ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮູ້​ບໍ​ຄົນ​ໃນ​ສະໄໝ​ຄຳພີ​ໄບເບິນ​ບອກ​ເວລາ​ກັນ​ແນວ​ໃດ?

ເຈົ້າ​ຮູ້​ບໍ​ຄົນ​ໃນ​ສະໄໝ​ຄຳພີ​ໄບເບິນ​ບອກ​ເວລາ​ກັນ​ແນວ​ໃດ?

ຖ້າ​ເຈົ້າ​ຢາກ​ຮູ້​ວ່າ​ຈັກ​ໂມງ​ແລ້ວ ເຈົ້າ​ຈະ​ເຮັດ​ແນວ​ໃດ? ເຈົ້າ​ອາດ​ຈະ​ເບິ່ງ​ໂມງ​ຢູ່​ຝາ​ເຮືອນ​ຫຼື​ໂມງ​ຢູ່​ແຂນ​ເຈົ້າ ແລ້ວ​ເຈົ້າ​ກໍ​ເຫັນ​ວ່າ​ເວລາ​ນີ້​ແມ່ນ 1 ໂມງ 30 ນາທີ​ຂອງ​ຕອນ​ບ່າຍ. ຖ້າ​ໝູ່​ຖາມ​ວ່າ “ຕອນ​ນີ້​ຈັກ​ໂມງ​ແລ້ວ?” ເຈົ້າ​ຈະ​ຕອບ​ລາວ​ແນວ​ໃດ?

ແຕ່​ລະ​ບ່ອນ​ເວົ້າ​ບໍ່​ຄື​ກັນ ຕົວຢ່າງ: ເຈົ້າ​ອາດ​ຕອບ​ວ່າ: “ບ່າຍ​ໂມງ​ເຄິ່ງ” ຫຼື “13 ໂມງ 30 ນາທີ.” ບາງ​ບ່ອນ​ອາດ​ເວົ້າ​ວ່າ: “ອີກ​ເຄິ່ງ​ຊົ່ວ​ໂມງ​ກໍ​ຈະ​ຮອດ 2 ໂມງ​ແລ້ວ.”

ຄົນ​ໃນ​ສະໄໝ​ຄຳພີ​ໄບເບິນ​ບອກ​ເວລາ​ກັນ​ແນວ​ໃດ? ເຂົາ​ເຈົ້າ​ມີ​ຫຼາຍ​ວິທີ. ຄຳພີ​ພາກ​ພາສາ​ເຫບເລີ​ບອກ​ເວລາ​ຕ່າງໆໃຫ້​ຮູ້ ເຊັ່ນ: “ແຕ່​ເຊົ້າ”, “ຕອນ​ທ່ຽງ”, “ກາງເວັນ” ແລະ “ຕອນ​ແລງ.” (ຕົ້ນເດີມ 8:11; 19:27; 43:16, ທ.ປ; ພະບັນຍັດ 28:29, ທ.ປ; 1 ກະສັດ 18:26) ແຕ່​ບາງ​ເທື່ອ​ຄຳພີ​ໄບເບິນ​ກໍ​ບອກ​ເວລາ​ທີ່​ເຈາະ​ຈົງ​ຫຼາຍ​ກວ່າ​ນັ້ນ.

ໃນ​ສະໄໝ​ອິດສະລາແອນ​ບູຮານ​ເປັນ​ເລື່ອງ​ທຳມະດາ​ທີ່​ຈະ​ມີ​ຄົນ​ເຝົ້າ​ຍາມ​ໂດຍ​ສະເພາະ​ຕອນ​ກາງຄືນ. ຊາວ​ອິດສະລາແອນ​ແບ່ງ​ເວລາ​ຕອນ​ກາງຄືນ​ອອກ​ເປັນ 3 ໄລຍະ​ເຊິ່ງ​ເອີ້ນ​ວ່າ: “ຍາມ.” (ຄຳເພງ 63:6) ໃນ​ຜູ້ຕັດສິນ 7:19 (ລ.ມ.) ເຮົາ​ພົບ​ຄຳ​ວ່າ: “ຍາມ 2.” ແຕ່​ໃນ​ສະໄໝ​ຂອງ​ພະ​ເຍຊູ ຄົນ​ຢິວ​ໄດ້​ແບ່ງ​ເວລາ​ກາງຄືນ​ອອກ​ເປັນ 4 ຍາມ ຄື​ກັບ​ຄົນ​ເກັຣກ​ແລະ​ຄົນ​ໂລມ.

ພະທຳ​ກິດຕິຄຸນ​ເວົ້າ​ເຖິງ​ຄຳ​ວ່າ​ຍາມ​ໃນ​ຕອນ​ກາງຄືນ​ຫຼາຍ​ເທື່ອ. ຕົວຢ່າງ: “ຍາມ 4” ພະ​ເຍຊູ​ໄດ້​ຍ່າງ​ຢູ່​ເທິງ​ໜ້າ​ນໍ້າ​ໄປ​ຫາ​ເຮືອ​ຂອງ​ພວກ​ລູກ​ສິດ. (ມັດທາຍ 14:25, ລ.ມ.) ແລະ​ພະ​ເຍຊູ​ກໍ​ເວົ້າ​ເຖິງ​ຍາມ​ໃນ​ຕົວຢ່າງ​ປຽບ​ທຽບ​ດັ່ງ​ນີ້: “ແຕ່​ວ່າ​ຈົ່ງ​ຮູ້ຈັກ​ອັນ​ນີ້​ເຖີ້ນ ຖ້າ​ເຈົ້າ​ເຮືອນ​ໄດ້​ຮູ້ຈັກ​ກ່ອນ​ວ່າ​ຄົນ​ຂະໂມຍ​ຈະ​ມາ​ຍາມ​ໃດ ເພິ່ນ​ຈະ​ໄດ້​ເຝົ້າ​ລະວັງ​ຢູ່​ບໍ່​ໃຫ້​ເຈາະ​ເຮືອນ​ແຫ່ງ​ຕົນ.”—ມັດທາຍ 24:43

ພະ​ເຍຊູ​ເວົ້າ​ເຖິງ​ຍາມ​ທັງ 4 ເມື່ອ​ເພິ່ນ​ບອກ​ພວກ​ລູກ​ສິດ​ໃຫ້​ເຝົ້າ​ລະວັງ​ເພາະ​ເຂົາ​ເຈົ້າ “ບໍ່​ຮູ້ຈັກ​ວ່າ​ເຈົ້າ​ເຮືອນ​ຈະ​ມາ​ເມື່ອ​ໃດ ຈະ​ມາ​ຫົວ​ຄໍ່າ ຫຼື​ທ່ຽງ​ຄືນ ຫຼື​ເວລາ​ໄກ່​ຂັນ ຫຼື​ມື້​ເຊົ້າ.” (ມາລະໂກ 13:35) ຍາມ 1 ຄື “ຫົວ​ຄໍ່າ” ເລີ່ມ​ຈາກ​ຕາເວັນ​ຕົກ​ດິນ​ໄປ​ຫາ 9 ໂມງ​ແລງ. ຍາມ 2 ຄື “ທ່ຽງ​ຄືນ” ເລີ່ມ​ຈາກ 9 ໂມງ​ແລງ​ຫາ​ທ່ຽງ​ຄືນ. ຍາມ 3 ຄື “ກ່ອນ​ຕາເວັນ​ຂຶ້ນ” ຫຼື “ເວລາ​ໄກ່​ຈະ​ຂັນ” ເຊິ່ງ​ເລີ່ມ​ຈາກ​ທ່ຽງ​ຄືນ​ໄປ​ຫາ 3 ໂມງ​ເຊົ້າ. ມັນ​ອາດ​ເປັນ​ຍາມ​ທີ່​ໄກ່​ຂັນ​ແທ້ໆເຊິ່ງ​ພະ​ເຍຊູ​ຖືກ​ຈັບ​ໃນ​ຊ່ວງ​ເວລາ​ນີ້. (ມາລະໂກ 14:72) ຍາມ 4 ຄື “ມື້​ເຊົ້າ” ເລີ່ມ​ຈາກ​ປະມານ 3 ໂມງ​ເຊົ້າ​ໄປ​ຫາ​ຕາເວັນ​ຂຶ້ນ.

ດັ່ງ​ນັ້ນ ເຖິງ​ວ່າ​ຜູ້​ຄົນ​ໃນ​ສະໄໝ​ນັ້ນ​ບໍ່​ມີ​ໂມງ​ຄື​ກັບ​ເຮົາ​ໃນ​ທຸກ​ມື້​ນີ້ ແຕ່​ເຂົາ​ເຈົ້າ​ກໍ​ມີ​ວິທີ​ບອກ​ວ່າ​ຕອນ​ນີ້​ແມ່ນ​ເວລາ​ໃດ.