ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຫ້​ກຳລັງ​ໃຈ​ແລະ​ເສີມ​ສ້າງ​ກັນ​ດ້ວຍ​ຄວາມ​ຮັກ​ຕໍ່ໆ​ໄປ

ໃຫ້​ກຳລັງ​ໃຈ​ແລະ​ເສີມ​ສ້າງ​ກັນ​ດ້ວຍ​ຄວາມ​ຮັກ​ຕໍ່ໆ​ໄປ

“ຄວາມ​ຮັກ​ໃຫ້​ຈຳເລີນ​ຂຶ້ນ.”—1 ໂກລິນໂທ 8:1

ເພງ: 109, 121

1. ໃນ​ຄືນ​ສຸດ​ທ້າຍ​ທີ່​ພະ​ເຍຊູ​ຢູ່​ກັບ​ລູກ​ສິດ ເພິ່ນ​ເວົ້າ​ເຖິງ​ເລື່ອງ​ຫຍັງ​ທີ່​ສຳຄັນ​ຫຼາຍ?

ໃນ​ຄືນ​ສຸດ​ທ້າຍ​ທີ່​ພະ​ເຍຊູ​ຢູ່​ກັບ​ລູກ​ສິດ​ກ່ອນ​ທີ່​ເພິ່ນ​ຈະ​ຕາຍ ເພິ່ນ​ເວົ້າ​ເຖິງ​ຄວາມ​ຮັກ​ເກືອບ 30 ຄັ້ງ. ເພິ່ນ​ບອກ​ລູກ​ສິດ​ວ່າ​ເຂົາ​ເຈົ້າ​ຕ້ອງ “ຮັກ​ກັນ​ແລະ​ກັນ.” (ໂຢຮັນ 15:12, 17) ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ຕ້ອງ​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ຊັດເຈນ​ວ່າ​ເຂົາ​ເຈົ້າ​ເປັນ​ລູກ​ສິດ​ແທ້​ຂອງ​ພະ​ຄລິດ. (ໂຢຮັນ 13:34, 35) ຄວາມ​ຮັກ​ທີ່​ພະ​ເຍຊູ​ເວົ້າ​ເຖິງ​ບໍ່​ເປັນ​ພຽງ​ແຕ່​ຄວາມ​ຮູ້ສຶກ ແຕ່​ເປັນ​ຄຸນ​ລັກສະນະ​ທີ່​ມີ​ພະລັງ​ຫຼາຍ​ແລະ​ເປັນ​ການ​ເສຍ​ສະລະ. ພະ​ເຍຊູ​ບອກ​ວ່າ: “ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ອັນ​ໃຫຍ່​ກວ່າ​ນີ້ ຄື​ວ່າ​ໄດ້​ປົງ​ຊີວິດ​ແຫ່ງ​ຕົນ​ຕາງ​ສ່ຽວ​ທັງ​ຫຼາຍ​ແຫ່ງ​ຕົນ. ຖ້າ​ທ່ານ​ທັງ​ຫຼາຍ​ກະທຳ​ສັບພະ​ທຸກ​ສິ່ງ​ທີ່​ເຮົາ​ສັ່ງ​ແກ່​ທ່ານ ທ່ານ​ເປັນ​ສ່ຽວ​ຂອງ​ເຮົາ.”—ໂຢຮັນ 15:13, 14

2. (ກ) ຜູ້​ຮັບໃຊ້​ພະເຈົ້າ​ເປັນ​ທີ່​ຮູ້ຈັກ​ໃນ​ເລື່ອງ​ໃດ? (ຂ) ມີ​ຄຳຖາມ​ຫຍັງ​ທີ່​ເຮົາ​ຈະ​ໄດ້​ຮັບ​ຄຳຕອບ​ໃນ​ບົດ​ຄວາມ​ນີ້?

2 ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ເປັນ​ທີ່​ຮູ້ຈັກ​ວ່າ​ເປັນ​ຄົນ​ທີ່​ມີ​ຄວາມ​ຮັກ​ທີ່​ເສຍ​ສະລະ​ແລະ​ເປັນ​ໜຶ່ງ​ດຽວ​ກັນ​ແທ້ໆ. (1 ໂຢຮັນ 3:10, 11) ບໍ່​ວ່າ​ເຮົາ​ຈະ​ມາ​ຈາກ​ເຊື້ອ​ຊາດ​ໃດ ເວົ້າ​ພາສາ​ໃດ ມາ​ຈາກ​ປະເທດ​ໃດ ຫຼື​ເຕີບ​ໃຫຍ່​ມາ​ແນວ​ໃດ ເຮົາ​ທີ່​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ທົ່ວ​ໂລກ​ກໍ​ຮັກ​ກັນ​ແທ້ໆ. ເປັນ​ຫຍັງ​ຄວາມ​ຮັກ​ຈຶ່ງ​ສຳຄັນ​ຫຼາຍ​ໃນ​ທຸກ​ມື້​ນີ້? ພະ​ເຢໂຫວາ​ແລະ​ພະ​ເຍຊູ​ໃຫ້​ກຳລັງ​ໃຈ​ເຮົາ​ດ້ວຍ​ຄວາມ​ຮັກ​ແນວ​ໃດ? ເຮົາ​ຈະ​ປອບ​ໃຈ​ແລະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ດ້ວຍ​ຄວາມ​ຮັກ​ໄດ້​ແນວ​ໃດ?—1 ໂກລິນໂທ 8:1

ເປັນ​ຫຍັງ​ຄວາມ​ຮັກ​ຈຶ່ງ​ສຳຄັນ​ຫຼາຍ​ໃນ​ທຸກ​ມື້​ນີ້?

3. “ຊ່ວງ​ເວລາ​ວິກິດ” ສົ່ງ​ຜົນ​ຕໍ່​ຜູ້​ຄົນ​ແນວ​ໃດ?

3 ເຮົາ​ມີ​ຊີວິດ​ຢູ່​ໃນ “ຊ່ວງ​ເວລາ​ວິກິດ” ແລະ “ເຕັມ​ໄປ​ດ້ວຍ​ຄວາມ​ລຳບາກ​ແລະ​ຄວາມ​ທຸກ.” (2 ຕີໂມເຕ 3:1-5, ລ.ມ.; ຄຳເພງ 90:10, ລ.ມ.) ຫຼາຍ​ຄົນ​ປະສົບ​ກັບ​ຄວາມ​ທຸກ​ຫຼາຍ​ຈົນ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ບໍ່​ຢາກ​ມີ​ຊີວິດ​ອີກ​ຕໍ່​ໄປ. ທຸກໆປີ​ມີ​ຄົນ​ຂ້າ​ຕົວ​ຕາຍ​ຫຼາຍ​ກວ່າ 800.000 ຄົນ ສະເລ່ຍ​ແລ້ວ 1 ຄົນ​ຕໍ່ 40 ວິນາທີ. ໜ້າ​ເສົ້າ ພີ່​ນ້ອງ​ຂອງ​ເຮົາ​ບາງ​ຄົນ​ກໍ​ມີ​ຄວາມ​ຮູ້ສຶກ​ແບບ​ນັ້ນ​ແລະ​ເຖິງ​ຂັ້ນ​ຂ້າ​ຕົວ​ຕາຍ.

4. ມີ​ໃຜ​ແດ່​ໃນ​ຄຳພີ​ໄບເບິນ​ທີ່​ເຄີຍ​ຮູ້ສຶກ​ຢາກ​ຕາຍ?

4 ໃນ​ສະໄໝ​ຄຳພີ​ໄບເບິນ ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ​ບາງ​ຄົນ​ກໍ​ຮູ້ສຶກ​ທຸກ​ໃຈ​ຫຼາຍ​ຈົນ​ຢາກ​ຕາຍ​ຍ້ອນ​ປະສົບ​ກັບ​ບັນຫາ​ທີ່​ໜັກ​ໜ່ວງ. ຕົວຢ່າງ: ໂຢບ​ເຈັບ​ປວດ​ຫຼາຍ​ຈົນ​ເວົ້າ​ວ່າ: “ຂ້ອຍ​ຊັງ​ຊີວິດ​ຂອງ​ຂ້ອຍ ຂ້ອຍ​ບໍ່​ຢາກ​ຢູ່​ອີກ​ຕໍ່​ໄປ​ແລ້ວ.” (ໂຢບ 7:16, ລ.ມ.; 14:13) ໂຢນາ​ຮູ້ສຶກ​ຜິດ​ຫວັງ​ຫຼາຍ​ຈົນ​ເວົ້າ​ວ່າ: “ດຽວ​ນີ້​ຂໍ​ເຊີນ​ພະ​ເຢໂຫວາ​ເອົາ​ຊີວິດ​ຂ້າ​ນ້ອຍ​ອອກ​ໄປ ເຫດ​ວ່າ​ຄວາມ​ຕາຍ​ດີ​ກວ່າ​ຊີວິດ​ແກ່​ຂ້າ​ນ້ອຍ.” (ໂຢນາ 4:3) ຜູ້​ພະຍາກອນ​ເອລີຢາ​ຮູ້ສຶກ​ໝົດ​ຫວັງ​ຈົນ​ເວົ້າ​ວ່າ: “ພໍ​ແລ້ວ. ດຽວ​ນີ້ ໂອ້​ພະ​ເຢໂຫວາ​ເຊີນ​ເອົາ [ຊີວິດ] ຈິດ​ໃຈ​ຂ້າ​ນ້ອຍ​ໄປ​ເຖີ້ນ.” (1 ກະສັດ 19:4) ແຕ່​ພະ​ເຢໂຫວາ​ກໍ​ຮັກ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ແລະ​ຢາກ​ໃຫ້​ເຂົາ​ເຈົ້າ​ມີ​ຊີວິດ​ຕະຫຼອດ​ໄປ. ພະ​ເຢໂຫວາ​ບໍ່​ໄດ້​ຕຳໜິ​ເຂົາ​ເຈົ້າ​ທີ່​ຮູ້ສຶກ​ແບບ​ນັ້ນ ກົງ​ກັນ​ຂ້າມ ພະອົງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຢາກ​ມີ​ຊີວິດ​ແລະ​ຮັບໃຊ້​ພະອົງ​ຢ່າງ​ສັດ​ຊື່​ຕໍ່ໆໄປ.

5. ເປັນ​ຫຍັງ​ພີ່​ນ້ອງ​ຈຶ່ງ​ຕ້ອງການ​ຄວາມ​ຮັກ​ຈາກ​ເຮົາ​ແທ້ໆໃນ​ທຸກ​ມື້​ນີ້?

5 ທຸກ​ມື້​ນີ້​ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ຕ້ອງ​ຮັບ​ມື​ກັບ​ສະພາບການ​ທີ່​ເຄັ່ງ​ຕຶງ​ຫຼາຍ​ແລະ​ຕ້ອງການ​ຄວາມ​ຮັກ​ຈາກ​ເຮົາ. ພີ່​ນ້ອງ​ບາງ​ຄົນ​ຖືກ​ເຍາະ​ເຍີ້ຍ​ຫຼື​ຖືກ​ຂົ່ມເຫງ ບາງ​ຄົນ​ກໍ​ຕ້ອງ​ທົນ​ກັບ​ການ​ຖືກ​ເຮັດ​ບໍ່​ດີ​ໃສ່​ຫຼື​ຖືກ​ນິນທາ​ຢູ່​ບ່ອນ​ເຮັດ​ວຽກ ແລະ​ສ່ວນ​ບາງ​ຄົນ​ກໍ​ຮູ້ສຶກ​ເມື່ອຍ​ຫຼາຍ​ເພາະ​ຕ້ອງ​ເຮັດ​ວຽກ​ໜັກ​ຫຼາຍ​ຊົ່ວ​ໂມງ​ຫຼື​ເຈິ​ວຽກ​ທີ່​ເຄັ່ງ​ຕຶງ​ຫຼາຍ. ສ່ວນ​ຄົນ​ອື່ນໆກໍ​ມີ​ບັນຫາ​ຮ້າຍແຮງ​ໃນ​ຄອບຄົວ​ເຊິ່ງ​ອາດ​ເປັນ​ຍ້ອນ​ຄູ່​ແຕ່ງ​ດອງ​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ແລະ​ກໍ​ມັກ​ຫາ​ເລື່ອງ​ເວົ້າ​ໃຫ້​ຢູ່​ເລື້ອຍໆ. ຍ້ອນ​ແນວ​ນີ້ ຫຼາຍ​ຄົນ​ຈຶ່ງ​ຮູ້ສຶກ​ໝົດ​ແຮງ​ແລະ​ເລີ່ມ​ຄິດ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ. ໃຜ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້?

ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ມີ​ກຳລັງ​ໃຈ

6. ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ມີ​ກຳລັງ​ໃຈ​ແນວ​ໃດ?

6 ພະ​ເຢໂຫວາ​ເຮັດ​ໃຫ້​ຜູ້​ຮັບໃຊ້​ໝັ້ນ​ໃຈ​ວ່າ​ພະອົງ​ຮັກ​ເຂົາ​ເຈົ້າ​ທັງ​ຕອນ​ນີ້​ແລະ​ຕະຫຼອດ​ໄປ. ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ຊາດ​ອິດສະລາແອນ​ຈະ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ພະ​ເຢໂຫວາ​ບອກ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ມີ​ຄ່າ​ສຳລັບ​ເຮົາ ເຮົາ​ໃຫ້​ກຽດ​ພວກ​ເຈົ້າ ແລະ​ຮັກ​ພວກ​ເຈົ້າ​ສະເໝີ​ມາ” ແລະ “ເຮົາ​ຢູ່​ກັບ​ພວກ​ເຈົ້າ ບໍ່​ມີ​ອັນ​ໃດ​ຕ້ອງ​ຢ້ານ.” (ເອຊາອີ 43:4, 5, ລ.ມ.) ເຮົາ​ຮູ້​ວ່າ​ເຮົາ​ທຸກ​ຄົນ​ມີ​ຄ່າ​ຫຼາຍ​ຕໍ່​ພະເຈົ້າ. * (ເບິ່ງ​ໄຂ​ເງື່ອນ) ຄຳພີ​ໄບເບິນ​ສັນຍາ​ວ່າ: ‘ພະອົງ​ມີ​ລິດເດດ ພະອົງ​ຈະ​ຊ່ອຍ​ໃຫ້​ພົ້ນ. ພະອົງ​ຈະ​ຊົມຊື່ນ​ດ້ວຍ​ຄວາມ​ຍິນດີ​ຍ້ອນ​ເຈົ້າ.’—ໂຊໂຟນີ 3:16, 17

7. ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເປັນ​ຄື​ກັບ​ແມ່​ທີ່​ຮັກ​ລູກ​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

7 ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ກຳລັງ​ໃຈ​ແລະ​ປອບ​ໂຍນ​ຄົນ​ຂອງ​ພະອົງ​ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ປະສົບ​ບັນຫາ​ໃດ​ກໍ​ຕາມ. ພະອົງ​ບອກ​ວ່າ: “ທ່ານ​ທັງ​ຫຼາຍ​ຈະ​ກິນ​ນໍ້າ​ນົມ. ແລະ​ເຂົາ​ຈະ​ອູ້ມ​ທ່ານ​ທັງ​ຫຼາຍ​ໄປ ແລະ​ຈະ​ດົມ​ທ່ານ​ທັງ​ຫຼາຍ​ທີ່​ຕັກ​ຂອງ​ເຂົາ. ເຮົາ​ຈະ​ອອຍ​ໃຈ​ທ່ານ​ທັງ​ຫຼາຍ​ເໝືອນ​ດັ່ງ​ແມ່​ອອຍ​ໃຈ​ລູກ​ຊາຍ​ແຫ່ງ​ຕົນ.” (ເອຊາອີ 66:12, 13) ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ແອ​ນ້ອຍ​ຈະ​ຮູ້ສຶກ​ປອດໄພ​ສໍ່າ​ໃດ​ຕອນ​ທີ່​ແມ່​ອູ້ມ​ແລະ​ໄດ້​ຢອກ​ຫຼິ້ນ​ກັບ​ແມ່! ພະ​ເຢໂຫວາ​ກໍ​ຮັກ​ເຈົ້າ​ຫຼາຍ​ແລະ​ຢາກ​ໃຫ້​ເຈົ້າ​ຮູ້ສຶກ​ປອດໄພ​ຄື​ກັນ. ດັ່ງ​ນັ້ນ ເຈົ້າ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ເຈົ້າ​ມີ​ຄ່າ​ຫຼາຍ​ຕໍ່​ພະອົງ.—ເຢເຣມີ 31:3

8, 9. ຄວາມ​ຮັກ​ຂອງ​ພະ​ເຍຊູ​ເຮັດ​ໃຫ້​ເຮົາ​ມີ​ກຳລັງ​ໃຈ​ໄດ້​ແນວ​ໃດ?

8 ອີກ​ເຫດຜົນ​ໜຶ່ງ​ທີ່​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຄື: “ພະເຈົ້າ​ໄດ້​ຮັກ​ມະນຸດສະໂລກ​ຫຼາຍ​ປານ​ນັ້ນ​ຈົນ​ໄດ້​ປະທານ​ໃຫ້​ພະ​ບຸດ​ອົງ​ດຽວ​ຂອງ​ພະອົງ ເພື່ອ​ຄົນ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ພະ​ບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ວ່າ​ຈະ​ມີ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.” (ໂຢຮັນ 3:16) ການ​ເສຍ​ສະລະ​ຂອງ​ພະ​ເຍຊູ​ພິສູດ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ເຮົາ​ຄື​ກັນ​ແລະ​ຄວາມ​ຮັກ​ນີ້​ເຮັດ​ໃຫ້​ເຮົາ​ມີ​ກຳລັງ​ໃຈ. ຄຳພີ​ໄບເບິນ​ບອກ​ວ່າ​ແມ່ນ​ແຕ່ “ຄວາມ​ທຸກ​ເວທະນາ ຫຼື​ຄວາມ​ລຳບາກ” ກໍ​ບໍ່​ສາມາດ​ເຮັດ “ໃຫ້​ພວກ​ເຮົາ​ຂາດ​ຈາກ​ຄວາມ​ຮັກ​ຂອງ​ພະເຈົ້າ​ທີ່​ຢູ່​ໃນ​ພະ​ຄລິດ.”—ໂລມ 8:35, 38, 39

9 ບາງ​ຄັ້ງ​ເຮົາ​ອາດ​ມີ​ບັນຫາ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ໝົດ​ແຮງ​ທາງ​ຮ່າງກາຍ​ແລະ​ຈິດ​ໃຈ ຫຼື​ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄວາມ​ຍິນດີ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ແຕ່​ຂໍ​ໃຫ້​ຄິດ​ເຖິງ​ວ່າ​ພະ​ຄລິດ​ຮັກ​ເຮົາ​ຫຼາຍ​ສໍ່າ​ໃດ​ເຊິ່ງ​ເຮັດ​ໃຫ້​ເຮົາ​ມີ​ກຳລັງ​ທີ່​ຈະ​ອົດ​ທົນ​ໄດ້. (ອ່ານ 2 ໂກລິນໂທ 5:14, 15) ຄວາມ​ຮັກ​ຂອງ​ພະ​ເຍຊູ​ຊ່ວຍ​ເຮົາ​ໃຫ້​ຢາກ​ມີ​ຊີວິດ​ແລະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ ແລະ​ຍັງ​ເຮັດ​ໃຫ້​ເຮົາ​ບໍ່​ຍອມ​ແພ້ ເຖິງ​ວ່າ​ຈະ​ປະສົບ​ຄວາມ​ທຸກ​ຈາກ​ໄພ​ທຳມະຊາດ ການ​ຂົ່ມເຫງ ຄວາມ​ຜິດ​ຫວັງ ແລະ​ຄວາມ​ກັງວົນ.

ພີ່​ນ້ອງ​ຕ້ອງການ​ຄວາມ​ຮັກ​ຈາກ​ເຮົາ

ການ​ສຶກສາ​ຕົວຢ່າງ​ຂອງ​ພະ​ເຍຊູ​ຈະ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ຊ່ວຍ​ຄົນ​ອື່ນ (ເບິ່ງ​ຂໍ້ 10, 11)

10, 11. ໃຜ​ມີ​ໜ້າ​ທີ່​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ທີ່​ທໍ້​ໃຈ? ຂໍ​ໃຫ້​ອະທິບາຍ.

10 ພະ​ເຢໂຫວາ​ຍັງ​ໃຊ້​ປະຊາຄົມ​ເພື່ອ​ເສີມ​ສ້າງ​ເຮົາ​ດ້ວຍ​ຄວາມ​ຮັກ. ເມື່ອ​ເຮົາ​ຮັກ​ພີ່​ນ້ອງ ເຮົາ​ກໍ​ພິສູດ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ. ເຮົາ​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຊ່ວຍ​ໃຫ້​ພີ່​ນ້ອງ​ຮູ້​ວ່າ​ເຂົາ​ເຈົ້າ​ມີ​ຄ່າ​ແລະ​ພະ​ເຢໂຫວາ​ກໍ​ຮັກ​ເຂົາ​ເຈົ້າ. (1 ໂຢຮັນ 4:19-21) ອັກຄະສາວົກ​ໂປໂລ​ຂຽນ​ວ່າ: “ຈົ່ງ​ເລົ້າໂລມ​ກັນ​ແລະ​ກັນ ແລະ​ຈົ່ງ​ກະທຳ​ໃຫ້​ກັນ​ແລະ​ກັນ​ຈຳເລີນ​ຂຶ້ນ​ເໝືອນ​ດັ່ງ​ທ່ານ​ທັງ​ຫຼາຍ​ກະທຳ​ຢູ່​ນັ້ນ​ເຖີ້ນ.” (1 ເທຊະໂລນີກ 5:11) ບໍ່​ແມ່ນ​ສະເພາະ​ແຕ່​ຜູ້​ເຖົ້າ​ແກ່​ເທົ່າ​ນັ້ນ​ທີ່​ຕ້ອງ​ເຮັດ​ແບບ​ນີ້. ເຮົາ​ແຕ່​ລະ​ຄົນ​ສາມາດ​ຮຽນ​ແບບ​ຢ່າງ​ຂອງ​​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ໄດ້​ໂດຍ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ.—ອ່ານ​ໂລມ 15:1, 2

11 ພີ່​ນ້ອງ​ບາງ​ຄົນ​ໃນ​ປະຊາຄົມ​ເປັນ​ໂລກ​ຊຶມເສົ້າ​ຫຼື​ມັກ​ວິຕົກ​ກັງວົນ​ເຊິ່ງ​ອາດ​ຈະ​ຕ້ອງ​ໄປ​ຫາ​ໝໍ​ແລະ​ກິນ​ຢາ. (ລືກາ 5:31) ຜູ້​ເຖົ້າ​ແກ່​ແລະ​ພີ່​ນ້ອງ​ຄົນ​ອື່ນໆໃນ​ປະຊາຄົມ​ຮູ້​ວ່າ​ເຂົາ​ເຈົ້າ​ບໍ່​ແມ່ນ​ໝໍ ແຕ່​ການ​ຊ່ວຍ​ເຫຼືອ​ແລະ​ການ​ໃຫ້​ກຳລັງ​ໃຈ​ກໍ​ເປັນ​ສິ່ງ​ສຳຄັນ​ຫຼາຍ. ດັ່ງ​ນັ້ນ ທຸກ​ຄົນ​ໃນ​ປະຊາຄົມ​ສາມາດ “ເວົ້າ​ປອບ​ໃຈ​ຄົນ​ທີ່​ຊຶມເສົ້າ ຊ່ວຍ​ເຫຼືອ​ຄົນ​ອ່ອນແອ ແລະ​ອົດ​ກັ້ນ​ກັບ​ທຸກ​ຄົນ.” (1 ເທຊະໂລນີກ 5:14, ລ.ມ.) ເຮົາ​ຕ້ອງ​ພະຍາຍາມ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ພີ່​ນ້ອງ. ເຮົາ​ຈຳເປັນ​ຕ້ອງ​ອົດ​ທົນ​ກັບ​ເຂົາ​ເຈົ້າ​ແລະ​ເວົ້າ​ໃຫ້​ກຳລັງ​ໃຈ​ເມື່ອ​ເຂົາ​ເຈົ້າ​ຮູ້ສຶກ​ທໍ້​ໃຈ. ເຈົ້າ​ພະຍາຍາມ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ບໍ? ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ປອບ​ໃຈ​ແລະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ຫຼາຍ​ຂຶ້ນ?

12. ໃຫ້​ຍົກ​ຕົວຢ່າງ​ຂອງ​ຄົນ​ທີ່​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ຄວາມ​ຮັກ​ຂອງ​ພີ່​ນ້ອງ​ໃນ​ປະຊາຄົມ.

12 ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ເອີຣົບ​ບອກ​ວ່າ: “ບາງ​ເທື່ອ ຂ້ອຍ​ຄິດ​ຢາກ​ຂ້າ​ຕົວ​ຕາຍ ແຕ່​ຂ້ອຍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ທີ່​ດີ​ຜ່ານ​ທາງ​ປະຊາຄົມ ແລະ​ສິ່ງ​ນີ້​ໄດ້​ຊ່ວຍ​ຊີວິດ​ຂ້ອຍ​ໄວ້​ແທ້ໆ. ພີ່​ນ້ອງ​ໃຫ້​ກຳລັງ​ໃຈ​ຂ້ອຍ​ສະເໝີ​ແລະ​ກໍ​ຮັກ​ຂ້ອຍ​ຫຼາຍ. ເຖິງ​ວ່າ​ຈະ​ມີ​ບໍ່​ເທົ່າ​ໃດ​ຄົນ​ຮູ້​ວ່າ​ຂ້ອຍ​ເປັນ​ໂລກ​ຊຶມເສົ້າ ແຕ່​ທຸກ​ຄົນ​ກໍ​ພ້ອມ​ສະເໝີ​ທີ່​ຈະ​ຊ່ວຍ​ຂ້ອຍ. ຄູ່​ຜົວ​ເມຍ​ໜຶ່ງ​ເປັນ​ຄື​ກັບ​ພໍ່​ແມ່​ຂອງ​ຂ້ອຍ. ເຂົາ​ເຈົ້າ​ເບິ່ງ​ແຍງ​ຂ້ອຍ​ດີ​ຫຼາຍ ແລະ​ເຂົາ​ເຈົ້າ​ກໍ​ພ້ອມ​ທີ່​ຈະ​ຊ່ວຍ​ຂ້ອຍ​ຕະຫຼອດ 24 ຊົ່ວ​ໂມງ.” ແນ່​ນອນ ແຕ່​ລະ​ຄົນ​ຊ່ວຍ​ໄດ້​ບໍ່​ເທົ່າ​ກັນ. ແຕ່​ເຮົາ​ທຸກ​ຄົນ​ສາມາດ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ໄດ້​ຫຼາຍ​ແທ້ໆ. * (ເບິ່ງ​ໄຂ​ເງື່ອນ)

ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ດ້ວຍ​ຄວາມ​ຮັກ​ໄດ້​ແນວ​ໃດ?

13. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ?

13 ເປັນ​ຜູ້​ຟັງ​ທີ່​ດີ. (ຢາໂກໂບ 1:19) ເຮົາ​ສະແດງ​ຄວາມ​ຮັກ​ເມື່ອ​ເຮົາ​ຟັງ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ. ການ​ຖາມ​ຢ່າງ​ອ່ອນ​ໂຍນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າ​ໃຈ​ວ່າ​ພີ່​ນ້ອງ​ຮູ້ສຶກ​ແນວ​ໃດ. ພີ່​ນ້ອງ​ຈະ​ຮູ້​ວ່າ​ເຈົ້າ​ເປັນ​ຫ່ວງ​ລາວ​ແທ້ໆ ພຽງ​ແຕ່​ສັງເກດ​ເບິ່ງ​ສີ​ໜ້າ​ຂອງ​ເຈົ້າ. ຕອນ​ທີ່​ລາວ​ລະບາຍ​ຄວາມ​ຮູ້ສຶກ​ອອກ​ມາ ຂໍ​ໃຫ້​ເຈົ້າ​ອົດ​ທົນ​ຟັງ​ແລະ​ບໍ່​ຕ້ອງ​ຂັດ​ຈັງຫວະ. ໂດຍ​ການ​ເປັນ​ຜູ້​ຟັງ​ທີ່​ດີ ເຈົ້າ​ຈະ​ເຂົ້າ​ໃຈ​ລາວ​ຫຼາຍ​ຂຶ້ນ​ແລະ​ເຮັດ​ໃຫ້​ລາວ​ໄວ້​ໃຈ​ເຈົ້າ. ແລ້ວ​ມັນ​ກໍ​ຈະ​ງ່າຍ​ຂຶ້ນ​ທີ່​ລາວ​ຈະ​ຟັງ​ສິ່ງ​ທີ່​ເຈົ້າ​ພະຍາຍາມ​ຈະ​ຊ່ວຍ​ລາວ. ຖ້າ​ເຈົ້າ​ເປັນ​ຫ່ວງ​ຄົນ​ອື່ນ​ແທ້ໆ ເຈົ້າ​ກໍ​ຈະ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ໄດ້​ຫຼາຍ.

14. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ເວົ້າ​ແບບ​ບໍ່​ຄິດ?

14 ຢ່າ​ເວົ້າ​ແບບ​ບໍ່​ຄິດ. ຄົນ​ທີ່​ເປັນ​ໂລກ​ຊຶມເສົ້າ​ຈະ​ແຮ່ງ​ຮູ້ສຶກ​ບໍ່​ດີ​ຕື່ມ​ອີກ​ຖ້າ​ລາວ​ຄິດ​ວ່າ​ເຮົາ​ກຳລັງ​ເວົ້າ​ໃຫ້​ລາວ ແລະ​ເຮົາ​ຈະ​ຊ່ວຍ​ລາວ​ໄດ້​ຍາກ​ຂຶ້ນ. ຄຳພີ​ໄບເບິນ​ບອກ​ວ່າ: “ຄຳ​ເວົ້າ​ທີ່​ບໍ່​ຄິດ​ເປັນ​ຄື​ດາບ​ທີ່​ສຽບ​ແທງ ແຕ່​ຄຳ​ເວົ້າ​ຂອງ​ຄົນ​ສະຫຼາດ​ຈະ​ຊ່ວຍ​ຢຽວ​ຢາ​ຮັກສາ.” (ສຸພາສິດ 12:18, ລ.ມ.) ເຖິງ​ວ່າ​ເຮົາ​ບໍ່​ໄດ້​ຕັ້ງ​ໃຈ​ເວົ້າ​ທຳ​ຮ້າຍ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທີ່​ເປັນ​ໂລກ​ຊຶມເສົ້າ ແຕ່​ເມື່ອ​ເຮົາ​ເວົ້າ​ແບບ​ບໍ່​ຄິດ​ອາດ​ເຮັດ​ໃຫ້​ລາວ​ປວດ​ໃຈ​ໄດ້. ເພື່ອ​ຈະ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ ເຮົາ​ຕ້ອງ​ເຮັດ​ໃຫ້​ລາວ​ໝັ້ນ​ໃຈ​ວ່າ​ເຮົາ​ກຳລັງ​ພະຍາຍາມ​ເຂົ້າ​ໃຈ​ສະພາບການ​ຂອງ​ລາວ​ແທ້ໆ.—ມັດທາຍ 7:12

15. ມີ​ຫຍັງ​ແດ່​ທີ່​ຊ່ວຍ​ເຮົາ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໄດ້?

15 ໃຊ້​ຄຳພີ​ໄບເບິນ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ. (ອ່ານ​ໂລມ 15:4, 5) ຄຳພີ​ໄບເບິນ​ມາ​ຈາກ “ພະເຈົ້າ​ແຫ່ງ​ຄວາມ​ພຽນ​ແລະ​ຄວາມ​ເລົ້າໂລມ” ດັ່ງ​ນັ້ນ ເຮົາ​ຈຶ່ງ​ບໍ່​ແປກ​ໃຈ​ທີ່​ເຮົາ​ໄດ້​ກຳລັງ​ໃຈ​ຫຼາຍ​ເມື່ອ​ອ່ານ​ຄຳພີ​ໄບເບິນ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ມີ​ດັດຊະນີ​ສັບພະ​ໜັງສື​ຂອງ​ວັອດທາວເວີ (ພາສາ​ອັງກິດ) ແລະ​ຄູ່​ມື​ການ​ຄົ້ນ​ຄວ້າ​ຂອງ​ພະຍານ​ພະ​ເຢໂຫວາ. ເມື່ອ​ໃຊ້​ເຄື່ອງ​ມື​ເຫຼົ່າ​ນີ້ ເຮົາ​ຈະ​ພົບ​ຂໍ້​ຄຳພີ​ແລະ​ໜັງສື​ຕ່າງໆເພື່ອ​ໃຫ້​ກຳລັງ​ໃຈ​ແລະ​ປອບ​ໃຈ​ພີ່​ນ້ອງ​ໄດ້.

16. ເຮົາ​ຕ້ອງ​ເປັນ​ຄົນ​ແບບ​ໃດ​ເພື່ອ​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ເປັນ​ໂລກ​ຊຶມເສົ້າ?

16 ເປັນ​ຄົນ​ອົບອຸ່ນ​ແລະ​ອ່ອນ​ໂຍນ. ພະ​ເຢໂຫວາ​ເປັນ “ພະ​ບິດາ​ແຫ່ງ​ຄວາມ​ອີ່ດູ ແລະ​ພະເຈົ້າ​ແຫ່ງ​ຄວາມ​ເລົ້າໂລມ​ໝົດ​ສິ້ນ” ແລະ​ພະອົງ​ມີ “ໃຈ​ສັງເວດ​ແຫ່ງ​ຄວາມ​ອີ່ດູ” ຜູ້​ຮັບໃຊ້​ຂອງ​ພະອົງ. (ອ່ານ 2 ໂກລິນໂທ 1:3-6; ລືກາ 1:78; ໂລມ 15:13) ໂປໂລ​ວາງ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ນີ້​ເພາະ​ລາວ​ຮຽນ​ແບບ​ພະ​ເຢໂຫວາ. ລາວ​ຈຶ່ງ​ເວົ້າ​ໄດ້​ວ່າ: “ພວກ​ເຮົາ​ໄດ້​ມີ​ໃຈ​ອ່ອນ​ໃຈ​ຫວານ​ຢູ່​ທ່າມກາງ​ພວກ​ທ່ານ ເໝືອນ​ດັ່ງ​ແມ່​ລ້ຽງ​ກໍ​ແພງ​ລູກ​ທັງ​ຫຼາຍ​ຂອງ​ຕົນ​ເອງ. ຢ່າງ​ນີ້​ເພາະ​ພວກ​ເຮົາ​ແພງ​ທ່ານ​ທັງ​ຫຼາຍ​ເປັນ​ອັນ​ມາກ ເຮົາ​ຊອບ​ໃຈ​ຫຼາຍ​ຈະ​ໃຫ້​ຄຳ​ປະເສີດ​ແຫ່ງ​ພະເຈົ້າ​ແກ່​ທ່ານ​ທັງ​ຫຼາຍ ບໍ່​ໃຊ່​ເທົ່າ​ນັ້ນ ແຕ່​ວ່າ​ຍັງ​ຊີວິດ​ຈິດ​ໃຈ​ຂອງ​ເຮົາ​ດ້ວຍ ເພາະ​ທ່ານ​ທັງ​ຫຼາຍ​ກາຍ​ເປັນ​ທີ່​ຮັກ​ຂອງ​ພວກ​ເຮົາ​ມາກ​ຫຼາຍ.” (1 ເທຊະໂລນີກ 2:7, 8) ເມື່ອ​ເຮົາ​ເປັນ​ຄົນ​ອົບອຸ່ນ​ຄື​ກັບ​ພະ​ເຢໂຫວາ ເຮົາ​ອາດ​ຊ່ວຍ​ພີ່​ນ້ອງ​ຂອງ​ເຮົາ​ໃຫ້​ໄດ້​ຮັບ​ການ​ປອບ​ໃຈ​ດັ່ງ​ທີ່​ເຂົາ​ໄດ້​ອະທິດຖານ​ຂໍ​ຢູ່​ກໍ​ໄດ້.

17. ເຮົາ​ຈະ​ເບິ່ງ​ພີ່​ນ້ອງ​ຕາມ​ຄວາມ​ເປັນ​ຈິງ​ແນວ​ໃດ?

17 ຢ່າ​ຄາດ​ໝາຍ​ຄວາມ​ສົມບູນ​ແບບ​ຈາກ​ພີ່​ນ້ອງ. ໃຫ້​ເບິ່ງ​ຕາມ​ຄວາມ​ເປັນ​ຈິງ. ຖ້າ​ເຈົ້າ​ຄາດ​ໝາຍ​ຄວາມ​ສົມບູນ​ແບບ​ຈາກ​ພີ່​ນ້ອງ ເຈົ້າ​ຈະ​ຜິດ​ຫວັງ. (ຜູ້​ເທສະໜາ​ປ່າວ​ປະກາດ 7:21, 22) ຂໍ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຄາດ​ໝາຍ​ເຮົາ​ຕາມ​ຄວາມ​ເປັນ​ຈິງ. ດັ່ງ​ນັ້ນ ເຮົາ​ຕ້ອງ​ອົດ​ທົນ​ກັນ​ແລະ​ກັນ. (ເອເຟດ 4:2, 32) ເຮົາ​ບໍ່​ຄວນ​ເຮັດ​ໃຫ້​ພີ່​ນ້ອງ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ເຮັດ​ໄດ້​ບໍ່​ດີ​ພໍ ແລະ​ບໍ່​ຄວນ​ສົມ​ທຽບ​ເຂົາ​ເຈົ້າ​ກັບ​ຄົນ​ອື່ນ. ກົງ​ກັນ​ຂ້າມ ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ແລະ​ຊົມ​ເຊີຍ​ສິ່ງ​ດີໆທີ່​ເຂົາ​ເຈົ້າ​ເຮັດ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ.—ຄາລາຊີ 6:4

18. ເປັນ​ຫຍັງ​ເຮົາ​ຢາກ​ໃຫ້​ກຳລັງ​ໃຈ​ກັນ​ດ້ວຍ​ຄວາມ​ຮັກ?

18 ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ມີ​ຄ່າ​ຫຼາຍ​ສຳລັບ​ພະອົງ​ແລະ​ພະ​ເຍຊູ. (ຄາລາຊີ 2:20) ເຮົາ​ຮັກ​ພີ່​ນ້ອງ​ຫຼາຍ​ແທ້ໆ ດັ່ງ​ນັ້ນ​ເຮົາ​ຈຶ່ງ​ຕ້ອງ​ສະແດງ​ຄວາມ​ອ່ອນ​ໂຍນ​ກັບ​ເຂົາ​ເຈົ້າ. ເຮົາ “ຕິດ​ຕາມ​ສິ່ງ​ທັງ​ຫຼາຍ​ນັ້ນ​ທີ່​ເປັນ​ເຫດ​ໃຫ້​ມີ​ຄວາມ​ສຸກ​ສຳລານ​ແລະ​ໃຫ້​ຈຳເລີນ​ກັນ​ແລະ​ກັນ.” (ໂລມ 14:19) ເຮົາ​ຄອຍ​ຖ້າ​ທີ່​ຈະ​ໄດ້​ຢູ່​ໃນ​ສວນ​ອຸທິຍານ​ທີ່​ຈະ​ບໍ່​ມີ​ອັນ​ໃດ​ເຮັດ​ໃຫ້​ເຮົາ​ທໍ້​ໃຈ ບໍ່​ມີ​ຄວາມ​ເຈັບ​ປ່ວຍ ບໍ່​ມີ​ສົງຄາມ ບໍ່​ມີ​ຄວາມ​ຕາຍ​ທີ່​ເກີດ​ຈາກ​ບາບ ບໍ່​ມີ​ການ​ຂົ່ມເຫງ ບໍ່​ມີ​ບັນຫາ​ຄອບຄົວ ແລະ​ບໍ່​ຕ້ອງ​ຜິດ​ຫວັງ​ກັບ​ຊີວິດ. ເມື່ອ​ສິ້ນ​ສຸດ​ສະໄໝ​ພັນ​ປີ ມະນຸດ​ທຸກ​ຄົນ​ຈະ​ສົມບູນ​ແບບ. ພະ​ເຢໂຫວາ​ຈະ​ຍອມ​ຮັບ​ຄົນ​ທີ່​ຮັກສາ​ຄວາມ​ສັດ​ຊື່​ໃນ​ການ​ທົດ​ສອບ​ຄັ້ງ​ສຸດ​ທ້າຍ​ໃຫ້​ເປັນ​ລູກ​ຂອງ​ພະອົງ​ທີ່​ຢູ່​ເທິງ​ໂລກ ແລະ​ເຂົາ​ເຈົ້າ​ຈະ “ມີ​ເສລີ​ພາບ​ທີ່​ງົດງາມ​ແບບ​ທີ່​ລູກ​ຂອງ​ພະເຈົ້າ​ມີ.” (ໂລມ 8:21) ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ທຸກ​ຄົນ​ໃຫ້​ກຳລັງ​ໃຈ​ກັນ​ດ້ວຍ​ຄວາມ​ຮັກ​ແລະ​ຊ່ວຍ​ກັນ​ໃຫ້​ຜ່ານ​ເຂົ້າ​ສູ່​ໂລກ​ໃໝ່​ຂອງ​ພະເຈົ້າ.

^ ຂໍ້ 12 ເພື່ອ​ຊ່ວຍ​ຄົນ​ທີ່​ຄິດ​ຈະ​ຂ້າ​ຕົວ​ຕາຍ ຂໍ​ໃຫ້​ເບິ່ງ​ປຶ້ມ​ຕື່ນ​ເຖີດ! (ບໍ່​ມີ​ໃນ​ພາສາ​ລາວ) ໃນ​ບົດ​ຄວາມ​ທີ່​ຊື່: “ເປັນ​ຫຍັງ​ຕ້ອງ​ກ້າວ​ເດີນ​ຕໍ່​ໄປ? 3 ເຫດຜົນ​ທີ່​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄວາມ​ສິ້ນ​ຫວັງ” (ເມສາ 2014 ໜ້າ 6, 7, 8, 9) “ຖ້າ​ເຈົ້າ​ບໍ່​ຢາກ​ມີ​ຊີວິດ​ຢູ່​ຕໍ່​ໄປ” (ມັງກອນ 2012) ແລະ “ຊີວິດ​ຍັງ​ມີ​ຄ່າ” (8 ພະຈິກ 2001 ໜ້າ 3, 5, 8).