ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 4

ການ​ປະຊຸມ​ອະນຸສອນ​ແບບ​ຮຽບ​ງ່າຍ​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ກະສັດ​ເທິງ​ສະຫວັນ

ການ​ປະຊຸມ​ອະນຸສອນ​ແບບ​ຮຽບ​ງ່າຍ​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ກະສັດ​ເທິງ​ສະຫວັນ

“ນີ້​ໝາຍ​ເຖິງ​ຮ່າງກາຍ​ຂອງ​ຂ້ອຍ . . . ນີ້​ໝາຍ​ເຖິງ​ເລືອດ​ຂອງ​ຂ້ອຍ ເປັນ ‘ເລືອດ​ທີ່​ເຮັດ​ໃຫ້​ສັນຍາ​ມີ​ຜົນ​ບັງຄັບ​ໃຊ້.’”—ມັດ. 26:26-28, ລ.ມ.

ເພງ 16 ສັນເສີນ​ເຢໂຫວາ​ສຳລັບ​ລູກ​ຊາຍ​ທີ່​ຖືກ​ແຕ່ງ​ຕັ້ງ

ໃຈ​ຄວາມ​ສຳຄັນ *

1-2. (ກ) ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້​ວ່າ​ພະ​ເຍຊູ​ຈະ​ສອນ​ເຮົາ​ໃຫ້​ລະນຶກ​ເຖິງ​ການ​ຕາຍ​ຂອງ​ເພິ່ນ​ແບບ​ຮຽບ​ງ່າຍ? (ຂ) ເຮົາ​ຈະ​ພິຈາລະນາ​ຄຸນ​ລັກສະນະ​ຫຍັງ​ແດ່​ຂອງ​ພະ​ເຍຊູ?

ເຈົ້າ​ບອກ​ໄດ້​ບໍ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ແດ່​ໃນ​ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຍຊູ​ຄລິດ​ທີ່​ຈັດ​ຂຶ້ນ​ທຸກ​ປີ? ແນ່ນອນ​ພວກ​ເຮົາ​ຫຼາຍ​ຄົນ​ຈື່​ສິ່ງ​ຕ່າງໆໄດ້ ເພາະ​ການ​ປະຊຸມ​ນັ້ນ​ຮຽບ​ງ່າຍ​ຫຼາຍ. ແຕ່​ນີ້​ເປັນ​ການ​ປະຊຸມ​ທີ່​ສຳຄັນ​ຫຼາຍ. ດັ່ງ​ນັ້ນ ເຮົາ​ອາດ​ສົງໄສ​ວ່າ: ‘ເປັນ​ຫຍັງ​ການ​ປະຊຸມ​ນີ້​ຈຶ່ງ​ຮຽບ​ງ່າຍ​ແທ້?’

2 ໃນ​ໄລຍະ​ທີ່​ພະ​ເຍຊູ​ເຮັດ​ວຽກ​ຮັບໃຊ້​ຢູ່​ເທິງ​ໂລກ ເພິ່ນ​ມີ​ຊື່ສຽງ​ວ່າ​ເປັນ​ຜູ້​ທີ່​ສອນ​ຄວາມ​ຈິງ​ທີ່​ສຳຄັນ​ຫຼາຍ​ຢ່າງ​ໃນ​ແບບ​ທີ່​ຮຽບ​ງ່າຍ ຈະ​ແຈ້ງ ແລະ​ເຂົ້າ​ໃຈ​ງ່າຍ. (ມັດ. 7:28, 29) ຄ້າຍ​ຄື​ກັນ ພະ​ເຍຊູ​ກໍ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ທີ່​ຈະ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ເພິ່ນ​ແບບ​ຮຽບ​ງ່າຍ. ຂໍ​ໃຫ້​ເຮົາ​ຄິດ​ຕຶກຕອງ​ກ່ຽວ​ກັບ​ການ​ປະຊຸມ​ອະນຸສອນ​ໃນ​ຄັ້ງ​ນັ້ນ ແລະ​ບາງ​ສິ່ງ​ທີ່​ເພິ່ນ​ໄດ້​ເວົ້າ​ແລະ​ເຮັດ. ເຮົາ​ຈະ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ວ່າ ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ສະແດງ​ຄວາມ​ຖ່ອມ ຄວາມ​ກ້າຫານ ແລະ​ຄວາມ​ຮັກ​ໄດ້​ຫຼາຍ​ຂະໜາດ​ນີ້ ແລະ​ເຮົາ​ຈະ​ຮຽນ​ຮູ້​ວ່າ​ເຮົາ​ຈະ​ຮຽນ​ແບບ​ເພິ່ນ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ.

ພະ​ເຍຊູ​ສະແດງ​ຄວາມ​ຖ່ອມ

ເຂົ້າຈີ່​ບໍ່​ມີ​ເຊື້ອ​ກັບ​ເຫຼົ້າ​ແວງ​ເຊິ່ງ​ເປັນ​ເຄື່ອງ​ໝາຍ​ທີ່​ໃຊ້​ໃນ​ການ​ປະຊຸມ​ອະນຸສອນ​ເຕືອນ​ເຮົາ​ວ່າ ພະ​ເຍຊູ​ສະລະ​ຊີວິດ​ຂອງ​ເພິ່ນ​ເພື່ອ​ເຮົາ​ແລະ​ຕອນ​ນີ້​ເພິ່ນ​ກໍ​ເປັນ​ກະສັດ​ໃນ​ສະຫວັນ (ເບິ່ງ​ຂໍ້ 3-5)

3. ຕາມ​ທີ່​ຂຽນ​ໃນ​ມັດທາຍ 26:26-28 ພະ​ເຍຊູ​ຈັດການ​ປະຊຸມ​ອະນຸສອນ​ທີ່​ຮຽບ​ງ່າຍ​ແນວ​ໃດ ແລະ 2 ຢ່າງ​ທີ່​ເພິ່ນ​ໃຊ້​ໃນ​ການ​ປະຊຸມ​ນັ້ນ​ເປັນ​ສັນຍາ​ລັກ​ໝາຍ​ເຖິງ​ຫຍັງ?

3 ຕອນ​ທີ່​ພະ​ເຍຊູ​ຢູ່​ກັບ​ອັກຄະສາວົກ​ທີ່​ສັດ​ຊື່ 11 ຄົນ ເພິ່ນ​ໄດ້​ຈັດການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ເພິ່ນ. ເພິ່ນ​ໃຊ້​ອາຫານ​ທີ່​ເຫຼືອ​ຈາກ​ການ​ສະຫຼອງ​ປັດສະຄາ​ເພື່ອ​ຈັດການ​ປະຊຸມ​ທີ່​ຮຽບ​ງ່າຍ​ນີ້. (ອ່ານ​ມັດທາຍ 26:26-28) ພະ​ເຍຊູ​ໃຊ້​ພຽງ​ແຕ່​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແລະ​ເຫຼົ້າ​ແວງ​ທີ່​ມີ​ຢູ່. ເພິ່ນ​ບອກ​ພວກ​ອັກຄະສາວົກ​ວ່າ​ສອງ​ຢ່າງ​ນັ້ນ​ໝາຍ​ເຖິງ​ຮ່າງກາຍ​ທີ່​ສົມບູນ​ແບບ​ແລະ​ເລືອດ​ຂອງ​ເພິ່ນ ເຊິ່ງ​ອີກ​ບໍ່​ດົນ​ເພິ່ນ​ກໍ​ຈະ​ໄດ້​ເສຍ​ສະລະ​ເພື່ອ​ເຂົາ​ເຈົ້າ. ການ​ທີ່​ພະ​ເຍຊູ​ຈັດການ​ປະຊຸມ​ອະນຸສອນ​ທີ່​ສຳຄັນ​ໃນ​ແບບ​ທີ່​ຮຽບ​ງ່າຍ​ນັ້ນ​ອາດ​ບໍ່​ໄດ້​ເຮັດ​ໃຫ້​ພວກ​ອັກຄະສາວົກ​ແປກ​ໃຈ. ຍ້ອນ​ຫຍັງ?

4. ຄຳ​ແນະນຳ​ຂອງ​ພະ​ເຍຊູ​ທີ່​ໃຫ້​ກັບ​ມາທາ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຂົ້າ​ໃຈ​ເຫດຜົນ​ທີ່​ເພິ່ນ​ຈັດການ​ປະຊຸມ​ອະນຸສອນ​ໂດຍ​ໃຊ້​ອາຫານ​ແບບ​ງ່າຍໆ?

4 ຂໍ​ໃຫ້​ພິຈາລະນາ​ສິ່ງ​ທີ່​ເກີດ​ຂຶ້ນ​ຫຼາຍ​ເດືອນ​ກ່ອນ​ໜ້າ​ນັ້ນ ໃນ​ໄລຍະ​ວຽກ​ຮັບໃຊ້​ປີ​ທີ 3 ຂອງ​ພະ​ເຍຊູ ເພິ່ນ​ໄດ້​ໄປ​ຢາມ​ເຮືອນ​ຂອງ​ໝູ່​ສະໜິດ​ເພິ່ນ​ຄື ລາຊະໂລ ມາທາ ແລະ​ມາລີ. ຕອນ​ທີ່​ບັນຍາກາດ​ຜ່ອນຄາຍ ພະ​ເຍຊູ​ກໍ​ໄດ້​ເລີ່ມ​ສອນ. ຕອນ​ນັ້ນ​ມາທາ​ກໍ​ຢູ່​ໃນ​ເຮືອນ ແຕ່​ລາວ​ພັດ​ຫຍຸ້ງ​ຢູ່​ກັບ​ການ​ກຽມ​ອາຫານ​ຫຼາຍ​ຢ່າງ​ສຳລັບ​ແຂກ​ທີ່​ມີ​ກຽດ​ຂອງ​ລາວ. ເມື່ອ​ພະ​ເຍຊູ​ສັງເກດ​ເຫັນ ເພິ່ນ​ກໍ​ເລີຍ​ແກ້ໄຂ​ຄວາມ​ຄິດ​ຂອງ​ມາທາ​ຢ່າງ​ນິ້ມນວນ ແລະ​ຊ່ວຍ​ລາວ​ໃຫ້​ເຫັນ​ວ່າ​ບໍ່​ຈຳເປັນ​ຕ້ອງ​ເຮັດ​ອາຫານ​ຫຼາຍ​ຢ່າງ​ໃຫ້​ຫຍຸ້ງຍາກ. (ລືກາ 10:40-42) ຕໍ່​ມາ ບໍ່​ດົນ​ກ່ອນ​ທີ່​ພະ​ເຍຊູ​ຈະ​ຕາຍ ເພິ່ນ​ກໍ​ໄດ້​ເອົາ​ຄຳ​ແນະນຳ​ນີ້​ມາ​ໃຊ້​ເອງ. ເພິ່ນ​ໄດ້​ຈັດການ​ປະຊຸມ​ອະນຸສອນ​ໂດຍ​ໃຊ້​ອາຫານ​ແບບ​ງ່າຍໆ. ເລື່ອງ​ນີ້​ບອກ​ຫຍັງ​ເຮົາ​ກ່ຽວ​ກັບ​ພະ​ເຍຊູ?

5. ຄວາມ​ຮຽບ​ງ່າຍ​ຂອງ​ການ​ປະຊຸມ​ຄັ້ງ​ນັ້ນ​ສອນ​ໃຫ້​ເຮົາ​ຮູ້​ຫຍັງ​ກ່ຽວ​ກັບ​ພະ​ເຍຊູ ແລະ​ເລື່ອງ​ນີ້​ສອດຄ່ອງ​ກັບ​ຟີລິບ 2:5-8 ແນວ​ໃດ?

5 ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພະ​ເຍຊູ​ໄດ້​ເວົ້າ​ແລະ​ເຮັດ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ຄົນ​ຖ່ອມ​ຕົວ. ດັ່ງ​ນັ້ນ​ຈຶ່ງ​ບໍ່​ແປກ​ທີ່​ເພິ່ນ​ຈະ​ສະແດງ​ຄວາມ​ຖ່ອມ​ຫຼາຍ​ແທ້ໆໃນ​ຄືນ​ສຸດ​ທ້າຍ​ທີ່​ຢູ່​ເທິງ​ໂລກ. (ມັດ. 11:29) ເພິ່ນ​ຮູ້​ວ່າ​ຕົວ​ເອງ​ຈະ​ຕ້ອງ​ເສຍ​ສະລະ​ຄັ້ງ​ຍິ່ງໃຫຍ່​ໃນ​ປະຫວັດສາດ​ຂອງ​ມະນຸດ ແລະ​ພະ​ເຢໂຫວາ​ກໍ​ຈະ​ປຸກ​ເພິ່ນ​ໃຫ້​ຟື້ນ​ຂຶ້ນ​ຈາກ​ຕາຍ​ແລະ​ຮັບ​ຕຳແໜ່ງ​ທີ່​ມີ​ກຽດ​ເປັນ​ກະສັດ​ໃນ​ສະຫວັນ. ເຖິງ​ວ່າ​ຈະ​ເປັນ​ແນວ​ນັ້ນ ແຕ່​ເພິ່ນ​ກໍ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ກັບ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ຈົນ​ໃຫ້​ຈັດການ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ເພິ່ນ​ໃນ​ແບບ​ຍິ່ງໃຫຍ່​ຫຼູຫຼາ. ກົງ​ກັນ​ຂ້າມ ເພິ່ນ​ບອກ​ພວກ​ລູກ​ສິດ​ໃຫ້​ຈັດການ​ປະຊຸມ​ທີ່​ຮຽບ​ງ່າຍ​ນີ້​ປີ​ລະ​ເທື່ອ. (ໂຢ. 13:15; 1 ໂກ. 11:23-25) ການ​ປະຊຸມ​ທີ່​ຈັດ​ແບບ​ຮຽບ​ງ່າຍ ແຕ່​ເໝາະ​ສົມ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ບໍ່​ໄດ້​ເປັນ​ຄົນ​ຍິ່ງ. ເຮົາ​ດີ​ໃຈ​ທີ່​ຮູ້​ວ່າ​ຄວາມ​ຖ່ອມ​ເປັນ​ຄຸນ​ລັກສະນະ​ເດັ່ນ​ຢ່າງ​ໜຶ່ງ​ຂອງ​ພະ​ເຍຊູ​ກະສັດ​ຂອງ​ເຮົາ.—ອ່ານ​ຟີລິບ 2:5-8

6. ເຮົາ​ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ພະ​ເຍຊູ​ໄດ້​ແນວ​ໃດ​ເມື່ອ​ປະສົບ​ຄວາມ​ລຳບາກ?

6 ເຮົາ​ຈະ​ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ພະ​ເຍຊູ​ໄດ້​ແນວ​ໃດ? ກໍ​ໂດຍ​ຈັດ​ໃຫ້​ຜົນ​ປະໂຫຍດ​ຂອງ​ຄົນ​ອື່ນ​ມາ​ກ່ອນ​ຂອງ​ຕົວ​ເອງ. (ຟີລິບ 2:3, 4) ຂໍ​ໃຫ້​ຄິດ​ເຖິງ​ຄືນ​ສຸດ​ທ້າຍ​ທີ່​ພະ​ເຍຊູ​ຢູ່​ເທິງ​ໂລກ. ເພິ່ນ​ຮູ້​ວ່າ​ອີກ​ບໍ່​ດົນ​ເພິ່ນ​ຈະ​ຕ້ອງ​ຕາຍ​ຢ່າງ​ເຈັບ​ປວດ​ທໍລະມານ ແຕ່​ເພິ່ນ​ກໍ​ຍັງ​ເປັນ​ຫ່ວງ​ພວກ​ອັກຄະສາວົກ​ທີ່​ສັດ​ຊື່ ເຊິ່ງ​ອີກ​ບໍ່​ດົນ​ເຂົາ​ເຈົ້າ​ຈະ​ເສຍໃຈ​ຍ້ອນ​ເພິ່ນ​ຕາຍ. ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ໃຊ້​ເວລາ​ຄືນ​ສຸດ​ທ້າຍ​ເພື່ອ​ສອນ ໃຫ້​ກຳລັງ​ໃຈ ແລະ​ເສີມ​ຄວາມ​ໝັ້ນ​ໃຈ​ໃຫ້​ເຂົາ​ເຈົ້າ. (ໂຢ. 14:25-31) ພະ​ເຍຊູ​ເປັນ​ຄົນ​ຖ່ອມ​ແລະ​ເປັນ​ຫ່ວງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ອື່ນ​ຫຼາຍ​ກວ່າ​ຕົວ​ເອງ. ເພິ່ນ​ເປັນ​ຕົວຢ່າງ​ທີ່​ດີ​ເລີດ​ໃຫ້​ກັບ​ເຮົາ​ແທ້ໆ!

ພະ​ເຍຊູ​ສະແດງ​ຄວາມ​ກ້າຫານ

7. ບໍ່​ດົນ​ຫຼັງ​ຈາກ​ທີ່​ພະ​ເຍຊູ​ຈັດການ​ປະຊຸມ​ອະນຸສອນ​ແລ້ວ ເພິ່ນ​ໄດ້​ສະແດງ​ຄວາມ​ກ້າຫານ​ຫຼາຍ​ແນວ​ໃດ?

7 ບໍ່​ດົນ​ຫຼັງ​ຈາກ​ທີ່​ພະ​ເຍຊູ​ຈັດການ​ປະຊຸມ​ອະນຸສອນ​ແລ້ວ ເພິ່ນ​ກໍ​ໄດ້​ສະແດງ​ຄວາມ​ກ້າຫານ​ຫຼາຍ. ເພິ່ນ​ເຮັດ​ແນວ​ໃດ? ເພິ່ນ​ຍອມ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ເຖິງ​ຮູ້​ວ່າ​ຈະ​ຕ້ອງ​ຕາຍ​ໃນ​ຂໍ້​ຫາ​ໝິ່ນ​ປະໝາດ​ພະເຈົ້າ​ເຊິ່ງ​ເຮັດ​ໃຫ້​ອັບອາຍ. (ມັດ. 26:65, 66; ລືກາ 22:41, 42) ແຕ່​ພະ​ເຍຊູ​ກໍ​ຍັງ​ຮັກສາ​ຄວາມ​ສັດ​ຊື່​ຈົນ​ເຖິງ​ທີ່​ສຸດ​ເພື່ອ​ຍົກຍ້ອງ​ຊື່​ຂອງ​ພະ​ເຢໂຫວາ ຍົກຍ້ອງ​ສິດ​ການ​ປົກຄອງ​ຂອງ​ພະອົງ ແລະ​ເປີດ​ໂອກາດ​ໃຫ້​ມະນຸດ​ທີ່​ກັບ​ໃຈ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. ໃນ​ເວລາ​ດຽວ​ກັນ​ພະ​ເຍຊູ​ກໍ​ຍັງ​ໄດ້​ກຽມ​ພວກ​ລູກ​ສິດ​ໃຫ້​ພ້ອມ​ທີ່​ຈະ​ປະເຊີນ​ກັບ​ບັນຫາ​ທີ່​ກຳລັງ​ຈະ​ເກີດ​ຂຶ້ນ.

8. (ກ) ພະ​ເຍຊູ​ບອກ​ຫຍັງ​ກັບ​ອັກຄະສາວົກ​ທີ່​ສັດ​ຊື່​ຂອງ​ເພິ່ນ? (ຂ) ຫຼັງ​ຈາກ​ທີ່​ພະ​ເຍຊູ​ຕາຍ ພວກ​ລູກ​ສິດ​ໄດ້​ເຮັດ​ຕາມ​ຕົວຢ່າງ​ຄວາມ​ກ້າຫານ​ຂອງ​ເພິ່ນ​ແນວ​ໃດ?

8 ພະ​ເຍຊູ​ຍັງ​ສະແດງ​ຄວາມ​ກ້າຫານ​ໂດຍ​ບໍ່​ໄດ້​ໝົກມຸ້ນ​ກັບ​ຄວາມ​ກັງວົນ​ຂອງ​ຕົວ​ເອງ ແຕ່​ໃຫ້​ຄວາມ​ສົນ​ໃຈ​ກັບ​ຄວາມ​ຈຳເປັນ​ຂອງ​ອັກຄະສາວົກ​ທີ່​ສັດ​ຊື່. ຫຼັງ​ຈາກ​ຢູດາ​ອອກ​ໄປ​ແລ້ວ ພະ​ເຍຊູ​ໄດ້​ຈັດການ​ປະຊຸມ​ອະນຸສອນ​ທີ່​ຮຽບ​ງ່າຍ. ການ​ປະຊຸມ​ນີ້​ຈະ​ເຮັດ​ໃຫ້​ຜູ້​ທີ່​ຈະ​ເປັນ​ລູກ​ສິດ​ທີ່​ຖືກ​ເຈີມ​ໃຫ້​ຄິດ​ເຖິງ​ປະໂຫຍດ​ຈາກ​ເລືອດ​ຂອງ​ພະ​ເຍຊູ​ແລະ​ການ​ມີ​ສ່ວນ​ໃນ​ຄຳ​ສັນຍາ​ໃໝ່. (1 ໂກ. 10:16, 17) ດັ່ງ​ນັ້ນ ເພື່ອ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ແລະ​ຢູ່​ກັບ​ພະ​ເຍຊູ​ເທິງ​ສະຫວັນ ພະ​ເຍຊູ​ຈຶ່ງ​ບອກ​ສິ່ງ​ທີ່​ເພິ່ນ​ແລະ​ພໍ່​ຂອງ​ເພິ່ນ​ຄາດ​ໝາຍ​ຈາກ​ເຂົາ​ເຈົ້າ. (ໂຢ. 15:12-15) ພະ​ເຍຊູ​ຍັງ​ບອກ​ວ່າ​ເຂົາ​ເຈົ້າ​ຈະ​ປະເຊີນ​ບັນຫາ​ຫຍັງ​ໃນ​ອີກ​ບໍ່​ດົນ. ຈາກ​ນັ້ນ ເພິ່ນ​ກໍ​ເວົ້າ​ເຖິງ​ຕົວຢ່າງ​ຂອງ​ເພິ່ນ​ເອງ ແລະ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້ ‘ມີ​ໃຈ​ກ້າຫານ.’ (ໂຢ. 16:1-4 ສ່ວນ ກ, 33) ຫຼາຍ​ປີ​ຕໍ່​ມາ ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ກໍ​ຍັງ​ເຮັດ​ຕາມ​ຕົວຢ່າງ​ຂອງ​ເພິ່ນ​ໃນ​ເລື່ອງ​ການ​ເສຍ​ສະລະ​ແລະ​ຄວາມ​ກ້າຫານ. ເຂົາ​ເຈົ້າ​ຊ່ວຍ​ເຫຼືອ​ກັນ​ແລະ​ກັນ​ຮັບ​ມື​ກັບ​ບັນຫາ​ເຖິງ​ວ່າ​ຕົວ​ເອງ​ຈະ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ.—ເຫບ. 10:33, 34

9. ເຮົາ​ຈະ​ຮຽນ​ແບບ​ຄວາມ​ກ້າຫານ​ຂອງ​ພະ​ເຍຊູ​ໄດ້​ແນວ​ໃດ?

9 ທຸກ​ມື້​ນີ້​ກໍ​ຄື​ກັນ ເຮົາ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ​ໃນ​ການ​ສະແດງ​ຄວາມ​ກ້າຫານ ເຊັ່ນ: ເຮົາ​ຕ້ອງ​ມີ​ຄວາມ​ກ້າຫານ​ເພື່ອ​ຊ່ວຍ​ພີ່​ນ້ອງ​ທີ່​ຖືກ​ຂົ່ມເຫງ​ຍ້ອນ​ຄວາມ​ເຊື່ອ. ບາງ​ເທື່ອ​ພີ່​ນ້ອງ​ຂອງ​ເຮົາ​ອາດ​ຕິດ​ຄຸກ​ຢ່າງ​ບໍ່​ເປັນທຳ. ເມື່ອ​ເກີດ​ເຫດການ​ແບບ​ນີ້ ເຮົາ​​ກໍ​ຕ້ອງ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຊ່ວຍ​ເຂົາ​ເຈົ້າ ເຊິ່ງ​ລວມ​ເຖິງ​ການ​ເວົ້າ​ປົກ​ປ້ອງ​ເຂົາ​ເຈົ້າ​ນຳ. (ຟີລິບ 1:14; ເຫບ. 13:19) ອີກ​ວິທີ​ໜຶ່ງ​ທີ່​ເຮົາ​ສະແດງ​ຄວາມ​ກ້າຫານ​ຄື​ໂດຍ​ປະກາດ​ຕໍ່ໆໄປ “ດ້ວຍ​ໃຈ​ກ້າ.” (ກິດ. 14:3) ຄື​ກັບ​ພະ​ເຍຊູ ເຮົາ​ຕ້ອງ​ຕັ້ງ​ໃຈ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ ເຖິງ​ວ່າ​ຜູ້​ຄົນ​ອາດ​ຈະ​ຕໍ່​ຕ້ານ​ແລະ​ຂົ່ມເຫງ​ເຮົາ. ບາງ​ເທື່ອ​ເຮົາ​ອາດ​ຈະ​ຮູ້ສຶກ​ຢ້ານ. ແຕ່​ຖ້າ​ເປັນ​ແບບ​ນັ້ນ ເຮົາ​ຈະ​ເຮັດ​ແນວ​ໃດ?

10. ໃນ​ຫຼາຍ​ອາທິດ​ກ່ອນ​ການ​ປະຊຸມ​ອະນຸສອນ​ເຮົາ​ຄວນ​ຈະ​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

10 ເຮົາ​ສາມາດ​ເສີມ​ຄວາມ​ກ້າຫານ​ໄດ້​ໂດຍ​ຄິດ​ເຖິງ​ຄວາມ​ຫວັງ​ຂອງ​ເຮົາ ຄວາມ​ຫວັງ​ນີ້​ເປັນ​ໄປ​ໄດ້​ຍ້ອນ​ຄ່າໄຖ່​ຂອງ​ພະ​ເຍຊູ. (ໂຢ. 3:16; ເອເຟ. 1:7) ໃນ​ຫຼາຍ​ອາທິດ​ກ່ອນ​ການ​ປະຊຸມ​ອະນຸສອນ​ເປັນ​ໂອກາດ​ພິເສດ​ທີ່​ເຮົາ​ຈະ​ເຫັນ​ຄຸນຄ່າ​ຂອງ​ຄ່າໄຖ່​ຫຼາຍ​ຂຶ້ນ. ໃນ​ໄລຍະ​ນັ້ນ ໃຫ້​ເຮົາ​ອ່ານ​ຂໍ້​ຄຳພີ​ທີ່​ກຳນົດ​ໃຫ້​ອ່ານ​ສຳລັບ​ອະນຸສອນ ອະທິດຖານ ແລະ​ຄິດ​ຕຶກຕອງ​ກ່ຽວ​ກັບ​ເຫດການ​ເລື່ອງ​ການ​ຕາຍ​ຂອງ​ພະ​ເຍຊູ. ຕອນ​ທີ່​ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ ເຮົາ​ກໍ​ຈະ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ເຄື່ອງ​ໝາຍ​ທີ່​ໃຊ້​ໃນ​ການ​ປະຊຸມ​ອະນຸສອນ​ແລະ​ຄວາມ​ໝາຍ​ຂອງ​ເຄື່ອງ​ໝາຍ​ເຫຼົ່າ​ນັ້ນ. ເມື່ອ​ເຮົາ​ເຂົ້າ​ໃຈ​ສິ່ງ​ທີ່​ພະ​ເຢໂຫວາ​ກັບ​ພະ​ເຍຊູ​ເຮັດ​ເພື່ອ​ເຮົາ ແລະ​ຮູ້​ວ່າ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແລະ​ຄົນ​ທີ່​ເຮົາ​ຮັກ​ແນວ​ໃດ ເຮົາ​ກໍ​ຈະ​ໝັ້ນ​ໃຈ​ໃນ​ຄວາມ​ຫວັງ​ຫຼາຍ​ຂຶ້ນ ແລະ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ຢ່າງ​ກ້າຫານ​ຈົນ​ເຖິງ​ທີ່​ສຸດ.—ເຫບ. 12:3

11-12. ຈົນ​ຮອດ​ຕອນ​ນີ້​ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່?

11 ຈົນ​ຮອດ​ຕອນ​ນີ້​ເຮົາ​ໄດ້​ຮຽນ​ຮູ້​ວ່າ​ການ​ປະຊຸມ​ອະນຸສອນ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ວ່າ​ຄ່າໄຖ່ຂອງ​ພະ​ເຍຊູ​ມີ​ຄ່າ ແຕ່​ຍັງ​ຊ່ວຍ​​ເຮົາ​ໃຫ້​ຄິດ​ເຖິງ​ຄຸນ​ລັກສະ​ນະ​ທີ່​ເດັ່ນ​ຂອງ​ເພິ່ນ​ເຊັ່ນ: ຄວາມ​ຖ່ອມ​ແລະ​ຄວາມກ້າຫານ. ເຮົາ​ຮູ້ສຶກ​ຂອບໃຈ​ຫຼາຍ​ແທ້ໆທີ່​ເພິ່ນ​ຍັງ​ສະແດງ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ໃນ​ຖານະ​ເປັນ​ປະໂລຫິດ​ໃຫຍ່​ໃນ​ສະ​ຫວັນ​ທີ່​ອ້ອນ​ວອນ​ຂໍ​ແທນ​ພວກ​ເຮົາ! (ເຫບ.7:24, 25) ເພື່ອ​ສະແດງ​ວ່າ​ເຮົາ​ຮູ້​ຄຸນຄ່າ​ແທ້ໆ ເຮົາ​ຕ້ອງ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ທຸກ​ຄັ້ງ​ຕາມ​ທີ່​ເພິ່ນ​ສັ່ງໄວ້. (ລືກາ 22:19, 20) ເຮົາ​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ໃນ​ມື້​ທີ່​ກົງ​ກັບ​ວັນ​ທີ 14 ເດືອນ​ນີຊານ ເຊິ່ງ​ເປັນ​ວັນ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ປີ.

12 ເຮົາ​ຍັງ​ໄດ້​ຮຽນ​ຮູ້​ຄຸນ​ລັກສະນະ​ອີກ​ຢ່າງ​ໜຶ່ງ​ຂອງ​ພະ​ເຍຊູ​ຈາກ​ການ​ຈັດການ​ປະຊຸມ​ອະນຸສອນ​ທີ່​ຮຽບ​ງ່າຍ ເຊິ່ງ​ຄຸນ​ລັກສະນະ​ນີ້​ໄດ້​ກະຕຸ້ນ​ໃຫ້​ພະ​ເຍຊູ​ຍອມ​ຕາຍ​ເພື່ອ​ພວກ​ເຮົາ. ເພິ່ນ​ມີ​ຊື່ສຽງ​ກ່ຽວ​ກັບ​ຄຸນ​ລັກສະນະ​ນີ້​ຕອນ​ທີ່​ເປັນ​ມະນຸດ​ຢູ່​ເທິງ​ໂລກ. ແມ່ນ​ຄຸນ​ລັກສະນະ​ຫຍັງ?

ພະ​ເຍຊູ​ສະແດງ​ຄວາມ​ຮັກ

13. ໂຢຮັນ 15:9 ແລະ 1 ໂຢຮັນ 4:8-10 ພັນລະນາ​ເຖິງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ແນວ​ໃດ ແລະ​ມີ​ໃຜ​ແດ່​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ຮັກ​ຂອງ​ພວກ​ເພິ່ນ?

13 ທຸກ​ສິ່ງ​ທີ່​ພະ​ເຍຊູ​ເຮັດ​ແມ່ນ​ຮຽນ​ແບບ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ທີ່​ພະ​ເຢໂຫວາ​ມີ​ຕໍ່​ພວກ​ເຮົາ. (ອ່ານ​ໂຢຮັນ 15:9; 1 ໂຢຮັນ 4:8-10) ແລະ​ທີ່​ສຳຄັນ​ທີ່​ສຸດ​ຄື ພະ​ເຍຊູ​ສະລະ​ຊີວິດ​ເພື່ອ​ເຮົາ ຍ້ອນ​ເພິ່ນ​ຮັກ​ເຮົາ​ຈາກ​ຫົວໃຈ. ບໍ່​ວ່າ​ເຮົາ​ຈະ​ເປັນ​ຜູ້​ຖືກ​ເຈີມ ຫຼື “ແກະ​ອື່ນ” ເຮົາ​ກໍ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ແລະ​ລູກ​ຊາຍ​ຂອງ​ພະອົງ​ສະແດງ​ອອກ​ໂດຍ​ທາງ​ເຄື່ອງ​ບູຊາ​ໄຖ່. (ໂຢ. 10:16; 1 ໂຢ. 2:2) ເຄື່ອງ​ໝາຍ​ທີ່​ໃຊ້​ໃນ​ການ​ປະຊຸມ​ອະນຸສອນ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຍຊູ​ຮັກ​ແລະ​ຄຳນຶງ​ເຖິງ​ພວກ​ລູກ​ສິດ. ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ?

ພະ​ເຍຊູ​ສະແດງ​ຄວາມ​ຮັກ​ໂດຍ​ຈັດການ​ປະຊຸມ​ອະນຸສອນ​ແບບ​ຮຽບ​ງ່າຍ​ຫຼາຍ​ຈົນ​ເຮັດ​ໃຫ້​ຄລິດສະຕຽນ​ສາມາດ​ຈັດການ​ປະຊຸມ​ນີ້​ໄດ້​ຕະຫຼອດ​ຫຼາຍ​ຮ້ອຍ​ປີ ເຖິງ​ວ່າ​ຈະ​ມີ​ສະພາບການ​ທີ່​ແຕກຕ່າງ​ກັນ (ເບິ່ງ​ຂໍ້ 14-16) *

14. ພະ​ເຍຊູ​ສະແດງ​ຄວາມ​ຮັກ​ຕໍ່​ພວກ​ລູກ​ສິດ​ໂດຍ​ຈັດການ​ປະຊຸມ​ອະນຸສອນ​ແບບ​ໃດ?

14 ພະ​ເຍຊູ​ສະແດງ​ຄວາມ​ຮັກ​ຕໍ່​ລູກ​ສິດ​ທີ່​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ ໂດຍ​ຈັດການ​ປະຊຸມ​ອະນຸສອນ​ໃນ​ແບບ​ທີ່​ຮຽບ​ງ່າຍ​ເຊິ່ງ​ເຂົາ​ເຈົ້າ​ສາມາດ​ເຮັດ​ໄດ້. ເມື່ອ​ເວລາ​ຜ່ານ​ໄປ ລູກ​ສິດ​ທີ່​ຖືກ​ເຈີມ​ຕ້ອງ​ຈັດການ​ປະຊຸມ​ອະນຸສອນ​ທຸກ​ປີ​ໃນ​ສະພາບການ​ທີ່​ແຕກຕ່າງ​ກັນ ເຊິ່ງ​ລວມ​ເຖິງ​ການ​ຈັດ​ຢູ່​ໃນ​ຄຸກ​ນຳ. (ຄຳປ. 2:10) ເຂົາ​ເຈົ້າ​ຈະ​ເຮັດ​ຕາມ​ທີ່​ພະ​ເຍຊູ​ສັ່ງ​ໄດ້​ບໍ? ໄດ້​ແທ້!

15-16. ບາງ​ຄົນ​ໄດ້​ຈັດການ​ປະຊຸມ​ອະນຸສອນ​ແນວ​ໃດ​ໃນ​ສະພາບການ​ທີ່​ຍາກ​ລຳບາກ?

15 ຕັ້ງ​ແຕ່​ສະຕະວັດ​ທຳອິດ​ຈົນ​ເຖິງ​ທຸກ​ມື້​ນີ້ ຄລິດສະຕຽນ​ໄດ້​ພະຍາຍາມ​ຈັດການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຍຊູ. ເຂົາ​ເຈົ້າ​ເຮັດ​ຕາມ​ຂັ້ນ​ຕອນ​ຂອງ​ການ​ປະຊຸມ​ອະນຸສອນ​ເທົ່າ​ທີ່​ເຮັດ​ໄດ້ ບາງ​ເທື່ອ​ກໍ​ຢູ່​ໃນ​ສະພາບການ​ທີ່​ຍາກ​ລຳບາກ​ແທ້ໆ. ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ຕໍ່​ໄປ​ນີ້: ພີ່​ນ້ອງ​ແຮໂຣດ ຄິງ ຖືກ​ຂັງ​ດ່ຽວ​ໃນ​ຄຸກ​ຢູ່​ຈີນ ລາວ​ຕ້ອງ​ຄິດ​ຫາ​ວິທີ​ວ່າ​ຈະ​ຈັດການ​ປະຊຸມ​ອະນຸສອນ​ແນວ​ໃດ. ລາວ​ຈຶ່ງ​ກຽມ​ເຄື່ອງ​ໝາຍ​ແບບ​ລັບໆໂດຍ​ໃຊ້​ສິ່ງ​ທີ່​ລາວ​ມີ ແລະ​ລາວ​ຍັງ​ຄິດ​ໄລ່​ຢ່າງ​ຄັກ​ແນ່​ເທົ່າ​ທີ່​ເຮັດ​ໄດ້​ວ່າ​ວັນ​ອະນຸສອນ​ຈະ​ຕົກ​ຖືກ​ມື້​ໃດ. ເມື່ອ​ຮອດ​ວັນ​ອະນຸສອນ ລາວ​ກໍ​ໄດ້​ຮ້ອງ​ເພງ ອະທິດຖານ ແລະ​ບັນລະຍາຍ​ໃນ​ຫ້ອງ​ຄົນ​ດຽວ.

16 ອີກ​ຕົວຢ່າງ​ໜຶ່ງ​ແມ່ນ​ພີ່​ນ້ອງ​ຍິງ​ກຸ່ມ​ໜຶ່ງ​ທີ່​ຢູ່​ຄ້າຍ​ກັກ​ຂັງ​ໃນ​ສະໄໝ​ສົງຄາມ​ໂລກ​ຄັ້ງ​ທີ 2 ທີ່​ສ່ຽງ​ຊີວິດ​ເພື່ອ​ຈັດການ​ປະຊຸມ​ອະນຸສອນ ແຕ່​ເນື່ອງ​ຈາກ​ການ​ປະຊຸມ​ນີ້​ຮຽບ​ງ່າຍ ເຂົາ​ເຈົ້າ​ກໍ​ເລີຍ​ລັກ​ເຮັດ​ການ​ປະຊຸມ​ນີ້​ໄດ້. ເຂົາ​ເຈົ້າ​ບອກ​ວ່າ: “ເຮົາ​ຢືນ​ຕິດ​ກັນ​ເປັນ​ວົງ​ມົນ ຢູ່​ກາງ​ວົງ​ມີ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແລະ​ເຫຼົ້າ​ແວງ​ຕັ້ງ​ຢູ່​ຕັ່ງ​ນ້ອຍ​ທີ່​ປູ​ດ້ວຍ​ຜ້າ​ຂາວ. ເຮົາ​ໄດ້​ໄຕ້​ທຽນ​ແທນ​ດອກ​ໄຟ ເພາະ​ຢ້ານ​ຄົນ​ອື່ນ​ເຫັນ. . . . ພວກ​ເຮົາ​ເວົ້າ​ຄືນ​ເຖິງ​ສິ່ງ​ທີ່​ເຮົາ​ເຄີຍ​ສັນຍາ​ວ່າ​ເຮົາ​ຈະ​ໃຊ້​ກຳລັງ​ທັງ​ໝົດ​ເພື່ອ​ຍົກຍ້ອງ​ສັນລະເສີນ​ນາມ​ຊື່​ຂອງ​ພະ​ເຢໂຫວາ.” ເຂົາ​ເຈົ້າ​ໄດ້​ສະແດງ​ຄວາມ​ເຊື່ອ​ຫຼາຍ​ອີ່ຫຼີ! ພະ​ເຍຊູ​ສະແດງ​ຄວາມ​ຮັກ​ຫຼາຍ​ແທ້ໆ ໂດຍ​ເຮັດ​ໃຫ້​ເຮົາ​ສາມາດ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ເພິ່ນ​ໄດ້ ເຖິງ​ວ່າ​ຈະ​ຢູ່​ໃນ​ສະພາບການ​ທີ່​ຍາກ​ລຳບາກ!

17. ເຮົາ​ຄວນ​ຖາມ​ຕົວ​ເອງ​ແນວ​ໃດ?

17 ເມື່ອ​ໃກ້​ຈະ​ຮອດ​ວັນ​ອະນຸສອນ ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຈະ​ຮຽນ​ແບບ​ພະ​ເຍຊູ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ໃນ​ການ​ສະແດງ​ຄວາມ​ຮັກ? ຂ້ອຍ​ຄິດ​ເຖິງ​ຄວາມ​ຈຳເປັນ​ຂອງ​ພີ່​ນ້ອງ​ກ່ອນ​ຂອງ​ຂ້ອຍ​ເອງ​ບໍ? ຂ້ອຍ​ຄາດ​ໝາຍ​ຈາກ​ພີ່​ນ້ອງ​ເກີນ​ຄວາມ​ສາມາດ​ຂອງ​ເຂົາ​ເຈົ້າ​ບໍ ຫຼື​ຂ້ອຍ​ຄິດ​ເຖິງ​ຂໍ້​ຈຳກັດ​ຂອງ​ເຂົາ​ເຈົ້າ?’ ຂໍ​ໃຫ້​ເຮົາ​ຮຽນ​ແບບ​ພະ​ເຍຊູ​ສະເໝີ ແລະ “ເຫັນ​ອົກ​ເຫັນ​ໃຈ​ກັນ.”—1 ເປ. 3:8, ທ.ປ.

ຄິດ​ເຖິງ​ບົດຮຽນ​ເຫຼົ່າ​ນີ້​ສະເໝີ

18-19. (ກ) ເຮົາ​ສາມາດ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ? (ຂ) ເຈົ້າ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ?

18 ອີກ​ບໍ່​ດົນ​ກໍ​ຈະ​ບໍ່​ໄດ້​ມີ​ຂໍ້​ຮຽກ​ຮ້ອງ​ໃຫ້​ຈັດການ​ປະຊຸມ​ອະນຸສອນ​ແລ້ວ. ເມື່ອ​ພະ​ເຍຊູ “ມາ” ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ເພິ່ນ​ຈະ​ລວບລວມ​ຄົນ​ທີ່​ເຫຼືອ​ທີ່ “ເລືອກ​ໄວ້” ແລ້ວ​ໃຫ້​ໄປ​ສະຫວັນ ແລະ​ການ​ປະຊຸມ​ອະນຸສອນ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ.—1 ໂກ. 11:26; ມັດ. 24:31

19 ເຖິງ​ວ່າ​ອີກ​ບໍ່​ດົນ​ຈະ​ບໍ່​ມີ​ການ​ປະຊຸມ​ອະນຸສອນ ແຕ່​ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຈະ​ຈື່​ການ​ປະຊຸມ​ອະນຸສອນ​ທີ່​ຮຽບ​ງ່າຍ​ນີ້​ໄດ້​ວ່າ​ເປັນ​ສັນຍາ​ລັກ​ທີ່​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຖ່ອມ ຄວາມ​ກ້າຫານ ແລະ​ຄວາມ​ຮັກ​ທີ່​ມະນຸດ​ຄົນ​ໜຶ່ງ​ເຄີຍ​ສະແດງ. ໃນ​ຕອນ​ນັ້ນ​ຄົນ​ທີ່​ເຄີຍ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ຈະ​ເລົ່າ​ປະໂຫຍດ​ຂອງ​ການ​ປະຊຸມ​ນີ້​ໃຫ້​ຄົນ​ອື່ນ​ຟັງ. ແຕ່​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ປະຊຸມ​ອະນຸສອນ​ໃນ​ຕອນ​ນີ້ ເຮົາ​ຕ້ອງ​ຕັ້ງ​ໃຈ​ຮຽນ​ແບບ​ຄວາມ​ຖ່ອມ ຄວາມ​ກ້າຫານ ແລະ​ຄວາມ​ຮັກ​ຂອງ​ພະ​ເຍຊູ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ເຮົາ​ຈະ​ໄດ້​ຮັບ​ລາງວັນ​ຈາກ​ພະ​ເຢໂຫວາ​ແນ່ນອນ.—2 ເປ. 1:10, 11

ເພງ 13 ພະ​ຄລິດ​ເປັນ​ແບບ​ຢ່າງ​ຂອງ​ເຮົາ

^ ຂໍ້ 5 ອີກ​ບໍ່​ດົນ​ເຮົາ​ກໍ​ຈະ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຍຊູ​ຄລິດ. ການ​ປະຊຸມ​ທີ່​ຮຽບ​ງ່າຍ​ນີ້​ສອນ​ເຮົາ​ຫຼາຍ​ຢ່າງ​ກ່ຽວ​ກັບ​ຄວາມ​ຖ່ອມ ຄວາມ​ກ້າຫານ ແລະ​ຄວາມ​ຮັກ​ຂອງ​ພະ​ເຍຊູ. ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເຮົາ​ຈະ​ຮຽນ​ແບບ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ໄດ້​ແນວ​ໃດ.

^ ຂໍ້ 55 ການ​ອະທິບາຍ​ຮູບ​ພາບ: ພາບ​ທີ່​ສະແດງ​ເຖິງ​ການ​ຈັດການ​ປະຊຸມ​ອະນຸສອນ​ໃນ​ສະຕະວັດ​ທຳອິດ; ໃນ​ປະມານ​ທ້າຍ​ສະຕະວັດ​ທີ 19; ໃນ​ຄ້າຍ​ກັກ​ຂັງ​ນາຊີ; ໃນ​ຫໍ​ປະຊຸມ​ປັດຈຸບັນ​ທີ່​ບໍ່​ມີ​ຝາ​ເຮືອນ​ເຊິ່ງ​ຕັ້ງ​ຢູ່​ເຂດ​ຮ້ອນ​ໃນ​ອາເມຣິກາ​ໃຕ້.