ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຜູ້​ມີ​ພະລັງ​ອຳນາດ​ສູງ​ສຸດ​ຍັງ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ

ຜູ້​ມີ​ພະລັງ​ອຳນາດ​ສູງ​ສຸດ​ຍັງ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ

“[ພະ​ເຢໂຫວາ] ຮູ້ຈັກ​ວ່າ​ພວກ​ເຮົາ​ເປັນ​ທີ່​ແຕ່ງ​ໄວ້​ດ້ວຍ​ສິ່ງ​ໃດ ພະອົງ​ຈື່​ວ່າ​ພວກ​ເຮົາ​ເປັນ​ຂີ້ຝຸ່ນ​ດິນ.”—ຄຳເພງ 103:14

ເພງ: 30, 10

1, 2. (ກ) ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ກັບ​ມະນຸດ​ຕ່າງ​ກັນ​ແນວ​ໃດ​ກັບ​ຄົນ​ທີ່​ມີ​ອຳນາດ? (ຂ) ເຮົາ​ຈະ​ມາ​ເບິ່ງ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ຄົນ​ທີ່​ມີ​ອຳນາດ​ມັກ​ເຮັດ​ຕົວ​ເປັນ​ເຈົ້ານາຍ​ຄົນ​ອື່ນ​ແລະ​ກົດ​ຂີ່​ຂົ່ມເຫງ​ເຂົາ​ເຈົ້າ. (ມັດທາຍ 20:25, ລ.ມ.; ຜູ້​ເທສະໜາ​ປ່າວ​ປະກາດ 8:9) ພະ​ເຢໂຫວາ​ບໍ່​ເຄີຍ​ເຮັດ​ແບບ​ນັ້ນ! ເຖິງ​ວ່າ​ພະອົງ​ເປັນ​ພະເຈົ້າ​ທີ່​ມີ​ພະລັງ​ອຳນາດ​ສູງ​ສຸດ​ໃນ​ເອກະພົບ ແຕ່​ພະອົງ​ກໍ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ມະນຸດ​ທີ່​ບໍ່​ສົມບູນ​ແບບ. ພະ​ເຢໂຫວາ​ມີ​ເມດຕາ ພະອົງ​ສົນ​ໃຈ​ຄວາມ​ຮູ້ສຶກ​ແລະ​ຄວາມ​ຕ້ອງການ​ຂອງ​ເຮົາ. ພະອົງ​ຈື່​ວ່າ​ເຮົາ​ບໍ່​ສົມບູນ​ແບບ​ແລະ​ຮູ້ຈັກ​ຂີດ​ຈຳກັດ​ຂອງ​ເຮົາ ພະອົງ​ຈຶ່ງ​ບໍ່​ເຄີຍ​ຂໍ​ໃຫ້​ເຮົາ​ເຮັດ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້.—ຄຳເພງ 103:13, 14

2 ຄຳພີ​ໄບເບິນ​ມີ​ຫຼາຍ​ຕົວຢ່າງ​ທີ່​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ປະຊາຊົນ​ຂອງ​ພະອົງ. ໃຫ້​ເຮົາ​ມາ​ເບິ່ງ 3 ຕົວຢ່າງ: ທຳອິດ ເຮົາ​ຈະ​ເບິ່ງ​ວ່າ​ພະ​ເຢໂຫວາ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຊາເມືອນ​ແລະ​ຊ່ວຍ​ລາວ​ແນວ​ໃດ​ໃຫ້​ໄປ​ບອກ​ຂ່າວ​ພິພາກສາ​ຕໍ່​ປະໂລຫິດ​ໃຫຍ່​ເອລີ. ສອງ ພະ​ເຢໂຫວາ​ອົດ​ທົນ​ກັບ​ໂມເຊ​ແນວ​ໃດ​ເມື່ອ​ລາວ​ຮູ້ສຶກ​ວ່າ​ບໍ່​ສາມາດ​ນຳ​ຊາວ​ອິດສະລາແອນ​ອອກ​ຈາກ​ເອຢິບ​ໄດ້. ສາມ ພະ​ເຢໂຫວາ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຊາວ​ອິດສະລາແອນ​ແນວ​ໃດ​ຕອນ​ທີ່​ພາ​ເຂົາ​ເຈົ້າ​ອອກ​ຈາກ​ເອຢິບ. ເຮົາ​ໄດ້​ບົດຮຽນ​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ​ຈາກ 3 ຕົວຢ່າງ​ນີ້ ແລະ​ເຮົາ​ຈະ​ຮຽນ​ແບບ​ພະອົງ​ໄດ້​ແນວ​ໃດ?

ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເດັກ​ນ້ອຍ​ຄົນ​ໜຶ່ງ

3. ໃນ​ຄືນ​ໜຶ່ງ​ມີ​ເລື່ອງ​ທີ່​ແປກ​ປະຫຼາດ​ຫຍັງ​ເກີດ​ຂຶ້ນ​ກັບ​ຊາເມືອນ? ແລະ​ເຮົາ​ອາດ​ມີ​ຄຳຖາມ​ຫຍັງ? (ເບິ່ງ​ຮູບ​ທຳອິດ)

3 ຊາເມືອນ​ເລີ່ມ​ຮັບໃຊ້​ພະ​ເຢໂຫວາ​ໃນ​ທັບ​ອາ​ໃສ​ຕັ້ງ​ແຕ່​ຍັງ​ນ້ອຍໆ. (1 ຊາເມືອນ 3:1) ຄືນ​ໜຶ່ງ​ຫຼັງ​ຈາກ​ທີ່​ລາວ​ນອນ​ຫຼັບ ມີ​ບາງ​ສິ່ງ​ທີ່​ແປກ​ປະຫຼາດ​ເກີດ​ຂຶ້ນ. * (ເບິ່ງ​ໄຂ​ເງື່ອນ) (ອ່ານ 1 ຊາເມືອນ 3:2-10) ຊາເມືອນ​ໄດ້​ຍິນ​ສຽງ​ບາງ​ຄົນ​ເອີ້ນ​ຊື່​ລາວ. ລາວ​ຄິດ​ວ່າ​ແມ່ນ​ປະໂລຫິດ​ໃຫຍ່​ເອລີ​ທີ່​ສູງ​ອາຍຸ​ເອີ້ນ ລາວ​ຈຶ່ງ​ຟ້າວ​ລຸກ​ຂຶ້ນ​ແລ່ນ​ໄປ​ຫາ ແລ້ວ​ເວົ້າ​ວ່າ: “ຜູ້​ຂ້າ​ຢູ່​ທີ່​ນີ້ ເຫດ​ວ່າ​ທ່ານ​ໄດ້​ຮ້ອງ​ຜູ້​ຂ້າ.” ແຕ່​ເອລີ​ຕອບ​ວ່າ: “ຂ້ອຍ​ບໍ່​ໄດ້​ຮ້ອງ.” ແລ້ວ​ເຫດການ​ແບບ​ນີ້​ກໍ​ເກີດ​ຂຶ້ນ​ອີກ​ສອງ​ເທື່ອ ເອລີ​ຈຶ່ງ​ຮູ້​ວ່າ​ແມ່ນ​ພະເຈົ້າ​ທີ່​ເອີ້ນ​ຊາເມືອນ. ດັ່ງ​ນັ້ນ ເອລີ​ບອກ​ຊາເມືອນ​ວ່າ​ຖ້າ​ເທື່ອ​ໜ້າ​ໄດ້​ຍິນ​ສຽງ​ແບບ​ນີ້​ອີກ​ລາວ​ຄວນ​ຈະ​ຕອບ​ແນວ​ໃດ ແລະ​ຊາເມືອນ​ກໍ​ເຊື່ອ​ຟັງ. ເປັນ​ຫຍັງ​ພະ​ເຢໂຫວາ​ບໍ່​ບອກ​ຊາເມືອນ​ຕັ້ງ​ແຕ່​ທຳອິດ​ວ່າ​ພະອົງ​ເປັນ​ຜູ້​ເອີ້ນ​ລາວ? ຄຳພີ​ໄບເບິນ​ບໍ່​ໄດ້​ບອກ. ແຕ່​ອາດ​ເປັນ​ໄປ​ໄດ້​ວ່າ​ພະອົງ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຊາເມືອນ.

4, 5. (ກ) ຊາເມືອນ​ເຮັດ​ຫຍັງ​ຕອນ​ທີ່​ພະ​ເຢໂຫວາ​ໃຫ້​ລາວ​ໄປ​ບອກ​ຄຳ​ພິພາກສາ​ກັບ​ເອລີ? (ຂ) ເລື່ອງ​ນີ້​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ພະ​ເຢໂຫວາ?

4 ອ່ານ 1 ຊາເມືອນ 3:11-18. ກົດ​ໝາຍ​ຂອງ​ພະເຢໂຫວາ​ບອກ​ວ່າ ເດັກ​ນ້ອຍ​ຕ້ອງ​ນັບຖື​ຄົນ​ທີ່ມີ​ອາຍຸ​ຫຼາຍ​ກວ່າ​ໂດຍ​ສະເພາະ​ແມ່ນ​ຄົນ​ທີ່​ມີ​ໜ້າ​ທີ່​ຕຳແໜ່ງ. (ອົບພະຍົບ 22:28; ພວກເລວີ 19:32) ດັ່ງ​ນັ້ນ ບໍ່​ງ່າຍ​ທີ່​ຈະ​ນຶກ​ພາບ​ອອກ​ວ່າ​ຊາເມືອນ​ທີ່​ຍັງ​ເປັນ​ເດັກ​ນ້ອຍ​ຈະ​ຕ້ອງ​ໄປ​ຫາ​ເອລີ​ແຕ່​ເຊົ້າ​ແລະ​ກ້າ​ບອກ​ຄຳ​ພິພາກສາ​ທີ່​ຮຸນແຮງ​ຂອງ​ພະເຈົ້າ​ກັບ​ລາວ. ຄຳພີ​ໄບເບິນ​ບອກ​ວ່າ​ຊາເມືອນ “ໄດ້​ຢ້ານ​ຈະ​ເລົ່າ​ເລື່ອງ​ນິມິດ​ນັ້ນ​ໃຫ້​ທ່ານ​ເອລີ​ຟັງ.” ແຕ່​ພະເຈົ້າ​ກໍ​ເຮັດ​ໃຫ້​ເອລີ​ຮູ້​ຈະ​ແຈ້ງ​ວ່າ​ພະອົງ​ໄດ້​ເອີ້ນ​ຊາເມືອນ. ດັ່ງ​ນັ້ນ ເອລີ​ຈຶ່ງ​ບອກ​ຊາເມືອນ​ບໍ່​ໃຫ້​ປິດ​ບັງ​ເລື່ອງ​ທີ່​ພະເຈົ້າ​ບອກ. ຊາເມືອນ​ເຊື່ອ​ຟັງ​ແລະ “ເລົ່າ​ໃຫ້​ທ່ານ​ຟັງ​ຄວາມ​ທັງ​ປວງ.”

ພະ​ເຢໂຫວາ​ຊ່ວຍ​ໃຫ້​ງ່າຍ​ຂຶ້ນ​​ທີ່​ຊາເມືອນ​ຈະ​​ເຊື່ອ​ຟັງ​ແລະ​ສະແດງ​ຄວາມ​ນັບຖື

5 ຂ່າວ​ສານ​ນີ້​ບໍ່​ໄດ້​ເຮັດ​ໃຫ້​ເອລີ​ຕົກໃຈ ເພາະ​ກ່ອນ​ໜ້າ​ນີ້ “ຄົນ​ຂອງ​ພະເຈົ້າ” ກໍ​ມາ​ບອກ​ຂ່າວ​ສານ​ທີ່​ຄ້າຍ​ຄື​ກັນ​ນີ້. (1 ຊາເມືອນ 2:27-36) ເລື່ອງ​ນີ້​ສອນ​ເຮົາ​ວ່າ​ພະ​ເຢໂຫວາ​ສະຫຼາດ​ຫຼາຍ​ແລະ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ.

6. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ຊາເມືອນ​ຕອນ​ຍັງ​ນ້ອຍ?

6 ເຈົ້າ​ຍັງ​ເປັນ​ຄົນ​ໜຸ່ມ​ນ້ອຍ​ບໍ? ຖ້າ​ແມ່ນ ເລື່ອງ​ຂອງ​ຊາເມືອນ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເຂົ້າ​ໃຈ​ບັນຫາ​ແລະ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ. ບາງ​ເທື່ອ​ເຈົ້າ​ອາດ​ຂີ້​ອາຍ​ແລະ​ຮູ້ສຶກ​ຍາກ​ທີ່​ຈະ​ປະກາດ​ກັບ​ຜູ້​ໃຫຍ່​ຫຼື​ຄົນ​ທີ່​ບໍ່​ໄດ້​ມີ​ອາຍຸ​ເທົ່າ​ກັບ​ເຈົ້າ. ແຕ່​ເຈົ້າ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ຢາກ​ຊ່ວຍ​ເຈົ້າ. ເຈົ້າ​ຕ້ອງ​ອະທິດຖານ​ເຖິງ​ພະອົງ​ແລະ​ບອກ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ. (ຄຳເພງ 62:8) ໃຫ້​ຄິດ​ຕຶກຕອງ​ກ່ຽວ​ກັບ​ຕົວຢ່າງ​ຂອງ​ເດັກ​ນ້ອຍ​ໃນ​ຄຳພີ​ໄບເບິນ​ເຊັ່ນ ຊາເມືອນ. ແລ້ວ​ລອງ​ລົມ​ກັບ​ພີ່​ນ້ອງ​ທີ່​ອາຍຸ​ຫຼາຍ​ກວ່າ​ເຈົ້າ​ຫຼື​ອາຍຸ​ສໍ່າ​ກັນ​ເຊິ່ງ​ມີ​ບັນຫາ​ຄ້າຍ​ຄື​ກັບ​ເຈົ້າ​ແລະ​ຜ່ານ​ມັນ​ມາ​ໄດ້. ເຂົາ​ເຈົ້າ​ອາດ​ເລົ່າ​ໃຫ້​ຟັງ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຂົາ​ເຈົ້າ​ແນວ​ໃດ ເຊິ່ງ​ບາງ​ເທື່ອ​ກໍ​ເປັນ​ວິທີ​ທີ່​ຄິດ​ບໍ່​ເຖິງ.

ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ໂມເຊ

7, 8. ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະອົງ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ໂມເຊ​ຫຼາຍ?

7 ຕອນ​ໂມເຊ​ອາຍຸ 80 ປີ ພະ​ເຢໂຫວາ​ໄດ້​ໃຫ້​ວຽກ​ທີ່​ຍາກ​ຫຼາຍ​ກັບ​ລາວ​ຄື: ປົດ​ປ່ອຍ​ຊາດ​ອິດສະລາແອນ​ອອກ​ຈາກ​ການ​ເປັນ​ທາດ​ໃນ​ເອຢິບ. (ອົບພະຍົບ 3:10) ນີ້​ໄດ້​ເຮັດ​ໃຫ້​ໂມເຊ​ຕົກໃຈ​ຫຼາຍ ເພາະ​ໂມເຊ​ເປັນ​ພຽງ​ຄົນ​ລ້ຽງ​ແກະ 40 ປີ​ໃນ​ມາດຢານ. ໂມເຊ​ຈຶ່ງ​ເວົ້າ​ວ່າ: “ຂ້າ​ນ້ອຍ​ເປັນ​ຜູ້​ໃດ​ທີ່​ຈະ​ໄປ​ຫາ​ກະສັດ​ຟາໂລ​ແລະ​ຈະ​ພາ​ພວກ​ລູກ​ຫຼານ​ຍິດສະລາເອນ​ອອກ​ຈາກ​ປະເທດ​ເອຄີບໂຕ?” ພະ​ເຢໂຫວາ​ເຮັດ​ໃຫ້​ລາວ​ໝັ້ນ​ໃຈ​ໂດຍ​ບອກ​ວ່າ: “ເຮົາ​ຈະ​ສະຖິດ​ຢູ່​ກັບ​ເຈົ້າ.” (ອົບພະຍົບ 3:11, 12) ພະອົງ​ຍັງ​ສັນຍາ​ກັບ​ໂມເຊ​ວ່າ​ພວກ​ຜູ້​ນຳ​ຊາດ​ອິດສະລາແອນ​ຈະ “ເຊື່ອ​ຟັງ” ລາວ​ແທ້. ແຕ່​ໂມເຊ​ກໍ​ຍັງ​ຖາມ​ວ່າ: “ຖ້າ​ພວກ​ເຂົາ​ບໍ່​ເຊື່ອ​ຂ້າ​ນ້ອຍ​ແລະ​ບໍ່​ຍອມ​ເຮັດ​ຕາມ​ທີ່​ຂ້າ​ນ້ອຍ​ເວົ້າ​ເດ?” (ອົບພະຍົບ 3:18; 4:1, ລ.ມ.) ໂມເຊ​ກຳລັງ​ບອກ​ພະ​ເຢໂຫວາ​ວ່າ​ມັນ​ອາດ​ບໍ່​ເປັນ​ຄື​ກັບ​ທີ່​ພະອົງ​ຄິດ! ແຕ່​ພະອົງ​ກໍ​ຍັງ​ອົດ​ທົນ​ກັບ​ໂມເຊ. ພະອົງ​ເຖິງ​ຂັ້ນ​ໃຫ້​ພະລັງ​ກັບ​ລາວ​ເພື່ອ​ເຮັດ​ການ​ອັດສະຈັນ. ທີ່​ຈິງ​ຄຳພີ​ໄບເບິນ​ບອກ​ວ່າ​ໂມເຊ​ເປັນ​ມະນຸດ​ຄົນ​ທຳອິດ​ທີ່​ໄດ້​ຮັບ​ພະລັງ​ເຮັດ​ການ​ອັດສະຈັນ.—ອົບພະຍົບ 4:2-9, 21

8 ແຕ່​ໂມເຊ​ກໍ​ຍັງ​ມີ​ຂໍ້​ອ້າງ​ອື່ນ​ອີກ. ລາວ​ບອກ​ວ່າ​ລາວ​ເວົ້າ​ບໍ່​ເກັ່ງ ພະເຈົ້າ​ຈຶ່ງ​ບອກ​ລາວ​ວ່າ: “ເຮົາ​ຈະ​ສະຖິດ​ຢູ່​ກັບ​ປາກ​ຂອງ​ເຈົ້າ ແລະ​ເຮົາ​ຈະ​ສັ່ງ​ສອນ​ເຈົ້າ​ຍັງ​ຄວາມ​ທີ່​ເຈົ້າ​ຕ້ອງ​ບອກ.” ໂມເຊ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ບໍ? ບໍ່. ລາວ​ພັດ​ຂໍ​ໃຫ້​ພະເຈົ້າ​ສົ່ງ​ຄົນ​ອື່ນ​ໄປ​ແທນ! ນີ້​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ​ຫຼາຍ. ແຕ່​ພະອົງ​ກໍ​ຍັງ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ໂມເຊ ດັ່ງ​ນັ້ນ​ພະອົງ​ຈຶ່ງ​ສົ່ງ​ອາໂລນ​ໄປ​ເວົ້າ​ແທນ​ລາວ.—ອົບພະຍົບ 4:10-16

9. ຄວາມ​ອົດ​ທົນ​ແລະ​ຄວາມ​ກະລຸນາ​ຂອງ​ພະ​ເຢໂຫວາ​ຊ່ວຍ​ໂມເຊ​ໃຫ້​ເປັນ​ຜູ້​ນຳ​ທີ່​ດີ​ແນວ​ໃດ?

9 ເລື່ອງ​ນີ້​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ພະ​ເຢໂຫວາ? ເນື່ອງ​ຈາກ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ພະລັງ​ອຳນາດ​ສູງ​ສຸດ ພະອົງ​ອາດ​ໃຊ້​ພະລັງ​ເຮັດ​ໃຫ້​ໂມເຊ​ຢ້ານ​ແລະ​ຍອມ​ເຊື່ອ​ຟັງ​ພະອົງ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ພະອົງ​ໄດ້​ສະແດງ​ຄວາມ​ອ່ອນ​ໂຍນ​ແລະ​ອົດ​ທົນ ແລະ​ເຮັດ​ໃຫ້​ຜູ້​ຮັບໃຊ້​ທີ່​ຖ່ອມ​ຕົວ​ແລະ​ຈຽມ​ຕົວ​ຄົນ​ນີ້​ໝັ້ນ​ໃຈ​ວ່າ​ພະອົງ​ຈະ​ຢູ່​ກັບ​ລາວ. ວິທີ​ນີ້​ໃຊ້​ໄດ້​ຜົນ​ບໍ? ໄດ້​ແທ້! ໂມເຊ​ກາຍ​ເປັນ​ຜູ້​ນຳ​ທີ່​ດີ​ເລີດ. ລາວ​ພະຍາຍາມ​ເປັນ​ຄົນ​ອ່ອນ​ໂຍນ​ແລະ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ​ຄື​ກັບ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ຕໍ່​ລາວ.—ຈົດເຊັນບັນຊີ 12:3

ເຈົ້າ​ປະຕິບັດ​ກັບ​ຄົນ​ອື່ນ​ຄື​ກັບ​ທີ່​ພະ​ເຢໂຫວາ​ເຮັດ​ບໍ? (ເບິ່ງ​ຂໍ້ 10)

10. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ ຖ້າ​ຮຽນ​ແບບ​ພະ​ເຢໂຫວາ​ໂດຍ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ?

10 ເຮົາ​ໄດ້​ບົດຮຽນ​ຫຍັງ​ໃນ​ທຸກ​ມື້​ນີ້? ຖ້າ​ເຈົ້າ​ເປັນ​ຜົວ ເປັນ​ພໍ່​ແມ່ ຫຼື​ຜູ້​ເຖົ້າ​ແກ່ ເຈົ້າ​ກໍ​ມີ​ອຳນາດ​ໃນ​ລະດັບ​ໜຶ່ງ. ນີ້​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຈະ​ຕ້ອງ​ຮຽນ​ແບບ​ພະ​ເຢໂຫວາ​ໂດຍ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ ສະແດງ​ຄວາມ​ກະລຸນາ ອົດ​ທົນ​ກັບ​ເມຍ​ກັບ​ລູກ ແລະ​ພີ່​ນ້ອງ​ໃນ​ປະຊາຄົມ. (ໂກໂລດ 3:19-21; 1 ເປໂຕ 5:1-3) ຖ້າ​ເຈົ້າ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເຊິ່ງ​ເປັນ​ຜູ້​ທີ່​ຍິ່ງໃຫຍ່​ກວ່າ​ໂມເຊ ກໍ​ເປັນ​ເລື່ອງ​ງ່າຍ​ທີ່​ຄົນ​ອື່ນ​ຈະ​ເຂົ້າ​ມາ​ລົມ​ກັບ​ເຈົ້າ ແລະ​ເຈົ້າ​ກໍ​ຈະ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ໄດ້. (ມັດທາຍ 11:28, 29) ແລະ​ເຈົ້າ​ກໍ​ຍັງ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ເຂົາ​ເຈົ້າ​ຄື​ກັນ.—ເຫບເລີ 13:7

ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ມີ​ພະລັງ​ອຳນາດ​ຫຼາຍ​ກໍ​ຍັງ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ

11, 12. ພະ​ເຢໂຫວາ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະອົງ​ຮູ້ສຶກ​ປອດໄພ​ແລະ​ໝັ້ນ​ຄົງ​ແນວ​ໃດ?

11 ໃນ​ປີ 1513 ກ່ອນ ຄ.ສ ຊາວ​ອິດສະລາແອນ​ຫຼາຍ​ກວ່າ 3 ລ້ານ​ຄົນ​ໄດ້​ອອກ​ມາ​ຈາກ​ເອຢິບ. ໃນ​ນັ້ນ​ມີ​ເດັກ​ນ້ອຍ ຜູ້​ເຖົ້າ ແລະ​ອາດ​ຈະ​ມີ​ຄົນ​ທີ່​ເຈັບ​ປ່ວຍ​ແລະ​ຄົນ​ພິການ​ນຳ. ຄົນ​ກຸ່ມ​ໃຫຍ່​ນີ້​ຕ້ອງການ​ຜູ້​ນຳ​ທີ່​ເຂົ້າ​ໃຈ​ແລະ​ເອົາໃຈໃສ່​ເຊິ່ງ​ພະ​ເຢໂຫວາ​ກໍ​ເປັນ​ແບບ​ນັ້ນ​ແທ້ໆ ພະອົງ​ເປັນ​ຜູ້​ນຳ​ຊາວ​ອິດສະລາແອນ​ຜ່ານ​ທາງ​ໂມເຊ. ຊາວ​ອິດສະລາແອນ​ຈຶ່ງ​ຮູ້ສຶກ​ປອດໄພ ເຖິງ​ແມ່ນ​ວ່າ​ຕ້ອງ​ອອກ​ຈາກ​ເອຢິບ​ເຊິ່ງ​ເປັນ​ບ້ານ​ແຫ່ງ​ດຽວ​ທີ່​ເຂົາ​ເຈົ້າ​ເຄີຍ​ຢູ່.—ຄຳເພງ 78:52, 53

12 ພະ​ເຢໂຫວາ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະອົງ​ຮູ້ສຶກ​ປອດໄພ​ແລະ​ໝັ້ນ​ຄົງ​ແນວ​ໃດ? ຕອນ​ທີ່​ອອກ​ຈາກ​ເອຢິບ ພະອົງ​ຈັດ​ລະບຽບ​ຊາວ​ອິດສະລາແອນ “ເປັນ​ໝວດ​ໝູ່​ຄື​ກອງທັບ.” (ອົບພະຍົບ 13:18, ລ.ມ.) ເນື່ອງ​ຈາກ​ເປັນ​ລະບົບ​ລະບຽບ​ຈຶ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຫັນ​ໄດ້​ຢ່າງ​ຊັດເຈນ​ວ່າ​ພະ​ເຢໂຫວາ​ຄວບຄຸມ​ສະຖານະການ​ໄດ້. ພະອົງ​ຍັງ​ໃຫ້​ເຂົາ​ເຈົ້າ​ມີ “ເສົາ​ເມກ” ໃນ​ຕອນ​ກາງເວັນ ແລະ ‘ແສງ​ໄຟ’ ໃນ​ຕອນ​ກາງຄືນ​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ພະອົງ​ຢູ່​ຄຽງ​ຂ້າງ ຊ່ວຍ​ຊີ້​ນຳ ແລະ​ປົກ​ປ້ອງ​ເຂົາ​ເຈົ້າ. (ຄຳເພງ 78:14) ຊາດ​ອິດສະລາແອນ​ຕ້ອງການ​ຄວາມ​ໝັ້ນ​ໃຈ​ແບບ​ນັ້ນ​ແທ້ໆ ເພາະ​ກຳລັງ​ຈະ​ມີ​ເຫດການ​ບາງ​ຢ່າງ​ເກີດ​ຂຶ້ນ.

ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ຫ່ວງ​ຊາວ​ອິດສະລາແອນ​ຢູ່​ທີ່​ທະເລ​ແດງ? (ເບິ່ງ​ຂໍ້ 13)

13, 14. (ກ) ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ທີ່​ສະແດງ​ວ່າ​ພະອົງ​ເປັນ​ຫ່ວງ​ຊາວ​ອິດສະລາແອນ​ຢູ່​ທີ່​ທະເລ​ແດງ? (ຂ) ພະອົງ​ໄດ້​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ມີ​ພະລັງ​ອຳນາດ​ຫຼາຍ​ກວ່າ​ພວກ​ເອຢິບ?

13 ອ່ານ​ອົບພະຍົບ 14:19-22. ລອງ​ນຶກ​ພາບ​ວ່າ​ຕອນ​ນັ້ນ​ເຈົ້າ​ຢູ່​ກັບ​ຊາວ​ອິດສະລາແອນ. ເຈົ້າ​ໜີ​ໄປ​ໃສ​ບໍ່​ໄດ້​ແລ້ວ​ເພາະ​ທາງ​ໜ້າ​ກໍ​ແມ່ນ​ທະເລ​ແດງ​ແລະ​ທາງ​ຫຼັງ​ກໍ​ແມ່ນ​ກອງທັບ​ເອຢິບ​ກຳລັງ​ໄລ່​ຕິດ​ຕາມ​ມາ. ທັນໃດ​ນັ້ນ ພະເຈົ້າ​ກໍ​ໄດ້​ຍ້າຍ​ເສົາ​ເມກ​ທີ່​ໃຊ້​ນຳ​ໜ້າ​ໃຫ້​ໄປ​ຢູ່​ດ້ານ​ຫຼັງ​ເຊິ່ງ​ຂັ້ນ​ກາງ​ລະຫວ່າງ​ເຈົ້າ​ກັບ​ກອງທັບ​ເອຢິບ. ຕອນ​ນີ້​ກອງທັບ​ເອຢິບ​ຕົກ​ຢູ່​ໃນ​ຄວາມ​ມືດ ແຕ່​ບ່ອນ​ທີ່​ເຈົ້າ​ຢູ່​ພັດ​ມີ​ແສງ​ສະຫວ່າງ​ທີ່​ອັດສະຈັນ. ເຈົ້າ​ເຫັນ​ໂມເຊ​ຍົກ​ມື​ຂຶ້ນ​ເໜືອ​ທະເລ​ແດງ ແລ້ວ​ລົມ​ພາຍຸ​ຈາກ​ທິດ​ຕາເວັນ​ອອກ​ກໍ​ພັດ​ໃສ່​ນໍ້າ​ທະເລ​ແຮງ​ຫຼາຍ​ຈົນ​ເຮັດ​ໃຫ້​ນໍ້າ​ທະເລ​ແຍກ​ອອກ​ຈາກ​ກັນ. ຈາກ​ນັ້ນ ເຈົ້າ​ກັບ​ຄອບຄົວ​ແລະ​ສັດ​ຕ່າງໆຂອງ​ເຈົ້າ​ກໍ​ຍ່າງ​ລົງ​ໄປ​ພື້ນ​ທະເລ​ຢ່າງ​ເປັນ​ລະບຽບ. ແລ້ວ​ເຈົ້າ​ກໍ​ຮູ້ສຶກ​ງຶດ​ທີ່​ພື້ນ​ດິນ​ບໍ່​ມີ​ຂີ້​ຕົມ​ແລະ​ບໍ່​ມື່ນ. ພື້ນ​ດິນ​ນັ້ນ​ແຫ້ງ​ແລະ​ແຂງ​ເຮັດ​ໃຫ້​ຍ່າງ​ໄດ້​ສະດວກ. ຂະໜາດ​ຄົນ​ທີ່​ຍ່າງ​ຊ້າ​ທີ່​ສຸດ​ກໍ​ໄປ​ຮອດ​ຝັ່ງ​ໄດ້​ຢ່າງ​ປອດໄພ.

14 ອ່ານ​ອົບພະຍົບ 14:23, 26-30. ຕອນ​ທີ່​ເລື່ອງ​ນີ້​ກຳລັງ​ເກີດ​ຂຶ້ນ ຟາໂລ​ທີ່​ຍິ່ງ​ແລະ​ໂງ່​ກໍ​ເລີ່ມ​ໄລ່​ຕິດ​ຕາມ​ເຈົ້າ​ກັບ​ຊາວ​ອິດສະລາແອນ​ໄປ. ທັນໃດ​ນັ້ນ​ໂມເຊ​ໄດ້​ຍົກ​ມື​ຂຶ້ນ​ເໜືອ​ທະເລ​ອີກ​ຄັ້ງ ແລ້ວ​ກຳແພງ​ນໍ້າ​ທັງ​ສອງ​ຟາກ​ກໍ​ຖະຫຼົ່ມ​ລົງ​ມາ​ທັບ​ຟາໂລ​ແລະ​ກອງທັບ​ເອຢິບ​ຈົນ​ບໍ່​ມີ​ໃຜ​ລອດ​ຈັກ​ຄົນ!—ອົບພະຍົບ 15:8-10

15. ເລື່ອງ​ນີ້​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ພະ​ເຢໂຫວາ?

15 ເລື່ອງ​ນີ້​ສອນ​ເຮົາ​ອີກ​ຢ່າງ​ໜຶ່ງ​ກ່ຽວ​ກັບ​ພະ​ເຢໂຫວາ. ພະອົງ​ເປັນ​ພະເຈົ້າ​ທີ່​ມີ​ລະບຽບ ແລະ​ຄຸນ​ລັກສະນະ​ນີ້​ຊ່ວຍ​ເຮົາ​ໃຫ້​ຮູ້ສຶກ​ປອດໄພ​ແລະ​ໝັ້ນ​ຄົງ. (1 ໂກລິນໂທ 14:33) ຄື​ກັບ​ຄົນ​ລ້ຽງ​ແກະ​ທີ່​ຮັກ​ແລະ​ເບິ່ງ​ແຍງ​ແກະ​ຢ່າງ​ດີ ພະ​ເຢໂຫວາ​ກໍ​ເບິ່ງ​ແຍງ​ປະຊາຊົນ​ຂອງ​ພະອົງ​ຢ່າງ​ດີ​ຄື​ກັນ. ພະອົງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ປອດໄພ​ແລະ​ປົກ​ປ້ອງ​ໃຫ້​ພົ້ນ​ຈາກ​ສັດຕູ. ນີ້​ເຮັດ​ໃຫ້​ເຮົາ​ອົບອຸ່ນ​ໃຈ​ແລະ​ໝັ້ນ​ໃຈ​ຫຼາຍ​ແທ້ໆເມື່ອ​ຈຸດ​ຈົບ​ຂອງ​ໂລກ​ນີ້​ເຂົ້າ​ມາ​ໃກ້​ແລ້ວ.—ສຸພາສິດ 1:33

16. ການ​ຄິດ​ຕຶກຕອງ​ໃນ​​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ຊາດ​ອິດສະລາແອນ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ?

16 ທຸກ​ມື້​ນີ້ ພະ​ເຢໂຫວາ​ກໍ​ຍັງ​ເປັນ​ຫ່ວງ​ປະຊາຊົນ​ຂອງ​ພະອົງ​ທຸກ​ຄົນ. ພະອົງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັກສາ​ສາຍ​ສຳພັນ​ທີ່​ດີ​ກັບ​ພະອົງ​ແລະ​ປົກ​ປ້ອງ​ເຂົາ​ເຈົ້າ​ຈາກ​ສັດຕູ. ພະອົງ​ກໍ​ຍັງ​ຈະ​ເຮັດ​ແບບ​ນີ້​ຕໍ່ໆໄປ​ຈົນ​ເຖິງ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ທີ່​ໃກ້​ຈະ​ມາ​ເຖິງ​ໃນ​ໄວໆນີ້. (ຄຳປາກົດ 7:9, 10) ດັ່ງ​ນັ້ນ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເປັນ​ເດັກ​ນ້ອຍ​ຫຼື​ຜູ້​ໃຫຍ່ ສຸຂະພາບ​ດີ​ຫຼື​ເຈັບ​ປ່ວຍ ຫຼື​ພິການ ປະຊາຊົນ​ຂອງ​ພະເຈົ້າ​ກໍ​ຈະ​ບໍ່​ຢ້ານ​ຫຼື​ຕື່ນ​ຕົກໃຈ​ຫຼາຍ​ເກີນ​ໄປ​ໃນ​ລະຫວ່າງ​ທີ່​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເກີດ​ຂຶ້ນ. * (ເບິ່ງ​ໄຂ​ເງື່ອນ) ທີ່​ຈິງ ເຂົາ​ເຈົ້າ​ຈະ​ເຮັດ​ກົງ​ກັນ​ຂ້າມ! ເຂົາ​ເຈົ້າ​ຈື່​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ທີ່​ວ່າ: “ໃຫ້​ພວກ​ເຈົ້າ​ຢືນ​ໂຕ​ຊື່​ແລະ​ເງີຍ​ໜ້າ​ຂຶ້ນ​ເພາະ​ພະເຈົ້າ​ຈະ​ມາ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ແລ້ວ.” (ລືກາ 21:28, ລ.ມ.) ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ຖືກ​ໂຄກ​ໂຈມຕີ ເຊິ່ງ​ໝາຍ​ເຖິງ​ຊາດ​ຕ່າງໆທີ່​ມີ​ອຳນາດ​ຫຼາຍ​ກວ່າ​ກະສັດ​ຟາໂລ ແຕ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໝັ້ນ​ໃຈ​ວ່າ​ພະອົງ​ຈະ​ປົກ​ປ້ອງ​ເຂົາ​ເຈົ້າ. (ເອເຊກຽນ 38:2, 14-16) ຍ້ອນ​ຫຍັງ? ຍ້ອນ​ເຂົາ​ເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ມີ​ທາງ​ປ່ຽນ​ແປງ. ພະອົງ​ຈະ​ພິສູດ​ໃຫ້​ເຫັນ​ອີກ​ຄັ້ງ​ວ່າ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຮັກ​ແລະ​ເປັນ​ຫ່ວງ​ປະຊາຊົນ​ຂອງ​ພະອົງ.—ເອຊາອີ 26:3, 20

17. (ກ) ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຮັບ​ປະໂຫຍດ​ຈາກ​ການ​ສຶກສາ​ເລື່ອງ​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ເປັນ​ຫ່ວງ​ປະ​ຊົນ​ຊົນ​ຂອງ​ພະອົງ? (ຂ) ເຮົາ​ຈະ​ຮຽນ​ຮູ້​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

17 ໃນ​ບົດ​ຄວາມ​ນີ້ ເຮົາ​ໄດ້​ເຫັນ​ບາງ​ຕົວຢ່າງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ​ແລະ​ສະ​ແດງ​ຄວາມ​ກະລຸນາ​ເມື່ອ​ພະອົງ​ເປັນ​ຫ່ວງ ຊີ້​ນຳ ແລະ​ປົກ​ປ້ອງ​ຄົນ​ຂອງ​ພະອົງ. ເມື່ອ​ເຈົ້າ​ຄິດ​ຕຶກຕອງ​ເລື່ອງ​ເຫຼົ່າ​ນີ້ ໃຫ້​ພະຍາຍາມ​ຮຽນ​ຮູ້​ສິ່ງ​ໃໝ່ໆກ່ຽວ​ກັບ​ພະ​ເຢໂຫວາ​ໂດຍ​ສັງເກດ​ເບິ່ງ​ສິ່ງ​ທີ່​ບໍ່​ເຄີຍ​ຮູ້​ມາ​ກ່ອນ. ເມື່ອ​ເຈົ້າ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄຸນ​ລັກສະນະ​ທີ່​ດີ​ເລີດ​ຂອງ​ພະເຈົ້າ ເຈົ້າ​ກໍ​ຈະ​ຮັກ​ແລະ​ເຊື່ອ​ຟັງ​ພະອົງ​ຫຼາຍ​ຂຶ້ນ. ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ຮຽນ​ຮູ້​ວິທີ​ທີ່​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ການ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ໃນ​ຄອບຄົວ ໃນ​ປະຊາຄົມ ແລະ​ໃນ​ເຂດ​ປະກາດ.

^ ຂໍ້ 3 ໂຢເຊຟຸດ​ນັກ​ປະຫວັດສາດ​ຊາວ​ຢິວ​ບອກ​ວ່າ​ຕອນ​ນັ້ນ​ຊາເມືອນ​ອາຍຸ 12 ປີ.

^ ຂໍ້ 16 ມີ​ເຫດຜົນ​ທີ່​ຈະ​ສະ​ຫຼຸບ​ໄດ້​ວ່າ​ບາງ​ຄົນ​ທີ່​ລອດ​ຜ່ານ​ອະລະມະເຄໂດນ​ຈະ​ຍັງ​ຄົງ​ເຈັບ​ປ່ວຍ​ຫຼື​ພິການ. ຕອນ​ທີ່​ພະ​ເຍຊູ​ຢູ່​ເທິງ​ໂລກ ເພິ່ນ​ກໍ​ປິ່ນປົວ​ຄົນ​ທີ່​ເປັນ “ພະຍາດ​ຕ່າງໆ” ເຊິ່ງ​ໝາຍ​ເຖິງ​ຄົນ​ພິການ​ຕ່າງໆນຳ. ສິ່ງ​ທີ່​ເພິ່ນ​ເຄີຍ​ເຮັດ​ໃນ​ຕອນ​ນັ້ນ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ເພິ່ນ​ຈະ​ເຮັດ​ຄື​ກັນ​ກັບ​ຄົນ​ທີ່​ລອດ​ຜ່ານ​ອະລະມະເຄໂດນ. (ມັດທາຍ 9:35) ສ່ວນ​ຄົນ​ທີ່​ຟື້ນ​ຂຶ້ນ​ມາ​ຈາກ​ຕາຍ​ກໍ​ຈະ​ມີ​ສຸຂະພາບ​ສົມບູນ​ແຂງແຮງ.