ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 19

ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ​ປົກ​ປ້ອງ​ເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວ

ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ​ປົກ​ປ້ອງ​ເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວ

“ພະອົງ​ບໍ່​ເປັນ​ພະເຈົ້າ​ທີ່​ຊອບ​ໃຈ​ດ້ວຍ​ການ​ຊົ່ວ​ຮ້າຍ ການ​ຊົ່ວ​ຮ້າຍ​ຈະ​ບໍ່​ຢູ່​ນຳ​ພະອົງ.”—ເພງ. 5:4

ເພງ 142 ຍຶດ​ໝັ້ນ​ກັບ​ຄວາມ​ຫວັງ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ *

1-3. (ກ) ໃນ​ຄຳເພງ 5:4-6 ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ຄວາມ​ຊົ່ວ? (ຂ) ເປັນ​ຫຍັງ​ເຮົາ​ເວົ້າ​ໄດ້​ວ່າ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ຂັດ​ກັບ “ກົດ​ໝາຍ​ຂອງ​ພະ​ຄລິດ”?

ພະ​ເຢໂຫວາ​ພະເຈົ້າ​ກຽດ​ຊັງ​ຄວາມ​ຊົ່ວ​ຮ້າຍ​ທຸກ​ຮູບ​ແບບ. (ອ່ານ​ຄຳເພງ 5:4-6) ແນ່ນອນ ພະອົງ​ແຮ່ງ​ຕ້ອງ​ຮູ້ສຶກ​ກຽດ​ຊັງ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ຫຼາຍ​ແທ້ໆເພາະ​ເປັນ​ການ​ກະທຳ​ທີ່​ຊົ່ວ​ຮ້າຍ​ອີ່ຫຼີ! ຍ້ອນ​ເຮົາ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ຮຽນ​ແບບ​ພະອົງ ເຮົາ​ຈຶ່ງ​ກຽດ​ຊັງ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ຄື​ກັນ. ຖ້າ​ມີ​ເຫດການ​ນີ້​ເກີດ​ຂຶ້ນ​ໃນ​ປະຊາຄົມ​ຄລິດສະຕຽນ ເຮົາ​ຈະ​ບໍ່​ປົກ​ປ້ອງ​ຄົນ​ທີ່​ເຮັດ​ຜິດ ແລະ​ຈະ​ລົງ​ມື​ຈັດການ​ກັບ​ເລື່ອງ​ນີ້​ທັນທີ.—ໂລມ 12:9; ເຫບ. 12:15, 16

2 ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ທຸກ​ຮູບ​ແບບ​ຂັດ​ກັບ “ກົດ​ໝາຍ​ຂອງ​ພະ​ຄລິດ”! (ຄລາ. 6:2, ລ.ມ.) ເຮົາ​ຮູ້​ໄດ້​ແນວ​ໃດ? ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ຄວາມ​ກ່ອນ ກົດ​ໝາຍ​ຂອງ​ພະ​ຄລິດ​ຄື​ທຸກ​ສິ່ງ​ທີ່​ພະ​ເຍຊູ​ສອນ​ໂດຍ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ ເຊິ່ງ​ກົດ​ໝາຍ​ນີ້​ຖືກ​ສ້າງ​ຂຶ້ນ​ບົນ​ພື້ນຖານ​ຂອງ​ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ. ເນື່ອງ​ຈາກ​ຄລິດສະຕຽນ​ແທ້​ຢູ່​ພາຍ​ໃຕ້​ກົດ​ໝາຍ​ນີ້ ເຂົາ​ເຈົ້າ​ຈຶ່ງ​ປະຕິບັດ​ກັບ​ເດັກ​ໃນ​ແບບ​ທີ່​ເຮັດ​ໃຫ້​ຮູ້ສຶກ​ປອດໄພ​ແລະ​ໄດ້​ຮັບ​ຄວາມ​ຮັກ​ແທ້. ແຕ່​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ເປັນ​ການ​ກະທຳ​ທີ່​ເຫັນ​ແກ່​ຕົວ​ແລະ​ບໍ່​ຍຸຕິທຳ​ເຊິ່ງ​ເຮັດ​ໃຫ້​ເດັກ​ຮູ້ສຶກ​ບໍ່​ປອດໄພ​ແລະ​ຮູ້ສຶກ​ວ່າ​ບໍ່​ມີ​ໃຜ​ຮັກ.

3 ໜ້າ​ເສົ້າ ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ໄດ້​ແພ່​ຂະຫຍາຍ​ໄປ​ທົ່ວ​ໂລກ ແລະ​ແມ່ນ​ແຕ່​ຄລິດສະຕຽນ​ແທ້​ກໍ​ໄດ້​ຮັບ​ຜົນ​ກະທົບ​ຄື​ກັນ. ຍ້ອນ​ຫຍັງ? ຍ້ອນ “ຄົນ​ຊົ່ວ​ແລະ​ຄົນ​ລໍ້​ລວງ” ມີ​ຫຼາຍ​ຂຶ້ນ​ແລະ​ບາງ​ຄົນ​ອາດ​ພະຍາຍາມ​ເຂົ້າ​ມາ​ຄົບຫາ​ກັບ​ພີ່​ນ້ອງ​ໃນ​ປະຊາຄົມ. (2 ຕີໂມ. 3:13) ນອກ​ຈາກ​ນັ້ນ ບາງ​ຄົນ​ທີ່​ເປັນ​ສະມາຊິກ​ໃນ​ປະຊາຄົມ​ໄດ້​ເຮັດ​ຕາມ​ຄວາມ​ຕ້ອງການ​ທີ່​ຜິດໆແລະ​ໄດ້​ລ່ວງ​ລະເມີດ​ເດັກ​ທາງ​ເພດ. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ເປັນ​ຫຍັງ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ເປັນ​ຄວາມ​ຜິດ​ຮ້າຍແຮງ. ຈາກ​ນັ້ນ ເຮົາ​ຈະ​ມາ​ເບິ່ງ​ວ່າ​ຜູ້​ເຖົ້າ​ແກ່​ຄວນ​ເຮັດ​ແນວ​ໃດ​ເມື່ອ​ມີ​ການ​ເຮັດ​ຜິດ​ຮ້າຍແຮງ​ເຊິ່ງ​ລວມ​ເຖິງ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ ແລະ​ພໍ່​ແມ່​ຈະ​ປົກ​ປ້ອງ​ລູກ​ຂອງ​ຕົວ​ເອງ​ໄດ້​ແນວ​ໃດ. *

ຄວາມ​ຜິດ​ທີ່​ຮ້າຍແຮງ

4-5. ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ເປັນ​ການ​ເຮັດ​ຜິດ​ຕໍ່​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ​ແນວ​ໃດ?

4 ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ສົ່ງ​ຜົນ​ເສຍຫາຍ​ໄລຍະ​ຍາວ. ມັນ​ກໍ່​ຄວາມ​ເສຍຫາຍ​ໃຫ້​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ ລວມ​ເຖິງ​ຄົນ​ທີ່​ຮັກ​ລາວ ເຊັ່ນ: ສະມາຊິກ​ໃນ​ຄອບຄົວ​ແລະ​ພີ່​ນ້ອງ​ໃນ​ປະຊາຄົມ. ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ເປັນ​ຄວາມ​ຜິດ​ທີ່​ຮ້າຍແຮງ.

5 ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ເປັນ​ການ​ເຮັດ​ຜິດ​ຕໍ່​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ. * ການ​ເຮັດ​ໃຫ້​ຄົນ​ອື່ນ​ເຈັບ​ປວດ​ແລະ​ທໍລະມານ​ໃຈ​ເປັນ​ສິ່ງ​ທີ່​ຜິດ. ດັ່ງ​ທີ່​ເຮົາ​ຈະ​ໄດ້​ຮຽນ​ໃນ​ບົດ​ຄວາມ​ຕໍ່​ໄປ ຜູ້​ທີ່​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ໄດ້​ກໍ່​ຄວາມ​ເສຍຫາຍ​ໃຫ້​ເດັກ​ໃນ​ຫຼາຍໆດ້ານ. ລາວ​ທຳລາຍ​ຄວາມ​ໄວ້​ວາງໃຈ​ແລະ​ຄວາມ​ຮູ້ສຶກ​ປອດໄພ​ຂອງ​ເດັກ. ດັ່ງ​ນັ້ນ ເດັກ​ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ການ​ກະທຳ​ທີ່​ຊົ່ວ​ຮ້າຍ​ນີ້ ແລະ​ເດັກ​ທີ່​ຕົກ​ເປັນ​ເຫຍື່ອ​ຕ້ອງ​ໄດ້​ຮັບ​ການ​ປອບ​ໃຈ​ແລະ​ຄວາມ​ຊ່ວຍ​ເຫຼືອ.—1 ເທ. 5:14

6-7. ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ເປັນ​ການ​ເຮັດ​ຜິດ​ຕໍ່​ປະຊາຄົມ​ແລະ​ຕໍ່​ກົດ​ໝາຍ​ບ້ານ​ເມືອງ​ແນວ​ໃດ?

6 ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ເປັນ​ການ​ເຮັດ​ຜິດ​ຕໍ່​ປະຊາຄົມ​ຄລິດສະຕຽນ. ເມື່ອ​ມີ​ຄົນ​ໜຶ່ງ​ໃນ​ປະຊາຄົມ​ລ່ວງ​ລະເມີດ​ເດັກ​ທາງ​ເພດ ລາວ​ກໍ​ເຮັດ​ໃຫ້​ທັງ​ປະຊາຄົມ​ເສຍ​ຊື່ສຽງ. (ມັດ. 5:16; 1 ເປ. 2:12) ມັນ​ບໍ່​ຍຸຕິທຳ​ສຳລັບ​ຄລິດສະຕຽນ​ທີ່​ສັດ​ຊື່​ຫຼາຍ​ລ້ານ​ຄົນ​ເຊິ່ງ​ກຳລັງ​ພະຍາຍາມ “ຕໍ່​ສູ້​ເພື່ອ​ຄວາມ​ເຊື່ອ”! (ຢູເດ 3, ທ.ປ.) ເຮົາ​ຈະ​ບໍ່​ຍອມ​ໃຫ້​ຜູ້​ເຮັດ​ຜິດ​ຮ້າຍແຮງ​ທີ່​ບໍ່​ກັບ​ໃຈ​ເຊິ່ງ​ເຮັດ​ໃຫ້​ປະຊາຄົມ​ເສຍ​ຊື່ສຽງ​ຢູ່​ກັບ​ພວກ​ເຮົາ.

7 ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ເປັນ​ການ​ເຮັດ​ຜິດ​ຕໍ່​ກົດ​ໝາຍ​ບ້ານ​ເມືອງ. ຄລິດສະຕຽນ​ຕ້ອງ “ເຊື່ອ​ຟັງ​ຄົນ​ທີ່​ມີ​ອຳນາດ​ປົກຄອງ.” (ໂລມ 13:1, ລ.ມ.) ເຮົາ​ສະແດງ​ວ່າ​ເຮົາ​ຍອມ​ເຊື່ອ​ຟັງ​ຄົນ​ທີ່​ມີ​ອຳນາດ​ໂດຍ​ເຮັດ​ຕາມ​ກົດ​ໝາຍ​ບ້ານ​ເມືອງ. ຖ້າ​ບາງ​ຄົນ​ໃນ​ປະຊາຄົມ​ລະເມີດ​ກົດ​ໝາຍ​ອາຍາ ເຊັ່ນ: ລ່ວງ​ລະເມີດ​ເດັກ​ທາງ​ເພດ ລາວ​ກໍ​ເຮັດ​ຜິດ​ກົດ​ໝາຍ​ບ້ານ​ເມືອງ. (ສົມ​ທຽບ​ກັບ​ກິດຈະການ 25:8) ເຖິງ​ວ່າ​ຜູ້​ເຖົ້າ​ແກ່​ບໍ່​ມີ​ສິດ​ບັງຄັບ​ໃຊ້​ກົດ​ໝາຍ​ບ້ານ​ເມືອງ ແຕ່​ເຂົາ​ເຈົ້າ​ຈະ​ບໍ່​ປົກ​ປ້ອງ​ຜູ້​ທີ່​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ໄວ້​ຈາກ​ການ​ຮັບ​ໂທດ​ທາງ​ກົດ​ໝາຍ. (ໂລມ 13:4) ຜູ້​ທີ່​ເຮັດ​ຜິດ​ຈະ​ຕ້ອງ​ເກັບ​ກ່ຽວ​ຈາກ​ສິ່ງ​ທີ່​ລາວ​ເຮັດ.—ຄລາ. 6:7

8. ເມື່ອ​ຄົນ​ໜຶ່ງ​ເຮັດ​ຜິດ​ຕໍ່​ອີກ​ຄົນ​ໜຶ່ງ ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ?

8 ທີ່​ສຳຄັນ​ທີ່​ສຸດ ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ເປັນ​ການ​ເຮັດ​ຜິດ​ຕໍ່​ພະເຈົ້າ. (ເພງ. 51:4) ເມື່ອ​ຄົນ​ໜຶ່ງ​ເຮັດ​ຜິດ​ຕໍ່​ອີກ​ຄົນ​ໜຶ່ງ ລາວ​ກໍ​ຍັງ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ. ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ໃນ​ກົດ​ໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ຊາວ​ອິດສະລາແອນ ກົດ​ໝາຍ​ນັ້ນ​ບອກ​ວ່າ: ຖ້າ​ຄົນ​ໜຶ່ງ​ລັກ​ເຄື່ອງ​ຫຼື​ຫຼອກ​ລວງ​ເພື່ອນ​ບ້ານ ລາວ​ກໍ ‘ບໍ່​ສັດ​ຊື່​ຕໍ່​ພະ​ເຢໂຫວາ.’ (ເລວີ. 6:2-4) ດັ່ງ​ນັ້ນ ຖ້າ​ຄົນ​ໜຶ່ງ​ໃນ​ປະຊາຄົມ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ເຊິ່ງ​ເປັນ​ການ​ທຳລາຍ​ຄວາມ​ຮູ້ສຶກ​ປອດໄພ​ຂອງ​ເດັກ ກໍ​ເທົ່າ​ກັບ​ວ່າ​ລາວ​ບໍ່​ສັດ​ຊື່​ຕໍ່​ພະ​ເຢໂຫວາ. ລາວ​ກຳລັງ​ທຳລາຍ​ຊື່ສຽງ​ຂອງ​ພະອົງ​ຢ່າງ​ໃຫຍ່​ຫຼວງ. ຍ້ອນ​ແນວ​ນັ້ນ ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ຈຶ່ງ​ເປັນ​ການ​ກະທຳ​ຜິດ​ທີ່​ຮ້າຍແຮງ​ຕໍ່​ພະເຈົ້າ.

9. ຕະຫຼອດ​ຫຼາຍ​ປີ​ຜ່ານ​ມາ​ອົງການ​ຂອງ​ພະ​ເຢໂຫວາ​ຈັດ​ໃຫ້​ມີ​ຂໍ້​ມູນ​ຫຍັງ​ແດ່​ທີ່​ອາໄສ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ແລະ​ເປັນ​ຫຍັງ​ຈຶ່ງ​ຈັດ​ໃຫ້​ມີ​ຂໍ້​ມູນ​ເຫຼົ່າ​ນີ້?

9 ຕະຫຼອດ​ຫຼາຍ​ປີ​ຜ່ານ​ມາ ອົງການ​ຂອງ​ພະ​ເຢໂຫວາ​ຈັດ​ໃຫ້​ມີ​ຂໍ້​ມູນ​ຢ່າງ​ຫຼວງ​ຫຼາຍ​ທີ່​ອາໄສ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ເລື່ອງ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ. ຕົວຢ່າງ: ມີ​ຫຼາຍ​ບົດ​ຄວາມ​ໃນ​ຫໍສັງເກດການ ແລະ​ຕື່ນ​ເຖີດ! ທີ່​ເວົ້າ​ເຖິງ​ວິທີ​ທີ່​ຜູ້​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ຈະ​ຮັບ​ມື​ກັບ​ບາດ​ແຜ​ທາງ​ຈິດ​ໃຈ ແລະ​ວິທີ​ທີ່​ພໍ່​ແມ່​ຈະ​ປົກ​ປ້ອງ​ລູກ. ຜູ້​ເຖົ້າ​ແກ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ກ່ຽວ​ກັບ​ວິທີ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເພື່ອ​ຈັດການ​ກັບ​ເລື່ອງ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ. ອົງການ​ຍັງ​ກວດ​ຄືນ​ຢູ່​ເລື້ອຍໆກ່ຽວ​ກັບ​ວິທີ​ທີ່​ປະຊາຄົມ​ຕ່າງໆຈັດການ​ກັບ​ເລື່ອງ​ນີ້. ເປັນ​ຫຍັງ​ຈຶ່ງ​ເຮັດ​ແນວ​ນັ້ນ? ກໍ​ເພື່ອ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ວິທີ​ຈັດການ​ກັບ​ບັນຫາ​ນີ້​ສອດຄ່ອງ​ກັບ​ກົດ​ໝາຍ​ຂອງ​ພະ​ຄລິດ.

ວິທີ​ຈັດການ​ກັບ​ການ​ເຮັດ​ຜິດ​ຮ້າຍແຮງ

10-12. (ກ) ເມື່ອ​ຜູ້​ເຖົ້າ​ແກ່​ຈັດການ​ກັບ​ການ​ເຮັດ​ຜິດ​ຮ້າຍແຮງ ເຂົາ​ເຈົ້າ​ຕ້ອງ​ສຳນຶກ​ເຖິງ​ຫຍັງ ແລະ​ເຂົາ​ເຈົ້າ​ຄວນ​ເປັນ​ຫ່ວງ​ເລື່ອງ​ຫຍັງ​ແດ່? (ຂ) ຕາມ​ທີ່​ບອກ​ໄວ້​ໃນ​ຢາໂກໂບ 5:14, 15 ຜູ້​ເຖົ້າ​ແກ່​ພະຍາຍາມ​ເຮັດ​ຫຍັງ?

10 ເມື່ອ​ຜູ້​ເຖົ້າ​ແກ່​ຈັດການ​ກັບ​ການ​ເຮັດ​ຜິດ​ຮ້າຍແຮງ ເຂົາ​ເຈົ້າ​ສຳນຶກ​ວ່າ ຕາມ​ກົດ​ໝາຍ​ຂອງ​ພະ​ຄລິດ ເຂົາ​ເຈົ້າ​ຕ້ອງ​ປະຕິບັດ​ກັບ​ຝູງ​ແກະ​ດ້ວຍ​ຄວາມ​ຮັກ ແລະ​ເຮັດ​ສິ່ງ​ທີ່​ພະເຈົ້າ​ບອກ​ວ່າ​ຖືກຕ້ອງ​ແລະ​ຍຸຕິທຳ. ດັ່ງ​ນັ້ນ ຜູ້​ເຖົ້າ​ແກ່​ຕ້ອງ​ຄິດ​ຢ່າງ​ລະອຽດ​ກ່ຽວ​ກັບ​ຫຼາຍ​ຢ່າງ​ເມື່ອ​ຮູ້​ວ່າ​ມີ​ບາງ​ຄົນ​ເຮັດ​ຜິດ​ຮ້າຍແຮງ. ສິ່ງ​ສຳຄັນ​ທີ່​ສຸດ​ທີ່​ຜູ້​ເຖົ້າ​ແກ່​ເປັນ​ຫ່ວງ​ກໍ​ຄື ການ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ທີ່​ເຄົາລົບ​ນັບຖື. (ເລວີ. 22:31, 32; ມັດ. 6:9) ເຂົາ​ເຈົ້າ​ຍັງ​ຕ້ອງ​ເປັນ​ຫ່ວງ​ເລື່ອງ​ສະພາບ​ຄວາມ​ເຊື່ອ​ຂອງ​ພີ່​ນ້ອງ​ໃນ​ປະຊາຄົມ​ແລະ​ຕ້ອງ​ຊ່ວຍ​ເຫຼືອ​ຄົນ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ເຮັດ​ຜິດ.

11 ນອກ​ຈາກ​ນັ້ນ ຖ້າ​ຜູ້​ເຮັດ​ຜິດ​ເປັນ​ພີ່​ນ້ອງ​ໃນ​ປະຊາຄົມ ຜູ້​ເຖົ້າ​ແກ່​ຕ້ອງ​ຊ່ວຍ​ຄົນ​ນັ້ນ​ໃຫ້​ຟື້ນຟູ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ຖ້າ​ເປັນ​ໄປ​ໄດ້. (ອ່ານ​ຢາໂກໂບ 5:14, 15) ຄລິດສະຕຽນ​ຄົນ​ໜຶ່ງ​ທີ່​ເຮັດ​ຜິດ​ຮ້າຍແຮງ​ເປັນ​ຄື​ກັບ​ຄົນ​ປ່ວຍ ນີ້​ສະແດງ​ວ່າ​ລາວ​ມີ​ສາຍ​ສຳພັນ​ທີ່​ບໍ່​ດີ​ກັບ​ພະ​ເຢໂຫວາ. * ຜູ້​ເຖົ້າ​ແກ່​ກໍ​ປຽບ​ຄື​ກັບ​ທ່ານ​ໝໍ ເຂົາ​ເຈົ້າ​ຈະ​ພະຍາຍາມ​ເຮັດ​ໃຫ້ “ຄົນ​ປ່ວຍ [ຄົນ​ທີ່​ເຮັດ​ຜິດ] ຫາຍ​ດີ, ລ.ມ.” ຄຳ​ແນະນຳ​ຂອງ​ເຂົາ​ເຈົ້າ​ສາມາດ​ຊ່ວຍ​ຄົນ​ປ່ວຍ​ຟື້ນຟູ​ສາຍ​ສຳພັນ​ກັບ​ພະເຈົ້າ ແຕ່​ຜູ້​ທີ່​ເຮັດ​ຜິດ​ກໍ​ຕ້ອງ​ກັບ​ໃຈ​ຢ່າງ​ແທ້​ຈິງ​ເທົ່າ​ນັ້ນ.—ກິດ. 3:19; 2 ໂກ. 2:5-10

12 ແນ່ນອນ​ວ່າ​ຜູ້​ເຖົ້າ​ແກ່​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ໜັກ​ຫຼາຍ. ເຂົາ​ເຈົ້າ​ຮັກ​ແລະ​ເປັນ​ຫ່ວງ​ຝູງ​ແກະ​ຂອງ​ພະ​ເຢໂຫວາ​ຫຼາຍ ເພາະ​ພະອົງ​ມອບ​ໝາຍ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ແຍງ. (1 ເປ. 5:1-3) ເຂົາ​ເຈົ້າ​ຕ້ອງການ​ໃຫ້​ພີ່​ນ້ອງ​ຮູ້ສຶກ​ວ່າ​ປະຊາຄົມ​ເປັນ​ບ່ອນ​ປອດໄພ. ດັ່ງ​ນັ້ນ ເມື່ອ​ໄດ້​ຮັບ​ລາຍງານ​ວ່າ​ມີ​ການ​ເຮັດ​ຜິດ​ຮ້າຍແຮງ ເຊັ່ນ: ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ ເຂົາ​ເຈົ້າ​ຈຶ່ງ​ລົງ​ມື​ຈັດການ​ທັນທີ. ເຂົາ​ເຈົ້າ​ເຮັດ​ແນວ​ໃດ? ໃຫ້​ເຮົາ​ມາ​ພິຈາລະນາ​ຄຳຖາມ​ຢູ່​ຕົ້ນ​ຂໍ້  13,  15 ແລະ  17 ນຳ​ກັນ.

13-14. ເມື່ອ​ມີ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ ຜູ້​ເຖົ້າ​ແກ່​ຕ້ອງ​ແຈ້ງ​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ​ຕາມ​ລະບຽບ​ກົດ​ໝາຍ​ບໍ? ຂໍ​ໃຫ້​ອະທິບາຍ.

 13 ເມື່ອ​ມີ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ ຜູ້​ເຖົ້າ​ແກ່​ຕ້ອງ​ແຈ້ງ​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ​ຕາມ​ລະບຽບ​ກົດ​ໝາຍ​ບໍ? ແມ່ນ​ແລ້ວ. ໃນ​ປະເທດ​ທີ່​ມີ​ກົດ​ໝາຍ​ກຳນົດ​ໄວ້​ວ່າ​ຕ້ອງ​ລາຍງານ​ເລື່ອງ​ນີ້ ຜູ້​ເຖົ້າ​ແກ່​ກໍ​ຕ້ອງ​ເຮັດ​ຕາມ​ຂໍ້​ກຳນົດ​ນັ້ນ. (ໂລມ 13:1) ກົດ​ໝາຍ​ເຫຼົ່າ​ນັ້ນ​ບໍ່​ໄດ້​ຂັດ​ກັບ​ກົດ​ໝາຍ​ຂອງ​ພະເຈົ້າ. (ກິດ. 5:28, 29) ດັ່ງ​ນັ້ນ ເມື່ອ​ຜູ້​ເຖົ້າ​ແກ່​ໄດ້​ຍິນ​ວ່າ​ອາດ​ຈະ​ມີ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ ເຂົາ​ເຈົ້າ​ຈະ​ຕິດ​ຕໍ່​ສຳນັກງານ​ສາຂາ​ທັນທີ​ເພື່ອ​ຈະ​ຮູ້​ວ່າ​ຄວນ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ຖືກຕ້ອງ​ຕາມ​ກົດ​ໝາຍ.

14 ຜູ້​ເຖົ້າ​ແກ່​ຈະ​ບອກ​ກັບ​ເດັກ​ທີ່​ຕົກ​ເປັນ​ເຫຍື່ອ ພໍ່​ແມ່​ຂອງ​ເດັກ ແລະ​ບອກ​ຄົນ​ອື່ນໆທີ່​ຮູ້​ເລື່ອງ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ວ່າ ເຂົາ​ເຈົ້າ​ມີ​ສິດ​ທີ່​ຈະ​ໄປ​ແຈ້ງ​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ. ແຕ່​ຖ້າ​ຜູ້​ຖືກ​ກ່າວ​ຫາ​ເປັນ​ພີ່​ນ້ອງ​ໃນ​ປະຊາຄົມ​ແລະ​ສັງຄົມ​ຮັບ​ຮູ້​ເລື່ອງ​ນີ້​ເດ? ພີ່​ນ້ອງ​ທີ່​ແຈ້ງ​ຄວາມ​ເລື່ອງ​ນີ້​ຄວນ​ຮູ້ສຶກ​ວ່າ​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍ​ຊື່ສຽງ​ບໍ? ບໍ່​ແມ່ນ. ຜູ້​ທີ່​ເຮັດ​ຜິດ​ຕ່າງ​ຫາກ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍ​ຊື່ສຽງ.

15-16. (ກ) ຕາມ​ທີ່​ຂຽນ​ໄວ້​ໃນ 1 ຕີໂມເຕ 5:19 ເປັນ​ຫຍັງ​ຕ້ອງ​ມີ​ພະຍານ​ຢ່າງ​ໜ້ອຍ 2 ຄົນ​ກ່ອນ​ທີ່​ຜູ້​ເຖົ້າ​ແກ່​ຈະ​ຕັ້ງ​ຄະນະ​ກຳມະການ​ຕັດສິນ​ຄວາມ? (ຂ) ຜູ້​ເຖົ້າ​ແກ່​ຈະ​ເຮັດ​ແນວ​ໃດ​ເມື່ອ​ຮູ້​ວ່າ​ສະມາຊິກ​ຄົນ​ໜຶ່ງ​ໃນ​ປະຊາຄົມ​ລ່ວງ​ລະເມີດ​ເດັກ​ທາງ​ເພດ?

 15 ເປັນ​ຫຍັງ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ຕ້ອງ​ມີ​ພະຍານ​ຢ່າງ​ໜ້ອຍ 2 ຄົນ​ເພື່ອ​ພິສູດ​ວ່າ​ມີ​ການ​ເຮັດ​ຜິດ​ຮ້າຍແຮງ? ເພາະ​ນີ້​ເປັນ​ມາດຕະຖານ​ຄວາມ​ຍຸຕິທຳ​ອັນ​ສູງ​ສົ່ງ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ. ເມື່ອ​ຜູ້​ຖືກ​ກ່າວ​ຫາ​ບໍ່​ຍອມ​ຮັບ​ວ່າ​ເຮັດ​ຜິດ ດັ່ງ​ນັ້ນ ຕ້ອງ​ມີ​ພະຍານ​ຢ່າງ​ໜ້ອຍ 2 ຄົນ ເພື່ອ​ຜູ້​ເຖົ້າ​ແກ່​ຈະ​ຕັ້ງ​ຄະນະ​ກຳມະການ​ຕັດສິນ​ຄວາມ. (ບັນຍັດ. 19:15; ມັດ. 18:16; ອ່ານ 1 ຕີໂມເຕ 5:19) ນີ້​ໝາຍ​ຄວາມ​ວ່າ​ຕ້ອງ​ມີ​ພະຍານ 2 ຄົນ​ກ່ອນ​ບໍ​ຈຶ່ງ​ຈະ​ແຈ້ງ​ຄວາມ​ຕໍ່​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ​ໄດ້? ບໍ່​ແມ່ນ. ບໍ່​ຈຳເປັນ​ຕ້ອງ​ມີ​ພະຍານ 2 ຄົນ ຜູ້​ເຖົ້າ​ແກ່​ແລະ​ຄົນ​ອື່ນ​ສາມາດ​ແຈ້ງ​ຄວາມ​ຕໍ່​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ ໄດ້​ເລີຍ.

16 ເມື່ອ​ຜູ້​ເຖົ້າ​ແກ່​ຮູ້​ວ່າ​ສະມາຊິກ​ຄົນ​ໜຶ່ງ​ໃນ​ປະຊາຄົມ​ຖືກ​ກ່າວ​ຫາ​ວ່າ​ລ່ວງ​ລະເມີດ​ເດັກ​ທາງ​ເພດ ເຂົາ​ເຈົ້າ​ຈະ​ແຈ້ງ​ຄວາມ​ຕາມ​ລະບຽບ​ກົດ​ໝາຍ ແລ້ວ​ກໍ​ພະຍາຍາມ​ກວດ​ສອບ​ເບິ່ງ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ແທ້. ຈາກ​ນັ້ນ ເຂົາ​ເຈົ້າ​ຈະ​ເບິ່ງ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ວ່າ​ຈຳເປັນ​ຕ້ອງ​ຕັ້ງ​ຄະນະ​ກຳມະການ​ຕັດສິນ​ຄວາມ​ຫຼື​ບໍ່. ຖ້າ​ຜູ້​ຖືກ​ກ່າວ​ຫາ​ປະຕິເສດ​ຂໍ້​ກ່າວ​ຫາ ຜູ້​ເຖົ້າ​ແກ່​ຈະ​ຖາມ​ຄົນ​ທີ່​ຮູ້​ເຫັນ​ເຫດການ​ເລື່ອງ​ນີ້. ຖ້າ​ມີ​ພະຍານ​ຢ່າງ​ໜ້ອຍ 2 ຄົນ​ຄື​ຄົນ​ທີ່​ແຈ້ງ​ຂໍ້​ກ່າວ​ຫາ​ແລະ​ອີກ​ຄົນ​ໜຶ່ງ​ຢັ້ງຢືນ​ວ່າ​ຜູ້​ຖືກ​ກ່າວ​ຫາ​ໄດ້​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ແທ້ ຫຼື​ເຄີຍ​ເຮັດ​ແບບ​ນີ້​ກັບ​ເດັກ​ຄົນ​ອື່ນ​ມາ​ກ່ອນ ຜູ້​ເຖົ້າ​ແກ່​ກໍ​ສາມາດ​ຕັ້ງ​ຄະນະ​ກຳມະການ​ຕັດສິນ​ຄວາມ​ໄດ້. * ການ​ມີ​ພະຍານ​ຄົນ​ດຽວ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຂໍ້​ກ່າວ​ຫາ​ບໍ່​ແມ່ນ​ຄວາມ​ຈິງ. ເຖິງ​ວ່າ​ບໍ່​ມີ​ພະຍານ​ສອງ​ຄົນ​ຢັ້ງຢືນ​ຄວາມ​ຜິດ ແຕ່​ຜູ້​ເຖົ້າ​ແກ່​ກໍ​ຮູ້​ວ່າ​ຜູ້​ຖືກ​ກ່າວ​ຫາ​ອາດ​ເຮັດ​ຜິດ​ຮ້າຍແຮງ​ເຊິ່ງ​ເຮັດ​ໃຫ້​ຄົນ​ອື່ນ​ເຈັບ​ປວດ. ດັ່ງ​ນັ້ນ ຜູ້​ເຖົ້າ​ແກ່​ຈະ​ຕ້ອງ​ຊ່ວຍ​ເຫຼືອ​ຜູ້​ທີ່​ຮູ້ສຶກ​ເຈັບ​ປວດ. ນອກ​ຈາກ​ນັ້ນ ຜູ້​ເຖົ້າ​ແກ່​ກໍ​ຍັງ​ຕ້ອງ​ຕິດ​ຕາມ​ເບິ່ງ​ຄົນ​ທີ່​ຖືກ​ກ່າວ​ຫາ​ເພື່ອ​ປົກ​ປ້ອງ​ປະຊາຄົມ​ໃຫ້​ພົ້ນ​ຈາກ​ອັນຕະລາຍ.—ກິດ. 20:28

17-18. ຄະນະ​ກຳມະການ​ຕັດສິນ​ຄວາມ​ມີ​ໜ້າ​ທີ່​ຫຍັງ? ຂໍ​ໃຫ້​ອະທິບາຍ.

 17 ຄະນະ​ກຳມະການ​ຕັດສິນ​ຄວາມ​ມີ​ໜ້າ​ທີ່​ຫຍັງ? ຜູ້​ເຖົ້າ​ແກ່​ຈະ​ຕັດສິນ​ວ່າ​ຜູ້​ທີ່​ເຮັດ​ຜິດ​ຮ້າຍແຮງ​ນັ້ນ​ສົມຄວນ​ຈະ​ຢູ່​ໃນ​ປະຊາຄົມ​ຕໍ່​ໄປ​ຫຼື​ບໍ່. ຄຳ​ວ່າ “ຕັດສິນ​ຄວາມ” ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຜູ້​ເຖົ້າ​ແກ່​ຈະ​ຕັດສິນ​ວ່າ ຜູ້​ເຮັດ​ຜິດ​ຄວນ​ຖືກ​ລົງໂທດ​ຈາກ​ອຳນາດ​ປົກຄອງ​ບ້ານ​ເມືອງ​ຍ້ອນ​ລະເມີດ​ກົດ​ໝາຍ. ຜູ້​ເຖົ້າ​ແກ່​ຈະ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ວຽກ​ງານ​ຂອງ​ເຈົ້າ​ໜ້າ​ທີ່​ຝ່າຍ​ກົດ​ໝາຍ ແຕ່​ຈະ​ປ່ອຍ​ໃຫ້​ເຈົ້າ​ໜ້າ​ທີ່ດຳເນີນ​ຄະດີ​ຕາມ​ລະບຽບ​ກົດ​ໝາຍ.—ໂລມ 13:2-4; ຕິໂຕ 3:1

18 ເມື່ອ​ຜູ້​ເຖົ້າ​ແກ່​ເຮັດ​ໜ້າ​ທີ່​ໃນ​ຄະນະ​ກຳມະການ​ຕັດສິນ​ຄວາມ ເຂົາ​ເຈົ້າ​ຈະ​ຕັດສິນ​ສະເພາະ​ເລື່ອງ​ສາສະໜາ​ເທົ່າ​ນັ້ນ. ເຂົາ​ເຈົ້າ​ຈະ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເພື່ອ​ຕັດສິນ​ວ່າ​ຜູ້​ທີ່​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ກັບ​ໃຈ​ແທ້​ຫຼື​ບໍ່. ຖ້າ​ບໍ່​ກັບ​ໃຈ ລາວ​ກໍ​ຈະ​ຖືກ​ຕັດ​ສຳພັນ​ແລະ​ຈະ​ມີ​ຄຳ​ປະກາດ​ໃນ​ປະຊາຄົມ​ວ່າ​ລາວ​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ອີກ​ຕໍ່​ໄປ. (1 ໂກ. 5:11-13) ຖ້າ​ລາວ​ກັບ​ໃຈ ລາວ​ກໍ​ຍັງ​ເປັນ​ພີ່​ນ້ອງ​ຕໍ່​ໄປ. ແຕ່​ຜູ້​ເຖົ້າ​ແກ່​ຈະ​ບອກ​ລາວ​ວ່າ​ລາວ​ອາດ​ຈະ​ບໍ່​ມີ​ຄຸນສົມບັດ​ໄດ້​ຮັບ​ສິດທິ​ພິເສດ​ຫຼື​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃດໆໃນ​ປະຊາຄົມ​ຫຼາຍ​ປີ ຫຼື​ຕະຫຼອດ​ຊີວິດ. ຍ້ອນ​ຜູ້​ເຖົ້າ​ແກ່​ເປັນ​ຫ່ວງ​ຄວາມ​ປອດໄພ​ຂອງ​ເດັກ ຜູ້​ເຖົ້າ​ແກ່​ອາດ​ເຕືອນ​ພໍ່​ແມ່​ໃນ​ປະຊາຄົມ​ເປັນ​ການ​ສ່ວນ​ຕົວ​ວ່າ​ໃຫ້​ຕິດ​ຕາມ​ເບິ່ງ​ລູກ​ເມື່ອ​ລູກ​ຢູ່​ໃກ້​ກັບ​ຜູ້​ທີ່​ເຮັດ​ຜິດ​ນັ້ນ. ເມື່ອ​ຜູ້​ເຖົ້າ​ແກ່​ເຕືອນ​ພໍ່​ແມ່ ເຂົາ​ເຈົ້າ​ຄວນ​ຮັກສາ​ຄວາມ​ລັບ​ບໍ່​ໃຫ້​ໃຜ​ຮູ້​ວ່າ​ຄອບຄົວ​ໃດ​ທີ່​ຖືກ​ລ່ວງ​ລະເມີດ​ທາງ​ເພດ.

ວິທີ​ປົກ​ປ້ອງ​ລູກ​ຂອງ​ເຈົ້າ

ພໍ່​ແມ່​ປົກ​ປ້ອງ​ລູກ​ຈາກ​ການ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ໂດຍ​ອະທິບາຍ​ເລື່ອງ​ເພດ​ໃຫ້​ເໝາະ​ສົມ​ກັບ​ໄວ​ຂອງ​ລູກ. ພໍ່​ແມ່​ເຮັດ​ແບບ​ນີ້​ໄດ້​ໂດຍ​ໃຊ້​ຂໍ້​ມູນ​ທີ່​ອົງການ​ຂອງ​ພະເຈົ້າ​ຈັດ​ໃຫ້. (ເບິ່ງ​ບົດ​ຄວາມ​ທີ 19 ຂໍ້ 19-22)

19-22. ພໍ່​ແມ່​ຈະ​ເຮັດ​ແນວ​ໃດ​ເພື່ອ​ປົກ​ປ້ອງ​ລູກ? (ເບິ່ງ​ຮູບ​ໜ້າ​ປົກ)

19 ໃຜ​ມີ​ໜ້າ​ຮັບ​ຜິດ​ຊອບ​ປົກ​ປ້ອງ​ລູກ​ຈາກ​ອັນຕະລາຍ? ກໍ​ຄື​ພໍ່​ແມ່ * ລູກ​ຂອງ​ເຈົ້າ​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ​ຫຼາຍ​ເພາະ​ເປັນ “ມູນ [ມໍລະດົກ] ມາ​ແຕ່​ພະ​ເຢໂຫວາ.” (ເພງ. 127:3) ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຈົ້າ​ທີ່​ຈະ​ຕ້ອງ​ປົກ​ປ້ອງ​ລູກ. ແຕ່​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ປົກ​ປ້ອງ​ລູກ​ຈາກ​ການ​ລ່ວງ​ລະເມີດ​ທາງ​ເພດ?

20 ທຳອິດ ເຈົ້າ​ຕ້ອງ​ຮຽນ​ຮູ້​ວ່າ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ແມ່ນ​ຫຍັງ. ເຈົ້າ​ຕ້ອງ​ຮູ້​ວ່າ​ຄົນ​ແບບ​ໃດ​ທີ່​ມັກ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ແລະ​ເຂົາ​ເຈົ້າ​ໃຊ້​ວິທີ​ໃດ​ລໍ້​ລວງ​ເດັກ. ໃຫ້​ສັງເກດ​ເບິ່ງ​ວ່າ​ສະພາບການ​ແບບ​ໃດ​ຫຼື​ຄົນ​ແບບ​ໃດ​ທີ່​ເປັນ​ອັນຕະລາຍ. (ສຸພາ. 22:3; 24:3) ຂໍ​ໃຫ້​ຈື່​ວ່າ​ສ່ວນ​ຫຼາຍ​ແລ້ວ ຄົນ​ທີ່​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ມັກ​ເປັນ​ຄົນ​ທີ່​ເດັກ​ຮູ້ຈັກ​ແລະ​ໄວ້​ໃຈ.

21 ສອງ​ໃຫ້​ພະຍາຍາມ​ໃກ້​ຊິດ​ກັບ​ລູກ​ເພື່ອ​ລູກ​ຈະ​ກ້າ​ເວົ້າ​ນຳ​ແບບ​ເປີດ​ໃຈ. (ບັນຍັດ. 6:6, 7) ນີ້​ໝາຍ​ຄວາມ​ວ່າ​ຕ້ອງ​ເປັນ​ຜູ້​ຟັງ​ທີ່​ດີ. (ຢໂກ. 1:19) ຈື່​ໄວ້​ວ່າ​ເດັກ​ທີ່​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ບໍ່​ກ້າ​ເວົ້າ​ໃຫ້​ໃຜ​ຟັງ. ເຂົາ​ເຈົ້າ​ອາດ​ຢ້ານ​ວ່າ​ຄົນ​ອື່ນ​ບໍ່​ເຊື່ອ​ຫຼື​ຖືກ​ຄົນ​ທີ່​ເຮັດ​ຜິດ​ຂູ່​ວ່າ​ບໍ່​ໃຫ້​ບອກ​ໃຜ. ຖ້າ​ເຈົ້າ​ສັງເກດ​ເຫັນ​ວ່າ​ລູກ​ມີ​ພຶດຕິກຳ​ທີ່​ຜິດ​ປົກກະຕິ ໃຫ້​ພະຍາຍາມ​ຖາມ​ລູກ​ແບບ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ແລະ​ຕັ້ງ​ໃຈ​ຟັງ​ທຸກ​ສິ່ງ​ທີ່​ລູກ​ເວົ້າ.

22 ສາມ ໃຫ້​ສອນ​ລູກ​ຂອງ​ເຈົ້າ. ອະທິບາຍ​ເລື່ອງ​ເພດ​ໂດຍ​ໃຊ້​ຂໍ້​ມູນ​ທີ່​ເໝາະ​ສົມ​ກັບ​ໄວ​ຂອງ​ລູກ. ສອນ​ລູກ​ວ່າ​ຄວນ​ເວົ້າ​ຫຍັງ​ແລະ​ຄວນ​ເຮັດ​ແນວ​ໃດ​ຖ້າ​ມີ​ຄົນ​ພະຍາຍາມ​ຈັບ​ບາຍ​ລູກ​ຢ່າງ​ບໍ່​ເໝາະ​ສົມ. ໃຊ້​ຂໍ້​ມູນ​ທີ່​ອົງການ​ຂອງ​ພະເຈົ້າ​ຈັດ​ໃຫ້​ໃນ​ເລື່ອງ​ວິທີ​ປົກ​ປ້ອງ​ລູກ.—ເບິ່ງ​ຂອບ “ ສອນ​ຕົວ​ເອງ​ແລະ​ສອນ​ລູກ.

23. ເຮົາ​ຄວນ​ຖື​ວ່າ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ເປັນ​ແນວ​ໃດ ແລະ​ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

23 ເຮົາ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ ເຮົາ​ຖື​ວ່າ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ເປັນ​ຄວາມ​ຜິດ​ທີ່​ຮ້າຍແຮງ​ຫຼາຍ​ແລະ​ເປັນ​ການ​ກະທຳ​ທີ່​ຊົ່ວ​ຮ້າຍ​ອີ່ຫຼີ! ເນື່ອງ​ຈາກ​ເຮົາ​ຖືກ​ຄຸ້ມຄອງ​ດ້ວຍ​ກົດ​ໝາຍ​ຂອງ​ພະ​ຄລິດ ເຮົາ​ຈະ​ບໍ່​ປົກ​ປ້ອງ​ຜູ້​ທີ່​ລ່ວງ​ລະເມີດ​ເດັກ​ທາງ​ເພດ. ແຕ່​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ຜູ້​ທີ່​ເຈັບ​ປວດ​ເພາະ​ເຄີຍ​ຖືກ​ລ່ວງ​ລະເມີດ​ທາງ​ເພດ? ເຮົາ​ຈະ​ຕອບ​ຄຳຖາມ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.

ເພງ 103 ຜູ້​ບຳລຸງ​ລ້ຽງ​ຂອງ​ຂວັນ​ທີ່​ເປັນ​ມະນຸດ

^ ຂໍ້ 5 ບົດ​ຄວາມ​ນີ້​ເຮົາ​ຈະ​ພິຈາລະນາ​ວ່າ​ເຮົາ​ຈະ​ປົກ​ປ້ອງ​ເດັກ​ຈາກ​ການ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ໄດ້​ແນວ​ໃດ ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ຜູ້​ເຖົ້າ​ແກ່​ຈະ​ປົກ​ປ້ອງ​ປະຊາຄົມ​ໄດ້​ແນວ​ໃດ ແລະ​ພໍ່​ແມ່​ຈະ​ປົກ​ປ້ອງ​ລູກ​ຂອງ​ຕົວ​ເອງ​ໄດ້​ແນວ​ໃດ.

^ ຂໍ້ 3 ການ​ອະທິບາຍ​ສຳນວນ: ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ແມ່ນ​ການ​ທີ່​ຜູ້​ໃຫຍ່​ໄດ້​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ກັບ​ເດັກ​ເພື່ອ​ສະໜອງ​ຄວາມ​ຕ້ອງການ​ທາງ​ເພດ​ຂອງ​ຕົວ​ເອງ. ສິ່ງ​ນີ້​ຍັງ​ລວມ​ເຖິງ​ການ​ມີ​ເພດ​ສຳພັນ​ກັບ​ເດັກ ການ​ຮ່ວມ​ເພດ​ທາງ​ປາກ​ຫຼື​ທາງ​ຮູ​ທະວານ ການ​ລູບ​ຄຳ​ອະໄວຍະວະ​ເພດ ໜ້າ​ເອິກ ກົ້ນ ຫຼື​ການ​ກະທຳ​ອື່ນໆທີ່​ຜິດ​ສິນລະທຳ. ເຖິງ​ວ່າ​ສ່ວນ​ຫຼາຍ​ຄົນ​ທີ່​ຕົກ​ເປັນ​ເຫຍື່ອ​ຈະ​ເປັນ​ຜູ້​ຍິງ ແຕ່​ຜູ້​ຊາຍ​ຫຼາຍ​ຄົນ​ກໍ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ຄື​ກັນ. ແລະ​ເຖິງ​ວ່າ​ສ່ວນ​ຫຼາຍ​ຜູ້​ທີ່​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ຈະ​ເປັນ​ຜູ້​ຊາຍ ແຕ່​ຜູ້​ຍິງ​ຈຳນວນ​ໜຶ່ງ​ກໍ​ໄດ້​ເຮັດ​ຄື​ກັນ.

^ ຂໍ້ 5 ການ​ອະທິບາຍ​ສຳນວນ: ໃນ​ບົດ​ຄວາມ​ນີ້​ແລະ​ບົດ​ຄວາມ​ຕໍ່​ໄປ ຄຳ​ວ່າ: “ຜູ້​ທີ່​ຕົກ​ເປັນ​ເຫຍື່ອ” ໝາຍ​ເຖິງ​ຄົນ​ທີ່​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ຕັ້ງ​ແຕ່​ຕອນ​ເປັນ​ເດັກ. ເຮົາ​ໃຊ້​ຄຳ​ນີ້​ເພື່ອ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ ເດັກ​ນັ້ນ​ເປັນ​ຜູ້​ບໍລິສຸດ ລາວ​ຖືກ​ເຮັດ​ໃຫ້​ເຈັບ​ປວດ​ແລະ​ຖືກ​ເອົາ​ປຽບ.

^ ຂໍ້ 11 ຖ້າ​ຄົນ​ໜຶ່ງ​ເຮັດ​ຜິດ​ຮ້າຍແຮງ​ເພາະ​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ອ່ອນແອ ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລາວ​ຈະ​ບໍ່​ຮັບ​ຜິດ​ຊອບ​ຕໍ່​ສິ່ງ​ທີ່​ລາວ​ເຮັດ ລາວ​ຈະ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ການ​ກະທຳ​ຂອງ​ຕົນ​ເອງ ແລະ​ພະ​ເຢໂຫວາ​ຈະ​ຕັດສິນ​ຕາມ​ສິ່ງ​ທີ່​ລາວ​ເຮັດ.—ໂລມ 14:12

^ ຂໍ້ 16 ຜູ້​ເຖົ້າ​ແກ່​ຈະ​ບໍ່​ຂໍ​ໃຫ້​ເດັກ​ເວົ້າ​ເລື່ອງ​ນັ້ນ​ຕໍ່​ໜ້າ​ຄົນ​ທີ່​ຖືກ​ກ່າວ​ຫາ​ວ່າ​ລ່ວງ​ລະເມີດ​ເດັກ​ທາງ​ເພດ. ພໍ່​ແມ່​ຫຼື​ຄົນ​ອື່ນ​ທີ່​ເດັກ​ໄວ້​ໃຈ​ອາດ​ຈະ​ເລົ່າ​ໃຫ້​ຜູ້​ເຖົ້າ​ແກ່​ຟັງ​ວ່າ​ເດັກ​ເວົ້າ​ຫຍັງ​ໃຫ້​ຟັງ​ແດ່. ເມື່ອ​ເຮັດ​ແບບ​ນີ້ ເດັກ​ຈະ​ບໍ່​ໄດ້​ຮັບ​ຄວາມ​ເສຍຫາຍ​ທາງ​ຈິດ​ໃຈ​ຕື່ມ​ອີກ.

^ ຂໍ້ 19 ຂໍ້​ມູນ​ທີ່​ໃຫ້​ກັບ​ພໍ່​ແມ່​ຕໍ່​ໄປ​ນີ້​ສາມາດ​ໃຊ້​ໄດ້​ກັບ​ຜູ້​ປົກຄອງ​ເດັກ​ແລະ​ຄົນ​ອື່ນໆທີ່​ຮັບ​ຜິດ​ຊອບ​ເບິ່ງ​ແຍງ​ເດັກ​ຄື​ກັນ.