ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໄວ້​ວາງໃຈ​ພະ​ຄລິດ​ຜູ້​ນຳ​ຂອງ​ເຮົາ

ໄວ້​ວາງໃຈ​ພະ​ຄລິດ​ຜູ້​ນຳ​ຂອງ​ເຮົາ

“ຜູ້​ໜຶ່ງ​ຜູ້​ດຽວ​ເປັນ​ເຈົ້ານາຍ​ຂອງ​ທ່ານ​ທັງ​ຫຼາຍ​ແມ່ນ​ພະ​ຄລິດ.”—ມັດທາຍ 23:10

ເພງ: 16, 14

1, 2. ໂຢຊວຍ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳຄັນ​ອັນ​ໃດ​ຫຼັງ​ຈາກ​ໂມເຊ​ຕາຍ?

ພະ​ເຢໂຫວາ​ບອກ​ໂຢຊວຍ​ວ່າ: “ທ່ານ​ໂມເຊ​ຂ້າ​ໃຊ້​ຂອງ​ເຮົາ​ໄດ້​ຕາຍ​ໄປ​ແລ້ວ ແລະ​ບັດ​ນີ້​ເຈົ້າ​ຈົ່ງ​ລຸກ​ຂຶ້ນ​ຂວ້າມ​ແມ່ນໍ້າ​ຢູລະເດນ​ນີ້​ທັງ​ເຈົ້າ​ກັບ​ຄົນ​ທັງ​ປວງ​ນີ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ປະທານ​ໃຫ້​ແກ່​ພວກ​ລູກ​ຫຼານ​ຍິດສະລາເອນ.” (ໂຢຊວຍ 1:1, 2) ນີ້​ເປັນ​ການ​ປ່ຽນ​ແປງ​ຄັ້ງ​ໃຫຍ່​ແທ້ໆສຳລັບ​ໂຢຊວຍ​ເຊິ່ງ​ເປັນ​ຜູ້​ຊ່ວຍ​ໂມເຊ​ມາ​ເກືອບ 40 ປີ​ແລ້ວ!

2 ໂມເຊ​ເປັນ​ຜູ້​ທີ່​​ນຳ​ໜ້າ​​ຊາດ​ອິດສະລາແອນ​ມາ​ເປັນ​ເວລາ​​ດົນ​ແລ້ວ ແຕ່​ໃນ​ຕອນ​ນີ້​ໂຢຊວຍ​ຈະ​ຕ້ອງ​ມາ​ເຮັດ​ໜ້າ​ທີ່​ນີ້​ແທນ​ໂມເຊ. ດັ່ງ​ນັ້ນ ໂຢຊວຍ​ອາດ​ສົງໄສ​ວ່າ​ຊາວ​ອິດສະລາແອນ​ຈະ​ຍອມ​ຮັບ​ລາວ​ໃຫ້​ເປັນ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ​ບໍ? (ພະບັນຍັດ 34:8, 10-12) ປຶ້ມ​ອ້າງອີງ​ກ່ຽວ​ກັບ​ຄຳພີ​ໄບເບິນ​ຫົວ​ໜຶ່ງ​ເວົ້າ​ເຖິງ​ໂຢຊວຍ 1:1, 2 ວ່າ: ບໍ່​ວ່າ​ຈະ​ໃນ​ສະໄໝ​ອະດີດ​ຫຼື​ສະໄໝ​ປັດຈຸບັນ ຊ່ວງ​ເວລາ​ທີ່​ຫຍຸ້ງຍາກ​ແລະ​ອັນຕະລາຍ​ທີ່​ສຸດ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ປະເທດ​ຊາດ​ກໍ​ຄື​ການ​ປ່ຽນ​ຜູ້​ນຳ​ໃໝ່.

3, 4. ພະເຈົ້າ​ອວຍ​ພອນ​ໂຢຊວຍ​ແນວ​ໃດ​ທີ່​ລາວ​ໄວ້​ວາງໃຈ​ພະອົງ? ແລະ​ເຮົາ​ອາດ​ສົງໄສ​ຫຍັງ?

3 ໂຢຊວຍ​ມີ​ເຫດຜົນ​ທີ່​ຈະ​ກັງວົນ ແຕ່​ລາວ​ກໍ​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ຟ້າວ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະອົງ. (ໂຢຊວຍ 1:9-11) ພະເຈົ້າ​ອວຍ​ພອນ​ໂຢຊວຍ​ທີ່​ລາວ​ເຊື່ອ​ຟັງ​ພະອົງ ໂດຍ​ສົ່ງ​ທູດ​ສະຫວັນ​ອົງ​ໜຶ່ງ​ມາ​ຊີ້​ນຳ​ລາວ​ແລະ​ຊາວ​ອິດສະລາແອນ. ທູດ​ສະຫວັນ​ອົງ​ນີ້​ຄົງ​ຕ້ອງ​ເປັນ​ໂຄສົກ​ຂອງ​ພະເຈົ້າ​ເຊິ່ງ​ເປັນ​ລູກ​ຊາຍ​ກົກ​ຂອງ​ພະອົງ.—ອົບພະຍົບ 23:20-23; ໂຢຮັນ 1:1

4 ພະ​ເຢໂຫວາ​ຊ່ວຍ​ຊາດ​ອິດສະລາແອນ​ໃຫ້​ປັບ​ຕົວ​ໄດ້​ດີ​ກັບ​ການ​ປ່ຽນ​ແປງ​ທີ່​ຈະ​ເກີດ​ຂຶ້ນ​ເພາະ​ໂຢຊວຍ​ເປັນ​ຜູ້​ນຳ​ຄົນ​ໃໝ່. ໃນ​ສະໄໝ​ຂອງ​ເຮົາ​ກໍ​ມີ​ການ​ປ່ຽນ​ແປງ​ຄັ້ງ​ໃຫຍ່​ຫຼາຍ​ຢ່າງ​ເກີດ​ຂຶ້ນ​ຄື​ກັນ. ເຮົາ​ອາດ​ສົງໄສ​ວ່າ: ‘ໃນ​ຂະນະ​ທີ່​ອົງການ​ຂອງ​ພະ​ເຢໂຫວາ​ກຳລັງ​ກ້າວ​ໜ້າ​ຂຶ້ນ​ເລື້ອຍໆ ເຮົາ​ມີ​ເຫດຜົນ​ບໍ​ທີ່​ຈະ​ໄວ້​ວາງໃຈ​ພະ​ເຍຊູ​ຜູ້​ນຳ​ທີ່​ພະເຈົ້າ​ແຕ່ງ​ຕັ້ງ?’ (ອ່ານ​ມັດທາຍ 23:10) ເພື່ອ​ຈະ​ຕອບ​ຄຳຖາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ຊີ້​ນຳ​ປະຊາຊົນ​ຂອງ​ພະອົງ​ໃນ​ອະດີດ​ແນວ​ໃດ​ໃນ​ໄລຍະ​ທີ່​ມີ​ການ​ປ່ຽນ​ແປງ.

ການ​ນຳ​ພາ​ປະຊາຊົນ​ຂອງ​ພະເຈົ້າ​ເຂົ້າ​ສູ່​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ

5. ໂຢຊວຍ​ເຈິ​ເລື່ອງ​ທີ່​ບໍ່​ທຳມະດາ​ຫຍັງ​ຕອນ​ໃກ້​ຈະ​ຮອດ​ເມືອງ​ເຢລິໂກ? (ເບິ່ງ​ຮູບ​ທຳອິດ)

5 ບໍ່​ດົນ​ຫຼັງ​ຈາກ​ຊາວ​ອິດສະລາແອນ​ຂ້າມ​ແມ່ນໍ້າ​ຢູລະເດນ ໂຢຊວຍ​ກໍ​ເຈິ​ກັບ​ເລື່ອງ​ທີ່​ບໍ່​ທຳມະດາ. ຕອນ​ໃກ້​ຈະ​ຮອດ​ເມືອງ​ເຢລິໂກ ລາວ​ໄດ້​ພົບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຖື​ດາບ​ຢູ່. ໂຢຊວຍ​ຖາມ​ລາວ​ວ່າ: “ທ່ານ​ຢູ່​ຝ່າຍ​ພວກ​ເຮົາ​ຫຼື​ຢູ່​ຝ່າຍ​ພວກ​ສັດຕູ?” ໂຢຊວຍ​ແປກ​ໃຈ​ທີ່​ຄົນ​ນັ້ນ​ບອກ​ວ່າ​ລາວ​ເປັນ: “ຫົວ​ໜ້າ​ແຫ່ງ​ກອງທັບ​ຂອງ​ພະ​ເຢໂຫວາ” ເຊິ່ງ​ກໍ​ຄື​ທູດ​ສະຫວັນ​ທີ່​ພ້ອມ​ຈະ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະເຈົ້າ. (ອ່ານ​ໂຢຊວຍ 5:13-15) ເຖິງ​ວ່າ​ພະ​ຄຳພີ​ຂໍ້​ອື່ນໆຈະ​ບອກ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ເວົ້າ​ກັບ​ໂຢຊວຍ​ໂດຍ​ກົງ ແຕ່​ເບິ່ງ​ຄື​ວ່າ​ພະເຈົ້າ​ໄດ້​ໃຊ້​ທູດ​ສະຫວັນ​ອົງ​ດຽວ​ກັນ​ນີ້​ເວົ້າ​ແທນ​ພະອົງ​ຄື​ກັບ​ທີ່​ໄດ້​ເຮັດ​ໃນ​ຫຼາຍໆຄັ້ງ​ໃນ​ອະດີດ.—ອົບພະຍົບ 3:2-4; ໂຢຊວຍ 4:1, 15; 5:2, 9; ກິດຈະການ 7:38; ຄາລາຊີ 3:19

6-8. (ກ) ເປັນ​ຫຍັງ​ຄຳ​ແນະນຳ​ບາງ​ຢ່າງ​ຂອງ​ທູດ​ສະຫວັນ​ຈຶ່ງ​ເບິ່ງ​ຄື​ແປກໆ? (ຂ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຄຳ​ແນະນຳ​ນັ້ນ​ສະຫຼາດ​ແລະ​ເໝາະ​ກັບ​ເວລາ? (ເບິ່ງ​ໄຂ​ເງື່ອນ)

6 ທູດ​ສະຫວັນ​ບອກ​ໂຢຊວຍ​ຢ່າງ​ຊັດເຈນ​ວ່າ​ລາວ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເອົາ​ຊະນະ​ເມືອງ​ເຢລິໂກ​ໄດ້. ທຳອິດ ຄຳ​ແນະນຳ​ບາງ​ຢ່າງ​ເບິ່ງ​ຄື​ວ່າ​ແປກໆ. ທູດ​ສະຫວັນ​ບອກ​ໂຢຊວຍ​ວ່າ​ທະຫານ​ທຸກ​ຄົນ​ຕ້ອງ​ຮັບ​ສິນຕັດ. ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ຈະ​ໄປ​ສູ້​ຮົບ​ບໍ່​ໄດ້​ສອງ​ສາມ​ມື້. ນີ້​ແມ່ນ​ເວລາ​ທີ່​ທະຫານ​ຈະ​ຕ້ອງ​ເຮັດ​ສິນຕັດ​ແທ້ໆບໍ?—ຕົ້ນເດີມ 34:24, 25; ໂຢຊວຍ 5:2, 8

7 ພວກ​ທະຫານ​ອາດ​ສົງໄສ​ວ່າ: ‘ເຮົາ​ຈະ​ປົກ​ປ້ອງ​ຄອບຄົວ​ໄດ້​ແນວ​ໃດ ຖ້າ​ພວກ​ສັດຕູ​ມາ​ໂຈມຕີ​ຄ້າຍ?’ ແຕ່​ກໍ​ມີ​ບາງ​ສິ່ງ​ທີ່​ບໍ່​ຄາດ​ຄິດ​ເກີດ​ຂຶ້ນ! ແທນ​ທີ່​ທະຫານ​ເມືອງ​ເຢລິໂກ​ຈະ​ມາ​ໂຈມຕີ ເຂົາ​ເຈົ້າ​ພັດ​ຢ້ານ​ຊາວ​ອິດສະລາແອນ. ຄຳພີ​ໄບເບິນ​ບອກ​ວ່າ: “ເມືອງ​ເຢລິໂກ​ກໍ​ໄດ້​ງັບ​ປະຕູ​ເມືອງ​ດີໆຕໍ່​ໜ້າ​ພວກ​ລູກ​ຫຼານ​ຍິດສະລາເອນ​ບໍ່​ມີ​ໃຜ​ອອກ​ໄປ​ແລະ​ບໍ່​ມີ​ໃຜ​ເຂົ້າ​ມາ.” (ໂຢຊວຍ 6:1) ເລື່ອງ​ນີ້​ຕ້ອງ​ເຮັດ​ໃຫ້​ຊາວ​ອິດສະລາແອນ​ໄວ້​ວາງໃຈ​ຕໍ່​ການ​ຊີ້​ນຳ​ຂອງ​ພະເຈົ້າ​ຫຼາຍ​ຂຶ້ນ​ແທ້ໆ!

8 ທູດ​ສະຫວັນ​ບອກ​ໂຢຊວຍ​ວ່າ​ບໍ່​ຕ້ອງ​ໃຫ້​ຊາວ​ອິດສະລາແອນ​ໄປ​ໂຈມຕີ​ເມືອງ​ເຢລິໂກ. ແຕ່​ໃຫ້​ຍ່າງ​ອ້ອມ​ເມືອງ​ນັ້ນ​ແທນ​ໂດຍ​ຍ່າງ​ມື້​ລະ​ໜຶ່ງ​ຮອບ​ຫົກ​ມື້ ສ່ວນ​ມື້​ທີ​ເຈັດ​ໃຫ້​ຍ່າງ​ເຈັດ​ຮອບ. ພວກ​ທະຫານ​ອາດ​ຄິດ​ວ່າ: ‘ມັນ​ເສຍ​ເວລາ​ແລະ​ເສຍ​ແຮງ​ລ້າໆ!’ ແຕ່​ພະ​ເຢໂຫວາ​ຜູ້​ນຳ​ທີ່​ຊາວ​ອິດສະລາແອນ​ເບິ່ງ​ບໍ່​ເຫັນ​ຮູ້​ດີ​ວ່າ​ກຳລັງ​ເຮັດ​ຫຍັງ​ຢູ່! ການ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະອົງ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຄວາມ​ເຊື່ອ​ຊາວ​ອິດສະລາແອນ​ເຂັ້ມແຂງ​ຂຶ້ນ ແຕ່​ຍັງ​ເຮັດ​ໃຫ້​ບໍ່​ຕ້ອງ​ໄປ​ສູ້​ຮົບ​ກັບ​ທະຫານ​ເມືອງ​ເຢລິໂກ​ນຳ​ອີກ.—ໂຢຊວຍ 6:2-5; ເຫບເລີ 11:30 * (ເບິ່ງ​ໄຂ​ເງື່ອນ)

9. ເປັນ​ຫຍັງ​ເຮົາ​ຄວນ​ເຮັດ​ຕາມ​ຄຳ​ແນະນຳ​ທຸກ​ຢ່າງ​ຈາກ​ອົງການ​ຂອງ​ພະເຈົ້າ? ໃຫ້​ຍົກ​ຕົວຢ່າງ.

9 ເຮົາ​ສາມາດ​ຮຽນ​ຫຍັງ​ໄດ້​ຈາກ​ເລື່ອງ​ນີ້? ບາງ​ຄັ້ງ​ອົງການ​ຂອງ​ພະ​ເຢໂຫວາ​ກໍ​ເຮັດ​ສິ່ງ​ຕ່າງໆໃນ​ວິທີ​ໃໝ່ໆແລະ​ເຮົາ​ກໍ​ອາດ​ບໍ່​ເຂົ້າ​ໃຈ​ເຫດຜົນ. ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ບໍ່​ແນ່​ໃຈ​ວ່າ​ມັນ​ຈະ​ດີ​ແທ້ໆບໍ​ທີ່​ຈະ​ໃຊ້​ມື​ຖື​ຫຼື​ແທັບເລັດ​ໃນ​ການ​ສຶກສາ​ສ່ວນ​ຕົວ ໃນ​ການ​ປະກາດ ແລະ​ໃນ​ການ​ປະຊຸມ. ແຕ່​ຕອນ​ນີ້​ເຮົາ​ເຫັນ​ວ່າ​ການ​ໃຊ້​ສິ່ງ​ເຫຼົ່າ​ນີ້​ເປັນ​ປະໂຫຍດ​ຫຼາຍ​ແທ້ໆ. ເມື່ອ​ເຮົາ​ເຫັນ​ຜົນ​ດີ​ຂອງ​ການ​ປ່ຽນ​ແປງ​ນັ້ນ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ເຂັ້ມແຂງ​ຂຶ້ນ​ແລະ​ເຮົາ​ກໍ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ຂຶ້ນ.

ພະ​ຄລິດ​ໄດ້​ຊີ້​ນຳ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ແນວ​ໃດ?

10. ໃຜ​ທີ່​ຢູ່​ເບື້ອງ​ຫຼັງ​ການ​ປະຊຸມ​ທີ່​ສຳຄັນ​ຂອງ​ຄະນະ​ກຳມະການ​ປົກຄອງ​ໃນ​ເມືອງ​ເຢຣຶຊາເລມ​ໃນ​ເລື່ອງ​ການ​ຮັບ​ສິນຕັດ?

10 ປະມານ 13 ປີ​ຫຼັງ​ຈາກ​ທີ່​ໂຄເນເລຍ​ເຊິ່ງ​ເປັນ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບ​ສິນຕັດ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ຄລິດສະຕຽນ​ຊາວ​ຢິວ​ບາງ​ຄົນ​ຍັງ​ບອກ​ວ່າ​ການ​ຮັບ​ສິນຕັດ​ເປັນ​ເລື່ອງ​ສຳຄັນ​ທີ່​ຕ້ອງ​ເຮັດ. (ກິດຈະການ 15:1, 2) ພີ່​ນ້ອງ​ໃນ​ເມືອງ​ອັນຕີອົກ​ໄດ້​ຖຽງ​ກັນ​ກ່ຽວກັບ​ເລື່ອງ​ຮັບ​ສິນຕັດ. ດັ່ງ​ນັ້ນ​ພວກ​ຜູ້​ເຖົ້າ​ແກ່​ຈຶ່ງ​ມອບ​ໝາຍ​ໂປໂລ​ໃຫ້​ໄປ​ຖາມ​ຄະນະ​ກຳມະການ​ປົກຄອງ​ຢູ່​ເມືອງ​ເຢຣຶຊາເລມ. ແຕ່​ຜູ້​ໃດ​ທີ່​ເປັນ​ຜູ້​ຢູ່​ເບື້ອງ​ຫຼັງ​ຂອງ​ເລື່ອງ​ນີ້? ໂປໂລ​ບອກ​ວ່າ: “ຂ້ອຍ​ໄປ​ທີ່​ນັ້ນ​ຕາມ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ​ຈາກ​ສະຫວັນ.” ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ຄລິດ​ເປັນ​ຜູ້​ຊີ້​ນຳ​ເພື່ອ​ເລື່ອງ​ນີ້​ຈະ​ໄດ້​ຮັບ​ຄຳຕອບ​ໂດຍ​ທາງ​ຄະນະ​ກຳມະການ​ປົກຄອງ.—ຄາລາຊີ 2:1-3, ລ.ມ.

ພະ​ເຍຊູ​ເປັນ​ຜູ້​ນຳ​ປະຊາຄົມ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ (ເບິ່ງ​ຂໍ້ 10, 11)

11. (ກ) ຄລິດສະຕຽນ​ຊາວ​ຢິວ​ບາງ​ຄົນ​ຍັງ​ມີ​ຄວາມ​ຄິດ​ແນວ​ໃດ​ກັບ​ເລື່ອງ​ການ​ຮັບ​ສິນຕັດ? (ຂ) ໂປໂລ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ຖ່ອມ​ຕົວ​ເຮັດ​ຕາມ​ຜູ້​ເຖົ້າ​ແກ່​ໃນ​ເມືອງ​ເຢຣຶຊາເລມ? (ເບິ່ງ​ໄຂ​ເງື່ອນ)

11 ພະ​ຄລິດ​ຊີ້​ນຳ​ຄະນະ​ກຳມະການ​ປົກຄອງ​ເພື່ອ​ໃຫ້​ເຂົ້າ​ໃຈ​ຢ່າງ​ຊັດເຈນ​ວ່າ​ຄລິດສະຕຽນ​ທີ່​ບໍ່​ແມ່ນ​ຊາວ​ຢິວ​ບໍ່​ຈຳເປັນ​ຕ້ອງ​ຮັບ​ສິນຕັດ. (ກິດຈະການ 15:19, 20) ແຕ່​ຫຼາຍ​ປີ​ຜ່ານ​ໄປ ຄລິດສະຕຽນ​ຊາວ​ຢິວ​ຫຼາຍ​ຄົນ​ກໍ​ຍັງ​ໃຫ້​ລູກ​ຊາຍ​ຮັບ​ສິນຕັດ​ຢູ່. ຕໍ່​ມາ​ຜູ້​ເຖົ້າ​ແກ່​ໃນ​ເມືອງ​ເຢຣຶຊາເລມ​ໄດ້​ຍິນ​ຂ່າວ​ລື​ວ່າ​ໂປໂລ​ບໍ່​ນັບຖື​ກົດ​ໝາຍ​ຂອງ​ໂມເຊ. ດັ່ງ​ນັ້ນ ຜູ້​ເຖົ້າ​ແກ່​ຈຶ່ງ​ບອກ​ໂປໂລ​ໃຫ້​ເຮັດ​ບາງ​ສິ່ງ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ນັບຖື​ກົດ​ໝາຍ​ຂອງ​ໂມເຊ. * (ເບິ່ງ​ໄຂ​ເງື່ອນ) (ກິດຈະການ 21:20-26) ຜູ້​ເຖົ້າ​ແກ່​ບອກ​ໂປໂລ​ໃຫ້​ພາ​ຜູ້​ຊາຍ 4 ຄົນ​ໄປ​ວິຫານ​ນຳ​ເພື່ອ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ລາວ​ນັບຖື​ກົດ​ໝາຍ​ຂອງ​ໂມເຊ. ໂປໂລ​ອາດ​ເວົ້າ​ວ່າ: ‘ບໍ່​ເຂົ້າ​ໃຈ​ເລີຍ! ເປັນ​ຫຍັງ​ຄື​ມາ​ບອກ​ໃຫ້​ຂ້ອຍ​ເຮັດ​ແບບ​ນີ້? ຄລິດສະຕຽນ​ຊາວ​ຢິວ​ທີ່​ບໍ່​ເຂົ້າ​ໃຈ​ເລື່ອງ​ການ​ຮັບ​ສິນຕັດ​ພຸ້ນ​ທີ່​ມີ​ບັນຫາ.’ ແຕ່​ໂປໂລ​ເຂົ້າ​ໃຈ​ວ່າ​ຜູ້​ເຖົ້າ​ແກ່​ຢາກ​ໃຫ້​ຄລິດສະຕຽນ​ທຸກ​ຄົນ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ ດັ່ງ​ນັ້ນ ລາວ​ຈຶ່ງ​ຖ່ອມ​ຕົວ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເຂົາ​ເຈົ້າ. ເຮົາ​ອາດ​ສົງໄສ​ວ່າ​ເປັນ​ຫຍັງ​ພະ​ເຍຊູ​ຄື​ຍອມ​ໃຫ້​ບັນຫາ​ເລື່ອງ​ການ​ຮັບ​ສິນຕັດ​ແກ່​ຍາວ​ມາ​ຫຼາຍ​ປີ ທັງໆທີ່​ກົດ​ໝາຍ​ຂອງ​ໂມເຊ​ກໍ​ຖືກ​ຍົກ​ເລີກ​ຕັ້ງ​ແຕ່​ພະ​ເຍຊູ​ຕາຍ​ໄປ​ແລ້ວ.—ໂກໂລດ 2:13, 14

12. ເປັນ​ຫຍັງ​ພະ​ເຍຊູ​ຍອມ​ໃຫ້​ບັນຫາ​ເລື່ອງ​ການ​ຮັບ​ສິນຕັດຍັງ​ຄົງ​ມີ​ຢູ່​ຕໍ່​ໄປ​ກ່ອນ​ທີ່​ເພິ່ນ​ຈະ​ຈັດການ​ໃຫ້​ຮຽບຮ້ອຍ?

12 ເພື່ອ​ຈະ​ປັບ​ຕົວ​ໃຫ້​ຍອມ​ຮັບ​ຄວາມ​ເຂົ້າ​ໃຈ​ໃໝ່​ຕ້ອງ​ໃຊ້​ເວລາ. ຄລິດສະຕຽນ​ຊາວ​ຢິວ​ບາງ​ຄົນ​ຕ້ອງ​ໃຊ້​ເວລາ​ດົນ​ທີ່​ຈະ​ຍອມ​ຮັບ​ຄວາມ​ຈິງ​ທີ່​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ກົດ​ໝາຍ​ຂອງ​ໂມເຊ​ແລ້ວ. (ໂຢຮັນ 16:12) ເຂົາ​ເຈົ້າ​ຄິດ​ວ່າ​ການ​ຮັບ​ສິນຕັດ​ເປັນ​ສິ່ງ​ທີ່​ສະແດງ​ເຖິງ​ການ​ມີ​ສາຍ​ສຳພັນ​ທີ່​ພິເສດ​ກັບ​ພະເຈົ້າ. (ຕົ້ນເດີມ 17:9-12) ສ່ວນ​ບາງ​ຄົນ​ກໍ​ຢ້ານ​ວ່າ​ຖ້າ​ບໍ່​ເຮັດ​ຄື​ຄົນ​ອື່ນ​ກໍ​ຈະ​ຖືກ​ພວກ​ຊາວ​ຢິວ​ຂົ່ມເຫງ. (ຄາລາຊີ 6:12) ແຕ່​ຕໍ່​ມາ ພະ​ຄລິດ​ກໍ​ໄດ້​ໃຫ້​ຄຳ​ແນະນຳ​ກັບ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ​ຜ່ານ​ທາງ​ຈົດ​ໝາຍ​ຂອງ​ໂປໂລ.—ໂລມ 2:28, 29; ຄາລາຊີ 3:23-25

ພະ​ຄລິດ​ຍັງ​ຊີ້​ນຳ​ປະຊາຄົມ​ຄລິດສະຕຽນ

13. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ສະໜັບສະໜູນ​ການ​ຊີ້​ນຳ​ຂອງ​ພະ​ເຍຊູ​ໃນ​ທຸກ​ມື້​ນີ້?

13 ພະ​ເຍຊູ​ຍັງ​ເປັນ​ຜູ້​ນຳ​ປະຊາຄົມ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ນຳ. ດັ່ງ​ນັ້ນ ຖ້າ​ອົງການ​ມີ​ການ​ປັບ​ປ່ຽນ​ບາງ​ຢ່າງ​ທີ່​ເຈົ້າ​ບໍ່​ເຂົ້າ​ໃຈ ຂໍ​ໃຫ້​ເຈົ້າ​ຄິດ​ເຖິງ​ວິທີ​ທີ່​ພະ​ຄລິດ​ຊີ້​ນຳ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ອະດີດ. ບໍ່​ວ່າ​ຈະ​ເປັນ​ໃນ​ສະໄໝ​ຂອງ​ໂຢຊວຍ​ຫຼື​ສະໄໝ​ຂອງ​ພວກ​ອັກຄະສາວົກ ພະ​ຄລິດ​ກໍ​ໄດ້​ໃຫ້​ຄຳ​ແນະນຳ​ທີ່​ສະຫຼາດ​ສະເໝີ​ເພື່ອ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະເຈົ້າ ຊ່ວຍ​ໃຫ້​ຄວາມ​ເຊື່ອ​ເຂົາ​ເຈົ້າ​ເຂັ້ມແຂງ​ຂຶ້ນ​ແລະ​ເປັນ​ໜຶ່ງ​ດຽວ​ກັນ.—ເຫບເລີ 13:8

ການ​ຊີ້​ນຳ​ທີ່​ທາດ​ສັດ​ຊື່​ແລະ​ສຸຂຸມ​ໄດ້​ໃຫ້​ເຮົາ​ໃນ​ທຸກ​ມື້​ນີ້​ພິສູດ​ວ່າ​ພະ​ເຍຊູ​ເປັນ​ຫ່ວງ​ເຮົາ

14-16. ການ​ຊີ້​ນຳ​ຈາກ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ” ພິສູດ​ວ່າ​ແນວ​ໃດ​ວ່າ​ພະ​ເຍຊູ​ຢາກ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ?

14 ໃນ​ທຸກ​ມື້​ນີ້ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ” ໄດ້​ໃຫ້​ການ​ຊີ້​ນຳ​ທີ່​ຈຳເປັນ​ກັບ​ເຮົາ​ເມື່ອ​ເຮົາ​ຕ້ອງການ. (ມັດທາຍ 24:45, ລ.ມ.) ການ​ຊີ້​ນຳ​ນີ້​ພິສູດ​ວ່າ​ພະ​ເຍຊູ​ເປັນ​ຫ່ວງ​ເຮົາ. ພີ່​ນ້ອງ​ມາກ​ເຊິ່ງ​ມີ​ລູກ 4 ຄົນ​ບອກ​ວ່າ: “ຊາຕານ​ພະຍາຍາມ​ເຮັດ​ໃຫ້​ປະຊາຄົມ​ອ່ອນແອ​ໂດຍ​ໂຈມຕີ​ຄອບຄົວ. ຕອນ​ນີ້​ຍ້ອນ​ມີ​ການ​ສະໜັບສະໜູນ​ໃຫ້​ເຮັດ​ການ​ນະມັດສະການ​ປະຈຳ​ຄອບຄົວ​ທຸກ​ອາທິດ ຫົວ​ໜ້າ​ຄອບຄົວ​ຈຶ່ງ​ເຫັນ​ຄຳ​ສັ່ງ​ທີ່​ຈະ​ແຈ້ງ​ວ່າ: ຕ້ອງ​ປົກ​ປ້ອງ​ຄອບຄົວ!”

15 ເມື່ອ​ເຮົາ​ເຫັນ​ວ່າ​ພະ​ເຍຊູ​ຊີ້​ນຳ​ເຮົາ​ແນວ​ໃດ ເຮົາ​ກໍ​ຈະ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ວ່າ​ເພິ່ນ​ຕ້ອງການ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ຕົວຢ່າງ: ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ຊື່​ແພັດທຣິກ​ບອກ​ວ່າ: “ທຳອິດ ບາງ​ຄົນ​ຮູ້ສຶກ​ບໍ່​ມີ​ກຳລັງ​ໃຈ​ທີ່​ຈະ​ໄປ​ປະກາດ​ກັບ​ກຸ່ມ​ນ້ອຍໆໃນ​ຕອນ​ທ້າຍ​ອາທິດ.” ແຕ່​ລາວ​ບອກ​ວ່າ​ການ​ປ່ຽນ​ແປງ​ນີ້​ສະແດງ​ໃຫ້​ເຫັນ​ວິທີ​ທີ່​ພະ​ເຍຊູ​ເປັນ​ຫ່ວງ​ທຸກ​ຄົນ​ໃນ​ປະຊາຄົມ. ຕົວຢ່າງ: ພີ່​ນ້ອງ​ບາງ​ຄົນ​ເປັນ​ຄົນ​ຂີ້​ອາຍ​ບໍ່​ກ້າ​ອອກ​ປະກາດ​ຫຼື​ບໍ່​ຄ່ອຍ​ໄດ້​ໄປ​ປະກາດ ແຕ່​ການ​ປັບ​ປ່ຽນ​ໃໝ່​ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ມີ​ຄ່າ​ແລະ​ເປັນ​ປະໂຫຍດ​ຫຼາຍ​ຂຶ້ນ​ຕໍ່​ປະຊາຄົມ ແລະ​ນີ້​ໄດ້​ເສີມ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ​ຫຼາຍ​ແທ້ໆ.

16 ພະ​ເຍຊູ​ຍັງ​ຊ່ວຍ​ເຮົາ​ໃຫ້​ຈົດຈໍ່​ຢູ່​ກັບ​ວຽກ​ປະກາດ​ເຊິ່ງ​ເປັນ​ວຽກ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຕອນ​ນີ້. (ອ່ານ​ມາລະໂກ 13:10) ອັງເດ​ເປັນ​ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ທີ່​ພະຍາຍາມ​ເຮັດ​ຕາມ​ຄຳ​ແນະນຳ​ໃໝ່ໆທຸກ​ຢ່າງ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ. ລາວ​ບອກ​ວ່າ: “ການ​ຫຼຸດ​ຄົນ​ໃນ​ສຳນັກງານ​ສາຂາ​ລົງ​ເຕືອນ​ເຮົາ​ໃຫ້​ຮູ້​ວ່າ​ນີ້​ເປັນ​ເວລາ​ທີ່​ເລັ່ງ​ດ່ວນ​ແລະ​ຕ້ອງ​ທຸ່ມ​ເທ​ກຳລັງ​ເຮັດ​ວຽກ​ປະກາດ.”

ເຮົາ​ຈະ​ສະໜັບສະໜູນ​ການ​ຊີ້​ນຳ​ຂອງ​ພະ​ຄລິດ​ແນວ​ໃດ?

17, 18. ເປັນ​ຫຍັງ​ເຮົາ​ຄວນ​ເບິ່ງ​ໄປ​ທີ່​ຜົນ​ດີ​ຂອງ​ການ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ການ​ປ່ຽນ​ແປງ?

17 ການ​ຊີ້​ນຳ​ທີ່​ໄດ້​ຮັບ​ຈາກ​ພະ​ເຍຊູ​ຄລິດ​ກະສັດ​ຂອງ​ເຮົາ​ຈະ​ຊ່ວຍ​ເຮົາ​ໃນ​ຕອນ​ນີ້​ແລະ​ໃນ​ອະນາຄົດ. ດັ່ງ​ນັ້ນ ຂໍ​ໃຫ້​ເບິ່ງ​ໄປ​ທີ່​ຜົນ​ດີ​ທີ່​ເຈົ້າ​ໄດ້​ຮັບ​ຈາກ​ການ​ປັບ​ປ່ຽນ​ຕາມ​ຄຳ​ແນະນຳ​ໃໝ່. ເມື່ອ​ນະມັດສະການ​ປະຈຳ​ຄອບຄົວ​ໃຫ້​ລົມ​ກັນ​ເບິ່ງ​ວ່າ​ການ​ປ່ຽນ​ແປງ​ໃນ​ການ​ປະຊຸມ​ຫຼື​ການ​ປະກາດ​ຊ່ວຍ​ຄອບຄົວ​ເຈົ້າ​ແນວ​ໃດ.

ເຈົ້າ​ກຳລັງ​ຊ່ວຍ​ຄອບຄົວ​ແລະ​ຄົນ​ອື່ນໆໃຫ້​ປັບ​ຕົວ​ກັບ​ການ​ປ່ຽນ​ແປງ​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ບໍ? (ເບິ່ງ​ຂໍ້ 17, 18)

18 ຖ້າ​ເຮົາ​ຈື່​ວ່າ​ການ​ເຮັດ​ຕາມ​ຄຳ​ສັ່ງ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ໄດ້​ຮັບ​ຜົນ​ດີ​ຫຼາຍ​ຢ່າງ ກໍ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ​ແລະ​ມີ​ຄວາມ​ສຸກ. ຕົວຢ່າງ: ດຽວ​ນີ້​ເຮົາ​ບໍ່​ໄດ້​ພິມ​ປຶ້ມ​ຫຼາຍ​ຄື​ແຕ່​ກ່ອນ ເຮົາ​ຈຶ່ງ​ປະຢັດ​ເງິນ​ໄດ້ ແລະ​ຍ້ອນ​ເຮົາ​ໃຊ້​ເຕັກໂນໂລຊີ​ໃໝ່ໆ ເຮົາ​ຈຶ່ງ​ສາມາດ​ປະກາດ​ຂ່າວ​ດີ​ກັບ​ຜູ້​ຄົນ​ໄດ້​ຫຼາຍ​ຂຶ້ນ. ເຮົາ​ຈະ​ໃຊ້​ມື​ຖື​ຫຼື​ແທັບເລັດ​ຂອງ​ເຮົາ​ເພື່ອ​ອ່ານ​ໜັງສື​ຫຼື​ເບິ່ງ​ວິດີໂອ​ຫຼາຍ​ຂຶ້ນ​ໄດ້​ບໍ? ນີ້​ເປັນ​ວິທີ​ທີ່​ເຮົາ​ຈະ​ສະໜັບສະໜູນ​ພະ​ຄລິດ ເຊິ່ງ​ເພິ່ນ​ຢາກ​ໃຫ້​ເຮົາ​ໃຊ້​ຊັບພະຍາກອນ​ຂອງ​ອົງການ​ຢ່າງ​ສະຫຼາດ.

19. ເປັນ​ຫຍັງ​ເຮົາ​ຄວນ​ສະໜັບສະໜູນ​ການ​ຊີ້​ນຳ​ຂອງ​ພະ​ຄລິດ?

19 ເມື່ອ​ເຮົາ​ສະໜັບສະໜູນ​ການ​ຊີ້​ນຳ​ຂອງ​ພະ​ຄລິດ ເຮົາ​ຈະ​ຊ່ວຍ​ພີ່​ນ້ອງ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ຂຶ້ນ. ອັງເດ​ເວົ້າ​ເຖິງ​ການ​ຫຼຸດ​ຈຳນວນ​ຄົນ​ຂອງ​ຄອບຄົວ​ເບເທນ​ທົ່ວ​ໂລກ​ຫຼ້າ​ສຸດ​ວ່າ: “ພີ່​ນ້ອງ​ທີ່​ເຄີຍ​ຮັບໃຊ້​ໃນ​ເບເທນ​ເຊິ່ງ​ຍອມ​ຮັບ​ການ​ປັບ​ປ່ຽນ​ໄດ້​ສະແດງ​ນໍ້າໃຈ​ທີ່​ດີ​ຫຼາຍ​ຈົນ​ເຮັດ​ໃຫ້​ຂ້ອຍ​ໄວ້​ວາງໃຈ​ໃນ​ການ​ຊີ້​ນຳ​ຂອງ​ພະ​ຄລິດ​ແລະ​ຮູ້ສຶກ​ນັບຖື​ເຂົາ​ເຈົ້າ. ເຂົາ​ເຈົ້າ​ກ້າວ​ໃຫ້​ທັນ​ກັບ​ລົດ​ກະສັດ​ຂອງ​ພະ​ເຢໂຫວາ​ໂດຍ​ມີ​ຄວາມ​ສຸກ​ກັບ​ການ​ເຮັດ​ວຽກ​ມອບ​ໝາຍ​ທຸກ​ຢ່າງ​ທີ່​ໄດ້​ຮັບ.”

ມີ​ຄວາມ​ເຊື່ອ​ແລະ​ໄວ້​ວາງໃຈ​ຜູ້​ນຳ​ຂອງ​ເຮົາ

20, 21. (ກ) ເປັນ​ຫຍັງ​ເຮົາ​ສາມາດ​ໄວ້​ວາງໃຈ​ພະ​ຄລິດ​ຜູ້​ນຳ​ຂອງ​ເຮົາ? (ຂ) ເຮົາ​ຈະ​ພິຈາລະນາ​ເລື່ອງ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

20 ອີກ​ບໍ່​ດົນ ພະ​ເຍຊູ​ຄລິດ​ຜູ້​ນຳ​ຂອງ​ເຮົາ​ຈະ​ໄດ້ “ໄຊ​ຊະນະ​ຢ່າງ​ເດັດ​ຂາດ” ແລະ​ຈະ “ເຮັດ​ສິ່ງ​ທີ່​ໜ້າ​ເກງ​ຂາມ.” (ຄຳປາກົດ 6:2, ລ.ມ.; ຄຳເພງ 45:4, ລ.ມ.) ແມ່ນ​ແຕ່​ຕອນ​ນີ້​ເພິ່ນ​ກໍ​ກຳລັງ​ກຽມ​ເຮົາ​ສຳລັບ​ຊີວິດ​ໃນ​ໂລກ​ໃໝ່​ແລະ​ວຽກ​ທີ່​ເຮົາ​ຈະ​ເຮັດ​ຢູ່​ຫັ້ນ. ຕອນ​ນັ້ນ ເຮົາ​ຈະ​ໄດ້​ສອນ​ຄົນ​ທີ່​ຟື້ນ​ຂຶ້ນ​ມາ​ຈາກ​ຕາຍ​ແລະ​ຊ່ວຍ​ກັນ​ເຮັດ​ໃຫ້​ໂລກ​ນີ້​ເປັນ​ສວນ​ອຸທິຍານ.

21 ຖ້າ​ເຮົາ​ໄວ້​ວາງໃຈ​ພະ​ເຍຊູ​ຜູ້​ນຳ​ແລະ​ກະສັດ​ຂອງ​ເຮົາ​ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ ເພິ່ນ​ກໍ​ຈະ​ພາ​ເຮົາ​ເຂົ້າ​ໄປ​ໃນ​ໂລກ​ໃໝ່. (ອ່ານ​ຄຳເພງ 46:1-3) ທຸກ​ມື້​ນີ້​ອາດ​ມີ​ການ​ປ່ຽນ​ແປງ​ທີ່​ເຮົາ​ຮູ້ສຶກ​ວ່າ​ຮັບ​ໄດ້​ຍາກ ໂດຍ​ສະເພາະ​ຖ້າ​ມັນ​ສົ່ງ​ຜົນ​ກະທົບ​ຕໍ່​ເຮົາ​ແບບ​ບໍ່​ໄດ້​ຄາດ​ຄິດ. ຖ້າ​ສິ່ງ​ນັ້ນ​ເກີດ​ຂຶ້ນ ເຮົາ​ຈະ​ຍັງ​ມີ​ຄວາມ​ສະຫງົບ​ໃຈ​ແລະ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ເຮົາ​ຈະ​ພິຈາລະນາ​ເລື່ອງ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.

^ ຂໍ້ 8 ນັກ​ບູຮານຄະດີ​ໄດ້​ຄົ້ນ​ພົບ​ເມັດ​ເຂົ້າ​ຈຳນວນ​ຫຼາຍ​ໃນ​ຊາກ​ເມືອງ​ເຢລິໂກ ເຊິ່ງ​ຊາວ​ເມືອງ​ເກັບ​ກ່ຽວ​ໄວ້​ແຕ່​ຍັງ​ບໍ່​ໄດ້​ກິນ. ເລື່ອງ​ນີ້​ສະໜັບສະໜູນ​ເລື່ອງ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ເຮົາ​ວ່າ​ມີ​ການ​ລ້ອມ​ເມືອງ​ນີ້​ໃນ​ເວລາ​ສັ້ນໆແລະ​ຊາວ​ອິດສະລາແອນ​ຖືກ​ສັ່ງ​ຫ້າມ​ບໍ່​ໃຫ້​ກິນ​ເຂົ້າ​ຂອງ​ເມືອງ​ນີ້. ເນື່ອງ​ຈາກ​ເປັນ​ລະດູ​ເກັບ​ກ່ຽວ​ຈຶ່ງ​ເປັນ​ເວລາ​ທີ່​ເໝາະ​ຫຼາຍ​ສຳລັບ​ຊາວ​ອິດສະລາແອນ​ທີ່​ຈະ​ໄປ​ຍຶດ​ເອົາ​ເມືອງ​ນັ້ນ ເພາະ​ມີ​ອາຫານ​ອຸດົມ​ສົມບູນ​ໃນ​ທົ່ງ​ນາ.

^ ຂໍ້ 11 ເບິ່ງ​ຫໍສັງເກດການ (ບໍ່​ມີ​ໃນ​ພາສາ​ລາວ) ສະບັບ 15 ມີນາ 2003 ໜ້າ 24 ຂອບ “ໂປໂລ​ຖ່ອມ​ໃຈ​ຕອບ​ຮັບ​ການ​ທົດ​ສອບ.”