“ຖ້າທ່ານທັງຫຼາຍຮູ້ຈັກສິ່ງທັງຫຼາຍນີ້ທ່ານກໍເປັນສຸກ ຖ້າທ່ານທັງຫຼາຍຂັບຕາມ”
“ອາຫານຂອງເຮົາເປັນອັນທີ່ເຮົາກະທຳຕາມນໍ້າໃຈຂອງພະເຈົ້າທີ່ໄດ້ໃຊ້ເຮົາມາ ແລະໃຫ້ກິດຈະການຂອງພະເຈົ້າສຳເລັດ.”—ໂຢຮັນ 4:34
1. ຄວາມຄິດທີ່ເຫັນແກ່ຕົວຂອງໂລກອາດສົ່ງຜົນຕໍ່ຄວາມຖ່ອມຂອງເຮົາແນວໃດ?
ເປັນຫຍັງຈຶ່ງບໍ່ງ່າຍທີ່ຈະເຮັດຕາມສິ່ງທີ່ໄດ້ຮຽນຈາກຄຳພີໄບເບິນ? ເຫດຜົນໜຶ່ງກໍຄືເພື່ອຈະເຮັດສິ່ງທີ່ຖືກຕ້ອງໄດ້ ເຮົາຕ້ອງເປັນຄົນຖ່ອມ. ໃນ “ສະໄໝສຸດທ້າຍ” ນີ້ ບໍ່ງ່າຍທີ່ເຮົາຈະເປັນຄົນຖ່ອມສະເໝີ ເພາະຜູ້ຄົນທີ່ຢູ່ອ້ອມຂ້າງເຮົາຫຼາຍຄົນ “ເຫັນແກ່ຕົວ ເຫັນແກ່ເງິນ ມັກໂອ້ອວດ ຍິ່ງຈອງຫອງ” ແລະ “ບໍ່ຄວບຄຸມຕົວເອງ.” (2 ຕີໂມເຕ 3:1-3, ລ.ມ.) ເນື່ອງຈາກເຮົາເປັນຜູ້ຮັບໃຊ້ພະເຈົ້າ ເຮົາຮູ້ວ່ານິດໄສແບບນີ້ບໍ່ດີ ແຕ່ກໍເບິ່ງຄືວ່າຄົນທີ່ເຮັດແບບນີ້ປະສົບຜົນສຳເລັດໃນຊີວິດແລະມີຄວາມສຸກຫຼາຍ. (ຄຳເພງ 37:1; 73:3) ເຮົາຈຶ່ງອາດສົງໄສວ່າ: ‘ມັນຄຸ້ມຄ່າບໍທີ່ຈະໃຫ້ຜົນປະໂຫຍດຂອງຄົນອື່ນມາກ່ອນຂອງຕົວເອງ? ຖ້າຂ້ອຍເປັນຄົນຖ່ອມ ຄົນອື່ນຈະນັບຖືຂ້ອຍບໍ?’ (ລືກາ 9:48) ຖ້າເຮົາຍອມໃຫ້ຄວາມຄິດທີ່ເຫັນແກ່ຕົວມີອິດພົນຕໍ່ເຮົາ ມັນກໍຈະທຳລາຍສາຍສຳພັນຂອງເຮົາກັບພີ່ນ້ອງແລະຄົນອື່ນອາດເບິ່ງບໍ່ອອກວ່າເຮົາເປັນຄລິດສະຕຽນ. ແຕ່ຖ້າເຮົາສຶກສາຕົວຢ່າງຂອງຜູ້ຮັບໃຊ້ພະເຈົ້າທີ່ຖ່ອມຕົວແລະຮຽນແບບເຂົາເຈົ້າ ເຮົາຈະໄດ້ຮັບປະໂຫຍດຢ່າງແນ່ນອນ.
2. ເຮົາຮຽນຫຍັງໄດ້ຈາກຜູ້ຮັບໃຊ້ທີ່ສັດຊື່ໃນອະດີດ?
2 ສິ່ງໃດຊ່ວຍຜູ້ຮັບໃຊ້ທີ່ສັດຊື່ໃນອະດີດສາມາດເປັນໝູ່ກັບພະເຢໂຫວາໄດ້? ເຂົາເຈົ້າໄດ້ເຮັດໃຫ້ພະອົງພໍໃຈແນວໃດ? ເຂົາເຈົ້າໄດ້ຮັບຄວາມເຂັ້ມແຂງຈາກໃສເພື່ອຈະເຮັດສິ່ງທີ່ຖືກຕ້ອງ? ເມື່ອເຮົາອ່ານເລື່ອງຂອງເຂົາເຈົ້າໃນຄຳພີໄບເບິນແລະຄິດຕຶກຕອງ ຄວາມເຊື່ອຂອງເຮົາກໍຈະເຂັ້ມແຂງຂຶ້ນ.
ສິ່ງທີ່ຊ່ວຍໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງ
3, 4. (ກ) ພະເຢໂຫວາສອນເຮົາແນວໃດ? (ຂ) ເປັນຫຍັງການມີພຽງແຕ່ຄວາມຮູ້ຍັງບໍ່ພໍທີ່ຈະເຮັດໃຫ້ຄວາມເຊື່ອເຂັ້ມແຂງຢູ່ສະເໝີ?
3 ພະເຢໂຫວາໃຫ້ສິ່ງຈຳເປັນເພື່ອຈະຊ່ວຍເຮົາໃຫ້ມີຄວາມເຊື່ອເຂັ້ມແຂງສະເໝີ. ເຮົາໄດ້ຮັບຄຳແນະນຳແລະການຝຶກສອນຈາກຄຳພີໄບເບິນ ໜັງສືຕ່າງໆຂອງອົງການ ເວັບໄຊ ລາຍການໂທລະທັດ JW ການປະຊຸມປະຈຳປະຊາຄົມ ແລະການປະຊຸມໃຫຍ່. ແຕ່ພະເຍຊູບອກວ່າການມີແຕ່ຄວາມຮູ້ຍັງບໍ່ພໍ. ເພິ່ນເວົ້າວ່າ: “ອາຫານຂອງເຮົາເປັນອັນທີ່ເຮົາກະທຳຕາມນໍ້າໃຈຂອງພະເຈົ້າທີ່ໄດ້ໃຊ້ເຮົາມາ ແລະໃຫ້ກິດຈະການຂອງພະເຈົ້າສຳເລັດ.”—ໂຢຮັນ 4:34
4 ການເຮັດຕາມໃຈປະສົງຂອງພະເຈົ້າເປັນຄືອາຫານສຳລັບພະເຍຊູ. ການກິນອາຫານທີ່ມີປະໂຫຍດຈະເຮັດໃຫ້ເຮົາຮູ້ສຶກດີແລະມີສຸຂະພາບແຂງແຮງ ຄ້າຍຄືກັນ ການເຮັດຕາມໃຈປະສົງຂອງພະເຈົ້າຈະເຮັດໃຫ້ເຮົາຮູ້ສຶກດີແລະມີຄວາມເຊື່ອເຂັ້ມແຂງຂຶ້ນ. ຕົວຢ່າງ: ເຈົ້າເຄີຍເປັນບໍຕອນທີ່ໄປປະຊຸມເພື່ອການປະກາດເຈົ້າຮູ້ສຶກເມື່ອຍ ແຕ່ຫຼັງຈາກທີ່ໄປຮັບໃຊ້ມາ ເຈົ້າກໍຮູ້ສຶກມີຄວາມສຸກແລະສົດຊື່ນ?
5. ການເປັນຄົນສະຫຼາດຈະເຮັດໃຫ້ເຮົາໄດ້ຮັບປະໂຫຍດແນວໃດ?
5 ເມື່ອເຮົາເຮັດສິ່ງທີ່ພະເຢໂຫວາບອກ ເຮົາກໍເປັນຄົນສະຫຼາດ. (ຄຳເພງ 107:43) ຄົນທີ່ມີສະຕິປັນຍາຈະໄດ້ຮັບສິ່ງດີໆ. ຄຳພີໄບເບິນບອກວ່າ: “ສິ່ງຂອງທັງຫຼາຍທີ່ເຈົ້າສະໝັກ [“ຢາກໄດ້,” ລ.ມ.] ນັ້ນກໍບໍ່ສະເໝີກັນກັບຄວາມປັນຍາສັກສິ່ງດຽວ. . . . ຄວາມປັນຍາເປັນຕົ້ນໄມ້ຊີວິດສຳລັບຄົນທັງຫຼາຍທີ່ກຳເອົາມັນໄວ້ ແລະຜູ້ທີ່ຖືມັນໄວ້ດີໆກໍເປັນສຸກຫຼາຍ.” (ສຸພາສິດ 3:13-18) ພະເຍຊູບອກວ່າ: “ຖ້າທ່ານທັງຫຼາຍຮູ້ຈັກສິ່ງທັງຫຼາຍນີ້ທ່ານກໍເປັນສຸກ ຖ້າທ່ານທັງຫຼາຍຂັບຕາມ.” (ໂຢຮັນ 13:17) ພວກລູກສິດຂອງພະເຍຊູຈະມີຄວາມສຸກກໍຕໍ່ເມື່ອເຂົາເຈົ້າເຮັດສິ່ງທີ່ພະເຍຊູບອກຕໍ່ໆໄປ. ເຂົາເຈົ້າຕ້ອງເຮັດຕາມຄຳສອນແລະຕົວຢ່າງຂອງເພິ່ນໃນທຸກແງ່ມຸມຂອງຊີວິດ.
6. ເປັນຫຍັງເຮົາຕ້ອງເອົາສິ່ງທີ່ໄດ້ຮຽນໄປນຳໃຊ້ຕໍ່ໆໄປ?
6 ໃນທຸກມື້ນີ້ກໍຄືກັນ ເຮົາຕ້ອງເອົາສິ່ງທີ່ໄດ້ຮຽນໄປນຳໃຊ້ຕໍ່ໆໄປ. ຂໍໃຫ້ຄິດເຖິງຕົວຢ່າງຂອງນາຍຊ່າງຄົນໜຶ່ງ ເຊິ່ງລາວມີທັງອຸປະກອນເຄື່ອງມື ວັດສະດຸ ແລະຄວາມຮູ້. ສິ່ງເຫຼົ່ານີ້ຈະຊ່ວຍລາວໃຫ້ເປັນນາຍຊ່າງທີ່ເກັ່ງໄດ້ຖ້າລາວຮູ້ຈັກໃຊ້ມັນ. ເຖິງວ່າລາວຈະມີປະສົບການຫຼາຍປີ ແຕ່ຖ້າລາວຢາກເປັນນາຍຊ່າງທີ່ເກັ່ງຕໍ່ໄປ ລາວກໍຕ້ອງໝັ່ນໃຊ້ສິ່ງທີ່ໄດ້ຮຽນມາ. ຄ້າຍຄືກັນ ເມື່ອຕອນທຳອິດທີ່ເຮົາຮຽນຄວາມຈິງ ເຮົາມີຄວາມສຸກເພາະໄດ້ໃຊ້ສິ່ງທີ່ອ່ານໃນຄຳພີໄບເບິນ. ແຕ່ເພື່ອຈະມີຄວາມສຸກຕໍ່ໆໄປ ເຮົາຕ້ອງເອົາສິ່ງທີ່ພະເຢໂຫວາສອນໄປນຳໃຊ້ທຸກໆມື້.
7. ເຮົາຕ້ອງເຮັດຫຍັງເພື່ອຈະຮຽນຮູ້ຕົວຢ່າງໃນຄຳພີໄບເບິນ?
7 ໃນບົດຄວາມນີ້ ເຮົາຈະມາເບິ່ງບາງສະຖານະການເຊິ່ງອາດເຮັດໃຫ້ຍາກທີ່ເຮົາຈະຖ່ອມຕົວຕໍ່ໆໄປ. ເຮົາຈະໄດ້ຮຽນຮູ້ວິທີທີ່ຜູ້ຮັບໃຊ້ທີ່ສັດຊື່ໃນອະດີດຍັງຮັກສາຄວາມຖ່ອມຕົວໄດ້. ແຕ່ເຮົາຈະບໍ່ພຽງແຕ່ອ່ານເລື່ອງຂອງເຂົາເຈົ້າເທົ່ານັ້ນ ເຮົາຕ້ອງຄິດຕຶກຕອງແລະນຳເອົາໄປໃຊ້ໃນຊີວິດ.
ໃຫ້ເບິ່ງທຸກຄົນເທົ່າທຽມກັນ
8, 9. ໃນກິດຈະການ 14:8-15 ເຮົາໄດ້ຮຽນຮູ້ຫຍັງຈາກຄວາມຖ່ອມຂອງໂປໂລ? (ເບິ່ງຮູບທຳອິດ)
8 ພະເຈົ້າຢາກໃຫ້ “ຄົນທຸກຊະນິດລອດແລະໄດ້ຮັບຄວາມຮູ້ທີ່ຖືກຕ້ອງເລື່ອງຄວາມຈິງ.” (1 ຕີໂມເຕ 2:4, ລ.ມ.) ເຈົ້າເບິ່ງຄົນທີ່ຍັງບໍ່ໄດ້ຮຽນຄຳພີໄບເບິນແນວໃດ? ອັກຄະສາວົກໂປໂລປະກາດກັບຄົນຢິວທີ່ຮູ້ຈັກພະເຢໂຫວາຢູ່ແລ້ວ ແລະລາວກໍຍັງປະກາດກັບຄົນທີ່ນະມັດສະການພະເຈົ້າປອມນຳອີກ. ການປະກາດກັບຄົນເຫຼົ່ານັ້ນທົດສອບຄວາມຖ່ອມຂອງໂປໂລແນວໃດ?
9 ຕອນທີ່ໂປໂລເດີນທາງໄປປະກາດຢູ່ຕ່າງປະເທດຮອບທຳອິດ ລາວໄປເມືອງລີສະທາກັບບານາບາ. ຊາວລີກາໂອນທີ່ອາໄສຢູ່ເມືອງນັ້ນໄດ້ປະຕິບັດຕໍ່ໂປໂລແລະບານາບາຄືກັບເທບພະເຈົ້າ ແລ້ວເອີ້ນຊື່ທັງສອງວ່າ ຊູດແລະເຮີເມດເຊິ່ງເປັນຊື່ເທບພະເຈົ້າຂອງເຂົາເຈົ້າ. ໂປໂລກັບບານາບາມັກຄຳຍ້ອງຍໍນີ້ບໍ? ທັງສອງເບິ່ງວ່ານີ້ເປັນການປ່ຽນແປງທີ່ດີບໍ ເພາະກ່ອນໜ້ານີ້ເຂົາເຈົ້າໄດ້ຖືກຂົ່ມເຫງໃນ 2 ເມືອງທີ່ຜ່ານມາ? ເຂົາເຈົ້າຄິດວ່າເມື່ອມີຄົນມານັບຖືແບບນີ້ຈະເຮັດໃຫ້ມີຫຼາຍຄົນຢາກຟັງຂ່າວດີຫຼາຍຂຶ້ນບໍ? ບໍ່! ເຂົາເຈົ້າຮູ້ສຶກບໍ່ດີເລີຍແລະຮ້ອງອອກມາວ່າ: “ທ່ານທັງຫຼາຍເອີຍ ເຫດສັນໃດທ່ານກະທຳການດັ່ງນີ້? ເຮົາທັງສອງເປັນຄົນມີຊີວິດຈິດໃຈສະເໝີກັນກັບທ່ານທັງຫຼາຍດ້ວຍ.”—ກິດຈະການ 14:8-15
10. ເປັນຫຍັງໂປໂລກັບບານາບາບໍ່ໄດ້ຮູ້ສຶກວ່າຕົວເອງເໜືອກວ່າຄົນອື່ນ?
10 ຕອນທີ່ໂປໂລແລະບານາບາບອກວ່າເຂົາເຈົ້າກໍເປັນຄົນຄືກັນ ເຂົາເຈົ້າກຳລັງໝາຍຄວາມວ່າເປັນຄົນບໍ່ສົມບູນແບບຄືກັບຄົນເຫຼົ່ານັ້ນ. ແຕ່ບໍ່ໄດ້ໝາຍຄວາມວ່າເຂົາເຈົ້ານະມັດສະການເທບພະເຈົ້າຄືກັບຊາວລີກາໂອນ. ທີ່ຈິງ ພະເຈົ້າໃຊ້ໂປໂລກັບບານາບາເຮັດວຽກມິດຊັນນາລີ. (ກິດຈະການ 13:2) ເຂົາເຈົ້າໄດ້ຮັບການແຕ່ງຕັ້ງຈາກພະລັງບໍລິສຸດແລະມີຄວາມຫວັງທີ່ດີເລີດ. ແຕ່ນັ້ນກໍບໍ່ແມ່ນເຫດຜົນທີ່ເຮັດໃຫ້ເຂົາເຈົ້າຮູ້ສຶກວ່າເໜືອກວ່າຄົນອື່ນ. ເຂົາເຈົ້າຮູ້ວ່າຖ້າຄົນເຫຼົ່ານັ້ນຕອບຮັບຂ່າວດີກໍຈະມີຄວາມຫວັງໄປສະຫວັນຄືກັນ.
11. ເຮົາຈະເປັນຄົນຖ່ອມຕົວຄືກັບໂປໂລໄດ້ແນວໃດເມື່ອເຮົາປະກາດ?
11 ວິທີໜຶ່ງທີ່ຈະເປັນຄົນຖ່ອມຕົວຄື ໂດຍຮຽນແບບໂປໂລ ເຮົາບໍ່ຄວນຮູ້ສຶກວ່າວຽກປະກາດທີ່ພະເຢໂຫວາມອບໝາຍຫຼືການທີ່ພະອົງຊ່ວຍເຮົາໃຫ້ເຮັດວຽກສຳເລັດຈະເຮັດໃຫ້ເຮົາເໜືອກວ່າຄົນອື່ນ. ເຮົາຄວນຖາມຕົວເອງວ່າ: ‘ຂ້ອຍຮູ້ສຶກແນວໃດກັບຄົນໃນເຂດປະກາດ? ຂ້ອຍມີອະຄະຕິກັບຄົນບາງກຸ່ມບໍ?’ ພະຍານພະເຢໂຫວາທົ່ວໂລກພະຍາຍາມຫາຄົນທີ່ຢາກຟັງຂ່າວດີ. ບາງຄົນເຖິງກັບພະຍາຍາມຮຽນພາສາຫຼືວັດທະນະທຳຂອງຄົນທີ່ໃຜກໍເບິ່ງວ່າຕໍ່າຕ້ອຍ. ເຂົາເຈົ້າບໍ່ໄດ້ຮູ້ສຶກວ່າຕົວເອງດີກວ່າຄົນອື່ນ. ແຕ່ເຂົາເຈົ້າພະຍາຍາມເຂົ້າໃຈແຕ່ລະຄົນເພື່ອຈະຊ່ວຍຫຼາຍຄົນເທົ່າທີ່ເປັນໄປໄດ້ໃຫ້ຕອບຮັບຂ່າວດີ.
ອະທິດຖານເພື່ອຄົນອື່ນໂດຍອອກຊື່ຂອງຄົນນັ້ນ
12. ເອປາຟາດໄດ້ສະແດງໃຫ້ເຫັນແນວໃດວ່າລາວເປັນຫ່ວງຄົນອື່ນ?
12 ອີກວິທີໜຶ່ງທີ່ເຮົາຈະເປັນຄົນຖ່ອມຕົວຄື ໂດຍການອະທິດຖານເພື່ອພີ່ນ້ອງທີ່ມີ ‘ຄວາມເຊື່ອອັນປະເສີດຄືກັນກັບເຮົາ.’ (2 ເປໂຕ 1:1) ນີ້ເປັນສິ່ງທີ່ເອປາຟາດໄດ້ເຮັດ. ຄຳພີໄບເບິນເວົ້າເຖິງລາວພຽງແຕ່ 3 ເທື່ອ. ຕອນທີ່ໂປໂລຖືກກັກບໍລິເວນໃຫ້ຢູ່ແຕ່ເຮືອນໃນເມືອງໂລມ ລາວໄດ້ຂຽນຈົດໝາຍເຖິງພີ່ນ້ອງໃນເມືອງໂກໂລດແລະເວົ້າເຖິງເອປາຟາດວ່າ: “ລາວອະທິດຖານຢ່າງຈິງຈັງເພື່ອພວກເຈົ້າສະເໝີ.” (ໂກໂລດ 4:12, ລ.ມ.) ເອປາຟາດຮູ້ຈັກພີ່ນ້ອງດີ ແລະລາວເປັນ ຫ່ວງພີ່ນ້ອງຫຼາຍແທ້ໆ. ໂປໂລເອີ້ນລາວວ່າ: “ຜູ້ເປັນເພື່ອນຄຸກ.” (ຟີເລໂມນ 23) ເຖິງວ່າລາວຈະມີບັນຫາ ແຕ່ລາວກໍຍັງເປັນຫ່ວງພີ່ນ້ອງແລະໄດ້ເຮັດບາງສິ່ງເພື່ອຊ່ວຍເຂົາເຈົ້າ. ເອປາຟາດໄດ້ອະທິດຖານເພື່ອພີ່ນ້ອງໂດຍອອກຊື່ຂອງເຂົາເຈົ້າ ແລະເຮົາກໍສາມາດເຮັດໄດ້ຄືກັນ. ການອະທິດຖານແບບນີ້ມີພະລັງຫຼາຍແທ້ໆ.—2 ໂກລິນໂທ 1:11; ຢາໂກໂບ 5:16
13. ເຮົາຈະຮຽນແບບເອປາຟາດໄດ້ແນວໃດເມື່ອອະທິດຖານ?
13 ລອງຄິດເບິ່ງວ່າມີໃຜແດ່ທີ່ເຈົ້າຢາກອະທິດຖານໂດຍອອກຊື່ຂອງເຂົາເຈົ້າ. ເຈົ້າອາດຄິດເຖິງໝູ່ໃນປະຊາຄົມຫຼືຄອບຄົວຂອງພີ່ນ້ອງໃນປະຊາຄົມເຊິ່ງກຳລັງມີບັນຫາ. ບາງເທື່ອ ເຂົາເຈົ້າອາດມີເລື່ອງທີ່ຕັດສິນໃຈໄດ້ຍາກແລະເຈິການລໍ້ໃຈ. ເຈົ້າສາມາດອະທິດຖານເພື່ອພີ່ນ້ອງເຊິ່ງມີຊື່ໃນເວັບໄຊ jw.org. * (ເບິ່ງໄຂເງື່ອນ) ເຈົ້າຍັງສາມາດອະທິດຖານເພື່ອຄົນທີ່ສູນເສຍຄົນທີ່ຮັກ ຄົນທີ່ປະສົບໄພພິບັດຫຼືສົງຄາມ ແລະຄົນທີ່ມີບັນຫາທາງການເງິນ. ພີ່ນ້ອງຫຼາຍຄົນຕ້ອງການໃຫ້ເຮົາອະທິດຖານເພື່ອເຂົາເຈົ້າ. ເມື່ອເຮົາເຮັດແບບນັ້ນກໍສະແດງວ່າເຮົາບໍ່ໄດ້ຄິດເຖິງແຕ່ຕົວເອງ ແຕ່ເຮົາຄິດເຖິງຄົນອື່ນນຳ. (ຟີລິບ 2:4) ພະເຢໂຫວາໄດ້ຍິນຄຳອະທິດຖານແບບນັ້ນແນ່ນອນ!
“ຈົ່ງວ່ອງໄວໃນການຟັງ”
14. ພະເຢໂຫວາເປັນຜູ້ຟັງທີ່ດີທີ່ສຸດແນວໃດ?
14 ອີກວິທີໜຶ່ງທີ່ເຮົາຈະເປັນຄົນຖ່ອມຄື ການເປັນຜູ້ຟັງທີ່ດີ. ຢາໂກໂບ 1:19 (ທ.ປ.) ບອກເຮົາວ່າ: “ຈົ່ງວ່ອງໄວໃນການຟັງ.” ພະເຢໂຫວາເປັນຜູ້ຟັງທີ່ດີທີ່ສຸດ. (ຕົ້ນເດີມ 18:32; ໂຢຊວຍ 10:14) ຕົວຢ່າງ: ຂໍໃຫ້ອ່ານການສົນທະນາໃນອົບພະຍົບ 32:11-14 (ອ່ານ). ພະເຢໂຫວາຍອມໃຫ້ໂມເຊລະບາຍຄວາມຮູ້ສຶກອອກມາ ເຖິງວ່າພະອົງບໍ່ຈຳເປັນຕ້ອງຟັງລາວ. ແລ້ວເຈົ້າເດ ເຈົ້າຈະອົດທົນຟັງຄົນທີ່ເຄີຍເຮັດຜິດພາດ ແລະຍັງເຮັດຕາມຂໍ້ສະເໜີຂອງລາວບໍ? ພະເຢໂຫວາ ອົດທົນຟັງມະນຸດທຸກຄົນທີ່ອະທິດຖານດ້ວຍຄວາມເຊື່ອ.
15. ເຮົາຈະຮຽນແບບພະເຢໂຫວາໂດຍໃຫ້ກຽດຄົນອື່ນໄດ້ແນວໃດ?
15 ໃຫ້ຖາມຕົວເອງວ່າ: ‘ຖ້າພະເຢໂຫວາຍັງຖ່ອມຕົວຟັງມະນຸດ ເຊັ່ນ: ອັບລາຫາມ ລາເຊນ ໂມເຊ ໂຢຊວຍ ມາໂນອາ ເອລີຢາ ແລະເອເຊເກຍເຊ ຂ້ອຍກໍຄວນເຮັດແບບດຽວກັນບໍ່ແມ່ນບໍ?’ ຂ້ອຍຈະໃຫ້ກຽດພີ່ນ້ອງທຸກຄົນໄດ້ບໍໂດຍຟັງຂໍ້ສະເໜີຂອງເຂົາເຈົ້າແລະເຮັດຕາມຖ້າເປັນໄປໄດ້? ມີໃຜແດ່ໃນປະຊາຄົມຫຼືໃນຄອບຄົວທີ່ຂ້ອຍຈະໃຫ້ຄວາມສົນໃຈຫຼາຍຂຶ້ນ? ຂ້ອຍຈະເຮັດແບບນັ້ນໄດ້ແນວໃດ?—ຕົ້ນເດີມ 30:6; ຜູ້ຕັດສິນ 13:9; 1 ກະສັດ 17:22; 2 ຂ່າວຄາວ 30:20
‘ພະເຢໂຫວາອາດຈະເບິ່ງເຫັນຄວາມທຸກລຳບາກຂອງຂ້ອຍ’
16. ກະສັດດາວິດເຮັດແນວໃດຕອນທີ່ຊີມີເຮັດບໍ່ດີກັບລາວ?
16 ຄວາມຖ່ອມຊ່ວຍເຮົາໃຫ້ຄວບຄຸມຕົວເອງເມື່ອຄົນອື່ນເຮັດບໍ່ດີຕໍ່ເຮົາ. (ເອເຟດ 4:2) ເຮົາເຫັນຕົວຢ່າງທີ່ດີຫຼາຍໃນ 2 ຊາເມືອນ 16:5-13 (ອ່ານ). ຊີມີເຊິ່ງເປັນຍາດພີ່ນ້ອງຂອງກະສັດຊາອຶລໄດ້ປ້ອຍດ່າແລະດຶກກ້ອນຫີນໃສ່ດາວິດແລະຄົນຮັບໃຊ້ຂອງລາວ. ທີ່ຈິງ ດາວິດຈະຈັດການກັບຊີມີກໍໄດ້ ແຕ່ລາວຍັງອົດທົນປ່ອຍໃຫ້ຊີມີປ້ອຍດ່າ. ດາວິດຄວບຄຸມຕົວເອງໄດ້ແນວໃດ? ເຮົາຈະພົບຄຳຕອບໃນຄຳເພງບົດ 3.
17. ອັນໃດຊ່ວຍດາວິດໃຫ້ຄວບຄຸມຕົວເອງໄດ້? ແລະເຮົາຈະຮຽນແບບລາວໄດ້ແນວໃດ?
17 ດາວິດແຕ່ງຄຳເພງບົດ 3 ຕອນທີ່ອາບຊາໂລມລູກຊາຍຂອງລາວພະຍາຍາມຂ້າລາວ ແລະໃນໄລຍະນີ້ລາວກໍຍັງຖືກຊີມີເຮັດບໍ່ດີໃສ່ອີກ. ແຕ່ດາວິດຍັງໃຈເຢັນແລະສະຫງົບໃຈໄດ້ແນວໃດ? ດາວິດບອກໃນຄຳເພງ 3:4 ວ່າ: “ຂ້ານ້ອຍຈະຍົກສຽງປາກຮ້ອງຫາພະເຢໂຫວາ ແລະພະອົງຈະຕອບຂ້ານ້ອຍແຕ່ພູບໍລິສຸດຂອງພະອົງ.” ຖ້າຄົນອື່ນເຮັດບໍ່ດີຕໍ່ເຮົາ ເຮົາຕ້ອງອະທິດຖານຄືກັບດາວິດ. ແລ້ວພະເຢໂຫວາຈະໃຫ້ພະລັງບໍລິສຸດກັບເຮົາເພື່ອເຮົາຈະອົດທົນໄດ້. ເຈົ້າຈະຄວບຄຸມຕົວເອງຫຼືໃຫ້ອະໄພຫຼາຍຂຶ້ນໄດ້ບໍເມື່ອມີຄົນເຮັດບໍ່ດີຕໍ່ເຈົ້າ? ເຈົ້າໝັ້ນໃຈບໍວ່າພະເຢໂຫວາເຫັນຄວາມທຸກຂອງເຈົ້າ ພະອົງຈະຊ່ວຍແລະອວຍພອນເຈົ້າ?
“ສະຕິປັນຍາສຳຄັນທີ່ສຸດ”
18. ເຮົາຈະໄດ້ຮັບປະໂຫຍດຫຍັງຈາກການເຮັດຕາມຄຳສອນຂອງພະເຢໂຫວາ?
18 ຖ້າເຮົາເຮັດສິ່ງທີ່ຖືກຕ້ອງ ເຮົາຈະເປັນຄົນສະຫຼາດແລະພະເຢໂຫວາຈະອວຍພອນເຮົາ. ສຸພາສິດ 4:7 (ລ.ມ.) ບອກວ່າ: “ສະຕິປັນຍາສຳຄັນທີ່ສຸດ” ເຖິງວ່າສະຕິປັນຍາຕ້ອງອາໄສການມີຄວາມຮູ້ ແຕ່ການມີສະຕິປັນຍາບໍ່ແມ່ນພຽງເຂົ້າໃຈຄວາມຈິງເທົ່ານັ້ນ ມັນຍັງກ່ຽວຂ້ອງກັບການຕັດສິນໃຈຂອງເຮົານຳ. ຂະໜາດມົດກໍຍັງເຮັດໃຫ້ເຫັນວ່າມີສະຕິປັນຍາໂດຍກຽມອາຫານໄວ້ສຳລັບລະດູໜາວ. (ສຸພາສິດ 30:24, 25) ພະຄລິດເຊິ່ງຖືກເອີ້ນວ່າ: “ຄວາມປັນຍາຂອງພະເຈົ້າ” ໄດ້ເຮັດສິ່ງທີ່ພະເຈົ້າພໍໃຈສະເໝີ. (1 ໂກລິນໂທ 1:24; ໂຢຮັນ 8:29) ພະເຈົ້າຈະໃຫ້ລາງວັນເຮົາ ຖ້າເຮົາຖ່ອມຕົວສະເໝີ ແລະເຮັດໃຫ້ເຫັນວ່າມີສະຕິປັນຍາໂດຍເລືອກເຮັດສິ່ງທີ່ຖືກຕ້ອງ. (ອ່ານມັດທາຍ 7:21-23) ດັ່ງນັ້ນ ຖ້າເຈົ້າພະຍາຍາມຮັບໃຊ້ພະເຢໂຫວາດ້ວຍຄວາມຖ່ອມຕົວ ເຈົ້າກໍຈະຊ່ວຍພີ່ນ້ອງໃນປະຊາຄົມໃຫ້ຢາກຖ່ອມຕົວຮັບໃຊ້ພະເຢໂຫວາຄືກັນ. ເຖິງວ່າຕ້ອງໃຊ້ເວລາແລະຄວາມອົດທົນເພື່ອຈະເຮັດສິ່ງທີ່ຮູ້ວ່າຖືກຕ້ອງ ແຕ່ການເຮັດແບບນີ້ກໍສະແດງວ່າເຮົາຖ່ອມຕົວ ແລະການເປັນຄົນຖ່ອມຕົວຈະເຮັດໃຫ້ເຮົາມີຄວາມສຸກໃນຕອນນີ້ແລະຕະຫຼອດໄປ.
^ ຂໍ້ 13 ຫົວຂໍ້ “ພະຍານພະເຢໂຫວາຕິດຄຸກເພາະຄວາມເຊື່ອ.” (ໄປທີ່ ຂ່າວ > ຄວາມຄືບໜ້າດ້ານກົດໝາຍ.)