ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ມີ​ຄວາມ​ສະຫງົບ​ໃຈ​ໄດ້​ເຖິງ​ວ່າ​ສະພາບການ​ຈະ​ປ່ຽນ​ແປງ

ມີ​ຄວາມ​ສະຫງົບ​ໃຈ​ໄດ້​ເຖິງ​ວ່າ​ສະພາບການ​ຈະ​ປ່ຽນ​ແປງ

“ຂ້າ​ນ້ອຍ​ໄດ້​ບັງຄັບ​ຈິດ​ໃຈ​ເອງ​ໃຫ້​ອົດ​ຢູ່ [“ເຮັດ​ຈິດ​ໃຈ​ໃຫ້​ສະຫງົບ,” ລ.ມ.]”—ຄຳເພງ 131:2

ເພງ: 128, 129

1, 2. (ກ) ການ​ປ່ຽນ​ແປງ​ກະທັນຫັນ​ໃນ​ຊີວິດ​ສົ່ງ​ຜົນ​ຕໍ່​ເຮົາ​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ) (ຂ) ໃນ​ຄຳເພງ​ບົດ 131 ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສະຫງົບ​ໃຈ?

ຫຼັງ​ຈາກ​ລອຍ​ແລະ​ອາເລັກຊັນດຣາ​ຮັບໃຊ້​ຢູ່​ເບເທນ​ຫຼາຍ​ກວ່າ 25 ປີ ເຂົາ​ເຈົ້າ​ກໍ​ຖືກ​ມອບ​ໝາຍ​ໃຫ້​ຮັບໃຊ້​ເປັນ​ໄພໂອເນຍ. ທຳອິດ ເຂົາ​ເຈົ້າ​ຮູ້ສຶກ​ເສຍໃຈ. ລອຍ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ເບເທນ​ແລະ​ວຽກ​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຊີວິດ​ຈິດ​ໃຈ​ຂອງ​ຂ້ອຍ. ຂ້ອຍ​ເຂົ້າ​ໃຈ​ເຫດຜົນ​ທີ່​ມີ​ການ​ປ່ຽນ​ແປງ​ນີ້ ແຕ່​ຫຼັງ​ຈາກ​ນັ້ນ​ໄລຍະ​ໜຶ່ງ ມີ​ຫຼາຍ​ເທື່ອ​ທີ່​ຂ້ອຍ​ຮູ້ສຶກ​ຄື​ກັບ​ຖືກ​ປະ​ຖິ້ມ.” ໃຈ​ໜຶ່ງ​ລອຍ​ກໍ​ຮູ້ສຶກ​ດີ​ກັບ​ການ​ປ່ຽນ​ແປງ ແລະ​ອີກ​ໃຈ​ໜຶ່ງ​ລາວ​ກໍ​ຮູ້ສຶກ​ຫົດ​ຫູ່.

2 ບາງ​ຄັ້ງ​ກໍ​ມີ​ການ​ປ່ຽນ​ແປງ​ໃນ​ຊີວິດ​ແບບ​ທີ່​ເຮົາ​ບໍ່​ຄາດ​ຄິດ ແລະ​ມັນ​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ກັງວົນ​ແລະ​ເຄັ່ງ​ຕຶງ​ຫຼາຍ. (ສຸພາສິດ 12:25) ເມື່ອ​ການ​ປ່ຽນ​ແປງ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຍອມ​ຮັບ​ຫຼື​ປັບ​ປ່ຽນ ເຮົາ​ຈະ​ຍັງ​ສະຫງົບ​ໃຈ​ໄດ້​ແນວ​ໃດ? (ອ່ານ​ຄຳເພງ 131:1-3) ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຜູ້​ຮັບໃຊ້​ບາງ​ຄົນ​ຂອງ​ພະ​ເຢໂຫວາ​ທັງ​ໃນ​ອະດີດ​ແລະ​ປັດຈຸບັນ​ມີ​ຄວາມ​ສະຫງົບ​ໃຈ​ໄດ້​ແນວ​ໃດ​ເຖິງ​ວ່າ​ຊີວິດ​ຂອງ​ເຂົາ​ເຈົ້າ​ປ່ຽນ​ແປງ​ກະທັນຫັນ.

ວິທີ​ທີ່ “ສັນຕິສຸກ​ຂອງ​ພະເຈົ້າ” ຊ່ວຍ​ເຮົາ

3. ຊີວິດ​ຂອງ​ໂຢເຊບ​ປ່ຽນ​ແປງ​ກະທັນຫັນ​ແນວ​ໃດ?

3 ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ໂຢເຊບ. ໃນ​ບັນດາ​ລູກ​ຊາຍ​ທັງ​ໝົດ​ຂອງ​ຢາໂຄບ ໂຢເຊບ​ເປັນ​ລູກ​ຊາຍ​ທີ່​ຢາໂຄບ​ຮັກ​ຫຼາຍ​ທີ່​ສຸດ ນີ້​ຈຶ່ງ​ເຮັດ​ໃຫ້​ພວກ​ອ້າຍ​ອິດສາ​ລາວ​ຫຼາຍ. ຕອນ​ທີ່​ລາວ​ອາຍຸ 17 ປີ ພວກ​ອ້າຍ​ໄດ້​ຂາຍ​ລາວ​ໃຫ້​ເປັນ​ທາດ. (ຕົ້ນເດີມ 37:2-4, 23-28) ໂຢເຊບ​ຕ້ອງ​ທົນ​ທຸກ​ລຳບາກ​ໃນ​ເອຢິບ​ປະມານ 13 ປີ ທຳອິດ​ລາວ​ເປັນ​ທາດ ແລະ​ຕໍ່​ມາ​ກໍ​ເປັນ​ນັກ​ໂທດ​ໃນ​ຄຸກ. ລາວ​ຢູ່​ຫ່າງ​ໄກ​ຈາກ​ພໍ່​ທີ່​ຮັກ​ຂອງ​ລາວ. ສະພາບການ​ຂອງ​ລາວ​ອາດ​ເຮັດ​ໃຫ້​ຮູ້ສຶກ​ໝົດ​ຫວັງ​ແລະ​ຄຽດ​ແຄ້ນ ແຕ່​ອັນ​ໃດ​ຊ່ວຍ​ລາວ​ບໍ່​ໃຫ້​ເປັນ​ແບບ​ນັ້ນ?

4. (ກ) ຕອນ​ທີ່​ຢູ່​ໃນ​ຄຸກ​ໂຢເຊບ​ໄດ້​ເຮັດ​ຫຍັງ? (ຂ) ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ​ແນວ​ໃດ?

4 ຕອນ​ທີ່​ໂຢເຊບ​ທົນ​ທຸກ​ໃນ​ຄຸກ ລາວ​ຄົງ​ຕ້ອງ​ຄິດ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ລາວ. (ຕົ້ນເດີມ 39:21; ຄຳເພງ 105:17-19) ລາວ​ອາດ​ຈະ​ຄິດ​ກ່ຽວ​ກັບ​ຄວາມ​ຝັນ​ທີ່​ເປັນ​ຄຳ​ພະຍາກອນ​ທີ່​ລາວ​ເຄີຍ​ຝັນ​ຕອນ​ຍັງ​ນ້ອຍ​ແລະ​ສິ່ງ​ນີ້​ເຮັດ​ໃຫ້​ລາວ​ຮູ້ສຶກ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ລາວ. (ຕົ້ນເດີມ 37:5-11) ລາວ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເລື້ອຍໆແລະ​ບອກ​ທຸກ​ສິ່ງ​ທີ່​ຢູ່​ໃນ​ໃຈ​ກັບ​ພະອົງ. (ຄຳເພງ 145:18) ແລະ​ພະ​ເຢໂຫວາ​ກໍ​ຕອບ​ຄຳ​ອະທິດຖານ​ຂອງ​ໂຢເຊບ​ໂດຍ​ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ​ພະອົງ​ຈະ ‘ຢູ່​ກັບ​ລາວ’ ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ.—ກິດຈະການ 7:9, 10 * (ເບິ່ງ​ໄຂ​ເງື່ອນ)

5. “ສັນຕິສຸກ​ຂອງ​ພະເຈົ້າ” ຊ່ວຍ​ເຮົາ​ແນວ​ໃດ?

5 ບໍ່​ວ່າ​ສະພາບການ​ຂອງ​ເຮົາ​ຈະ​ຍາກ​ລຳບາກ​ສໍ່າ​ໃດ ເຮົາ​ສາມາດ​ມີ “ຄວາມ​ສຸກ​ສຳລານ​ແຫ່ງ​ພະເຈົ້າ [“ສັນຕິສຸກ​ຂອງ​ພະເຈົ້າ,” ລ.ມ.]” ເພື່ອ​ຈະ​ປົກ​ປ້ອງ “ຄວາມ​ຄຶດ” ແລະ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ສະຫງົບ​ໃຈ. (ອ່ານ​ຟີລິບ 4:6, 7) ເມື່ອ​ເຮົາ​ຮູ້ສຶກ​ກັງວົນ​ແລະ​ເຄັ່ງ​ຕຶງ “ສັນຕິສຸກ​ຂອງ​ພະເຈົ້າ” ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ແລະ​ບໍ່​ຍອມ​ແພ້. ໃຫ້​ເຮົາ​ມາ​ຮຽນ​ປະສົບການ​ຂອງ​ພີ່​ນ້ອງ​ຊາຍ​ຍິງ​ໃນ​ປັດຈຸບັນ​ນຳ​ກັນ.

ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ສະຫງົບ​ໃຈ​ອີກ​ຄັ້ງ

6, 7. ການ​ອະທິດຖານ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສະຫງົບ​ໃຈ​ອີກ​ຄັ້ງ​ໄດ້​ແນວ​ໃດ? ໃຫ້​ຍົກ​ຕົວຢ່າງ.

6 ຕອນ​ທີ່​ໄຣອັນ​ກັບ​ຈູລຽດ​ໄດ້​ຍິນ​ວ່າ​ວຽກ​ມອບ​ໝາຍ​ໄພໂອເນຍ​ພິເສດ​ຊົ່ວຄາວ​ຂອງ​ເຂົາ​ເຈົ້າ​ຈະ​ຈົບ​ລົງ ເຂົາ​ເຈົ້າ​ກໍ​ຮູ້ສຶກ​ທໍ້​ໃຈ. ໄຣອັນ​ບອກ​ວ່າ: “ພວກ​ເຮົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໃນ​ເລື່ອງ​ນີ້​ທັນທີ. ເຮົາ​ຮູ້​ວ່າ​ເປັນ​ໂອກາດ​ທີ່​ເຮົາ​ຈະ​ໄວ້​ວາງໃຈ​ພະອົງ. ຫຼາຍ​ຄົນ​ໃນ​ປະຊາຄົມ​ຂອງ​ເຮົາ​ເປັນ​ພີ່​ນ້ອງ​ໃໝ່ ດັ່ງ​ນັ້ນ ເຮົາ​ຈຶ່ງ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເປັນ​ແບບ​ຢ່າງ​ທີ່​ດີ​ທາງ​ດ້ານ​ຄວາມ​ເຊື່ອ.”

7 ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຂົາ​ເຈົ້າ​ແນວ​ໃດ? ໄຣອັນ​ບອກ​ວ່າ: “ທັນທີ​ທີ່​ຫຼັງ​ຈາກ​ອະທິດຖານ ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ແລະ​ຄວາມ​ກັງວົນ​ທີ່​ມີ​ໃນ​ຕອນ​ທຳອິດ​ກໍ​ໝົດ​ໄປ. ສັນຕິສຸກ​ຂອງ​ພະເຈົ້າ​ປົກ​ປ້ອງ​ຫົວໃຈ​ແລະ​ຄວາມ​ຄິດ​ຂອງ​ເຮົາ. ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ໃຊ້​ເຮົາ​ຕໍ່ໆໄປ​ຖ້າ​ເຮົາ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ຢູ່​ສະເໝີ.”

8-10. (ກ) ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ເຮົາ​ກັງວົນ? (ຂ) ພະ​ເຢໂຫວາ​ອາດ​ຊ່ວຍ​ເຫຼືອ​ເຮົາ​ແນວ​ໃດ​ຖ້າ​ເຮົາ​ຍັງ​ຮັບໃຊ້​ພະອົງ​ຕໍ່ໆໄປ?

8 ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ສາມາດ​ຊ່ວຍ​ເຮົາ​ໃຫ້​ສະຫງົບ​ໃຈ ແລະ​ຄິດ​ເຖິງ​ຂໍ້​ຄຳພີ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ອັນ​ໃດ​ສຳຄັນ​ແທ້ໆໃນ​ຊີວິດ. (ອ່ານ​ໂຢຮັນ 14:26, 27) ຂໍ​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຟີລິບ​ແລະ​ມາລີ ຄູ່​ຜົວ​ເມຍ​ທີ່​ເຄີຍ​ຮັບໃຊ້​ຢູ່​ເບເທນ​ເກືອບ 25 ປີ. ພາຍ​ໃນ 4 ເດືອນ​ຫຼັງ​ຈາກ​ທີ່​ອອກ​ເບເທນ ແມ່​ຂອງ​ເຂົາ​ເຈົ້າ​ທັງ​ສອງ​ຄົນ​ແລະ​ຍາດ​ພີ່​ນ້ອງ​ອີກ​ຄົນ​ໜຶ່ງ​ກໍ​ຕາຍ ແລະ​ເຂົາ​ເຈົ້າ​ຍັງ​ຕ້ອງ​ເບິ່ງ​ແຍງ​ພໍ່​ຂອງ​ມາລີ​ທີ່​ເປັນ​ໂລກ​ສະໝອງ​ເສື່ອມ​ນຳ​ອີກ.

9 ຟີລິບ​ບອກ​ວ່າ: “ຂ້ອຍ​ຄິດ​ວ່າ​ຂ້ອຍ​ຮັບ​ມື​ໄດ້​ດີ​ຢູ່ ແຕ່​ກໍ​ຍັງ​ຮູ້ສຶກ​ວ່າ​ມີ​ບາງ​ຢ່າງ​ຂາດ​ໄປ. ຂ້ອຍ​ພົບ​ຂໍ້​ຄຳພີ​ໜຶ່ງ​ທີ່​ໂກໂລດ 1:11 (ລ.ມ.) ຢູ່​ບົດ​ຄວາມ​ສຶກສາ​ຫໍສັງເກດການ. ເມື່ອ​ອ່ານ​ແລ້ວ​ຂ້ອຍ​ໄດ້​ຮູ້​ວ່າ​ຂ້ອຍ​ກໍ​ມີ​ຄວາມ​ອົດ​ທົນ​ຢູ່ ແຕ່​ບໍ່​ແມ່ນ​ໃນ​ແບບ​ທີ່​ຄວນ​ຈະ​ເປັນ. ຂ້ອຍ​ຕ້ອງ ‘ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ແລະ​ອົດ​ກັ້ນ​ດ້ວຍ​ຄວາມ​ຍິນດີ.’ ຂໍ້​ນີ້​ເຕືອນ​ຂ້ອຍ​ວ່າ​ຄວາມ​ຍິນດີ​ໃນ​ຊີວິດ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຂ້ອຍ ແຕ່​ຂຶ້ນ​ຢູ່​ກັບ​ການ​ທີ່​ຂ້ອຍ​ເຮັດ​ຕາມ​ທີ່​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຊີ້​ນຳ.”

10 ຍ້ອນ​ຟີລິບ​ແລະ​ມາລີ​ດຸ​ໝັ່ນ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ສະເໝີ ພະອົງ​ຈຶ່ງ​ອວຍ​ພອນ​ເຂົາ​ເຈົ້າ​ຫຼາຍ​ຢ່າງ. ບໍ່​ດົນ​ຫຼັງ​ຈາກ​ເຂົາ​ເຈົ້າ​ອອກ​ຈາກ​ເບເທນ ເຂົາ​ເຈົ້າ​ກໍ​ມີ​ນັກ​ສຶກສາ​ທີ່​ກ້າວ​ໜ້າ​ຫຼາຍ​ແລະ​ຢາກ​ສຶກສາ​ຫຼາຍ​ກວ່າ 1 ຄັ້ງ​ຕໍ່​ອາທິດ. ມາລີ​ເວົ້າ​ວ່າ: “ເຂົາ​ເຈົ້າ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແລະ​ນີ້​ເປັນ​ວິທີ​ທີ່​ພະ​ເຢໂຫວາ​ບອກ​ວ່າ​ຈັກ​ໜ້ອຍ​ທຸກ​ຢ່າງ​ຈະ​ດີ​ຂຶ້ນ.”

ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ມີ​ເຫດຜົນ​ຈະ​ອວຍ​ພອນ

ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ຊີວິດ ເຮົາ​ຈະ​ຮຽນ​ແບບ​ໂຢເຊບ​ໄດ້​ແນວ​ໃດ? (ເບິ່ງ​ຂໍ້ 11-13)

11, 12. (ກ) ໂຢເຊບ​ໄດ້​ເຮັດ​ຫຍັງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ເຫດຜົນ​ທີ່​ຈະ​ອວຍ​ພອນ? (ຂ) ພະ​ເຢໂຫວາ​ໃຫ້​ລາງວັນ​ຫຍັງ​ກັບ​ໂຢເຊບ?

11 ເມື່ອ​ຊີວິດ​ປ່ຽນ​ແປງ​ກະທັນຫັນ ເຮົາ​ອາດ​ກັງວົນ​ຫຼາຍ​ຈົນ​ໃນ​ຫົວ​ຂອງ​ເຮົາ​ຄິດ​ເຖິງ​ແຕ່​ບັນຫາ. ເລື່ອງ​ນີ້​ອາດ​ຈະ​ເກີດ​ຂຶ້ນ​ກັບ​ໂຢເຊບ​ໄດ້ ແຕ່​ລາວ​ເລືອກ​ທີ່​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ​ໃນ​ສະພາບການ​ຕ່າງໆທີ່​ລາວ​ປະສົບ ເຊັ່ນ: ຕອນ​ທີ່​ລາວ​ຢູ່​ກັບ​ໂປຕີຟາ ລາວ​ກໍ​ເຮັດ​ວຽກ​ຢ່າງ​ໜັກ ແລະ​ຕອນ​ທີ່​ລາວ​ຢູ່​ໃນ​ຄຸກ ລາວ​ກໍ​ເຮັດ​ວຽກ​ໜັກ​ທຸກ​ຢ່າງ​ທີ່​ຜູ້​ຄຸມ​ໃຫ້​ລາວ​ເຮັດ.—ຕົ້ນເດີມ 39:21-23

12 ມີ​ມື້​ໜຶ່ງ​ໂຢເຊບ​ຖືກ​ມອບ​ໝາຍ​ໃຫ້​ເບິ່ງ​ແຍງ​ນັກ​ໂທດ 2 ຄົນ​ທີ່​ເຄີຍ​ເຮັດ​ວຽກ​ໃນ​ວັງ​ຂອງ​ຟາໂລ. ໂຢເຊບ​ເຮັດ​ດີ​ກັບ​ເຂົາ​ເຈົ້າ​ແລະ​ເຂົາ​ເຈົ້າ​ກໍ​ຮູ້ສຶກ​ສະບາຍ​ໃຈ​ທີ່​ຈະ​ລົມ​ກັບ​ລາວ​ກ່ຽວ​ກັບ​ຄວາມ​ກັງວົນ​ແລະ​ຄວາມ​ຝັນ​ທີ່​ເຮັດ​ໃຫ້​ອຸກ​ໃຈ​ຫຼາຍ. (ຕົ້ນເດີມ 40:5-8) ໂຢເຊບ​ບໍ່​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ຕໍ່​ຈາກ​ນັ້ນ ແຕ່​ການ​ສົນທະນາ​ນັ້ນ​ຈະ​ເຮັດ​ໃຫ້​ລາວ​ໄດ້​ຮັບ​ອິດ​ສະຫຼະ. ສອງ​ປີ​ຕໍ່​ມາ ລາວ​ກໍ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ ແລະ​ຍັງ​ໄດ້​ເປັນ​ຜູ້​ປົກຄອງ​ທີ່​ມີ​ອຳນາດ​ຫຼາຍ​ໃນ​ເອຢິບ ເຊິ່ງ​ເປັນ​ຮອງ​ຈາກ​ຟາໂລ​ເທົ່າ​ນັ້ນ!—ຕົ້ນເດີມ 41:1, 14-16, 39-41

13. ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ ເຮົາ​ຄວນ​ເຮັດ​ຫຍັງ​ເພື່ອ​ພະ​ເຢໂຫວາ​ຈະ​ອວຍ​ພອນ?

13 ເຮົາ​ອາດ​ເຈິ​ສະຖານະການ​ທີ່​ເຮົາ​ຄວບຄຸມ​ບໍ່​ໄດ້​ຄື​ກັບ​ໂຢເຊບ. ແຕ່​ຖ້າ​ເຮົາ​ອົດ​ທົນ​ແລະ​ເຮັດ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ໃຫ້​ດີ​ທີ່​ສຸດ ພະ​ເຢໂຫວາ​ກໍ​ຈະ​ອວຍ​ພອນ​ເຮົາ. (ຄຳເພງ 37:5) ເຖິງ​ວ່າ​ເຮົາ​ຈະ​ຮູ້ສຶກ​ສັບສົນ​ແລະ​ກັງວົນ ເຮົາ​ຈະ “ບໍ່​ໝົດ​ທາງ​ອອກ” ຫຼື​ໝົດ​ຫວັງ. (2 ໂກລິນໂທ 4:8, ທ.ປ.) ພະ​ເຢໂຫວາ​ຈະ​ຢູ່​ກັບ​ເຮົາ ໂດຍ​ສະເພາະ​ຖ້າ​ເຮົາ​ດຸ​ໝັ່ນ​ເຮັດ​ວຽກ​ຮັບໃຊ້​ຕໍ່ໆໄປ.

ດຸ​ໝັ່ນ​ເຮັດ​ວຽກ​ຮັບໃຊ້​ຕໍ່ໆໄປ

14-16. ຟີລິບ​ໄດ້​ດຸ​ໝັ່ນ​ເຮັດ​ວຽກ​ຮັບໃຊ້​ຕໍ່ໆໄປ​ແນວ​ໃດ​ເຖິງ​ວ່າ​ຊີວິດ​ຈະ​ປ່ຽນ​ໄປ?

14 ຟີລິບ​ຜູ້​ປະກາດ​ຂ່າວ​ດີ​ເປັນ​ຕົວຢ່າງ​ທີ່​ດີ​ຫຼາຍ ລາວ​ດຸ​ໝັ່ນ​ເຮັດ​ວຽກ​ຮັບໃຊ້​ຕໍ່ໆໄປ​ບໍ່​ວ່າ​ຊີວິດ​ຈະ​ປ່ຽນ​ແປງ​ຫຼາຍ​ສໍ່າ​ໃດ. ມີ​ເທື່ອ​ໜຶ່ງ ລາວ​ມີ​ຄວາມ​ສຸກ​ກັບ​ວຽກ​ມອບ​ໝາຍ​ໃໝ່​ໃນ​ເມືອງ​ເຢຣຶຊາເລມ. (ກິດຈະການ 6:1-6) ຕໍ່​ມາ​ທຸກ​ຢ່າງ​ກໍ​ປ່ຽນ​ໄປ. ຫຼັງ​ຈາກ​ເອຕຽນ​ຖືກ​ຂ້າ​ກໍ​ມີ​ການ​ຂົ່ມເຫງ​ຄລິດສະຕຽນ​ຢ່າງ​ໜັກ ແລະ​ເຂົາ​ເຈົ້າ​ຕ້ອງ​ໜີ​ອອກ​ຈາກ​ເມືອງ​ເຢຣຶຊາເລມ. ເນື່ອງ​ຈາກ​ຟີລິບ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ ລາວ​ຈຶ່ງ​ໄປ​ເມືອງ​ສະມາລີ​ເຊິ່ງ​ເປັນ​ເມືອງ​ທີ່​ຜູ້​ຄົນ​ຈຳເປັນ​ຕ້ອງ​ໄດ້​ຟັງ​ຂ່າວ​ດີ.—ມັດທາຍ 10:5; ກິດຈະການ 8:1, 5

15 ຟີລິບ​ເຕັມ​ໃຈ​ໄປ​ທຸກ​ບ່ອນ​ຕາມ​ທີ່​ພະລັງ​ບໍລິສຸດ​ຊີ້​ນຳ. ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ໃຊ້​ລາວ​ໄປ​ປະກາດ​ໃນ​ບ່ອນ​ທີ່​ຜູ້​ຄົນ​ຍັງ​ບໍ່​ເຄີຍ​ໄດ້​ຍິນ​ຂ່າວ​ດີ. ຊາວ​ຢິວ​ຫຼາຍ​ຄົນ​ດູຖູກ​ຄົນ​ສະມາລີ​ແລະ​ເຮັດ​ບໍ່​ດີ​ຕໍ່​ເຂົາ​ເຈົ້າ. ແຕ່​ຟີລິບ​ບໍ່​ໄດ້​ມີ​ອະຄະຕິ ລາວ​ຢາກ​ປະກາດ​ຂ່າວ​ດີ​ກັບ​ຄົນ​ສະມາລີ​ຫຼາຍ​ແລະ​ເຂົາ​ເຈົ້າ​ກໍ “ພ້ອມ​ໃຈ​ກັນ” ຟັງ​ລາວ.—ກິດຈະການ 8:6-8

16 ຕໍ່​ມາ​ພະລັງ​ບໍລິສຸດ​ກໍ​ຊີ້​ນຳ​ຟີລິບ​ໃຫ້​ໄປ​ປະກາດ​ຢູ່​ເມືອງ​ອາດໂດດ​ແລະ​ເຊຊາເຣ​ບ່ອນ​ທີ່​ມີ​ແຕ່​ຄົນ​ຕ່າງ​ຊາດ. (ກິດຈະການ 8:39, 40) ຈາກ​ນັ້ນ ຊີວິດ​ຂອງ​ຟີລິບ​ກໍ​ປ່ຽນ​ອີກ​ຄັ້ງ. ລາວ​ຕັ້ງ​ຫຼັກ​ປັກ​ຖານ​ແລະ​ກໍ​ມີ​ຄອບຄົວ. ແຕ່​ບໍ່​ວ່າ​ຊີວິດ​ຂອງ​ລາວ​ຈະ​ປ່ຽນ​ໄປ​ຫຼາຍ​ສໍ່າ​ໃດ ລາວ​ກໍ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ ແລະ​ພະ​ເຢໂຫວາ​ກໍ​ອວຍ​ພອນ​ລາວ​ແລະ​ຄອບຄົວ​ຂອງ​ລາວ​ສະເໝີ.—ກິດຈະການ 21:8, 9

17, 18. ເມື່ອ​ມີ​ບາງ​ຢ່າງ​ໃນ​ຊີວິດ​ປ່ຽນ​ແປງ ການ​ດຸ​ໝັ່ນ​ເຮັດ​ວຽກ​ຮັບໃຊ້​ຊ່ວຍ​ເຮົາ​ແນວ​ໃດ?

17 ຫຼາຍ​ຄົນ​ທີ່​ຮັບໃຊ້​ເຕັມ​ເວລາ​ບອກ​ວ່າ​ການ​ດຸ​ໝັ່ນ​ເຮັດ​ວຽກ​ຮັບໃຊ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ສຸກ​ແລະ​ຄິດ​ໃນ​ແງ່​ບວກ​ເຖິງ​ວ່າ​ສະພາບການ​ໃນ​ຊີວິດ​ຈະ​ປ່ຽນ​ໄປ. ຕົວຢ່າງ: ພີ່​ນ້ອງ​ຜົວ​ເມຍ​ຄູ່​ໜຶ່ງ​ຈາກ​ອາຝຼິກກາ​ໃຕ້​ຊື່​ອອດ​ສະ​ບອນ​ແລະ​ໂພ​ໄລ​ໄດ້​ອອກ​ຈາກ​ເບເທນ. ເຂົາ​ເຈົ້າ​ຄິດ​ວ່າ​ບໍ່​ງ່າຍ​ທີ່​ຈະ​ຫາ​ວຽກ​ບໍ່​ເຕັມ​ເວລາ​ແລະ​ບ່ອນ​ຢູ່​ອາໄສ. ອອດ​ສະ​ບອນ​ບອກ​ວ່າ: “ເຮົາ​ຄິດ​ວ່າ​ຈະ​ຫາ​ວຽກ​ໄດ້​ໄວ ແຕ່​ກໍ​ຍັງ​ຫາ​ບໍ່​ໄດ້.” ໂພ​ໄລ​ບອກ​ວ່າ: “ຕັ້ງ​ສາມ​ເດືອນ​ທີ່​ເຮົາ​ຫາ​ວຽກ​ບໍ່​ໄດ້​ແລະ​ບໍ່​ມີ​ເງິນ​ເກັບ​ເລີຍ. ມັນ​ເປັນ​ສິ່ງ​ທີ່​ທ້າທາຍ​ແທ້ໆ.”

18 ສິ່ງ​ໃດ​ຊ່ວຍ​ອອດ​ສະ​ບອນ​ແລະ​ໂພ​ໄລ​ຮັບ​ມື​ກັບ​ສະຖານະການ​ທີ່​ເຄັ່ງ​ຕຶງ​ນີ້? ອອດ​ສະ​ບອນ​ບອກ​ວ່າ: “ການ​ປະກາດ​ກັບ​ພີ່​ນ້ອງ​ໃນ​ປະຊາຄົມ​ຈະ​ຊ່ວຍ​ເຮົາ​ຫຼາຍ​ແທ້ໆໃຫ້​ຈົດຈໍ່​ໃນ​ວຽກ​ຮັບໃຊ້​ແລະ​ຄິດ​ບວກ​ຢູ່​ສະເໝີ.” ແທນ​ທີ່​ຈະ​ນັ່ງ​ກັງວົນ​ຢູ່​ເຮືອນ ເຂົາ​ເຈົ້າ​ເລືອກ​ທີ່​ຈະ​ດຸ​ໝັ່ນ​ເຮັດ​ວຽກ​ຮັບໃຊ້​ຕໍ່ໆໄປ. ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ! ອອດ​ສະ​ບອນ​ເວົ້າ​ຕື່ມ​ອີກ​ວ່າ: “ເຮົາ​ໄປ​ທຸກ​ບ່ອນ​ເພື່ອ​ຈະ​ຫາ​ວຽກ​ແລະ​ໃນ​ທີ່​ສຸດ​ເຮົາ​ກໍ​ໄດ້​ວຽກ​ເຮັດ.”

ໄວ້​ວາງໃຈ​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ

19-21. (ກ) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ສະຫງົບ​ໃຈ? (ຂ) ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຖ້າ​ເຮົາ​ປັບ​ຕົວ​ຍອມ​ຮັບ​ການ​ປ່ຽນ​ແປງ​ທີ່​ບໍ່​ຄາດ​ຄິດ?

ການ​ທີ່​ເຮົາ​ປັບ​ຕົວ​ຍອມ​ຮັບ​ການ​ປ່ຽນ​ແປງ​ຈະ​ຊ່ວຍ​ໃຫ້​ເຮົາ​ສະໜິດ​ກັບ​ພະ​ເຢໂຫວາ​ແທ້ໆ

19 ຄື​ກັບ​ທີ່​ເຮົາ​ໄດ້​ເຫັນ ຖ້າ​ເຮົາ​ເຮັດ​ໃຫ້​ດີ​ທີ່​ສຸດ​ໃນ​ສະຖານະການ​ຂອງ​ເຮົາ​ແລະ​ໄວ້​ວາງໃຈ​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ ເຮົາ​ກໍ​ຈະ​ມີ​ຄວາມ​ສະຫງົບ​ໃຈ​ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກໍ​ຕາມ. (ອ່ານ​ມີເກ 7:7) ໃນ​ທີ່​ສຸດ ເຮົາ​ຈະ​ຮູ້​ວ່າ​ການ​ທີ່​ເຮົາ​ປັບ​ຕົວ​ຍອມ​ຮັບ​ການ​ປ່ຽນ​ແປງ​ຈະ​ຊ່ວຍ​ໃຫ້​ເຮົາ​ສະໜິດ​ກັບ​ພະ​ເຢໂຫວາ​ແທ້ໆ. ໂພ​ໄລ​ເວົ້າ​ວ່າ​ການ​ທີ່​ຕ້ອງ​ອອກ​ຈາກ​ເບເທນ​ສອນ​ລາວ​ວ່າ ການ​ໝາຍ​ເພິ່ງ​ພະ​ເຢໂຫວາ​ໃນ​ຍາມ​ທີ່​ຫຍຸ້ງຍາກ​ແມ່ນ​ໝາຍ​ເຖິງ​ຫຍັງ​ແທ້ໆ. ລາວ​ບອກ​ວ່າ: “ສາຍ​ສຳພັນ​ຂອງ​ຂ້ອຍ​ກັບ​ພະ​ເຢໂຫວາ​ແໜ້ນແຟ້ນ​ຫຼາຍ​ຂຶ້ນ.”

20 ມາລີ​ເຊິ່ງ​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ຍັງ​ຕ້ອງ​ເບິ່ງ​ແຍງ​ພໍ່​ທີ່​ສູງ​ອາຍຸ​ແລະ​ລາວ​ກໍ​ຍັງ​ເປັນ​ໄພໂອເນຍ. ລາວ​ບອກ​ວ່າ: “ຂ້ອຍ​ໄດ້​ຮຽນ​ຮູ້​ວ່າ​ເມື່ອ​ໃດ​ທີ່​ຂ້ອຍ​ກັງວົນ ຂ້ອຍ​ຕ້ອງ​ອະທິດຖານ​ທັນທີ​ແລະ​ພະຍາຍາມ​ເຮັດ​ໃຫ້​ໃຈ​ສະຫງົບ. ການ​ຝາກ​ເລື່ອງ​ຕ່າງໆໄວ້​ກັບ​ພະ​ເຢໂຫວາ​ເປັນ​ບົດຮຽນ​ທີ່​ສຳຄັນ​ທີ່​ສຸດ​ເທົ່າ​ທີ່​ຂ້ອຍ​ໄດ້​ຮຽນ​ຮູ້​ມາ ແລະ​ມັນ​ຍັງ​ຈຳເປັນ​ຫຼາຍ​ແທ້ໆໃນ​ອະນາຄົດ.”

21 ລອຍ​ແລະ​ອາເລັກຊັນດຣາ​ຍອມ​ຮັບ​ວ່າ​ການ​ປ່ຽນ​ແປງ​ທີ່​ເກີດ​ຂຶ້ນ​ໃນ​ຊີວິດ​ທົດ​ສອບ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ​ໃນ​ວິທີ​ທີ່​ບໍ່​ຄາດ​ຄິດ. ແຕ່​ການ​ທົດ​ສອບ​ເຫຼົ່າ​ນີ້​ຍັງ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ​ຄວາມ​ເຊື່ອ​ຂອງ​ຕົວ​ເອງ​ເປັນ​ແນວ​ໃດ. ຕອນ​ນີ້​ເຂົາ​ເຈົ້າ​ຮູ້​ແລ້ວ​ວ່າ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ​ເຂັ້ມແຂງ​ພໍ​ທີ່​ຈະ​ເຮັດ​ໃຫ້​ຮູ້ສຶກ​ສະບາຍ​ໃຈ​ເມື່ອ​ມີ​ບັນຫາ ແລະ​ຍັງ​ຊ່ວຍ​ໃຫ້​ຮູ້ສຶກ​ວ່າ​ເປັນ​ຄົນ​ທີ່​ດີ​ຂຶ້ນ.

ການ​ປ່ຽນ​ແປງ​ແບບ​ບໍ່​ຄາດ​ຄິດ​ອາດ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ພອນ​ແບບ​ຄາດ​ບໍ່​ເຖິງ (ເບິ່ງ​ຂໍ້ 19-21)

22. ເຮົາ​ສາມາດ​ໝັ້ນ​ໃຈ​ຫຍັງ​ໄດ້ ຖ້າ​ເຮົາ​ເຮັດ​ດີ​ທີ່​ສຸດ​ບໍ່​ວ່າ​ສະພາບການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ?

22 ໃນ​ລະບົບ​ນີ້ ຊີວິດ​ຂອງ​ເຮົາ​ອາດ​ປ່ຽນ​ແປງ​ກະທັນຫັນ​ໄດ້. ເຮົາ​ອາດ​ຖືກ​ປ່ຽນ​ວຽກ​ມອບ​ໝາຍ​ໃໝ່ ມີ​ບັນຫາ​ສຸຂະພາບ ຫຼື​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃໝ່​ໃນ​ຄອບຄົວ. ແຕ່​ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ເປັນ​ຫ່ວງ​ເຮົາ​ແລະ​ຈະ​ຊ່ວຍ​ເຮົາ​ເມື່ອ​ເຮົາ​ຕ້ອງການ. (ເຫບເລີ 4:16; 1 ເປໂຕ 5:6, 7) ຕອນ​ນີ້ ບໍ່​ວ່າ​ຊີວິດ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຂໍ​ໃຫ້​ເຮັດ​ໃຫ້​ດີ​ທີ່​ສຸດ. ໃຫ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ ແລະ​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງໃຈ​ພະອົງ​ສຸດ​ຫົວໃຈ. ການ​ເຮັດ​ແບບ​ນີ້ ບໍ່​ວ່າ​ສະພາບການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ ພະ​ເຢໂຫວາ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສະຫງົບ​ໃຈ.

^ ຂໍ້ 4 ຫຼາຍ​ປີ​ຕໍ່​ມາ ໂຢເຊບ​ໄດ້​ຕັ້ງ​ຊື່​ລູກ​ຊາຍ​ກົກ​ວ່າ​ມານາເຊ ເພາະ​ລາວ​ບອກ​ວ່າ: “ພະເຈົ້າ​ໄດ້​ໃຫ້​ເຮົາ​ລືມ​ຄວາມ​ລຳບາກ​ໝົດ​ສິ້ນ.” ລາວ​ເຂົ້າ​ໃຈ​ວ່າ​ລູກ​ຊາຍ​ເປັນ​ຂອງ​ຂວັນ​ທີ່​ພະ​ເຢໂຫວາ​ໃຫ້​ເພື່ອ​ປອບ​ໃຈ​ລາວ.—ຕົ້ນເດີມ 41:51