ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຄິດ​ຄື​ກັບ​ພະ​ເຢໂຫວາ​ບໍ?

ເຈົ້າ​ຄິດ​ຄື​ກັບ​ພະ​ເຢໂຫວາ​ບໍ?

“ໃຫ້​ປ່ຽນ​ແປງ​ຕົວ​ເອງ​ໂດຍ​ປ່ຽນ​ຄວາມ​ຄິດ​ຂອງ​ເຈົ້າ​ໃໝ່.”ໂລມ 12:2, ລ.ມ.

ເພງ: 56, 123

1, 2. ເມື່ອ​ເຮົາ​ກ້າວ​ໜ້າ​ຕໍ່ໆໄປ ເຮົາ​ໄດ້​ເຂົ້າ​ໃຈ​ເລື່ອງ​ຫຍັງ​ຫຼາຍ​ຂຶ້ນ? ຂໍ​ໃຫ້​ຍົກ​ຕົວຢ່າງ.

ຂໍ​ໃຫ້​ນຶກ​ພາບ​ວ່າ​ມີ​ຄົນ​ໜຶ່ງ​ໃຫ້​ຂອງ​ຂວັນ​ກັບ​ເດັກ​ນ້ອຍ. ພໍ່​ແມ່​ຂອງ​ເດັກ​ນ້ອຍ​ໄດ້​ບອກ​ລາວ​ໃຫ້ “ຂອບໃຈ.” ລາວ​ຈຶ່ງ​ຂອບໃຈ​ຍ້ອນ​ພໍ່​ແມ່​ບອກ​ໃຫ້​ເຮັດ. ແຕ່​ເມື່ອ​ເຕີບ​ໃຫຍ່​ຂຶ້ນ ລາວ​ຈຶ່ງ​ເລີ່ມ​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ພໍ່​ແມ່​ວ່າ​ເປັນ​ຫຍັງ​ການ​ຂອບໃຈ​ເປັນ​ເລື່ອງ​ສຳຄັນ​ເມື່ອ​ຄົນ​ອື່ນ​ເຮັດ​ສິ່ງ​ດີໆໃຫ້. ໃນ​ທີ່​ສຸດ ການ​ໄດ້​ຮຽນ​ຮູ້​ທີ່​ຈະ​ສຳນຶກ​ບຸນ​ຄຸນ​ກະຕຸ້ນ​ລາວ​ໃຫ້​ຂອບໃຈ​ຄົນ​ອື່ນ.

2 ຄ້າຍ​ຄື​ກັນ ເມື່ອ​ເຮົາ​ເລີ່ມ​ຮຽນ​ຄວາມ​ຈິງ​ເຮົາ​ກໍ​ໄດ້​ຮຽນ​ຮູ້​ວ່າ​ການ​ເຊື່ອ​ຟັງ​ຄຳ​ສັ່ງ​ພື້ນຖານ​ຂອງ​ພະ​ເຢໂຫວາ​ສຳຄັນ​ຫຼາຍ​ສໍ່າ​ໃດ. ແຕ່​ເມື່ອ​ເຮົາ​ກ້າວ​ໜ້າ​ຕໍ່ໆໄປ ເຮົາ​ກໍ​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ພະອົງ​ຫຼາຍ​ຂຶ້ນ ເຊັ່ນ: ພະອົງ​ມັກ​ຫຍັງ​ແລະ​ບໍ່​ມັກ​ຫຍັງ ແລະ​ພະອົງ​ເບິ່ງ​ເລື່ອງ​ຕ່າງໆແບບ​ໃດ. ຖ້າ​ເຮົາ​ໃຫ້​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ສົ່ງ​ຜົນ​ຕໍ່​ການ​ເລືອກ​ສ່ວນ​ຕົວ​ແລະ​ການ​ກະທຳ​ຂອງ​ເຮົາ ເຮົາ​ກໍ​ເຮັດ​ໃຫ້​ເຮົາ​ເອງ​ຄິດ​ຄື​ກັບ​ພະ​ເຢໂຫວາ.

3. ເປັນ​ຫຍັງ​ຈຶ່ງ​ຍາກ​ທີ່​ເຮົາ​ຈະ​ຄິດ​ຄື​ພະ​ເຢໂຫວາ​ຄິດ?

3 ເຖິງ​ວ່າ​ເຮົາ​ຢາກ​ຈະ​ຄິດ​ຄື​ກັບ​ພະ​ເຢໂຫວາ ແຕ່​ບາງ​ເທື່ອ​ມັນ​ກໍ​ຍາກ​ທີ່​ຈະ​ຄິດ​ຄື​ກັບ​ພະອົງ​ຍ້ອນ​ເຮົາ​ບໍ່​ສົມບູນ​ແບບ. ຕົວຢ່າງ​ເຊັ່ນ: ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ສະອາດ​ທາງ​ສິນລະທຳ ການ​ນິຍົມ​ວັດຖຸ ວຽກ​ປະກາດ ການ​ໃຊ້​ເລືອດ​ໃນ​ທາງ​ທີ່​ຜິດ ແລະ​ອື່ນໆ. ແຕ່​ອາດ​ເປັນ​ເລື່ອງ​ຍາກ​ສຳລັບ​ເຮົາ​ທີ່​ຈະ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຄິດ​ແນວ​ນັ້ນ. ດັ່ງ​ນັ້ນ ເຮົາ​ຈະ​ຮຽນ​ຮູ້​ທີ່​ຈະ​ຄິດ​ຄື​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ແລະ​ການ​ຄິດ​ແບບ​ນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ທັງ​ໃນ​ຕອນ​ນີ້​ແລະ​ໃນ​ອະນາຄົດ​ແນວ​ໃດ?

ວິທີ​ທີ່​ເຮົາ​ຈະ​ເຮັດ​ໃຫ້​ຕົວ​ເອງ​ຄິດ​ຄື​ກັບ​ພະ​ເຢໂຫວາ

4. ການ​ປ່ຽນ​ຄວາມ​ຄິດ​ຂອງ​ຕົວ​ເອງ​ໃໝ່​ໝາຍ​ຄວາມ​ວ່າ​ແນວ​ໃດ?

4 ອ່ານ​ໂລມ 12:2. * ໃນ​ຂໍ້​ນີ້​ອັກຄະສາວົກ​ໂປໂລ​ອະທິບາຍ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ຄິດ​ຄື​ກັບ​ພະ​ເຢໂຫວາ. ລາວ​ບອກ​ວ່າ​ເຮົາ​ຕ້ອງ “ເຊົາ​ຮຽນ​ແບບ​ຄົນ​ໃນ​ໂລກ​ນີ້.” ດັ່ງ​ທີ່​ໄດ້​ຮຽນ​ໃນ​ບົດ​ຄວາມ​ກ່ອນ ຂໍ້​ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ບໍ່​ຍອມ​ຮັບ​ຄວາມ​ຄິດ​ແບບ​ໂລກ. ແຕ່​ໂປໂລ​ຍັງ​ບອກ​ວ່າ​ເຮົາ​ຕ້ອງ​ປ່ຽນ​ຄວາມ​ຄິດ​ຂອງ​ຕົວ​ເອງ​ໃໝ່. ສະນັ້ນ ເຮົາ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ ເຂົ້າ​ໃຈ​ໃນ​ຄວາມ​ຄິດ​ຂອງ​ພະອົງ ຄິດ​ຕຶກຕອງ​ຄວາມ​ຄິດ​ຂອງ​ພະອົງ ແລະ​ພະຍາຍາມ​ຢ່າງ​ເຕັມທີ​ທີ່​ຈະ​ຄິດ​ຄື​ກັບ​ພະອົງ.

5. ຂໍ​ໃຫ້​ອະທິບາຍ​ວ່າ​ການ​ອ່ານ​ແລະ​ການ​ສຶກສາ​ຕ່າງ​ກັນ​ແນວ​ໃດ.

5 ການ​ສຶກສາ​ໝາຍ​ເຖິງ​ບໍ່​ພຽງ​ແຕ່​ອ່ານ ຫຼື​ຂີດ​ເອົາ​ຄຳຕອບ​ເທົ່າ​ນັ້ນ. ເມື່ອ​ເຮົາ​ສຶກສາ ໃຫ້​ເຮົາ​ຄິດ​ວ່າ​ເລື່ອງ​ນີ້​ສອນ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ແນວ​ໃດ ຄິດ​ເຖິງ​ສິ່ງ​ທີ່​ພະອົງ​ເຮັດ ແລະ​ວິທີ​ທີ່​ພະອົງ​ຄິດ. ເຮົາ​ຄວນ​ພະຍາຍາມ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ເຮັດ​ແບບ​ນີ້ ຫຼື​ບໍ່​ໃຫ້​ເຮັດ​ແບບ​ນັ້ນ. ເຮົາ​ຄວນ​ຄິດ​ເຖິງ​ວິທີ​ທີ່​ເຮົາ​ຈະ​ນຳ​ໃຊ້​ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ໂດຍ​ປ່ຽນ​ແປງ​ສິ່ງ​ທີ່​ເຮົາ​ເຮັດ​ແລະ​ວິທີ​ທີ່​ເຮົາ​ຄິດ. ອາດ​ເປັນ​ໄປ​ບໍ່​ໄດ້​ທີ່​ເຮົາ​ຈະ​ຄິດ​ຕຶກຕອງ​ເຖິງ​ຈຸດ​ເຫຼົ່າ​ນີ້​ທັງ​ໝົດ​ໃນ​ການ​ສຶກສາ​ແຕ່​ລະ​ຄັ້ງ. ແຕ່​ເປັນ​ສິ່ງ​ທີ່​ດີ​ທີ່​ຈະ​ໃຊ້​ເວລາ ອາດ​ຈະ​ເປັນ​ເຄິ່ງ​ໜຶ່ງ​ຂອງ​ເວລາ​ທີ່​ເຮົາ​ໃຊ້​ສຶກສາ​ເພື່ອ​ຄິດ​ຕຶກຕອງ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ອ່ານ.—ຄຳເພງ 119:97; 1 ຕີໂມເຕ 4:15

6. ເມື່ອ​ເຮົາ​ຄິດ​ຕຶກຕອງ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ມີ​ສິ່ງ​ທີ່​ພິເສດ​ຫຍັງ​ເກີດ​ຂຶ້ນ?

6 ເມື່ອ​ເຮົາ​ຄິດ​ຕຶກຕອງ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ເປັນ​ປະຈຳ​ຈະ​ມີ​ສິ່ງ​ທີ່​ພິເສດ​ເກີດ​ຂຶ້ນ. ນັ້ນ​ຄື​ເຮົາ​ໄດ້ “ກວດ​ເບິ່ງ​ຈົນ​ແນ່​ໃຈ” ຫຼື​ໝັ້ນ​ໃຈ​ວ່າ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ສົມບູນ​ແບບ. ເຮົາ​ເລີ່ມ​ເຂົ້າ​ໃຈ​ວິທີ​ທີ່​ພະ​ເຢໂຫວາ​ເບິ່ງ​ແຕ່​ລະ​ເລື່ອງ​ແລະ​ໃນ​ທີ່​ສຸດ​ເຮົາ​ກໍ​ເຫັນ​ດີ​ກັບ​ຄວາມ​ຄິດ​ຂອງ​ພະອົງ. ໂດຍ​ວິທີ​ນີ້ ເຮົາ​ໄດ້​ປ່ຽນ​ຄວາມ​ຄິດ​ແລະ​ເລີ່ມ​ຄິດ​ແບບ​ໃໝ່. ແລ້ວ​ເຮົາ​ກໍ​ຈະ​ຄ່ອຍໆເຮັດ​ໃຫ້​ເຮົາ​ເອງ​ຄິດ​ຄື​ກັບ​ພະ​ເຢໂຫວາ.

ຄວາມ​ຄິດ​ຂອງ​ເຮົາ​ສົ່ງ​ຜົນ​ຕໍ່​ການ​ກະທຳ​ຂອງ​ເຮົາ

7, 8. (ກ) ພະ​ເຢໂຫວາ​ຄິດ​ແນວ​ໃດ​ຕໍ່​ວັດຖຸ​ສິ່ງ​ຂອງ? (ເບິ່ງ​ຮູບ​ທຳອິດ) (ຂ) ຖ້າ​ເຮົາ​ຄິດ​ຄື​ພະ​ເຢໂຫວາ​ໃນ​ເລື່ອງ​ວັດຖຸ​ສິ່ງ​ຂອງ ອັນ​ໃດ​ສຳຄັນ​ທີ່​ສຸດ​ສຳລັບ​ເຮົາ​ສະເໝີ?

7 ຄວາມ​ຄິດ​ຂອງ​ເຮົາ​ສົ່ງ​ຜົນ​ຕໍ່​ສິ່ງ​ທີ່​ເຮົາ​ເຮັດ. (ມາລະໂກ 7:21-23; ຢາໂກໂບ 2:17) ເພື່ອ​ຈະ​ເຂົ້າ​ໃຈ​ຈຸດ​ນີ້​ແຈ້ງ​ຂຶ້ນ ຂໍ​ໃຫ້​ພິຈາລະນາ​ບາງ​ຕົວຢ່າງ. ຕົວຢ່າງ​ທຳອິດ​ແມ່ນ​ຕອນ​ທີ່​ພະ​ເຍຊູ​ເກີດ ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ກ່ຽວ​ກັບ​ວັດຖຸ​ສິ່ງ​ຂອງ. ພະ​ເຢໂຫວາ​ເອງ​ໄດ້​ເລືອກ​ໂຢເຊບ​ກັບ​ມາລີ​ໃຫ້​ລ້ຽງ​ລູກ​ຂອງ​ພະອົງ ເຖິງ​ວ່າ​ເຂົາ​ເຈົ້າ​ເປັນ​ຄົນ​ທຸກ​ຍາກ. (ພວກເລວີ 12:8; ລືກາ 2:24) ເມື່ອ​ພະ​ເຍຊູ​ເກີດ ມາລີ​ເອົາ​ພະ​ເຍຊູ “ວາງ​ໄວ້​ໃນ​ຮາງ​ຫຍ້າ ເພາະ​ວ່າ​ບໍ່​ມີ​ບ່ອນ​ສຳລັບ​ເຂົາ​ໃນ​ໂຮງ​ຮັບ​ແຂກ​ນັ້ນ.” (ລືກາ 2:7) ຖ້າ​ພະ​ເຢໂຫວາ​ຢາກ​ໃຫ້​ພະ​ເຍຊູ​ເກີດ​ໃນ​ບ່ອນ​ທີ່​ດີ​ກວ່າ ພະອົງ​ກໍ​ເຮັດ​ໄດ້. ແຕ່​ພະອົງ​ຢາກ​ໃຫ້​ພະ​ເຍຊູ​ເຕີບ​ໃຫຍ່​ໃນ​ຄອບຄົວ​ທີ່​ໃຫ້​ການ​ນະມັດສະການ​ພະອົງ​ມາ​ເປັນ​ອັນ​ດັບ​ທຳອິດ. ນັ້ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ພະ​ເຢໂຫວາ.

8 ເລື່ອງ​ທີ່​ພະ​ເຍຊູ​ເກີດ​ສອນ​ເຮົາ​ໃຫ້​ຮູ້​ວ່າ ພະ​ເຢໂຫວາ​ຄິດ​ແນວ​ໃດ​ຕໍ່​ວັດຖຸ​ສິ່ງ​ຂອງ. ພໍ່​ແມ່​ບາງ​ຄົນ​ຢາກ​ໃຫ້​ລູກ​ມີ​ສິ່ງ​ຂອງ​ທີ່​ດີ​ທີ່​ສຸດ​ເຖິງ​ວ່າ​ຈະ​ກໍ່​ຜົນ​ເສຍຫາຍ​ຕໍ່​ສາຍ​ສຳພັນ​ຂອງ​ລູກ​ກັບ​ພະ​ເຢໂຫວາ. ແຕ່​ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ຖື​ວ່າ​ສາຍ​ສຳພັນ​ກັບ​ພະອົງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ. ເຈົ້າ​ຍອມ​ຮັບ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ນີ້​ບໍ? ການ​ກະທຳ​ຂອງ​ເຈົ້າ​ສະແດງ​ເຖິງ​ຫຍັງ?—ອ່ານ​ເຫບເລີ 13:5

9, 10. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຄິດ​ຄື​ກັບ​ພະ​ເຢໂຫວາ​ໃນ​ເລື່ອງ​ການ​ເຮັດ​ໃຫ້​ຄົນ​ອື່ນ​ສະດຸດ?

9 ອີກ​ຕົວຢ່າງ​ໜຶ່ງ​ແມ່ນ​ວິທີ​ທີ່​ພະ​ເຢໂຫວາ​ເບິ່ງ​ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ສະດຸດ ເຮັດ​ບາບ ຫຼື​ເຊົາ​ຮັບໃຊ້​ພະອົງ. ພະ​ເຍຊູ​ບອກ​ວ່າ: “ຄົນ​ທຸກ​ຄົນ​ທີ່​ຈະ​ກະທຳ​ຄົນ​ຜູ້​ໜຶ່ງ​ແຕ່​ພວກ​ເດັກ​ນ້ອຍ [“ຄົນ​ທີ່​ຕໍ່າ​ຕ້ອຍ,” ລ.ມ.] ທີ່​ເຊື່ອ​ໃນ​ເຮົາ​ໃຫ້​ຕົກ​ໃນ​ບາບ ແມ່ນ​ຈະ​ເອົາ​ຫີນ​ໂມ້​ເຂົ້າ​ແປ້ງ​ມາ​ຜູກ​ຄໍ​ຜູ້​ນັ້ນ​ແລະ​ໄປ​ຖິ້ມ​ເສຍ​ໃນ​ນໍ້າ​ທະເລ​ກໍ​ດີ​ກວ່າ.” (ມາລະໂກ 9:42) ນັ້ນ​ເປັນ​ຄຳ​ເວົ້າ​ທີ່​ແຮງ​ແທ້ໆ! ແລະ​ພະ​ເຍຊູ​ຄິດ​ຄື​ພໍ່​ຂອງ​ເພິ່ນ. ດັ່ງ​ນັ້ນ ເຮົາ​ແນ່​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ພໍ​ໃຈ​ຫຼາຍ​ຖ້າ​ຄົນ​ໜຶ່ງ​ເຮັດ​ໃຫ້​ລູກ​ສິດ​ຂອງ​ພະ​ເຍຊູ​ສະດຸດ.—ໂຢຮັນ 14:9

10 ເຮົາ​ຄິດ​ກັບ​ຄື​ກັບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ໃນ​ເລື່ອງ​ການ​ເຮັດ​ໃຫ້​ຄົນ​ອື່ນ​ສະດຸດ​ບໍ? ການ​ກະທຳ​ຂອງ​ເຮົາ​ສະແດງ​ເຖິງ​ຫຍັງ? ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ມີ​ຄວາມ​ມັກ​ສ່ວນ​ຕົວ​ໃນ​ເລື່ອງ​ການ​ແຕ່ງ​ຕົວ​ແລະ​ເຄື່ອງ​ນຸ່ງ. ແຕ່​ເຮົາ​ຈະ​ເຮັດ​ແນວ​ໃດ ຖ້າ​ການ​ເລືອກ​ຂອງ​ເຮົາ​ເຮັດ​ໃຫ້​ຄົນ​ອື່ນ​ໃນ​ປະຊາຄົມ​ບໍ່​ສະບາຍ​ໃຈ ຫຼື​ກະຕຸ້ນ​ຄວາມ​ຮູ້ສຶກ​ທາງ​ເພດ? ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພີ່​ນ້ອງ​ຈະ​ກະຕຸ້ນ​ເຮົາ​ໃຫ້​ສະລະ​ຄວາມ​ມັກ​ສ່ວນ​ຕົວ​ນັ້ນ​ບໍ?—1 ຕີໂມເຕ 2:9, 10

11, 12. ການ​ຮຽນ​ຮູ້​ທີ່​ຈະ​ກຽດ​ຊັງ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ​ແລະ​ການ​ຝຶກ​ຄວບຄຸມ​ຕົວ​ເອງ​ຊ່ວຍ​ປົກ​ປ້ອງ​ເຮົາ​ແນວ​ໃດ?

11 ຕົວຢ່າງ​ທີ​ສາມ: ພະ​ເຢໂຫວາ​ກຽດ​ຊັງ​ສິ່ງ​ຊົ່ວ. (ເອຊາອີ 61:8) ພະອົງ​ຮູ້​ວ່າ​ບາງ​ຄັ້ງ​ມັນ​ຍາກ​ທີ່​ເຮົາ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເພາະ​ວ່າ​ເຮົາ​ບໍ່​ສົມບູນ​ແບບ. ແຕ່​ພະອົງ​ກໍ​ຍັງ​ຢາກ​ໃຫ້​ເຮົາ​ກຽດ​ຊັງ​ສິ່ງ​ຊົ່ວ​ຄື​ກັບ​ທີ່​ພະອົງ​ກຽດ​ຊັງ. (ອ່ານ​ຄຳເພງ 97:10) ຖ້າ​ເຮົາ​ຄິດ​ຕຶກຕອງ​ເຖິງ​ເຫດຜົນ​ທີ່​ພະ​ເຢໂຫວາ​ກຽດ​ຊັງ​ສິ່ງ​ຊົ່ວ ສິ່ງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຄິດ​ຄື​ກັບ​ພະອົງ ແລະ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ບໍ່​ດີ.

ມີ​ບາງ​ຢ່າງ​ທີ່​ຊົ່ວ​ເຊິ່ງ​ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ກົງໆ

12 ຖ້າ​ເຮົາ​ຮຽນ​ຮູ້​ທີ່​ຈະ​ກຽດ​ຊັງ​ສິ່ງ​ຊົ່ວ ສິ່ງ​ນີ້​ຈະ​ຊ່ວຍ​ເຮົາ​ເຂົ້າ​ໃຈ​ວ່າ​ມີ​ບາງ​ຢ່າງ​ທີ່​ຊົ່ວ​ເຊິ່ງ​ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ກົງໆ. ຕົວຢ່າງ: ມີ​ການ​ກະທຳ​ທີ່​ຜິດ​ສິນລະທຳ​ແບບ​ໜຶ່ງ​ທີ່​ເອີ້ນ​ວ່າ: ການ​ເຕັ້ນ​ເທິງ​ຕັກ ເຊິ່ງ​ກຳລັງ​ແຜ່​ລາມ​ຫຼາຍ​ໃນ​ທຸກ​ມື້​ນີ້. ບາງ​ຄົນ​ບໍ່​ໄດ້​ຮູ້ສຶກ​ວ່າ​ມັນ​ຄື​ກັບ​ການ​ມີ​ເພດ​ສຳພັນ ດັ່ງ​ນັ້ນ ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ມັນ​ກໍ​ບໍ່​ໄດ້​ຜິດ​ຫຍັງ. * (ເບິ່ງ​ໄຂ​ເງື່ອນ) ແຕ່​ພະ​ເຢໂຫວາ​ຮູ້ສຶກ​ແບບ​ນັ້ນ​ແທ້ໆບໍ? ຂໍ​ໃຫ້​ຈື່​ໄວ້​ວ່າ​ພະອົງ​ກຽດ​ຊັງ​ຄວາມ​ຊົ່ວ​ທຸກ​ຮູບ​ແບບ. ສະນັ້ນ ຂໍ​ໃຫ້​ເຮົາ​ຢູ່​ຫ່າງໆຈາກ​ສິ່ງ​ຊົ່ວ​ທຸກ​ຢ່າງ​ໂດຍ​ຝຶກ​ຄວບຄຸມ​ຕົວ​ເອງ ແລະ​ກຽດ​ຊັງ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ.—ໂລມ 12:9

ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເຈົ້າ​ຈະ​ເຮັດ​ໃນ​ອະນາຄົດ

13. ເປັນ​ຫຍັງ​ເຮົາ​ຄວນ​ຄິດ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ເບິ່ງ​ເລື່ອງ​ຕ່າງໆໃນ​ຕອນ​ນີ້​ເພື່ອ​ຈະ​ຕັດສິນ​ໃຈ​ຢ່າງ​ຮອບຄອບ​ໃນ​ອະນາຄົດ?

13 ເມື່ອ​ເຮົາ​ສຶກສາ​ຄຳພີ​ໄບເບິນ ເຮົາ​ຄວນ​ຄິດ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ເບິ່ງ​ເລື່ອງ​ຕ່າງໆເພາະ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ຢ່າງ​ຮອບຄອບ. ດັ່ງ​ນັ້ນ ຖ້າ​ເຮົາ​ປະເຊີນ​ກັບ​ເຫດການ​ທີ່​ຕ້ອງ​ຕັດສິນ​ໃຈ​ຢ່າງ​ກະທັນຫັນ ເຮົາ​ກໍ​ຈະ​ບໍ່​ຕື່ນ​ຕົກໃຈ. (ສຸພາສິດ 22:3) ໃຫ້​ເຮົາ​ມາ​ພິຈາລະນາ​ບາງ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ.

14. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ວິທີ​ທີ່​ໂຢເຊບ​ຕອບ​ເມຍ​ຂອງ​ໂປຕີຟາ?

14 ເມື່ອ​ເມຍ​ຂອງ​ໂປຕີຟາ​ພະຍາຍາມ​ຍົວະ​ເຍົ້າ​ໂຢເຊບ ລາວ​ກໍ​ປະຕິເສດ​ທັນທີ. ເຫັນ​ໄດ້​ແຈ້ງ​ວ່າ ໂຢເຊບ​ໄດ້​ຄິດ​ຕຶກຕອງ​ມາ​ແລ້ວ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ກ່ຽວ​ກັບ​ຊີວິດ​ແຕ່ງ​ດອງ. (ອ່ານ​ຕົ້ນເດີມ 39:8, 9) ໂຢເຊບ​ບອກ​ເມຍ​ຂອງ​ໂປຕີຟາ​ວ່າ: “ຜູ້​ຂ້າ​ຈະ​ກະທຳ​ບາບ​ໃຫຍ່​ດັ່ງ​ນີ້ ແລະ​ທຳ​ຜິດ​ພະເຈົ້າ​ໄດ້​ຫຼື?” ຄຳ​ເວົ້າ​ນີ້​ສະແດງ​ວ່າ​ລາວ​ຄິດ​ຄື​ກັບ​ພະເຈົ້າ. ເຮົາ​ເດ? ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ຄົນ​ທີ່​ຢູ່​ບ່ອນ​ເຮັດ​ວຽກ​ມາ​ຈີບ​ເຮົາ? ຫຼື​ມີ​ຄົນ​ໜຶ່ງ​ສົ່ງ​ຂໍ້​ມູນ​ຫຼື​ຮູບ​ກ່ຽວ​ກັບ​ເລື່ອງ​ເພດ​ທາງ​ໂທລະສັບ​ໃຫ້​ເຮົາ? * (ເບິ່ງ​ໄຂ​ເງື່ອນ) ຖ້າ​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວກັບ​ຄວາມຄິດ​ຂອງ​ພະ​ເຢໂຫວາ​ແລະ​ຍອມ​ຮັບ​ຄວາມ​ຄິດ​ຂອງ​ພະ​ອົງ​ໃນ​ເລື່ອງ​ຕ່າງໆ​ເຫຼົ່າ​ນີ້​ແລະ​ຕັດສິນ​ໃຈ​ໄວ້​ແລ້ວ​ວ່າ​ຈະ​ເຮັດ​ແນວ​ໃດ ມັນ​ກໍ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ສັດ​ຊື່​ຕໍ່​ພະ​ເຢໂຫວາ.

15. ເຮົາ​ຈະ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ສະເໝີ​ຄື​ກັບ​ຊາຍ​ເຫບເລີ​ສາມ​ຄົນ​ນັ້ນ​ໄດ້​ແນວ​ໃດ?

15 ໃຫ້​ພິຈາລະນາ​ຕົວຢ່າງ​ຂອງ​ຊາຍ​ເຫບເລີ​ສາມ​ຄົນ​ຊື່​ຊາດຣາກ ເມຊາກ ແລະ​ອາເບດເນໂຄ. ເມື່ອ​ກະສັດ​ເນບຶກາດເນດຊາຣ​ສັ່ງ​ໃຫ້​ເຂົາ​ເຈົ້າ​ນະມັດສະການ​ຮູບ​ປັ້ນ​ທອງຄຳ​ທີ່​ລາວ​ສ້າງ​ຂຶ້ນ​ມາ ເຂົາ​ເຈົ້າ​ໄດ້​ປະຕິເສດ​ຢ່າງ​ໜັກແໜ້ນ. ຄຳຕອບ​ທີ່​ຈະ​ແຈ້ງ​ຂອງ​ເຂົາ​ເຈົ້າ​ຕໍ່​ກະສັດ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ຄິດ​ໄວ້​ແລ້ວ​ວ່າ​ຜົນ​ຈະ​ເປັນ​ແນວ​ໃດ​ຖ້າ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ສະເໝີ. (ອົບພະຍົບ 20:4, 5; ດານຽນ 3:4-6, 12, 16-18) ແລ້ວ​ໃນ​ປັດຈຸບັນ​ນີ້​ເດ? ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຫົວ​ໜ້າ​ຂໍ​ໃຫ້​ເຈົ້າ​​ບໍລິຈາກ​ເງິນ​ສຳລັບ​ງານ​ລ້ຽງສະຫຼອງ​ທີ່​ກ່ຽວ​ຂ້ອງ​ກັບ​ສາສະໜາ​ປອມ? ແທນ​ທີ່​ເຈົ້າ​ຈະ​ຖ້າ​ຈົນ​ເຫດການ​ແບບ​ນັ້ນ​ເກີດ​ຂຶ້ນ ເຮົາ​ຄວນ​ຈະ​ຄິດ​ຕຶກຕອງ​ຕັ້ງ​ແຕ່​ຕອນ​ນີ້​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ກັບ​ເລື່ອງ​ນີ້. ດັ່ງ​ນັ້ນ ຖ້າ​ເຫດການ​ແບບ​ນີ້​ເກີດ​ຂຶ້ນ​ກັບ​ເຮົາ ກໍ​ຈະ​ເປັນ​ເລື່ອງ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ເວົ້າ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຄື​ກັບ​ຊາຍ​ເຫບເລີ​ສາມ​ຄົນ​ນັ້ນ​ໄດ້​ເຮັດ.

ເຈົ້າ​ໄດ້​ຄົ້ນ​ຄວ້າ ຂຽນ​ເອກະສານ​ທາງ​ການ​ແພດ​ທີ່​ມີ​ຜົນ​ດ້ານ​ກົດ​ໝາຍ ແລະ​ລົມ​ກັບ​ທ່ານ​ໝໍ​ແລ້ວ​ບໍ? (ເບິ່ງ​ຂໍ້ 16)

16. ການ​ເຂົ້າ​ໃຈ​ວິທີ​ທີ່​ພະ​ເຢໂຫວາ​ຄິດ​ຢ່າງ​ຈະ​ແຈ້ງ​ຈະ​ຊ່ວຍ​ເຮົາ​ໃຫ້​ກຽມ​ພ້ອມ​ສຳລັບ​ກໍລະນີ​ສຸກເສີນ​ທາງ​ການ​ແພດ​ແນວ​ໃດ?

16 ການ​ຄິດ​ຕຶກຕອງ​ກ່ຽວກັບ​ວິທີ​ທີ່​ພະ​ເຢໂຫວາ​ຄິດ​ຈະ​ຊ່ວຍ​ເຮົາ​ໃຫ້​ສັດ​ຊື່​ສະເໝີ​ແມ່ນ​ແຕ່​ໃນ​ກໍລະນີ​ສຸກເສີນ​ທາງ​ການ​ແພດ. ແນ່ນອນ ເຮົາ​ຕັ້ງ​ໃຈ​ແລ້ວ​ທີ່​ຈະ​ບໍ່​ຮັບ​ການ​ໃສ່​ເລືອດ​ຫຼື​ສ່ວນ​ປະກອບ​ຫຼັກ 4 ຢ່າງ​ຂອງ​ເລືອດ. (ກິດຈະການ 15:28, 29) ແຕ່​ມີ​ບາງ​ວິທີ​ການ​ທາງ​ດ້ານ​ການ​ແພດ​ທີ່​ກ່ຽວ​ຂ້ອງ​ກັບ​ເລືອດ​ເຊິ່ງ​ຄິດ​ສະ​ຕຽນ​ແຕ່​ລະ​ຄົນ​ຕ້ອງ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ​ໂດຍ​ອີງ​ໃສ່​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ເມື່ອ​ໃດ​ຈະ​ດີ​ທີ່​ສຸດ​ທີ່​ຈະ​ຕັດສິນ​ໃຈ​ໃນ​ເລື່ອງ​ນີ້? ເມື່ອ​ເຮົາ​ຢູ່​ໂຮງ​ໝໍ​ບໍ ເຊັ່ນ: ຕອນ​ທີ່​ເຈັບ​ໜັກ​ແລະ​ຖືກ​ກົດ​ດັນ​ໃຫ້​ຕັດສິນ​ໃຈ​ໄວໆ? ບໍ່​ແມ່ນ. ແຕ່​ເວລາ​ທີ່​ເໝາະ​ສົມ​ຄື​ຕອນ​ນີ້​ທີ່​ເຮົາ​ຈະ​ຕ້ອງ​ຄົ້ນ​ຄວ້າ​ແລະ​ຂຽນ​ເອກະສານ​ທາງ​ການ​ແພດ​ທີ່​ມີ​ຜົນ​ດ້ານ​ກົດ​ໝາຍ​ເຊິ່ງ​ອະທິບາຍ​ຈະ​ແຈ້ງ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ຕ້ອງການ ແລະ​ທັງ​ລົມ​ກັບ​ທ່ານ​ໝໍ. * (ເບິ່ງ​ໄຂ​ເງື່ອນ)

17-19. ເປັນ​ຫຍັງ​ການ​ຮຽນ​ຮູ້​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ຕ່າງໆຕັ້ງ​ແຕ່​ຕອນ​ນີ້​ຈຶ່ງ​ສຳຄັນ? ໃຫ້​ຍົກ​ຕົວຢ່າງ.

17 ສຸດ​ທ້າຍ​ແມ່ນ​ຕົວຢ່າງ​ຂອງ​ພະ​ເຍຊູ. ຂໍ​ໃຫ້​ຄິດ​ເຖິງ​ຕອນ​ທີ່​ເປໂຕ​ແນະນຳ​ເພິ່ນ​ຢ່າງ​ບໍ່​ສະຫຼາດ​ວ່າ: “ອາຈານ ອີ່ຕົນ​ຕົວ​ເອງ​ແດ່” ພະ​ເຍຊູ​ໄດ້​ຕອບ​ເປໂຕ​ທັນທີ. ນີ້​ສະແດງ​ວ່າ​ພະ​ເຍຊູ​ໄດ້​ຄິດ​ຕຶກຕອງ​ຫຼາຍ​ກ່ຽວ​ກັບ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ໃຫ້​ເພິ່ນ​ເຮັດ ເລື່ອງ​ຄຳ​ພະຍາກອນ​ຕ່າງໆກ່ຽວ​ກັບ​ຊີວິດ ແລະ​ການ​ຕາຍ​ຂອງ​ເພິ່ນ. ຄວາມ​ຮູ້​ນີ້​ເຮັດ​ໃຫ້​ເພິ່ນ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ສະເໝີ​ແລະ​ເຮັດ​ໃຫ້​ເພິ່ນ​ສະລະ​ຊີວິດ​ເພື່ອ​ເຮົາ​ທຸກ​ຄົນ.—ອ່ານ​ມັດທາຍ 16:21-23 *

18 ທຸກ​ມື້​ນີ້​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເປັນ​ໝູ່​ກັບ​ພະອົງ​ແລະ​ປະກາດ​ຂ່າວ​ດີ​ຢ່າງ​ສຸດ​ຄວາມ​ສາມາດ. (ມັດທາຍ 6:33; 28:19, 20; ຢາໂກໂບ 4:8) ແຕ່​ບາງ​ຄົນ​ທີ່​ຫວັງ​ດີ​ອາດ​ພະຍາຍາມ​ໃຫ້​ເຮົາ​ເຊົາ​ເຮັດ​ວຽກ​ນີ້​ຄື​ກັບ​ທີ່​ເປໂຕ​ໄດ້​ເຮັດ​ກັບ​ພະ​ເຍຊູ. ຕົວຢ່າງ: ຫົວ​ໜ້າ​ອາດ​ຈະ​ສະເໜີ​ຂຶ້ນ​ເງິນ​ເດືອນ​ໃຫ້​ຫຼາຍໆ ແຕ່​ເຈົ້າ​ຮູ້​ວ່າ​ຕ້ອງ​ໃຊ້​ເວລາ​ເຮັດ​ວຽກ​ຫຼາຍ​ຂຶ້ນ​ແລະ​ເຮັດ​ໃຫ້​ບໍ່​ຄ່ອຍ​ມີ​ເວລາ​ເຂົ້າ​ຮ່ວມ​ປະຊຸມ​ແລະ​ໄປ​ປະກາດ. ຫຼື​ສົມມຸດ​ວ່າ​ອາຈານ​ຢູ່​ໂຮງ​ຮຽນ​ສະເໜີ​ໂອກາດ​ໃຫ້​ເຈົ້າ​ໄປ​ຮຽນ​ຕໍ່​ຢູ່​ບ່ອນ​ທີ່​ຫ່າງ​ໄກ​ຈາກ​ບ້ານ. ຖ້າ​ເກີດ​ເຫດການ​ແບບ​ນີ້ ເຈົ້າ​ຈະ​ອະທິດຖານ ຄົ້ນ​ຄວ້າ​ແລະ​ລົມ​ກັບ​ຄອບຄົວ​ຫຼື​ຜູ້​ເຖົ້າ​ແກ່​ກ່ອນ​ຈະ​ຕັດສິນ​ໃຈ​ບໍ? ເປັນ​ເລື່ອງ​ທີ່​ດີ​ກວ່າ​ທີ່​ຕອນ​ນີ້​ເຮົາ​ຈະ​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ໃນ​ເລື່ອງ​ເຫຼົ່າ​ນີ້​ແລະ​ເຮັດ​ໃຫ້​ເຮົາ​ເອງ​ຄິດ​ຄື​ກັບ​ພະອົງ. ຖ້າ​ພະຍາຍາມ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ຈະ​ເຫັນ​ວ່າ​ສິ່ງ​ຕ່າງໆເຫຼົ່າ​ນັ້ນ​ບໍ່​ໄດ້​ໜ້າ​ດຶງ​ດູດ​ໃຈ ແຕ່​ເຈົ້າ​ຮູ້​ວ່າ​ເຈົ້າ​ຄວນ​ເຮັດ​ຫຍັງ​ຍ້ອນ​ໄດ້​ຕັດສິນ​ໃຈ​ໄປ​ແລ້ວ​ວ່າ​ຈະ​ຈົດຈໍ່​ຢູ່​ທີ່​ການ​ຮັບໃຊ້​ພະ​ເຢໂຫວາ.

19 ເຈົ້າ​ອາດ​ຄິດ​ເຖິງ​ສະຖານະການ​ອື່ນໆ​ເຊິ່ງ​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ​ທີ່​ອາດ​ທົດ​ສອບ​ຄວາມ​ສັດ​ຊື່​ຂອງ​ເຈົ້າ​ທີ່​ມີ​ຕໍ່​ພະ​ເຢໂຫວາ. ແນ່ນອນ​ວ່າ ເຮົາ​ບໍ່​ສາມາດ​ທີ່​ຈະ​ກຽມ​ພ້ອມ​ສຳລັບ​ທຸກ​ສະຖານະການ​ໄດ້. ແຕ່​ຖ້າ​ເຮົາ​ຄິດ​ຕຶກຕອງ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ໃນ​ລະຫວ່າງ​ທີ່​ເຮົາ​ສຶກສາ​ສ່ວນ​ຕົວ ເຮົາ​ກໍ​ອາດ​ຈະ​ຈື່​ສິ່ງ​ທີ່​ເຮົາ​ຮຽນ​ຮູ້​ແລະ​ຮູ້​ນຳ​ໃຊ້​ສິ່ງ​ເຫຼົ່າ​ນັ້ນ​ໃນ​ທຸກ​ສະຖານະການ. ດັ່ງ​ນັ້ນ ເມື່ອ​ເຮົາ​ສຶກສາ​ສ່ວນ​ຕົວ ໃຫ້​ເຮົາ​ເບິ່ງ​ວິທີ​ທີ່​ພະ​ເຢໂຫວາ​ຄິດ​ໃນ​ເລື່ອງ​ຕ່າງໆ ໃຫ້​ເຮົາ​ຄິດ​ຄື​ກັບ​ພະອົງ​ແລະ​ໃຫ້​ຄິດ​ວ່າ​ສິ່ງ​ນີ້​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຕັດສິນ​ໃຈ​ຢ່າງ​ຮອບຄອບ​ທັງ​ໃນ​ຕອນ​ນີ້​ແລະ​ໃນ​ອະນາຄົດ.

ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ແລະ​ອະນາຄົດ​ຂອງ​ເຈົ້າ

20, 21. (ກ) ເປັນ​ຫຍັງ​ໃນ​ໂລກ​ໃໝ່​ເຮົາ​ຈະ​ມີ​ຄວາມ​ຍິນດີ​ກັບ​ອິດ​ສະຫຼະ​ຂອງ​ເຮົາ? (ຂ) ເຮົາ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ​ໃນ​ຕອນ​ນີ້?

20 ເຮົາ​ທຸກ​ຄົນ​ຕັ້ງ​ໃຈ​ລໍ​ຖ້າ​ໃຫ້​ໂລກ​ໃໝ່​ມາ. ພວກ​ເຮົາ​ຫຼາຍ​ຄົນ​ຫວັງ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ສວນ​ອຸທິຍານ​ເທິງ​ໂລກ. ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ ເຮົາ​ຈະ​ເປັນ​ອິດ​ສະຫຼະ​ຈາກ​ຄວາມ​ເຈັບ​ປ່ວຍ​ແລະ​ຄວາມ​ທຸກ​ທໍລະມານ​ທຸກ​ຢ່າງ​ທີ່​ເຮົາ​ປະສົບ​ໃນ​ໂລກ​ນີ້. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມີ​ອິດ​ສະຫຼະ​ເລືອກ​ຕາມ​ສິ່ງ​ທີ່​ເຮົາ​ມັກ​ແລະ​ຢາກ​ເຮັດ.

21 ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຈະ​ມີ​ອິດ​ສະຫຼະ​ແບບ​ບໍ່​ຈຳກັດ. ຄົນ​ທີ່​ຖ່ອມ​ຕົວ​ຈະ​ຍັງ​ຕັດສິນ​ໃຈ​ໂດຍ​ອີງ​ໃສ່​ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ແລະ​ຄວາມ​ຄິດ​ຂອງ​ພະອົງ. ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ແລະ​ຄວາມ​ສະຫງົບ​ສຸກ​ຢ່າງ​ບໍ່​ມີ​ວັນ​ສິ້ນ​ສຸດ. (ຄຳເພງ 37:11) ຈົນ​ກວ່າ​ຈະ​ເຖິງ​ມື້​ນັ້ນ ເຮົາ​ກໍ​ສາມາດ​ມີ​ຄວາມ​ສຸກ​ໄດ້​ໃນ​ຕອນ​ນີ້​ເພາະ​ເຮົາ​ເຮັດ​ໃຫ້​ຕົວ​ເອງ​ມີ​ຄວາມ​ຄິດ​ຄື​ກັບ​ພະ​ເຢໂຫວາ.

^ ຂໍ້ 4 ໂລມ 12:2 (ລ.ມ.): “ເຊົາ​ຮຽນ​ແບບ​ຄົນ​ໃນ​ໂລກ​ນີ້ ແຕ່​ໃຫ້​ປ່ຽນ​ແປງ​ຕົວເອງ​ໂດຍ​ປ່ຽນ​ຄວາມ​ຄິດ​ຂອງ​ເຈົ້າ​ໃໝ່ ເພື່ອ​ເຈົ້າ​ຈະ​ໄດ້​ກວດ​ເບິ່ງ​ໃຫ້​ແນ່​ໃຈ​ວ່າ​ອັນ​ໃດ​ຄື​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດ​ເຊິ່ງ​ເປັນ​ສິ່ງ​ທີ່ດີ ສົມບູນ ແລະ​ເຮັດ​ໃຫ້​ພະອົງ​ພໍ​ໃຈ.”

^ ຂໍ້ 12 ການ​ເຕັ້ນ​ເທິງ​ຕັກ (Lap dancing) ເປັນ​ການ​ກະທຳ​ທີ່​ຜູ້​ເຕັ້ນ​ເຊິ່ງ​ເກືອບ​ເປືອຍ​ຕົວ​ນັ່ງ​ເທິງ​ຕັກ​ຂອງ​ລູກ​ຄ້າ ແລ້ວ​ເຕັ້ນ​ຍົວະ​ເຍົ້າ​ເພື່ອ​ກະຕຸ້ນ​ໃຫ້​ເກີດ​ຄວາມ​ຕ້ອງການ​ທາງ​ເພດ. ເລື່ອງ​ນີ້​ອາດ​ຈະ​ຖື​ວ່າ​ເປັນ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກໍ​ໄດ້ ແຕ່​ຂຶ້ນ​ກັບ​ສະພາບການ​ຕົວ​ຈິງ ແລະ​ຖ້າ​ມີ​ຫຼັກ​ຖານ​ວ່າ​ເຮັດ​ຜິດ​ແທ້ ຄະນະ​ຜູ້​ເຖົ້າ​ແກ່​ຕ້ອງ​ຕັ້ງ​ຄະນະ​ກຳມະການ​ຕັດສິນ​ຄວາມ. ຄລິດສະຕຽນ​ທີ່​ເຄີຍ​ກ່ຽວ​ຂ້ອງ​ກັບ​ການ​ກະທຳ​ແບບ​ນີ້​ຄວນ​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່.—ຢາໂກໂບ 5:14, 15

^ ຂໍ້ 14 ການ​ໃຊ້​ໂທລະສັບ​ມື​ຖື​ເພື່ອ​ສົ່ງ​ຂໍ້​ມູນ ຮູບ ຫຼື​ວິດີໂອ​ກ່ຽວ​ກັບ​ເລື່ອງ​ເພດ​ແມ່ນ​ເອີ້ນ​ກັນ​ວ່າ: ເຊັກຕິງ (sexting). ແລ້ວ​ແຕ່​ສະພາບການ​ຕົວ​ຈິງ​ຂອງ​ເຫດການ ຄະນະ​ຜູ້​ເຖົ້າ​ແກ່​ອາດ​ຈະ​ຕ້ອງ​ຕັ້ງ​ຄະນະ​ກຳມະການ​ຕັດສິນ​ຄວາມ. ໃນ​ບາງ​ກໍລະນີ ຕຳຫຼວດ​ເຄີຍ​ດຳເນີນ​ຄະດີ​ທາງ​ກົດ​ໝາຍ​ກັບ​ຄົນ​ທີ່​ກ່ຽວ​ຂ້ອງ​ກັບ​ເຊັກຕິງ​ໃນ​ຂໍ້​ຫາ​ວ່າ​ເປັນ​ຜູ້​ລ່ວງ​ລະເມີດ​ທາງ​ເພດ​ເຖິງ​ວ່າ​ຜູ້​ກ່ຽວ​ຍັງ​ເປັນ​ໄວລຸ້ນ. ຂໍ້​ມູນ​ເພີ່ມ​ເຕີມ​ເບິ່ງ​ເວັບໄຊ jw.org ແລະ​ອ່ານ​ບົດ​ຄວາມ​ທີ່​ຊື່​ວ່າ: “ໜຸ່ມ​ສາວ​ຖາມ​ວ່າ—ຂ້ອຍ​ຄວນ​ຮູ້​ຫຍັງ​ກ່ຽວ​ກັບ ‘ເຊັກຕິງ’?” (ເບິ່ງ​ຫົວ​ຂໍ້ ຄຳ​ສອນ​ຂອງ​ຄຳພີ​ໄບເບິນ > ໄວລຸ້ນ) ຫຼື​ເບິ່ງ​ບົດ​ຄວາມ “ຊ່ວຍ​ລູກ​ໄວລຸ້ນ​ໃຫ້​ຮູ້​ເທົ່າ​ທັນ​ພິດ​ໄພ​ຂອງ​ເຊັກຕິງ” ໃນ​ຕື່ນ​ເຖີດ! ພະຈິກ 2013 ໜ້າ 4-5 (ບໍ່​ມີ​ໃນ​ພາສາ​ລາວ).

^ ຂໍ້ 16 ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ທີ່​ຈະ​ຊ່ວຍ​ເຈົ້າ​ໄດ້ ຕົວຢ່າງ: ປຶ້ມ “ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ” ໜ້າ 215-217.

^ ຂໍ້ 17 ມັດທາຍ 16:22 (ລ.ມ.): “ອາຈານ ອີ່ຕົນ​ຕົວ​ເອງ​ແດ່ ອາຈານ​ຈະ​ບໍ່​ປະສົບ​ເລື່ອງ​ຮ້າຍໆແບບ​ນັ້ນ​ດອກ.”