ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 1

“ຢ່າຊູ່​ອຸກ​ໃຈ ເຫດ​ວ່າ​ຝ່າຍ​ເຮົາ​ເຮົາ​ເປັນ​ພະເຈົ້າ​ຂອງ​ເຈົ້າ”

“ຢ່າຊູ່​ອຸກ​ໃຈ ເຫດ​ວ່າ​ຝ່າຍ​ເຮົາ​ເຮົາ​ເປັນ​ພະເຈົ້າ​ຂອງ​ເຈົ້າ”

“ຢ່າຊູ່​ຢ້ານ ເຫດ​ວ່າ​ເຮົາ​ຢູ່​ນຳ​ເຈົ້າ. ຢ່າຊູ່​ອຸກ​ໃຈ ເຫດ​ວ່າ​ຝ່າຍ​ເຮົາ​ເຮົາ​ເປັນ​ພະເຈົ້າ​ຂອງ​ເຈົ້າ. ເຮົາ​ຈະ​ໃຫ້​ເຈົ້າ​ມີ​ແຮງ​ຂຶ້ນ. ຈິງ​ຢູ່​ເຮົາ​ຈະ​ຊ່ອຍ​ເຈົ້າ.”—ເອຊາ. 41:10

ເພງ 7 ພະ​ເຢໂຫວາ​ເປັນ​ກຳລັງ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ *

1-2. (ກ) ສິ່ງ​ທີ່​ຂຽນ​ໄວ້​ໃນ​ເອຊາອີ 41:10 ສົ່ງ​ຜົນ​ຕໍ່​ພີ່​ນ້ອງ​ໂຢຊິໂກະ​ແນວ​ໃດ? (ຂ) ພະ​ເຢໂຫວາ​ໄດ້​ຮັກສາ​ຂໍ້​ຄວາມ​ເຫຼົ່າ​ນັ້ນ​ໄວ້​ເພື່ອ​ປະໂຫຍດ​ຂອງ​ໃຜ?

ໂຢຊິໂກະ​ເຊິ່ງ​ເປັນ​ພີ່​ນ້ອງ​ຍິງ​ທີ່​ສັດ​ຊື່​ໄດ້​ຮັບ​ຂ່າວ​ຮ້າຍ. ທ່ານ​ໝໍ​ບອກ​ວ່າ​ລາວ​ຈະ​ມີ​ຊີວິດ​ຢູ່​ອີກ​ບໍ່​ເທົ່າ​ໃດ​ເດືອນ. ລາວ​ເຮັດ​ແນວ​ໃດ? ໂຢຊິໂກະ​ນຶກ​ເຖິງ​ຂໍ້​ຄຳພີ​ໜຶ່ງ​ທີ່​ລາວ​ມັກ​ຄື​ເອຊາອີ 41:10 (ອ່ານ) ແລ້ວ​ລາວ​ກໍ​ຮູ້ສຶກ​ສະຫງົບ​ໃຈ​ແລະ​ບອກ​ທ່ານ​ໝໍ​ວ່າ​ລາວ​ບໍ່​ຢ້ານ ເພາະ​ພະ​ເຢໂຫວາ​ຈັບ​ມື​ລາວ​ໄວ້. * ຂໍ້​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ​ນີ້​ຊ່ວຍ​ໃຫ້​ລາວ​ໄວ້​ວາງໃຈ​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ ແລະ​ຂໍ້​ຄຳພີ​ນີ້​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ສະຫງົບ​ໃຈ​ໄດ້​ຄື​ກັນ​ເມື່ອ​ຕ້ອງ​ຮັບ​ມື​ກັບ​ບັນຫາ​ທີ່​ໜັກ​ໜ່ວງ.

2 ທຳອິດ ພະ​ເຢໂຫວາ​ໃຫ້​ເອຊາອີ​ຂຽນ​ຄຳ​ເວົ້າ​ເຫຼົ່າ​ນັ້ນ​ເພື່ອ​ໃຫ້​ກຳລັງ​ໃຈ​ຊາວ​ອິດສະລາແອນ​ເຊິ່ງ​ຕໍ່​ມາ​ກໍ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ. ແຕ່​ພະອົງ​ເກັບ​ຮັກສາ​ຂໍ້​ຄວາມ​ເຫຼົ່າ​ນັ້ນ​ໄວ້​ເພື່ອ​ປະໂຫຍດ​ຂອງ​ປະຊາຊົນ​ຂອງ​ພະອົງ​ທຸກ​ຄົນ​ຈົນ​ເຖິງ​ທຸກ​ມື້​ນີ້ ບໍ່​ພຽງ​ແຕ່​ຊາວ​ຢິວ​ເທົ່າ​ນັ້ນ. (ເອຊາ. 40:8; ໂລມ 15:4) ທຸກ​ມື້​ນີ້​ເຮົາ​ຢູ່​ໃນ “ຊ່ວງ​ເວລາ​ວິກິດ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງ​ຍາກ​ລຳບາກ” ເຮົາ​ກໍ​ແຮ່ງ​ຕ້ອງການ​ກຳລັງ​ໃຈ​ຈາກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ພະທຳ​ເອຊາອີ.—2 ຕີໂມ. 3:1, ລ.ມ.

3. (ກ) ເອຊາອີ 41:10 ທີ່​ເປັນ​ຂໍ້​ຄຳພີ​ປະຈຳ​ປີ 2019 ມີ​ຄຳ​ສັນຍາ​ຫຍັງ​ແດ່? (ຂ) ເປັນ​ຫຍັງ​ເຮົາ​ຈຳເປັນ​ຕ້ອງ​ມີ​ຄຳ​ຮັບຮອງ​ເຫຼົ່າ​ນີ້?

3 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ສຶກສາ​ຄຳ​ສັນຍາ 3 ຢ່າງ​ຂອງ​ພະ​ເຢໂຫວາ​ທີ່​ເສີມ​ຄວາມ​ເຊື່ອ​ເຮົາ​ເຊິ່ງ​ຂຽນ​ໄວ້​ໃນ​ເອຊາອີ 41:10 ນັ້ນ​ຄື: (1) ພະ​ເຢໂຫວາ​ຈະ​ຢູ່​ນຳ​ເຮົາ (2) ພະອົງ​ເປັນ​ພະເຈົ້າ​ຂອງ​ເຮົາ (3) ພະອົງ​ຈະ​ຊ່ວຍ​ເຮົາ. ເຮົາ​ຈຳເປັນ​ຕ້ອງ​ມີ​ຄຳ​ຮັບຮອງ​ທີ່​ໃຫ້​ກຳລັງ​ໃຈ​ເຫຼົ່າ​ນີ້ * ເພາະ​ຄື​ກັນ​ກັບ​ໂຢຊິໂກະ ເຮົາ​ບໍ່​ພຽງ​ແຕ່​ມີ​ບັນຫາ​ໃນ​ຊີວິດ ແຕ່​ເຮົາ​ຍັງ​ຕ້ອງ​ຮັບ​ມື​ກັບ​ບັນຫາ​ຈາກ​ສິ່ງ​ທີ່​ບໍ່​ດີ​ໃນ​ໂລກ​ນີ້. ພວກ​ເຮົາ​ບາງ​ຄົນ​ຍັງ​ຕ້ອງ​ອົດ​ທົນ​ກັບ​ການ​ຖືກ​ຂົ່ມເຫງ​ຈາກ​ລັດຖະບານ. ໃຫ້​ເຮົາ​ມາ​ເບິ່ງ 3 ຄຳ​ຮັບຮອງ​ນີ້​ເທື່ອ​ລະ​ຢ່າງ​ນຳ​ກັນ.

“ເຮົາ​ຢູ່​ນຳ​ເຈົ້າ”

4. (ກ) ຄຳ​ຮັບຮອງ​ທຳອິດ​ທີ່​ເຮົາ​ຈະ​ພິຈາລະນາ​ແມ່ນ​ຫຍັງ? (ເບິ່ງ​ໄຂ​ເງື່ອນ) (ຂ) ພະ​ເຢໂຫວາ​ສະແດງ​ຄວາມ​ຮູ້ສຶກ​ຕໍ່​ເຮົາ​ໂດຍ​ວິທີ​ໃດ​ແດ່? (ຄ) ຄຳ​ເວົ້າ​ຂອງ​ພະເຈົ້າ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ແນວ​ໃດ?

4 ຄຳ​ຮັບຮອງ​ທຳອິດ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ແມ່ນ “ຢ່າຊູ່​ຢ້ານ ເຫດ​ວ່າ​ເຮົາ​ຢູ່​ນຳ​ເຈົ້າ.” * ພະອົງ​ສະແດງ​ໃຫ້​ເຫັນ​ວ່າ​ຢູ່​ນຳ​ເຮົາ​ໂດຍ​ສົນ​ໃຈ​ແລະ​ຮັກ​ເຮົາ​ແທ້ໆ. ຂໍ​ສັງເກດ​ວິທີ​ພະ​ເຢໂຫວາ​ສະແດງ​ຄວາມ​ຮູ້ສຶກ​ທີ່​ອົບອຸ່ນ​ແລະ​ເລິກ​ເຊິ່ງ​ຕໍ່​ເຮົາ. ພະອົງ​ບອກ​ວ່າ: “ພວກ​ເຈົ້າ​ມີ​ຄ່າ​ສຳລັບ​ເຮົາ” “ເຮົາ​ໃຫ້​ກຽດ​ພວກ​ເຈົ້າ​ແລະ​ຮັກ​ພວກ​ເຈົ້າ​ສະເໝີ​ມາ.” (ເອຊາ. 43:4, ລ.ມ.) ບໍ່​ມີ​ສິ່ງ​ໃດ​ໃນ​ໂລກ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ເຊົາ​ຮັກ​ຜູ້​ຮັບໃຊ້​ພະອົງ​ແລະ​ພະອົງ​ກໍ​ພັກດີ​ຕໍ່​ເຮົາ​ສະເໝີ. (ເອຊາ. 54:10) ຄວາມ​ຮັກ​ແລະ​ຄວາມ​ເປັນ​ມິດ​ຂອງ​ພະອົງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ກ້າຫານ. ພະອົງ​ຈະ​ປົກ​ປ້ອງ​ເຮົາ​ໃນ​ປັດຈຸບັນ​ຄື​ກັບ​ທີ່​ເຄີຍ​ປົກ​ປ້ອງ​ອັບລາມ (ອັບລາຫາມ) ໝູ່​ຂອງ​ພະອົງ. ພະອົງ​ບອກ​ລາວ​ວ່າ: “ອັບລາມ​ເອີຍ ເຈົ້າ​ຢ່າຊູ່​ຢ້ານ​ກົວ ຝ່າຍ​ເຮົາ​ເຮົາ​ເປັນ​ໂລ້ [“ເປັນ​ຜູ້​ຄຸ້ມຄອງ​ເຈົ້າ,” ລ.ມ.]”—ຕົ້ນ. 15:1

ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ເຮົາ​ສາມາດ​ຜ່ານ​ບັນຫາ​ຕ່າງໆທີ່​ເຮົາ​ເຈິ​ເຊິ່ງ​ປຽບ​ຄື​ກັບ “ແມ່ນ້ຳ” ແລະ “ໄຟ” ໄດ້ (ເບິ່ງ​ຂໍ້ 5-6) *

5-6. (ກ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ສົນ​ໃຈ​ທີ່​ຈະ​ຊ່ວຍ​ເຮົາ​ເປັນ​ສ່ວນ​ຕົວ​ເມື່ອ​ປະສົບ​ກັບ​ບັນຫາ? (ຂ) ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພີ່​ນ້ອງ​ໂຢຊິໂກະ?

5 ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ຊ່ວຍ​ໃນ​ເລື່ອງ​ບັນຫາ​ສ່ວນ​ຕົວ​ຂອງ​ເຮົາ ເພາະ​ພະອົງ​ສັນຍາ​ກັບ​ຜູ້​ຮັບໃຊ້​ຂອງ​ພະອົງ​ວ່າ: “ເມື່ອ​ເຈົ້າ​ຈະ​ຂວ້າມ​ນ້ຳ​ທັງ​ຫຼາຍ​ເຮົາ​ຈະ​ໄປ​ນຳ​ເຈົ້າ ແລະ​ເມື່ອ​ຂວ້າມ​ແມ່ນ້ຳ​ທັງ​ຫຼາຍ​ນ້ຳ​ຈະ​ບໍ່​ຖ້ວມ​ເຈົ້າ. ເມື່ອ​ເຈົ້າ​ຈະ​ທຽວ​ໄປ​ໃນ​ໄຟ​ໄຟ​ຈະ​ບໍ່​ໄໝ້​ເຈົ້າ​ແລະ​ແປວ​ໄຟ​ຈະ​ບໍ່​ຈູດ​ເຈົ້າ.” (ເອຊາ. 43:2) ຄຳ​ເວົ້າ​ນີ້​ໝາຍ​ເຖິງ​ຫຍັງ?

6 ພະ​ເຢໂຫວາ​ບໍ່​ໄດ້​ສັນຍາ​ວ່າ​ຈະ​ເອົາ​ບັນຫາ​ຫຍຸ້ງຍາກ​ໃນ​ຊີວິດ​ຂອງ​ເຮົາ​ອອກ​ໄປ ແຕ່​ພະອົງ​ຈະ​ບໍ່​ຍອມ​ໃຫ້ “ແມ່ນ້ຳ” ຫຼື “ໄຟ” ເຊິ່ງ​ປຽບ​ຄື​ກັບ​ບັນຫາ​ໃນ​ຊີວິດ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ເສຍຫາຍ​ຖາວອນ ແລະ​ເຊົາ​ຮັບໃຊ້​ພະອົງ. ພະອົງ​ຮັບຮອງ​ວ່າ​ຈະ​ຢູ່​ກັບ​ເຮົາ​ແລະ​ຊ່ວຍ​ເຮົາ​ໃຫ້ “ຂວ້າມ” ຜ່ານ​ບັນຫາ​ຕ່າງໆເຫຼົ່າ​ນັ້ນ. ພະ​ເຢໂຫວາ​ຈະ​ເຮັດ​ແນວ​ໃດ? ພະອົງ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຢ້ານ​ເກີນ​ໄປ​ເພື່ອ​ເຮົາ​ຈະ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະອົງ​ເຖິງ​ວ່າ​ອາດ​ຈະ​ຕ້ອງ​ຕາຍ. (ເອຊາ. 41:13) ໂຢຊິໂກະ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ກໍ​ປະສົບ​ເລື່ອງ​ນີ້​ດ້ວຍ​ຕົວ​ເອງ. ລູກ​ສາວ​ຂອງ​ລາວ​ບອກ​ວ່າ: “ເຮົາ​ຮູ້ສຶກ​ປະທັບ​ໃຈ​ຫຼາຍ​ທີ່​ແມ່​ມີ​ຄວາມ​ສະຫງົບ​ໃຈ​ປານ​ນັ້ນ. ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ແມ່​ໃຫ້​ສະຫງົບ​ໃຈ​ແທ້ໆ. ແມ່​ຍັງ​ປະກາດ​ກັບ​ພະຍາບານ​ແລະ​ຄົນ​ເຈັບ​ເລື່ອງ​ພະ​ເຢໂຫວາ​ແລະ​ຄຳ​ສັນຍາ​ຂອງ​ພະອົງ​ຈົນ​ເຖິງ​ມື້​ທີ່​ແມ່​ຕາຍ.” ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂຢຊິໂກະ? ຖ້າ​ເຮົາ​ວາງໃຈ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ວ່າ: “ເຮົາ​ຈະ​ໄປ​ນຳ​ເຈົ້າ” ເຮົາ​ກໍ​ຈະ​ກ້າຫານ​ແລະ​ເຂັ້ມແຂງ​ຕອນ​ທີ່​ເຮົາ​ກຳລັງ​ປະສົບ​ກັບ​ບັນຫາ.

“ເຮົາ​ເປັນ​ພະເຈົ້າ​ຂອງ​ເຈົ້າ”

7-8. (ກ) ຄຳ​ຮັບຮອງ​ທີ​ສອງ​ທີ່​ເຮົາ​ຈະ​ພິຈາລະນາ​ແມ່ນ​ຫຍັງ ແລະ​ຄຳ​ຮັບຮອງ​ນີ້​ມີ​ຄວາມ​ໝາຍ​ແນວ​ໃດ? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ບອກ​ຊາວ​ຢິວ​ທີ່​ເປັນ​ຊະເລີຍ​ວ່າ “ຢ່າຊູ່​ອຸກ​ໃຈ”? (ຄ) ຄຳ​ເວົ້າ​ຫຍັງ​ໃນ​ເອຊາອີ 46:3, 4 ໄດ້​ຊ່ວຍ​ປະຊາຊົນ​ຂອງ​ພະເຈົ້າ​ບໍ່​ໃຫ້​ຢ້ານ?

7 ຂໍ​ໃຫ້​ສັງເກດ​ຄຳ​ຮັບຮອງ​ທີ 2 ທີ່​ເອຊາອີ​ບອກ​ວ່າ: “ຢ່າຊູ່​ອຸກ​ໃຈ ເຫດ​ວ່າ​ຝ່າຍ​ເຮົາ​ເຮົາ​ເປັນ​ພະເຈົ້າ​ຂອງ​ເຈົ້າ.” ຄຳ​ວ່າ​ອຸກ​ໃຈ​ໃນ​ຂໍ້​ນີ້​ໝາຍ​ເຖິງ​ຫຍັງ? ໃນ​ພາສາ​ເດີມ​ຄຳ​ວ່າ​ອຸກ​ໃຈ​ໝາຍ​ເຖິງ “ການ​ມັກ​ຫຼຽວ​ຫຼັງ​ເພາະ​ຢ້ານ​ວ່າ​ຈະ​ມີ​ໃຜ​ຫຼື​ສິ່ງ​ໃດ​ມາ​ທຳ​ຮ້າຍ” ຫຼື “ຕົກໃຈ​ຢ້ານ​ຄື​ກັບ​ຄົນ​ທີ່​ເຈິ​ສະຖານະການ​ທີ່​ອັນຕະລາຍ.”

8 ເປັນ​ຫຍັງ​ພະ​ເຢໂຫວາ​ບອກ​ຊາວ​ຢິວ​ທີ່​ຈະ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ວ່າ “ຢ່າຊູ່​ອຸກ​ໃຈ”? ເພາະ​ພະອົງ​ຮູ້​ວ່າ​ທຸກ​ຄົນ​ທີ່​ຢູ່​ໃນ​ບາບີໂລນ​ຈະ​ຢ້ານ. ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ຈະ​ຢ້ານ? ເພາະ​ຫຼັງ​ຈາກ​ຊາວ​ຢິວ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ເກືອບ 70 ປີ​ແລ້ວ ເມືອງ​ນີ້​ກໍ​ຈະ​ຖືກ​ກອງທັບ​ທີ່​ເກັ່ງ​ກ້າ​ຂອງ​ພວກ​ແມດ-ເປ​ເລ​ເຊມາ​ໂຈມຕີ. ພະ​ເຢໂຫວາ​ຈະ​ໃຊ້​ກອງທັບ​ນີ້​ປົດ​ປ່ອຍ​ປະຊາຊົນ​ຂອງ​ພະອົງ​ອອກ​ຈາກ​ການ​ເປັນ​ຊະເລີຍ​ໃນ​ບາບີໂລນ. (ເອຊາ. 41:2-4) ເມື່ອ​ຊາວ​ບາບີໂລນ​ແລະ​ຄົນ​ທີ່​ມາ​ຈາກ​ຊາດ​ອື່ນ​ໃນ​ສະໄໝ​ນັ້ນ​ຮູ້​ວ່າ​ສັດຕູ​ກຳລັງ​ມາ ເຂົາ​ເຈົ້າ​ໄດ້​ພະຍາຍາມ​ໃຫ້​ກຳລັງ​ໃຈ​ກັນ​ໂດຍ​ບອກ​ວ່າ: “ຈົ່ງ​ມີ​ແຮງ​ເຖີ້ນ.” ເຂົາ​ເຈົ້າ​ຍັງ​ໄດ້​ສ້າງ​ພະ​ປອມ​ເພີ່ມ​ຫຼາຍ​ຂຶ້ນ ເພາະ​ຫວັງ​ວ່າ​ມັນ​ຈະ​ປົກ​ປ້ອງ​ຄຸ້ມຄອງ​ເຂົາ​ເຈົ້າ. (ເອຊາ. 41:5-7) ໃນ​ຕອນ​ນັ້ນ ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ຊາວ​ຢິວ​ທີ່​ເປັນ​ຊະເລີຍ​ມີ​ຄວາມ​ສະຫງົບ​ໃຈ​ໂດຍ​ບອກ​ວ່າ: “ຝ່າຍ​ເຈົ້າ​ຍິດສະລາເອນ​ຜູ້​ຂ້າ​ໃຊ້​ຂອງ​ເຮົາ [ເຊິ່ງ​ຊາດ​ອື່ນ​ກໍ​ບໍ່​ໄດ້​ເປັນ​ຂ້າ​ໃຊ້] . . . ຢ່າຊູ່​ອຸກ​ໃຈ ເຫດ​ວ່າ​ຝ່າຍ​ເຮົາ​ເຮົາ​ເປັນ​ພະເຈົ້າ​ຂອງ​ເຈົ້າ.” (ເອຊາ. 41:8-10) ຂໍ​ໃຫ້​ສັງເກດ​ວ່າ​ພະ​ເຢໂຫວາ​ບອກ​ວ່າ: “ເຮົາ​ເປັນ​ພະເຈົ້າ​ຂອງ​ເຈົ້າ.” ຈາກ​ຄຳ​ເວົ້າ​ເຫຼົ່າ​ນີ້ ພະ​ເຢໂຫວາ​ໄດ້​ຮັບຮອງ​ວ່າ​ພະອົງ​ບໍ່​ໄດ້​ລືມ​ຜູ້​ນະມັດສະການ​ທີ່​ພັກດີ​ຂອງ​ພະອົງ. ພະອົງ​ຍັງ​ເປັນ​ພະເຈົ້າ​ຂອງ​ເຂົາ​ເຈົ້າ ແລະ​ເຂົາ​ເຈົ້າ​ກໍ​ຍັງ​ເປັນ​ປະຊາຊົນ​ຂອງ​ພະອົງ. ພະອົງ​ບອກ​ວ່າ: “ເຮົາ​ຈະ​ອູ້ມ . . . ແລະ​ຊ່ອຍ [ພວກ​ເຈົ້າ] ໃຫ້​ພົ້ນ.” ແນ່ນອນ ຄຳ​ເວົ້າ​ເຫຼົ່າ​ນີ້​ໄດ້​ໃຫ້​ກຳລັງ​ໃຈ​ຊາວ​ຢິວ​ທີ່​ເປັນ​ຊະເລີຍ​ຫຼາຍ​ແທ້ໆ.—ອ່ານ​ເອຊາອີ 46:3, 4

9-10. ເປັນ​ຫຍັງ​ເຮົາ​ບໍ່​ຈຳເປັນ​ຕ້ອງ​ຢ້ານ? ຂໍ​ໃຫ້​ຍົກ​ຕົວຢ່າງ.

9 ໃນ​ສະໄໝ​ນີ້ ຜູ້​ຄົນ​ມີ​ຄວາມ​ອຸກ​ໃຈ​ຫຼາຍ​ກວ່າ​ສະໄໝ​ກ່ອນ​ຍ້ອນ​ວ່າ​ສະພາບການ​ຂອງ​ໂລກ​ເສື່ອມ​ລົງ​ເລື້ອຍໆ. ແນ່ນອນ ເຮົາ​ກໍ​ເຈິ​ບັນຫາ​ດຽວ​ກັນ​ກັບ​ເຂົາ​ເຈົ້າ. ແຕ່​ເຮົາ​ບໍ່​ຕ້ອງ​ຢ້ານ ເພາະ​ພະ​ເຢໂຫວາ​ບອກ​ວ່າ: “ເຮົາ​ເປັນ​ພະເຈົ້າ​ຂອງ​ເຈົ້າ.” ເປັນ​ຫຍັງ​ຄຳ​ເວົ້າ​ນີ້​ມີ​ເຫດຜົນ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ສະຫງົບ​ໃຈ?

10 ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ນີ້: ຈິມ​ກັບ​ເບັນ​ເປັນ​ຜູ້​ໂດຍ​ສານ​ທີ່​ນັ່ງ​ຢູ່​ໃນ​ຍົນ​ເຊິ່ງ​ກຳລັງ​ປະສົບ​ກັບ​ສະພາບ​ອາກາດ​ທີ່​ປັ່ນປ່ວນ​ຫຼາຍ. ໃນ​ຂະນະ​ທີ່​ຍົນ​ສັ່ນ​ສະເທືອນ​ກໍ​ມີ​ສຽງ​ປະກາດ​ຂອງ​ນັກ​ບິນ​ຈາກ​ລຳໂພງ​ວ່າ: “ຂໍ​ໃຫ້​ທ່ານ​ນັ່ງ​ກັບ​ບ່ອນ​ແລະ​ໃສ່​ສາຍ​ແອວ​ນິລະໄພ. ພວກ​ເຮົາ​ກຳລັງ​ບິນ​ຜ່ານ​ສະພາບ​ອາກາດ​ທີ່​ປັ່ນປ່ວນ.” ຈິມ​ຮູ້ສຶກ​ກັງວົນ​ຫຼາຍ. ຈາກ​ນັ້ນ ນັກ​ບິນ​ກໍ​ເວົ້າ​ຕໍ່​ວ່າ: “ບໍ່​ຕ້ອງ​ຢ້ານ​ເດີ້. ຂ້ອຍ​ແມ່ນ​ນັກ​ບິນ​ທີ່​ກຳລັງ​ເວົ້າ.” ເມື່ອ​ໄດ້​ຍິນ​ແບບ​ນັ້ນ ຈິມ​ກໍ​ແກວ່ງ​ຫົວ​ແລະ​ເວົ້າ​ວ່າ: “ຈະ​ເຊື່ອ​ໄດ້​ບໍ​ນິ!” ລາວ​ສັງເກດ​ເຫັນ​ວ່າ​ເບັນ​ບໍ່​ໄດ້​ກັງວົນ​ເລີຍ. ລາວ​ຈຶ່ງ​ຖາມ​ເບັນ​ວ່າ: “ເຈົ້າ​ບໍ່​ຢ້ານ​ຫວາ?” ເບັນ​ຍິ້ມ​ແລະ​ຕອບ​ວ່າ: “ບໍ່​ຢ້ານ ເພາະ​ຂ້ອຍ​ຮູ້ຈັກ​ນັກ​ບິນ​ຄົນ​ນັ້ນ​ດີ. ລາວ​ເປັນ​ພໍ່​ຂ້ອຍ!” ແລະ​ເບັນ​ກໍ​ເວົ້າ​ຕໍ່​ວ່າ: “ຂ້ອຍ​ຈະ​ເລົ່າ​ເລື່ອງ​ພໍ່​ຂ້ອຍ​ໃຫ້​ຟັງ. ຖ້າ​ເຈົ້າ​ຮູ້ຈັກ​ພໍ່​ຂອງ​ຂ້ອຍ ແລະ​ຮູ້​ວ່າ​ລາວ​ເປັນ​ນັກ​ບິນ​ທີ່​ເກັ່ງ​ຫຼາຍ​ສ່ຳ​ໃດ ເຈົ້າ​ກໍ​ຈະ​ບໍ່​ຢ້ານ​ຄື​ກັນ.”

11. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ກ່ຽວ​ກັບ​ຜູ້​ໂດຍ​ສານ​ສອງ​ຄົນ​ນີ້?

11 ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ນີ້? ເຮົາ​ສາມາດ​ສະຫງົບ​ໃຈ​ຄື​ກັບ​ເບັນ​ໄດ້ ເພາະ​ເຮົາ​ຮູ້ຈັກ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ​ເປັນ​ຢ່າງ​ດີ. ເຮົາ​ຮູ້​ວ່າ​ພະອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ຜ່ານ​ບັນຫາ​ຕ່າງໆໄດ້​ຢ່າງ​ປອດໄພ ເຊິ່ງ​ບັນຫາ​ນັ້ນ​ປຽບ​ຄື​ກັບ​ພາຍຸ​ທີ່​ເຮົາ​ປະສົບ​ໃນ​ສະໄໝ​ສຸດ​ທ້າຍ​ນີ້. (ເອຊາ. 35:4) ເຖິງ​ວ່າ​ຜູ້​ຄົນ​ໃນ​ໂລກ​ຈະ​ຢ້ານ​ຫຼາຍ ແຕ່​ເຮົາ​ຈະ​ມີ​ຄວາມ​ສະຫງົບ​ໃຈ​ເພາະ​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ. (ເອຊາ. 30:15) ນອກ​ຈາກ​ນັ້ນ ເຮົາ​ເຮັດ​ຄື​ກັບ​ເບັນ​ເມື່ອ​ເຮົາ​ບອກ​ຄົນ​ອື່ນ​ວ່າ​ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໃນ​ພະ​ເຢໂຫວາ ແລ້ວ​ເຂົາ​ເຈົ້າ​ກໍ​ຈະ​ໝັ້ນ​ໃຈ​ຄື​ກັນ​ວ່າ​ບໍ່​ວ່າ​ຈະ​ປະສົບ​ກັບ​ບັນຫາ​ຫຍັງ ພະອົງ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້.

‘ເຮົາ​ຈະ​ໃຫ້​ເຈົ້າ​ມີ​ແຮງ​ຂຶ້ນ​ແລະ​ເຮົາ​ຈະ​ຊ່ອຍ​ເຈົ້າ’

12. (ກ) ຄຳ​ຮັບຮອງ​ທີ​ສາມ​ທີ່​ເຮົາ​ຈະ​ພິຈາລະນາ​ແມ່ນ​ຫຍັງ? (ຂ) ຄຳ​ວ່າ “ແຂນ” ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ຫຍັງ?

12 ໃຫ້​ເຮົາ​ມາ​ພິຈາລະນາ​ຄຳ​ຮັບຮອງ​ທີ 3 ນຳ​ກັນ ເອຊາອີ​ຂຽນ​ວ່າ: “ເຮົາ​ຈະ​ໃຫ້​ເຈົ້າ​ມີ​ແຮງ​ຂຶ້ນ. ຈິງ​ຢູ່​ເຮົາ​ຈະ​ຊ່ອຍ​ເຈົ້າ.” ເອຊາອີ​ໄດ້​ອະທິບາຍ​ແລ້ວ​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ໃຫ້​ເຂັ້ມແຂງ​ຂຶ້ນ​ເມື່ອ​ລາວ​ຂຽນ​ວ່າ: “ພະ​ເຢໂຫວາ​ຈະ​ມາ​ດ້ວຍ​ລິດເດດ ແລະ​ແຂນ​ຂອງ​ພະອົງ​ຈະ​ຄຸ້ມຄອງ​ສຳລັບ​ພະອົງ.” (ເອຊາ. 40:10) ຄຳພີ​ໄບເບິນ​ມັກ​ໃຊ້​ຄຳ​ວ່າ “ແຂນ” ໝາຍ​ເຖິງ​ພະລັງ​ອຳນາດ. ດັ່ງ​ນັ້ນ ຄຳ​ວ່າ “ແຂນ​ຂອງ​ພະອົງ​ຈະ​ຄຸ້ມຄອງ” ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ພະ​ເຢໂຫວາ​ວ່າ​ເປັນ​ກະສັດ​ທີ່​ມີ​ພະລັງ​ອຳນາດ​ຫຼາຍ. ພະອົງ​ເຄີຍ​ໃຊ້​ພະລັງ​ທີ່​ບໍ່​ມີ​ໃຜ​ສູ້​ໄດ້​ເພື່ອ​ຊ່ວຍ​ແລະ​ປົກ​ປ້ອງ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃນ​ອະດີດ ແລະ​ພະອົງ​ກໍ​ຍັງ​ປົກ​ປ້ອງ​ຄົນ​ທີ່​ໄວ້​ວາງໃຈ​ພະອົງ​ໃນ​ທຸກ​ມື້​ນີ້​ຄື​ກັນ​ແລະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຂັ້ມແຂງ.—ບັນຍັດ. 1:30, 31; ເອຊາ. 43:10

ບໍ່​ມີ​ອາວຸດ​ໃດ​ສູ້​ແຂນ​ອັນ​ແຂງແຮງ​ຂອງ​ພະ​ເຢໂຫວາ​ທີ່​ປົກ​ປ້ອງ​ເຮົາ (ເບິ່ງ​ຂໍ້ 12-16) *

13. (ກ) ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ເຮົາ​ມີ​ແຮງ​ຂຶ້ນ​ເປັນ​ພິເສດ​ຕອນ​ໃດ? (ຂ) ຄຳ​ສັນຍາ​ຫຍັງ​ທີ່​ເຮັດ​ໃຫ້​ເຮົາ​ໃຫ້​ເຂັ້ມແຂງ​ແລະ​ໝັ້ນ​ໃຈ?

13 ພະ​ເຢໂຫວາ​ຈະ​ເຮັດ​ຕາມ​ສັນຍາ​ຂອງ​ພະອົງ​ທີ່​ວ່າ “ເຮົາ​ຈະ​ໃຫ້​ເຈົ້າ​ມີ​ແຮງ​ຂຶ້ນ” ເປັນ​ພິເສດ​ຕອນ​ທີ່​ພວກ​ສັດຕູ​ມາ​ຂົ່ມເຫງ​ເຮົາ. ບາງ​ປະເທດ​ໃນ​ທຸກ​ມື້​ນີ້ ສັດຕູ​ໄດ້​ພະຍາຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ຢຸດ​ວຽກ​ປະກາດ​ແລະ​ສັ່ງ​ຫ້າມ​ບໍ່​ໃຫ້​ອົງການ​ຂອງ​ເຮົາ​ມີ​ການ​ເຄື່ອນ​ໄຫວ. ເຖິງ​ວ່າ​ຈະ​ມີ​ການ​ໂຈມຕີ​ແບບ​ນັ້ນ ແຕ່​ເຮົາ​ກໍ​ບໍ່​ໄດ້​ຢ້ານ​ເກີນ​ໄປ. ພະ​ອົງ​ຮັບປະກັນ​ກັບ​ເຮົາ​ວ່າ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ແລະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ. ພະອົງ​ສັນຍາ​ວ່າ: “ບໍ່​ມີ​ອາວຸດ​ໃດ​ທີ່​ສ້າງ​ຂຶ້ນ​ມາ​ຕໍ່​ສູ້​ເຈົ້າ​ຈະ​ທຳ​ຮ້າຍ​ເຈົ້າ​ໄດ້.” (ເອຊາ. 54:17, ລ.ມ.) ຄຳ​ສັນຍາ​ນີ້​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ຄວາມ​ຈິງ​ສຳຄັນ 3 ຢ່າງ.

14. ເປັນ​ຫຍັງ​ເຮົາ​ບໍ່​ແປກ​ໃຈ​ທີ່​ສັດຕູ​ຂອງ​ພະເຈົ້າ​ມາ​ໂຈມຕີ​ເຮົາ?

14 ຄວາມ​ຈິງ​ຢ່າງ​ທຳອິດ​ຄື ໃນ​ຖານະ​ເປັນ​ຜູ້​ຕິດ​ຕາມ​ພະ​ຄລິດ ເຮົາ​ຄາດ​ໝາຍ​ໄດ້​ເລີຍ​ວ່າ​ຈະ​ຖືກ​ກຽດ​ຊັງ. (ມັດ. 10:22) ພະ​ເຍຊູ​ບອກ​ລ່ວງ​ໜ້າ​ວ່າ​ລູກ​ສິດ​ຂອງ​ເພິ່ນ​ຈະ​ຖືກ​ຂົ່ມເຫງ​ຢ່າງ​ໜັກ​ໃນ​ສະໄໝ​ສຸດ​ທ້າຍ​ນີ້. (ມັດ. 24:9; ໂຢ. 15:20) ຄວາມ​ຈິງ​ຢ່າງ​ທີ​ສອງ​ຄື ຄຳ​ພະຍາກອນ​ຂອງ​ເອຊາອີ​ເຕືອນ​ລ່ວງ​ໜ້າ​ວ່າ ພວກ​ສັດຕູ​ຈະ​ບໍ່​ພຽງ​ແຕ່​ກຽດ​ຊັງ​ເຮົາ ແຕ່​ຍັງ​ຈະ​ໃຊ້​ອາວຸດ​ຫຼາຍ​ຢ່າງ​ມາ​ໂຈມຕີ​ເຮົາ. ອາວຸດ​ເຫຼົ່າ​ນັ້ນ​ມີ​ທັງ​ການ​ຫຼອກ​ລວງ​ແບບ​ແນບ​ນຽນ ການ​ຕົວະ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ ແລະ​ການ​ຂົ່ມເຫງ​ທີ່​ໂຫດ​ຫ້ຽມ. (ມັດ. 5:11) ພະ​ເຢໂຫວາ​ຈະ​ບໍ່​ຂັດ​ຂວາງ​ສັດຕູ​ບໍ່​ໃຫ້​ໃຊ້​ອາວຸດ​ເຫຼົ່າ​ນີ້​ໃນ​ການ​ໂຈມຕີ​ເຮົາ. (ເອເຟ. 6:12; ຄຳປ. 12:17) ແຕ່​ເຮົາ​ບໍ່​ຕ້ອງ​ຢ້ານ. ຍ້ອນ​ຫຍັງ?

15-16. (ກ) ຄວາມ​ຈິງ​ຢ່າງ​ທີ 3 ທີ່​ເຮົາ​ຕ້ອງ​ຈື່​ໄວ້​ແມ່ນ​ຫຍັງ ແລະ​ເອຊາອີ 25:4, 5 ສະໜັບສະໜູນ​ເລື່ອງ​ນີ້​ແນວ​ໃດ? (ຂ) ໃນ​ເອຊາອີ 41:11, 12 ບອກ​ວ່າ​ສຸດ​ທ້າຍ​ຄົນ​ທີ່​ມາ​ໂຈມຕີ​ເຮົາ​ຈະ​ເປັນ​ແນວ​ໃດ?

15 ຂໍ​ໃຫ້​ຄິດ​ເຖິງ​ຄວາມ​ຈິງ​ຢ່າງ​ທີ 3 ທີ່​ເຮົາ​ຕ້ອງ​ຈື່​ໄວ້. ພະ​ເຢໂຫວາ​ບອກ​ວ່າ: “ບໍ່​ມີ​ອາວຸດ​ໃດ​ທີ່​ສ້າງ​ຂຶ້ນ​ມາ​ຕໍ່​ສູ້​ເຈົ້າ​ຈະ​ທຳ​ຮ້າຍ​ເຈົ້າ​ໄດ້.” ຄື​ກັບ​ກຳແພງ​ທີ່​ປົກ​ປ້ອງ​ເຮົາ​ຈາກ​ລົມ​ພາຍຸ ພະອົງ​ກໍ​ຈະ​ປົກ​ປ້ອງ​ເຮົາ​ຈາກ “ລົມ​ແດງ​ພັດ​ຂອງ​ພວກ​ຜູ້​ຂົ່ມເຫງ.” (ອ່ານ​ເອຊາອີ 25:4, 5) ພວກ​ສັດຕູ​ຈະ​ບໍ່​ມີ​ທາງ​ເຮັດ​ໃຫ້​ເຮົາ​ເສຍຫາຍ​ຖາວອນ​ໄດ້.—ເອຊາ. 65:17

16 ພະ​ເຢໂຫວາ​ຍັງ​ເຮັດ​ໃຫ້​ເຮົາ​ໄວ້​ວາງໃຈ​ພະອົງ​ຫຼາຍ​ຂຶ້ນ​ໂດຍ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ “ຄົນ​ທັງ​ປວງ​ທີ່​ຮ້າຍ​ຕໍ່​ສູ້” ເຮົາ. (ອ່ານ​ເອຊາອີ 41:11, 12) ບໍ່​ວ່າ​ພວກ​ສັດຕູ​ຈະ​ໂຈມຕີ​ເຮົາ​ໜັກ​ຫຼາຍ​ສ່ຳ​ໃດ ຫຼື​ສົງຄາມ​ຈະ​ດຸ​ເດືອດ​ຫຼາຍ​ສ່ຳ​ໃດ ຜົນ​ສຸດ​ທ້າຍ​ກໍ​ຄື: ພວກ​ສັດຕູ​ທຸກ​ຄົນ​ຂອງ​ປະຊາຊົນ​ພະເຈົ້າ “ຈະ​ຈິບຫາຍ​ໄປ” ໝົດ.

ເຮົາ​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ

ເຮົາ​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໂດຍ​ອ່ານ​ກ່ຽວ​ກັບ​ເລື່ອງ​ຂອງ​ພະອົງ​ໃນ​ຄຳພີ​ໄບເບິນ​ເປັນ​ປະຈຳ (ເບິ່ງ​ຂໍ້ 17-18) *

17-18. (ກ) ການ​ອ່ານ​ຄຳພີ​ໄບເບິນ​ຈະ​ເຮັດ​ໃຫ້​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ. (ຂ) ການ​ຄິດ​ຕຶກຕອງ​ກ່ຽວ​ກັບ​ຂໍ້​ຄຳພີ​ປະຈຳ​ປີ 2019 ຈະ​ຊ່ວຍ​ເຮົາ​ແນວ​ໃດ?

17 ເຮົາ​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ໂດຍ​ຮູ້ຈັກ​ພະອົງ​ໃຫ້​ຫຼາຍ​ຂຶ້ນ. ມີ​ທາງ​ດຽວ​ເທົ່າ​ນັ້ນ​ທີ່​ເຮົາ​ຈະ​ຮູ້ຈັກ​ພະອົງ​ໄດ້​ດີ​ຄື ອ່ານ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ແລະ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ອ່ານ. ຄຳພີ​ໄບເບິນ​ມີ​ບັນທຶກ​ທີ່​ເຊື່ອ​ຖື​ໄດ້​ກ່ຽວ​ກັບ​ວິທີ​ທີ່​ພະອົງ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະອົງ​ໃນ​ອະດີດ. ບັນທຶກ​ນັ້ນ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ພະອົງ​ຈະ​ເບິ່ງ​ແຍງ​ເຮົາ​ໃນ​ປັດຈຸບັນ​ຄື​ກັນ.

18 ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ປຽບ​ທຽບ​ອັນ​ໜ້າ​ປະທັບ​ໃຈ​ຂອງ​ເອຊາອີ ທີ່​ໃຫ້​ພາບ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ປົກ​ປ້ອງ​ເຮົາ. ເອຊາອີ​ບອກ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ລ້ຽງ​ແກະ ແລະ​ຜູ້​ຮັບໃຊ້​ຂອງ​ພະອົງ​ເປັນ​ລູກ​ແກະ. ລາວ​ບອກ​ວ່າ: “ພະອົງ​ຈະ​ໂຮມ​ເອົາ​ຝູງ​ລູກ​ແກະ​ອູ້ມ​ໄວ້​ດ້ວຍ​ແຂນ.” (ເອຊາ. 40:11) ເມື່ອ​ເຮົາ​ຮູ້ສຶກ​ວ່າ​ພະອົງ​ກອດ​ເຮົາ​ດ້ວຍ​ແຂນ​ທີ່​ແຂງແຮງ​ຂອງ​ພະອົງ ເຮົາ​ກໍ​ຮູ້ສຶກ​ປອດໄພ​ແລະ​ບໍ່​ຢ້ານ. ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສະຫງົບ​ໃຈ​ເນື່ອງ​ຈາກ​ປະສົບ​ກັບ​ບັນຫາ​ຫຼາຍ​ຢ່າງ ທາດ​ສັດ​ຊື່​ແລະ​ສຸຂຸມ​ໄດ້​ເລືອກ​ເອຊາອີ 41:10 ໃຫ້​ເປັນ​ຂໍ້​ຄຳພີ​ປະຈຳ​ປີ 2019 ທີ່​ວ່າ: “ຢ່າຊູ່​ອຸກ​ໃຈ ເຫດ​ວ່າ​ຝ່າຍ​ເຮົາ​ເຮົາ​ເປັນ​ພະເຈົ້າ​ຂອງ​ເຈົ້າ.” ຂໍ​ໃຫ້​ຄິດ​ຕຶກຕອງ​ຄຳ​ຮັບຮອງ​ທີ່​ໃຫ້​ກຳລັງ​ໃຈ​ນີ້. ຄຳ​ຮັບຮອງ​ນີ້​ຈະ​ຊ່ວຍ​ໃຫ້​ເຈົ້າ​ເຂັ້ມແຂງ​ຂຶ້ນ​ເພື່ອ​ຮັບ​ມື​ກັບ​ບັນຫາ​ໃນ​ວັນ​ຂ້າງ​ໜ້າ.

ເພງ 38 ພະອົງ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ

^ ຂໍ້ 5 ຂໍ້​ຄຳພີ​ປະຈຳ​ປີ 2019 ທີ່​ເລືອກ​ໄວ້​ໃຫ້​ເຫດຜົນ 3 ຢ່າງ​ກັບ​ເຮົາ​ວ່າ​ເປັນ​ຫຍັງ​ເຮົາ​ຍັງ​ສາມາດ​ມີ​ຄວາມ​ສະຫງົບ​ໃຈ​ໄດ້​ເຖິງ​ວ່າ​ຈະ​ມີ​ສິ່ງ​ທີ່​ບໍ່​ດີ​ຫຼາຍ​ຢ່າງ​ເກີດ​ຂຶ້ນ​ໃນ​ໂລກ​ຫຼື​ໃນ​ຊີວິດ​ເຮົາ. ບົດ​ຄວາມ​ນີ້​ຈະ​ພິຈາລະນາ​ເຫດຜົນ​ເຫຼົ່າ​ນັ້ນ ແລະ​ຈະ​ຊ່ວຍ​ໃຫ້​ເຮົາ​ອຸກ​ໃຈ​ໜ້ອຍ​ລົງ​ແລະ​ໄວ້​ວາງໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຂໍ​ໃຫ້​ເຈົ້າ​ຄິດ​ຕຶກຕອງ​ເຖິງ​ຂໍ້​ຄຳພີ​ປະຈຳ​ປີ​ແລະ​ພະຍາຍາມ​ຈື່​ໃຫ້​ໄດ້. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຂັ້ມແຂງ​ຫຼາຍ​ຂຶ້ນ​ເພື່ອ​ຈະ​ຮັບ​ມື​ກັບ​ບັນຫາ​ໃນ​ອະນາຄົດ.

^ ຂໍ້ 1 ເບິ່ງ​ຫໍສັງເກດການ ເດືອນ​ກໍລະກົດ 2016 ໜ້າ 28

^ ຂໍ້ 3 ການ​ອະທິບາຍ​ບາງ​ສຳນວນ: ຄຳ​ຮັບຮອງ​ແມ່ນ​ຄຳ​ເວົ້າ​ທີ່​ເປັນ​ຄວາມ​ຈິງ​ຫຼື​ຄຳ​ສັນຍາ​ທີ່​ວ່າ​ບາງ​ສິ່ງ​ຈະ​ເກີດ​ຂຶ້ນ​ແທ້. ຄຳ​ຮັບຮອງ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ ຊ່ວຍ​ເຮົາ​ໃຫ້​ອຸກ​ໃຈ​ໜ້ອຍ​ລົງ​ກ່ຽວ​ກັບ​ບັນຫາ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ຊີວິດ.

^ ຂໍ້ 4 ເອຊາອີ 41:10, 13 ແລະ 14 ຍົກ​ສຳນວນ “ຢ່າຊູ່​ຢ້ານ” ມາ 3 ເທື່ອ. ຂໍ້​ເຫຼົ່າ​ນີ້​ຍັງ​ໃຊ້​ຄຳ​ວ່າ “ເຮົາ” (ໝາຍ​ເຖິງ​ພະ​ເຢໂຫວາ) ຫຼາຍ​ເທື່ອ. ເປັນ​ຫຍັງ​ພະອົງ​ຈຶ່ງ​ດົນ​ໃຈ​ໃຫ້​ເອຊາອີ​ໃຊ້​ຄຳ​ວ່າ “ເຮົາ” ຫຼາຍ​ເທື່ອ? ເພາະ​ພະອົງ​ຢາກ​ເນັ້ນ​ຈຸດ​ສຳຄັນ​ທີ່​ວ່າ ເມື່ອ​ເຮົາ​ໄວ້​ວາງໃຈ​ພະອົງ ເຮົາ​ກໍ​ຈະ​ບໍ່​ຢ້ານ​ຫຼາຍ​ເກີນ​ໄປ.

^ ຂໍ້ 52 ຄຳ​ອະທິບາຍ​ຮູບ​ພາບ: ແຕ່​ລະ​ຄົນ​ໃນ​ຄອບຄົວ​ເຈິ​ບັນຫາ​ຢູ່​ບ່ອນ​ເຮັດ​ວຽກ ບັນຫາ​ສຸຂະພາບ ໃນ​ເຂດ​ປະກາດ ແລະ​ຢູ່​ໂຮງ​ຮຽນ.

^ ຂໍ້ 54 ຄຳ​ອະທິບາຍ​ຮູບ​ພາບ: ຕຳຫຼວດ​ບຸກ​ເຂົ້າ​ການ​ປະຊຸມ​ເຊິ່ງ​ຈັດ​ຢູ່​ເຮືອນ​ພີ່​ນ້ອງ ແຕ່​ພີ່​ນ້ອງ​ກໍ​ບໍ່​ໄດ້​ຢ້ານ​ຫຼາຍ​ເກີນ​ໄປ.

^ ຂໍ້ 56 ຄຳ​ອະທິບາຍ​ຮູບ​ພາບ: ການ​ນະມັດສະການ​ປະຈຳ​ຄອບຄົວ​ເປັນ​ປະຈຳ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ເພື່ອ​ຈະ​ອົດ​ທົນ​ໄດ້.