ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຜ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ເຈົ້າ?

ໃຜ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ເຈົ້າ?

“ເຊົາ​ຮຽນ​ແບບ​ຄົນ​ໃນ​ໂລກ​ນີ້.”ໂລມ 12:2, ລ.ມ.

ເພງ: 88, 45

1, 2. (ກ) ພະ​ເຍຊູ​ຕອບ​ແນວ​ໃດ​ຕອນ​ທີ່​ເປໂຕ​ບອກ​ໃຫ້​ເພິ່ນ​ອີ່ຕົນ​ຕົວ​ເອງ? (ເບິ່ງ​ຮູບ​ທຳອິດ) (ຂ) ເປັນ​ຫຍັງ​ພະ​ເຍຊູ​ຕອບ​ແບບ​ນັ້ນ?

ລູກ​ສິດ​ຂອງ​ພະ​ເຍຊູ​ຮູ້ສຶກ​ແປກ​ໃຈ! ເຂົາ​ເຈົ້າ​ຄິດ​ວ່າ​ພະ​ເຍຊູ​ຈະ​ກອບ​ກູ້​ເອກະລາດ​ຂອງ​ອິດສະລາແອນ ແຕ່​ພະ​ເຍຊູ​ພັດ​ບອກ​ວ່າ​ໃນ​ອີກ​ບໍ່​ດົນ​ເພິ່ນ​ຈະ​ປະສົບ​ກັບ​ຄວາມ​ທຸກ​ທໍລະມານ​ແລະ​ຕາຍ. ອັກຄະສາວົກ​ເປໂຕ​ບອກ​ວ່າ “ອາຈານ ອີ່ຕົນ​ຕົວ​ເອງ​ແດ່ ອາຈານ​ຈະ​ບໍ່​ປະສົບ​ເລື່ອງ​ຮ້າຍໆແບບ​ນັ້ນ​ດອກ.” ພະ​ເຍຊູ​ພັດ​ຕອບ​ວ່າ: “ຢຸດ​ໄດ້​ແລ້ວ​ຊາຕານ! ເຈົ້າ​ກຳລັງ​ຂັດ​ຂວາງ​ຂ້ອຍ ທີ່​ເຈົ້າ​ຄິດ​ຢູ່​ນີ້​ບໍ່​ແມ່ນ​ຄວາມ​ຄິດ​ຂອງ​ພະເຈົ້າ ແຕ່​ເປັນ​ຄວາມ​ຄິດ​ຂອງ​ມະນຸດ.”—ມັດທາຍ 16:21-23, ລ.ມ.; ກິດຈະການ 1:6

2 ການ​ທີ່​ພະ​ເຍຊູ​ເວົ້າ​ແບບ​ນີ້​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ກັບ​ຄວາມ​ຄິດ​ຂອງ​ໂລກ​ທີ່​ຊາຕານ​ປົກຄອງ​ແຕກຕ່າງ​ກັນ. (1 ໂຢຮັນ 5:19) ເປໂຕ​ພະຍາຍາມ​ໃຫ້​ພະ​ເຍຊູ​ມີ​ຄວາມ​ຄິດ​ທີ່​ເຫັນ​ແກ່​ຕົວ​ຄື​ກັບ​ຫຼາຍ​ຄົນ​ໃນ​ໂລກ​ນີ້. ແຕ່​ພະ​ເຍຊູ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເພິ່ນ​ກຽມ​ພ້ອມ​ທີ່​ຈະ​ປະສົບ​ກັບ​ຄວາມ​ທຸກ​ທໍລະມານ​ແລະ​ຕາຍ​ໃນ​ອີກ​ບໍ່​ດົນ. ຄຳຕອບ​ຈະ​ແຈ້ງ​ຂອງ​ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັບ​ເອົາ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ແລະ​ປະຕິເສດ​ຄວາມ​ຄິດ​ຂອງ​ຄົນ​ໃນ​ໂລກ​ນີ້.

3. ເປັນ​ຫຍັງ​ຈຶ່ງ​ບໍ່​ງ່າຍ​ທີ່​ເຮົາ​ຈະ​ຄິດ​ແບບ​ພະ​ເຢໂຫວາ​ແລະ​ບໍ່​ຄິດ​ແບບ​ຜູ້​ຄົນ​ໃນ​ໂລກ?

3 ແລ້ວ​ເຮົາ​ເດ ເຮົາ​ຄິດ​ແບບ​ພະ​ເຢໂຫວາ​ຫຼື​ຄິດ​ແບບ​ຜູ້​ຄົນ​ໃນ​ໂລກ? ຍ້ອນ​ເຮົາ​ເປັນ​ຄລິດສະຕຽນ ເຮົາ​ຈຶ່ງ​​ພະຍາຍາມ​ຫຼາຍ​ແທ້ໆທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ພະເຢໂຫວາ​ພໍ​ໃຈ. ແຕ່​ວິທີ​ຄິດ​ຂອງ​ເຮົາ​ເດ? ເຮົາ​ພະຍາຍາມ​ທີ່​ຈະ​ຄິດ​ຄື​ກັບ​ພະ​ເຢໂຫວາ ຫຼື​ເບິ່ງ​ເລື່ອງ​ຕ່າງໆຄື​ກັບ​ພະອົງ​ເບິ່ງ​ບໍ? ການ​ເຮັດ​ແບບ​ນີ້​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຫຼາຍ. ກົງ​ກັນ​ຂ້າມ ການ​ຄິດ​ຄື​ກັບ​ຜູ້​ຄົນ​ທົ່ວໄປ​ໃນ​ໂລກ​ເປັນ​ເລື່ອງ​ງ່າຍ​ຫຼາຍ. ນີ້​ອາດ​ເປັນ​ຍ້ອນ​ນໍ້າໃຈ​ຂອງ​ໂລກ​ມີ​ຢູ່​ອ້ອມ​ຕົວ​ເຮົາ. (ເອເຟດ 2:2) ນອກ​ຈາກ​ນັ້ນ ຜູ້​ຄົນ​ທົ່ວໄປ​ໃນ​ໂລກ​ມັກ​ຄິດ​ເຖິງ​ແຕ່​ຕົວ​ເອງ​ກ່ອນ ເຊິ່ງ​ເຮົາ​ອາດ​ຖືກ​ລໍ້​ໃຈ​ໃຫ້​ຄິດ​ຄື​ກັບ​ເຂົາ​ເຈົ້າ. ຍ້ອນ​ແນວ​ນັ້ນ ມັນ​ຈຶ່ງ​ບໍ່​ງ່າຍ​ທີ່​ເຮົາ​ຈະ​ຄິດ​ແບບ​ພະ​ເຢໂຫວາ ແຕ່​ພັດ​ງ່າຍ​ທີ່​ຈະ​ຄິດ​ແບບ​ຜູ້​ຄົນ​ທົ່ວໄປ​ໃນ​ໂລກ.

4. (ກ) ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ເຮົາ​ໃຫ້​ໂລກ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ເຮົາ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ຖ້າ​ເຮົາ​ໃຫ້​ໂລກ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ເຮົາ ເຮົາ​ກໍ​ຈະ​ເປັນ​ຄື​ກັບ​ຄົນ​ທີ່​ເຫັນ​ແກ່​ຕົວ​ແລະ​ຕ້ອງການ​ຕັດສິນ​ໃຈ​ເອງ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. (ມາລະໂກ 7:21, 22) ດັ່ງ​ນັ້ນ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ມີ “ຄວາມ​ຄິດ​ຂອງ​ພະເຈົ້າ” ບໍ່​ແມ່ນ “ຄວາມ​ຄິດ​ຂອງ​ມະນຸດ.” ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້. ເຮົາ​ຈະ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ການ​ເບິ່ງ​ເລື່ອງ​ຕ່າງໆຄື​ກັບ​ພະ​ເຢໂຫວາ​ເບິ່ງ​ບໍ່​ໄດ້​ຈຳກັດ​ອິດ​ສະຫຼະ​ຫຼາຍ​ເກີນ​ໄປ ແຕ່​ເປັນ​ປະໂຫຍດ. ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ຫຼີກ​ລ່ຽງ​ອິດທິພົນ​ຈາກ​ຄວາມ​ຄິດ​ແບບ​ໂລກ​ນີ້​ໄດ້​ແນວ​ໃດ. ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ຮຽນ​ຮູ້​ວ່າ​ເຮົາ​ຈະ​ຮູ້​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ກ່ຽວ​ກັບ​ເລື່ອງ​ຕ່າງໆໄດ້​ແນວ​ໃດ​ແລະ​ຈະ​ຄິດ​ຄື​ກັບ​ພະອົງ​ໄດ້​ແນວ​ໃດ.

ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ເປັນ​ປະໂຫຍດ​ຕໍ່​ເຮົາ

5. ເປັນ​ຫຍັງ​ບາງ​ຄົນ​ບໍ່​ຢາກ​ໃຫ້​ໃຜ​ກໍ​ຕາມ​ມາ​ມີ​ອິດທິພົນ​ຕໍ່​ເຂົາ​ເຈົ້າ?

5 ບາງ​ຄົນ​ບໍ່​ຢາກ​ໃຫ້​ໃຜ​ກໍ​ຕາມ​ມາ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ບອກ​ວ່າ: “ຂ້ອຍ​ຄິດ​ເອງ​ໄດ້” ເຊິ່ງ​ອາດ​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ຕ້ອງການ​ຕັດສິນ​ໃຈ​ເອົາ​ເອງ​ແລະ​ຄິດ​ວ່າ​ຕົວ​ເອງ​ມີ​ສິດ​ທີ່​ຈະ​ເຮັດ​ແບບ​ນັ້ນ. ເຂົາ​ເຈົ້າ​ບໍ່​ຢາກ​ໃຫ້​ຄົນ​ອື່ນ​ມາ​ຄວບຄຸມ​ຫຼື​ມາ​ບັງຄັບ​ໃຫ້​ເຮັດ​ຄື​ກັບ​ຄົນ​ອື່ນ. * (ເບິ່ງ​ໄຂ​ເງື່ອນ)

6. (ກ) ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ອິດ​ສະຫຼະ​ແບບ​ໃດ? (ຂ) ເຮົາ​ມີ​ອິດ​ສະຫຼະ​ທີ່​ບໍ່​ມີ​ຂີດ​ຈຳກັດ​ບໍ?

6 ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ຖ້າ​ເຮົາ​ຍອມ​ຮັບ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຍັງ​ມີ​ຄວາມ​ຄິດ​ເປັນ​ຂອງ​ຕົວ​ເອງ​ໄດ້. ໃນ 2 ໂກລິນໂທ 3:17 (ລ.ມ.) ບອກ​ວ່າ: “ຄົນ​ທີ່​ໄດ້​ຮັບ​ພະລັງ​ຂອງ​ພະ​ເຢໂຫວາ​ກໍ​ມີ​ອິດ​ສະຫຼະ.” ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ອິດ​ສະຫຼະ​ທີ່​ຈະ​ເລືອກ​ວ່າ​ຢາກ​ເປັນ​ຄົນ​ແບບ​ໃດ. ເຮົາ​ຍັງ​ມີ​ຄວາມ​ມັກ​ສ່ວນ​ຕົວ​ແລະ​ເລືອກ​ສິ່ງ​ທີ່​ເຮົາ​ສົນ​ໃຈ​ໄດ້. ພະ​ເຢໂຫວາ​ສ້າງ​ເຮົາ​ມາ​ແບບ​ນີ້. ແຕ່​ນີ້​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຈະ​ມີ​ອິດ​ສະຫຼະ​ທີ່​ບໍ່​ມີ​ຂີດ​ຈຳກັດ. (ອ່ານ 1 ເປໂຕ 2:16) ຕອນ​ທີ່​ເຮົາ​ຢາກ​ຮູ້​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໃຊ້​ຄຳພີ​ໄບເບິນ​ຊ່ວຍ​ຊີ້​ນຳ. ນີ້​ຈຳກັດ​ອິດ​ສະຫຼະ​ຫຼາຍ​ເກີນ​ໄປ​ບໍ ຫຼື​ເປັນ​ປະໂຫຍດ​ຕໍ່​ເຮົາ?

7, 8. ການ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເບິ່ງ​ເລື່ອງ​ຕ່າງໆຄື​ກັບ​ພະອົງ​ເປັນ​ສິ່ງ​ທີ່​ເຂັ້ມ​ງວດ​ຫຼາຍ​ເກີນ​ໄປ​ບໍ? ຂໍ​ໃຫ້​ຍົກ​ຕົວຢ່າງ.

7 ເຮົາ​ອາດ​ຍົກ​ຕົວຢ່າງ​ປຽບ​ທຽບ​ໄດ້​ແບບ​ນີ້: ພໍ່​ແມ່​ພະຍາຍາມ​ສອນ​ລູກ​ໃຫ້​ເປັນ​ຄົນ​ດີ. ເຂົາ​ເຈົ້າ​ອາດ​ສອນ​ລູກ​ໃຫ້​ເປັນ​ຄົນ​ສັດ​ຊື່ ດຸ​ໝັ່ນ ແລະ​ເປັນ​ຫ່ວງ​ຄົນ​ອື່ນ. ນີ້​ບໍ່​ໄດ້​ເຂັ້ມ​ງວດ​ຫຼາຍ​ເກີນ​ໄປ ແຕ່​ພໍ່​ແມ່​ກຳລັງ​ກຽມ​ລູກ​ໃຫ້​ພ້ອມ​ເພື່ອ​ຈະ​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ. ເມື່ອ​ລູກ​ໃຫຍ່​ຂຶ້ນ​ແລະ​ອອກ​ຈາກ​ເຮືອນ ລູກ​ກໍ​ຈະ​ມີ​ອິດ​ສະຫຼະ​ເລືອກ​ເອງ​ໄດ້. ຖ້າ​ລູກ​ເລືອກ​ເຮັດ​ຕາມ​ຫຼັກ​ສິນລະທຳ​ທີ່​ພໍ່​ແມ່​ສອນ ກໍ​ເປັນ​ໄປ​ໄດ້​ວ່າ​ລູກ​ຈະ​ຕັດສິນ​ໃຈ​ໄດ້​ຢ່າງ​ຖືກຕ້ອງ​ຫຼາຍ​ຂຶ້ນ ເຊິ່ງ​ຫຼີກ​ລ່ຽງ​ບັນຫາ​ແລະ​ຄວາມ​ກັງວົນ​ຫຼາຍ​ຢ່າງ ແລະ​ບໍ່​ຕ້ອງ​ມາ​ເສຍໃຈ​ພາຍ​ຫຼັງ.

ພະ​ເຢໂຫວາ​ເຊີນ​ເຮົາ​ໃຫ້​ຮຽນ​ທີ່​ຈະ​ເບິ່ງ​ເລື່ອງ​ຕ່າງໆ​ຄື​ກັບ​ພະອົງ​ເບິ່ງ​ແລະ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະອົງ

8 ຄື​ກັບ​ພໍ່​ແມ່​ທີ່​ດີ ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ລູກ​ຂອງ​ພະອົງ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້. (ເອຊາອີ 48:17, 18) ດັ່ງ​ນັ້ນ ພະອົງ​ຈຶ່ງ​ສອນ​ຫຼັກ​ສິນລະທຳ​ພື້ນຖານ​ໃຫ້​ເຮົາ​ແລະ​ວິທີ​ທີ່​ເຮົາ​ປະຕິບັດ​ຕໍ່​ຄົນ​ອື່ນ. ພະ​ເຢໂຫວາ​ເຊີນ​ເຮົາ​ໃຫ້​ຮຽນ​ທີ່​ຈະ​ເບິ່ງ​ເລື່ອງ​ຕ່າງໆຄື​ກັບ​ພະອົງ​ເບິ່ງ​ແລະ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະອົງ. ນີ້​ບໍ່​ໄດ້​ເຂັ້ມ​ງວດ​ຫຼາຍ​ເກີນ​ໄປ ແຕ່​ຊ່ວຍ​ເຮົາ​ໃຫ້​ຄິດ​ຮອບຄອບ​ຫຼາຍ​ຂຶ້ນ​ແລະ​ຕັດສິນ​ໃຈ​ດີ​ຂຶ້ນ. (ຄຳເພງ 92:5; ສຸພາສິດ 2:1-5; ເອຊາອີ 55:9) ເຮົາ​ຍັງ​ສາມາດ​ເລືອກ​ສິ່ງ​ທີ່​ມັກ​ແລະ​ຕັດສິນ​ໃຈ​ໄດ້​ຢ່າງ​ຖືກຕ້ອງ ເຊິ່ງ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ. (ຄຳເພງ 1:2, 3) ເມື່ອ​ເຮົາ​ຄິດ​ຄື​ກັບ​ພະ​ເຢໂຫວາ​ຄິດ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ແທ້ໆ.

ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ເໜືອ​ກວ່າ

9, 10. ອັນ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ເໜືອ​ກວ່າ​ຄວາມ​ຄິດ​ຂອງ​ຄົນ​ໃນ​ໂລກ?

9 ອີກ​ເຫດຜົນ​ໜຶ່ງ​ທີ່​ເຮົາ​ຕ້ອງ​ມີ​ຄວາມ​ຄິດ​ຄື​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ກໍ​ຄື ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ເໜືອ​ກວ່າ​ຄວາມ​ຄິດ​ຂອງ​ຄົນ​ໃນ​ໂລກ. ຄົນ​ໃນ​ໂລກ​ມັກ​ຈະ​ໃຫ້​ຄຳ​ແນະນຳ​ວ່າ​ການ​ປະພຶດ​ແບບ​ໃດ​ຖືກຕ້ອງ ເຮັດ​ແນວ​ໃດ​ຄອບຄົວ​ຈຶ່ງ​ຈະ​ມີ​ຄວາມ​ສຸກ ຈະ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ປະສົບ​ຜົນ​ສຳເລັດ​ໃນ​ວຽກ​ອາຊີບ ແລະ​ເລື່ອງ​ອື່ນໆໃນ​ຊີວິດ. ແຕ່​ສ່ວນ​ຫຼາຍ​ແລ້ວ ຄຳ​ແນະນຳ​ເຫຼົ່າ​ນີ້​ຂັດ​ກັບ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ. ເຊັ່ນ: ຄົນ​ໃນ​ໂລກ​ມັກ​ສະໜັບສະໜູນ​ຜູ້​ຄົນ​ໃຫ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຕົວ​ເອງ​ເທົ່າ​ນັ້ນ ແລະ​ຍັງ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ການ​ເຮັດ​ຜິດ​ສິນລະທຳ​ເປັນ​ເລື່ອງ​ທີ່​ຍອມ​ຮັບ​ໄດ້. ບາງ​ເທື່ອ​ກໍ​ແນະນຳ​ວ່າ​ຜົວ​ເມຍ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ຖ້າ​ແຍກ​ກັນ​ຢູ່​ຫຼື​ຢ່າ​ຮ້າງ​ກັນ​ຍ້ອນ​ເຫດຜົນ​ເລັກໆໜ້ອຍໆ. ຄຳ​ແນະນຳ​ນີ້​ຂັດ​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ. ແຕ່​ໃນ​ທຸກ​ມື້​ນີ້​ຄຳ​ແນະນຳ​ຂອງ​ຄົນ​ໃນ​ໂລກ​ໃຊ້​ໄດ້​ຜົນ​ກວ່າ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ບໍ?

10 ພະ​ເຍຊູ​ບອກ​ວ່າ: “ສະຕິ​ປັນຍາ​ທີ່ແທ້​ຈິງ​ກໍ​ເຫັນ​ໄດ້​ຈາກ​ຜົນ​ທີ່​ປາກົດ​ອອກມາ.” (ມັດທາຍ 11:19, ລ.ມ.) ເຖິງ​ວ່າ​ໂລກ​ຈະ​ກ້າວ​ໜ້າ​ຫຼາຍ​ທາງ​ດ້ານ​ເຕັກໂນໂລຊີ ແຕ່​ມັນ​ກໍ​ບໍ່​ສາມາດ​ແກ້ໄຂ​ບັນຫາ​ໃຫຍ່ໆທີ່​ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄວາມ​ສຸກ ເຊັ່ນ: ສົງຄາມ ການ​ແບ່ງ​ແຍກ​ເຊື້ອ​ຊາດ ແລະ​ອາ​ຊະ​ຍາ​ກຳ. ນອກ​ຈາກ​ນັ້ນ ຄົນ​ໃນ​ໂລກ​ຍັງ​ເບິ່ງ​ວ່າ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ເປັນ​ເລື່ອງ​ທີ່​ຍອມ​ຮັບ​ໄດ້. ແຕ່​ຫຼາຍ​ຄົນ​ພັດ​ບອກ​ວ່າ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ທຳລາຍ​ຄອບຄົວ ທຳລາຍ​ສຸຂະພາບ ແລະ​ມີ​ຜົນ​ທີ່​ບໍ່​ດີ​ຕາມ​ມາ. ແລ້ວ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ເດ? ຄລິດສະຕຽນ​ທີ່​ຄິດ​ຄື​ກັບ​ພະ​ເຢໂຫວາ​ມີ​ຄອບຄົວ​ທີ່​ມີ​ຄວາມ​ສຸກ​ຫຼາຍ​ກວ່າ ມີ​ສຸຂະພາບ​ດີ​ກວ່າ ແລະ​ມີ​ສັນຕິສຸກ​ກັບ​ພີ່​ນ້ອງ​ທົ່ວ​ໂລກ. (ເອຊາອີ 2:4; ກິດຈະການ 10:34, 35; 1 ໂກລິນໂທ 6:9-11) ນີ້​ພິສູດ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ເໜືອ​ກວ່າ​ຄວາມ​ຄິດ​ຂອງ​ຄົນ​ໃນ​ໂລກ.

11. ໃຜ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ໂມເຊ ແລະ​ຜົນ​ເປັນ​ແນວ​ໃດ?

11 ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ​ໃນ​ອະດີດ​ຮູ້​ດີ​ວ່າ​ຄວາມ​ຄິດ​ຂອງ​ພະອົງ​ເໜືອ​ກວ່າ​ແທ້ໆ ຕົວຢ່າງ​ເຊັ່ນ: ເຖິງ​ວ່າ​ໂມເຊ​ໄດ້​ຮັບ​ການ​ສອນ​ດ້ວຍ “ວິຊາ​ປັນຍາ​ແຫ່ງ​ຊາວ​ເອຄີບໂຕ​ທັງ​ໝົດ” ແຕ່​ລາວ​ຮູ້​ວ່າ​ສະຕິ​ປັນຍາ​ແທ້​ແມ່ນ​ມາ​ຈາກ​ພະ​ເຢໂຫວາ. (ກິດຈະການ 7:22; ຄຳເພງ 90:12) ດັ່ງ​ນັ້ນ ລາວ​ຈຶ່ງ​ບອກ​ພະອົງ​ວ່າ: “ຂໍ​ເຊີນ​ພະອົງ​ໂຜດ​ສຳແດງ​ທາງ​ຂອງ​ພະອົງ​ໃຫ້​ຂ້າ​ນ້ອຍ​ເຫັນ.” (ອົບພະຍົບ 33:13) ຍ້ອນ​ໂມເຊ​ໃຫ້​ພະ​ເຢໂຫວາ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ລາວ ພະອົງ​ຈຶ່ງ​ໃຊ້​ລາວ​ໃນ​ວິທີ​ທີ່​ໜ້າ​ງຶດງໍ້​ເພື່ອ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳເລັດ ແລະ​ພະອົງ​ໃຫ້​ກຽດ​ລາວ​ໂດຍ​ເອີ້ນ​ລາວ​ວ່າ​ເປັນ​ຄົນ​ໜຶ່ງ​ທີ່​ມີ​ຄວາມ​ເຊື່ອ​ທີ່​ຍິ່ງໃຫຍ່.—ເຫບເລີ 11:24-27

12. ໂປໂລ​ໄດ້​ອີງ​ໃສ່​ຫຍັງ​ໃນ​ການ​ຕັດສິນ​ໃຈ?

12 ອັກຄະສາວົກ​ໂປໂລ​ເປັນ​ຄົນ​ທີ່​ສະຫຼາດ ມີ​ການ​ສຶກສາ​ທີ່​ດີ ແລະ​ລາວ​ເວົ້າ​ໄດ້​ຢ່າງ​ໜ້ອຍ​ສອງ​ພາສາ. (ກິດຈະການ 5:34; 21:37, 39; 22:2, 3) ແຕ່​ລາວ​ບໍ່​ໄດ້​ເຮັດ​ຕາມ​ທີ່​ໂລກ​ສອນ ລາວ​ພັດ​ຕັດສິນ​ໃຈ​ໂດຍ​ອີງ​ໃສ່​ຄຳ​ສອນ​ຈາກ​ຄຳພີ​ໄບເບິນ. (ອ່ານ​ກິດຈະການ 17:2; 1 ໂກລິນໂທ 2:6, 7, 13) ຜົນ​ກໍ​ຄື ລາວ​ປະສົບ​ຜົນ​ສຳເລັດ​ຫຼາຍ​ໃນ​ວຽກ​ຮັບໃຊ້​ແລະ​ລໍ​ຖ້າ​ລາງວັນ​ທີ່​ຄົງ​ຢູ່​ຕະຫຼອດ​ໄປ.—2 ຕີໂມເຕ 4:8

13. ການ​ປ່ຽນ​ຄວາມ​ຄິດ​ເພື່ອ​ຈະ​ເບິ່ງ​ສິ່ງ​ຕ່າງໆຄື​ກັບ​ພະ​ເຢໂຫວາ​ເບິ່ງ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ໃຜ?

13 ເຫັນ​ໄດ້​ແຈ້ງ​ວ່າ​ຄວາມ​ຄິດ​ຂອງ​ພະເຈົ້າ​ເໜືອ​ກວ່າ​ຄວາມ​ຄິດ​ຂອງ​ໂລກ​ຫຼາຍ. ຖ້າ​ເຮົາ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ ເຮົາ​ຈະ​ປະສົບ​ຜົນ​ສຳເລັດ​ແລະ​ມີ​ຄວາມ​ສຸກ​ແທ້. ແຕ່​ພະ​ເຢໂຫວາ​ຈະ​ບໍ່​ບັງ​ຄົບ​ເຮົາ​ໃຫ້​ຄິດ​ຄື​ກັບ​ພະອົງ. “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ” ບໍ່​ໄດ້​ຄວບຄຸມ​ຄວາມ​ຄິດ​ຂອງ​ເຮົາ​ແລະ​ຜູ້​ເຖົ້າ​ແກ່​ກໍ​ບໍ່​ໄດ້​ເຮັດ​ແບບ​ນັ້ນ​ຄື​ກັນ. (ມັດທາຍ 24:45, ລ.ມ.; 2 ໂກລິນໂທ 1:24) ການ​ປ່ຽນ​ຄວາມ​ຄິດ​ເພື່ອ​ຈະ​ເບິ່ງ​ສິ່ງ​ຕ່າງໆຄື​ກັບ​ພະ​ເຢໂຫວາ​ເບິ່ງ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຮົາ. ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

ຢ່າ​ໃຫ້​ໂລກ​ມີ​ອິດທິພົນ​ຕໍ່​ເຈົ້າ

14, 15. (ກ) ເພື່ອ​ຈະ​ຄິດ​ຄື​ກັບ​ພະ​ເຢໂຫວາ ເຮົາ​ຕ້ອງ​ຄິດ​ຕຶກຕອງ​ເລື່ອງ​ຫຍັງ? (ຂ) ເປັນ​ຫຍັງ​ເຮົາ​ບໍ່​ຍອມ​ໃຫ້​ຄວາມ​ຄິດ​ຂອງ​ໂລກ​ເຂົ້າ​ມາ​ໃນ​ຄວາມ​ຄິດ​ຂອງ​ເຮົາ? ຂໍ​ໃຫ້​ຍົກ​ຕົວຢ່າງ.

14 ໂລມ 12:2 (ລ.ມ.) ບອກ​ວ່າ: “ເຊົາ​ຮຽນ​ແບບ​ຄົນ​ໃນ​ໂລກ​ນີ້ ແຕ່​ໃຫ້​ປ່ຽນ​ແປງ​ຕົວ​ເອງ​ໂດຍ​ປ່ຽນ​ຄວາມ​ຄິດ​ຂອງ​ເຈົ້າ​ໃໝ່ ເພື່ອ​ເຈົ້າ​ຈະ​ໄດ້​ກວດ​ເບິ່ງ​ໃຫ້​ແນ່​ໃຈ​ວ່າ​ອັນ​ໃດ​ຄື​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດ​ເຊິ່ງ​ເປັນ​ສິ່ງ​ທີ່​ດີ ສົມບູນ ແລະ​ເຮັດ​ໃຫ້​ພະອົງ​ພໍ​ໃຈ.” ຂໍ້​ຄຳພີ​ນີ້​ສອນ​ເຮົາ​ວ່າ​ບໍ່​ວ່າ​ສິ່ງ​ໃດ​ຈະ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ເຮົາ​ກ່ອນ​ຮຽນ​ຮູ້​ຄວາມ​ຈິງ ເຮົາ​ກໍ​ປ່ຽນ​ຄວາມ​ຄິດ​ແລະ​ຄິດ​ຄື​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້. ເຖິງ​ວ່າ​ກຳມະພັນ​ແລະ​ປະສົບການ​ໃນ​ຊີວິດ​ຈະ​ມີ​ຜົນ​ຕໍ່​ວິທີ​ຄິດ​ຂອງ​ເຮົາ​ໃນ​ລະດັບ​ໜຶ່ງ ແຕ່​ຄວາມ​ຄິດ​ຂອງ​ເຮົາ​ປ່ຽນ​ແປງ​ໄດ້. ສ່ວນ​ຫຼາຍ​ມັນ​ຈະ​ປ່ຽນ​ຕາມ​ສິ່ງ​ທີ່​ເຮົາ​ເລືອກ​ຈະ​ຄິດ. ຖ້າ​ເຮົາ​ຄິດ​ຕຶກຕອງ​ກ່ຽວ​ກັບ​ເລື່ອງ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ພິສູດ​ດ້ວຍ​ຕົວ​ເອງ​ວ່າ​ຄວາມ​ຄິດ​ຂອງ​ພະອົງ​ຖືກຕ້ອງ​ສະເໝີ ແລະ​ຈະ​ເຮັດ​ໃຫ້​ເຮົາ​ຢາກ​ເບິ່ງ​ເລື່ອງ​ຕ່າງໆຄື​ກັບ​ພະອົງ​ເບິ່ງ.

15 ແຕ່​ເພື່ອ​ເຮົາ​ຈະ​ຄິດ​ຄື​ກັບ​ພະ​ເຢໂຫວາ ເຮົາ​ຕ້ອງ “ເຊົາ​ຮຽນ​ແບບ​ຄົນ​ໃນ​ໂລກ​ນີ້.” ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ເຊົາ​ເບິ່ງ ເຊົາ​ອ່ານ ແລະ​ເຊົາ​ຟັງ​ສິ່ງ​ໃດ​ກໍ​ຕາມ​ຂັດ​ກັບ​ຄວາມ​ຄິດ​ຂອງ​ພະເຈົ້າ. ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ເລື່ອງ​ນີ້​ສຳຄັນ​ສໍ່າ​ໃດ ຂໍ​ໃຫ້​ມາ​ເບິ່ງ​ຕົວຢ່າງ​ນີ້: ຄົນ​ໜຶ່ງ​ຢາກ​ມີ​ສຸຂະພາບ​ທີ່​ດີ​ຂຶ້ນ ລາວ​ອາດ​ເລືອກ​ກິນ​ອາຫານ​ທີ່​ດີ​ຕໍ່​ສຸຂະພາບ. ແຕ່​ຄວາມ​ພະຍາຍາມ​ທັງ​ໝົດ​ຂອງ​ລາວ​ຈະ​ບໍ່​ມີ​ຄວາມ​ໝາຍ​ຫຍັງ ຖ້າ​ລາວ​ກິນ​ອາຫານ​ທີ່​ບູດ​ເນົ່າ​ໄປ​ນຳ! ຄ້າຍ​ຄື​ກັນ ຖ້າ​ເຮົາ​ຍອມ​ໃຫ້​ຄວາມ​ຄິດ​ຂອງ​ໂລກ​ເຂົ້າ​ມາ​ໃນ​ຄວາມ​ຄິດ​ຂອງ​ເຮົາ ຄວາມ​ພະຍາຍາມ​ທັງ​ໝົດ​ທີ່​ເຮົາ​ຮຽນ​ຮູ້​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ກໍ​ຈະ​ບໍ່​ມີ​ຄວາມ​ໝາຍ.

16. ເຮົາ​ຕ້ອງ​ປົກ​ປ້ອງ​ຕົວ​ເອງ​ຈາກ​ຫຍັງ?

16 ເຮົາ​ຈະ​ຫຼີກ​ລ່ຽງ​ຄວາມ​ຄິດ​ແບບ​ໂລກ​ທັງ​ໝົດ​ໄດ້​ບໍ? ບໍ່​ໄດ້. ຍ້ອນ​ເຮົາ​ຢູ່​ໃນ​ໂລກ​ນີ້ ເຮົາ​ຈຶ່ງ​ໄດ້​ຮັບ​ຄວາມ​ຄິດ​ບາງ​ຢ່າງ​ຂອງ​ໂລກ. (1 ໂກລິນໂທ 5:9, 10) ແມ່ນ​ແຕ່​ຕອນ​ທີ່​ເຮົາ​ໄປ​ປະກາດ ເຮົາ​ຈະ​ໄດ້​ຍິນ​ຄວາມ​ຄິດ​ເຫັນ​ທີ່​ບໍ່​ດີ​ແລະ​ຄວາມ​ເຊື່ອ​ທີ່​ບໍ່​ຖືກຕ້ອງ. ເຖິງ​ວ່າ​ເຮົາ​ຈະ​ຫຼີກ​ລ່ຽງ​ຄວາມ​ຄິດ​ທີ່​ຜິດໆເຫຼົ່າ​ນັ້ນ​ບໍ່​ໄດ້​ທັງ​ໝົດ ແຕ່​ເຮົາ​ກໍ​ບໍ່​ຈຳເປັນ​ຕ້ອງ​ເກັບ​ມາ​ຄິດ​ຫຼື​ເຫັນ​ດີ​ກັບ​ຄວາມ​ຄິດ​ແບບ​ນັ້ນ. ຄື​ກັບ​ພະ​ເຍຊູ ເຮົາ​ຄວນ​ຟ້າວ​ກຳຈັດ​ຄວາມ​ຄິດ​ແບບ​ຊາຕານ​ອອກ​ໄປ. ຖ້າ​ເຮົາ​ຫຼີກ​ລ່ຽງ​ຄວາມ​ຄິດ​ແບບ​ໂລກ​ຢ່າງ​ສຸດ​ຄວາມ​ສາມາດ ເຮົາ​ກໍ​ຈະ​ປົກ​ປ້ອງ​ຕົວ​ເອງ​ໄດ້.—ອ່ານ​ສຸພາສິດ 4:23

17. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຫຼີກ​ລ່ຽງ​ຄວາມ​ຄິດ​ແບບ​ໂລກ​ໂດຍ​ບໍ່​ຈຳເປັນ?

17 ຕົວຢ່າງ: ເຮົາ​ຕ້ອງ​ລະວັງ​ເມື່ອ​ເລືອກ​ຄົນ​ທີ່​ຈະ​ມາ​ເປັນ​ໝູ່. ຄຳພີ​ໄບເບິນ​ເຕືອນ​ວ່າ ຖ້າ​ເຮົາ​ໄປ​ສະໜິດ​ກັບ​ຄົນ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ເລີ່ມ​ຄິດ​ຄື​ກັບ​ເຂົາ​ເຈົ້າ. (ສຸພາສິດ 13:20; 1 ໂກລິນໂທ 15:12, 32, 33) ເຮົາ​ຍັງ​ຕ້ອງ​ລະວັງ​ເມື່ອ​ເລືອກ​ຄວາມ​ບັນເທີງ. ຖ້າ​ເຮົາ​ປະຕິເສດ​ຄວາມ​ບັນເທີງ​ທີ່​ສົ່ງເສີມ​ເລື່ອງ​ວິວັດທະນາການ ຄວາມ​ຮຸນແຮງ ແລະ​ການ​ຜິດ​ສິນລະທຳ ເຮົາ​ກໍ​ຈະ​ຫຼີກ​ລ່ຽງ​ແນວ​ຄິດ​ທີ່​ບໍ່​ດີ​ທີ່​ເປັນ​ພິດ​ຕໍ່​ຄວາມ​ຄິດ​ຂອງ​ເຮົາ​ເຊິ່ງ “ຂັດ​ກັບ​ຄວາມ​ຮູ້​ກ່ຽວ​ກັບ​ພະເຈົ້າ.”—2 ໂກລິນໂທ 10:5, ລ.ມ.

ເຮົາ​ສອນ​ລູກ​ບໍ່​ໃຫ້​ເບິ່ງ​ຄວາມ​ບັນເທີງ​ທີ່​ເປັນ​ອັນຕະລາຍ​ບໍ? (ເບິ່ງ​ຂໍ້ 18, 19)

18, 19. (ກ) ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ​ຄວາມ​ຄິດ​ຂອງ​ໂລກ​ທີ່​ນຳ​ສະເໜີ​ແບບ​ແອບ​ແຝງ? (ຂ) ມີ​ຄຳຖາມ​ຫຍັງ​ແດ່​ທີ່​ເຮົາ​ຕ້ອງ​ຖາມ​ຕົວ​ເອງ ແລະ​ຍ້ອນ​ຫຍັງ?

18 ເຮົາ​ຕ້ອງ​ເບິ່ງ​ໃຫ້​ອອກ​ແລະ​ບໍ່​ຮັບ​ຄວາມ​ຄິດ​ແບບ​ໂລກ ເມື່ອ​ມີ​ການ​ນຳ​ສະເໜີ​ແບບ​ແອບ​ແຝງ. ຕົວຢ່າງ: ບາງ​ລາຍງານ​ຂ່າວ​ຖືກ​ນຳ​ສະເໜີ​ໃນ​ແບບ​ທີ່​ສົ່ງເສີມ​ແນວ​ຄວາມ​ຄິດ​ທາງ​ການ​ເມືອງ ແລະ​ຂ່າວ​ສານ​ບາງ​ເລື່ອງ​ກໍ​ສົ່ງເສີມ​ເປົ້າ​ໝາຍ​ແລະ​ຄວາມ​ສຳເລັດ​ແບບ​ໂລກ. ໜັງ​ບາງ​ເລື່ອງ​ຫຼື​ປຶ້ມ​ບາງ​ຫົວ​ກໍ​ສົ່ງເສີມ​ຄວາມ​ຄິດ​ທີ່​ວ່າ “ຂ້ອຍ​ຕ້ອງ​ມາ​ກ່ອນ” ຫຼື “ຄອບຄົວ​ຕ້ອງ​ມາ​ກ່ອນ” ແລະ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ຄວາມ​ຄິດ​ແບບ​ນີ້​ມີ​ເຫດຜົນ ໜ້າ​ສົນ​ໃຈ ແລະ​ເຖິງ​ກັບ​ເປັນ​ສິ່ງ​ທີ່​ຖືກຕ້ອງ. ແຕ່​ຄວາມ​ຄິດ​ເຫຼົ່າ​ນີ້​ຂັດ​ກັບ​ຄຳພີ​ໄບເບິນ​ທີ່​ບອກ​ວ່າ ເຮົາ​ແລະ​ຄອບຄົວ​ຈະ​ມີ​ຄວາມ​ສຸກ​ແທ້ໆຖ້າ​ເຮົາ​ຮັກ​ພະ​ເຢໂຫວາ​ຫຼາຍ​ກວ່າ​ທຸກ​ສິ່ງ. (ມັດທາຍ 22:36-39) ນອກ​ຈາກ​ນັ້ນ ຍັງ​ມີ​ກາຕູນ ໜັງ ແລະ​ປຶ້ມ​ສຳລັບ​ເດັກ​ນ້ອຍ ເຖິງ​ວ່າ​ສ່ວນ​ຫຼາຍ​ອາດ​ເປັນ​ທີ່​ຍອມ​ຮັບ​ໄດ້ ແຕ່​ມັນ​ສາມາດ​ເຮັດ​ໃຫ້​ເດັກ​ນ້ອຍ​ຍອມ​ຮັບ​ການ​ເຮັດ​ຜິດ​ສິນລະທຳ​ໂດຍ​ບໍ່​ຮູ້​ຕົວ.

19 ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເປັນ​ເລື່ອງ​ຜິດ​ທີ່​ເຮົາ​ຈະ​ມ່ວນ​ກັບ​ຄວາມ​ບັນເທີງ​ທີ່​ດີ. ແຕ່​ເຮົາ​ຄວນ​ຈະ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ເບິ່ງ​ອອກ​ບໍ​ວ່າ​ຄວາມ​ບັນເທີງ​ນີ້​ມີ​ຄວາມ​ຄິດ​ແບບ​ໂລກ​ຢູ່? ຂ້ອຍ​ໄດ້​ປົກ​ປ້ອງ​ທັງ​ລູກ​ກັບ​ຕົວ​ເອງ​ຈາກ​ບາງ​ເລື່ອງ​ທີ່​ມາ​ທາງ​ໂທລະທັດ​ແລະ​ສິ່ງ​ທີ່​ອ່ານ​ບໍ? ຂ້ອຍ​ໄດ້​ຊ່ວຍ​ລູກ​ໃຫ້​ເບິ່ງ​ເລື່ອງ​ຕ່າງໆຄື​ກັບ​ພະ​ເຢໂຫວາ​ບໍ​ເພື່ອ​ລູກ​ຈະ​ບໍ່​ໄດ້​ຮັບ​ອິດທິພົນ​ຈາກ​ຄວາມ​ຄິດ​ຂອງ​ໂລກ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ​ແລະ​ໄດ້​ເຫັນ?’ ຖ້າ​ເຮົາ​ເບິ່ງ​ອອກ​ວ່າ​ຄວາມ​ຄິດ​ຂອງ​ພະເຈົ້າ​ກັບ​ຄວາມ​ຄິດ​ຂອງ​ໂລກ​ແຕກຕ່າງ​ກັນ ເຮົາ​ກໍ​ຈະ “ເຊົາ​ຮຽນ​ແບບ​ຄົນ​ໃນ​ໂລກ​ນີ້.”

ໃຜ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ເຈົ້າ​ໃນ​ຕອນ​ນີ້?

20. ອັນ​ໃດ​ເປັນ​ສິ່ງ​ທີ່​ກຳນົດ​ວ່າ​ໃຜ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ເຈົ້າ?

20 ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ມີ 2 ແຫຼ່ງ​ຂໍ້​ມູນ​ເທົ່າ​ນັ້ນ​ຄື ແຫຼ່ງ​ໜຶ່ງ​ມາ​ຈາກ​ພະ​ເຢໂຫວາ ແລະ​ອີກ​ແຫຼ່ງ​ໜຶ່ງ​ມາ​ຈາກ​ຊາຕານ​ແລະ​ໂລກ​ຂອງ​ມັນ. ໃຜ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ເຈົ້າ? ຄຳຕອບ​ຄື​ເຈົ້າ​ຮັບ​ຂໍ້​ມູນ​ມາ​ຈາກ​ໃສ. ຖ້າ​ເຮົາ​ຮັບ​ຄວາມ​ຄິດ​ຂອງ​ໂລກ ໂລກ​ກໍ​ຈະ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ເຮົາ ແລະ​ເຮົາ​ກໍ​ຈະ​ຄິດ​ແລະ​ເຮັດ​ແບບ​ເຫັນ​ແກ່​ຕົວ. ດັ່ງ​ນັ້ນ ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈຳເປັນ​ຕ້ອງ​ລະວັງ​ທີ່​ຈະ​ເລືອກ​ສິ່ງ​ທີ່​ເຮົາ​ເບິ່ງ ອ່ານ ຟັງ ແລະ​ຄິດ.

21. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

21 ໃນ​ບົດ​ຄວາມ​ນີ້ ເຮົາ​ໄດ້​ຮຽນ​ໄປ​ແລ້ວ​ວ່າ​ເພື່ອ​ຈະ​ຄິດ​ຄື​ກັບ​ພະ​ເຢໂຫວາ ເຮົາ​ຕ້ອງ​ຫຼີກ​ລ່ຽງ​ຄວາມ​ຄິດ​ຂອງ​ໂລກ. ແຕ່​ເຮົາ​ຕ້ອງ​ຄິດ​ຕຶກຕອງ​ກ່ຽວ​ກັບ​ຄວາມ​ຄິດ​ຂອງ​ພະເຈົ້າ​ເພື່ອ​ເຮົາ​ຈະ​ຄິດ​ຄື​ກັບ​ພະອົງ​ຫຼາຍ​ຂຶ້ນ. ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ຮຽນ​ຮູ້​ວ່າ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ.

^ ຂໍ້ 5 ທີ່​ຈິງ ແມ່ນ​ແຕ່​ຄົນ​ທີ່​ມີ​ອິດ​ສະຫຼະ​ຫຼາຍ​ທີ່​ສຸດ​ກໍ​ຍັງ​ໄດ້​ຮັບ​ອິດທິພົນ​ຈາກ​ຄົນ​ອື່ນ. ຕົວຢ່າງ: ບໍ່​ວ່າ​ເຮົາ​ຈະ​ຄິດ​ເລື່ອງ​ທີ່​ເລິກ​ເຊິ່ງ​ເຊັ່ນ: ຊີວິດ​ເກີດ​ຂຶ້ນ​ມາ​ໄດ້​ແນວ​ໃດ ຫຼື​ເລື່ອງ​ງ່າຍໆເຊັ່ນ: ຈະ​ນຸ່ງ​ເຄື່ອງ​ຊຸດ​ໃດ ຄົນ​ອື່ນ​ກໍ​ມີ​ອິດທິພົນ​ຕໍ່​ເຮົາ​ບໍ່​ຫຼາຍ​ກໍ​ໜ້ອຍ. ແຕ່​ເຮົາ​ເລືອກ​ໄດ້​ວ່າ​ຈະ​ໃຫ້​ໃຜ​ມີ​ອິດທິພົນ​ຕໍ່​ເຮົາ.