ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເວົ້າ​ແຕ່​ຄວາມ​ຈິງ

ເວົ້າ​ແຕ່​ຄວາມ​ຈິງ

“ທຸກ​ຄົນ​ຈົ່ງ​ປາກ [ຄວາມ]ຈິງ​ແກ່​ເພື່ອນ​ບ້ານ.”—ຊາກາລີ 8:16

ເພງ: 56, 124

1, 2. ຊາຕານ​ໄດ້​ເຮັດ​ຫຍັງ​ເພື່ອ​ທຳ​ຮ້າຍ​ມະນຸດ​ໃຫ້​ຫຼາຍ​ທີ່​ສຸດ?

ເຄື່ອງ​ປະດິດ​ສ້າງ​ຫຼາຍ​ຢ່າງ ເຊັ່ນ: ໂທລະສັບ ດອກ​ໄຟ ລົດ ແລະ​ຕູ້​ເຢັນ​ເຮັດ​ໃຫ້​ຊີວິດ​ຂອງ​ເຮົາ​ສະດວກ​ຂຶ້ນ. ສ່ວນ​ສິ່ງ​ອື່ນໆ ເຊັ່ນ: ລູກ​ປືນ ກັບ​ລະເບີດ ຢາ​ສູບ ແລະ​ລະເບີດ​ປະລະມານູ ສິ່ງ​ເຫຼົ່າ​ນີ້​ເປັນ​ອັນຕະລາຍ​ຫຼາຍ​ຕໍ່​ຊີວິດ. ແຕ່​ມີ​ບາງ​ສິ່ງ​ທີ່​ມີ​ມາ​ດົນ​ແລ້ວ​ກ່ອນ​ສິ່ງ​ເຫຼົ່າ​ນີ້ ແລະ​ມັນ​ກໍ​ທຳ​ຮ້າຍ​ມະນຸດ​ໄດ້​ຫຼາຍ​ທີ່​ສຸດ. ມັນ​ແມ່ນ​ຫຍັງ? ການ​ຕົວະ​ນັ້ນ​ເອງ! ການ​ຕົວະ​ແມ່ນ​ການ​ເວົ້າ​ບາງ​ສິ່ງ​ທີ່​ບໍ່​ແມ່ນ​ຄວາມ​ຈິງ ເພື່ອ​ໃຊ້​ຫຼອກ​ລວງ​ຄົນ​ອື່ນ. ໃຜ​ເປັນ​ຜູ້​ທຳອິດ​ທີ່​ເວົ້າ​ຕົວະ? ພະຍາມານ​ນັ້ນ​ເອງ! ພະ​ເຍຊູ​ຄລິດ​ເອີ້ນ​ມັນ​ວ່າ​ເປັນ “ພໍ່​ແຫ່ງ​ຄວາມ​ຕົວະ.” (ອ່ານ​ໂຢຮັນ 8:44) ຕອນ​ໃດ​ທີ່​ມັນ​ເວົ້າ​ຕົວະ​ເປັນ​ເທື່ອ​ທຳອິດ?

2 ຊາຕານ​ເປັນ​ຜູ້​ເວົ້າ​ຕົວະ​ເມື່ອ​ຫຼາຍ​ພັນ​ປີ​ທີ່​ຜ່ານ​ມາ​ໃນ​ສວນ​ເອເດນ. ອາດາມ​ແລະ​ເອວາ​ໃຊ້​ຊີວິດ​ຢ່າງ​ມີ​ຄວາມ​ສຸກ​ໃນ​ສວນ​ອຸທິຍານ​ທີ່​ສວຍ​ງາມ​ທີ່​ພະ​ເຢໂຫວາ​ໄດ້​ສ້າງ​ໄວ້​ໃຫ້​ເຂົາ​ເຈົ້າ​ຢູ່. ແຕ່​ພະເຈົ້າ​ບອກ​ເຂົາ​ເຈົ້າ​ວ່າ​ຖ້າ​ພວກ​ເຈົ້າ​ກິນ​ໝາກ​ໄມ້ “ແຕ່​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ການ​ດີ​ແລະ​ຊົ່ວ” ພວກ​ເຈົ້າ​ຈະ​ຕາຍ. ເຖິງ​ວ່າ​ຊາຕານ​ຈະ​ຮູ້​ເລື່ອງ​ນີ້ ແຕ່​ມັນ​ກໍ​ຍັງ​ໃຊ້​ງູ​ມາ​ບອກ​ເອວາ​ວ່າ: “ພວກ​ເຈົ້າ​ຈະ​ບໍ່​ຕາຍ​ດອກ.” ນີ້​ເປັນ​ຄຳ​ຕົວະ​ເທື່ອ​ທຳອິດ. ຊາຕານ​ຍັງ​ເວົ້າ​ອີກ​ວ່າ: “ພະເຈົ້າ​ຮູ້​ຢູ່​ວ່າ​ພວກ​ເຈົ້າ​ຫາກ​ກິນ​ໝາກ​ໄມ້​ນັ້ນ​ໃນ​ວັນ​ໃດ ຕາ​ຂອງ​ພວກ​ເຈົ້າ​ຈະ​ມືນ​ແຈ້ງ​ຂຶ້ນ​ໃນ​ວັນ​ນັ້ນ ແລະ​ພວກ​ເຈົ້າ​ຈະ​ເປັນ​ເໝືອນ​ພະເຈົ້າ ຮູ້ຈັກ​ການ​ດີ​ແລະ​ຊົ່ວ.”—ຕົ້ນເດີມ 2:15-17; 3:1-5

3. ເປັນ​ຫຍັງ​ຄຳ​ຕົວະ​ຂອງ​ຊາຕານ​ມີ​ຈຸດ​ປະສົງ​ຮ້າຍ ແລະ​ມີ​ຫຍັງ​ເກີດ​ຂຶ້ນ​ຕາມ​ມາ?

3 ຄຳ​ຕົວະ​ຂອງ​ຊາຕານ​ມີ​ຈຸດ​ປະສົງ​ຮ້າຍ​ຍ້ອນ​ມັນ​ຮູ້​ວ່າ​ຖ້າ​ເອວາ​ເຊື່ອ​ຟັງ​ມັນ​ແລ້ວ​ກິນ​ໝາກ​ໄມ້ ເອວາ​ກໍ​ຈະ​ຕາຍ. ສິ່ງ​ນັ້ນ​ກໍ​ເກີດ​ຂຶ້ນ​ແທ້ໆ ເມື່ອ​ອາດາມ​ແລະ​ເອວາ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ ໃນ​ທີ່​ສຸດ​ເຂົາ​ເຈົ້າ​ກໍ​ຕາຍ. (ຕົ້ນເດີມ 3:6; 5:5) ແຮ່ງ​ຮ້າຍ​ກວ່າ​ນັ້ນ​ອີກ ຍ້ອນ​ບາບ​ຂອງ​ອາດາມ “ຄວາມ​ຕາຍ​ໄດ້​ມາ​ຖືກ​ຄົນ​ທັງ​ປວງ.” ທີ່​ຈິງ “ຄວາມ​ຕາຍ​ໄດ້​ຄຸ້ມຄອງ . . . ເທິງ​ຄົນ​ທັງ​ປວງ​ທີ່​ບໍ່​ໄດ້​ຜິດ​ຕາມ​ຢ່າງ​ຄວາມ​ຜິດ​ຂອງ​ທ່ານ​ອາດາມ.” (ໂລມ 5:12, 14) ຍ້ອນ​ແນວ​ນີ້ ພວກ​ເຮົາ​ຈຶ່ງ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ແລະ​ບໍ່​ໄດ້​ມີ​ຊີວິດ​ຕະຫຼອດ​ໄປ​ຄື​ກັບ​ທີ່​ພະເຈົ້າ​ຢາກ​ໃຫ້​ເປັນ. ກົງ​ກັນ​ຂ້າມ ຊີວິດ​ຂອງ​ເຮົາ​ມີ​ພຽງ​ແຕ່ “70 ປີ ຖ້າ​ແຂງແຮງ​ຫຼາຍ​ກໍ​ຢູ່​ໄດ້​ເຖິງ 80 ປີ” ແລະ​ຊີວິດ​ກໍ “ເຕັມ​ໄປ​ດ້ວຍ​ຄວາມ​ລຳບາກ​ແລະ​ຄວາມ​ທຸກ.” (ຄຳເພງ 90:10, ລ.ມ.) ສິ່ງ​ທີ່​ເກີດ​ຂຶ້ນ​ທັງ​ໝົດ​ນີ້​ກໍ​ເປັນ​ຍ້ອນ​ຄຳ​ຕົວະ​ຂອງ​ຊາຕານ!

4. (ກ) ມີ​ຄຳຖາມ​ຫຍັງ​ທີ່​ເຮົາ​ຕ້ອງ​ຮູ້​ຄຳຕອບ? (ຂ) ໃນ​ຄຳເພງ 15:1, 2 ບອກ​ວ່າ​ຄົນ​ແບບ​ໃດ​ທີ່​ຈະ​ໄດ້​ເປັນ​ໝູ່​ກັບ​ພະ​ເຢໂຫວາ?

4 ພະ​ເຍຊູ​ບອກ​ວ່າ​ຊາຕານ “ບໍ່​ໄດ້​ຕັ້ງ​ຢູ່​ໃນ​ຄວາມ​ຈິງ ເຫດ​ວ່າ​ຄວາມ​ຈິງ​ໃນ​ມັນ​ກໍ​ບໍ່​ມີ” ແລະ​ມັນ​ກໍ​ບໍ່​ປ່ຽນ​ໄປ ມັນ​ຍັງ “ລໍ້​ລວງ​ທົ່ວ​ແຜ່ນດິນ​ໂລກ​ທີ່​ຄົນ​ອາໄສ” ດ້ວຍ​ຄຳ​ຕົວະ​ຂອງ​ມັນ. (ຄຳປາກົດ 12:9) ແຕ່​ເຮົາ​ບໍ່​ຢາກ​ໃຫ້​ຊາຕານ​ຫຼອກ​ລວງ​ເຮົາ ດັ່ງ​ນັ້ນ ເຮົາ​ຕ້ອງ​ຮູ້​ຄຳຕອບ​ຂອງ 3 ຄຳຖາມ​ຄື: ຊາຕານ​ຫຼອກ​ລວງ​ຜູ້​ຄົນ​ແນວ​ໃດ​ໃນ​ທຸກ​ມື້​ນີ້? ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ເວົ້າ​ຕົວະ? ເຮົາ​ຈະ​ເປັນ​ຄົນ​ເວົ້າ​ຄວາມ​ຈິງ​ສະເໝີ​ໄດ້​ແນວ​ໃດ ເພື່ອ​ຈະ​ບໍ່​ສູນ​ເສຍ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ຄື​ກັບ​ທີ່​ອາດາມ​ແລະ​ເອວາ​ໄດ້​ເຮັດ?—ອ່ານ​ຄຳເພງ 15:1, 2

ຊາຕານ​ຫຼອກ​ລວງ​ມະນຸດ​ແນວ​ໃດ

5. ຊາຕານ​ໃຊ້​ວິທີ​ໃດ​ເພື່ອ​ຫຼອກ​ລວງ​ຜູ້​ຄົນ​ໃນ​ທຸກ​ມື້​ນີ້?

5 ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ບໍ່​ໃຫ້​ຊາຕານ​ຫຼອກ​ເຮົາ. ອັກຄະສາວົກ​ໂປໂລ​ບອກ​ວ່າ: “ພວກ​ເຮົາ​ຮູ້​ແຜນການ​ຂອງ​ມັນ​ແລ້ວ.” (2 ໂກລິນໂທ 2:11, ທ.ປ.) ເຮົາ​ຮູ້​ວ່າ​ຊາຕານ​ຄວບຄຸມ​ໂລກ​ນີ້​ທັງ​ໝົດ ເຊິ່ງ​ລວມ​ເຖິງ​ສາສະໜາ​ປອມ ລັດຖະບານ​ທີ່​ເສື່ອມຊາມ ແລະ​ທຸລະກິດ​ທີ່​ເຫັນ​ແກ່​ໄດ້. (1 ໂຢຮັນ 5:19) ດັ່ງ​ນັ້ນ ເຮົາ​ຈຶ່ງ​ບໍ່​ແປກ​ໃຈ​ທີ່​ຊາຕານ​ແລະ​ພວກ​ຂອງ​ມັນ​ມີ​ອິດທິພົນ​ເຮັດ​ໃຫ້​ຜູ້​ຄົນ “ເວົ້າ​ຕົວະ.” (1 ຕີໂມເຕ 4:1, 2) ຕົວຢ່າງ: ນັກ​ທຸລະກິດ​ບາງ​ຄົນ​ໃຊ້​ການ​ໂຄສະນາ​ເກີນ​ຈິງ​ເພື່ອ​ຫຼອກ​ລວງ​ຜູ້​ຄົນ​ໃຫ້​ຊື້​ສິນ​ຄ້າ​ທີ່​ອັນຕະລາຍ ແລະ​ເຂົາ​ເຈົ້າ​ກໍ​ໄດ້​ເງິນ​ຫຼາຍໆ.

6, 7. (ກ) ເປັນ​ຫຍັງ​ການ​ຕົວະ​ຂອງ​ຜູ້​ນຳ​ສາສະໜາ​ຈຶ່ງ​ຊົ່ວ​ຮ້າຍ​ຫຼາຍ? (ຂ) ເລື່ອງ​ຕົວະ​ຫຍັງ​ແດ່​ທີ່​ເຈົ້າ​ເຄີຍ​ໄດ້​ຍິນ​ຜູ້​ນຳສາສະໜາ​ສອນ?

6 ການ​ຕົວະ​ຂອງ​ຜູ້​ນຳ​ສາສະໜາ​ເປັນ​ການ​ຕົວະ​ຊົ່ວ​ຮ້າຍ​ຫຼາຍ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ຖ້າ​ມີ​ບາງ​ຄົນ​ເຊື່ອ​ຄຳ​ສອນ​ຕົວະ​ແລະ​ເຮັດ​ສິ່ງ​ທີ່​ພະເຈົ້າ​ກຽດ​ຊັງ ຄົນ​ນັ້ນ​ກໍ​ຈະ​ສູນ​ເສຍ​ຊີວິດ​ຕະຫຼອດ​ໄປ. (ໂອເຊ 4:9) ພະ​ເຍຊູ​ຮູ້​ວ່າ​ພວກ​ຜູ້​ນຳ​ສາສະໜາ​ໃນ​ສະໄໝ​ຂອງ​ເພິ່ນ​ກໍ​ຫຼອກ​ລວງ​ຜູ້​ຄົນ. ພະອົງ​ເວົ້າ​ຢ່າງ​ໜັກແໜ້ນ​ວ່າ: “ພວກ​ຄູ​ສອນ​ສາສະໜາ​ແລະ​ຟາລິຊຽນ ພວກ​ຄົນ​ຫຼອກ​ລວງ ພວກ​ເຈົ້າ​ຕ້ອງ​ຮັບ​ໂທດ​ໜັກ​ແທ້ໆ ເພາະ​ເຈົ້າ​ມັກ​ເດີນ​ທາງ​ໄປ​ທົ່ວ​ທັງ​ທາງ​ບົກ​ແລະ​ທາງ​ທະເລ​ເພື່ອ​ຈະ​ໄດ້​ຈັກ​ຄົນ​ໜຶ່ງ​ມາ​ເຂົ້າ​ສາສະໜາ ແຕ່​ເມື່ອ​ໄດ້​ມາ​ແລ້ວ ກໍ​ເຮັດ​ໃຫ້​ຄົນ​ນັ້ນ​ຕ້ອງ​ໄດ້​ຮັບ​ໂທດ​ໃນ​ເກເຮນນາ” ເຊິ່ງ​ເປັນ​ການ​ທຳລາຍ​ຕະຫຼອດ​ໄປ. (ມັດທາຍ 23:15, ລ.ມ.) ພະ​ເຍຊູ​ບອກ​ວ່າ​ພວກ​ຜູ້​ນຳ​ສາສະໜາ​ປອມ​ເຫຼົ່າ​ນັ້ນ​ເປັນ​ຄື​ກັບ​ພະຍາມານ ພໍ່​ຂອງ​ເຂົາ​ເຈົ້າ​ເຊິ່ງ “ເປັນ​ຜູ້​ຂ້າ​ຄົນ.”—ໂຢຮັນ 8:44

7 ໃນ​ສະໄໝ​ຂອງ​ເຮົາ​ກໍ​ມີ​ຜູ້​ນຳ​ສາສະໜາ​ຫຼາຍ​ຄື​ກັນ. ຄົນ​ເຫຼົ່າ​ນີ້​ຖືກ​ເອີ້ນ​ວ່າ: ອາຈານ ນັກ​ເທດ ລັບ​ບີ້ ຫຼື​ອື່ນໆ. ຄື​ກັບ​ພວກ​ຟາລິຊຽນ ເຂົາ​ເຈົ້າ​ບໍ່​ໄດ້​ສອນ​ຄວາມ​ຈິງ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ ແຕ່​ເຂົາ​ເຈົ້າ “ໄດ້​ເອົາ​ຄວາມ​ຈິງ​ຂອງ​ພະເຈົ້າ​ປ່ຽນ​ເປັນ​ຄຳ​ຕົວະ.” (ໂລມ 1:18, 25) ຄຳ​ຕົວະ​ບາງ​ຢ່າງ​ຂອງ​ເຂົາ​ເຈົ້າ​ແມ່ນ​ໄຟ​ນະ​ລົກ ມະນຸດ​ມີ​ວິນຍານ​ອະມະຕະ ວຽນ​ວາຍ​ຕາຍ​ເກີດ ແລະ​ພະເຈົ້າ​ຍອມ​ຮັບ​ຮູບ​ແບບ​ຊີວິດ​ຂອງ​ຄົນ​ຮັກ​ຮ່ວມ​ເພດ​ແລະ​ການ​ແຕ່ງ​ດອງ​ຂອງ​ຄົນ​ເພດ​ດຽວ​ກັນ.

8. ໃນ​ອີກ​ບໍ່​ດົນ​ພວກ​ຜູ້​ນຳ​ທາງ​ການ​ເມືອງ​ຈະ​ຕົວະ​ເລື່ອງ​ຫຍັງ? ແຕ່​ເຮົາ​ຄວນ​ມີ​ທ່າທີ​ແນວ​ໃດ?

8 ພວກ​ນັກ​ການ​ເມືອງ​ກໍ​ຄື​ກັນ ເຂົາ​ເຈົ້າ​ເວົ້າ​ຕົວະ​ຫຼອກ​ລວງ​ປະຊາຊົນ. ຄຳ​ຕົວະ​ອີກ​ຢ່າງ​ໜຶ່ງ​ທີ່​ໃຫຍ່​ທີ່​ສຸດ​ທີ່​ເຂົາ​ເຈົ້າ​ຈະ​ເວົ້າ​ໃນ​ອີກ​ບໍ່​ດົນ​ຄື ຈະ​ນຳ “ສະຫງົບ​ສຸກ​ແລະ​ປອດໄພ” ມາ​ສູ່​ໂລກ ແລະ​ເມື່ອ​ໃດ​ທີ່​ເຂົາ​ເຈົ້າ​ເຮັດ​ແບບ​ນັ້ນ “ຄວາມ​ພິນາດ​ຈະ​ເກີດ​ກັບ​ພວກ​ເຂົາ​ທັນທີ​ໂດຍ​ບໍ່​ທັນ​ຮູ້​ຕົວ.” ດັ່ງ​ນັ້ນ ເຮົາ​ບໍ່​ຄວນ​ເຊື່ອ​ພວກ​ຜູ້​ນຳ​ທາງ​ການ​ເມືອງ​ເຫຼົ່າ​ນັ້ນ​ທີ່​ເວົ້າ​ວ່າ​ສິ່ງ​ຕ່າງໆກຳລັງ​ດີ​ຂຶ້ນ. ຄວາມ​ຈິງ​ຄື​ເຮົາ “ຮູ້​ດີ​ວ່າ​ວັນ​ຂອງ​ພະ​ເຢໂຫວາ​ຈະ​ມາ​ເໝືອນ​ຂະໂມຍ​ທີ່​ມາ​ຕອນ​ກາງຄືນ.”—1 ເທຊະໂລນີກ 5:1-4, ລ.ມ.

ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ຕົວະ

9, 10. (ກ) ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ເວົ້າ​ຕົວະ ແລະ​ຜົນ​ທີ່​ຕາມ​ມາ​ແມ່ນຫຍັງ? (ຂ) ເຮົາ​ຄວນ​ຈື່​ຫຍັງ​ໄວ້​ກ່ຽວ​ກັບ​ພະ​ເຢໂຫວາ?

9 ທຸກ​ມື້​ນີ້ ບໍ່​ແມ່ນ​ແຕ່​ຜູ້​ມີ​ອຳນາດ​ເທົ່າ​ນັ້ນ​ທີ່​ເວົ້າ​ຕົວະ. ບົດ​ຄວາມ​ໜຶ່ງ​ທີ່​ຊື່ “ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ຕົວະ?” ຂອງ​ຍຸທິຈິດ ພັດ​ຕາ​ຊາ​ຈີ​ບອກ​ວ່າ: “ການ​ຕົວະ​ເປັນ​ນິດໄສ​ທີ່​ຝັງ​ແໜ້ນ​ເຊິ່ງ​ມີ​ໃນ​ຕົວ​ມະນຸດ.” ເວົ້າ​ອີກ​ຢ່າງ​ໜຶ່ງ​ຄື ຜູ້​ຄົນ​ຄິດ​ວ່າ​ມັນ​ເປັນ​ເລື່ອງ​ທຳມະດາ​ທີ່​ຈະ​ເວົ້າ​ຕົວະ. ຜູ້​ຄົນ​ມັກ​ຕົວະ​ເລື້ອຍໆເພື່ອ​ປົກ​ປ້ອງ​ຕົວ​ເອງ ບາງ​ເທື່ອ​ກໍ​ປົກ​ປິດ​ຂໍ້​ຜິດ​ພາດ​ຫຼື​ຄວາມ​ຜິດ​ຮ້າຍແຮງ. ເຂົາ​ເຈົ້າ​ຍັງ​ຕົວະ​ໃນ​ວິທີ​ຕ່າງໆເພື່ອ​ຈະ​ໄດ້​ເງິນ ຫຼື​ຜົນ​ປະໂຫຍດ​ສຳລັບ​ຕົວ​ເອງ. ບົດ​ຄວາມ​ຂອງ​ຍຸທິຈິດ​ຍັງ​ບອກ​ອີກ​ວ່າ​ການ​ເວົ້າ​ຕົວະ​ເປັນ​ເລື່ອງ​ທຳມະດາ​ສຳລັບ​ບາງ​ຄົນ “ທີ່​ຈະ​ຕົວະ​ຄົນ​ແປກ​ໜ້າ ເພື່ອນ​ຮ່ວມ​ງານ ໝູ່​ເພື່ອນ ແລະ​ຄົນ​ຮັກ.”

ເຖິງ​ວ່າ​ຄົນ​ເຮົາ​ຈະ​ຫຼອກ​ລວງ​ຄົນ​ອື່ນ​ໄດ້ ແຕ່​ເຂົາ​ເຈົ້າ​ບໍ່​ມີ​ທາງ​ຫຼອກ​ລວງ​ພະ​ເຢໂຫວາ​ໄດ້

10 ຜົນ​ຂອງ​ການ​ຕົວະ​ທັງ​ໝົດ​ເປັນ​ແນວ​ໃດ? ຜົນ​ກໍ​ຄື​ມັນ​ໄດ້​ທຳລາຍ​ສາຍ​ສຳພັນ​ແລະ​ເຮັດ​ໃຫ້​ບໍ່​ເຊື່ອ​ໃຈ​ກັນ​ອີກ​ຕໍ່​ໄປ. ຕົວຢ່າງ: ລອງ​ນຶກ​ພາບ​ຜົວ​ທີ່​ສັດ​ຊື່​ຈະ​ຮູ້ສຶກ​ເສຍໃຈ​ຫຼາຍ​ສໍ່າ​ໃດ ຖ້າ​ຮູ້​ວ່າ​ເມຍ​ຂອງ​ລາວ​ໄປ​ລັກ​ມີ​ຊູ້​ແລະ​ເວົ້າ​ຕົວະ​ເພື່ອ​ປິດ​ບັງ​ເລື່ອງ​ນີ້​ໄວ້. ຫຼື​ລອງ​ຄິດ​ເບິ່ງ​ວ່າ​ມັນ​ຈະ​ຮ້າຍແຮງ​ສໍ່າ​ໃດ ຖ້າ​ຜູ້​ຊາຍ​ຄົນ​ໜຶ່ງ​ເຮັດ​ບໍ່​ດີ​ຕໍ່​ລູກ​ຕໍ່​ເມຍ​ຕອນ​ຢູ່​ບ້ານ ແຕ່​ເມື່ອ​ຢູ່​ຕໍ່​ໜ້າ​ຄົນ​ອື່ນ​ກໍ​ເຮັດ​ທຳ​ທ່າ​ວ່າ​ຮັກ​ແລະ​ເປັນ​ຫ່ວງ​ລູກ​ເມຍ. ເຖິງ​ວ່າ​ຄົນ​ແບບ​ນັ້ນ​ຈະ​ຫຼອກ​ລວງ​ຄົນ​ອື່ນ​ໄດ້ ແຕ່​ເຮົາ​ຄວນ​ຈື່​ໄວ້​ວ່າ​ເຂົາ​ເຈົ້າ​ບໍ່​ມີ​ທາງ​ຫຼອກ​ລວງ​ພະ​ເຢໂຫວາ​ໄດ້. ຄຳພີ​ໄບເບິນ​ບອກ​ວ່າ: “ສັບພະ​ທຸກ​ສິ່ງ​ເປືອຍ​ຕົວ​ແລະ​ປາກົດ​ແຈ້ງ” ຕໍ່​ໜ້າ​ພະ​ເຢໂຫວາ.—ເຫບເລີ 4:13

11. ຕົວຢ່າງ​ທີ່​ບໍ່​ດີ​ຂອງ​ອານາເນຍ​ແລະ​ສະຟີລາ​ສອນ​ພວກ​ເຮົາ​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

11 ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ສອງ​ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ເຮັດ​ຄື​ກັບ​ຊາຕານ​ທີ່​ຕົວະ​ພະເຈົ້າ. ອານາເນຍ​ແລະ​ສະຟີລາ​ພະຍາຍາມ​ຫຼອກ​ລວງ​ພວກ​ອັກຄະສາວົກ. ເຂົາ​ເຈົ້າ​ໄດ້​ຂາຍ​ຊັບ​ສິນ​ບາງ​ຢ່າງ​ແລະ​ແບ່ງ​ເງິນ​ບາງ​ສ່ວນ​ໄປ​ບໍລິຈາກ​ໃຫ້​ພວກ​ອັກຄະສາວົກ. ເນື່ອງ​ຈາກ​ອານາເນຍ​ແລະ​ສະຟີລາ​ຢາກ​ໄດ້​ໜ້າ​ໄດ້​ຕາ​ໃນ​ປະຊາຄົມ ເຂົາ​ເຈົ້າ​ກໍ​ເລີຍ​ບອກ​ພວກ​ອັກຄະສາວົກ​ວ່າ​ນີ້​ແມ່ນ​ເງິນ​ທັງ​ໝົດ​ທີ່​ເອົາ​ມາ​ບໍລິຈາກ. ແຕ່​ພະ​ເຢໂຫວາ​ຮູ້​ວ່າ​ເຂົາ​ເຈົ້າ​ເວົ້າ​ຕົວະ ແລະ​ພະອົງ​ກໍ​ໄດ້​ລົງໂທດ​ເຂົາ​ເຈົ້າ.—ກິດຈະການ 5:1-10

12. ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ທີ່​ເວົ້າ​ຕົວະ​ແບບ​ມີ​ຈຸດ​ປະສົງ​ຮ້າຍ​ທີ່​ບໍ່​ກັບ​ໃຈ ແລະ​ຍ້ອນ​ຫຍັງ?

12 ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ຄົນ​ທີ່​ເວົ້າ​ຕົວະ? ທຸກ​ຄົນ​ທີ່​ເວົ້າ​ຕົວະ​ແບບ​ມີ​ຈຸດ​ປະສົງ​ຮ້າຍ​ແລະ​ບໍ່​ກັບ​ໃຈ​ຈະ​ມີ​ຈຸດ​ຈົບ​ຄື​ກັບ​ຊາຕານ​ທີ່​ຈະ​ຖືກ “ຖິ້ມ​ລົງ​ໃນ​ບຶງ​ໄຟ.” ເຊິ່ງ​ກໍ​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ຈະ​ຖືກ​ທຳລາຍ​ຕະຫຼອດ​ໄປ. (ຄຳປາກົດ 20:10; 21:8; ຄຳເພງ 5:6) ຍ້ອນ​ຫຍັງ? ຍ້ອນ​ວ່າ​ພະ​ເຢໂຫວາ​ເບິ່ງ​ຄົນ​ທີ່​ເວົ້າ​ຕົວະ​ແບບ​ນັ້ນ​ຄື​ກັບ​ເບິ່ງ​ຄົນ​ອື່ນໆ “ທີ່​ເຮັດ​ຕົວ​ຄື​ໝາ” ເຊິ່ງ​ກໍ​ຄື ຄົນ​ທີ່​ເຮັດ​ສິ່ງ​ທີ່​ໜ້າ​ລັງກຽດ​ໃນ​ສາຍຕາ​ພະເຈົ້າ.—ຄຳປາກົດ 22:15, ລ.ມ.

13. ເຮົາ​ໄດ້​ຮູ້​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ ແລະ​ການ​ທີ່​ຮູ້​ເລື່ອງ​ນີ້​ກະຕຸ້ນ​ເຮົາ​ໃຫ້​ລົງ​ມື​ເຮັດ​ຫຍັງ?

13 ເຮົາ​ຮູ້​ວ່າ​ພະ​ເຢໂຫວາ “ບໍ່​ເປັນ​ຄົນ​ຈຶ່ງ​ຈະ​ເວົ້າ​ຕົວະ” ແລະ “ພະເຈົ້າ​ຈະ​ເວົ້າ​ຕົວະ​ບໍ່​ໄດ້.” (ຈົດເຊັນບັນຊີ 23:19; ເຫບເລີ 6:18) “ພະ​ເຢໂຫວາ​ກຽດ​ຊັງ . . . ລີ້ນ​ທີ່​ເວົ້າ​ບໍ່​ຈິງ.” (ສຸພາສິດ 6:16, 17) ຖ້າ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຮົາ​ຕ້ອງ​ເວົ້າ​ແຕ່​ຄວາມ​ຈິງ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ “ຢ່າ​ເວົ້າ​ຕົວະ​ກັນ​ແລະ​ກັນ.”—ໂກໂລດ 3:9

ເຮົາ ‘ປາກ​ຄວາມ​ຈິງ’

14. (ກ) ອັນ​ໃດ​ເຮັດ​ໃຫ້​ຄລິດສະຕຽນ​ແທ້​ແຕກຕ່າງ​ຈາກ​ສະມາຊິກ​ຂອງ​ສາສະໜາ​ປອມ? (ຂ) ຂໍ​ໃຫ້​ອະທິບາຍ​ຫຼັກ​ການ​ໃນ​ລືກາ 6:45?

14 ສິ່ງ​ໜຶ່ງ​ທີ່​ຄລິດສະຕຽນ​ແທ້​ແຕກຕ່າງ​ຈາກ​ສະມາຊິກ​ຂອງ​ສາສະໜາ​ປອມ​ແມ່ນ​ຫຍັງ? ເຮົາ ‘ປາກ​ຄວາມ​ຈິງ.’ (ອ່ານ​ຊາກາລີ 8:16, 17) ໂປໂລ​ບອກ​ວ່າ: “ພວກ​ເຮົາ​ໄດ້​ຍົກ​ຍໍ​ເຮົາ​ເອງ​ເໝືອນ​ເປັນ​ຂ້າ​ໃຊ້​ຂອງ​ພະເຈົ້າ . . . ດ້ວຍ​ຖ້ອຍຄຳ​ແຫ່ງ​ຄວາມ​ຈິງ.” (2 ໂກລິນໂທ 6:4, 7) ພະ​ເຍຊູ​ບອກ​ວ່າ​ຄົນ​ທີ່​ມີ “ໃຈ​ເຕັມ​ໄປ​ດ້ວຍ​ສິ່ງ​ຢ່າງ​ໃດ” ກໍ​ຈະ​ເວົ້າ​ອອກ​ມາ​ຢ່າງ​ນັ້ນ. (ລືກາ 6:45) ນີ້​ໝາຍ​ຄວາມ​ວ່າ​ຄົນ​ທີ່​ມີ​ໃຈ​ສັດ​ຊື່​ຈະ​ເວົ້າ​ຄວາມ​ຈິງ. ລາວ​ຈະ​ເວົ້າ​ຄວາມ​ຈິງ​ກັບ​ຄົນ​ແປກ​ໜ້າ ເພື່ອນ​ຮ່ວມ​ງານ ໝູ່​ເພື່ອນ ແລະ​ຄົນ​ຮັກ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ສາມາດ​ເປັນ​ຄົນ​ສັດ​ຊື່​ໃນ​ທຸກ​ສິ່ງ.

ເຈົ້າ​ເຫັນ​ບໍ ຊີວິດ​ຂອງ​ພີ່​ນ້ອງ​ຍິງ​ຄົນ​ນີ້​ມີ​ບັນຫາ​ຫຍັງ? (ເບິ່ງ​ຂໍ້ 15, 16)

15. (ກ) ເປັນ​ຫຍັງ​ມັນ​ຈຶ່ງ​ບໍ່​ດີ​ທີ່​ຈະ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ? (ຂ) ອັນ​ໃດ​ຈະ​ຊ່ວຍ​ໃຫ້​ໄວ​ລຸ້ນ​ເອົາ​ຊະນະ​ຄວາມ​ກົດ​ດັນຈາກ​ຄົນ​ລຸ້ນ​ດຽວ​ກັນ? (ເບິ່ງ​ໄຂ​ເງື່ອນ)

15 ຖ້າ​ເຈົ້າ​ເປັນ​ໄວ​ລຸ້ນ ເຈົ້າ​ອາດ​ຢາກ​ໃຫ້​ຄົນ​ລຸ້ນ​ດຽວ​ກັນ​ຍອມ​ຮັບ​ເຈົ້າ. ຍ້ອນ​ມີ​ຄວາມ​ຕ້ອງການ​ແບບ​ນີ້ ໄວ​ລຸ້ນ​ບາງ​ຄົນ​ຈຶ່ງ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ. ເຂົາ​ເຈົ້າ​ເຮັດ​ຕົວ​ເປັນ​ຄົນ​ດີ​ຕອນ​ທີ່​ຢູ່​ກັບ​ຄອບຄົວ​ແລະ​ພີ່​ນ້ອງ​ໃນ​ປະຊາຄົມ ແຕ່​ຕອນ​ທີ່​ໃຊ້​ສື່​ສັງຄົມ​ອອນ​ລາຍ ຫຼື​ຕອນ​ຢູ່​ກັບ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ພັດ​ເປັນ​ຄົນ​ລະ​ຄົນ. ເຂົາ​ເຈົ້າ​ອາດ​ໃຊ້​ພາສາ​ທີ່​ບໍ່​ສຸພາບ ນຸ່ງ​ເຄື່ອງ​ບໍ່​ຮຽບຮ້ອຍ ຟັງ​ເພງ​ທີ່​ມີ​ເນື້ອ​ຫາ​ທີ່​ບໍ່​ດີ ເມົາ​ເຫຼົ້າ ໃຊ້​ຢາເສບຕິດ ລັກ​ມີ​ແຟນ ຫຼື​ເຮັດ​ສິ່ງ​ທີ່​ບໍ່​ດີ​ອື່ນໆ. ການ​ເຮັດ​ແບບ​ນີ້​ເຂົາ​ເຈົ້າ​ກໍ​ກຳລັງ​ຕົວະ​ພໍ່​ແມ່ ຕົວະ​ພີ່​ນ້ອງ ແລະ​ຕົວະ​ພະ​ເຢໂຫວາ. (ຄຳເພງ 26:4, 5) ແຕ່​ພະ​ເຢໂຫວາ​ຮູ້​ເມື່ອ​ເຮົາ​ທຳ​ທ່າ​ນັບຖື​ພະອົງ ແລະ​ກໍ​ຍັງ​ເຮັດ​ສິ່ງ​ທີ່​ພະອົງ​ກຽດ​ຊັງ. (ມາລະໂກ 7:6) ຄື​ຊິ​ດີ​ຫຼາຍ​ຖ້າ​ເຮົາ​ເຮັດ​ຕາມ​ທີ່​ສຸພາສິດ​ບອກ​ທີ່​ວ່າ: “ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ຫຶງສາ​ຄົນ​ຮ້າຍ​ທັງ​ຫຼາຍ ແຕ່​ວ່າ​ຈົ່ງ​ຢ້ານຢຳ​ພະ​ເຢໂຫວາ​ໝົດ​ວັນ.”—ສຸພາສິດ 23:17 * (ເບິ່ງ​ໄຂ​ເງື່ອນ)

16. ເຮົາ​ຕ້ອງ​ຕອບ​ແນວ​ໃດ​ເມື່ອ​ຂຽນ​ຂໍ້​ມູນ​ລົງ​ໃນ​ໃບ​ສະໝັກ​ເພື່ອ​ຮັບໃຊ້​ເຕັມ​ເວລາ​ປະເພດ​ພິເສດ?

16 ຖ້າ​ເຈົ້າ​ຕ້ອງການ​ຈະ​ຮັບໃຊ້​ເປັນ​ໄພໂອເນຍ​ປະຈຳ​ຫຼື​ເປັນ​ຜູ້​ຮັບໃຊ້​ເຕັມ​ເວລາ​ປະເພດ​ພິເສດ​ເຊັ່ນ​ຢູ່​ທີ່​ເບເທນ ເຈົ້າ​ຕ້ອງ​ຂຽນ​ຂໍ້​ມູນ​ລົງ​ໃນ​ໃບ​ສະໝັກ. ເປັນ​ສິ່ງ​ສຳຄັນ​ຫຼາຍ​ທີ່​ເຈົ້າ​ຈະ​ໃຫ້​ຄຳຕອບ​ທີ່​ກົງ​ກັບ​ຄຳຖາມ​ກ່ຽວ​ກັບ​ສຸຂະພາບ ຄວາມ​ບັນເທີງ​ທີ່​ເຈົ້າ​ເລືອກ ແລະ​ສິນລະທຳ​ຂອງ​ເຈົ້າ (ເຫບເລີ 13:18) ແຕ່​ຖ້າ​ເຮົາ​ໄດ້​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ​ແລະ​ບາງ​ສິ່ງ​ທີ່​ລົບກວນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ ແລ້ວ​ຍັງ​ບໍ່​ໄດ້​ບອກ​ເລື່ອງ​ນີ້​ກັບ​ຜູ້​ເຖົ້າ​ແກ່​ເດ? ໃຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເຂົາ​ເຈົ້າ​ເພື່ອ​ເຈົ້າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ສະອາດ.—ໂລມ 9:1; ຄາລາຊີ 6:1

17. ເຮົາ​ຄວນ​ເຮັດ​ແນວ​ໃດ​ເມື່ອ​ຖືກ​ເຈົ້າ​ໜ້າ​ທີ່​ສອບ​ສວນ​ໃນ​ເລື່ອງ​ກ່ຽວ​ກັບ​ພີ່​ນ້ອງ​ຂອງ​ເຮົາ?

17 ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ວຽກ​ຮັບໃຊ້​ໃນ​ເຂດ​ທີ່​ເຈົ້າ​ອາໄສ​ຢູ່​ຖືກ​ສັ່ງ​ຫ້າມ ແລະ​ເຈົ້າ​ໜ້າ​ທີ່​ກໍ​ຈັບ​ເຈົ້າ​ແລ້ວ​ສອບ​ສວນ​ເລື່ອງ​ກ່ຽວ​ກັບ​ພີ່​ນ້ອງ? ເຈົ້າ​ຄວນ​ບອກ​ເຂົາ​ເຈົ້າ​ທຸກ​ຢ່າງ​ທີ່​ເຈົ້າ​ຮູ້​ບໍ? ພະ​ເຍຊູ​ໄດ້​ເຮັດ​ແນວ​ໃດ​ເມື່ອ​ເຈົ້າ​ໜ້າ​ທີ່​ໂລມ​ສອບ​ສວນ​ເພິ່ນ? ພະ​ເຍຊູ​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ທີ່​ວ່າ “ມີ​ເວລາ​ມິດ​ປາກ​ແລະ​ມີ​ເວລາ​ເວົ້າ” ແລະ​ບາງ​ເທື່ອ​ເພິ່ນ​ກໍ​ບໍ່​ໄດ້​ເວົ້າ​ຫຍັງ​ເລີຍ! (ຜູ້​ເທສະໜາ​ປ່າວ​ປະກາດ 3:1, 7; ມັດທາຍ 27:11-14) ຖ້າ​ເຮົາ​ຕົກ​ຢູ່​ໃນ​ສະຖານະການ​ແບບ​ນີ້ ເຮົາ​ຕ້ອງ​ເປັນ​ຄົນ​ຮອບຄອບ​ແລະ​ລະ​ມັດ​ລະວັງ​ເພື່ອ​ຈະ​ບໍ່​ເຮັດ​ໃຫ້​ພີ່​ນ້ອງ​ຂອງ​ເຮົາ​ຕົກ​ຢູ່​ໃນ​ອັນຕະລາຍ.—ສຸພາສິດ 10:19; 11:12

ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເວລາ​ໃດ​ຄວນ​ມິດ​ແລະ​ເວລາ​ໃດ​ຄວນ​ເວົ້າ​ຄວາມ​ຈິງ​ທັງ​ໝົດ? (ເບິ່ງ​ຂໍ້ 17, 18)

18. ເຮົາ​ມີ​ໜ້າ​ທີ່​ຫຍັງ ຖ້າ​ຜູ້​ເຖົ້າ​ແກ່​ຖາມ​ເຮົາ​ກ່ຽວ​ກັບ​ພີ່​ນ້ອງ​ທີ່​ເຮັດ​ຜິດ?

18 ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຮູ້​ວ່າ​ມີ​ຜູ້​ໃດ​ຜູ້​ໜຶ່ງ​ໃນ​ປະຊາຄົມ​ກຳລັງ​ເຮັດ​ບາບ​ຮ້າຍແຮງ? ຜູ້​ເຖົ້າ​ແກ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຮັກສາ​ປະຊາຄົມ​ໃຫ້​ສະອາດ​ທາງ​ດ້ານ​ສິນລະທຳ. ເຂົາ​ເຈົ້າ​ອາດ​ຈະ​ຖາມ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ຮູ້. ເຈົ້າ​ຈະ​ເຮັດ​ແນວ​ໃດ ຖ້າ​ຄົນ​ນັ້ນ​ເປັນ​ໝູ່​ສະໜິດ​ຫຼື​ເປັນ​ຍາດ​ພີ່​ນ້ອງ​ຂອງ​ເຈົ້າ? ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ທີ່​ໃຫ້​ການ​ຢ່າງ​ສັດ​ຊື່​ຈະ​ເວົ້າ​ຄວາມ​ຈິງ.” (ສຸພາສິດ 12:17; 21:28, ລ.ມ.) ດັ່ງ​ນັ້ນ ເຈົ້າ​ມີ​ໜ້າ​ທີ່​ທີ່​ຈະ​ຕ້ອງ​ບອກ​ຜູ້​ເຖົ້າ​ແກ່​ຕາມ​ຄວາມ​ຈິງ​ແລະ​ບໍ່​ຄວນ​ປິດ​ບັງ​ໄວ້. ຜູ້​ເຖົ້າ​ແກ່​ຕ້ອງ​ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ ເພື່ອ​ຈະ​ຫາ​ວິທີ​ທີ່​ດີ​ທີ່​ສຸດ​ຊ່ວຍ​ຄົນ​ທີ່​ເຮັດ​ຜິດ​ໃຫ້​ກັບ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ອີກ​ຄັ້ງ.—ຢາໂກໂບ 5:14, 15

19. ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

19 ດາວິດ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ວ່າ: “ຄວາມ​ຈິງ​ກັບ​ຄວາມ​ສັດ​ຊື່​ຄື​ສິ່ງ​ທີ່​ພະອົງ​ຕ້ອງການ.” (ຄຳເພງ 51:6) ດາວິດ​ຮູ້​ວ່າ​ສິ່ງ​ທີ່​ສຳຄັນ​ແມ່ນ​ສິ່ງ​ທີ່​ຢູ່​ພາຍ​ໃນ. ຄລິດສະຕຽນ​ແທ້​ຈະ “ປາກ [ຄວາມ] ຈິງ​ກັບ​ເພື່ອນ​ບ້ານ” ສະເໝີ. ມີ​ວິທີ​ອື່ນ​ອີກ​ທີ່​ເຮົາ​ຈະ​ສະແດງ​ວ່າ​ແຕກຕ່າງ​ຈາກ​ສະມາຊິກ​ຂອງ​ສາສະໜາ​ປອມ​ຄື​ການ​ສອນ​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ. ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ​ໃນ​ເຂດ​ປະກາດ.

^ ຂໍ້ 15 ເບິ່ງ​ປຶ້ມ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໃຊ້​ໄດ້​ຜົນ ເຫຼັ້ມ​ທີ 2 (ບໍ່​ມີ​ໃນ​ພາສາ​ລາວ) ໃນ​ບົດ​ທີ 15 “ຂ້ອຍ​ຈະ​ຕ້ານ​ທານ​ຄວາມ​ກົດ​ດັນ​ຈາກ​ເພື່ອນໆໄດ້​ແນວ​ໃດ?” ແລະ​ບົດ​ທີ 16 “ການ​ຕີ​ສອງ​ໜ້າ​ຜິດ​ບ່ອນ​ໃດ?”