ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໄວ້​ວາງໃຈ​ພະ​ເຢໂຫວາ​ແລ້ວ​ຈະ​ມີ​ຊີວິດ​ຢູ່!

ໄວ້​ວາງໃຈ​ພະ​ເຢໂຫວາ​ແລ້ວ​ຈະ​ມີ​ຊີວິດ​ຢູ່!

“ຈົ່ງ​ປົງ​ໃຈ​ໃນ​ພະ​ເຢໂຫວາ​ດ້ວຍ​ສຸດ​ຈິດ ແລະ​ຢ່າ​ວາງໃຈ​ໃນ​ສະຕິ​ປັນຍາ​ຂອງ​ເຈົ້າ.”ສຸພາສິດ 3:5

ເພງ: 3, 8

1. ເປັນ​ຫຍັງ​ເຮົາ​ທຸກ​ຄົນ​ຕ້ອງການ​ກຳລັງ​ໃຈ?

ເຮົາ​ທຸກ​ຄົນ​ຕ້ອງການ​ກຳລັງ​ໃຈ. ອາດ​ເປັນ​ຍ້ອນ​ຊີວິດ​ເຮົາ​ມີ​ເລື່ອງ​ທີ່​ເຮັດ​ໃຫ້​ອຸກ​ໃຈ ກັງວົນ ແລະ​ຜິດ​ຫວັງ. ເຮົາ​ອາດ​ທຸກ​ໃຈ​ຍ້ອນ​ເຈັບ​ປ່ວຍ ເຖົ້າ​ລົງ ຫຼື​ຄົນ​ທີ່​ຮັກ​ຕາຍ. ບາງ​ຄົນ​ກໍ​ຖືກ​ຄົນ​ອື່ນ​ເຮັດ​ບໍ່​ດີ​ໃສ່. ນອກ​ຈາກ​ນັ້ນ ຄົນ​ອ້ອມ​ຂ້າງ​ເຮົາ​ກໍ​ມັກ​ໃຊ້​ຄວາມ​ຮຸນແຮງ​ຫຼາຍ​ຂຶ້ນ​ເລື້ອຍໆ. ທີ່​ຈິງ ໃນ “ຊ່ວງ​ເວລາ​ວິກິດ” ນີ້​ເປັນ​ຂໍ້​ພິສູດ​ວ່າ​ເຮົາ​ມີ​ຊີວິດ​ຢູ່​ໃນ “ສະໄໝ​ສຸດ​ທ້າຍ” ແລະ​ໂລກ​ໃໝ່​ກໍ​ກຳລັງ​ເຂົ້າ​ມາ​ໃກ້​ຫຼາຍ​ແລ້ວ. (2 ຕີໂມເຕ 3:1, ລ.ມ.) ແຕ່​ເຮົາ​ກໍ​ອາດ​ລໍ​ຖ້າ​ມາ​ດົນ​ແລ້ວ​ວ່າ​ເມື່ອ​ໃດ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ຈະ​ເປັນ​ຈິງ ແລະ​ເຮົາ​ອາດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ລຳບາກ​ຫຼາຍ​ຂຶ້ນ​ເລື້ອຍໆ. ແລ້ວ​ເຮົາ​ຈະ​ໄດ້​ກຳລັງ​ໃຈ​ຈາກ​ໃສ?

2, 3. (ກ) ເຮົາ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫາບາກຸກ? (ຂ) ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ຄົ້ນ​ຄວ້າ​ພະທຳ​ຫາບາກຸກ?

2 ຂໍ​ໃຫ້​ເຮົາ​ເບິ່ງ​ໃນ​ພະທຳ​ຫາບາກຸກ​ເພື່ອ​ຈະ​ໄດ້​ຮັບ​ຄຳຕອບ. ເຖິງ​ວ່າ​ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ລາຍ​ລະອຽດ​ຫຼາຍ​ກ່ຽວ​ກັບ​ຊີວິດ​ຂອງ​ຫາບາກຸກ ແຕ່​ພະທຳ​ຫາບາກຸກ​ກໍ​ໃຫ້​ກຳລັງ​ໃຈ​ເຮົາ​ແທ້ໆ. ຊື່​ຫາບາກຸກ​ມີ​ຄວາມ​ໝາຍ​ວ່າ “ກອດ​ແໜ້ນໆ.” ນີ້​ອາດ​ໝາຍ​ເຖິງ​ການ​ກອດ​ອັນ​ອົບອຸ່ນ​ຂອງ​ພະ​ເຢໂຫວາ​ທີ່​ໃຫ້​ກຳລັງ​ໃຈ​ເຮົາ ຫຼື​ອາດ​ໝາຍ​ເຖິງ​ວິທີ​ທີ່​ເຮົາ​ກອດ​ພະອົງ​ໄວ້​ໃຫ້​ແໜ້ນ. ຫາບາກຸກ​ໄດ້​ລົມ​ກັບ​ພະ​ເຢໂຫວາ​ແລະ​ຖາມ​ພະອົງ​ຫຼາຍ​ຢ່າງ. ພະ​ເຢໂຫວາ​ດົນ​ໃຈ​ໃຫ້​ລາວ​ຂຽນ​ເລື່ອງ​ທີ່​ລົມ​ກັນ​ນີ້ ເພາະ​ພະອົງ​ຮູ້​ວ່າ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ເລື່ອງ​ນີ້.—ຫາບາກຸກ 2:2

3 ຄຳພີ​ໄບເບິນ​ບັນທຶກ​ແຕ່​ສິ່ງ​ດຽວ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ຈັກ​ຜູ້​ພະຍາກອນ​ທີ່​ທຸກ​ໃຈ​ຄົນ​ນີ້​ຄື ເລື່ອງ​ທີ່​ລາວ​ສົນທະນາ​ກັບ​ພະ​ເຢໂຫວາ. ແຕ່​ພະທຳ​ຂອງ​ລາວ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄຳພີ​ໄບເບິນ​ທີ່ “ຂຽນ​ໄວ້​ມາ​ດົນ​ແລ້ວ” ເພື່ອ “ເຮົາ​ຈະ​ໄດ້​ມີ​ຄວາມ​ຫວັງ​ເພາະ​ພະ​ຄຳພີ​ຊ່ວຍ​ໃຫ້​ເຮົາ​ອົດ​ທົນ​ແລະ​ມີ​ກຳລັງ​ໃຈ.” (ໂລມ 15:4, ລ.ມ.) ພະທຳ​ຫາບາກຸກ​ຊ່ວຍ​ເຮົາ​ແຕ່​ລະ​ຄົນ​ແນວ​ໃດ? ພະທຳ​ນີ້​ຊ່ວຍ​ເຮົາ​ໃຫ້​ຮູ້ຈັກ​ຄວາມ​ໝາຍ​ຂອງ​ການ​ວາງໃຈ​ພະ​ເຢໂຫວາ ແລະ​ຄຳ​ພະຍາກອນ​ຂອງ​ຫາບາກຸກ​ກໍ​ຍັງ​ຊ່ວຍ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ເຮົາ​ສາມາດ​ມີ​ຄວາມ​ສະຫງົບ​ໃຈ​ໄດ້​ບໍ່​ວ່າ​ຈະ​ປະສົບ​ບັນຫາ​ຫຼື​ຄວາມ​ທຸກ​ລຳບາກ​ແບບ​ໃດ​ກໍ​ຕາມ.

ອະທິດຖານ​ເຖິງ​ພະ​ເຢໂຫວາ

4. ເປັນ​ຫຍັງ​ຫາບາກຸກ​ຈຶ່ງ​ທຸກ​ໃຈ?

4 ອ່ານ​ຫາບາກຸກ 1:2, 3. ຫາບາກຸກ​ມີ​ຊີວິດ​ໃນ​ໄລຍະ​ທີ່​ຫຍຸ້ງຍາກ​ລຳບາກ​ຫຼາຍ. ຜູ້​ຄົນ​ອ້ອມ​ຂ້າງ​ລາວ​ມີ​ແຕ່​ຄົນ​ເຮັດ​ຊົ່ວ​ແລະ​ໃຊ້​ຄວາມ​ຮຸນແຮງ ມັນ​ເຮັດ​ໃຫ້​ລາວ​ຮູ້ສຶກ​ທຸກ​ໃຈ​ຫຼາຍ​ແທ້ໆ. ແຕ່​ລະ​ບ່ອນ​ທີ່​ລາວ​ແນມ​ເບິ່ງ ລາວ​ເຫັນ​ຄົນ​ອິດສະລາແອນ​ປະຕິບັດ​ຕໍ່​ກັນ​ຢ່າງ​ໂຫດ​ຮ້າຍ​ແລະ​ບໍ່​ຍຸຕິທຳ. ຫາບາກຸກ​ຄິດ​ສົງໄສ​ວ່າ: ປານ​ໃດ​ຄວາມ​ຊົ່ວ​ຈະ​ໝົດ​ໄປ? ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ປ່ອຍ​ໄວ້​ດົນ​ແທ້​ທີ່​ຈະ​ຈັດການ​ກັບ​ມັນ? ລາວ​ຮູ້ສຶກ​ໝົດ​ແຮງ. ດັ່ງ​ນັ້ນ ລາວ​ຈຶ່ງ​ຂໍຮ້ອງ​ພະ​ເຢໂຫວາ​ໃຫ້​ຈັດການ​ເລື່ອງ​ນີ້. ຫາບາກຸກ​ອາດ​ເລີ່ມ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ສົນ​ໃຈ​ປະຊາຊົນ​ຂອງ​ພະອົງ​ແລ້ວ ຫຼື​ອາດ​ຄິດ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ຈັດການ​ກັບ​ຄວາມ​ຊົ່ວ. ເຈົ້າ​ເດ​ເຄີຍ​ຄິດ​ແບບ​ນີ້​ບໍ?

ເຮົາ​ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ເວົ້າ​ກັບ​ພະອົງ​ໃນ​ເລື່ອງ​ທີ່​ເຮົາ​ກັງວົນ​ຫຼື​ສົງໄສ

5. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ພະທຳ​ຫາບາກຸກ? (ເບິ່ງ​ຮູບ​ທຳອິດ)

5 ຫາບາກຸກ​ຖາມ​ຄຳຖາມ​ຂຶ້ນ​ມາ​ແບບ​ນີ້ ຍ້ອນ​ລາວ​ເຊົາ​ວາງໃຈ​ພະ​ເຢໂຫວາ​ແລະ​ຄຳ​ສັນຍາ​ຂອງ​ພະອົງ​ແລ້ວ​ບໍ? ບໍ່​ແມ່ນ! ຫາບາກຸກ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເລື່ອງ​ທີ່​ລາວ​ສົງໄສ​ແລະ​ຊ່ວຍ​ແກ້​ບັນຫາ​ຂອງ​ລາວ. ນີ້​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ບໍ່​ໄດ້​ໝົດ​ຫວັງ ແຕ່​ລາວ​ຍັງ​ໄວ້​ວາງໃຈ​ພະ​ເຢໂຫວາ. ຫາບາກຸກ​ກໍ​ຍັງ​ຮູ້ສຶກ​ກັງວົນ​ແລະ​ສັບສົນ. ລາວ​ບໍ່​ໄດ້​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ຕ້ອງ​ລໍ​ຖ້າ​ໃຫ້​ພະ​ເຢໂຫວາ​ຈັດການ ແລະ​ເປັນ​ຫຍັງ​ພະອົງ​ຈຶ່ງ​ຍອມ​ໃຫ້​ມີ​ຄວາມ​ທຸກ​ຫຼາຍ​ແທ້. ທີ່​ຈິງ ພະ​ເຢໂຫວາ​ດົນ​ໃຈ​ໃຫ້​ຫາບາກຸກ​ຂຽນ​ເລື່ອງ​ຄວາມ​ກັງວົນ​ຂອງ​ລາວ​ເພື່ອ​ສອນ​ບົດຮຽນ​ທີ່​ສຳຄັນ​ໃຫ້​ກັບ​ເຮົາ. ເຮົາ​ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ເວົ້າ​ກັບ​ພະອົງ​ໃນ​ເລື່ອງ​ທີ່​ເຮົາ​ກັງວົນ​ຫຼື​ສົງໄສ. ພະອົງ​ເຊີນ​ເຮົາ​ດ້ວຍ​ຄວາມ​ອົບອຸ່ນ​ໃຫ້​ອະທິດຖານ​ເຖິງ​ພະອົງ​ແລະ​ເວົ້າ​ກັບ​ພະອົງ​ວ່າ​ເຮົາ​ຮູ້ສຶກ​ແນວ​ໃດ​ແທ້ໆ. (ຄຳເພງ 50:15; 62:8) ເຮົາ​ທຸກ​ຄົນ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ສຸພາສິດ 3:5 ທີ່​ບອກ​ວ່າ: “ຈົ່ງ​ປົງ​ໃຈ​ໃນ​ພະ​ເຢໂຫວາ​ດ້ວຍ​ສຸດ​ຈິດ ແລະ​ຢ່າ​ວາງໃຈ​ໃນ​ສະຕິ​ປັນຍາ​ຂອງ​ເຈົ້າ.” ຫາບາກຸກ​ໄດ້​ຮັບ​ຖ້ອຍຄຳ​ທີ່​ໃຫ້​ກຳລັງ​ໃຈ​ເຫຼົ່າ​ນີ້.

6. ເປັນ​ຫຍັງ​ການ​ອະທິດຖານ​ຈຶ່ງ​ສຳຄັນ?

6 ຫາບາກຸກ​ວາງໃຈ​ໃນ​ພະ​ເຢໂຫວາ ຜູ້​ເປັນ​ໝູ່​ແລະ​ເປັນ​ພໍ່​ຂອງ​ລາວ ແລະ​ລາວ​ກໍ​ຕັ້ງ​ໃຈ​ເຂົ້າ​ຫາ​ພະອົງ. ແທນ​ທີ່​ຫາບາກຸກ​ຈະ​ມີ​ແຕ່​ທີ່​ກັງວົນ​ກ່ຽວ​ກັບ​ບັນຫາ​ຂອງ​ລາວ​ແລະ​ພະຍາຍາມ​ທີ່​ຈະ​ແກ້ໄຂ​ດ້ວຍ​ຕົວ​ເອງ ແຕ່​ລາວ​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ກ່ຽວ​ກັບ​ຮູ້ສຶກ​ແລະ​ສິ່ງ​ທີ່​ລາວ​ກັງວົນ. ນີ້​ເປັນ​ຕົວຢ່າງ​ທີ່​ດີ​ສຳລັບ​ເຮົາ ພະ​ເຢໂຫວາ​ຜູ້​ຟັງ​ຄຳ​ອະທິດຖານ​ໄດ້​ເຊີນ​ເຮົາ​ໃຫ້​ສະແດງ​ຄວາມ​ໄວ້​ວາງໃຈ​ພະອົງ​ໂດຍ​ການ​ອະທິດຖານ​ແລະ​ບອກ​ເລື່ອງ​ທີ່​ເຮົາ​ກັງວົນ. (ຄຳເພງ 65:2) ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ແນວ​ໃດ. ເຮົາ​ຈະ​ຮູ້ສຶກ​ຄື​ກັບ​ວ່າ​ໄດ້​ຢູ່​ໃນ​ອ້ອມ​ກອດ​ທີ່​ອົບອຸ່ນ​ເມື່ອ​ພະອົງ​ໃຫ້​ກຳລັງ​ໃຈ​ແລະ​ຊີ້​ນຳ​ເຮົາ. (ຄຳເພງ 73:23, 24) ບໍ່​ວ່າ​ເຮົາ​ຈະ​ປະສົບ​ກັບ​ການ​ທົດ​ສອບ​ແບບ​ໃດ​ກໍ​ຕາມ ພະອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ພະອົງ​ເຫັນ​ສະພາບການ​ຂອງ​ເຮົາ. ການ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເປັນ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ສະແດງ​ວ່າ​ເຮົາ​ໄວ້​ວາງໃຈ​ພະອົງ.

ຟັງ​ພະ​ເຢໂຫວາ

7. ພະ​ເຢໂຫວາ​ເຮັດ​ແນວ​ໃດ​ຕອນ​ທີ່​ຫາບາກຸກ​ບອກ​ພະອົງ​ກ່ຽວ​ກັບ​ຄວາມ​ກັງວົນ​ຂອງ​ລາວ?

7 ອ່ານ​ຫາບາກຸກ 1:5-7. ຫຼັງ​ຈາກ​ຫາບາກຸກ​ບອກ​ພະ​ເຢໂຫວາ​ກ່ຽວ​ກັບ​ຄວາມ​ກັງວົນ​ຂອງ​ລາວ ລາວ​ອາດ​ສົງໄສ​ວ່າ​ພະ​ເຢໂຫວາ​ຈະ​ຕອບ​ແນວ​ໃດ. ພະ​ເຢໂຫວາ​ພໍ່​ທີ່​ຮັກ​ເຂົ້າ​ໃຈ​ດີ​ວ່າ​ຫາບາກຸກ​ຮູ້ສຶກ​ແນວ​ໃດ. ພະອົງ​ຮູ້​ວ່າ​ຫາບາກຸກ​ທຸກ​ໃຈ​ແລະ​ກຳລັງ​ຂໍ​ຄວາມ​ຊ່ວຍ​ເຫຼືອ. ດັ່ງ​ນັ້ນ ພະ​ເຢໂຫວາ​ບໍ່​ຕຳໜິ​ຫາບາກຸກ ແຕ່​ພະອົງ​ບອກ​ລາວ​ວ່າ​ອີກ​ບໍ່​ດົນ​ພະອົງ​ຈະ​ເຮັດ​ຫຍັງ​ກັບ​ຄົນ​ຢິວ​ທີ່​ບໍ່​ສັດ​ຊື່. ທີ່​ຈິງ ຫາບາກຸກ​ອາດ​ເປັນ​ຜູ້​ທຳອິດ​ທີ່​ພະ​ເຢໂຫວາ​ບອກ​ວ່າ​ອີກ​ບໍ່​ດົນ​ພະອົງ​ຈະ​ມາ​ລົງໂທດ​ເຂົາ​ເຈົ້າ.

8. ເປັນ​ຫຍັງ​ຄຳຕອບ​ຂອງ​ພະ​ເຢໂຫວາ​ຈຶ່ງ​ບໍ່​ຄື​ກັບ​ທີ່​ຫາບາກຸກ​ຄາດ​ຄິດ​ໄວ້?

8 ພະ​ເຢໂຫວາ​ອະທິບາຍ​ກັບ​ຫາບາກຸກ​ວ່າ​ພະອົງ​ພ້ອມ​ທີ່​ຈະ​ຈັດການ​ແລ້ວ. ພະອົງ​ຈະ​ລົງໂທດ​ຊາວ​ຢູດາ​ທີ່​ຊົ່ວ​ຮ້າຍ​ແລະ​ມັກ​ໃຊ້​ຄວາມ​ຮຸນແຮງ. ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ທີ່​ວ່າ: “ໃນ​ຄາວ [ສະໄໝ] ຂອງ​ພວກ​ທ່ານ” ສະແດງ​ວ່າ​ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ຫາບາກຸກ​ເອງ ຫຼື​ບໍ່​ກໍ​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ຊາວ​ອິດສະລາແອນ​ທີ່​ຢູ່​ໃນ​ຍຸກ​ດຽວ​ກັບ​ລາວ. ຄຳຕອບ​ຂອງ​ພະ​ເຢໂຫວາ​ບໍ່​ຄື​ກັບ​ທີ່​ຫາບາກຸກ​ຄາດ​ຄິດ​ໄວ້​ເລີຍ. ຊາວ​ການເດ​ຫຼື​ບາບີໂລນ​ເປັນ​ຄົນ​ໂຫດ​ຮ້າຍ​ປ່າ​ເຖື່ອນ​ຫຼາຍ ແລະ​ມັກ​ໃຊ້​ຄວາມ​ຮຸນແຮງ​ຫຼາຍ​ກວ່າ​ຊາວ​ອິດສະລາແອນ​ເຊິ່ງ​ຢ່າງ​ໜ້ອຍ​ກໍ​ຍັງ​ຮູ້ຈັກ​ມາດຕະຖານ​ຂອງ​ພະ​ເຢໂຫວາ. ດັ່ງ​ນັ້ນ ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຊ້​ຊາດ​ນອກ​ຮີດ​ທີ່​ຊົ່ວ​ຮ້າຍ​ນີ້​ມາ​ລົງໂທດ​ປະຊາຊົນ​ຂອງ​ພະອົງ? ການ​ເຮັດ​ແບບ​ນີ້​ຈະ​ແຮ່ງ​ເຮັດ​ໃຫ້​ຊາວ​ຢູດາ​ທຸກ​ລຳບາກ​ຫຼາຍ​ກວ່າ​ເກົ່າ​ອີກ. ຖ້າ​ເຈົ້າ​ເປັນ​ຫາບາກຸກ​ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ?

9. ຫາບາກຸກ​ຍັງ​ຖາມ​ພະ​ເຢໂຫວາ​ແນວ​ໃດ​ຕື່ມ​ອີກ?

9 ອ່ານ​ຫາບາກຸກ 1:12-14, 17. ເຖິງ​ວ່າ​ຫາບາກຸກ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ໃຊ້​ພວກ​ບາບີໂລນ​ເພື່ອ​ລົງໂທດ​ຄົນ​ຊົ່ວ​ໃນ​ສະໄໝ​ຂອງ​ລາວ ແຕ່​ລາວ​ກໍ​ຍັງ​ສັບສົນ. ເຖິງ​ຢ່າງ​ນັ້ນ ລາວ​ກໍ​ຍັງ​ຖ່ອມ​ຕົວ​ແລະ​ຕັ້ງ​ໃຈ​ທີ່​ຈະ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ​ຕໍ່ໆໄປ. ທີ່​ຈິງ ລາວ​ບອກ​ວ່າ​ພະ​ເຢໂຫວາ​ເປັນ​ຄື “ຫີນ​ດານ” ສຳລັບ​ລາວ. (ພະບັນຍັດ 32:4; ເອຊາອີ 26:4) ຫາບາກຸກ​ຍັງ​ເຊື່ອ​ໝັ້ນ​ວ່າ​ພະເຈົ້າ​ມີ​ຄວາມ​ຮັກ​ແລະ​ກະລຸນາ ດັ່ງ​ນັ້ນ ລາວ​ບໍ່​ຢ້ານ​ທີ່​ຈະ​ຖາມ​ພະ​ເຢໂຫວາ​ອີກ ເຊັ່ນ: ເປັນ​ຫຍັງ​ພະ​ເຢໂຫວາ​ຍອມ​ໃຫ້​ສະພາບການ​ໃນ​ຢູດາ​ຊົ່ວ​ຮ້າຍ​ຂຶ້ນ​ເລື້ອຍໆ ແລະ​ປະຊາຊົນ​ທຸກ​ລຳບາກ​ຫຼາຍ​ຂຶ້ນ? ເປັນ​ຫຍັງ​ພະອົງ​ບໍ່​ຈັດການ​ທັນທີ? ເປັນ​ຫຍັງ​ຜູ້​ມີ​ອຳນາດ​ສູງ​ສຸດ​ຈຶ່ງ “ມິດ​ປາກ​ຢູ່” ແລະ​ຍອມ​ໃຫ້​ມີ​ຄວາມ​ຊົ່ວ​ຢູ່​ທຸກ​ບ່ອນ​ທັງໆທີ່​ພະ​ເຢໂຫວາ​ເປັນ​ຜູ້ “ບໍລິສຸດ” ແລະ “ພະອົງ​ມີ​ຕາ​ບໍລິສຸດ​ໂພດ​ຈຶ່ງ​ເຫັນ [“ບໍລິສຸດ​ເກີນ​ກວ່າ​ຈະ​ເບິ່ງ,” ລ.ມ.] ການ​ຮ້າຍ​ໄດ້.”

10. ເປັນ​ຫຍັງ​ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ຄື​ກັນ​ກັບ​ຫາບາກຸກ?

10 ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ຄື​ກັບ​ຫາບາກຸກ. ເຮົາ​ຟັງ​ພະ​ເຢໂຫວາ ເຮົາ​ໄວ້​ວາງໃຈ​ພະອົງ ເຮົາ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ​ເຊິ່ງ​ເຮັດ​ໃຫ້​ຄວາມ​ຫວັງ​ຂອງ​ເຮົາ​ເຂັ້ມແຂງ. ເຮົາ​ຍັງ​ໄດ້​ຍິນ​ເລື່ອງ​ຄຳ​ສັນຍາ​ຂອງ​ພະອົງ​ເມື່ອ​ຟັງ​ສິ່ງ​ທີ່​ອົງການ​ຂອງ​ພະອົງ​ສອນ. ແຕ່​ເຮົາ​ອາດ​ຈະ​ຍັງ​ສົງໄສ​ວ່າ: ‘ປານ​ໃດ​ຄວາມ​ທຸກ​ລຳບາກ​ຈະ​ໝົດ​ໄປ?’ ຂໍ​ເຮົາ​ມາ​ເບິ່ງ​ວ່າ​ຫາບາກຸກ​ໄດ້​ເຮັດ​ຫຍັງ​ຕໍ່​ໄປ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໄດ້​ບົດຮຽນ.

ລໍ​ຖ້າ​ໃຫ້​ພະ​ເຢໂຫວາ​ຈັດການ

11. ຫາບາກຸກ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ?

11 ອ່ານ​ຫາບາກຸກ 2:1. ການ​ທີ່​ຫາບາກຸກ​ເວົ້າ​ກັບ​ພະ​ເຢໂຫວາ​ເຮັດ​ໃຫ້​ລາວ​ມີ​ຄວາມ​ສະຫງົບ​ໃຈ ແລະ​ເຮັດ​ໃຫ້​ລາວ​ຕັ້ງ​ໃຈ​ລໍ​ຖ້າ​ພະ​ເຢໂຫວາ​ຈັດການ. ຫາບາກຸກ​ເວົ້າ​ເຖິງ​ຄວາມ​ຕັ້ງ​ໃຈ​ຂອງ​ລາວ​ອີກ​ເມື່ອ​ບອກ​ວ່າ: “ຂ້ອຍ​ຈະ​ລໍ​ຖ້າ​ຢູ່​ງຽບໆຈົນ​ກວ່າ​ຈະ​ເຖິງ​ວັນ​ນັ້ນ.” (ຫາບາກຸກ 3:16, ລ.ມ.) ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ​ຄົນ​ອື່ນໆຍັງ​ໄດ້​ລໍ​ຖ້າ​ພະ​ເຢໂຫວາ​ຈັດການ​ຄື​ກັນ. ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ເຮັດ​ໃຫ້​ເຮົາ​ມີ​ກຳລັງ​ໃຈ​ເພາະ​ພິສູດ​ໃຫ້​ເຫັນ​ວ່າ​ເຮົາ​ສາມາດ​ເຮັດ​ແບບ​ດຽວ​ກັນ​ໄດ້.—ມີເກ 7:7; ຢາໂກໂບ 5:7, 8

ເຮົາ​ຄວນ​ລໍ​ຖ້າ​ດ້ວຍ​ຄວາມ​ອົດ​ທົນ​ໃຫ້​ພະ​ເຢໂຫວາ​ລົງ​ມື​ຈັດການ​ແລະ​ໄວ້​ໃຈ​ວ່າ​ພະອົງ​ຈະ​ແກ້ໄຂ​ບັນຫາ​ຂອງ​ເຮົາ​ໃນ​ເວລາ​ທີ່​ພະອົງ​ເຫັນ​ວ່າ​ເໝາະ​ສົມ

12. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຫາບາກຸກ?

12 ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຄວາມ​ຕັ້ງ​ໃຈ​ຂອງ​ຫາບາກຸກ? ທຳອິດ ເຮົາ​ບໍ່​ຄວນ​ເຊົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ບໍ່​ວ່າ​ເຮົາ​ຈະ​ມີ​ບັນຫາ​ໃດ​ກໍ​ຕາມ. ສອງ ເຮົາ​ຈຳເປັນ​ຕ້ອງ​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ເຮົາ​ໂດຍ​ຜ່ານ​ທາງ​ຄຳພີ​ໄບເບິນ​ແລະ​ອົງການ. ສາມ ເຮົາ​ຄວນ​ລໍ​ຖ້າ​ດ້ວຍ​ຄວາມ​ອົດ​ທົນ​ໃຫ້​ພະ​ເຢໂຫວາ​ລົງ​ມື​ຈັດການ ແລະ​ໄວ້​ໃຈ​ວ່າ​ພະອົງ​ຈະ​ແກ້ໄຂ​ບັນຫາ​ຂອງ​ເຮົາ​ໃນ​ເວລາ​ທີ່​ພະອົງ​ເຫັນ​ວ່າ​ເໝາະ​ສົມ. ຖ້າ​ເຮົາ​ຮຽນ​ແບບ​ຫາບາກຸກ ເຮົາ​ກໍ​ຈະ​ມີ​ຄວາມ​ສະຫງົບ​ໃຈ​ແລະ​ອົດ​ທົນ​ໄດ້. ຄວາມ​ຫວັງ​ຂອງ​ເຮົາ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ແລະ​ມີ​ຄວາມ​ສຸກ​ບໍ່​ວ່າ​ຈະ​ມີ​ບັນຫາ​ແບບ​ໃດ​ກໍ​ຕາມ. ເຮົາ​ເຊື່ອ​ໝັ້ນ​ໄດ້​ວ່າ​ພໍ່​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ​ຈະ​ລົງ​ມື​ຈັດການ​ກັບ​ບັນຫາ​ເຫຼົ່າ​ນັ້ນ.—ໂລມ 12:12

13. ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ຫາບາກຸກ​ແນວ​ໃດ?

13 ອ່ານ​ຫາບາກຸກ 2:3. ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ພໍ​ໃຈ​ຫາບາກຸກ​ທີ່​ລາວ​ຕັດສິນ​ໃຈ​ລໍ​ຖ້າ​ໃຫ້​ພະອົງ​ລົງ​ມື​ແກ້ໄຂ​ຈັດການ. ຜູ້​ມີ​ອຳນາດ​ສູງ​ສຸດ​ຮູ້​ວ່າ​ຫາບາກຸກ​ກຳລັງ​ທົນ​ກັບ​ຄວາມ​ທຸກ​ລຳບາກ​ແບບ​ໃດ ສະນັ້ນ ພະອົງ​ຈຶ່ງ​ໃຫ້​ກຳລັງ​ໃຈ​ແລະ​ຢືນຢັນ​ດ້ວຍ​ຄວາມ​ຮັກ​ກັບ​ລາວ​ວ່າ​ພະອົງ​ຈະ​ຕອບ​ຄຳຖາມ​ທີ່​ຈິງ​ໃຈ​ນັ້ນ. ອີກ​ບໍ່​ດົນ​ຄວາມ​ກັງວົນ​ທັງ​ໝົດ​ຂອງ​ຫາບາກຸກ​ກໍ​ຈະ​ຖືກ​ແກ້ໄຂ​ຈັດການ. ຄື​ກັບ​ວ່າ​ພະ​ເຢໂຫວາ​ບອກ​ຫາບາກຸກ​ວ່າ: “ໃຫ້​ອົດ​ທົນ​ເອົາ​ເດີ້​ແລະ​ໄວ້​ໃຈ​ເຮົາ. ເຖິງ​ອາດ​ຈະ​ເບິ່ງ​ຄື​ວ່າ​ໃຊ້​ເວລາ​ດົນ ແຕ່​ເຮົາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຈົ້າ​ແນ່ນອນ.” ພະ​ເຢໂຫວາ​ເຕືອນ​ຫາບາກຸກ​ວ່າ​ພະອົງ​ຕັດສິນ​ໃຈ​ແລ້ວ​ວ່າ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ພະອົງ​ສຳເລັດ​ເມື່ອ​ໃດ. ສະນັ້ນ ພະອົງ​ຈຶ່ງ​ແນະນຳ​ຫາບາກຸກ​ໃຫ້​ລໍ​ຖ້າ​ຕໍ່​ໄປ ແລະ​ໃນ​ທີ່​ສຸດ​ລາວ​ຈະ​ບໍ່​ຜິດ​ຫວັງ​ແນ່ນອນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕັ້ງ​ໃຈ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ພະ​ເຢໂຫວາ? (ເບິ່ງ​ຂໍ້ 14)

14. ເຮົາ​ຄວນ​ຕັ້ງ​ໃຈ​ເຮັດ​ຫຍັງ​ເມື່ອ​ປະສົບ​ກັບ​ຄວາມ​ທຸກ​ລຳບາກ?

14 ເຮົາ​ກໍ​ຄື​ກັນ ເຮົາ​ຕ້ອງ​ລໍ​ຖ້າ​ໃຫ້​ພະ​ເຢໂຫວາ​ລົງ​ມື​ຈັດການ ແລະ​ເຮົາ​ກໍ​ຍັງ​ຕ້ອງ​ຕັ້ງ​ໃຈ​ຟັງ​ໃນ​ສິ່ງ​ທີ່​ພະອົງ​ບອກ. ແລ້ວ​ເຮົາ​ກໍ​ຈະ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ມີ​ຄວາມ​ສະຫງົບ​ໃຈ​ບໍ່​ວ່າ​ເຮົາ​ຈະ​ປະສົບ​ກັບ​ຄວາມ​ທຸກ​ລຳບາກ​ແບບ​ໃດ​ກໍ​ຕາມ. ພະ​ເຍຊູ​ແນະນຳ​ເຮົາ​ບໍ່​ໃຫ້​ຈົດຈໍ່​ຢູ່​ກັບ​ແຕ່ ‘ວັນ​ເວລາ’ ທີ່​ພະເຈົ້າ​ບໍ່​ທັນ​ບອກ​ລາຍ​ລະອຽດ. (ກິດຈະການ 1:7) ເຮົາ​ຕ້ອງ​ໄວ້​ວາງໃຈ​ວ່າ​ພະ​ເຢໂຫວາ​ຮູ້​ວ່າ​ຕອນ​ໃດ​ດີ​ທີ່​ສຸດ​ທີ່​ຈະ​ຈັດການ. ດັ່ງ​ນັ້ນ ເຮົາ​ບໍ່​ຄວນ​ຍອມ​ແພ້ ເຮົາ​ຕ້ອງ​ຖ່ອມ​ໃຈ ອົດ​ທົນ ແລະ​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ. ໃນ​ລະຫວ່າງ​ທີ່​ເຮົາ​ລໍ​ຖ້າ ເຮົາ​ຄວນ​ໃຊ້​ເວລາ​ຢ່າງ​ສະຫຼາດ​ແລະ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຄວາມ​ສາມາດ.—ມາລະໂກ 13:35-37; ຄາລາຊີ 6:9

ພະ​ເຢໂຫວາ​ຈະ​ໃຫ້​ຊີວິດ​ຕະຫຼອດ​ໄປ​ກັບ​ຄົນ​ທີ່​ໄວ້​ວາງໃຈ​ພະອົງ

15, 16. (ກ) ໃນ​ພະທຳ​ຫາບາກຸກ​ມີ​ຄຳ​ສັນຍາ​ຫຍັງ​ແດ່? (ຂ) ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຄຳ​ສັນຍາ​ເຫຼົ່າ​ນີ້?

15 ພະ​ເຢໂຫວາ​ສັນຍາ​ວ່າ: “ຄົນ​ດີ​ຈະ​ມີ​ຊີວິດ​ຢູ່​ເພາະ​ເຂົາ​ເຈົ້າ​ສັດ​ຊື່” ແລະ “ໂລກ​ຈະ​ເຕັມ​ໄປ​ດ້ວຍ​ຄົນ​ທີ່​ຮູ້ຈັກ​ຄວາມ​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ.” (ຫາບາກຸກ 2:4, 14, ລ.ມ.) ແນ່ນອນ ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ຊີວິດ​ຕະຫຼອດ​ໄປ​ກັບ​ຄົນ​ທີ່​ອົດ​ທົນ​ແລະ​ໄວ້​ວາງໃຈ​ໃນ​ພະອົງ.

16 ຄຳ​ສັນຍາ​ທີ່​ຂຽນ​ໄວ້​ໃນ​ຫາບາກຸກ 2:4 ນັ້ນ​ສຳຄັນ​ຫຼາຍ​ຈົນ​ໂປໂລ​ຍົກ​ຂຶ້ນ​ມາ​ເວົ້າ​ໃນ​ຈົດ​ໝາຍ​ຂອງ​ລາວ​ຕັ້ງ​ສາມ​ເທື່ອ! (ໂລມ 1:17; ຄາລາຊີ 3:11; ເຫບເລີ 10:38) ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ ບໍ່​ວ່າ​ຈະ​ເຈິ​ກັບ​ຄວາມ​ຫຍຸ້ງຍາກ​ຫຍັງ ເຮົາ​ກໍ​ຈະ​ເຫັນ​ຄຳ​ສັນຍາ​ຕ່າງໆຂອງ​ພະ​ເຢໂຫວາ​ສຳເລັດ​ເປັນ​ຈິງ ຖ້າ​ເຮົາ​ໄວ້​ວາງໃຈ​ພະອົງ. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຈົດຈໍ່​ກັບ​ຄວາມ​ຫວັງ​ຂອງ​ເຮົາ​ກ່ຽວ​ກັບ​ອະນາຄົດ.

17. ຖ້າ​ເຮົາ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ ພະອົງ​ຈະ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

17 ພະທຳ​ຫາບາກຸກ​ມີ​ບົດຮຽນ​ທີ່​ສຳຄັນ​ສຳລັບ​ທຸກ​ຄົນ​ທີ່​ມີ​ຊີວິດ​ໃນ​ສະໄໝ​ສຸດ​ທ້າຍ​ນີ້. ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ຊີວິດ​ຕະຫຼອດ​ໄປ​ກັບ​ຄົນ​ຊອບທຳ​ທີ່​ໄວ້​ວາງໃຈ​ພະອົງ. ດັ່ງ​ນັ້ນ ບໍ່​ວ່າ​ຈະ​ປະສົບ​ກັບ​ບັນຫາ​ຫຼື​ມີ​ຄວາມ​ອຸກ​ໃຈ​ຫຍັງ​ກໍ​ຕາມ ຂໍ​ໃຫ້​ເຮົາ​ເສີມ​ສ້າງ​ຄວາມ​ເຊື່ອ​ແລະ​ຄວາມ​ໄວ້​ວາງໃຈ​ໃນ​ພະເຈົ້າ​ໃຫ້​ຫຼາຍ​ຂຶ້ນ​ຕໍ່ໆໄປ. ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ຫາບາກຸກ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ພະອົງ​ຈະ​ປົກ​ປ້ອງ​ແລະ​ຊ່ວຍ​ເຮົາ​ໃຫ້​ລອດ​ຊີວິດ. ພະອົງ​ຂໍ​ໃຫ້​ເຮົາ​ໄວ້​ວາງໃຈ​ໃນ​ພະອົງ​ແລະ​ລໍ​ຖ້າ​ດ້ວຍ​ຄວາມ​ອົດ​ທົນ​ຈົນ​ເຖິງ​ເວລາ​ທີ່​ພະອົງ​ກຳນົດ​ໄວ້​ວ່າ​ຈະ​ໃຫ້​ລາຊະອານາຈັກ​ຂອງ​ພະອົງ​ມາ​ປົກຄອງ​ໂລກ. ໃນ​ຕອນ​ນັ້ນ ໂລກ​ຈະ​ມີ​ແຕ່​ຄົນ​ທີ່​ນະມັດສະການ​ພະ​ເຢໂຫວາ ເຂົາ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ແລະ​ສັນຕິສຸກ.—ມັດທາຍ 5:5; ເຫບເລີ 10:36-39

ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ມີ​ຄວາມ​ສຸກ

18. ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ສົ່ງ​ຜົນ​ຕໍ່​ຫາບາກຸກ​ແນວ​ໃດ?

18 ອ່ານ​ຫາບາກຸກ 3:16-19. ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ຫາບາກຸກ​ໄດ້​ສົ່ງ​ຜົນ​ຕໍ່​ລາວ​ຫຼາຍ. ລາວ​ໄດ້​ຄິດ​ຕຶກຕອງ​ສິ່ງ​ທີ່​ໜ້າ​ງຶດງໍ້​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະອົງ​ໃນ​ອະດີດ. ຕອນ​ນີ້ ຫາບາກຸກ​ໄວ້​ວາງໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ລາວ​ໝັ້ນ​ໃຈ​ວ່າ​ອີກ​ບໍ່​ດົນ​ພະອົງ​ຈະ​ລົງ​ມື​ຈັດການ! ສິ່ງ​ນີ້​ເຮັດ​ໃຫ້​ຜູ້​ພະຍາກອນ​ຫາບາກຸກ​ມີ​ກຳລັງ​ໃຈ ເຖິງ​ວ່າ​ລາວ​ຮູ້​ວ່າ​ອາດ​ຈະ​ຕ້ອງ​ທົນ​ທຸກ​ລຳບາກ​ອີກ​ຈັກ​ໄລຍະ​ໜຶ່ງ. ຫາບາກຸກ​ບໍ່​ໄດ້​ສົງໄສ​ຫຍັງ​ອີກ​ແລ້ວ ລາວ​ໄວ້​ວາງໃຈ​ຢ່າງ​ເຕັມທີ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ລາວ​ໃຫ້​ລອດ. ທີ່​ຈິງ ສິ່ງ​ທີ່​ລາວ​ຂຽນ​ໃນ​ຂໍ້ 18 ອາດ​ຈະ​ເປັນ​ໜຶ່ງ​ໃນ​ການ​ສະແດງ​ຄວາມ​ໄວ້​ວາງໃຈ​ທີ່​ເດັ່ນ​ທີ່​ສຸດ​ໃນ​ຄຳພີ​ໄບເບິນ. ຜູ້​ຊ່ຽວຊານ​ບາງ​ຄົນ​ເຊື່ອ​ວ່າ​ຂໍ້​ນີ້​ແປ​ວ່າ: “ຂ້ອຍ​ຈະ​ເຕັ້ນ​ດ້ວຍ​ຄວາມ​ຍິນດີ​ເພາະ​ພະເຈົ້າ ຂ້ອຍ​ປິ່ນ​ອ້ອມ​ຕົວ​ເອງ​ຍ້ອນ​ດີ​ໃຈ​ໃນ​ພະເຈົ້າ.” ນີ້​ເປັນ​ບົດຮຽນ​ທີ່​ສຳຄັນ​ຫຼາຍ​ສຳລັບ​ເຮົາ​ທຸກ​ຄົນ! ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ໃຫ້​ເຮົາ​ມີ​ຄຳ​ສັນຍາ​ທີ່​ດີ​ກ່ຽວ​ກັບ​ອະນາຄົດ​ເທົ່າ​ນັ້ນ ແຕ່​ພະອົງ​ຍັງ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ອີກ​ບໍ່​ດົນ​ພະອົງ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ເຫຼົ່າ​ນັ້ນ​ສຳເລັດ​ເປັນ​ຈິງ.

19. ຄື​ກັບ​ຫາບາກຸກ ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ກຳລັງ​ໃຈ​ຈາກ​ພະ​ເຢໂຫວາ?

19 ບົດຮຽນ​ສຳຄັນ​ທີ່​ເຮົາ​ໄດ້​ຮຽນ​ຮູ້​ຈາກ​ພະທຳ​ຫາບາກຸກ​ກໍ​ຄື ເຮົາ​ຕ້ອງ​ໄວ້​ວາງໃຈ​ພະ​ເຢໂຫວາ. (ຫາບາກຸກ 2:4) ເພື່ອ​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ​ຕໍ່ໆໄປ ເຮົາ​ຕ້ອງ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ​ເຂັ້ມແຂງ​ຂຶ້ນ. ດັ່ງ​ນັ້ນ ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ກໍ​ຄື: (1) ອະທິດຖານ​ເລື້ອຍໆ ບອກ​ພະ​ເຢໂຫວາ​ທຸກ​ເລື່ອງ​ທີ່​ເຮົາ​ກັງວົນ​ແລະ​ອຸກ​ໃຈ. (2) ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ເຮົາ​ໂດຍ​ຜ່ານ​ທາງ​ຄຳພີ​ໄບເບິນ​ແລະ​ເຮັດ​ຕາມ​ການ​ຊີ້​ນຳ​ຈາກ​ອົງການ​ຂອງ​ພະອົງ. (3) ໃຫ້​ສັດ​ຊື່​ແລະ​ອົດ​ທົນ​ໃນ​ຂະນະ​ທີ່​ລໍ​ຖ້າ​ພະ​ເຢໂຫວາ​ເຮັດ​ໃຫ້​ຄຳ​ສັນຍາ​ຕ່າງໆຂອງ​ພະອົງ​ສຳເລັດ​ເປັນ​ຈິງ. ຫາບາກຸກ​ໄດ້​ເຮັດ​ແນວ​ນັ້ນ ເຖິງ​ວ່າ​ລາວ​ຈະ​ທຸກ​ໃຈ​ຫຼາຍ ແຕ່​ເມື່ອ​ໄດ້​ລົມ​ກັບ​ພະ​ເຢໂຫວາ ໃນ​ທີ່​ສຸດ​ລາວ​ກໍ​ມີ​ກຳລັງ​ໃຈ​ແລະ​ມີ​ຄວາມ​ສຸກ! ຖ້າ​ເຮົາ​ຮຽນ​ແບບ​ຫາບາກຸກ ເຮົາ​ກໍ​ຈະ​ໄດ້​ຮັບ​ກຳລັງ​ໃຈ​ຄື​ກັບ​ວ່າ​ພະ​ເຢໂຫວາ​ພໍ່​ທີ່​ຮັກ​ໃນ​ສະຫວັນ​ກອດ​ເຮົາ​ຢ່າງ​ອົບອຸ່ນ. ຈະ​ມີ​ບ່ອນ​ໃດ​ບໍ​ໃນ​ໂລກ​ທີ່​ຊົ່ວ​ຮ້າຍ​ນີ້​ທີ່​ຈະ​ໃຫ້​ກຳລັງ​ໃຈ​ເຮົາ​ໄດ້​ຫຼາຍ​ກວ່າ​ນີ້?