ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 5

ການ​ທີ່​ເຮົາ​ມາ​ປະຊຸມ​ສະແດງ​ວ່າ​ເຮົາ​ເປັນ​ຄົນ​ແນວ​ໃດ?

ການ​ທີ່​ເຮົາ​ມາ​ປະຊຸມ​ສະແດງ​ວ່າ​ເຮົາ​ເປັນ​ຄົນ​ແນວ​ໃດ?

“ປ່າວ​ປະກາດ​ຄວາມ​ຕາຍ​ຂອງ​ພະອົງ​ເຈົ້າ​ຈົນ​ເຖິງ​ພະອົງ​ຈະ​ສະເດັດ​ມາ​ອີກ.”—1 ໂກ. 11:26

ເພງ 18 ຂອບໃຈ​ສຳລັບ​ຄ່າໄຖ່

ໃຈ​ຄວາມ​ສຳຄັນ *

1-2. (ກ) ຕອນ​ທີ່​ຫຼາຍ​ລ້ານ​ຄົນ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ ພະ​ເຢໂຫວາ​ສັງເກດ​ເບິ່ງ​ຫຍັງ? (ເບິ່ງ​ຮູບ​ໜ້າ​ປົກ) (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ສັງເກດ​ຕອນ​ທີ່​ຫຼາຍ​ລ້ານ​ຄົນ​ທົ່ວ​ໂລກ​ມາ​ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຍຊູ. ພະອົງ​ບໍ່​ໄດ້​ສັງເກດ​ເບິ່ງ​ແຕ່​ຄົນ​ກຸ່ມ​ໃຫຍ່ ແຕ່​ພະອົງ​ຍັງ​ເບິ່ງ​ແຕ່​ລະ​ຄົນ​ເປັນ​ສ່ວນ​ຕົວ. ຕົວຢ່າງ: ພະອົງ​ເຫັນ​ວ່າ​ຫຼາຍ​ຄົນ​ມາ​ປະຊຸມ​ອະນຸສອນ​ທຸກ​ປີ​ຢ່າງ​ສັດ​ຊື່ ເຖິງ​ວ່າ​ບາງ​ຄົນ​ຈະ​ຖືກ​ຂົ່ມເຫງ​ຢ່າງ​ຮຸນແຮງ. ສ່ວນ​ຄົນ​ອື່ນໆທີ່​ບໍ່​ມາ​ປະຊຸມ​ເປັນ​ປະຈຳ​ກໍ​ຖື​ວ່າ​ການ​ມາ​ປະຊຸມ​ອະນຸສອນ​ເປັນ​ສິ່ງ​ສຳຄັນ​ທີ່​ຂາດ​ບໍ່​ໄດ້. ພະອົງ​ຍັງ​ສັງເກດ​ເຫັນ​ຄົນ​ທີ່​ມາ​ປະຊຸມ​ອະນຸສອນ​ເທື່ອ​ທຳອິດ​ຍ້ອນ​ຢາກ​ຮູ້​ວ່າ​ການ​ປະຊຸມ​ນັ້ນ​ເປັນ​ແນວ​ໃດ.

2 ແນ່ນອນ​ວ່າ​ພະ​ເຢໂຫວາ​ດີ​ໃຈ​ທີ່​ເຫັນ​ຫຼາຍ​ຄົນ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ. (ລືກາ 22:19) ພະອົງ​ບໍ່​ໄດ້​ສົນ​ໃຈ​ສະເພາະ​ຈຳນວນ​ຄົນ​ທີ່​ເຂົ້າ​ຮ່ວມ​ປະຊຸມ ແຕ່​ພະອົງ​ສົນ​ໃຈ​ເຫດຜົນ​ທີ່​ເຂົາ​ເຈົ້າ​ມາ​ປະຊຸມ​ຫຼາຍ​ກວ່າ ເພາະ​ແຮງ​ກະຕຸ້ນ​ສຳຄັນ​ສຳລັບ​ພະອົງ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ຄຳຖາມ​ທີ່​ສຳຄັນ​ຄື: ເປັນ​ຫຍັງ​ເຮົາ​ບໍ່​ພຽງ​ແຕ່​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ທຸກ​ປີ ແຕ່​ຍັງ​ຕ້ອງ​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ອາທິດ​ທີ່​ພະ​ເຢໂຫວາ​ຈັດ​ກຽມ​ໃຫ້​ຄົນ​ທີ່​ຮັກ​ພະອົງ​ນຳ?

ການ​ຕ້ອນ​ຮັບ​ຫຼາຍ​ລ້ານ​ຄົນ​ທົ່ວ​ໂລກ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ (ເບິ່ງ​ຂໍ້ 1-2)

ຄວາມ​ຖ່ອມ​ກະຕຸ້ນ​ໃຫ້​ເຮົາ​ມາ​ປະຊຸມ

3-4. (ກ) ເປັນ​ຫຍັງ​ເຮົາ​ຈຶ່ງ​ເຂົ້າ​ຮ່ວມ​ການ​ປະຊຸມ? (ຂ) ການ​ທີ່​ເຮົາ​ມາ​ປະຊຸມ​ສະແດງ​ວ່າ​ເຮົາ​ເປັນ​ຄົນ​ແນວ​ໃດ? (ຄ) ຕາມ​ທີ່​ຂຽນ​ໃນ 1 ໂກລິນໂທ 11:23-26 ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຂາດ​ການ​ປະຊຸມ​ອະນຸສອນ?

3 ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ​ສຳຄັນ​ຫຼາຍ ຍ້ອນ​ວ່າ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ນະມັດສະການ​ພະ​ເຢໂຫວາ ແລະ​ຢູ່​ການ​ປະຊຸມ​ເຮົາ​ໄດ້​ຮັບ​ການ​ສອນ​ຈາກ​ພະອົງ. ຄົນ​ຍິ່ງ​ຄິດ​ວ່າ​ເຂົາ​ເຈົ້າ​ບໍ່​ຕ້ອງ​ໃຫ້​ໃຜ​ມາ​ສອນ. (3 ໂຢ. 9) ແຕ່​ສຳລັບ​ເຮົາ ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ພະອົງ​ສອນ​ແທ້ໆ.—ເອຊາ. 30:20; ໂຢ. 6:45

4 ການ​ທີ່​ເຮົາ​ມາ​ປະຊຸມ​ສະແດງ​ວ່າ​ເຮົາ​ເປັນ​ຄົນ​ຖ່ອມ ພ້ອມ​ແລະ​ເຕັມ​ໃຈ​ຮັບ​ການ​ສອນ. ເຮົາ​ມາ​ປະຊຸມ​ອະນຸສອນ​ບໍ່​ແມ່ນ​ຍ້ອນ​ພຽງ​ໜ້າ​ທີ່ ແຕ່​ແມ່ນ​ຍ້ອນ​ເຮົາ​ຖ່ອມ​ໃຈ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຍຊູ​ທີ່​ວ່າ: “ຈົ່ງ​ກະທຳ​ການ​ນີ້​ເປັນ​ທີ່​ລະນຶກ​ຄຶດ​ຮອດ​ເຮົາ.” (ອ່ານ 1 ໂກລິນໂທ 11:23-26) ການ​ປະຊຸມ​ນັ້ນ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ໃນ​ຄວາມ​ຫວັງ​ເລື່ອງ​ອະນາຄົດ ແລະ​ເຕືອນ​ເຮົາ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ສ່ຳ​ໃດ. ແຕ່​ພະອົງ​ຮູ້​ວ່າ​ເຮົາ​ຕ້ອງການ​ກຳລັງ​ໃຈ​ແລະ​ຄວາມ​ໝັ້ນ​ໃຈ​ຫຼາຍ​ກວ່າ​ໜຶ່ງ​ເທື່ອ​ຕໍ່​ປີ. ດັ່ງ​ນັ້ນ ພະອົງ​ຈຶ່ງ​ຈັດ​ໃຫ້​ມີ​ການ​ປະຊຸມ​ແຕ່​ລະ​ອາທິດ​ແລະ​ຢາກ​ໃຫ້​ເຮົາ​ເຂົ້າ​ຮ່ວມ​ນຳ. ຄວາມ​ຖ່ອມ​ກະຕຸ້ນ​ເຮົາ​ໃຫ້​ເຊື່ອ​ຟັງ. ເຮົາ​ຈຶ່ງ​ໃຊ້​ເວລາ​ຫຼາຍ​ຊົ່ວ​ໂມງ​ແຕ່​ລະ​ອາທິດ​ເພື່ອ​ກຽມ​ສ່ວນ​ແລະ​ເຂົ້າ​ຮ່ວມ​ການ​ປະຊຸມ​ເຫຼົ່າ​ນັ້ນ.

5. ເປັນ​ຫຍັງ​ຄົນ​ທີ່​ຖ່ອມ​ຈຶ່ງ​ຕອບ​ຮັບ​ຄຳ​ເຊີນ​ຂອງ​ພະ​ເຢໂຫວາ?

5 ແຕ່​ລະ​ປີ ພະ​ເຢໂຫວາ​ເຊີນ​ຜູ້​ຄົນ​ໃຫ້​ຮັບ​ເອົາ​ການ​ສອນ​ຈາກ​ພະອົງ​ແລະ​ຄົນ​ຖ່ອມ​ຫຼາຍ​ຄົນ​ກໍ​ຕອບ​ຮັບ​ຄຳ​ເຊີນ​ນັ້ນ. (ເອຊາ. 50:4) ເຂົາ​ເຈົ້າ​ມັກ​ການ​ປະຊຸມ​ອະນຸສອນ​ແລະ​ເລີ່ມ​ເຂົ້າ​ຮ່ວມ​ການ​ປະຊຸມ​ອື່ນໆນຳ. (ຊກາ. 8:20-23) ທັງ​ເຮົາ​ແລະ​ຄົນ​ໃໝ່​ຮູ້ສຶກ​ດີ​ໃຈ​ທີ່​ໄດ້​ຮັບ​ການ​ສອນ​ແລະ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ​ເຊິ່ງ ‘ເປັນ​ຜູ້​ຊ່ອຍ​ເຮົາ ຜູ້​ໃຫ້​ເຮົາ​ລອດ​ພົ້ນ.’ (ເພງ. 40:17) ຈະ​ມີ​ຫຍັງ​ບໍ​ທີ່​ສຳຄັນ​ຫຼື​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຕອບ​ຮັບ​ການ​ສອນ​ຈາກ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ລູກ​ຊາຍ​ທີ່​ຮັກ​ຂອງ​ພະອົງ?—ມັດ. 17:5; 18:20; 28:20

6. ຄວາມ​ຖ່ອມ​ຊ່ວຍ​ຜູ້​ຊາຍ​ຄົນ​ໜຶ່ງ​ໃຫ້​ມາ​ການ​ປະຊຸມ​ອະນຸສອນ​ແນວ​ໃດ?

6 ແຕ່​ລະ​ປີ​ເຮົາ​ຈະ​ພະຍາຍາມ​ເຊີນ​ຄົນ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ໃຫ້​ຫຼາຍ​ທີ່​ສຸດ. ຄົນ​ຖ່ອມ​ຫຼາຍ​ຄົນ​ທີ່​ຕອບ​ຮັບ​ຄຳ​ເຊີນ​ໄດ້​ຮັບ​ປະໂຫຍດ. ຂໍ​ໃຫ້​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ. ຫຼາຍ​ປີ​ມາ​ແລ້ວ​ຜູ້​ຊາຍ​ຄົນ​ໜຶ່ງ​ໄດ້​ຮັບ​ໃບ​ເຊີນ​ການ​ປະຊຸມ​ອະນຸສອນ ລາວ​ບອກ​ພີ່​ນ້ອງ​ວ່າ​ລາວ​ໄປ​ບໍ່​ໄດ້. ແຕ່​ໃນ​ຄືນ​ການ​ປະຊຸມ​ອະນຸສອນ ພີ່​ນ້ອງ​ທີ່​ເຊີນ​ລາວ​ກໍ​ຮູ້ສຶກ​ແປກ​ໃຈ​ທີ່​ເຫັນ​ລາວ​ຍ່າງ​ເຂົ້າ​ມາ​ໃນ​ຫໍ​ປະຊຸມ. ຜູ້​ຊາຍ​ຄົນ​ນັ້ນ​ປະທັບ​ໃຈ​ກັບ​ການ​ຕ້ອນຮັບ​ທີ່​ອົບອຸ່ນ​ຂອງ​ພີ່​ນ້ອງ​ແລະ​ກໍ​ເລີ່ມ​ມາ​ການ​ປະຊຸມ​ປະຈຳ​ອາທິດ. ທີ່​ຈິງ​ທັງ​ປີ​ນັ້ນ​ລາວ​ຂາດ​ການ​ປະຊຸມ​ແຕ່ 3 ເທື່ອ. ອັນ​ໃດ​ເຮັດ​ໃຫ້​ລາວ​ຕັດສິນ​ໃຈ​ມາ​ທຸກໆການ​ປະຊຸມ? ຍ້ອນ​ວ່າ​ລາວ​ຖ່ອມ​ຕົວ​ຫຼາຍ​ຈຶ່ງ​ເຮັດ​ໃຫ້​ລາວ​ປ່ຽນ​ໃຈ. ພີ່​ນ້ອງ​ທີ່​ໃຫ້​ໃບ​ເຊີນ​ລາວ​ບອກ​ວ່າ: “ຜູ້​ຊາຍ​ຄົນ​ນີ້​ຖ່ອມ​ຕົວ​ຫຼາຍ.” ແນ່ນອນ ພະ​ເຢໂຫວາ​ຄົງ​ຈະ​ຊັກ​ນຳ​ລາວ​ໃຫ້​ມາ​ນະມັດສະການ​ພະອົງ. ຕອນ​ນີ້​ລາວ​ຮັບ​ບັບເຕມາ​ແລະ​ເປັນ​ພີ່​ນ້ອງ​ແລ້ວ.—2 ຊາມ. 22:28; ໂຢ. 6:44

7. ສິ່ງ​ທີ່​ເຮົາ​ຮຽນ​ຈາກ​ການ​ປະຊຸມ​ແລະ​ການ​ອ່ານ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ແນວ​ໃດ?

7 ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ການ​ປະຊຸມ​ແລະ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ສາມາດ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ຖ່ອມ. ຫຼາຍ​ອາທິດ​ກ່ອນ​ການ​ປະຊຸມ​ອະນຸສອນ ການ​ປະຊຸມ​ຂອງ​ເຮົາ​ສ່ວນ​ຫຼາຍ​ຈະ​ເນັ້ນ​ຕົວຢ່າງ​ຂອງ​ພະ​ເຍຊູ​ແລະ​ຄວາມ​ຖ່ອມ​ທີ່​ເພິ່ນ​ສະລະ​ຊີວິດ​ເປັນ​ຄ່າໄຖ່. ໃນ​ໄລຍະ​ກ່ອນ​ມື້​ປະຊຸມ​ອະນຸສອນ ເປັນ​ເລື່ອງ​ທີ່​ດີ​ທີ່​ເຮົາ​ຈະ​ອ່ານ​ຄຳພີ​ໄບເບິນ​ກ່ຽວ​ກັບ​ເຫດການ​ຕ່າງໆກ່ອນ​ການ​ຕາຍ​ແລະ​ການ​ຟື້ນ​ຄືນ​ຈາກ​ຕາຍ​ຂອງ​ພະ​ເຍຊູ. ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ການ​ປະຊຸມ​ແລະ​ເຫດການ​ທີ່​ເຮົາ​ອ່ານ​ໃນ​ຄຳພີ​ໄບເບິນ​ຈະ​ເຮັດ​ໃຫ້​ເຮົາ​ຮູ້​ຄຸນຄ່າ​ການ​ເສຍ​ສະລະ​ທີ່​ພະ​ເຍຊູ​ເຮັດ​ເພື່ອ​ເຮົາ ແລະ​ຍັງ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ເພິ່ນ​ແລະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ ເຖິງ​ວ່າ​ຈະ​ປະສົບ​ຄວາມ​ຍາກ​ລຳບາກ.—ລືກາ 22:41, 42

ຄວາມ​ກ້າຫານ​ຊ່ວຍ​ໃຫ້​ເຮົາ​ມາ​ປະຊຸມ

8. ພະ​ເຍຊູ​ສະແດງ​ຄວາມ​ກ້າຫານ​ແນວ​ໃດ?

8 ເຮົາ​ຍັງ​ພະຍາຍາມ​ຮຽນ​ແບບ​ພະ​ເຍຊູ​ໃນ​ການ​ສະແດງ​ຄວາມ​ກ້າຫານ. ຂໍ​ໃຫ້​ຄິດ​ເຖິງ​ວິທີ​ທີ່​ພະ​ເຍຊູ​ສະແດງ​ຄວາມ​ກ້າຫານ​ໃນ​ຫຼາຍ​ມື້​ກ່ອນ​ທີ່​ເພິ່ນ​ຈະ​ຕາຍ. ເພິ່ນ​ຮູ້​ດີ​ວ່າ​ສັດຕູ​ກຳລັງ​ຈະ​ມາ​ເຮັດ​ໃຫ້​ເພິ່ນ​ອັບອາຍ ຂ້ຽນ​ຕີ ແລະ​ປະຫານ​ຊີວິດ​ເພິ່ນ. (ມັດ. 20:17-19) ແຕ່​ເພິ່ນ​ກໍ​ເຕັມ​ໃຈ​ທີ່​ຈະ​ປະເຊີນ​ໜ້າ​ກັບ​ຄວາມ​ຕາຍ. ເມື່ອ​ເວລາ​ນັ້ນ​ມາ​ຮອດ ເພິ່ນ​ໄດ້​ເວົ້າ​ກັບ​ອັກຄະສາວົກ​ທີ່​ສັດ​ຊື່​ໃນ​ສວນ​ເຄດເຊມາເນ​ວ່າ: “ຈົ່ງ​ລຸກ​ຂຶ້ນ​ເຖີ້ນ ເຮົາ​ທັງ​ຫຼາຍ​ໄປ​ເບິ່ງ​ເຖີ້ນ. ຜູ້​ມອບ​ເຮົາ​ໄວ້ [“ຄົນ​ທີ່​ທໍລະຍົດ,” ລ.ມ.] ໄດ້​ຫຍັບ​ມາ​ແລ້ວ.” (ມັດ. 26:36, 46) ຕອນ​ທີ່​ກຸ່ມ​ຄົນ​ທີ່​ຖື​ອາວຸດ​ເຂົ້າ​ມາ​ເພື່ອ​ຈະ​ຈັບ​ພະ​ເຍຊູ ເພິ່ນ​ກ້າວ​ອອກ​ມາ​ຫາ​ເຂົາ​ເຈົ້າ​ແລະ​ບອກ​ວ່າ​ເພິ່ນ​ແມ່ນ​ໃຜ ແລະ​ສັ່ງ​ທະຫານ​ໃຫ້​ປ່ອຍ​ພວກ​ອັກຄະສາວົກ​ໄປ. (ໂຢ. 18:3-8) ພະ​ເຍຊູ​ກ້າຫານ​ຫຼາຍ​ແທ້ໆ! ທຸກ​ມື້​ນີ້ ທັງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ແລະ​ແກະ​ອື່ນ​ພະຍາຍາມ​ຮຽນ​ແບບ​ເພິ່ນ​ໃນ​ການ​ສະແດງ​ຄວາມ​ກ້າຫານ. ເຂົາ​ເຈົ້າ​ເຮັດ​ແນວ​ໃດ?

ຄວາມ​ກ້າຫານ​ຂອງ​ເຈົ້າ​ເພື່ອ​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ຄົນ​ອື່ນ​ຫຼາຍ​ແທ້ໆ (ເບິ່ງ​ຂໍ້ 9) *

9. (ກ) ເປັນ​ຫຍັງ​ເຮົາ​ອາດ​ຕ້ອງ​ກ້າຫານ​ເພື່ອ​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ? (ຂ) ຕົວຢ່າງ​ຂອງ​ເຮົາ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ພີ່​ນ້ອງ​ທີ່​ຕິດ​ຄຸກ​ຍ້ອນ​ຄວາມ​ເຊື່ອ?

9 ເພື່ອ​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ ເຮົາ​ອາດ​ຕ້ອງ​ສະແດງ​ຄວາມ​ກ້າຫານ​ໃນ​ສະພາບການ​ທີ່​ຍາກ​ລຳບາກ. ພີ່​ນ້ອງ​ຂອງ​ເຮົາ​ບາງ​ຄົນ​ໄປ​ປະຊຸມ​ເຖິງ​ວ່າ​ຈະ​ກຳລັງ​ໂສກ​ເສົ້າ ໝົດ​ກຳລັງ​ໃຈ ຫຼື​ມີ​ບັນຫາ​ສຸຂະພາບ. ສ່ວນ​ບາງ​ຄົນ​ກໍ​ຖືກ​ຕໍ່​ຕ້ານ​ຢ່າງ​ໜັກ​ຈາກ​ຄອບຄົວ​ຫຼື​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ. ຕອນ​ນີ້ ຂໍ​ໃຫ້​ນຶກ​ພາບ​ວ່າ​ຕົວຢ່າງ​ຂອງ​ເຮົາ​ຈະ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ພີ່​ນ້ອງ​ທີ່​ຕິດ​ຄຸກ​ຍ້ອນ​ຄວາມ​ເຊື່ອ. (ເຫບ. 13:3) ເມື່ອ​ເຂົາ​ເຈົ້າ​ໄດ້​ຍິນ​ວ່າ​ເຮົາ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຢູ່​ສະເໝີ​ເຖິງ​ວ່າ​ຈະ​ມີ​ບັນຫາ ເຂົາ​ເຈົ້າ​ກໍ​ມີ​ກຳລັງ​ໃຈ​ທີ່​ຈະ​ຮັກສາ​ຄວາມ​ເຊື່ອ ຄວາມ​ກ້າຫານ ແລະ​ຄວາມ​ສັດ​ຊື່​ຕໍ່​ໄປ. ໂປໂລ​ກໍ​ມີ​ປະສົບການ​ໃນ​ເລື່ອງ​ນີ້. ຕອນ​ທີ່​ລາວ​ຖືກ​ກັກ​ບໍລິເວນ​ຢູ່​ໃນ​ເມືອງ​ໂລມ ລາວ​ມີ​ຄວາມ​ຍິນດີ​ຫຼາຍ​ທີ່​ໄດ້​ຍິນ​ຂ່າວ​ວ່າ​ພີ່​ນ້ອງ​ຮັບໃຊ້​ພະເຈົ້າ​ຢ່າງ​ສັດ​ຊື່. (ຟີລິບ 1:3-5, 12-14) ບໍ່​ດົນ​ກ່ອນ​ຫຼື​ຫຼັງ​ທີ່​ໂປໂລ​ຖືກ​ປ່ອຍ​ຕົວ ລາວ​ຂຽນ​ຈົດ​ໝາຍ​ເຖິງ​ພີ່​ນ້ອງ​ຊາວ​ເຫບເລີ. ໃນ​ຈົດ​ໝາຍ​ໂປໂລ​ໄດ້​ກະຕຸ້ນ​ພີ່​ນ້ອງ​ທີ່​ສັດ​ຊື່​ເຫຼົ່າ​ນີ້​ວ່າ: “ຂໍ​ໃຫ້​ພວກ​ເຈົ້າ​ຮັກ​ກັນ​ແບບ​ພີ່​ນ້ອງ​ຕໍ່​ໄປ” ແລະ​ຢ່າ​ຂາດ​ການ​ປະຊຸມ.—ເຫບ. 10:24, 25; 13:1, ລ.ມ.

10-11. (ກ) ເຮົາ​ຄວນ​ເຊີນ​ໃຜ​ແດ່​ມາ​ການ​ປະຊຸມ​ອະນຸສອນ? (ຂ) ຕາມ​ທີ່​ຂຽນ​ໃນ​ເອເຟດ 1:7 ເປັນ​ຫຍັງ​ເຮົາ​ຄວນ​ເຊີນ​ເຂົາ​ເຈົ້າ?

10 ເຮົາ​ສະແດງ​ຄວາມ​ກ້າຫານ​ເມື່ອ​ເຮົາ​ຊວນ​ຍາດ​ພີ່​ນ້ອງ ໝູ່​ຢູ່​ບ່ອນ​ເຮັດ​ວຽກ ແລະ​ເພື່ອນ​ບ້ານ​ມາ​ການ​ປະຊຸມ​ອະນຸສອນ. ເປັນ​ຫຍັງ​ເຮົາ​ຈຶ່ງ​ຢາກ​ຊວນ​ເຂົາ​ເຈົ້າ? ເພາະ​ເຮົາ​ຮູ້​ຄຸນຄ່າ​ຫຼາຍ​ແທ້ໆຕໍ່​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເຮັດ​ເພື່ອ​ເຮົາ​ຈົນ​ເຮັດ​ໃຫ້​ເຮົາ​ຢາກ​ຊວນ​ຄົນ​ອື່ນ​ໃຫ້​ມາ​ການ​ປະຊຸມ​ອະນຸສອນ. ເຮົາ​ຢາກ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ປະໂຫຍດ​ຄື​ກັນ​ຈາກ “ພະ​ຄຸນ” ຫຼື​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄ່າໄຖ່.—ອ່ານ​ເອເຟດ 1:7; ຄຳປ. 22:17

11 ເມື່ອ​ເຮົາ​ສະແດງ​ຄວາມ​ກ້າຫານ​ໂດຍ​ມາ​ປະຊຸມ​ນຳ​ກັນ ເຮົາ​ກໍ​ສະແດງ​ຄຸນ​ລັກສະນະ​ທີ່​ສຳຄັນ​ອີກ​ຢ່າງ​ໜຶ່ງ ເຊິ່ງ​ເປັນ​ຄຸນ​ລັກສະນະ​ທີ່​ພະ​ເຢໂຫວາ​ແລະ​ລູກ​ຊາຍ​ຂອງ​ພະອົງ​ສະແດງ​ອອກ​ຢ່າງ​ສົມບູນ​ແບບ.

ຄວາມ​ຮັກ​ກະຕຸ້ນ​ໃຫ້​ເຮົາ​ມາ​ປະຊຸມ

12. (ກ) ການ​ປະຊຸມ​ເຮັດ​ໃຫ້​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? (ຂ) 2 ໂກລິນໂທ 5:14, 15 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຮຽນ​ແບບ​ພະ​ເຍຊູ?

12 ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ກະຕຸ້ນ​ເຮົາ​ໃຫ້​ມາ​ປະຊຸມ. ສິ່ງ​ທີ່​ເຮົາ​ຮຽນ​ຮູ້​ຈາກ​ການ​ປະຊຸມ​ເຮັດ​ໃຫ້​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຫຼາຍ​ຂຶ້ນ. ການ​ປະຊຸມ​ຕ່າງໆເຕືອນ​ເຮົາ​ເລື້ອຍໆວ່າ​ພວກ​ເພິ່ນ​ເຮັດ​ຫຍັງ​ແດ່​ເພື່ອ​ເຮົາ. (ໂລມ 5:8) ການ​ປະຊຸມ​ອະນຸສອນ​ແຮ່ງ​ເຮັດ​ໃຫ້​ເຮົາ​ເຫັນ​ແຈ້ງ​ວ່າ​ພວກ​ເພິ່ນ​ຮັກ​ເຮົາ​ຫຼາຍ​ສ່ຳ​ໃດ ແລະ​ຮັກ​ແມ່ນ​ແຕ່​ຄົນ​ທີ່​ຍັງ​ບໍ່​ຮູ້ຈັກ​ຄ່າໄຖ່​ດ້ວຍ​ຊ້ຳ. ຍ້ອນ​ເຮົາ​ເຫັນ​ຄຸນຄ່າ​ຫຼາຍ​ແທ້ໆ ເຮົາ​ຈຶ່ງ​ພະຍາຍາມ​ຮຽນ​ແບບ​ພະ​ເຍຊູ​ໃນ​ການ​ໃຊ້​ຊີວິດ​ຂອງ​ເຮົາ. (ອ່ານ 2 ໂກລິນໂທ 5:14, 15) ນອກ​ຈາກ​ນັ້ນ ຫົວໃຈ​ເຮົາ​ຍັງ​ກະຕຸ້ນ​ໃຫ້​ສັນລະເສີນ​ພະ​ເຢໂຫວາ​ທີ່​ພະອົງ​ໄດ້​ໃຫ້​ຄ່າໄຖ່​ກັບ​ເຮົາ. ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ສັນລະເສີນ​ພະອົງ​ກໍ​ຄື ການ​ອອກ​ຄວາມ​ຄິດ​ເຫັນ​ຈາກ​ໃຈ​ໃນ​ການ​ປະຊຸມ.

13. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຫຼາຍ? ຂໍ​ໃຫ້​ອະທິບາຍ.

13 ເຮົາ​ສາມາດ​ສະແດງ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຫຼາຍ​ໂດຍ​ພ້ອມ​ທີ່​ຈະ​ເສຍ​ສະລະ​ເພື່ອ​ພວກ​ເພິ່ນ. ຫຼາຍ​ເທື່ອ ເຮົາ​ຕ້ອງ​ເສຍ​ສະລະ​ຫຼາຍ​ຢ່າງ​ເພື່ອ​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ໄດ້ ເຊັ່ນ: ຫຼາຍ​ປະຊາຄົມ​ຈັດການ​ປະຊຸມ​ກາງ​ອາທິດ​ໃນ​ຕອນ​ແລງ​ເຊິ່ງ​ເຮົາ​ແຕ່​ລະ​ຄົນ​ກໍ​ຮູ້ສຶກ​ເມື່ອຍ ແລະ​ຍັງ​ມີ​ອີກ​ການ​ປະຊຸມ​ໜຶ່ງ​ທີ່​ຈັດ​ໃນ​ວັນ​ເສົາ​ຫຼື​ວັນ​ອາທິດ​ເຊິ່ງ​ເປັນ​ເວລາ​ທີ່​ຜູ້​ຄົນ​ພັກຜ່ອນ. ພະ​ເຢໂຫວາ​ສັງເກດ​ເບິ່ງ​ບໍ​ເມື່ອ​ເຮົາ​ເຂົ້າ​ຮ່ວມ​ປະຊຸມ​ເຖິງ​ວ່າ​ຈະ​ເມື່ອຍ? ແນ່ນອນ! ທີ່​ຈິງ ພະ​ເຢໂຫວາ​ເຫັນ​ຄຸນຄ່າ​ຄວາມ​ພະຍາຍາມ​ຂອງ​ເຮົາ​ເພື່ອ​ຈະ​ມາ​ປະຊຸມ.—ມໂກ. 12:41-44

14. ພະ​ເຍຊູ​ວາງ​ແບບ​ຢ່າງ​ໃຫ້​ເຮົາ​ແນວ​ໃດ​ໃນ​ເລື່ອງ​ການ​ສະແດງ​ຄວາມ​ຮັກ​ແບບ​ເສຍ​ສະລະ?

14 ພະ​ເຍຊູ​ວາງ​ແບບ​ຢ່າງ​ໃຫ້​ເຮົາ​ໃນ​ເລື່ອງ​ການ​ສະແດງ​ຄວາມ​ຮັກ​ແບບ​ເສຍ​ສະລະ. ເພິ່ນ​ເຕັມ​ໃຈ​ບໍ່​ພຽງ​ແຕ່​ຕາຍ​ເພື່ອ​ລູກ​ສິດ ແຕ່​ຍັງ​ໃຊ້​ຊີວິດ​ແຕ່​ລະ​ມື້​ໂດຍ​ຈັດ​ໃຫ້​ຜົນ​ປະໂຫຍດ​ຂອງ​ລູກ​ສິດ​ມາ​ກ່ອນ​ຂອງ​ຕົວ​ເອງ. ຕົວຢ່າງ: ເຖິງ​ວ່າ​ພະ​ເຍຊູ​ຈະ​ຮູ້ສຶກ​ເມື່ອຍ​ຫຼື​ເຄັ່ງ​ຕຶງ ແຕ່​ເພິ່ນ​ກໍ​ຍັງ​ມາ​ຫາ​ພວກ​ລູກ​ສິດ​ຂອງ​ເພິ່ນ. (ລືກາ 22:39-46) ເພິ່ນ​ຈົດຈໍ່​ກັບ​ສິ່ງ​ທີ່​ເພິ່ນ​ຈະ​ໃຫ້​ເຂົາ​ເຈົ້າ ບໍ່​ແມ່ນ​ສິ່ງ​ທີ່​ຈະ​ໄດ້​ຮັບ​ຈາກ​ເຂົາ​ເຈົ້າ. (ມັດ. 20:28) ເມື່ອ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ພີ່​ນ້ອງ​ຫຼາຍ​ຂຶ້ນ ເຮົາ​ກໍ​ຈະ​ເຮັດ​ທຸກ​ສິ່ງ​ເພື່ອ​ເຮົາ​ຈະ​ເຂົ້າ​ຮ່ວມ​ບໍ່​ພຽງ​ແຕ່​ການ​ປະຊຸມ​ອະນຸສອນ ແຕ່​ຍັງ​ເຂົ້າ​ຮ່ວມ​ທຸກ​ການ​ປະຊຸມ​ປະຈຳ​ປະຊາຄົມ.

15. ເຮົາ​ຄວນ​ສົນ​ໃຈ​ຊ່ວຍ​ເຫຼືອ​ໃຜ​ເປັນ​ພິເສດ?

15 ເຮົາ​ເປັນ​ສ່ວນ​ໜຶ່ງ​ຂອງ​ສັງຄົມ​ພີ່​ນ້ອງ​ຄລິດສະຕຽນ​ແທ້​ທີ່​ມີ​ພຽງ​ກຸ່ມ​ດຽວ​ໃນ​ໂລກ ແລະ​ເຮົາ​ດີ​ໃຈ​ທີ່​ໄດ້​ໃຊ້​ເວລາ​ຫຼາຍ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ເພື່ອ​ເຊີນ​ຄົນ​ໃໝ່ໆເຂົ້າ​ມາ​ສົມທົບ​ກັບ​ເຮົາ. ເຮົາ​ສົນ​ໃຈ​ເປັນ​ພິເສດ​ທີ່​ຈະ​ຊ່ວຍ​ພີ່​ນ້ອງ “ຮ່ວມ​ຄວາມ​ເຊື່ອ​ຂອງ​ເຮົາ” ເຊິ່ງ​ເຊົາ​ໄປ​ປະກາດ​ຫຼື​ເຊົາ​ໄປ​ປະຊຸມ. (ຄລາ. 6:10, ລ.ມ.) ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາ​ເຈົ້າ​ໂດຍ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ເພື່ອ​ຈະ​ມາ​ປະຊຸມ​ໂດຍ​ສະເພາະ​ການ​ປະຊຸມ​ອະນຸສອນ. ຄື​ກັບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ເມື່ອ​ເຫັນ​ຄົນ​ທີ່​ເຊົາ​ປະກາດ​ຫຼື​ເຊົາ​ປະຊຸມ​ກັບ​ມາ​ຫາ​ພະ​ເຢໂຫວາ​ຜູ້​ເປັນ​ທັງ​ພໍ່​ແລະ​ຜູ້​ລ້ຽງ​ແກະ​ຂອງ​ເຮົາ.—ມັດ. 18:14

16. (ກ) ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ໄດ້​ແນວ​ໃດ ແລະ​ການ​ປະຊຸມ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? (ຂ) ເປັນ​ຫຍັງ​ໃນ​ໄລຍະ​ນີ້​ຈຶ່ງ​ເປັນ​ເລື່ອງ​ທີ່​ດີ​ທີ່​ຈະ​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຍຊູ​ເວົ້າ​ໃນ​ໂຢຮັນ 3:16?

16 ໃນ​ໄລຍະ​ນີ້​ໃຫ້​ເຮົາ​ເຊີນ​ຜູ້​ຄົນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ມາ​ການ​ປະຊຸມ​ອະນຸສອນ​ໃນ​ຕອນ​ແລງ​ວັນ​ສຸກ​ທີ 19 ເມສາ 2019. (ເບິ່ງ​ຂອບ “ ເຈົ້າ​ຈະ​ເຊີນ​ເຂົາ​ເຈົ້າ​ບໍ?”) ຕະຫຼອດ​ທັງ​ປີ ເຮົາ​ຢາກ​ເຮັດ​ທຸກ​ສິ່ງ​ເພື່ອ​ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ໂດຍ​ເຂົ້າ​ຮ່ວມ​ທຸກ​ການ​ປະຊຸມ​ເປັນ​ປະຈຳ​ທີ່​ພະ​ເຢໂຫວາ​ຈັດ​ເພື່ອ​ເຮົາ. ໃນ​ຂະນະ​ທີ່​ລະບົບ​ຊົ່ວ​ນີ້​ໃກ້​ຈະ​ເຖິງ​ຈຸດ​ຈົບ ເຮົາ​ແຮ່ງ​ຕ້ອງ​ເຂົ້າ​ຮ່ວມ​ປະຊຸມ​ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ຖ່ອມ​ຕົວ ກ້າຫານ ແລະ​ສະແດງ​ຄວາມ​ຮັກ​ຕໍ່ໆໄປ. (1 ເທ. 5:8-11) ຂໍ​ໃຫ້​ເຮົາ​ສະແດງ​ຄວາມ​ຮູ້ສຶກ​ຢ່າງ​ສຸດ​ຫົວໃຈ​ວ່າ​ເຮົາ​ຮູ້ສຶກ​ແນວ​ໃດ​ທີ່​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຮັກ​ເຮົາ​ຫຼາຍ​ຂະໜາດ​ນີ້!—ອ່ານ​ໂຢຮັນ 3:16

ເພງ 126 ຈົ່ງ​ຕື່ນ​ຕົວ ເຂັ້ມແຂງ ໝັ້ນ​ຄົງ

^ ຂໍ້ 5 ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ຄລິດ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ສຸກ​ທີ 19 ເມສາ 2019 ການ​ປະຊຸມ​ນີ້​ເປັນ​ການ​ປະຊຸມ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ປີ. ອັນ​ໃດ​ກະຕຸ້ນ​ເຮົາ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ນີ້? ຍ້ອນ​ເຮົາ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວ່າ​ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ຈົນ​ເຖິງ​ການ​ປະຊຸມ​ປະຈຳ​ອາທິດ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຄົນ​ແນວ​ໃດ.

^ ຂໍ້ 52 ການ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຕິດ​ຄຸກ​ຍ້ອນ​ຄວາມ​ເຊື່ອ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ຈົດ​ໝາຍ​ທີ່​ຄອບຄົວ​ສົ່ງ​ມາ​ໃຫ້. ລາວ​ດີ​ໃຈ​ທີ່​ຮູ້​ວ່າ​ຄອບຄົວ​ຍັງ​ບໍ່​ລືມ​ລາວ​ແລະ​ຮູ້​ວ່າ​ຄອບຄົວ​ຂອງ​ລາວ​ຍັງ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ເຖິງ​ວ່າ​ສະພາບການ​ບ້ານ​ເມືອງ​ບໍ່​ສະຫງົບ.