ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 21

ຢ່າ​ຫຼົງ​ເຊື່ອ​ໃນ “ຄວາມ​ປັນຍາ​ຂອງ​ໂລກ​ນີ້”

ຢ່າ​ຫຼົງ​ເຊື່ອ​ໃນ “ຄວາມ​ປັນຍາ​ຂອງ​ໂລກ​ນີ້”

“ຄວາມ​ປັນຍາ​ຂອງ​ໂລກ​ນີ້​ເປັນ​ຄວາມ​ໂງ່​ຕໍ່​ໜ້າ​ພະເຈົ້າ.”—1 ໂກ. 3:19

ເພງ 98 ພະ​ຄຳພີ​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ຈາກ​ພະເຈົ້າ

ໃຈ​ຄວາມ​ສຳຄັນ *

1. ຄຳພີ​ໄບເບິນ​ໃຫ້​ຫຍັງ​ເຮົາ?

ຍ້ອນ​ເຮົາ​ມີ​ພະ​ເຢໂຫວາ​ເປັນ​ຄູ​ຜູ້​ຍິ່ງໃຫຍ່​ຊ່ວຍ ເຮົາ​ຈຶ່ງ​ສາມາດ​ສູ້​ຊົນ​ກັບ​ທຸກ​ບັນຫາ​ໄດ້. (ເອຊາ. 30:20, 21) ຄຳພີ​ໄບເບິນ​ໃຫ້​ເຮົາ​ມີ​ທຸກ​ສິ່ງ​ທີ່​ຈຳເປັນ​ເພື່ອ​ເຮົາ​ຈະ​ມີ “ຄວາມ​ສາມາດ​ຢ່າງ​ພຽງ​ພໍ” ແລະ “ມີ​ຄວາມ​ພ້ອມ​ສຳລັບ​ວຽກ​ທີ່​ດີ​ທຸກ​ຢ່າງ.” (2 ຕີໂມ. 3:17, ລ.ມ.) ເມື່ອ​ເຮົາ​ໃຊ້​ຊີວິດ​ຕາມ​ຫຼັກ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ ເຮົາ​ກໍ​ຈະ​ສະຫຼາດ​ກວ່າ​ຄົນ​ທີ່​ມັກ​ຍົກຍ້ອງ “ຄວາມ​ປັນຍາ​ຂອງ​ໂລກ​ນີ້.”—1 ໂກ. 3:19; ເພງ. 119:97-100

2. ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ເຮົາ​ຈະ​ເຫັນ​ວ່າ ຄວາມ​ປັນຍາ​ຂອງ​ໂລກ​ນີ້​ສົ່ງເສີມ​ແຕ່​ຄວາມ​ຕ້ອງການ​ທີ່​ເຫັນ​ແກ່​ຕົວ. ດັ່ງ​ນັ້ນ ເຮົາ​ອາດ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ບໍ່​ຄິດ​ແລະ​ບໍ່​ເຮັດ​ຄື​ກັບ​ຜູ້​ຄົນ​ໃນ​ໂລກ​ນີ້. ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ຄຳພີ​ໄບເບິນ​ເຕືອນ​ເຮົາ​ວ່າ: “ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້​ໜຶ່ງ​ຜູ້​ໃດ​ທຳລາຍ​ທ່ານ​ທັງ​ຫຼາຍ​ເສຍ​ດ້ວຍ​ມັກ​ປັນຍາ [“ປັດຊະຍາ,” ລ.ມ.] ແລະ​ດ້ວຍ​ຄຳ​ລໍ້​ລວງ​ເປົ່າໆຕາມ​ຮີດຄອງ​ແຫ່ງ​ມະນຸດ​ທີ່​ສືບໆມາ​ນັ້ນ.” (ໂກໂລ. 2:8) ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວ່າ ເລື່ອງ​ຕົວະ 2 ຢ່າງ​ກາຍ​ເປັນ​ສິ່ງ​ຜູ້​ຄົນ​ນິຍົມ​ແນວ​ໃດ. ໃນ​ແຕ່​ລະ​ເລື່ອງ ເຮົາ​ຈະ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ຄວາມ​ປັນຍາ​ຂອງ​ໂລກ​ຈຶ່ງ​ເປັນ​ເລື່ອງ​ໂງ່​ຈ້າ​ແທ້ໆ ແລະ​ສະຕິ​ປັນຍາ​ໃນ​ຄຳພີ​ໄບເບິນ​ເໜືອ​ກວ່າ​ຄວາມ​ປັນຍາ​ໃດໆຂອງ​ໂລກ​ນີ້​ແນວ​ໃດ.

ຄວາມ​ຄິດ​ເລື່ອງ​ສິນລະທຳ​ທາງ​ເພດ​ປ່ຽນ​ໄປ

3-4. ຕົ້ນ​ສະຕະວັດ​ທີ 20 ໃນ​ສະຫະລັດ​ອາເມຣິກາ ຄວາມ​ຄິດ​ຂອງ​ຜູ້​ຄົນ​ກ່ຽວ​ກັບ​ຫຼັກ​ສິນລະທຳ​ທາງ​ເພດ​ໄດ້​ປ່ຽນ​ໄປ​ແນວ​ໃດ?

3 ໃນ​ຕົ້ນ​ສະຕະວັດ​ທີ 20 ຄວາມ​ຄິດ​ຂອງ​ຜູ້​ຄົນ​ໃນ​ສະຫະລັດ​ອາເມຣິກາ​ກ່ຽວ​ກັບ​ຫຼັກ​ສິນລະທຳ​ທາງ​ເພດ​ໄດ້​ປ່ຽນ​ໄປ​ຫຼາຍ. ກ່ອນ​ໜ້າ​ນັ້ນ ຫຼາຍ​ຄົນ​ເຊື່ອ​ວ່າ​ເພດ​ສຳພັນ​ມີ​ໄວ້​ສະເພາະ​ຄົນ​ທີ່​ແຕ່ງ​ດອງ​ແລ້ວ​ເທົ່າ​ນັ້ນ ແລະ​ບໍ່​ແມ່ນ​ເລື່ອງ​ທີ່​ຈະ​ເອົາ​ມາ​ເວົ້າ​ທົ່ວໄປ. ແຕ່​ຄວາມ​ຄິດ​ເລື່ອງ​ສິນລະທຳ​ທາງ​ເພດ​ປ່ຽນ​ໄປ ແລະ​ຄວາມ​ຄິດ​ທີ່​ຈະ​ເຮັດ​ຕາມ​ໃຈ​ເລື່ອງ​ເພດ​ໄດ້​ແຜ່​ຂະຫຍາຍ​ອອກ​ໄປ.

4 ໃນ​ໄລຍະ​ປີ 1920-1929 ເປັນ​ຍຸກ​ທີ່​ຈະເລີນ​ຮຸ່ງເຮືອງ ແລະ​ເປັນ​ຍຸກ​ທີ່​ຄວາມ​ຄິດ​ແລະ​ການ​ກະທຳ​ໃນ​ເລື່ອງ​ສິນລະທຳ​ທາງ​ສັງຄົມ​ປ່ຽນ​ໄປ​ຫຼາຍ. ນັກ​ວິໄຈ​ຄົນ​ໜຶ່ງ​ບອກ​ວ່າ: “ຮູບ​ເງົາ ລະຄອນ​ເວທີ ປຶ້ມ​ນິຍາຍ ແລະ​ການ​ໂຄສະນາ​ທັງ​ໝົດ​ມີ​ເນື້ອ​ໃນ​ກ່ຽວ​ກັບ​ເລື່ອງ​ເພດ.” ໃນ​ໄລຍະ​ນັ້ນ ທ່າ​ເຕັ້ນ​ລຳ​ມີ​ລັກສະນະ​ແບບ​ຍົວະ​ເຍົ້າ​ຫຼາຍ​ຂຶ້ນ ແລະ​ເຄື່ອງ​ນຸ່ງ​ກໍ​ເປີດ​ເຜີຍ​ຊັດ​ສ່ວນ. ຄຳພີ​ໄບເບິນ​ບອກ​ວ່າ​ສະໄໝ​ສຸດ​ທ້າຍ​ຈະ​ເຫັນ​ແຈ້ງ​ວ່າ​ຜູ້​ຄົນ​ຈະ “ຮັກ​ການ​ສະໜຸກ​ສະໜານ.”—2 ຕີໂມ. 3:4

ປະຊາຊົນ​ຂອງ​ພະ​ເຢໂຫວາ​ບໍ່​ຫຼົງ​ໄປ​ກັບ​ມາດຕະຖານ​ດ້ານ​ສິນລະທຳ​ທີ່​ບໍ່​ດີ​ຂອງ​ໂລກ (ເບິ່ງ​ຂໍ້ 5) *

5. ໃນ​ຊຸມ​ປີ 1960 ຄວາມ​ຄິດ​ຂອງ​ຜູ້​ຄົນ​ເລື່ອງ​ມາດຕະຖານ​ດ້ານ​ສິນລະທຳ​ປ່ຽນ​ໄປ​ແນວ​ໃດ?

5 ໃນ​ຊຸມ​ປີ 1960 ການ​ຢູ່​ນຳ​ກັນ​ໂດຍ​ທີ່​ບໍ່​ແຕ່ງ​ດອງ ການ​ຮັກ​ຮ່ວມ​ເພດ ແລະ​ການ​ຢ່າ​ຮ້າງ​ກັນ​ກາຍ​ເປັນ​ເລື່ອງ​ປົກກະຕິ​ຫຼາຍ​ຂຶ້ນ. ຄວາມ​ບັນເທີງ​ຫຼາຍ​ຢ່າງ​ສະແດງ​ໃຫ້​ເຫັນ​ເລື່ອງ​ເພດ​ຢ່າງ​ຈະ​ແຈ້ງ. ໃນ​ບໍ່​ເທົ່າ​ໃດ​ສິບ​ປີ​ຜ່ານ​ມາ ມັນ​ໄດ້​ສົ່ງ​ຜົນ​ກະທົບ​ແນວ​ໃດ? ນັກ​ຂຽນ​ຄົນ​ໜຶ່ງ​ບອກ​ວ່າ: ເມື່ອ​ຜູ້​ຄົນ​ເຊົາ​ເຮັດ​ຕາມ​ມາດຕະຖານ​ທາງ​ດ້ານ​ສິນລະທຳ​ໄດ້​ເຮັດ​ໃຫ້​ເກີດ​ບັນຫາ​ຫຼາຍ​ຢ່າງ ເຊັ່ນ: ຄອບຄົວ​ແຕກ​ແຍກ ເຫຼືອ​ແຕ່​ພໍ່​ຫຼື​ແມ່​ລ້ຽງ​ລູກ​ຝ່າຍ​ດຽວ ມີ​ບັນຫາ​ທາງ​ອາລົມ ແລະ​ຕິດ​ສື່​ລາມົກ. ນອກ​ຈາກ​ນັ້ນ ຍັງ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະຍາດ​ຕິດ​ຕໍ່​ທາງ​ເພດ​ສຳພັນ ເຊັ່ນ: ໂລກ​ເອດ. ທັງ​ໝົດ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ປັນຍາ​ຂອງ​ໂລກ​ເປັນ​ສິ່ງ​ທີ່​ໂງ່​ແທ້ໆ.—2 ເປ. 2:19

6. ຄວາມ​ຄິດ​ຂອງ​ຜູ້​ຄົນ​ໃນ​ໂລກ​ຕໍ່​ເລື່ອງ​ເພດ​ເປັນ​ໄປ​ຕາມ​ຄວາມ​ຕ້ອງການ​ຂອງ​ຊາຕານ​ແນວ​ໃດ?

6 ຄວາມ​ຄິດ​ຂອງ​ຜູ້​ຄົນ​ໃນ​ໂລກ​ຕໍ່​ເລື່ອງ​ເພດ​ເປັນ​ໄປ​ຕາມ​ຄວາມ​ຕ້ອງການ​ຂອງ​ຊາຕານ. ບໍ່​ແປກ​ໃຈ​ທີ່​ມັນ​ຢາກ​ເຫັນ​ຜູ້​ຄົນ​ໃຊ້​ເລື່ອງ​ເພດ​ສຳພັນ​ຜິດ​ກັບ​ໃຈ​ປະສົງ​ຂອງ​ພະເຈົ້າ ແລະ​ບໍ່​ນັບຖື​ຊີວິດ​ຄູ່​ເຊິ່ງ​ເປັນ​ຂອງ​ຂວັນ​ຈາກ​ພະອົງ. (ເອເຟ. 2:2) ເພດ​ສຳພັນ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ເຮົາ​ມີ​ລູກ​ແລະ​ເປັນ​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ. ດັ່ງ​ນັ້ນ ຄົນ​ທີ່​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ບໍ່​ພຽງ​ແຕ່​ດູຖູກ​ຂອງ​ຂວັນ​ນັ້ນ ແຕ່​ຍັງ​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ໄດ້​ຊີວິດ​ຕະຫຼອດ​ໄປ​ນຳ.—1 ໂກ. 6:9, 10

ຄຳພີ​ໄບເບິນ​ບອກ​ແນວ​ໃດ​ໃນ​ເລື່ອງ​ສິນລະທຳ​ທາງ​ເພດ

7-8. ເປັນ​ຫຍັງ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ເລື່ອງ​ສິນລະທຳ​ທາງ​ເພດ​ຈຶ່ງ​ເໜືອ​ກວ່າ​ຄວາມ​ຄິດ​ຂອງ​ໂລກ?

7 ຄົນ​ທີ່​ເຮັດ​ຕາມ​ຄວາມ​ປັນຍາ​ຂອງ​ໂລກ​ດູຖູກ​ມາດຕະຖານ​ຂອງ​ຄຳພີ​ໄບເບິນ​ເລື່ອງ​ສິນລະທຳ ເຂົາ​ເຈົ້າ​ອ້າງ​ວ່າ​ມັນ​ຂັດ​ກັບ​ຄວາມ​ເປັນ​ຈິງ. ເຂົາ​ເຈົ້າ​ບອກ​ວ່າ: ‘ເປັນ​ຫຍັງ​ພະເຈົ້າ​ສ້າງ​ເຮົາ​ໃຫ້​ມີ​ຄວາມ​ຕ້ອງການ​ທາງ​ເພດ ແລ້ວ​ກໍ​ບອກ​ບໍ່​ໃຫ້​ເຮັດ​ຕາມ​ຄວາມ​ຕ້ອງການ​ນັ້ນ?’ ເຂົາ​ເຈົ້າ​ເວົ້າ​ແບບ​ນັ້ນ​ຍ້ອນ​ຄິດ​ແບບ​ຜິດໆວ່າ​ຖ້າ​ຄົນ​ເຮົາ​ຢາກ​ເຮັດ​ຫຍັງ​ກໍ​ຄວນ​ເຮັດ​ໄດ້. ແຕ່​ຄຳພີ​ໄບເບິນ​ສະແດງ​ວ່າ​ພະ​ເຢໂຫວາ​ໃຫ້​ກຽດ​ເຮົາ ໂດຍ​ໃຫ້​ເຮົາ​ສາມາດ​ເລືອກ​ທີ່​ຈະ​ຄວບຄຸມ​ຄວາມ​ຕ້ອງການ​ນັ້ນ​ໄດ້. (ໂກໂລ. 3:5) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ໄດ້​ຈັດ​ກຽມ​ເລື່ອງ​ຊີວິດ​ຄູ່​ໃຫ້​ເປັນ​ຂອງ​ຂວັນ​ກັບ​ມະນຸດ ເຊິ່ງ​ຄົນ​ທີ່​ແຕ່ງ​ດອງ​ກັນ​ແລ້ວ​ສາມາດ​ສະໜອງ​ຄວາມ​ຕ້ອງການ​ທາງ​ເພດ​ຢ່າງ​ເໝາະ​ສົມ​ໄດ້. (1 ໂກ. 7:8, 9) ການ​ຈັດ​ກຽມ​ນີ້​ເຮັດ​ໃຫ້​ຜົວ​ແລະ​ເມຍ​ສາມາດ​ມີ​ຄວາມ​ສຸກ​ກັບ​ເພດ​ສຳພັນ​ໂດຍ​ບໍ່​ຕ້ອງ​ຮູ້ສຶກ​ຜິດ​ແລະ​ກັງວົນ​ເຊິ່ງ​ເປັນ​ຜົນ​ມາ​ຈາກ​ການ​ເຮັດ​ຜິດ​ສິນລະທຳ.

8 ກົງ​ກັນ​ຂ້າມ​ກັບ​ຄວາມ​ປັນຍາ​ຂອງ​ໂລກ ຄຳພີ​ໄບເບິນ​ສອນ​ເຮົາ​ໃຫ້​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ໃນ​ເລື່ອງ​ເພດ​ສຳພັນ ແລະ​ຍັງ​ບອກ​ວ່າ​ເພດ​ສຳພັນ​ເຮັດ​ໃຫ້​ມີ​ຄວາມ​ສຸກ. (ສຸພາ. 5:18, 19) ແຕ່​ຄຳພີ​ໄບເບິນ​ຍັງ​ບອກ​ອີກ​ວ່າ: “ພວກ​ທ່ານ​ທຸກ​ຄົນ​ຕ້ອງ​ຮູ້ຈັກ​ຮັກສາ​ເຄື່ອງ​ອາການ​ແຫ່ງ​ຕົນ [“ຄວບຄຸມ​ຮ່າງກາຍ​ຂອງ​ຕົວ​ເອງ,” ລ.ມ.] ຕັ້ງ​ໄວ້​ຢູ່​ຕ່າງ​ຫາກ​ເປັນ​ບໍລິສຸດ​ແລະ​ໃນ​ຄວາມ​ນັບຖື ບໍ່​ໃຊ່​ໃນ​ຄວາມ​ຕັນຫາ​ຄຶດ​ຢາກ​ໄດ້​ອັນ​ຊົ່ວ ເໝືອນ​ດັ່ງ​ພວກ​ຕ່າງ​ປະເທດ​ທີ່​ບໍ່​ຮູ້ຈັກ​ພະເຈົ້າ.”—1 ເທ. 4:4, 5

9. (ກ) ໃນ​ຕົ້ນ​ສະຕະວັດ​ທີ 20 ພະ​ເຢໂຫວາ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ແນວ​ໃດ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ສະຫຼາດ​ກວ່າ​ຂອງ​ຄຳພີ​ໄບເບິນ? (ຂ) ໃນ 1 ໂຢຮັນ 2:15, 16 ມີ​ຄຳ​ແນະນຳ​ທີ່​ສະຫຼາດ​ຫຍັງ? (ຄ) ໃນ​ໂລມ 1:24-27 ມີ​ການ​ຜິດ​ສິນລະທຳ​ແບບ​ໃດ​ທີ່​ບໍ່​ຄວນ​ເຮັດ?

9 ໃນ​ຕົ້ນ​ສະຕະວັດ​ທີ 20 ປະຊາຊົນ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ຄິດ​ຄື​ກັບ​ຄົນ​ທີ່ “ບໍ່​ຮູ້ສຶກ​ລະອາຍ​ຕໍ່​ບາບ.” (ເອເຟ. 4:19, ລ.ມ.) ເຂົາ​ເຈົ້າ​ພະຍາຍາມ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ. ຫໍສັງເກດການ 15 ເມສາ 1926 (ພາສາ​ອັງກິດ) ບອກ​ວ່າ: “ທັງ​ຊາຍ​ແລະ​ຍິງ​ຄວນ​ມີ​ຄວາມ​ຄິດ​ແລະ​ການ​ກະທຳ​ທີ່​ບໍລິສຸດ​ໂດຍ​ສະເພາະ​ກັບ​ເພດ​ກົງ​ກັນ​ຂ້າມ.” ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ໂລກ ປະຊາຊົນ​ຂອງ​ພະ​ເຢໂຫວາ​ກໍ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ສະຫຼາດ​ກວ່າ​ຂອງ​ຄຳພີ​ໄບເບິນ. (ອ່ານ 1 ໂຢຮັນ 2:15, 16) ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ມີ​ຄຳພີ​ໄບເບິນ! ເຮົາ​ຍັງ​ຂອບໃຈ​ພະ​ເຢໂຫວາ​ທີ່​ໄດ້​ຈັດ​ກຽມ​ອາຫານ​ທາງ​ຄວາມ​ເຊື່ອ​ທີ່​ເໝາະ​ກັບ​ເວລາ​ເພື່ອ​ຊ່ວຍ​ເຮົາ​ບໍ່​ໃຫ້​ຫຼົງ​ໄປ​ກັບ​ຄວາມ​ຄິດ​ຂອງ​ໂລກ​ນີ້​ໃນ​ເລື່ອງ​ສິນລະທຳ. *ອ່ານ​ໂລມ 1:24-27

ຄວາມ​ຄິດ​ເລື່ອງ​ການ​ໃຫ້​ຄວາມ​ສຳຄັນ​ກັບ​ຕົວ​ເອງ​ປ່ຽນ​ໄປ

10-11. ຄຳພີ​ໄບເບິນ​ເຕືອນ​ວ່າ​ຄົນ​ໃນ​ສະໄໝ​ສຸດ​ທ້າຍ​ຈະ​ເປັນ​ແນວ​ໃດ?

10 ຄຳພີ​ໄບເບິນ​ເຕືອນ​ວ່າ​ໃນ​ສະໄໝ​ສຸດ​ທ້າຍ ຜູ້​ຄົນ “ຈະ​ຮັກ​ແຕ່​ຕົວ​ເອງ.” (2 ຕີໂມ. 3:1, 2) ເຮົາ​ບໍ່​ແປກ​ໃຈ​ທີ່​ໂລກ​ນີ້​ສົ່ງເສີມ​ຄວາມ​ຄິດ​ທີ່​ເຫັນ​ແກ່​ຕົວ. ປຶ້ມ​ສາລານຸກົມ​ຫົວ​ໜຶ່ງ​ບອກ​ວ່າ ໃນ​ຊຸມ​ປີ 1970 “ຈຳນວນ​ປຶ້ມ​ທີ່​ຂຽນ​ກ່ຽວ​ກັບ​ວິທີ​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ​ແພ່​ຫຼາຍ​ແທ້ໆ.” ບາງ​ຫົວ​ໄດ້ “ກະຕຸ້ນ​ຜູ້​ອ່ານ​ໃຫ້​ຮູ້​ແລະ​ຍອມ​ຮັບ​ໃນ​ສິ່ງ​ທີ່​ຕົວ​ເອງ​ເປັນ​ຢ່າງ​ພາກ​ພູມ​ໃຈ.” ຕົວຢ່າງ: ປຶ້ມ​ຫົວ​ໜຶ່ງ​ບອກ​ວ່າ: “ໃຫ້​ຮັກ​ຕົວ​ເອງ ເພາະ​ເຈົ້າ​ເປັນ​ຄົນ​ທີ່​ງາມ​ທີ່​ສຸດ ໜ້າ​ຕື່ນ​ເຕັ້ນ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ.” ປຶ້ມ​ນັ້ນ​ຍັງ​ເນັ້ນ​ວ່າ “ເຮົາ​ຄວນ​ຕັດສິນ​ໃຈ​ເອງ​ວ່າ​ຈະ​ເຮັດ​ແນວ​ໃດ​ກັບ​ຊີວິດ ແລະ​ເຮັດ​ສິ່ງ​ທີ່​ຕົວ​ເອງ​ຄິດ​ວ່າ​ຖືກຕ້ອງ​ແລະ​ສະບາຍ​ໃຈ.”

11 ຄຳ​ເວົ້າ​ແບບ​ນີ້​ເຈົ້າ​ຮູ້ສຶກ​ຄຸ້ນໆບໍ? ຊາຕານ​ໄດ້​ຍົວະ​ເອວາ​ໃຫ້​ເຮັດ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ນີ້. ມັນ​ບອກ​ວ່າ​ເອວາ​ຈະ “ເປັນ​ເໝືອນ​ພະເຈົ້າ ຮູ້ຈັກ​ການ​ດີ​ແລະ​ຊົ່ວ.” (ຕົ້ນ. 3:5) ທຸກ​ມື້​ນີ້​ຫຼາຍ​ຄົນ​ໃຫ້​ຄວາມ​ສຳຄັນ​ກັບ​ຕົວ​ເອງ​ຫຼາຍ​ເຖິງ​ຂັ້ນ​ຖື​ວ່າ​ຄວາມ​ຄິດ​ຂອງ​ຕົວ​ເອງ​ເປັນ​ທີ່​ໜຶ່ງ ແມ່ນ​ແຕ່​ພະເຈົ້າ​ກໍ​ບອກ​ເຂົາ​ເຈົ້າ​ບໍ່​ໄດ້​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. ຕົວຢ່າງ​ຂອງ​ຄວາມ​ຄິດ​ແບບ​ນີ້​ເຫັນ​ໄດ້​ແຈ້ງ​ຈາກ​ວິທີ​ທີ່​ຜູ້​ຄົນ​ເບິ່ງ​ກ່ຽວ​ກັບ​ຊີວິດ​ຄູ່.

ຄລິດສະຕຽນ​ໃຫ້​ຄວາມ​ຈຳເປັນ​ຂອງ​ຄົນ​ອື່ນ​ມາ​ກ່ອນ​ຕົວ​ເອງ ໂດຍ​ສະເພາະ​ຄູ່​ແຕ່ງ​ດອງ​ຂອງ​ລາວ (ເບິ່ງ​ຂໍ້ 12) *

12. ໂລກ​ສົ່ງເສີມ​ຄວາມ​ຄິດ​ແບບ​ໃດ​ໃນ​ເລື່ອງ​ການ​ແຕ່ງ​ດອງ?

12 ຄຳພີ​ໄບເບິນ​ສອນ​ວ່າ​ຜົວ​ແລະ​ເມຍ​ຄວນ​ໃຫ້​ກຽດ​ກັນ​ແລະ​ກັນ ແລະ​ຮັກສາ​ຄຳ​ປະຕິຍານ​ທີ່​ເຂົາ​ເຈົ້າ​ໃຫ້​ກັນ. ຄຳພີ​ໄບເບິນ​ຊ່ວຍ​ຄູ່​ແຕ່ງ​ດອງ​ໃຫ້​ສຳນຶກ​ເຖິງ​ຂໍ້​ຜູ້​ມັດ​ທີ່​ໃຫ້​ຮັກສາ​ຊີວິດ​ຄູ່​ໄວ້ ໂດຍ​ບອກ​ວ່າ: “ຜູ້​ຊາຍ​ຈະ​ລາ​ພໍ່​ແມ່​ແຫ່ງ​ຕົນ​ແລະ​ຈະ​ຕິດ​ພັນ​ຢູ່​ກັບ​ເມຍ​ແຫ່ງ​ຕົນ​ແລະ​ເຂົາ​ທັງ​ສອງ​ຈະ​ເປັນ​ເນື້ອ​ໜັງ​ອັນ​ດຽວ​ກັນ.” (ຕົ້ນ. 2:24) ແຕ່​ຄົນ​ທີ່​ໄດ້​ຮັບ​ອິດທິພົນ​ຈາກ​ຄວາມ​ປັນຍາ​ຂອງ​ໂລກ​ຄິດ​ກົງ​ກັນ​ຂ້າມ ເຂົາ​ເຈົ້າ​ບອກ​ວ່າ​ຜົວ​ຫຼື​ເມຍ​ຄວນ​ສົນ​ໃຈ​ແຕ່​ຄວາມ​ຕ້ອງການ​ຂອງ​ຕົວ​ເອງ. ໃນ​ບາງ​ປະເທດ ເມື່ອ​ແຕ່ງ​ດອງ​ກັນ ເຂົາ​ເຈົ້າ​ສາບານ​ຕໍ່​ໜ້າ​ຄົນ​ອື່ນ​ວ່າ “ຈະ​ຢູ່​ນຳ​ກັນ​ຕະຫຼອດ​ໄປ​ຕາບ​ໃດ​ທີ່​ຍັງ​ມີ​ຊີວິດ​ຢູ່.” ແຕ່​ຫຼາຍ​ຄົນ​ໄດ້​ປ່ຽນ​ຄຳ​ສາບານ​ນີ້​ວ່າ “ຈະ​ຢູ່​ນຳ​ກັນ​ຕະຫຼອດ​ໄປ​ຕາບ​ໃດ​ທີ່​ຍັງ​ຮັກ​ກັນ​ຢູ່.” ການ​ຖື​ເບົາ​ແບບ​ນີ້​ໄດ້​ເຮັດ​ໃຫ້​ຫຼາຍ​ຄອບຄົວ​ແຕກ​ແຍກ​ແລະ​ເຮັດ​ໃຫ້​ເຈັບ​ປວດ​ໃຈ. ເຫັນ​ໄດ້​ແຈ້ງ​ວ່າ​ຄວາມ​ຄິດ​ຂອງ​ໂລກ​ທີ່​ບໍ່​ນັບຖື​ເລື່ອງ​ການ​ແຕ່ງ​ດອງ​ເປັນ​ເລື່ອງ​ໂງ່​ຈ້າ​ແທ້ໆ.

13. ເຫດຜົນ​ໜຶ່ງ​ທີ່​ພະ​ເຢໂຫວາ​ຊັງ​ຄົນ​ຍິ່ງ​ຈອງຫອງ​ແມ່ນ​ຫຍັງ?

13 ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ກຽດ​ຊັງ​ໃຈ​ຈອງຫອງ​ທຸກ​ຢ່າງ.” (ສຸພາ. 16:5) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຊັງ​ຄົນ​ຍິ່ງ​ຈອງຫອງ? ເຫດຜົນ​ໜຶ່ງ​ຄື ຄົນ​ຍິ່ງ​ສົ່ງເສີມ​ໃຫ້​ຮັກ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ເຊິ່ງ​ສະທ້ອນ​ເຖິງ​ຄວາມ​ຍິ່ງ​ຈອງຫອງ​ຂອງ​ຊາຕານ. ລອງ​ຄິດ​ເບິ່ງ ຊາຕານ​ຈອງຫອງ​ສ່ຳ​ໃດ ມັນ​ຢາກ​ໃຫ້​ພະ​ເຍຊູ​ຜູ້​ທີ່​ພະ​ເຢໂຫວາ​ໃຊ້​ສ້າງ​ທຸກ​ສິ່ງ​ມາ​ຂາບ​ໄຫວ້​ມັນ! (ມັດ. 4:8, 9; ໂກໂລ. 1:15, 16) ການ​ທີ່​ຜູ້​ຄົນ​ໃຫ້​ຄວາມ​ສຳຄັນ​ກັບ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ແຮ່ງ​ເນັ້ນ​ໃຫ້​ເຫັນ​ວ່າ​ຄວາມ​ປັນຍາ​ຂອງ​ໂລກ​ເປັນ​ເລື່ອງ​ໂງ່​ຈ້າ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ.

ຄຳພີ​ໄບເບິນ​ບອກ​ແນວ​ໃດ​ໃນ​ເລື່ອງ​ການ​ໃຫ້​ຄວາມ​ສຳຄັນ​ກັບ​ຕົວ​ເອງ

14. ໂລມ 12:3 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ມີ​ຄວາມ​ຄິດ​ທີ່​ສົມດຸນ​ກ່ຽວ​ກັບ​ຕົວ​ເອງ?

14 ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຄິດ​ທີ່​ສົມດຸນ​ກ່ຽວ​ກັບ​ຕົວ​ເອງ ແລະ​ບອກ​ວ່າ​ເປັນ​ເລື່ອງ​ເໝາະ​ສົມ​ທີ່​ຈະ​ຮັກ​ຕົວ​ເອງ​ໃນ​ລະດັບ​ໜຶ່ງ. ພະ​ເຍຊູ​ບອກ​ໃຫ້​ເຮົາ “ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົວ​ເອງ” ນີ້​ສະແດງ​ວ່າ​ເຮົາ​ຄວນ​ເອົາໃຈໃສ່​ຄວາມ​ຈຳເປັນ​ຂອງ​ຕົວ​ເອງ​ແດ່. (ມັດ. 19:19) ແຕ່​ຄຳພີ​ໄບເບິນ​ສອນ​ວ່າ​ເຮົາ​ບໍ່​ຄວນ​ຄິດ​ວ່າ​ຕົວ​ເອງ​ສຳຄັນ​ຫຼາຍ​ກວ່າ​ຄົນ​ອື່ນ ແລະ​ບອກ​ວ່າ “ຢ່າ​ກະທຳ​ສິ່ງ​ໜຶ່ງ​ສິ່ງ​ໃດ​ດ້ວຍ​ການ​ຖຽງ​ກັນ​ຫຼື​ດ້ວຍ​ການ​ອວດ​ຕົວ​ອັນ​ເປົ່າໆ ແຕ່​ວ່າ​ດ້ວຍ​ໃຈ​ຖ່ອມ​ຕົວ​ລົງ ໃຫ້​ຜູ້​ນີ້​ຖື​ຜູ້​ນັ້ນ​ດີ​ກວ່າ​ຕົວ​ເອງ.”—ຟີລິບ 2:3; ອ່ານ​ໂລມ 12:3

15. ເປັນ​ຫຍັງ​ເຈົ້າ​ຮູ້ສຶກ​ວ່າ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ເລື່ອງ​ການ​ໃຫ້​ຄວາມ​ສຳຄັນ​ກັບ​ຕົວ​ເອງ​ເປັນ​ຄຳ​ແນະນຳ​ທີ່​ດີ?

15 ທຸກ​ມື້​ນີ້ ຫຼາຍ​ຄົນ​ແລະ​ແມ່ນ​ແຕ່​ຄົນ​ສະຫຼາດ​ກໍ​ມັກ​ດູຖູກ​ຄຳ​ແນະນຳ​ຂອງ​ຄຳພີ​ໄບເບິນ​ໃນ​ເລື່ອງ​ການ​ໃຫ້​ຄວາມ​ສຳຄັນ​ກັບ​ຕົວ​ເອງ. ເຂົາ​ເຈົ້າ​ບອກ​ວ່າ ການ​ຖື​ຄົນ​ອື່ນ​ເໜືອ​ກວ່າ​ຕົວ​ເອງ​ເປັນ​ສິ່ງ​ທີ່​ເສຍ​ປຽບ​ແລະ​ເຮົາ​ກໍ​ຈະ​ຖືກ​ເອົາ​ປຽບ. ແຕ່​ໃນ​ຕົວ​ຈິງ ຄວາມ​ຄິດ​ທີ່​ຄິດ​ເຖິງ​ແຕ່​ຕົວ​ເອງ​ໃນ​ແບບ​ທີ່​ໂລກ​ຊາຕານ​ສົ່ງເສີມ​ໄດ້​ສົ່ງ​ຜົນ​ແນວ​ໃດ? ເຈົ້າ​ເດ ເຈົ້າ​ໄດ້​ສັງເກດ​ເຫັນ​ຫຍັງ? ຄົນ​ທີ່​ເຫັນ​ແກ່​ຕົວ​ມີ​ຄວາມ​ສຸກ​ແທ້​ບໍ? ຄອບຄົວ​ຂອງ​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ບໍ? ເຂົາ​ເຈົ້າ​ມີ​ເພື່ອນ​ແທ້​ບໍ? ເຂົາ​ເຈົ້າ​ສະໜິດ​ກັບ​ພະເຈົ້າ​ບໍ? ຈາກ​ສິ່ງ​ທີ່​ເຈົ້າ​ເຫັນ ຜົນ​ທີ່​ດີ​ທີ່​ສຸດ​ເກີດ​ຈາກ​ການ​ເຮັດ​ຕາມ​ຄວາມ​ປັນຍາ​ຂອງ​ໂລກ​ຫຼື​ຈາກ​ການ​ເຮັດ​ຕາມ​ສະຕິ​ປັນຍາ​ທີ່​ມີ​ຢູ່​ໃນ​ຄຳພີ​ໄບເບິນ?

16-17. ເຮົາ​ຄວນ​ຮູ້ສຶກ​ຂອບໃຈ​ໃນ​ເລື່ອງ​ຫຍັງ ແລະ​ຍ້ອນ​ຫຍັງ?

16 ຜູ້​ຄົນ​ທີ່​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຄົນ​ທີ່​ເບິ່ງ​ວ່າ​ສະຫຼາດ​ປຽບ​ເໝືອນ​ກັບ​ນັກ​ທ່ອງ​ທ່ຽວ​ທີ່​ຫຼົງ​ທາງ​ເຊິ່ງ​ຖາມ​ທາງ​ກັບ​ນັກ​ທ່ອງ​ທ່ຽວ​ອີກ​ຄົນ​ໜຶ່ງ​ທີ່​ຫຼົງ​ທາງ. ພະ​ເຍຊູ​ເວົ້າ​ເຖິງ​ຄົນ “ສະຫຼາດ” ໃນ​ສະໄໝ​ຂອງ​ເພິ່ນ​ວ່າ: “ເຂົາ​ເປັນ​ຄົນ​ຕາ​ບອດ​ທີ່​ນຳ​ໜ້າ​ຄົນ​ຕາ​ບອດ​ທັງ​ຫຼາຍ. ແລະ​ຖ້າ​ຄົນ​ຕາ​ບອດ​ນຳ​ໜ້າ​ຄົນ​ຕາ​ບອດ . . . ເຂົາ​ທັງ​ສອງ​ຈະ​ຕົກ​ໃນ​ຂຸມ.” (ມັດ. 15:14) ເຫັນ​ໄດ້​ແຈ້ງ​ວ່າ​ຄວາມ​ປັນຍາ​ຂອງ​ໂລກ​ນີ້​ເປັນ​ສິ່ງ​ໂງ່​ຈ້າ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ.

ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ມີ​ຄວາມ​ສຸກ​ເມື່ອ​ຄິດ​ຄືນ​ຫຼັງ​ເຖິງ​ການ​ໃຊ້​ຊີວິດ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ (ເບິ່ງ​ຂໍ້ 17) *

17 ຕັ້ງ​ແຕ່​ໃດໆມາ ຄຳ​ແນະນຳ​ທີ່​ສະຫຼາດ​ຂອງ​ຄຳພີ​ໄບເບິນ​ພິສູດ​ໃຫ້​ເຫັນ​ວ່າ “ເປັນ​ປະໂຫຍດ​ສຳລັບ​ສັ່ງ​ສອນ​ກໍ​ດີ ສຳລັບ​ໃຫ້​ຮູ້​ແຈ້ງ​ກໍ​ດີ ສຳລັບ​ຕີ​ສອນ​ກໍ​ດີ ສຳລັບ​ແອບ​ສອນ​ໃນ​ຄວາມ​ຊອບທຳ​ກໍ​ດີ.” (2 ຕີໂມ. 3:16) ເຮົາ​ຂອບໃຈ​ພະ​ເຢໂຫວາ​ແທ້ໆທີ່​ໄດ້​ປົກ​ປ້ອງ​ເຮົາ​ຈາກ​ຄວາມ​ປັນຍາ​ຂອງ​ໂລກ​ນີ້​ໂດຍ​ທາງ​ອົງການ​ຂອງ​ພະອົງ! (ເອເຟ. 4:14) ຄຳ​ສອນ​ຂອງ​ພະອົງ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ ມີ​ກຳລັງ​ເພື່ອ​ຈະ​ເຮັດ​ຕາມ​ມາດຕະຖານ​ຂອງ​ຄຳພີ​ໄບເບິນ. ເປັນ​ສິດທິ​ພິເສດ​ແທ້ໆທີ່​ພະ​ເຢໂຫວາ​ຊີ້​ນຳ​ເຮົາ​ໂດຍ​ສະຕິ​ປັນຍາ​ໃນ​ຄຳພີ​ໄບເບິນ.

ເພງ 54 ທາງ​ເສັ້ນ​ນີ້​ແຫຼະ

^ ຂໍ້ 5 ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ມີ​ພຽງ​ແຕ່​ຄຳ​ແນະນຳ​ຈາກ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ດີ​ທີ່​ສຸດ ແລະ​ເຮົາ​ຍັງ​ຈະ​ໄດ້​ຮູ້​ວ່າ​ການ​ຕິດ​ຕາມ​ຄວາມ​ປັນຍາ​ຂອງ​ໂລກ​ມີ​ຜົນ​ເສຍຫາຍ​ຫຼາຍ​ຢ່າງ ແຕ່​ການ​ຍອມ​ຮັບ​ສະຕິ​ປັນຍາ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ​ນັ້ນ​ເປັນ​ປະໂຫຍດ​ຫຼາຍ​ແທ້ໆ.

^ ຂໍ້ 9 ຕົວຢ່າງ​ເຊັ່ນ: ເບິ່ງ​ປຶ້ມ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໃຊ້​ໄດ້​ຜົນ ເຫຼັ້ມ 1 ບົດ 24-26 ແລະ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໄດ້​ຜົນ ເຫຼັ້ມ 2 ບົດ 4-5 (ບໍ່​ມີ​ໃນ​ພາສາ​ລາວ)

^ ຂໍ້ 50 ຄຳ​ອະທິບາຍ​ຮູບ​ພາບ: ເຮົາ​ເຫັນ​ບາງ​ເຫດການ​ໃນ​ຊີວິດ​ຂອງ​ພີ່​ນ້ອງ​ຄູ່​ໜຶ່ງ. ພີ່​ນ້ອງ​ຄູ່​ນີ້​ປະກາດ​ໃນ​ທ້າຍ​ຊຸມ​ປີ 1960.

^ ຂໍ້ 52 ຄຳ​ອະທິບາຍ​ຮູບ​ພາບ: ໃນ​ຊຸມ​ປີ 1980 ຜົວ​ເບິ່ງ​ແຍງ​ເມຍ​ທີ່​ເຈັບ​ປ່ວຍ ແລະ​ລູກ​ສາວ​ເຝົ້າ​ຢູ່.

^ ຂໍ້ 54 ຄຳ​ອະທິບາຍ​ຮູບ​ພາບ: ປັດຈຸບັນ​ຜົວ​ເມຍ​ຄູ່​ນີ້​ພ້ອມ​ທັງ​ລູກ​ສາວ​ທີ່​ໃຫຍ່​ແລ້ວ​ກັບ​ຄອບຄົວ​ຂອງ​ລາວ​ໄດ້​ເບິ່ງ​ຮູບ​ຕອນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ໃນ​ອະດີດ.