ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ຖ້າ​ຜູ້​ຊາຍ​ແລະ​ຜູ້​ຍິງ​ທີ່​ຍັງ​ບໍ່​ໄດ້​ແຕ່ງ​ດອງ​ກັນ​ໄປ​ຄ້າງ​ຄືນ​ນຳ​ກັນ​ສອງ​ຕໍ່​ສອງ​ໂດຍ​ບໍ່​ມີ​ເຫດຜົນ​ພຽງ​ພໍ ນີ້​ເປັນ​ຫຼັກ​ຖານ​ວ່າ​ເຂົາ​ເຈົ້າ​ໄດ້​ເຮັດ​ຜິດ​ບໍ​ແລະ​ສົມຄວນ​ທີ່​ຈະ​ຕັ້ງ​ຄະນະ​ກຳມະການ​ຕັດສິນ​ຄວາມ​ບໍ?

ແມ່ນ​ແລ້ວ ການ​ໄປ​ຄ້າງ​ຄືນ​ນຳ​ກັນ​ສອງ​ຄົນ​ໂດຍ​ບໍ່​ມີ​ເຫດຜົນ​ພຽງ​ພໍ​ເປັນ​ຫຼັກ​ຖານ​ຢ່າງ​ຊັດເຈນ​ວ່າ​ເຂົາ​ເຈົ້າ​ໄດ້​ໄປ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ດັ່ງ​ນັ້ນ​ຈຶ່ງ​ມີ​ເຫດຜົນ​ທີ່​ຈະ​ຕ້ອງ​ຕັ້ງ​ຄະນະ​ກຳມະການ​ຕັດສິນ​ຄວາມ.—1 ໂກລິນໂທ 6:18

ຄະນະ​ຜູ້​ເຖົ້າ​ແກ່​ຕ້ອງ​ຄິດ​ຢ່າງ​ລະອຽດ​ຮອບຄອບ​ໃນ​ແຕ່​ລະ​ສະຖານະການ​ວ່າ​ຈຳເປັນ​ຕ້ອງ​ຕັ້ງ​ຄະນະ​ກຳມະການ​ຕັດສິນ​ຄວາມ​ຫຼື​ບໍ່. ຕົວຢ່າງ: ເຂົາ​ເຈົ້າ​ເປັນ​ແຟນ​ກັນ​ບໍ? ຜູ້​ເຖົ້າ​ແກ່​ເຄີຍ​ໃຫ້​ຄຳ​ແນະນຳ​ເຂົາ​ເຈົ້າ​ມາ​ກ່ອນ​ບໍ​ໃນ​ວິທີ​ທີ່​ເຂົາ​ເຈົ້າ​ປະຕິບັດ​ຕໍ່​ກັນ? ເປັນ​ຫຍັງ​ເຂົາ​ເຈົ້າ​ຕ້ອງ​ໄປ​ຄ້າງ​ຄືນ​ນຳກັນ​ສອງ​ຄົນ? ເຂົາ​ເຈົ້າ​ຕັ້ງ​ໃຈ​ວາງ​ແຜນ​ເຮັດ​ແບບ​ນັ້ນ​ບໍ? ເຂົາ​ເຈົ້າ​ມີ​ທາງ​ເລືອກ​ອື່ນ​ບໍ ຫຼື​ມີ​ບາງ​ສິ່ງ​ເກີດ​ຂຶ້ນ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ຄວບຄຸມ​ສະຖານະການ​ບໍ່​ໄດ້ ເຊັ່ນ: ເຫດການ​ທີ່​ບໍ່​ໄດ້​ຄາດ​ຄິດ ຫຼື​ມີ​ກໍລະນີ​ສຸກ​ເ​ສີນ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ຕ້ອງ​ຄ້າງ​ຄືນ​ນຳ​ກັນ​ໂດຍ​ບໍ່​ມີ​ທາງ​ເລືອກ? (ຜູ້​ເທສະໜາ​ປ່າວ​ປະກາດ 9:11) ເຂົາ​ເຈົ້າ​ນອນ​ຢູ່​ໃສ? ແຕ່​ລະ​ສະຖານະການ​ແມ່ນ​ແຕກຕ່າງ​ກັນ ດັ່ງ​ນັ້ນ​ຈຶ່ງ​ອາດ​ມີ​ຂໍ້​ມູນ​ອື່ນ​ທີ່​ຈະ​ສົ່ງ​ຜົນ​ຕໍ່​ການ​ຕັດສິນ​ໃຈ​ຂອງ​ຜູ້​ເຖົ້າ​ແກ່​ໄດ້.

ຫຼັງ​ຈາກ​ທີ່​ຄະນະ​ຜູ້​ເຖົ້າ​ແກ່​ເບິ່ງ​ຂໍ້​ມູນ​ທັງ​ໝົດ​ທີ່​ມີ​ແລ້ວ ນີ້​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ສາມາດ​ຕັດສິນ​ໃຈ​ໄດ້​ວ່າ​ຄວນ​ຕັ້ງ​ຄະນະ​ກຳມະການ​ຕັດສິນ​ຄວາມ​ຫຼື​ບໍ່.