“ຄົນດີຈະມີຄວາມສຸກເພາະສິ່ງທີ່ພະເຢໂຫວາເຮັດ”
ໃນບໍ່ເທົ່າໃດປີຜ່ານມາ ພີ່ນ້ອງໄດອານາອາຍຸຫຼາຍກວ່າ 80 ປີໄດ້ປະສົບກັບຄວາມທຸກໜັກຫຼາຍ. ຜົວຂອງລາວເປັນໂລກຄວາມຈຳເສື່ອມແລະຕາຍຕອນທີ່ຢູ່ສູນເບິ່ງແຍງຄົນຊະລາ. ຕໍ່ມາລູກຊາຍທັງສອງກໍຕາຍແລະລາວເອງກໍເປັນມະເຮັງເຕົ້ານົມ. ແຕ່ເມື່ອພີ່ນ້ອງເຫັນລາວຢູ່ຫໍປະຊຸມຫຼືໃນວຽກປະກາດ ເຂົາເຈົ້າກໍສັງເກດເຫັນວ່າລາວມີຄວາມສຸກຕະຫຼອດ.
ພີ່ນ້ອງຈອນເປັນຜູ້ດູແລເດີນທາງຫຼາຍກວ່າ 43 ປີ. ລາວມັກວຽກມອບໝາຍນີ້ແທ້ໆຈົນບໍ່ຢາກເຮັດອັນອື່ນ. ແຕ່ລາວຕ້ອງເຊົາເຮັດວຽກນີ້ເພື່ອມາເບິ່ງແຍງຍາດພີ່ນ້ອງທີ່ເຈັບປ່ວຍ. ເມື່ອພີ່ນ້ອງພົບລາວຢູ່ການປະຊຸມໃຫຍ່ຫຼືການປະຊຸມພາກ ເຂົາເຈົ້າກໍສັງເກດເຫັນວ່າລາວຍັງມີຄວາມສຸກຫຼາຍຄືເກົ່າ.
ເປັນຫຍັງພີ່ນ້ອງໄດອານາແລະຈອນຍັງມີຄວາມສຸກໄດ້? ຜູ້ທີ່ເຈິຄວາມທຸກໜັກຈະມີຄວາມສຸກໄດ້ແນວໃດ? ຜູ້ທີ່ຕ້ອງເຊົາເຮັດວຽກທີ່ຕົວເອງມັກຈະມີຄວາມສຸກໄດ້ແນວໃດ? ຄຳພີໄບເບິນໃຫ້ຄຳຕອບວ່າ: “ຄົນດີຈະມີຄວາມສຸກເພາະສິ່ງທີ່ພະເຢໂຫວາເຮັດ.” (ຄຳເພງ 64:10, ລ.ມ.) ເຮົາຈະເຂົ້າໃຈຂໍ້ນີ້ຫຼາຍຂຶ້ນເມື່ອຮູ້ວ່າສິ່ງໃດເຮັດໃຫ້ເຮົາມີຄວາມສຸກຖາວອນແລະຄວາມສຸກຊົ່ວຄາວ.
ຄວາມສຸກຊົ່ວຄາວ
ບາງສິ່ງເຮັດໃຫ້ມີຄວາມສຸກທັນທີ ເຊັ່ນ: ຄູ່ບ່າວສາວທີ່ຮັກກັນໄດ້ແຕ່ງດອງກັນ. ພໍ່ແມ່ທີ່ຫາກໍໄດ້ລູກຄົນທຳອິດ ຫຼືຜູ້ທີ່ໄດ້ຮັບວຽກມອບໝາຍໃໝ່ໃນການຮັບໃຊ້ພະເຢໂຫວາ. ເຮົາມີຄວາມສຸກຈາກສິ່ງເຫຼົ່ານີ້ເພາະເປັນຂອງຂວັນຈາກພະເຢໂຫວາ. ພະອົງກໍ່ຕັ້ງຊີວິດແຕ່ງດອງ ໃຫ້ຄວາມສາມາດທີ່ຈະມີລູກ ແລະໃຫ້ໂອກາດເຮັດວຽກໃນອົງການຂອງພະອົງ.—ຕົ້ນເດີມ 2:18, 22; ຄຳເພງ 127:3; 1 ຕີໂມເຕ 3:1
ແຕ່ບາງສິ່ງເຮັດໃຫ້ເຮົາມີຄວາມສຸກພຽງແຕ່ຊົ່ວຄາວ. ໜ້າເສົ້າໃຈ ຄູ່ແຕ່ງດອງອາດຈະບໍ່ສັດຊື່ຫຼືຕາຍໄປ. (ເອເຊກຽນ 24:18; ໂອເຊ 3:1) ລູກອາດບໍ່ເຊື່ອຟັງພໍ່ແມ່ແລະພະເຈົ້າ ແລະເຖິງຂັ້ນຖືກຕັດສຳພັນ ຕົວຢ່າງ: ລູກຊາຍຂອງຊາເມືອນບໍ່ໄດ້ເຮັດວຽກຮັບໃຊ້ພະເຢໂຫວາໃນແບບທີ່ພະອົງຍອມຮັບ ແລະດາວິດກໍມີບັນຫາວຸ່ນວາຍຫຼາຍໃນຄອບຄົວເພາະລາວເຮັດຜິດກັບບາດເຊບາ. (1 ຊາເມືອນ 8:1-3; ) ເມື່ອເລື່ອງແບບນີ້ເກີດຂຶ້ນ ມັນເຮັດໃຫ້ເຮົາທຸກໃຈແລະເຈັບປວດຫຼາຍ ບໍ່ມີຄວາມສຸກເລີຍ. 2 ຊາເມືອນ 12:11
ຄ້າຍຄືກັນ ເຮົາອາດຕ້ອງເຊົາເຮັດວຽກມອບໝາຍໃນການຮັບໃຊ້ພະເຈົ້າ ຍ້ອນເຈັບປ່ວຍໜັກ ຫຼືຕ້ອງເບິ່ງແຍງຍາດພີ່ນ້ອງ ຫຼືມີການປ່ຽນແປງໃນອົງການ. ຫຼາຍຄົນທີ່ຕ້ອງເຊົາເຮັດວຽກມອບໝາຍບອກວ່າ ເຂົາເຈົ້າຄິດຮອດຄວາມສຸກທີ່ເຄີຍມີຕອນທີ່ເຮັດວຽກມອບໝາຍນັ້ນ.
ເຫັນໄດ້ແຈ້ງວ່າສິ່ງແບບນັ້ນທີ່ເຮັດໃຫ້ເຮົາມີຄວາມສຸກຈະຢູ່ຊົ່ວຄາວ. ດັ່ງນັ້ນ ເຮົາຈະມີຄວາມສຸກຖາວອນໄດ້ບໍເມື່ອຊີວິດມີບັນຫາໜັກ? ໄດ້ແທ້ ເພາະຊາເມືອນ ດາວິດ ແລະຄົນອື່ນໆກໍຍັງມີຄວາມສຸກໄດ້ເມື່ອປະສົບກັບຄວາມຫຍຸ້ງຍາກ.
ຄວາມສຸກຖາວອນ
ພະເຍຊູຮູ້ວ່າຄວາມສຸກແທ້ເປັນແນວໃດ. ກ່ອນທີ່ເພິ່ນຈະມາເທິງໂລກ ຄຳພີໄບເບິນບອກວ່າ: ເພິ່ນ “ຊົມຊື່ນຍິນດີຕໍ່ໜ້າ [ພະເຢໂຫວາ] ເລື້ອຍບໍ່ຂາດ.” (ສຸພາສິດ 8:30) ຕອນທີ່ຢູ່ເທິງໂລກນີ້ ບາງຄັ້ງເພິ່ນປະສົບກັບບັນຫາທີ່ຫຍຸ້ງຍາກໃນວຽກຮັບໃຊ້ ແຕ່ເພິ່ນກໍມີຄວາມສຸກທີ່ໄດ້ເຮັດຕາມໃຈປະສົງຂອງພໍ່. (ໂຢຮັນ 4:34) ແຕ່ຕອນທ້າຍຂອງຊີວິດເພິ່ນເດ? ຄຳພີໄບເບິນບອກວ່າ: “ທ່ານຍອມທົນທຸກແລະບໍ່ຄິດເຖິງຄວາມອັບອາຍທີ່ຕ້ອງຕາຍເທິງເສົາທໍລະມານເພາະທ່ານຄິດເຖິງຄວາມຍິນດີທີ່ລໍຖ້າຢູ່ທາງໜ້າ.” (ເຫບເລີ 12:2, ລ.ມ.) ດັ່ງນັ້ນ ໃຫ້ເຮົາມາເບິ່ງ 2 ສິ່ງທີ່ພະເຍຊູເວົ້າກ່ຽວກັບຄວາມສຸກແທ້.
ຕອນທີ່ລູກສິດ 70 ຄົນກັບມາຫາພະເຍຊູຫຼັງຈາກໄປປະກາດ ເຂົາເຈົ້າມີຄວາມສຸກຫຼາຍຍ້ອນທຸກສິ່ງທີ່ໄດ້ເຮັດ ແລະເຖິງຂັ້ນຂັບໄລ່ຜີປີສາດໄດ້. ແຕ່ເພິ່ນບອກເຂົາເຈົ້າວ່າ: “ຢ່າຊູ່ຊົມຊື່ນຍິນດີເພາະເຫດຜີທັງຫຼາຍຢູ່ໃຕ້ບັງຄັບຂອງພວກທ່ານ ແຕ່ວ່າຈົ່ງຊົມຊື່ນຍິນດີເພາະເຫດນາມຊື່ຂອງທ່ານທັງຫຼາຍເປັນທີ່ຂຽນໄວ້ໃນສະຫວັນແລ້ວ.” (ລືກາ 10:1-9, 17, 20) ການໄດ້ຮັບຄວາມພໍໃຈຈາກພະເຢໂຫວາສຳຄັນທີ່ສຸດ ແລະເຮັດໃຫ້ມີຄວາມສຸກຫຼາຍກວ່າວຽກມອບໝາຍໃດກໍຕາມ.
ອີກໂອກາດໜຶ່ງຕອນທີ່ພະເຍຊູກຳລັງເວົ້າກັບກຸ່ມຄົນ ຜູ້ຍິງຊາວຢິວປະທັບໃຈກັບຄຳສອນເຖິງຂັ້ນບອກວ່າແມ່ຂອງເພິ່ນຄົງຕ້ອງມີຄວາມສຸກຫຼາຍທີ່ມີລູກແບບນີ້. ແຕ່ພະເຍຊູຕອບວ່າ: “ຄົນທັງຫຼາຍທີ່ຟັງພະຄຳຂອງພະເຈົ້າແລະຂັບລືກາ 11:27, 28) ການພູມໃຈໃນຕົວລູກເຮັດໃຫ້ເຮົາມີຄວາມສຸກໄດ້. ແຕ່ການເຊື່ອຟັງແລະມີສາຍສຳພັນທີ່ດີກັບພະເຢໂຫວາເຮັດໃຫ້ມີຄວາມສຸກຖາວອນ.
ຕາມພະຄຳນັ້ນກໍເປັນສຸກຫຼາຍກວ່າອີກ.” (ການຮູ້ວ່າພະເຢໂຫວາພໍໃຈເຮົາເຮັດໃຫ້ເຮົາມີຄວາມສຸກຫຼາຍ. ເຖິງວ່າສິ່ງທີ່ເຮົາເຈິໃນຊີວິດຈະເຮັດໃຫ້ເຮົາໜັກໃຈ ແຕ່ເຮົາກໍຍັງຮູ້ສຶກວ່າພະອົງພໍໃຈເຮົາ. ທີ່ຈິງ ຖ້າເຮົາຮັກສາຄວາມສັດຊື່ເມື່ອເຈິຄວາມທຸກລຳບາກ ເຮົາກໍຈະມີຄວາມສຸກຫຼາຍຂຶ້ນ. (ໂລມ 5:3-5) ພະອົງຍັງໃຫ້ພະລັງບໍລິສຸດກັບຜູ້ທີ່ໄວ້ວາງໃຈພະອົງ ແລະຄວາມສຸກເປັນໝາກຜົນຂອງພະລັງນັ້ນ. (ຄາລາຊີ 5:22) ນີ້ຊ່ວຍເຮົາເຂົ້າໃຈວ່າເປັນຫຍັງຄຳເພງ 64:10 ບອກວ່າ: “ຄົນດີຈະມີຄວາມສຸກເພາະສິ່ງທີ່ພະເຢໂຫວາເຮັດ.”
ນີ້ເປັນສາເຫດທີ່ພີ່ນ້ອງໄດອານາແລະພີ່ນ້ອງຈອນສາມາດມີຄວາມສຸກໄດ້ເຖິງວ່າປະສົບກັບບັນຫາທີ່ໜັກໜ່ວງໃນຊີວິດ. ພີ່ນ້ອງໄດອານາບອກວ່າ: “ຂ້ອຍໄວ້ວາງໃຈພະເຢໂຫວາຄືກັບລູກທີ່ໄວ້ໃຈພໍ່ແມ່. ຂ້ອຍຮູ້ສຶກວ່າພະອົງຊ່ວຍຂ້ອຍໃຫ້ສາມາດຍິ້ມແຍ້ມແຈ່ມໃສແລະປະກາດເປັນປະຈຳ.” ສິ່ງໃດຊ່ວຍພີ່ນ້ອງຈອນໃຫ້ມີຄວາມຍິນດີແລະຮັບໃຊ້ຕໍ່ໆໄປເຖິງວ່າລາວຕ້ອງເຊົາເຮັດວຽກມອບໝາຍເກົ່າ? ລາວບອກວ່າ: “ຂ້ອຍເລີ່ມສຶກສາສ່ວນຕົວຫຼາຍຂຶ້ນຕັ້ງແຕ່ຮັບວຽກມອບໝາຍເປັນຄູສອນໃນໂຮງຮຽນຝຶກອົບຮົບເພື່ອການຮັບໃຊ້.” ລາວອະທິບາຍວ່າ ລາວກັບເມຍປັບຕົວໄດ້ກໍຍ້ອນເຕັມໃຈເຮັດທຸກສິ່ງທີ່ພະເຈົ້າບອກໃຫ້ເຮັດ. ລາວເວົ້າຕື່ມອີກວ່າ: “ພວກເຮົາບໍ່ເສຍໃຈເລີຍ.”
ຫຼາຍຄົນປະສົບດ້ວຍຕົວເອງວ່າສິ່ງທີ່ຂຽນໄວ້ໃນຄຳເພງ 64:10 ເປັນຄວາມຈິງ. ຕົວຢ່າງ: ຄູ່ຜົວເມຍໜຶ່ງທີ່ຮັບໃຊ້ຢູ່ເບເທນໃນອາເມຣິກາຫຼາຍກວ່າ 30 ປີໄດ້ຖືກມອບໝາຍໃໝ່ໃຫ້ເປັນໄພໂອເນຍພິເສດ. ເຂົາເຈົ້າບອກວ່າ: “ເມື່ອເຮົາເສຍສິ່ງທີ່ເຮົາມັກ ເປັນເລື່ອງທຳມະຊາດທີ່ເຮົາຈະເສຍໃຈ . . . ແຕ່ຄວາມເສຍໃຈນັ້ນບໍ່ໄດ້ຢູ່ຕະຫຼອດໄປ.” ທັນທີທີ່ຮອດເຂດມອບໝາຍໃໝ່ ເຂົາເຈົ້າກໍເລີ່ມໄປປະກາດກັບພີ່ນ້ອງໃນປະຊາຄົມ. ເຂົາເຈົ້າບອກອີກວ່າ: “ເຮົາໄດ້ອະທິດຖານສະເພາະເຈາະຈົງຫຼາຍເລື່ອງ ແລະເມື່ອເຫັນຄຳອະທິດຖານໄດ້ຮັບຄຳຕອບ ເຮົາກໍມີກຳລັງໃຈແລະມີຄວາມສຸກ. ບໍ່ດົນຫຼັງຈາກຮອດເຂດໃໝ່ແລ້ວ ຄົນອື່ນໆໃນປະຊາຄົມກໍເລີ່ມເປັນໄພໂອເນຍແລະພວກເຮົາມີນັກສຶກສາທີ່ກ້າວໜ້າ 2 ຄົນເຊິ່ງເປັນພອນແທ້ໆ.”
“ຄວາມຍິນດີອັນຕະຫຼອດໄປເປັນນິດ”
ແນ່ນອນມັນບໍ່ງ່າຍທີ່ຈະມີຄວາມສຸກສະເໝີ ເພາະມີບາງຄັ້ງຄາວທີ່ເຮົາຈະຮູ້ສຶກເສຍໃຈ. ແຕ່ພະເຢໂຫວາໃຫ້ກຳລັງໃຈເຮົາດ້ວຍຄຳເວົ້າທີ່ຂຽນໄວ້ໃນຄຳເພງ 64:10. ເຖິງວ່າເຮົາຈະຮູ້ສຶກທໍ້ໃຈ ແຕ່ເຮົາໝັ້ນໃຈໄດ້ວ່າຖ້າເຮົາສັດຊື່ຕໍ່ພະອົງບໍ່ວ່າເຮົາຈະເຈິບັນຫາໃດກໍຕາມ ເຮົາກໍຈະມີ “ຄວາມສຸກເພາະສິ່ງທີ່ພະເຢໂຫວາເຮັດ.” ເຮົາຍັງສາມາດໝັ້ນໃຈວ່າຄຳສັນຍາຂອງພະເຢໂຫວາໃນເລື່ອງ “ຟ້າທັງຫຼາຍໃໝ່ກັບແຜ່ນດິນໂລກໃໝ່” ຈະສຳເລັດເປັນຈິງ. ໃນຕອນນັ້ນ ທຸກຄົນຈະສົມບູນແບບ ແລະຈະມີ “ຄວາມຍິນດີອັນຕະຫຼອດໄປເປັນນິດ” ເພາະທຸກສິ່ງທີ່ພະເຢໂຫວາຈະເຮັດ.—ເອຊາອີ 61:7; 65:17, 18
ຂໍໃຫ້ນຶກພາບເຖິງຄວາມໝາຍຂອງສິ່ງເຫຼົ່ານີ້. ທຸກຄົນຈະມີສຸຂະພາບທີ່ສົມບູນແບບແລະຈະຕື່ນແຕ່ເຊົ້າທຸກມື້ດ້ວຍຄວາມສົດຊື່ນແລະມີກຳລັງວັງຊາ. ບໍ່ວ່າເຮົາຈະເຄີຍເຈິສິ່ງໃດກໍຕາມທີ່ເຮັດໃຫ້ເຮົາເສຍໃຈໃນອະດີດ ສິ່ງນັ້ນຈະບໍ່ເຮັດໃຫ້ເຮົາເຈັບປວດອີກຕໍ່ໄປ. ເພາະພະເຢໂຫວາຮັບຮອງວ່າ: “ເຂົາຈະບໍ່ຈື່ຟ້າກັບດິນເດີມແລະສິ່ງນັ້ນຈະບໍ່ຂຶ້ນໃນໃຈ.” ເຮົາຈະໄດ້ຕ້ອນຮັບຄົນທີ່ເຮົາຮັກເຊິ່ງຕາຍໄປ ແລະຈະຮູ້ສຶກ “ຕື່ນເຕັ້ນດີໃຈຫຼາຍ” ຄືກັບພໍ່ແມ່ຂອງສາວນ້ອຍອາຍຸ 12 ປີທີ່ພະເຍຊູໄດ້ປຸກໃຫ້ຟື້ນຄືນຈາກຕາຍ. (ມາລະໂກ 5:42, ລ.ມ.) ໃນທີ່ສຸດ ທຸກຄົນເທິງໂລກຈະເປັນຄົນຊອບທຳແລະ “ຈະມີຄວາມສຸກເພາະສິ່ງທີ່ພະເຢໂຫວາເຮັດ” ຕະຫຼອດໄປ.