ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຮຽນ​ແບບ​ພະ​ເຢໂຫວາ​ໂດຍ​ຄິດ​ເຖິງ​ແລະ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ

ຮຽນ​ແບບ​ພະ​ເຢໂຫວາ​ໂດຍ​ຄິດ​ເຖິງ​ແລະ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ

“ຄົນ​ທີ່​ເຫັນ​ໃຈ​ຄົນ​ຕໍ່າ​ຕ້ອຍ​ກໍ​ມີ​ຄວາມ​ສຸກ ພະ​ເຢໂຫວາ​ຈະ​ຊ່ວຍ​ເຂົາ​ໃນ​ວັນ​ທີ່​ເຂົາ​ເຈິ​ຫາຍະນະ.”—ຄຳເພງ 41:1, ລ.ມ.

ເພງ: 130, 107

1. ຜູ້​ນະມັດສະການ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ແນວ​ໃດ?

ຜູ້​ນະມັດສະການ​ພະ​ເຢໂຫວາ​ທົ່ວ​ໂລກ​ເປັນ​ຄອບຄົວ​ດຽວ​ກັນ. ເຂົາ​ເຈົ້າ​ເປັນ​ພີ່ນ້ອງ​ທີ່​ຮັກ​ກັນ. (1 ໂຢຮັນ 4:16, 21) ບາງ​ເທື່ອ​ເຂົາ​ເຈົ້າ​ກໍ​ເສຍ​ສະລະ​ເພື່ອ​ກັນ​ຫຼາຍ​ແທ້ໆ ແຕ່​ສ່ວນ​ຫຼາຍ​ແລ້ວ​ເຂົາ​ເຈົ້າ​ມັກ​ສະແດງ​ຄວາມ​ຮັກ​ໂດຍ​ເຮັດ​ສິ່ງ​ເລັກໆນ້ອຍໆໃຫ້​ກັນ ເຊັ່ນ: ເວົ້າ​ເສີມ​ສ້າງ​ແລະ​ຊົມ​ເຊີຍ​ກັນ ແລະ​ເຮັດ​ສິ່ງ​ດີໆໃຫ້​ກັນ. ຖ້າ​ເຮົາ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ ເຮົາ​ກໍ​ຮຽນ​ແບບ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ.—ເອເຟດ 5:1

2. ພະ​ເຍຊູ​ຮຽນ​ແບບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ແນວ​ໃດ?

2 ພະ​ເຍຊູ​ຮຽນ​ແບບ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ຢ່າງ​ສົມບູນ​ແບບ. ເພິ່ນ​ປະຕິບັດ​ກັບ​ຄົນ​ອື່ນ​ຢ່າງ​ກະລຸນາ​ສະເໝີ. ເພິ່ນ​ບອກ​ວ່າ: “ທ່ານ​ທັງ​ຫຼາຍ​ທີ່​ເມື່ອຍ​ດ້ວຍ​ການ​ຍາກ​ແລະ​ຖື​ຂອງ​ໜັກ ຈົ່ງ​ມາ​ຫາ​ເຮົາ​ເຖີ້ນ ແລະ​ເຮົາ​ຈະ​ປະທານ​ຄວາມ​ເຊົາ​ເມື່ອຍ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ.” (ມັດທາຍ 11:28, 29) ຖ້າ​ເຮົາ​ຮຽນ​ແບບ​ພະ​ເຍຊູ​ແລະ “ເຫັນ​ໃຈ​ຄົນ​ຕໍ່າ​ຕ້ອຍ” ເຮົາ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ແລະ​ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ຄື​ກັນ. (ຄຳເພງ 41:1, ລ.ມ.) ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ໃນ​ຄອບຄົວ ພີ່​ນ້ອງ ແລະ​ຄົນ​ໃນ​ເຂດ​ປະກາດ​ໄດ້​ແນວ​ໃດ.

ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ໃນ​ຄອບຄົວ

3. ຜົວ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເມຍ? (ເບິ່ງ​ຮູບ​ທຳອິດ)

3 ຜົວ​ຕ້ອງ​ວາງ​ຕົວຢ່າງ​ທີ່​ດີ​ແລະ​ສະແດງ​ໃຫ້​ເຫັນ​ວ່າ​ຮັກ​ແລະ​ເປັນ​ຫ່ວງ​ຄອບຄົວ. (ເອເຟດ 5:25; 6:4) ຄຳພີ​ໄບເບິນ​ບອກ​ວ່າ​ຜົວ​ຕ້ອງ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ແລະ​ເຂົ້າ​ໃຈ​ເມຍ. (1 ເປໂຕ 3:7) ຜົວ​ທີ່​ມີ​ຄວາມ​ເຂົ້າ​ໃຈ​ຈະ​ຮູ້​ວ່າ ເຖິງ​ວ່າ​ມີ​ຫຼາຍ​ຢ່າງ​ທີ່​ແຕກຕ່າງ​ຈາກ​ເມຍ ແຕ່​ລາວ​ກໍ​ບໍ່​ໄດ້​ດີ​ໄປ​ກວ່າ​ເມຍ. (ຕົ້ນເດີມ 2:18) ລາວ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເມຍ​ແລະ​ປະຕິບັດ​ຕໍ່​ເມຍ​ໂດຍ​ໃຫ້​ກຽດ​ແລະ​ນັບຖື. ເມຍ​ຄົນ​ໜຶ່ງ​ໃນ​ການາດາ​ບອກ​ວ່າ: “ຜົວ​ຂອງ​ຂ້ອຍ​ໃສ່​ໃຈ​ຄວາມ​ຮູ້ສຶກ​ຂ້ອຍ​ສະເໝີ ລາວ​ບໍ່​ເຄີຍ​ເວົ້າ​ໃສ່​ຂ້ອຍ​ວ່າ ‘ເຈົ້າ​ຢ່າຊູ່​ໄປ​ຄິດ​ຈັ່ງ​ຊັ້ນ​ຈັ່ງ​ຊີ້.’ ລາວ​ຍັງ​ເປັນ​ຜູ້​ຟັງ​ທີ່​ດີ. ເມື່ອ​ລາວ​ຊ່ວຍ​ຂ້ອຍ​ປັບ​ຄວາມ​ຄິດ​ໃຫ້​ຖືກຕ້ອງ ລາວ​ກໍ​ເຮັດ​ໃນ​ແບບ​ທີ່​ກະລຸນາ.”

ຜົວ​ຈະ​ພັກດີ​ຕໍ່​ເມຍ​ສະເໝີ​ເພາະ​ລາວ​ຮັກ​ເມຍ ແລະ​ເພາະ​ລາວ​ຮັກ​ພະ​ເຢໂຫວາ​ແລະ​ກຽດ​ຊັງ​ສິ່ງ​ຊົ່ວ

4. ຜົວ​ຈະ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເມຍ​ໄດ້​ແນວ​ໃດ​ໃນ​ຕອນ​ທີ່​ຕິດ​ຕໍ່​ພົວ​ພັນ​ກັບ​ຜູ້​ຍິງ​ຄົນ​ອື່ນ?

4 ຜົວ​ທີ່​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເມຍ​ຈະ​ບໍ່​ຈີບ​ຜູ້​ຍິງ​ຄົນ​ອື່ນ​ຫຼື​ສະແດງ​ຄວາມ​ສົນ​ໃຈ​ແບບ​ຊູ້​ສາວ ບໍ່​ວ່າ​ຈະ​ທາງ​ສື່​ສັງຄົມ​ອອນລາຍ​ຫຼື​ໃນ​ອິນເຕີເນັດ. (ໂຢບ 31:1) ລາວ​ຈະ​ບໍ່​ໃຊ້​ສື່​ສັງຄົມ​ອອນລາຍ​ເພື່ອ​ຊອກ​ຈີບ​ຜູ້​ຍິງ ແລະ​ຈະ​ບໍ່​ເຂົ້າ​ໄປ​ເບິ່ງ​ເວັບໄຊ​ລາມົກ. ລາວ​ຈະ​ສັດ​ຊື່​ຕໍ່​ເມຍ​ສະເໝີ​ເພາະ​ລາວ​ຮັກ​ເມຍ ແລະ​ເພາະ​ລາວ​ຮັກ​ພະ​ເຢໂຫວາ​ແລະ​ກຽດ​ຊັງ​ສິ່ງ​ຊົ່ວ.—ອ່ານ​ຄຳເພງ 19:14; 97:10

5. ເມຍ​ຈະ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜົວ​ໄດ້​ແນວ​ໃດ?

5 ເມື່ອ​ຜົວ​ຮຽນ​ແບບ​ຄວາມ​ຮັກ​ຂອງ​ພະ​ເຍຊູ​ຄລິດ​ທີ່​ເປັນ​ຜູ້​ນຳ ມັນ​ກໍ​ງ່າຍ​ທີ່​ເມຍ​ຈະ “ນັບຖື​ຜົວ​ຈາກ​ໃຈ.” (ເອເຟດ 5:22-25, 33, ລ.ມ.) ຖ້າ​ເມຍ​ນັບຖື​ຜົວ ເມຍ​ກໍ​ຈະ​ພະຍາຍາມ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ລາວ​ແລະ​ປະຕິບັດ​ແບບ​ອ່ອນ​ໂຍນ​ເມື່ອ​ລາວ​ຫຍຸ້ງ​ຢູ່​ກັບ​ວຽກ​ຂອງ​ປະຊາຄົມ​ຫຼື​ຈັດການ​ກັບ​ບັນຫາ​ຕ່າງໆ. ຜົວ​ຄົນ​ໜຶ່ງ​ໃນ​ອັງກິດ​ເວົ້າ​ວ່າ: “ບາງ​ເທື່ອ​ເມຍ​ຂ້ອຍ​ເບິ່ງ​ອອກ​ວ່າ​ຂ້ອຍ​ມີ​ເລື່ອງ​ທີ່​ບໍ່​ສະບາຍ​ໃຈ​ຈາກ​ສີ​ໜ້າ​ທ່າ​ທາງ​ຂອງ​ຂ້ອຍ. ລາວ​ຈະ​ໃຊ້​ຫຼັກ​ການ​ໃນ​ສຸພາສິດ 20:5 ເຊິ່ງ​ບາງ​ເທື່ອ​ລາວ​ອາດ​ຕ້ອງ​ລໍ​ຖ້າ​ເວລາ​ທີ່​ເໝາະ​ສົມ​ທີ່​ຈະ “ຕັກ” ຄວາມ​ຄິດ​ຂອງ​ຂ້ອຍ​ອອກ​ມາ ຂ້ອຍ​ກໍ​ຈະ​ເລົ່າ​ໃຫ້​ລາວ​ຟັງ​ຖ້າ​ເປັນ​ເລື່ອງ​ທີ່​ເລົ່າ​ໃຫ້​ຟັງ​ໄດ້.”

6. ເຮົາ​ທຸກ​ຄົນ​ຈະ​ຊ່ວຍ​ເດັກ​ນ້ອຍ​ໃຫ້​ຄິດ​ເຖິງ​ຄົນ​ອື່ນ​ໄດ້​ແນວ​ໃດ? ແລະ​ຈະ​ເປັນ​ປະໂຫຍດ​ແນວ​ໃດ​ຕໍ່​ເດັກ​ນ້ອຍ?

6 ເມື່ອ​ພໍ່​ແມ່​ປະຕິບັດ​ຕໍ່​ກັນ​ໂດຍ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ກັນ​ແລະ​ກັນ ເຂົາ​ເຈົ້າ​ກໍ​ເປັນ​ແບບ​ຢ່າງ​ທີ່​ດີ​ໃຫ້​ລູກ. ເຂົາ​ເຈົ້າ​ຍັງ​ຕ້ອງ​ສອນ​ລູກ​ໃຫ້​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ​ແລະ​ເປັນ​ຄົນ​ອ່ອນ​ໂຍນ. ຕົວຢ່າງ: ພໍ່​ແມ່​ຕ້ອງ​ສອນ​ລູກ​ບໍ່​ໃຫ້​ແລ່ນ​ຢູ່​ຫໍ​ປະຊຸມ ຫຼື​ເມື່ອ​ຢູ່​ງານ​ລ້ຽງ​ກໍ​ຕ້ອງ​ສອນ​ລູກ​ໃຫ້​ຮູ້ຈັກ​ລໍ​ຖ້າ​ໃຫ້​ຜູ້​ໃຫຍ່​ເອົາ​ອາຫານ​ກ່ອນ. ເຮົາ​ທຸກ​ຄົນ​ໃນ​ປະຊາຄົມ​ສາມາດ​ຊ່ວຍ​ຜູ້​ທີ່​ເປັນ​ພໍ່​ແມ່​ໄດ້. ເຮົາ​ຄວນ​ຊົມ​ເຊີຍ​ເດັກ​ນ້ອຍ​ເມື່ອ​ລາວ​ເຮັດ​ບາງ​ສິ່ງ​ທີ່​ດີ ເຊັ່ນ: ເປີດ​ປະຕູ​ໃຫ້​ເຮົາ. ນີ້​ຈະ​ເຮັດ​ໃຫ້​ເດັກ​ນ້ອຍ​ຮູ້ສຶກ​ດີ​ແລະ​ຊ່ວຍ​ລາວ​ໃຫ້​ຮຽນ​ຮູ້​ວ່າ “ການ​ປະທານ​ໃຫ້​ກໍ​ເປັນ​ເຫດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ​ເອົາ.”—ກິດຈະການ 20:35

ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພີ່​ນ້ອງ

7. ພະ​ເຍຊູ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ຫູ​ໜວກ​ແນວ​ໃດ? ແລະ​ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

7 ມື້​ໜຶ່ງ ພະ​ເຍຊູ​ເດີນ​ທາງ​ຜ່ານ​ເຂດ​ເດກາໂປລີ ຜູ້​ຄົນ​ໄດ້ “ພາ​ຄົນ​ຫູ​ໜວກ​ແລະ​ປາກພໍ່າ​ຜູ້​ໜຶ່ງ​ມາ​ຫາ​ພະອົງ.” (ມາລະໂກ 7:31-35) ພະ​ເຍຊູ​ປິ່ນປົວ​ລາວ ແຕ່​ບໍ່​ໄດ້​ເຮັດ​ຢູ່​ຕໍ່​ໜ້າ​ຄົນ​ອື່ນ. ຍ້ອນ​ຫຍັງ? ຍ້ອນ​ຜູ້​ຊາຍ​ຫູ​ໜວກ​ອາດ​ຮູ້ສຶກ​ອຶດ​ອັດ​ໃຈ​ທີ່​ມີ​ຜູ້​ຄົນ​ຢູ່​ຫຼາຍ. ພະ​ເຍຊູ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ລາວ ເພິ່ນ​ຈຶ່ງ ‘ໄດ້​ພາ​ລາວ​ໜີ’ ຈາກ​ບ່ອນ​ນັ້ນ​ແລະ​ໄປ​ບ່ອນ​ທີ່​ຄົນ​ບໍ່​ຫຼາຍ ແລ້ວ​ຈຶ່ງ​ປິ່ນປົວ​ລາວ. ເຖິງ​ວ່າ​ເຮົາ​ເຮັດ​ການ​ອັດສະຈັນ​ບໍ່​ໄດ້ ແຕ່​ເຮົາ​ກໍ​ຄິດ​ເຖິງ​ຄວາມ​ຕ້ອງການ​ແລະ​ຄວາມ​ຮູ້ສຶກ​ຂອງ​ພີ່​ນ້ອງ​ແລະ​ປະຕິບັດ​ກັບ​ເຂົາ​ເຈົ້າ​ຢ່າງ​ອ່ອນ​ໂຍນ​ໄດ້. ໂປໂລ​ຂຽນ​ວ່າ: “ພວກ​ເຮົາ​ຈົ່ງ​ລະວັງ​ຄຶດ​ເຖິງ​ກັນ​ແລະ​ກັນ ເພື່ອ​ຈະ​ໄດ້​ເຕືອນ​ໃຈ​ກັນ​ໃຫ້​ປົງ​ໃຈ​ຮັກ​ກັນ​ແລະ​ກັນ​ແລະ​ກະທຳ​ການ​ດີ.” (ເຫບເລີ 10:24) ພະ​ເຍຊູ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນ​ຫູ​ໜວກ​ແລະ​ປະຕິບັດ​ກັບ​ລາວ​ຢ່າງ​ອ່ອນ​ໂຍນ. ເພິ່ນ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ​ແທ້ໆ!

ຄວາມ​ຮັກ​ກະຕຸ້ນ​ເຮົາ​ໃຫ້​ລົງ​ມື​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຊ່ວຍ​ພີ່​ນ້ອງ​ທີ່​ສູງ​ອາຍຸ​ຫຼື​ພິການ

8, 9. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຫ່ວງໃຍ​ຜູ້​ສູງ​ອາຍຸ​ແລະ​ຄົນ​ພິການ? (ຂໍ​ໃຫ້​ຍົກ​ຕົວຢ່າງ)

8 ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ສູງ​ອາຍຸ​ແລະ​ຄົນ​ພິການ. ລັກສະນະ​ເດັ່ນ​ຂອງ​ປະຊາຄົມ​ຄລິດສະຕຽນ​ຄື​ຄວາມ​ຮັກ ບໍ່​ແມ່ນ​ການ​ທີ່​ເຮັດ​ວຽກ​ໃຫ້​ໄດ້​ຫຼາຍໆ. (ໂຢຮັນ 13:34, 35) ຄວາມ​ຮັກ​ກະຕຸ້ນ​ເຮົາ​ໃຫ້​ລົງ​ມື​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຊ່ວຍ​ພີ່​ນ້ອງ​ທີ່​ສູງ​ອາຍຸ​ຫຼື​ພິການ​ໃຫ້​ສາມາດ​ໄປ​ປະຊຸມ​ແລະ​ໄປ​ປະກາດ​ໄດ້. ເຮົາ​ເຕັມ​ໃຈ​ຊ່ວຍ​ເຂົາ​ເຈົ້າ​ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ບໍ່​ສະດວກ ຫຼື​ເຂົາ​ເຈົ້າ​ອາດ​ຈະ​ເຮັດ​ໄດ້​ບໍ່​ຫຼາຍ. (ມັດທາຍ 13:23) ໄມ​ເຄິນ​ເຊິ່ງ​ນັ່ງ​ລໍ້​ຍູ້​ຮູ້ສຶກ​ຂອບໃຈ​ຫຼາຍ​ທີ່​ຄອບຄົວ​ແລະ​ພີ່​ນ້ອງ​ໃນ​ປະຊາຄົມ​ຊ່ວຍ​ເຫຼືອ​ລາວ. ລາວ​ບອກ​ວ່າ: “ຍ້ອນ​ຄວາມ​ຊ່ວຍ​ເຫຼືອ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ ຂ້ອຍ​ຈຶ່ງ​ສາມາດ​ເຂົ້າ​ຮ່ວມ​ປະຊຸມ​ແລະ​ໄປ​ປະກາດ​ເປັນ​ປະຈຳ​ໄດ້. ຂ້ອຍ​ມັກ​ການ​ປະກາດ​ສາທາລະນະ​ຫຼາຍ.”

9 ໃນ​ບ້ານ​ເບເທນ​ຫຼາຍ​ແຫ່ງ​ກໍ​ມີ​ພີ່​ນ້ອງ​ສູງ​ອາຍຸ​ຫຼື​ພິການ. ຜູ້​ດູ​ແລ​ຫຼາຍ​ຄົນ​ທີ່​ຮັກ​ເຂົາ​ເຈົ້າ​ໄດ້​ຈັດ​ໃຫ້​ມີ​ການ​ປະກາດ​ທາງ​ຈົດ​ໝາຍ​ແລະ​ໂທລະສັບ. ເຊັ່ນ: ພີ່​ນ້ອງ​ບິວ​ອາຍຸ 86 ປີ​ຂຽນ​ຈົດ​ໝາຍ​ປະກາດ​ກັບ​ຜູ້​ຄົນ​ທີ່​ຢູ່​ເຂດ​ຫ່າງ​ໄກ. ລາວ​ບອກ​ວ່າ: “ເຮົາ​ຮູ້ສຶກ​ເຫັນ​ຄຸນຄ່າ​ສຳລັບ​ສິດທິ​ພິເສດ​ທີ່​ໄດ້​ຂຽນ​ຈົດ​ໝາຍ.” ແນນ​ຊີ້​ອາຍຸ​ເກືອບ 90 ປີ ບອກ​ວ່າ: “ຂ້ອຍ​ຄິດ​ວ່າ​ການ​ປະກາດ​ທາງ​ຈົດ​ໝາຍ ບໍ່​ແມ່ນ​ແຕ່​ເອົາ​ເຈ້ຍ​ໃສ່​ຊ່ອງ​ຊື່ໆ. ຜູ້​ຄົນ​ຈຳເປັນ​ຕ້ອງ​ຮູ້​ຄວາມ​ຈິງ!” ເອເທວ​ເຊິ່ງ​ເກີດ​ໃນ​ປີ 1921 ບອກ​ວ່າ: “ຄວາມ​ເຈັບ​ປວດ​ເປັນ​ສ່ວນ​ໜຶ່ງ​ຂອງ​ຊີວິດ​ຂ້ອຍ. ບາງ​ມື້​ພຽງ​ແຕ່​ແຕ່ງ​ຕົວ​ກໍ​ຍາກ​ຫຼາຍ.” ເຖິງ​ວ່າ​ຈະ​ລຳບາກ ແຕ່​ລາວ​ກໍ​ມີ​ຄວາມ​ສຸກ​ທີ່​ໄດ້​ປະກາດ​ທາງ​ໂທລະສັບ​ແລະ​ກໍ​ມີ​ຫຼາຍ​ຄົນ​ສົນ​ໃຈ. ບາບາຣາ​ອາຍຸ 85 ປີ​ບອກ​ວ່າ: “ຍ້ອນ​ສຸຂະພາບ​ບໍ່​ດີ ຂ້ອຍ​ຈຶ່ງ​ໄປ​ປະກາດ​ເປັນ​ປະຈຳ​ບໍ່​ໄດ້ ແຕ່​ການ​ປະກາດ​ທາງ​ໂທລະສັບ​ເຮັດ​ໃຫ້​ຂ້ອຍ​ໄດ້​ລົມ​ກັບ​ຜູ້​ຄົນ. ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ແທ້ໆ!” ພຽງ​ບໍ່​ເຖິງ​ໜຶ່ງ​ປີ ພີ່​ນ້ອງ​ສູງ​ອາຍຸ​ທີ່​ມີ​ຄ່າ​ເຫຼົ່າ​ນີ້​ໃຊ້​ເວລາ​ປະກາດ 1.228 ຊົ່ວ​ໂມງ ຂຽນ​ຈົດ​ໝາຍ 6.265 ສະບັບ ປະກາດ​ທາງ​ໂທລະສັບ​ຫຼາຍ​ກວ່າ 2.000 ສາຍ ແລະ​ໃຫ້​ສັບພະ​ໜັງສື​ຫຼາຍ​ກວ່າ 6.315 ເຫຼັ້ມ! ເຮົາ​ໝັ້ນ​ໃຈ​ແທ້ໆວ່າ​ເຂົາ​ເຈົ້າ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ຫຼາຍ​ອີ່ຫຼີ່!—ສຸພາສິດ 27:11

10. ເຮົາ​ຈະ​ຊ່ວຍ​ພີ່​ນ້ອງ​ໃຫ້​ໄດ້​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ການ​ປະຊຸມ​ໄດ້​ແນວ​ໃດ?

10 ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ​ໃນ​ບ່ອນ​ປະຊຸມ. ເມື່ອ​ເຮົາ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ ເຮົາ​ກໍ​ຈະ​ຊ່ວຍ​ພີ່​ນ້ອງ​ໃຫ້​ໄດ້​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ການ​ປະຊຸມ. ເຮົາ​ຈະ​ເຮັດ​ແນວ​ໃດ? ວິທີ​ໜຶ່ງ​ກໍ​ຄື ເຮົາ​ຕ້ອງ​ເຂົ້າ​ຮ່ວມ​ປະຊຸມ​ໃຫ້​ກົງ​ເວລາ​ເພື່ອ​ຈະ​ບໍ່​ລົບກວນ​ຄົນ​ອື່ນ. ບາງ​ເທື່ອ​ອາດ​ມີ​ເລື່ອງ​ບໍ່​ຄາດ​ຄິດ​ທີ່​ເຮັດ​ໃຫ້​ເຮົາ​ມາ​ຊ້າ. ແຕ່​ຖ້າ​ເຮົາ​ມາ​ຊ້າ​ເລື້ອຍໆ ເຮົາ​ກໍ​ຄວນ​ຄິດ​ເຖິງ​ວ່າ​ມັນ​ຈະ​ມີ​ຜົນ​ຕໍ່​ພີ່​ນ້ອງ​ແນວ​ໃດ ແລະ​ເຮົາ​ຈະ​ປັບ​ປຸງ​ແນວ​ໃດ​ເພື່ອ​ສະແດງ​ວ່າ​ເຮົາ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ພີ່​ນ້ອງ. ຂໍ​ໃຫ້​ຈື່​ໄວ້​ວ່າ​ຜູ້​ທີ່​ເຊີນ​ເຮົາ​ເຂົ້າ​ຮ່ວມ​ປະຊຸມ​ແມ່ນ​ພະ​ເຢໂຫວາ​ແລະ​ພະ​ເຍຊູ. (ມັດທາຍ 18:20) ເຮົາ​ຄວນ​ສະແດງ​ຄວາມ​ນັບຖື​ພວກ​ເພິ່ນ​ໂດຍ​ມາ​ປະຊຸມ​ໃຫ້​ກົງ​ເວລາ!

11. ເປັນ​ຫຍັງ​ພີ່​ນ້ອງ​ທີ່​ມີ​ສ່ວນ​ໃນ​ການ​ປະຊຸມ​ຕ້ອງ​ເຮັດ​ຕາມ​ຄຳ​ແນະນຳ​ໃນ 1 ໂກລິນໂທ 14:40?

11 ຖ້າ​ເຮົາ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພີ່​ນ້ອງ ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຄຳພີ​ໄບເບິນ​ທີ່​ວ່າ: “ຈົ່ງ​ກະທຳ​ສິ່ງ​ສາລະພັດ​ຕາມ​ສົມຄວນ​ແລະ​ເປັນ​ລຳດັບ​ກັນ.” (1 ໂກລິນໂທ 14:40) ພີ່​ນ້ອງ​ທີ່​ມີ​ສ່ວນ​ໃນ​ການ​ປະຊຸມ​ຄວນ​ເຮັດ​ສ່ວນ​ໃຫ້​ຈົບ​ກົງ​ເວລາ. ໂດຍ​ວິທີ​ນີ້ ເຂົາ​ເຈົ້າ​ກໍ​ບໍ່​ພຽງ​ແຕ່​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທີ່​ເຮັດ​ສ່ວນ​ຕໍ່​ໄປ ແຕ່​ຍັງ​ຄິດ​ເຖິງ​ຜູ້​ເຂົ້າ​ຮ່ວມ​ປະຊຸມ​ນຳ. ລອງ​ຄິດ​ເບິ່ງ​ວ່າ ຖ້າ​ການ​ປະຊຸມ​ຈົບ​ຊ້າ​ຄົນ​ອື່ນ​ຈະ​ໄດ້​ຮັບ​ຜົນ​ກະທົບ​ແນວ​ໃດ. ພີ່​ນ້ອງ​ບາງ​ຄົນ​ຕ້ອງ​ຂັບ​ລົດ​ໄລຍະ​ໄກ​ເພື່ອ​ກັບ​ເມືອ​ເຮືອນ. ບາງ​ຄົນ​ກໍ​ຕ້ອງ​ຂຶ້ນ​ລົດເມ​ຫຼື​ລົດ​ໄຟ. ສ່ວນ​ບາງ​ຄົນ​ກໍ​ມີ​ຄູ່​ແຕ່ງ​ດອງ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ​ເຊິ່ງ​ຢາກ​ໃຫ້​ກັບ​ເມືອ​ບ້ານ​ໄວໆ.

12. ເປັນ​ຫຍັງ​ຜູ້​ເຖົ້າ​ແກ່​ສົມຄວນ​ໄດ້​ຮັບ​ຄວາມ​ຮັກ​ແລະ​ຄວາມ​ນັບຖື? (ເບິ່ງ​ຂອບ “ ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພີ່​ນ້ອງ​ທີ່​ນຳ​ໜ້າ.”)

12 ຜູ້​ເຖົ້າ​ແກ່​ເຮັດ​ວຽກ​ໜັກ​ໃນ​ປະຊາຄົມ​ແລະ​ໃນ​ເຂດ​ປະກາດ ດັ່ງ​ນັ້ນ​ເຂົາ​ເຈົ້າ​ສົມຄວນ​ທີ່​ຈະ​ໄດ້​ຮັບ​ຄວາມ​ຮັກ​ແລະ​ຄວາມ​ນັບຖື​ຈາກ​ເຮົາ. (ອ່ານ 1 ເທຊະໂລນີກ 5:12, 13) ແນ່ນອນ​ເຈົ້າ​ເຫັນ​ຄຸນຄ່າ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ເພື່ອ​ເຈົ້າ. ເຈົ້າ​ສາມາດ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເຫັນ​ຄຸນຄ່າ​ໂດຍ​ເຕັມ​ໃຈ​ເຊື່ອ​ຟັງ​ແລະ​ຮ່ວມ​ມື​ກັບ​ເຂົາ​ເຈົ້າ ເພາະ “ເຂົາ​ເຈົ້າ​ເບິ່ງ​ແຍງ​ພວກ​ເຈົ້າ​ຢູ່​ຄື​ກັບ​ຄົນ​ທີ່​ຕ້ອງ​ລາຍງານ​ຕໍ່​ນາຍ.”—ເຫບເລີ 13:7, 17, ລ.ມ.

ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ໃນ​ເຂດ​ປະກາດ

13. ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ວິທີ​ທີ່​ພະ​ເຍຊູ​ປະຕິບັດ​ກັບ​ຜູ້​ຄົນ?

13 ຄຳ​ພະຍາກອນ​ຂອງ​ເອຊາອີ​ກ່ຽວ​ກັບ​ພະ​ເຍຊູ​ບອກ​ວ່າ: “ໄມ້​ອໍ້​ທີ່​ບວບ​ແລ້ວ​ທ່ານ​ຈະ​ບໍ່​ຫັກ​ໃຫ້​ຂາດ​ແລະ [ໄສ້] ຕະກຽງ​ຕິດ​ໄຟ​ເປັນ​ຄວັນ​ທ່ານ​ຈະ​ບໍ່​ມອດ.” (ເອຊາອີ 42:3) ຄວາມ​ຮັກ​ທີ່​ພະ​ເຍຊູ​ມີ​ຕໍ່​ຜູ້​ຄົນ​ເຮັດ​ໃຫ້​ເພິ່ນ​ຮູ້ສຶກ​ເຫັນ​ອົກ​ເຫັນ​ໃຈ. ເພິ່ນ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທີ່​ທໍ້​ໃຈ​ແລະ​ອ່ອນ​ແຮງ​ເຊິ່ງ​ເປັນ​ຄື​ກັບ “ໄມ້​ອໍ້​ທີ່​ບວບ” ແລະ​ໄສ້ “ຕະກຽງ​ຕິດ​ໄຟ​ເປັນ​ຄວັນ” ທີ່​ກຳລັງ​ຈະ​ມອດ. ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ປະຕິບັດ​ຢ່າງ​ອ່ອນ​ໂຍນ​ແລະ​ອົດ​ທົນ​ກັບ​ເຂົາ​ເຈົ້າ ແລະ​ແມ່ນ​ແຕ່​ເດັກ​ນ້ອຍ​ກໍ​ຍັງ​ຢາກ​ຢູ່​ໃກ້​ເພິ່ນ. (ມາລະໂກ 10:14) ແນ່ນອນ ເຮົາ​ບໍ່​ສາມາດ​ເຂົ້າ​ໃຈ​ຫຼື​ສອນ​ຜູ້​ຄົນ​ໃຫ້​ໄດ້​ຄື​ກັບ​ເພິ່ນ ແຕ່​ເຮົາ​ສາມາດ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ໃນ​ເຂດ​ປະກາດ​ໂດຍ​ຄິດ​ວ່າ​ເຮົາ​ຄວນ​ລົມ​ກັບ​ເຂົາ​ເຈົ້າ​ແນວ​ໃດ ໄປ​ຫາ​ຕອນ​ໃດ ແລະ​ລົມ​ດົນ​ສໍ່າ​ໃດ.

ຄຳ​ເວົ້າ​ແລະ​ນໍ້າ​ສຽງ​ຂອງ​ເຮົາ​ຕ້ອງ​ອ່ອນ​ໂຍນ​ແລະ​ເປັນ​ຫ່ວງ​ເຂົາ​ເຈົ້າ

14. ເປັນ​ຫຍັງ​ເຮົາ​ຄວນ​ຄິດ​ເຖິງ​ວິທີ​ທີ່​ເຮົາ​ລົມ​ກັບ​ຜູ້​ຄົນ?

14 ເຮົາ​ຈະ​ລົມ​ກັບ​ຜູ້​ຄົນ​ແນວ​ໃດ? ຫຼາຍ​ລ້ານ​ຄົນ​ໃນ​ທຸກ​ມື້​ນີ້ “ຖືກ​ຂູດ​ຮີດ​ແລະ​ຖືກ​ປະ​ຖິ້ມ” ໂດຍ​ພວກ​ຫົວ​ໜ້າ​ສາສະໜາ ການ​ເມືອງ ແລະ​ການ​ຄ້າ​ທີ່​ໂຫດ​ຫ້ຽມ​ແລະ​ສໍ້​ໂກງ. (ມັດທາຍ 9:36, ລ.ມ.) ນີ້​ສົ່ງ​ຜົນ​ໃຫ້​ຫຼາຍ​ຄົນ​ບໍ່​ໄວ້​ໃຈ​ໃຜ​ແລະ​ໝົດ​ຫວັງ. ດ້ວຍ​ເຫດ​ນີ້​ຄຳ​ເວົ້າ​ແລະ​ນໍ້າ​ສຽງ​ຂອງ​ເຮົາ​ຕ້ອງ​ອ່ອນ​ໂຍນ​ແລະ​ສະແດງ​ວ່າ​ເປັນ​ຫ່ວງ​ເຂົາ​ເຈົ້າ! ຫຼາຍ​ຄົນ​ທີ່​ຢາກ​ຟັງ​ຂ່າວ​ສານ​ຂອງ​ເຮົາ​ບໍ່​ແມ່ນ​ຍ້ອນ​ເຮົາ​ໃຊ້​ຂໍ້​ພະ​ຄຳພີ​ເກັ່ງ​ເທົ່າ​ນັ້ນ ແຕ່​ຍ້ອນ​ເຮົາ​ສົນ​ໃຈ​ແລະ​ໃຫ້​ກຽດ​ເຂົາ​ເຈົ້າ​ແທ້ໆ.

15. ເຮົາ​ຈະ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ໃນ​ເຂດ​ປະກາດ​ໂດຍ​ວິທີ​ໃດ?

15 ມີ​ຫຼາຍ​ວິທີ​ທີ່​ເຮົາ​ສາມາດ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຄົນ​ເມື່ອ​ຢູ່​​ໃນ​ເຂດ​ປະກາດ. ເຮົາ​ຕ້ອງ​ຖາມ​ໃນ​ແບບ​ທີ່​ອ່ອນ​ໂຍນ​ແລະ​ນັບຖື​ເຂົາ​ເຈົ້າ. ໄພໂອເນຍ​ຄົນ​ໜຶ່ງ​ຮັບໃຊ້​ໃນ​ເຂດ​ທີ່​ຜູ້​ຄົນ​ຂີ້​ອາຍ ລາວ​ຈຶ່ງ​ຫຼີກ​ລ່ຽງ​ຄຳຖາມ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ອຶດ​ອັດ​ຫຼື​ບໍ່​ຮູ້​ວ່າ​ຈະ​ຕອບ​ແນວ​ໃດ. ລາວ​ຈະ​ບໍ່​ຖາມ​ວ່າ: “ເຈົ້າ​ຮູ້​ບໍ​ພະເຈົ້າ​ຊື່​ຫຍັງ?” ຫຼື “ເຈົ້າ​ຮູ້​ບໍ​ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?” ແຕ່​ລາວ​ຈະ​ເວົ້າ​ວ່າ: “ຂ້ອຍ​ໄດ້​ຮຽນ​ຈາກ​ພະ​ຄຳພີ​ໄບເບິນ​ວ່າ​ພະເຈົ້າ​ກໍ​ມີ​ຊື່. ເຈົ້າ​ຢາກ​ຮູ້​ບໍ​ວ່າ​ພະເຈົ້າ​ຊື່​ຫຍັງ?” ເນື່ອງ​ຈາກ​ຜູ້​ຄົນ​ແລະ​ວັດທະນະທຳ​ແຕກຕ່າງ​ກັນ ວິທີ​ນີ້​ຈຶ່ງ​ອາດ​ໃຊ້​ບໍ່​ໄດ້​ກັບ​ທຸກ​ບ່ອນ. ແນວ​ໃດ​ກໍ​ຕາມ ເຮົາ​ຄວນ​ປະຕິບັດ​ກັບ​ຄົນ​ໃນ​ເຂດ​ຂອງ​ເຮົາ​ຢ່າງ​ອ່ອນ​ໂຍນ​ແລະ​ນັບຖື​ເຂົາ​ເຈົ້າ​ສະເໝີ. ແຕ່​ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ເຮົາ​ກໍ​ຕ້ອງ​ຮູ້ຈັກ​ເຂົາ​ເຈົ້າ​ເປັນ​ຢ່າງ​ດີ.

16, 17. ເຮົາ​ຈະ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ຂອງ​ເຮືອນ​ໄດ້​ແນວ​ໃດ (ກ) ເວລາ​ທີ່​ຄວນ​ໄປ​ຢາມ​ເຂົາ​ເຈົ້າ? (ຂ) ຕອນ​ທີ່​ໃຊ້​ເວລາ​ລົມ​ກັບ​ເຂົາ​ເຈົ້າ?

16 ເມື່ອ​ໃດ​ທີ່​ເຮົາ​ຄວນ​ໄປ​ຢາມ? ເມື່ອ​ໄປ​ປະກາດ​ຕາມ​ບ້ານ​ເຮືອນ ຜູ້​ຄົນ​ບໍ່​ຄິດ​ວ່າ​ເຮົາ​ຈະ​ມາ​ຫາ ເພາະ​ເຂົາ​ເຈົ້າ​ບໍ່​ໄດ້​ຊວນ​ເຮົາ. ເປັນ​ສິ່ງ​ສຳຄັນ​ທີ່​ເຮົາ​ຈະ​ໄປ​ຫາ​ເຂົາ​ເຈົ້າ​ໃນ​ເວລາ​ທີ່​ເຂົາ​ເຈົ້າ​ພ້ອມ​ຈະ​ລົມ​ກັບ​ເຮົາ. (ມັດທາຍ 7:12) ຕົວຢ່າງ: ຄົນ​ໃນ​ເຂດ​ຂອງ​ເຈົ້າ​ມັກ​ນອນ​ຕື່ນ​ສວຍ​ໃນ​ທ້າຍ​ອາທິດ​ບໍ? ຖ້າ​ເປັນ​ແບບ​ນັ້ນ ເຈົ້າ​ອາດ​ໄປ​ປະກາດ​ຕາມ​ຫົນ​ທາງ ຕາມ​ບ່ອນ​ສາທາລະນະ ຫຼື​ກັບ​ໄປ​ຢາມ​ຄົນ​ທີ່​ສະດວກ​ລົມ​ນຳ.

17 ເຮົາ​ຈະ​ລົມ​ດົນ​ສໍ່າ​ໃດ? ເນື່ອງ​ຈາກ​ຜູ້​ຄົນ​ມີ​ວຽກ​ຫຍຸ້ງ​ຫຼາຍ ດັ່ງ​ນັ້ນ ເຮົາ​ອາດ​ລົມ​ສັ້ນໆໂດຍ​ສະເພາະ​ຄົນ​ທີ່​ເຮົາ​ລົມ​ນຳ​ເທື່ອ​ທຳອິດ ແລະ​ການ​ລົມ​ສັ້ນໆດີ​ກວ່າ​ການ​ລົມ​ດົນ​ເກີນ​ໄປ. (1 ໂກລິນໂທ 9:20-23) ເມື່ອ​ຜູ້​ຄົນ​ເຫັນ​ວ່າ​ເຮົາ​ເຂົ້າ​ໃຈ​ວ່າ​ເຂົາ​ເຈົ້າ​ຄາ​ວຽກ​ຢູ່ ເທື່ອ​ໜ້າ​ເຂົາ​ເຈົ້າ​ອາດ​ຈະ​ເຕັມ​ໃຈ​ລົມ​ນຳ​ເຮົາ​ຫຼາຍ​ກວ່າ​ນີ້. ຖ້າ​ເຮົາ​ສະແດງ​ຄຸນ​ລັກສະນະ​ທີ່​ເປັນ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ ເຮົາ​ກໍ​ເປັນ “ເພື່ອນ​ຮ່ວມ​ງານ​ຂອງ​ພະເຈົ້າ.” ພະອົງ​ອາດ​ໃຊ້​ເຮົາ​ໃຫ້​ຊ່ວຍ​ບາງ​ຄົນ​ຮຽນ​ຄວາມ​ຈິງ!—1 ໂກລິນໂທ 3:6, 7, 9, ລ.ມ.

18. ເມື່ອ​ເຮົາ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ ເຮົາ​ຈະ​ໄດ້​ຮັບ​ພອນ​ຫຍັງ?

18 ໃຫ້​ເຮົາ​ພະຍາຍາມ​ເຮັດ​ສຸດ​ຄວາມ​ສາມາດ​ທີ່​ຈະ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ໃນ​ຄອບຄົວ ພີ່​ນ້ອງ ແລະ​ຄົນ​ໃນ​ເຂດ​ປະກາດ. ແລ້ວ​ເຮົາ​ກໍ​ຈະ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ​ທັງ​ໃນ​ຕອນ​ນີ້​ແລະ​ໃນ​ອະນາຄົດ. ໃນ​ຄຳເພງ 41:1, 2 (ລ.ມ.) ບອກ​ວ່າ: “ຄົນ​ທີ່​ເຫັນ​ໃຈ​ຄົນ​ຕໍ່າ​ຕ້ອຍ​ກໍ​ມີ​ຄວາມ​ສຸກ ພະ​ເຢໂຫວາ​ຈະ​ຊ່ວຍ​ເຂົາ​ໃນ​ວັນ​ທີ່​ເຂົາ​ເຈິ​ຫາຍະນະ. ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ເຂົາ​ແລະ​ຊ່ວຍ​ເຂົາ​ໃຫ້​ລອດ​ຊີວິດ ຜູ້​ຄົນ​ຈະ​ປະກາດ​ໄປ​ທົ່ວ​ໂລກ​ວ່າ​ເຂົາ​ມີ​ຄວາມ​ສຸກ.”