ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ຜູ້​ໃດ​ຢູ່​ຝ່າຍ​ພະ​ເຢໂຫວາ?”

“ຜູ້​ໃດ​ຢູ່​ຝ່າຍ​ພະ​ເຢໂຫວາ?”

“ຈົ່ງ​ຢ້ານຢຳ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ. ຈົ່ງ​ບົວລະບັດ​ພະອົງ​ແລະ​ຈົ່ງ​ຕິດ​ນຳ​ພະອົງ.”—ພະບັນຍັດ 10:20

ເພງ: 28, 32

1, 2. (ກ) ເປັນ​ຫຍັງ​ການ​ຢູ່​ຝ່າຍ​ພະ​ເຢໂຫວາ​ຈຶ່ງ​ສະຫຼາດ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ເປັນ​ເລື່ອງ​ສະຫຼາດ​ທີ່​ເຮົາ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ. ບໍ່​ມີ​ໃຜ​ມີ​ພະລັງ​ອຳນາດ ສະຕິ​ປັນຍາ​ແລະ​ຄວາມ​ຮັກ​ຫຼາຍ​ກວ່າ​ພະອົງ​ອີກ​ແລ້ວ! ແນ່ນອນ​ວ່າ​ເຮົາ​ຢາກ​ສັດ​ຊື່​ພັກດີ​ແລະ​ຢູ່​ຝ່າຍ​ພະອົງ​ສະເໝີ. (ຄຳເພງ 96:4-6) ແຕ່​ມີ​ຜູ້​ນະມັດສະການ​ພະເຈົ້າ​ບາງ​ຄົນ​ບໍ່​ໄດ້​ເຮັດ​ແບບ​ນັ້ນ.

2 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ຕົວຢ່າງ​ຂອງ​ຄົນ​ທີ່​ອ້າງ​ວ່າ​ຢູ່​ຝ່າຍ​ພະ​ເຢໂຫວາ​ແຕ່​ກໍ​ຍັງ​ເຮັດ​ສິ່ງ​ທີ່​ພະອົງ​ກຽດ​ຊັງ. ບົດຮຽນ​ສຳຄັນ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ສັດ​ຊື່​ພັກດີ​ຕໍ່​ພະ​ເຢໂຫວາ​ສະເໝີ.

ພະ​ເຢໂຫວາ​ກວດ​ເບິ່ງ​ຫົວໃຈ​ຂອງ​ເຮົາ

3. ເປັນ​ຫຍັງ​ພະ​ເຢໂຫວາ​ພະຍາຍາມ​ຊ່ວຍ​ກາອີນ ແລະ​ພະອົງ​ບອກ​ຫຍັງ​ລາວ?

3 ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ກາອີນ. ລາວ​ບໍ່​ໄດ້​ນະມັດສະການ​ພະ​ປອມ ແຕ່​ພະ​ເຢໂຫວາ​ກໍ​ບໍ່​ຍອມ​ຮັບ​ການ​ນະມັດສະການ​ຂອງ​ລາວ. ຍ້ອນ​ຫຍັງ? ຍ້ອນ​ພະ​ເຢໂຫວາ​ເຫັນ​ແນວ​ໂນ້ມ​ທີ່​ບໍ່​ດີ​ໃນ​ຫົວໃຈ​ຂອງ​ກາອີນ. (1 ໂຢຮັນ 3:12) ພະອົງ​ເຕືອນ​ລາວ​ວ່າ: “ຖ້າ​ເຈົ້າ​ປ່ຽນ​ໃຈ​ມາ​ເຮັດ​ດີ ເຮົາ​ຈະ​ພໍ​ໃຈ​ເຈົ້າ ແຕ່​ຖ້າ​ເຈົ້າ​ບໍ່​ປ່ຽນ ບາບ​ກໍ​ຈະ​ຊຸ້ມ​ຖ້າ​ໂດດ​ຄຸບ​ເຈົ້າ​ຢູ່​ທີ່​ປະຕູ ເຈົ້າ​ໜ້າ​ຈະ​ເອົາ​ຊະນະ​ມັນ​ບໍ່​ແມ່ນ​ບໍ?” (ຕົ້ນເດີມ 4:6, 7, ລ.ມ.) ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ຊັດເຈນ​ວ່າ​ຖ້າ​ກາອີນ​ກັບ​ໃຈ​ແລະ​ເລືອກ​ຢູ່​ຝ່າຍ​ພະອົງ ພະອົງ​ກໍ​ຈະ​ຢູ່​ກັບ​ກາອີນ.

4. ເມື່ອ​ກາອີນ​ມີ​ໂອກາດ​ຢູ່​ຝ່າຍ​ພະ​ເຢໂຫວາ ແຕ່​ລາວ​ໄດ້​ເຮັດ​ຫຍັງ?

4 ຖ້າ​ກາອີນ​ປ່ຽນ​ແປງ​ຄວາມ​ຄິດ ພະ​ເຢໂຫວາ​ກໍ​ຈະ​ຍອມ​ຮັບ​ການ​ນະມັດສະການ​ຂອງ​ລາວ​ອີກ​ຄັ້ງ. ແຕ່​ກາອີນ​ບໍ່​ຟັງ​ຄວາມ​ພະເຈົ້າ ລາວ​ຍອມ​ໃຫ້​ຄວາມ​ຄິດ​ແລະ​ຄວາມ​ຕ້ອງການ​ທີ່​ເຫັນ​ແກ່​ຕົວ​ພາ​ລາວ​ໃຫ້​ເຮັດ​ສິ່ງ​ທີ່​ຊົ່ວ. (ຢາໂກໂບ 1:14, 15) ຕອນ​ກາອີນ​ຍັງ​ນ້ອຍ ລາວ​ອາດ​ບໍ່​ເຄີຍ​ຄິດ​ວ່າ​ຈະ​ເປັນ​ຜູ້​ຕໍ່​ຕ້ານ​ພະ​ເຢໂຫວາ. ແຕ່​ຕອນ​ນີ້​ລາວ​ບໍ່​ສົນ​ໃຈ​ຄຳ​ເຕືອນ ລາວ​ກະບົດ​ຕໍ່​ພະເຈົ້າ ແລະ​ເຖິງ​ຂັ້ນ​ຂ້າ​ນ້ອງ​ຊາຍ​ຕົວ​ເອງ!

5. ຄວາມ​ຄິດ​ແບບ​ໃດ​ອາດ​ເຮັດ​ໃຫ້​ພະເຈົ້າ​ບໍ່​ພໍ​ໃຈ​ເຮົາ?

5 ຄື​ກັບ​ກາອີນ ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ອາດ​ອ້າງ​ວ່າ​ນະມັດສະການ​ພະ​ເຢໂຫວາ ແຕ່​ແທ້ໆແລ້ວ​ພັດ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ. (ຢູເດ 11) ລາວ​ອາດ​ກະຕືລືລົ້ນ​ໃນ​ວຽກ​ປະກາດ​ແລະ​ໄປ​ປະຊຸມ​ເປັນ​ປະຈຳ ແຕ່​ລາວ​ກໍ​ຍັງ​ປ່ອຍ​ໃຫ້​ຕົວ​ເອງ​ມີ​ຈິນຕະນາການ​ໃນ​ເລື່ອງ​ທີ່​ຜິດ​ສິນລະທຳ ມີ​ຄວາມ​ຄິດ​ທີ່​ໂລບ ແລະ​ຄວາມ​ກຽດ​ຊັງ. (1 ໂຢຮັນ 2:15-17; 3:15) ຄວາມ​ຄິດ​ແບບ​ນີ້​ຈະ​ພາ​ໃຫ້​ລົງ​ມື​ເຮັດ​ຜິດ​ໄດ້. ຄົນ​ອື່ນໆອາດ​ບໍ່​ຮູ້ຈັກ​ສິ່ງ​ທີ່​ເຮົາ​ຄິດ​ຫຼື​ເຮັດ ແຕ່​ພະ​ເຢໂຫວາ​ຮູ້ ແລະ​ພະອົງ​ກໍ​ຮູ້​ຖ້າ​ເຮົາ​ບໍ່​ໄດ້​ຢູ່​ຝ່າຍ​ພະອົງ​ແທ້ໆ.—ອ່ານ​ເຢເຣມີ 17:9, 10

6. ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເອົາ​ຊະນະ​ຄວາມ​ຕ້ອງການ​ທີ່​ຜິດໆ?

6 ເຖິງ​ວ່າ​ເຮົາ​ຈະ​ເຮັດ​ຜິດ ແຕ່​ພະ​ເຢໂຫວາ​ກໍ​ຍັງ​ບໍ່​ໝົດ​ຫວັງ​ໃນ​ຕົວ​ເຮົາ. ຖ້າ​ເຮົາ​ກຳລັງ​ໄປ​ໃນ​ທາງ​ທີ່​ຜິດ ພະອົງ​ກໍ​ບອກ​ເຮົາ​ວ່າ: “ຈົ່ງ​ຫຼົບ​ມາ​ຫາ​ເຮົາ​ແລະ​ເຮົາ​ຈະ​ຄືນ​ມາ​ຫາ​ພວກ​ທ່ານ.” (ມາລາກີ 3:7) ພະ​ເຢໂຫວາ​ຮູ້​ວ່າ​ເຮົາ​ມີ​ຈຸດ​ອ່ອນ​ທີ່​ຕ້ອງ​ສູ້​ກັບ​ມັນ ແຕ່​ພະອົງ​ຢາກ​ໃຫ້​ເຮົາ​ເຂັ້ມແຂງ​ແລະ​ເຊົາ​ເຮັດ​ຊົ່ວ. (ເອຊາອີ 55:7) ຖ້າ​ເຮົາ​ເຮັດ​ຕາມ​ພະອົງ​ບອກ ພະອົງ​ສັນຍາ​ວ່າ​ຈະ​ຊ່ວຍ​ແລະ​ໃຫ້​ກຳລັງ​ກັບ​ເຮົາ​ເພື່ອ​ເອົາ​ຊະນະ​ຄວາມ​ຕ້ອງການ​ທີ່​ຜິດໆໄດ້.—ຕົ້ນເດີມ 4:7

ຢ່າ​ຫຼອກ​ຕົວ​ເອງ

7. ຊາໂລໂມນ​ສູນ​ເສຍ​ສາຍ​ສຳພັນ​ທີ່​ມີ​ກັບ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

7 ຕອນ​ທີ່​ຊາໂລໂມນ​ຍັງ​ນ້ອຍ ລາວ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ. ພະ​ເຢໂຫວາ​ເຮັດ​ໃຫ້​ລາວ​ເປັນ​ຄົນ​ສະຫຼາດ​ຫຼາຍ​ແລະ​ໃຫ້​ລາວ​ສ້າງ​ວິຫານ​ທີ່​ສວຍ​ງາມ​ໃນ​ເຢຣຶຊາເລມ​ເຊິ່ງ​ເປັນ​ວຽກ​ທີ່​ສຳຄັນ​ຫຼາຍ. ແຕ່​ຕໍ່​ມາ​ລາວ​ໄດ້​ສູນ​ເສຍ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ. (1 ກະສັດ 3:12; 11:1, 2) ກົດ​ໝາຍ​ຂອງ​ພະເຈົ້າ​ບອກ​ກະສັດ​ວ່າ: “ຢ່າ​ເອົາ​ເມຍ​ຫຼາຍ​ຄົນ​ເພື່ອ​ໃຈ​ແຫ່ງ​ຕົນ​ຈະ​ບໍ່​ເວັ້ນ​ໜີ.” (ພະບັນຍັດ 17:17) ຊາໂລໂມນ​ບໍ່​ໄດ້​ເຊື່ອ​ຟັງ​ກົດ​ໝາຍ​ນີ້ ລາວ​ເຖິງ​ກັບ​ມີ​ເມຍ 700 ຄົນ​ແລະ​ນາງ​ສະໜົມ​ອີກ 300 ຄົນ! (1 ກະສັດ 11:3) ເມຍ​ຂອງ​ລາວ​ຫຼາຍ​ຄົນ​ເປັນ​ຄົນ​ຕ່າງ​ຊາດ​ເຊິ່ງ​ນະມັດສະການ​ພະ​ປອມ. ດັ່ງ​ນັ້ນ ຊາໂລໂມນ​ຈຶ່ງ​ບໍ່​ໄດ້​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະເຈົ້າ​ທີ່​ບໍ່​ໃຫ້​ແຕ່ງ​ດອງ​ກັບ​ຄົນ​ຕ່າງ​ຊາດ.—ພະບັນຍັດ 7:3, 4

8. ຊາໂລໂມນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຫຍັງ​ແດ່?

8 ຊາໂລໂມນ​ຄ່ອຍໆເຊົາ​ຮັກ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ແລະ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຫຼາຍ. ລາວ​ໄດ້​ສ້າງ​ແທ່ນ​ບູຊາ​ສຳລັບ​ພະ​ປອມ​ອາດໂທເຣດ​ແລະ​ເກໂມຊ. ຈາກ​ນັ້ນ ລາວ​ກັບ​ພວກ​ເມຍ​ກໍ​ພາ​ກັນ​ນະມັດສະການ​ພະ​ປອມ​ເຫຼົ່າ​ນີ້. ລາວ​ໄດ້​ສ້າງ​ແທ່ນ​ບູຊາ​ເຫຼົ່າ​ນີ້​ເທິງ​ພູເຂົາ​ທີ່​ຢູ່​ຕໍ່​ໜ້າ​ເມືອງ​ເຢຣຶຊາເລມ ເຊິ່ງ​ເປັນ​ບ່ອນ​ທີ່​ລາວ​ສ້າງ​ໄດ້​ວິຫານ​ຂອງ​ພະ​ເຢໂຫວາ! (1 ກະສັດ 11:5-8; 2 ກະສັດ 23:13) ຊາໂລໂມນ​ອາດ​ຫຼອກ​ຕົວ​ເອງ​ວ່າ​ພະ​ເຢໂຫວາ​ຄົງ​ບໍ່​ສົນ​ໃຈ​ສິ່ງ​ຊົ່ວ​ທີ່​ລາວ​ເຮັດ ຕາບ​ໃດ​ທີ່​ລາວ​ຍັງ​ຖວາຍ​ເຄື່ອງ​ບູຊາ​ຢູ່​ທີ່​ວິຫານ​ຂອງ​ພະອົງ.

9. ເກີດ​ຫຍັງ​ຂຶ້ນ​ເມື່ອ​ຊາໂລໂມນ​ບໍ່​ເຊື່ອ​ຟັງ​ຄຳ​ເຕືອນ​ຂອງ​ພະເຈົ້າ?

9 ພະ​ເຢໂຫວາ​ບໍ່​ເຄີຍ​ເບິ່ງ​ຂ້າມ​ການ​ເຮັດ​ຜິດ. ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ໄດ້​ມີ​ຄວາມ​ຄຽດ​ຕໍ່​ສູ້​ຊາໂລໂມນ ຍ້ອນ​ໃຈ​ທ່ານ​ໄດ້​ເວັ້ນ​ໜີ​ຈາກ​ພະ​ເຢໂຫວາ.” ພະອົງ​ພະຍາຍາມ​ຊ່ວຍ​ຊາໂລໂມນ ພະອົງ ‘ໄດ້​ປາກົດ​ແກ່​ທ່ານ 2 ເທື່ອ ແລະ​ໄດ້​ສັ່ງ​ທ່ານ​ດ້ວຍ​ການ​ນັ້ນ​ເພື່ອ​ບໍ່​ໃຫ້​ທ່ານ​ໄປ​ຕາມ​ຮູບ​ພະ​ຕ່າງໆ ແລະ​ທ່ານ​ບໍ່​ໄດ້​ຖື​ຮັກສາ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ.’ ຜົນ​ກໍ​ຄື ພະ​ເຢໂຫວາ​ບໍ່​ຍອມ​ຮັບ​ແລະ​ບໍ່​ສະໜັບສະໜູນ​ຊາໂລໂມນ. ພະອົງ​ບໍ່​ໃຫ້​ລູກ​ຫຼານ​ຂອງ​ລາວ​ປົກຄອງ​ຊາດ​ອິດສະລາແອນ​ທັງ​ຊາດ ແລະ​ເຂົາ​ເຈົ້າ​ກໍ​ມີ​ບັນຫາ​ຮ້າຍແຮງ​ຕະຫຼອດ​ຫຼາຍ​ຮ້ອຍ​ປີ.—1 ກະສັດ 11:9-13

10. ອັນ​ໃດ​ທີ່​ອາດ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ?

10 ຖ້າ​ເຮົາ​ເລືອກ​ຄົບຫາ​ກັບ​ໝູ່​ທີ່​ບໍ່​ເຂົ້າ​ໃຈ​ແລະ​ບໍ່​ນັບຖື​ມາດຕະຖານ​ຂອງ​ພະເຈົ້າ ເຂົາ​ເຈົ້າ​ອາດ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ແລະ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ໄດ້. ເຂົາ​ເຈົ້າ​ອາດ​ເປັນ​ຄົນ​ໃນ​ປະຊາຄົມ​ທີ່​ບໍ່​ໄດ້​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ. ຫຼື​ອາດ​ເປັນ​ຍາດ​ພີ່​ນ້ອງ ເພື່ອນ​ບ້ານ ເພື່ອນ​ຮ່ວມ​ງານ ຫຼື​ໝູ່​ຢູ່​ໂຮງ​ຮຽນ​ທີ່​ບໍ່​ໄດ້​ນະມັດສະການ​ພະອົງ. ຖ້າ​ຄົນ​ທີ່​ເຮົາ​ໃຊ້​ເວລາ​ນຳ​ບໍ່​ໄດ້​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ ເຂົາ​ເຈົ້າ​ກໍ​ອາດ​ມີ​ອິດທິພົນ​ກັບ​ເຮົາ​ຈົນ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ໄດ້.

ຄົນ​ທີ່​ເຮົາ​ຄົບຫາ​ເປັນ​ໝູ່​ສົ່ງ​ຜົນ​ຕໍ່​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ແນວ​ໃດ? (ເບິ່ງ​ຂໍ້ 11)

11. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຈະ​ເລືອກ​ຄົບ​ໝູ່​ແບບ​ໃດ?

11 ອ່ານ 1 ໂກລິນໂທ 15:33. ຄົນ​ທົ່ວໄປ​ສ່ວນ​ໃຫຍ່​ກໍ​ເປັນ​ຄົນ​ນິດໄສ​ດີ ແລະ​ຄົນ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ສະເໝີ​ໄປ. ເຈົ້າ​ເອງ​ກໍ​ອາດ​ຈະ​ຮູ້ຈັກ​ກັບ​ຄົນ​ທີ່​ເປັນ​ແບບ​ນັ້ນ. ແຕ່​ນີ້​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ຈະ​ສາມາດ​ເປັນ​ໝູ່​ທີ່​ດີ​ໄດ້. ເຈົ້າ​ອາດ​ຖາມ​ຕົວ​ເອງ​ວ່າ: ເຂົາ​ເຈົ້າ​ຈະ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະ​ເຢໂຫວາ? ເຂົາ​ເຈົ້າ​ຊ່ວຍ​ເຈົ້າ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ບໍ? ອັນ​ໃດ​ເປັນ​ສິ່ງ​ສຳຄັນ​ແທ້ໆຕໍ່​ເຂົາ​ເຈົ້າ? ເຂົາ​ເຈົ້າ​ລົມ​ກັນ​ເລື່ອງ​ຫຍັງ​ແດ່? ເລື່ອງ​ທີ່​ເຂົາ​ເຈົ້າ​ລົມ​ກັນ​ສ່ວນ​ໃຫຍ່​ແລ້ວ​ເປັນ​ເລື່ອງ​ແຟຊັ່ນ ເງິນ​ຄຳ ໂທລະສັບ ຄອມພິວເຕີ ແທັບເລັດ ແລະ​ຄວາມ​ບັນເທີງ​ຕ່າງໆບໍ? ເຂົາ​ເຈົ້າ​ມັກ​ວິຈານ​ຄົນ​ອື່ນ​ບໍ? ເຂົາ​ເຈົ້າ​ມັກ​ເລົ່າ​ເລື່ອງ​ຕະຫຼົກ​ລາມົກ​ບໍ? ພະ​ເຍຊູ​ເຕືອນ​ວ່າ: “ໃຈ​ເຕັມ​ໄປ​ດ້ວຍ​ສິ່ງ​ຢ່າງ​ໃດ ປາກ​ກໍ​ກ່າວ​ອອກ​ຕາມ​ສິ່ງ​ຢ່າງ​ນັ້ນ.” (ມັດທາຍ 12:34) ຖ້າ​ເຈົ້າ​ຮູ້​ວ່າ​ໝູ່​ທີ່​ຄົບຫາ​ຈະ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະ​ເຢໂຫວາ​ເສຍຫາຍ ເຈົ້າ​ອາດ​ຕ້ອງ​ເຮັດ​ຫຍັງ​ບາງ​ຢ່າງ! ໂດຍ​ບໍ່​ໃຊ້​ເວລາ​ກັບ​ເຂົາ​ເຈົ້າ​ຫຼາຍ​ເກີນ​ໄປ ແລະ​ຖ້າ​ຈຳເປັນ​ເຈົ້າ​ຕ້ອງ​ເຊົາ​ຄົບຫາ​ເລີຍ.—ສຸພາສິດ 13:20

ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ສັດ​ຊື່​ພັກດີ​ຕໍ່​ພະອົງ

12. (ກ) ພະ​ເຢໂຫວາ​ເວົ້າ​ຫຍັງ​ກັບ​ພວກ​ອິດສະລາແອນ​ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ? (ຂ) ພວກ​ອິດສະລາແອນ​ຕອບ​ແນວ​ໃດ​ເມື່ອ​ພະເຈົ້າ​ຂໍ​ໃຫ້​ເຂົາ​ເຈົ້າ​ສັດ​ຊື່​ພັກດີ​ຕໍ່​ພະອົງ?

12 ເຮົາ​ຍັງ​ຮຽນ​ຮູ້​ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ພວກ​ອິດສະລາແອນ​ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ເອຢິບ. ຕອນ​ທີ່​ປະຊາຊົນ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ໜ້າ​ພູເຂົາ​ຊີນາອີ ພະ​ເຢໂຫວາ​ມາ​ປາກົດ​ຕໍ່​ໜ້າ​ເຂົາ​ເຈົ້າ​ຢ່າງ​ອັດສະຈັນ! ເຂົາ​ເຈົ້າ​ກໍ​ເຫັນ​ເມກ​ຕຶບ​ໜາ ຟ້າ​ເຫຼື້ອມ​ຟ້າ​ຮ້ອງ ຄວັນ ແລະ​ໄດ້​ຍິນ​ສຽງ​ດັງ​ຄື​ສຽງ​ແກ. (ອົບພະຍົບ 19:16-19) ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ໄດ້​ຍິນ​ພະ​ເຢໂຫວາ​ປະກາດ​ວ່າ ພະອົງ “ແມ່ນ​ພະເຈົ້າ​ຫວງແຫນ” ເຊິ່ງ​ເປັນ​ພະເຈົ້າ​ທີ່​ຕ້ອງການ​ໃຫ້​ນະມັດສະການ​ພະອົງ​ພຽງ​ຜູ້​ດຽວ. ພະອົງ​ສັນຍາ​ວ່າ​ຈະ​ສັດ​ຊື່​ພັກດີ​ຕໍ່​ຄົນ​ທີ່​ຮັກ​ແລະ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະອົງ. (ອ່ານ​ອົບພະຍົບ 20:1-6) ພະ​ເຢໂຫວາ​ເຮັດ​ໃຫ້​ປະຊາຊົນ​ອິດສະລາແອນ​ຮູ້​ວ່າ​ຖ້າ​ເຂົາ​ເຈົ້າ​ຢູ່​ຝ່າຍ​ພະອົງ ພະອົງ​ກໍ​ຈະ​ຢູ່​ຝ່າຍ​ເຂົາ​ເຈົ້າ. ຖ້າ​ເຈົ້າ​ຢູ່​ກັບ​ພວກ​ອິດສະລາແອນ​ໃນ​ຕອນ​ນັ້ນ ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ໄດ້​ຍິນ​ສຽງ​ຂອງ​ພະ​ເຢໂຫວາ? ເຈົ້າ​ອາດ​ຈະ​ຕອບ​ຄື​ກັບ​ພວກ​ອິດສະລາແອນ​ວ່າ: “ຖ້ອຍຄຳ​ທັງ​ປວງ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ໄວ້​ນັ້ນ​ເຮົາ​ທັງ​ຫຼາຍ​ຈະ​ຂັບ​ຕາມ.” (ອົບພະຍົບ 24:3) ແຕ່​ບໍ່​ດົນ​ຫຼັງ​ຈາກ​ນັ້ນ​ກໍ​ມີ​ບາງ​ສິ່ງ​ທີ່​ທົດ​ສອບ​ຄວາມ​ສັດ​ຊື່​ພັກດີ​ຂອງ​ພວກ​ອິດສະລາແອນ. ສິ່ງ​ນັ້ນ​ແມ່ນ​ຫຍັງ?

13. ຄວາມ​ສັດ​ຊື່​ພັກດີ​ຂອງ​ພວກ​ອິດສະລາແອນ​ຖືກ​ທົດ​ສອບ​ແນວ​ໃດ?

13 ພວກ​ອິດສະລາແອນ​ຢ້ານ​ພະລັງ​ອຳນາດ​ທີ່​ພະ​ເຢໂຫວາ​ສະແດງ​ໃຫ້​ເຂົາ​ເຈົ້າ​ເຫັນ​ໃນ​ຕອນ​ນັ້ນ ດັ່ງ​ນັ້ນ ໂມເຊ​ຈຶ່ງ​ຂຶ້ນ​ໄປ​ພູເຂົາ​ຊີນາອີ​ແລະ​ລົມ​ກັບ​ພະອົງ​ແທນ​ພວກ​ອິດສະລາແອນ. (ອົບພະຍົບ 20:18-21) ເວລາ​ກໍ​ຜ່ານ​ໄປ​ດົນ​ແລ້ວ ໂມເຊ​ກໍ​ບໍ່​ລົງ​ມາ​ຈັກ​ເທື່ອ ພວກ​ອິດສະລາແອນ​ຈຶ່ງ​ຄິດ​ວ່າ​ເຂົາ​ເຈົ້າ​ຄ້າງ​ຢູ່​ໃນ​ປ່າ​ກັນດານ​ໂດຍ​ບໍ່​ມີ​ຜູ້​ນຳ​ໜ້າ. ເຂົາ​ເຈົ້າ​ໄດ້​ເຮັດ​ຫຍັງ? ເຂົາ​ເຈົ້າ​ອາດ​ວາງໃຈ​ຜູ້​ນຳ​ທີ່​ເປັນ​ມະນຸດ​ຄື​ໂມເຊ​ຫຼາຍ​ເກີນ​ໄປ. ເຂົາ​ເຈົ້າ​ກັງວົນ​ຫຼາຍ​ຈົນ​ບອກ​ອາໂລນ​ວ່າ: “ຈົ່ງ​ມາ​ສ້າງ​ພະ​ທີ່​ຈະ​ນຳ​ໜ້າ​ພວກ​ເຮົາ​ໄປ ເຫດ​ວ່າ​ທ່ານ​ໂມເຊ​ຜູ້​ນັ້ນ​ທີ່​ໄດ້​ນຳ​ໜ້າ​ພວກ​ເຮົາ​ອອກ​ມາ​ຈາກ​ປະເທດ​ເອຄີບໂຕ ທ່ານ​ໄດ້​ໄປ​ທີ່​ໃດ​ພວກ​ເຮົາ​ກໍ​ຫາ​ຮູ້​ບໍ່​ໄດ້.”—ອົບພະຍົບ 32:1, 2

14. ພວກ​ອິດສະລາແອນ​ຫຼອກ​ຕົວ​ເອງ​ແນວ​ໃດ? ແລະ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ?

14 ພວກ​ອິດສະລາແອນ​ຮູ້​ວ່າ​ການ​ນະມັດສະການ​ຮູບ​ປັ້ນ​ເປັນ​ສິ່ງ​ທີ່​ຜິດ. (ອົບພະຍົບ 20:3-5) ແຕ່​ເຂົາ​ເຈົ້າ​ກໍ​ເລີ່ມ​ຂາບ​ໄຫວ້​ຮູບ​ປັ້ນ​ງົວ​ຄຳ​ໄວ​ແທ້ໆ! ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ຫຼອກ​ຕົວ​ເອງ​ວ່າ​ເຂົາ​ເຈົ້າ​ຍັງ​ຢູ່​ຝ່າຍ​ພະອົງ. ອາໂລນ​ເຖິງ​ກັບ​ເອີ້ນ​ການ​ນະມັດສະການ​ຮູບ​ປັ້ນ​ງົວ​ຄຳ​ນັ້ນ​ວ່າ​ເປັນ “ວັນ​ເທສະການ​ລ້ຽງ​ກັນ​ແກ່​ພະ​ເຢໂຫວາ”! ພະ​ເຢໂຫວາ​ເຮັດ​ແນວ​ໃດ​ກັບ​ເລື່ອງ​ນີ້? ພະອົງ​ບອກ​ໂມເຊ​ໃຫ້​ໄປ​ບອກ​ປະຊາຊົນ​ວ່າ​ເຂົາ​ເຈົ້າ “ໄດ້​ທຳ​ການ​ຊົ່ວ​ຮ້າຍ” ແລະ​ປະ​ຖິ້ມ ‘ແນວ​ທາງ​ທີ່​ເຮົາ​ໄດ້​ສັ່ງ​ເຂົາ.’ ພະ​ເຢໂຫວາ​ຮູ້ສຶກ​ໃຈ​ຮ້າຍ​ຫຼາຍ​ຈົນ​ເຖິງ​ຂະໜາດ​ຄິດ​ຈະ​ທຳລາຍ​ຊາດ​ນີ້​ທັງ​ໝົດ.—ອົບພະຍົບ 32:5-10

ພະ​ເຢໂຫວາ​ໃຫ້​ພວກ​ອິດສະລາແອນ​ເລືອກ​ເອງ​ວ່າ​ເຂົາ​ເຈົ້າ​ຢາກ​ຈະ​ຢູ່​ຝ່າຍ​ພະອົງ​ຫຼື​ບໍ່

15, 16. ໂມເຊ​ແລະ​ອາໂລນ​ສະແດງ​ເຫັນ​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ຢູ່​ຝ່າຍ​ພະ​ເຢໂຫວາ​ແທ້ໆ? (ເບິ່ງ​ຮູບ​ທຳອິດ)

15 ແຕ່​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເມດຕາ ພະອົງ​ບໍ່​ໄດ້​ຕັດສິນ​ໃຈ​ທຳລາຍ​ຄົນ​ທັງ​ຊາດ. ກົງ​ກັນ​ຂ້າມ ພະອົງ​ໃຫ້​ເຂົາ​ເຈົ້າ​ເລືອກ​ເອງ​ວ່າ​ຢາກ​ຈະ​ຢູ່​ຝ່າຍ​ພະອົງ​ຫຼື​ບໍ່. (ອົບພະຍົບ 32:14) ເມື່ອ​ໂມເຊ​ເຫັນ​ຄົນ​ໂຫ່​ຮ້ອງ ຮ້ອງ​ເພງ​ແລະ​ເຕັ້ນ​ລຳ​ຕໍ່​ໜ້າ​ຮູບ​ປັ້ນ​ງົວ​ຄຳ ລາວ​ກໍ​ໄປ​ທຳລາຍ​ຮູບ​ປັ້ນ​ນັ້ນ​ຈົນ​ມຸ່ນ​ເປັນ​ຝຸ່ນ. ແລ້ວ​ລາວ​ກໍ​ຮ້ອງ​ອອກ​ມາ​ວ່າ: “ຜູ້​ໃດ​ຢູ່​ຝ່າຍ​ພະ​ເຢໂຫວາ? ຜູ້​ນັ້ນ​ຈົ່ງ​ອອກ​ມາ​ນຳ​ເຮົາ​ເຖີ້ນ.” ແລະ “ລູກ​ຫຼານ​ເລວີ​ທັງ​ປວງ​ໄດ້​ໂຮມ​ກັນ​ກັບ​ທ່ານ​ໂມເຊ.”—ອົບພະຍົບ 32:17-20, 26

16 ເຖິງ​ວ່າ​ອາໂລນ​ຈະ​ເປັນ​ຜູ້​ທີ່​ເຮັດ​ຮູບ​ປັ້ນ​ງົວ​ຄຳ ແຕ່​ລາວ​ກັບ​ພວກເລວີ​ກໍ​ກັບ​ໃຈ​ແລະ​ເລືອກ​ຢູ່​ຝ່າຍ​ພະ​ເຢໂຫວາ. ຄົນ​ທີ່​ສັດ​ຊື່​ພັກດີ​ເຫຼົ່າ​ນີ້​ເຮັດ​ໃຫ້​ທຸກ​ຄົນ​ເຫັນ​ຈະ​ແຈ້ງ​ວ່າ​ເຂົາ​ເຈົ້າ​ບໍ່​ຢູ່​ຝ່າຍ​ຄົນ​ທີ່​ເຮັດ​ຜິດ. ນີ້​ເປັນ​ການ​ເລືອກ​ທີ່​ສະຫຼາດ ເພາະ​ໃນ​ມື້​ນັ້ນ​ຫຼາຍ​ພັນ​ຄົນ​ທີ່​ນະມັດສະການ​ຮູບ​ປັ້ນ​ງົວ​ຄຳ​ກໍ​ຕ້ອງ​ຕາຍ ແຕ່​ຄົນ​ທີ່​ຢູ່​ຝ່າຍ​ພະ​ເຢໂຫວາ​ລອດ​ຊີວິດ ແລະ​ພະອົງ​ຍັງ​ສັນຍາ​ວ່າ​ຈະ​ອວຍ​ພອນ​ເຂົາ​ເຈົ້າ​ນຳ.—ອົບພະຍົບ 32:27-29

17. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ໂປໂລ​ຂຽນ​ກ່ຽວ​ກັບ​ຮູບ​ປັ້ນ​ງົວ​ຄຳ?

17 ເຮົາ​ໄດ້​ບົດຮຽນ​ຫຍັງ? ໂປໂລ​ບອກ​ວ່າ: “ການ​ທັງ​ຫຼາຍ​ນັ້ນ​ເປັນ​ແບບ​ຢ່າງ​ແກ່​ເຮົາ” ເພື່ອ​ເຮົາ​ຈະ​ບໍ່ “ເປັນ​ຄົນ​ນົບ​ຮູບ.” ໂປໂລ​ອະທິບາຍ​ວ່າ​ເລື່ອງ​ຕ່າງໆ “ຂຽນ​ໄວ້​ແລ້ວ​ເພື່ອ​ຈະ​ເຕືອນ​ສະຕິ​ເຮົາ​ທັງ​ຫຼາຍ​ຜູ້​ທີ່​ໄດ້​ເຖິງ​ທີ່​ສຸດ​ອາຍຸ​ທັງ​ຫຼາຍ. ຢ່າງ​ນີ້​ຄົນ​ນັ້ນ​ທີ່​ຄຶດ​ວ່າ​ຕົວ​ຢັ້ງຢືນ​ຢູ່ ຈົ່ງ​ລະວັງ​ໃຫ້​ດີ​ຢ້ານ​ວ່າ​ຈະ​ຕົກ​ລົງ​ເສຍ.” (1 ໂກລິນໂທ 10:6, 7, 11, 12) ດັ່ງ​ທີ່​ໂປໂລ​ເວົ້າ​ມາ ແມ່ນ​ແຕ່​ຄົນ​ທີ່​ນະມັດສະການ​ພະ​ເຢໂຫວາ​ກໍ​ອາດ​ເຮັດ​ຊົ່ວ​ໄດ້. ເຂົາ​ເຈົ້າ​ອາດ​ເຖິງ​ກັບ​ຄິດ​ວ່າ​ພະ​ເຢໂຫວາ​ຍັງ​ຍອມ​ຮັບ​ເຂົາ​ເຈົ້າ. ແຕ່​ການ​ທີ່​ຄົນ​ເຮົາ​ບອກ​ວ່າ​ຢາກ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ແລະ​ອ້າງ​ວ່າ​ຕົວ​ເອງ​ສັດ​ຊື່​ພັກດີ​ຕໍ່​ພະອົງ ນັ້ນ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ຈະ​ພໍ​ໃຈ​ລາວ​ແທ້ໆ.—1 ໂກລິນໂທ 10:1-5

18. ອັນ​ໃດ​ອາດ​ເຮັດ​ໃຫ້​ເຮົາ​ຄ່ອຍໆອອກ​ຫ່າງ​ຈາກ​ພະ​ເຢໂຫວາ ແລະ​ຜົນ​ເປັນ​ແນວ​ໃດ?

18 ເມື່ອ​ໂມເຊ​ຍັງ​ບໍ່​ລົງ​ມາ​ຈາກ​ພູເຂົາ​ຊີນາອີ​ຕາມ​ທີ່​ພວກ​ອິດສະລາແອນ​ຄາດ​ຫວັງ ເຂົາ​ເຈົ້າ​ກໍ​ເລີ່ມ​ກັງວົນ. ຖ້າ​ອະວະສານ​ຂອງ​ລະບົບ​ນີ້​ຍັງ​ບໍ່​ທັນ​ມາ​ຕາມ​ທີ່​ເຮົາ​ຄາດ​ຫວັງ ເຮົາ​ກໍ​ອາດ​ຮູ້ສຶກ​ກັງວົນ​ຄື​ກັນ. ເຮົາ​ອາດ​ເລີ່ມ​ຄິດ​ວ່າ​ຄຳ​ສັນຍາ​ທີ່​ດີໆຂອງ​ພະ​ເຢໂຫວາ​ຍັງ​ອີກ​ດົນ​ກວ່າ​ຈະ​ເກີດ​ຂຶ້ນ​ແທ້ ແລະ​ອາດ​ເລີ່ມ​ສົນ​ໃຈ​ແຕ່​ຄວາມ​ຕ້ອງການ​ຂອງ​ຕົວ​ເອງ​ແທນ​ທີ່​ຈະ​ສົນ​ໃຈ​ສິ່ງ​ທີ່​ພະອົງ​ຕ້ອງການ​ໃຫ້​ເຮົາ​ເຮັດ. ຖ້າ​ເຮົາ​ບໍ່​ລະວັງ ເຮົາ​ອາດ​ຄ່ອຍໆອອກ​ຫ່າງ​ຈາກ​ພະ​ເຢໂຫວາ​ແລະ​ອາດ​ເຮັດ​ສິ່ງ​ທີ່​ບໍ່​ເຄີຍ​ຄິດ​ວ່າ​ຈະ​ເຮັດ.

19. ເຮົາ​ຄວນ​ຈື່​ຫຍັງ​ໄວ້​ສະເໝີ? ແລະ​ຍ້ອນ​ຫຍັງ?

19 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຊື່ອ​ຟັງ​ພະອົງ​ຢ່າງ​ສຸດ​ໃຈ​ແລະ​ນະມັດສະການ​ພະອົງ​ຜູ້​ດຽວ. (ອົບພະຍົບ 20:5) ຍ້ອນ​ຫຍັງ​ພະອົງ​ຈຶ່ງ​ຢາກ​ໃຫ້​ເຮົາ​ເຮັດ​ແບບ​ນັ້ນ? ຍ້ອນ​ວ່າ​ພະອົງ​ຮັກ​ເຮົາ. ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ພະອົງ​ຕ້ອງການ ເຮົາ​ກໍ​ຈະ​ເຮັດ​ສິ່ງ​ທີ່​ຊາຕານ​ຕ້ອງການ ແລະ​ນັ້ນ​ກໍ​ເປັນ​ອັນຕະລາຍ​ກັບ​ເຮົາ​ແທ້ໆ. ໂປໂລ​ບອກ​ວ່າ: “ທ່ານ​ທັງ​ຫຼາຍ​ຈະ​ກິນ​ແຕ່​ຈອກ​ຂອງ​ພະອົງ​ເຈົ້າ​ແລະ​ແຕ່​ຈອກ​ຂອງ​ຜີ​ທັງ​ຫຼາຍ​ບໍ່​ໄດ້ ຈະ​ຮັບ​ປະທານ​ທີ່ ‘ໂຕະ​ຂອງ​ພະອົງ​ເຈົ້າ’ ແລະ​ທີ່​ໂຕະ​ຂອງ​ຜີ​ທັງ​ຫຼາຍ​ບໍ່​ໄດ້.”—1 ໂກລິນໂທ 10:21

ໃກ້​ຊິດ​ກັບ​ພະ​ເຢໂຫວາ​ສະເໝີ!

20. ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ​ເຖິງ​ວ່າ​ເຮົາ​ຈະ​ເຮັດ​ຜິດ?

20 ກາອີນ ຊາໂລໂມນ ແລະ​ພວກ​ອິດສະລາແອນ​ມີ​ໂອກາດ​ກັບ​ໃຈ​ແລະ​ປ່ຽນ​ແປງ​ຕົວ​ເອງ. (ກິດຈະການ 3:19) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ໝົດ​ຫວັງ​ກັບ​ຄົນ​ຂອງ​ພະອົງ​ທັນທີ​ທີ່​ເຂົາ​ເຈົ້າ​ເຮັດ​ຜິດ​ພຽງ​ເທື່ອ​ດຽວ ຄື​ກັບ​ທີ່​ພະ​ເຢໂຫວາ​ໃຫ້​ອະໄພ​ອາໂລນ. ໃນ​ທຸກ​ມື້​ນີ້​ພະ​ເຢໂຫວາ​ໃຫ້​ຄຳ​ເຕືອນ​ດ້ວຍ​ຄວາມ​ຮັກ​ກັບ​ເຮົາ​ເພື່ອ​ປົກ​ປ້ອງ​ເຮົາ​ບໍ່​ໃຫ້​ເຮັດ​ສິ່ງ​ຊົ່ວ. ພະອົງ​ໃຊ້​ຄຳພີ​ໄບເບິນ ສັບພະ​ໜັງສື ແລະ​ພີ່​ນ້ອງ​ຄລິດສະຕຽນ​ເພື່ອ​ເຕືອນ​ເຮົາ. ຖ້າ​ເຮົາ​ຕັ້ງ​ໃຈ​ຟັງ​ຄຳ​ເຕືອນ​ຂອງ​ພະອົງ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ຈະ​ເມດຕາ​ເຮົາ​ແນ່ນອນ.

21. ເມື່ອ​ຄວາມ​ສັດ​ຊື່​ພັກດີ​ຂອງ​ເຮົາ​ຖືກ​ທົດ​ສອບ ເຮົາ​ຕ້ອງ​ເຮັດ​ຫຍັງ?

21 ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ມີ​ຈຸດ​ມຸ່ງ​ໝາຍ. (2 ໂກລິນໂທ 6:1) ຄວາມ​ກະລຸນາ​ນີ້​ເຮັດ​ໃຫ້​ພວກ​ເຮົາ​ມີ​ໂອກາດ​ທີ່​ຈະ “ປະຕິເສດ​ຄວາມ​ປະໝາດ​ເສຍ [“ການ​ເຮັດ​ຊົ່ວ,” ລ.ມ.] ແລະ​ຄວາມ​ຄຶດ​ຢາກ​ໄດ້​ສິ່ງ​ຂອງ​ໂລກ.” (ອ່ານ​ຕິໂຕ 2:11-14) ໃນ​ສະໄໝ​ນີ້ ມີ​ຫຼາຍ​ສະຖານະການ ທີ່​ທົດ​ສອບ​ຄວາມ​ສັດ​ຊື່​ພັກດີ​ຂອງ​ເຮົາ​ທີ່​ມີ​ຕໍ່​ພະ​ເຢໂຫວາ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ທີ່​ຈະ​​ຢູ່​ຝ່າຍ​ພະ​ເຢໂຫວາ​ແທ້ໆ. ຂໍ​ໃຫ້​ຈື່​ໄວ້​ສະເໝີ​ວ່າ​ເຮົາ​ຕ້ອງ ‘ຢ້ານຢຳ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ. ບົວລະບັດ​ພະອົງ​ແລະ​ຕິດ​ນຳ​ພະອົງ’ ສະເໝີ!—ພະບັນຍັດ 10:20