ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄວາມ​ກະລຸນາ—ຄຸນ​ລັກສະນະ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ

ຄວາມ​ກະລຸນາ—ຄຸນ​ລັກສະນະ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ

ຕອນ​ທີ່​ຄົນ​ອື່ນ​ປະຕິບັດ​ກັບ​ເຮົາ​ຢ່າງ​ກະລຸນາ ມັນ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ດີ​ແທ້ໆ. ເຮົາ​ຮູ້ສຶກ​ສະບາຍ​ໃຈ​ທີ່​ຮູ້​ວ່າ​ເຂົາ​ເຈົ້າ​ເປັນ​ຫ່ວງ​ເຮົາ. ເຮົາ​ເອງ​ກໍ​ຍັງ​ເຫັນ​ຄຸນຄ່າ​ທີ່​ຄົນ​ອື່ນ​ສະແດງ​ຄວາມ​ກະລຸນາ​ຕໍ່​ເຮົາ. ແລ້ວ​ເຮົາ​ເດ ເຮົາ​ຈະ​ເປັນ​ຄົນ​ກະລຸນາ​ໄດ້​ແນວ​ໃດ?

ຄົນ​ທີ່​ກະລຸນາ​ຈະ​ເປັນ​ຫ່ວງ​ຄົນ​ອື່ນ​ແທ້ໆແລະ​ສະແດງ​ອອກ​ໂດຍ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ. ລາວ​ບໍ່​ພຽງ​ແຕ່​ສຸພາບ ແຕ່​ລາວ​ປະຕິບັດ​ກັບ​ຄົນ​ອື່ນ​ຢ່າງ​ກະລຸນາ ຍ້ອນ​ວ່າ​ລາວ​ຮັກ​ແລະ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ເຂົາ​ເຈົ້າ. ທີ່​ສຳຄັນ​ຄື​ຄວາມ​ກະລຸນາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ. (ຄາລາຊີ 5:22, 23, ລ.ມ.) ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ກະລຸນາ. ດັ່ງ​ນັ້ນ ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ສະແດງ​ຄວາມ​ກະລຸນາ​ແນວ​ໃດ ແລະ​ເຮົາ​ຈະ​ຮຽນ​ແບບ​ພວກ​ເພິ່ນ​ໄດ້​ແນວ​ໃດ.

ພະ​ເຢໂຫວາ​ສະແດງ​ຄວາມ​ກະລຸນາ​ຕໍ່​ທຸກ​ຄົນ

ພະ​ເຢໂຫວາ​ສະແດງ​ຄວາມ​ກະລຸນາ​ຕໍ່​ທຸກ​ຄົນ ແມ່ນ​ແຕ່ ‘ຄົນ​ບໍ່​ມີ​ຄຸນ [“ຄົນ​ອະກະຕັນຍູ,” ລ.ມ.] ແລະ​ຄົນ​ຊົ່ວ​ຮ້າຍ.’ (ລືກາ 6:35) ຕົວຢ່າງ: ພະ​ເຢໂຫວາ ‘ໃຫ້​ຕາເວັນ​ຂຶ້ນ​ເທິງ​ຄົນ​ຊົ່ວ​ແລະ​ເທິງ​ຄົນ​ດີ ແລະ​ໃຊ້​ຝົນ​ຕົກ​ເທິງ​ຄົນ​ຊອບທຳ​ແລະ​ເທິງ​ຄົນ​ບໍ່​ຊອບທຳ.’ (ມັດທາຍ 5:45) ແມ່ນ​ແຕ່​ຄົນ​ທີ່​ບໍ່​ເຊື່ອ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ທີ່​ໃຫ້​ຊີວິດ​ກໍ​ຍັງ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ກະລຸນາ​ຂອງ​ພະອົງ​ແລະ​ມີ​ຄວາມ​ສຸກ​ໃນ​ຊີວິດ​ໃນ​ລະດັບ​ໜຶ່ງ.

ຕົວຢ່າງ​ທີ່​ດີ​ເລີດ​ຂອງ​ການ​ສະແດງ​ຄວາມ​ກະລຸນາ​ຂອງ​ພະ​ເຢໂຫວາ​ແມ່ນ​ເຫັນ​ໄດ້​ຈາກ​ສິ່ງ​ທີ່​ພະອົງ​ເຮັດ​ກັບ​ອາດາມ​ແລະ​ເອວາ. ບໍ່​ດົນ​ຫຼັງ​ຈາກ​ເຂົາ​ເຈົ້າ​ເຮັດ​ຜິດ “ເຂົາ​ໄດ້​ພາ​ກັນ​ເອົາ​ໃບ​ກົກເດື່ອເທດ​ມາ​ຫຍິບ​ໃສ່​ກັນ​ເປັນ​ເຄື່ອງ​ນຸ່ງ.” ແຕ່​ພະ​ເຢໂຫວາ​ຮູ້​ວ່າ​ເມື່ອ​ເຂົາ​ເຈົ້າ​ຢູ່​ນອກ​ສວນ​ເອເດນ ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ມີ​ເຄື່ອງ​ນຸ່ງ​ປົກ​ປ້ອງ​ທີ່​ເໝາະ​ສົມ ເພາະ​ແຜ່ນດິນ​ຖືກ​ຊາບ​ແຊ່ງ​ແລະ​ມີ​ແຕ່ “ໜາມ​ແລະ​ຫຍ້າ​ມີ​ໜາມ​ຮົກ.” ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ໄດ້ “ເອົາ​ໜັງ​ສັດ​ສ້າງ​ເສື້ອ​ຜ້າ” ໃຫ້​ເຂົາ​ເຈົ້າ.—ຕົ້ນເດີມ 3:7, 17, 18, 21

ເຖິງ​ວ່າ​ພະ​ເຢໂຫວາ​ເຮັດ​ດີ​ກັບ​ທັງ ‘ຄົນ​ຊົ່ວ​ແລະ​ຄົນ​ດີ’ ແຕ່​ພະອົງ​ກໍ​ກະລຸນາ​ຕໍ່​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ​ເປັນ​ພິເສດ. ຕົວຢ່າງ: ໃນ​ສະໄໝ​ທີ່​ຊາກາລີ​ເປັນ​ຜູ້​ພະຍາກອນ ທູດ​ສະຫວັນ​ອົງ​ໜຶ່ງ​ຮູ້ສຶກ​ກັງວົນ​ໃຈ​ຫຼາຍ ຍ້ອນ​ຊາວ​ອິດສະລາແອນ​ຢຸດ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ໃນ​ເມືອງ​ເຢຣຶຊາເລມ. ພະ​ເຢໂຫວາ​ໄດ້​ຟັງ​ສິ່ງ​ທີ່​ທູດ​ສະຫວັນ​ເວົ້າ ແລະ​ກໍ​ຕອບ​ລາວ “ຢ່າງ​ອ່ອນ​ໂຍນ​ແລະ​ປອບ​ໃຈ​ລາວ.” (ຊາກາລີ 1:12, 13, ລ.ມ.) ພະອົງ​ໄດ້​ປະຕິບັດ​ກັບ​ຜູ້​ພະຍາກອນ​ເອລີຢາ​ໃນ​ວິທີ​ທີ່​ຄ້າຍ​ຄື​ກັນ. ມີ​ເທື່ອ​ໜຶ່ງ​ທີ່​ເອລີຢາ​ຮູ້ສຶກ​ໂດດ​ດ່ຽວ​ແລະ​ທໍ້​ໃຈ​ຫຼາຍ​ຈົນ​ຂໍ​ພະ​ເຢໂຫວາ​ເຮັດ​ໃຫ້​ລາວ​ຕາຍ. ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ເອລີຢາ​ໂດຍ​ສົ່ງ​ທູດ​ສະຫວັນ​ອົງ​ໜຶ່ງ​ມາ​ໃຫ້​ກຳລັງ​ໃຈ​ລາວ. ພະອົງ​ຍັງ​ຮັບຮອງ​ກັບ​ລາວ​ວ່າ ລາວ​ບໍ່​ໄດ້​ຢູ່​ໂດດ​ດ່ຽວ. ຄວາມ​ກະລຸນາ​ຂອງ​ພະ​ເຢໂຫວາ​ໄດ້​ຊ່ວຍ​ເອລີຢາ​ໃຫ້​ເຮັດ​ວຽກ​ມອບ​ໝາຍ​ຕໍ່​ໄປ​ໄດ້. (1 ກະສັດ 19:1-18) ໃນ​ບັນດາ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທັງ​ໝົດ ໃຜ​ທີ່​ເຈົ້າ​ຄິດ​ວ່າ​ສະແດງ​ຄວາມ​ກະລຸນາ​ຄື​ກັບ​ພະອົງ​ໄດ້​ດີ​ທີ່​ສຸດ?

ພະ​ເຍຊູ​ມີ​ຄວາມ​ກະລຸນາ​ແທ້ໆ

ຕອນ​ພະ​ເຍຊູ​ຢູ່​ເທິງ​ໂລກ ຜູ້​ຄົນ​ເຫັນ​ວ່າ​ເພິ່ນ​ກະລຸນາ​ຫຼາຍ​ແທ້ໆ. ເພິ່ນ​ບໍ່​ເຄີຍ​ຫຍາບ​ຄາຍ ຫຼື​ພະຍາຍາມ​ບັງຄັບ​ຄົນ​ອື່ນ​ໃຫ້​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ຕ້ອງການ. ເພິ່ນ​ເປັນ​ຫ່ວງ​ຄົນ​ອື່ນ​ແທ້ໆ. ເພິ່ນ​ບອກ​ວ່າ: “ທ່ານ​ທັງ​ຫຼາຍ​ທີ່​ເມື່ອຍ​ດ້ວຍ​ການ​ຍາກ​ແລະ​ຖື​ຂອງ​ໜັກ ຈົ່ງ​ມາ​ຫາ​ເຮົາ​ເຖີ້ນ ແລະ​ເຮົາ​ຈະ​ປະທານ​ຄວາມ​ເຊົາ​ເມື່ອຍ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ. . . . ແອກ​ຂອງ​ເຮົາ​ກໍ​ງ່າຍ.” (ມັດທາຍ 11:28-30) ຍ້ອນ​ເພິ່ນ​ເປັນ​ຄົນ​ກະລຸນາ ຜູ້​ຄົນ​ຈຶ່ງ​ຢາກ​ຕິດ​ຕາມ​ບໍ່​ວ່າ​ເພິ່ນ​ຈະ​ໄປ​ໃສ​ກໍ​ຕາມ. ພະ​ເຍຊູ​ຮູ້ສຶກ​ອີ່ຕົນ​ເຂົາ​ເຈົ້າ​ກໍ​ເລີຍ​ລ້ຽງ​ອາຫານ ປິ່ນປົວ​ເຂົາ​ເຈົ້າ ແລະ​ສອນ​ເຂົາ​ເຈົ້າ “ຫຼາຍ​ສິ່ງ​ຫຼາຍ​ຂໍ້” ກ່ຽວ​ກັບ​ພໍ່​ຂອງ​ເພິ່ນ.—ມາລະໂກ 6:34; ມັດທາຍ 14:14; 15:32-38

ພະ​ເຍຊູ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ​ແລະ​ປະຕິບັດ​ຢ່າງ​ກະລຸນາ. ແມ່ນ​ແຕ່​ຕອນ​ທີ່​ເພິ່ນ​ບໍ່​ສະດວກ ເພິ່ນ​ກໍ​ຍັງ​ເຕັມ​ໃຈ​ຊ່ວຍ​ທຸກ​ຄົນ​ທີ່​ມາ​ຫາ​ເພິ່ນ. (ລືກາ 9:10, 11) ຂໍ​ໃຫ້​ຄິດ​ເຖິງ​ຜູ້​ຍິງ​ທີ່​ເປັນ​ພະຍາດ​ເລືອດ​ຕົກ. ລາວ​ຢາກ​ໄດ້​ຮັບ​ການ​ປິ່ນປົວ ລາວ​ຈຶ່ງ​ໄປ​ຈັບ​ເຄື່ອງ​ນຸ່ງ​ຂອງ​ພະ​ເຍຊູ. ແຕ່​ຕາມ​ກົດ​ໝາຍ​ຂອງ​ໂມເຊ​ແລ້ວ ລາວ​ບໍ່​ຄວນ​ເຮັດ​ແບບ​ນັ້ນ​ເພາະ​ລາວ​ບໍ່​ສະອາດ. (ພວກເລວີ 15:25-28) ພະ​ເຍຊູ​ເຮັດ​ແນວ​ໃດ? ເພິ່ນ​ບໍ່​ໄດ້​ຮ້າຍ​ລາວ. ເພິ່ນ​ເຫັນ​ວ່າ​ລາວ​ຢ້ານ​ຫຼາຍ​ແລະ​ເພິ່ນ​ກໍ​ຮູ້ສຶກ​ອີ່ຕົນ​ຍ້ອນ​ລາວ​ທົນ​ທຸກ​ມາ 12 ປີ​ແລ້ວ. ພະ​ເຍຊູ​ບອກ​ລາວ​ວ່າ: “ລູກ​ຍິງ​ເອີຍ ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ກະທຳ​ໃຫ້​ເຈົ້າ​ດີ​ແລ້ວ. ຈົ່ງ​ໄປ​ດ້ວຍ​ຄວາມ​ສຸກ​ສຳລານ​ແລະ​ໃຫ້​ເຈົ້າ​ດີ​ພະຍາດ​ເຖີ້ນ.” (ມາລະໂກ 5:25-34) ພະ​ເຍຊູ​ມີ​ຄວາມ​ກະລຸນາ​ແທ້ໆ!

ຄົນ​ທີ່​ກະລຸນາ​ຈະ​ຊ່ວຍ​ເຫຼືອ​ຄົນ​ອື່ນ

ໃນ​ຕົວຢ່າງ​ທີ່​ເຮົາ​ໄດ້​ເບິ່ງ​ໄປ​ແລ້ວ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ຖ້າ​ເຮົາ​ເປັນ​ຄົນ​ກະລຸນາ ເຮົາ​ກໍ​ຈະ​ເຮັດ​ສິ່ງ​ທີ່​ຊ່ວຍ​ເຫຼືອ​ຄົນ​ອື່ນ. ພະ​ເຍຊູ​ເນັ້ນ​ວ່າ​ເລື່ອງ​ນີ້​ສຳຄັນ​ຫຼາຍ​ໂດຍ​ເລົ່າ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ຊາວ​ສະມາລີ. ຊາຍ​ຢິວ​ຄົນ​ໜຶ່ງ​ຖືກ​ໂຈນ​ປຸ້ນ ຖືກ​ທຸບ​ຕີ ແລະ​ຖິ້ມ​ໃຫ້​ຕາຍ​ຂ້າງ​ທາງ. ເມື່ອ​ຊາວ​ສະມາລີ​ຄົນ​ໜຶ່ງ​ຜ່ານ​ມາ​ເຫັນ​ກໍ​ເລີຍ​ຮູ້ສຶກ​ອີ່ຕົນ​ຫຼາຍ ເຖິງ​ວ່າ​ຊາວ​ສະມາລີ​ແລະ​ຊາວ​ຢິວ​ຈະ​ກຽດ​ຊັງ​ກັນ. ຄວາມ​ກະລຸນາ​ກະຕຸ້ນ​ລາວ​ໃຫ້​ຊ່ວຍ​ຊາຍ​ຢິວ​ຄົນ​ນີ້. ລາວ​ອະນາໄມ​ບາດ​ແຜ​ໃຫ້​ແລະ​ພາ​ໄປ​ພັກ​ຢູ່​ໂຮງ​ແຮມ. ລາວ​ຈ່າຍ​ເງິນ​ໃຫ້​ເຈົ້າ​ຂອງ​ໂຮງ​ແຮມ​ເພື່ອ​ເບິ່ງ​ແຍງ​ຊາຍ​ຊາວ​ຢິວ ແລະ​ເຖິງ​ກັບ​ສະເໜີ​ຈ່າຍ​ເງິນ​ໃຫ້​ອີກ​ຖ້າ​ມີ​ຄ່າ​ໃຊ້​ຈ່າຍ​ເພີ່ມ​ເຕີມ.—ລືກາ 10:29-37

ຄວາມ​ກະລຸນາ​ຈະ​ກະຕຸ້ນ​ເຮົາ​ໃຫ້​ເວົ້າ​ແລະ​ເຮັດ​ໃນ​ແບບ​ທີ່​ຄຳນຶງ​ເຖິງ​ຄົນ​ອື່ນ​ແລະ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ. ຄຳພີ​ໄບເບິນ​ບອກ​ວ່າ: “ຄວາມ​ອຸກ​ໃຈ​ເຮັດ​ໃຫ້​ໜັກ​ໃຈ ແຕ່​ຄຳ​ເວົ້າ​ດີໆເຮັດ​ໃຫ້​ມີ​ກຳລັງ​ໃຈ.” (ສຸພາສິດ 12:25, ລ.ມ.) ເມື່ອ​ຄວາມ​ກະລຸນາ​ແລະ​ຄວາມ​ດີ​ກະຕຸ້ນ​ເຮົາ​ໃຫ້​ເວົ້າ​ສິ່ງ​ທີ່​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ ເຮົາ​ກໍ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. * (ເບິ່ງ​ໄຂ​ເງື່ອນ) ຄຳ​ເວົ້າ​ທີ່​ກະລຸນາ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຫ່ວງ​ເຂົາ​ເຈົ້າ ແລະ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ອົດ​ທົນ​ກັບ​ບັນຫາ​ໃນ​ຊີວິດ​ງ່າຍ​ຂຶ້ນ.—ສຸພາສິດ 16:24

ເຮົາ​ຈະ​ເປັນ​ຄົນ​ກະລຸນາ​ໄດ້​ແນວ​ໃດ

ເຮົາ​ທຸກ​ຄົນ​ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ອື່ນ​ໄດ້​ຍ້ອນ​ເຮົາ​ຖືກ​ສ້າງ​ຕາມ​ຮູບ​ແບບ​ຂອງ​ພະເຈົ້າ. (ຕົ້ນເດີມ 1:27) ຕົວຢ່າງ: ຢູເລ​ເຊິ່ງ​ເປັນ​ທະຫານ​ໂລມ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຄຸມ​ໂປໂລ​ໄປ​ເມືອງ​ໂລມ ລາວ ‘ໄດ້​ເມດຕາ​ທ່ານ​ໂປໂລ ແລະ​ອະນຸຍາດ​ໃຫ້​ທ່ານ​ໄປ​ຫາ​ພວກ​ສ່ຽວ​ຂອງ​ທ່ານ​ເພື່ອ​ເຂົາ​ຈະ​ບົວລະບັດ​ທ່ານ’ ທີ່​ເມືອງ​ຊີດົນ. (ກິດຈະການ 27:3) ຕອນ​ທີ່​ໂປໂລ​ແລະ​ຄົນ​ອື່ນໆເດີນ​ທາງ ເຮືອ​ຂອງ​ເຂົາ​ເຈົ້າ​ໄດ້​ແຕກ ຊາວ​ເກາະ​ມາ​ເລ​ຕາ​ໄດ້​ສະແດງ​ຄວາມ “ເມດຕາ​ມາກ​ຫຼາຍ” ຕໍ່​ເຂົາ​ເຈົ້າ ແລະ​ເຖິງ​ກັບ​ດັງ​ໄຟ​ເພື່ອ​ໃຫ້​ຄວາມ​ອົບອຸ່ນ. (ກິດຈະການ 28:1, 2) ຄົນ​ເຫຼົ່າ​ນີ້​ໄດ້​ເຮັດ​ສິ່ງ​ທີ່​ດີ​ຫຼາຍ. ແຕ່​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ ເຮົາ​ຕ້ອງ​ສະແດງ​ຄວາມ​ກະລຸນາ​ຕະຫຼອດ​ເວລາ ບໍ່​ແມ່ນ​ພຽງ​ບາງ​ຄັ້ງ​ບາງ​ຄາວ​ເທົ່າ​ນັ້ນ.

ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ນິດໄສ​ທີ່​ກະລຸນາ ແລະ​ສະແດງ​ຄວາມ​ກະລຸນາ​ສະເໝີ. ນັ້ນ​ເປັນ​ເຫດຜົນ​ທີ່​ພະອົງ​ບອກ​ເຮົາ​ໃຫ້​ເອົາ​ຄວາມ​ກະລຸນາ “ຫົ່ມ” ຕົວ​ໄວ້. (ໂກໂລດ 3:12) ແຕ່​ກໍ​ບໍ່​ງ່າຍ​ທີ່​ຈະ​ສະແດງ​ຄວາມ​ກະລຸນາ​ຕະຫຼອດ​ເວລາ. ຍ້ອນ​ຫຍັງ? ອາດ​ເປັນ​ຍ້ອນ​ເຮົາ​ອາຍ ຢ້ານ​ເຮັດ​ໄດ້​ບໍ່​ດີ ຫຼື​ອາດ​ເຫັນ​ແກ່​ຕົວ​ແດ່​ໜ້ອຍ​ໜຶ່ງ ຫຼື​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ກະລຸນາ​ຕໍ່​ຄົນ​ທີ່​ເຮັດ​ບໍ່​ດີ​ກັບ​ເຮົາ. ແຕ່​ຖ້າ​ເຮົາ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ແລະ​ພະຍາຍາມ​ຮຽນ​ແບບ​ພະ​ເຢໂຫວາ ພະອົງ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ກະລຸນາ​ແທ້ໆໄດ້.—1 ໂກລິນໂທ 2:12

ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ​ຄົນ​ກະລຸນາ​ຫຼາຍ​ຂຶ້ນ? ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຕັ້ງ​ໃຈ​ຟັງ​ຄົນ​ອື່ນ​ແລະ​ພະຍາຍາມ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ​ບໍ? ຂ້ອຍ​ເບິ່ງ​ອອກ​ບໍ​ເມື່ອ​ຄົນ​ອື່ນ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ? ຄັ້ງ​ສຸດ​ທ້າຍ​ແມ່ນ​ຕອນ​ໃດ​ທີ່​ຂ້ອຍ​ສະແດງ​ຄວາມ​ກະລຸນາ​ກັບ​ຄົນ​ອື່ນ​ທີ່​ບໍ່​ແມ່ນ​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ສະໜິດ?’ ຈາກ​ນັ້ນ​ໃຫ້​ຕັ້ງ​ເປົ້າ​ໝາຍ​ເຊັ່ນ: ພະຍາຍາມ​ຮູ້ຈັກ​ຄົນ​ທີ່​ຢູ່​ອ້ອມ​ຕົວ​ໃຫ້​ຫຼາຍ​ຂຶ້ນ​ໂດຍ​ສະເພາະ​ພີ່​ນ້ອງ​ໃນ​ປະຊາຄົມ. ໂດຍ​ວິທີ​ນີ້​ເຈົ້າ​ຈະ​ຮູ້​ວ່າ​ເຂົາ​ເຈົ້າ​ມີ​ບັນຫາ​ຫຍັງ​ແດ່​ແລະ​ຕ້ອງການ​ຫຍັງ. ຈາກ​ນັ້ນ ໃຫ້​ພະຍາຍາມ​ກະລຸນາ​ຕໍ່​ຄົນ​ອື່ນ​ຄື​ກັບ​ທີ່​ເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ຕໍ່​ເຈົ້າ. (ມັດທາຍ 7:12) ສຸດ​ທ້າຍ​ໃຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ແລະ​ພະອົງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ຄົນ​ກະລຸນາ​ຕາມ​ທີ່​ເຈົ້າ​ໄດ້​ພະຍາຍາມ.—ລືກາ 11:13

ຄວາມ​ກະລຸນາ​ສົ່ງ​ຜົນ​ຕໍ່​ຄົນ​ອື່ນ​ແນວ​ໃດ

ອັກຄະສາວົກ​ໂປໂລ​ເວົ້າ​ເຖິງ​ສິ່ງ​ຕ່າງໆທີ່​ເຮັດ​ໃຫ້​ລາວ​ເປັນ​ຜູ້​ຮັບໃຊ້​ທີ່​ດີ ໜຶ່ງ​ໃນ​ນັ້ນ​ກໍ​ຄື​ຄວາມ​ກະລຸນາ. (2 ໂກລິນໂທ 6:3-6) ຜູ້​ຄົນ​ມັກ​ໂປໂລ​ຍ້ອນ​ລາວ​ເວົ້າ​ແລະ​ເຮັດ​ສິ່ງ​ທີ່​ກະລຸນາ ແລະ​ຮູ້ສຶກ​ວ່າ​ລາວ​ເປັນ​ຫ່ວງ​ເຂົາ​ເຈົ້າ. (ກິດຈະການ 28:30, 31) ຄ້າຍ​ຄື​ກັນ ຖ້າ​ເຮົາ​ເປັນ​ຄົນ​ກະລຸນາ ຄົນ​ອື່ນ​ກໍ​ອາດ​ຢາກ​ຮຽນ​ຮູ້​ຄວາມ​ຈິງ​ຫຼາຍ​ຂຶ້ນ. ເມື່ອ​ເຮົາ​ສະແດງ​ຄວາມ​ກະລຸນາ​ຕໍ່​ທຸກ​ຄົນ ລວມ​ທັງ​ຄົນ​ທີ່​ເຮັດ​ບໍ່​ດີ​ຕໍ່​ເຮົາ ເຂົາ​ເຈົ້າ​ອາດ​ຮູ້ສຶກ​ປະທັບ​ໃຈ​ແລະ​ປ່ຽນ​ວີ​ທີ​ເບິ່ງ​ເຮົາ. (ໂລມ 12:20) ບາງ​ເທື່ອ​ມື້​ໜຶ່ງ​ເຂົາ​ເຈົ້າ​ອາດ​ຢາກ​ຮຽນ​ຄຳພີ​ໄບເບິນ​ກໍ​ໄດ້.

ໃນ​ໂລກ​ໃໝ່ ທຸກ​ຄົນ​ຈະ​ສະແດງ​ຄວາມ​ກະລຸນາ​ຕໍ່​ກັນ. ຄົນ​ທີ່​ຟື້ນ​ຄືນ​ຈາກ​ຕາຍ​ຈະ​ຖືກ​ປະຕິບັດ​ຢ່າງ​ກະລຸນາ ບາງ​ຄົນ​ກໍ​ເປັນ​ເທື່ອ​ທຳອິດ​ທີ່​ຖືກ​ປະຕິບັດ​ແບບ​ນີ້. ສິ່ງ​ນີ້​ຈະ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ປະຕິບັດ​ກັບ​ຄົນ​ອື່ນ​ຢ່າງ​ກະລຸນາ​ຄື​ກັນ. ທີ່​ຈິງ ໃຜ​ກໍ​ຕາມ​ທີ່​ບໍ່​ສະແດງ​ຄວາມ​ກະລຸນາ​ແລະ​ບໍ່​ຢາກ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ກໍ​ຈະ​ບໍ່​ໄດ້​ຢູ່​ໃນ​ໂລກ​ໃໝ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ. ມີ​ແຕ່​ຄົນ​ທີ່​ສະແດງ​ຄວາມ​ຮັກ​ແລະ​ກະລຸນາ​ເທົ່າ​ນັ້ນ​ທີ່​ຈະ​ໄດ້​ຢູ່​ໃນ​ໂລກ​ໃໝ່​ທີ່​ເປັນ​ອຸທິຍານ. (ຄຳເພງ 37:9-11) ໂລກ​ໃນ​ຕອນ​ນັ້ນ​ຈະ​ສະຫງົບ​ສຸກ​ແລະ​ປອດໄພ​ແທ້ໆ! ແຕ່​ກ່ອນ​ຈະ​ເຖິງ​ມື້​ນັ້ນ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາ​ການ​ເປັນ​ຄົນ​ກະລຸນາ​ແນວ​ໃດ?

ປະໂຫຍດ​ຂອງ​ການ​ເປັນ​ຄົນ​ກະລຸນາ

ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ມີ​ເມດຕາ​ຈະ​ໄດ້​ສິ່ງ​ດີ​ກັບ​ມາ.” (ສຸພາສິດ 11:17, ລ.ມ.) ຜູ້​ຄົນ​ມັກ​ຢູ່​ກັບ​ຄົນ​ທີ່​ກະລຸນາ ແລະ​ເຂົາ​ເຈົ້າ​ກໍ​ມັກ​ປະຕິບັດ​ກັບ​ລາວ​ຢ່າງ​ກະລຸນາ​ຄື​ກັນ. ພະ​ເຍຊູ​ບອກ​ວ່າ: ‘ທ່ານ​ຈະ​ເອົາ​ຂອງ​ຜອງ​ຢ່າງ​ໃດ​ໃຫ້​ເຂົາ ເຂົາ​ຈະ​ເອົາ​ຂອງ​ຜອງ​ຢ່າງ​ນັ້ນ​ໃຫ້​ທ່ານ.’ (ລືກາ 6:38) ດັ່ງ​ນັ້ນ​ຈຶ່ງ​ເປັນ​ເລື່ອງ​ງ່າຍ​ທີ່​ຄົນ​ກະລຸນາ​ຈະ​ຫາ​ໝູ່​ທີ່​ດີ​ແລະ​ເປັນ​ໝູ່​ກັນ​ໄດ້​ດົນ.

ອັກຄະສາວົກ​ໂປໂລ​ບອກ​ພີ່​ນ້ອງ​ໃນ​ປະຊາຄົມ​ເມືອງ​ເອເຟດ​ໃຫ້ “ມີ​ໃຈ​ດີ [ກະລຸນາ] ແກ່​ກັນ​ແລະ​ກັນ ມີ​ໃຈ​ອ່ອນ​ໃຈ​ອີ່ດູ​ກັນ​ແລະ​ກັນ ແລະ​ຍົກ​ໂທດ​ໃຫ້​ກັນ.” (ເອເຟດ 4:32) ເມື່ອ​ທຸກ​ຄົນ​ໃນ​ປະຊາຄົມ​ເປັນ​ຄົນ​ກະລຸນາ​ແລະ​ເຫັນ​ອົກ​ເຫັນ​ໃຈ​ກັນ ທັງ​ປະຊາຄົມ​ກໍ​ຈະ​ເຂັ້ມແຂງ​ແລະ​ເປັນ​ໜຶ່ງ​ດຽວ​ກັນ. ເຮົາ​ບໍ່​ຢາກ​ວິພາກ​ວິຈານ ຊຸບຊິບ​ນິນທາ ແລະ​ແມ່ນ​ແຕ່​ໃຊ້​ຄຳ​ເວົ້າ​ທີ່​ແຮງໆ ຫຼື​ເວົ້າ​ຕະຫຼົກ​ແບບ​ເຈັບໆ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ສິ່ງ​ທີ່​ເຮົາ​ເວົ້າ​ຄວນ​ເປັນ​ປະໂຫຍດ​ແລະ​ໃຫ້​ກຳລັງ​ໃຈ​ກັນ​ສະເໝີ. (ສຸພາສິດ 12:18) ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ພີ່​ນ້ອງ​ໃນ​ປະຊາຄົມ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ.

ດັ່ງ​ທີ່​ໄດ້​ຮຽນ​ໄປ​ແລ້ວ ຄວາມ​ກະລຸນາ​ເປັນ​ຄຸນ​ລັກສະນະ​ໜຶ່ງ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ. ເມື່ອ​ເຮົາ​ເປັນ​ຄົນ​ກະລຸນາ ເຮົາ​ກໍ​ຮຽນ​ແບບ​ພະ​ເຢໂຫວາ​ພະເຈົ້າ​ທີ່​ສະແດງ​ຄວາມ​ຮັກ​ແລະ​ໃຈ​ກວ້າງ. (ເອເຟດ 5:1) ນີ້​ຈະ​ເຮັດ​ໃຫ້​ປະຊາຄົມ​ຂອງ​ເຮົາ​ເຂັ້ມແຂງ ແລະ​ກະຕຸ້ນ​ຄົນ​ອື່ນໆໃຫ້​ຢາກ​ຮັບໃຊ້​ພະ​ເຢໂຫວາ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ໃຫ້​ຄົນ​ອື່ນໆເຫັນ​ວ່າ ພະຍານ​ພະ​ເຢໂຫວາ​ເປັນ​ຄົນ​ທີ່​ກະລຸນາ​ສະເໝີ!

^ ຂໍ້ 13 ໃນ​ອະນາຄົດ​ເຮົາ​ຈະ​ເວົ້າ​ເຖິງ​ຄວາມ​ດີ​ໃນ​ບົດ​ຄວາມ​ຊຸດ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.