ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຢາກ​ເປັນ​ຄົນ​ສຳຄັນ​ສຳລັບ​ໃຜ?

ເຈົ້າ​ຢາກ​ເປັນ​ຄົນ​ສຳຄັນ​ສຳລັບ​ໃຜ?

“ພະເຈົ້າ​ບໍ່​ເປັນ​ບໍ່​ຊອບທຳ​ຈະ​ລືມ​ກິດຈະການ​ຂອງ​ທ່ານ​ທັງ​ຫຼາຍ ແລະ​ຄວາມ​ຮັກ​ທີ່​ທ່ານ​ທັງ​ຫຼາຍ​ໄດ້​ສຳແດງ​ສຳລັບ​ນາມ​ຊື່​ຂອງ​ພະອົງ.”—ເຫບເລີ 6:10

ເພງ: 39, 30

1. ຕາມ​ທຳມະຊາດ​ແລ້ວ​ເຮົາ​ທຸກ​ຄົນ​ຢາກ​ໄດ້​ຫຍັງ?

ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ຄົນ​ທີ່​ເຈົ້າ​ຮູ້ຈັກ​ແລະ​ນັບຖື​ລືມ​ຊື່​ເຈົ້າ ແລະ​ໜັກ​ກວ່າ​ນັ້ນ​ຄື​ຈື່​ເຈົ້າ​ບໍ່​ໄດ້​ເລີຍ? ນີ້​ຄົງ​ເຮັດ​ໃຫ້​ເຈົ້າ​ເສຍໃຈ​ຫຼາຍ​ແທ້ໆ. ຍ້ອນ​ຫຍັງ? ຍ້ອນ​ເປັນ​ເລື່ອງ​ທຳມະຊາດ​ທີ່​ເຮົາ​ທຸກ​ຄົນ​ຢາກ​ໃຫ້​ຄົນ​ອື່ນ​ໃຫ້​ຄວາມ​ສຳຄັນ​ກັບ​ເຮົາ. ເຮົາ​ບໍ່​ພຽງ​ແຕ່​ຢາກ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຮົາ​ແມ່ນ​ໃຜ ແຕ່​ເຮົາ​ຢາກ​ໃຫ້​ຮູ້​ວ່າ​ເຮົາ​ເປັນ​ຄົນ​ແບບ​ໃດ​ແລະ​ເຄີຍ​ປະສົບ​ຜົນ​ສຳເລັດ​ຫຍັງ​ມາ​ແດ່.—ຈົດເຊັນບັນຊີ 11:16; ໂຢບ 31:6

2, 3. ຄວາມ​ຮູ້ສຶກ​ຕາມ​ທຳມະຊາດ​ທີ່​ຢາກ​ໃຫ້​ຄົນ​ອື່ນ​ໃຫ້​ຄວາມ​ສຳຄັນ​ອາດ​ສົ່ງ​ຜົນ​ແນວ​ໃດ​ກັບ​ເຮົາ? (ເບິ່ງ​ຮູບ​ທຳອິດ)

2 ແຕ່​ຖ້າ​ເຮົາ​ບໍ່​ລະວັງ ຄວາມ​ຮູ້ສຶກ​ຕາມ​ທຳມະຊາດ​ທີ່​ຢາກ​ໃຫ້​ຄົນ​ອື່ນ​ໃຫ້​ຄວາມ​ສຳຄັນ​ອາດ​ສົ່ງ​ຜົນ​ເສຍ​ຕໍ່​ເຮົາ​ໄດ້. ໂລກ​ຂອງ​ຊາຕານ​ອາດ​ເຮັດ​ໃຫ້​ເຮົາ​ຢາກ​ເປັນ​ຄົນ​ມີ​ຊື່ສຽງ​ແລະ​ເປັນ​ຄົນ​ສຳຄັນ. ຖ້າ​ເປັນ​ແບບ​ນັ້ນ ເຮົາ​ກໍ​ບໍ່​ໄດ້​ໃຫ້​ກຽດ​ແລະ​ນະມັດສະການ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ຢ່າງ​ທີ່​ພະອົງ​ສົມຄວນ​ໄດ້​ຮັບ.—ຄຳປາກົດ 4:11

3 ໃນ​ສະໄໝ​ຂອງ​ພະ​ເຍຊູ ພວກ​ຫົວ​ໜ້າ​ສາສະໜາ​ມີ​ຄວາມ​ຄິດ​ທີ່​ບໍ່​ຖືກຕ້ອງ​ກ່ຽວກັບ​​ເລື່ອງ​ການ​ຢາກ​ໃຫ້​ຄົນ​ອື່ນ​ໃຫ້​ຄວາມ​ສຳຄັນ. ພະ​ເຍຊູ​ຈຶ່ງ​ເຕືອນ​ລູກ​ສິດ​ວ່າ: “ທ່ານ​ທັງ​ຫຼາຍ​ຈົ່ງ​ລະວັງ​ໃຫ້​ດີ​ດ້ວຍ​ພວກ​ສະໝຽນ​ທີ່​ຊອບ​ໃຈ​ຈະ​ທຽວ​ໄປ​ມາ​ຫົ່ມ​ເສື້ອ​ຊັ້ນ​ຍາວ​ແລະ​ທີ່​ມັກ​ໄດ້​ຮັບ​ຄວາມ​ຄຳນັບ​ທີ່​ກາງ​ຕະຫຼາດ​ແລະ​ມັກ​ທີ່​ນັ່ງ​ສູງ​ໃນ​ໂຮງ​ທຳ​ແລະ​ໃນ​ການ​ລ້ຽງ​ກັນ” ເພິ່ນ​ບອກ​ອີກ​ວ່າ: “ພວກ​ນີ້​ຈະ​ຮັບ​ໂທດ​ຢ່າງ​ໜັກ​ກວ່າ.” (ລືກາ 20:46, 47) ໃນ​ທາງ​ກົງ​ກັນ​ຂ້າມ ພະ​ເຍຊູ​ຊົມ​ເຊີຍ​ແມ່​ໝ້າຍ​ທຸກ​ຍາກ​ຄົນ​ໜຶ່ງ​ທີ່​ໄດ້​ບໍລິຈາກ​ເງິນ​ສອງ​ຫຼຽນ​ນ້ອຍໆເຊິ່ງ​ບໍ່​ມີ​ໃຜ​ສັງເກດ​ເຫັນ. (ລືກາ 21:1-4) ເຫັນ​ໄດ້​ແຈ້ງ​ວ່າ ຄວາມ​ຄິດ​ຂອງ​ພະ​ເຍຊູ​ໃນ​ເລື່ອງ​ການ​ເປັນ​ຄົນ​ສຳຄັນ​ແຕກຕ່າງ​ຈາກ​ຄົນ​ອື່ນ​ຫຼາຍ​ແທ້ໆ. ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ໃນ​ເລື່ອງ​ການ​ເປັນ​ຄົນ​ສຳຄັນ​ໃນ​ແບບ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ມີ.

ເປັນ​ຄົນ​ສຳຄັນ​ສຳລັບ​ພະເຈົ້າ

4. ການ​ເປັນ​ຄົນ​ສຳຄັນ​ສຳລັບ​ໃຜ​ຄື​ສິ່ງ​ທີ່​ດີ​ທີ່​ສຸດ ແລະ​ຍ້ອນ​ຫຍັງ?

4 ການ​ເປັນ​ຄົນ​ທີ່​ສຳຄັນ​ສຳລັບ​ໃຜ​ຄື​ສິ່ງ​ທີ່​ດີ​ທີ່​ສຸດ? ຫຼາຍ​ຄົນ​ຄິດ​ວ່າ​ການ​ໄດ້​ຮຽນ​ສູງໆ ການ​ທີ່​ປະສົບ​ຜົນ​ສຳເລັດ​ທາງ​ທຸລະກິດ ຫຼື​ການ​ມີ​ຊື່ສຽງ​ໃນ​ວົງ​ການ​ບັນເທີງ​ແລະ​ກິລາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ຄົນ​ສຳຄັນ. ແຕ່​ໂປໂລ​ບອກ​ວ່າ: “ດຽວ​ນີ້ ຄັນ​ທ່ານ​ທັງ​ຫຼາຍ​ຮູ້ຈັກ​ພະເຈົ້າ​ແລ້ວ ຫຼື​ດີ​ກວ່າ​ອີກ​ພະເຈົ້າ​ຮູ້ຈັກ​ທ່ານ​ທັງ​ຫຼາຍ ເປັນ​ສັນ​ໃດ​ທ່ານ​ທັງ​ຫຼາຍ​ຫຼົບ​ໄປ​ຫາ​ຮີດຄອງ​ອັນ​ຕາ​ເວທະນາ​ແລະ​ຂາດ​ປະໂຫຍດ​ນັ້ນ ທ່ານ​ທັງ​ຫຼາຍ​ຢາກ​ໄດ້​ເປັນ​ທາດ​ແຫ່ງ​ສິ່ງ​ທັງ​ຫຼາຍ​ນັ້ນ​ອີກ​ຫຼື?” (ຄາລາຊີ 4:9) ເປັນ​ສິດທິ​ພິເສດ​ແທ້ໆທີ່​ພະ​ເຢໂຫວາ​ພະເຈົ້າ​ເຊິ່ງ​ເປັນ​ຜູ້​ປົກຄອງ​ສູງ​ສຸດ​ແຫ່ງ​ເອກະພົບ “ຮູ້ຈັກ” ເຮົາ! ພະອົງ​ຮູ້​ວ່າ​ເຮົາ​ແມ່ນ​ໃຜ ພະອົງ​ຮັກ​ເຮົາ ແລະ​ຢາກ​ໃຫ້​ເຮົາ​ສະໜິດ​ກັບ​ພະອົງ. ພະ​ເຢໂຫວາ​ສ້າງ​ເຮົາ​ເພື່ອ​ຈະ​ໃຫ້​ເຮົາ​ເປັນ​ໝູ່​ກັບ​ພະອົງ.—ຜູ້​ເທສະໜາ​ປ່າວ​ປະກາດ 12:13, 14

5. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້?

5 ເຮົາ​ຮູ້​ວ່າ​ໂມເຊ​ເປັນ​ໝູ່​ກັບ​ພະ​ເຢໂຫວາ. ຕອນ​ທີ່​ລາວ​ອ້ອນ​ວອນ​ພະອົງ​ວ່າ: “ຂໍ​ເຊີນ​ພະອົງ​ໂຜດ​ສຳແດງ​ທາງ​ຂອງ​ພະອົງ​ໃຫ້​ຂ້າ​ນ້ອຍ​ເຫັນ” ແລະ​ພະອົງ​ກໍ​ຕອບ​ລາວ​ວ່າ: “ສິ່ງ​ນີ້​ທີ່​ເຈົ້າ​ໄດ້​ຂໍ​ແລ້ວ​ເຮົາ​ຈະ​ກະທຳ​ດ້ວຍ ເຫດ​ວ່າ​ເຈົ້າ​ໄດ້​ພົບ​ພະ​ຄຸນ​ຕໍ່​ຕາ​ເຮົາ​ແລ້ວ ແລະ​ເຮົາ​ໄດ້​ຮູ້ຈັກ​ເຈົ້າ​ດ້ວຍ​ນາມ​ຊື່.” (ອົບພະຍົບ 33:12-17) ທີ່​ຈິງ ພະ​ເຢໂຫວາ​ກໍ​ຍັງ​ຮູ້ຈັກ​ເຮົາ​ແຕ່​ລະ​ຄົນ​ເປັນ​ຢ່າງ​ດີ. ແຕ່​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້? ເຮົາ​ຕ້ອງ​ຮັກ​ພະອົງ​ແລະ​ອຸທິດ​ຊີວິດ​ໃຫ້​ພະອົງ.—ອ່ານ​1 ໂກລິນໂທ 8:3

6, 7. ອັນ​ໃດ​ອາດ​ເຮັດ​ໃຫ້​ເຮົາ​ສູນ​ເສຍ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ?

6 ແຕ່​ເທົ່າ​ນັ້ນ​ຍັງ​ບໍ່​ພໍ ເຮົາ​ຕ້ອງ​ຮັກສາ​ສາຍ​ສຳພັນ​ທີ່​ມີ​ຄ່າ​ກັບ​ພະ​ເຢໂຫວາ​ຕໍ່ໆໄປ. ຄື​ກັບ​ຄລິດສະຕຽນ​ສະຕະວັດ​ທຳອິດ​ໃນ​ເມືອງ​ຄາລາຊີ ເຮົາ​ຕ້ອງ​ເຊົາ​ເປັນ​ທາດ​ຂອງ “ຮີດຄອງ​ອັນ​ຕາ​ເວທະນາ​ແລະ​ຂາດ​ປະໂຫຍດ” ຂອງ​ໂລກ​ນີ້ ເຊິ່ງ​ລວມ​ເຖິງ​ການ​ປະສົບ​ຄວາມ​ສຳເລັດ​ແລະ​ການ​ມີ​ຊື່ສຽງ​ໃນ​ໂລກ. (ຄາລາຊີ 4:9) ຄລິດສະຕຽນ​ໃນ​ເມືອງ​ນັ້ນ​ກໍ​ຮູ້ຈັກ​ພະເຈົ້າ​ຢູ່​ແລ້ວ ແລະ​ພະເຈົ້າ​ກໍ​ຮູ້ຈັກ​ເຂົາ​ເຈົ້າ. ແຕ່​ໂປໂລ​ບອກ​ວ່າ​ພີ່​ນ້ອງ​ເຫຼົ່າ​ນີ້ “ຫຼົບ​ໄປ​ຫາ” ສິ່ງ​ທີ່​ບໍ່​ມີ​ຄ່າ​ອີກ. ແທ້ໆແລ້ວ​ໂປໂລ​ກຳລັງ​ຖາມ​ເຂົາ​ເຈົ້າ​ວ່າ: “ເປັນ​ສັນ​ໃດ​ທ່ານ​ທັງ​ຫຼາຍ​ຫຼົບ​ໄປ​ຫາ​ຮີດຄອງ​ອັນ​ຕາ​ເວທະນາ​ແລະ​ຂາດ​ປະໂຫຍດ​ນັ້ນ ທ່ານ​ທັງ​ຫຼາຍ​ຢາກ​ໄດ້​ເປັນ​ທາດ​ແຫ່ງ​ສິ່ງ​ທັງ​ຫຼາຍ​ນັ້ນ​ອີກ​ຫຼື?”

7 ເລື່ອງ​ແບບ​ນີ້​ອາດ​ເກີດ​ຂຶ້ນ​ກັບ​ເຮົາ​ໄດ້​ບໍ? ໄດ້​ແທ້. ຄື​ກັບ​ໂປໂລ ເມື່ອ​ເຮົາ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ ເຮົາ​ໄດ້​ປະ​ຖິ້ມ​ຊື່ສຽງ​ແລະ​ຄວາມ​ສຳເລັດ​ໃນ​ໂລກ​ຂອງ​ຊາຕານ. (ອ່ານ​ຟີລິບ 3:7, 8) ເຮົາ​ອາດ​ຖິ້ມ​ທຶນ​ການ​ສຶກສາ ວຽກ​ທີ່​ດີ ຫຼື​ໂອກາດ​ທີ່​ຈະ​ຫາ​ເງິນ​ໄດ້​ຫຼາຍໆ ຫຼື​ເຮົາ​ອາດ​ມີ​ພອນ​ສະຫວັນ​ດ້ານ​ດົນຕີ​ແລະ​ກິລາ​ເຊິ່ງ​ອາດ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຊື່ສຽງ​ແລະ​ຮັ່ງມີ ແຕ່​ເຮົາ​ກໍ​ຖິ້ມ​ໂອກາດ​ເຫຼົ່າ​ນັ້ນ​ທັງ​ໝົດ. (ເຫບເລີ 11:24-27) ເປັນ​ເລື່ອງ​ທີ່​ບໍ່​ສະຫຼາດ​ເລີຍ​ທີ່​ເຮົາ​ຈະ​ຄຶດ​ເສຍໃຈ​ແລະ​ຮູ້ສຶກ​ວ່າ​ຊີວິດ​ຈະ​ດີ​ກວ່າ​ນີ້​ຖ້າ​ຕອນ​ນັ້ນ​ໄດ້​ເອົາ​ຈິງ​ເອົາ​ຈັງ​ໃນ​ເລື່ອງ​ເຫຼົ່າ​ນັ້ນ! ຖ້າ​ເຮົາ​ຄິດ​ແນວ​ນັ້ນ ເຮົາ​ກໍ​ອາດ​ກັບ​ໄປ​ຫາ​ສິ່ງ​ຕ່າງໆຂອງ​ໂລກ​ນີ້ ເຊິ່ງ​ເຮົາ​ເຄີຍ​ຖື​ວ່າ​ເປັນ “ຮີດຄອງ​ອັນ​ຕາ​ເວທະນາ​ແລະ​ຂາດ​ປະໂຫຍດ.”

ໃຫ້​ພະຍາຍາມ​ເປັນ​ຄົນ​ສຳຄັນ​ສຳລັບ​ພະ​ເຢໂຫວາ

8. ສິ່ງ​ໃດ​ຈະ​ຊ່ວຍ​ໃຫ້​ເຮົາ​ຢາກ​ເປັນ​ຄົນ​ສຳຄັນ​ສຳລັບ​ພະ​ເຢໂຫວາ​ແລະ​ຮູ້ສຶກ​ແບບ​ນັ້ນ​ຫຼາຍ​ຂຶ້ນ?

8 ເຮົາ​ຄວນ​ຢາກ​ເປັນ​ຄົນ​ສຳຄັນ​ສຳລັບ​ພະ​ເຢໂຫວາ​ບໍ່​ແມ່ນ​ຢາກ​ເປັນ​ຄົນ​ສຳຄັນ​ສຳລັບ​ໂລກ ແລ້ວ​ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຮູ້ສຶກ​ແບບ​ນັ້ນ​ຫຼາຍ​ຂຶ້ນ? ເຮົາ​ຕ້ອງ​ຄິດ​ເຖິງ​ຄວາມ​ຈິງ​ທີ່​ສຳຄັນ 2 ຢ່າງ. ທຳອິດ ພະ​ເຢໂຫວາ​ໃຫ້​ຄວາມ​ສຳຄັນ​ສະເໝີ ກັບ​ຄົນ​ທີ່​ຮັບໃຊ້​ພະອົງ​ຢ່າງ​ສັດ​ຊື່. (ອ່ານ​ເຫບເລີ 6:10; 11:6) ພະ​ເຢໂຫວາ​ເບິ່ງ​ວ່າ​ຜູ້​ຮັບໃຊ້​ທຸກ​ຄົນ​ຂອງ​ພະອົງ​ມີ​ຄ່າ​ຫຼາຍ ເຖິງ​ຂະໜາດ​ທີ່​ພະອົງ​ຖື​ວ່າ​ການ​ບໍ່​ສົນ​ໃຈ​ຜູ້​ຮັບໃຊ້​ຄົນ​ໜຶ່ງ​ເປັນ​ການ​ເຮັດ​ສິ່ງ​ທີ່ “ບໍ່​ຊອບທຳ.” ພະອົງ​ຮູ້ຈັກ​ທຸກ​ຄົນ​ທີ່​ເປັນ ‘ຄົນ​ຂອງ​ພະອົງ.’ (2 ຕີໂມເຕ 2:19) ນອກ​ຈາກ​ນັ້ນ ພະອົງ​ກໍ “ຮູ້ຈັກ​ຮີດຄອງ​ຂອງ​ພວກ​ຄົນ​ຊອບທຳ” ແລະ​ຮູ້​ວິທີ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດ.—ຄຳເພງ 1:6; 2 ເປໂຕ 2:9

9. ຂໍ​ໃຫ້​ຍົກ​ຕົວຢ່າງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ຄົນ​ຂອງ​ພະອົງ.

9 ບາງ​ຄັ້ງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ວ່າ​ພະອົງ​ຮັກ​ຄົນ​ຂອງ​ພະອົງ​ໃນ​ວິທີ​ທີ່​ພິເສດ​ຫຼາຍ. (2 ຂ່າວຄາວ 20:20, 29) ຕົວຢ່າງ: ຂໍ​ໃຫ້​ຄິດ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ຄົນ​ຂອງ​ພະອົງ​ໃຫ້​ລອດ​ຢູ່​ທີ່​ທະເລ​ແດງ ຕອນ​ທີ່​ກອງທັບ​ໃຫຍ່​ຂອງ​ຟາໂລ​ໄລ່​ຕາມ​ເຂົາ​ເຈົ້າ​ມາ. (ອົບພະຍົບ 14:21-30; ຄຳເພງ 106:9-11) ເຫດການ​ນີ້​ເປັນ​ເລື່ອງ​ທີ່​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ຈົນ​ຜູ້​ຄົນ​ໃນ​ປະເທດ​ແຖວ​ນັ້ນ​ຊ່າ​ລື​ກັນ​ໄປ​ເຖິງ 40 ປີ. (ໂຢຊວຍ 2:9-11) ເຮົາ​ຮູ້ສຶກ​ໄດ້​ກຳລັງ​ໃຈ​ແທ້ໆທີ່​ຄິດ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ຮັກ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃນ​ອະດີດ​ແລະ​ໃຊ້​ພະລັງ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ. ເພາະ​ອີກ​ບໍ່​ດົນ​ໂຄກ​ແຫ່ງ​ມາໂຄກ​ກໍ​ຈະ​ໂຈມຕີ​ເຮົາ​ແລ້ວ. (ເອເຊກຽນ 38:8-12) ໃນ​ຕອນ​ນັ້ນ ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ພະຍາຍາມ​ເປັນ​ຄົນ​ສຳຄັນ​ສຳລັບ​ພະ​ເຢໂຫວາ​ບໍ່​ແມ່ນ​ສຳລັບ​ໂລກ​ນີ້.

ບາງ​ຄັ້ງ​ພະ​ເຢໂຫວາ​ກໍ​ໃຫ້​ລາງວັນ​ກັບ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃນ​ແບບ​ທີ່​ບໍ່​ຄາດ​ຄິດ

10. ຄວາມ​ຈິງ​ຢ່າງ​ທີ​ສອງ​ທີ່​ເຮົາ​ຕ້ອງ​ຄິດ​ເຖິງ​ແມ່ນ​ຫຍັງ?

10 ຄວາມ​ຈິງ​ຢ່າງ​ທີ​ສອງ​ທີ່​ເຮົາ​ຕ້ອງ​ຄິດ​ເຖິງ​ຄື​ພະ​ເຢໂຫວາ​ອາດ​ໃຫ້​ຄວາມ​ສຳຄັນ​ກັບ​ເຮົາ​ໃນ​ແບບ​ທີ່​ເຮົາ​ບໍ່​ຄາດ​ຄິດ. ຖ້າ​ຄົນ​ເຮົາ​ເຮັດ​ດີ​ເພື່ອ​ຈະ​ໃຫ້​ຄົນ​ອື່ນ​ຍົກຍ້ອງ ພະ​ເຢໂຫວາ​ກໍ​ຈະ​ບໍ່​ໃຫ້​ລາງວັນ​ກັບ​ລາວ. ຍ້ອນ​ຫຍັງ? ຄື​ກັບ​ທີ່​ພະ​ເຍຊູ​ບອກ ເມື່ອ​ຄົນ​ອື່ນ​ຍົກຍ້ອງ​ລາວ ນັ້ນ​ກໍ​ເປັນ​ລາງວັນ​ຂອງ​ລາວ​ແລ້ວ. (ອ່ານ​ມັດທາຍ 6:1-5) ກົງ​ກັນ​ຂ້າມ ພະ​ເຢໂຫວາ​ຜູ້​ເຫັນ “ໃນ​ທີ່​ລັບ​ລີ້” ກໍ​ເຫັນ​ຄົນ​ເຮັດ​ດີ​ທີ່​ບໍ່​ມີ​ໃຜ​ຍົກຍ້ອງ. ພະອົງ​ສັງເກດ​ເຫັນ​ສິ່ງ​ທີ່​ລາວ​ເຮັດ ແລະ​ຈະ​ໃຫ້​ລາງວັນ​ຫຼື​ອວຍ​ພອນ​ລາວ. ບາງ​ຄັ້ງ​ພະ​ເຢໂຫວາ​ກໍ​ໃຫ້​ລາງວັນ​ກັບ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃນ​ແບບ​ທີ່​ບໍ່​ຄາດ​ຄິດ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ.

ພະ​ເຢໂຫວາ​ໃຫ້​ຄວາມ​ສຳຄັນ​ກັບ​ຜູ້​ຍິງ​ທີ່​ຖ່ອມ​ຕົວ​ໃນ​ແບບ​ທີ່​ບໍ່​ຄາດ​ຄິດ

11. ອັນ​ໃດ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ໃຫ້​ຄວາມ​ສຳຄັນ​ກັບ​ມາລີ?

11 ພະ​ເຢໂຫວາ​ເລືອກ​ຜູ້​ຍິງ​ຖ່ອມ​ຄົນ​ໜຶ່ງ​ຊື່​ມາລີ​ໃຫ້​ເປັນ​ແມ່​ຂອງ​ພະ​ເຍຊູ​ລູກ​ຊາຍ​ຂອງ​ພະອົງ. ມາລີ​ອາໄສ​ຢູ່​ເມືອງ​ນ້ອຍໆຊື່​ນາຊາເລດ​ເຊິ່ງ​ໄກ​ຈາກ​ເມືອງ​ເຢຣຶຊາເລມ​ທີ່​ມີ​ວິຫານ​ທີ່​ສວຍ​ງາມ​ຫຼາຍ. (ອ່ານ​ລືກາ 1:26-33) ເປັນ​ຫຍັງ​ພະ​ເຢໂຫວາ​ເລືອກ​ມາລີ? ທູດ​ສະຫວັນ​ຄາບ​ລຽນ​ມາ​ບອກ​ກັບ​ລາວ​ວ່າ​ລາວ “ໄດ້​ຮັບ​ພະ​ຄຸນ​ຕໍ່​ໜ້າ​ພະເຈົ້າ.” ເຮົາ​ເຫັນ​ໄດ້​ວ່າ​ມາລີ​ເປັນ​ໝູ່​ສະໜິດ​ຂອງ​ພະ​ເຢໂຫວາ​ຈາກ​ສິ່ງ​ທີ່​ລາວ​ໄດ້​ເວົ້າ​ກັບ​ເອລີຊາເບດ​ທີ່​ເປັນ​ຍາດ​ພີ່​ນ້ອງ​ຂອງ​ລາວ. (ລືກາ 1:46-55) ພະ​ເຢໂຫວາ​ໄດ້​ເຝົ້າ​ເບິ່ງ​ມາລີ ແລະ​ເຫັນ​ວ່າ​ລາວ​ສັດ​ຊື່​ຕໍ່​ພະອົງ ພະອົງ​ຈຶ່ງ​ອວຍ​ພອນ​ລາວ​ໃນ​ແບບ​ທີ່​ບໍ່​ຄາດ​ຄິດ.

12, 13. ພະ​ເຍຊູ​ໄດ້​ຮັບ​ກຽດ​ແນວ​ໃດ​ຕອນ​ທີ່​ເພິ່ນ​ເກີດ ແລະ​ຕອນ​ທີ່​ມາລີ​ພາ​ເພິ່ນ​ໄປ​ວິຫານ​ຫຼັງ​ຈາກ​ເກີດ​ໄດ້ 40 ມື້?

12 ຕອນ​ທີ່​ພະ​ເຍຊູ​ເກີດ ພະ​ເຢໂຫວາ​ໄດ້​ບອກ​ໃຫ້​ໃຜ​ຮູ້​ແດ່? ພະອົງ​ບໍ່​ໄດ້​ບອກ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຫຼື​ຜູ້​ປົກຄອງ​ຄົນ​ໃດໆໃນ​ເຢຣຶຊາເລມ​ແລະ​ເບດເລເຫມ. ແຕ່​ພະອົງ​ໄດ້​ສົ່ງ​ທູດ​ສະຫວັນ​ໄປ​ບອກ​ພວກ​ຄົນ​ລ້ຽງ​ແກະ​ທີ່​ຖ່ອມ​ຕົວ​ເຊິ່ງ​ລ້ຽງ​ແກະ​ຢູ່​ນອກ​ເມືອງ​ເບດເລເຫມ. (ລືກາ 2:8-14) ແລ້ວ​ພວກ​ຄົນ​ລ້ຽງ​ແກະ​ກໍ​ໄປ​ຢາມ​ພະ​ເຍຊູ. (ລືກາ 2:15-17) ມາລີ​ແລະ​ໂຢເຊບ​ຄົງ​ຕ້ອງ​ແປກ​ໃຈ​ຫຼາຍ​ແທ້ໆທີ່​ເຫັນ​ພະ​ເຍຊູ​ໄດ້​ຮັບ​ກຽດ​ໃນ​ວິທີ​ນີ້. ວິທີ​ຂອງ​ພະ​ເຢໂຫວາ​ຕ່າງ​ກັນ​ກັບ​ວິທີ​ຂອງ​ຊາຕານ. ເມື່ອ​ຊາຕານ​ສົ່ງ​ໝໍ​ໂຫນ​ໄປ​ຫາ​ພະ​ເຍຊູ​ແລະ​ພໍ່​ແມ່​ຂອງ​ເພິ່ນ ທຸກ​ຄົນ​ໃນ​ເຢຣຶຊາເລມ​ກໍ​ໄດ້​ຮູ້​ວ່າ​ພະ​ເຍຊູ​ເກີດ​ແລ້ວ​ແລະ​ນີ້​ກໍ​ເຮັດ​ໃຫ້​ເກີດ​ບັນຫາ​ຫຼາຍ​ຢ່າງ. (ມັດທາຍ 2:3) ຜົນ​ກໍ​ຄື ເດັກ​ນ້ອຍ​ທີ່​ບໍລິສຸດ​ຫຼາຍ​ຄົນ​ໄດ້​ຖືກ​ຂ້າ​ໃນ​ເວລາ​ຕໍ່​ມາ.—ມັດທາຍ 2:16

13 ກົດ​ໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ຊາດ​ອິດສະລາແອນ​ບອກ​ວ່າ ຫຼັງ​ຈາກ​ທີ່​ຜູ້​ຍິງ​ເກີດ​ລູກ​ໄດ້ 40 ມື້ ລາວ​ຕ້ອງ​ໄປ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ. ດັ່ງ​ນັ້ນ​ທັງ​ມາລີ ໂຢເຊບ​ແລະ​ພະ​ເຍຊູ​ຕ້ອງ​ເດີນ​ທາງ​ຈາກ​ເມືອງ​ເບດເລເຫມ​ໄປ​ທີ່​ວິຫານ​ໃນ​ເມືອງ​ເຢຣຶຊາເລມ​ປະມານ 9 ກິໂລແມັດ. (ລືກາ 2:22-24) ລະຫວ່າງ​ການ​ເດີນ​ທາງ ມາລີ​ອາດ​ສົງໄສ​ວ່າ ປະໂລຫິດ​ຈະ​ເຮັດ​ບາງ​ສິ່ງ​ທີ່​ພິເສດ​ເພື່ອ​ໃຫ້​ກຽດ​ພະ​ເຍຊູ​ບໍ? ພະ​ເຍຊູ​ໄດ້​ຮັບ​ກຽດ​ແທ້ໆ ແຕ່​ບໍ່​ແມ່ນ​ໃນ​ແບບ​ທີ່​ມາລີ​ຄິດ. ພະ​ເຢໂຫວາ​ເລືອກ​ຊີເມໂອນ​ເຊິ່ງ ‘ເປັນ​ຄົນ​ຊອບທຳ​ແລະ​ນັບຖື​ພະເຈົ້າ’ ແລະ​ຜູ້​ພະຍາກອນ​ຍິງ​ຊື່​ອານາ​ເຊິ່ງ​ເປັນ​ແມ່​ໝ້າຍ​ອາຍຸ 84 ປີ​ໃຫ້​ໄປ​ບອກ​ຜູ້​ຄົນ​ວ່າ​ພະ​ເຍຊູ​ຈະ​ເປັນ​ເມຊີ​ຫຼື​ພະ​ຄລິດ​ຕາມ​ຄຳ​ສັນຍາ.—ລືກາ 2:25-38

14. ພະ​ເຢໂຫວາ​ໃຫ້​ລາງວັນ​ຫຍັງ​ກັບ​ມາລີ?

14 ພະ​ເຢໂຫວາ​ຍັງ​ຄົງ​ໃຫ້​ຄວາມ​ສຳຄັນ​ກັບ​ມາລີ​ຕໍ່​ໄປ​ບໍ ເພາະ​ລາວ​ຮັບໃຊ້​ພະອົງ​ຢ່າງ​ສັດ​ຊື່​ໂດຍ​ລ້ຽງ​ແລະ​ເບິ່ງ​ແຍງ​ພະ​ເຍຊູ​ເປັນ​ຢ່າງ​ດີ? ແມ່ນ​ແລ້ວ. ພະອົງ​ໄດ້​ໃຫ້​ມີ​ການ​ບັນທຶກ​ກ່ຽວກັບ​ສິ່ງ​ທີ່​ມາລີ​ເວົ້າ​ແລະ​ເຮັດ​ໄວ້​ໃນ​ຄຳພີ​ໄບເບິນ. ເບິ່ງ​ຄື​ວ່າ​ມາລີ​ບໍ່​ສາມາດ​ຮ່ວມ​ເດີນ​ທາງ​ໄປ​ກັບ​ພະ​ເຍຊູ​ໃນ​ໄລຍະ​ສາມ​ປີ​ເຄິ່ງ​ທີ່​ເພິ່ນ​ເຮັດ​ວຽກ​ຮັບໃຊ້. ອາດ​ເປັນ​ຍ້ອນ​ວ່າ​ລາວ​ເປັນ​ໝ້າຍ​ຈຶ່ງ​ຕ້ອງ​ຢູ່​ທີ່​ເມືອງ​ນາຊາເລດ. ດັ່ງ​ນັ້ນ ມາລີ​ຈຶ່ງ​ບໍ່​ມີ​ປະສົບການ​ທີ່​ດີ​ຫຼາຍ​ຢ່າງ​ຄື​ກັບ​ຄົນ​ອື່ນ​ມີ. ແຕ່​ມາລີ​ກໍ​ຢູ່​ກັບ​ພະ​ເຍຊູ​ຕອນ​ທີ່​ເພິ່ນ​ຕາຍ. (ໂຢຮັນ 19:26) ຕໍ່​ມາ ມາລີ​ກໍ​ຢູ່​ເມືອງ​ເຢຣຶຊາເລມ​ກັບ​ລູກ​ສິດ​ຂອງ​ພະ​ເຍຊູ​ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ພະລັງ​ບໍລິສຸດ​ໃນ​ວັນ​ເພນເຕກອດ. (ກິດຈະການ 1:13, 14) ເບິ່ງ​ຄື​ວ່າ​ມາລີ​ກໍ​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ​ພ້ອມ​ກັບ​ພວກ​ລູກ​ສິດ​ຄົນ​ອື່ນໆ. ຖ້າ​ເປັນ​ແບບ​ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ລາວ​ໄດ້​ຮັບ​ໂອກາດ​ທີ່​ຈະ​ຢູ່​ກັບ​ພະ​ເຍຊູ​ເທິງ​ສະຫວັນ​ຕະຫຼອດ​ໄປ. ນີ້​ເປັນ​ລາງວັນ​ທີ່​ຍິ່ງໃຫຍ່​ແທ້ໆສຳລັບ​ລາວ​ທີ່​ເຮັດ​ວຽກ​ຮັບໃຊ້​ຢ່າງ​ສັດ​ຊື່!

ພະ​ເຢໂຫວາ​ໃຫ້​ຄວາມ​ສຳຄັນ​ກັບ​ລູກ​ຊາຍ​ຂອງ​ພະອົງ

15. ຕອນ​ທີ່​ພະ​ເຍຊູ​ຢູ່​ເທິງ​ໂລກ ພະ​ເຢໂຫວາ​ໃຫ້​ຄວາມ​ສຳຄັນ​ກັບ​ເພິ່ນ​ແນວ​ໃດ?

15 ພະ​ເຍຊູ​ບໍ່​ຢາກ​ໄດ້​ຮັບ​ກຽດ​ຈາກ​ພວກ​ຫົວ​ໜ້າ​ສາສະໜາ​ແລະ​ພວກ​ຜູ້​ນຳ​ທາງ​ການ​ເມືອງ. ການ​ທີ່​ໄດ້​ຮັບ​ກຽດ​ຈາກ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ເພິ່ນ. ມີ 3 ຄັ້ງ​ທີ່​ພະ​ເຢໂຫວາ​ເວົ້າ​ໂດຍ​ກົງ​ຈາກ​ສະຫວັນ​ເພື່ອ​ໃຫ້​ພະ​ເຍຊູ​ຮູ້​ວ່າ​ພະອົງ​ຮັກ​ເພິ່ນ. ນີ້​ຄົງ​ເຮັດ​ໃຫ້​ພະ​ເຍຊູ​ມີ​ກຳລັງ​ໃຈ​ຫຼາຍ​ແທ້ໆ! ຄັ້ງ​ທຳອິດ​ແມ່ນ​ບໍ່​ດົນ​ຫຼັງ​ຈາກ​ທີ່​ເພິ່ນ​ຮັບ​ບັບເຕມາ​ໃນ​ແມ່ນໍ້າ​ຢູລະເດນ ພະ​ເຢໂຫວາ​ກໍ​ເວົ້າ​ວ່າ: “ນີ້​ຄື​ລູກ​ຊາຍ​ຮັກ​ຂອງ​ເຮົາ ເຮົາ​ພໍ​ໃຈ​ໃນ​ຕົວ​ລາວ​ຫຼາຍ.” (ມັດທາຍ 3:17, ລ.ມ.) ເບິ່ງ​ຄື​ວ່າ​ໂຢຮັນ​ບັບຕິດໂຕ​ເປັນ​ພຽງ​ຄົນ​ດຽວ​ທີ່​ໄດ້​ຍິນ​ຄຳ​ເວົ້າ​ເຫຼົ່າ​ນັ້ນ. ຄັ້ງ​ຕໍ່​ມາ​ແມ່ນ​ປະມານ​ໜຶ່ງ​ປີ​ກ່ອນ​ທີ່​ພະ​ເຍຊູ​ຈະ​ຕາຍ ອັກຄະສາວົກ​ສາມ​ຄົນ​ໄດ້​ຍິນ​ພະ​ເຢໂຫວາ​ເວົ້າ​ກັບ​ພະ​ເຍຊູ​ວ່າ: “ນີ້​ຄື​ລູກ​ຊາຍ​ຮັກ​ຂອງ​ເຮົາ ເຮົາ​ພໍ​ໃຈ​ໃນ​ຕົວ​ລາວ​ຫຼາຍ.” (ມັດທາຍ 17:5, ລ.ມ.) ແລະ​ຄັ້ງ​ສຸດ​ທ້າຍ​ແມ່ນ​ພຽງ​ບໍ່​ເທົ່າ​ໃດ​ມື້​ກ່ອນ​ທີ່​ພະ​ເຍຊູ​ຈະ​ຕາຍ ພະ​ເຢໂຫວາ​ກໍ​ເວົ້າ​ແບບ​ນີ້​ອີກ​ຈາກ​ສະຫວັນ​ກັບ​ລູກ​ຊາຍ​ຂອງ​ພະອົງ.—ໂຢຮັນ 12:28

ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ໃຫ້​ຄວາມ​ສຳຄັນ​ກັບ​ລູກ​ຊາຍ​ຂອງ​ພະອົງ? (ເບິ່ງ​ຂໍ້ 15-17)

16, 17. ພະ​ເຢໂຫວາ​ໃຫ້​ກຽດ​ພະ​ເຍຊູ​ໃນ​ແບບ​ທີ່​ບໍ່​ຄາດ​ຄິດ​ແນວ​ໃດ?

16 ພະ​ເຍຊູ​ຮູ້​ວ່າ​ຜູ້​ຄົນ​ຈະ​ເອີ້ນ​ເພິ່ນ​ວ່າ​ເປັນ​ຄົນ​ໝິ່ນ​ປະໝາດ​ແລະ​ຈະ​ຕ້ອງ​ຕາຍ​ຢ່າງ​ໜ້າ​ອັບອາຍ. ແຕ່​ວ່າ​ເພິ່ນ​ກໍ​ຍັງ​ອະທິດຖານ​​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ບໍ່​ແມ່ນ​ຂອງ​ເພິ່ນ​ເອງ. (ມັດທາຍ 26:39, 42) ພະ​ເຍຊູ “ຍອມ​ທົນ​ທຸກ​ແລະ​ບໍ່​ຄິດ​ເຖິງ​ຄວາມ​ອັບອາຍ​ທີ່​ຕ້ອງ​ຕາຍ​ເທິງ​ເສົາ​ທໍລະມານ” ເພາະ​ເພິ່ນ​ຢາກ​ເປັນ​ຄົນ​ສຳຄັນ​ສຳລັບ​ພະ​ເຢໂຫວາ ບໍ່​ແມ່ນ​ສຳລັບ​ໂລກ​ນີ້. (ເຫບເລີ 12:2, ລ.ມ.) ພະ​ເຢໂຫວາ​ໃຫ້​ຄວາມ​ສຳຄັນ​ກັບ​ພະ​ເຍຊູ​ໂດຍ​ວິທີ​ໃດ?

17 ຕອນ​ທີ່​ພະ​ເຍຊູ​ຢູ່​ເທິງ​ໂລກ ເພິ່ນ​ອະທິດຖານ​ຂໍ​ໃຫ້​ໄດ້​ຮັບ​ກຽດ​ຄື​ກັບ​ທີ່​ເພິ່ນ​ເຄີຍ​ມີ​ຕອນ​ທີ່​ຢູ່​ກັບ​ພໍ່​ເທິງ​ສະຫວັນ. (ໂຢຮັນ 17:5) ບໍ່​ມີ​ບ່ອນ​ໃດ​ໃນ​ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຍຊູ​ຫວັງ​ຢາກ​ໄດ້​ຫຍັງ​ຫຼາຍ​ກວ່າ​ນັ້ນ. ເພິ່ນ​ບໍ່​ໄດ້​ຄາດ​ຫວັງ​ຢາກ​ໄດ້​ລາງວັນ​ພິເສດ​ຈາກ​ການ​ເຮັດ​ຕາມ​ນໍ້າໃຈ​ຂອງ​ພະ​ເຢໂຫວາ. ແຕ່​ພະ​ເຢໂຫວາ​ໄດ້​ໃຫ້​ຫຍັງ​ກັບ​ເພິ່ນ? ພະອົງ​ໃຫ້​ກຽດ​ພະ​ເຍຊູ​ໃນ​ແບບ​ທີ່​ເພິ່ນ​ບໍ່​ຄາດ​ຄິດ. ຕອນ​ທີ່​ພະ​ເຢໂຫວາ​ປຸກ​ພະ​ເຍຊູ​ໃຫ້​ຟື້ນ​ຄືນ​ຈາກ​ຕາຍ ພະອົງ​ໄດ້ “ຍົກ​ຖານະ​ເພິ່ນ​ໃຫ້​ສູງ​ຂຶ້ນ” ໃນ​ສະຫວັນ ແລະ​ຍັງ​ໃຫ້​ເພິ່ນ​ມີ​ຊີວິດ​ທີ່​ເປັນ​ອະມະຕະ​ເຊິ່ງ​ບໍ່​ເຄີຍ​ມີ​ໃຜ​ໄດ້​ຮັບ​ມາ​ກ່ອນ! * (ເບິ່ງ​ໄຂ​ເງື່ອນ) (ຟີລິບ 2:9, ລ.ມ.; 1 ຕີໂມເຕ 6:16) ພະ​ເຢໂຫວາ​ໃຫ້​ລາງວັນ​ພະ​ເຍຊູ​ໃນ​ແບບ​ທີ່​ສຸດ​ຍອດ​ແທ້ໆເພາະ​ເພິ່ນ​ເຮັດ​ວຽກ​ຮັບໃຊ້​ຢ່າງ​ສັດ​ຊື່!

18. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຢາກ​ເປັນ​ຄົນ​ສຳຄັນ​ສຳລັບ​ພະ​ເຢໂຫວາ​ບໍ່​ແມ່ນ​ສຳລັບ​ໂລກ​ນີ້?

18 ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຢາກ​ເປັນ​ຄົນ​ສຳຄັນ​ສຳລັບ​ພະ​ເຢໂຫວາ​ບໍ່​ແມ່ນ​ສຳລັບ​ໂລກ​ນີ້? ເຮົາ​ຄວນ​ຄິດ​ເຖິງ​ຄວາມ​ຈິງ​ທີ່​ວ່າ ພະ​ເຢໂຫວາ​ໃຫ້​ຄວາມ​ສຳຄັນ​ສະເໝີ​ກັບ​ຄົນ​ທີ່​ຮັບໃຊ້​ພະອົງ​ຢ່າງ​ສັດ​ຊື່ ແລະ​ພະອົງ​ກໍ​ມັກ​ໃຫ້​ລາງວັນ​ກັບ​ເຂົາ​ເຈົ້າ​ໃນ​ແບບ​ທີ່​ບໍ່​ຄາດ​ຄິດ. ເຮົາ​ກໍ​ຄົງ​ໄດ້​ແຕ່​ຈິນຕະນາການ​ວ່າ​ພະ​ເຢໂຫວາ​ຈະ​ອວຍ​ພອນ​ເຮົາ​ແນວ​ໃດ​ໃນ​ອະນາຄົດ. ແຕ່​ໃນ​ຂະນະ​ທີ່​ເຮົາ​ຍັງ​ອົດ​ທົນ​ກັບ​ບັນຫາ​ແລະ​ຄວາມ​ຫຍຸ້ງຍາກ​ໃນ​ໂລກ​ນີ້ ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ລະບົບ​ຊົ່ວ​ຂອງ​ຊາຕານ​ກຳລັງ​ຈະ​ສູນ​ຫາຍ​ໄປ ແລະ​ບໍ່​ວ່າ​ເຮົາ​ຈະ​ເປັນ​ຄົນ​ສຳຄັນ​ໃນ​ດ້ານ​ໃດ​ຂອງ​ໂລກ ມັນ​ກໍ​ຈະ​ສູນ​ຫາຍ​ໄປ​ຄື​ກັນ. (1 ໂຢຮັນ 2:17) ພະ​ເຢໂຫວາ​ພໍ່​ທີ່​ຮັກ​ຂອງ​ເຮົາ​ຈະ​ບໍ່​ລືມ​ວຽກ​ທີ່​ເຮົາ​ເຮັດ​ແລະ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະອົງ ເພາະ​ພະອົງ “ບໍ່​ເປັນ​ບໍ່​ຊອບທຳ” ຫຼື​ບໍ່​ເຮັດ​ສິ່ງ​ຊົ່ວ. (ເຫບເລີ 6:10) ພະອົງ​ຈະ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ພະອົງ​ຮັກ​ເຮົາ​ໃນ​ແບບ​ທີ່​ເຮົາ​ອາດ​ບໍ່​ຄາດ​ຄິດ​ມາ​ກ່ອນ!

^ ຂໍ້ 17 ນີ້​ເປັນ​ລາງວັນ​ທີ່​ບໍ່​ມີ​ໃຜ​ເຄີຍ​ຄິດ​ມາ​ກ່ອນ ເພາະ​ໃນ​ພະ​ຄຳພີ​ພາກ​ພາສາ​ເຫບເລີ​ບໍ່​ເຄີຍ​ເວົ້າ​ເຖິງ​ຊີວິດ​ອະມະຕະ.