ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສອນ​ຄວາມ​ຈິງ

ສອນ​ຄວາມ​ຈິງ

“ໂອ້​ພະ​ເຢໂຫວາ . . . ພະ​ຄຳ​ແຫ່ງ​ພະອົງ​ທັງ​ສິ້ນ​ເປັນ​ຄວາມ​ຈິງ.”—ຄຳເພງ 119:159, 160

ເພງ: 29, 53

1, 2. (ກ) ວຽກ​ຫຍັງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ພະ​ເຍຊູ ແລະ​ຍ້ອນ​ຫຍັງ? (ຂ) ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ “ເພື່ອນ​ຮ່ວມ​ງານ​ຂອງ​ພະເຈົ້າ” ທີ່​ປະສົບ​ຜົນ​ສຳເລັດ?

ພະ​ເຍຊູ​ຄລິດ​ເປັນ​ຊ່າງ​ໄມ້​ແລະ​ຕໍ່​ມາ​ກໍ​ເປັນ​ຜູ້​ປະກາດ​ແລະ​ສອນ. (ມາລະໂກ 6:3; ໂລມ 15:8) ເພິ່ນ​ເຮັດ​ວຽກ​ທັງ​ສອງ​ຢ່າງ​ນີ້​ໄດ້​ສົມບູນ​ແບບ. ໃນ​ຖານະ​ຊ່າງ​ໄມ້ ເພິ່ນ​ຮຽນ​ຮູ້​ວິທີ​ທີ່​ຈະ​ໃຊ້​ເຄື່ອງ​ມື​ເພື່ອ​ປະດິດ​ເຄື່ອງ​ໃຊ້​ທີ່​ເຮັດ​ຈາກ​ໄມ້. ໃນ​ຖານະ​ຜູ້​ປະກາດ​ແລະ​ສອນ​ເພິ່ນ​ກໍ​ໃຊ້​ຄວາມ​ຮູ້​ທີ່​ເລິກ​ເຊິ່ງ​ຈາກ​ພະ​ຄຳພີ​ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ໃນ​ພະ​ຄຳ​ຂອງ​ພະເຈົ້າ. (ມັດທາຍ 7:28; ລືກາ 24:32, 45) ຕອນ​ທີ່​ພະ​ເຍຊູ​ອາຍຸ 30 ປີ ເພິ່ນ​ໄດ້​ເຊົາ​ເປັນ​ຊ່າງ​ໄມ້​ແລະ​ກໍ​ມາ​ເປັນ​ຜູ້​ປະກາດ​ແລະ​ສອນ​ເພາະ​ເພິ່ນ​ຮູ້​ວ່າ​ນີ້​ເປັນ​ວຽກ​ທີ່​ສຳຄັນ​ທີ່​ສຸດ. ພະ​ເຍຊູ​ບອກ​ວ່າ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ເຫດຜົນ​ໜຶ່ງ​ທີ່​ພະເຈົ້າ​ສົ່ງ​ເພິ່ນ​ມາ​ໃນ​ໂລກ. (ມັດທາຍ 20:28; ລືກາ 3:23; 4:43) ພະ​ເຍຊູ​ໃຫ້​ການ​ປະກາດ​ຂ່າວ​ດີ​ເປັນ​ສິ່ງ​ສຳຄັນ​ໃນ​ຊີວິດ ແລະ​ເພິ່ນ​ກໍ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ແບບ​ນັ້ນ​ຄື​ກັນ.—ມັດທາຍ 9:35-38

2 ພວກ​ເຮົາ​ສ່ວນ​ຫຼາຍ​ບໍ່​ໄດ້​ເປັນ​ຊ່າງ​ໄມ້ ແຕ່​ເຮົາ​ທຸກ​ຄົນ​ເປັນ​ຜູ້​ປະກາດ​ແລະ​ສອນ​ທີ່​ສອນ​ຂ່າວ​ດີ​ໃຫ້​ກັບ​ຄົນ​ອື່ນໆ. ວຽກ​ນີ້​ສຳຄັນ​ຫຼາຍ​ຈົນ​ພະເຈົ້າ​ຕ້ອງ​ລົງ​ມາ​ມີ​ສ່ວນ​ຮ່ວມ​ນຳ. ທີ່​ຈິງ​ເຮົາ​ຖືກ​ເອີ້ນ​ວ່າ: “ເພື່ອນ​ຮ່ວມ​ງານ​ຂອງ​ພະເຈົ້າ.” (1 ໂກລິນໂທ 3:9, ລ.ມ.; 2 ໂກລິນໂທ 6:4) ເຮົາ​ເຫັນ​ດີ​ກັບ​ຜູ້​ຂຽນ​ຄຳເພງ​ທີ່​ບອກ​ວ່າ: “ພະ​ຄຳ​ແຫ່ງ​ພະອົງ​ທັງ​ສິ້ນ​ເປັນ​ຄວາມ​ຈິງ.” (ຄຳເພງ 119:159, 160) ແມ່ນ​ແລ້ວ ພະ​ຄຳ​ຂອງ​ພະ​ເຢໂຫວາ​ເປັນ​ຄວາມ​ຈິງ. ນີ້​ເປັນ​ເຫດຜົນ​ທີ່​ເຮົາ​ຢາກ​ໝັ້ນ​ໃຈ​ວ່າ​ເຮົາ​ໃຊ້ “ພະ​ຄຳ​ແຫ່ງ​ຄວາມ​ຈິງ​ດ້ວຍ​ຢ່າງ​ສັດ​ຊື່ [ຖືກຕ້ອງ]” ເມື່ອ​ເຮົາ​ປະກາດ. (ອ່ານ 2 ຕີໂມເຕ 2:15) ດັ່ງ​ນັ້ນ ເຮົາ​ຈຶ່ງ​ພະຍາຍາມ​ປັບ​ປຸງ​ຄວາມ​ສາມາດ​ທີ່​ຈະ​ໃຊ້​ຄຳພີ​ໄບເບິນ ແລະ​ເຄື່ອງ​ມື​ຫຼັກ​ໃນ​ການ​ສອນ​ຜູ້​ຄົນ​ກ່ຽວ​ກັບ​ພະ​ເຢໂຫວາ ພະ​ເຍຊູ ແລະ​ລາຊະອານາຈັກ​ໃຫ້​ຊຳນານ​ຫຼາຍ​ຂຶ້ນ. ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ວຽກ​ປະກາດ​ສຳເລັດ ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ຈັດ​ໃຫ້​ເຮົາ​ມີ​ເຄື່ອງ​ມື​ອື່ນໆອີກ​ທີ່​ເປັນ​ປະໂຫຍດ​ແລະ​ເຮົາ​ກໍ​ຕ້ອງ​ຮຽນ​ຮູ້​ວິທີ​ໃຊ້​ຄື​ກັນ. ເຄື່ອງ​ມື​ເຫຼົ່າ​ນີ້​ມີ​ຢູ່​ໃນ​ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ​ຂອງ​ເຮົາ.

3. ໃນ​ກິດຈະການ 13:48 ບອກ​ວ່າ​ເຮົາ​ຄວນ​ຊອກ​ຫາ​ຄົນ​ແບບ​ໃດ?

3 ບາງ​ຄັ້ງ​ເຈົ້າ​ອາດ​ສົງໄສ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ເອີ້ນ​ວ່າ​ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ ບໍ່​ແມ່ນ​ກ່ອງ​ເຄື່ອງ​ມື​ສຳລັບ​ການ​ປະກາດ. ເຫດຜົນ​ກໍ​ຍ້ອນ​ວ່າ​ການ “ປະກາດ” ໝາຍ​ເຖິງ​ການ​ປະກາດ​ຂ່າວ​ສານ​ກັບ​ຜູ້​ຄົນ. ແຕ່ “ການ​ສອນ” ໝາຍ​ເຖິງ​ການ​ອະທິບາຍ​ຂ່າວ​ສານ​ໃຫ້​ຜູ້​ຄົນ​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ​ແລະ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ເຮັດ​ຕາມ​ຈາກ​ສິ່ງ​ທີ່​ໄດ້​ຮຽນ. ໃນ​ຂະນະ​ທີ່​ໂລກ​ນີ້​ກຳລັງ​ຈະ​ເຖິງ​ຈຸດ​ຈົບ ເຮົາ​ຕ້ອງ​ສົນ​ໃຈ​ໄປ​ທີ່​ການ​ເລີ່ມ​ການ​ສຶກສາ​ຄຳພີ​ໄບເບິນ​ແລະ​ການ​ສອນ​ຄວາມ​ຈິງ​ໃຫ້​ກັບ​ຜູ້​ຄົນ​ເພື່ອ​ທີ່​ເຂົາ​ເຈົ້າ​ຈະ​ໄດ້​ເຂົ້າ​ມາ​ເປັນ​ລູກ​ສິດ​ຂອງ​ພະ​ຄລິດ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ກະຕືລືລົ້ນ​ທີ່​ຈະ​ຊອກ​ຫາ “ຄົນ​ທີ່​ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ​ເຊິ່ງ​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ” ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເລີ່ມ​ຮັບໃຊ້​ພະ​ເຢໂຫວາ.—ອ່ານ​ກິດຈະການ 13:44-47, 48 *

4. ເຮົາ​ຈະ​ພົບ “ຄົນ​ທີ່​ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ​ເຊິ່ງ​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ” ໄດ້​ແນວ​ໃດ?

4 ເຮົາ​ຈະ​ພົບ “ຄົນ​ທີ່​ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ​ເຊິ່ງ​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ” ໄດ້​ແນວ​ໃດ? ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ໃຊ້​ພຽງ​ວິທີ​ດຽວ​ເພື່ອ​ຈະ​ພົບ​ຄົນ​ແບບ​ນັ້ນ​ຄື​ການ​ປະກາດ. ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ວ່າ: “ເມື່ອ​ເຂົ້າ​ໄປ​ໃນ​ໝູ່​ບ້ານ​ໃດ​ເມືອງ​ໃດ​ກໍ​ຕາມ ໃຫ້​ໄປ​ຫາ​ຄົນ​ທີ່​ເຕັມ​ໃຈ​ຕ້ອນຮັບ​ເຈົ້າ​ແລະ​ສົນ​ໃຈ​ຟັງ.” (ມັດທາຍ 10:11, ລ.ມ.) ເຮົາ​ຕ້ອງ​ເຮັດ​ຄື​ກັນ​ໃນ​ທຸກ​ມື້​ນີ້. ແນ່ນອນ ຖ້າ​ເຮົາ​ພົບ​ຄົນ​ທີ່​ຍິ່ງ ບໍ່​ສົນ​ໃຈ​ແທ້ໆ ແລະ​ບໍ່​ຢາກ​ຮູ້​ເລື່ອງ​ພະເຈົ້າ ເຮົາ​ກໍ​ບໍ່​ໄດ້​ຄາດ​ໝາຍ​ວ່າ​ເຂົາ​ເຈົ້າ​ຈະ​ຟັງ​ຂ່າວ​ດີ. ແຕ່​ເຮົາ​ກຳລັງ​ຊອກ​ຫາ​ຄົນ​ທີ່​ສົນ​ໃຈ ຖ່ອມ​ຕົວ ແລະ​ຢາກ​ຮູ້ຈັກ​ຄວາມ​ຈິງ​ແທ້ໆ. ເຮົາ​ອາດ​ສົມ​ທຽບ​ການ​ຊອກ​ຫາ​ຄົນ​ທີ່​ສົນ​ໃຈ​ກັບ​ສິ່ງ​ທີ່​ພະ​ເຍຊູ​ເຮັດ​ຕອນ​ທີ່​ເພິ່ນ​ເປັນ​ຊ່າງ​ໄມ້. ກ່ອນ​ທີ່​ເພິ່ນ​ຈະ​ເຮັດ​ເຟີນິເຈີ ປະຕູ ແອກ ແລະ​ອື່ນໆ ທຳອິດ​ເພິ່ນ​ຕ້ອງ​ຊອກ​ຫາ​ໄມ້​ທີ່​ເໝາະ​ສົມ. ຈາກ​ນັ້ນ ເພິ່ນ​ກໍ​ໄປ​ເອົາ​ກ່ອງ​ເຄື່ອງ​ມື​ມາ ແລ້ວ​ໃຊ້​ຄວາມ​ສາມາດ​ເຮັດ​ສິ່ງ​ນັ້ນ. ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ທຳອິດ​ເຮົາ​ຕ້ອງ​ໄປ​ຊອກ​ຫາ​ຄົນ​ທີ່​ສົນ​ໃຈ​ກ່ອນ ຈາກ​ນັ້ນ ເຮົາ​ກໍ​ໃຊ້​ເຄື່ອງ​ມື​ແລະ​ຄວາມ​ສາມາດ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ມາ​ເປັນ​ລູກ​ສິດ.—ມັດທາຍ 28:19, 20

5. ເຮົາ​ຕ້ອງ​ຮູ້​ຫຍັງ​ກ່ຽວ​ກັບ​ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ? ຂໍ​ໃຫ້​ຍົກ​ຕົວຢ່າງ. (ເບິ່ງ​ຮູບ​ທຳອິດ)

5 ໃນ​ກ່ອງ​ເຄື່ອງ​ມື ເຄື່ອງ​ມື​ແຕ່​ລະ​ຢ່າງ​ກໍ​ມີ​ຈຸດ​ປະສົງ​ບໍ່​ຄື​ກັນ. ຕົວຢ່າງ: ຂໍ​ໃຫ້​ຄິດ​ເຖິງ​ເຄື່ອງ​ມື​ທີ່​ພະ​ເຍຊູ​ໃຊ້​ຕອນ​ທີ່​ເປັນ​ຊ່າງ​ໄມ້. * (ເບິ່ງ​ໄຂ​ເງື່ອນ) ເພິ່ນ​ຕ້ອງ​ໃຊ້​ເຄື່ອງ​ມື​ເພື່ອ​ວັດ​ແທກ ໝາຍ ຕັດ ເຈາະ ແລະ​ເຮັດ​ໃຫ້​ໄມ້​ເປັນ​ຮູບ​ຮ່າງ ຈົນ​ເຖິງ​ໃຊ້​ເຄື່ອງ​ມື​ທີ່​ເຮັດ​ໃຫ້​ໄມ້​ລຽບ​ແລ້ວ​ເອົາ​ມາ​ປະກອບ​ເຂົ້າ​ກັນ. ຄ້າຍ​ຄື​ກັນ ເຄື່ອງ​ມື​ແຕ່​ລະ​ຢ່າງ​ໃນ​ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ​ຂອງ​ເຮົາ​ກໍ​ມີ​ຈຸດ​ປະສົງ​ບໍ່​ຄື​ກັນ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ຮຽນ​ຮູ້​ວິທີ​ທີ່​ຈະ​ໃຊ້​ເຄື່ອງ​ມື​ທີ່​ສຳຄັນ​ເຫຼົ່າ​ນີ້.

ເຄື່ອງ​ມື​ທີ່​ບອກ​ຜູ້​ຄົນ​ວ່າ​ເຮົາ​ແມ່ນ​ໃຜ

6, 7. (ກ) ເຈົ້າ​ເຄີຍ​ໃຊ້​ນາມ​ບັດ​ແນວ​ໃດ? (ຂ) ເປັນ​ຫຍັງ​ເຮົາ​ຈຶ່ງ​ໃຊ້​ໃບ​ເຊີນ​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ?

6 ນາມ​ບັດ. ເຖິງ​ວ່າ​ນາມ​ບັດ​ຈະ​ນ້ອຍ ແຕ່​ມັນ​ກໍ​ເປັນ​ເຄື່ອງ​ມື​ທີ່​ມີ​ປະສິດທິພາບ​ຫຼາຍ​ທີ່​ຈະ​ບອກ​ຜູ້​ຄົນ​ໃນ​ຮູ້​​ວ່າ​ເຮົາ​ແມ່ນ​ໃຜ​ແລະ​ແນະນຳ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ເວັບໄຊ jw.org. ໃນ​ເວັບໄຊ ເຂົາ​ເຈົ້າ​ຈະ​ຮູ້ຈັກ​ເຮົາ​ຫຼາຍ​ຂຶ້ນ​ແລະ​ເຖິງ​ກັບ​ສະໝັກ​ຂໍ​ຮຽນ​ຄຳພີ​ໄບເບິນ. ມີ​ຫຼາຍ​ກວ່າ 4 ແສນ​ຄົນ​ທີ່​ຂໍ​ຮຽນ​ຄຳພີ​ໄບເບິນ​ທາງ​ເວັບໄຊ jw.org ແລະ​ມີ​ຫຼາຍ​ຮ້ອຍ​ຄົນ​ທີ່​ເຮັດ​ແບບ​ນັ້ນ​ເພີ່ມ​ຂຶ້ນ​ທຸກໆມື້! ເຈົ້າ​ສາມາດ​ເອົາ​ນາມ​ບັດ​ຕິດ​ໂຕ​ໄວ້​ຈັກ​ສອງ​ສາມ​ອັນ ແລະ​ເອົາ​ໃຫ້​ເມື່ອ​ລົມ​ກັບ​ຜູ້​ຄົນ.

7 ໃບ​ເຊີນ. ໃບ​ເຊີນ​ການ​ມາ​ປະຊຸມ​ຂອງ​ເຮົາ ມີ​ຂໍ້​ຄວາມ​ບອກ​ວ່າ: “ຂໍ​ເຊີນ​ທ່ານ​ໃຫ້​ມາ​ສຶກສາ​ຄຳພີ​ໄບເບິນ​ກັບ​ພວກ​ເຮົາ ພະຍານ​ພະ​ເຢໂຫວາ.” ແລະ​ໃນ​ໃບ​ເຊີນ​ກໍ​ບອກ​ວ່າ​ເຈົ້າ​ສາມາດ​ມາ​ຮຽນ​ໄດ້ “ທີ່​ການ​ປະຊຸມ​ສາທາລະນະ” ຫຼື “ສຶກສາ​ຄຳພີ​ໄບເບິນ​ກັບ​ຜູ້​ສອນ​ເປັນ​ສ່ວນ​ຕົວ.” ດັ່ງ​ນັ້ນ ໃບ​ເຊີນ​ຈຶ່ງ​ບອກ​ຜູ້​ຄົນ​ວ່າ​ເຮົາ​ແມ່ນ​ໃຜ​ແລະ​ຍັງ​ເຊີນ “ຄົນ​ທີ່​ຮູ້​ຕົວ​ວ່າ​ຈຳເປັນ​ຕ້ອງ​ເພິ່ງ​ພະເຈົ້າ” ໃຫ້​ສຶກສາ​ຄຳພີ​ໄບເບິນ​ກັບ​ເຮົາ​ນຳ​ອີກ. (ມັດທາຍ 5:3, ລ.ມ.) ແນ່ນອນ​ເຮົາ​ຍິນດີ​ຕ້ອນ​ຮັບຜູ້​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ຂອງ​ເຮົາ​ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ຕອບ​ຮັບ​ການ​ສຶກສາ​ຄຳພີ​ໄບເບິນ​ຫຼື​ບໍ່. ເມື່ອ​ເຂົາ​ເຈົ້າ​ມາ​ການ​ປະຊຸມ​ຂອງ​ເຮົາ ເຂົາ​ເຈົ້າ​ຈະ​ເຫັນ​ວ່າ​ເຂົາ​ເຈົ້າ​ສາມາດ​ຮຽນ​ຮູ້​ຫຼາຍ​ຕື່ມ​ອີກ​ກ່ຽວ​ກັບ​ຄຳພີ​ໄບເບິນ.

8. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ເຊີນ​ຜູ້​ຄົນ​ໃຫ້​ມາ​ປະຊຸມ​ຢ່າງ​ໜ້ອຍ​ໜຶ່ງ​ຄັ້ງ? ຂໍ​ໃຫ້​ຍົກ​ຕົວຢ່າງ.

8 ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ເຊີນ​ຜູ້​ຄົນ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ຂອງ​ເຮົາ​ຢ່າງ​ໜ້ອຍ​ໜຶ່ງ​ຄັ້ງ. ເພາະ​ເມື່ອ​ເຂົາ​ເຈົ້າ​ມາ​ປະຊຸມ ເຂົາ​ເຈົ້າ​ກໍ​ຈະ​ເຫັນ​ວ່າ​ພະຍານ​ພະ​ເຢໂຫວາ​ສອນ​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ​ແລະ​ຊ່ວຍ​ຜູ້​ຄົນ​ໃຫ້​ຮູ້ຈັກ​ພະເຈົ້າ ເຊິ່ງ​ສາສະໜາ​ປອມ​ບໍ່​ໄດ້​ເຮັດ​ແບບ​ນັ້ນ. (ເອຊາອີ 65:13) ຕົວຢ່າງ: ຄູ່​ຜົວ​ເມຍ​ໜຶ່ງ​ໃນ​ປະເທດ​ສະຫະລັດ​ອາເມຣິກາ​ຊື່​ເຣ​ແລະ​ລິນ​ດາ​ສັງເກດ​ເຫັນ​ຄວາມ​ແຕກຕ່າງ​ເມື່ອ​ຫຼາຍ​ປີ​ກ່ອນ. ເຂົາ​ເຈົ້າ​ເຊື່ອ​ໃນ​ພະເຈົ້າ​ແລະ​ຢາກ​ຮູ້ຈັກ​ພະອົງ​ຫຼາຍ​ຂຶ້ນ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຕັດສິນ​ໃຈ​ໄປ​ທຸກ​ໂບດ​ໃນ​ເມືອງ​ນັ້ນ​ແລະ​ຊອກ​ຫາ 2 ສິ່ງ​ກ່ອນ​ທີ່​ຈະ​ເຂົ້າ​ເປັນ​ສະມາຊິກ. ທຳອິດ ເຂົາ​ເຈົ້າ​ຕ້ອງ​ໄດ້​ຄວາມ​ຮູ້​ຈາກ​ໂບດ​ນັ້ນ ແລະ​ສອງ ສະມາຊິກ​ຂອງ​ໂບດ​ຕ້ອງ​ແຕ່ງ​ຕົວ​ເໝາະ​ກັບ​ການ​ເປັນ​ຜູ້​ຮັບໃຊ້​ພະເຈົ້າ. ເຂົາ​ເຈົ້າ​ໃຊ້​ເວລາ​ຫຼາຍ​ປີ​ເພື່ອ​ຈະ​ໄປ​ຄົບ​ທຸກ​ໂບດ​ເພາະ​ມີ​ຫຼາຍ​ໂບດ. ແຕ່​ເຂົາ​ເຈົ້າ​ກໍ​ຮູ້ສຶກ​ຜິດ​ຫວັງ​ຫຼາຍ​ເພາະ​ບໍ່​ໄດ້​ຮຽນ​ຮູ້​ຫຍັງ​ເລີຍ ແລະ​ສະມາຊິກ​ແຕ່​ລະ​ຄົນ​ຂອງ​ໂບດ​ກໍ​ແຕ່ງ​ຕົວ​ບໍ່​ເປັນ​ຕາ​ໜ້າ​ນັບຖື​ຫຼາຍ. ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ໄປ​ໂບດ​ສຸດ​ທ້າຍ​ຕາມ​ລາຍການ​ທີ່​ໄດ້​ວາງ​ແຜນ​ໄວ້ ລິນ​ດາ​ກໍ​ໄປ​ເຮັດ​ວຽກ​ແລະ​ເຣ​ກໍ​ກັບ​ບ້ານ. ຕອນ​ທີ່​ເຣ​ຂັບ​ລົດ​ກັບ​ບ້ານ ລາວ​ໄດ້​ຜ່ານ​ຫໍ​ປະຊຸມ​ລາຊະອານາຈັກ ລາວ​ຄິດ​ວ່າ: ‘ຂ້ອຍ​ຊິ​ເຂົ້າ​ໄປ​ເບິ່ງ​ກ່ອນ​ວ່າ​ເຂົາ​ເຈົ້າ​ພາ​ກັນ​ເຮັດ​ຫຍັງ​ຢູ່​ຫັ້ນ.’ ນີ້​ເປັນ​ປະສົບການ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ລາວ​ເຄີຍ​ປະສົບ​ມາ! ທຸກ​ຄົນ​ໃນ​ຫໍ​ປະຊຸມ​ໃຈ​ດີ ເປັນ​ມິດ ແລະ​ແຕ່ງ​ຕົວ​ສຸພາບ​ຮຽບຮ້ອຍ​ຫຼາຍ. ເຣ​ນັ່ງ​ຢູ່​ແຖວ​ໜ້າ​ແລະ​ລາວ​ກໍ​ມັກ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ຮູ້! ນີ້​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ຕອນ​ທີ່​ໂປໂລ​ເວົ້າ​ເຖິງ​ຄົນ​ໜຶ່ງ​ທີ່​ມາ​ການ​ປະຊຸມ​ເທື່ອ​ທຳອິດ​ເຊິ່ງ​ລາວ​ບອກ​ວ່າ: “ພະເຈົ້າ​ສະຖິດ​ຢູ່​ໃນ​ທ່າມກາງ​ພວກ​ທ່ານ​ເປັນ​ແທ້.” (1 ໂກລິນໂທ 14:23-25) ຫຼັງ​ຈາກ​ນັ້ນ ເຣ​ກໍ​ມາ​ການ​ປະຊຸມ​ທຸກໆວັນ​ອາທິດ ແລ້ວ​ລາວ​ກໍ​ເລີ່ມ​ມາ​ປະຊຸມ​ກາງ​ອາທິດ​ທຸກ​ທິດ ແລະ​ລິນ​ດາ​ກໍ​ເລີ່ມ​ມາ​ນຳ​ຄື​ກັນ. ເຖິງ​ວ່າ​ທັງ​ສອງ​ຈະ​ອາຍຸ 70 ປາຍ​ປີ​ແລ້ວ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ສຶກສາ​ຄຳພີ​ໄບເບິນ​ແລະ​ກໍ​ຮັບ​ບັບເຕມາ.

ເຄື່ອງ​ມື​ທີ່​ໃຊ້​ເລີ່ມ​ສົນທະນາ

9, 10. (ກ) ເປັນ​ຫຍັງ​ແຜ່ນ​ພັບ​ຈຶ່ງ​ໃຊ້​ງ່າຍ? (ຂ) ຂໍ​ໃຫ້​ອະທິບາຍ​ວິທີ​ໃຊ້​ແຜ່ນ​ພັບ​ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

9 ແຜ່ນ​ພັບ. ເຮົາ​ມີ 8 ແຜ່ນ​ພັບ​ໃນ​ກ່ອງ​ເຄື່ອງ​ມື. ມັນ​ໃຊ້​ງ່າຍ​ຫຼາຍ ແລະ​ໃຊ້​ໄດ້​ດີ​ໃນ​ການ​ເລີ່ມ​ສົນທະນາ. ຕັ້ງ​ແຕ່​ມີ​ການ​ອອກ​ແຜ່ນ​ພັບ​ຄັ້ງ​ທຳອິດ​ໃນ​ປີ 2013 ກໍ​ໄດ້​ມີ​ການ​ພິມ​ແຜ່ນ​ພັບ​ເຫຼົ່າ​ນີ້​ອອກ​ມາ 5 ພັນ​ລ້ານ​ແຜ່ນ! ແຜ່ນ​ພັບ​ທັງ​ໝົດ​ມີ​ຮູບ​ແບບ​ຄື​ກັນ. ດັ່ງ​ນັ້ນ ຖ້າ​ເຈົ້າ​ຮູ້​ວິທີ​ໃຊ້​ແຜ່ນ​ພັບ​ໜຶ່ງ​ໄດ້ ເຈົ້າ​ກໍ​ຈະ​ໃຊ້​ທຸກ​ອັນ​ໄດ້​ຄື​ກັນ! ເຈົ້າ​ຈະ​ໃຊ້​ແຜ່ນ​ພັບ​ເພື່ອ​ເລີ່ມ​ລົມ​ກັບ​ບາງ​ຄົນ​ໄດ້​ແນວ​ໃດ?

10 ຖ້າ​ເຈົ້າ​ຢາກ​ໃຊ້​ແຜ່ນ​ພັບ​ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ? ເຈົ້າ​ກໍ​ໃຫ້​ຄົນ​ນັ້ນ​ເບິ່ງ​ຄຳຖາມ​ຢູ່​ທາງ​ໜ້າ ແລ້ວ​ຖາມ​ວ່າ: “ເຈົ້າ​ເຄີຍ​ສົງໄສ​ບໍ​ວ່າ ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ? ເຈົ້າ​ຄິດ​ວ່າ . . . ?” ຈາກ​ນັ້ນ​ໃຫ້​ລາວ​ເບິ່ງ 3 ຄຳຕອບ​ວ່າ​ຈະ​ເລືອກ​ອັນ​ໃດ. ບໍ່​ຕ້ອງ​ບອກ​ວ່າ​ລາວ​ຕອບ​ຖືກ​ຫຼື​ຜິດ ແຕ່​ໃຫ້​ເປີດ​ໄປ​ໃນ​ແຜ່ນ​ພັບ​ທີ່​ມີ​ຫົວ​ຂໍ້ “ຄຳພີ​ໄບເບິນ​ກ່າວ​ວ່າ” ແລ້ວ​ກໍ​ອ່ານ​ຂໍ້​ພະ​ຄຳພີ​ທີ່​ດານຽນ 2:44 ແລະ​ເອຊາອີ 9:6. ຈາກ​ນັ້ນ ໃຫ້​ເປີດ​ໄປ​ດ້ານ​ຫຼັງ​ແຜ່ນ​ພັບ​ໄປ​ທີ່​ຫົວ​ຂໍ້ “ສິ່ງ​ທີ່​ຄວນ​ຄິດ​ເຖິງ” ແລະ​ຖາມ​ວ່າ: “ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ​ເຮົາ​ຈະ​ມີ​ຊີວິດ​ແບບ​ໃດ?” ເຈົ້າ​ຈະ​ຕອບ​ຄຳຖາມ​ນີ້​ຕອນ​ທີ່​ກັບ​ໄປ​ຢາມ​ຄັ້ງ​ຕໍ່​ໄປ. ເມື່ອ​ເຈົ້າ​ກັບ​ມາ​ຫາ​ລາວ​ອີກ ເຈົ້າ​ສາມາດ​ໃຊ້​ບົດຮຽນ​ທີ 7 ໃນ​ຈຸນລະສານ​ຂ່າວ​ດີ​ຈາກ​ພະເຈົ້າ! ເຊິ່ງ​ເປັນ​ໜຶ່ງ​ໃນ​ເຄື່ອງ​ມື​ທີ່​ຈະ​ເລີ່ມ​ການ​ສຶກສາ​ຄຳພີ​ໄບເບິນ.

ເຄື່ອງ​ມື​ທີ່​ເຮັດ​ໃຫ້​ສົນ​ໃຈ​ຄຳພີ​ໄບເບິນ

11. ວາລະສານ​ຂອງ​ເຮົາ​ຖືກ​ອອກ​ແບບ​ມາ​ເພື່ອ​ຫຍັງ? ແລະ​ເຮົາ​ຕ້ອງ​ຮູ້​ຫຍັງ​ກ່ຽວ​ກັບ​ວາລະສານ?

11 ວາລະສານ. ຫໍສັງເກດການ​ແລະ​ຕື່ນ​ເຖີດ! (ບໍ່​ມີ​ໃນ​ພາສາ​ລາວ) ເປັນ​ວາລະສານ​ທີ່​ຖືກ​ແປ​ແລະ​ຖືກ​ພິມ​ແຈກ​ຈ່າຍ​ຫຼາຍ​ທີ່​ສຸດ​ໃນ​ໂລກ! ເນື່ອງ​ຈາກ​ມີ​ຜູ້​ຄົນ​ໃນ​ຫຼາຍ​ປະເທດ​ອ່ານ​ວາລະສານ​ເຫຼົ່າ​ນີ້ ດັ່ງ​ນັ້ນ​ຈຶ່ງ​ມີ​ການ​ອອກ​ແບບ​ຫົວ​ຂໍ້​ທີ່​ຢູ່​ໜ້າ​ປົກ​ເພື່ອ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຄົນ​ທີ່​ຢູ່​ທຸກ​ຫົນ​ທຸກ​ແຫ່ງ. ເຮົາ​ຄວນ​ໃຊ້​ວາລະສານ​ນີ້​ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ຮູ້​ວ່າ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ໃນ​ຕອນ​ນີ້​ແມ່ນ​ຫຍັງ. ແຕ່​ກ່ອນ​ອື່ນ ເຮົາ​ຕ້ອງ​ຮູ້​ກ່ອນ​ວ່າ​ແຕ່​ລະ​ວາລະສານ​ອອກ​ແບບ​ມາ​ເພື່ອ​ຄົນ​ແບບ​ໃດ.

12. (ກ) ວາລະສານ​ຕື່ນ​ເຖີດ! ອອກ​ແບບ​ມາ​ເພື່ອ​ໃຜ ແລະ​ຈຸດ​ປະສົງ​ຫຼັກ​ເພື່ອ​ຫຍັງ? (ຂ) ເມື່ອ​ບໍ່​ດົນ​ມາ​ນີ້​ເຈົ້າ​ມີ​ປະສົບການ​ທີ່​ດີ​ແນວ​ໃດ​ໃນ​ການ​ໃຊ້​ເຄື່ອງ​ມື​ນີ້?

12 ຕື່ນ​ເຖີດ! ຖືກ​ອອກ​ແບບ​ມາ​ເພື່ອ​ຄົນ​ທີ່​ຮູ້​ກ່ຽວ​ກັບ​ຄຳພີ​ໄບເບິນ​ໜ້ອຍ​ໜຶ່ງ​ຫຼື​ບໍ່​ຮູ້​ເລີຍ. ເຂົາ​ເຈົ້າ​ອາດ​ບໍ່​ຮູ້​ກ່ຽວ​ກັບ​ຄຳ​ສອນ​ຂອງ​ຄລິດສະຕຽນ ບໍ່​ໄວ້​ໃຈ​ໃນ​ສາສະໜາ ແລະ​ບໍ່​ຮູ້​ວ່າ​ຄຳພີ​ໄບເບິນ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ແນວ​ໃດ. ຈຸດ​ປະສົງ​ຫຼັກ​ຂອງ​ຕື່ນ​ເຖີດ! ແມ່ນ​ເພື່ອ​ເຮັດ​ໃຫ້​ຜູ້​ອ່ານ​ເຊື່ອ​ວ່າ​ພະເຈົ້າ​ມີ​ຈິງ. (ໂລມ 1:20; ເຫບເລີ 11:6) ແລະ​ຍັງ​ຊ່ວຍ​ໃຫ້​ຜູ້​ອ່ານ​ເຊື່ອ​ວ່າ​ຄຳພີ​ໄບເບິນ “ເປັນ​ຄຳ​ສອນ​ຂອງ​ພະເຈົ້າ​ແທ້ໆ.” (1 ເທຊະໂລນີກ 2:13, ລ.ມ.) ໃນ​ປີ 2018 ມີ 3 ສະບັບ​ເຊິ່ງ​ມີ​ຫົວ​ຂໍ້​ຕໍ່​ໄປ​ນີ້: “ເຄັດ​ລັບ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສຸກ” “12 ເຄັດ​ລັບ​ທີ່​ເຮັດ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ” ແລະ “ຮັບ​ມື​ກັບ​ຄວາມ​ໂສກ​ເສົ້າ​ເມື່ອ​ສູນ​ເສຍ​ຄົນ​ທີ່​ຮັກ

13. (ກ) ຫໍສັງເກດການ ສະບັບ​ສາທາລະນະ​ອອກ​ແບບ​ມາ​ເພື່ອ​ໃຜ? (ຂ) ເມື່ອ​ບໍ່​ດົນ​ມາ​ນີ້​ເຈົ້າ​ມີ​ປະສົບການ​ທີ່​ດີ​ແນວ​ໃດ​ໃນ​ການ​ໃຊ້​ເຄື່ອງ​ມື​ນີ້?

13 ຈຸດ​ປະສົງ​ຫຼັກ​ຂອງ​ຫໍສັງເກດການ ສະບັບ​ສາທາລະນະ​ແມ່ນ​ເພື່ອ​ອະທິບາຍ​ຄຳ​ສອນ​ຂອງ​ຄຳພີ​ໄບເບິນ​ເພື່ອ​ຄົນ​ທີ່​ນັບຖື​ພະເຈົ້າ​ແລະ​ຄຳພີ​ໄບເບິນ​ຢູ່​ແລ້ວ. ເຂົາ​ເຈົ້າ​ອາດ​ຮູ້​ເລື່ອງ​ໃນ​ຄຳພີ​ໄບເບິນ​ແດ່​ແລ້ວ ແຕ່​ບໍ່​ໄດ້​ເຂົ້າ​ໃຈ​ຄຳ​ສອນ​ແທ້ໆ. (ໂລມ 10:2; 1 ຕີໂມເຕ 2:3, 4) ໃນ​ປີ 2018 ມີ 3 ສະບັບ​ທີ່​ຈະ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້: ຄຳພີ​ໄບເບິນ​ຍັງ​ໃຊ້​ໄດ້​ກັບ​ສະໄໝ​ຂອງ​ເຮົາ​ບໍ?” “ອະນາຄົດ​ຈະ​ໄປ​ແນວ​ໃດ?” ແລະ “ພະເຈົ້າ​ສົນ​ໃຈ​ເຈົ້າ​ບໍ?

ເຄື່ອງ​ມື​ທີ່​ກະຕຸ້ນ​ໃຈ

14. (ກ) 4 ວິດີໂອ​ໃນ​ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ​ອອກ​ແບບ​ມາ​ເພື່ອ​ຫຍັງ? (ຂ) ເຈົ້າ​ມີ​ປະສົບການ​ທີ່​ດີ​ແນວ​ໃດ​ເມື່ອ​ໃຊ້​ວິດີໂອ​ເຫຼົ່າ​ນີ້?

14 ວິດີໂອ. ໃນ​ສະໄໝ​ຂອງ​ພະ​ເຍຊູ ຊ່າງ​ໄມ້​ມີ​ແຕ່​ເຄື່ອງ​ມື​ທີ່​ໃຊ້​ແຮງ​ຄົນ. ແຕ່​ສະໄໝ​ນີ້ ຊ່າງ​ໄມ້​ຈະ​ໃຊ້​ເຄື່ອງ​ມື​ໄຟ​ຟ້າ​ເຊັ່ນ: ເລື່ອຍ ສະ​ຫວ່ານ ແລະ​ເຄື່ອງ​ຂັດ. ທຸກ​ມື້​ນີ້​ເມື່ອ​ເຮົາ​ປະກາດ ນອກ​ຈາກ​ເຮົາ​ຈະ​ມີ​ສິ່ງ​ພິມ​ແລ້ວ ເຮົາ​ກໍ​ຍັງ​ມີ​ວິດີໂອ​ທີ່​ສວຍ​ງາມ​ໃຫ້​ຜູ້​ຄົນ​ເບິ່ງ. ມີ 4 ວິດີໂອ​ໃນ​ກ່ອງ​ເຄື່ອງ​ມື​ຄື: ເປັນ​ຫຍັງ​ຈຶ່ງ​ສຶກສາ​ຄຳພີ​ໄບເບິນ? ພວກ​ເຮົາ​ສຶກສາ​ຄຳພີ​ໄບເບິນ​ແນວ​ໃດ? ພວກ​ເຮົາ​ເຮັດ​ຫຍັງ​ຢູ່​ທີ່​ຫໍ​ປະຊຸມ​ລາຊະອານາຈັກ? ແລະ​ພະຍານ​ພະ​ເຢໂຫວາ—ພວກ​ເຮົາ​ແມ່ນ​ໃຜ? ວິດີໂອ​ສັ້ນ​ທີ່​ບໍ່​ເກີນ 2 ນາທີ​ເໝາະ​ກັບ​ການ​ປະກາດ​ໃນ​​ຄັ້ງ​ທຳອິດ. ສ່ວນ​ວິດີໂອ​ທີ່​ມີ​ຄວາມ​ຍາວ​ກວ່າ​ຈະ​ໃຊ້​ເມື່ອ​ກັບ​ໄປ​ຢາມ​ແລະ​ສຳລັບ​ຄົນ​ທີ່​ມີ​ເວລາ​ຫຼາຍ. ວິດີໂອ​ເຫຼົ່າ​ນີ້​ເປັນ​ເຄື່ອງ​ມື​ທີ່​ສຸດ​ຍອດ​ຫຼາຍ​ເພາະ​ມັນ​ກະຕຸ້ນ​ຜູ້​ຄົນ​ໃຫ້​ຢາກ​ສຶກສາ​ຄຳພີ​ໄບເບິນ​ແລະ​ມາ​ການ​ປະຊຸມ​ຂອງ​ເຮົາ.

15. ການ​ທີ່​ຜູ້​ຄົນ​ໄດ້​ເບິ່ງ​ວິດີໂອ​ໃນ​ພາສາ​ຂອງ​ຕົວ​ເອງ​ສົ່ງ​ຜົນ​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

15 ຕົວຢ່າງ: ພີ່​ນ້ອງ​ຍິງ​ໄດ້​ພົບ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຍ້າຍ​ມາ​ຈາກ​ໄມໂຄນີເຊຍ​ແລະ​ພາສາ​ແມ່​ຂອງ​ລາວ​ກໍ​ແມ່ນ​ພາສາ​ແຢບ. ພີ່​ນ້ອງ​ຍິງ​ໄດ້​ເປີດ​ວິດີໂອ​ເປັນ​ຫຍັງ​ຈຶ່ງ​ສຶກສາ​ຄຳພີ​ໄບເບິນ? ໃນ​ພາສາ​ແຢບ​ໃຫ້​ລາວ​ເບິ່ງ. ຕອນ​ທີ່​ເບິ່ງ​ວິດີໂອ ລາວ​ເວົ້າ​ວ່າ: “ບໍ່​ຢາກ​ເຊື່ອ​ເລີຍ! ພາສາ​ຂອງ​ຂ້ອຍ​ຕົ່ວ​ໜິ ຂ້ອຍ​ຮູ້​ໄດ້​ເລີຍ​ວ່າ​ສຽງ​ທີ່​ຜູ້​ຊາຍ​ນັ້ນ​ເວົ້າ​ມາ​ຈາກ​ເກາະ​ດຽວ​ກັບ​ຂ້ອຍ.” ຫຼັງ​ຈາກ​ນັ້ນ ລາວ​ກໍ​ເວົ້າ​ຕື່ມ​ວ່າ​ລາວ​ຈະ​ອ່ານ​ແລະ​ເບິ່ງ​ທຸກ​ສິ່ງ​ທີ່​ເປັນ​ພາສາ​ຂອງ​ລາວ​ໃນ​ເວັບໄຊ jw.org. (ສົມ​ທຽບ​ກັບ​ກິດຈະການ 2:8, 11) ອີກ​ຕົວຢ່າງ​ໜຶ່ງ​ແມ່ນ​ປະສົບການ​ຂອງ​ພີ່​ນ້ອງ​ຍິງ​ໃນ​ສະຫະລັດ​ອາ​ເມຣິ​ກາ​ເຊິ່ງ​ມີ​ຫຼານ​ຊາຍ​ຢູ່​ອີກ​ທະວີບ​ໜຶ່ງ. ພີ່​ນ້ອງ​ຍິງ​ໄດ້​ສົ່ງ​ລິ້ງ​ວິດີໂອ​ດຽວ​ກັນ​ນີ້​ໃຫ້​ຫຼານ​ເຊິ່ງ​ເປັນ​ພາສາ​ຂອງ​ຫຼານ. ຫຼັງ​ຈາກ​ທີ່​ຫຼານ​ຊາຍ​ເບິ່ງ​ວິດີໂອ​ແລ້ວ​ກໍ​ສົ່ງ​ອີເມວ​ຫາ​ລາວ​ວ່າ: “ຂ້ອຍ​ມັກ​ສ່ວນ​ທີ່​ບອກ​ວ່າ​ໂລກ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ມານ​ຮ້າຍ. ຂ້ອຍ​ໄດ້​ຂໍ​ຮຽນ​ຄຳພີ​ໄບເບິນ​ແລ້ວ.” ເລື່ອງ​ນີ້​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ເພາະ​ຫຼານ​ຊາຍ​ຢູ່​ໃນ​ປະເທດ​ທີ່​ວຽກ​ຂອງ​ເຮົາ​ຖືກ​ສັ່ງ​ຫ້າມ!

ເຄື່ອງ​ມື​ທີ່​ໃຊ້​ສອນ​ຄວາມ​ຈິງ

16. ໃຫ້​ອະທິບາຍ​ຈຸດ​ປະສົງ​ຂອງ​ຈຸນລະສານ​ຕໍ່​ໄປ​ນີ້: (ກ) ເຊື່ອ​ຟັງ​ພະເຈົ້າ​ແລ້ວ​ຈະ​ມີ​ຊີວິດ​ຕະຫລອດ​ໄປ. (ຂ) ຂ່າວ​ດີ​ຈາກ​ພະເຈົ້າ! (ຄ) ໃຜ​ກຳລັງ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້?

16 ຈຸນລະສານ. ເຮົາ​ຈະ​ສອນ​ຄວາມ​ຈິງ​ແນວ​ໃດ​ໃຫ້​ຄົນ​ທີ່​ອ່ານ​ໜັງສື​ບໍ່​ເກັ່ງ​ຫຼື​ຄົນ​ທີ່​ບໍ່​ມີ​ປຶ້ມ​ກ່ຽວ​ກັບ​ຄຳພີ​ໄບເບິນ​ເລີຍ​ໃນ​ພາສາ​ຂອງ​ລາວ? ເຮົາ​ສາມາດ​ໃຊ້​ຈຸນລະສານ​ເຊື່ອ​ຟັງ​ພະເຈົ້າ​ແລ້ວ​ຈະ​ມີ​ຊີວິດ​ຕະຫລອດ​ໄປ. * (ເບິ່ງ​ໄຂ​ເງື່ອນ) ຈຸນລະສານ​ຂ່າວ​ດີ​ຈາກ​ພະເຈົ້າ! ເປັນ​ເຄື່ອງ​ມື​ທີ່​ດີ​ເລີດ​ຫຼາຍ​ທີ່​ຈະ​ເລີ່ມ​ການ​ສຶກສາ​ຄຳພີ​ໄບເບິນ. ເຈົ້າ​ສາມາດ​ໃຫ້​ຜູ້​ຄົນ​ເບິ່ງ 14 ຫົວ​ຂໍ້​ທີ່​ຢູ່​ດ້ານ​ຫຼັງ​ຂອງ​ປຶ້ມ​ນີ້​ແລ້ວ​ຖາມ​ລາວ​ວ່າ​ສົນ​ໃຈ​ຫົວ​ຂໍ້​ໃດ​ຫຼາຍ​ທີ່​ສຸດ ແລ້ວ​ກໍ​ເລີ່ມ​ຮຽນ​ບົດ​ນັ້ນ​ເລີຍ. ເຈົ້າ​ໄດ້​ພະຍາຍາມ​ທີ່​ຈະ​ກັບ​ໄປ​ຢາມ​ລາວ​ບໍ? ຈຸນລະສານ​ອີກ​ຫົວ​ໜຶ່ງ​ໃນ​ກ່ອງ​ເຄື່ອງ​ມື​ຂອງ​ເຮົາ​ແມ່ນ​ປຶ້ມ​ໃຜ​ກຳລັງ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້? ປຶ້ມ​ນີ້​ອອກ​ແບບ​ມາ​ເພື່ອ​ຊ່ວຍ​ນັກ​ສຶກສາ​ໃຫ້​ຮູ້ຈັກ​ອົງການ​ຂອງ​ເຮົາ. ເພື່ອ​ຈະ​ຮຽນ​ວິທີ​ໃຊ້​ຈຸນລະສານ​ນີ້​ກັບ​ນັກ​ສຶກສາ​ແຕ່​ລະ​ຄົນ ໃຫ້​ເບິ່ງ​ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້—ຄູ່​ມື​ການ​ປະຊຸມ ເດືອນ​ມີນາ 2017.

17. (ກ) ປຶ້ມ​ສຳລັບ​ສຶກສາ​ແຕ່​ລະ​ຫົວ​ມີ​ຈຸດ​ປະສົງ​ຫຍັງ? (ຂ) ພີ່​ນ້ອງ​ໃໝ່​ທຸກ​ຄົນ​ຕ້ອງ​ເຮັດ​ຫຍັງ​ເຖິງ​ວ່າ​ຈະ​ຮັບ​ບັບເຕມາ​ແລ້ວ ແລະ​ຍ້ອນ​ຫຍັງ?

17 ປຶ້ມ. ຫຼັງ​ຈາກ​ເຈົ້າ​ເລີ່ມ​ສຶກສາ​ຈຸນລະສານ​ກັບ​ຄົນ​ໜຶ່ງ​ແລ້ວ​ເຈົ້າ​ສາມາດ​ປ່ຽນ​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ? ຕອນ​ໃດ​ກໍ​ໄດ້. ປຶ້ມ​ນີ້​ຈະ​ຊ່ວຍ​ຜູ້​ຄົນ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ຄຳ​ສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ. ຖ້າ​ນັກ​ສຶກສາ​ກ້າວ​ໜ້າ​ແລະ​ສຶກສາ​ປຶ້ມ​ຫົວ​ນີ້​ຈົບ​ແລ້ວ ເຈົ້າ​ກໍ​ສືບ​ຕໍ່​ສຶກສາ​ປຶ້ມ ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ. ປຶ້ມ​ຫົວ​ນີ້​ຈະ​ສອນ​ນັກ​ສຶກສາ​ໃຫ້​ຮູ້​ວິທີ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ຂໍ​ໃຫ້​ຈື່​ໄວ້​ວ່າ​ແມ່ນ​ແຕ່​ຫຼັງ​ຈາກ​ທີ່​ຮັບ​ບັບເຕມາ​ແລ້ວ ພີ່​ນ້ອງ​ໃໝ່​ກໍ​ຍັງ​ຕ້ອງ​ສືບ​ຕໍ່​ສຶກສາ​ໃຫ້​ຈົບ​ທັງ​ສອງ​ຫົວ. ນີ້​ຈະ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ໃນ​ພະ​ເຢໂຫວາ​ແລະ​ຮັກສາ​ຄວາມ​ພັກດີ​ຕໍ່​ພະອົງ.—ອ່ານ​ໂກໂລດ 2:6, 7

ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ​ມີ​ເຄື່ອງ​ມື​ຕ່າງໆທີ່​ຈຳເປັນ​ເພື່ອ​ສອນ​ຂ່າວ​ດີ​ໃຫ້​ກັບ​ຜູ້​ຄົນ

18. (ກ) 1 ຕີໂມເຕ 4:16 ກະຕຸ້ນ​ເຮົາ​ໃຫ້​ເຮັດ​ຫຍັງ​ໃນ​ຖານະ​ເປັນ​ຄູ​ສອນ​ຄວາມ​ຈິງ ແລະ​ຜົນ​ເປັນ​ແນວ​ໃດ? (ຂ) ເມື່ອ​ເຮົາ​ໃຊ້​ເຄື່ອງ​ມື​ສຳລັບ​ການ​ສອນ​ເປົ້າ​ໝາຍ​ຂອງ​ເຮົາ​ແມ່ນ​ຫຍັງ?

18 ເຮົາ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ສອນ “ຂ່າວ​ດີ​ທີ່​ເປັນ​ຄວາມ​ຈິງ” ໃຫ້​ຜູ້​ຄົນ ເຊິ່ງ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ. (ໂກໂລດ 1:5, ລ.ມ.; ອ່ານ 1 ຕີໂມເຕ 4:16) ເພື່ອ​ຈະ​ຊ່ວຍ​ເຮົາ​ເຮັດ​ແບບ​ນີ້​ໄດ້ ເຮົາ​ຕ້ອງ​ມີ​ເຄື່ອງ​ມື​ສຳລັບ​ການ​ສອນ​ທີ່​ຈຳເປັນ. (ເບິ່ງ​ຂອບ “ ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ”) ໃຫ້​ເຮົາ​ໃຊ້​ເຄື່ອງ​ມື​ເຫຼົ່າ​ນີ້​ຢ່າງ​ເຕັມທີ. ເຮົາ​ແຕ່​ລະ​ຄົນ​ສາມາດ​ເລືອກ​ໄດ້​ວ່າ​ຈະ​ໃຊ້​ເຄື່ອງ​ມື​ອັນ​ໃດ​ແລະ​ຕອນ​ໃດ. ຂໍ​ຈື່​ໄວ້​ວ່າ​ເປົ້າ​ໝາຍ​ຂອງ​ເຮົາ​ບໍ່​ແມ່ນ​ພຽງ​ແຕ່​ຢາຍ​ປຶ້ມ​ເທົ່າ​ນັ້ນ ແລະ​ເຮົາ​ບໍ່​ຄວນ​ໃຫ້​ປຶ້ມ​ກັບ​ຄົນ​ທີ່​ບໍ່​ສົນ​ໃຈ​ຂ່າວ​ດີ. ເປົ້າ​ໝາຍ​ຂອງ​ເຮົາ​ຄື​ເຮັດ​ໃຫ້​ຄົນ​ທີ່​ຈິງ​ໃຈ ຄົນ​ທີ່​ຖ່ອມ​ຕົວ ແລະ​ຄົນ​ທີ່​ຢາກ​ຮູ້ຈັກ​ພະເຈົ້າ​ແທ້ໆໃຫ້​ເປັນ​ລູກ​ສິດ​ຂອງ​ພະອົງ ເພາະ​ວ່າ​ເຂົາ​ເຈົ້າ​ເປັນ “ຄົນ​ທີ່​ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ​ເຊິ່ງ​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ.”—ກິດຈະການ 13:48; ມັດທາຍ 28:19, 20

^ ຂໍ້ 3 ກິດຈະການ 13:48 (ລ.ມ.) ບອກ​ວ່າ: “ພໍ​ຄົນ​ຕ່າງ​ຊາດ​ໄດ້​ຍິນ​ຢ່າງ​ນັ້ນ​ກໍ​ດີ​ໃຈ​ຫຼາຍ​ແລະ​ຍົກຍ້ອງ​ຄຳ​ສອນ​ຂອງ​ພະ​ເຢໂຫວາ ທຸກ​ຄົນ​ທີ່​ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ​ເຊິ່ງ​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ​ກໍ​ເຂົ້າ​ມາ​ເປັນ​ລູກ​ສິດ.”

^ ຂໍ້ 5 ເບິ່ງ​ຫໍສັງເກດການ 1 ສິງ​ຫາ 2010 (ບໍ່​ມີ​ໃນ​ພາສາ​ລາວ) ໃນ​ບົດ​ຄວາມ “ຊ່າງ​ໄມ້” ແລະ​ຂອບ “ກ່ອງ​ເຄື່ອງ​ມື​ຂອງ​ຊ່າງ​ໄມ້.”

^ ຂໍ້ 16 ຖ້າ​ຜູ້​ສົນ​ໃຈ​ອ່ານ​ໜັງສື​ບໍ່​ໄດ້ ເຈົ້າ​ສາມາດ​ໃຊ້​ຈຸນລະສານ​ເຊື່ອ​ຟັງ​ພະເຈົ້າ ເຊິ່ງ​ສ່ວນ​ຫຼາຍ​ຈະ​ມີ​ຮູບ​ພາບ​ທີ່​ໃຫ້​ລາວ​ເບິ່ງ​ຕາມ​ໄປ​ນຳ​ໄດ້.