ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ສະເໝີ​ບໍ?

ເຈົ້າ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ສະເໝີ​ບໍ?

“ຂ້າ​ນ້ອຍ​ແຫງນ​ຕາ​ເບິ່ງ​ສູ່​ພະອົງ​ຜູ້​ສະຖິດ​ຢູ່​ໃນ​ຟ້າ​ສະຫວັນ.”—ຄຳເພງ 123:1

ເພງ: 143, 124

1, 2. ການ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ໝາຍ​ເຖິງ​ຫຍັງ?

ເຮົາ​ມີ​ຊີວິດ​ຢູ່​ໃນ “ຊ່ວງ​ເວລາ​ວິກິດ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງຍາກ​ລຳບາກ.” (2 ຕີໂມເຕ 3:1, ລ.ມ.) ກ່ອນ​ທີ່​ພະ​ເຢໂຫວາ​ຈະ​ທຳລາຍ​ໂລກ​ຊົ່ວ​ນີ້​ແລະ​ນຳ​ສັນຕິສຸກ​ແທ້​ມາ​ສູ່​ໂລກ ເຮົາ​ກໍ​ແຮ່ງ​ຈະ​ມີ​ຊີວິດ​ທີ່​ຍາກ​ລຳບາກ​ຫຼາຍ​ຂຶ້ນ​ເລື້ອຍໆ. ດັ່ງ​ນັ້ນ ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ: ຂ້ອຍ​ຈະ​ເບິ່ງ​ຫາ​ໃຜ​ເພື່ອ​ຂໍ​ຄຳ​ແນະນຳ​ແລະ​ຄວາມ​ຊ່ວຍ​ເຫຼືອ? ເຮົາ​ອາດ​ຕອບ​ທັນທີ​ວ່າ: “ພະ​ເຢໂຫວາ.” ແມ່ນ​ແລ້ວ​ນີ້​ຄື​ຄຳຕອບ​ທີ່​ດີ​ທີ່​ສຸດ.

2 ການ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ໝາຍ​ເຖິງ​ຫຍັງ? ເມື່ອ​ເຮົາ​ມີ​ບັນຫາ ເຮົາ​ຈະ​ເຮັດ​ໃຫ້​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ເຮົາ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ສະເໝີ? ຫຼາຍ​ປີ​ມາ​ແລ້ວ​ທີ່​ຜູ້​ຂຽນ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ອະທິບາຍ​ວ່າ ຈຳເປັນ​ແທ້ໆທີ່​ເຮົາ​ຈະ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ເມື່ອ​ເຮົາ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ. (ອ່ານ​ຄຳເພງ 123:1-4) ລາວ​ບອກ​ວ່າ​ເມື່ອ​ເຮົາ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ ເຮົາ​ກໍ​ເປັນ​ຄື​ກັບ​ຄົນ​ຮັບໃຊ້​ທີ່​ເບິ່ງ​ເຈົ້ານາຍ. ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ? ຄົນ​ຮັບໃຊ້​ຈະ​ເບິ່ງ​ຫຼື​ໝາຍ​ເພິ່ງ​ເຈົ້ານາຍ​ເພື່ອ​ຈະ​ມີ​ອາຫານ​ກິນ​ແລະ​ໄດ້​ຮັບ​ການ​ປົກ​ປ້ອງ. ແຕ່​ລາວ​ຄວນ​ເບິ່ງ​ເຈົ້ານາຍ​ສະເໝີ​ເພື່ອ​ຈະ​ຮູ້​ວ່າ​ເຈົ້ານາຍ​ຢາກ​ໃຫ້​ລາວ​ເຮັດ​ຫຍັງ​ແລ້ວ​ລາວ​ກໍ​ຕ້ອງ​ເຮັດ​ຕາມ​ນັ້ນ. ຄ້າຍ​ຄື​ກັນ ເຮົາ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ທຸກ​ມື້​ເພື່ອ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ແລ້ວ​ເຮົາ​ກໍ​ຕ້ອງ​ເຮັດ​ຕາມ​ນັ້ນ. ຖ້າ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ເມື່ອ​ເຮົາ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ.—ເອເຟດ 5:17

3. ອັນ​ໃດ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ເຂວ​ຈົນ​ບໍ່​ໄດ້​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ?

3 ເຖິງ​ວ່າ​ເຮົາ​ຮູ້​ວ່າ​ຕ້ອງ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ສະເໝີ ແຕ່​ບາງ​ເທື່ອ​ເຮົາ​ກໍ​ອາດ​ເຂວ​ໄປ​ໄດ້. ເລື່ອງ​ນີ້​ກໍ​ເຄີຍ​ເກີດ​ຂຶ້ນ​ກັບ​ມາທາ​ໝູ່​ສະໜິດ​ຂອງ​ພະ​ເຍຊູ. ລາວ “ມົວ​ແຕ່​ວຸ່ນວາຍ​ຢູ່​ກັບ​ວຽກ​ບ້ານ​ການ​ເຮືອນ​ຕັ້ງ​ຫຼາຍ​ຢ່າງ​ຫຼາຍ​ແນວ.” (ລືກາ 10:40-42, ທ.ປ.) ຂະໜາດ​ມາທາ​ເຊິ່ງ​ເປັນ​ຄົນ​ສັດ​ຊື່​ຍັງ​ເຂວ​ໄດ້​ທັງໆທີ່​ພະ​ເຍຊູ​ຍັງ​ຢູ່​ບ່ອນ​ນັ້ນ​ກັບ​ລາວ ດັ່ງ​ນັ້ນ​ຈຶ່ງ​ບໍ່​ແມ່ນ​ເລື່ອງ​ແປກ​ທີ່​ເຮົາ​ອາດ​ຈະ​ເຂວ​ໄປ​ໄດ້​ຄື​ກັນ. ອັນ​ໃດ​ອາດ​ເຮັດ​ໃຫ້​ເຮົາ​ເຂວ​ຈົນ​ບໍ່​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ? ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ໄດ້​ຮຽນ​ຮູ້​ວ່າ​ສິ່ງ​ທີ່​ຄົນ​ອື່ນ​ເຮັດ​ອາດ​ເຮັດ​ໃຫ້​ເຮົາ​ເຂວ​ໄປ​ໄດ້​ແນວ​ໃດ ແລະ​ເຮົາ​ຈະ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ສະເໝີ​ໄດ້​ແນວ​ໃດ.

ຊາຍ​ທີ່​ສັດ​ຊື່​ສູນ​ເສຍ​ສິດທິ​ພິເສດ

4. ເປັນ​ຫຍັງ​ການ​ທີ່​ໂມເຊ​ສູນ​ເສຍ​ສິດ​ພິເສດ​ທີ່​ຈະ​ໄດ້​ເຂົ້າ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ຈຶ່ງ​ເຮັດ​ໃຫ້​ເຮົາ​ແປກ​ໃຈ?

4 ແນ່ນອນ​ວ່າ​ໂມເຊ​​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ເພື່ອ​ຂໍ​ການ​ຊີ້​ນຳ. ຄຳພີ​ໄບເບິນ​ບອກ​ວ່າ: ‘ລາວ​ຕັ້ງ​ໝັ້ນ​ຄົງ​ຢູ່​ເໝືອນ​ດັ່ງ​ເຫັນ​ພະອົງ​ທີ່​ຕາ​ບໍ່​ເຫັນ.’ (ອ່ານ​ເຫບເລີ 11:24-27) ແລະ​ຍັງ​ບອກ​ອີກ​ວ່າ: “ບໍ່​ເຄີຍ​ມີ​ຜູ້​ພະຍາກອນ​ຄົນ​ໃດ​ໃນ​ອິດສະລາແອນ​ທີ່​ເປັນ​ເໝືອນ​ໂມເຊ ພະ​ເຢໂຫວາ​ສະໜິດ​ກັບ​ລາວ​ເປັນ​ພິເສດ.” (ພະບັນຍັດ 34:10, ລ.ມ.) ເຖິງ​ວ່າ​ໂມເຊ​ຈະ​ເປັນ​ໝູ່​ສະໜິດ​ຂອງ​ພະ​ເຢໂຫວາ ແຕ່​ລາວ​ກໍ​ສູນ​ເສຍ​ສິດທິ​ພິເສດ​ທີ່​ຈະ​ໄດ້​ເຂົ້າ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ. (ຈົດເຊັນບັນຊີ 20:12) ເປັນ​ຫຍັງ​ຈຶ່ງ​ເປັນ​ແບບ​ນັ້ນ?

5-7. ບໍ່​ດົນ​ຫຼັງ​ຈາກ​ຊາດ​ອິດສະລາແອນ​ອອກ​ຈາກ​ເອຢິບ​ມີ​ຫຍັງ​ເກີດ​ຂຶ້ນ ແລະ​ໂມເຊ​ໄດ້​ເຮັດ​ຫຍັງ?

5 ບໍ່​ຮອດ 2 ເດືອນ​ຫຼັງ​ຈາກ​ທີ່​ຊາດ​ອິດສະລາແອນ​ອອກ​ຈາກ​ເອຢິບ ແລະ​ກ່ອນ​ທີ່​ຈະ​ໄປ​ຮອດ​ພູເຂົາ​ຊີນາອີ​ກໍ​ມີ​ເຫດການ​ທີ່​ວຸ່ນວາຍ​ເກີດ​ຂຶ້ນ. ປະຊາຊົນ​ເລີ່ມ​ຈົ່ມ​ແລະ​ໃຈ​ຮ້າຍ​ໃຫ້​ໂມເຊ​ເພາະ​ບໍ່​ມີ​ນໍ້າ​ດື່ມ “ໂມເຊ​ໄດ້​ຮ້ອງ​ຫາ​ພະ​ເຢໂຫວາ​ວ່າ ‘ຂ້າ​ນ້ອຍ​ຈະ​ເຮັດ​ສິ່ງ​ໃດ​ແກ່​ພວກ​ນີ້? ຍັງ​ໜ້ອຍ​ໜຶ່ງ​ແລະ​ເຂົາ​ຈະ​ພາ​ກັນ​ຍົກ​ກ້ອນ​ຫີນ​ຄວ່າງ​ໃສ່​ຂ້າ​ນ້ອຍ.’” (ອົບພະຍົບ 17:4) ພະ​ເຢໂຫວາ​ໃຫ້​ຄຳ​ແນະນຳ​ທີ່​ຊັດເຈນ​ກັບ​ໂມເຊ. ພະອົງ​ບອກ​ໃຫ້​ລາວ​ເອົາ​ໄມ້​ເທົ້າ​ຕີ​ຫີນ​ໃນ​ໂຫເຣບ. ຄຳພີ​ໄບເບິນ​ບອກ​ວ່າ: “ໂມເຊ​ໄດ້​ກະທຳ​ດັ່ງ​ນັ້ນ​ຕໍ່​ໜ້າ​ພວກ​ຜູ້​ເຖົ້າ​ແກ່​ຊາວ​ຍິດສະລາເອນ.” ແລ້ວ​ນໍ້າ​ກໍ​ໄຫຼ​ອອກ​ມາ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ພວກ​ອິດສະລາແອນ​ໄດ້​ດື່ມ ແລະ​ບັນຫາ​ກໍ​ຖືກ​ແກ້ໄຂ.—ອົບພະຍົບ 17:5, 6

6 ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ໂມເຊ​ຕັ້ງ​ຊື່​ສະຖານ​ທີ່​ນັ້ນ​ວ່າ​ມາຊາ​ເຊິ່ງ​ມີ​ຄວາມ​ໝາຍ​ວ່າ “ລອງ​ໃຈ” ແລະ​ເມລີບາ​ເຊິ່ງ​ມີ​ຄວາມ​ໝາຍ​ວ່າ “ຖຽງ​ກັນ.” ຍ້ອນ​ຫຍັງ? “ຍ້ອນ​ພວກ​ລູກ​ຫຼານ​ຍິດສະລາເອນ​ໄດ້​ຖຽງ​ກັນ​ທີ່​ນັ້ນ​ຈຶ່ງ​ໄດ້​ລອງ​ໃຈ​ພະ​ເຢໂຫວາ​ວ່າ ‘ພະ​ເຢໂຫວາ​ສະຖິດ​ຢູ່​ໃນ​ທ່າມກາງ​ພວກ​ເຮົາ​ຫຼື​ບໍ່?’”—ອົບພະຍົບ 17:7

7 ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ເມລີບາ? ພະເຢໂຫວາ​ຮູ້ສຶກ​ວ່າ​ພວກ​ອິດສະລາແອນ​ບໍ່​ພຽງ​ແຕ່​ຕໍ່​ສູ້​ໂມເຊ ແຕ່​ເຂົາ​ເຈົ້າ​ຍັງ​ໄດ້​ກະບົດ​ຕໍ່​ພະອົງ​ແລະ​ຂັດຂືນ​ອຳນາດ​ຂອງ​ພະອົງ​ນຳ. (ອ່ານ​ຄຳເພງ 95:8, 9) ສິ່ງ​ທີ່​ພວກ​ອິດສະລາແອນ​ເຮັດ​ນັ້ນ​ຜິດ​ຫຼາຍ ແຕ່​ໂມເຊ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ລາວ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ທຸກ​ຢ່າງ​ທີ່​ພະອົງ​ໄດ້​ໃຫ້​ກັບ​ລາວ.

8. ຕອນ​ທີ່​ການ​ເດີນ​ທາງ​ຂອງ​ພວກ​ອິດສະລາແອນ​ຜ່ານ​ປ່າ​ກັນດານ​ໃກ້​ຈະ​ສິ້ນ​ສຸດ​ມີ​ຫຍັງ​ເກີດ​ຂຶ້ນ?

8 ແນວ​ໃດ​ກໍ​ຕາມ ປະມານ 40 ປີ​ຕໍ່​ມາ​ກໍ​ມີ​ເຫດການ​ທີ່​ຄ້າຍ​ຄື​ກັນ​ນີ້​ເກີດ​ຂຶ້ນ. ການ​ເດີນ​ທາງ​ຂອງ​ພວກ​ອິດສະລາແອນ​ຜ່ານ​ປ່າ​ກັນດານ​ໃກ້​ຈະ​ສິ້ນ​ສຸດ​ແລ້ວ. ເຂົາ​ເຈົ້າ​ໄປ​ຮອດ​ໃກ້ໆເມືອງ​ກາເດຊ​ເຊິ່ງ​ຢູ່​ໃກ້​ເຂດ​ແດນ​ຂອງ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ. ບ່ອນ​ນີ້​ຍັງ​ເປັນ​ທີ່​ຮູ້ຈັກ​ໃນ​ຊື່​ເມລີບາ. * (ເບິ່ງ​ໄຂ​ເງື່ອນ) ຍ້ອນ​ຫຍັງ? ຍ້ອນ​ວ່າ​ພວກ​ອິດສະລາແອນ​ຈົ່ມ​ເລື່ອງ​ບໍ່​ມີ​ນໍ້າ​ດື່ມ​ອີກ​ແລ້ວ. (ຈົດເຊັນບັນຊີ 20:1-5) ແຕ່​ເທື່ອ​ນີ້​ໂມເຊ​ໄດ້​ເຮັດ​ຜິດ​ຮ້າຍແຮງ.

9. ພະ​ເຢໂຫວາ​ໃຫ້​ຄຳ​ແນະນຳ​ຫຍັງ​ກັບ​ໂມເຊ? ແຕ່​ໂມເຊ​ໄດ້​ເຮັດ​ຫຍັງ? (ເບິ່ງ​ຮູບ​ທຳອິດ)

9 ໂມເຊ​ໄດ້​ເຮັດ​ຫຍັງ​ຕອນ​ທີ່​ພວກ​ອິດສະລາແອນ​ກະບົດ? ຄື​ກັບ​ເທື່ອ​ກ່ອນ​ໂມເຊ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ເພື່ອ​ຂໍ​ຄຳ​ແນະນຳ. ແຕ່​ໃນ​ເທື່ອ​ນີ້​ພະ​ເຢໂຫວາ​ບໍ່​ໄດ້​ບອກ​ໃຫ້​ໂມເຊ​ຕີ​ຫີນ ພະອົງ​ບອກ​ໃຫ້​ລາວ​ເອົາ​ໄມ້​ເທົ້າ​ໄປ ພາ​ປະຊາຊົນ​ໄປ​ໃກ້ໆຫີນ ແລ້ວ​ກໍ​ໃຫ້​ໂມເຊ​ເວົ້າ​ກັບ​ຫີນ. (ຈົດເຊັນບັນຊີ 20:6-8) ໂມເຊ​ໄດ້​ເຮັດ​ຕາມ​ບໍ? ບໍ່. ລາວ​ໃຈ​ຮ້າຍ​ໃຫ້​ປະຊາຊົນ​ຫຼາຍ​ແລະ​ຮ້ອງ​ອອກ​ມາ​ວ່າ: “ຈົ່ງ​ຟັງ​ທາງ​ນີ້ ພວກ​ເຈົ້າ​ຄົນ​ກະບົດ​ເອີຍ! ພວກ​ເຮົາ​ຈະ​ຕ້ອງ​ເອົາ​ນໍ້າ​ອອກ​ມາ​ຈາກ​ໂງ່ນ​ຫີນ​ນີ້ ໃຫ້​ພວກ​ເຈົ້າ​ດື່ມ​ຊັ້ນ​ບໍ?” ແລະ​ລາວ​ບໍ່​ໄດ້​ຕີ​ຫີນ​ພຽງ​ເທື່ອ​ດຽວ ແຕ່​ລາວ​ຕີ​ຕັ້ງ​ສອງ​ເທື່ອ.—ຈົດເຊັນບັນຊີ 20:10, 11, ທ.ປ.

ໂມເຊ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ໃໝ່​ທີ່​ພະ​ເຢໂຫວາ​ໃຫ້​ລາວ

10. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ສິ່ງ​ທີ່​ໂມເຊ​ເຮັດ?

10 ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ໂມເຊ​ຫຼາຍ. (ພະບັນຍັດ 1:37; 3:26) ຍ້ອນ​ຫຍັງ? ເຫດຜົນ​ໜຶ່ງ​ກໍ​ຄື​ໂມເຊ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ໃໝ່​ທີ່​ພະ​ເຢໂຫວາ​ໃຫ້​ລາວ.

11. ເປັນ​ຫຍັງ​ການ​ທີ່​ໂມເຊ​ຕີ​ຫີນ​ອາດ​ເຮັດ​ໃຫ້​ພວກ​ອິດສະລາແອນ​ຄິດ​ວ່າ​ບໍ່​ແມ່ນ​ການ​ອັດສະຈັນ​ຈາກ​ພະ​ເຢໂຫວາ?

11 ນອກ​ຈາກ​ນັ້ນ​ອາດ​ມີ​ເຫດຜົນ​ອື່ນ​ອີກ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ. ຫີນ​ທີ່​ເມລີບາ​ແຫ່ງ​ທຳອິດ​ເປັນ​ຫີນ​ແກລນິກ​ແຂງ. ຕໍ່​ໃຫ້​ຕີ​ຫີນ​ນັ້ນ​ແຮງ​ສໍ່າ​ໃດ​ກໍ​ຄົງ​ບໍ່​ມີ​ໃຜ​ຄິດ​ວ່າ​ນໍ້າ​ຈະ​ໄຫຼ​ອອກ​ມາ. ແຕ່​ເມລີບາ​ແຫ່ງ​ທີ່​ສອງ​ຕ່າງ​ກັນ​ຫຼາຍ​ແທ້ໆກັບ​ເມລີບາ​ແຫ່ງ​ທຳອິດ. ຫີນ​ຢູ່​ທີ່​ນັ້ນ​ສ່ວນ​ຫຼາຍ​ເປັນ​ຫີນ​ປູນ. ເນື່ອງ​ຈາກ​ຫີນ​ຊະນິດ​ນີ້​ເປັນ​ຫີນ​ທີ່​ອ່ອນ​ກວ່າ ນໍ້າ​ຈຶ່ງ​ສາມາດ​ຊຶມ​ເຂົ້າ​ໄປ​ໄດ້​ງ່າຍ​ແລະ​ເຮັດ​ໃຫ້​ຊັ້ນ​ຫີນ​ປູນ​ເກັບ​ນໍ້າ​ໄວ້​ໄດ້. ຖ້າ​ໃຜ​ຢາກ​ໄດ້​ນໍ້າ​ກໍ​ພຽງ​ແຕ່​ເຈາະ​ຮູ​ໃນ​ຫີນ​ປູນ ແລ້ວ​ນໍ້າ​ກໍ​ຈະ​ໄຫຼ​ອອກ​ມາ. ດັ່ງ​ນັ້ນ ເມື່ອ​ໂມເຊ​ຕີ​ຫີນ​ແທນ​ທີ່​ຈະ​ເວົ້າ​ກັບ​ຫີນ​ກໍ​ອາດ​ເຮັດ​ໃຫ້​ປະຊາຊົນ​ຄິດ​ວ່າ​ນໍ້າ​ໄຫຼ​ອອກ​ມາ​ເອງ​ບໍ່​ແມ່ນ​ຍ້ອນ​ການ​ອັດສະຈັນ​ຈາກ​ພະ​ເຢໂຫວາ. * (ເບິ່ງ​ໄຂ​ເງື່ອນ) ແນວ​ໃດ​ກໍ​ຕາມ ເຮົາ​ບໍ່​ຮູ້​ວ່າ​ເປັນ​ແນວ​ໃດ​ແທ້ໆ.

ໂມເຊ​ຂັດ​ຄຳ​ສັ່ງ​ໄດ້​ແນວ​ໃດ

12. ຍັງ​ມີ​ເຫດຜົນ​ຫຍັງ​ອີກ​ທີ່​ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ກັບ​ໂມເຊ​ແລະ​ອາໂລນ?

12 ອາດ​ມີ​ເຫດຜົນ​ອື່ນ​ອີກ​ທີ່​ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ໂມເຊ​ແລະ​ອາໂລນ. ໂມເຊ​ບອກ​ປະຊາຊົນ​ວ່າ: “ພວກ​ເຮົາ​ຈະ​ຕ້ອງ​ເອົາ​ນໍ້າ​ອອກ​ມາ​ຈາກ​ໂງ່ນ​ຫີນ​ນີ້ ໃຫ້​ພວກ​ເຈົ້າ​ດື່ມ​ຊັ້ນ​ບໍ?” ເມື່ອ​ໂມເຊ​ເວົ້າ​ຄຳ​ວ່າ: “ພວກ​ເຮົາ” ລາວ​ອາດ​ໝາຍ​ລວມ​ເຖິງ​ຕົວ​ລາວ​ກັບ​ອາໂລນ. ຄຳ​ເວົ້າ​ຂອງ​ໂມເຊ​ບໍ່​ໄດ້​ໃຫ້​ກຽດ​ພະ​ເຢໂຫວາ​ເລີຍ ເພາະ​ລາວ​ບໍ່​ໄດ້​ໃຫ້​ການ​ອັດສະຈັນ​ທັງ​ໝົດ​ນັ້ນ​ນຳ​ຄຳ​ສັນລະເສີນ​ມາ​ສູ່​ພະ​ເຢໂຫວາ. ຄຳເພງ 106:32, 33 (ລ.ມ.) ບອກ​ວ່າ: “ເຂົາ​ໄດ້​ຍົວະ​ໃຫ້​ພະອົງ​ໂມໂຫ​ທີ່​ນໍ້າ​ເມລີບາ ໂມເຊ​ຈຶ່ງ​ເດືອດຮ້ອນ​ເພາະ​ພວກ​ເຂົາ ພວກ​ເຂົາ​ເຮັດ​ໃຫ້​ໂມເຊ​ໂມໂຫ ລາວ​ຈຶ່ງ​ເວົ້າ​ອອກ​ມາ​ໂດຍ​ບໍ່​ຄິດ.” * (ເບິ່ງ​ໄຂ​ເງື່ອນ) (ຈົດເຊັນບັນຊີ 27:14) ໂມເຊ​ບໍ່​ໄດ້​ໃຫ້​ກຽດ​ນັ້ນ​ມາ​ສູ່​ພະ​ເຢໂຫວາ. ພະອົງ​ຈຶ່ງ​ເວົ້າ​ກັບ​ໂມເຊ​ແລະ​ອາໂລນ​ວ່າ: “ພວກ​ເຈົ້າ​ທັງ​ສອງ​ໄດ້​ກະບົດ​ຕໍ່​ຄຳ​ສັ່ງ​ຂອງ​ເຮົາ.” (ຈົດເຊັນບັນຊີ 20:24, ທ.ປ.) ນີ້​ເປັນ​ຄວາມ​ຜິດ​ທີ່​ຮ້າຍແຮງ​ແທ້ໆ!

13. ເປັນ​ຫຍັງ​ວິທີ​ທີ່​ພະ​ເຢໂຫວາ​ລົງໂທດ​ໂມເຊ​ຈຶ່ງ​ເປັນ​ເລື່ອງ​ທີ່​ຍຸຕິທຳ​ແລະ​ຖືກຕ້ອງ?

13 ເນື່ອງ​ຈາກ​ໂມເຊ​ແລະ​ອາໂລນ​ເປັນ​ຜູ້​ນຳ​ປະຊາຊົນ​ຂອງ​ພະ​ເຢໂຫວາ ພະອົງ​ຈຶ່ງ​ຄາດ​ໝາຍ​ໃນ​ຕົວ​ເຂົາ​ເຈົ້າ​ຫຼາຍ​ເປັນ​ພິເສດ. (ລືກາ 12:48) ໃນ​ອະດີດ ພະ​ເຢໂຫວາ​ບໍ່​ໄດ້​ອະນຸຍາດ​ໃຫ້​ຄົນ​ອິດສະລາແອນ​ຮຸ່ນ​ໜຶ່ງ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະອົງ​ໄດ້​ສັນຍາ​ໄວ້​ຍ້ອນ​ວ່າ​ເຂົາ​ເຈົ້າ​ໄດ້​ຂັດ​ຄຳ​ສັ່ງ​ພະອົງ. (ຈົດເຊັນບັນຊີ 14:26-30, 34) ດັ່ງ​ນັ້ນ ເມື່ອ​ໂມເຊ​ຂັດ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ຈຶ່ງ​ເປັນ​ເລື່ອງ​ທີ່​ຍຸຕິທຳ​ແລະ​ຖືກຕ້ອງ​ທີ່​ພະອົງ​ໄດ້​ລົງໂທດ​ລາວ​ໃນ​ວິທີ​ດຽວ​ກັນ. ຄື​ກັບ​ພວກ​ອິດສະລາແອນ​ທີ່​ກະບົດ ໂມເຊ​ກໍ​ບໍ່​ໄດ້​ເຂົ້າ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ.

ສາເຫດ​ຂອງ​ບັນຫາ

14, 15. ອັນ​ໃດ​ເປັນ​ສາເຫດ​ເຮັດ​ໃຫ້​ໂມເຊ​ຂັດ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ?

14 ອັນ​ໃດ​ເປັນ​ສາເຫດ​ເຮັດ​ໃຫ້​ໂມເຊ​ຂັດ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ? ຂໍ​ສັງເກດ​ອີກ​ເທື່ອ​ໜຶ່ງ​ໃນ​ສິ່ງ​ທີ່​ຄຳເພງ 106:32, 33 (ລ.ມ.) ບອກ​ວ່າ: “ເຂົາ​ໄດ້​ຍົວະ​ໃຫ້​ພະອົງ​ໂມໂຫ​ທີ່​ນໍ້າ​ເມລີບາ ໂມເຊ​ຈຶ່ງ​ເດືອດຮ້ອນ​ເພາະ​ພວກ​ເຂົາ ພວກ​ເຂົາ​ເຮັດ​ໃຫ້​ໂມເຊ​ໂມໂຫ ລາວ​ຈຶ່ງ​ເວົ້າ​ອອກ​ມາ​ໂດຍ​ບໍ່​ຄິດ.” ທີ່​ຈິງ ພວກ​ອິດສະລາແອນ​ໄດ້​ກະບົດ​ຕໍ່​ພະ​ເຢໂຫວາ ແຕ່​ໂມເຊ​ພັດ​ເປັນ​ຄົນ​ໃຈ​ຮ້າຍ​ເອງ. ລາວ​ບໍ່​ໄດ້​ຄວບຄຸມ​ຕົວ​ເອງ ແລະ​ເວົ້າ​ແບບ​ບໍ່​ຄິດ​ເຖິງ​ຜົນ​ເສຍ​ທີ່​ຈະ​ຕາມ​ມາ.

15 ໂມເຊ​ບໍ່​ໄດ້​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ເພາະ​ວ່າ​ລາວ​ຍອມ​ໃຫ້​ການ​ກະທຳ​ຂອງ​ຄົນ​ອື່ນ​ມາ​ເຮັດ​ໃຫ້​ເຂວ​ໄປ. ທຳອິດ​ປະຊາຊົນ​ກໍ​ຈົ່ມ​ເລື່ອງ​ນໍ້າ​ດື່ມ ໂມເຊ​ກໍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. (ອົບພະຍົບ 7:6) ແຕ່​ອາດ​ເປັນ​ຍ້ອນ​ລາວ​ເມື່ອຍ​ຫຼາຍ​ແລະ​ຫງຸດຫງິດ​ທີ່​ຕ້ອງ​ຢູ່​ກັບ​ພວກ​ອິດສະລາແອນ​ທີ່​ກະບົດ​ຕະຫຼອດ​ຫຼາຍ​ປີ. ມັນ​ຈຶ່ງ​ເຮັດ​ໃຫ້​ໂມເຊ​ຄິດ​ເຖິງ​ແຕ່​ຄວາມ​ຮູ້ສຶກ​ຂອງ​ຕົວ​ເອງ ແທນ​ທີ່​ຈະ​ຄິດ​ເຖິງ​ວິທີ​ທີ່​ຈະ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ.

ເຮົາ​ຕ້ອງ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ແລະ​ເຊື່ອ​ຟັງ​ພະອົງ​ຢູ່​ສະເໝີ

16. ເປັນ​ຫຍັງ​ເຮົາ​ຕ້ອງ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ໂມເຊ​ເຮັດ?

16 ຖ້າ​ຜູ້​ພະຍາກອນ​ທີ່​ສັດ​ຊື່​ຢ່າງ​ໂມເຊ​ຍັງ​ເຂວ​ແລະ​ເຮັດ​ຜິດ​ໄດ້ ມັນ​ກໍ​ອາດ​ເກີດ​ຂຶ້ນ​ກັບ​ເຮົາ​ໄດ້​ງ່າຍໆຄື​ກັນ. ໂມເຊ​ເກືອບ​ຈະ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ ແລະ​ເຮົາ​ກໍ​ໃກ້​ຈະ​ໄດ້​ເຂົ້າ​ໃນ​ໂລກ​ໃໝ່​ແລ້ວ. (2 ເປໂຕ 3:13) ເຮົາ​ຄົງ​ບໍ່​ຢາກ​ສູນ​ເສຍ​ສິດທິ​ພິເສດ​ນີ້. ແຕ່​ເພື່ອ​ຈະ​ເຂົ້າ​ໃນ​ໂລກ​ໃໝ່​ເຮົາ​ຕ້ອງ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ແລະ​ເຊື່ອ​ຟັງ​ພະອົງ​ຢູ່​ສະເໝີ. (1 ໂຢຮັນ 2:17) ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄວາມ​ຜິດ​ພາດ​ຂອງ​ໂມເຊ?

ຢ່າ​ໃຫ້​ການ​ກະທຳ​ຂອງ​ຄົນ​ອື່ນ​ມາ​ເຮັດ​ໃຫ້​ເຈົ້າ​ເຂວ​ໄປ

17. ເມື່ອ​ຄົນ​ອື່ນ​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ ເຮົາ​ຈະ​ຄວບຄຸມ​ຕົວ​ເອງ​ໄດ້​ແນວ​ໃດ?

17 ເມື່ອ​ເຈົ້າ​ໃຈ​ຮ້າຍ​ເຈົ້າ​ຕ້ອງ​ຄວບຄຸມ​ຕົວ​ເອງ. ບາງ​ເທື່ອ​ເຮົາ​ອາດ​ເຈິ​ກັບ​ບັນຫາ​ເກົ່າໆຊໍ້າ​ແລ້ວ​ຊໍ້າ​ອີກ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ: “ຢ່າ​ໃຫ້​ພວກ​ເຮົາ​ເມື່ອຍ​ລ້າ​ໃນ​ການ​ເຮັດ​ດີ ເພາະ​ຖ້າ​ພວກ​ເຮົາ​ບໍ່​ລົດ​ລະ​ໃນ​ການ​ເຮັດ​ດີ ພວກ​ເຮົາ​ກໍ​ຈະ​ເກັບ​ກ່ຽວ​ຜົນ​ດີ​ຕາມ​ເວລາ​ອັນ​ສົມຄວນ.” (ຄາລາຊີ 6:9, ທ.ປ.; 2 ເທຊະໂລນີກ 3:13) ຖ້າ​ມີ​ບາງ​ຢ່າງ​ຫຼື​ບາງ​ຄົນ​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ​ຫຼາຍ​ເທື່ອ​ເດ ເຮົາ​ໄດ້​ຄິດ​ກ່ອນ​ເວົ້າ​ບໍ? ເຮົາ​ໄດ້​ຄວບຄຸມ​ອາລົມ​ຂອງ​ເຮົາ​ບໍ? (ສຸພາສິດ 10:19; 17:27; ມັດທາຍ 5:22) ເມື່ອ​ຄົນ​ອື່ນ​ຍົວະ​ໃຫ້​ໃຈ​ຮ້າຍ ເຮົາ​ຕ້ອງ​ຝຶກ​ທີ່​ຈະ​ປ່ອຍ​ໃຫ້​ພະ​ເຢໂຫວາ​ເປັນ​ຜູ້​ສະແດງ​ຄວາມ​ຄຽດ​ຕໍ່​ເຂົາ​ເຈົ້າ. (ອ່ານ​ໂລມ 12:17-21) ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ແທນ​ທີ່​ຈະ​ໃຈ​ຮ້າຍ ໃຫ້​ເຮົາ​ອົດ​ທົນ​ລໍ​ຖ້າ​ພະ​ເຢໂຫວາ​ຈັດການ​ກັບ​ບັນຫາ​ນັ້ນ​ເມື່ອ​ພະອົງ​ເຫັນ​ວ່າ​ຈຳເປັນ. ຖ້າ​ເຮົາ​ພະຍາຍາມ​ແກ້ແຄ້ນ​ແທນ​ທີ່​ຈະ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ ເຮົາ​ກໍ​ບໍ່​ໄດ້​ສະແດງ​ຄວາມ​ນັບຖື​ຕໍ່​ພະອົງ.

18. ເຮົາ​ຕ້ອງ​ຈື່​ຫຍັງ​ໄວ້​ກ່ຽວ​ກັບ​ການ​ເຮັດ​ຕາມ​ຄຳ​ແນະນຳ?

18 ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ໃໝ່​ຫຼ້າ​ສຸດ​ຢ່າງ​ເຕັມທີ. ເມື່ອ​ພະ​ເຢໂຫວາ​ໃຫ້​ຄຳ​ແນະນຳ​ໃໝ່​ຫຼ້າ​ສຸດ​ກັບ​ເຮົາ ເຮົາ​ໄດ້​ເຮັດ​ຕາມ​ຢ່າງ​ສັດ​ຊື່​ບໍ? ເຮົາ​ບໍ່​ຄວນ​ຍຶດ​ຕິດ​ກັບ​ວິທີ​ເກົ່າໆພຽງ​ເພາະ​ເປັນ​ສິ່ງ​ທີ່​ເຮົາ​ເຄີຍ​ເຮັດ ແຕ່​ເຮົາ​ຄວນ​ຟ້າວ​ເຮັດ​ຕາມ​ຄຳ​ແນະນຳ​ໃໝ່ໆທີ່​ພະ​ເຢໂຫວາ​ໃຫ້​ກັບ​ເຮົາ​ຜ່ານ​ທາງ​ອົງການ​ຂອງ​ພະອົງ. (ເຫບເລີ 13:17) ເຮົາ​ຍັງ​ຕ້ອງ​ລະວັງ​ທີ່​ຈະ “ບໍ່​ໃຫ້​ຄຶດ​ເກີນ​ທີ່​ຂຽນ​ໄວ້​ແລ້ວ​ນັ້ນ.” (1 ໂກລິນໂທ 4:6) ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ຢ່າງ​ເຕັມທີ ເຮົາ​ກໍ​ກຳລັງ​ເບິ່ງ​ໄປ​ທີ່​ພະອົງ​ສະເໝີ.

ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ການ​ກະທຳ​ຂອງ​ໂມເຊ​ເມື່ອ​ຄົນ​ອື່ນ​ເຮັດ​ຜິດ​ພາດ? (ເບິ່ງ​ຂໍ້ 19)

19. ເຮົາ​ຈະ​ບໍ່​ຍອມ​ໃຫ້​ຄວາມ​ຜິດ​ພາດ​ຂອງ​ຄົນ​ອື່ນ​ມາ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

19 ຢ່າ​ຍອມ​ໃຫ້​ຄວາມ​ຜິດ​ພາດ​ຂອງ​ຄົນ​ອື່ນ​ມາ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. ຖ້າ​ເຮົາ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ສະເໝີ ເຮົາ​ຈະ​ບໍ່​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ ແລະ​ຈະ​ບໍ່​ໃຈ​ຮ້າຍ​ຍ້ອນ​ສິ່ງ​ທີ່​ຄົນ​ອື່ນ​ເຮັດ. ຄື​ກັບ​ໂມເຊ ນີ້​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ໂດຍ​ສະເພາະ​ຖ້າ​ເຮົາ​ເປັນ​ຄົນ​ທີ່​ມີ​ໜ້າ​ທີ່​ຮັບ​ຊອບ​ໃນ​ອົງການ​ຂອງ​ພະເຈົ້າ. ແນ່ນອນ​ວ່າ​ເຮົາ​ທຸກ​ຄົນ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ແລະ​ເຊື່ອ​ຟັງ​ພະ​ເຢໂຫວາ​ເພື່ອ​ຈະ​ລອດ. (ຟີລິບ 2:12) ແຮ່ງ​ເຮົາ​ມີ​ໜ້າ​ທີ່​ຮັບ​ຊອບ​ຫຼາຍ ພະ​ເຢໂຫວາ​ກໍ​ແຮ່ງ​ຄາດ​ໝາຍ​ຈາກ​ເຮົາ​ຫຼາຍ. (ລືກາ 12:48) ແຕ່​ຖ້າ​ເຮົາ​ຮັກ​ພະ​ເຢໂຫວາ​ແທ້ໆ ບໍ່​ມີ​ສິ່ງ​ໃດ​ຈະ​ເຮັດ​ໃຫ້​ເຮົາ​ສະດຸດ ຫຼື​ແຍກ​ເຮົາ​ອອກ​ຈາກ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ໄດ້.—ຄຳເພງ 119:165; ໂລມ 8:37-39

20. ເຮົາ​ຄວນ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ?

20 ເຮົາ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ທີ່​ຫຍຸ້ງຍາກ​ແລະ​ມີ​ແຕ່​ບັນຫາ. ດັ່ງ​ນັ້ນ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ “ຜູ້​ສະຖິດ​ຢູ່​ໃນ​ຟ້າ​ສະຫວັນ” ແລະ​ເຮັດ​ແບບ​ນັ້ນ​ສະເໝີ​ເພື່ອ​ຈະ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ. ເຮົາ​ບໍ່​ຄວນ​ໃຫ້​ການ​ກະທຳ​ຂອງ​ຄົນ​ອື່ນ​ມາ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ໂມເຊ​ສອນ​ບົດຮຽນ​ທີ່​ສຳຄັນ​ວ່າ ແທນ​ທີ່​ຈະ​ສະແດງ​ອອກ​ຫຼາຍ​ເກີນ​ໄປ​ກັບ​ຄວາມ​ຜິດ​ພາດ​ຂອງ​ຄົນ​ອື່ນ ເຮົາ​ຕ້ອງ ‘ເບິ່ງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ຢ່າງ​ນັ້ນ​ຈົນ​ເຖິງ​ພະອົງ​ໂຜດ​ພະ​ຄຸນ​ໃຫ້​ພວກ​ເຮົາ.’—ຄຳເພງ 123:1, 2

^ ຂໍ້ 8 ເມລີບາ​ແຫ່ງ​ທີ່​ສອງ​ນີ້​ຕ່າງ​ຈາກ​ເມລີບາ​ແຫ່ງ​ທຳອິດ​ທີ່​ຢູ່​ໃກ້​ເຣຟີດີມ​ເຊິ່ງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ມາຊາ. ແຕ່​ທັງ​ສອງ​ແຫ່ງ​ນີ້​ຖືກ​ເອີ້ນ​ວ່າ​ເມລີບາ​ຍ້ອນ​ພວກ​ອິດສະລາແອນ​ຜິດ​ຖຽງ​ກັນ​ແລະ​ຈົ່ມ​ເມື່ອ​ຢູ່​ທີ່​ນັ້ນ.—ເບິ່ງ​ແຜນທີ່​ໃນ​ພາກ​ຜະໜວກ ຂ​3 ໃນ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່.

^ ຂໍ້ 11 ນັກ​ວິຊາການ​ດ້ານ​ຄຳພີ​ໄບເບິນ​ບອກ​ວ່າ​ຕາມ​ແຫຼ່ງ​ອ້າງອີງ​ຂອງ​ຄົນ​ຢິວ ພວກ​ກະບົດ​ອ້າງ​ວ່າ​ເຫດການ​ນັ້ນ​ບໍ່​ໄດ້​ເປັນ​ການ​ອັດສະຈັນ​ເພາະ​ໂມເຊ​ຮູ້​ຢູ່​ແລ້ວ​ວ່າ​ໃນ​ຫີນ​ນັ້ນ​ມີ​ນໍ້າ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຢາກ​ໃຫ້​ໂມເຊ​ຕີ​ຫີນ​ອີກ​ກ້ອນ​ໜຶ່ງ​ເພື່ອ​ເຮັດ​ການ​ອັດສະຈັນ​ໃຫ້​ເບິ່ງ​ອີກ​ຄັ້ງ. ແນວ​ໃດ​ກໍ​ຕາມ​ນີ້​ເປັນ​ເລື່ອງ​ເລົ່າ​ສືບ​ປາກ​ຕໍ່​ກັນ​ມາ.

^ ຂໍ້ 12 ເບິ່ງ​ບົດ​ຄວາມ​ຊື່ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ 15 ຕຸລາ 1987 (ບໍ່​ມີ​ໃນ​ພາສາ​ລາວ)