ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ພະ​ເຢໂຫວາ​ອວຍ​ພອນ​ການ​ຕັດສິນ​ໃຈ​ຂອງ​ຂ້ອຍ​ຫຼາຍ​ແທ້ໆ​

ພະ​ເຢໂຫວາ​ອວຍ​ພອນ​ການ​ຕັດສິນ​ໃຈ​ຂອງ​ຂ້ອຍ​ຫຼາຍ​ແທ້ໆ​

ຕອນ​ນັ້ນ​ເປັນ​ປີ 1939 ເຮົາ​ຕື່ນ​ແຕ່​ເດິກ​ແລະ​ຂັບ​ລົດ​ຫຼາຍ​ກວ່າ 1 ຊົ່ວ​ໂມງ​ເພື່ອ​ໄປ​ເມືອງ​ນ້ອຍໆທີ່​ຊື່​ຈໍພລິນ​ເຊິ່ງ​ຢູ່​ທາງ​ຕາເວັນ​ຕົກ​ສຽງ​ໃຕ້​ຂອງ​ລັດ​ມິດຊູຣີ ສະຫະລັດ​ອາ​ເມຣິ​ກາ. ເຮົາ​ເອົາ​ແຜ່ນ​ພັບ​ສອດ​ໃສ່​ກ້ອງ​ປະຕູ​ເຮືອນ​ແຕ່​ລະ​ຫຼັງ​ໃນ​ເຂດ​ປະກາດ​ແບບ​ງຽບໆ. ເມື່ອ​ເຮັດ​ແລ້ວ ເຮົາ​ກໍ​ຂັບ​ລົດ​ໄປ​ສົມທົບ​ກັບ​ພີ່​ນ້ອງ​ໃນ​ກຸ່ມ​ອື່ນໆ ຕອນ​ນັ້ນ​ກໍ​ພໍ​ດີ​ແຈ້ງ. ແຕ່​ເປັນ​ຫຍັງ​ເຮົາ​ໄປ​ເຂດ​ປະກາດ​ກ່ອນ​ຕາເວັນ​ຂຶ້ນ ແລະ​ຟ້າວ​ອອກ​ຈາກ​ເຂດ? ບັດ​ແລ້ວ​ຈະ​ເລົ່າ​ໃຫ້​ຟັງ.

ຂ້ອຍ​ເກີດ​ໃນ​ປີ 1934. ພໍ່​ແມ່​ຂອງ​ຂ້ອຍ​ຊື່​ເຟຣດ​ແລະ​ເອັດ​ນາ ມໍລາແຮນ ຕອນ​ນັ້ນ​ພວກ​ເພິ່ນ​ເປັນ​ນັກ​ສຶກສາ​ຄຳພີ​ໄບເບິນ (ພະຍານ​ພະ​ເຢໂຫວາ) ໄດ້ 20 ປີ​ແລ້ວ. ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ພວກ​ເພິ່ນ​ສອນ​ຂ້ອຍ​ໃຫ້​ຮັກ​ພະ​ເຢໂຫວາ. ເຮົາ​ອາໄສ​ຢູ່​ພາ​ສັນ​ເມືອງ​ນ້ອຍໆຢູ່​ທາງ​ຕາເວັນ​ອອກ​ສຽງ​ໃຕ້​ຂອງ​ລັດ​ແຄນ​ຊັດ. ເກືອບ​ທຸກ​ຄົນ​ໃນ​ປະຊາຄົມ​ຂອງ​ເຮົາ​ເປັນ​ຜູ້​ຖືກ​ເຈີມ. ຄອບຄົວ​ຂອງ​ເຮົາ​ໄປ​ປະຊຸມ​ແລະ​ປະກາດ​ເປັນ​ປະຈຳ. ວັນ​ເສົາ​ຕອນ​ບ່າຍ​ເຮົາ​ມັກ​ໄປ​ປະກາດ​ຕາມ​ຖະໜົນ​ເຊິ່ງ​ທຸກ​ມື້​ນີ້​ເອີ້ນ​ວ່າ: ການ​ປະກາດ​ສາທາລະນະ. ບາງ​ເທື່ອ​ເຮົາ​ກໍ​ຮູ້ສຶກ​ເມື່ອຍ ແຕ່​ພໍ່​ກໍ​ມັກ​ຊື້​ກະ​ແລັມ​ໃຫ້​ເຮົາ​ກິນ​ຕະຫຼອດ​ຫຼັງ​ຈາກ​ປະກາດ​ແລ້ວ.

ປະຊາຄົມ​ນ້ອຍໆຂອງ​ເຮົາ​ມີ​ເຂດ​ປະກາດ​ທີ່​ກວ້າງ​ໃຫຍ່​ຫຼາຍ​ເຊິ່ງ​ລວມ​ມີ​ເມືອງ​ນ້ອຍໆຫຼາຍ​ເມືອງ​ແລະ​ຟາມ​ຫຼາຍ​ແຫ່ງ. ແທນ​ທີ່​ເຈົ້າ​ຂອງ​ຟາມ​ຈະ​ໃຫ້​ເງິນ​ສຳລັບ​ຄ່າ​ໜັງສື ບາງ​ຄົນ​ເອົາ​ຜັກ​ຢູ່​ສວນ ໄຂ່​ສົດໆ (ທີ່​ຫາ​ກໍ​ເກັບ​ມາ) ຫຼື​ໃຫ້​ໄກ່​ໂຕ​ເປັນໆກັບ​ເຮົາ. ພໍ່​ໄດ້​ບໍລິຈາກ​ເງິນ​ສຳລັບ​ໜັງສື​ໄປ​ແລ້ວ ດັ່ງ​ນັ້ນ ອາຫານ​ພວກ​ນີ້​ຈຶ່ງ​ຊ່ວຍ​ລ້ຽງ​ຊີວິດ​ຄອບຄົວ​ຂອງ​ເຮົາ.

ໂຄງການ​ພິເສດ​ໃນ​ການ​ປະກາດ

ພໍ່​ແມ່​ໄດ້​ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ​ແບບ​ກະເປົ໋າ​ຫິ້ວ​ມາ​ໃຊ້​ໃນ​ວຽກ​ປະກາດ. ຂ້ອຍ​ຍັງ​ນ້ອຍ​ໂພດ​ທີ່​ຈະ​ໃຊ້​ມັນ ແຕ່​ຂ້ອຍ​ກໍ​ມີ​ຄວາມ​ສຸກ​ທີ່​ໄດ້​ຊ່ວຍ​ພໍ່​ແມ່​ເປີດ​ແຜ່ນ​ສຽງ​ຄຳ​ບັນລະຍາຍ​ຂອງ​ພີ່​ນ້ອງ​ຣັດເທີຝອດ​ຕອນ​ກັບ​ໄປ​ຢາມ​ແລະ​ນຳ​ການ​ສຶກສາ.

ຂ້ອຍ​ກັບ​ພໍ່​ແລະ​ແມ່​ຢືນ​ຢູ່​ຂ້າງ​ລົດ​ກະຈາຍ​ສຽງ

ພໍ່​ເອົາ​ລຳໂພງ​ໃຫຍ່​ຕິດ​ໃສ່​ຫຼັງ​ຄາ​ລົດ​ຝອດ​ລຸ້ນ​ປີ 1936 ເພື່ອ​ເຮັດ​ເປັນ​ລົດ​ກະຈາຍ​ສຽງ ມັນ​ຊ່ວຍ​ໄດ້​ຫຼາຍ​ໃນ​ວຽກ​ປະກາດ. ທຸກ​ເທື່ອ​ເຮົາ​ເລີ່ມ​ເປີດ​ເພງ​ເພື່ອ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຄົນ​ກ່ອນ ແລ້ວ​ຈຶ່ງ​ເປີດ​ຄຳ​ບັນລະຍາຍ​ກ່ຽວ​ກັບ​ຄຳພີ​ໄບເບິນ. ຈາກ​ນັ້ນ​ຈຶ່ງ​ສະເໜີ​ໜັງສື​ໃຫ້​ກັບ​ຄົນ​ທີ່​ສົນ​ໃຈ.

ໃນ​ເມືອງ​ນ້ອຍໆທີ່​ຊື່​ເຊີລີວໍ ລັດ​ແຄນ​ຊັດ ພໍ່​ຂັບ​ລົດ​ກະຈາຍ​ສຽງ​ນີ້​ເຂົ້າ​ໄປ​ໃນ​ສວນ​ສາທາລະນະ​ຂອງ​ເມືອງ ເຊິ່ງ​ມີ​ຫຼາຍ​ຄົນ​ມັກ​ມາ​ພັກຜ່ອນ​ໃນ​ວັນ​ອາທິດ. ຕໍ່​ມາ​ຕຳຫຼວດ​ກໍ​ມາ​ບອກ​ພໍ່​ວ່າ​ໃຫ້​ໄປ​ຈອດ​ລົດ​ຢູ່​ນອກ​ສວນ. ພໍ່​ຂ້ອຍ​ກໍ​ເລີຍ​ຍ້າຍ​ລົດ​ໄປ​ຈອດ​ຢູ່​ຂ້າງ​ສວນ​ເຊິ່ງ​ເຮັດ​ໃຫ້​ຜູ້​ຄົນ​ຍັງ​ຄົງ​ໄດ້​ຍິນ​ຄຳ​ບັນລະຍາຍ​ແຈ້ງ. ຂ້ອຍ​ຮູ້ສຶກ​ຕື່ນ​ເຕັ້ນ​ແທ້ໆເມື່ອ​ຢູ່​ກັບ​ພໍ່​ແລະ​ອ້າຍ​ເຈີຣີ.

ຕະຫຼອດ​ຫຼາຍ​ປີ​ນັ້ນ ເຮົາ​ໄດ້​ເຂົ້າ​ຮ່ວມ​ໂຄງການ​ພິເສດ​ໃນ​ເຂດ​ທີ່​ຜູ້​ຄົນ​ຕໍ່​ຕ້ານ​ວຽກ​ປະກາດ​ຂອງ​ເຮົາ. ຄື​ກັບ​ທີ່​ຂ້ອຍ​ໄດ້​ເວົ້າ​ກ່ອນ​ໜ້າ​ນີ້ ເຮົາ​ໄດ້​ຕື່ນ​ແຕ່​ເດິກ ແລະ​ເອົາ​ແຜ່ນ​ພັບ​ສອດ​ໃສ່​ກ້ອງ​ປະຕູ​ເຮືອນ​ແຕ່​ລະ​ຫຼັງ​ແບບ​ງຽບໆ. ຫຼັງ​ຈາກ​ນັ້ນ ເຮົາ​ກໍ​ໄປ​ເຈິ​ກັນ​ຢູ່​ນອກ​ເມືອງ​ເພື່ອ​ເບິ່ງ​ວ່າ​ຈະ​ມີ​ໃຜ​ຖືກ​ຕຳຫຼວດ​ຈັບ​ໄປ​ບໍ່.

ວຽກ​ຮັບໃຊ້​ທີ່​ໜ້າ​ຕື່ນ​ເຕັ້ນ​ອີກ​ຢ່າງ​ໜຶ່ງ​ຄື ການ​ເດີນ​ຂະບວນ​ແຈ້ງ​ຂ່າວ. ເຮົາ​ຈະ​ແຂວນ​ປ້າຍ​ໃຫຍ່​ຕິດ​ໂຕ​ຄວບ​ໜ້າ​ຫຼັງ​ແລະ​ຍ່າງ​ຜ່ານ​ຕົວ​ເມືອງ. ຂ້ອຍ​ຈື່​ໄດ້​ວ່າ​ມີ​ຄັ້ງ​ໜຶ່ງ​ພີ່​ນ້ອງ​ມາ​ເມືອງ​ຂອງ​ເຮົາ​ແລະ​ໃສ່​ປ້າຍ​ເດີນ​ຂະບວນ​ທີ່​ບອກ​ວ່າ: “ສາສະໜາ​ເປັນ​ບ່ວງ​ແຮ້ວ​ແລະ​ກົນ​ລວງ.” ເຂົາ​ເຈົ້າ​ເລີ່ມ​ຈາກ​ບ້ານ​ຂອງ​ເຮົາ​ຍ່າງ​ຜ່ານ​ກາງ​ເມືອງ​ປະມານ​ໜຶ່ງ​ກິໂລແມັດ​ເຄິ່ງ​ແລ້ວ​ກໍ​ກັບ​ຄືນ​ມາ. ໜ້າ​ດີ​ໃຈ​ທີ່​ບໍ່​ມີ​ໃຜ​ມາ​ຂັດ​ຂວາງ​ເຮົາ ແຕ່​ກໍ​ມີ​ຫຼາຍ​ຄົນ​ທີ່​ຢາກ​ຮູ້​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ.

ການ​ປະຊຸມ​ໃຫຍ່​ຕອນ​ຂ້ອຍ​ຍັງ​ນ້ອຍ

ຄອບຄົວ​ຂອງ​ເຮົາ​ໄປ​ປະຊຸມ​ໃຫຍ່​ຢູ່​ລັດ​ເທັກຊັດ​ເລື້ອຍໆ. ພໍ່​ເຮັດ​ວຽກ​ຢູ່​ບໍລິສັດ​ລົດ​ໄຟ ດັ່ງ​ນັ້ນ ເຮົາ​ຈຶ່ງ​ໄດ້​ຂີ່​ລົດ​ໄຟ​ຟຣີ​ໄປ​ປະຊຸມ​ໃຫຍ່​ແລະ​ໄປ​ຢາມ​ພີ່​ນ້ອງ. ອ້າຍ​ຂອງ​ແມ່​ຊື່​ເຟຣດ ວິດ​ສະ​ມາ​ແລະ​ເມຍ​ລາວ​ຊື່​ຢູລາລີ​ເຊິ່ງ​ຢູ່​ເມືອງ​ແທມໂປ ລັດ​ເທັກຊັດ. ຕອນ​ທີ່​ລຸງ​ເຟຣດ​ຍັງ​ໜຸ່ມ ລາວ​ຮຽນ​ຄວາມ​ຈິງ​ແລະ​ຮັບ​ບັບເຕມາ​ໃນ​ຊຸມ​ປີ 1900. ລາວ​ເລົ່າ​ສິ່ງ​ທີ່​ໄດ້​ຮຽນ​ໃຫ້​ນ້ອງໆຟັງ​ລວມ​ທັງ​ແມ່​ຂອງ​ຂ້ອຍ​ນຳ. ພີ່​ນ້ອງ​ໃນ​ລັດ​ເທັກຊັດ​ຕອນ​ກາງ​ຮູ້ຈັກ​ລຸງ​ເຟຣດ​ດີ​ເພາະ​ລາວ​ເປັນ​ຜູ້​ຮັບໃຊ້​ໂຊນ (ຕອນ​ນີ້​ເອີ້ນ​ວ່າ​ຜູ້​ດູ​ແລ​ໝວດ). ລາວ​ໃຈ​ດີ ມີ​ຄວາມ​ສຸກ ແລະ​ຫ້າວຫັນ. ລາວ​ເປັນ​ຕົວຢ່າງ​ທີ່​ດີ​ຫຼາຍ​ແທ້ໆໃຫ້​ຂ້ອຍ.

ໃນ​ປີ 1941 ເຮົາ​ເດີນ​ທາງ​ໄປ​ປະຊຸມ​ໃຫຍ່​ດ້ວຍ​ລົດ​ໄຟ​ຢູ່​ເມືອງ​ຫຼຸຍ ລັດ​ມິດຊູຣີ. ມີ​ເດັກ​ນ້ອຍ​ແລະ​ໄວ​ລຸ້ນ​ຫຼາຍ​ຄົນ​ນັ່ງ​ນຳ​ກັນ​ຢູ່​ໃກ້​ໜ້າ​ເວທີ​ເພື່ອ​ຈະ​ໄດ້​ຟັງ​ຄຳ​ບັນລະຍາຍ​ຂອງ​ພີ່​ນ້ອງ​ຣັດເທີຝອດ​ທີ່​ຊື່​ວ່າ: “ເດັກ​ນ້ອຍ​ທັງ​ຫຼາຍ​ຂອງ​ພະ​ມະຫາ​ກະສັດ.” ເມື່ອ​ຈົບ​ຄຳ​ບັນລະຍາຍ​ເດັກ​ນ້ອຍ​ແລະ​ໄວ​ລຸ້ນ​ທັງ​ໝົດ 15.000 ຄົນ​ຮູ້ສຶກ​ຕື່ນ​ເຕັ້ນ​ດີ​ໃຈ​ຫຼາຍ​ແທ້ໆທີ່​ມີ​ການ​ອອກ​ໜັງສື​ໃໝ່​ສຳລັບ​ເຂົາ​ເຈົ້າ​ທີ່​ຊື່​ວ່າ​ເດັກ​ນ້ອຍ​ທັງ​ຫຼາຍ ເຊິ່ງ​ພີ່​ນ້ອງ​ຣັດເທີຝອດ​ແລະ​ຜູ້​ຊ່ວຍ​ເປັນ​ຜູ້​ຢາຍ​ປຶ້ມ​ໃຫ້​ເອງ​ກັບ​ມື.

ໃນ​ເດືອນ​ເມສາ 1943 ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃຫຍ່​ທີ່​ມີ​ຫົວ​ຂໍ້​ຊື່​ວ່າ: “ລົງ​ມື​ເຮັດ​ວຽກ” ໃນ​ເມືອງ​ຄອບຟີວິວ ລັດ​ແຄນ​ຊັດ. ໃນ​ການ​ປະຊຸມ​ນັ້ນ​ເຮົາ​ໄດ້​ຍິນ​ຄຳ​ປະກາດ​ວ່າ​ທຸກ​ປະຊາຄົມ​ຈະ​ມີ​ໂຮງ​ຮຽນ​ໃໝ່​ທີ່​ຊື່​ວ່າ: ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ. ເຮົາ​ຍັງ​ໄດ້​ຮັບ​ປຶ້ມ​ເຊິ່ງ​ມີ 52 ບົດ​ທີ່​ຈະ​ໃຊ້​ໃນ​ໂຮງ​ຮຽນ​ນີ້. ຕໍ່​ມາ​ໃນ​ປີ​ດຽວ​ກັນ​ຂ້ອຍ​ກໍ​ໄດ້​ຮັບ​ສ່ວນ​ນັກ​ຮຽນ​ບັນລະຍາຍ​ເທື່ອ​ທຳອິດ. ການ​ປະຊຸມ​ຄັ້ງ​ນັ້ນ​ຍັງ​ພິເສດ​ຕໍ່​ຂ້ອຍ​ແລະ​ລວມ​ທັງ​ບາງ​ຄົນ​ນຳ ເພາະ​ວ່າ​ຂ້ອຍ​ໄດ້​ຮັບ​ບັບເຕມາ​ຢູ່​ທີ່​ໜອງ​ນໍ້າ​ຂອງ​ຟາມ​ໃກ້ໆເຊິ່ງ​ນໍ້າ​ກໍ​ເຢັນ​ອີ່ຫຼີ.

ຂ້ອຍ​ຢາກ​ຮັບໃຊ້​ໃນ​ເບເທນ

ເມື່ອ​ຮຽນ​ຈົບ​ມັດທະຍົມ​ຕອນ​ປາຍ​ໃນ​ປີ 1951 ຂ້ອຍ​ຕ້ອງ​ຕັດສິນ​ໃຈ​ວ່າ​ຈະ​ເຮັດ​ຫຍັງ​ກັບ​ຊີວິດ. ອ້າຍ​ເຈີຣີ​ຮັບໃຊ້​ຢູ່​ເບເທນ. ຂ້ອຍ​ກໍ​ຢາກ​ຮັບໃຊ້​ຢູ່​ຫັ້ນ​ຫຼາຍ​ຄື​ກັນ ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ຂຽນ​ໃບ​ສະໝັກ. ບໍ່​ດົນ​ຂ້ອຍ​ກໍ​ຖືກ​ເຊີນ​ເຂົ້າ​ເບເທນ​ແລະ​ເລີ່ມ​ເຮັດ​ວຽກ​ໃນ​ວັນ​ທີ 10 ມີນາ 1952. ນີ້​ເປັນ​ການ​ຕັດສິນ​ໃຈ​ທີ່​ດີ​ແທ້ໆເພາະ​ຊ່ວຍ​ຂ້ອຍ​ໃຫ້​ຮັບໃຊ້​ພະເຈົ້າ​ຢ່າງ​ເຕັມທີ​ຫຼາຍ​ຂຶ້ນ.

ຂ້ອຍ​ຢາກ​ເຮັດ​ວຽກ​ຢູ່​ໂຮງ​ພິມ​ຫຼາຍ​ເພື່ອ​ຈະ​ຊ່ວຍ​ຜະລິດ​ວາລະສານ​ແລະ​ໜັງສື​ອື່ນໆ ແຕ່​ກໍ​ບໍ່​ໄດ້​ເຮັດ​ຈັກ​ເທື່ອ. ກົງ​ກັນ​ຂ້າມ ຂ້ອຍ​ຖືກ​ມອບ​ໝາຍ​ໃຫ້​ເຮັດ​ວຽກ​ເປັນ​ຜູ້​ເສີບ​ອາຫານ​ແລະ​ຕໍ່​ມາ​ກໍ​ເຮັດ​ວຽກ​ໃນ​ຄົວ. ຂ້ອຍ​ມີ​ຄວາມ​ສຸກ​ກັບ​ວຽກ​ນີ້​ແລະ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ. ເຮົາ​ເຮັດ​ວຽກ​ເປັນ​ກະ​ແລະ​ບາງ​ເທື່ອ​ກໍ​ມີ​ເວລາ​ພັກຜ່ອນ ຂ້ອຍ​ໃຊ້​ເວລາ​ພັກ​ນັ້ນ​ໄປ​ຫ້ອງ​ສະໝຸດ​ເບເທນ​ເພື່ອ​ໃຊ້​ປຶ້ມ​ຕ່າງໆສຳລັບ​ສຶກສາ​ສ່ວນ​ຕົວ. ການ​ເຮັດ​ແບບ​ນີ້​ຊ່ວຍ​ເສີມ​ຄວາມ​ເຊື່ອ​ແລະ​ສາຍ​ສຳພັນ​ຂອງ​ຂ້ອຍ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ແລະ​ຍັງ​ຊ່ວຍ​ຂ້ອຍ​ໃຫ້​ຕັ້ງ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຢູ່​ເບເທນ​ໄດ້​ດົນ​ທີ່​ສຸດ. ອ້າຍ​ເຈີຣີ​ອອກ​ຈາກ​ເບເທນ​ໃນ​ປີ 1949 ແລະ​ແຕ່ງ​ດອງ​ກັບ​ແພັດທີເຊຍ ແຕ່​ເຂົາ​ເຈົ້າ​ກໍ​ອາໄສ​ຢູ່​ໃກ້ໆບຸກ​ລິນ ເຂົາ​ເຈົ້າ​ໄດ້​ຊ່ວຍ​ແລະ​ໃຫ້​ກຳລັງ​ໃຈ​ຂ້ອຍ​ຕອນ​ທີ່​ຂ້ອຍ​ເຂົ້າ​ເບເທນ​ໃໝ່ໆ.

ຫຼັງ​ຈາກ​ເຂົ້າ​ເບເທນ​ໄດ້​ບໍ່​ດົນ ພີ່​ນ້ອງ​ເລີ່ມ​ຊອກ​ຄົນ​ທີ່​ຈະ​ເພີ່ມ​ເຂົ້າ​ໄປ​ໃນ​ລາຍ​ຊື່​ຂອງ​ຜູ້​ບັນລະຍາຍ​ເບເທນ. ພີ່​ນ້ອງ​ທີ່​ມີ​ໃນ​ລາຍ​ຊື່​ນີ້​ຈະ​ຖືກ​ມອບ​ໝາຍ​ໃຫ້​ໄປ​ຢາມ​ປະຊາຄົມ​ຕ່າງໆເຊິ່ງ​ໄກ​ຈາກ​ບຸກ​ລິນ​ປະມານ 320 ກິໂລແມັດ. ເຂົາ​ເຈົ້າ​ຈະ​ບັນລະຍາຍ​ສາທາລະນະ​ແລະ​ເຮັດ​ວຽກ​ປະກາດ​ຮ່ວມ​ກັບ​ພີ່​ນ້ອງ​ໃນ​ປະຊາຄົມ. ຂ້ອຍ​ກໍ​ແມ່ນ​ຄົນ​ໜຶ່ງ​ທີ່​ຖືກ​ເລືອກ. ຄັ້ງ​ທຳອິດ​ທີ່​ຂ້ອຍ​ໄປ​ຢ້ຽມ​ຢາມ​ແລະ​ບັນລະຍາຍ​ສາທາລະນະ ຂ້ອຍ​ຮູ້ສຶກ​ກັງວົນ​ໃຈ. ຄຳ​ບັນລະຍາຍ​ສະໄໝ​ນັ້ນ​ໃຊ້​ເວລາ​ເຖິງ 1 ຊົ່ວ​ໂມງ. ປົກກະຕິ​ແລ້ວ​ຂ້ອຍ​ຈະ​ໄປ​ປະຊາຄົມ​ຕ່າງໆດ້ວຍ​ລົດ​ໄຟ. ຂ້ອຍ​ຈື່​ໄດ້​ດີ​ໃນ​ວັນ​ອາທິດ​ຕອນ​ສວຍ​ມື້​ໜຶ່ງ​ໃນ​ລະດູ​ໜາວ​ປີ 1954. ຂ້ອຍ​ຂຶ້ນ​ລົດ​ໄຟ​ກັບ​ໄປ​ນິວຢອກ​ແລະ​ຄິດ​ວ່າ​ຈະ​ຮອດ​ເບເທນ​ຕອນ​ຫົວ​ຄໍ່າ ແຕ່​ປາກົດ​ວ່າ​ມີ​ລົມ​ພາຍຸ​ແຮງ​ພ້ອມ​ທັງ​ມີ​ຫິມະ​ຕົກ​ກໍ​ເລີຍ​ເຮັດ​ໃຫ້​ເຄື່ອງ​ຈັກ​ຂອງ​ລົດ​ໄຟ​ບໍ່​ເຮັດ​ວຽກ. ຂ້ອຍ​ຈຶ່ງ​ໄປ​ຮອດ​ນິວຢອກ 5 ໂມງ​ເຊົ້າ​ຂອງ​ວັນ​ຈັນ. ຂ້ອຍ​ຕ້ອງ​ຂີ່​ລົດ​ໄຟ​ໃຕ້​ດິນ​ໄປ​ບຸກ​ລິນ​ແລະ​ກໍ​ຟ້າວ​ໄປ​ເຮັດ​ວຽກ​ໃນ​ຫ້ອງ​ຄົວ. ຂ້ອຍ​ໄປ​ຊ້າ​ໜ້ອຍ​ໜຶ່ງ​ແລະ​ກໍ​ເມື່ອຍ​ຫຼາຍ​ເພາະ​ບໍ່​ໄດ້​ນອນ​ໝົດ​ຄືນ. ແຕ່​ຂ້ອຍ​ກໍ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັບໃຊ້​ປະຊາຄົມ​ຕ່າງໆແລະ​ພົບ​ກັບ​ພີ່​ນ້ອງ​ໃໝ່​ຫຼາຍ​ຄົນ ເຊິ່ງ​ຄຸ້ມ​ຄ່າ​ຫຼາຍ​ກວ່າ​ທຸກ​ສິ່ງ​ທີ່​ຂ້ອຍ​ໄດ້​ເສຍ​ສະລະ.

ກຳລັງ​ກຽມ​ອອກ​ອາກາດ​ໃນ​ສະຖານີ​ວິທະຍຸ WBBR

ໃນ​ປີ​ທຳອິດ​ທີ່​ຢູ່​ເບເທນ ຂ້ອຍ​ໄດ້​ຮ່ວມ​ໃນ​ລາຍການ​ສາທິດ​ການ​ສຶກສາ​ຄຳພີ​ໄບເບິນ​ໃນ​ສະຖານີ​ວິທະຍຸ WBBR ທີ່​ອອກ​ອາກາດ​ທຸກໆອາທິດ. ຫ້ອງ​ອອກ​ອາກາດ​ຂອງ​ສະຖານີ​ວິທະຍຸ​ນີ້​ຢູ່​ຊັ້ນ 2 ຂອງ​ອາຄານ​ເລກ​ທີ 124 ຖະໜົນ​ໂຄ​ລຳ​ເບຍ. ພີ່​ນ້ອງ​ອາ​ເລັກ​ຊັນ​ເດີ ເອັດຈ. ແມັກມິວແລນ​ເຊິ່ງ​ຮັບໃຊ້​ຢູ່​ເບເທນ​ມາ​ຫຼາຍ​ປີ​ໄດ້​ເຂົ້າ​ຮ່ວມ​ລາຍການ​ວິທະຍຸ​ນີ້​ເປັນ​ປະຈຳ. ເຮົາ​ມັກ​ຈະ​ເອີ້ນ​ລາວ​ວ່າ​ພີ່​ນ້ອງ​ແມັກ. ລາວ​ເປັນ​ຕົວຢ່າງ​ທີ່​ດີ​ຫຼາຍ​ສຳລັບ​ພວກ​ເຮົາ​ທີ່​ເປັນ​ຄົນ​ໜຸ່ມ​ໃນ​ເບເທນ ເພາະ​ລາວ​ຮັກສາ​ຄວາມ​ສັດ​ຊື່​ເຖິງ​ວ່າ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ.

ເຮົາ​ໃຊ້​ໃບ​ປິວ​ນີ້​ເພື່ອ​ໂຄສະນາ​ສະຖານີ​ວິທະຍຸ WBBR

ໃນ​ປີ 1958 ຂ້ອຍ​ຖືກ​ປ່ຽນ​ວຽກ​ມອບ​ໝາຍ​ໃໝ່​ເຊິ່ງ​ກ່ຽວ​ຂ້ອງ​ກັບ​ພີ່​ນ້ອງ​ທີ່​ຈົບ​ຈາກ​ໂຮງ​ຮຽນ​ກິລຽດ. ຂ້ອຍ​ໄດ້​ຊ່ວຍ​ເຮັດ​ວີ​ຊາ​ໃຫ້​ພີ່​ນ້ອງ​ທີ່​ກະຕືລືລົ້ນ​ເຫຼົ່າ​ນີ້ ແລະ​ກໍ​ຍັງ​ຈັດການ​ເລື່ອງ​ການ​ເດີນ​ທາງ​ໃຫ້​ນຳ. ການ​ໄປ​ທາງ​ຍົນ​ໃນ​ສະໄໝ​ນັ້ນ​ລາຄາ​ແພງ​ຫຼາຍ ດັ່ງ​ນັ້ນ ນັກ​ຮຽນ​ສ່ວນ​ຫຼາຍ​ທີ່​ຖືກ​ມອບ​ໝາຍ​ໄປ​ອາຝຼິກກາ​ແລະ​ອາຊີ​ຈະ​ຕ້ອງ​ເດີນ​ທາງ​ໄປ​ນຳ​ເຮືອ​ຂົນ​ສົ່ງ​ສິນ​ຄ້າ. ແຕ່​ເມື່ອ​ຫຼາຍ​ປີ​ຜ່ານ​ໄປ ຄ່າ​ປີ້​ຍົນ​ກໍ​ຖືກ​ລົງ ມິດຊັນນາລີ​ສ່ວນ​ຫຼາຍ​ຈຶ່ງ​ເດີນ​ທາງ​ໄປ​ເຂດ​ມອບ​ໝາຍ​ທາງ​ຍົນ.

ກຽມ​ໃບ​ປະກາດ​ສຳລັບ​ນັກ​ຮຽນ​ກິລຽດ​ກ່ອນ​ຈົບ​ການ​ສຶກສາ

ການ​ເດີນ​ທາງ​ໄປ​ປະຊຸມ​ໃຫຍ່

ໃນ​ປີ 1960 ຂ້ອຍ​ໄດ້​ຈັດການ​ເລື່ອງ​ເຊົ່າ​ຍົນ​ຈາກ​ສະຫະລັດ​ອາເມຣິກາ​ໄປ​ເອີຣົບ​ສຳລັບ​ຄົນ​ທີ່​ເຂົ້າ​ຮ່ວມ​ປະຊຸມ​ນານາ​ຊາດ​ໃນ​ປີ 1961. ຂ້ອຍ​ເອງ​ຕ້ອງ​ໄປ​ການ​ປະຊຸມ​ນານາ​ຊາດ​ຢູ່​ເມືອງ​ຮຳ​ບັກ ປະເທດ​ເຢຍລະມັນ. ຫຼັງ​ຈາກ​ການ​ປະຊຸມ​ຈົບ ຂ້ອຍ​ກັບ​ພີ່​ນ້ອງ​ເບເທນ 3 ຄົນ​ເຊົ່າ​ລົດ​ໃຫຍ່​ແລະ​ຂັບ​ລົດ​ຈາກ​ເຢຍລະມັນ​ໄປ​ຢາມ​ສຳນັກງານ​ສາຂາ​ໃນ​ໂລມ​ປະເທດ​ອີຕາລີ. ຈາກ​ອີຕາລີ​ເຮົາ​ກໍ​ເດີນ​ທາງ​ຂ້າມ​ພູເຂົາ​ເພຍເຣນິດ​ໃນ​ຝຣັ່ງ​ເພື່ອ​ໄປ​ແອັດສະປາຍ​ເຊິ່ງ​ເປັນ​ປະເທດ​ທີ່​ວຽກ​ຂອງ​ເຮົາ​ຖືກ​ສັ່ງ​ຫ້າມ. ເຮົາ​ເອົາ​ປຶ້ມ​ໄປ​ໃຫ້​ພີ່​ນ້ອງ​ໃນ​ບາ​ເຊ​ໂລ​ນາ​ໄດ້ ເຊິ່ງ​ເຮົາ​ໄດ້​ຫໍ່​ປຶ້ມ​ນັ້ນ​ໃຫ້​ເບິ່ງ​ຄື​ເປັນ​ຂອງ​ຂວັນ. ເຮົາ​ຕື່ນ​ເຕັ້ນ​ຫຼາຍ​ທີ່​ໄດ້​ພົບ​ກັບ​ພີ່​ນ້ອງ​ທີ່​ນັ້ນ! ຈາກ​ບາ​ເຊ​ໂລ​ນາ​ເຮົາ​ກໍ​ຂັບ​ລົດ​ໄປ​ອຳ​ສະ​ແຕກ​ດຳ ແລ້ວ​ກໍ​ຂຶ້ນ​ຍົນ​ໄປ​ນິວຢອກ.

ໃນ​ປີ 1962 ຂ້ອຍ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ກຽມ​ການ​ເດີນ​ທາງ​ສຳລັບ​ພີ່​ນ້ອງ 583 ຄົນ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ​ປະຊຸມ​ນານາ​ຊາດ​ພິເສດ​ທີ່​ຈັດ​ຂຶ້ນ​ຕໍ່​ເນື່ອງ​ກັນ​ຫຼາຍ​ແຫ່ງ​ທົ່ວ​ໂລກ. ຫົວ​ຂໍ້​ຂອງ​ການ​ປະຊຸມ​ໃຫຍ່​ປີ 1963 ຊື່​ວ່າ: “ຂ່າວ​ດີ​ນິລັນດອນ.” ຜູ້​ເຂົ້າ​ຮ່ວມ​ປະຊຸມ​ກຸ່ມ​ນີ້​ຈະ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ນານາ​ຊາດ​ຢູ່​ເອີຣົບ ອາຊີ ຂົງ​ເຂດ​ປາຊີຟິກ​ຕອນ​ໃຕ້ ເມືອງ​ໂຮໂນລູລູ​ໃນ​ຮາວາຍ ແລະ​ສຸດ​ທ້າຍ​ແມ່ນ​ເມືອງ​ພາ​ຊາ​ດີນາ​ໃນ​ຄາລິຟໍເນຍ. ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ຍັງ​ຈະ​ໄດ້​ໄປ​ຢາມ​ເລ​ບາ​ນອນ​ແລະ​ຈໍ​ແດນ ເຊິ່ງ​ເປັນ​ການ​ຢ້ຽມ​ຊົມ​ດິນແດນ​ຕ່າງໆທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ. ພະແນກ​ຂອງ​ເຮົາ​ຕ້ອງ​ຈັດ​ກຽມ​ປີ້​ຍົນ ຈອງ​ໂຮງ​ແຮມ ແລະ​ກຽມ​ທຸກ​ສິ່ງ​ທີ່​ຈຳເປັນ​ສຳລັບ​ການ​ຂໍ​ວີ​ຊາ.

ເພື່ອນ​ຮ່ວມ​ງານ​ຄົນ​ໃໝ່

ອີກ​ເຫດຜົນ​ໜຶ່ງ​ທີ່​ປີ 1963 ເປັນ​ປີ​ທີ່​ສຳຄັນ​ຫຼາຍ​ສຳລັບ​ຂ້ອຍ. ວັນ​ທີ 29 ມິຖຸນາ 1963 ຂ້ອຍ​ແຕ່ງ​ດອງ​ກັບ​ໄລ​ລາ ໂຣເຈີ​ເຊິ່ງ​ມາ​ຈາກ​ມິດຊູຣີ ລາວ​ເຂົ້າ​ເບເທນ​ໃນ​ປີ 1960. ຫຼັງ​ຈາກ​ແຕ່ງ​ດອງ​ໄດ້​ໜຶ່ງ​ອາທິດ ຂ້ອຍ​ແລະ​ໄລ​ລາ​ໄດ້​ໄປ​ທ່ຽວ​ຮອບ​ໂລກ​ເຊັ່ນ: ເກັຣກ ເອຢິບ ແລະ​ເລ​ບາ​ນອນ. ຈາກ​ເລ​ບາ​ນອນ ເຮົາ​ກໍ​ຂີ່​ຍົນ​ໄປ​ຈໍ​ແດນ ແຕ່​ເນື່ອງ​ຈາກ​ວຽກ​ຂອງ​ເຮົາ​ຢູ່​ຫັ້ນ​ຖືກ​ສັ່ງ​ຫ້າມ​ແລະ​ເຈົ້າ​ໜ້າ​ທີ່​ບໍ່​ອອກ​ວີ​ຊາ​ໃຫ້ ດັ່ງ​ນັ້ນ ເຮົາ​ຈຶ່ງ​ບໍ່​ແນ່​ໃຈ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ເມື່ອ​ໄປ​ຮອດ. ເຮົາ​ຕື່ນ​ເຕັ້ນ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເຫັນ​ພີ່​ນ້ອງ​ກຸ່ມ​ໜຶ່ງ​ຢືນ​ຢູ່​ດາດ​ຟ້າ​ຂອງ​ສະ​ໜາມ​ບິນ​ນ້ອຍໆ ແລະ​ຖື​ປ້າຍ​ໃຫຍ່ໆທີ່​ບອກ​ວ່າ “ຍິນດີ​ຕ້ອນຮັບ​ພະຍານ​ພະ​ເຢໂຫວາ!” ມັນ​ຄັກ​ອີ່ຫຼີ​ທີ່​ເຮົາ​ໄດ້​ໄປ​ທ່ຽວ​ດິນແດນ​ຕ່າງໆໃນ​ຄຳພີ​ໄບເບິນ​ແລະ​ເຫັນ​ສະຖານ​ທີ່​ຕ່າງໆທີ່​ອັບລາຫາມ ອີຊາກ ແລະ​ຢາໂຄບ​ເຄີຍ​ອາໄສ​ຢູ່ ລວມ​ເຖິງ​ບ່ອນ​ຕ່າງໆທີ່​ພະ​ເຍຊູ​ແລະ​ອັກຄະສາວົກ​ໄປ​ປະກາດ ແລະ​ບ່ອນ​ຕ່າງໆທີ່​ຄລິດສະຕຽນ​ເລີ່ມ​ແຜ່​ຂະຫຍາຍ “ຈົນ​ເຖິງ​ທີ່​ສຸດ​ແຜ່ນດິນ​ໂລກ.”—ກິດຈະການ 13:47

ໄລ​ລາ​ເປັນ​ໝູ່​ທີ່​ພັກດີ​ຂອງ​ຂ້ອຍ​ຕະຫຼອດ 55 ປີ​ທີ່​ເຮົາ​ເຮັດ​ວຽກ​ມອບ​ໝາຍ​ນຳ​ກັນ. ເຮົາ​ໄດ້​ໄປ​ແອດສະປາຍ​ແລະ​ປອກຕູຍ​ການ​ຫຼາຍ​ເທື່ອ​ໃນ​ສະໄໝ​ທີ່​ວຽກ​ປະກາດ​ຖືກ​ສັ່ງ​ຫ້າມ. ເຮົາ​ໄດ້​ມີ​ໂອກາດ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ແລະ​ເອົາ​ໜັງສື​ກັບ​ສິ່ງ​ຈຳເປັນ​ຕ່າງໆໃຫ້​ເຂົາ​ເຈົ້າ. ເຮົາ​ເຖິງ​ກັບ​ໄປ​ຢ້ຽມ​ຢາມ​ພີ່​ນ້ອງ​ບາງ​ຄົນ​ທີ່​ຕິດ​ຄຸກ​ໃນ​ເມືອງ​ມາດຣິດ​ໃນ​ແອດສະປາຍ. ຂ້ອຍ​ມີ​ຄວາມ​ສຸກ​ແທ້ໆທີ່​ໄດ້​ໄປ​ບັນລະຍາຍ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ.

ເຮົາ​ສອງ​ຄົນ​ກັບ​ແພັດທິເຊຍ​ແລະ​ເຈີຣີ​ມໍລາແຮນ ຕອນ​ເດີນ​ທາງ​ໄປ​ປະຊຸມ​ໃຫຍ່ “ສັນຕິສຸກ​ເທິງ​ແຜ່ນ​ດິນ​ໂລກ” ໃນ​ປີ 1969

ຕັ້ງ​ແຕ່​ປີ 1963 ຂ້ອຍ​ໄດ້​ມີ​ໂອກາດ​ເດີນ​ທາງ​ໄປ​ພ້ອມ​ກັບ​ຜູ້​ເຂົ້າ​ຮ່ວມ​ປະຊຸມ​ນານາ​ຊາດ​ໃນ​ອາຝຼິກກາ ອົດສະຕຣາລີ ອາ​ເມຣິ​ກາ​ກາງ ອາ​ເມຣິ​ກາ​ໃຕ້ ເອີຣົບ ຕາເວັນ​ອອກ​ໄກ ຮາວາຍ ນູແວນເຊລັງ ແລະ​ປອກ​ໂຕ ຣິກໂກ. ຂ້ອຍ​ແລະ​ໄລ​ລາ​ໄດ້​ມີ​ໂອກາດ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃຫຍ່​ຫຼາຍ​ບ່ອນ​ເຊິ່ງ​ເຮັດ​ໃຫ້​ເຮົາ​ປະທັບ​ໃຈ​ບໍ່​ລືມ​ເຊັ່ນ: ໃນ​ປີ 1989 ມີ​ການ​ປະຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ໃນ​ວາກໂຊລີ ປະເທດ​ໂປໂລຍ. ພີ່​ນ້ອງ​ຫຼາຍ​ຄົນ​ຈາກ​ຣັດເຊຍ​ກໍ​​ສາມາດ​ເຂົ້າ​ຮ່ວມ​ປະຊຸມ​ໃຫຍ່​ຢູ່​ຫັ້ນ​ໄດ້ ເຊິ່ງ​ເປັນ​ການ​ປະຊຸມ​ຄັ້ງ​ທຳອິດ​ຂອງ​ເຂົາ​ເຈົ້າ! ພວກ​ເຮົາ​ໄດ້​ພົບ​ພີ່​ນ້ອງ​ຫຼາຍ​ຄົນ​ທີ່​ຕິດ​ຄຸກ​ໃນ​ສະຫະພາບ​ໂຊວຽດ​ຫຼາຍ​ປີ​ເພາະ​ຄວາມ​ເຊື່ອ.

ວຽກ​ມອບ​ໝາຍ​ອີກ​ຢ່າງ​ໜຶ່ງ​ທີ່​ຂ້ອຍ​ມັກ​ຫຼາຍ​ຄື ການ​ໄປ​ຢາມ​ແລະ​ໃຫ້​ກຳລັງ​ໃຈ​ສະມາຊິກ​ໃນ​ຄອບຄົວ​ເບເທນ​ແລະ​ມິດຊັນນາລີ​ທົ່ວ​ໂລກ. ໃນ​ການ​ກັບ​ໄປ​ຢາມ​ຄັ້ງ​ສຸດ​ທ້າຍ​ຂອງ​ເຮົາ ເຮົາ​ໄດ້​ໄປ​ເກົາຫຼີ​ໃຕ້​ແລະ​ໄປ​ຢາມ​ພີ່​ນ້ອງ​ຊາຍ 50 ຄົນ​ທີ່​ຕິດ​ຄຸກ​ຢູ່​ເມືອງ​ຊູ​ວອນ. ເຂົາ​ເຈົ້າ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ຫຼາຍ​ແລະ​ຄອຍ​ຖ້າ​ຈະ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ອີກ​ຄັ້ງ​ໂດຍ​ບໍ່​ມີ​ຂໍ້​ຈຳກັດ. ການ​ໄດ້​ພົບ​ເຂົາ​ເຈົ້າ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ແທ້ໆ!—ໂລມ 1:11, 12

ການ​ເພີ່ມ​ຈຳນວນ​ເຮັດ​ໃຫ້​ມີ​ຄວາມ​ສຸກ

ຂ້ອຍ​ໄດ້​ເຫັນ​ກັບ​ຕາ​ແລ້ວ​ວ່າ​ພະ​ເຢໂຫວາ​ອວຍ​ພອນ​ປະຊາຊົນ​ຂອງ​ພະອົງ​ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ. ຕອນ​ທີ່​ຂ້ອຍ​ຮັບ​ບັບເຕມາ​ປີ 1943 ມີ​ຜູ້​ປະກາດ​ປະມານ 1 ແສນ​ຄົນ. ຕອນ​ນີ້​ມີ​ຫຼາຍ​ກວ່າ 8 ລ້ານ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ໃນ 240 ດິນແດນ. ພີ່​ນ້ອງ​ທີ່​ຈົບ​ຈາກ​ໂຮງ​ຮຽນ​ກິລຽດ​ເຮັດ​ວຽກ​ໜັກ​ຫຼາຍ​ແທ້ໆແລະ​ມີ​ສ່ວນ​ຊ່ວຍ​ເຮັດ​ໃຫ້​ຈຳນວນ​ຜູ້​ປະກາດ​ເພີ່ມ​ຂຶ້ນ. ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ເຮັດ​ວຽກ​ໃກ້​ຊິດ​ກັບ​ມິດຊັນນາລີ​ຫຼາຍ​ຄົນ​ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ໄປ​ເຮັດ​ວຽກ​ມອບ​ໝາຍ​ໄດ້.

ຂ້ອຍ​ດີ​ໃຈ​ທີ່​ໄດ້​ຕັດສິນ​ໃຈ​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ ແລະ​ເຂົ້າ​ມາ​ເຮັດ​ວຽກ​ຢູ່​ເບເທນ​ຕັ້ງ​ແຕ່​ຍັງ​ນ້ອຍ. ພະອົງ​ອວຍ​ພອນ​ຂ້ອຍ​ຫຼາຍ​ແທ້ໆຕະຫຼອດ​ຫຼາຍ​ປີ. ນອກ​ຈາກ​ຄວາມ​ສຸກ​ທັງ​ໝົດ​ທີ່​ໄດ້​ຮັບ​ຈາກ​ການ​ຮັບໃຊ້​ຢູ່​ເບເທນ ຂ້ອຍ​ແລະ​ໄລ​ລາ​ຍັງ​ມີ​ຄວາມ​ສຸກ​ທີ່​ໄດ້​ສົມທົບ​ກັບ​ຫຼາຍ​ປະຊາຄົມ​ໃນ​ບຸກ​ລິນ​ມາ​ຫຼາຍ​ກວ່າ 50 ປີ​ແລະ​ມີ​ເພື່ອນ​ແທ້​ຫຼາຍ​ຄົນ.

ຂ້ອຍ​ຍັງ​ຮັບໃຊ້​ໃນ​ເບເທນ​ແລະ​ໄລ​ລາ​ກໍ​ຍັງ​ສະໜັບສະໜູນ​ຂ້ອຍ​ຢ່າງ​ສັດ​ຊື່​ທຸກ​ມື້. ເຖິງ​ວ່າ​ຕອນ​ນີ້​ຂ້ອຍ​ຈະ​ອາຍຸ​ຫຼາຍ​ກວ່າ 84 ປີ​ແລ້ວ ແຕ່​ຂ້ອຍ​ກໍ​ມີ​ຄວາມ​ສຸກ​ທີ່​ຍັງ​ໄດ້​ເຮັດ​ວຽກ​ທີ່​ມີ​ຄວາມ​ໝາຍ​ແລະ​ຊ່ວຍ​ຕອບ​ຈົດ​ໝາຍ​ຈາກ​ສາຂາ​ຕ່າງໆ.

ຂ້ອຍ​ກັບ​ໄລ​ລາ​ໃນ​ຕອນ​ນີ້

ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ອົງການ​ທີ່​ດີ​ເລີດ​ຂອງ​ພະ​ເຢໂຫວາ ແລະ​ເຫັນ​ຄຳ​ພະຍາກອນ​ໃນ​ມາລາກີ 3:18 (ລ.ມ.) ເປັນ​ຈິງ​ທີ່​ວ່າ: “ພວກ​ເຈົ້າ​ຈະ​ເຫັນ​ອີກ​ຄັ້ງ​ໜຶ່ງ​ເຖິງ​ຄວາມ​ແຕກຕ່າງ​ລະຫວ່າງ​ຄົນ​ດີ​ແລະ​ຄົນ​ຊົ່ວ ລະຫວ່າງ​ຄົນ​ທີ່​ຮັບໃຊ້​ພະເຈົ້າ​ແລະ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະອົງ.” ທຸກໆມື້​ເຮົາ​ເຫັນ​ວ່າ​ໂລກ​ຂອງ​ຊາຕານ​ເສື່ອມຊາມ​ລົງ​ເລື້ອຍໆ ບໍ່​ມີ​ຄວາມ​ຫວັງ​ແລະ​ບໍ່​ມີ​ຄວາມ​ສຸກ​ໃນ​ຊີວິດ. ແຕ່​ຄົນ​ທີ່​ຮັກ​ແລະ​ຮັບໃຊ້​ພະ​ເຢໂຫວາ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ແມ່ນ​ແຕ່​ຢູ່​ໃນ​ໄລຍະ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງຍາກ​ລຳບາກ ແລະ​ເຂົາ​ເຈົ້າ​ຍັງ​ເຊື່ອ​ໝັ້ນ​ກັບ​ຄວາມ​ຫວັງ​ໃນ​ອະນາຄົດ. ມັນ​ເປັນ​ສິດທິ​ພິເສດ​ແທ້ໆທີ່​ຈະ​ບອກ​ຄົນ​ອື່ນ​ເລື່ອງ​ຂ່າວ​ດີ! (ມັດທາຍ 24:14) ອີກ​ບໍ່​ດົນ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ມາ​ປ່ຽນ​ໂລກ​ເກົ່າ​ນີ້​ໃຫ້​ເປັນ​ສວນ​ອຸທິຍານ. ເຮົາ​ຢາກ​ໃຫ້​ມື້​ນັ້ນ​ມາ​ຮອດ​ໄວ​ແທ້ໆ! ແລ້ວ​ທຸກ​ຄົນ​ໃນ​ໂລກ​ຈະ​ມີ​ສຸຂະພາບ​ດີ ມີ​ຄວາມ​ສຸກ ແລະ​ມີ​ຊີວິດ​ຕະຫຼອດ​ໄປ.