ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະ​ເຍຊູ​ຕາຍ​ເພື່ອ​ຂ້ອຍ ແທ້ໆ​ບໍ?

ພະ​ເຍຊູ​ຕາຍ​ເພື່ອ​ຂ້ອຍ ແທ້ໆ​ບໍ?

ຄຳພີ​ໄບເບິນ​ມີ​ຄຳ​ເວົ້າ​ຈາກ​ໃຈ​ຂອງ​ຄົນ​ທີ່​ສັດ​ຊື່​ຫຼາຍ​ຄົນ​ເຊິ່ງ​ເປັນ​ຄົນ “ທຳມະດາ​ເໝືອນ​ດັ່ງ​ເຮົາ.” (ຢໂກ. 5:17) ຕົວຢ່າງ: ເຮົາ​ສາມາດ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ໂປໂລ​ໄດ້​ຕອນ​ທີ່​ລາວ​ເວົ້າ​ໃນ​ໂລມ 7:21-24 (ລ.ມ.) ທີ່​ວ່າ: “ເມື່ອ​ຂ້ອຍ​ຢາກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ສິ່ງ​ຊົ່ວ​ກໍ​ຢູ່​ໃນ​ຕົວ​ຂ້ອຍ . . . ຂ້ອຍ​ເປັນ​ຕາ​ສົມ​ເພດ​ແທ້ໆ!” ຄຳ​ເວົ້າ​ນີ້​ໃຫ້​ກຳລັງ​ໃຈ​ເຮົາ​ອີ່ຫຼີ​ເມື່ອ​ເຮົາ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ເຮົາ.

ແຕ່​ໂປໂລ​ຍັງ​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ອີກ​ຢ່າງ​ໜຶ່ງ​ຄື​ກັນ. ໃນ​ຄາລາຊີ 2:20 (ລ.ມ.) ລາວ​ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ ພະ​ເຍຊູ “ຮັກ [ລາວ] ແລະ​ສະລະ​ຊີວິດ​ເພື່ອ [ລາວ].” ເຈົ້າ​ເດ ຮູ້ສຶກ​ແບບ​ນັ້ນ​ຄື​ກັນ​ບໍ? ອາດ​ຈະ​ບໍ່​ສະເໝີ​ໄປ.

ຖ້າ​ເຮົາ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ​ຍ້ອນ​ຄວາມ​ຜິດ​ທີ່​ເຄີຍ​ເຮັດ​ໃນ​ອະດີດ ບາງ​ເທື່ອ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຊື່ອ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ໃຫ້​ອະໄພ​ເຮົາ ແລະ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເບິ່ງ​ວ່າ​ຄ່າໄຖ່​ເປັນ​ຂອງ​ຂວັນ​ທີ່​ໃຫ້​ເຮົາ​ເປັນ​ສ່ວນ​ຕົວ. ພະ​ເຍຊູ​ຢາກ​ໃຫ້​ເຮົາ​ເບິ່ງ​ແບບ​ນັ້ນ​ແທ້ໆບໍ? ຖ້າ​ແມ່ນ ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ແບບ​ນັ້ນ​ໄດ້? ຂໍ​ໃຫ້​ເຮົາ​ມາ​ພິຈາລະນາ​ສອງ​ຄຳຖາມ​ນີ້.

ພະ​ເຍຊູ​ເບິ່ງ​ຄ່າໄຖ່​ຂອງ​ເພິ່ນ​ແນວ​ໃດ?

ພະ​ເຍຊູ​ຢາກ​ໃຫ້​ເຮົາ​ເບິ່ງ​ວ່າ​ຄ່າໄຖ່​ເປັນ​ຂອງ​ຂວັນ​ທີ່​ໃຫ້​ເຮົາ​ເປັນ​ສ່ວນ​ຕົວ. ແຕ່​ເຮົາ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ? ຂໍ​ໃຫ້​ນຶກ​ພາບ​ເຫດການ​ທີ່​ບັນທຶກ​ໄວ້​ໃນ​ລືກາ 23:39-43. ຊາຍ​ຄົນ​ໜຶ່ງ​ທີ່​ຖືກ​ຄຶງ​ໄວ້​ເທິງ​ເສົາ​ທໍລະມານ​ໃກ້​ກັບ​ພະ​ເຍຊູ​ຍອມ​ຮັບ​ວ່າ​ລາວ​ໄດ້​ເຮັດ​ສິ່ງ​ທີ່​ຜິດ. ລາວ​ຕ້ອງ​ເຮັດ​ຜິດ​ຮ້າຍແຮງ​ຫຼາຍ​ແທ້ໆຈຶ່ງ​ຖືກ​ຕັດສິນ​ລົງໂທດ​ໃຫ້​ຖືກ​ຄຶງ​ຢູ່​ເທິງ​ເສົາ​ທໍລະມານ. ລາວ​ທຸກ​ໃຈ​ຫຼາຍ​ຈົນ​ຮ້ອງ​ຂໍ​ພະ​ເຍຊູ​ວ່າ: “ພະອົງ​ເຈົ້າ​ຂ້າ ເມື່ອ​ພະອົງ​ຈະ​ມາ​ໃນ​ແຜ່ນດິນ​ຂອງ​ພະອົງ ຂໍ​ເຊີນ​ລະນຶກ​ຄຶດ​ຮອດ​ຂ້າພະເຈົ້າ​ເຖີ້ນ.”

ພະ​ເຍຊູ​ເຮັດ​ແນວ​ໃດ? ລອງ​ນຶກ​ເບິ່ງ​ວ່າ​ພະ​ເຍຊູ​ຈະ​ເຈັບ​ປວດ​ຫຼາຍ​ສ່ຳ​ໃດ​ຕອນ​ທີ່​ເພິ່ນ​ຄ່ອຍໆປິ່ນ​ໜ້າ​ມາ​ເບິ່ງ​ຊາຍ​ຄົນ​ນີ້. ເຖິງ​ວ່າ​ພະ​ເຍຊູ​ຈະ​ເຈັບ​ປວດ​ຫຼາຍ ແຕ່​ເພິ່ນ​ກໍ​ຍັງ​ຍິ້ມ​ແລະ​ກໍ​ໃຫ້​ກຳລັງ​ໃຈ​ລາວ​ວ່າ: “ຈິງ​ແທ້​ເຮົາ​ກ່າວ​ແກ່​ເຈົ້າ​ໃນ​ວັນ​ນີ້​ວ່າ ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກກະເສີມ [“ອຸທິຍານ,” ລ.ມ.].” ທີ່​ຈິງ ພະ​ເຍຊູ​ອາດ​ພຽງ​ແຕ່​ບອກ​ລາວ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເພິ່ນ​ເຄີຍ​ເວົ້າ​ວ່າ: “ບຸດ​ມະນຸດ​ໄດ້​ມາ . . . ປະທານ​ຊີວິດ​ຂອງ​ພະອົງ​ໃຫ້​ເປັນ​ລາຄາ​ໄຖ່​ໂທດ​ຄົນ​ຫຼາຍ​ຄົນ.” (ມັດ. 20:28) ແຕ່​ເຈົ້າ​ສັງເກດ​ເຫັນ​ຫຍັງ​ບໍ? ພະ​ເຍຊູ​ເນັ້ນ​ວ່າ​ເພິ່ນ​ໃຫ້​ຄ່າໄຖ່​ກັບ​ເຮົາ​ເປັນ​ສ່ວນ​ຕົວ​ແທ້ໆ ເຊິ່ງ​ເຫັນ​ໄດ້​ຈາກ​ວິທີ​ທີ່​ເພິ່ນ​ໃຊ້​ຄຳ​ເວົ້າ​ແບບ​ອ່ອນ​ໂຍນ​ທີ່​ວ່າ “ເຈົ້າ” ກັບ “ເຮົາ.” ແລະ​ຕອນ​ທີ່​ພະ​ເຍຊູ​ບອກຜູ້​ຊາຍ​ຄົນ​ນັ້ນ​ວ່າ​ລາວ​ຈະ​ໄດ້​ຢູ່​ໃນ​ອຸທິຍານ​ເທິງ​ໂລກ ກໍສະແດງ​ວ່າ​ເພິ່ນ​ໃຫ້​ຄ່າໄຖ່​ກັບ​ລາວ​ເປັນ​ສ່ວນ​ຕົວ.

ພະ​ເຍຊູ​ຢາກ​ໃຫ້​ຊາຍ​ຄົນ​ນີ້​ເຂົ້າ​ໃຈ​ວ່າ ຄ່າໄຖ່​ເປັນ​ຂອງ​ຂວັນ​ທີ່​ໃຫ້​ລາວ​ເປັນ​ສ່ວນ​ຕົວ​ຄື​ກັນ. ຖ້າ​ພະ​ເຍຊູ​ຮູ້ສຶກ​ແບບ​ນັ້ນ​ກັບ​ອາ​ຊະ​ຍາ​ກອນ​ທີ່​ຍັງ​ບໍ່​ມີ​ໂອກາດ​ຮັບໃຊ້​ພະເຈົ້າ ແນ່ນອນ​ເພິ່ນ​ກໍ​ຕ້ອງ​ຮູ້ສຶກ​ຫຼາຍ​ກວ່າ​ນັ້ນ​ອີກ​ກັບ​ຄລິດສະຕຽນ​ທີ່​ຮັບ​ບັບເຕມາ​ເຊິ່ງ​ຮັບໃຊ້​ພະເຈົ້າ. ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຊື່ອ​ແທ້ໆວ່າ​ຄ່າໄຖ່​ຂອງ​ພະ​ເຍຊູ​ເປັນ​ປະໂຫຍດ​ຕໍ່​ເຮົາ ເຖິງ​ວ່າ​ເຮົາ​ຈະ​ເຄີຍ​ເຮັດ​ຜິດ​ມາ​ກ່ອນ?

ສິ່ງ​ໃດ​ຊ່ວຍ​ໂປໂລ?

ຍ້ອນ​ພະ​ເຍຊູ​ມອບ​ໝາຍ​ໃຫ້​ໂປໂລ​ເຮັດ​ວຽກ​ປະກາດ ໂປໂລ​ຈຶ່ງ​ເຂົ້າ​ໃຈ​ວ່າ​ພະ​ເຍຊູ​ຕາຍ​ເພື່ອ​ລາວ. ເປັນ​ຫຍັງ​ລາວ​ຈຶ່ງ​ຄິດ​ແບບ​ນັ້ນ? ລາວ​ບອກ​ວ່າ: “ເຮົາ​ໂມທະນາ​ພະ​ຄຸນ​ພະຄລິດ​ເຍຊູ​ພະອົງ​ເຈົ້າ​ຂອງ​ເຮົາ​ທັງ​ຫຼາຍ​ຜູ້​ໄດ້​ຊູ​ແຮງ​ຂອງ​ເຮົາ ເພາະ​ວ່າ​ພະອົງ​ໄດ້​ຖື​ເຮົາ​ເປັນ​ຄົນ​ສັດ​ຊື່​ຈຶ່ງ​ຕັ້ງ​ເຮົາ​ໄວ້​ໃນ​ການ​ບົວລະບັດ​ຂອງ​ພະອົງ ຕົນ​ເຮົາ​ຜູ້​ເມື່ອ​ກ່ອນ​ເປັນ​ຄົນ​ຫຍາບຊ້າ​ແລະ​ຄົນ​ຂົ່ມເຫງ​ແລະ​ຄົນ​ທຳ​ຮ້າຍ.” (1 ຕີໂມ. 1:12-14) ເຖິງ​ວ່າ​ໂປໂລ​ຈະ​ເຄີຍ​ເຮັດ​ສິ່ງ​ທີ່​ບໍ່​ດີ​ມາ​ຫຼາຍ​ຢ່າງ ແຕ່​ພະ​ເຍຊູ​ກໍ​ຍັງ​ມອບ​ໝາຍ​ໃຫ້​ລາວ​ເຮັດ​ວຽກ​ທີ່​ສຳຄັນ​ນີ້ ນີ້ຈຶ່ງ​ເຮັດ​ໃຫ້​ລາວ​ໝັ້ນ​ໃຈ​ວ່າ ພະ​ເຍຊູ​ຮັກ ເມດຕາ​ແລະ​ໄວ້​ໃຈ​ລາວ. ໃນ​ທຸກ​ມື້​ນີ້ ພະ​ເຍຊູ​ກໍ​ໄດ້​ມອບ​ໝາຍ​ໃຫ້​ເຮົາ​ແຕ່​ລະ​ຄົນ​ເຮັດ​ວຽກ​ປະກາດ​ຂ່າວ​ດີ​ຄື​ກັນ. (ມັດ. 28:19, 20) ການ​ທີ່​ພະ​ເຍຊູ​ມອບ​ໝາຍ​ວຽກ​ໃຫ້​ເຮົາ​ເຮັດ​ກໍ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເພິ່ນ​ຕາຍ​ເພື່ອ​ເຮົາ.

ແອວ​ເບີດ​ທີ່​ຫາ​ກໍ່​ກັບ​ມາ​ຫາ​ພະ​ເຢໂຫວາ​ຫຼັງ​ຈາກ​ທີ່​ຖືກ​ຕັດ​ສຳພັນ​ໄດ້​ເກືອບ 34 ປີ ລາວ​ບອກ​ວ່າ: “ຄວາມ​ຜິດ​ທີ່​ຂ້ອຍ​ເຮັດ​ໄປ ກໍ​ຕິດ​ຢູ່​ໃນ​ໃຈ​ຂ້ອຍ​ສະເໝີ. ແຕ່​ເມື່ອ​ຂ້ອຍ​ເຮັດ​ວຽກ​ຮັບໃຊ້ ຂ້ອຍ​ກໍ​ຮູ້ສຶກ​ຄື​ກັບ​ອັກຄະສາວົກ​ໂປໂລ ເພາະ​ພະ​ເຍຊູ​ໄດ້​ມອບ​ໝາຍ​ວຽກ​ນີ້​ໃຫ້​ຂ້ອຍ​ເປັນ​ສ່ວນ​ຕົວ. ມັນ​ເຮັດ​ໃຫ້​ຂ້ອຍ​ມີ​ກຳລັງ​ໃຈ​ແລະ​ຄິດ​ໃນ​ແງ່​ບວກ​ກ່ຽວ​ກັບ​ຕົວ​ເອງ ກ່ຽວ​ກັບ​ຊີວິດ​ແລະ​ອະນາຄົດ.”—ເພງ. 51:3

ບໍ່​ວ່າ​ຈະ​ເຈົ້າ​ນຳ​ການ​ສຶກສາ​ກັບ​ຄົນ​ແບບ​ໃດ ຂໍ​ໃຫ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ໝັ້ນ​ໃຈ​ວ່າ ພະ​ເຍຊູ​ຮັກ​ແລະ​ເມດຕາ​ເຂົາ​ເຈົ້າ

ອາລັນ​ເຄີຍ​ເປັນ​ອາ​ຊະ​ຍາ​ກອນ​ແລະ​ມັກ​ໃຊ້​ຄວາມ​ຮຸນແຮງ​ກ່ອນ​ທີ່​ຈະ​ຮຽນ​ຄວາມ​ຈິງ ລາວ​ບອກ​ວ່າ: “ຂ້ອຍ​ຍອມ​ຮັບ​ວ່າ ຂ້ອຍ​ຍັງ​ຄິດ​ເຖິງ​ຄວາມ​ເສຍຫາຍ​ທີ່​ກໍ່​ໃຫ້​ຄົນ​ອື່ນ. ບາງ​ເທື່ອ ມັນ​ເຮັດ​ໃຫ້​ຂ້ອຍ​ທຸກ​ໃຈ. ແຕ່​ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ທີ່​ຍອມ​ໃຫ້​ຄົນ​ບາບ​ຄື​ຂ້ອຍ​ໄດ້​ປະກາດ​ຂ່າວ​ດີ​ກັບ​ຄົນ​ອື່ນ. ເມື່ອ​ຂ້ອຍ​ເຫັນ​ຄົນ​ອື່ນ​ສົນ​ໃຈ​ຂ່າວ​ດີ ມັນ​ເຮັດ​ໃຫ້​ຂ້ອຍ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ​ແລະ​ຄວາມ​ກະລຸນາ​ຫຼາຍ​ແທ້ໆ. ຂ້ອຍ​ຮູ້ສຶກ​ວ່າ​ພະອົງ​ໃຊ້​ຂ້ອຍ​ໃຫ້​ຊ່ວຍຄົນ​ອື່ນ​ທີ່​ເຄີຍ​ເຮັດ​ສິ່ງ​ທີ່​ບໍ່​ດີ​ຄື​ກັນ​ກັບ​ຂ້ອຍ.”

ການ​ເຮັດ​ວຽກ​ຮັບໃຊ້​ເຮັດ​ໃຫ້​ເຮົາ​ຢາກ​ເຮັດ​ແຕ່​ສິ່ງ​ທີ່​ດີ​ແລະ​ຄິດ​ແຕ່​ເລື່ອງ​ດີໆ. ມັນ​ຍັງ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ ພະ​ເຍຊູ​ຮັກ ເມດຕາ​ແລະ​ໄວ້​ໃຈ​ເຮົາ.

ພະເຈົ້າ​ຮູ້ຈັກ​ຕົວ​ເຮົາ ດີ​ກວ່າ​ທີ່​ເຮົາ​ຮູ້ຈັກ​ຕົວ​ເອງ

ກ່ອນ​ທີ່​ໂລກ​ຊາຕານ​ຈະ​ຖືກ​ທຳລາຍ ເຮົາ​ອາດ​ຍັງ​ຮູ້ສຶກ​ຕຳໜິ​ຕົວ​ເອງ​ແລະ​ເສຍໃຈ​ຍ້ອນ​ຄວາມ​ຜິດ​ທີ່​ເຄີຍ​ເຮັດ​ມາ​ກ່ອນ. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ຄວາມ​ຮູ້ສຶກ​ນີ້​ໄດ້?

ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ເຈນ ລາວ​ຮູ້ສຶກ​ຜິດ​ຕະຫຼອດ​ເມື່ອ​ຄິດ​ເຖິງ​ສະໄໝ​ທີ່​ເປັນ​ໄວ​ລຸ້ນ​ເຊິ່ງ​ເຄີຍ​ໃຊ້​ຊີວິດ​ແບບ​ຕີ​ສອງໜ້າ ລາວ​ບອກ​ວ່າ: “ຂ້ອຍ​ມັກ​ຂໍ້​ພະ​ຄຳພີ​ທີ່​ບອກ​ວ່າ ‘ພະເຈົ້າ​ຮູ້ຈັກ​ຕົວ​ເຮົາ ດີ​ກວ່າ​ທີ່​ເຮົາ​ຮູ້ຈັກ​ຕົວ​ເອງ.’” (1 ໂຢ. 3:19, 20ລ.ມ.) ຄື​ກັບ​ເຈນ ເຮົາ​ກໍ​ຮູ້ສຶກ​ໄດ້​ກຳລັງ​ໃຈ​ຫຼາຍ​ແທ້ໆທີ່​ຮູ້​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເຂົ້າ​ໃຈ​ເຮົາ​ດີ​ທີ່​ວ່າ​ເຮົາ​ເປັນ​ຄົນ​ບາບ. ຂໍ​ໃຫ້​ຈື່​ໄວ້​ວ່າ​ພະອົງ​ທັງ​ສອງ​ບໍ່​ໄດ້​ເອົາ​ຄ່າໄຖ່​ໃຫ້​ຄົນ​ທີ່​ສົມບູນ​ແບບ ແຕ່​ວ່າ​ເອົາ​ໃຫ້​ຄົນ​ບາບ​ທີ່​ກັບ​ໃຈ.—1 ຕີໂມ. 1:15

ດັ່ງ​ນັ້ນ ເມື່ອ​ເຮົາ​ອະທິດຖານ​ແລະ​ຄິດ​ຕຶກຕອງ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຍຊູ​ປະຕິບັດ​ກັບ​ມະນຸດ​ທີ່​ບໍ່​ສົມບູນ​ແບບ ແລະ​ເມື່ອ​ເຮົາ​ພະຍາຍາມ​ເຮັດ​ວຽກ​ຮັບໃຊ້​ທີ່​ເພິ່ນ​ມອບ​ໝາຍ​ໃຫ້​ຢ່າງ​ດີ​ທີ່​ສຸດ ເຮົາ​ກໍ​ຈະ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຍຊູ​ຕາຍ​ເພື່ອ​ເປັນ​ຄ່າໄຖ່​ໃຫ້​ເຮົາ ແລະ​ເຮົາ​ກໍ​ສາມາດ​ເວົ້າ​ໄດ້​ຄື​ກັບ​ໂປໂລ​ທີ່​ວ່າ: ພະ​ເຍຊູ “ຮັກ​ຂ້ອຍ​ແລະ​ສະລະ​ຊີວິດ​ເພື່ອ​ຂ້ອຍ.”