ບົດຄວາມສຶກສາທີ 20
ຈະປອບໃຈຄົນທີ່ເຄີຍຖືກລ່ວງລະເມີດທາງເພດໄດ້ແນວໃດ?
“ພະເຈົ້າແຫ່ງຄວາມເລົ້າໂລມໝົດສິ້ນ . . . ເລົ້າໂລມພວກເຮົາໃນການທຸກໂສກຂອງພວກເຮົາທຸກຢ່າງ.”—2 ໂກ. 1:3, 4
ເພງ 134 ລູກເປັນຂອງຂວັນຈາກພະເຈົ້າ
ໃຈຄວາມສຳຄັນ *
1-2. (ກ) ຕົວຢ່າງຫຍັງທີ່ສະແດງວ່າເປັນເລື່ອງທຳມະຊາດທີ່ມະນຸດເຮົາຕ້ອງການການປອບໃຈແລະສາມາດປອບໃຈຄົນອື່ນ? (ຂ) ເດັກບາງຄົນມີບາດແຜທີ່ຮ້າຍແຮງທາງຈິດໃຈຍ້ອນຫຍັງ?
ເປັນເລື່ອງທຳມະຊາດທີ່ມະນຸດເຮົາຕ້ອງການການປອບໃຈແລະສາມາດປອບໃຈຄົນອື່ນໄດ້. ຕົວຢ່າງ: ເມື່ອເດັກນ້ອຍແລ່ນລົ້ມຫົວເຂົ່າເຫຼີ້ນ ລາວກໍແລ່ນຮ້ອງໄຫ້ໄປຫາພໍ່ແມ່. ເຖິງວ່າພໍ່ແມ່ບໍ່ສາມາດປິ່ນປົວບາດແຜໄດ້ ແຕ່ເຂົາເຈົ້າກໍສາມາດອອຍຫຼືປອບໃຈລູກໄດ້ ເຂົາເຈົ້າອາດຖາມວ່າເປັນອີ່ຫຍັງລູກ ເຊັດນ້ຳຕາໃຫ້ ແລະເວົ້າໂອແພງລູກ. ບາງເທື່ອອາດຈະທາຢາແລະຕິດບາດໃຫ້ລູກ. ຈາກນັ້ນບໍ່ດົນ ລູກກໍເຊົາໄຫ້ແລະກໍໄປຫຼິ້ນຕໍ່. ເມື່ອເວລາຜ່ານໄປບາດແຜນັ້ນກໍເຊົາ.
2 ແຕ່ບາງເທື່ອເດັກອາດມີບາດແຜທີ່ຮ້າຍແຮງກວ່ານັ້ນ ເຊັ່ນ ອາດຖືກລ່ວງລະເມີດທາງເພດ. ເຂົາເຈົ້າອາດຈະຖືກເທື່ອດຽວ ຫຼືຫຼາຍເທື່ອເປັນເວລາຫຼາຍປີ. ບໍ່ວ່າຈະເປັນແບບໃດ ການລ່ວງລະເມີດທາງເພດຈະເຮັດໃຫ້ເຂົາເຈົ້າມີບາດແຜທາງອາລົມແລະຈິດໃຈທີ່ຝັງເລິກ. ບາງກໍລະນີຜູ້ທີ່ລ່ວງລະເມີດທາງເພດໄດ້ຖືກຈັບແລະຖືກລົງໂທດ ແຕ່ເບິ່ງຄືວ່າບາງຄົນບໍ່ໄດ້ຖືກລົງໂທດ. ເຖິງວ່າຜູ້ເຮັດຜິດໄດ້ຖືກລົງໂທດໄປແລ້ວ ແຕ່ເດັກທີ່ຖືກລ່ວງລະເມີດທາງເພດກໍຍັງມີບາດແຜຈົນຮອດຕອນໃຫຍ່.
3. ຕາມທີ່ຂຽນໄວ້ໃນ 2 ໂກລິນໂທ 1:3, 4 ພະເຢໂຫວາຢາກໃຫ້ແກະຂອງພະອົງໄດ້ຮັບຫຍັງ ແລະເຮົາຈະພິຈາລະນາຄຳຖາມຫຍັງ?
3 ຖ້າຄລິດສະຕຽນຄົນໜຶ່ງຖືກລ່ວງລະເມີດທາງເພດຕອນຍັງນ້ອຍແລະຍັງຮູ້ສຶກເຈັບປວດແລະທຸກໃຈ ສິ່ງໃດຈະຊ່ວຍລາວໄດ້? (ອ່ານ 2 ໂກລິນໂທ 1:3, 4) ແນ່ນອນ ພະເຢໂຫວາຢາກໃຫ້ແກະຂອງພະອົງໄດ້ຮັບຄວາມຮັກແລະການ ປອບໃຈ. ດັ່ງນັ້ນ ຂໍໃຫ້ເຮົາມາພິຈາລະນາ 3 ຄຳຖາມຕໍ່ໄປນີ້: (1) ເປັນຫຍັງຄົນທີ່ເຄີຍຖືກລ່ວງລະເມີດທາງເພດຕອນຍັງນ້ອຍຈຳເປັນຕ້ອງໄດ້ຮັບການປອບໃຈ? (2) ໃຜຈະປອບໃຈເຂົາເຈົ້າໄດ້? (3) ເຮົາຈະປອບໃຈເຂົາເຈົ້າໄດ້ແນວໃດ?
ເປັນຫຍັງເຂົາເຈົ້າຈຳເປັນຕ້ອງໄດ້ຮັບການປອບໃຈ?
4-5. (ກ) ເປັນຫຍັງເປັນເລື່ອງສຳຄັນທີ່ຈະຮູ້ວ່າເດັກຕ່າງຈາກຜູ້ໃຫຍ່? (ຂ) ການຖືກລ່ວງລະເມີດທາງເພດສົ່ງຜົນແນວໃດຕໍ່ຄວາມໄວ້ໃຈທີ່ເດັກນ້ອຍມີຕໍ່ຄົນອື່ນ?
4 ຜູ້ໃຫຍ່ບາງຄົນທີ່ເຄີຍຖືກລ່ວງລະເມີດທາງເພດຕອນຍັງນ້ອຍຈຳເປັນຕ້ອງໄດ້ຮັບການປອບໃຈເຖິງວ່າເຫດການນັ້ນຈະຜ່ານໄປຫຼາຍປີ. ຍ້ອນຫຍັງ? ເພື່ອຈະເຂົ້າໃຈເລື່ອງນີ້ ທຳອິດເຮົາຕ້ອງຮູ້ກ່ອນວ່າເດັກແຕກຕ່າງຈາກຜູ້ໃຫຍ່ຫຼາຍ. ເມື່ອຖືກລ່ວງລະເມີດທາງເພດ ຜົນກະທົບທີ່ເດັກໄດ້ຮັບຈະຕ່າງກັນຫຼາຍກັບຜູ້ໃຫຍ່. ຂໍໃຫ້ເຮົາມາເບິ່ງບາງຕົວຢ່າງນຳກັນ.
5 ເດັກຮູ້ສຶກຜູກພັນແລະໄວ້ໃຈຄົນທີ່ລ້ຽງດູເຂົາເຈົ້າ. ນີ້ເຮັດໃຫ້ເດັກຮູ້ສຶກປອດໄພແລະໄວ້ໃຈທຸກຄົນທີ່ຮັກເຂົາເຈົ້າ. (ເພງ. 22:9) ໜ້າເສົ້າ ສ່ວນຫຼາຍການລ່ວງລະເມີດເດັກທາງເພດມັກເກີດຂຶ້ນຢູ່ເຮືອນແລະຄົນທີ່ລ່ວງລະເມີດເດັກກໍຄືຄົນໃນຄອບຄົວແລະໝູ່ຂອງຄົນໃນຄອບຄົວ. ເມື່ອເດັກຖືກລ່ວງລະເມີດທາງເພດຈາກຄົນທີ່ເຂົາເຈົ້າໄວ້ໃຈ ມັນກໍເປັນເລື່ອງຍາກທີ່ເດັກຈະໄວ້ໃຈໃຜອີກເຖິງວ່າຈະຜ່ານໄປຫຼາຍປີ.
6. ເປັນຫຍັງການລ່ວງລະເມີດເດັກທາງເພດເປັນສິ່ງທີ່ໂຫດຮ້າຍແລະກໍ່ຜົນເສຍຫາຍ?
6 ເດັກບໍ່ສາມາດປົກປ້ອງຕົວເອງໄດ້ ແລະການລ່ວງລະເມີດເດັກທາງເພດເປັນສິ່ງທີ່ໂຫດຮ້າຍແລະກໍ່ຜົນເສຍຫາຍ. ການບັງຄັບເດັກໃຫ້ເຮັດສິ່ງທີ່ກ່ຽວຂ້ອງກັບເພດກ່ອນທີ່ເດັກຈະພ້ອມທາງດ້ານຮ່າງກາຍ ທາງອາລົມ ຫຼືຈິດໃຈທີ່ຈະມີເພດສຳພັນໃນຊີວິດຄູ່ ນັ້ນອາດເຮັດໃຫ້ເກີດຜົນເສຍຫາຍຫຼາຍກັບເດັກ. ການຖືກລ່ວງລະເມີດທາງເພດຈະເຮັດໃຫ້ເດັກເຂົ້າໃຈເລື່ອງເພດສຳພັນແບບຜິດໆ ຮູ້ສຶກວ່າຕົວເອງບໍ່ມີຄ່າ ແລະບໍ່ໄວ້ໃຈໃຜ.
7. (ກ) ເປັນຫຍັງເດັກຈຶ່ງຖືກຫຼອກລວງມາເພື່ອລ່ວງລະເມີດທາງເພດໄດ້ງ່າຍໆ ແລະຜູ້ລ່ວງລະເມີດເດັກທາງເພດອາດຕົວະເດັກແນວໃດ? (ຂ) ການຕົວະເຫຼົ່ານັ້ນສົ່ງຜົນຕໍ່ເດັກແນວໃດ?
7 ເດັກຍັງບໍ່ຮູ້ຈັກຄິດຫາເຫດຜົນ ບໍ່ຮູ້ວ່າອັນໃດເປັນອັນຕະລາຍທີ່ຕ້ອງຫຼີກລ່ຽງ. (1 ໂກ. 13:11) ດັ່ງນັ້ນ ເດັກຈຶ່ງຖືກຫຼອກລວງມາລ່ວງລະເມີດທາງເພດໄດ້ງ່າຍໆ. ຜູ້ລ່ວງລະເມີດເດັກທາງເພດອາດຕົວະເດັກວ່າ: ເດັກເປັນຜູ້ເຮັດຜິດ ບອກໃຫ້ເກັບເປັນຄວາມລັບ ບໍ່ມີໃຜເຊື່ອຄຳເວົ້າຂອງເດັກ ຫຼືອາດບອກວ່າການເຮັດສິ່ງທີ່ກ່ຽວຂ້ອງກັບເພດເປັນການສະແດງຄວາມຮັກແທ້ລະຫວ່າງຜູ້ໃຫຍ່ແລະເດັກ. ເດັກອາດເຂົ້າໃຈແບບນັ້ນຢູ່ດົນຫຼາຍປີຈົນກວ່າຈະຮູ້ວ່າເລື່ອງນັ້ນເປັນເລື່ອງຕົວະ. ເດັກອາດໃຫຍ່ຂຶ້ນໂດຍຄິດວ່າຕົວເອງເປິເປື້ອນ ບໍ່ມີຄ່າ ແລະບໍ່ສົມຄວນທີ່ຈະໄດ້ຮັບຄວາມຮັກຫຼືການປອບໃຈຈາກໃຜ.
8. ເປັນຫຍັງເຮົາໝັ້ນໃຈໄດ້ວ່າພະເຢໂຫວາສາມາດປອບໃຈຜູ້ທີ່ເຈັບປວດໃຈ?
8 ບໍ່ແປກທີ່ວ່າການລ່ວງລະເມີດເດັກທາງເພດຈະສົ່ງຜົນຕໍ່ເດັກເປັນເວລາຫຼາຍປີ. ການເຮັດແບບນີ້ ຈັ່ງແມ່ນຊົ່ວແທ້ໆ! ເລື່ອງນີ້ໄດ້ແພ່ຂະຫຍາຍຫຼາຍເຖິງຂັ້ນເຫັນແຈ້ງວ່າເຮົາຢູ່ໃນສະໄໝສຸດທ້າຍເຊິ່ງຜູ້ຄົນ ‘ບໍ່ມີຄວາມຮັກຕາມທຳມະຊາດ’ ແລະ ‘ຄົນຊົ່ວແລະຄົນລໍ້ລວງຈະທຳຊົ່ວຮ້າຍມາກຂຶ້ນ.’ (2 ຕີໂມ. 3:1-5, 13) ເລ່ລ່ຽມຂອງຊາຕານຊົ່ວຮ້າຍອີ່ຫຼີ ແລະໜ້າເສົ້າໃຈທີ່ມະນຸດບາງຄົນເຮັດຕາມມັນ. ແຕ່ພະເຢໂຫວາມີລິດອຳນາດຫຼາຍກວ່າຊາຕານແລະຜູ້ທີ່ເຮັດຕາມມັນ. ພະອົງຮູ້ແລະເຫັນສິ່ງທີ່ຊາຕານເຮັດມາຕະຫຼອດ. ເຮົາໝັ້ນໃຈໄດ້ວ່າພະອົງຮູ້ວ່າເຮົາເຈັບປວດໃຈຫຼາຍສ່ຳໃດແລະສາມາດປອບໃຈເຮົາໄດ້. ຈັ່ງແມ່ນເປັນພອນສຳລັບເຮົາແທ້ໆທີ່ໄດ້ຮັບໃຊ້ “ພະເຈົ້າແຫ່ງຄວາມເລົ້າໂລມໝົດສິ້ນ ພະອົງຜູ້ໂຜດເລົ້າໂລມພວກເຮົາໃນການທຸກໂສກຂອງພວກເຮົາທຸກຢ່າງ ເພື່ອພວກເຮົາຈະອາດເລົ້າໂລມຄົນທັງຫຼາຍທີ່ມີຄວາມທຸກໂສກທຸກຢ່າງ ໄດ້ດ້ວຍຄວາມເລົ້າໂລມທີ່ພວກເຮົາເອງໄດ້ຮັບແຕ່ພະເຈົ້າ.” (2 ໂກ. 1:3, 4) ແຕ່ພະເຢໂຫວາໃຊ້ໃຜເພື່ອໃຫ້ການປອບໃຈ?
ໃຜຈະປອບໃຈເຂົາເຈົ້າໄດ້?
9. ຕາມທີ່ດາວິດບອກໃນຄຳເພງ 27:10 ພະເຢໂຫວາຈະເຮັດແນວໃດກັບຄົນທີ່ພໍ່ແມ່ບໍ່ໄດ້ເອົາໃຈໃສ່?
9 ຄົນທີ່ຖືກລ່ວງລະເມີດທາງເພດໂດຍທີ່ພໍ່ແມ່ບໍ່ໄດ້ປົກປ້ອງຫຼືຄົນທີ່ຖືກລ່ວງລະເມີດທາງເພດໂດຍຄົນໃກ້ຊິດອາດຈຳເປັນຕ້ອງໄດ້ຮັບການປອບໃຈເປັນພິເສດ. ດາວິດຜູ້ຂຽນຄຳເພງຮູ້ວ່າພະເຢໂຫວາປອບໃຈສະເໝີຕົ້ນສະເໝີປາຍ. (ອ່ານຄຳເພງ 27:10) ດາວິດເຊື່ອວ່າພະເຢໂຫວາຈະເປັນພໍ່ສຳລັບຄົນທີ່ຖືກຄອບຄົວປະຕິເສດ. ພະອົງເຮັດແນວໃດ? ພະອົງໄດ້ໃຫ້ຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງເປັນຄືກັບຄອບຄົວຂອງເຮົາ. ຂໍໃຫ້ສັງເກດທີ່ພະເຍຊູບອກວ່າ ຄົນທີ່ນະມັດສະການພະເຢໂຫວາເປັນຄືກັບອ້າຍເອື້ອຍນ້ອງແລະເປັນຄືແມ່ຂອງເພິ່ນ.—ມັດ. 12:48-50
10. ອັກຄະສາວົກໂປໂລເວົ້າເຖິງວຽກຂອງລາວໃນຖານະຜູ້ເຖົ້າແກ່ແນວໃດ?
10 ລອງຄິດເຖິງຕົວຢ່າງໜຶ່ງທີ່ສະແດງວ່າພີ່ນ້ອງໃນປະຊາຄົມເປັນຄືກັບຄອບຄົວ. ອັກຄະສາວົກໂປໂລເປັນຜູ້ເຖົ້າແກ່ທີ່ສັດຊື່ແລະເຮັດວຽກໜັກ. ລາວເປັນຕົວຢ່າງທີ່ດີໃຫ້ພີ່ນ້ອງ ລາວເຖິງຂັ້ນໄດ້ຮັບການດົນໃຈໃຫ້ບອກຄົນອື່ນວ່າໃຫ້ຮຽນແບບລາວຄືດັ່ງທີ່ລາວຮຽນແບບພະຄລິດ. (1 ໂກ. 11:1) ຂໍໃຫ້ສັງເກດວິທີທີ່ໂປໂລເວົ້າເຖິງວຽກຂອງລາວໃນຖານະຜູ້ເຖົ້າແກ່ວ່າ: “ເຮົາປະຕິບັດກັບພວກເຈົ້າດ້ວຍຄວາມອ່ອນໂຍນຄືແມ່ລູກອ່ອນທະນຸຖະໜອມລູກຂອງຕົວເອງ.” (1 ເທ. 2:7, ລ.ມ.) ຜູ້ເຖົ້າແກ່ທີ່ສັດຊື່ໃນທຸກມື້ນີ້ກໍສາມາດໃຊ້ຖ້ອຍຄຳທີ່ນິ້ມນວນແລະອົບອຸ່ນໄດ້ຄືກັນເມື່ອໃຊ້ຄຳພີໄບເບິນປອບໃຈຄົນທີ່ຕ້ອງການຄວາມຊ່ວຍເຫຼືອ.
11. ອັນໃດສະແດງໃຫ້ເຫັນວ່າບໍ່ແມ່ນແຕ່ຜູ້ເຖົ້າແກ່ເທົ່ານັ້ນທີ່ປອບໃຈຄົນອື່ນ?
11 ມີແຕ່ຜູ້ເຖົ້າແກ່ເທົ່ານັ້ນບໍທີ່ປອບໃຈຄົນທີ່ເຄີຍຖືກລ່ວງລະເມີດທາງເພດໄດ້? ບໍ່. ເຮົາທຸກຄົນມີໜ້າທີ່ “ໃຫ້ກຳລັງໃຈກັນສະເໝີ.” (1 ເທ. 4:18, ລ.ມ.) ພີ່ນ້ອງ ຍິງທີ່ມີຄວາມເປັນຜູ້ໃຫຍ່ແລະມີຄວາມເຊື່ອເຂັ້ມແຂງສາມາດຊ່ວຍພີ່ນ້ອງຍິງທີ່ຈຳເປັນຕ້ອງໄດ້ຮັບການປອບໃຈ. ພະເຢໂຫວາສົມທຽບຕົວເອງເປັນຄືກັບແມ່ທີ່ປອບໃຈລູກ. (ເອຊາ. 66:13) ຄຳພີໄບເບິນຂຽນກ່ຽວກັບຜູ້ຍິງຫຼາຍຄົນທີ່ປອບໃຈຄົນທີ່ມີຄວາມທຸກໃຈ. (ໂຢບ 42:11) ເປັນເລື່ອງທີ່ດີແທ້ໆທີ່ພະເຢໂຫວາໃຫ້ພີ່ນ້ອງຍິງຊ່ວຍພີ່ນ້ອງຍິງທີ່ກຳລັງຕໍ່ສູ້ກັບຄວາມຮູ້ສຶກເຈັບປວດ! ໃນບາງກໍລະນີ ຜູ້ເຖົ້າແກ່ໜຶ່ງຫຼືສອງຄົນອາດຂໍພີ່ນ້ອງຍິງຄົນໜຶ່ງເປັນສ່ວນຕົວໃຫ້ຊ່ວຍພີ່ນ້ອງຍິງທີ່ຖືກລ່ວງລະເມີດທາງເພດ. * ພີ່ນ້ອງຍິງຄົນນັ້ນຄວນມີຄວາມເປັນຜູ້ໃຫຍ່ແລະມີຄວາມເຊື່ອເຂັ້ມແຂງ ແລະຜູ້ເຖົ້າແກ່ຕ້ອງຄິດຢ່າງຮອບຄອບວ່າຈະໃຫ້ຂໍ້ມູນຫຍັງແດ່ກັບພີ່ນ້ອງທີ່ໄປຊ່ວຍ.
ເຮົາຈະປອບໃຈເຂົາເຈົ້າໄດ້ແນວໃດ?
12. ເຮົາຈະບໍ່ຫຍຸ້ງກ່ຽວໃນເລື່ອງໃດ?
12 ແນ່ນອນ ເຮົາຈະບໍ່ຫຍຸ້ງກ່ຽວໃນເລື່ອງທີ່ເພື່ອນຄລິດສະຕຽນຢາກເກັບໄວ້ເປັນເລື່ອງສ່ວນຕົວ. (1 ເທ. 4:11) ແຕ່ເຮົາຈະເຮັດແນວໃດເພື່ອຊ່ວຍຄົນທີ່ຕ້ອງການຄວາມຊ່ວຍເຫຼືອແລະການປອບໃຈ? ໃຫ້ເຮົາມາເບິ່ງ 5 ວິທີຈາກຄຳພີໄບເບິນທີ່ໃຫ້ການປອບໃຈ.
13. ຕາມທີ່ 1 ກະສັດ 19:5-8 ທູດສະຫວັນຂອງພະເຢໂຫວາໄດ້ເຮັດຫຍັງໃຫ້ເອລີຢາ ແລະເຮົາຈະຮຽນແບບໄດ້ແນວໃດ?
13 ເຮັດບາງຢ່າງເພື່ອຊ່ວຍເຂົາເຈົ້າ. ຕອນທີ່ຜູ້ພະຍາກອນເອລີຢາແລ່ນໜີເອົາຊີວິດລອດຈາກຄົນທີ່ຢາກຂ້າລາວ ລາວທໍ້ໃຈຫຼາຍຈົນຢາກຕາຍ. ພະເຢໂຫວາໄດ້ສົ່ງທູດສະຫວັນອົງໜຶ່ງໄປຫາລາວ. ທູດສະຫວັນໄດ້ໃຫ້ສິ່ງຈຳເປັນທີ່ລາວຕ້ອງມີ ນັ້ນຄືເຮັດອາຫານຮ້ອນໆໃຫ້ແລະເຊີນລາວໃຫ້ລຸກມາກິນ. (ອ່ານ 1 ກະສັດ 19:5-8) ເລື່ອງນີ້ເຮັດໃຫ້ເຮົາໄດ້ບົດຮຽນທີ່ເອົາໄປໃຊ້ໄດ້ ບາງເທື່ອການເຮັດສິ່ງທີ່ງ່າຍໆກໍສາມາດຊ່ວຍເຂົາເຈົ້າໄດ້ຫຼາຍ ເຊັ່ນ: ການແຕ່ງກິນໃຫ້ ການໃຫ້ຂອງຂວັນເລັກໆນ້ອຍໆ ການຂຽນກ໋າດຫຼືສົ່ງຂໍ້ຄວາມທີ່ໃຫ້ກຳລັງໃຈອາດເຮັດໃຫ້ຄົນທີ່ທໍ້ໃຈໝັ້ນໃຈວ່າເຮົາຮັກແລະເປັນຫ່ວງລາວຫຼາຍ. ຖ້າເຮົາຮູ້ສຶກບໍ່ສະດວກໃຈທີ່ຈະລົມເລື່ອງສ່ວນຕົວຂອງລາວ ຫຼືເລື່ອງທີ່ເຮັດໃຫ້ລາວເຈັບປວດ ເຮົາກໍອາດເຮັດສິ່ງດີໆເຫຼົ່ານັ້ນເພື່ອຊ່ວຍລາວ.
14. ເຮົາໄດ້ບົດຮຽນຫຍັງຈາກເລື່ອງຂອງເອລີຢາ?
14 ເຮັດໃຫ້ຄົນທີ່ທຸກໃຈຮູ້ສຶກປອດໄພແລະສະບາຍໃຈ. ເຮົາໄດ້ອີກບົດຮຽນໜຶ່ງຈາກເອລີຢາ. ພະເຢໂຫວາຊ່ວຍລາວຢ່າງໜ້າງຶດງໍ້ໃຫ້ສາມາດເດີນທາງໄປທີ່ພູໂຫເຣບໄດ້ເຊິ່ງເປັນໄລຍະທາງທີ່ໄກ. ເອລີຢາອາດຮູ້ສຶກປອດໄພເມື່ອຢູ່ພູໂຫເຣບເພາະຢູ່ຫ່າງໄກຈາກຜູ້ທີ່ຢາກຂ້າລາວ ແລະຍັງເປັນບ່ອນພະເຢໂຫວາເຄີຍເຮັດສັນຍາກັບປະຊາຊົນຂອງພະອົງເມື່ອຫຼາຍຮ້ອຍປີກ່ອນ. ເຮົາໄດ້ບົດຮຽນຫຍັງຈາກເລື່ອງນີ້? ຖ້າເຮົາຢາກປອບໃຈຜູ້ທີ່ຖືກລ່ວງລະເມີດທາງເພດ ທຳອິດເຮົາອາດຕ້ອງຊ່ວຍລາວໃຫ້ຮູ້ສຶກປອດໄພ. ເພື່ອເປັນຕົວຢ່າງ ຜູ້ເຖົ້າແກ່ຄວນສຳນຶກວ່າພີ່ນ້ອງຍິງທີ່ທຸກໃຈອາດຈະຮູ້ສຶກສະບາຍໃຈກວ່າຖ້າລົມກັນຢູ່ເຮືອນ. ສ່ວນບາງຄົນກໍອາດຈະຮູ້ສຶກວ່າລົມກັນຢູ່ຫໍປະຊຸມດີກວ່າ.
15-16. ການຕັ້ງໃຈຟັງໝາຍເຖິງການເຮັດຫຍັງແດ່?
15 ໃຫ້ຕັ້ງໃຈຟັງ. ຄຳພີໄບເບິນບອກຢ່າງຈະແຈ້ງວ່າ “ໃຫ້ຄົນທຸກຄົນວ່ອງໄວໆຈະຟັງ ໃຫ້ຊ້າໆຈະເວົ້າ.” (ຢໂກ. 1:19) ເຮົາຕັ້ງໃຈຟັງບໍ? ເຮົາອາດຄິດວ່າການຕັ້ງໃຈຟັງໝາຍເຖິງການຟັງຄົນອື່ນໂດຍບໍ່ເວົ້າຫຍັງ. ແຕ່ການຕັ້ງໃຈຟັງໝາຍເຖິງຫຼາຍກວ່ານັ້ນເຊັ່ນ: ພະເຢໂຫວາຕັ້ງໃຈຟັງຕອນທີ່ເອລີຢາລະບາຍຄວາມຮູ້ສຶກ ພະອົງເຂົ້າໃຈດີວ່າເອລີຢາຢ້ານແລະຮູ້ສຶກໂດດດ່ຽວ ແລະຮູ້ສຶກວ່າສິ່ງທີ່ລາວເຮັດຜ່ານມາບໍ່ມີຄ່າຫຍັງ. ພະເຢໂຫວາຊ່ວຍລາວໃຫ້ຮັບມືກັບຄວາມຮູ້ສຶກເຫຼົ່ານັ້ນດ້ວຍຄວາມຮັກ. ພະອົງສະແດງໃຫ້ເຫັນວ່າຕັ້ງໃຈຟັງເອລີຢາແທ້ໆ.—1 ກະ. 19:9-11, 15-18
16 ຕອນທີ່ຟັງ ເຮົາຈະສະແດງຄວາມຮັກໂດຍເຫັນອົກ1 ໂກ. 13:4, 7
ເຫັນໃຈແລະອີ່ດູສົງສານໄດ້ແນວໃດ? ບາງກໍລະນີ ຄຳເວົ້າທີ່ອົບອຸ່ນແລະຜ່ອນສັ້ນຜ່ອນຍາວຈະສະແດງເຖິງຄວາມຮູ້ສຶກຂອງເຮົາໄດ້ດີ. ເຈົ້າອາດເວົ້າວ່າ: “ຂ້ອຍເສຍໃຈນຳ ບໍ່ວ່າໃຜກໍບໍ່ຄວນຖືກຄົນອື່ນເຮັດແບບນັ້ນ!” ບາງເທື່ອເຈົ້າອາດຈະຖາມລາວໜຶ່ງຫຼືສອງຄຳຖາມເພື່ອແນ່ໃຈວ່າເຈົ້າເຂົ້າໃຈສິ່ງທີ່ລາວເວົ້າ. ເຈົ້າອາດຖາມວ່າ: “ຂໍເຈົ້າອະທິບາຍຕື່ມອີກໄດ້ບໍ?” ຫຼື “ທີ່ເຈົ້າເວົ້າມາ ຂ້ອຍເຂົ້າໃຈວ່າ . . . ເຈົ້າໝາຍເຖິງແນວນັ້ນບໍ?” ຄຳເວົ້າແບບນີ້ເຮັດໃຫ້ລາວໝັ້ນໃຈວ່າເຈົ້າຕັ້ງໃຈຟັງແລະພະຍາຍາມເຂົ້າໃຈລາວ.—17. ເປັນຫຍັງເຮົາຄວນອົດທົນ ແລະ “ຊ້າໆຈະເວົ້າ”?
17 ຂໍໃຫ້ຈື່ຫຼັກການທີ່ວ່າ: “ໃຫ້ຊ້າໆຈະເວົ້າ.” ບໍ່ຟ້າວຂັດຈັງຫວະເພື່ອໃຫ້ຄຳແນະນຳຫຼືປັບຄວາມຄິດຂອງຄົນນັ້ນ ແຕ່ໃຫ້ອົດທົນ! ເມື່ອເອລີຢາລະບາຍຄວາມຮູ້ສຶກກັບພະເຢໂຫວາ ລາວບອກວ່າລາວທຸກໃຈສ່ຳໃດແລະໂສກເສົ້າຫຼາຍແທ້ໆ. ຕໍ່ມາ ຫຼັງຈາກທີ່ພະເຢໂຫວາເຮັດໃຫ້ຄວາມເຊື່ອຂອງເອລີຢາເຂັ້ມແຂງຂຶ້ນ ລາວກໍຍັງຮູ້ສຶກຄືເກົ່າແລະເວົ້າແບບເກົ່າອີກ. (1 ກະ. 19:9, 10, 13, 14) ບົດຮຽນຄືຫຍັງ? ບາງເທື່ອຄົນທີ່ທຸກໃຈຢາກລະບາຍບໍ່ແມ່ນແຕ່ເທື່ອດຽວ. ຄ້າຍຄືກັບພະເຢໂຫວາ ເຮົາຄວນຕັ້ງໃຈຟັງຢ່າງອົດທົນ. ແທນທີ່ຈະພະຍາຍາມໃຫ້ຄຳແນະນຳເພື່ອແກ້ບັນຫາ ເຮົາຄວນເຫັນອົກເຫັນໃຈແລະອີ່ດູສົງສານເຂົາເຈົ້າ.—1 ເປ. 3:8
18. ເປັນຫຍັງການອະທິດຖານກັບຜູ້ທີ່ທຸກໃຈຈຶ່ງເຮັດໃຫ້ລາວມີກຳລັງໃຈໄດ້?
18 ອະທິດຖານຈາກໃຈກັບຄົນທີ່ຮູ້ສຶກເຈັບປວດໃຈ. ຄົນທີ່ທຸກໃຈອາດຈະຮູ້ສຶກວ່າຕົວເອງອະທິດຖານບໍ່ໄຫວ ຍ້ອນລາວອາດຮູ້ສຶກວ່າຕົວເອງບໍ່ມີຄ່າພໍທີ່ຈະເຂົ້າຫາພະເຢໂຫວາ. ຖ້າເຮົາຢາກປອບໃຈລາວ ເຮົາອາດຈະອະທິດຖານກັບລາວໂດຍໃຊ້ຊື່ຂອງລາວ ເຮົາອາດຈະເວົ້າວ່າລາວມີຄ່າຫຼາຍຕໍ່ທັງເຮົາແລະພີ່ນ້ອງໃນປະຊາຄົມ. ເຮົາອາດຂໍໃຫ້ພະເຢໂຫວາປອບໃຈແລະໃຫ້ກຳລັງໃຈລາວເຊິ່ງເປັນແກະທີ່ມີຄ່າຂອງພະອົງ. ຄຳອະທິດຖານແບບນັ້ນເຮັດໃຫ້ລາວມີກຳລັງໃຈແທ້ໆ.—ຢໂກ. 5:16
19. ເຮົາຄວນເຮັດຫຍັງກ່ອນທີ່ຈະໃຫ້ກຳລັງໃຈຄົນອື່ນ?
ສຸພາ. 12:18) ດັ່ງນັ້ນ ໃຫ້ຂໍພະເຢໂຫວາຊ່ວຍເຮົາໃຫ້ໃຊ້ຄຳເວົ້າທີ່ອ່ອນໂຍນ ໃຫ້ກຳລັງໃຈ ແລະປອບໃຈ. ຂໍຈື່ໄວ້ສະເໝີວ່າຄຳເວົ້າຂອງພະເຢໂຫວາທີ່ຢູ່ໃນຄຳພີໄບເບິນມີພະລັງຫຼາຍກວ່າຄຳເວົ້າໃດໆ.—ເຫບ. 4:12
19 ເລືອກຄຳເວົ້າທີ່ປິ່ນປົວແລະໃຫ້ກຳລັງໃຈ. ຂໍໃຫ້ຄິດດີໆກ່ອນເວົ້າ ເພາະຄຳເວົ້າເຮັດໃຫ້ເຈັບໃຈໄດ້ ແຕ່ຄຳເວົ້າດີໆສາມາດປິ່ນປົວໃຫ້ດີໄດ້. (20. ພີ່ນ້ອງທີ່ເຄີຍຖືກລ່ວງລະເມີດທາງເພດຄິດວ່າຕົວເອງເປັນແນວໃດ ແລະເຮົາຢາກໃຫ້ເຂົາເຈົ້າຮູ້ຫຍັງ?
20 ພີ່ນ້ອງບາງຄົນທີ່ເຄີຍຖືກລ່ວງລະເມີດທາງເພດອາດເຊື່ອຄຳຕົວະທີ່ວ່າເຂົາເຈົ້າເປິເປື້ອນ ບໍ່ມີຄ່າ ບໍ່ມີໃຜຮັກ ແລະບໍ່ດີພໍທີ່ໃຜຈະມາຮັກ. ມັນເປັນຄຳຕົວະທີ່ຊົ່ວຮ້າຍແທ້ໆ! ດັ່ງນັ້ນ ເຮົາຄວນຈະໃຊ້ຂໍ້ພະຄຳພີເພື່ອຊ່ວຍເຂົາເຈົ້າໃຫ້ເຫັນວ່າເຂົາເຈົ້າມີຄ່າຫຼາຍໃນສາຍຕາຂອງພະເຢໂຫວາ. (ເບິ່ງຂອບ “ ຂໍ້ພະຄຳພີທີ່ໃຫ້ການປອບໃຈ”) ຂໍໃຫ້ຄິດເຖິງຕອນທີ່ທູດສະຫວັນອົງໜຶ່ງມາໃຫ້ກຳລັງໃຈຜູ້ພະຍາກອນດານຽນຕອນທີ່ລາວອ່ອນແອແລະທຸກໃຈ. ພະເຢໂຫວາຢາກໃຫ້ດານຽນຮູ້ວ່າລາວມີຄ່າຫຼາຍຕໍ່ພະອົງ. (ດາ. 10:2, 11, 19) ພີ່ນ້ອງຂອງເຮົາທີ່ທຸກໃຈກໍມີຄ່າຫຼາຍຕໍ່ພະເຢໂຫວາຄືກັນ!
21. ໃນອະນາຄົດຈະເກີດຫຍັງຂຶ້ນກັບຄົນທີ່ເຮັດຜິດແລະບໍ່ກັບໃຈ ແລະຕອນນີ້ ເຮົາຄວນເຮັດຫຍັງ?
21 ເມື່ອເຮົາປອບໃຈຄົນອື່ນ ເຮົາເຮັດໃຫ້ເຂົາເຈົ້າຄິດເຖິງຄວາມຮັກຂອງພະເຢໂຫວາ. ເຮົາຍັງຕ້ອງບໍ່ລືມວ່າພະເຢໂຫວາເປັນພະເຈົ້າທີ່ຍຸຕິທຳ. ພະອົງຮູ້ວ່າໃຜແດ່ທີ່ຖືກລ່ວງລະເມີດທາງເພດເຖິງວ່າຄົນອື່ນບໍ່ຮູ້. ພະເຢໂຫວາເຫັນທຸກຢ່າງແລະຈະລົງໂທດທຸກຄົນທີ່ເຮັດຜິດແລະບໍ່ກັບໃຈ. (ຈົດເຊັນ. 14:18) ແຕ່ຕອນນີ້ ຂໍໃຫ້ເຮົາສະແດງຄວາມຮັກຕໍ່ຄົນທີ່ຖືກລ່ວງລະເມີດທາງເພດ. ນອກຈາກນັ້ນ ເຮົາໄດ້ກຳລັງໃຈແທ້ໆທີ່ຮູ້ວ່າພະເຢໂຫວາຈະປິ່ນປົວບາດແຜຂອງທຸກຄົນທີ່ຖືກຊາຕານແລະໂລກຂອງມັນທຳຮ້າຍ! ອີກບໍ່ດົນ ຈະບໍ່ມີໃຜຄິດເຖິງສິ່ງທີ່ເຈັບປວດໃຈອີກເລີຍ.—ເອຊາ. 65:17
ເພງ 109 ຮັກທີ່ແຮງກ້າສຸດຫົວໃຈ
^ ຂໍ້ 5 ຄົນທີ່ເຄີຍຖືກລ່ວງລະເມີດທາງເພດຕອນຍັງນ້ອຍອາດຕ້ອງປະເຊີນກັບບັນຫາຫຼາຍຢ່າງເຖິງວ່າເວລາໄດ້ຜ່ານໄປຫຼາຍປີ. ບົດຄວາມນີ້ຈະຊ່ວຍເຮົາໃຫ້ເຂົ້າໃຈຄວາມຮູ້ສຶກຂອງເຂົາເຈົ້າ ແລະເຮົາຍັງຈະພິຈາລະນາວ່າໃຜແດ່ທີ່ສາມາດເລົ້າໂລມຫຼືປອບໃຈເຂົາເຈົ້າໄດ້ ແລະສຸດທ້າຍເຮົາຈະພິຈາລະນາບາງວິທີທີ່ເຮົາຈະປອບໃຈເຂົາເຈົ້າໄດ້.
^ ຂໍ້ 11 ການທີ່ພີ່ນ້ອງທີ່ເຄີຍຖືກລ່ວງລະເມີດທາງເພດຄວນໄປຫາໝໍຫຼືບໍ່ເປັນການຕັດສິນໃຈສ່ວນຕົວ
^ ຂໍ້ 76 ຄຳອະທິບາຍຮູບພາບ: ພີ່ນ້ອງຍິງທີ່ມີຄວາມເປັນຜູ້ໃຫຍ່ແລະມີຄວາມເຊື່ອເຂັ້ມແຂງປອບໃຈພີ່ນ້ອງຍິງທີ່ຮູ້ສຶກເຈັບປວດໃຈ.
^ ຂໍ້ 78 ຄຳອະທິບາຍຮູບພາບ: ຜູ້ເຖົ້າແກ່ສອງຄົນໄປຢາມພີ່ນ້ອງຍິງທີ່ໂສກເສົ້າ. ພີ່ນ້ອງຍິງຄົນນີ້ໄດ້ຊວນພີ່ນ້ອງຍິງທີ່ມີຄວາມເປັນຜູ້ໃຫຍ່ທາງຄວາມເຊື່ອມານຳ.