ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

‘ຈົ່ງ​ຊື້​ຄວາມ​ຈິງ​ເອົາ​ໄວ້​ແລະ​ຢ່າ​ຂາຍ​ອີກ​ສັກ​ເທື່ອ’

‘ຈົ່ງ​ຊື້​ຄວາມ​ຈິງ​ເອົາ​ໄວ້​ແລະ​ຢ່າ​ຂາຍ​ອີກ​ສັກ​ເທື່ອ’

‘ຈົ່ງ​ຊື້​ຄວາມ​ຈິງ​ເອົາ​ໄວ້​ແລະ​ຢ່າ​ຂາຍ​ອີກ​ສັກ​ເທື່ອ ແລະ​ຈົ່ງ​ຊື້​ເອົາ​ຄວາມ​ປັນຍາ​ກັບ​ຄວາມ​ສັ່ງ​ສອນ​ກັບ​ຄວາມ​ເຂົ້າ​ໃຈ.’ສຸພາສິດ 23:23

ເພງ: 94, 96

1, 2. (ກ) ສິ່ງ​ທີ່​ມີ​ຄ່າ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ​ແມ່ນ​ຫຍັງ? (ຂ) ຄວາມ​ຈິງ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ເຫັນ​ຄຸນຄ່າ ແລະ​ຍ້ອນ​ຫຍັງ? (ເບິ່ງ​ຮູບ​ທຳອີດ)

ສິ່ງ​ທີ່​ມີ​ຄ່າ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ​ແມ່ນ​ຫຍັງ? ສຳລັບ​ພະຍານ​ພະ​ເຢໂຫວາ ສິ່ງ​ທີ່​ມີ​ຄ່າ​ທີ່​ສຸດ​ຄື​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ. ເຮົາ​ຈະ​ບໍ່​ຍອມ​ເອົາ​ຫຍັງ​ມາ​ແລກ​ກັບ​ສາຍ​ສຳພັນ​ນີ້​ເດັດ​ຂາດ. ເຮົາ​ຍັງ​ເຫັນ​ຄ່າ​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ​ນຳ ເພາະ​ມັນ​ເຮັດ​ໃຫ້​ເຮົາ​ໄດ້​ເປັນ​ໝູ່​ກັບ​ພະ​ເຢໂຫວາ.—ໂກໂລດ 1:9, 10

2 ພະ​ເຢໂຫວາ​ເປັນ​ຄູ​ຜູ້​ຍິ່ງໃຫຍ່ ພະອົງ​ສອນ​ຄວາມ​ຈິງ​ທີ່​ມີ​ຄ່າ​ຫຼາຍ​ເລື່ອງ​ໃນ​ຄຳພີ​ໄບເບິນ​ໃຫ້​ກັບ​ເຮົາ. ພະອົງ​ສອນ​ເຮົາ​ໃຫ້​ຮູ້​ວ່າ​ຊື່​ຂອງ​ພະອົງ​ສຳຄັນ​ຫຼາຍ​ສໍ່າ​ໃດ ແລະ​ບອກ​ເຮົາ​ກ່ຽວ​ກັບ​ຄຸນ​ລັກສະນະ​ທີ່​ດີ​ເລີດ​ຕ່າງໆຂອງ​ພະອົງ. ພະອົງ​ບອກ​ວ່າ​ຮັກ​ເຮົາ​ຫຼາຍ​ຈົນ​ໄດ້​ໃຫ້​ຊີວິດ​ລູກ​ຊາຍ​ສຸດ​ທີ່​ຮັກ​ກັບ​ເຮົາ ແລະ​ຍັງ​ສອນ​ເຮົາ​ເລື່ອງ​ລາຊະອານາຈັກ​ເມຊີ. ພະອົງ​ຍັງ​ໃຫ້​ເຮົາ​ມີ​ຄວາມ​ຫວັງ​ເລື່ອງ​ອະນາຄົດ ເຊັ່ນ: ຜູ້​ຖືກ​ເຈີມ​ຈະ​ໄດ້​ຢູ່​ສະຫວັນ​ແລະ “ແກະ​ອື່ນ” ຈະ​ໄດ້​ຢູ່​ເທິງ​ໂລກ​ທີ່​ເປັນ​ສວນ​ອຸທິຍານ. (ໂຢຮັນ 10:16) ພະ​ເຢໂຫວາ​ສອນ​ເຮົາ​ໃຫ້​ຮູ້​ວ່າ​ເຮົາ​ຄວນ​ໃຊ້​ຊີວິດ​ແນວ​ໃດ. ເຮົາ​ເບິ່ງ​ຄວາມ​ຈິງ​ເຫຼົ່າ​ນີ້​ເປັນ​ສິ່ງ​ທີ່​ມີ​ຄ່າ​ເພາະ​ມັນ​ຊ່ວຍ​ໃຫ້​ເຮົາ​ໃກ້​ຊິດ​ກັບ​ພະ​ຜູ້​ສ້າງ​ແລະ​ເຮັດ​ໃຫ້​ເຮົາ​ມີ​ຈຸດ​ມຸ່ງ​ໝາຍ​ໃນ​ຊີວິດ.

3. ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ຈ່າຍ​ເງິນ​ເພື່ອ​ຈະ​ໄດ້​ຮຽນ​ຄວາມ​ຈິງ​ບໍ?

3 ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຈ​ກວ້າງ ພະອົງ​ໃຈ​ກວ້າງ​ຫຼາຍ​ຈົນ​ສະລະ​ລູກ​ຊາຍ​ຄົນ​ດຽວ​ໃຫ້​ເຮົາ. ເມື່ອ​ພະອົງ​ເຫັນ​ບາງ​ຄົນ​ທີ່​ຢາກ​ຮູ້​ຄວາມ​ຈິງ ພະອົງ​ກໍ​ຊ່ວຍ​ຄົນ​ນັ້ນ​ໃຫ້​ພົບ. ພະອົງ​ບໍ່​ເຄີຍ​ບອກ​ໃຫ້​ເຮົາ​ຈ່າຍ​ເງິນ​ເພື່ອ​ຈະ​ໄດ້​ຮຽນ​ຄວາມ​ຈິງ. ມີ​ຢູ່​ເທື່ອ​ໜຶ່ງ ຜູ້​ຊາຍ​ທີ່​ຊື່​ຊີໂມນ​ສະເໜີ​ເງິນ​ໃຫ້​ເປໂຕ​ເພື່ອ​ລາວ​ຈະ​ມີ​ອຳນາດ​ໃຫ້​ພະລັງ​ບໍລິສຸດ​ກັບ​ຄົນ​ອື່ນ​ໄດ້. ແຕ່​ເປໂຕ​ບອກ​ວ່າ​ຊາຍ​ຄົນ​ນັ້ນ​ຄິດ​ຜິດ ໂດຍ​ເວົ້າ​ວ່າ: “ຈົ່ງ​ໃຫ້​ເງິນ​ຂອງ​ເຈົ້າ​ຈິບຫາຍ​ກັບ​ເຈົ້າ​ເຖີ້ນ ເຫດ​ວ່າ​ເຈົ້າ​ໄດ້​ຄຶດ​ວ່າ​ຈະ​ຊື້​ເອົາ​ຂອງ​ປະທານ​ແຫ່ງ​ພະເຈົ້າ​ດ້ວຍ​ເງິນ.” (ກິດຈະການ 8:18-20) ດັ່ງ​ນັ້ນ ການ ‘ຊື້​ຄວາມ​ຈິງ’ ໝາຍ​ຄວາມ​ວ່າ​ແນວ​ໃດ?

ການ ‘ຊື້​ຄວາມ​ຈິງ’ ໝາຍ​ຄວາມ​ວ່າ​ແນວ​ໃດ?

4. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ຮຽນ​ຮູ້​ຫຍັງ​ກ່ຽວ​ກັບ​ຄວາມ​ຈິງ?

4 ອ່ານ​ສຸພາສິດ 23:23. ເພື່ອ​ຈະ​ຮຽນ​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ​ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ ແລະ​ຍອມ​ເສຍ​ສະລະ​ບາງ​ສິ່ງ​ບາງ​ຢ່າງ. ຫຼັງ​ຈາກ​ເຮົາ ‘ຊື້​ຄວາມ​ຈິງ’ ເຊິ່ງ​ກໍ​ຄື​ຮຽນ​ຮູ້​ຄວາມ​ຈິງ ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່ “ຂາຍ” ຄວາມ​ຈິງ​ເຊິ່ງ​ກໍ​ຄື​ຖິ້ມ​ຄວາມ​ຈິງ​ໄປ. ເຮົາ​ຈະ “ຊື້” ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ຈ່າຍ​ຫຼາຍ​ສໍ່າ​ໃດ? ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຄ່າ​ຄວາມ​ຈິງ​ຫຼາຍ​ຂຶ້ນ ແລະ​ຈະ​ເຮັດ​ໃຫ້​ເຮົາ​ຕັ້ງ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ບໍ່​ຖິ້ມ​ຄວາມ​ຈິງ​ໄປ. ນອກ​ຈາກ​ນັ້ນ ເຮົາ​ຈະ​ໄດ້​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ຄວາມ​ຈິງ​ຈາກ​ພະ​ເຢໂຫວາ​ຈຶ່ງ​ມີ​ຄ່າ​ຫຼາຍ​ກວ່າ​ທຸກ​ສິ່ງ​ທຸກ​ຢ່າງ.

5, 6. (ກ) ເຮົາ​ຈະ​ຊື້​ຄວາມ​ຈິງ​ໂດຍ​ບໍ່​ຕ້ອງ​ຈ່າຍ​ເງິນ​ໄດ້​ແນວ​ໃດ? ຂໍ​ໃຫ້​ອະທິບາຍ. (ຂ) ຄວາມ​ຈິງ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ?

5 ທີ່​ຈິງ​ແລ້ວ ຂອງ​ຟຣີ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ບໍ່​ຕ້ອງ​ເສຍ​ຫຍັງ​ເລີຍ. ຄຳ​ພາສາ​ເຫບເລີ​ທີ່​ວ່າ: “ຊື້” ໃນ​ສຸພາສິດ 23:23 ຍັງ​ແປ​ວ່າ: “ໄດ້​ມາ.” ທັງ​ສອງ​ຄຳ​ນີ້​ຊີ້​ໃຫ້​ເຫັນ​ວ່າ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຫຼື​ຕ້ອງ​ຍອມ​ເສຍ​ບາງ​ຢ່າງ​ເພື່ອ​ຈະ​ໄດ້​ສິ່ງ​ທີ່​ມີ​ຄ່າ. ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ເຮົາ​ຈະ​ຊື້​ຄວາມ​ຈິງ​ແນວ​ໃດ ໃຫ້​ນຶກ​ພາບ​ດັ່ງ​ນີ້: ມີ​ຕະຫຼາດ​ແຫ່ງ​ໜຶ່ງ​ແຈກ​ໝາກ​ກ້ວຍ​ຟຣີ ເຮົາ​ຈະ​ຄິດ​ວ່າ​ຢູ່​ດີໆໝາກ​ກ້ວຍ​ຈະ​ລອຍ​ມາ​ຢູ່​ໂຕະ​ເຮືອນ​ເຮົາ​ບໍ? ບໍ່. ເຮົາ​ຕ້ອງ​ໄປ​ຕະຫຼາດ​ແລະ​ໄປ​ເອົາ​ໝາກ​ກ້ວຍ​ມາ. ດັ່ງ​ນັ້ນ ເຖິງ​ວ່າ​ໝາກ​ກ້ວຍ​ຈະ​ຟຣີ ແຕ່​ເຮົາ​ກໍ​ຕ້ອງ​ພະຍາຍາມ​ໄປ​ເອົາ​ມັນ​ມາ. ຄ້າຍ​ຄື​ກັນ ເຮົາ​ບໍ່​ຕ້ອງ​ຈ່າຍ​ເງິນ​ເພື່ອ​ຊື້​ຄວາມ​ຈິງ ແຕ່​ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ແລະ​ຕ້ອງ​ເສຍ​ສະລະ.

6 ອ່ານ​ເອຊາອີ 55:1-3. ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ການ ‘ຊື້​ຄວາມ​ຈິງ’ ໝາຍ​ຄວາມ​ວ່າ​ແນວ​ໃດ. ໃນ​ຂໍ້​ພະ​ຄຳພີ​ເຫຼົ່າ​ນີ້ ພະ​ເຢໂຫວາ​ສົມ​ທຽບ​ຄຳ​ເວົ້າ​ຂອງ​ພະອົງ​ເຊິ່ງ​ເປັນ​ຄວາມ​ຈິງ​ເປັນ​ຄື​ກັບ​ນໍ້າ ນໍ້າ​ນົມ ແລະ​ເຫຼົ້າ​ອະງຸ່ນ. ນໍ້າ​ເຢັນ​ເຮັດ​ໃຫ້​ຄົນ​ທີ່​ຫິວ​ນໍ້າ​ສົດ​ຊື່ນ ຄວາມ​ຈິງ​ກໍ​ເຮັດ​ໃຫ້​ເຮົາ​ສົດ​ຊື່ນ. ສ່ວນ​ນໍ້າ​ນົມ​ເຮັດ​ໃຫ້​ເດັກ​ນ້ອຍ​ເຕີບ​ໃຫຍ່​ແຂງແຮງ ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ກໍ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ເຂັ້ມແຂງ​ຂຶ້ນ. ແລ້ວ​ເປັນ​ຫຍັງ​ພະເຢໂຫວາ​ຈຶ່ງ​ສົມ​ທຽບ​ພະ​ຄຳ​ຂອງ​ພະອົງ​ຄື​ກັບ​ເຫຼົ້າ​ອະງຸ່ນ? ຄຳພີ​ໄບເບິນ​ບອກ​ວ່າ​ເຫຼົ້າ​ອະງຸ່ນ​ເຮັດ​ໃຫ້​ຜູ້​ຄົນ​ຊື່ນ​ໃຈ. (ຄຳເພງ 104:15) ດັ່ງ​ນັ້ນ ເມື່ອ​ພະ​ເຢໂຫວາ​ບອກ​ເຮົາ​ໃຫ້ ‘ຊື້​ເຫຼົ້າ​ອະງຸ່ນ’ ພະອົງ​ກໍ​ຢາກ​ໃຫ້​ເຮົາ​ຮູ້​ວ່າ​ເມື່ອ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະອົງ​ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ. (ຄຳເພງ 19:8) ພະ​ເຢໂຫວາ​ໃຊ້​ການ​ປຽບ​ທຽບ​ເຫຼົ່າ​ນີ້​ເພື່ອ​ຊ່ວຍ​ໃຫ້​ເຂົ້າ​ໃຈ​ວ່າ ຖ້າ​ເຮົາ​ຮຽນ​ຄວາມ​ຈິງ​ແລະ​ເອົາ​ໄປ​ໃຊ້​ເຮົາ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ 5 ສິ່ງ​ທີ່​ເຮົາ​ອາດ​ຕ້ອງ​ເສຍ​ສະລະ​ເພື່ອ​ຈະ​ຊື້​ຄວາມ​ຈິງ.

ເຈົ້າ​ໄດ້​ສະລະ​ອັນ​ໃດ​ແດ່​ເພື່ອ​ຊື້​ຄວາມ​ຈິງ?

7, 8. (ກ) ເປັນ​ຫຍັງ​ການ​ຮຽນ​ຄວາມ​ຈິງ​ຈຶ່ງ​ຕ້ອງ​ໃຊ້​ເວລາ? (ຂ) ນັກ​ສຶກສາ​ຄົນ​ໜຶ່ງ​ໄດ້​ເສຍ​ສະລະ​ຫຍັງ ແລະ​ຜົນ​ເປັນ​ແນວ​ໃດ?

7 ເວລາ. ຄົນ​ໜຶ່ງ​ຕ້ອງ​ສະລະ​ເວລາ​ເພື່ອ​ຟັງ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ ອ່ານ​ຄຳພີ​ໄບເບິນ​ແລະ​ໜັງສື​ຂອງ​ອົງການ ສຶກສາ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ ກຽມ​ເພື່ອ​ການ​ປະຊຸມ ແລະ​ເຂົ້າ​ຮ່ວມ​ປະຊຸມ. ເພື່ອ​ຈະ​ເຮັດ​ທັງ​ໝົດ​ນີ້​ໄດ້ ເຮົາ​ຕ້ອງ​ເອົາ​ເວລາ​ທີ່​ເຄີຍ​ເຮັດ​ສິ່ງ​ອື່ນ​ທີ່​ສຳຄັນ​ໜ້ອຍ​ກວ່າ​ມາ​ເຮັດ​ສິ່ງ​ເຫຼົ່າ​ນີ້. (ອ່ານ​ເອເຟດ 5:15, 16) ການ​ຮຽນ​ຄວາມ​ຮູ້​ພື້ນຖານ​ໃນ​ຄຳພີ​ໄບເບິນ​ຕ້ອງ​ໃຊ້​ເວລາ​ດົນ​ສໍ່າ​ໃດ? ແຕ່​ລະ​ຄົນ​ບໍ່​ຄື​ກັນ. ການ​ຮຽນ​ຮູ້​ກ່ຽວ​ກັບ​ສະຕິ​ປັນຍາ ແນວ​ທາງ​ແລະ​ສິ່ງ​ຕ່າງໆທີ່​ພະ​ເຢໂຫວາ​ໄດ້​ເຮັດ​ນັ້ນ​ບໍ່​ຈົບ​ບໍ່​ສິ້ນ. (ໂລມ 11:33) ຫໍສັງເກດການ ສະບັບ​ທຳອິດ​ສົມ​ທຽບ​ຄວາມ​ຈິງ​ຄື​ກັບ “ດອກ​ໄມ້​ນ້ອຍໆດອກ​ໜຶ່ງ” ບົດ​ຄວາມ​ນັ້ນ​ບອກ​ວ່າ: “ຢ່າ​ພໍ​ໃຈ​ກັບ​ດອກ​ໄມ້​ແຫ່ງ​ຄວາມ​ຈິງ​ພຽງ​ດອກ​ດຽວ. ຖ້າ​ພໍ​ໃຈ​ເທົ່າ​ນັ້ນ​ກໍ​ຈະ​ມີ​ຢູ່​ເທົ່າ​ນັ້ນ ແຕ່​ໃຫ້​ພະຍາຍາມ​ຫາ​ຕໍ່ໆໄປ​ເພື່ອ​ຈະ​ໄດ້​ດອກ​ອື່ນໆເພີ່ມ​ຂຶ້ນ.” ເຮົາ​ຕ້ອງ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ຫຼາຍ​ສໍ່າ​ໃດ​ແລ້ວ?’ ເຖິງ​ວ່າ​ໃນ​ອະນາຄົດ​ເຮົາ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ ແຕ່​ເຮົາ​ຍັງ​ຈະ​ໄດ້​ຮຽນ​ຮູ້​ອີກ​ຫຼາຍ​ຢ່າງ​ກ່ຽວ​ກັບ​ພະ​ເຢໂຫວາ​ຢ່າງ​ບໍ່​ສິ້ນ​ສຸດ. ຕອນ​ນີ້​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ຕ້ອງ​ໃຊ້​ເວລາ​ຮຽນ​ຮູ້​ກ່ຽວ​ກັບ​ພະອົງ​ໃຫ້​ຫຼາຍ​ເທົ່າ​ທີ່​ເຮົາ​ຈະ​ເຮັດ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ບາງ​ຄົນ​ທີ່​ໄດ້​ເຮັດ​ແບບ​ນັ້ນ.

ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ຕ້ອງ​ໃຊ້​ເວລາ​ຮຽນ​ຮູ້​ກ່ຽວ​ກັບ​ພະອົງ​ໃຫ້​ຫຼາຍ​ເທົ່າ​ທີ່​ເຮົາ​ຈະ​ເຮັດ​ໄດ້

8 ມາຣິໂກະ * (ເບິ່ງ​ໄຂ​ເງື່ອນ) ເປັນ​ໄວລຸ້ນ​ຄົນ​ຍີ່ປຸ່ນ​ທີ່​ຍ້າຍ​ໄປ​ຮຽນ​ຢູ່​ເມືອງ​ນິວຢອກ ປະເທດ​ສະຫະລັດ​ອາເມຣິກາ. ມື້​ໜຶ່ງ​ມີ​ພີ່​ນ້ອງ​ໄພໂອເນຍ​ໄປ​ປະກາດ​ກັບ​ລາວ​ຢູ່​ເຮືອນ ທີ່​ຈິງ​ມາຣິໂກະ​ກໍ​ມີ​ສາສະໜາ​ຢູ່​ແລ້ວ ແຕ່​ລາວ​ກໍ​ຕັດສິນ​ໃຈ​ສຶກສາ​ຄຳພີ​ໄບເບິນ. ລາວ​ມັກ​ສິ່ງ​ທີ່​ໄດ້​ຮຽນ​ຫຼາຍ​ຈົນ​ຂໍ​ສຶກສາ​ສອງ​ເທື່ອ​ຕໍ່​ອາທິດ. ເຖິງ​ວ່າ​ມາຣິໂກະ​ຈະ​ຫຍຸ້ງ​ຢູ່​ກັບ​ການ​ຮຽນ​ແລະ​ການ​ເຮັດ​ວຽກ​ເສີມ ແຕ່​ລາວ​ກໍ​ເລີ່ມ​ໄປ​ປະຊຸມ​ທັນທີ. ລາວ​ໃຊ້​ເວລາ​ໜ້ອຍ​ລົງ​ກັບ​ກິດຈະກຳ​ບາງ​ຢ່າງ​ທີ່​ມັກ​ເພື່ອ​ຈະ​ມີ​ເວລາ​ຮຽນ​ກ່ຽວ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ການ​ເສຍ​ສະລະ​ແບບ​ນີ້​ເຮັດ​ໃຫ້​ລາວ​ໃກ້​ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ ບໍ່​ຮອດ​ປີ​ລາວ​ກໍ​ຮັບ​ບັບເຕມາ. ອີກ​ຫົກ​ເດືອນ​ຕໍ່​ມາ​ໃນ​ປີ 2006 ລາວ​ກໍ​ເປັນ​ໄພໂອເນຍ ແລະ​ຍັງ​ເປັນ​ໄພໂອເນຍ​ຈົນ​ຮອດ​ທຸກ​ມື້​ນີ້.

9, 10. (ກ) ການ​ຮຽນ​ຄວາມ​ຈິງ​ປ່ຽນ​ຄວາມ​ຄິດ​ຂອງ​ເຮົາ​ຕໍ່​ຊັບ​ສິນ​ເງິນ​ຄຳ​ແນວ​ໃດ? (ຂ) ໄວລຸ້ນ​ຍິງ​ຄົນ​ໜຶ່ງ​ໄດ້​ຖິ້ມ​ອັນ​ໃດ ແລະ​ລາວ​ຮູ້ສຶກ​ແນວ​ໃດ?

9 ຊັບ​ສິນ​ເງິນ​ຄຳ. ເພື່ອ​ຈະ​ຮຽນ​ຄວາມ​ຈິງ​ເຮົາ​ອາດ​ຕ້ອງ​ຖິ້ມ​ວຽກ​ດີໆ ຫຼື​ວຽກ​ທີ່​ຄົນ​ໃນ​ໂລກ​ນີ້​ຖື​ວ່າ​ປະສົບ​ຄວາມ​ສຳເລັດ. ຕົວຢ່າງ: ເປໂຕ​ແລະ​ອັນ​ດາ​ເລອາ​ເປັນ​ຊາວ​ປະມົງ ແຕ່​ເມື່ອ​ພະ​ເຍຊູ​ໄດ້​ຊວນ​ເຂົາ​ເຈົ້າ​ໃຫ້​ມາ​ເປັນ​ລູກ​ສິດ ເຂົາ​ເຈົ້າ​ກໍ​ໄດ້​ຖິ້ມ​ທຸລະກິດ​ການ​ປະມົງ. (ມັດທາຍ 4:18-20) ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເມື່ອ​ເຈົ້າ​ຮຽນ​ຄວາມ​ຈິງ ເຈົ້າ​ຕ້ອງ​ຖິ້ມ​ວຽກ​ຂອງ​ເຈົ້າ. ທຸກ​ຄົນ​ຕ້ອງ​ເຮັດ​ວຽກ​ແລະ​ຫາ​ລ້ຽງ​ຄອບຄົວ. (1 ຕີໂມເຕ 5:8) ແຕ່​ເມື່ອ​ເຈົ້າ​ໄດ້​ຮຽນ​ຄວາມ​ຈິງ​ແລ້ວ ວິທີ​ຄິດ​ຂອງ​ເຈົ້າ​ເລື່ອງ​ຊັບ​ສິນ​ເງິນ​ຄຳ​ກໍ​ປ່ຽນ​ໄປ ເພາະ​ເຈົ້າ​ຮູ້​ວ່າ​ສິ່ງ​ໃດ​ແທ້ໆທີ່​ສຳຄັນ​ໃນ​ຊີວິດ. ພະ​ເຍຊູ​ບອກ​ວ່າ: “ຢ່າຊູ່​ໂຮມ​ເອົາ​ເຂົ້າ​ຂອງ​ແພງ​ໄວ້​ສຳລັບ​ຕົນ​ໃນ​ແຜ່ນດິນ​ໂລກ” ແຕ່ “ຈົ່ງ​ໂຮມ​ເອົາ​ເຂົ້າ​ຂອງ​ແພງ​ໄວ້​ສຳລັບ​ຕົນ​ໃນ​ສະຫວັນ.” (ມັດທາຍ 6:19, 20) ນີ້​ເປັນ​ສິ່ງ​ທີ່​ມາເຣຍ​ເຊິ່ງ​ເປັນ​ໄວລຸ້ນ​ໄດ້​ເຮັດ.

10 ມາເຣຍ​ມັກ​ຫຼິ້ນ​ກ໋ອບ​ຕັ້ງ​ແຕ່​ຍັງ​ນ້ອຍໆ. ຕອນ​ຢູ່​ມັດທະຍົມ​ຕອນ​ປາຍ​ລາວ​ກໍ​ຫຼິ້ນ​ເກັ່ງ​ຂຶ້ນ​ເລື້ອຍໆ ແລະ​ເກັ່ງ​ຫຼາຍ​ຈົນ​ໄດ້​ຮັບ​ທຶນ​ໄປ​ຮຽນ​ຕໍ່​ຢູ່​ມະຫາ​ວິທະຍາໄລ. ເປົ້າ​ໝາຍ​ຂອງ​ມາເຣຍ​ຄື​ລາວ​ຢາກ​ຫຼິ້ນ​ກ໋ອບ​ເປັນ​ອາຊີບ​ແລະ​ຫາ​ເງິນ​ໄດ້​ຫຼາຍໆ. ຕໍ່​ມາ​ລາວ​ກໍ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ. ລາວ​ມັກ​ສິ່ງ​ທີ່​ໄດ້​ຮຽນ​ຫຼາຍ​ແລະ​ນຳ​ເອົາ​ມາ​ໃຊ້​ໃນ​ຊີວິດ. ລາວ​ບອກ​ວ່າ: “ແຮ່ງ​ຂ້ອຍ​ປັບ​ປ່ຽນ​ຄວາມ​ຄິດ​ແລະ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ໃນ​ຄຳພີ​ໄບເບິນ​ຫຼາຍ​ເທົ່າ​ໃດ ຂ້ອຍ​ກໍ​ແຮ່ງ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.” ມາເຣຍ​ຮູ້​ວ່າ​ເປັນ​ເລື່ອງ​ຍາກ​ຫຼາຍ​ທີ່​ລາວ​ຈະ​ເອົາ​ທັງ​ເລື່ອງ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ແລະ​ທັງ​ອາຊີບ​ກິລາ. (ມັດທາຍ 6:24) ດັ່ງ​ນັ້ນ ລາວ​ຈຶ່ງ​ຕັດສິນ​ໃຈ​ຖິ້ມ​ເປົ້າ​ໝາຍ​ທີ່​ຈະ​ຫຼິ້ນ​ກ໋ອບ​ເປັນ​ອາຊີບ​ເພື່ອ​ຈະ​ໄດ້​ສິ່ງ​ທີ່​ດີ​ກວ່າ. ທຸກ​ມື້​ນີ້​ມາເຣຍ​ເປັນ​ໄພໂອເນຍ ແລະ​ລາວ​ບອກ​ວ່າ: “ຂ້ອຍ​ມີ​ຊີວິດ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ສຸດ.”

ພະ​ເຍຊູ​ສັນຍາ​ວ່າ​ບໍ່​ວ່າ​ເຮົາ​ຕ້ອງ​ເສຍ​ສະລະ​ເພື່ອ​ຄວາມ​ຈິງ​ຫຼາຍ​ສໍ່າ​ໃດ ເຮົາ​ກໍ​ຈະ​ໄດ້​ຮັບ​ກັບ​ຄືນ​ມາ​ຫຼາຍ​ກວ່າ​ນັ້ນ​ອີກ

11. ເມື່ອ​ເຮົາ​ຮຽນ​ຄວາມ​ຈິງ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ຄົນ​ອື່ນ​ອາດ​ເປັນ​ແນວ​ໃດ?

11 ສາຍ​ສຳພັນ​ກັບ​ຄົນ​ອື່ນ. ເມື່ອ​ເຮົາ​ເລີ່ມ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ ສາຍ​ສຳພັນ​ຂອງ​ເຮົາ​ກັບ​ຄົນ​ໃນ​ຄອບຄົວ​ອາດ​ປ່ຽນ​ໄປ. ພະ​ເຍຊູ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ເຫດຜົນ​ຕອນ​ທີ່​ເພິ່ນ​ອະທິດຖານ​ກ່ຽວ​ກັບ​ລູກ​ສິດ​ວ່າ: “ຖ້ອຍຄຳ​ຂອງ​ພະອົງ​ເປັນ​ຄວາມ​ຈິງ ຂໍ​ໃຫ້​ຄວາມ​ຈິງ​ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍລິສຸດ.” (ໂຢຮັນ 17:17, ລ.ມ.) ການ ‘ເຮັດ​ໃຫ້​ບໍລິສຸດ’ ໝາຍ​ເຖິງ​ການ “ແຍກ​ໄວ້​ຕ່າງ​ຫາກ.” ເມື່ອ​ເຮົາ​ເລີ່ມ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ ເຮົາ​ກໍ​ແຍກ​ຢູ່​ຕ່າງ​ຫາກ​ຈາກ​ໂລກ​ເພາະ​ເຮົາ​ເຮັດ​ຕາມ​ມາດຕະຖານ​ຂອງ​ຄຳພີ​ໄບເບິນ. ເຖິງ​ວ່າ​ເຮົາ​ຈະ​ພະຍາຍາມ​ຫຼາຍ​ສໍ່າ​ໃດ​ທີ່​ຈະ​ຮັກສາ​ສາຍ​ສຳພັນ​ທີ່​ດີ​ກັບ​ໝູ່​ແລະ​ຍາດ​ພີ່​ນ້ອງ ແຕ່​ບາງ​ຄົນ​ກໍ​ອາດ​ບໍ່​ມັກ​ເຮົາ​ຄື​ແຕ່​ກ່ອນ​ແລະ​ບາງ​ຄົນ​ອາດ​ເຖິງ​ກັບ​ຕໍ່​ຕ້ານ​ຄວາມ​ເຊື່ອ​ໃໝ່​ຂອງ​ເຮົາ. ນີ້​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ແປກ​ໃຈ ເພາະ​ພະ​ເຍຊູ​ບອກ​ວ່າ: “ພວກ​ສັດຕູ​ແຫ່ງ​ຄົນ​ຜູ້​ໜຶ່ງ​ຈະ​ເປັນ​ໄທ​ເຮືອນ​ແຫ່ງ​ຕົນ.” (ມັດທາຍ 10:36) ແຕ່​ພະ​ເຍຊູ​ສັນຍາ​ວ່າ​ບໍ່​ວ່າ​ເຮົາ​ຕ້ອງ​ເສຍ​ສະລະ​ເພື່ອ​ຄວາມ​ຈິງ​ຫຼາຍ​ສໍ່າ​ໃດ ເຮົາ​ກໍ​ຈະ​ໄດ້​ຮັບ​ກັບ​ຄືນ​ມາ​ຫຼາຍ​ກວ່າ​ນັ້ນ​ອີກ.—ອ່ານ​ມາລະໂກ 10:28-30

12. ອາໂຣນ​ຍອມ​ສະລະ​ອັນ​ໃດ​ເພື່ອ​ຄວາມ​ຈິງ?

12 ອາໂຣນ​ເປັນ​ຜູ້​ຊາຍ​ຢິວ​ຄົນ​ໜຶ່ງ​ທີ່​ເຊື່ອ​ມາ​ຕະຫຼອດ​ວ່າ​ການ​ເວົ້າ​ຊື່​ຂອງ​ພະເຈົ້າ​ເປັນ​ສິ່ງ​ທີ່​ຜິດ. ແຕ່​ລາວ​ຢາກ​ຮູ້ຈັກ​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ​ແທ້ໆ. ມີ​ມື້​ໜຶ່ງ​ພະຍານ​ພະ​ເຢໂຫວາ​ໄດ້​ໃຫ້​ລາວ​ເບິ່ງ​ວ່າ ຖ້າ​ເອົາ​ສະຫຼະ​ມາ​ປະສົມ​ກັບ​ພະຍັນຊະນະ​ພາສາ​ເຫບເລີ 4 ຕົວ​ທີ່​ເປັນ​ຊື່​ຂອງ​ພະເຈົ້າ​ກໍ​ຈະ​ອ່ານ​ອອກ​ສຽງ​ວ່າ “ເຢໂຫວາ.” ອາໂຣນ​ຮູ້ສຶກ​ຕື່ນ​ເຕັ້ນ​ຫຼາຍ​ກັບ​ເລື່ອງ​ນີ້​ຈົນ​ໄປ​ບ່ອນ​ນະມັດສະການ​ຂອງ​ຄົນ​ຢິວ​ເພື່ອ​ຈະ​ບອກ​ກັບ​ພວກ​ອາຈານ! ລາວ​ຄິດ​ວ່າ​ເຂົາ​ເຈົ້າ​ຈະ​ດີ​ໃຈ​ທີ່​ໄດ້​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ຊື່​ຂອງ​ພະເຈົ້າ ແຕ່​ພັດ​ບໍ່​ເປັນ​ແບບ​ນັ້ນ. ເຂົາ​ເຈົ້າ​ຖົ່ມ​ນໍ້າ​ລາຍ​ໃສ່​ລາວ​ແລະ​ໄລ່​ລາວ​ໜີ. ແມ່ນ​ແຕ່​ຄອບຄົວ​ຂອງ​ລາວ​ກໍ​ຍັງ​ຕໍ່​ຕ້ານ​ລາວ​ຄື​ກັນ. ແຕ່​ລາວ​ກໍ​ບໍ່​ຍອມ​ໃຫ້​ອັນ​ໃດ​ມາ​ຂັດ​ຂວາງ​ລາວ​ໄວ້​ຈາກ​ການ​ຢາກ​ຮູ້ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ອາໂຣນ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຕະຫຼອດ​ຊີວິດ. ເມື່ອ​ເຮົາ​ຮຽນ​ຄວາມ​ຈິງ ເຮົາ​ກໍ​ຄາດ​ໝາຍ​ໄດ້​ວ່າ​ເຮົາ​ອາດ​ຈະ​ຕ້ອງ​ເສຍ​ສະລະ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ຄົນ​ອື່ນ.

13, 14. ເມື່ອ​ເຮົາ​ຮຽນ​ຄວາມ​ຈິງ ເຮົາ​ຕ້ອງ​ປ່ຽນ​ແປງ​ຄວາມ​ຄິດ​ແລະ​ການ​ກະທຳ​ຫຍັງ​ແດ່? ຂໍ​ໃຫ້​ຍົກ​ຕົວຢ່າງ.

13 ຄວາມ​ຄິດ​ແລະ​ການ​ກະທຳ​ທີ່​ບໍ່​ສະອາດ. ເມື່ອ​ເຮົາ​ຮຽນ​ຄວາມ​ຈິງ​ແລະ​ເລີ່ມ​ເຮັດ​ຕາມ​ມາດຕະຖານ​ຂອງ​ຄຳພີ​ໄບເບິນ ເຮົາ​ຕ້ອງ​ເຕັມ​ໃຈ​ປ່ຽນ​ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ເຮົາ. ອັກຄະສາວົກ​ເປໂຕ​ບອກ​ວ່າ: “ເໝືອນ​ເປັນ​ລູກ​ທີ່​ຟັງ​ຄວາມ ຢ່າ​ກະທຳ​ຕາມ​ຄວາມ​ຄຶດ​ຢາກ​ໄດ້​ແຕ່​ເກົ່າ​ເມື່ອ​ທ່ານ​ທັງ​ຫຼາຍ​ຍັງ​ເປັນ​ຄົນ​ບໍ່​ຮູ້ຈັກ​ຄວາມ.” (1 ເປໂຕ 1:14, 15) ໃນ​ເມືອງ​ໂກລິນໂທ​ບູຮານ ຫຼາຍ​ຄົນ​ທີ່​ເຄີຍ​ເຮັດ​ຜິດ​ສິນລະທຳ​ໄດ້​ເຮັດ​ການ​ປ່ຽນ​ແປງ​ຄັ້ງ​ໃຫຍ່​ໃນ​ຊີວິດ​ເພື່ອ​ໃຫ້​ເປັນ​ຄົນ​ສະອາດ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ. (1 ໂກລິນໂທ 6:9-11) ທຸກ​ມື້​ນີ້​ກໍ​ຄ້າຍ​ຄື​ກັນ ຫຼາຍ​ຄົນ​ໄດ້​ປ່ຽນ​ແປງ​ຊີວິດ​ເມື່ອ​ໄດ້​ຮຽນ​ຄວາມ​ຈິງ. ເປໂຕ​ເວົ້າ​ເຖິງ​ເລື່ອງ​ນີ້​ວ່າ: “ທີ່​ຜ່ານ​ມາ ພວກ​ເຈົ້າ​ໃຊ້​ຊີວິດ​ຕາມ​ໃຈ​ຜູ້​ຄົນ​ໃນ​ໂລກ​ມາ​ຫຼາຍ​ພໍ​ແລ້ວ ຕອນ​ນັ້ນ​ພວກ​ເຈົ້າ​ປະພຶດ​ໄຮ້​ຢາງ​ອາຍ ປ່ອຍ​ຕົວ​ໄປ​ກັບ​ຄວາມ​ຕ້ອງການ​ຜິດໆ ດື່ມ​ເຫຼົ້າ​ຫຼາຍ​ເກີນ​ໄປ ກິນ​ລ້ຽງ​ເຮຮາ​ແບບ​ເລີຍ​ເຖີດ ແຂ່ງ​ກັນ​ດື່ມ ແລະ​ໄຫວ້​ຮູບ​ເຄົາລົບ​ທີ່​ໜ້າ​ກຽດ.”—1 ເປໂຕ 4:3, ລ.ມ.

14 ເດ​ວິນ​ແລະ​ຈັດສະມິນ​ຕິດ​ເຫຼົ້າ​ມາ​ຫຼາຍ​ປີ. ເຖິງ​ວ່າ​ເດ​ວິນ​ຈະ​ເປັນ​ນັກ​ບັນຊີ​ທີ່​ເກັ່ງ ແຕ່​ລາວ​ກໍ​ຕົກ​ວຽກ​ຍ້ອນ​ວ່າ​ຕິດ​ເຫຼົ້າ. ຈັດສະມິນ​ມີ​ຊື່ສຽງ​ວ່າ​ເປັນ​ຄົນ​ມັກ​ໃຈ​ຮ້າຍ​ແລະ​ມັກ​ໃຊ້​ຄວາມ​ຮຸນແຮງ. ມື້​ໜຶ່ງ​ຂະນະ​ທີ່​ຈັດສະມິນ​ກຳລັງ​ເມົາ ລາວ​ໄດ້​ພົບ​ມິດຊັນນາລີ​ສອງ​ຄົນ​ຢູ່​ຫົນ​ທາງ. ເຂົາ​ເຈົ້າ​ສະເໜີ​ການ​ສຶກສາ​ຄຳພີ​ໄບເບິນ. ແຕ່​ອາທິດ​ຕໍ່​ມາ​ເມື່ອ​ເຂົາ​ເຈົ້າ​ມາ​ຢາມ ເດ​ວິນ​ແລະ​ຈັດສະມິນ​ກໍ​ເມົາ​ຢູ່ ເພາະ​ບໍ່​ໄດ້​ຄິດ​ວ່າ​ມິດຊັນນາລີ​ຈະ​ສົນ​ໃຈ​ເຖິງ​ຂັ້ນ​ມາ​ຫາ​ຢູ່​ເຮືອນ​ແທ້ໆ. ຕໍ່​ມາ​ມິດຊັນນາລີ​ກໍ​ມາ​ຢາມ​ອີກ ແຕ່​ເທື່ອ​ນີ້​ແມ່ນ​ແຕກຕ່າງ. ຈັດສະມິນ​ແລະ​ເດ​ວິນ​ຢາກ​ສຶກສາ​ຄຳພີ​ໄບເບິນ ແລະ​ເຂົາ​ເຈົ້າ​ກໍ​ນຳ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້​ທັນທີ. ບໍ່​ຮອດ 3 ເດືອນ​ເຂົາ​ເຈົ້າ​ກໍ​ເຊົາ​ດື່ມ​ເຫຼົ້າ ແລະ​ຕໍ່​ມາ​ກໍ​ພາ​ກັນ​ໄປ​ຈົດ​ທະບຽນ​ແຕ່ງ​ດອງ. ຫຼາຍ​ຄົນ​ແຖວ​ບ້ານ​ສັງເກດ​ເຫັນ​ວ່າ​ຈັດສະມິນ​ແລະ​ເດ​ວິນ​ປ່ຽນ​ແປງ​ໄປ​ຫຼາຍ ເຂົາ​ເຈົ້າ​ຈຶ່ງ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ຄື​ກັນ.

15. ເມື່ອ​ຮຽນ​ຮູ້​ຄວາມ​ຈິງ​ສິ່ງ​ໜຶ່ງ​ທີ່​ຍາກ​ທີ່​ສຸດ​ເຊິ່ງ​ເຮົາ​ຕ້ອງ​ປ່ຽນ​ແປງ​ແມ່ນ​ຫຍັງ? ແລະ​ຍ້ອນ​ຫຍັງ?

15 ທຳນຽມ​ແລະ​ປະເພນີ​ທີ່​ພະເຈົ້າ​ບໍ່​ມັກ. ສິ່ງ​ໜຶ່ງ​ທີ່​ຍາກ​ທີ່​ສຸດ​ເຊິ່ງ​ເຮົາ​ຕ້ອງ​ປ່ຽນ​ແປງ​ກໍ​ຄື ເຊົາ​ເຮັດ​ຕາມ​ທຳນຽມ​ແລະ​ປະເພນີ​ທີ່​ພະ​ເຢໂຫວາ​ບໍ່​ມັກ. ສຳລັບ​ບາງ​ຄົນ​ທີ່​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ເລື່ອງ​ນີ້ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ປ່ຽນ​ແປງ. ເຂົາ​ເຈົ້າ​ເປັນ​ຫ່ວງ​ວ່າ​ຄອບຄົວ ເພື່ອນ​ຮ່ວມ​ງານ ແລະ​ໝູ່​ເພື່ອນ​ຈະ​ມີ​ທ່າທີ​ແນວ​ໃດ. ເຂົາ​ເຈົ້າ​ຮູ້​ວ່າ​ຜູ້​ຄົນ​ເຫັນ​ວ່າ​ປະເພນີ​ບາງ​ຢ່າງ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ ເຊັ່ນ ການ​ໃຫ້​ກຽດ​ຍາດ​ພີ່​ນ້ອງ​ທີ່​ຕາຍ​ໄປ​ແລ້ວ. (ພະບັນຍັດ 14:1) ດັ່ງ​ນັ້ນ ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ການ​ປ່ຽນ​ແປງ​ທີ່​ຈຳເປັນ​ນີ້? ເຮົາ​ສາມາດ​ຮຽນ​ຈາກ​ຕົວຢ່າງ​ທີ່​ດີ​ຂອງ​ຄົນ​ໃນ​ອະດີດ​ໄດ້​ທີ່​ເຮັດ​ການ​ປ່ຽນ​ແປງ​ເມື່ອ​ເຂົາ​ເຈົ້າ​ຮຽນ​ຮູ້​ຄວາມ​ຈິງ ເຊັ່ນ ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຢູ່​ເມືອງ​ເອເຟດ.

16. ຄລິດສະຕຽນ​ໃນ​ເມືອງ​ເອເຟດ​ບາງ​ຄົນ​ເສຍ​ສະລະ?

16 ໃນ​ເມືອງ​ເອເຟດ​ບູຮານ ການ​ໃຊ້​ເວດ​ມົນ​ຄາຖາ​ເປັນ​ເລື່ອງ​ທີ່​ທຳມະດາ​ຫຼາຍ. ຄົນ​ທີ່​ໃຊ້​ເວດ​ມົນ​ຄາຖາ​ໄດ້​ເຮັດ​ແນວ​ໃດ​ເມື່ອ​ເຂົ້າ​ມາ​ເປັນ​ຄລິດສະຕຽນ? ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ຫຼາຍ​ຄົນ​ທີ່​ໄດ້​ເຄີຍ​ກະທຳ​ການ​ຫູຮາ​ກໍ​ໄດ້​ເອົາ​ປຶ້ມ​ໜັງສື​ຂອງ​ເຂົາ​ຂົນ​ມາ​ເຜົາ​ໄຟ​ເສຍ​ຕໍ່​ໜ້າ​ຄົນ​ທັງ​ປວງ ແລະ​ເຂົາ​ໄດ້​ຄຶດ​ລາຄາ​ໜັງສື​ນັ້ນ​ເປັນ​ເງິນ 50.000 ແຜ່ນ. ດັ່ງ​ນີ້ ພະ​ຄຳ​ແຫ່ງ​ພະອົງ​ເຈົ້າ​ໄດ້​ຈຳເລີນ​ຂຶ້ນ​ແລະ​ມີ​ອຳນາດ​ມາກ​ຫຼາຍ.” (ກິດຈະການ 19:19, 20) ຄລິດສະຕຽນ​ທີ່​ສັດ​ຊື່​ເຫຼົ່າ​ນັ້ນ​ເຕັມ​ໃຈ​ຖິ້ມ​ປຶ້ມ​ເວດ​ມົນ​ທີ່​ລາຄາ​ແພງໆ ແລະ​ພະ​ເຢໂຫວາ​ກໍ​ອວຍ​ພອນ​ເຂົາ​ເຈົ້າ.

ແລ້ວ​ເຈົ້າ​ເດ ເຈົ້າ​ໄດ້​ເສຍ​ສະລະ​ຫຍັງ​ແດ່​ເພື່ອ​ຮຽນ​ຮູ້​ຄວາມ​ຈິງ?

17. (ກ) ມີ​ຫຍັງ​ແດ່​ທີ່​ເຮົາ​ອາດ​ຕ້ອງ​ຍອມ​ເສຍ​ສະລະ​ເພື່ອ​ຮຽນ​ຮູ້​ຄວາມ​ຈິງ? (ຂ) ໃນ​ບົດ​ຄວາມ​ຕໍ່​ໄປ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່?

17 ແລ້ວ​ເຈົ້າ​ເດ ເຈົ້າ​ໄດ້​ເສຍ​ສະລະ​ຫຍັງ​ແດ່​ເພື່ອ​ຮຽນ​ຮູ້​ຄວາມ​ຈິງ? ເຮົາ​ທຸກ​ຄົນ​ຕ້ອງ​ເສຍ​ສະລະ​ເວລາ. ບາງ​ຄົນ​ເສຍ​ສະລະ​ໂອກາດ​ທີ່​ຈະ​ເປັນ​ຄົນ​ຮັ່ງມີ ແລະ​ບາງ​ຄົນ​ກໍ​ຍອມ​ເສຍ​ສາຍ​ສຳພັນ​ກັບ​ຄົນ​ອື່ນ. ເຮົາ​ຫຼາຍ​ຄົນ​ຍັງ​ຕ້ອງ​ປ່ຽນ​ແປງ​ຄວາມ​ຄິດ​ແລະ​ການ​ກະທຳ ແລະ​ຍັງ​ຕ້ອງ​ເຊົາ​ເຮັດ​ຕາມ​ທຳນຽມ​ແລະ​ປະເພນີ​ທີ່​ພະ​ເຢໂຫວາ​ບໍ່​ມັກ. ເຮົາ​ເຊື່ອ​ວ່າ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ມີ​ຄ່າ​ຫຼາຍ​ກວ່າ​ທຸກ​ສິ່ງ​ທີ່​ໄດ້​ເສຍ​ສະລະ​ໄປ. ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ເຊິ່ງ​ເປັນ​ສິ່ງ​ທີ່​ມີ​ຄ່າ​ທີ່​ສຸດ​ໃນ​ຊີວິດ. ເມື່ອ​ເຮົາ​ຄິດ​ເຖິງ​ພອນ​ທຸກ​ຢ່າງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ການ​ຮຽນ​ຮູ້​ຄວາມ​ຈິງ ອາດ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ຍອມ “ຂາຍ” ຄວາມ​ຈິງ​ໄປ. ນັ້ນ​ຈະ​ເກີດ​ຂຶ້ນ​ໄດ້​ແນວ​ໃດ? ແລ້ວ​ເຮົາ​ຈະ​ຫຼີກ​ລ່ຽງ​ບໍ່​ເຮັດ​ຜິດ​ພາດ​ຮ້າຍແຮງ​ແບບ​ນັ້ນ​ໄດ້​ແນວ​ໃດ? ເຮົາ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.

^ ຂໍ້ 8 ຊື່​ສົມມຸດ.