ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 30

ເຂົ້າ​ເຖິງ​ຫົວໃຈ​ຄົນ​ທີ່​ບໍ່​ເຊື່ອ​ຖື​ສາສະໜາ

ເຂົ້າ​ເຖິງ​ຫົວໃຈ​ຄົນ​ທີ່​ບໍ່​ເຊື່ອ​ຖື​ສາສະໜາ

“ເຮົາ​ກາຍ​ເປັນ​ສິ່ງ​ທັງ​ປວງ​ແກ່​ຄົນ​ທັງ​ປວງ​ເພື່ອ​ດ້ວຍ​ທຸກ​ຢ່າງ​ເຮົາ​ຈະ​ໄດ້​ຊ່ອຍ​ຜູ້​ລາງ​ຄົນ​ໃຫ້​ພົ້ນ.”—1 ໂກ. 9:22

ເພງ 82 ‘ໃຫ້​ຄວາມ​ສະຫວ່າງ​ຂອງ​ເຈົ້າ​ສ່ອງ​ໄປ’

ໃຈ​ຄວາມ​ສຳຄັນ *

1. ໃນ​ບໍ່​ເທົ່າ​ໃດ​ສິບ​ປີ​ຜ່ານ​ມາ ບາງ​ປະເທດ​ມີ​ການ​ປ່ຽນ​ແປງ​ແນວ​ໃດ?

ຕະຫຼອດ​ເວລາ​ຫຼາຍ​ພັນ​ປີ ຜູ້​ຄົນ​ສ່ວນ​ຫຼາຍ​ໃນ​ໂລກ​ມີ​ຄວາມ​ເຊື່ອ​ຖື​ໃນ​ສາສະໜາ. ແຕ່​ບໍ່​ເທົ່າ​ໃດ​ສິບ​ປີ​ຜ່ານ​ມາ ກໍ​ມີ​ການ​ປ່ຽນ​ແປງ​ຫຼາຍ. ຫຼາຍ​ຄົນ​ບອກ​ວ່າ​ຕົວ​ເອງ​ບໍ່​ໄດ້​ເຊື່ອ​ຖື​ສາສະໜາ​ຫຍັງ​ເລີຍ. ທີ່​ຈິງ ປະຊາກອນ​ສ່ວນ​ຫຼາຍ​ໃນ​ບາງ​ປະເທດ​ກໍ​ບອກ​ແບບ​ນັ້ນ. *ມັດ. 24:12

2. ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ບອກ​ວ່າ​ຕົວ​ເອງ​ບໍ່​ໄດ້​ເຊື່ອ​ຖື​ສາສະໜາ​ຫຍັງ​ເລີຍ?

2 ເປັນ​ຫຍັງ​ຫຼາຍ​ຄົນ​ນັບ​ມື້​ນັບ​ບອກ​ວ່າ​ຕົວ​ເອງ​ບໍ່​ໄດ້​ເຊື່ອ​ຖື​ສາສະໜາ​ຫຍັງ​ເລີຍ? * ບາງ​ຄົນ​ອາດ​ຈະ​ໝົກມຸ້ນ​ກັບ​ຄວາມ​ມ່ວນ​ຊື່ນ​ຫຼື​ຄວາມ​ກັງວົນ​ຂອງ​ຕົວ​ເອງ. (ລືກາ 8:14) ບາງ​ຄົນ​ກາຍ​ເປັນ​ຄົນ​ທີ່​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ. ສ່ວນ​ຄົນ​ອື່ນ​ເຊື່ອ​ໃນ​ພະເຈົ້າ ແຕ່​ຄິດ​ວ່າ​ສາສະໜາ​ຫຼ້າ​ສະໄໝ​ແລະ​ບໍ່​ມີ​ຄວາມ​ໝາຍ ບໍ່​ເຂົ້າ​ກັບ​ວິທະຍາສາດ​ແລະ​ການ​ຄິດ​ແບບ​ມີ​ເຫດຜົນ. ເຂົາ​ເຈົ້າ​ອາດ​ຈະ​ໄດ້​ຍິນ​ໝູ່​ຫຼື​ອາຈານ​ຫຼື​ຄົນ​ເດັ່ນ​ດັງ​ໃນ​ສື່​ມວນ​ຊົນ​ບອກ​ວ່າ​ຊີວິດ​ເກີດ​ຈາກ​ວິວັດທະນາການ ແຕ່​ບໍ່​ເຄີຍ​ໄດ້​ຍິນ​ເຫດຜົນ​ທີ່​ເຮັດ​ໃຫ້​ເຊື່ອ​ວ່າ​ມີ​ຜູ້​ສ້າງ. ບາງ​ຄົນ​ເບື່ອ​ຜູ້​ນຳ​ສາສະໜາ​ທີ່​ໂລບ​ເງິນ​ແລະ​ມັກ​ອຳນາດ. ໃນ​ບາງ​ປະເທດ​ລັດຖະບານ​ຈຳກັດ​ສິດ​ຂອງ​ສາສະໜາ.

3. ບົດ​ຄວາມ​ນີ້​ມີ​ຈຸດ​ປະສົງ​ຫຍັງ?

3 ພະ​ເຍຊູ​ຄາດ​ໝາຍ​ໃຫ້​ເຮົາ “ກະທຳ​ໃຫ້​ພວກ​ຕ່າງ​ປະເທດ​ທັງ​ປວງ​ເຂົ້າ​ເປັນ​ລູກ​ສິດ.” (ມັດ. 28:19) ເຮົາ​ຈະ​ຊ່ວຍ​ຄົນ​ທີ່​ບໍ່​ເຊື່ອ​ຖື​ສາສະໜາ​ໃຫ້​ຮັກ​ພະເຈົ້າ​ແລະ​ເຂົ້າ​ມາ​ເປັນ​ລູກ​ສິດ​ຂອງ​ພະ​ຄລິດ​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ເບິ່ງ​ວ່າ​ຄົນ​ນັ້ນ​ມີ​ທ່າທີ​ແນວ​ໃດ​ເມື່ອ​ເຮົາ​ປະກາດ​ນຳ​ລາວ ແລະ​ເບິ່ງ​ວ່າ​ລາວ​ເຕີບ​ໃຫຍ່​ຢູ່​ໃສ. ຕົວຢ່າງ ຄົນ​ທີ່​ມາ​ຈາກ​ເອີຣົບ​ອາດ​ຈະ​ບໍ່​ຟັງ​ຂ່າວ​ສານ​ທີ່​ເຮົາ​ປະກາດ​ຄື​ກັບ​ຄົນ​ອາຊີ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ຢູ່​ເອີຣົບ ຫຼາຍ​ຄົນ​ຮູ້ຈັກ​ຄຳພີ​ໄບເບິນ​ແລະ​ເຄີຍ​ໄດ້​ຍິນ​ວ່າ​ພະເຈົ້າ​ສ້າງ​ທຸກ​ສິ່ງ. ແຕ່​ຢູ່​ອາຊີ ຫຼາຍ​ຄົນ​ບໍ່​ຄ່ອຍ​ຮູ້ຈັກ​ຄຳພີ​ໄບເບິນ​ຫຼື​ບໍ່​ຮູ້​ເລີຍ ແລະ​ເຂົາ​ເຈົ້າ​ອາດ​ຈະ​ບໍ່​ເຊື່ອ​ວ່າ​ມີ​ຜູ້​ສ້າງ. ຈຸດ​ປະສົງ​ຂອງ​ບົດ​ຄວາມ​ນີ້​ແມ່ນ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ເຖິງ​ຫົວໃຈ​ຂອງ​ທຸກ​ຄົນ​ທີ່​ເຮົາ​ພົບ​ໃນ​ເຂດ​ປະກາດ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ມາ​ຈາກ​ໃສ​ຫຼື​ມີ​ພູມ​ຫຼັງ​ແບບ​ໃດ​ກໍ​ຕາມ.

ໃຫ້​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ຢູ່​ສະເໝີ

4. ເປັນ​ຫຍັງ​ເຮົາ​ສາມາດ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ?

4 ຄິດ​ໃນ​ແງ່​ບວກ. ແຕ່​ລະ​ປີ​ຫຼາຍ​ຄົນ​ທີ່​ເຄີຍ​ບອກ​ວ່າ​ບໍ່​ເຊື່ອ​ຖື​ສາສະໜາ​ໄດ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ. ຄົນ​ເຫຼົ່າ​ນັ້ນ​ມີ​ມາດຕະຖານ​ດ້ານ​ສິນລະທຳ​ສູງ​ຢູ່​ແລ້ວ​ແລະ​ຮູ້ສຶກ​ກຽດ​ຊັງ​ຜູ້​ສອນ​ສາສະໜາ​ແລະ​ສະມາຊິກ​ທີ່​ໜ້າ​ຊື່​ໃຈ​ຄົດ. ສ່ວນ​ຄົນ​ອື່ນ​ກໍ​ບໍ່​ໄດ້​ເຄັ່ງ​ຄັດ​ກັບ​ມາດຕະຖານ​ດ້ານ​ສິນລະທຳ ແລະ​ເຂົາ​ເຈົ້າ​ໄດ້​ປະ​ຖິ້ມ​ນິດໄສ​ບໍ່​ດີ. ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ພົບ​ຄົນ​ທີ່ “ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ​ເຊິ່ງ​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ.”—ກິດ. 13:48, ລ.ມ.; 1 ຕີໂມ. 2:3, 4

ປັບ​ວິທີ​ການ​ເວົ້າ​ຂອງ​ເຈົ້າ​ເມື່ອ​ປະກາດ​ກັບ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ຄຳພີ​ໄບເບິນ (ເບິ່ງ​ຂໍ້ 5-6) *

5. ຫຼາຍ​ຄົນ​ມັກ​ຈະ​ຕອບ​ຮັບ​ຂ່າວ​ສານ​ຂອງ​ເຮົາ​ຍ້ອນ​ຫຍັງ?

5 ເວົ້າ​ມ່ວນໆແລະ​ຜ່ອນ​ສັ້ນ​ຜ່ອນ​ຍາວ. ຫຼາຍ​ຄົນ​ມັກ​ຈະ​ຕອບ​ຮັບ​ຂ່າວ​ສານ​ຂອງ​ເຮົາ​ຍ້ອນ​ວິທີ ທີ່​ເຮົາ​ເວົ້າ ບໍ່​ແມ່ນ​ສິ່ງ ທີ່​ເຮົາ​ເວົ້າ. ເຂົາ​ເຈົ້າ​ຮູ້​ຄຸນຄ່າ​ເມື່ອ​ເຮົາ​ເວົ້າ​ມ່ວນໆ ຜ່ອນ​ສັ້ນ​ຜ່ອນ​ຍາວ ແລະ​ສົນ​ໃຈ​ເຂົາ​ເຈົ້າ​ແທ້ໆ. ເຮົາ​ບໍ່​ໄດ້​ບັງຄັບ​ເຂົາ​ເຈົ້າ​ໃຫ້​ຟັງ​ສິ່ງ​ທີ່​ເຮົາ​ເວົ້າ ແຕ່​ເຮົາ​ພະຍາຍາມ​ເຂົ້າ​ໃຈ​ສິ່ງ​ທີ່​ເຂົາ​ເຈົ້າ​ຄິດ​ເລື່ອງ​ສາສະໜາ. ຕົວຢ່າງ​ເຊັ່ນ ບາງ​ຄົນ​ບໍ່​ມັກ​ເວົ້າ​ເລື່ອງ​ສາສະໜາ​ກັບ​ຄົນ​ອື່ນ. ບາງ​ຄົນ​ຮູ້ສຶກ​ວ່າ​ເປັນ​ການ​ເສຍ​ມາລະຍາດ​ທີ່​ຈະ​ຖາມ​ເລື່ອງ​ພະເຈົ້າ. ບາງ​ຄົນ​ຮູ້ສຶກ​ໜ້າ​ອາຍ​ຖ້າ​ຄົນ​ອື່ນ​ເຫັນ​ເຂົາ​ເຈົ້າ​ອ່ານ​ຄຳພີ​ໄບເບິນ ໂດຍ​ສະເພາະ​ອ່ານ​ກັບ​ພະຍານ​ພະ​ເຢໂຫວາ. ບໍ່​ວ່າ​ຈະ​ເປັນ​ກໍລະນີ​ໃດ​ກໍ​ຕາມ ເຮົາ​ຕ້ອງ​ພະຍາຍາມ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ.—2 ຕີໂມ. 2:24

6. ອັກຄະສາວົກ​ໂປໂລ​ປັບ​ວິທີ​ເວົ້າ​ແນວ​ໃດ ແລະ​ເຮົາ​ຈະ​ຮຽນ​ແບບ​ລາວ​ໄດ້​ແນວ​ໃດ?

6 ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ບາງ​ຄົນ​ບໍ່​ມັກ​ເມື່ອ​ເຮົາ​ໃຊ້​ຄຳ​ວ່າ “ຄຳພີ​ໄບເບິນ” “ພະເຈົ້າ” ຫຼື “ສາສະໜາ”? ເຮົາ​ສາມາດ​ຮຽນ​ແບບ​ອັກຄະສາວົກ​ໂປໂລ​ແລະ​ປັບ​ວິທີ​ເຮົາ​ເວົ້າ. ເມື່ອ​ໂປໂລ​ເວົ້າ​ກັບ​ຊາວ​ຢິວ​ລາວ​ໃຊ້​ຄຳພີ​ໄບເບິນ ແຕ່​ເມື່ອ​ເວົ້າ​ກັບ​ນັກ​ປັດຊະຍາ​ຊາວ​ເກັຣກ ລາວ​ບໍ່​ໄດ້​ອີງ​ຕາມ​ຄຳພີ​ໄບເບິນ​ໂດຍ​ກົງ. (ກິດ. 17:2, 3, 22-31) ເຮົາ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ໂປໂລ​ໄດ້​ແນວ​ໃດ? ຖ້າ​ເຮົາ​ພົບ​ຜູ້​ຄົນ​ທີ່​ບໍ່​ຍອມ​ຮັບ​ຄຳພີ​ໄບເບິນ ຄົງ​ຈະ​ດີ​ຖ້າ​ບໍ່​ໄດ້​ອີງ​ຕາມ​ຄຳພີ​ໄບເບິນ​ໂດຍ​ກົງ​ເມື່ອ​ເວົ້າ​ກັບ​ລາວ. ຖ້າ​ຮູ້​ວ່າ​ບາງ​ຄົນ​ຢ້ານ​ຄົນ​ອື່ນ​ຈະ​ເຫັນ​ລາວ​ອ່ານ​ຄຳພີ​ໄບເບິນ​ເປັນ​ຫົວ ເຮົາ​ອາດ​ຈະ​ໃຫ້​ລາວ​ອ່ານ​ຈາກ​ແທັບເລັດ ແລະ​ມື​ຖື.

7. ຕາມ​ທີ່​ຂຽນ​ໄວ້​ໃນ 1 ໂກລິນໂທ 9:20-23 ເຮົາ​ອາດ​ຈະ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຮຽນ​ແບບ​ໂປໂລ?

7 ເຂົ້າ​ໃຈ​ຄົນ​ອື່ນ​ແລະ​ຕັ້ງ​ໃຈ​ຟັງ. ເຮົາ​ຕ້ອງ​ພະຍາຍາມ​ເຂົ້າ​ໃຈ​ສິ່ງ​ທີ່​ຜູ້​ຄົນ​ຄິດ​ແລະ​ເຊື່ອ. (ສຸພາ. 20:5) ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ໂປໂລ​ອີກ​ເທື່ອ​ໜຶ່ງ. ເຖິງ​ວ່າ​ລາວ​ເຕີບ​ໃຫຍ່​ກັບ​ຊາວ​ຢິວ ແຕ່​ລາວ​ກໍ​ຍັງ​ປັບ​ໃຊ້​ວິທີ​ປະກາດ​ກັບ​ຄົນ​ຕ່າງ​ຊາດ ເພາະ​ເຂົາ​ເຈົ້າ​ຮູ້​ໜ້ອຍ​ຫຼື​ບໍ່​ຮູ້​ຫຍັງ​ເລີຍ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຄຳພີ​ໄບເບິນ. ເຮົາ​ອາດ​ຕ້ອງ​ຄົ້ນ​ຄວ້າ​ຫຼື​ຖາມ​ຄົນ​ອື່ນ​ໃນ​ປະຊາຄົມ​ທີ່​ມີ​ປະສົບການ​ເພື່ອ​ເຮົາ​ຈະ​ເຂົ້າ​ໃຈ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຄົນ​ໃນ​ເຂດ​ປະກາດ​ໄດ້​ຫຼາຍ​ຂຶ້ນ.—ອ່ານ 1 ໂກລິນໂທ 9:20-23

8. ເຮົາ​ອາດ​ຈະ​ເລີ່ມ​ລົມ​ເລື່ອງ​ຄຳພີ​ໄບເບິນ​ໂດຍ​ວິທີ​ໃດ?

8 ເຮົາ​ມີ​ເປົ້າ​ໝາຍ​ທີ່​ຈະ​ຊອກ​ຄົນ​ທີ່ “ເຕັມ​ໃຈ​ຕ້ອນຮັບ . . . ແລະ​ສົນ​ໃຈ​ຟັງ.” (ມັດ. 10:11, ລ.ມ.) ເພື່ອ​ຈະ​ເຮັດ​ແບບ​ນັ້ນ ເຮົາ​ຕ້ອງ​ຖາມ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ແລະ​ຕັ້ງ​ໃຈ​ຟັງ. ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຢູ່​ອັງກິດ​ຖາມ​ຜູ້​ຄົນ​ວ່າ​ເຮັດ​ແນວ​ໃດ​ຊີວິດ​ຄອບຄົວ​ຈະ​ມີ​ຄວາມ​ສຸກ ເຮັດ​ແນວ​ໃດ​ຈະ​ສອນ​ລູກ​ໃຫ້​ເປັນ​ຄົນ​ດີ ແລະ​ຈະ​ຮັບ​ມື​ກັບ​ຄວາມ​ບໍ່​ຍຸຕິທຳ​ໄດ້​ແນວ​ໃດ. ຫຼັງ​ຈາກ​ຟັງ​ຄຳຕອບ​ແລ້ວ ລາວ​ກໍ​ຖາມ​ວ່າ “ເຈົ້າ​ຄິດ​ແນວ​ໃດ​ກ່ຽວ​ກັບ​ຄຳ​ແນະນຳ​ນີ້​ທີ່​ຂຽນ​ເກືອບ 2.000 ປີ​ມາ​ແລ້ວ?” ຈາກ​ນັ້ນ ລາວ​ກໍ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ຂໍ້​ຄຳພີ​ໃນ​ມື​ຖື​ທີ່​ເລືອກ​ໄວ້​ແລ້ວ ໂດຍ​ບໍ່​ໃຊ້​ຄຳ​ວ່າ “ຄຳພີ​ໄບເບິນ”.

ເຂົ້າ​ເຖິງ​ຫົວໃຈ​ຂອງ​ຜູ້​ຄົນ

9. ເຮົາ​ອາດ​ຈະ​ຊ່ວຍ​ຜູ້​ທີ່​ບໍ່​ມັກ​ເວົ້າ​ເລື່ອງ​ພະເຈົ້າ​ໂດຍ​ເຮັດ​ແບບ​ໃດ?

9 ເຮົາ​ສາມາດ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ຜູ້​ທີ່​ບໍ່​ມັກ​ລົມ​ເລື່ອງ​ພະເຈົ້າ​ໄດ້​ໂດຍ​ເວົ້າ​ສິ່ງ​ທີ່​ຢູ່​ໃກ້​ໂຕ​ເຂົາ​ເຈົ້າ. ຕົວຢ່າງ: ຫຼາຍ​ຄົນ​ປະທັບ​ໃຈ​ສິ່ງ​ທີ່​ມີ​ຢູ່​ໃນ​ທຳມະຊາດ. ສະນັ້ນ ເຮົາ​ອາດ​ຈະ​ເວົ້າ​ວ່າ: “ເຈົ້າ​ຮູ້​ບໍ​ວ່າ​ເມື່ອ​ສ້າງ​ສິ່ງ​ໃໝ່ໆນັກ​ອອກ​ແບບ​ມັກ​ຈະ​ຮຽນ​ແບບ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ແລ້ວ. ຕົວຢ່າງ​ເຊັ່ນ: ເພື່ອ​ຈະ​ສ້າງ​ໄມ​ໂຄ​ຣໂຟນ​ນັກ​ອອກ​ແບບ​ຈະ​ຮຽນ​ແບບ​ລັກສະນະ​ພິເສດ​ຂອງ​ຫູ​ສັດ ສ່ວນ​ການ​ສ້າງ​ກ້ອງ​ຖ່າຍ​ຮູບ​ນັກ​ອອກ​ແບບ​ກໍ​ຈະ​ຮຽນ​ແບບ​ລັກສະນະ​ພິເສດ​ຂອງ​ຕາ​ສັດ. ແລ້ວ​ຫູ​ກັບ​ຕາ​ຂອງ​ສັດ​ເດມາ​ຈາກ​ໃສ? ເຈົ້າ​ຄິດ​ວ່າ​ມັນ​ເກີດ​ຂຶ້ນ​ເອງ​ບໍ​ຫຼື​ວ່າ​ມີ​ຜູ້​ສ້າງ?” ຫຼັງ​ຈາກ​ຕັ້ງ​ໃຈ​ຟັງ​ຄຳຕອບ​ແລ້ວ ເຮົາ​ອາດ​ຈະ​ບອກ​ຕື່ມ​ວ່າ: “ເມື່ອ​ນັກ​ອອກ​ແບບ​ຮຽນ​ຮູ້​ຈາກ​ລັກສະນະ​ພິເສດ​ຂອງ​ຫູ​ແລະ​ຕາ ເຮົາ​ອາດ​ສົງໄສ​ວ່າ​ເຂົາ​ເຈົ້າ​ຮຽນ​ຮູ້​ຈາກ​ໃຜ. ຂ້ອຍ​ສົນ​ໃຈ​ສິ່ງ​ທີ່​ນັກ​ຂຽນ​ໃນ​ສະໄໝ​ບູຮານ​ຂຽນ​ວ່າ: ‘ພະອົງ​ຜູ້​ສ້າງ​ຫູ​ຈະ​ບໍ່​ໄດ້​ຍິນ​ຫຼື? ພະອົງ​ຜູ້​ສ້າງ​ຕາ​ຈະ​ເບິ່ງ​ບໍ່​ເຫັນ​ຫຼື? . . . ພະອົງ​ເປັນ​ຜູ້​ສອນ​ປະຊາຊົນ​ໃຫ້​ມີ​ຄວາມ​ຮູ້’ ນັກ​ວິທະຍາສາດ​ບາງ​ຄົນ​ກໍ​ເຫັນ​ດີ​ກັບ​ຄຳ​ເວົ້າ​ນີ້ ແລະ​ເຊື່ອ​ວ່າ​ມີ​ຜູ້​ສ້າງ.” (ເພງ. 94:9, 10, ລ.ມ.) ຈາກ​ນັ້ນ ເຮົາ​ອາດ​ຈະ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ວິດີໂອ​ຈາກ​ເວັບໄຊ jw.org® ໃນ​ສ່ວນ “ການ​ສຳ​ພາດ​ແລະ​ປະສົບການ” ບົດ​ຄວາມ​ຊຸດ “ມຸມ​ມອງ​ເລື່ອງ​ຕົ້ນ​ກຳເນີດ​ຂອງ​ຊີວິດ.” [ເຂົ້າ​ໄປ​ທີ່ ສິ່ງ​ພິມ​ແລະ​ມັນຕິມີເດຍ > ວິດີໂອ (ພາສາ​ໄທ)] ຫຼື​ເຮົາ​ອາດ​ຈະ​ໃຫ້​ຈຸນລະສານ​ມີ​ຜູ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ບໍ? ຫຼື​ຈຸນລະສານ​ຕົ້ນ​ກຳເນີດ​ຊີວິດ—ຫ້າ​ຄຳຖາມ​ທີ່​ໜ້າ​ຄິດ (ພາສາ​ໄທ).

10. ເຮົາ​ອາດ​ຈະ​ເລີ່ມ​ລົມ​ກັບ​ບາງ​ຄົນ​ທີ່​ບໍ່​ຢາກ​ເວົ້າ​ເລື່ອງ​ພະເຈົ້າ​ໄດ້​ແນວ​ໃດ?

10 ຄົນ​ສ່ວນ​ຫຼາຍ​ຢາກ​ມີ​ອະນາຄົດ​ທີ່​ດີ. ແຕ່​ຫຼາຍ​ຄົນ​ກໍ​ຢ້ານ​ວ່າ​ໂລກ​ຈະ​ແຕກ​ແລະ​ຢູ່​ບໍ່​ໄດ້. ຜູ້​ດູ​ແລ​ເດີນ​ທາງ​ຈາກ​ປະເທດ​ນອກ​ແວ​ເວົ້າ​ວ່າ ຄົນ​ທີ່​ບໍ່​ຢາກ​ເວົ້າ​ເລື່ອງ​ພະເຈົ້າ​ຈະ​ມັກ​ເວົ້າ​ເລື່ອງ​ສະພາບການ​ຂອງ​ໂລກ. ຫຼັງ​ຈາກ​ທັກທາຍ​ຜູ້​ຄົນ ລາວ​ຖາມ​ວ່າ: “ເຈົ້າ​ຄິດ​ວ່າ​ອະນາຄົດ​ຈະ​ເປັນ​ແນວ​ໃດ? ຄວາມ​ຫວັງ​ຂອງ​ເຮົາ​ຂຶ້ນ​ຢູ່​ກັບ​ລັດຖະບານ ນັກ​ວິທະຍາສາດ ຫຼື​ຂຶ້ນ​ກັບ​ໃຜ​ບໍ?” ຫຼັງ​ຈາກ​ທີ່​ຕັ້ງ​ໃຈ​ຟັງ ລາວ​ກໍ​ອ່ານ​ຂໍ້​ຄຳພີ​ທີ່​ເວົ້າ​ເຖິງ​ອະນາຄົດ​ທີ່​ດີ. ບາງ​ຄົນ​ກໍ​ສົນ​ໃຈ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສັນຍາ​ວ່າ ໂລກ​ຈະ​ຄົງ​ຢູ່​ຕະຫຼອດ​ໄປ ແລະ​ຄົນ​ດີ​ຈະ​ໄດ້​ຢູ່​ໃນ​ໂລກ​ຕະຫຼອດ​ໄປ.—ເພງ. 37:29; ຜູ້ປ. 1:4

11. ເປັນ​ຫຍັງ​ເຮົາ​ຄວນ​ພະຍາຍາມ​ໃຊ້​ຫຼາຍ​ວິທີ​ເພື່ອ​ປະກາດ​ກັບ​ຜູ້​ຄົນ ແລະ​ເຮົາ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ໂປໂລ​ຕາມ​ທີ່​ຂຽນ​ໄວ້​ໃນ​ໂລມ 1:14-16 ໄດ້​ແນວ​ໃດ?

11 ເຮົາ​ຄວນ​ຈະ​ໃຊ້​ຫຼາຍ​ວິທີ​ເພື່ອ​ປະກາດ​ກັບ​ຜູ້​ຄົນ​ທີ່​ເຮົາ​ພົບ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ແຕ່​ລະ​ຄົນ​ບໍ່​ຄື​ກັນ. ບາງ​ສິ່ງ​ທີ່​ຄົນ​ໜຶ່ງ​ສົນ​ໃຈ​ອາດ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ບໍ່​ຢາກ​ຟັງ​ເລີຍ. ບາງ​ຄົນ​ກໍ​ມັກ​ລົມ​ເລື່ອງ​ອື່ນ​ກ່ອນ​ທີ່​ຈະ​ລົມ​ເລື່ອງ​ພະເຈົ້າ​ຫຼື​ຄຳພີ​ໄບເບິນ. ບໍ່​ວ່າ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ ເຮົາ​ຄວນ​ຊອກ​ໂອກາດ​ທີ່​ຈະ​ລົມ​ກັບ​ທຸກ​ຄົນ. (ອ່ານ ໂລມ 1:14-16) ເຮົາ​ຄວນ​ຈື່​ໄວ້​ສະເໝີ​ວ່າ ພະ​ເຢໂຫວາ​ເປັນ​ຜູ້​ດຽວ​ທີ່​ເຮັດ​ໃຫ້​ຄວາມ​ຈິງ​ເຕີບ​ໃຫຍ່​ໃນ​ຫົວໃຈ​ຂອງ​ຄົນ​ທີ່​ຮັກ​ສິ່ງ​ທີ່​ຖືກຕ້ອງ.—1 ໂກ. 3:6, 7

ວິທີ​ປະກາດ​ກັບ​ຄົນ​ທີ່​ມາ​ຈາກ​ເຂດ​ອາຊີ

ຜູ້​ປະກາດ​ຫຼາຍ​ຄົນ​ສົນ​ໃຈ​ຄົນ​ທີ່​ມາ​ຈາກ​ປະເທດ​ທີ່​ບໍ່​ໄດ້​ນັບຖື​ສາສະໜາ​ຄລິດ ແລະ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ຄຳ​ແນະນຳ​ທີ່​ໃຊ້​ໄດ້​ແທ້​ຈາກ​ຄຳພີ​ໄບເບິນ (ເບິ່ງ​ຂໍ້ 12-13)

12. ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ຄົນ​ທີ່​ຢູ່​ເຂດ​ອາຊີ​ເຊິ່ງ​ບໍ່​ໄດ້​ຄິດ​ວ່າ​ພະເຈົ້າ​ແມ່ນ​ຜູ້​ສ້າງ​ແທ້ໆ?

12 ທົ່ວ​ໂລກ ຜູ້​ປະກາດ​ຫຼາຍ​ຄົນ​ກຳລັງ​ພົບ​ກັບ​ຄົນ​ທີ່​ມາ​ຈາກ​ເຂດ​ອາຊີ ເຊິ່ງ​ບາງ​ປະເທດ ລັດຖະບານ​ໄດ້​ຈຳກັດ​ສິດ​ຂອງ​ສາສະໜາ. ບາງ​ປະເທດ​ຢູ່​ເຂດ​ອາຊີ ຫຼາຍ​ຄົນ​ບໍ່​ໄດ້​ຄິດ​ວ່າ​ມີ​ພະເຈົ້າ​ທີ່​ເປັນ​ຜູ້​ສ້າງ. ສ່ວນ​ບາງ​ຄົນ​ກໍ​ສົນ​ໃຈ​ແລະ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ແບບ​ງ່າຍໆ ແຕ່​ບາງ​ຄົນ​ກໍ​ບໍ່​ສົນ​ໃຈ​ເລີຍ. ແລ້ວ​ເຮົາ​ຈະ​ປະກາດ​ກັບ​ເຂົາ​ເຈົ້າ​ໄດ້​ແນວ​ໃດ? ຜູ້​ປະກາດ​ທີ່​ມີ​ປະສົບການ​ບາງ​ຄົນ​ມັກ​ລົມ​ເລື່ອງ​ທົ່ວໄປ​ກ່ອນ ແລ້ວ​ຈຶ່ງ​ສະແດງ​ຄວາມ​ສົນ​ໃຈ​ເປັນ​ສ່ວນ​ຕົວ ຈາກ​ນັ້ນ ກໍ​ເວົ້າ​ກ່ຽວ​ກັບ​ຫຼັກ​ການ​ໜຶ່ງ​ໃນ​ຄຳພີ​ໄບເບິນ​ວ່າ​ໄດ້​ຊ່ວຍ​ປັບ​ປຸງ​ຊີວິດ​ຂອງ​ຕົວ​ເອງ​ແນວ​ໃດ.

13. ສິ່ງ​ໃດ​ອາດ​ຈະ​ຊ່ວຍ​ໃຫ້​ຜູ້​ຄົນ​ສົນ​ໃຈ​ຄຳພີ​ໄບເບິນ? (ເບິ່ງ​ຮູບ​ໜ້າ​ປົກ)

13 ຫຼາຍ​ຄົນ​ສົນ​ໃຈ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເພາະ​ເຫັນ​ວ່າ​ມັນ​ໃຊ້​ໄດ້​ໃນ​ຊີວິດ​ປະຈຳ​ວັນ. (ຜູ້ປ. 7:12) ຢູ່​ນິວຢອກ ມີ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ປະກາດ​ກັບ​ຄົນ​ທີ່​ເວົ້າ​ພາສາ​ຈີນ​ກາງ​ບອກ​ວ່າ: “ຂ້ອຍ​ພະຍາຍາມ​ສົນ​ໃຈ​ຜູ້​ຄົນ​ເປັນ​ສ່ວນ​ຕົວ ແລະ​ຕັ້ງ​ໃຈ​ຟັງ​ເຂົາ​ເຈົ້າ​ເວົ້າ. ຖ້າ​ຮູ້​ວ່າ​ເຂົາ​ເຈົ້າ​ຫາ​ກໍ​ຍ້າຍ​ມາ​ແຕ່​ຕ່າງ​ປະເທດ ຂ້ອຍ​ອາດ​ຖາມ​ວ່າ: ‘ເຈົ້າ​ປັບ​ຕົວ​ເຂົ້າ​ກັບ​ສະພາບ​ນີ້​ໄດ້​ແລ້ວ​ບໍ? ເຈົ້າ​ໄດ້​ວຽກ​ເຮັດ​ແລ້ວ​ບໍ? ຄົນ​ແຖວ​ນີ້​ເຮັດ​ດີ​ກັບ​ເຈົ້າ​ບໍ?’” ບາງ​ເທື່ອ​ການ​ເຮັດ​ແບບ​ນີ້​ກໍ​ເປີດ​ໂອກາດ​ໃຫ້​ເວົ້າ​ເຖິງ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ. ຖ້າ​ເໝາະ​ສົມ​ພີ່​ນ້ອງ​ນີ້​ອາດ​ຈະ​ເວົ້າ​ຕື່ມ​ວ່າ: “ເຈົ້າ​ຄິດ​ວ່າ​ສິ່ງ​ໃດ​ສຳຄັນ​ທີ່​ສຸດ​ເພື່ອ​ຈະ​ເຂົ້າ​ກັບ​ຄົນ​ອື່ນ​ໄດ້? ຂໍ​ໃຫ້​ເຈົ້າ​ເບິ່ງ​ສຸພາສິດ​ຂໍ້​ໜຶ່ງ​ຈາກ​ຄຳພີ​ໄບເບິນ​ໄດ້​ບໍ? ໃນ​ນີ້​ບອກ​ວ່າ: ‘ການ​ເລີ່ມ​ຫາ​ເລື່ອງ​ຜິດ​ຖຽງ​ກັນ​ກໍ​ຄື​ເປີດ​ປະຕູ​ລະບາຍ​ນ້ຳ ໃຫ້​ຮີບ​ຍ່າງ​ໜີ​ກ່ອນ​ຈະ​ເລີ່ມ​ຖຽງ​ກັນ.’ ເຈົ້າ​ຄິດ​ວ່າ​ຄຳ​ແນະນຳ​ນີ້​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ກັບ​ຄົນ​ອື່ນ​ໄດ້​ບໍ?” (ສຸພາ. 17:14, ລ.ມ.) ການ​ເວົ້າ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຜູ້​ໃດ​ສົນ​ໃຈ​ແທ້ໆ.

14. ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຢູ່​ອາຊີ​ຊ່ວຍ​ຄົນ​ທີ່​ບໍ່​ເຊື່ອ​ເລື່ອງ​ພະເຈົ້າ​ແນວ​ໃດ?

14 ແລ້ວ​ຄົນ​ທີ່​ບອກ​ວ່າ​ບໍ່​ເຊື່ອ​ເລື່ອງ​ພະເຈົ້າ​ເດ? ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຢູ່​ອາຊີ​ມີ​ປະສົບການ​ຫຼາຍ​ໃນ​ການ​ປະກາດ​ກັບ​ຄົນ​ທີ່​ບໍ່​ເຊື່ອ​ຖື​ສາສະໜາ ລາວ​ເວົ້າ​ວ່າ: “ຕາມ​ປົກກະຕິ​ແລ້ວ ເມື່ອ​ມີ​ຄົນ​ແຖວ​ນີ້​ບອກ​ວ່າ ‘ຂ້ອຍ​ບໍ່​ເຊື່ອ​ເລື່ອງ​ພະເຈົ້າ’ ໝາຍ​ຄວາມ​ວ່າ ເຂົາ​ເຈົ້າ​ບໍ່​ຢາກ​ເຮັດ​ພິທີ​ກຳ​ໄຫວ້​ພະ. ຂ້ອຍ​ເຫັນ​ດີ​ກັບ​ເຂົາ​ເຈົ້າ​ວ່າ​ຄົນ​ເຮົາ​ເປັນ​ຜູ້​ສ້າງ​ພະ ພະ​ນັ້ນ​ເປັນ​ພຽງ​ແຕ່​ຮູບ​ປັ້ນ. ຂ້ອຍ​ຈະ​ມັກ​ອ່ານ​ເຢເຣມີ 16:20 ທີ່​ວ່າ: ‘ມະນຸດ​ຈະ​ສ້າງ​ຮູບ​ພະ​ຕ່າງໆທີ່​ບໍ່​ເປັນ​ພະເຈົ້າ​ໄວ້​ສຳລັບ​ຕົວ​ໄດ້​ຫຼື?’ ແລ້ວ​ຂ້ອຍ​ຈະ​ຖາມ​ວ່າ: ‘ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ໃຜ​ເປັນ​ພະເຈົ້າ​ແທ້?’ ຈາກ​ນັ້ນ​ກໍ​ຕັ້ງ​ໃຈ​ຟັງ​ເຂົາ​ເຈົ້າ​ຕອບ ແລະ​ຂ້ອຍ​ອ່ານ​ໃນ​ເອຊາອີ 41:23 ທີ່​ບອກ​ວ່າ: ‘ຈົ່ງ​ແຈ້ງ​ຄວາມ​ດ້ວຍ​ການ​ທີ່​ຈະ​ບັງເກີດ​ມາ​ພາຍ​ຫຼັງ​ແລະ​ພວກ​ເຮົາ​ຈະ​ຮູ້ຈັກ​ວ່າ​ພວກ​ທ່ານ​ເປັນ​ພະເຈົ້າ​ທັງ​ຫຼາຍ.’ ຈາກ​ນັ້ນ​ກໍ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ຕົວຢ່າງ​ເລື່ອງ​ທີ່​ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ອະນາຄົດ.”

15. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຢູ່​ອາຊີ​ຕາເວັນ​ອອກ?

15 ເມື່ອ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຢູ່​ອາຊີ​ຕາເວັນ​ອອກ​ກັບ​ໄປ​ຢາມ​ຜູ້​ສົນ​ໃຈ ລາວ​ເວົ້າ​ວ່າ: “ຂ້ອຍ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ໃນ​ຄຳພີ​ໄບເບິນ ຄຳ​ພະຍາກອນ​ທີ່​ສຳເລັດ​ເປັນ​ຈິງ ແລະ​ກົດ​ເກນ​ໃນ​ທຳມະຊາດ. ຈາກ​ນັ້ນ ຂ້ອຍ​ກໍ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ​ສິ່ງ​ທັງ​ໝົດ​ນີ້​ໃຫ້​ເຫດຜົນ​ວ່າ​ມີ​ພະເຈົ້າ​ທີ່​ເປັນ​ຜູ້​ສ້າງ​ແທ້ໆ. ເມື່ອ​ຜູ້​ຄົນ​ເລີ່ມ​ຄິດ​ວ່າ​ໜ້າ​ຈະ​ມີ​ພະເຈົ້າ ຂ້ອຍ​ກໍ​ຈະ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ສິ່ງ​ທີ່​ຄຳພີ​ໄບເບິນ​ເວົ້າ​ກ່ຽວ​ກັບ​ພະ​ເຢໂຫວາ.”

16. ຕາມ​ເຫບເລີ 11:6 ເປັນ​ຫຍັງ​ນັກ​ສຶກສາ​ຕ້ອງ​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ແລະ​ຄຳພີ​ໄບເບິນ ແລະ​ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ແບບ​ນັ້ນ​ໄດ້​ແນວ​ໃດ?

16 ເມື່ອ​ເຮົາ​ນຳ​ການ​ສຶກສາ​ກັບ​ຄົນ​ທີ່​ບໍ່​ເຊື່ອ​ເລື່ອງ​ພະເຈົ້າ ເຮົາ​ຕ້ອງ​ຊ່ວຍ​ເຂົາ​ເຈົ້າ​ຢ່າງ​ຕໍ່​ເນື່ອງ​ເພື່ອ​ໃຫ້​ເຊື່ອ​ວ່າ​ມີ​ພະເຈົ້າ​ແທ້ໆ. (ອ່ານ​ເຫບເລີ 11:6) ແລະ​ເຮົາ​ຕ້ອງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຊື່ອ​ໃນ​ຄຳພີ​ໄບເບິນ. ນີ້​ສະແດງ​ວ່າ ເຮົາ​ອາດ​ຈະ​ຕ້ອງ​ທວນ​ຄືນ​ບາງ​ຈຸດ. ໃນ​ແຕ່​ລະ​ຄັ້ງ​ທີ່​ສຶກສາ ເຮົາ​ອາດ​ຈະ​ຕ້ອງ​ໃຫ້​ຫຼັກ​ຖານ​ວ່າ​ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ. ນີ້​ອາດ​ຈະ​ໝາຍ​ເຖິງ​ການ​ເວົ້າ​ສັ້ນໆກ່ຽວ​ກັບ​ຄຳ​ພະຍາກອນ​ທີ່​ສຳເລັດ​ເປັນ​ຈິງ ຄວາມ​ຖືກຕ້ອງ​ດ້ານ​ວິທະຍາສາດ​ແລະ​ປະຫວັດສາດ ແລະ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ໃຊ້​ໄດ້​ໃນ​ຊີວິດ​ປະຈຳ​ວັນ.

17. ຖ້າ​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ຜູ້​ຄົນ​ຈະ​ສົ່ງ​ຜົນ​ຕໍ່​ເຂົາ​ເຈົ້າ​ແນວ​ໃດ?

17 ເຮົາ​ສາມາດ​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກ​ສິດ​ຂອງ​ພະ​ຄລິດ​ໄດ້​ໂດຍ​ການ​ສະແດງ​ຄວາມ​ຮັກ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເຊື່ອ​ຖື​ສາສະໜາ​ຫຼື​ບໍ່​ກໍ​ຕາມ. (1 ໂກ. 13:1) ເມື່ອ​ເຮົາ​ສອນ ເປົ້າ​ໝາຍ​ຂອງ​ເຮົາ​ຄື​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ພະເຈົ້າ​ຮັກ​ເຂົາ​ເຈົ້າ​ແລະ​ພະເຈົ້າ​ກໍ​ຢາກ​ໃຫ້​ເຂົາ​ເຈົ້າ​ຮັກ​ພະອົງ​ຄື​ກັນ. ແຕ່​ລະ​ປີ​ມີ​ຫຼາຍ​ພັນ​ຄົນ​ທີ່​ບໍ່​ຄ່ອຍ​ສົນ​ໃຈ​ສາສະໜາ​ຫຼື​ບໍ່​ສົນ​ໃຈ​ເລີຍ​ໄດ້​ຮັບ​ບັບເຕມາ ຍ້ອນ​ເຂົາ​ເຈົ້າ​ຮຽນ​ຮູ້​ທີ່​ຈະ​ຮັກ​ພະເຈົ້າ. ດັ່ງ​ນັ້ນ ຂໍ​ໃຫ້​ຄິດ​ໃນ​ແງ່​ບວກ ສະແດງ​ຄວາມ​ຮັກ ແລະ​ຄວາມ​ສົນ​ໃຈ​ເປັນ​ສ່ວນ​ຕົວ​ຕໍ່​ທຸກ​ຄົນ. ຕັ້ງ​ໃຈ​ຟັງ ແລະ​ພະຍາຍາມ​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ. ສອນ​ໃຫ້​ເຂົາ​ເຈົ້າ​ເປັນ​ລູກ​ສິດ​ຂອງ​ພະ​ຄລິດ​ດ້ວຍ​ຕົວຢ່າງ​ຂອງ​ເຈົ້າ​ເອງ.

ເພງ 76 ເຈົ້າ​ຮູ້ສຶກ​ແນວ​ໃດ?

^ ຂໍ້ 5 ປັດຈຸບັນ​ນີ້ ເຮົາ​ອາດ​ເຈິ​ຄົນ​ທີ່​ບໍ່​ໄດ້​ເຊື່ອ​ຖື​ສາສະໜາ​ຫຼາຍ​ກວ່າ​ແຕ່​ກ່ອນ. ໃນ​ບົດ​ຄວາມ​ນີ້​ຈະ​ເວົ້າ​ເຖິງ​ວິທີ​ທີ່​ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ໝັ້ນ​ໃຈ​ໃນ​ຄຳພີ​ໄບເບິນ​ແລະ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ພະເຈົ້າ.

^ ຂໍ້ 1 ຈາກ​ການ​ສຳຫຼວດ ບາງ​ປະເທດ​ທີ່​ປະຊາຊົນ​ບອກ​ວ່າ​ບໍ່​ເຊື່ອ​ຖື​ສາສະໜາ​ມີ: ອານ​ບານີ ອົດສະຕຣາລີ ອາແຊັກໄບຊານ ການາດາ ຈີນ ເຊັກ ດານ​ມາກ ຝຣັ່ງ ເຢຍລະມັນ ຮົງ​ກົງ ອຽກລັງ ອິດສະລາແອນ ຍີ່ປຸ່ນ ເກົາຫຼີ​ໃຕ້ ໂຮນລັງ ນອກ​ແວ ແອັດສະປາຍ ຊູແອດ ສະ​ວິດ ສະຫະລາຊະອານາຈັກ​ອັງກິດ ແລະ​ຫວຽດນາມ.

^ ຂໍ້ 2 ການ​ອະທິບາຍ​ສຳນວນ: ໃນ​ບົດ​ຄວາມ​ນີ້​ຄຳ​ວ່າ​ບໍ່​ເຊື່ອ​ຖື​ສາສະໜາ​ຍັງ​ໝາຍ​ເຖິງ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ພະເຈົ້າ.

^ ຂໍ້ 54 ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ປະກາດ​ກັບ​ໝູ່​ທີ່​ເຮັດ​ວຽກ​ນຳ​ກັນ​ຢູ່​ໂຮງ​ໝໍ ເຊິ່ງ​ຕໍ່​ມາ​ລາວ​ໄດ້​ເບິ່ງ​ການ​ສຶກສາ​ຄຳພີ​ໄບເບິນ​ອອນລາຍ.