກໍ​ບອກ​ວ່າ​ການ​ໃຫ້​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ. ອີກ​ເຫດຜົນ​ໜຶ່ງ​ຄື​ເຮົາ​ຮູ້​ວ່າ​ກຳລັງ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. (ກິດຈະການ 20:35; ອ່ານ​ເຫບເລີ 13:16) ກະສັດ​ດາວິດ​ເວົ້າ​ກ່ຽວ​ກັບ​ຄົນ​ທີ່​ເມດຕາ​ວ່າ: “ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ລາວ​ແລະ​ຊ່ວຍ​ລາວ​ໃຫ້​ລອດ ຜູ້​ຄົນ​ຈະ​ປະກາດ​ທົ່ວ​ໂລກ​ວ່າ​ລາວ​ມີ​ຄວາມ​ສຸກ.” (ຄຳເພງ 41:1, 2, ລ.ມ.) ຖ້າ​ເຮົາ​ເມດຕາ​ແລະ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ ພະ​ເຢໂຫວາ​ກໍ​ຈະ​ເມດຕາ​ເຮົາ​ແລະ​ເຮົາ​ຈະ​ມີ​ຄວາມ​ສຸກ​ຕະຫຼອດ​ໄປ.—ຢາໂກໂບ 2:13

ເປັນ​ຫຍັງ​ຄົນ​ທີ່​ມີ “ໃຈ​ບໍລິສຸດ” ຈຶ່ງ​ມີ​ຄວາມ​ສຸກ?

13, 14. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ເປັນ​ຄົນ​ມີ “ໃຈ​ບໍລິສຸດ”?

13 ພະ​ເຍຊູ​ບອກ​ວ່າ: “ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ບໍລິສຸດ​ກໍ​ເປັນ​ສຸກ ເຫດ​ວ່າ​ເປັນ​ຜູ້​ນັ້ນ​ທີ່​ຈະ​ເຫັນ​ພະເຈົ້າ.” (ມັດທາຍ 5:8) ເພື່ອ​ຈະ​ມີ​ໃຈ​ບໍລິສຸດ ເຮົາ​ຕ້ອງ​ຮັກສາ​ຄວາມ​ຄິດ​ແລະ​ຄວາມ​ຕ້ອງການ​ຂອງ​ເຮົາ​ໃຫ້​ບໍລິສຸດ​ສະອາດ. ນີ້​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ​ຖ້າ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຮົາ.—ອ່ານ 2 ໂກລິນໂທ 4:2; 1 ຕີໂມເຕ 1:5

14 ຄົນ​ທີ່​ມີ​ໃຈ​ບໍລິສຸດ​ສາມາດ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ. ພະອົງ​ບອກ​ວ່າ: “ຄົນ​ທັງ​ຫຼາຍ​ທີ່​ຊຳຮະ​ລ້າງ​ເສື້ອ​ຜ້າ​ຂອງ​ເຂົາ​ກໍ​ເປັນ​ສຸກ​ຫຼາຍ.” (ຄຳປາກົດ 22:14) ການ​ທີ່​ເຂົາ​ເຈົ້າ “ຊຳຮະ​ລ້າງ​ເສື້ອ​ຜ້າ” ໝາຍ​ຄວາມ​ວ່າ​ແນວ​ໃດ? ສຳລັບ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ແມ່ນ​ໝາຍ​ເຖິງ ພະ​ເຢໂຫວາ​ເບິ່ງ​ເຂົາ​ເຈົ້າ​ສະອາດ ແລະ​ພະອົງ​ຈະ​ໃຫ້​ເຂົາ​ເຈົ້າ​ມີ​ຊີວິດ​ອະມະຕະ​ໃນ​ສະຫວັນ ແລະ​ມີ​ຄວາມ​ສຸກ​ຕະຫຼອດ​ໄປ. ສຳລັບ​ຊົນ​ຝູງ​ໃຫຍ່​ທີ່​ມີ​ຄວາມ​ຫວັງ​ຈະ​ມີ​ຊີວິດ​ໃນ​ໂລກ​ແມ່ນ​ໝາຍ​ເຖິງ ພະ​ເຢໂຫວາ​ອະນຸຍາດ​ໃຫ້​ເຂົາ​ເຈົ້າ​ເປັນ​ໝູ່​ກັບ​ພະອົງ​ເພາະ​ພະອົງ​ເບິ່ງ​ວ່າ​ເຂົາ​ເຈົ້າ​ເປັນ​ຄົນ​ຊອບທຳ. ຄຳພີ​ໄບເບິນ​ບອກ​ວ່າ: ເຂົາ​ເຈົ້າ “ໄດ້​ລ້າງ​ເສື້ອ​ຊັ້ນ​ຍາວ​ຂອງ​ເຂົາ​ແລະ​ກະທຳ​ໃຫ້​ຂາວ​ໃນ​ເລືອດ​ຂອງ​ລູກ​ແກະ.”—ຄຳປາກົດ 7:9, 13, 14

15, 16. ຄົນ​ທີ່​ມີ​ໃຈ​ບໍລິສຸດ​ຈະ “ເຫັນ​ພະເຈົ້າ” ໄດ້​ແນວ​ໃດ?

15 ພະ​ເຢໂຫວາ​ບອກ​ວ່າ: “ມະນຸດ​ເຫັນ​ໜ້າ​ເຮົາ​ແລະ​ມີ​ຊີວິດ​ຢູ່​ກໍ​ບໍ່​ໄດ້.” (ອົບພະຍົບ 33:20) ຄົນ​ທີ່​ມີ​ໃຈ​ບໍລິສຸດ​ຈະ “ເຫັນ​ພະເຈົ້າ” ໄດ້​ແນວ​ໃດ? ຄຳ​ວ່າ “ເຫັນ” ໃນ​ພາສາ​ເກັຣກ​ອາດ​ມີ​ຄວາມ​ໝາຍ​ວ່າ​ຈິນຕະນາການ ເຂົ້າ​ໃຈ ຫຼື​ຮູ້ຈັກ. ດັ່ງ​ນັ້ນ ການ “ເຫັນ​ພະເຈົ້າ” ໝາຍ​ເຖິງ​ການ​ເຂົ້າ​ໃຈ​ວ່າ​ພະອົງ​ເປັນ​ບຸກຄົນ​ແບບ​ໃດ ແລະ​ຮັກ​ໃນ​ຄຸນ​ລັກສະນະ​ຂອງ​ພະອົງ. (ເອເຟດ 1:18) ພະ​ເຍຊູ​ຮຽນ​ແບບ​ຄຸນ​ລັກສະນະ​ຂອງ​ພະເຈົ້າ​ໄດ້​ຢ່າງ​ສົມບູນ​ແບບ. ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ສາມາດ​ເວົ້າ​ໄດ້​ວ່າ: “ຜູ້​ທີ່​ໄດ້​ເຫັນ​ເຮົາ​ກໍ​ໄດ້​ເຫັນ​ພະ​ບິດາ.”—ໂຢຮັນ 14:7-9

16 ນອກ​ຈາກ​ນັ້ນ ເຮົາ​ຍັງ “ເຫັນ​ພະເຈົ້າ” ເມື່ອ​ເຮົາ​ປະສົບ​ດ້ວຍ​ຕົວ​ເອງ​ວ່າ​ພະອົງ​ຊ່ວຍ​ເຮົາ​ແນວ​ໃດ​ໃນ​ຊີວິດ. (ໂຢບ 42:5) ແລະ​ເຮົາ​ຍັງ “ເຫັນ” ໂດຍ​ເບິ່ງ​ໄປ​ທີ່​ສິ່ງ​ດີ​ຕ່າງໆທີ່​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ເຮັດ​ເພື່ອ​ຄົນ​ທີ່​ຮັກສາ​ຄວາມ​ບໍລິສຸດ​ແລະ​ຮັບໃຊ້​ພະອົງ​ຢ່າງ​ພັກດີ. ຜູ້​ຖືກ​ເຈີມ​ຈະ​ໄດ້​ເຫັນ​ພະ​ເຢໂຫວາ​ແທ້ໆຕອນ​ທີ່​ເຂົາ​ເຈົ້າ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ຈາກ​ຕາຍ​ແລະ​ໄປ​ສະຫວັນ.—1 ໂຢຮັນ 3:2

ເຮົາ​ສາມາດ​ມີ​ຄວາມ​ສຸກ​ໄດ້​ເຖິງ​ວ່າ​ຈະ​ມີ​ບັນຫາ

17. ເປັນ​ຫຍັງ​ຄົນ​ທີ່​ສ້າງ​ສັນຕິສຸກ​ຈຶ່ງ​ມີ​ຄວາມ​ສຸກ?

17 ພະ​ເຍຊູ​ເວົ້າ​ຕື່ມ​ອີກ​ວ່າ: “ຄົນ​ທັງ​ຫຼາຍ​ທີ່​ກະທຳ​ໃຫ້​ມີ​ຄວາມ​ສຸກ​ສຳລານ [“ສ້າງ​ສັນຕິ,” ລ.ມ.] ກໍ​ເປັນ​ສຸກ.” (ມັດທາຍ 5:9) ເມື່ອ​ເຮົາ​ເປັນ​ຝ່າຍ​ເລີ່ມ​ສ້າງ​ສັນຕິສຸກ​ກັບ​ຄົນ​ອື່ນ​ກ່ອນ ເຮົາ​ກໍ​ມີ​ຄວາມ​ສຸກ. ອັກຄະສາວົກ​ຢາໂກໂບ​ຂຽນ​ວ່າ: “ຄົນ​ທີ່​ສ້າງ​ສັນຕິສຸກ​ໃນ​ສະພາບ​ສະຫງົບ​ສຸກ ກໍ​ເຮັດ​ໃຫ້​ເກີດ​ຜົນ​ເປັນ​ຄວາມ​ຖືກຕ້ອງ​ຊອບທຳ.” (ຢາໂກໂບ 3:18, ລ.ມ.) ດັ່ງ​ນັ້ນ ຖ້າ​ເຈົ້າ​ເຂົ້າ​ກັບ​ພີ່​ນ້ອງ​ບາງ​ຄົນ​​ຫຼື​ຄົນ​ໃນ​ຄອບຄົວ​ບໍ່​ຄ່ອຍ​ໄດ້ ເຈົ້າ​ຕ້ອງ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ຄົນ​ທີ່​ສ້າງ​ສັນຕິສຸກ. ແລ້ວ​ພະອົງ​ກໍ​ຈະ​ໃຫ້​ພະລັງ​ບໍລິສຸດ​ເຊິ່ງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະແດງ​ຄຸນ​ລັກສະນະ​ຂອງ​ຄລິດສະຕຽນ ແລະ​ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. ພະ​ເຍຊູ​ບອກ​ວ່າ​ການ​ເປັນ​ຝ່າຍ​ເລີ່ມ​ສ້າງ​ສັນຕິສຸກ​ສຳຄັນ​ຫຼາຍ​ສໍ່າ​ໃດ ເມື່ອ​ເພິ່ນ​ບອກ​ວ່າ: “ເຫດ​ສັນນີ້​ຖ້າ​ທ່ານ​ເອົາ​ເຄື່ອງ​ບູຊາ​ມາ​ຖວາຍ​ເທິງ​ແທ່ນ​ບູຊາ​ແລະ​ທີ່​ນັ້ນ​ຈື່​ຈຳ​ວ່າ​ພີ່​ນ້ອງ​ມີ​ຄວາມ​ປະການ​ໃດ​ປະການ​ໜຶ່ງ​ຕໍ່​ທ່ານ ຈົ່ງ​ວາງ​ຂອງ​ຖວາຍ​ລົງ​ໄວ້​ຕໍ່​ໜ້າ​ແທ່ນ​ນັ້ນ ແລະ​ຈົ່ງ​ໄປ​ກະທຳ​ໃຫ້​ດີ​ກັນ​ກັບ​ພີ່​ນ້ອງ​ກ່ອນ ແລ້ວ​ມາ​ຖວາຍ​ເຄື່ອງ​ບູຊາ​ຂອງ​ທ່ານ​ເຖີ້ນ.”—ມັດທາຍ 5:23, 24

ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະແດງ​ຄຸນ​ລັກສະນະ​ຂອງ​ຄລິດສະຕຽນ ແລະ​ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ

18, 19. ເປັນ​ຫຍັງ​ຄລິດສະຕຽນ​ມີ​ຄວາມ​ສຸກ​ເຖິງ​ວ່າ​ຈະ​ຖືກ​ຂົ່ມເຫງ?

18 “ເມື່ອ​ຄົນ​ຈະ​ປ້ອຍ​ດ່າ​ແລະ​ຂົ່ມເຫງ​ທ່ານ​ທັງ​ຫຼາຍ​ແລະ​ຈະ​ເລົ່າ​ເລື່ອງ​ອັນ​ຊົ່ວ​ຮ້າຍ​ບໍ່​ຈິງ​ທຸກ​ປະການ​ຕໍ່​ທ່ານ​ທັງ​ຫຼາຍ​ເພາະ​ເຫັນ​ແກ່​ເຮົາ ເມື່ອ​ນັ້ນ​ທ່ານ​ທັງ​ຫຼາຍ​ກໍ​ເປັນ​ສຸກ.” ພະ​ເຍຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເພິ່ນ​ບອກ​ອີກ​ວ່າ: “ຈົ່ງ​ຊົມຊື່ນ​ຍິນດີ​ແລະ​ຕື່ນ​ດ້ວຍ​ຄວາມ​ຍິນດີ ເຫດ​ວ່າ​ບຳເໜັດ​ຂອງ​ທ່ານ​ທັງ​ຫຼາຍ​ໃນ​ສະຫວັນ​ເປັນ​ອັນ​ໃຫຍ່​ເພາະ​ວ່າ​ຜູ້​ທຳນວາຍ​ທັງ​ຫຼາຍ​ທີ່​ໄດ້​ມາ​ຢູ່​ກ່ອນ​ທ່ານ​ທັງ​ຫຼາຍ ເຂົາ​ໄດ້​ຂົ່ມເຫງ​ຢ່າງ​ນັ້ນ.” (ມັດທາຍ 5:11, 12) ຕອນ​ທີ່​ພວກ​ອັກຄະສາວົກ​ຖືກ​ທຸບ​ຕີ​ແລະ​ຖືກ​ສັ່ງ​ຫ້າມ​ໃຫ້​ຢຸດ​ປະກາດ ເຂົາ​ເຈົ້າ​ກໍ “ອອກ​ຈາກ​ສະພາ​ຊັນເຮດຣິນ​ດ້ວຍ​ຄວາມ​ຍິນດີ.” ແນ່ນອນ ເຂົາ​ເຈົ້າ​ບໍ່​ໄດ້​ມັກ​ທີ່​ຖືກ​ທຸບ​ຕີ ແຕ່​ເຂົາ​ເຈົ້າ​ມີ​ຄວາມ​ສຸກ “ເພາະ​ຖື​ວ່າ​ການ​ທີ່​ເຂົາ​ເຈົ້າ​ຖືກ​ດູຖູກ​ຢຽດ​ຢາມ​ເພາະ​ຊື່​ຂອງ​ພະ​ເຍຊູ​ນັ້ນ​ເປັນ​ກຽດ​ຢ່າງ​ສູງ.”—ກິດຈະການ 5:41, ລ.ມ.

19 ທຸກ​ມື້​ນີ້ ປະຊາຊົນ​ຂອງ​ພະ​ເຢໂຫວາ​ຍັງ​ຕ້ອງ​ອົດ​ທົນ​ດ້ວຍ​ຄວາມ​ຍິນດີ​ຕອນ​ທີ່​ຖືກ​ຂົ່ມເຫງ​ເພາະ​ຊື່​ຂອງ​ພະ​ເຍຊູ. (ອ່ານ​ຢາໂກໂບ 1:2-4) ຄື​ກັບ​ພວກ​ອັກຄະສາວົກ ເຮົາ​ບໍ່​ໄດ້​ມັກ​ທີ່​ຖືກ​ຂົ່ມເຫງ. ແຕ່​ຖ້າ​ເຮົາ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ ພະອົງ​ກໍ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ກ້າຫານ​ເພື່ອ​ຈະ​ອົດ​ທົນ. ຂໍ​ໃຫ້​ພິຈາລະນາ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເຮັນຣິກ ດໍນິກ ແລະ​ອ້າຍ​ຂອງ​ລາວ. ໃນ​ເດືອນ​ສິງ​ຫາ ປີ 1944 ເຂົາ​ເຈົ້າ​ໄດ້​ຖືກ​ສົ່ງ​ໄປ​ທີ່​ຄ້າຍ​ກັກ​ຂັງ. ພວກ​ຜູ້​ຂົ່ມເຫງ​ເວົ້າ​ວ່າ: “ເປັນ​ໄປ​ບໍ່​ໄດ້​ເລີຍ​ທີ່​ຈະ​ບັງຄັບ​ເຂົາ​ເຈົ້າ​ໃຫ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເຮົາ. ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ທີ່​ໄດ້​ຕາຍ​ເພື່ອ​ຄວາມ​ເຊື່ອ.” ເຮັນຣິກ​ບອກ​ວ່າ: “ແທ້ໆແລ້ວ​ຂ້ອຍ​ກໍ​ບໍ່​ຢາກ​ຕາຍ ແຕ່​ການ​ທົນ​ທຸກ​ດ້ວຍ​ຄວາມ​ກ້າຫານ​ແລະ​ດ້ວຍ​ຄວາມ​ພູມ​ໃຈ​ທີ່​ຂ້ອຍ​ໄດ້​ພັກດີ​ຕໍ່​ພະ​ເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ. ການ​ອະທິດຖານ​ດ້ວຍ​ໃຈ​ແຮງ​ກ້າ​ເຮັດ​ໃຫ້​ຂ້ອຍ​ໃກ້​ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ພະອົງ​ກໍ​ພິສູດ​ໃຫ້​ເຫັນ​ວ່າ​ເປັນ​ຜູ້​ຊ່ວຍ​ທີ່​ໄວ້​ໃຈ​ໄດ້.”

20. ເປັນ​ຫຍັງ​ການ​ຮັບໃຊ້ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ” ຈຶ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ?

20 ເມື່ອ​ພະ​ເຢໂຫວາ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ” ພໍ​ໃຈ​ເຮົາ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ເຖິງ​ວ່າ​ຈະ​ຖືກ​ຂົ່ມເຫງ ຖືກ​ຄອບຄົວ​ຕໍ່​ຕ້ານ ເຈັບ​ປ່ວຍ ຫຼື​ມີ​ອາຍຸ​ຫຼາຍ​ຂຶ້ນ. (1 ຕີໂມເຕ 1:11) ເຮົາ​ຍັງ​ມີ​ຄວາມ​ສຸກ​ເພາະ​ພະເຈົ້າ “ຜູ້​ເວົ້າ​ຄຳ​ຕົວະ​ບໍ່​ໄດ້” ໄດ້​ສັນຍາ​ກັບ​ເຮົາ​ກ່ຽວ​ກັບ​ສິ່ງ​ທີ່​ດີ​ເລີດ​ຕ່າງໆ. (ຕິໂຕ 1:2) ເມື່ອ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ສຳເລັດ​ເປັນ​ຈິງ ເຮົາ​ກໍ​ຈະ​ລືມ​ບັນຫາ​ທີ່​ເຮົາ​ມີ​ໃນ​ຕອນ​ນີ້. ທີ່​ຈິງ ເຮົາ​ອາດ​ນຶກ​ພາບ​ບໍ່​ອອກ​ວ່າ​ຊີວິດ​ໃນ​ສວນ​ອຸທິຍານ​ຈະ​ມີ​ຄວາມ​ສຸກ​ແລະ​ດີ​ເລີດ​ຫຼາຍ​ສໍ່າ​ໃດ! ແມ່ນ​ແລ້ວ ເຮົາ​ຈະ “ຊື່ນຊົມ​ຍິນດີ​ແລະ​ມີ​ແຕ່​ຄວາມ​ສະຫງົບ​ສຸກ.”—ຄຳເພງ 37:11