ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 22

ປັບ​ປຸງ​ນິດໄສ​ການ​ສຶກສາ​ສ່ວນ​ຕົວ​ຂອງ​ເຈົ້າ!

ປັບ​ປຸງ​ນິດໄສ​ການ​ສຶກສາ​ສ່ວນ​ຕົວ​ຂອງ​ເຈົ້າ!

“ເບິ່ງ​ໃຫ້​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ.”—ຟີລິບ 1:10, ລ.ມ.

ເພງ 35 “ເບິ່ງ​ໃຫ້​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ”

ໃຈ​ຄວາມ​ສຳຄັນ *

1. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ບໍ່​ຢາກ​ສຶກສາ​ສ່ວນ​ຕົວ?

ໃນ​ທຸກ​ມື້​ນີ້ ຫຼາຍ​ຄົນ​ຕ້ອງ​ເຮັດ​ວຽກ​ໜັກ​ເພື່ອ​ຈະ​ຫາ​ລ້ຽງ​ຕົວ​ເອງ​ແລະ​ຄອບຄົວ. ພີ່​ນ້ອງ​ຂອງ​ເຮົາ​ຫຼາຍ​ຄົນ​ກໍ​ເຮັດ​ວຽກ​ຫຼາຍ​ຊົ່ວ​ໂມງ​ເພື່ອ​ຈະ​ມີ​ສິ່ງ​ຈຳເປັນ​ພື້ນຖານ​ໃນ​ຊີວິດ. ອີກ​ຫຼາຍ​ຄົນ​ກໍ​ໃຊ້​ເວລາ​ເດີນ​ທາງ​ຫຼາຍ​ຊົ່ວ​ໂມງ​ເພື່ອ​ໄປ​ເຮັດ​ວຽກ ແລະ​ສ່ວນ​ອີກ​ຫຼາຍ​ຄົນ​ກໍ​ເຮັດ​ວຽກ​ທີ່​ຕ້ອງ​ໃຊ້​ແຮງ​ງານ. ເມື່ອ​ຮອດ​ຕອນ​ຄ່ຳ ເຂົາ​ເຈົ້າ​ກໍ​ເມື່ອຍ​ຫຼາຍ​ຈົນ​ບໍ່​ມີ​ແຮງ​ທີ່​ຈະ​ສຶກສາ​ສ່ວນ​ຕົວ.

2. ເຈົ້າ​ຈັດ​ເວລາ​ຕອນ​ໃດ​ເພື່ອ​ສຶກສາ​ສ່ວນ​ຕົວ?

2 ເຖິງ​ວ່າ​ເປັນ​ແນວ​ນັ້ນ ເຮົາ​ກໍ​ຕ້ອງ ຈັດ​ເວລາ​ສຶກສາ​ຄຳພີ​ໄບເບິນ​ລວມ​ທັງ​ໜັງສື​ແລະ​ສື່​ຕ່າງໆຂອງ​ອົງການ​ຢ່າງ​ຈິງ​ຈັງ ເພາະ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ແລະ​ຊີວິດ​ຕະຫຼອດ​ໄປ​ຂຶ້ນ​ກັບ​ການ​ເຮັດ​ສິ່ງ​ນັ້ນ! (1 ຕີໂມ. 4:16) ບາງ​ຄົນ​ຕື່ນ​ແຕ່​ເຊົ້າ​ມາ​ສຶກສາ​ສ່ວນ​ຕົວ​ເພາະ​ສະໝອງ​ປອດ​ໂປ່ງ​ແລະ​ມັນ​ກໍ​ງຽບ​ດີ. ສ່ວນ​ບາງ​ຄົນ​ກໍ​ໃຊ້​ເວລາ​ສັ້ນໆກ່ອນ​ນອນ​ຕອນ​ທີ່​ບໍ່​ມີ​ຫຍັງ​ລົບກວນ.

3-4. ມີ​ການ​ປັບ​ປ່ຽນ​ຫຍັງ​ແດ່​ກ່ຽວ​ກັບ​ໜັງສື​ແລະ​ສື່​ຕ່າງໆຂອງ​ອົງການ ແລະ​ຍ້ອນ​ຫຍັງ?

3 ເຈົ້າ​ຄົງ​ເຫັນ​ດີ​ນຳ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຈັດ​ເວລາ​ສຶກສາ​ສ່ວນ​ຕົວ. ແຕ່​ເຮົາ​ຄວນ​ຈະ​ສຶກສາ​ເລື່ອງ​ຫຍັງ? ເຈົ້າ​ອາດ​ບອກ​ວ່າ: ‘ມີ​ຕັ້ງ​ຫຼາຍ​ຢ່າງ​ທີ່​ຈະ​ອ່ານ ເຮັດ​ແນວ​ໃດ​ຈຶ່ງ​ຊິ​ອ່ານ​ໝົດ.’ ພີ່​ນ້ອງ​ບາງ​ຄົນ​ສາມາດ​ຈັດ​ເວລາ​ອ່ານ​ແລະ​ເບິ່ງ​ທຸກ​ຢ່າງ​ຂອງ​ອົງການ​ໄດ້​ຈົນ​ໝົດ ແຕ່​ເປັນ​ເລື່ອງ​ຍາກ​ທີ່​ພີ່​ນ້ອງ​ບາງ​ຄົນ​ຈະ​ເຮັດ​ແບບ​ນັ້ນ​ໄດ້. ຄະນະ​ກຳມະການ​ປົກຄອງ​ຮູ້ຈັກ​ບັນຫາ​ນີ້ ເພິ່ນ​ຈຶ່ງ​ຕັດສິນ​ໃຈ​ຫຼຸດ​ການ​ຜະລິດ​ໜັງສື​ແລະ​ສື່​ຕ່າງໆໃນ​ອິນເຕີເນັດ​ລົງ.

4 ຕົວຢ່າງ​ເຊັ່ນ: ບໍ່​ມີ​ການ​ພິມ​ໜັງສື​ປະຈຳ​ປີ​ຂອງ​ພະຍານ​ພະ​ເຢໂຫວາ ອີກ​ແລ້ວ ເພາະ​ປະສົບການ​ທີ່​ໃຫ້​ກຳລັງ​ໃຈ​ສາມາດ​ເບິ່ງ​ໄດ້​ໃນ​ເວັບໄຊ jw.org® ແລະ​ໃນ​ລາຍການ​ໂທລະທັດ JW ປະຈຳ​ເດືອນ. ນອກ​ຈາກ​ນັ້ນ​ຍັງ​ໄດ້​ມີ​ການ​ຈັດ​ພິມ​ຫໍສັງເກດການ ສະບັບ​ສາທາລະນະ​ແລະ​ຕື່ນ​ເຖີດ! ອອກ​ຢ່າງ​ລະ 3 ເຫຼັ້ມ​ຕໍ່​ປີ​ເທົ່າ​ນັ້ນ. ການ​ປັບ​ປ່ຽນ​ເຫຼົ່າ​ນີ້​ບໍ່​ແມ່ນ​ເຮັດ​ເພື່ອ​ໃຫ້​ເຮົາ​ມີ​ເວລາ​ຫຼາຍ​ຂຶ້ນ​ສຳລັບ​ກິດຈະກຳ​ຢ່າງ​ອື່ນ ແຕ່​ເພື່ອ​ໃຫ້​ເຮົາ​ເອົາໃຈໃສ່​ຫຼາຍ​ຂຶ້ນ​ໃນ ‘ສິ່ງ​ທີ່​ສຳຄັນ​ກວ່າ.’ (ຟີລິບ 1:10, ລ.ມ.) ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ ເຮົາ​ຈະ​ຈັດ​ລຳດັບ​ຄວາມ​ສຳຄັນ​ແລະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ການ​ສຶກສາ​ສ່ວນ​ຕົວ​ໄດ້​ແນວ​ໃດ.

ຈັດ​ລຳດັບ​ຄວາມ​ສຳຄັນ

5-6. ມີ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ຈະ​ສຶກສາ​ຢ່າງ​ລະອຽດ?

5 ເຮົາ​ຄວນ​ສຶກສາ​ຫຍັງ​ກ່ອນ? ເຮົາ​ຄວນ​ໃຊ້​ເວລາ​ສຶກສາ​ຄຳພີ​ໄບເບິນ​ໃນ​ແຕ່​ລະ​ມື້. ມີ​ການ​ຫຼຸດ​ຈຳນວນ​ຂໍ້​ພະ​ຄຳພີ​ໃນ​ການ​ອ່ານ​ພະ​ຄຳພີ​ປະຈຳ​ອາທິດ​ລົງ​ເພື່ອ​ໃຫ້​ເຮົາ​ມີ​ເວລາ​ຫຼາຍ​ຂຶ້ນ​ທີ່​ຈະ​ຄິດ​ຕຶກຕອງ​ແລະ​ຄົ້ນ​ຄວ້າ​ເພີ່ມ​ອີກ. ເປົ້າ​ໝາຍ​ຂອງ​ເຮົາ​ບໍ່​ພຽງ​ແຕ່​ອ່ານ​ໃຫ້​ໝົດ​ທຸກ​ຂໍ້​ຊື່ໆ ແຕ່​ເພື່ອ​ຈະ​ໃຫ້​ເລື່ອງ​ທີ່​ອ່ານ​ເຂົ້າ​ເຖິງ​ຫົວໃຈ​ແລະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ.—ເພງ. 19:14

6 ມີ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ຈະ​ສຶກສາ​ຢ່າງ​ລະອຽດ? ເຮົາ​ຄວນ​ກຽມ​ຫໍສັງເກດການ ແລະ​ປຶ້ມ​ທີ່​ໃຊ້​ໃນ​ການ​ສຶກສາ​ພະ​ຄຳພີ​ປະຈຳ​ປະຊາຄົມ​ລວມ​ທັງ​ສ່ວນ​ອື່ນໆຂອງ​ການ​ປະຊຸມ​ກາງ​ອາທິດ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຄວນ​ອ່ານ​ຫໍສັງເກດການ ແລະ​ຕື່ນ​ເຖີດ! ທຸກ​ສະບັບ.

7. ເຮົາ​ຄວນ​ທໍ້​ໃຈ​ບໍ ຖ້າ​ເຮົາ​ນຳ​ບໍ່​ທັນ​ເລື່ອງ​ຕ່າງໆໃນ​ເວັບໄຊ jw.org® ລວມ​ທັງ​ລາຍການ​ໂທລະທັດ JW?

7 ເຈົ້າ​ອາດ​ບອກ​ວ່າ: ‘ກໍ​ດີ​ໄດ໋ ແຕ່​ເລື່ອງ​ຕ່າງໆໃນ​ເວັບໄຊ jw.org® ລວມ​ທັງ​ລາຍການ​ໂທລະທັດ JW ປະຈຳ​ເດືອນ​ເດ​ລະ? ມັນ​ຫຼາຍ​ອີ່ຫຼີ​ໄດ໋!’ ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ນີ້: ຮ້ານ​ບຸບເຟ້​ມີ​ອາຫານ​ແຊບໆຫຼາຍ​ເຍື່ອງ. ລູກ​ຄ້າ​ຈະ​ກິນ​ໝົດ​ທຸກ​ເຍື່ອງ​ບໍ່​ໄດ້​ດອກ ແຕ່​ເຂົາ​ເຈົ້າ​ຈະ​ເລືອກ​ກິນ​ພຽງ​ບາງ​ເຍື່ອງ. ຄ້າຍ​ຄື​ກັນ ຖ້າ​ເຈົ້າ​ນຳ​ບໍ່​ທັນ​ທຸກ​ຢ່າງ​ຂອງ​ອົງການ​ໃນ​ອິນເຕີເນັດ ກໍ​ຢ່າ​ຟ້າວ​ທໍ້​ໃຈ ໃຫ້​ອ່ານ​ແລະ​ເບິ່ງ​ເທົ່າ​ທີ່​ເຈົ້າ​ເຮັດ​ໄດ້. ບັດ​ນີ້ ຂໍ​ໃຫ້​ເຮົາ​ມາ​ພິຈາລະນາ​ວ່າ​ການ​ສຶກສາ​ໝາຍ​ເຖິງ​ຫຍັງ ແລະ​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ການ​ສຶກສາ​ສ່ວນ​ຕົວ.

ອອກ​ຄວາມ​ພະຍາຍາມ

8. ການ​ກຽມ​ຫໍສັງເກດການ ມີ​ຂັ້ນ​ຕອນ​ຫຍັງ​ແດ່ ແລະ​ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຖ້າ​ເຮັດ​ຕາມ​ຂັ້ນ​ຕອນ​ເຫຼົ່າ​ນັ້ນ?

8 ການ​ສຶກສາ​ໝາຍ​ເຖິງ​ການ​ຕັ້ງ​ໃຈ​ອ່ານ​ເພື່ອ​ເບິ່ງ​ວ່າ​ຈະ​ໄດ້​ຫຍັງ​ຈາກ​ເລື່ອງ​ທີ່​ອ່ານ. ການ​ສຶກສາ​ສ່ວນ​ຕົວ​ບໍ່​ແມ່ນ​ພຽງ​ແຕ່​ອ່ານ​ຜ່ານໆແລະ​ຂີດ​ກ້ອງ​ເອົາ​ຄຳຕອບ. ຕົວຢ່າງ: ເມື່ອ​ເຮົາ​ກຽມ​ຫໍສັງເກດການ ທຳອິດ​ໃຫ້​ເຮົາ​ເບິ່ງ​ໃຈ​ຄວາມ​ສຳຄັນ​ທີ່​ຢູ່​ຕົ້ນ​ບົດ​ຄວາມ​ກ່ອນ ແລ້ວ​ເບິ່ງ​ຊື່​ຫົວ​ເລື່ອງ ຫົວ​ຂໍ້​ຍ່ອຍ ແລະ​ຄຳຖາມ​ທົບ​ທວນ. ຈາກ​ນັ້ນ​ກໍ​ໃຫ້​ອ່ານ​ເລື່ອງ​ທັງ​ໝົດ​ຊ້າໆຢ່າງ​ລະອຽດ. ໃຫ້​ເບິ່ງ​ປະໂຫຍກ​ທີ່​ເປັນ​ຈຸດ​ຫຼັກ​ຂອງ​ຫຍໍ້​ໜ້າ ເຊິ່ງ​ປົກກະຕິ​ແລ້ວ​ມັກ​ຈະ​ເປັນ​ປະໂຫຍກ​ທຳອິດ. ໃນ​ປະໂຫຍກ​ນັ້ນ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຂໍ້​ນັ້ນ​ເນັ້ນ​ເລື່ອງ​ຫຍັງ. ເມື່ອ​ອ່ານ​ທັງ​ບົດ​ຄວາມ ໃຫ້​ຄິດ​ເບິ່ງ​ວ່າ​ແຕ່​ລະ​ຂໍ້​ນັ້ນ​ກ່ຽວ​ຂ້ອງ​ກັບ​ຫົວ​ຂໍ້​ຍ່ອຍ​ແລະ​ຫົວ​ເລື່ອງ​ຫຼັກ​ແນວ​ໃດ. ໃຫ້​ຈົດ​ຄຳ​ແລະ​ເລື່ອງ​ທີ່​ເຈົ້າ​ບໍ່​ຮູ້​ມາ​ກ່ອນ​ລວມ​ເຖິງ​ເລື່ອງ​ທີ່​ເຈົ້າ​ຢາກ​ຄົ້ນ​ຄວ້າ​ຕື່ມ​ອີກ.

9. (ກ) ຕອນ​ທີ່​ກຽມ​ຫໍສັງເກດການ ເປັນ​ຫຍັງ​ເຮົາ​ຄວນ​ເອົາໃຈໃສ່​ຂໍ້​ພະ​ຄຳພີ​ເປັນ​ພິເສດ ແລະ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? (ຂ) ໃນ​ໂຢຊວຍ 1:8 ເຮົາ​ຄວນ​ເຮັດ​ຫຍັງ​ນອກ​ຈາກ​ການ​ອ່ານ​ຂໍ້​ພະ​ຄຳພີ?

9 ການ​ສຶກສາ​ຫໍສັງເກດການ ຄື​ການ​ສຶກສາ​ຄຳພີ​ໄບເບິນ. ດັ່ງ​ນັ້ນ ຕອນ​ທີ່​ກຽມ​ຫໍສັງເກດການ ໃຫ້​ເອົາໃຈໃສ່​ຂໍ້​ພະ​ຄຳພີ​ເປັນ​ພິເສດ​ໂດຍ​ສະເພາະ​ແມ່ນ​ຂໍ້​ທີ່​ໃຫ້​ອ່ານ. ໃຫ້​ເບິ່ງ​ວ່າ​ມີ​ຄຳ​ໃດ​ຫຼື​ວະລີ​ໃດ​ໃນ​ຂໍ້​ພະ​ຄຳພີ​ທີ່​ກ່ຽວ​ຂ້ອງ​ກັບ​ຈຸດ​ສຳຄັນ​ຂອງ​ຫຍໍ້​ໜ້າ. ນອກ​ຈາກ​ນັ້ນ ໃຫ້​ໃຊ້​ເວລາ​ຄິດ​ຕຶກຕອງ​ຂໍ້​ຄຳພີ​ທີ່​ເຈົ້າ​ອ່ານ ແລ້ວ​ຄິດ​ເບິ່ງ​ວ່າ​ຈະ​ເອົາ​ໄປ​ໃຊ້​ໃນ​ຊີວິດ​ຂອງ​ເຈົ້າ​ແນວ​ໃດ.—ອ່ານ​ໂຢຊວຍ 1:8

ພໍ່​ແມ່ ຂໍ​ໃຫ້​ເຈົ້າ​ສອນ​ລູກ​ໃຫ້​ຮູ້​ວິທີ​ສຶກສາ​ສ່ວນ​ຕົວ (ເບິ່ງ​ຂໍ້ 10) *

10. ຕາມ​ທີ່​ຂຽນ​ໄວ້​ໃນ​ເຫບເລີ 5:14 ເປັນ​ຫຍັງ​ພໍ່​ແມ່​ຄວນ​ຈະ​ໃຊ້​ເວລາ​ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ​ເພື່ອ​ຈະ​ສອນ​ລູກ​ໃຫ້​ຮູ້​ວິທີ​ສຶກສາ​ແລະ​ຄົ້ນ​ຄວ້າ?

10 ແນ່ນອນ ພໍ່​ແມ່​ຢາກ​ໃຫ້​ລູກ​ຮູ້ສຶກ​ມ່ວນ​ຊື່ນ​ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ. ເຖິງ​ວ່າ​ພໍ່​ແມ່​ຄວນ​ວາງ​ແຜນ​ກ່ອນ​ວ່າ​ຈະ​ເຮັດ​ຫຍັງ ແຕ່​ກໍ​ບໍ່​ຈຳເປັນ​ຕ້ອງ​ເຮັດ​ກິດຈະກຳ​ທີ່​ພິເສດ​ທຸກ​ຄັ້ງ. ເຖິງ​ວ່າ​ການ​ນະມັດສະການ​ປະຈຳ​ຄອບຄົວ​ອາດ​ຈະ​ເປັນ​ການ​ເບິ່ງ​ລາຍການ​ໂທລະທັດ JW ປະຈຳ​ເດືອນ​ຫຼື​ເຮັດ​ກິດຈະກຳ​ພິເສດ​ອື່ນໆເຊັ່ນ ການ​ສ້າງ​ເຮືອ​ໂນເອ ແຕ່​ສິ່ງ​ສຳຄັນ​ກໍ​ຄື ສອນ​ລູກ​ໃຫ້​ຮູ້​ວິທີ​ສຶກສາ​ສ່ວນ​ຕົວ. ເຂົ້າ​ເຈົ້າ​ຕ້ອງ​ຮຽນ​ຮູ້​ວິທີ​ກຽມ​ສຳລັບ​ການ​ປະຊຸມ​ປະຈຳ​ປະຊາຄົມ​ຫຼື​ຄົ້ນ​ຄວ້າ​ກ່ຽວ​ກັບ​ບັນຫາ​ທີ່​ເຈິ​ຢູ່​ໂຮງ​ຮຽນ. (ອ່ານ​ເຫບເລີ 5:14) ຖ້າ​ລູກ​ໃຊ້​ເວລາ​ສຶກສາ​ຄົ້ນ​ຄວ້າ​ຢູ່​ເຮືອນ ມັນ​ກໍ​ງ່າຍ​ຂຶ້ນ​ທີ່​ເຂົາ​ເຈົ້າ​ຈະ​ຕັ້ງ​ໃຈ​ແລະ​ເຂົ້າ​ໃຈ​ການ​ປະຊຸມ​ປະຈຳ​ປະຊາຄົມ ການ​ປະຊຸມ​ໝວດ​ແລະ​ການ​ປະຊຸມ​ພາກ ເຊິ່ງ​ການ​ປະຊຸມ​ເຫຼົ່າ​ນັ້ນ​ອາດ​ຈະ​ບໍ່​ມີ​ວິດີໂອ​ປະກອບ. ແຕ່​ພໍ່​ແມ່​ຈະ​ໃຊ້​ເວລາ​ຫຼາຍ​ສ່ຳ​ໃດ​ໃນ​ການ​ສຶກສາ​ກັບ​ລູກ? ນັ້ນ​ກໍ​ຂຶ້ນ​ຢູ່​ກັບ​ອາຍຸ​ແລະ​ນິດໄສ​ຂອງ​ລູກ.

11. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ຊ່ວຍ​ນັກ​ສຶກສາ​ຄຳພີ​ໄບເບິນ​ໃຫ້​ຮູ້​ວິທີ​ສຶກສາ​ສ່ວນ​ຕົວຢ່າງ​ເລິກ​ເຊິ່ງ​ດ້ວຍ​ຕົວ​ເອງ?

11 ນັກ​ສຶກສາ​ຄຳພີ​ໄບເບິນ​ຂອງ​ເຮົາ​ຕ້ອງ​ຮູ້​ວິທີ​ສຶກສາ​ສ່ວນ​ຕົວ​ຄື​ກັນ. ຖ້າ​ເຂົາ​ເຈົ້າ​ຫາ​ກໍ​ເລີ່ມ​ສຶກສາ ເຮົາ​ດີ​ໃຈ​ທີ່​ເຫັນ​ເຂົາ​ເຈົ້າ​ພຽງ​ແຕ່​ຂີດ​ກ້ອງ​ເອົາ​ຄຳຕອບ​ເມື່ອ​ກຽມ​ສຳລັບ​ການ​ສຶກສາ​ພະ​ຄຳພີ​ຫຼື​ການ​ປະຊຸມ​ປະຈຳ​ປະຊາຄົມ. ແຕ່​ເຮົາ​ຕ້ອງ​ສອນ​ເຂົາ​ເຈົ້າ​ໃຫ້​ຮູ້​ວິທີ​ຄົ້ນ​ຄວ້າ​ແລະ​ສຶກສາ​ຢ່າງ​ເລິກ​ເຊິ່ງ​ຕອນ​ທີ່​ເຮົາ​ບໍ່​ໄດ້​ຢູ່​ນຳ. ດັ່ງ​ນັ້ນ ເມື່ອ​ເຂົາ​ເຈົ້າ​ເຈິ​ບັນຫາ ແທນ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ​ໃນ​ປະຊາຄົມ​ທັນທີ ເຂົາ​ເຈົ້າ​ຈະ​ຊອກ​ຫາ​ຄຳ​ແນະນຳ​ດ້ວຍ​ຕົວ​ເອງ​ໂດຍ​ຄົ້ນ​ຄວ້າ​ໜັງສື​ຕ່າງໆຂອງ​ເຮົາ.

ສຶກສາ​ແບບ​ມີ​ເປົ້າ​ໝາຍ

12. ເຮົາ​ອາດ​ຕັ້ງ​ເປົ້າ​ໝາຍ​ຫຍັງ​ແດ່​ກ່ອນ​ທີ່​ເຮົາ​ຈະ​ສຶກສາ?

12 ຖ້າ​ເຈົ້າ​ເປັນ​ຄົນ​ທີ່​ບໍ່​ມັກ​ສຶກສາ​ຢູ່​ແລ້ວ ເຈົ້າ​ອາດ​ຄິດ​ວ່າ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ມ່ວນ​ໃນ​ການ​ສຶກສາ. ແຕ່​ເຈົ້າ​ເຮັດ​ໄດ້. ໃຫ້​ເລີ່ມ​ສຶກສາ​ໂດຍ​ໃຊ້​ເວລາ​ສັ້ນໆໃນ​ແຕ່​ລະ​ຄັ້ງ ແລ້ວ​ກໍ​ຄ່ອຍໆເພີ່ມ​ເວລາ​ໃຫ້​ຫຼາຍ​ຂຶ້ນ. ທຸກ​ຄັ້ງ​ທີ່​ສຶກສາ​ໃຫ້​ຕັ້ງ​ເປົ້າ​ໝາຍ​ວ່າ​ເຈົ້າ​ຢາກ​ຮູ້​ເລື່ອງ​ຫຍັງ. ເປົ້າ​ໝາຍ​ສຳຄັນ​ທີ່​ສຸດ​ຄື​ຢາກ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເປົ້າ​ໝາຍ​ອື່ນ​ອາດ​ຈະ​ເປັນ​ການ​ຫາ​ຄຳຕອບ​ທີ່​ບາງ​ຄົນ​ຖາມ​ຫຼື​ຄົ້ນ​ຄວ້າ​ກ່ຽວ​ກັບ​ວິທີ​ຮັບ​ມື​ກັບ​ບັນຫາ​ທີ່​ເຮົາ​ປະສົບ.

13. (ກ) ຜູ້​ທີ່​ເປັນ​ນັກ​ຮຽນ​ຄວນ​ເຮັດ​ແນວ​ໃດ​ເພື່ອ​ຈະ​ອະທິບາຍ​ຄວາມ​ເຊື່ອ​ຢູ່​ໂຮງ​ຮຽນ? (ຂ) ເຈົ້າ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ໂກໂລດ 4:6 ໄດ້​ແນວ​ໃດ?

13 ຕົວຢ່າງ ເຈົ້າ​ຍັງ​ເປັນ​ນັກ​ຮຽນ​ຢູ່​ບໍ? ໝູ່​ຢູ່​ຫ້ອງ​ຂອງ​ເຈົ້າ​ອາດ​ຈະ​ເຊື່ອ​ທິດສະດີ​ວິວັດທະນາການ. ເຈົ້າ​ຢາກ​ອະທິບາຍ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ ແຕ່​ກໍ​ຮູ້ສຶກ​ວ່າ​ບໍ່​ມີ​ຄວາມ​ສາມາດ​ພຽງ​ພໍ. ສະນັ້ນ ເຈົ້າ​ຕ້ອງ​ເອົາ​ເລື່ອງ​ນີ້​ມາ​ສຶກສາ​ສ່ວນ​ຕົວ! ເຈົ້າ​ອາດ​ຈະ​ຕັ້ງ​ເປົ້າ​ໝາຍ 2 ຢ່າງ​ຄື: (1) ເຮັດ​ໃຫ້​ເຈົ້າ​ເອງ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ ແລະ (2) ປັບ​ປຸງ​ຄວາມ​ສາມາດ​ໃນ​ການ​ອະທິບາຍ​ຄວາມ​ເຊື່ອ. (ໂລມ 1:20; 1 ເປ. 3:15) ເຈົ້າ​ອາດ​ຖາມ​ຕົວ​ເອງ​ກ່ອນ​ວ່າ ‘ເປັນ​ຫຍັງ​ໝູ່​ຢູ່​ໂຮງ​ຮຽນ​ບອກ​ວ່າ​ເຊື່ອ​ໃນ​ເລື່ອງ​ວິວັດທະນາການ?’ ຈາກ​ນັ້ນ ຄົ້ນ​ຄວ້າ​ຢ່າງ​ລະອຽດ​ໃນ​ໜັງສື​ຕ່າງໆຂອງ​ເຮົາ. ການ​ອະທິບາຍ​ຄວາມ​ເຊື່ອ​ອາດ​ຈະ​ງ່າຍ​ກວ່າ​ທີ່​ເຈົ້າ​ໄດ້​ຄາດ​ຄິດ. ຄົນ​ສ່ວນ​ຫຼາຍ​ເຊື່ອ​ໃນ​ວິວັດທະນາການ​ຍ້ອນ​ຄົນ​ທີ່​ເຂົາ​ເຈົ້າ​ນັບຖື​ບອກ​ວ່າ​ມັນ​ເປັນ​ຄວາມ​ຈິງ. ຖ້າ​ເຈົ້າ​ໄດ້​ຂໍ້​ເທັດ​ຈິງ​ພຽງ​ແຕ່​ໜຶ່ງ​ຫຼື​ສອງ​ຢ່າງ​ກໍ​ອາດ​ຈະ​ພຽງ​ພໍ​ທີ່​ຈະ​ຊ່ວຍ​ຕອບ​ຄຳຖາມ​ຂອງ​ຜູ້​ທີ່​ຈິງ​ໃຈ​ຢາກ​ຮູ້​ຄວາມ​ຈິງ.—ອ່ານ​ໂກໂລດ 4:6

ກະຕຸ້ນ​ຕົວ​ເອງ​ໃຫ້​ຢາກ​ຮຽນ​ຮູ້

14-16. (ກ) ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ພະທຳ​ທີ່​ເຈົ້າ​ບໍ່​ຄ່ອຍ​ຮູ້? (ຂ) ໂດຍ​ໃຊ້​ຂໍ້​ພະ​ຄຳພີ​ທີ່​ຂຽນ​ໄວ້​ໃນ​ຂໍ້​ນີ້ ຂໍ​ໃຫ້​ອະທິບາຍ​ວິທີ​ທີ່​ຈະ​ເຂົ້າ​ໃຈ​ພາບ​ລວມ​ຂອງ​ພະທຳ​ອາໂມດ. (ເບິ່ງ​ຂອບ “ ເຮັດ​ໃຫ້​ບຸກຄົນ​ໃນ​ຄຳພີ​ໄບເບິນ​ມີ​ຕົວ​ຕົນ​ແທ້ໆສຳລັບ​ເຈົ້າ!”)

14 ສົມມຸດ​ວ່າ ໃນ​ການ​ປະຊຸມ​ຈະ​ມີ​ການ​ອ່ານ​ແລະ​ພິຈາລະນາ​ພະທຳ​ໜຶ່ງ​ຂອງ​ຄຳພີ​ໄບເບິນ​ເຊິ່ງ​ຜູ້​ພະຍາກອນ​ນ້ອຍ​ເປັນ​ຜູ້​ຂຽນ​ແລະ​ເຈົ້າ​ບໍ່​ຄ່ອຍ​ຮູ້ຈັກ​ເລື່ອງ​ຂອງ​ລາວ​ມາ​ກ່ອນ. ສິ່ງ​ທຳອິດ ເຈົ້າ​ອາດ​ກະຕຸ້ນ​ຕົວ​ເອງ​ໃຫ້​ສົນ​ໃຈ​ໃນ​ສິ່ງ​ທີ່​ຜູ້​ພະຍາກອນ​ນັ້ນ​ຂຽນ ແຕ່​ຈະ​ເຮັດ​ແບບ​ນີ້​ໄດ້​ແນວ​ໃດ?

15 ທຳອິດ ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຜູ້​ທີ່​ຂຽນ​ພະທຳ​ນີ້? ລາວ​ແມ່ນ​ໃຜ ລາວ​ເຄີຍ​ຢູ່​ໃສ ແລະ​ມີ​ອາຊີບ​ຫຍັງ?’ ພູມ​ຫຼັງ​ຂອງ​ລາວ​ອາດ​ເຮັດ​ໃຫ້​ເຮົາ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ລາວ​ເລືອກ​ຄຳ​ເວົ້າ​ຫຼື​ຕົວຢ່າງ​ປຽບ​ທຽບ​ແບບ​ນັ້ນ. ເມື່ອ​ເຈົ້າ​ອ່ານ​ຄຳພີ​ໄບເບິນ ໃຫ້​ເບິ່ງ​ຄຳ​ເວົ້າ​ທີ່​ອາດ​ຊ່ວຍ​ໃຫ້​ຮູ້ຈັກ​ນິດໄສ​ໃຈ​ຄໍ​ຂອງ​ຜູ້​ຂຽນ.

16 ຈາກ​ນັ້ນ ເພື່ອ​ຈະ​ເປັນ​ປະໂຫຍດ​ໃຫ້​ເບິ່ງ​ວ່າ​ພະທຳ​ນີ້​ຂຽນ​ເມື່ອ​ໃດ. ວິທີ​ງ່າຍໆແມ່ນ​ເບິ່ງ “ຕາ​ຕະລາງ​ພະທຳ​ຕ່າງໆໃນ​ຄຳພີ​ໄບເບິນ” ທີ່​ຢູ່​ທາງ​ຫຼັງ​ຂອງ​ຄຳພີ​ໄບເບິນ. ນອກ​ຈາກ​ນັ້ນ ເຈົ້າ​ອາດ​ຈະ​ເບິ່ງ​ພາກ​ຜະໜວກ ກ​6 ຢູ່​ໃນ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ (ພາສາໄທ) ເຊິ່ງ​ເປັນ​ແຜນ​ພູມ​ກ່ຽວ​ກັບ​ຜູ້​ພະຍາກອນ​ແລະ​ກະສັດ. ຖ້າ​ພະທຳ​ທີ່​ເຈົ້າ​ກຳລັງ​ສຶກສາ​ມີ​ຄຳ​ພະຍາກອນ​ຫຼາຍ ເປັນ​ສິ່ງ​ທີ່​ດີ​ທີ່​ຈະ​ຮຽນ​ຮູ້​ວ່າ​ຊີວິດ​ຂອງ​ຄົນ​ໃນ​ສະໄໝ​ນັ້ນ​ເປັນ​ແນວ​ໃດ. ຜູ້​ພະຍາກອນ​ຢາກ​ແກ້ໄຂ​ຄວາມ​ຄິດ​ຫຼື​ການ​ກະທຳ​ທີ່​ບໍ່​ດີ​ຫຍັງ​ແດ່? ມີ​ໃຜ​ແດ່​ທີ່​ຢູ່​ໃນ​ສະໄໝ​ດຽວ​ກັບ​ຜູ້​ຂຽນ? ເພື່ອ​ຈະ​ເຂົ້າ​ໃຈ​ພາບ​ລວມ​ຫຼາຍ​ຂຶ້ນ ເຈົ້າ​ສາມາດ​ເບິ່ງ​ພະທຳ​ອື່ນ​ໄປ​ນຳ. ຕົວຢ່າງ: ເພື່ອ​ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ອາໂມດ ຈະ​ເປັນ​ປະໂຫຍດ​ຫຼາຍ​ຖ້າ​ເບິ່ງ​ພະທຳ 2 ກະສັດ​ແລະ 2 ຂ່າວຄາວ​ເຊິ່ງ​ເປັນ​ຂໍ້​ອ້າງ​ໂຍງ​ໃນ​ອາໂມດ 1:1. ນອກ​ຈາກ​ນັ້ນ ເຈົ້າ​ອາດ​ຈະ​ເບິ່ງ​ພະທຳ​ໂອເຊ​ນຳ ເພາະ​ໂອເຊ​ອາດ​ຈະ​ຢູ່​ໃນ​ສະໄໝ​ດຽວ​ກັນ​ກັບ​ອາໂມດ. ຖ້າ​ເຈົ້າ​ເບິ່ງ​ພະທຳ​ເຫຼົ່າ​ນີ້ ເຈົ້າ​ກໍ​ຈະ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ສະໄໝ​ຂອງ​ອາໂມດ.—2 ກະ. 14:25-28; 2 ຂ່າວ. 26:1-15; ໂອ. 1:1-11; ອາໂມດ 1:1

ໃຫ້​ສົນ​ໃຈ​ລາຍ​ລະອຽດ

17-18. ຂໍ​ໃຫ້​ໃຊ້​ຕົວຢ່າງ​ທີ່​ຢູ່​ຂ້າງ​ເທິງ​ຫຼື​ຕົວຢ່າງ​ອື່ນ​ທີ່​ສະແດງ​ໃຫ້​ເຫັນ​ວ່າ ລາຍ​ລະອຽດ​ເລັກໆນ້ອຍໆທີ່​ເບິ່ງ​ຄື​ບໍ່​ສຳຄັນ​ສາມາດ​ເຮັດ​ໃຫ້​ການ​ສຶກສາ​ສ່ວນ​ຕົວ​ມ່ວນ​ໄດ້.

17 ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ ເປັນ​ເລື່ອງ​ທີ່​ດີ​ທີ່​ເຮົາ​ຈະ​ກະຕຸ້ນ​ຕົວ​ເອງ​ໃຫ້​ຢາກ​ຮຽນ​ຮູ້​ຫຼາຍ​ຂຶ້ນ. ສົມມຸດວ່າ ເຈົ້າ​ກຳລັງ​ອ່ານ​ຄຳ​ພະຍາກອນ​ຂອງ​ຊາກາລີ​ທີ່​ເວົ້າ​ລ່ວງ​ໜ້າ​ເຖິງ​ການ​ຕາຍ​ຂອງ​ເມຊີ. (ຊກາ. 12:10) ໃນ​ຂໍ້​ທີ 12 ເຈົ້າ​ອ່ານ​ວ່າ “ຄອບຄົວ​ນາທານ” ຮ້ອງໄຫ້​ເສຍໃຈ​ເມື່ອ​ເມຊີ​ຕາຍ. ແທນ​ທີ່​ຈະ​ອ່ານ​ຂໍ້​ນີ້​ແບບ​ຜ່ານໆ ເຈົ້າ​ຄວນ​ຈະ​ຢຸດ​ໄວ້​ແລະ​ຖາມ​ຕົວ​ເອງ​ວ່າ: ‘ຄອບຄົວ​ນາທານ​ກ່ຽວ​ຂ້ອງ​ກັບ​ເມຊີ​ແນວ​ໃດ? ມີ​ຂໍ້​ມູນ​ເພີ່ມ​ເຕີມ​ອີກ​ບໍ?’ ເຮົາ​ຄວນ​ຊອກ​ຂໍ້​ມູນ​ແບບ​ນັກ​ສືບ. ຖ້າ​ເຈົ້າ​ເບິ່ງ​ຂໍ້​ອ້າງ​ໂຍງ​ໃນ​ຊາກາລີ 12:12 ເຈົ້າ​ຈະ​ເຫັນ 2 ຊາເມືອນ 5:13, 14 ທີ່​ບອກ​ວ່າ​ນາທານ​ເປັນ​ລູກ​ຊາຍ​ຜູ້​ໜຶ່ງ​ຂອງ​ກະສັດ​ດາວິດ. ຂໍ້​ອ້າງ​ໂຍງ​ທີ​ສອງ​ແມ່ນ​ລືກາ 3:23, 31 ທີ່​ບອກ​ວ່າພະ​ເຍຊູ​ເປັນ​ເຊື້ອ​ສາຍ​ຂອງ​ນາທານ​ໂດຍ​ທາງ​ມາລີ. (ໃຫ້​ເບິ່ງ​ຫໍສັງເກດການ ສິງ​ຫາ 2017 ໜ້າ 32 ຫຍໍ້​ໜ້າ 4) ບັດ​ນີ້​ເຈົ້າ​ເລີ່ມ​ສົນ​ໃຈ​ແລ້ວ! ເຈົ້າ​ຮູ້​ວ່າ​ມີ​ການ​ບອກ​ລ່ວງ​ໜ້າ​ວ່າ​ພະ​ເຍຊູ​ຈະ​ເປັນ​ເຊື້ອ​ສາຍ​ຂອງ​ດາວິດ. (ມັດ. 22:42) ແຕ່​ດາວິດ​ມີ​ລູກ​ຊາຍ​ຫຼາຍ​ກວ່າ 20 ຄົນ ສະນັ້ນ ເປັນ​ຕາ​ງຶດ​ແມ່ນ​ບໍ​ທີ່​ຊາກາລີ​ບອກ​ວ່າ​ສະເພາະ​ຄອບຄົວ​ນາທານ​ຈະ​ຮ້ອງໄຫ້​ເສຍໃຈ​ຕອນ​ທີ່​ພະ​ເຍຊູ​ຕາຍ.

18 ຂໍ​ໃຫ້​ເບິ່ງ​ອີກ​ຕົວຢ່າງ​ໜຶ່ງ. ລືກາ​ບົດ​ທີ 1 ບອກ​ວ່າ​ມີ​ທູດ​ສະຫວັນ​ອົງ​ໜຶ່ງ​ຊື່​ຄາບ​ລຽນ​ມາ​ບອກ​ມາລີ​ວ່າ​ລາວ​ຈະ​ມີ​ລູກ​ຊາຍ​ທີ່ “ຈະ​ເປັນ​ຜູ້​ໃຫຍ່​ແລະ​ຈະ​ເປັນ​ທີ່​ເອີ້ນ​ຊື່​ວ່າ​ພະ​ບຸດ​ຂອງ​ພະເຈົ້າ​ອົງ​ທີ່​ສູງ​ສຸດ ແລະ​ພະ​ເຢໂຫວາ​ພະເຈົ້າ​ຈະ​ປະທານ​ພະ​ທີ່​ນັ່ງ​ຂອງ​ກະສັດ​ດາວິດ​ຜູ້​ເປັນ​ຕາ​ແຫ່ງ​ຕົນ​ໃຫ້​ແກ່​ພະອົງ ແລະ​ພະອົງ​ຈະ​ສະເຫວີຍ​ຄຸ້ມຄອງ [“ເປັນ​ກະສັດ​ປົກຄອງ,” ລ.ມ.] ເທິງ​ພວກ​ຂອງ​ທ່ານ​ຢາໂຄບ​ສືບໆໄປ​ເປັນ​ນິດ.” (ລືກາ 1:32, 33) ເຮົາ​ອາດ​ຈະ​ສົນ​ໃຈ​ແຕ່​ຄຳ​ເວົ້າ​ທຳອິດ​ຂອງ​ຄາບ​ລຽນ​ທີ່​ບອກ​ວ່າ​ພະ​ເຍຊູ “ຈະ​ເປັນ​ທີ່​ເອີ້ນ​ຊື່​ວ່າ​ພະ​ບຸດ​ຂອງ​ພະເຈົ້າ​ອົງ​ທີ່​ສູງ​ສຸດ.” ແຕ່​ຄາບ​ລຽນ​ຍັງ​ບອກ​ລ່ວງ​ໜ້າ​ວ່າ​ພະ​ເຍຊູ “ຈະ​ເປັນ​ກະສັດ.” ສະນັ້ນ ເຮົາ​ອາດ​ຖາມ​ຕົວ​ເອງ​ວ່າ ມາລີ​ຄິດ​ແນວ​ໃດ​ກັບ​ຄຳ​ເວົ້າ​ຂອງ​ທູດ​ສະຫວັນ​ຄາບ​ລຽນ? ລາວ​ເຂົ້າ​ໃຈ​ວ່າ​ພະ​ເຍຊູ​ຈະ​ມາ​ແທນ​ກະສັດ​ເຫໂລດ​ຫຼື​ຜູ້​ສືບ​ຕໍ່​ຕຳແໜ່ງ​ຂອງ​ກະສັດ​ເຫໂລດ​ໃນ​ການ​ປົກຄອງ​ອິດສະລາແອນ​ບໍ? ຖ້າ​ພະ​ເຍຊູ​ເປັນ​ກະສັດ​ກໍ​ໝາຍ​ຄວາມ​ວ່າ​ມາລີ​ຈະ​ເປັນ​ແມ່​ຂອງ​ກະສັດ ແລະ​ຄອບຄົວ​ຂອງ​ລາວ​ຈະ​ໄດ້​ໄປ​ຢູ່​ໃນ​ວັງ. ແຕ່​ບໍ່​ມີ​ຂໍ້​ໃດ​ບອກ​ວ່າ​ມາລີ​ເວົ້າ​ແບບ​ນີ້​ກັບ​ຄາບ​ລຽນ ແລະ​ຍັງ​ບໍ່​ມີ​ຂໍ້​ໃດ​ທີ່​ບອກ​ວ່າ ມາລີ​ໄດ້​ຂໍ​ຕຳແໜ່ງ​ພິເສດ​ໃນ​ລາຊະອານາຈັກ​ຄື​ດັ່ງ​ທີ່​ລູກ​ສິດ​ສອງ​ຄົນ​ເຄີຍ​ຂໍ. (ມັດ. 20:20-23) ລາຍ​ລະອຽດ​ນີ້​ເຮັດ​ໃຫ້​ເຮົາ​ເຊື່ອ​ຫຼາຍ​ຂຶ້ນ​ວ່າ​ມາລີ​ເປັນ​ຜູ້​ຍິງ​ທີ່​ຖ່ອມ​ອີ່ຫຼີ!

19-20. ດັ່ງ​ທີ່​ຂຽນ​ໄວ້​ໃນ​ຢາໂກໂບ 1:22-25 ແລະ 4:8 ເຮົາ​ຄວນ​ມີ​ເປົ້າ​ໝາຍ​ຫຍັງ​ແດ່​ເມື່ອ​ສຶກສາ​ສ່ວນ​ຕົວ?

19 ຂໍ​ໃຫ້​ຈື່​ວ່າ ເປົ້າ​ໝາຍ​ຫຼັກ​ຂອງ​ເຮົາ​ໃນ​ການ​ສຶກສາ​ຄຳພີ​ໄບເບິນ​ແລະ​ໜັງສື​ຕ່າງໆຂອງ​ອົງການ​ແມ່ນ​ເພື່ອ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເຮົາ​ຍັງ​ຢາກ​ຮູ້​ວ່າ ‘ຕົວ​ເອງ​ເປັນ​ຢ່າງ​ໃດ’ ແລະ​ຄວນ​ປ່ຽນ​ແປງ​ຫຍັງ​ແດ່​ເພື່ອ​ໃຫ້​ພະເຈົ້າ​ພໍ​ໃຈ. (ອ່ານ​ຢາໂກໂບ 1:22-25; 4:8) ທຸກ​ຄັ້ງ​ກ່ອນ​ທີ່​ເຮົາ​ສຶກສາ​ສ່ວນ​ຕົວ ເຮົາ​ຄວນ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ. ເຮົາ​ຄວນ​ຂໍ​ພະອົງ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ສິ່ງ​ທີ່​ເຮົາ​ສຶກສາ​ແລະ​ເຫັນ​ຈຸດ​ທີ່​ເຮົາ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ.

20 ຂໍ​ໃຫ້​ເຮົາ​ທຸກ​ຄົນ​ເປັນ​ຄື​ກັບ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ​ເຊິ່ງ​ຜູ້​ຂຽນ​ຄຳເພງ​ບອກ​ວ່າ ລາວ “ຊອບ​ໃຈ ໃນ​ພະບັນຍັດ​ຂອງ​ພະ​ເຢໂຫວາ​ແລະ​ຄຶດ​ຕຶກຕອງ​ໃນ​ພະບັນຍັດ​ຂອງ​ພະອົງ​ກາງເວັນ​ແລະ​ກາງຄືນ . . . ແລະ​ການ​ທັງ​ປວງ​ທີ່​ຄົນ​ນັ້ນ​ເຮັດ​ກໍ​ຈຳເລີນ​ຂຶ້ນ.”—ເພງ. 1:2, 3

ເພງ 88 ຂໍ​ໃຫ້​ເຮົາ​ຮູ້​ທາງ​ຂອງ​ພະອົງ

^ ຂໍ້ 5 ພະ​ເຢໂຫວາ​ໃຈ​ກວ້າງ ພະອົງ​ໃຫ້​ເຮົາ​ມີ​ຫຼາຍ​ຢ່າງ​ທີ່​ຈະ​ເບິ່ງ ອ່ານ ແລະ​ສຶກສາ. ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ໄດ້​ວ່າ​ຄວນ​ຈະ​ສຶກສາ​ເລື່ອງ​ຫຍັງ ແລະ​ຍັງ​ໃຫ້​ຄຳ​ແນະນຳ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ການ​ສຶກສາ​ສ່ວນ​ຕົວ.

^ ຂໍ້ 61 ຄຳ​ອະທິບາຍ​ຮູບ​ພາບ: ພໍ່​ແມ່​ສອນ​ລູກ​ໃຫ້​ຮູ້​ວິທີ​ກຽມ​ຫໍສັງເກດການ ປະຈຳ​ອາທິດ.

^ ຂໍ້ 63 ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຄົ້ນ​ຄວ້າ​ກ່ຽວ​ກັບ​ຜູ້​ພະຍາກອນ​ອາໂມດ. ຮູບ​ທາງ​ຫຼັງ​ເປັນ​ສິ່ງ​ທີ່​ລາວ​ຈິນຕະນາການ​ຕອນ​ທີ່​ອ່ານ​ແລະ​ຄິດ​ຕຶກຕອງ​ເລື່ອງ​ໃນ​ຄຳພີ​ໄບເບິນ.