ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ຂ້າ​ນ້ອຍ​ຈະ​ທຽວ​ໄປ​ໃນ​ຄວາມ​ຈິງ​ຂອງ​ພະອົງ”

“ຂ້າ​ນ້ອຍ​ຈະ​ທຽວ​ໄປ​ໃນ​ຄວາມ​ຈິງ​ຂອງ​ພະອົງ”

“ໂອ້​ພະ​ເຢໂຫວາ ຂໍ​ໂຜດ​ສັ່ງ​ສອນ​ຂ້າ​ນ້ອຍ​ໃຫ້​ຮູ້ຈັກ​ທາງ​ຂອງ​ພະອົງ. ຂ້າ​ນ້ອຍ​ຈະ​ທຽວ​ໄປ​ໃນ​ຄວາມ​ຈິງ​ຂອງ​ພະອົງ.”ຄຳເພງ 86:11

ເພງ: 31, 72

1-3. (ກ) ເຮົາ​ຄວນ​ຮູ້ສຶກ​ແນວ​ໃດ​ກັບ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ? ຂໍ​ໃຫ້​ຍົກ​ຕົວຢ່າງ. (ເບິ່ງ​ຮູບ​ທຳອິດ) (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ໃນ​ທຸກ​ມື້​ນີ້​ເປັນ​ເລື່ອງ​ທຳມະດາ​ທີ່​ຫຼາຍ​ຄົນ​ຈະ​ຊື້​ເຄື່ອງ​ຢູ່​ຮ້ານ​ຄ້າ​ແລ້ວ​ກໍ​ເອົາ​ໄປ​ສົ່ງ​ຄືນ. ຫຼື​ເມື່ອ​ຊື້​ບາງ​ຢ່າງ​ທາງ​ອອນລາຍ ເຂົາ​ເຈົ້າ​ກໍ​ແຮ່ງ​ມັກ​ຈະ​ເອົາ​ໄປ​ສົ່ງ​ຄືນ ຍ້ອນ​ວ່າ​ເຂົາ​ເຈົ້າ​ບໍ່​ພໍ​ໃຈ​ເພາະ​ມັນ​ບໍ່​ຄື​ກັບ​ທີ່​ຄິດ​ໄວ້ ຫຼື​ເຄື່ອງ​ນັ້ນ​ມີ​ຕຳໜິ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຢາກ​ເອົາ​ໄປ​ປ່ຽນ​ໃໝ່​ຫຼື​ໄປ​ຂໍ​ເງິນ​ຄືນ.

2 ເຮົາ​ບໍ່​ຢາກ​ເຮັດ​ແບບ​ນັ້ນ​ກັບ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ. ເມື່ອ​ເຮົາ “ຊື້” ຄວາມ​ຈິງ ເຮົາ​ກໍ​ບໍ່​ຢາກ “ຂາຍ” ຄວາມ​ຈິງ ຄ້າຍ​ຄື​ກັນ ເມື່ອ​ຮຽນ​ຮູ້​ຄວາມ​ຈິງ ເຮົາ​ກໍ​ບໍ່​ຢາກ​ຖິ້ມ​ຄວາມ​ຈິງ​ໄປ. (ອ່ານ​ສຸພາສິດ 23:23; 1 ຕີໂມເຕ 2:4) ໃນ​ບົດ​ຄວາມ​ກ່ອນ​ໜ້າ​ນີ້ ເຮົາ​ໄດ້​ໃຊ້​ເວລາ​ຫຼາຍ​ເພື່ອ​ຈະ​ຮຽນ​ຮູ້​ຄວາມ​ຈິງ. ເຮົາ​ອາດ​ຈະ​ຖິ້ມ​ວຽກ​ອາຊີບ​ທີ່​ໄດ້​ເງິນ​ຫຼາຍໆ ແລະ​ເຮົາ​ອາດ​ຍອມ​ເສຍ​ສາຍ​ສຳພັນ​ກັບ​ຄົນ​ອື່ນ. ເຮົາ​ອາດ​ຕ້ອງ​ປ່ຽນ​ວິທີ​ຄິດ​ແລະ​ການ​ກະທຳ​ຂອງ​ເຮົາ ຫຼື​ເຊົາ​ເຮັດ​ຕາມ​ທຳນຽມ​ແລະ​ປະເພນີ​ທີ່​ພະ​ເຢໂຫວາ​ບໍ່​ພໍ​ໃຈ. ແຕ່​ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ສິ່ງ​ທີ່​ເຮົາ​ເສຍ​ສະລະ​ໄປ​ນັ້ນ​ທຽບ​ບໍ່​ໄດ້​ກັບ​ພອນ​ຕ່າງໆທີ່​ເຮົາ​ໄດ້​ຮັບ​ຈາກ​ການ​ຮູ້ຈັກ​ຄວາມ​ຈິງ.

3 ພະ​ເຍຊູ​ຍົກ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ພໍ່​ຄ້າ​ຄົນ​ໜຶ່ງ​ທີ່​ໄປ​ຊອກ​ຫາ​ໄຂ່​ມຸກ​ທີ່​ລໍ້າ​ຄ່າ. ເມື່ອ​ລາວ​ໄດ້​ພົບ​ແລ້ວ ລາວ​ກໍ​ຂາຍ​ທຸກ​ສິ່ງ​ທີ່​ມີ​ທັນທີ​ເພື່ອ​ຈະ​ໄປ​ຊື້​ໄຂ່​ມຸກ​ທີ່​ມີ​ຄ່າ​ຫຼາຍ​ນັ້ນ. ໄຂ່​ມຸກ​ປຽບ​ເໝືອນ​ຄວາມ​ຈິງ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ. ການ​ປຽບ​ທຽບ​ຂອງ​ພະ​ເຍຊູ​ເຮັດ​ໃຫ້​ເຫັນ​ວ່າ ຄວາມ​ຈິງ​ມີ​ຄ່າ​ຫຼາຍ​ສໍ່າ​ໃດ​ຕໍ່​ຄົນ​ທີ່​ຊອກ​ຫາ. (ມັດທາຍ 13:45, 46) ເມື່ອ​ເຮົາ​ຮຽນ​ຮູ້​ຄວາມ​ຈິງ​ໃໝ່ໆ ເຊິ່ງ​ເປັນ​ຄວາມ​ຈິງ​ທີ່​ມີ​ຄ່າ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ​ແລະ​ເລື່ອງ​ອື່ນໆທັງ​ໝົດ​ໃນ​ຄຳພີ​ໄບເບິນ ພວກ​ເຮົາ​ກໍ​ເຕັມ​ໃຈ​ເສຍ​ສະລະ​ທຸກ​ຢ່າງ​ຄື​ກັນ​ເພື່ອ​ຈະ​ໄດ້​ຄວາມ​ຈິງ. ຖ້າ​ເຮົາ​ເຫັນ​ຄ່າ​ຂອງ​ຄວາມ​ຈິງ​ແທ້ໆ ເຮົາ​ກໍ​ຈະ​ບໍ່​ຖິ້ມ​ມັນ​ໄປ. ແຕ່​ໜ້າ​ເສົ້າ​ຜູ້​ຮັບໃຊ້​ພະເຈົ້າ​ບາງ​ຄົນ​ເຊົາ​ເຫັນ​ຄ່າ​ຂອງ​ຄວາມ​ຈິງ ແລະ​ເຖິງ​ກັບ​ຖິ້ມ​ມັນ​ໄປ. ເຮົາ​ບໍ່​ຢາກ​ເຮັດ​ແບບ​ນັ້ນ! ດັ່ງ​ນັ້ນ ເຮົາ​ຕ້ອງ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ວ່າ: ໃຫ້ “ກະທຳ [“ໃຊ້​ຊີວິດ, ລ.ມ.”] ຕາມ​ຄວາມ​ຈິງ.” (ອ່ານ 3 ໂຢຮັນ 2-4) ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ໃຫ້​ຄວາມ​ຈິງ​ມາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ແລະ​ເຮົາ​ສະແດງ​ອອກ​ໂດຍ​ວິທີ​ທີ່​ເຮົາ​ໃຊ້​ຊີວິດ. ແຕ່​ຄົນ​ເຮົາ​ອາດ “ຂາຍ” ຫຼື​ຖິ້ມ​ຄວາມ​ຈິງ​ໄດ້​ແນວ​ໃດ ແລະ​ຍ້ອນ​ຫຍັງ? ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ເຮົາ​ຈະ​ບໍ່​ຖິ້ມ​ຄວາມ​ຈິງ? ແລະ​ເຮົາ​ຈະ​ຕັ້ງ​ໃຈ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ວ່າ​ຈະ “ກະທຳ [“ໃຊ້​ຊີວິດ, ລ.ມ.”] ຕາມ​ຄວາມ​ຈິງ.”?

ບາງ​ຄົນ “ຂາຍ” ຫຼື​ຖິ້ມ​ຄວາມ​ຈິງ​ໄດ້​ແນວ​ໃດ​ແລະ​ຍ້ອນ​ຫຍັງ?

4. ເປັນ​ຫຍັງ​ບາງ​ຄົນ​ໃນ​ສະໄໝ​ຂອງ​ພະ​ເຍຊູ​ບໍ່​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ?

4 ໃນ​ສະໄໝ​ຂອງ​ພະ​ເຍຊູ ບາງ​ຄົນ​ທີ່​ຮັບ​ເອົາ​ຄວາມ​ຈິງ​ໃນ​ຕອນ​ທຳອິດ​ບໍ່​ໄດ້​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ. ຕົວຢ່າງ: ຫຼັງ​ຈາກ​ພະ​ເຍຊູ​ເຮັດ​ການ​ອັດສະຈັນ​ແລະ​ລ້ຽງ​ອາຫານ​ຝູງ​ຄົນ​ຈຳນວນ​ຫຼາຍ ຜູ້​ຄົນ​ກໍ​ຕິດ​ຕາມ​ເພິ່ນ​ໄປ​ຮອດ​ອີກ​ຟາກ​ໜຶ່ງ​ຂອງ​ທະເລ​ຄາລິເລ. ແຕ່​ຕໍ່​ມາ​ພະ​ເຍຊູ​ໄດ້​ເວົ້າ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ຮັບ​ບໍ່​ໄດ້​ທີ່​ວ່າ: ‘ຖ້າ​ທ່ານ​ທັງ​ຫຼາຍ​ບໍ່​ກິນ​ເນື້ອ​ຕົວ​ຂອງ​ບຸດ​ມະນຸດ ບໍ່​ດື່ມ​ເລືອດ​ຂອງ​ພະອົງ ທ່ານ​ຈະ​ບໍ່​ໄດ້​ຊີວິດ.’ ແທນ​ທີ່​ຈະ​ຂໍ​ໃຫ້​ພະ​ເຍຊູ​ອະທິບາຍ​ໃຫ້​ຟັງ ເຂົາ​ເຈົ້າ​ພັດ​ເວົ້າ​ວ່າ: “ຖ້ອຍຄຳ​ນີ້​ເປັນ​ແຂງແຮງ​ໃຜ​ອາດ​ຟັງ​ໄດ້?” ຜົນ​ກໍ​ຄື “ຜູ້​ລາງ​ຄົນ​ໃນ​ພວກ​ລູກ​ສິດ​ແຫ່ງ​ຕົນ​ໄດ້​ແຍກ​ອອກ​ແລະ​ບໍ່​ໄດ້​ທຽວ​ໄປ​ນຳ​ພະອົງ​ຕໍ່​ໄປ.”—ໂຢຮັນ 6:53-66

5, 6. (ກ) ເປັນ​ຫຍັງ​ໃນ​ທຸກ​ມື້​ນີ້​ບາງ​ຄົນ​ລອຍ​ຫ່າງ​ອອກ​ຈາກ​ຄວາມ​ຈິງ? (ຂ) ຄົນ​ເຮົາ​ຈະ​ລອຍ​ຫ່າງ​ອອກ​ຈາກ​ຄວາມ​ຈິງ​ໄດ້​ແນວ​ໃດ?

5 ໜ້າ​ເສຍດາຍ ໃນ​ທຸກ​ມື້​ນີ້​ບາງ​ຄົນ​ຍັງ​ຕັ້ງ​ໃຈ​ອອກ​ຈາກ​ຄວາມ​ຈິງ. ຍ້ອນ​ຫຍັງ? ຍ້ອນ​ບາງ​ຄົນ​ສະດຸດ​ກັບ​ການ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ໃນ​ຄຳພີ​ໄບເບິນ ຫຼື​ສະດຸດ​ໃນ​ຄຳ​ເວົ້າ​ຫຼື​ການ​ກະທຳ​ຂອງ​ພີ່​ນ້ອງ​ທີ່​ຫຼາຍ​ຄົນ​ຮູ້ຈັກ​ດີ. ຄົນ​ອື່ນໆອາດ​ບໍ່​ມັກ​ຄຳ​ແນະນຳ​ຂອງ​ບາງ​ຄົນ​ເຖິງ​ວ່າ​ຈະ​ມາ​ຈາກ​ຄຳພີ​ໄບເບິນ ຫຼື​ຂັດ​ແຍ່ງ​ກັບ​ບາງ​ຄົນ​ໃນ​ປະຊາຄົມ. ສ່ວນ​ບາງ​ຄົນ​ກໍ​ກຳລັງ​ຕິດ​ຕາມ​ຄຳ​ສອນ​ຜິດໆຂອງ​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ຫຼື​ຄົນ​ທີ່​ເວົ້າ​ຕົວະ​ກ່ຽວ​ກັບ​ຄວາມ​ຈິງ. ນີ້​ເປັນ​ພຽງ​ບໍ່​ເທົ່າ​ໃດ​ເຫດຜົນ​ທີ່​ເຮັດ​ໃຫ້​ບາງ​ຄົນ​ຕັ້ງ​ໃຈ​ອອກ​ຫ່າງ​ຈາກ​ພະ​ເຢໂຫວາ​ແລະ​ປະຊາຄົມ. (ເຫບເລີ 3:12-14) ທີ່​ຈິງ​ຈະ​ດີ​ກວ່າ​ຖ້າ​ເຂົາ​ເຈົ້າ​ເຮັດ​ຄື​ກັບ​ເປໂຕ​ທີ່​ໄວ້​ວາງໃຈ​ພະ​ເຍຊູ! ເມື່ອ​ຫຼາຍ​ຄົນ​ຮັບ​ບໍ່​ໄດ້​ກັບ​ຄຳ​ເວົ້າ​ຂອງ​ພະ​ເຍຊູ ເພິ່ນ​ກໍ​ຖາມ​ພວກ​ອັກຄະສາວົກ​ວ່າ​ພວກ​ເຈົ້າ​ກໍ​ຢາກ​ຖິ້ມ​ເຮົາ​ໄປ​ຄື​ກັນ​ບໍ? ເປໂຕ​ຕອບ​ວ່າ: “ພະອົງ​ເຈົ້າ​ຂ້າ ພວກ​ຂ້າພະເຈົ້າ​ຈະ​ໄປ​ຫາ​ຜູ້​ໃດ? ພະອົງ​ມີ​ຖ້ອຍຄຳ​ທັງ​ຫຼາຍ​ແຫ່ງ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.”—ໂຢຮັນ 6:67-69

6 ບາງ​ຄົນ​ລອຍ​ຫ່າງ​ອອກ​ຈາກ​ຄວາມ​ຈິງ​ເທື່ອ​ລະ​ໜ້ອຍ​ໂດຍ​ບໍ່​ຮູ້ສຶກ​ຕົວ. ຄົນ​ທີ່​ຄ່ອຍໆລອຍ​ອອກ​ຈາກ​ຄວາມ​ຈິງ​ເປັນ​ຄື​ກັບ​ເຮືອ​ທີ່​ຄ່ອຍໆລອຍ​ອອກ​ຈາກ​ແຄມ​ຝັ່ງ​ແມ່ນໍ້າ. ຄຳພີ​ໄບເບິນ​ຈຶ່ງ​ເຕືອນ​ໃຫ້​ເຮົາ​ລະວັງ ຖ້າ​ບໍ່​ຈັ່ງ​ຊັ້ນ “ເຮົາ​ຈະ​ຄ່ອຍໆລອຍ​ຫ່າງ​ອອກ​ໄປ.” (ເຫບເລີ 2:1, ລ.ມ.) ປົກກະຕິ​ແລ້ວ​ຄົນ​ທີ່​ອອກ​ຫ່າງ​ຈາກ​ຄວາມ​ຈິງ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລາວ​ຢາກ​ເຮັດ​ແບບ​ນັ້ນ. ແຕ່​ລາວ​ປ່ອຍ​ໃຫ້​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ອ່ອນແອ ແລະ​ໃນ​ທີ່​ສຸດ​ກໍ​ສູນ​ເສຍ​ໄປ. ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ບໍ່​ໃຫ້​ເລື່ອງ​ນີ້​ເກີດ​ຂຶ້ນ​ກັບ​ເຮົາ?

ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ຈະ​ບໍ່​ຂາຍ​ຄວາມ​ຈິງ?

7. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຂາຍ​ຄວາມ​ຈິງ?

ເຮົາ​ເລືອກ​ບໍ່​ໄດ້​ວ່າ​ຈະ​ຍອມ​ຮັບ​ຫຼື​ບໍ່​ຍອມ​ຮັບ​ຄວາມ​ຈິງ​ເລື່ອງ​ໃດ​ໃນ​ຄຳພີ​ໄບເບິນ

7 ເພື່ອ​ຈະ​ທຽວ​ຫຼື​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ ເຮົາ​ຕ້ອງ​ຍອມ​ຮັບ​ແລະ​ເຊື່ອ​ຟັງ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ. ເຮົາ​ຕ້ອງ​ເຮັດ​ໃຫ້​ຄວາມ​ຈິງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ແລະ​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ທຸກ​ແງ່​ມຸມ​ຂອງ​ຊີວິດ. ໃນ​ຄຳ​ອະທິດຖານ​ຂອງ​ກະສັດ​ດາວິດ ລາວ​ສັນຍາ​ກັບ​ພະ​ເຢໂຫວາ​ວ່າ: “ຂ້າ​ນ້ອຍ​ຈະ​ທຽວ​ໄປ​ໃນ​ຄວາມ​ຈິງ​ຂອງ​ພະອົງ.” (ຄຳເພງ 86:11) ດາວິດ​ຕັ້ງ​ໃຈ​ຈະ​ໃຊ້​ຊີວິດ​ໃນ​ຄວາມ​ຈິງ​ຕໍ່ໆໄປ​ແລະ​ເຮົາ​ກໍ​ຄວນ​ເຮັດ​ຄື​ກັນ. ຖ້າ​ເຮົາ​ບໍ່​ເຮັດ ເຮົາ​ກໍ​ອາດ​ເລີ່ມ​ຄິດ​ເຖິງ​ສິ່ງ​ທີ່​ເຮົາ​ສະລະ​ເພື່ອ​ຄວາມ​ຈິງ​ແລະ​ເຖິງ​ກັບ​ຢາກ​ໄດ້​ບາງ​ຢ່າງ​ຄືນ​ມາ. ເຮົາ​ເລືອກ​ບໍ່​ໄດ້​ວ່າ​ຈະ​ຍອມ​ຮັບ​ຫຼື​ບໍ່​ຍອມ​ຮັບ​ຄວາມ​ຈິງ​ເລື່ອງ​ໃດ​ໃນ​ຄຳພີ​ໄບເບິນ ແຕ່​ເຮົາ​ຄວນ​ໃຊ້​ຊີວິດ​ຕາມ ‘ຄວາມ​ຈິງ​ທັງ​ໝົດ.’ (ໂຢຮັນ 16:13) ໃນ​ບົດ​ຄວາມ​ກ່ອນ ເຮົາ​ໄດ້​ເບິ່ງ 5 ສິ່ງ​ທີ່​ເຮົາ​ເສຍ​ສະລະ​ເພື່ອ​ຈະ​ຮຽນ​ຮູ້​ແລະ​ໃຊ້​ຄວາມ​ຈິງ. ຕອນ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ເຮົາ​ຈະ​ບໍ່​ກັບ​ໄປ​ຫາ​ສິ່ງ​ເຫຼົ່າ​ນີ້​ທີ່​ເຮົາ​ຖິ້ມ​ໄວ້​ທາງ​ຫຼັງ.—ມັດທາຍ 6:19

8. ການ​ໃຊ້​ເວລາ​ຂອງ​ຄລິດສະຕຽນ​ອາດ​ເຮັດ​ໃຫ້​ລອຍ​ຫ່າງ​ອອກ​ຈາກ​ຄວາມ​ຈິງ​ໄດ້​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

8 ເວລາ. ເພື່ອ​ຈະ​ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ​ເຮົາ​ບໍ່​ມີ​ທາງ​ອອກ​ຫ່າງ​ຈາກ​ຄວາມ​ຈິງ ເຮົາ​ຕ້ອງ​ໃຊ້​ເວລາ​ຢ່າງ​ສະຫຼາດ​ສະເໝີ. ຖ້າ​ເຮົາ​ບໍ່​ລະວັງ ເຮົາ​ອາດ​ໃຊ້​ເວລາ​ຫຼາຍ​ເກີນ​ໄປ​ກັບ​ການ​ພັກຜ່ອນ ກິດຈະກຳ ຫຼິ້ນ​ອິນເຕີເນັດ ແລະ​ເບິ່ງ​ໂທລະທັດ. ເຖິງ​ວ່າ​ການ​ເຮັດ​ສິ່ງ​ເຫຼົ່າ​ນີ້​ບໍ່​ມີ​ຫຍັງ​ຜິດ ແຕ່​ເຮົາ​ອາດ​ເອົາ​ເວລາ​ທີ່​ເຄີຍ​ສຶກສາ​ສ່ວນ​ຕົວ​ແລະ​ໄປ​ປະກາດ​ມາ​ເຮັດ​ສິ່ງ​ເຫຼົ່າ​ນີ້ ຄື​ກັບ​ເອັມມາ. * (ເບິ່ງ​ໄຂ​ເງື່ອນ) ຕັ້ງ​ແຕ່​ຕອນ​ຍັງ​ນ້ອຍໆ ເອັມມາ​ມັກ​ໂຕ​ມ້າ​ຫຼາຍ​ແລະ​ເມື່ອ​ມີ​ເວລາ​ວ່າງ​ລາວ​ກໍ​ໄປ​ຂີ່​ມ້າ. ແຕ່​ລາວ​ກໍ​ເລີ່ມ​ຮູ້ສຶກ​ບໍ່​ສະບາຍ​ໃຈ​ທີ່​ໃຊ້​ເວລາ​ຫຼາຍ​ເກີນ​ໄປ​ໃນ​ການ​ເຮັດ​ກິດຈະກຳ​ທີ່​ລາວ​ມັກ ລາວ​ຈຶ່ງ​ຕັດສິນ​ໃຈ​ປ່ຽນ​ແປງ​ລຳດັບ​ຄວາມ​ສຳຄັນ. ເອັມມາ​ຍັງ​ໄດ້​ຮຽນ​ຮູ້​ຈາກ​ປະສົບການ​ຂອງ​ພີ່​ນ້ອງ​ຍິງ​ຊື່​ຄໍຣີ ແວວ ເຊິ່ງ​ເຄີຍ​ເປັນ​ນັກ​ກິລາ​ແຂ່ງ​ຂັນ​ທີ່​ສະແດງ​ຄວາມ​ສາມາດ​ໃນ​ການ​ຂີ່​ມ້າ. * (ເບິ່ງ​ໄຂ​ເງື່ອນ) ຕອນ​ນີ້​ເອັມມາ​ໃຊ້​ເວລາ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ແລະ​ຍັງ​ໃຊ້​ເວລາ​ກັບ​ຄອບຄົວ​ແລະ​ເພື່ອນ​ຄລິດສະຕຽນ​ຫຼາຍ​ຂຶ້ນ. ລາວ​ຮູ້ສຶກ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ມີ​ຄວາມ​ສຸກ​ທີ່​ຮູ້​ວ່າ​ຕົວ​ເອງ​ໃຊ້​ເວລາ​ຢ່າງ​ສະຫຼາດ.

9. ຊັບ​ສິນ​ເງິນ​ຄຳ​ອາດ​ກາຍ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ເຮົາ​ໄດ້​ແນວ​ໃດ?

9 ຊັບ​ສິນ​ເງິນ​ຄຳ. ເພື່ອ​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ ເຮົາ​ຕ້ອງ​ບໍ່​ໃຫ້​ຊັບ​ສິນ​ເງິນ​ຄຳ​ມາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ. ເມື່ອ​ເຮົາ​ຮຽນ​ຮູ້​ຄວາມ​ຈິງ ເຮົາ​ສຳນຶກ​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ຫຼາຍ​ກວ່າ​ຊັບ​ສິນ​ເງິນ​ຄຳ ແລະ​ເຮົາ​ເຕັມ​ໃຈ​ສະລະ​ສິ່ງ​ເຫຼົ່າ​ນັ້ນ​ເພື່ອ​ຄວາມ​ຈິງ. ແຕ່​ເມື່ອ​ເວລາ​ຜ່ານ​ໄປ ເຮົາ​ອາດ​ເຫັນ​ຄົນ​ອື່ນ​ຊື້​ເຄື່ອງ​ເອເລັກໂຕຣນິກ​ໃໝ່​ຫຼ້າ​ສຸດ​ຫຼື​ມີ​ຄວາມ​ສຸກ​ກັບ​ສິ່ງ​ທີ່​ເງິນ​ຊື້​ໄດ້. ເຮົາ​ອາດ​ເລີ່ມ​ຮູ້ສຶກ​ວ່າ​ຕົວ​ເອງ​ຂາດ​ຫຍັງ​ໄປ​ບາງ​ຢ່າງ. ເຮົາ​ອາດ​ບໍ່​ພໍ​ໃຈ​ກັບ​ສິ່ງ​ທີ່​ເຮົາ​ມີ​ແລະ​ເລີ່ມ​ສົນ​ໃຈ​ກັບ​ຊັບ​ສິນ​ເງິນ​ຄຳ​ຫຼາຍ​ກວ່າ​ການ​ຮັບໃຊ້​ພະ​ເຢໂຫວາ. ກໍລະນີ​ແບບ​ນີ້​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເດມາ. ລາວ “ໄດ້​ຮັກ​ໂລກ​ນີ້” ຫຼາຍ​ຈົນ​ຖິ້ມ​ວຽກ​ມອບ​ໝາຍ​ທີ່​ເຮັດ​ກັບ​ໂປໂລ. (2 ຕີໂມເຕ 4:10) ເດມາ​ອາດ​ຮັກ​ຊັບ​ສິນ​ເງິນ​ຄຳ​ຫຼາຍ​ກວ່າ​ການ​ຮັບໃຊ້​ພະເຈົ້າ ຫຼື​ບາງ​ເທື່ອ​ລາວ​ອາດ​ບໍ່​ຢາກ​ເສຍ​ສະລະ​ຕົວ​ເອງ​ເພື່ອ​ຮັບໃຊ້​ກັບ​ໂປໂລ. ເຮົາ​ໄດ້​ບົດຮຽນ​ຫຍັງ? ເມື່ອ​ກ່ອນ​ເຮົາ​ອາດ​ເຄີຍ​ຮັກ​ຊັບ​ສິນ​ເງິນ​ຄຳ​ຫຼາຍ ແຕ່​ຖ້າ​ເຮົາ​ບໍ່​ລະວັງ ຄວາມ​ຮູ້ສຶກ​ແບບ​ນັ້ນ​ຈະ​ມີ​ຫຼາຍ​ຂຶ້ນ​ເລື້ອຍໆໃນ​ຫົວໃຈ​ຈົນ​ເຮັດ​ໃຫ້​ເຮົາ​ສູນ​ເສຍ​ຄວາມ​ຮັກ​ຕໍ່​ຄວາມ​ຈິງ.

10. ເຮົາ​ຕ້ອງ​ຕ້ານ​ທານ​ອິດທິພົນ​ຫຍັງ?

10 ສາຍ​ສຳພັນ​ກັບ​ຄົນ​ອື່ນ. ເພື່ອ​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ ເຮົາ​ຕ້ອງ​ບໍ່​ຍອມ​ໃຫ້​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ມາ​ມີ​ອິດທິພົນ​ຕໍ່​ເຮົາ. ຕອນ​ທີ່​ເຮົາ​ຮຽນ​ຮູ້​ຄວາມ​ຈິງ ສາຍ​ສຳພັນ​ຂອງ​ເຮົາ​ກັບ​ໝູ່​ທີ່​ບໍ່​ແມ່ນ​ພະຍານ​ແລະ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ຄົນ​ໃນ​ຄອບຄົວ​ກໍ​ປ່ຽນ​ໄປ. ບາງ​ຄົນ​ອາດ​ນັບຖື​ຄວາມ​ເຊື່ອ​ໃໝ່​ຂອງ​ເຮົາ​ແຕ່​ບາງ​ຄົນ​ກໍ​ຕໍ່​ຕ້ານ. (1 ເປໂຕ 4:4) ແນ່ນອນ​ວ່າ​ເຮົາ​ພະຍາຍາມ​ເຮັດ​ສຸດ​ຄວາມ​ສາມາດ​ແລ້ວ​ທີ່​ຈະ​ຢູ່​ຮ່ວມ​ກັບ​ຄົນ​ໃນ​ຄອບຄົວ​ແລະ​ເຮັດ​ດີ​ກັບ​ເຂົາ​ເຈົ້າ. ແຕ່​ເຮົາ​ບໍ່​ສາມາດ​ປະຕິເສດ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ພໍ​ໃຈ. ໃນ 1 ໂກລິນໂທ 15:33 ເຮົາ​ໄດ້​ຮຽນ​ຮູ້​ວ່າ​ໝູ່​ສະໜິດ​ຂອງ​ເຮົາ​ຄວນ​ເປັນ​ຄົນ​ທີ່​ຮັກ​ພະ​ເຢໂຫວາ.

11. ເຮົາ​ຈະ​ບໍ່​ຄິດ​ແລະ​ບໍ່​ເຮັດ​ສິ່ງ​ທີ່​ບໍ່​ສະອາດ​ໄດ້​ແນວ​ໃດ?

11 ຄວາມ​ຄິດ​ແລະ​ການ​ກະທຳ​ທີ່​ບໍ່​ສະອາດ. ເພື່ອ​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ ເຮົາ​ຕ້ອງ​ເປັນ​ຄົນ​ບໍລິສຸດ​ຫຼື​ສະອາດ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ. (ເອຊາອີ 35:8; ອ່ານ 1 ເປໂຕ 1:14-16) ຕອນ​ທີ່​ເຮົາ​ຮຽນ​ຮູ້​ຄວາມ​ຈິງ ເຮົາ​ປ່ຽນ​ແປງ​ຊີວິດ​ຂອງ​ເຮົາ​ເພື່ອ​ເຮັດ​ຕາມ​ມາດຕະຖານ​ຂອງ​ຄຳພີ​ໄບເບິນ. ບາງ​ຄົນ​ປ່ຽນ​ແປງ​ຊີວິດ​ຄັ້ງ​ໃຫຍ່. ແຕ່​ເຮົາ​ຍັງ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເອົາ​ຊີວິດ​ທີ່​ສະອາດ​ໄປ​ແລກ​ກັບ​ຊີວິດ​ທີ່​ຜິດ​ສິນລະທຳ. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຕ້ານ​ທານ​ການ​ລໍ້​ໃຈ​ທີ່​ຈະ​ເຮັດ​ຜິດ​ສິນລະທຳ? ເຮົາ​ຕ້ອງ​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ເພື່ອ​ຈະ​ເປັນ​ຄົນ​ບໍລິສຸດ. ພະອົງ​ໃຫ້​ຊີວິດ​ທີ່​ມີ​ຄ່າ​ຂອງ​ພະ​ເຍຊູ​ລູກ​ຊາຍ​ທີ່​ຮັກ​ຂອງ​ພະອົງ​ກັບ​ເຮົາ. (1 ເປໂຕ 1:18, 19) ເພື່ອ​ຈະ​ຊ່ວຍ​ເຮົາ​ເປັນ​ຄົນ​ສະອາດ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ​ຕໍ່​ໄປ ເຮົາ​ຕ້ອງ​ຈື່​ໄວ້​ສະເໝີ​ວ່າ​ຄ່າໄຖ່​ຂອງ​ພະ​ເຍຊູ​ມີ​ຄ່າ​ຫຼາຍ​ສໍ່າ​ໃດ.

12, 13. (ກ) ເປັນ​ຫຍັງ​ເຮົາ​ຄວນ​ເບິ່ງ​ວັນ​ພັກ​ຕ່າງໆຄື​ກັບ​ພະ​ເຢໂຫວາ​ເບິ່ງ? (ຂ) ເຮົາ​ຈະ​ພິຈາລະນາ​ເລື່ອງ​ຫຍັງ​ຕໍ່​ໄປ​ໃນ​ບົດ​ຄວາມ​ນີ້?

12 ທຳນຽມ​ແລະ​ປະເພນີ​ທີ່​ພະເຈົ້າ​ບໍ່​ພໍ​ໃຈ. ຄົນ​ໃນ​ຄອບຄົວ ເພື່ອນ​ຮ່ວມ​ງານ ແລະ​ໝູ່​ນັກ​ຮຽນ​ອາດ​ພະຍາຍາມ​ໃຫ້​ເຮົາ​ໄປ​ມ່ວນ​ຊື່ນ​ກັບ​ເຂົາ​ເຈົ້າ​ໃນ​ບຸນ​ເທສະການ​ຕ່າງໆ. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ກ້າ​ປະຕິເສດ​ທີ່​ຈະ​ບໍ່​ຮ່ວມ​ໃນ​ປະເພນີ​ແລະ​ວັນ​ພັກ​ຕ່າງໆເຊິ່ງ​ເຮັດ​ໃຫ້​ພະເຈົ້າ​ບໍ່​ພໍ​ໃຈ? ເຮົາ​ຕ້ອງ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ບໍ່​ຍອມ​ຮັບ​ວັນ​ພັກ​ຕ່າງໆເຫຼົ່າ​ນີ້. ເຮົາ​ສາມາດ​ຊອກ​ເບິ່ງ​ຂໍ້​ມູນ​ໃນ​ໜັງສື​ຕ່າງໆ ແລະ​ເຕືອນ​ຕົວ​ເອງ​ວ່າ​ວັນ​ພັກ​ເຫຼົ່າ​ນີ້​ມີ​ຄວາມ​ເປັນ​ມາ​ແນວ​ໃດ. ເມື່ອ​ເຮົາ​ຄິດ​ຕຶກຕອງ​ເຫດຜົນ​ຕາມ​ຫຼັກ​ການ​ຂອງ​ຄຳພີ​ໄບເບິນ​​ໃນ​ເລື່ອງ​ທີ່​ເຮົາ​ບໍ່​ສະຫຼອງ​ເທສະການ​ແລະ​ວັນ​ພັກ​ຕ່າງໆ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ເຮົາ​ກຳລັງ​ໃຊ້​ຊີວິດ​ໃນ​ທາງ​ທີ່ ‘ພະອົງ​ເຈົ້າ​ຊອບ​ໃຈ.’ (ເອເຟດ 5:10) ຖ້າ​ເຮົາ​ວາງໃຈ​ພະ​ເຢໂຫວາ​ແລະ​ຄຳພີ​ໄບເບິນ ເຮົາ​ກໍ​ຈະ​ບໍ່​ຢ້ານ ບໍ່​ວ່າ​ຄົນ​ອື່ນ​ຈະ​ຄິດ​ແນວ​ໃດ.—ສຸພາສິດ 29:25

13 ເຮົາ​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕະຫຼອດ​ໄປ. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັ້ງ​ໃຈ​ແນວ​ແນ່​ຫຼາຍ​ຂຶ້ນ​ທີ່​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ? ມີ 3 ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ແບບ​ນັ້ນ

ຕັ້ງ​ໃຈ​ແນວ​ແນ່​ຫຼາຍ​ຂຶ້ນ​ທີ່​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ

14. (ກ) ການ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ​ຈະ​ຊ່ວຍ​ເຮົາ​ໃຫ້​ບໍ່​ຖິ້ມ​ຄວາມ​ຈິງ​ໄດ້​ແນວ​ໃດ? (ຂ) ເປັນ​ຫຍັງ​ເຮົາ​ຕ້ອງການ​ສະຕິ​ປັນຍາ ການ​ສັ່ງ​ສອນ ແລະ​ຄວາມ​ເຂົ້າ​ໃຈ?

14 ທຳອິດ ໃຫ້​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ​ແລະ​ຄິດ​ຢ່າງ​ເລິກ​ເຊິ່ງ​ກັບ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ. ໃຫ້​ເຮັດ​ຕາມ​ຕາ​ຕະລາງ​ເປັນ​ປະຈຳ. ແຮ່ງ​ເຈົ້າ​ສຶກສາ​ຫຼາຍ ເຈົ້າ​ກໍ​ແຮ່ງ​ຈະ​ຮັກ​ຄວາມ​ຈິງ​ຫຼາຍ​ຂຶ້ນ​ແລະ​ຕັ້ງ​ໃຈ​ບໍ່​ຖິ້ມ​ມັນ​ໄປ​ແນ່ນອນ. ໃນ​ສຸພາສິດ 23:23 ບອກ​ໃຫ້​ເຮົາ ‘ຊື້​ຄວາມ​ຈິງ’ ແລະ​ຍັງ​ບອກ​ໃຫ້​ຊື້ “ຄວາມ​ປັນຍາ​ກັບ​ຄວາມ​ສັ່ງ​ສອນ​ກັບ​ຄວາມ​ເຂົ້າ​ໃຈ.” ການ​ຮູ້​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຍັງ​ບໍ່​ພໍ ເຮົາ​ຕ້ອງ​ໃຊ້​ມັນ​ໃນ​ຊີວິດ​ຂອງ​ເຮົາ​ນຳ. ເພື່ອ​ຈະ​ມີ​ຄວາມ​ເຂົ້າ​ໃຈ ເຮົາ​ຕ້ອງ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ໃໝ່​ມາ​ລວມ​ເຂົ້າ​ກັບ​ສິ່ງ​ທີ່​ເຮົາ​ຮູ້​ຢູ່​ແລ້ວ. ສະຕິ​ປັນຍາ​ຈະ​ກະຕຸ້ນ​ເຮົາ​ໃຫ້​ລົງ​ມື​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ຮູ້. ບາງ​ເທື່ອ​ຄວາມ​ຈິງ​ສັ່ງ​ສອນ​ເຮົາ​ໂດຍ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ຕ້ອງ​ປ່ຽນ​ຈຸດ​ໃດ​ແດ່ ແລະ​ເຮົາ​ກໍ​ຕ້ອງ​ຟ້າວ​ປ່ຽນ​ຕາມ​ທັນທີ ຄຳພີ​ໄບເບິນ​ບອກ​ວ່າ​ການ​ສັ່ງ​ສອນ​ມີ​ຄ່າ​ກວ່າ​ເງິນ​ຄຳ.—ສຸພາສິດ 8:10

15. ຄວາມ​ຈິງ​ຈະ​ປົກ​ປ້ອງ​ເຮົາ​ຄື​ກັບ​ສາຍ​ແອວ​ແນວ​ໃດ?

15 ສອງ ໃຫ້​ຕັ້ງ​ໃຈ​ແນວ​ແນ່​ທີ່​ຈະ​ໃຊ້​ຄວາມ​ຈິງ​ທຸກ​ມື້​ໃນ​ຊີວິດ. ຄຳພີ​ໄບເບິນ​ສົມ​ທຽບ​ຄວາມ​ຈິງ​ກັບ​ສາຍ​ແອວ​ຂອງ​ທະຫານ. (ເອເຟດ 6:14) ໃນ​ສະໄໝ​ຂຽນ​ຄຳພີ​ໄບເບິນ ສາຍ​ແອວ​ຂອງ​ທະຫານ​ມີ​ສ່ວນ​ຊ່ວຍ​ຄໍ້າ​ຊູ​ແອວ​ແລະ​ຈະ​ປົກ​ປ້ອງ​ລາວ​ໃນ​ສົງຄາມ​ຖ້າ​ມັນ​ຮັດ​ແໜ້ນ​ພໍ​ດີ. ແຕ່​ຖ້າ​ບໍ່​ແໜ້ນ​ພໍ ມັນ​ກໍ​ຈະ​ບໍ່​ຊ່ວຍ​ລາວ​ເລີຍ. ແລ້ວ​ຄວາມ​ຈິງ​ຈະ​ປົກ​ປ້ອງ​ເຮົາ​ຄື​ກັບ​ສາຍ​ແອວ​ແນວ​ໃດ? ຖ້າ​ເຮົາ​ຄິດ​ເຖິງ​ຄວາມ​ຈິງ​ແລະ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ສະເໝີ ມັນ​ກໍ​ຈະ​ປົກ​ປ້ອງ​ເຮົາ​ບໍ່​ໃຫ້​ຄິດ​ໄປ​ໃນ​ທາງ​ທີ່​ຜິດ​ແລະ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ຢ່າງ​ສະຫຼາດ. ຕອນ​ທີ່​ເຮົາ​ມີ​ບັນຫາ​ຮ້າຍແຮງ​ຫຼື​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ຜິດ ຄວາມ​ຈິງ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັ້ງ​ໃຈ​ແນວ​ແນ່​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ເຮົາ​ຈະ​ບໍ່​ປະ​ຄວາມ​ຈິງ​ຈັກ​ເທື່ອ ຄ້າຍ​ຄື​ກັບ​ທະຫານ​ຈະ​ບໍ່​ປະ​ສາຍ​ແອວ​ເມື່ອ​ອອກ​ໄປ​ສູ້​ຮົບ. ດັ່ງ​ນັ້ນ ເຮົາ​ຕ້ອງ​ເອົາ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ໃນ​ທຸກ​ແງ່​ມຸມ​ຂອງ​ຊີວິດ. ນອກ​ຈາກ​ນັ້ນ ທະຫານ​ຍັງ​ເໜັບ​ດາບ​ໄວ້​ຢູ່​ສາຍ​ແອວ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ.

16. ການ​ສອນ​ຄວາມ​ຈິງ​ຊ່ວຍ​ເຮົາ​ໃຫ້​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ​ໄດ້​ແນວ​ໃດ?

16 ສາມ ສອນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໃຫ້​ຄົນ​ອື່ນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເຈົ້າ​ເຮັດ​ໄດ້. ຄື​ກັບ​ທະຫານ​ທີ່​ດີ​ທີ່​ຕ້ອງ​ກຳ​ດາບ​ໄວ້​ໃຫ້​ແໜ້ນ ເຮົາ​ກໍ​ຕ້ອງ​ໃຊ້​ຄຳພີ​ໄບເບິນ​ສະເໝີ​ເມື່ອ​ສອນ​ຄົນ​ອື່ນ. (ເອເຟດ 6:17) ເຮົາ​ທຸກ​ຄົນ​ສາມາດ​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ​ແລະ “ໃຊ້​ຖ້ອຍຄຳ​ຂອງ​ພະອົງ​ທີ່​ເປັນ​ຄວາມ​ຈິງ​ຢ່າງ​ຖືກຕ້ອງ.” (2 ຕີໂມເຕ 2:15, ລ.ມ.) ເມື່ອ​ເຮົາ​ໃຊ້​ຄຳພີ​ໄບເບິນ​ສອນ​ຄົນ​ອື່ນ ເຮົາ​ກໍ​ຈະ​ມີ​ຄວາມ​ຮູ້​ແລະ​ຮັກ​ຄວາມ​ຈິງ​ຫຼາຍ​ຂຶ້ນ. ເຮົາ​ຈະ​ຕັ້ງ​ໃຈ​ແນ່ວ​ແນ່​ຫຼາຍ​ຂຶ້ນ​ທີ່​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ.

ຄວາມ​ຈິງ​ເປັນ​ຂອງ​ຂວັນ​ທີ່​ລໍ້າ​ຄ່າ​ຈາກ​ພະ​ເຢໂຫວາ

17. ເປັນ​ຫຍັງ​ຄວາມ​ຈິງ​ຈຶ່ງ​ມີ​ຄ່າ​ຫຼາຍ​ຕໍ່​ເຈົ້າ?

17 ຄວາມ​ຈິງ​ເປັນ​ຂອງ​ຂວັນ​ທີ່​ລໍ້າ​ຄ່າ​ຈາກ​ພະ​ເຢໂຫວາ. ຄວາມ​ຈິງ​ນີ້​ຍັງ​ເຮັດ​ໃຫ້​ເຮົາ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ເປັນ​ພໍ່​ໃນ​ສະຫວັນ​ເຊິ່ງ​ເປັນ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ​ທີ່​ສຸດ. ພະ​ເຢໂຫວາ​ໄດ້​ສອນ​ເຮົາ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ແລ້ວ ແຕ່​ນີ້​ກໍ​ເປັນ​ພຽງ​ຈຸດ​ເລີ່ມ​ຕົ້ນ​ເທົ່າ​ນັ້ນ! ພະອົງ​ສັນຍາ​ວ່າ​ພະອົງ​ຈະ​ສອນ​ເຮົາ​ຕະຫຼອດ​ໄປ. ດັ່ງ​ນັ້ນ ເຮົາ​ຕ້ອງ​ເບິ່ງ​ວ່າ​ຄວາມ​ຈິງ​ທີ່​ມີ​ຄ່າ​ນີ້​ເປັນ​ຄື​ກັບ​ໄຂ່​ມຸກ​ທີ່​ລໍ້າ​ຄ່າ​ຕໍ່​ເຮົາ. ຂໍ​ໃຫ້​ເຮົາ ‘ຊື້​ຄວາມ​ຈິງ​ເອົາ​ໄວ້​ແລະ​ຢ່າ​ຂາຍ​ອີກ​ສັກ​ເທື່ອ.’ ຈາກ​ນັ້ນ ເຮົາ​ຈະ​ເຮັດ​ຄືກັບ​ດາວິດ​ໂດຍ​ສັນຍາ​ກັບ​ພະ​ເຢໂຫວາ​ວ່າ: “ຂ້າ​ນ້ອຍ​ຈະ​ທຽວ​ໄປ​ໃນ​ຄວາມ​ຈິງ​ຂອງ​ພະອົງ.”—ຄຳເພງ 86:11

^ ຂໍ້ 8 ຊື່​ສົມມຸດ.

^ ຂໍ້ 8 ເບິ່ງ​ລາຍການ​ໂທລະທັດ JW ໃນ​ຫົວ​ຂໍ້​ການ​ສຳ​ພາດ​ແລະ​ປະສົບການ > ຄວາມ​ຈິງ​ປ່ຽນ​ຊີວິດ​ຄົນ