ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເດັກ​ນ້ອຍ​ແລະ​ໄວລຸ້ນ ເຈົ້າ​ສາມາດ​ມີ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ​ໄດ້

ເດັກ​ນ້ອຍ​ແລະ​ໄວລຸ້ນ ເຈົ້າ​ສາມາດ​ມີ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ​ໄດ້

“ພະອົງ​ຈະ​ໃຫ້​ຂ້າ​ນ້ອຍ​ຮູ້ຈັກ​ທາງ​ແຫ່ງ​ຊີວິດ.”ຄຳເພງ 16:11

ເພງ: 133, 89

1, 2. ປະສົບການ​ຂອງ​ໂທນີ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເປັນ​ໄປ​ໄດ້​ທີ່​ຈະ​ປ່ຽນ​ແປງ​ຊີວິດ?

ໂທນີ​ເຕີບ​ໃຫຍ່​ມາ​ໂດຍ​ບໍ່​ມີ​ພໍ່. ລາວ​ຮຽນ​ຢູ່​ຊັ້ນ​ມັດທະຍົມ ແຕ່​ລາວ​ກໍ​ບໍ່​ມັກ​ຮຽນ​ໜັງສື. ທີ່​ຈິງ ລາວ​ຄິດ​ທີ່​ຈະ​ອອກ​ໂຮງ​ຮຽນ​ດ້ວຍ​ຊໍ້າ. ວັນ​ເສົາ​ອາທິດ ລາວ​ມັກ​ໄປ​ເບິ່ງ​ໜັງ​ຫຼື​ມັກ​ໄປ​ຫຼິ້ນ​ກັບ​ໝູ່. ເຖິງ​ວ່າ​ລາວ​ບໍ່​ໄດ້​ເປັນ​ຄົນ​ທີ່​ມັກ​ຄວາມ​ຮຸນແຮງ​ຫຼື​ເສບ​ຢາ ແຕ່​ລາວ​ກໍ​ບໍ່​ໄດ້​ມີ​ເປົ້າ​ໝາຍ​ໃນ​ຊີວິດ. ລາວ​ບໍ່​ແນ່​ໃຈ​ວ່າ​ພະເຈົ້າ​ມີ​ແທ້​ບໍ. ມື້​ໜຶ່ງ ລາວ​ໄດ້​ເຈິ​ພະຍານ​ພະ​ເຢໂຫວາ​ສອງ​ຄົນ​ແລະ​ໄດ້​ເລົ່າ​ຄວາມ​ສົງໄສ​ເລື່ອງ​ພະເຈົ້າ​ໃຫ້​ເຂົາ​ເຈົ້າ​ຟັງ. ເຂົາ​ເຈົ້າ​ກໍ​ໄດ້​ເອົາ​ປຶ້ມ 2 ຫົວ​ໄວ້​ໃຫ້​ລາວ​ອ່ານ​ຄື ປຶ້ມ​ມີ​ໃຜ​ສ້າງ​ສິ່ງ​ມີ​ຊີວິດ​ບໍ? ແລະ​ປຶ້ມ​ຕົ້ນ​ກຳເນີດ​ຊີວິດ—ຫ້າ​ຄຳຖາມ​ທີ່​ໜ້າ​ຄິດ (ບໍ່​ມີ​ໃນ​ພາສາ​ລາວ).

2 ຕໍ່​ມາ​ພະຍານ​ພະ​ເຢໂຫວາ​ກໍ​ມາ​ຢາມ​ໂທນີ​ອີກ ໂທນີ​ໄດ້​ປ່ຽນ​ຄວາມ​ຄິດ​ຈາກ​ໜ້າ​ມື​ເປັນ​ຫຼັງ​ມື. ລາວ​ໄດ້​ອ່ານ​ປຶ້ມ​ນັ້ນ​ຫຼາຍ​ຮອບ​ຈົນ​ປຶ້ມ​ຫຍໍ້. ໂທນີ​ບອກ​ເຂົາ​ເຈົ້າ​ວ່າ: “ພະເຈົ້າ​ມີ​ແທ້.” ລາວ​ໄດ້​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ແລະ​ຄວາມ​ຄິດ​ຂອງ​ລາວ​ກ່ຽວ​ກັບ​ຊີວິດ​ກໍ​ຄ່ອຍໆປ່ຽນ​ໄປ. ກ່ອນ​ສຶກສາ​ຄຳພີ​ໄບເບິນ ໂທນີ​ບໍ່​ມັກ​ຮຽນ​ໜັງສື ແຕ່​ຕໍ່​ມາ​ລາວ​ເປັນ​ນັກ​ຮຽນ​ທີ່​ດີ​ທີ່​ສຸດ​ຄົນ​ໜຶ່ງ​ຂອງ​ໂຮງ​ຮຽນ! ແມ່ນ​ແຕ່​ອຳນວຍ​ການ​ໂຮງ​ຮຽນ​ກໍ​ຍັງ​ຮູ້ສຶກ​ປະທັບ​ໃຈ ລາວ​ເວົ້າ​ກັບ​ໂທນີ​ວ່າ: “ເຈົ້າ​ດີ​ຂຶ້ນ​ຫຼາຍ​ເນາະ ທັງ​ໃນ​ຄວາມ​ຄິດ​ແລະ​ຄະແນນ​ຂອງ​ເຈົ້າ. ນີ້​ເປັນ​ຍ້ອນ​ເຈົ້າ​ຄົບຫາ​ກັບ​ພະຍານ​ພະ​ເຢໂຫວາ​ບໍ?” ໂທນີ​ບອກ​ວ່າ​ແມ່ນ​ແລ້ວ ແລະ​ລາວ​ກໍ​ໄດ້​ບອກ​ສິ່ງ​ທີ່​ລາວ​ກຳລັງ​ຮຽນ​ໃຫ້​ຜູ້​ອຳນວຍ​ການ​ຟັງ. ລາວ​ໄດ້​ຮຽນ​ຈົບ​ມັດທະຍົມ ແລະ​ປັດຈຸບັນ​ລາວ​ກໍ​ເປັນ​ໄພໂອເນຍ​ປະຈຳ​ແລະ​ເປັນ​ຜູ້​ຊ່ວຍ​ງານ​ຮັບໃຊ້. ໂທນີ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ຕອນ​ນີ້​ລາວ​ມີ​ພະ​ເຢໂຫວາ​ເປັນ​ພໍ່​ທີ່​ຮັກ​ລາວ!—ຄຳເພງ 68:5

ເຊື່ອ​ຟັງ​ພະ​ເຢໂຫວາ​ແລ້ວ​ເຈົ້າ​ຈະ​ປະສົບ​ຜົນ​ສຳເລັດ

3. ພະ​ເຢໂຫວາ​ໃຫ້​ຄຳ​ແນະນຳ​ຫຍັງ​ກັບ​ເດັກ​ນ້ອຍ​ແລະ​ໄວລຸ້ນ?

3 ປະສົບການ​ຂອງ​ໂທນີ​ເຕືອນ​ເຮົາ​ວ່າ​ພະ​ເຢໂຫວາ​ສົນ​ໃຈ​ເດັກ​ນ້ອຍ​ແລະ​ໄວລຸ້ນ​ແທ້ໆ. ພະອົງ​ຢາກ​ໃຫ້​ເຈົ້າ​ມີ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ​ແລະ​ປະສົບ​ຜົນ​ສຳເລັດ​ແທ້ ດັ່ງ​ນັ້ນ ພະອົງ​ຈຶ່ງ​ແນະນຳ​ວ່າ ໃຫ້ ‘ເຈົ້າ​ລະນຶກ​ຄຶດ​ຮອດ​ພະອົງ​ຜູ້​ໄດ້​ນິລະມິດ​ສ້າງ​ເຈົ້າ​ເວລາ​ເຈົ້າ​ຍັງ​ໜຸ່ມ​ຢູ່.’ (ຜູ້​ເທສະໜາ​ປ່າວ​ປະກາດ 12:1) ນີ້​ບໍ່​ງ່າຍ​ສະເໝີ​ໄປ ແຕ່​ກໍ​ເຮັດ​ໄດ້. ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ເຈົ້າ​ສາມາດ​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ​ໄດ້​ທັງ​ໃນ​ຕອນ​ນີ້​ທີ່​ຍັງ​ນ້ອຍ​ແລະ​ຕອນ​ທີ່​ເປັນ​ຜູ້​ໃຫຍ່. ເພື່ອ​ຊ່ວຍ​ໃຫ້​ເຂົ້າ​ໃຈ​ເລື່ອງ​ນີ້​ດີ​ຂຶ້ນ ເຮົາ​ຈະ​ມາ​ເບິ່ງ​ວ່າ​ສິ່ງ​ໃດ​ຊ່ວຍ​ຊາວ​ອິດສະລາແອນ​ໃຫ້​ເອົາ​ຊະນະ​ຊາວ​ການາອານ​ແລ້ວ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຕາມ​ຄຳ​ສັນຍາ ແລະ​ສິ່ງ​ໃດ​ຊ່ວຍ​ດາວິດ​ໃຫ້​ເອົາ​ຊະນະ​ໂຄລີອາດ​ຄົນ​ໂຕ​ຍັກ.

4, 5. ເຮົາ​ໄດ້​ບົດຮຽນ​ສຳຄັນ​ຫຍັງ​ຈາກ​ການ​ທີ່​ຊາວ​ອິດສະລາແອນ​ເອົາ​ຊະນະ​ຊາວ​ການາອານ ແລະ​ຈາກ​ການ​ທີ່​ດາວິດ​ເອົາ​ຊະນະ​ໂຄລີອາດ? (ເບິ່ງ​ຮູບ​ທຳອິດ)

4 ຕອນ​ທີ່​ຊາວ​ອິດສະລາແອນ​ກຳລັງ​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຕາມ​ຄຳ​ສັນຍາ ພະ​ເຢໂຫວາ​ໃຫ້​ຄຳ​ແນະນຳ​ຫຍັງ​ກັບ​ເຂົາ​ເຈົ້າ? ພະອົງ​ໄດ້​ບອກ​ເຂົາ​ເຈົ້າ​ໃຫ້​ເປັນ​ທະຫານ​ທີ່​ເກັ່ງ​ຂຶ້ນ ຫຼື​ຝຶກ​ຊ້ອມ​ເພື່ອ​ສູ້​ຮົບ​ບໍ? ບໍ່. (ພະບັນຍັດ 28:1, 2) ພະອົງ​ບອກ​ເຂົາ​ເຈົ້າ​ໃຫ້​ເຊື່ອ​ຟັງ​ແລະ​ໄວ້​ວາງ​ໃຈ​ພະອົງ. (ໂຢຊວຍ 1:7-9) ສຳລັບ​ມະນຸດ​ແລ້ວ ຄຳ​ແນະນຳ​ນີ້​ອາດ​ເບິ່ງ​ຄື​ບໍ່​ມີ​ເຫດຜົນ ແຕ່​ເປັນ​ຄຳ​ແນະນຳ​ທີ່​ດີ​ທີ່​ສຸດ​ສຳລັບ​ຊາວ​ອິດສະລາແອນ. ພະ​ເຢໂຫວາ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເອົາ​ຊະນະ​ຊາວ​ການາອານ​ຫຼາຍ​ຕໍ່​ຫຼາຍ​ເທື່ອ. (ໂຢຊວຍ 24:11-13) ເພື່ອ​ຈະ​ເຊື່ອ​ຟັງ​ພະເຈົ້າ​ແບບ​ນີ້​ໄດ້​ກໍ​ຕ້ອງ​ມີ​ຄວາມ​ເຊື່ອ ແລະ​ຄວາມ​ເຊື່ອ​ໃນ​ພະອົງ​ຈະ​ເຮັດ​ໃຫ້​ປະສົບ​ຜົນ​ສຳເລັດ​ສະເໝີ. ເລື່ອງ​ນີ້​ເປັນ​ຈິງ​ໃນ​ສະໄໝ​ກ່ອນ​ແນວ​ໃດ ໃນ​ສະໄໝ​ນີ້​ກໍ​ຍັງ​ເປັນ​ຈິງ​ແນວ​ນັ້ນ.

5 ໂຄລີອາດ​ເປັນ​ນັກ​ຮົບ​ທີ່​ເກັ່ງ​ຫຼາຍ. ລາວ​ສູງ​ເກືອບ 3 ແມັດ​ແລະ​ລາວ​ມີ​ອາວຸດ​ຄົບ​ຊຸດ. (1 ຊາເມືອນ 17:4-7) ກົງ​ກັນ​ຂ້າມ ດາວິດ​ມີ​ແຕ່​ເຊືອກ​ສຳລັບ​ແກ່ວງ​ຫີນ ແລະ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ເທົ່າ​ນັ້ນ. ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ຄົງ​ຈະ​ຄິດ​ວ່າ​ດາວິດ​ໂງ່​ຫຼາຍ​ທີ່​ພະຍາຍາມ​ໄປ​ສູ້​ກັບ​ໂຄລີອາດ! ແຕ່​ທີ່​ຈິງ​ແລ້ວ ໂຄລີອາດ​ຕ່າງ​ຫາກ​ທີ່​ໂງ່.—1 ຊາເມືອນ 17:48-51

6. ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

6 ໃນ​ບົດ​ຄວາມ​ກ່ອນ ເຮົາ​ໄດ້​ພິຈາລະນາ​ສິ່ງ​ດີໆ 4 ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. ເຮົາ​ໄດ້​ຮຽນ​ຮູ້​ວ່າ ເຮົາ​ຕ້ອງ​ສົນ​ໃຈ​ທີ່​ຈະ​ໃກ້ຊິດ​ກັບ​ພະເຈົ້າ ຕ້ອງ​ຫາ​ໝູ່​ທີ່​ຮັກ​ພະເຈົ້າ ຕັ້ງ​ເປົ້າ​ໝາຍ​ທີ່​ດີ ແລະ​ເຫັນ​ຄຸນຄ່າ​ອິດ​ສະຫຼະ​ທີ່​ພະເຈົ້າ​ໃຫ້​ເຮົາ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວິທີ​ທີ່​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຂຶ້ນ​ຈາກ​ການ​ເຮັດ​ສິ່ງ​ດີໆເຫຼົ່າ​ນັ້ນ. ເພື່ອ​ຈະ​ເຮັດ​ແບບ​ນີ້​ໄດ້​ໃຫ້​ເຮົາ​ມາ​ເບິ່ງ​ຫຼັກ​ການ​ບາງ​ຢ່າງ​ໃນ​ຄຳເພງ​ບົດ 16.

ສົນ​ໃຈ​ທີ່​ຈະ​ໃກ້​ຊິດ​ກັບ​ພະເຈົ້າ

7. (ກ) ຄົນ​ທີ່​ຄິດ​ແບບ​ພະເຈົ້າ​ເປັນ​ຄົນ​ແນວ​ໃດ? (ຂ) “ສ່ວນ​ມູນ” ຂອງ​ດາວິດ​ໝາຍ​ເຖິງ​ຫຍັງ ແລະ​ສົ່ງ​ຜົນ​ຕໍ່​ລາວ​ແນວ​ໃດ?

7 ຄົນ​ທີ່​ຄິດ​ແບບ​ພະເຈົ້າ​ຈະ​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ແລະ​ພະຍາຍາມ​ເບິ່ງ​ສິ່ງ​ຕ່າງໆຄື​ກັບ​ພະອົງ​ເບິ່ງ. ລາວ​ໃຫ້​ພະ​ເຢໂຫວາ​ຊີ້​ນຳ​ຊີວິດ​ຂອງ​ລາວ​ແລະ​ຕັ້ງ​ໃຈ​ທີ່​ຈະ​ເຊື່ອ​ຟັງ​ພະອົງ. (1 ໂກລິນໂທ 2:12, 13) ດາວິດ​ເປັນ​ຕົວຢ່າງ​ທີ່​ດີ​ຂອງ​ຄົນ​ທີ່​ຄິດ​ແບບ​ພະເຈົ້າ. ລາວ​ຮ້ອງ​ເພງ​ວ່າ: ‘ພະ​ເຢໂຫວາ​ເປັນ​ສ່ວນ​ມູນ​ຂອງ​ຂ້າ​ນ້ອຍ.’ (ຄຳເພງ 16:5) ດາວິດ​ເຫັນ​ຄຸນຄ່າ “ສ່ວນ​ມູນ” ຂອງ​ລາວ ເຊິ່ງ​ໝາຍ​ເຖິງ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ລະຫວ່າງ​ລາວ​ກັບ​ພະເຈົ້າ ແລະ​ລາວ​ໄດ້​ໝາຍ​ເພິ່ງ​ພະອົງ. (ຄຳເພງ 16:1) ຜົນ​ກໍ​ຄື ລາວ​ເວົ້າ​ໄດ້​ວ່າ: “ໃຈ​ຂ້າ​ນ້ອຍ​ກໍ​ຊົມຊື່ນ​ຍິນດີ.” ບໍ່​ມີ​ສິ່ງ​ໃດ​ທີ່​ເຮັດ​ໃຫ້​ດາວິດ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ!—ອ່ານ​ຄຳເພງ 16:9, 11

8. ມີ​ສິ່ງ​ໃດ​ແດ່​ທີ່​ເຮັດ​ໃຫ້​ເຈົ້າ​ມີ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ​ແທ້ໆ?

8 ຄົນ​ທີ່​ສົນ​ໃຈ​ແຕ່​ເງິນ​ຄຳ​ແລະ​ຄວາມ​ມ່ວນ​ຊື່ນ​ຈະ​ບໍ່​ມີ​ທາງ​ມີ​ຄວາມ​ສຸກ​ເທົ່າ​ດາວິດ. (1 ຕີໂມເຕ 6:9, 10) ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຈາກ​ການາດາ​ບອກ​ວ່າ: “ຄວາມ​ສຸກ​ແທ້​ບໍ່​ໄດ້​ມາ​ຈາກ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ໃນ​ຊີວິດ ແຕ່​ມາ​ຈາກ​ການ​ທີ່​ເຮົາ​ໃຫ້​ພະ​ເຢໂຫວາ​ຜູ້​ທີ່​ໃຫ້​ສິ່ງ​ດີ​ທຸກ​ຢ່າງ.” (ຢາໂກໂບ 1:17) ຖ້າ​ເຈົ້າ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ຮັບໃຊ້​ພະອົງ ເຈົ້າ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ໝາຍ​ແລະ​ມີ​ຄວາມ​ອີ່ມ​ໃຈ​ພໍ​ໃຈ​ແທ້ໆ. ສະນັ້ນ ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ? ເຈົ້າ​ຕ້ອງ​ໃຊ້​ເວລາ​ກັບ​ພະ​ເຢໂຫວາ​ໂດຍ​ອ່ານ​ຄຳພີ​ໄບເບິນ ສັງເກດ​ເບິ່ງ​ສິ່ງ​ສວຍ​ງາມ​ທີ່​ພະອົງ​ສ້າງ ແລະ​ຄິດ​ກ່ຽວ​ກັບ​ຄຸນ​ລັກສະນະ​ຂອງ​ພະອົງ ເຊັ່ນ​ຄວາມ​ຮັກ​ທີ່​ພະອົງ​ມີ​ຕໍ່​ເຈົ້າ.—ໂລມ 1:20; 5:8

9. ເຈົ້າ​ຈະ​ໃຫ້​ຄຳພີ​ໄບເບິນ​ສົ່ງ​ຜົນ​ຕໍ່​ຄວາມ​ຄິດ​ຂອງ​ເຈົ້າ​ໄດ້​ແນວ​ໃດ?

9 ຄື​ກັບ​ພໍ່​ທີ່​ຮັກ​ເຮົາ ບາງ​ຄັ້ງ​ພະ​ເຢໂຫວາ​ໄດ້​ວ່າ​ກ່າວ​ແກ້ໄຂ​ເຮົາ​ເມື່ອ​ຈຳເປັນ. ດາວິດ​ເຫັນ​ຄ່າ​ການ​ວ່າ​ກ່າວ​ແກ້ໄຂ​ນີ້ ລາວ​ບອກ​ວ່າ: “ຂ້າ​ນ້ອຍ​ຈະ​ສັນລະເສີນ​ພະ​ເຢໂຫວາ​ຜູ້​ໂຜດ​ເຕືອນ​ສະຕິ​ຂ້າ​ນ້ອຍ. ໃນ​ກາງຄືນ​ໝາກ​ໄຂ່​ຫຼັງ​ຂ້າ​ນ້ອຍ​ກໍ​ສັ່ງ​ສອນ​ຂ້າ​ນ້ອຍ​ດ້ວຍ.” (ຄຳເພງ 16:7) ດາວິດ​ຄິດ​ຕຶກຕອງ​ກ່ຽວ​ກັບ​ຄວາມ​ຄິດ​ຂອງ​ພະເຈົ້າ​ແລະ​ເອົາ​ຄວາມ​ຄິດ​ຂອງ​ພະອົງ​ມາ​ເປັນ​ຄວາມ​ຄິດ​ຂອງ​ຕົວ​ເອງ. ດາວິດ​ໃຫ້​ຄວາມ​ຄິດ​ຂອງ​ພະເຈົ້າ​ສົ່ງ​ຜົນ​ຕໍ່​ລາວ ເຊິ່ງ​ປ່ຽນ​ແປງ​ລາວ​ໃຫ້​ເປັນ​ຄົນ​ທີ່​ດີ​ຂຶ້ນ. ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະເຈົ້າ​ແລະ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ກໍ​ຈະ​ຫຼາຍ​ຂຶ້ນ. ພີ່​ນ້ອງ​ຍິງ​ຊື່​ຄລິດສະຕິນ​ບອກ​ວ່າ ເມື່ອ​ລາວ​ໄປ​ຄົ້ນ​ຄວ້າ​ແລະ​ຄິດ​ຕຶກຕອງ​ສິ່ງ​ທີ່​ລາວ​ອ່ານ ລາວ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຂຽນ​ສິ່ງ​ເຫຼົ່າ​ນັ້ນ​ໃຫ້​ລາວ!

10. ຕາມ​ທີ່​ໄດ້​ຮຽນ​ຈາກ​ເອຊາອີ 26:3 ການ​ມີ​ຄວາມ​ຄິດ​ແບບ​ພະເຈົ້າ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ?

10 ເມື່ອ​ເຈົ້າ​ຄິດ​ແບບ​ພະ​ເຢໂຫວາ ເຈົ້າ​ກໍ​ຈະ​ເບິ່ງ​ໂລກ​ແລະ​ອະນາຄົດ​ຂອງ​ໂລກ​ຄື​ກັບ​ທີ່​ພະອົງ​ເບິ່ງ. ພະອົງ​ໄດ້​ໃຫ້​ເຈົ້າ​ມີ​ຄວາມ​ຮູ້​ແລະ​ຄວາມ​ເຂົ້າ​ໃຈ​ທີ່​ພິເສດ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ພະອົງ​ຢາກ​ໃຫ້​ເຈົ້າ​ຮູ້​ວ່າ​ອັນ​ໃດ​ຄື​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ ແລະ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ເລື່ອງ​ອະນາຄົດ! (ອ່ານ​ເອຊາອີ 26:3) ພີ່​ນ້ອງ​ຊາຍ​ຊື່​ໂຈຊົວ​ທີ່​ຢູ່​ປະເທດ​ສະຫະລັດ​ອາເມຣິກາ​ບອກ​ວ່າ​ຖ້າ​ເຈົ້າ​ໃກ້​ຊິດ​ກັບ​ພະ​ເຢໂຫວາ ເຈົ້າ​ຈະ​ເບິ່ງ​ອອກ​ວ່າ​ອັນ​ໃດ​ສຳຄັນ​ແລະ​ບໍ່​ສຳຄັນ.

ເລືອກ​ຄົນ​ທີ່​ຈະ​ມາ​ເປັນ​ໝູ່​ແທ້

11. ດາວິດ​ເລືອກ​ໝູ່​ແນວ​ໃດ?

11 ອ່ານ​ຄຳເພງ 16:3. ດາວິດ​ຮູ້​ວິທີ​ເລືອກ​ໝູ່​ທີ່​ດີ. ລາວ​ເລືອກ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ມາ​ເປັນ​ໝູ່ ແລະ​ນີ້​ເຮັດ​ໃຫ້​ລາວ “ຊອບ​ໃຈ [“ມີ​ຄວາມ​ສຸກ​ຫຼາຍ,” ລ.ມ.]” ລາວ​ບອກ​ວ່າ​ໝູ່​ຂອງ​ລາວ​ເປັນ “ຄົນ​ບໍລິສຸດ” ເພາະ​ເຂົາ​ເຈົ້າ​ພະຍາຍາມ​ເຮັດ​ຕາມ​ມາດຕະຖານ​ທາງ​ດ້ານ​ສິນລະທຳ​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ. ຜູ້​ຂຽນ​ຄຳເພງ​ອີກ​ຄົນ​ໜຶ່ງ​ກໍ​ຄິດ​ຄື​ກັນ​ໃນ​ເລື່ອງ​ການ​ເລືອກ​ໝູ່ ລາວ​ຂຽນ​ວ່າ: “ຂ້າ​ນ້ອຍ​ເປັນ​ມິດ​ສະຫາຍ​ແຫ່ງ​ຄົນ​ທັງ​ປວງ​ທີ່​ຢ້ານຢຳ​ພະອົງ​ແລະ​ຂອງ​ຜູ້​ທີ່​ຖື​ຮັກສາ​ຂໍ້​ບັນຍັດ​ທັງ​ຫຼາຍ​ແຫ່ງ​ພະອົງ.” (ຄຳເພງ 119:63) ດັ່ງ​ທີ່​ໄດ້​ເບິ່ງ​ໃນ​ບົດ​ຄວາມ​ກ່ອນ ເຈົ້າ​ສາມາດ​ເລືອກ​ໝູ່​ທີ່​ດີ​ຫຼາຍ​ຄົນ​ໄດ້​ໃນ​ກຸ່ມ​ຄົນ​ທີ່​ຮັກ​ແລະ​ເຊື່ອ​ຟັງ​ພະ​ເຢໂຫວາ. ແຕ່​ໝູ່​ຂອງ​ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ອາຍຸ​ລຸ້ນ​ດຽວ​ກັນ​ກັບ​ເຈົ້າ.

12. ເປັນ​ຫຍັງ​ດາວິດ​ແລະ​ໂຢນາທານ​ຈຶ່ງ​ເປັນ​ໝູ່​ສະໜິດ​ກັນ​ໄດ້?

12 ດາວິດ​ບໍ່​ໄດ້​ເລືອກ​ສະເພາະ​ແຕ່​ຄົນ​ລຸ້ນ​ດຽວ​ກັນ​ມາ​ເປັນ​ໝູ່. ເຈົ້າ​ບອກ​ຊື່​ໝູ່​ສະໜິດ​ຂອງ​ດາວິດ​ຄົນ​ໜຶ່ງ​ໄດ້​ບໍ? ເຈົ້າ​ອາດ​ຈະ​ຄິດ​ເຖິງ​ໂຢນາທານ. ມິດຕະພາບ​ລະຫວ່າງ​ດາວິດ​ກັບ​ໂຢນາທານ​ເປັນ​ມິດຕະພາບ​ໜຶ່ງ​ທີ່​ໜ້າ​ປະທັບ​ໃຈ​ທີ່​ສຸດ​ທີ່​ບັນທຶກ​ໄວ້​ໃນ​ຄຳພີ​ໄບເບິນ. ແຕ່​ເຈົ້າ​ຮູ້​ບໍ​ວ່າ​ໂຢນາທານ​ອາຍຸ​ລື່ນ​ດາວິດ​ຕັ້ງ 30 ປີ? ແລ້ວ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ເປັນ​ໝູ່​ສະໜິດ​ກັນ​ໄດ້? ກໍ​ຍ້ອນ​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ. ເຂົາ​ເຈົ້າ​ຍັງ​ນັບຖື​ກັນ​ແລະ​ກັນ ແລະ​ເຫັນ​ຄ່າ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ກັນ​ແລະ​ກັນ ເຊັ່ນ: ຄວາມ​ກ້າຫານ ຕອນ​ທີ່​ເຂົາ​ເຈົ້າ​ຕໍ່​ສູ້​ກັບ​ສັດຕູ​ຂອງ​ພະເຈົ້າ.—1 ຊາເມືອນ 13:3; 14:13; 17:48-50; 18:1

13. ເຈົ້າ​ຈະ​ມີ​ໝູ່​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

13 ຄື​ກັບ​ດາວິດ​ແລະ​ໂຢນາທານ ເຮົາ​ຈະ “ມີ​ຄວາມ​ສຸກ​ຫຼາຍ, ລ.ມ.” ເມື່ອ​ມີ​ໝູ່​ທີ່​ຮັກ​ແລະ​ເຊື່ອ​ໃນ​ພະ​ເຢໂຫວາ. ພີ່​ນ້ອງ​ຍິງ​ຊື່​ເຄຍຣາ​ເຊິ່ງ​ຮັບໃຊ້​ພະເຈົ້າ​ຫຼາຍ​ປີ​ບອກ​ວ່າ: “ຂ້ອຍ​ເປັນ​ໝູ່​ກັບ​ພີ່​ນ້ອງ​ຢູ່​ທົ່ວ​ໂລກ​ເຊິ່ງ​ມີ​ພູມ​ຫຼັງ​ແລະ​ວັດທະນາ​ທຳ​ທີ່​ຕ່າງ​ກັນ.” ຖ້າ​ເຈົ້າ​ເຮັດ​ຄື​ກັບ​ເຄຍຣາ ເຈົ້າ​ກໍ​ຈະ​ປະສົບ​ດ້ວຍ​ຕົວ​ເອງ​ວ່າ​ຄຳພີ​ໄບເບິນ​ແລະ​ພະລັງ​ບໍລິສຸດ​ເຮັດ​ໃຫ້​ເຮົາ​ເປັນ​ຄອບຄົວ​ໃຫຍ່​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ທົ່ວ​ໂລກ.

ຕັ້ງ​ເປົ້າ​ໝາຍ​ທີ່​ດີ

14. (ກ) ເຈົ້າ​ຈະ​ຕັ້ງ​ເປົ້າ​ໝາຍ​ທີ່​ດີ​ໃນ​ຊີວິດ​ໄດ້​ແນວ​ໃດ? (ຂ) ໄວລຸ້ນ​ບາງ​ຄົນ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ?

14 ອ່ານ​ຄຳເພງ 16:8. ສຳລັບ​ດາວິດ​ແລ້ວ​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ຖ້າ​ເຈົ້າ​ຮຽນ​ແບບ​ດາວິດ​ເມື່ອ​ຕັ້ງ​ເປົ້າ​ໝາຍ​ແລະ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ເຮັດ ເຈົ້າ​ກໍ​ຈະ​ມີ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ. ພີ່​ນ້ອງ​ຊາຍ​ຊື່​ສະຕີ​ເວັນ​ບອກ​ວ່າ: “ການ​ພະຍາຍາມ​ເຮັດ​ຕາມ​ເປົ້າ​ໝາຍ​ແລະ​ເຮັດ​ໄດ້​ສຳເລັດ ແລ້ວ​ມາ​ຄິດ​ຫວນ​ຄືນ​ວ່າ​ໄດ້​ປັບ​ປຸງ​ຕົວ​ເອງ​ແນວ​ໃດ​ແດ່ ມັນ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ.” ພີ່​ນ້ອງ​ຊາຍ​ໄວລຸ້ນ​ຈາກ​ເຢຍລະມັນ ເຊິ່ງ​ຕອນ​ນີ້​ຮັບໃຊ້​ຢູ່​ຕ່າງ​ປະເທດ​ບອກ​ວ່າ: “ເມື່ອ​ຂ້ອຍ​ເຖົ້າ ຂ້ອຍ​ບໍ່​ຢາກ​ຄິດ​ຄືນ​ຫຼັງ​ແລ້ວ​ເຫັນ​ວ່າ​ທຸກ​ສິ່ງ​ທີ່​ຂ້ອຍ​ເຮັດ​ມາ​ຕະຫຼອດ​ຊີວິດ​ແມ່ນ​ມີ​ແຕ່​ເພື່ອ​ຕົວ​ເອງ​ເທົ່າ​ນັ້ນ.” ເຈົ້າ​ຮູ້ສຶກ​ຄື​ກັບ​ເຂົາ​ເຈົ້າ​ບໍ? ຖ້າ​ເປັນ​ແບບ​ນັ້ນ ຂໍ​ໃຫ້​ເຈົ້າ​ໃຊ້​ຄວາມ​ສາມາດ​ແລະ​ພອນ​ສະຫວັນ​ຂອງ​ເຈົ້າ​ເພື່ອ​ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ​ແລະ​ຊ່ວຍ​ເຫຼືອ​ຄົນ​ອື່ນ. (ຄາລາຊີ 6:10) ຂໍ​ໃຫ້​ຕັ້ງ​ເປົ້າ​ໝາຍ​ຮັບໃຊ້​ພະ​ເຢໂຫວາ ແລະ​ຂໍ​ພະອົງ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ເປົ້າ​ໝາຍ​ນັ້ນ​ສຳເລັດ. ເຈົ້າ​ຈະ​ໝັ້ນ​ໃຈ​ໄດ້​ແນ່ນອນ​ວ່າ​ພະອົງ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຈົ້າ!—1 ໂຢຮັນ 3:22; 5:14, 15

15. ເຈົ້າ​ສາມາດ​ຕັ້ງ​ເປົ້າ​ໝາຍ​ຫຍັງ​ໄດ້​ແດ່? (ເບິ່ງ​ຂອບ “ ລອງ​ຄິດ​ເຖິງ​ເປົ້າ​ໝາຍ​ເຫຼົ່າ​ນີ້​ເບິ່ງ.”)

15 ເຈົ້າ​ສາມາດ​ຕັ້ງ​ເປົ້າ​ໝາຍ​ຫຍັງ​ໄດ້​ແດ່? ເຈົ້າ​ລອງ​ອອກ​ຄວາມ​ຄິດ​ເຫັນ​ເປັນ​ຄຳ​ເວົ້າ​ຂອງ​ຕົວ​ເອງ​ໄດ້​ບໍ​ໃນ​ການ​ປະຊຸມ? ເປັນ​ໄພໂອເນຍ​ຫຼື​ຮັບໃຊ້​ຢູ່​ເບເທນ​ໄດ້​ບໍ? ຫຼື​ລອງ​ຮຽນ​ພາສາ​ໃໝ່​ເພື່ອ​ທີ່​ຈະ​ປະກາດ​ຂ່າວ​ດີ​ກັບ​ຄົນ​ອື່ນ​ຫຼາຍ​ຂຶ້ນ​ໄດ້​ບໍ? ພີ່​ນ້ອງ​ຊາຍ​ໄວລຸ້ນ​ຊື່​ບາຣາກ​ເຊິ່ງ​ຮັບໃຊ້​ເຕັມ​ເວລາ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ທຸກໆມື້​ຂ້ອຍ​ຕື່ນ​ມາ​ແລະ​ຮູ້​ວ່າ​ຂ້ອຍ​ໄດ້​ໃຊ້​ເຫື່ອ​ແຮງ​ທັງ​ໝົດ​ຂອງ​ຂ້ອຍ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ ບໍ່​ມີ​ວຽກ​ໃດ​ຈະ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ນີ້.”

ເຫັນ​ຄຸນຄ່າ​ອິດ​ສະຫຼະ​ພາບ​ທີ່​ພະເຈົ້າ​ໃຫ້​ກັບ​ເຈົ້າ

16. ດາວິດ​ຮູ້ສຶກ​ແນວ​ໃດ​ຕໍ່​ກົດ​ໝາຍ​ແລະ​ຫຼັກ​ການ​ຂອງ​ພະ​ເຢໂຫວາ ແລະ​ເປັນ​ຫຍັງ​ລາວ​ຈຶ່ງ​ຮູ້ສຶກ​ແບບ​ນັ້ນ?

16 ອ່ານ​ຄຳເພງ 16:2, 4. ຄື​ກັບ​ທີ່​ໄດ້​ຮຽນ​ໃນ​ບົດ​ຄວາມ​ກ່ອນ ເມື່ອ​ເຮົາ​ໃຊ້​ຊີວິດ​ຕາມ​ກົດ​ໝາຍ​ແລະ​ຫຼັກ​ການ​ຂອງ​ພະເຈົ້າ ເຮົາ​ຈະ​ເປັນ​ອິດ​ສະຫຼະ​ແທ້ໆ. ເຮົາ​ຮຽນ​ຮູ້​ທີ່​ຈະ​ຮັກ​ສິ່ງ​ທີ່​ດີ​ແລະ​ກຽດ​ຊັງ​ສິ່ງ​ທີ່​ຊົ່ວ. (ອາໂມດ 5:15) ສິ່ງ​ທີ່​ດາວິດ​ບອກ​ເນັ້ນ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ແຫຼ່ງ​ທີ່​ມາ​ຂອງ​ຄຸນ​ຄວາມ​ດີ. ຄຸນ​ຄວາມ​ດີ​ແມ່ນ​ຄວາມ​ດີ​ເລີດ​ທາງ​ດ້ານ​ສິນລະທຳ. ພະ​ເຢໂຫວາ​ດີ​ໃນ​ທຸກ​ສິ່ງ​ທີ່​ພະອົງ​ເຮັດ ແລະ​ສິ່ງ​ທີ່​ດີໆທຸກ​ຢ່າງ​ທີ່​ເຮົາ​ໄດ້​ຮັບ​ກໍ​ລ້ວນ​ແຕ່​ມາ​ຈາກ​ພະອົງ. ດາວິດ​ພະຍາຍາມ​ຢ່າງ​ເຕັມທີ​ທີ່​ຈະ​ຮຽນ​ແບບ​ພະ​ເຢໂຫວາ ແລະ​ຮັກ​ສິ່ງ​ຕ່າງໆຄື​ກັບ​ທີ່​ພະອົງ​ຮັກ. ແຕ່​ດາວິດ​ຍັງ​ຮຽນ​ຮູ້​ທີ່​ຈະ​ກຽດ​ຊັງ​ສິ່ງ​ທີ່​ພະເຈົ້າ​ບອກ​ວ່າ​ຊົ່ວ. ສິ່ງ​ຊົ່ວ​ຢ່າງ​ໜຶ່ງ​ຄື ການ​ໄຫວ້​ຮູບ​ເຄົາລົບ ເຊິ່ງ​ໝາຍ​ເຖິງ​ການ​ນະມັດສະການ​ໃຜ​ຫຼື​ອັນ​ໃດ​ກໍ​ຕາມ​ທີ່​ບໍ່​ແມ່ນ​ພະ​ເຢໂຫວາ. ການ​ໄຫວ້​ຮູບ​ເຄົາລົບ​ຫຼຸດ​ສັກສີ​ຂອງ​ມະນຸດ​ແລະ​ເອົາ​ການ​ຍົກຍ້ອງ​ສັນລະເສີນ​ທີ່​ສົມຄວນ​ໃຫ້​ພະ​ເຢໂຫວາ​ໄປ​ໃຫ້​ກັບ​ຄົນ​ອື່ນ​ຫຼື​ສິ່ງ​ອື່ນ​ແທນ.—ເອຊາອີ 2:8, 9; ຄຳປາກົດ 4:11

17, 18. (ກ) ດາວິດ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ຜົນ​ທີ່​ບໍ່​ດີ​ຂອງ​ການ​ນະມັດສະການ​ພະ​ປອມ? (ຂ) ສິ່ງ​ໃດ​ເຮັດ​ໃຫ້​ຜູ້​ຄົນ​ໃນ​ປັດຈຸບັນ​ມີ “ຄວາມ​ທຸກ​ລຳບາກ​ມາກ​ຂຶ້ນ”?

17 ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ນະມັດສະການ​ປອມ. (ໂອເຊ 4:13, 14) ຫຼາຍ​ຄົນ​ມັກ​ການ​ນະມັດສະການ​ປອມ​ເພາະ​ເຂົາ​ເຈົ້າ​ມັກ​ເຮັດ​ຜິດ​ສິນລະທຳ ແຕ່​ການ​ນະມັດສະການ​ແບບ​ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ບໍ? ບໍ່! ດາວິດ​ບອກ​ວ່າ​ຜູ້​ທີ່​ນະມັດສະການ​ພະ​ປອມ “ຈະ​ຖືກ​ຄວາມ​ທຸກ​ລຳບາກ​ມາກ​ຂຶ້ນ.” ເຂົາ​ເຈົ້າ​ເຖິງ​ກັບ​ເອົາ​ລູກ​ຂອງ​ຕົວ​ເອງ​ມາ​ເຜົາ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ປອມ​ດ້ວຍ​ຊໍ້າ! (ເອຊາອີ 57:5) ພະ​ເຢໂຫວາ​ກຽດ​ຊັງ​ການ​ກະທຳ​ທີ່​ໂຫດ​ຫ້ຽມ​ນີ້​ແທ້ໆ. (ເຢເຣມີ 7:31) ຖ້າ​ເຈົ້າ​ມີ​ຊີວິດ​ໃນ​ສະໄໝ​ນັ້ນ ເຈົ້າ​ຄົງ​ຈະ​ດີ​ໃຈ​ແທ້ໆແມ່ນ​ບໍ​ທີ່​ພໍ່​ແມ່​ຂອງ​ເຈົ້າ​ນະມັດສະການ​ພະ​ເຢໂຫວາ!

18 ປັດຈຸບັນ ສາສະໜາ​ປອມ​ຫຼາຍ​ສາສະໜາ​ຍອມ​ຮັບ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ເຊິ່ງ​ລວມ​ເຖິງ​ການ​ຮັກ​ຮ່ວມ​ເພດ​ນຳ. ນີ້​ເປັນ​ຮູບ​ແບບ​ຊີວິດ​ທີ່​ເຮັດ​ໃຫ້​ຫຼາຍ​ຄົນ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ມີ​ອິດ​ສະຫຼະ ແຕ່​ແທ້ໆແລ້ວ ເຂົາ​ເຈົ້າ​ມີ “ຄວາມ​ທຸກ​ລຳບາກ​ມາກ​ຂຶ້ນ.” (1 ໂກລິນໂທ 6:18, 19) ເຈົ້າ​ສັງເກດ​ວ່າ​ເປັນ​ແນວ​ນັ້ນ​ບໍ? ດັ່ງ​ນັ້ນ ເດັກ​ນ້ອຍ​ແລະ​ໄວລຸ້ນ​ເອີຍ ຂໍ​ໃຫ້​ເຈົ້າ​ຟັງ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ. ລອງ​ພິສູດ​ດ້ວຍ​ຕົວ​ເອງ​ວ່າ​ການ​ເຊື່ອ​ຟັງ​ພະເຈົ້າ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ. ຂໍ​ໃຫ້​ຄິດ​ຢ່າງ​ຈິງ​ຈັງ​ເຖິງ​ຜົນ​ເສຍ​ຫາຍ​ຮ້າຍແຮງ​ຈາກ​ການ​ເຮັດ​ຜິດ​ສິນລະທຳ ແລ້ວ​ເຈົ້າ​ຈະ​ເຫັນ​ວ່າ​ຄວາມ​ສຸກ​ຊົ່ວຄາວ​ນັ້ນ​ບໍ່​ຄຸ້ມ​ຄ່າ​ເລີຍ. (ຄາລາຊີ 6:8) ໂຈຊົວ​ທີ່​ເວົ້າ​ເຖິງ​ໃນ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ເຮົາ​ຈະ​ໃຊ້​ອິດ​ສະຫຼະ​ເຮັດ​ຫຍັງ​ກໍ​ໄດ້​ທີ່​ເຮົາ​ຢາກ​ເຮັດ ແຕ່​ຖ້າ​ເຮັດ​ໃນ​ທາງ​ທີ່​ຜິດ ມັນ​ກໍ​ຈະ​ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄວາມ​ສຸກ.”

19, 20. ຖ້າ​ເດັກ​ນ້ອຍ​ແລະ​ໄວລຸ້ນ​ມີ​ຄວາມ​ເຊື່ອ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ພອນ​ຫຍັງ​ແດ່?

19 ພະ​ເຍຊູ​ບອກ​ວ່າ: “ຖ້າ​ພວກ​ທ່ານ​ຕັ້ງ​ໝັ້ນ​ຄົງ​ຢູ່​ໃນ​ພະ​ຄຳ​ຂອງ​ເຮົາ ທ່ານ​ເປັນ​ລູກ​ສິດ​ອັນ​ແທ້​ຂອງ​ເຮົາ ແລະ​ພວກ​ທ່ານ​ຈະ​ຮູ້ຈັກ​ຄວາມ​ຈິງ​ແລະ​ຄວາມ​ຈິງ​ຈະ​ໄຖ່​ທ່ານ​ໃຫ້​ພົ້ນ​ຈາກ​ເປັນ​ທາດ [ຫຼື “ໃຫ້​ເປັນ​ອິດ​ສະຫຼະ,” ລ.ມ.]” (ໂຢຮັນ 8:31, 32) ເຮົາ​ຂອບໃຈ​ພະ​ເຢໂຫວາ​ທີ່​ເຮັດ​ໃຫ້​ເຮົາ​ເປັນ​ອິດ​ສະຫຼະ​ຈາກ​ສາສະໜາ​ປອມ ຄວາມ​ບໍ່​ຮູ້ ແລະ​ການ​ເຊື່ອ​ຖື​ໂຊກ​ລາງ. ເຮົາ​ລໍ​ຖ້າ​ອະນາຄົດ​ທີ່​ຈະ​ມີ “ອິດ​ສະລະ​ພາບ​ອັນ​ຮຸ່ງເຮືອງ​ແຫ່ງ​ບັນດາ​ລູກ​ຂອງ​ພະເຈົ້າ.” (ໂລມ 8:21, ທ.ປ.) ຕອນ​ນີ້​ເຈົ້າ​ສາມາດ​ມີ​ອິດ​ສະຫຼະ​ໃນ​ລະດັບ​ໜຶ່ງ​ໄດ້ ຖ້າ​ເຈົ້າ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພະ​ຄລິດ. ດັ່ງ​ນັ້ນ ເຈົ້າ​ຈະ “ຮູ້ຈັກ​ຄວາມ​ຈິງ” ບໍ່​ພຽງ​ແຕ່​ຈາກ​ການ​ຮຽນ​ເທົ່າ​ນັ້ນ ແຕ່​ຈາກ​ການ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ.

20 ເດັກ​ນ້ອຍ​ແລະ​ໄວລຸ້ນ ຂໍ​ໃຫ້​ເຫັນ​ຄ່າ​ອິດ​ສະຫຼະ​ທີ່​ພະ​ເຢໂຫວາ​ໃຫ້​ເຈົ້າ​ແລະ​ໃຊ້​ມັນ​ຢ່າງ​ສະຫຼາດ. ອິດ​ສະຫຼະ​ນັ້ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນ​ໃຈ​ທີ່​ດີ​ໃນ​ຕອນ​ນີ້​ແລະ​ເຮັດ​ໃຫ້​ເຈົ້າ​ມີ​ອະນາຄົດ​ທີ່​ດີ​ທີ່​ສຸດ. ພີ່​ນ້ອງ​ຊາຍ​ໄວລຸ້ນ​ຄົນ​ໜຶ່ງ​ບອກ​ວ່າ: “ການ​ໃຊ້​ອິດ​ສະຫຼະ​ຢ່າງ​ສະຫຼາດ​ຕັ້ງ​ແຕ່​ຍັງ​ນ້ອຍ​ຈະ​ຊ່ວຍ​ເຈົ້າ​ໄດ້​ແທ້ໆຕອນ​ທີ່​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ທີ່​ໃຫຍ່ໆເຊັ່ນ: ຫາ​ວຽກ​ທີ່​ເໝາະ​ສົມ ຫຼື​ເລືອກ​ທີ່​ຈະ​ແຕ່ງ​ດອງ​ຫຼື​ເປັນ​ໂສດ​ໄລຍະ​ໜຶ່ງ.”

21. ເຈົ້າ​ຈະ​ໄດ້ “ຊີວິດ​ອັນ​ແທ້” ໄດ້​ແນວ​ໃດ?

21 ໃນ​ໂລກ​ທຸກ​ມື້​ນີ້ ຮູບ​ແບບ​ຊີວິດ​ທີ່​ຜູ້​ຄົນ​ທົ່ວໄປ​ເອີ້ນ​ວ່າ​ດີ​ກໍ​ຢູ່​ໄດ້​ບໍ່​ດົນ. ບໍ່​ມີ​ມະນຸດ​ຄົນ​ໃດ​ຮູ້​ວ່າ​ມື້​ອື່ນ​ຈະ​ເປັນ​ແນວ​ໃດ. (ຢາໂກໂບ 4:13, 14) ດັ່ງ​ນັ້ນ ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ເຈົ້າ​ເຮັດ​ໄດ້​ກໍ​ຄື​ເລືອກ​ສິ່ງ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ໄດ້ “ຊີວິດ​ອັນ​ແທ້” ນັ້ນ​ຄື​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່​ທີ່​ສວຍ​ງາມ​ຂອງ​ພະເຈົ້າ. (1 ຕີໂມເຕ 6:19) ພະ​ເຢໂຫວາ​ບໍ່​ໄດ້​ບັງຄັບ​ໃຜ​ໃຫ້​ຮັບໃຊ້​ພະອົງ. ເຮົາ​ທຸກ​ຄົນ​ຕ້ອງ​ຕັດສິນ​ໃຈ​ເອົາ​ເອງ​ວ່າ​ຈະ​ເຮັດ​ແນວ​ໃດ​ກັບ​ຊີວິດ. ດັ່ງ​ນັ້ນ​ໃຫ້​ພະ​ເຢໂຫວາ​ເປັນ “ສ່ວນ​ມູນ” ຂອງ​ເຈົ້າ​ໂດຍ​ພະຍາຍາມ​ໃກ້​ຊິດ​ກັບ​ພະອົງ​ຫຼາຍ​ຂຶ້ນ​ທຸກໆມື້ ແລະ​ເຫັນ​ຄ່າ “ຂອງ​ດີ” ຕ່າງໆທີ່​ພະອົງ​ໃຫ້​ເຈົ້າ. (ຄຳເພງ 103:5) ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ເຈົ້າ​ມີ​ຄວາມ​ຍິນດີ​ແລະ​ຄວາມ​ສຸກ​ຢ່າງ​ລົ້ນ​ເຫຼືອ​ຕະຫຼອດ​ໄປ!—ຄຳເພງ 16:11