ໃຫ້ປູກຝັງຄວາມເຫັນອົກເຫັນໃຈກັບ “ຄົນທັງປວງ”
ເມື່ອພະເຍຊູສອນວິທີປະກາດຂ່າວດີໃຫ້ກັບລູກສິດ ເພິ່ນເຕືອນເຂົາເຈົ້າວ່າຜູ້ຄົນອາດຈະບໍ່ຢາກຟັງເຂົາເຈົ້າ. (ລືກາ 10:3, 5, 6) ວຽກຮັບໃຊ້ຂອງເຮົາໃນທຸກມື້ນີ້ກໍຄືກັນ. ບາງຄົນທີ່ເຮົາພົບອາດຫຍາບຄາຍແລະໃຈຮ້າຍໃສ່ເຮົາ. ເມື່ອເຫັນເຂົາເຈົ້າເຮັດແບບນັ້ນ ມັນອາດເຮັດໃຫ້ເຮົາບໍ່ຢາກເຫັນອົກເຫັນໃຈແລະບໍ່ຢາກປະກາດກັບເຂົາເຈົ້າ.
ຄົນທີ່ເຫັນອົກເຫັນໃຈຈະຮູ້ວ່າຄົນອື່ນຕ້ອງການຫຍັງແລະມີບັນຫາຫຍັງ ລາວຈະຮູ້ສຶກອີ່ຕົນແລະຢາກຊ່ວຍເຫຼືອເຂົາເຈົ້າ. ແຕ່ຈະເກີດຫຍັງຂຶ້ນຖ້າເຮົາຂາດຄວາມເຫັນອົກເຫັນໃຈຕໍ່ຜູ້ຄົນໃນເຂດປະກາດຂອງເຮົາ? ເຮົາຈະເສຍຄວາມກະຕືລືລົ້ນ ເຮົາຈະບໍ່ຢາກປະກາດກັບເຂົາເຈົ້າ ແລະເຮົາຈະຊ່ວຍຫຍັງເຂົາເຈົ້າບໍ່ໄດ້. ເຮົາປຽບທຽບຄວາມກະຕືລືລົ້ນຄືກັບໄຟ ເພື່ອຈະໃຫ້ໄຟລຸກແຮງຂຶ້ນເຮົາຕ້ອງຕື່ມຟືນໃສ່. ຄ້າຍຄືກັນ ຖ້າເຮົາຢາກມີຄວາມກະຕືລືລົ້ນຫຼາຍຂຶ້ນ ເຮົາຕ້ອງມີຄວາມເຫັນອົກເຫັນໃຈ!—1 ເທຊະໂລນີກ 5:19
ເຮົາຈະມີຄວາມເຫັນອົກເຫັນໃຈໄດ້ແນວໃດເຖິງວ່າຈະເປັນເລື່ອງຍາກ? ຂໍໃຫ້ເຮົາມາເບິ່ງ 3 ຕົວຢ່າງທີ່ເຮົາສາມາດຮຽນແບບໄດ້ ເຊັ່ນ: ພະເຢໂຫວາ ພະເຍຊູ ແລະໂປໂລ.
ຮຽນແບບຄວາມເຫັນອົກເຫັນໃຈຂອງພະເຢໂຫວາ
ຕະຫຼອດຫຼາຍພັນປີ ຜູ້ຄົນໄດ້ເວົ້າຄຳຕົວະທີ່ຊົ່ວຮ້າຍກ່ຽວກັບພະເຢໂຫວາ. ແຕ່ພະອົງກໍຍັງ ‘ເຮັດດີແກ່ຄົນບໍ່ມີຄຸນແລະແກ່ຄົນຊົ່ວຮ້າຍ.’ (ລືກາ 6:35) ພະອົງເຮັດດີແນວໃດ? ພະອົງອົດທົນກັບທຸກຄົນແລະຢາກໃຫ້ “ຄົນທັງປວງ” ລອດຊີວິດ. (1 ຕີໂມເຕ 2:3, 4) ເຖິງວ່າພະເຢໂຫວາຈະກຽດຊັງຄວາມຊົ່ວຮ້າຍ ແຕ່ພະອົງກໍຖືວ່າມະນຸດມີຄ່າແລະບໍ່ຢາກໃຫ້ໃຜຕ້ອງຕາຍ.—2 ເປໂຕ 3:9
ພະເຢໂຫວາຮູ້ວ່າຊາຕານເກັ່ງຫຼາຍທີ່ເຮັດໃຫ້ຜູ້ຄົນເຊື່ອຄຳຕົວະຂອງມັນ. (2 ໂກລິນໂທ 4:3, 4) ຫຼາຍຄົນຖືກສອນເລື່ອງຕົວະກ່ຽວກັບພະເຈົ້າຕັ້ງແຕ່ຍັງນ້ອຍ. ດັ່ງນັ້ນອາດເປັນເລື່ອງຍາກທີ່ເຂົາເຈົ້າຈະຮັບເອົາຄວາມຈິງ. ແຕ່ພະເຢໂຫວາຢາກຊ່ວຍເຂົາເຈົ້າແທ້ໆ. ເຮົາຮູ້ໄດ້ແນວໃດ?
ຕົວຢ່າງ: ໃຫ້ເຮົາມາເບິ່ງວ່າພະເຢໂຫວາຮູ້ສຶກແນວໃດກັບປະຊາຊົນເມືອງນີນີເວ. ເຖິງວ່າເຂົາເຈົ້າຈະເປັນຄົນມັກໃຊ້ຄວາມຮຸນແຮງ ແຕ່ພະເຢໂຫວາກໍບອກໂຢນາວ່າ: “ຝ່າຍເຮົາເຮົາຈະບໍ່ອີ່ດູນີນີເວເມືອງໃຫຍ່ຫຼື ໃນເມືອງນັ້ນມີຄົນກວ່າ 120.000 ຄົນທີ່ບໍ່ຮູ້ຈັກສັງເກດຂ້າງຂວາຈາກຂ້າງຊ້າຍແຫ່ງຕົນ [“ບໍ່ຮູ້ວ່າອັນໃດຖືອັນໃດຜິດ,” ລ.ມ.]” (ໂຢນາ 4:11) ພະເຢໂຫວາຮູ້ສຶກອີ່ຕົນຄົນເຫຼົ່ານັ້ນທີ່ບໍ່ໄດ້ຮູ້ຄວາມຈິງກ່ຽວກັບພະອົງ. ພະອົງຈຶ່ງສົ່ງໂຢນາໄປເຕືອນເຂົາເຈົ້າ.
ເຮົາກໍຮູ້ສຶກຄືກັບພະເຢໂຫວາທີ່ວ່າຜູ້ຄົນມີຄ່າ ແລະຢາກຊ່ວຍເຂົາເຈົ້າໃຫ້ຮຽນຮູ້ກ່ຽວກັບພະອົງ ເຖິງເບິ່ງຄືວ່າເຂົາເຈົ້າບໍ່ຢາກຮັບເອົາຄວາມຈິງກໍຕາມ.
ຮຽນແບບຄວາມເຫັນອົກເຫັນໃຈຂອງພະເຍຊູ
ຄືກັບພໍ່ຂອງເພິ່ນ ພະເຍຊູຮູ້ສຶກອີ່ຕົນຜູ້ຄົນ “ເພາະວ່າເຂົາເປັນທຸກໃຈແລະພັດພາກຈາກກັນເໝືອນດັ່ງແກະທີ່ບໍ່ມີຜູ້ລ້ຽງ.” (ມັດທາຍ 9:36) ພະເຍຊູເຂົ້າໃຈວ່າເຂົາເຈົ້າຢູ່ໃນສະພາບແບບນັ້ນກໍຍ້ອນພວກຫົວໜ້າສາສະໜາປະຕິບັດບໍ່ດີຕໍ່ເຂົາເຈົ້າແລະສອນເລື່ອງບໍ່ຈິງ. ເຖິງວ່າພະເຍຊູຮູ້ວ່າຫຼາຍຄົນມາຟັງເພິ່ນຍ້ອນເຫດຜົນອື່ນທີ່ບໍ່ແມ່ນຍ້ອນຢາກມາຕິດຕາມເພິ່ນ ແຕ່ເພິ່ນກໍຍັງຕັ້ງໃຈສອນເຂົາເຈົ້າຫຼາຍສິ່ງ.—ມາລະໂກ 4:1-9
ຖ້າຜູ້ຄົນມີທ່າທີທີ່ບໍ່ດີຕໍ່ຂ່າວສານຂອງເຮົາ ເຮົາຕ້ອງພະຍາຍາມເຂົ້າໃຈວ່າເປັນຫຍັງເຂົາເຈົ້າຈຶ່ງເຮັດແບບນັ້ນ. ເຂົາ
ເຈົ້າອາດມີອະຄະຕິຕໍ່ຄຳພີໄບເບິນແລະຄລິດສະຕຽນຍ້ອນເຄີຍເຫັນຄົນທີ່ເອີ້ນຕົວເອງວ່າເປັນຄລິດສະຕຽນໄດ້ເຮັດສິ່ງທີ່ບໍ່ດີ. ນອກຈາກນັ້ນ ເຂົາເຈົ້າອາດໄດ້ຍິນເລື່ອງຕົວະກ່ຽວກັບຄວາມເຊື່ອຂອງເຮົາ. ສ່ວນຄົນອື່ນໆອາດຮູ້ສຶກຢ້ານວ່າຍາດພີ່ນ້ອງຫຼືຜູ້ຄົນອ້ອມຂ້າງຈະເຍາະເຍີ້ຍຖ້າເຂົາເຈົ້າລົມກັບເຮົາ.ບາງຄົນທີ່ເຮົາພົບອາດເຄີຍມີປະສົບການທີ່ບໍ່ດີເຊິ່ງຝັງໃຈເຂົາເຈົ້າ. ພີ່ນ້ອງຄິມເຊິ່ງເປັນມິດຊັນນາລີເວົ້າວ່າຫຼາຍຄົນໃນເຂດປະກາດຂອງລາວເປັນຄົນທີ່ລອດຊີວິດຈາກສົງຄາມແລະເຂົາເຈົ້າກໍສູນເສຍທຸກຢ່າງທີ່ມີ. ດັ່ງນັ້ນ ເຂົາເຈົ້າຈຶ່ງບໍ່ມີຄວາມຫວັງຫຍັງເລີຍໃນອະນາຄົດ ຮູ້ສຶກທໍ້ແທ້ແລະບໍ່ໄວ້ໃຈໃຜ. ຜູ້ຄົນໃນເຂດນີ້ຈຶ່ງພະຍາຍາມຢຸດວຽກປະກາດຂອງພະຍານພະເຢໂຫວາຢູ່ເລື້ອຍໆ. ມີເທື່ອໜຶ່ງພີ່ນ້ອງຄິມກໍເຄີຍຖືກທຳຮ້າຍໃນຂະນະທີ່ລາວຢູ່ເຂດປະກາດ.
ພີ່ນ້ອງຄິມຍັງມີຄວາມເຫັນອົກເຫັນໃຈໄດ້ແນວໃດ ເຖິງວ່າຜູ້ຄົນປະຕິບັດບໍ່ດີຕໍ່ລາວ? ລາວພະຍາຍາມຈື່ຂໍ້ພະຄຳພີໃນສຸພາສິດ 19:11 (ລ.ມ.) ເຊິ່ງບອກວ່າ: “ຄົນທີ່ເຂົ້າໃຈເລິກເຊິ່ງຈະບໍ່ໂກດງ່າຍ.” ເມື່ອລາວຄິດເຖິງຜູ້ຄົນໃນເຂດປະກາດວ່າເຂົາເຈົ້າເຄີຍປະສົບກັບຫຍັງມາແດ່ ສິ່ງນີ້ຊ່ວຍລາວໃຫ້ຮູ້ສຶກເຫັນອົກເຫັນໃຈເຂົາເຈົ້າ. ລາວເຫັນວ່າບໍ່ແມ່ນທຸກຄົນທີ່ຈະເປັນຄົນບໍ່ດີ ແລະໃນເຂດນີ້ລາວກໍມີຜູ້ທີ່ລາວກັບໄປຢາມທີ່ດີຫຼາຍຄົນ.
ຂໍໃຫ້ຖາມຕົວເອງວ່າ: ‘ຖ້າຂ້ອຍບໍ່ຮູ້ຄວາມຈິງ ຂ້ອຍຈະມີທ່າທີແນວໃດຕໍ່ພະຍານພະເຢໂຫວາທີ່ມາປະກາດກັບຂ້ອຍ?’ ຕົວຢ່າງ: ຖ້າເຮົາເຄີຍໄດ້ຍິນເລື່ອງຕົວະກ່ຽວກັບພະຍານພະເຢໂຫວາ ບາງເທື່ອເຮົາອາດເຮັດບໍ່ດີຕໍ່ເຂົາເຈົ້າ ແລະເຮົາກໍຈຳເປັນຕ້ອງໃຫ້ຄົນອື່ນເຫັນອົກເຫັນໃຈເຮົາຄືກັນ. ພະເຍຊູເວົ້າວ່າເຮົາຕ້ອງປະຕິບັດຕໍ່ຄົນອື່ນຄືກັບທີ່ເຮົາຢາກໃຫ້ຄົນອື່ນປະຕິບັດຕໍ່ເຮົາ. ດັ່ງນັ້ນ ເຮົາຕ້ອງພະຍາຍາມເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ແລະອົດທົນກັບເຂົາເຈົ້າເຖິງວ່າຈະເປັນເລື່ອງຍາກກໍຕາມ.—ມັດທາຍ 7:12
ຮຽນແບບຄວາມເຫັນອົກເຫັນໃຈຂອງໂປໂລ
ອັກຄະສາວົກໂປໂລສະແດງຄວາມເຫັນອົກເຫັນໃຈແມ່ນແຕ່ກັບຄົນທີ່ຕໍ່ຕ້ານວຽກປະກາດຂອງລາວ. ເປັນຫຍັງ? ເພາະລາວຈື່ວ່າຕົວເອງກໍເຄີຍເປັນຄົນແບບນັ້ນ. ລາວເວົ້າວ່າ: “ເຮົາຜູ້ເມື່ອກ່ອນເປັນຄົນຫຍາບຊ້າແລະຄົນຂົ່ມເຫງແລະຄົນທຳຮ້າຍ. ແຕ່ວ່າເຮົາໄດ້ຮັບຄວາມອີ່ດູ ເພາະວ່າເຮົາໄດ້ກະທຳການນັ້ນດ້ວຍຄວາມບໍ່ຮູ້ໃນຄວາມບໍ່ເຊື່ອ.” (1 ຕີໂມເຕ 1:13) ໂປໂລຮູ້ວ່າພະເຢໂຫວາແລະພະເຍຊູເມດຕາຕໍ່ລາວຫຼາຍ. ລາວເຂົ້າໃຈຄົນທີ່ຢາກຢຸດວຽກປະກາດຂອງລາວ ເພາະລາວກໍເປັນຄົນໜຶ່ງທີ່ເຄີຍຮູ້ສຶກແບບດຽວກັນ.
ບາງຄັ້ງໂປໂລພົບຄົນທີ່ເຊື່ອໃນຄຳສອນປອມເອົາແທ້ເອົາວ່າ. ລາວຮູ້ສຶກແນວໃດ? ໃນກິດຈະການ 17:16 (ລ.ມ.) ບອກວ່າ ຕອນທີ່ຢູ່ເມືອງອາແຖນ “ລາວຮູ້ສຶກຫງຸດຫງິດທີ່ ເຫັນຮູບເຄົາລົບເຕັມໄປທັງເມືອງ.” ແຕ່ໂປໂລກໍໃຊ້ສິ່ງທີ່ເຮັດໃຫ້ລາວຮູ້ສຶກຫງຸດຫງິດນັ້ນສອນຜູ້ຄົນ. (ກິດຈະການ 17:22, 23) ລາວປັບວິທີການປະກາດໃຫ້ເຂົ້າກັບຄົນທີ່ມີພູມຫຼັງແຕກຕ່າງກັນ ເພື່ອ “ຈະໄດ້ຊ່ວຍຜູ້ລາງຄົນໃຫ້ພົ້ນ.”—1 ໂກລິນໂທ 9:20-23
ເມື່ອເຮົາປະກາດກັບຄົນທີ່ມີທ່າທີໃນແງ່ລົບຫຼືຄົນທີ່ມີຄວາມເຊື່ອຜິດໆ ເຮົາກໍເຮັດຄືກັບໂປໂລໄດ້. ເຮົາສາມາດໃຊ້ສິ່ງທີ່ເຮົາຮູ້ກ່ຽວກັບຄວາມເຊື່ອຂອງເຂົາເຈົ້າເພື່ອຊ່ວຍໃຫ້ຮູ້ຈັກ “ຂ່າວທີ່ດີກວ່າ.” (ເອຊາອີ 52:7, ລ.ມ.) ພີ່ນ້ອງຍິງຊື່ໂດໂຣທີບອກວ່າ: “ໃນເຂດປະກາດຂອງເຮົາ ຫຼາຍຄົນຖືກສອນວ່າພະເຈົ້າໂຫດຮ້າຍແລະມັກຈັບຜິດເພື່ອລົງໂທດ. ທຳອິດຂ້ອຍຊົມເຊີຍຄົນເຫຼົ່ານັ້ນທີ່ມີຄວາມເຊື່ອໃນພະເຈົ້າແທ້ໆ ແລະຈາກນັ້ນຂ້ອຍກໍດຶງຄວາມສົນໃຈໄປທີ່ສິ່ງທີ່ຄຳພີໄບເບິນສອນກ່ຽວກັບຄວາມຮັກຂອງພະເຢໂຫວາແລະຄຳສັນຍາຂອງພະອົງໃນເລື່ອງອະນາຄົດ.”
“ຊະນະຄວາມຊົ່ວຮ້າຍດ້ວຍຄວາມດີ”
ແຮ່ງອະວະສານໃກ້ເຂົ້າມາຫຼາຍຂຶ້ນເທົ່າໃດ ເຮົາກໍແຮ່ງຄາດໝາຍໄດ້ວ່າຄວາມຄິດຂອງບາງຄົນຈະ “ຊົ່ວຮ້າຍຂຶ້ນເລື້ອຍໆ.” (2 ຕີໂມເຕ 3:1, 13, ລ.ມ.) ແຕ່ເຮົາບໍ່ຄວນສູນເສຍຄວາມເຫັນອົກເຫັນໃຈຫຼືຄວາມຍິນດີຍ້ອນການປະຕິບັດຂອງຄົນອື່ນ. ພະເຢໂຫວາຈະໃຫ້ກຳລັງກັບເຮົາເພື່ອ “ຊະນະຄວາມຊົ່ວຮ້າຍດ້ວຍຄວາມດີ.” (ໂລມ 12:21, ທ.ປ.) ໄພໂອເນຍຄົນໜຶ່ງຊື່ເຈດຊີກາບອກວ່າຫຼາຍຄັ້ງລາວເຈິກັບຄົນຍິ່ງແລະຄົນທີ່ເຍາະເຍີ້ຍເຮົາກັບຂ່າວສານທີ່ເຮົາປະກາດ. ລາວບອກອີກວ່າ: “ມັນເຮັດໃຫ້ຂ້ອຍຫງຸດຫງິດ. ກ່ອນຈະລົມກັບຄົນແບບນັ້ນຕໍ່ ຂ້ອຍຈະອະທິດຖານເຖິງພະເຢໂຫວາໃນໃຈ ແລະຂໍພະອົງຊ່ວຍຂ້ອຍໃຫ້ເບິ່ງຄືກັບທີ່ພະເຢໂຫວາເບິ່ງ.” ການເຮັດແບບນີ້ຊ່ວຍເຈດຊີກາບໍ່ໃຫ້ຄິດເຖິງແຕ່ຄວາມຮູ້ສຶກຂອງຕົວເອງ ແຕ່ຄິດເຖິງວິທີທີ່ຈະຊ່ວຍຄົນນັ້ນ.
ນອກຈາກນັ້ນ ເຮົາຕ້ອງພະຍາຍາມໃຫ້ກຳລັງໃຈພີ່ນ້ອງຂອງເຮົາຕອນທີ່ໄປປະກາດນຳກັນ. ເຈດຊີກາບອກວ່າຕອນທີ່ລາວໄປປະກາດກັບພວກພີ່ນ້ອງ ແລະມີພີ່ນ້ອງຄົນໜຶ່ງປະສົບກັບເລື່ອງທີ່ບໍ່ດີໃນເຂດປະກາດ ເຈດຊີກາພະຍາຍາມບໍ່ສົນໃຈຈຸດນັ້ນ ແຕ່ຈະປ່ຽນໄປເວົ້າເລື່ອງທີ່ໃຫ້ກຳລັງໃຈແທນ ເຊັ່ນ: ເວົ້າເຖິງຜົນດີໃນວຽກປະກາດເຖິງວ່າບາງຄົນໃນເຂດຈະປະຕິບັດບໍ່ດີ.
ພະເຢໂຫວາຮູ້ດີວ່າບາງເທື່ອກໍເປັນເລື່ອງຍາກທີ່ເຮົາຈະປະກາດ. ແຕ່ພະອົງມີຄວາມສຸກຫຼາຍທີ່ເຮົາຮຽນແບບຄວາມເມດຕາຂອງພະອົງ! (ລືກາ 6:36) ແນ່ນອນ ພະເຢໂຫວາຈະບໍ່ເຫັນອົກເຫັນໃຈແລະບໍ່ອົດທົນກັບຄົນໃນໂລກນີ້ໄປຕະຫຼອດ. ເຮົາໝັ້ນໃຈໄດ້ວ່າ ພະອົງຮູ້ດີວ່າຈະໃຫ້ອະວະສານມາຕອນໃດ. ຈົນກວ່າຈະເຖິງຕອນນັ້ນ ວຽກປະກາດຂອງເຮົາຈຶ່ງເປັນເລື່ອງຮີບດ່ວນ. (2 ຕີໂມເຕ 4:2) ດັ່ງນັ້ນ ຂໍໃຫ້ເຮົາປະກາດດ້ວຍຄວາມກະຕືລືລົ້ນຕໍ່ໆໄປແລະໃຫ້ເຫັນອົກເຫັນໃຈ “ຄົນທັງປວງ” ແທ້ໆ.