ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ພົບ​ກັນ​ໃໝ່​ໃນ​ອຸທິຍານ!”

“ພົບ​ກັນ​ໃໝ່​ໃນ​ອຸທິຍານ!”

“ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກກະເສີມ [“ອຸທິຍານ,” ລ.ມ.]”—ລືກາ 23:43

ເພງ: 145, 139

1, 2. ຜູ້​ຄົນ​ມີ​ຄວາມ​ຄິດ​ຕ່າງ​ກັນ​ແນວ​ໃດ​ກ່ຽວ​ກັບ​ອຸທິຍານ?

ພີ່​ນ້ອງ​ຈຳນວນ​ຫຼາຍ​ໄດ້​ມາ​ເມືອງ​ເຊອູນ ປະເທດ​ເກົາຫຼີ​ເພື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃຫຍ່. ເມື່ອ​ເຂົາ​ເຈົ້າ​ກຳລັງ​ອອກ​ຈາກ​ສະຖານ​ທີ່​ການ​ປະຊຸມ ພີ່​ນ້ອງ​ທ້ອງຖິ່ນ​ຢືນ​ອ້ອມ​ຂ້າງ​ເຂົາ​ເຈົ້າ​ໄດ້​ໂບກ​ມື​ລາ​ແລະ​ຮ້ອງ​ວ່າ: “ພົບ​ກັນ​ໃໝ່​ໃນ​ອຸທິຍານ!” ນີ້​ເປັນ​ເຫດການ​ທີ່​ຊາບ​ຊຶ້ງ​ໃຈ​ແທ້ໆ. ເຈົ້າ​ຄິດ​ວ່າ​ເຂົາ​ເຈົ້າ​ເວົ້າ​ເຖິງ​ອຸທິຍານ​ຫຍັງ?

2 ປັດຈຸບັນ​ຜູ້​ຄົນ​ມີ​ຄວາມ​ຄິດ​ຕ່າງ​ກັນ​ກ່ຽວ​ກັບ​ອຸທິຍານ. ບາງ​ຄົນ​ບອກ​ວ່າ​ອຸທິຍານ​ເປັນ​ພຽງ​ເລື່ອງ​ເພີ້​ຝັນ. ສ່ວນ​ບາງ​ຄົນ​ກໍ​ບອກ​ວ່າ​ເປັນ​ບ່ອນ​ໃດ​ກໍ​ໄດ້​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ. ຄົນ​ໜຶ່ງ​ທີ່​ອຶດຢາກ​ນັ່ງ​ຢູ່​ໂຕະ​ທີ່​ມີ​ອາຫານ​ເຕັມ​ໂຕະ​ອາດ​ຮູ້ສຶກ​ວ່າ​ຕົວ​ເອງ​ໄດ້​ຢູ່​ໃນ​ອຸທິຍານ​ແລ້ວ. ຫຼາຍ​ປີ​ແລ້ວ​ທີ່​ຜູ້​ຍິງ​ຄົນ​ໜຶ່ງ​ເບິ່ງ​ຮ່ອມ​ພູ​ທີ່​ມີ​ດອກ​ໄມ້​ຫຼາຍໆ ລາວ​ປະທັບ​ໃຈ​ເຖິງ​ຂັ້ນ​ອຸທານ​ວ່າ: “ປ້າ​ໂທ! ປານ​ອຸທິຍານ​ເລີຍ​ນໍ!” ເຈົ້າ​ເດ​ຄິດ​ວ່າ​ອຸທິຍານ​ແມ່ນ​ຫຍັງ? ເຈົ້າ​ຫວັງ​ວ່າ​ຈະ​ມີ​ອຸທິຍານ​ໃນ​ອະນາຄົດ​ບໍ?

3. ຄຳພີ​ໄບເບິນ​ເວົ້າ​ເຖິງ​ອຸທິຍານ​ຄັ້ງ​ທຳອິດ​ໃນ​ພະທຳ​ໃດ?

3 ຄຳພີ​ໄບເບິນ​ເວົ້າ​ກ່ຽວ​ກັບ​ອຸທິຍານ​ທີ່​ເຄີຍ​ມີ​ໃນ​ອະດີດ​ແລະ​ຈະ​ມີ​ອີກ​ໃນ​ອະນາຄົດ. ເຮົາ​ອ່ານ​ພົບ​ຄຳ​ວ່າ​ອຸທິຍານ​ຄັ້ງ​ທຳອິດ​ຢູ່​ທີ່​ພະທຳ​ທຳອິດ​ຂອງ​ຄຳພີ​ໄບເບິນ. ໃນ​ຕົ້ນເດີມ 2:8 ບອກ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ໄດ້​ປູກ​ຝັງ​ສວນ​ໜຶ່ງ​ໄວ້​ຢູ່​ໃນ​ບ່ອນ​ຊື່​ເອເດນ [ຫຼື ອຸທິຍານ​ແຫ່ງ​ຄວາມ​ເພີດເພີນ, ດູເອ ເວີຊັນ ຂອງ​ກາໂຕລິກ] ທາງ​ທິດ​ບົວລະພາ ແລະ​ຄົນ​ທີ່​ພະອົງ​ໄດ້​ປັ້ນ​ນັ້ນ​ພະອົງ​ໄດ້​ເອົາ​ມາ​ຕັ້ງ​ຢູ່​ໃນ​ສວນ​ນັ້ນ.” (ເຮົາ​ເຮັດ​ເປັນ​ໂຕ​ເຂັ້ມ) ຄຳ​ວ່າ: “ອຸທິຍານ” ແປ​ວ່າ “ສວນ” ແລະ​ຄຳ​ວ່າ: “ເອເດນ” ແປ​ວ່າ “ເພີດເພີນ.” ສວນ​ເອເດນ​ເປັນ​ບ່ອນ​ທີ່​ເຮັດ​ໃຫ້​ເພີດເພີນ​ແທ້ໆທັງ​ງາມ​ແລະ​ມີ​ອາຫານ​ຫຼາກຫຼາຍ ຄົນ​ກັບ​ສັດ​ຢູ່​ນຳ​ກັນ​ຢ່າງ​ສະຫງົບ​ສຸກ.—ຕົ້ນເດີມ 1:29-31

4. ເປັນ​ຫຍັງ​ເຮົາ​ສາມາດ​ບອກ​ໄດ້​ວ່າ​ສວນ​ເອເດນ​ເປັນ​ອຸທິຍານ?

4 ໃນ​ພາສາ​ເຫບເລີ​ຄຳ​ວ່າ: “ສວນ” ແປ​ວ່າ ປາຣາ​ເດ​ຊອດ ໃນ​ພາສາ​ເກັຣກ. ປຶ້ມ​ສາລານຸກົມ​ໄຊໂຄລພີເດຍ ຂຽນ​ໂດຍ​ມັກຄລິນຕັອກ ແລະ​ສະຕຣອງ​ອະທິບາຍ​ວ່າ​ເມື່ອ​ຄົນ​ເກັຣກ​ໄດ້​ຍິນ​ຄຳ​ວ່າ​ປາຣາ​ເດ​ຊອດ ລາວ​ກໍ​ຈະ​ນຶກ​ພາບ​ເຖິງ​ສວນ​ທີ່​ສວຍ​ງາມ ປອດໄພ ມີ​ຕົ້ນ​ໄມ້​ໃຫຍ່​ທີ່​ຂຽວ​ສົດ​ງົດງາມ ມີ​ໝາກ​ໄມ້​ຫຼາກຫຼາຍ​ຊະນິດ ມີ​ແມ່ນໍ້າ​ລຳ​ເຊ​ທີ່​ໃສ​ສະອາດ​ເຊິ່ງ​ເຮັດ​ໃຫ້​ມີ​ຫຍ້າ​ງອກ​ຂຶ້ນ ແລະ​ມີ​ກວາງ​ກັບ​ແກະ​ມາ​ກິນ​ຫຍ້າ​ຢູ່​ຫັ້ນ.—ສົມ​ທຽບ​ຕົ້ນເດີມ 2:15, 16

5, 6. ເປັນ​ຫຍັງ​ອາດາມ​ແລະ​ເອວາ​ຈຶ່ງ​ເສຍ​ໂອກາດ​ທີ່​ຈະ​ມີ​ຊີວິດ​ໃນ​ອຸທິຍານ ແລະ​ບາງ​ຄົນ​ອາດ​ຈະ​ສົງໄສ​ໃນ​ເລື່ອງ​ຫຍັງ?

5 ພະ​ເຢໂຫວາ​ໄດ້​ໃຫ້​ອາດາມ​ແລະ​ເອວາ​ຢູ່​ໃນ​ສວນ​ແບບ​ນັ້ນ​ເຊິ່ງ​ເປັນ​ອຸທິຍານ. ແຕ່​ຍ້ອນ​ເຂົາ​ເຈົ້າ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ ທັງ​ເຂົາ​ເຈົ້າ​ແລະ​ລູກ​ຫຼານ​ຈຶ່ງ​ເສຍ​ໂອກາດ​ທີ່​ຈະ​ມີ​ຊີວິດ​ໃນ​ອຸທິຍານ. (ຕົ້ນເດີມ 3:23, 24) ເຖິງ​ວ່າ​ອຸທິຍານ​ນີ້​ຈະ​ມີ​ຢູ່​ຈົນ​ຮອດ​ນໍ້າ​ຖ້ວມ​ໃຫຍ່​ໃນ​ສະໄໝ​ໂນເອ ແຕ່​ກໍ​ບໍ່​ມີ​ມະນຸດ​ຄົນ​ໃດ​ໄດ້​ຢູ່​ໃນ​ອຸທິຍານ​ນັ້ນ.

6 ບາງ​ຄົນ​ອາດ​ສົງໄສ​ວ່າ ‘ຈະ​ມີ​ອຸທິຍານ​ເທິງ​ໂລກ​ນີ້​ອີກ​ບໍ?’ ແທ້ໆແລ້ວ​ອຸທິຍານ​ຈະ​ເປັນ​ແນວ​ໃດ? ຖ້າ​ເຈົ້າ​ເຊື່ອ​ວ່າ​ຈະ​ຢູ່​ນຳ​ຄົນ​ທີ່​ເຈົ້າ​ຮັກ​ໃນ​ອຸທິຍານ ເຈົ້າ​ມີ​ເຫດຜົນ​ທີ່​ດີ​ຫຍັງ​ທີ່​ຈະ​ເຊື່ອ​ແບບ​ນັ້ນ? ເຈົ້າ​ສາມາດ​ອະທິບາຍ​ໄດ້​ບໍ​ວ່າ​ເປັນ​ຫຍັງ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ຈະ​ມີ​ອຸທິຍານ​ໃນ​ອະນາຄົດ?

ຫຼັກ​ຖານ​ທີ່​ວ່າ​ຈະ​ມີ​ອຸທິຍານ​ໃນ​ອະນາຄົດ

7, 8. (ກ) ພະ​ເຢໂຫວາ​ໄດ້​ເຮັດ​ສັນຍາ​ຫຍັງ​ກັບ​ອັບລາ​ຫາມ? (ຂ) ສັນຍາ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ກັບ​ອັບລາຫາມ​ອາດ​ເຮັດ​ໃຫ້​ລາວ​ຄິດ​ແນວ​ໃດ?

7 ຄຳພີ​ໄບເບິນ​ຕອບ​ຄຳຖາມ​ກ່ຽວ​ກັບ​ອຸທິຍານ​ໄດ້​ດີ​ທີ່​ສຸດ ຍ້ອນ​ຄຳພີ​ໄບເບິນ​ມາ​ຈາກ​ພະ​ເຢໂຫວາ ຜູ້​ທີ່​ໄດ້​ສ້າງ​ອຸທິຍານ​ທຳອິດ​ນັ້ນ. ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ພະເຈົ້າ​ບອກ​ອັບລາຫາມ​ທີ່​ເປັນ​ໝູ່​ຂອງ​ພະອົງ. ພະເຈົ້າ​ບອກ​ວ່າ​ຈະ​ໃຫ້​ອັບລາຫາມ​ມີ​ລູກ​ຫຼານ​ຫຼາຍ “ເໝືອນ​ດັ່ງ​ເມັດ​ດິນ​ຊາຍ​ທີ່​ຝັ່ງ​ນໍ້າ​ທະເລ.” ຈາກ​ນັ້ນ ພະ​ເຢໂຫວາ​ໄດ້​ເຮັດ​ສັນຍາ​ທີ່​ສຳຄັນ​ກັບ​ອັບລາຫາມ​ວ່າ: “ຊາວ​ປະເທດ​ທັງ​ປວງ​ທົ່ວ​ແຜ່ນດິນ​ໂລກ​ຈະ​ໄດ້​ຄວາມ​ພອນ​ດ້ວຍ​ເຊື້ອ​ສາຍ​ຂອງ​ເຈົ້າ ເພາະ​ເຫດ​ເຈົ້າ​ໄດ້​ເຊື່ອ​ຟັງ​ຄວາມ​ເຮົາ.” (ຕົ້ນເດີມ 22:17, 18) ຕໍ່​ມາ ພະ​ເຢໂຫວາ​ກໍ​ສັນຍາ​ແບບ​ນີ້​ກັບ​ລູກ​ຊາຍ​ແລະ​ຫຼານ​ຂອງ​ອັບລາຫາມ.—ອ່ານ​ຕົ້ນເດີມ 26:4; 28:14

8 ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ອັບລາຫາມ​ຄິດ​ວ່າ​ສຸດ​ທ້າຍ​ມະນຸດ​ຈະ​ໄດ້​ຮັບ​ລາງວັນ​ໃນ​ອຸທິຍານ​ເທິງ​ສະຫວັນ. ດັ່ງ​ນັ້ນ ເມື່ອ​ພະເຈົ້າ​ສັນຍາ​ວ່າ “ຊາວ​ປະເທດ​ທັງ​ປວງ​ທົ່ວ​ແຜ່ນດິນ​ໂລກ​ຈະ​ໄດ້​ຄວາມ​ພອນ” ອັບລາຫາມ​ຄົງ​ຕ້ອງ​ຄິດ​ວ່າ​ຈະ​ໄດ້​ຮັບ​ຄວາມ​ພອນ​ນີ້​ຢູ່​ເທິງ​ແຜ່ນດິນ​ໂລກ. ແຕ່​ຄຳພີ​ໄບເບິນ​ມີ​ຫຼັກ​ຖານ​ຢ່າງ​ດຽວ​ນີ້​ບໍ​ທີ່​ສະແດງ​ວ່າ​ຈະ​ມີ​ອຸທິຍານ​ເທິງ​ແຜ່ນດິນ​ໂລກ?

9, 10. ຫຼັງ​ຈາກ​ສະໄໝ​ອັບລາຫາມ ມີ​ຄຳ​ສັນຍາ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຮົາ​ເຊື່ອ​ໝັ້ນ​ໄດ້​ວ່າ​ຈະ​ມີ​ອຸທິຍານ​ອີກ​ໃນ​ອະນາຄົດ?

9 ພະເຈົ້າ​ດົນ​ໃຈ​ດາວິດ​ທີ່​ເປັນ​ລູກ​ຫຼານ​ຂອງ​ອັບລາຫາມ​ໃຫ້​ເວົ້າ​ເຖິງ​ອະນາຄົດ​ວ່າ: “ຄົນ​ຮ້າຍ​ຈະ​ບໍ່​ຢູ່​ຕໍ່​ໄປ.” (ຄຳເພງ 37:1, 2, 10) ກົງ​ກັນ​ຂ້າມ “ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ອ່ອນ​ຫວານ​ຈະ​ມີ​ແຜ່ນດິນ​ໄວ້ ແລະ​ມີ​ຄວາມ​ສະໜຸກ​ດ້ວຍ​ຄວາມ​ສຸກ​ສຳລານ​ອັນ​ບໍລິບູນ.” ດາວິດ​ຍັງ​ບອກ​ອີກ​ວ່າ: “ຄົນ​ຊອບທຳ​ທັງ​ຫຼາຍ​ຈະ​ມີ​ແຜ່ນດິນ​ໄວ້​ແລະ​ເຂົາ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ​ສືບໆໄປ​ເປັນ​ນິດ.” (ຄຳເພງ 37:11, 29; 2 ຊາເມືອນ 23:2) ເຈົ້າ​ຄິດ​ວ່າ​ສັນຍາ​ເຫຼົ່າ​ນີ້​ສົ່ງ​ຜົນ​ແນວ​ໃດ​ຕໍ່​ຜູ້​ຄົນ​ທີ່​ຢາກ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ? ເຂົາ​ເຈົ້າ​ສາມາດ​ເຊື່ອ​ໝັ້ນ​ໄດ້​ວ່າ​ມື້​ໜຶ່ງ​ໂລກ​ນີ້​ຈະ​ມີ​ແຕ່​ຄົນ​ຊອບທຳ​ແລະ​ຈະ​ເປັນ​ອຸທິຍານ​ຄື​ກັບ​ສວນ​ເອເດນ​ອີກ.

ຄຳ​ພະຍາກອນ​ເຫຼົ່າ​ນັ້ນ​ທີ່​ສຳເລັດ​ເປັນ​ຈິງ​ເຮັດ​ໃຫ້​ເຮົາ​ມີ​ເຫດຜົນ​ທີ່​ຈະ​ເຊື່ອ​ໝັ້ນ​ໄດ້​ວ່າ​ໂລກ​ຈະ​ເປັນ​ອຸທິຍານ​ອີກ​ໃນ​ອະນາຄົດ

10 ແຕ່​ເມື່ອ​ເວລາ​ຜ່ານ​ໄປ ຄົນ​ອິດສະລາແອນ​ສ່ວນ​ຫຼາຍ​ທີ່​ອ້າງ​ວ່າ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ປະ​ຖິ້ມ​ພະອົງ​ແລະ​ການ​ນະມັດສະການ​ແທ້. ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ໃຫ້​ຊາວ​ບາບີໂລນ​ເອົາ​ຊະນະ​ປະຊາຊົນ​ຂອງ​ພະອົງ ທຳລາຍ​ແຜ່ນດິນ ແລະ​ຈັບ​ຫຼາຍ​ຄົນ​ໃຫ້​ໄປ​ເປັນ​ຊະ​ເລີຍ. (2 ຂ່າວຄາວ 36:15-21; ເຢເຣມີ 4:22-27) ແຕ່​ຜູ້​ພະຍາກອນ​ຂອງ​ພະເຈົ້າ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ປະຊາຊົນ​ຂອງ​ພະອົງ​ຈະ​ກັບ​ມາ​ບ້ານ​ເກີດ​ເມືອງ​ນອນ​ຫຼັງ​ຈາກ 70 ປີ​ຜ່ານ​ໄປ. ເຖິງ​ວ່າ​ຄຳ​ພະຍາກອນ​ເຫຼົ່າ​ນັ້ນ​ໄດ້​ສຳເລັດ​ໄປ​ແລ້ວ ແຕ່​ກໍ​ຍັງ​ມີ​ຄວາມ​ໝາຍ​ສຳລັບ​ເຮົາ​ໃນ​ປັດຈຸບັນ. ຕອນ​ທີ່​ເຮົາ​ພິຈາລະນາ​ບາງ​ຄຳ​ພະຍາກອນ​ນີ້ ຂໍ​ໃຫ້​ສັງເກດ​ເຫດຜົນ​ທີ່​ເຮົາ​ສາມາດ​ເຊື່ອ​ໝັ້ນ​ໄດ້​ວ່າ​ໂລກ​ຈະ​ເປັນ​ອຸທິຍານ​ອີກ​ໃນ​ອະນາຄົດ.

11. ພະທຳ​ເອຊາອີ 11:6-9 ສຳເລັດ​ເປັນ​ຈິງ​ຄັ້ງ​ທຳອິດ​ເມື່ອ​ໃດ ແຕ່​ເຮົາ​ອາດ​ຈະ​ມີ​ຄຳຖາມ​ຫຍັງ​ອີກ?

11 ອ່ານ​ເອຊາອີ 11:6-9. ພະເຈົ້າ​ບອກ​ໂດຍ​ຜ່ານ​ທາງ​ຜູ້​ພະຍາກອນ​ເອຊາອີ​ວ່າ​ເມື່ອ​ເຂົາ​ເຈົ້າ​ກັບ​ໄປ​ບ້ານ​ເກີດ​ກໍ​ຈະ​ມີ​ແຕ່​ຄວາມ​ສະຫງົບ​ສຸກ. ບໍ່​ມີ​ໃຜ​ຕ້ອງ​ຢ້ານ​ວ່າ​ຈະ​ມີ​ຄົນ​ຫຼື​ສັດ​ຮ້າຍ​ມາ​ທຳ​ຮ້າຍ. ທັງ​ຜູ້​ສູງ​ອາຍຸ​ກັບ​ຄົນ​ໜຸ່ມ​ຈະ​ຢູ່​ຢ່າງ​ປອດໄພ. ສະພາບການ​ທີ່​ສະຫງົບ​ສຸກ​ແບບ​ນີ້​ຄົງ​ເຮັດ​ໃຫ້​ເຈົ້າ​ຄິດ​ເຖິງ​ສວນ​ເອເດນ​ແມ່ນ​ບໍ? (ເອຊາອີ 51:3) ເອຊາອີ​ຍັງ​ບອກ​ວ່າ​ທົ່ວ​ທັງ​ໂລກ “ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້ຈັກ​ພະ​ເຢໂຫວາ​ຄື​ນໍ້າ​ທັງ​ຫຼາຍ​ຖ້ວມ​ພື້ນ​ນໍ້າ​ທະເລ” ບໍ່​ພຽງ​ແຕ່​ຊາດ​ອິດສະລາແອນ​ເທົ່າ​ນັ້ນ. ແຕ່​ເຫດການ​ນີ້​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ? ເຫັນ​ໄດ້​ແຈ້ງ​ວ່າ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ.

12. (ກ) ຄົນ​ທີ່​ກັບ​ມາ​ຈາກ​ບາບີໂລນ​ໄດ້​ຮັບ​ພອນ​ຫຍັງ​ແດ່? (ຂ) ມີ​ຫຍັງ​ທີ່​ສະແດງ​ວ່າ​ເອຊາອີ 35:5-10 ຈະ​ຍັງ​ສຳເລັດ​ເປັນ​ຈິງ​ອີກ​ໃນ​ອະນາຄົດ?

12 ອ່ານ​ເອຊາອີ 35:5-10. ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ເອຊາອີ​ບອກ​ໄວ້​ລ່ວງ​ໜ້າ​ວ່າ​ເມື່ອ​ຊາວ​ອິດສະລາແອນ​ອອກ​ຈາກ​ບາບີໂລນ​ກັບ​ໄປ​ບ້ານ​ເກີດ ເຂົາ​ເຈົ້າ​ຈະ​ບໍ່​ຖືກ​ໂຈມຕີ​ໂດຍ​ສັດ​ຫຼື​ຄົນ. ລາວ​ບອກ​ວ່າ​ດິນ​ຂອງ​ເຂົາ​ເຈົ້າ​ຈະ​ເກີດ​ພືດ​ຜົນ​ທີ່​ດີ​ຫຼາຍ​ເພາະ​ມີ​ນໍ້າ​ຢ່າງ​ຫຼວງ​ຫຼາຍ​ຄ້າຍ​ຄື​ກັບ​ສວນ​ເອເດນ. (ຕົ້ນເດີມ 2:10-14; ເຢເຣມີ 31:12) ຄຳ​ພະຍາກອນ​ນີ້​ສຳເລັດ​ແຕ່​ສະເພາະ​ໃນ​ສະໄໝ​ຂອງ​ຊາວ​ອິດສະລາແອນ​ເທົ່າ​ນັ້ນ​ບໍ? ຂໍ​ໃຫ້​ສັງເກດ ຄຳ​ພະຍາກອນ​ຍັງ​ບອກ​ອີກ​ວ່າ​ຄົນ​ຕາ​ບອດ ຄົນ​ຂາ​ພິການ ແລະ​ຄົນ​ຫູ​ໜວກ​ຈະ​ໄດ້​ຮັບ​ການ​ປິ່ນປົວ. ແຕ່​ນີ້​ບໍ່​ໄດ້​ເກີດ​ຂຶ້ນ​ກັບ​ຊາວ​ອິດສະລາແອນ​ທີ່​ກັບ​ມາ​ຈາກ​ບາບີໂລນ. ພະເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ຈະ​ປິ່ນປົວ​ພະຍາດ​ທັງ​ໝົດ​ໃນ​ອະນາຄົດ.

13, 14. ເອຊາອີ 65:21-23 ສຳເລັດ​ເປັນ​ຈິງ​ແນວ​ໃດ​ເມື່ອ​ອິດສະລາແອນ​ກັບ​ມາ​ຈາກ​ບາບີໂລນ? ແຕ່​ໃນ​ຄຳ​ພະຍາກອນ​ນີ້​ມີ​ສ່ວນ​ໃດ​ທີ່​ຍັງ​ບໍ່​ທັນ​ສຳເລັດ? (ເບິ່ງ​ຮູບ​ທຳອິດ)

13 ອ່ານ​ເອຊາອີ 65:21-23. ເມື່ອ​ຊາວ​ຢິວ​ກັບ​ໄປ​ບ້ານ​ເກີດ ເຂົາ​ເຈົ້າ​ບໍ່​ໄດ້​ເຈິ​ເຮືອນ​ທີ່​ສວຍ​ງາມ ແລະ​ບໍ່​ໄດ້​ມີ​ທົ່ງ​ນາ​ກັບ​ສວນ​ໄວ້​ໃຫ້​ພ້ອມ​ປູກ​ຝັງ. ແຕ່​ຍ້ອນ​ພະ​ເຢໂຫວາ​ອວຍ​ພອນ​ເຂົາ​ເຈົ້າ ທຸກ​ຢ່າງ​ຈຶ່ງ​ປ່ຽນ​ໄປ​ໃນ​ທີ່​ສຸດ. ຂໍ​ໃຫ້​ນຶກ​ພາບ​ວ່າ​ປະຊາຊົນ​ຈະ​ຕ້ອງ​ດີ​ໃຈ​ສໍ່າ​ໃດ ເມື່ອ​ປຸກ​ເຮືອນ​ແລະ​ໄດ້​ຢູ່​ໃນ​ເຮືອນ​ນັ້ນ ເມື່ອ​ໄດ້​ກິນ​ໝາກ​ໄມ້​ພືດ​ຜັກ​ທີ່​ແຊບໆທີ່​ເຂົາ​ເຈົ້າ​ປູກ​ເອງ!

14 ຂໍ​ໃຫ້​ສັງເກດ​ຕາມ​ຄຳ​ພະຍາກອນ​ນີ້ ອາຍຸ​ຂອງ​ເຮົາ​ຈະ “ທໍ່​ວັນ​ຄືນ​ທັງ​ຫຼາຍ​ແຫ່ງ​ກົກ​ໄມ້.” ກົກ​ໄມ້​ບາງ​ຊະນິດ​ມີ​ອາຍຸ​ຫຼາຍ​ພັນ​ປີ. ເພື່ອ​ຈະ​ມີ​ອາຍຸ​ຫຼາຍ​ປານ​ນັ້ນ​ມະນຸດ​ຕ້ອງ​ມີ​ສຸຂະພາບ​ທີ່​ແຂງແຮງ. ຖ້າ​ເຂົາ​ເຈົ້າ​ມີ​ຊີວິດ​ໃນ​ສະພາບ​ແວດ​ລ້ອມ​ທີ່​ສະຫງົບ​ສຸກ​ແລະ​ສວຍ​ງາມ​ດັ່ງ​ທີ່​ເອຊາອີ​ບອກ​ໄວ້ ມັນ​ຄົງ​ຈະ​ເປັນ​ອຸທິຍານ​ທີ່​ໜ້າ​ງຶດງໍ້​ຫຼາຍ​ແທ້ໆ! ແລະ​ຄຳ​ພະຍາກອນ​ນັ້ນ​ກໍ​ຈະ​ສຳເລັດ​ເປັນ​ຈິງ!

ຄຳ​ສັນຍາ​ຂອງ​ພະ​ເຍຊູ​ກ່ຽວ​ກັບ​ອຸທິຍານ​ຈະ​ສຳເລັດ​ເປັນ​ຈິງ​ແນວ​ໃດ? (ເບິ່ງ​ຂໍ້ 15, 16)

15. ພະທຳ​ເອຊາອີ​ໄດ້​ເວົ້າ​ເຖິງ​ພອນ​ຫຍັງ​ແດ່?

15 ຂໍ​ໃຫ້​ຄິດ​ເຖິງ​ຄຳ​ສັນຍາ​ຕ່າງໆທີ່​ເຮົາ​ໄດ້​ພິຈາລະນາ​ໄປ​ແລ້ວ ຄຳ​ສັນຍາ​ເຫຼົ່າ​ນັ້ນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຈະ​ມີ​ອຸທິຍານ​ໃນ​ອະນາຄົດ. ແຜ່ນດິນ​ໂລກ​ຈະ​ມີ​ແຕ່​ຜູ້​ຄົນ​ທີ່​ພະ​ເຢໂຫວາ​ອວຍ​ພອນ. ຈະ​ບໍ່​ມີ​ໃຜ​ຕ້ອງ​ຢ້ານ​ວ່າ​ຈະ​ຖືກ​ໂຈມຕີ​ໂດຍ​ສັດ​ຫຼື​ຄົນ​ອຳມະຫິດ. ຄົນ​ທີ່​ຕາ​ບອດ ຫູ​ໜວກ ແລະ​ພິການ​ຈະ​ໄດ້​ຮັບ​ການ​ປິ່ນປົວ. ຜູ້​ຄົນ​ຈະ​ປຸກ​ເຮືອນ​ຕົວ​ເອງ ແລະ​ປູກ​ພືດ​ຜັກ​ໝາກ​ໄມ້​ຂອງ​ຕົວ​ເອງ. ເຂົາ​ເຈົ້າ​ຈະ​ມີ​ອາຍຸ​ຍືນ​ຍາວ​ກວ່າ​ຕົ້ນ​ໄມ້. ສະນັ້ນ ຄຳພີ​ໄບເບິນ​ໃຫ້​ຫຼັກ​ຖານ​ວ່າ​ອຸທິຍານ​ກຳລັງ​ຈະ​ມາ. ແຕ່​ບາງ​ຄົນ​ທີ່​ເຮົາ​ລົມ​ນຳ​ອາດ​ບອກ​ເຮົາ​ວ່າ​ຄຳ​ພະຍາກອນ​ເຫຼົ່າ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ມີ​ອຸທິຍານ​ເທິງ​ໂລກ. ເຈົ້າ​ຈະ​ບອກ​ເຂົາ​ເຈົ້າ​ແນວ​ໃດ? ເຈົ້າ​ຈະ​ຍົກ​ເຫດຜົນ​ຫຍັງ​ທີ່​ວ່າ​ຈະ​ມີ​ອຸທິຍານ​ແທ້ໆໃນ​ໂລກ​ນີ້? ພະ​ເຍຊູ​ຜູ້​ຊາຍ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ທີ່​ເຄີຍ​ມີ​ຊີວິດ​ຢູ່​ໃນ​ໂລກ​ໄດ້​ໃຫ້​ເຫດຜົນ​ທີ່​ໜັກແໜ້ນ​ໃນ​ເລື່ອງ​ນີ້!

ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ອຸທິຍານ!

16, 17. ພະ​ເຍຊູ​ຢູ່​ໃສ​ຕອນ​ທີ່​ເວົ້າ​ເຖິງ​ອຸທິຍານ?

16 ເຖິງ​ວ່າ​ພະ​ເຍຊູ​ບໍ່​ໄດ້​ເຮັດ​ຜິດ ແຕ່​ເພິ່ນ​ກໍ​ຍັງ​ຖືກ​ຕັດສິນ​ປະຫານ​ຊີວິດ​ເທິງ​ເສົາ​ທໍລະມານ​ພ້ອມ​ກັບ​ອາດຊະຍາກອນ​ຄົນ​ຢິວ 2 ຄົນ​ທີ່​ຢູ່​ທັງ​ສອງ​ຂ້າງ​ຂອງ​ເພິ່ນ. ອາດຊະຍາກອນ​ຄົນ​ໜຶ່ງ​ຮູ້​ວ່າ​ພະ​ເຍຊູ​ເປັນ​ກະສັດ ລາວ​ຈຶ່ງ​ຂໍ​ວ່າ: “ພະອົງ​ເຈົ້າ​ຂ້າ ເມື່ອ​ພະອົງ​ຈະ​ມາ​ໃນ​ແຜ່ນດິນ​ຂອງ​ພະອົງ ຂໍ​ເຊີນ​ລະນຶກ​ຄຶດ​ຮອດ​ຂ້າພະເຈົ້າ​ເຖີ້ນ.” (ລືກາ 23:39-42) ສັນຍາ​ນີ້​ທີ່​ພະ​ເຍຊູ​ໄດ້​ເຮັດ​ກັບ​ອາດຊະຍາກອນ​ມີ​ຄວາມ​ໝາຍ​ຕໍ່​ອະນາຄົດ​ຂອງ​ເຈົ້າ​ນຳ. ຄຳ​ເວົ້າ​ຂອງ​ພະ​ເຍຊູ​ບັນທຶກ​ໄວ້​ໃນ​ລືກາ 23:43. ຜູ້​ຊ່ຽວຊານ​ດ້ານ​ຄຳພີ​ໄບເບິນ​ບາງ​ຄົນ​ບອກ​ວ່າ​ປະໂຫຍກ​ໃນ​ພາສາ​ເດີມ​ຄວນ​ຈະ​ແປ​ວ່າ: “ຈິງ​ແທ້​ເຮົາ​ກ່າວ​ແກ່​ເຈົ້າ​ວ່າ ໃນ​ວັນ​ນີ້​ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກກະເສີມ [“ອຸທິຍານ,” ລ.ມ.].” ແຕ່​ເຂົາ​ເຈົ້າ​ມີ​ຄຳ​ເຫັນ​ທີ່​ຕ່າງ​ກັນ​ໃນ​ເລື່ອງ​ຕຳແໜ່ງ​ຂອງ​ໝາຍ​ຈຸດ (,) ຫຼື​ຍະ​ຫວ່າງ​ໃນ​ປະໂຫຍກ​ນີ້. ສະນັ້ນ ພະ​ເຍຊູ​ໝາຍ​ເຖິງ​ຫຍັງ​ເມື່ອ​ເວົ້າ​ວ່າ: “ໃນ​ວັນ​ນີ້”?

17 ຫຼາຍ​ພາສາ​ໃນ​ປັດຈຸບັນ​ໃຊ້​ໝາຍ​ຈຸດ​ຫຼື​ຍະ​ຫວ່າງ​ເພື່ອ​ເຮັດ​ໃຫ້​ຄວາມ​ໝາຍ​ຂອງ​ປະໂຫຍກ​ແຈ້ງ​ຂຶ້ນ. ແຕ່​ສຳເນົາ​ຄຳພີ​ໄບເບິນ​ພາສາ​ເກັຣກ​ທີ່​ເກົ່າ​ແກ່​ທີ່​ສຸດ​ບາງ​ສະບັບ​ບໍ່​ໄດ້​ໃສ່​ເຄື່ອງ​ໝາຍ​ວັກ​ຕອນ​ຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ. ດັ່ງ​ນັ້ນ ເຮົາ​ອາດ​ສົງໄສ​ວ່າ ພະ​ເຍຊູ​ກຳລັງ​ໝາຍ​ຄວາມ​ວ່າ: “ເຮົາ​ກ່າວ​ແກ່​ເຈົ້າ​ວ່າ ໃນ​ວັນ​ນີ້​ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກກະເສີມ [“ອຸທິຍານ,” ລ.ມ.]”? ຫຼື​ໝາຍ​ຄວາມ​ວ່າ: “ເຮົາ​ກ່າວ​ແກ່​ເຈົ້າ​ໃນ​ວັນ​ນີ້​ວ່າ ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກກະເສີມ [“ອຸທິຍານ,” ລ.ມ.]” ຜູ້​ແປ​ໃສ່​ຍະ​ຫວ່າງ ຫຼື​ໝາຍ​ຈຸດ​ກ່ອນ​ຫຼື​ຫຼັງ​ຄຳ​ວ່າ: “ໃນ​ວັນ​ນີ້” ຕາມ​ທີ່​ເຂົາ​ເຈົ້າ​ຄິດ​ເອງ ແລະ​ເຮົາ​ເຫັນ​ການ​ແບ່ງ​ປະໂຫຍກ​ສອງ​ແບບ​ນີ້​ໃນ​ຄຳພີ​ໄບເບິນ​ຫຼາຍ​ສະບັບ​ໃນ​ປັດຈຸບັນ.

18, 19. ອັນ​ໃດ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ພະ​ເຍຊູ?

18 ແນວ​ໃດ​ກໍ​ຕາມ ຂໍ​ໃຫ້​ຈື່​ສິ່ງ​ທີ່​ພະ​ເຍຊູ​ບອກ​ກັບ​ລູກ​ສິດ​ກ່ຽວ​ກັບ​ການ​ຕາຍ​ຂອງ​ເພິ່ນ. ເພິ່ນ​ບອກ​ວ່າ: “ບຸດ​ມະນຸດ​ຈະ​ຢູ່​ໃນ​ທ້ອງ​ດິນ 3 ວັນ 3 ຄືນ.” ແລະ​ຍັງ​ບອກ​ອີກ​ວ່າ: “ບຸດ​ມະນຸດ​ຈະ​ເປັນ​ທີ່​ມອບ​ໄວ້​ໃນ​ມື​ຄົນ​ທັງ​ຫຼາຍ ແລະ​ເຂົາ​ຈະ​ໃຫ້​ພະອົງ​ຕາຍ ແລະ​ໃນ​ວັນ​ທີ 3 ພະອົງ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ.” (ມັດທາຍ 12:40; 16:21; 17:22, 23; ມາລະໂກ 10:34) ອັກຄະສາວົກ​ເປໂຕ​ບອກ​ວ່າ​ເລື່ອງ​ນີ້​ເກີດ​ຂຶ້ນ​ແທ້. (ກິດຈະການ 10:39, 40) ດັ່ງ​ນັ້ນ ພະ​ເຍຊູ​ບໍ່​ໄດ້​ເຂົ້າ​ອຸທິຍານ​ໃນ​ມື້​ທີ່​ເພິ່ນ​ກັບ​ອາດຊະຍາກອນ​ຕາຍ. ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຍຊູ​ຢູ່ “ໃນ​ຫຼຸມ​ສົບ” ເກືອບ​ເຖິງ​ສາມ​ມື້​ກ່ອນ​ທີ່​ພະເຈົ້າ​ຈະ​ປຸກ​ເພິ່ນ​ໃຫ້​ຟື້ນ​ຄືນ​ຈາກ​ຕາຍ.—ກິດຈະການ 2:31, 32, ລ.ມ. * (ເບິ່ງ​ໄຂ​ເງື່ອນ)

19 ພະ​ເຍຊູ​ໃຊ້​ສຳນວນ “ຈິງ​ແທ້​ເຮົາ​ກ່າວ​ແກ່​ເຈົ້າ​ໃນ​ວັນ​ນີ້” ເປັນ​ຄຳ​ນຳ​ໜ້າ​ຂອງ​ສັນຍາ​ທີ່​ເພິ່ນ​ເຮັດ​ກັບ​ອາດຊະຍາກອນ. ຜູ້​ຄົນ​ໃນ​ສະໄໝ​ໂມເຊ​ມັກ​ເວົ້າ​ແບບ​ນີ້. ມີ​ເທື່ອ​ໜຶ່ງ​ໂມເຊ​ເອງ​ກໍ​ຍັງ​ເວົ້າ​ວ່າ: “ຄຳ​ທັງ​ຫຼາຍ​ທີ່​ເຮົາ​ສັ່ງ​ແກ່​ເຈົ້າ​ໃນ​ວັນ​ນີ້​ຈົ່ງ​ຖື​ຮັກສາ​ໄວ້​ໃນ​ໃຈ​ຂອງ​ເຈົ້າ.”—ພະບັນຍັດ 6:6; 7:11; 8:1, 19; 30:15

20. ມີ​ຫຍັງ​ອີກ​ທີ່​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ສິ່ງ​ທີ່​ພະ​ເຍຊູ​ເວົ້າ?

20 ນັກ​ແປ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ເຊິ່ງ​ເປັນ​ຄົນ​ໃນ​ເຂດ​ທີ່​ພະ​ເຍຊູ​ເຄີຍ​ຢູ່​ບອກ​ວ່າ: “ໃນ​ຂໍ້​ຄວາມ​ນີ້​ມີ​ການ​ເນັ້ນ​ຄຳ​ວ່າ ‘ວັນ​ນີ້’ ແລະ​ຄວນ​ອ່ານ​ວ່າ ‘ຈິງ​ແທ້​ເຮົາ​ກ່າວ​ແກ່​ເຈົ້າ​ໃນ​ວັນ​ນີ້​ວ່າ ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກກະເສີມ [“ອຸທິຍານ,” ລ.ມ.]’ ຄຳ​ສັນຍາ​ນີ້​ເຮັດ​ໃນ​ວັນ​ໜຶ່ງ ແຕ່​ຈະ​ເຮັດ​ໃຫ້​ສຳເລັດ​ໃນ​ອີກ​ວັນ​ໜຶ່ງ.” ລາວ​ຍັງ​ບອກ​ອີກ​ວ່າ​ຄົນ​ໃນ​ເຂດ​ນີ້​ມັກ​ເວົ້າ​ແບບ​ນີ້​ແລະ​ມີ​ຄວາມ​ໝາຍ​ວ່າ “ໄດ້​ສັນຍາ​ໃນ​ວັນ​ໜຶ່ງ​ແລະ​ຈະ​ເຮັດ​ຕາມ​ສັນຍາ​ຢ່າງ​ແນ່ນອນ.” ຄຳພີ​ໄບເບິນ​ສະບັບ​ແປ​ພາສາ​ຊີເຣຍ​ທີ່​ຂຽນ​ໃນ​ສະຕະວັດ​ທີ 5 ແປ​ຂໍ້​ນີ້​ວ່າ: “ອາແມນ ຂ້ອຍ​ບອກ​ເຈົ້າ​ໃນ​ວັນ​ນີ້​ວ່າ​ເຈົ້າ​ຈະ​ຢູ່​ກັບ​ຂ້ອຍ​ໃນ​ສວນ​ເອເດນ.” ເຮົາ​ທຸກ​ຄົນ​ຄວນ​ຈະ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ຄຳ​ສັນຍາ​ນີ້.

21. ອາດຊະຍາກອນ​ນັ້ນ​ບໍ່​ໄດ້​ໄປ​ໃສ ແລະ​ຍ້ອນ​ຫຍັງ?

21 ເມື່ອ​ພະ​ເຍຊູ​ເວົ້າ​ກັບ​ອາດຊະຍາກອນ​ກ່ຽວ​ກັບ​ອຸທິຍານ ເພິ່ນ​ບໍ່​ໄດ້​ໝາຍ​ເຖິງ​ໄປ​ສະຫວັນ. ເຮົາ​ຮູ້​ໄດ້​ແນວ​ໃດ? ເຫດຜົນ​ໜຶ່ງ​ກໍ​ຄື ອາດຊະຍາກອນ​ບໍ່​ຮູ້​ວ່າ​ພະ​ເຍຊູ​ໄດ້​ສັນຍາ​ກັບ​ອັກຄະສາວົກ​ທີ່​ສັດ​ຊື່​ໃຫ້​ປົກຄອງ​ຮ່ວມ​ກັບ​ເພິ່ນ​ໃນ​ສະຫວັນ. (ລືກາ 22:29) ອີກ​ເຫດຜົນ​ໜຶ່ງ​ຄື ລາວ​ບໍ່​ຍັງ​ໄດ້​ຮັບ​ບັບເຕມາ​ເທື່ອ. (ໂຢຮັນ 3:3-6, 12) ສະນັ້ນ ເມື່ອ​ພະ​ເຍຊູ​ສັນຍາ​ກັບ​ລາວ ເພິ່ນ​ຕ້ອງ​ໝາຍ​ເຖິງ​ອຸທິຍານ​ເທິງ​ແຜ່ນດິນ​ໂລກ. ຫຼາຍ​ປີ​ຕໍ່​ມາ ອັກຄະສາວົກ​ໂປໂລ​ເວົ້າ​ກ່ຽວ​ກັບ​ນິມິດ​ທີ່​ລາວ​ໄດ້​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ​ຖືກ “ຍົກ​ຂຶ້ນ​ໄປ​ໃນ​ທີ່​ສຸກກະເສີມ [“ອຸທິຍານ,” ລ.ມ.]” ເຖິງ​ວ່າ​ໂປໂລ​ກັບ​ອັກຄະສາວົກ​ຄົນ​ອື່ນໆຖືກ​ເລືອກ​ໃຫ້​ຮ່ວມ​ປົກຄອງ​ກັບ​ພະ​ເຍຊູ​ໃນ​ສະຫວັນ ແຕ່​ໂປໂລ​ເວົ້າ​ເຖິງ​ອຸທິຍານ​ທີ່​ຈະ​ມີ​ໃນ​ອະນາຄົດ. * (ເບິ່ງ​ໄຂ​ເງື່ອນ) ອຸທິຍານ​ນີ້​ຈະ​ຢູ່​ແຜ່ນດິນ​ໂລກ​ບໍ? ເຈົ້າ​ຈະ​ຢູ່​ໃນ​ອຸທິຍານ​ນັ້ນ​ໄດ້​ບໍ?

ສິ່ງ​ທີ່​ເຈົ້າ​ຄາດ​ຫວັງ​ໄດ້

22, 23. ເຈົ້າ​ສາມາດ​ຄາດ​ຫວັງ​ຫຍັງ​ໄດ້?

22 ຈື່​ໄດ້​ບໍ​ວ່າ​ດາວິດ​ໄດ້​ເວົ້າ​ເຖິງ​ເວລາ​ທີ່ “ຄົນ​ຊອບທຳ​ທັງ​ຫຼາຍ​ຈະ​ມີ​ແຜ່ນດິນ​ໄວ້.” (ຄຳເພງ 37:29; 2 ເປໂຕ 3:13) ດາວິດ​ໝາຍ​ເຖິງ​ເວລາ​ທີ່​ທຸກ​ຄົນ​ໃນ​ໂລກ​ຈະ​ເຊື່ອ​ຟັງ​ຫຼັກ​ການ​ອັນ​ຊອບທຳ​ຂອງ​ພະເຈົ້າ. ຄຳ​ພະຍາກອນ​ໃນ​ເອຊາອີ 65:22 ຂຽນ​ວ່າ: “ວັນ​ຄືນ​ທັງ​ຫຼາຍ​ແຫ່ງ​ພວກ​ຂອງ​ເຮົາ​ຈະ​ມີ​ຫຼາຍ​ທໍ່​ວັນ​ຄືນ​ທັງ​ຫຼາຍ​ແຫ່ງ​ກົກ​ໄມ້.” ຂໍ້​ນີ້​ສະແດງ​ວ່າ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ໃນ​ໂລກ​ໃໝ່​ຂອງ​ພະອົງ​ຈະ​ມີ​ຊີວິດ​ຍືນ​ຍາວ​ຫຼາຍ​ພັນ​ປີ. ເຈົ້າ​ຄາດ​ຫວັງ​ແບບ​ນັ້ນ​ໄດ້​ບໍ? ໄດ້ ເພາະ​ຕາມ​ຄຳປາກົດ 21:1-4 ພະເຈົ້າ​ຈະ​ອວຍ​ພອນ​ມະນຸດ ແລະ​ພອນ​ຢ່າງ​ໜຶ່ງ​ແມ່ນ “ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ.”

23 ຄຳພີ​ໄບເບິນ​ສອນ​ເລື່ອງ​ອຸທິຍານ​ຢ່າງ​ຈະ​ແຈ້ງ. ອາດາມ​ກັບ​ເອວາ​ເສຍ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ອຸທິຍານ ແຕ່​ແຜ່ນດິນ​ໂລກ​ຈະ​ເປັນ​ອຸທິຍານ​ອີກ​ເທື່ອ​ໜຶ່ງ. ພະເຈົ້າ​ຈະ​ອວຍ​ພອນ​ຜູ້​ຄົນ​ໃນ​ໂລກ​ນີ້​ຕາມ​ທີ່​ພະອົງ​ສັນຍາ​ໄວ້. ດາວິດ​ບອກ​ວ່າ​ຄົນ​ທີ່​ອ່ອນ​ນ້ອມ​ຖ່ອມ​ຕົວ​ກັບ​ຄົນ​ຊອບທຳ​ຈະ​ໄດ້​ຢູ່​ໃນ​ໂລກ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ. ຄຳ​ພະຍາກອນ​ຕ່າງໆໃນ​ພະທຳ​ເອຊາອີ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ຈະ​ມີ​ເວລາ​ທີ່​ເຮົາ​ຈະ​ໄດ້​ມີ​ຄວາມ​ສຸກ​ກັບ​ຊີວິດ​ໃນ​ໂລກ​ທີ່​ເປັນ​ອຸທິຍານ​ທີ່​ສວຍ​ງາມ. ນັ້ນ​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ? ເມື່ອ​ຄຳ​ສັນຍາ​ທີ່​ພະ​ເຍຊູ​ໄດ້​ເຮັດ​ກັບ​ອາດຊະຍາກອນ​ສຳເລັດ​ເປັນ​ຈິງ. ເຈົ້າ​ຈະ​ໄດ້​ຢູ່​ໃນ​ອຸທິຍານ​ນັ້ນ. ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄຳ​ເວົ້າ​ຂອງ​ພີ່​ນ້ອງ​ທີ່​ເວົ້າ​ຢູ່​ການ​ປະຊຸມ​ໃຫຍ່​ໃນ​ປະເທດ​ເກົາຫຼີ​ກໍ​ຈະ​ເປັນ​ຈິງ​ທີ່​ວ່າ: “ພົບ​ກັນ​ໃໝ່​ໃນ​ອຸທິຍານ!”

^ ຂໍ້ 18 ສາດສະດາຈານ ຊີ. ມາ​ວິນ ແພັດ ຂຽນ​ວ່າ​ຜູ້​ຊ່ຽວຊານ​ດ້ານ​ຄຳພີ​ໄບເບິນ​ຫຼາຍ​ຄົນ​ເຊື່ອ​ວ່າ​ເມື່ອ​ພະ​ເຍຊູ​ເວົ້າ​ວ່າ “ໃນ​ວັນ​ນີ້” ເພິ່ນ​ໝາຍ​ຄວາມ​ວ່າ ເພິ່ນ​ຈະ​ຕາຍ​ແລະ​ເຂົ້າ​ອຸທິຍານ​ທັນທີ​ເລີຍ​ໃນ​ມື້​ນັ້ນ ຫຼື​ພາຍ​ໃນ 24 ຊົ່ວ​ໂມງ. ສາດສະດາຈານ​ແພັດ​ບອກ​ວ່າ ຄຳ​ເຫັນ​ນີ້​ບໍ່​ສອດຄ່ອງ​ກັບ​ຂໍ້​ອື່ນໆໃນ​ຄຳພີ​ໄບເບິນ ເຊັ່ນ: ຄຳພີ​ໄບເບິນ​ບອກ​ວ່າ​ຫຼັງ​ຈາກ​ພະ​ເຍຊູ​ຕາຍ​ແລ້ວ​ກໍ​ຢູ່​ໃນ​ຫຼຸມ​ຝັງ​ສົບ ຈາກ​ນັ້ນ​ເພິ່ນ​ຈຶ່ງ​ຂຶ້ນ​ສະຫວັນ.—ມັດທາຍ 12:40; ກິດຈະການ 2:31; ໂລມ 10:7

^ ຂໍ້ 21 ເບິ່ງ​ບົດ​ຄວາມ “ຄຳຖາມ​ຈາກ​ຜູ້​ອ່ານ” ຢູ່​ຫໍສັງເກດການ ສະບັບ​ສຶກສາ​ເດືອນ​ທັນວາ 2018 (ພາສາ​ໄທ).