ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວິທີ​ສຶກສາ​ສ່ວນ​ຕົວ​ໃຫ້​ມ່ວນ​ແລະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຂຶ້ນ

ວິທີ​ສຶກສາ​ສ່ວນ​ຕົວ​ໃຫ້​ມ່ວນ​ແລະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຂຶ້ນ

ໂຢຊວຍ​ຕ້ອງ​ນຳ​ຊາດ​ອິດສະລາແອນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ. ນີ້​ເປັນ​ເລື່ອງ​ທີ່​ຍາກ​ແທ້ໆ. ແຕ່​ພະ​ເຢໂຫວາ​ເສີມ​ກຳລັງ​ແລະ​ໃຫ້​ກຳລັງ​ໃຈ​ລາວ​ໂດຍ​ບອກ​ວ່າ: “ຈົ່ງ​ຊູ​ແຮງ​ຕົວ​ຂຶ້ນ​ແລະ​ຈົ່ງ​ຕັ້ງ​ໝັ້ນ​ຄົງ​ຢູ່.” ພະອົງ​ບອກ​ໂຢຊວຍ​ວ່າ​ຖ້າ​ລາວ​ອ່ານ​ແລະ​ເຊື່ອ​ຟັງ​ກົດ​ໝາຍ ລາວ​ກໍ​ຈະ​ຕັດສິນ​ໃຈ​ໄດ້​ຢ່າງ​ສະຫຼາດ​ແລະ​ປະສົບ​ຜົນ​ສຳເລັດ.—ໂຢຊວຍ 1:7, 8

ເຮົາ​ຢູ່​ໃນ “ຊ່ວງ​ເວລາ​ວິກິດ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງຍາກ​ລຳບາກ” ດັ່ງ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ເຮົາ​ໃຊ້​ຊີວິດ​ຢ່າງ​ຍາກ​ລຳບາກ. (2 ຕີໂມເຕ 3:1, ລ.ມ.) ຖ້າ​ເຮົາ​ຢາກ​ປະສົບ​ຜົນ​ສຳເລັດ​ຄື​ກັບ​ໂຢຊວຍ ເຮົາ​ຕ້ອງ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ລາວ. ເຮົາ​ຕ້ອງ​ອ່ານ​ຄຳພີ​ໄບເບິນ​ທຸກໆມື້​ແລະ​ໃຊ້​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ຢ່າງ​ສະຫຼາດ.

ການ​ສຶກສາ​ສ່ວນ​ຕົວ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ ແຕ່​ບາງ​ຄົນ​ກໍ​ບໍ່​ຮູ້​ວິທີ​ທີ່​ຈະ​ສຶກສາ ຫຼື​ອາດ​ຮູ້ສຶກ​ບໍ່​ມ່ວນ. ເມື່ອ​ເຈົ້າ​ເບິ່ງ​ຂອບ “ ລອງ​ເຮັດ​ຕາມ​ຄຳ​ແນະນຳ​ເຫຼົ່າ​ນີ້” ເຈົ້າ​ຈະ​ເຫັນ​ເຄັດ​ລັບ​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮູ້ສຶກ​ມ່ວນ​ແລະ​ໄດ້​ຮັບ​ປະໂຫຍດ​ກັບ​ການ​ສຶກສາ​ສ່ວນ​ຕົວ​ຫຼາຍ​ຂຶ້ນ.

ຜູ້​ຂຽນ​ພະທຳ​ຄຳເພງ​ບອກ​ວ່າ: “ຂໍ​ຊ່ອຍ​ຂ້າ​ນ້ອຍ​ໃຫ້​ທຽວ​ໄປ​ໃນ​ທາງ​ແຫ່ງ​ຂໍ້​ຄຳ​ສັ່ງ​ທັງ​ຫຼາຍ​ຂອງ​ພະອົງ ເຫດ​ວ່າ​ຂ້າ​ນ້ອຍ​ຊອບ​ໃຈ​ໃນ​ການ​ນັ້ນ.” (ຄຳເພງ 119:35) ເຈົ້າ​ກໍ​ສາມາດ​ມ່ວນ​ກັບ​ການ​ສຶກສາ​ຄຳພີ​ໄບເບິນ​ໄດ້​ຄື​ກັນ. ແຮ່ງ​ເຈົ້າ​ສຶກສາ​ຫຼາຍ ເຈົ້າ​ກໍ​ແຮ່ງ​ຈະ​ພົບ​ຂໍ້​ຄິດ​ດີໆຫຼາຍ​ຢ່າງ.

ເຖິງ​ວ່າ​ເຈົ້າ​ບໍ່​ໄດ້​ເປັນ​ຜູ້​ນຳ​ປະເທດ​ຊາດ​ຄື​ກັບ​ໂຢຊວຍ ແຕ່​ເຈົ້າ​ເອງ​ກໍ​ມີ​ບັນຫາ​ໃນ​ຊີວິດ​ຄື​ກັນ. ດັ່ງ​ນັ້ນ ຂໍ​ໃຫ້​ເຈົ້າ​ສຶກສາ​ສ່ວນ​ຕົວ​ແລະ​ເຊື່ອ​ຟັງ​ພະ​ຄຳ​ຂອງ​ພະເຈົ້າ​ຄື​ກັບ​ໂຢຊວຍ ແລ້ວ​ເຈົ້າ​ຈະ​ຕັດສິນ​ໃຈ​ເລື່ອງ​ຕ່າງໆຢ່າງ​ສະຫຼາດ​ແລະ​ປະສົບ​ຜົນ​ສຳເລັດ.