ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຮົາ​ເປັນ​ຄົນ​ຂອງ​ພະ​ເຢໂຫວາ

ເຮົາ​ເປັນ​ຄົນ​ຂອງ​ພະ​ເຢໂຫວາ

“ຊາວ​ປະເທດ​ທີ່​ມີ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ເຂົາ​ກໍ​ເປັນ​ສຸກ​ຫຼາຍ ພວກ​ທີ່​ພະເຈົ້າ​ໄດ້​ເລືອກ​ໄວ້​ເປັນ​ມູນ​ຂອງ​ພະອົງ​ກໍ​ສຸກ​ຫຼາຍ.”—ຄຳເພງ 33:12

ເພງ: 40, 50

1. ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ວ່າ​ພະ​ເຢໂຫວາ​ເປັນ​ເຈົ້າ​ຂອງ​ທຸກ​ສິ່ງ? (ເບິ່ງ​ຮູບ​ທຳອິດ)

ທຸກ​ສິ່ງ​ທຸກ​ຢ່າງ​ເປັນ​ຂອງ​ພະ​ເຢໂຫວາ! ພະອົງ​ເປັນ​ເຈົ້າ​ຂອງ “ສະຫວັນ . . . ແມ່ນ​ແຕ່​ສະຫວັນ​ສູງ​ສຸດ​ກໍ​ເປັນ​ຂອງ​ພະອົງ ລວມ​ທັງ​ໂລກ​ແລະ​ທຸກ​ສິ່ງ​ທີ່​ຢູ່​ໃນ​ໂລກ.” (ພະບັນຍັດ 10:14, ລ.ມ.; ຄຳປາກົດ 4:11) ເນື່ອງ​ຈາກ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ມະນຸດ ເຮົາ​ທຸກ​ຄົນ​ຈຶ່ງ​ເປັນ​ຂອງ​ພະອົງ. (ຄຳເພງ 100:3) ແຕ່​ພະເຈົ້າ​ໄດ້​ເລືອກ​ບາງ​ຄົນ​ຈາກ​ມະນຸດ​ທີ່​ເຄີຍ​ມີ​ຊີວິດ​ຢູ່​ເທິງ​ໂລກ​ນີ້​ໃຫ້​ເປັນ​ຄົນ​ຂອງ​ພະອົງ​ໃນ​ວິທີ​ທີ່​ພິເສດ.

2. ຕາມ​ທີ່​ບອກ​ໃນ​ຄຳພີ​ໄບເບິນ ໃຜ​ຖືກ​ເລືອກ​ໃນ​ວິທີ​ທີ່​ພິເສດ​ໃຫ້​ເປັນ​ຄົນ​ຂອງ​ພະ​ເຢໂຫວາ?

2 ຕົວຢ່າງ: ຄຳເພງ​ບົດ 135 ເວົ້າ​ເຖິງ​ຜູ້​ນະມັດສະການ​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ​ໃນ​ຊາດ​ອິດສະລາແອນ​ບູຮານ​ວ່າ​ເປັນ “ຊົນຊາດ​ພິເສດ​ຂອງ​ພະອົງ.” (ຄຳເພງ 135:4) ໂອເຊ​ກໍ​ຍັງ​ໄດ້​ພະຍາກອນ​ວ່າ​ຈະ​ມີ​ບາງ​ຄົນ​ທີ່​ບໍ່​ແມ່ນ​ຄົນ​​ອິດສະລາແອນ​ຈະ​ເປັນ​ຄົນ​ຂອງ​ພະ​ເຢໂຫວາ. (ໂອເຊ 2:23) ຄຳ​ພະຍາກອນ​ນີ້​ສຳເລັດ​ເປັນ​ຈິງ​ເມື່ອ​ພະ​ເຢໂຫວາ​ເລີ່ມ​ເລືອກ​ຄົນ​ທີ່​ບໍ່​ແມ່ນ​ຄົນ​ອິດສະລາແອນ​ໃຫ້​ຮ່ວມ​ປົກຄອງ​ກັບ​ພະ​ຄລິດ​ໃນ​ສະຫວັນ. (ກິດຈະການ 10:45; ໂລມ 9:23-26) ຄົນ​ເຫຼົ່າ​ນັ້ນ​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ​ເຊິ່ງ​ຖືກ​ເອີ້ນ​ວ່າ: “ເປັນ​ຊາດ​ບໍລິສຸດ.” ເຂົາ​ເຈົ້າ​ເປັນ “ຊົນຊາດ​ທີ່​ເປັນ​ຊັບ​ສົມບັດ​ພິເສດ” ຂອງ​ພະ​ເຢໂຫວາ. (1 ເປໂຕ 2:9, 10, ລ.ມ.) ແລ້ວ​ຄົນ​ທີ່​ເປັນ​ຄລິດສະຕຽນ​ທີ່​ສັດ​ຊື່​ໃນ​ທຸກ​ມື້​ນີ້​ເຊິ່ງ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ໂລກ​ເດ? ພະ​ເຢໂຫວາ​ເອີ້ນ​ເຂົາ​ເຈົ້າ​ວ່າ: “ພວກ​ຂອງ​ເຮົາ” ແລະ “ຄົນ​ທັງ​ຫຼາຍ​ທີ່​ເຮົາ​ໄດ້​ເລືອກ​ໄວ້.”—ເອຊາອີ 65:22

3. (ກ) ທຸກ​ມື້​ນີ້​ໃຜ​ທີ່​ມີ​ສາຍ​ສຳພັນ​ທີ່​ພິເສດ​ກັບ​ພະ​ເຢໂຫວາ? (ຂ) ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ໄດ້​ຮຽນ​ຮູ້​ຫຍັງ?

3 ທຸກ​ມື້​ນີ້ “ແກະ​ຝູງ​ນ້ອຍ” ທີ່​ມີ​ຄວາມ​ຫວັງ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ສະຫວັນ ແລະ “ແກະ​ອື່ນ” ທີ່​ມີ​ຄວາມ​ຫວັງ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ໂລກ​ຈະ​ນະມັດສະການ​ພະ​ເຢໂຫວາ​ຮ່ວມ​ກັນ​ເປັນ “ຝູງ​ດຽວ.” (ລືກາ 12:32; ໂຢຮັນ 10:16, ລ.ມ.) ເຮົາ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ຫຼາຍ​ແທ້ໆທີ່​ໄດ້​ມີ​ສາຍ​ສຳພັນ​ພິເສດ​ກັບ​ພະອົງ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ຮຽນ​ຮູ້​ວ່າ​ເຮົາ​ຈະ​ຂອບໃຈ​ພະ​ເຢໂຫວາ​ແນວ​ໃດ​ທີ່​ພະອົງ​ໃຫ້​ກຽດ​ທີ່​ພິເສດ​ນີ້​ກັບ​ເຮົາ.

ເຮົາ​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ

4. ເຮົາ​ຈະ​ຂອບໃຈ​ພະ​ເຢໂຫວາ​ແນວ​ໃດ​ທີ່​ໃຫ້​ເຮົາ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະອົງ? ແລະ​ພະ​ເຍຊູ​ກໍ​ເຮັດ​ຄື​ກັນ​ແນວ​ໃດ?

4 ເຮົາ​ຂອບໃຈ​ພະ​ເຢໂຫວາ​ໂດຍ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ. ການ​ເຮັດ​ແບບ​ນີ້​ເຮົາ​ກໍ​ເຮັດ​ໃຫ້​ທຸກ​ຄົນ​ເຫັນ​ວ່າ​ເຮົາ​ເປັນ​ຄົນ​ຂອງ​ພະ​ເຢໂຫວາ​ແລະ​ເຕັມ​ໃຈ​ເຊື່ອ​ຟັງ​ພະອົງ. (ເຫບເລີ 12:9) ພະ​ເຍຊູ​ກໍ​ເຮັດ​ແບບ​ນັ້ນ​ຄື​ກັນ​ຕອນ​ທີ່​ເພິ່ນ​ຮັບ​ບັບເຕມາ. ເຖິງ​ວ່າ​ເພິ່ນ​ເປັນ​ຄົນ​ໃນ​ຊາດ​ທີ່​ອຸທິດ​ຕົວ​ໃຫ້​ກັບ​ພະ​ເຢໂຫວາ​ແລ້ວ ແຕ່​ເພິ່ນ​ກໍ​ຍັງ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ອີກ ເຊິ່ງ​ຄື​ກັບ​ວ່າ​ເພິ່ນ​ກຳລັງ​ບອກ​ວ່າ: “ໂອ້​ພະເຈົ້າ​ເຈົ້າ​ຂ້າ ຂ້າ​ນ້ອຍ​ມີ​ຄວາມ​ສະໜຸກ​ຈະ​ກະທຳ​ການ​ຕາມ​ທີ່​ຊອບ​ໃຈ​ພະອົງ.”—ຄຳເພງ 40:7, 8

5, 6. (ກ) ພະ​ເຢໂຫວາ​ເວົ້າ​ແນວ​ໃດ​ຕອນ​ທີ່​ພະ​ເຍຊູ​ຮັບ​ບັບເຕມາ? (ຂ) ຕົວຢ່າງ​ຫຍັງ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ພະ​ເຢໂຫວາ​ເມື່ອ​ເຮົາ​ອຸທິດ​ຊີວິດ​ໃຫ້​ພະອົງ?

5 ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ພະ​ເຍຊູ​ຮັບ​ບັບເຕມາ? ຄຳພີ​ໄບເບິນ​ບອກ​ໄວ້​ວ່າ: “ເມື່ອ​ໄດ້​ຮັບ​ສິນ​ບັບເຕມາ​ແລ້ວ​ພະ​ເຍຊູ​ໄດ້​ຂຶ້ນ​ມາ​ຈາກ​ນໍ້າ​ໂລດ ແລະ​ຈົ່ງ​ເບິ່ງ​ຟ້າ​ສະຫວັນ​ແຫວກ​ອອກ​ແກ່​ພະອົງ ແລະ​ພະອົງ​ໄດ້​ເຫັນ​ພະ​ວິນຍານ​ແຫ່ງ​ພະເຈົ້າ​ລົງ​ມາ​ເໝືອນ​ດັ່ງ​ນົກ​ເຂົາ​ແລະ​ມາ​ຢູ່​ເທິງ​ພະອົງ. ແລະ​ຈົ່ງ​ເບິ່ງ​ມີ​ສຽງ​ປາກ​ອອກ​ມາ​ແຕ່​ຟ້າ​ສະຫວັນ​ວ່າ ‘ພະອົງ​ນີ້​ເປັນ​ພະ​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫຼາຍ​ໃນ​ພະອົງ.’” (ມັດທາຍ 3:16, 17) ພະ​ເຍຊູ​ເປັນ​ຄົນ​ຂອງ​ພະ​ເຢໂຫວາ​ຢູ່​ແລ້ວ ແຕ່​ພະອົງ​ດີ​ໃຈ​ຫຼາຍ​ທີ່​ເຫັນ​ພະ​ເຍຊູ​ເຕັມ​ໃຈ​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ພະອົງ​ພຽງ​ຜູ້​ດຽວ. ພະ​ເຢໂຫວາ​ກໍ​ດີ​ໃຈ​ຄື​ກັນ​ເມື່ອ​ເຮົາ​ອຸດ​ທິດ​ຊີວິດ​ໃຫ້​ພະອົງ ແລະ​ພະອົງ​ຈະ​ອວຍ​ພອນ​ເຮົາ.—ຄຳເພງ 149:4

6 ແຕ່​ພະ​ເຢໂຫວາ​ເປັນ​ເຈົ້າ​ຂອງ​ທຸກ​ສິ່ງ​ຢູ່​ແລ້ວ! ເຮົາ​ຈະ​ເອົາ​ຫຍັງ​ໃຫ້​ພະອົງ​ໄດ້? ຂໍ​ໃຫ້​ນຶກ​ພາບ​ຕົວຢ່າງ​ນີ້ ຜູ້​ຊາຍ​ຄົນ​ໜຶ່ງ​ມີ​ສວນ​ດອກ​ໄມ້​ທີ່​ງາມ​ຫຼາຍ ມື້​ໜຶ່ງ​ລູກ​ສາວ​ຂອງ​ລາວ​ເອົາ​ດອກ​ໄມ້​ດອກ​ໜຶ່ງ​ໃນ​ສວນ​ນັ້ນ​ມາ​ໃຫ້​ລາວ. ເຖິງ​ວ່າ​ດອກ​ໄມ້​ນັ້ນ​ຈະ​ເປັນ​ຂອງ​ລາວ​ຢູ່​ແລ້ວ ແຕ່​ລາວ​ກໍ​ດີ​ໃຈ​ຫຼາຍ​ກັບ​ຂອງ​ຂວັນ​ທີ່​ລູກ​ສາວ​ເອົາ​ໃຫ້ ເພາະ​ເຮັດ​ໃຫ້​ຮູ້​ວ່າ​ລູກ​ສາວ​ຮັກ​ລາວ. ດອກ​ໄມ້​ທີ່​ລູກ​ສາວ​ເອົາ​ໃຫ້​ມີ​ຄ່າ​ຫຼາຍ​ກວ່າ​ດອກ​ໄມ້​ໃດໆທັງ​ໝົດ​ໃນ​ສວນ. ຄ້າຍ​ຄື​ກັນ ພະ​ເຢໂຫວາ​ຈະ​ດີ​ໃຈ​ຫຼາຍ​ຕອນ​ທີ່​ເຮົາ​ເຕັມ​ໃຈ​ອຸທິດ​ຊີວິດ​ໃຫ້​ພະອົງ.—ອົບພະຍົບ 34:14

7. ພະທຳ​ມາລາກີ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ພະ​ເຢໂຫວາ​ຕໍ່​ຄົນ​ທີ່​ເຕັມ​ໃຈ​ຮັບໃຊ້​ພະອົງ?

7 ອ່ານ​ມາລາກີ 3:16. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ຫຼາຍ​ທີ່​ເຈົ້າ​ຕ້ອງ​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ? ທີ່​ຈິງ ຕັ້ງ​ແຕ່​ເຈົ້າ​ເກີດ​ມາ​ເຈົ້າ​ກໍ​ເປັນ​ຂອງ​ພະ​ເຢໂຫວາ​ຜູ້​ສ້າງ​ຢູ່​ແລ້ວ. ແຕ່​ລອງ​ຄິດ​ເບິ່ງ​ວ່າ​ພະອົງ​ຈະ​ດີ​ໃຈ​ຫຼາຍ​ສໍ່າ​ໃດ​ເມື່ອ​ເຮົາ​ໃຫ້​ພະອົງ​ປົກຄອງ​ເຮົາ​ແລະ​ອຸທິດ​ຊີວິດ​ໃຫ້​ກັບ​ພະອົງ! (ສຸພາສິດ 23:15) ພະ​ເຢໂຫວາ​ຮູ້ຈັກ​ຄົນ​ທີ່​ເຕັມ​ໃຈ​ຮັບໃຊ້​ພະອົງ ແລະ​ພະອົງ​ຈົດ​ຊື່​ຂອງ​ເຂົາ​ເຈົ້າ​ໄວ້​ໃນ “ໜັງສື​ທີ່​ລະນຶກ” ຂອງ​ພະອົງ.

8, 9. ພະ​ເຢໂຫວາ​ຢາກ​ໃຫ້​ຄົນ​ທີ່​ມີ​ຊື່​ໃນ​ໜັງສື​ທີ່​ລະນຶກ​ຂອງ​ພະອົງ​ເຮັດ​ຫຍັງ?

8 ຖ້າ​ເຮົາ​ຢາກ​ໃຫ້​ຊື່​ຂອງ​ເຮົາ​ມີ​ຢູ່​ໃນ “ໜັງສື​ທີ່​ລະນຶກ” ຂອງ​ພະ​ເຢໂຫວາ ເຮົາ​ຕ້ອງ​ເຮັດ​ຫຍັງ? ມາລາກີ​ບອກ​ວ່າ​ເຮົາ​ຕ້ອງ​ຢ້ານຢຳ​ພະ​ເຢໂຫວາ​ແລະ​ຄິດ​ເຖິງ​ນາມ​ຊື່​ຂອງ​ພະອົງ. ຖ້າ​ເຮົາ​ນະມັດສະການ​ພະ​ອື່ນ​ຫຼື​ສິ່ງ​ອື່ນ ຊື່​ຂອງ​ເຮົາ​ຈະ​ຖືກ​ລຶບ​ອອກ​ຈາກ​ໜັງສື​ນັ້ນ!—ອົບພະຍົບ 32:33; ຄຳເພງ 69:28

ເທົ່າ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຮົາ​ຕ້ອງ​ພິສູດ​ໂດຍ​ການ​ກະທຳ​ທຸກໆມື້​ວ່າ​ເຮົາ​ເຊື່ອ​ຟັງ​ພະ​ເຢໂຫວາ

9 ການ​ທີ່​ເຮົາ​ສັນຍາ​ວ່າ​ຈະ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ຕ້ອງການ​ແລະ​ຮັບ​ບັບເຕມາ​ເທົ່າ​ນັ້ນ​ຍັງ​ບໍ່​ພໍ ເພາະ​ເຮົາ​ເຮັດ​ສິ່ງ​ເຫຼົ່າ​ນີ້​ພຽງ​ເທື່ອ​ດຽວ. ແຕ່​ການ​ນະມັດສະການ​ພະ​ເຢໂຫວາ​ເປັນ​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ຕະຫຼອດ​ຊີວິດ. ເທົ່າ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຮົາ​ຕ້ອງ​ພິສູດ​ໂດຍ​ການ​ກະທຳ​ທຸກໆມື້​ວ່າ​ເຮົາ​ເຊື່ອ​ຟັງ​ພະ​ເຢໂຫວາ.—1 ເປໂຕ 4:1, 2

ເຮົາ​ປະຕິເສດ​ຄວາມ​ຕ້ອງການ​ແບບ​ໂລກ

10. ຄົນ​ທີ່​ຮັບໃຊ້​ພະເຈົ້າ​ແລະ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະອົງ​ແຕກຕ່າງ​ກັນ​ຢ່າງ​ຈະ​ແຈ້ງ​ແນວ​ໃດ?

10 ໃນ​ບົດ​ຄວາມ​ກ່ອນ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ກາອີນ ໂຊໂລ​ໂມນ ແລະ​ພວກ​ອິດສະລາແອນ​ກໍ​ອ້າງ​ວ່າ​ນະມັດສະການ​ພະ​ເຢໂຫວາ ແຕ່​ພັດ​ບໍ່​ໄດ້​ສັດ​ຊື່​ພັກດີ​ຕໍ່​ພະອົງ. ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ສອນ​ເຮົາ​ວ່າ​ພຽງ​ແຕ່​ເວົ້າ​ວ່າ​ເຮົາ​ນະມັດສະການ​ພະ​ເຢໂຫວາ​ຍັງ​ບໍ່​ພໍ. ເຮົາ​ຕ້ອງ​ກຽດ​ຊັງ​ສິ່ງ​ຊົ່ວ​ແລະ​ຮັກ​ສິ່ງ​ທີ່​ດີ. (ໂລມ 12:9) ພະ​ເຢໂຫວາ​ບອກ​ວ່າ​ຈະ​ເຫັນ​ຄວາມ​ແຕກຕ່າງ​ຢ່າງ​ຈະ​ແຈ້ງ “ລະຫວ່າງ​ຄົນ​ດີ​ແລະ​ຄົນ​ຊົ່ວ ລະຫວ່າງ​ຄົນ​ທີ່​ຮັບໃຊ້​ພະເຈົ້າ​ແລະ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະອົງ.”—ມາລາກີ 3:18, ລ.ມ.

11. ເປັນ​ຫຍັງ​ເຮົາ​ຕ້ອງ​ເຮັດ​ໃຫ້​ທຸກ​ຄົນ​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ເຮົາ​ຢູ່​ຝ່າຍ​ພະ​ເຢໂຫວາ?

11 ເຮົາ​ຂອບໃຈ​ແທ້ໆທີ່​ພະ​ເຢໂຫວາ​ໄດ້​ເລືອກ​ເຮົາ​ໃຫ້​ເປັນ​ຄົນ​ຂອງ​ພະອົງ! ທຸກ​ຄົນ​ຕ້ອງ​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ເຮົາ​ຢູ່​ຝ່າຍ​ພະ​ເຢໂຫວາ. (ມັດທາຍ 5:16; 1 ຕີໂມເຕ 4:15) ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຄົນ​ອື່ນ​ເຫັນ​ບໍ​ວ່າ​ຂ້ອຍ​ສັດ​ຊື່​ພັກດີ​ຕໍ່​ພະ​ເຢໂຫວາ​ແທ້ໆ? ຂ້ອຍ​ພູມ​ໃຈ​ທີ່​ຈະ​ບອກ​ຄົນ​ອື່ນ​ບໍ​ວ່າ​ຂ້ອຍ​ເປັນ​ພະຍານ​ພະ​ເຢໂຫວາ?’ ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ຈະ​ຮູ້ສຶກ​ເສຍໃຈ​ສໍ່າ​ໃດ​ຖ້າ​ເຮົາ​ອາຍ​ທີ່​ຈະ​ບອກ​ຄົນ​ອື່ນ​ວ່າ​ເຮົາ​ເປັນ​ຄົນ​ຂອງ​ພະອົງ.—ຄຳເພງ 119:46; ອ່ານ​ມາລະໂກ 8:38

ການ​ໃຊ້​ຊີວິດ​ຂອງ​ເຈົ້າ​ເຮັດ​ໃຫ້​ເຫັນ​ຈະ​ແຈ້ງ​ບໍ​ວ່າ​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ? (ເບິ່ງ​ຂໍ້ 12, 13)

12, 13. ອັນ​ໃດ​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ເບິ່ງ​ບໍ່​ອອກ​ວ່າ​ບາງ​ຄົນ​ເປັນ​ພະຍານ​ພະ​ເຢໂຫວາ?

12 ໜ້າ​ເສົ້າໃຈ​ທີ່​ພະຍານ​ພະ​ເຢໂຫວາ​ບາງ​ຄົນ​ເຖິງ​ກັບ​ຮຽນ​ແບບ “ນໍ້າໃຈ​ຂອງ​ໂລກ.” ຜົນ​ກໍ​ຄື​ເຂົາ​ເຈົ້າ​ເກືອບ​ບໍ່​ຕ່າງ​ຫຍັງ​ເລີຍ​ກັບ​ຄົນ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ. (1 ໂກລິນໂທ 2:12) “ນໍ້າໃຈ​ຂອງ​ໂລກ” ເຮັດ​ໃຫ້​ຜູ້​ຄົນ​ສົນ​ໃຈ​ແຕ່​ຄວາມ​ຕ້ອງການ​ຂອງ​ຕົວ​ເອງ. (ເອເຟດ 2:3) ຕົວຢ່າງ: ເຖິງ​ວ່າ​ມີ​ການ​ໃຫ້​ຄຳ​ແນະນຳ​ຫຼາຍ​ເທື່ອ​ເລື່ອງ​ການ​ແຕ່ງ​ຕົວ ແຕ່​ກໍ​ມີ​ບາງ​ຄົນ​ເລືອກ​ທີ່​ຈະ​ແຕ່ງ​ຕົວ​ບໍ່​ສຸພາບ ເຊັ່ນ: ນຸ່ງ​ເຄື່ອງ​ຮັດໆ ໂຊ​ຊັດ​ສ່ວນ​ຫຼື​ແບບ​ໂປ້ ແລະ​ເຖິງ​ຂັ້ນ​ໃສ່​ໄປ​ປະຊຸມ. ບາງ​ຄົນ​ກໍ​ເຮັດ​ຊົງ​ຜົມ​ແປກ​ປະຫຼາດ. (1 ຕີໂມເຕ 2:9, 10) ຜົນ​ກໍ​ຄື​ເຮັດ​ໃຫ້​ຄົນ​ອື່ນ​ເບິ່ງ​ບໍ່​ອອກ​ວ່າ​ເຂົາ​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ​ແທ້​ຫຼື​ບໍ່.—ຢາໂກໂບ 4:4

13 ມີ​ສິ່ງ​ອື່ນ​ອີກ​ທີ່​ພະຍານ​ພະ​ເຢໂຫວາ​ບາງ​ຄົນ​ບໍ່​ໄດ້​ເຮັດ​ໃຫ້​ເຫັນ​ຈະ​ແຈ້ງ​ວ່າ​ຕົວ​ເອງ​ແຕກຕ່າງ​ຈາກ​ຄົນ​ທົ່ວໄປ​ໃນ​ໂລກ. ຕົວຢ່າງ: ໃນ​ງານ​ລ້ຽງ ບາງ​ຄົນ​ກໍ​ເຕັ້ນ​ເອົາ​ແທ້​ເອົາ​ວ່າ​ແລະ​ເຮັດ​ຕົວ​ບໍ່​ສົມ​ກັບ​ເປັນ​ຄລິດສະຕຽນ. ສ່ວນ​ຄົນ​ອື່ນໆກໍ​ລົງ​ຮູບ​ຕົວ​ເອງ​ແລະ​ຂຽນ​ຄວາມ​ເຫັນ​ໃນ​ສື່​ສັງຄົມ​ອອນ​ລາຍ​ແບບ​ທີ່​ຄົນ​ທົ່ວໄປ​ໃນ​ໂລກ​ເວົ້າ​ກັນ. ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ເຮັດ​ຜິດ​ຮ້າຍແຮງ​ຈົນ​ຖືກ​ວ່າ​ກ່າວ​ຕັກ​ເຕືອນ​ໃນ​ປະຊາຄົມ ແຕ່​ເຂົາ​ເຈົ້າ​ອາດ​ຈະ​ມີ​ອິດ​ພິ​ພົນ​ທີ່​ບໍ່​ດີ​ຕໍ່​ພີ່​ນ້ອງ​ຄົນ​ອື່ນ​ເຊິ່ງ​ພະຍາຍາມ​ຫຼາຍ​ແທ້ໆທີ່​ຈະ​ແຕກຕ່າງ​ຈາກ​ຜູ້​ຄົນ​ທົ່ວໄປ​ໃນ​ໂລກ.—ອ່ານ 1 ເປໂຕ 2:11, 12

ຢ່າ​ຍອມ​ໃຫ້​ຄົນ​ທີ່​ບໍ່​ຢູ່​ຝ່າຍ​ພະ​ເຢໂຫວາ​ແທ້ໆມາ​ມີ​ອິດທິພົນ​ຕໍ່​ເຮົາ

14. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ປົກ​ປ້ອງ​ສາຍ​ສຳພັນ​ທີ່​ພິເສດ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ?

14 ທຸກ​ສິ່ງ​ໃນ​ໂລກ​ຖືກ​ອອກ​ແບບ​ມາ​ເພື່ອ​ເຮັດ​ໃຫ້​ເຮົາ​ສົນ​ໃຈ​ແຕ່ “ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ ຄວາມ​ຕ້ອງການ​ທີ່​ເກີດ​ຈາກ​ຕາ ຫຼື​ການ​ໂອ້​ອວດ​ຊັບ​ສົມບັດ.” (1 ໂຢຮັນ 2:16, ລ.ມ.) ເຮົາ​ເປັນ​ຄົນ​ຂອງ​ພະ​ເຢໂຫວາ ດັ່ງ​ນັ້ນ ເຮົາ​ຕ້ອງ​ແຕກຕ່າງ​ຈາກ​ຄົນ​ທົ່ວໄປ. ເຮົາ​ຕ້ອງ “ປະຕິເສດ​ການ​ເຮັດ​ຊົ່ວ​ແລະ​ຄວາມ​ຕ້ອງການ​ແບບ​ໂລກ” ແລະ “ໃຊ້​ຊີວິດ​ໃນ​ຍຸກ​ນີ້​ຢ່າງ​ມີ​ເຫດຜົນ ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ມີ​ຄວາມ​ເຫຼື້ອມ​ໃສ​ພະເຈົ້າ.” (ຕິໂຕ 2:12, ລ.ມ.) ທຸກ​ຢ່າງ​ທີ່​ເຮົາ​ເຮັດ​ໃນ​ຊີວິດ ບໍ່​ວ່າ​ຈະ​ເປັນ​ຄຳ​ເວົ້າ ການ​ກິນ ການ​ດື່ມ ການ​ແຕ່ງ​ຕົວ ແລະ​ການ​ເຮັດ​ວຽກ ເຮົາ​ຕ້ອງ​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ເຮົາ​ເປັນ​ຄົນ​ຂອງ​ພະ​ເຢໂຫວາ.—ອ່ານ 1 ໂກລິນໂທ 10:31, 32

ໃຫ້​ເຮົາ “ຮັກ​ກັນ​ແລະ​ກັນ​ເປັນ​ອັນ​ມາກ”

15. ເປັນ​ຫຍັງ​ເຮົາ​ຕ້ອງ​ຮັກ​ແລະ​ເຮັດ​ດີ​ກັບ​ພີ່​ນ້ອງ?

15 ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ການ​ໄດ້​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໂດຍ​ວິທີ​ທີ່​ເຮົາ​ປະຕິບັດ​ຕໍ່​ພີ່​ນ້ອງ ເພາະ​ເຂົາ​ເຈົ້າ​ກໍ​ເປັນ​ຄົນ​ຂອງ​ພະເຈົ້າ​ຄື​ກັບ​ເຮົາ. ຖ້າ​ເຮົາ​ຈື່​ເລື່ອງ​ນີ້​ໄວ້​ສະເໝີ ເຮົາ​ກໍ​ຈະ​ຮັກ​ແລະ​ເຮັດ​ດີ​ກັບ​ເຂົາ​ເຈົ້າ. (1 ເທຊະໂລນີກ 5:15) ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ? ພະ​ເຍຊູ​ບອກ​ກັບ​ລູກ​ສິດ​ວ່າ: “ຄົນ​ທັງ​ປວງ​ຈະ​ຮູ້ຈັກ​ວ່າ​ທ່ານ​ທັງ​ຫຼາຍ​ເປັນ​ລູກ​ສິດ​ຂອງ​ເຮົາ​ດ້ວຍ​ການ​ນີ້ ຄື​ວ່າ​ຖ້າ​ທ່ານ​ທັງ​ຫຼາຍ​ມີ​ຄວາມ​ຮັກ​ໃນ​ທ່າມກາງ​ພວກ​ທ່ານ.”—ໂຢຮັນ 13:35

16. ກົດ​ໝາຍ​ຂອງ​ໂມເຊ​ສອນ​ຫຍັງ​ກ່ຽວ​ກັບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ຕໍ່​ຄົນ​ຂອງ​ພະອົງ?

16 ຕົວຢ່າງ​ໜຶ່ງ​ຈາກ​ກົດ​ໝາຍ​ຂອງ​ໂມເຊ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ເຮົາ​ຕ້ອງ​ປະຕິບັດ​ກັບ​ຄົນ​ອື່ນໆໃນ​ປະຊາຄົມ​ແນວ​ໃດ. ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ມີ​ເຄື່ອງ​ໃຊ້​ສຳລັບ​ການ​ນະມັດສະການ​ໂດຍ​ສະເພາະ. ກົດ​ໝາຍ​ຂອງ​ໂມເຊ​ບອກ​ຊັດເຈນ​ວ່າ​ພວກເລວີ​ຕ້ອງ​ໃຊ້​ສິ່ງ​ຂອງ​ເຫຼົ່າ​ນີ້​ຢ່າງ​ລະ​ມັດ​ລະວັງ ຄົນ​ທີ່​ບໍ່​ເຮັດ​ຕາມ​ຈະ​ຖືກ​ລົງໂທດ​ເຖິງ​ຕາຍ. (ຈົດເຊັນບັນຊີ 1:50, 51) ຂະໜາດ​ເຄື່ອງ​ໃຊ້​ສຳລັບ​ນະມັດສະການ​ທີ່​ບໍ່​ມີ​ຊີວິດ ພະ​ເຢໂຫວາ​ຍັງ​ສົນ​ໃຈ​ວ່າ​ຜູ້​ຄົນ​ຈະ​ປະຕິບັດ​ກັບ​ສິ່ງ​ເຫຼົ່າ​ນີ້​ຢ່າງ​ລະ​ມັດ​ລະວັງ​ຫຼື​ບໍ່. ດັ່ງ​ນັ້ນ ແຮ່ງ​ເປັນ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ພັກດີ​ເຊິ່ງ​ໄດ້​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ​ແລ້ວ ພະອົງ​ກໍ​ແຮ່ງ​ສົນ​ໃຈ​ວ່າ​ຜູ້​ຄົນ​ຈະ​ປະຕິບັດ​ກັບ​ເຂົາ​ເຈົ້າ​ແນວ​ໃດ. ພະ​ເຢໂຫວາ​ບອກ​ວ່າ​ເຮົາ​ມີ​ຄ່າ​ຫຼາຍ​ແທ້ໆໂດຍ​ເວົ້າ​ວ່າ: “ໃຜ​ທີ່​ແຕະ​ຕ້ອງ​ເຈົ້າ​ກໍ​ເທົ່າ​ກັບ​ແຕະ​ຕ້ອງ​ດວງ​ຕາ​ຂອງ​ເຮົາ.”—ຊາກາລີ 2:8, ລ.ມ.

ພະ​ເຢໂຫວາ​ເຫັນ​ເມື່ອ​ເຮົາ​ເປັນ​ຄົນ​ມີ​ນໍ້າ​ໃຈ ໃຈ​ກວ້າງ ໃຫ້​ອະໄພ ແລະ​ເຮັດ​ດີ​ກັບ​ພີ່​ນ້ອງ

17. ພະ​ເຢໂຫວາ​ສົນ​ໃຈ​ໃນ​ສິ່ງ​ໃດ?

17 ມາລາກີ​ບອກ​ວ່າ​ພະ​ເຢໂຫວາ​ສົນ​ໃຈ “ຟັງ​ແລະ​ໄດ້​ຍິນ” ວິທີ​ທີ່​ຄົນ​ຂອງ​ພະອົງ​ປະຕິບັດ​ຕໍ່​ກັນ. (ມາລາກີ 3:16) ພະ​ເຢໂຫວາ “ຮູ້ຈັກ​ຄົນ​ທັງ​ຫຼາຍ​ນັ້ນ​ຜູ້​ເປັນ​ຂອງ​ພະອົງ.” (2 ຕີໂມເຕ 2:19) ບໍ່​ວ່າ​ເຮົາ​ຈະ​ເຮັດ​ຫຼື​ເວົ້າ​ຫຍັງ ພະອົງ​ກໍ​ຮູ້ຈັກ​ໝົດ. (ເຫບເລີ 4:13) ຖ້າ​ເຮົາ​ບໍ່​ເຮັດ​ດີ​ກັບ​ພີ່​ນ້ອງ ພະອົງ​ກໍ​ຮູ້. ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ກໍ​ຮູ້​ຄື​ກັນ​ເມື່ອ​ເຮົາ​ເປັນ​ຄົນ​ມີ​ນໍ້າໃຈ ໃຈ​ກວ້າງ ໃຫ້​ອະໄພ ແລະ​ເຮັດ​ດີ​ກັບ​ພີ່​ນ້ອງ.—ເຫບເລີ 13:16; 1 ເປໂຕ 4:8, 9

“ພະ​ເຢໂຫວາ​ຈະ​ບໍ່​ປະ​ພວກ​ຂອງ​ພະອົງ”

18. ເຮົາ​ຈະ​ຂອບໃຈ​ພະ​ເຢໂຫວາ​ໄດ້​ແນວ​ໃດ​ທີ່​ເລືອກ​ເຮົາ​ໃຫ້​ເປັນ​ຄົນ​ຂອງ​ພະອົງ?

18 ເຮົາ​ຢາກ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ຫຼາຍ​ທີ່​ໄດ້​ເປັນ​ຄົນ​ຂອງ​ພະອົງ. ເຮົາ​ຮູ້​ວ່າ​ເມື່ອ​ເຮົາ​ອຸທິດ​ຊີວິດ​ໃຫ້​ກັບ​ພະ​ເຢໂຫວາ​ກໍ​ເປັນ​ການ​ຕັດສິນ​ໃຈ​ທີ່​ສະຫຼາດ​ທີ່​ສຸດ. ເຖິງ​ວ່າ​ເຮົາ​ຈະ​ມີ​ຊີວິດ​ຢູ່ “ໃນ​ທ່າມກາງ​ເຊື້ອ​ຊາດ​ຄົນ​ຄົດ​ໂກງ​ແລະ​ຊົ່ວ” ແຕ່​ເຮົາ​ກໍ “ເປັນ​ຄົນ​ປາສະຈາກ​ຕິຕຽນ ແລະ​ເປັນ​ຄົນ​ບໍລິສຸດ​ໄດ້” ແລະ​ເຮົາ​ຍັງ “ສ່ອງ​ແຈ້ງ​ເໝືອນ​ດັ່ງ​ໂຄມ​ໄຟ​ໃນ​ໂລກ.” (ຟີລິບ 2:15) ດັ່ງ​ນັ້ນ ເຮົາ​ຕ້ອງ​ຕັ້ງ​ໃຈ​ທີ່​ຈະ​ບໍ່​ເຮັດ​ສິ່ງ​ຕ່າງໆທີ່​ພະ​ເຢໂຫວາ​ກຽດ​ຊັງ. (ຢາໂກໂບ 4:7) ເຮົາ​ຮັກ​ແລະ​ນັບຖື​ພີ່​ນ້ອງ​ຂອງ​ເຮົາ​ເພາະ​ເຂົາ​ເຈົ້າ​ກໍ​ເປັນ​ຄົນ​ຂອງ​ພະອົງ​ຄື​ກັນ.—ໂລມ 12:10

19. ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ຄົນ​ຂອງ​ພະອົງ​ແນວ​ໃດ?

19 ຄຳພີ​ໄບເບິນ​ສັນຍາ​ວ່າ: “ພະ​ເຢໂຫວາ​ຈະ​ບໍ່​ປະ​ພວກ​ຂອງ​ພະອົງ.” (ຄຳເພງ 94:14) ຄຳ​ສັນຍາ​ນີ້​ຮັບຮອງ​ວ່າ​ບໍ່​ວ່າ​ສິ່ງ​ໃດ​ຈະ​ເກີດ​ຂຶ້ນ​ກໍ​ຕາມ ພະ​ເຢໂຫວາ​ຈະ​ຢູ່​ກັບ​ເຮົາ. ເຖິງ​ວ່າ​ເຮົາ​ຈະ​ຕາຍ ພະອົງ​ກໍ​ຈະ​ບໍ່​ລືມ​ເຮົາ. (ໂລມ 8:38, 39) “ຖ້າ​ເຮົາ​ຢູ່ ເຮົາ​ກໍ​ຢູ່​ເພື່ອ​ພະ​ເຢໂຫວາ ແລະ​ຖ້າ​ເຮົາ​ຕາຍ ເຮົາ​ກໍ​ຕາຍ​ເພື່ອ​ພະ​ເຢໂຫວາ ດັ່ງ​ນັ້ນ ບໍ່​ວ່າ​ເຮົາ​ຈະ​ຢູ່​ຫຼື​ຕາຍ ເຮົາ​ກໍ​ເປັນ​ຄົນ​ຂອງ​ພະ​ເຢໂຫວາ.” (ໂລມ 14:8, ລ.ມ.) ເຮົາ​ຄອຍ​ຖ້າ​ເວລາ​ທີ່​ພະ​ເຢໂຫວາ​ຈະ​ປຸກ​ໝູ່​ທີ່​ສັດ​ຊື່​ພັກດີ​ຂອງ​ພະອົງ​ທຸກ​ຄົນ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. (ມັດທາຍ 22:32) ເຖິງ​ວ່າ​ຕອນ​ນີ້​ເຮົາ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ​ຈາກ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ ເຊິ່ງ​ເປັນ​ຄື​ກັບ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ແທ້ໆວ່າ: “ຊາວ​ປະເທດ​ທີ່​ມີ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ເຂົາ​ກໍ​ເປັນ​ສຸກ​ຫຼາຍ ພວກ​ທີ່​ພະເຈົ້າ​ໄດ້​ເລືອກ​ໄວ້​ເປັນ​ມູນ​ຂອງ​ພະອົງ​ກໍ [ເປັນ] ສຸກ​ຫຼາຍ.”—ຄຳເພງ 33:12