ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຄັນເນັດ ອີ. ຄຸກ ຈູເນຍ​ແລະ​ເຈ​ມີ​ແລະ​ເມຍ​ຂອງ​ລາວ

ສະມາຊິກ​ຄະນະ​ກຳມະການ​ປົກຄອງ​ຄົນ​ໃໝ່

ສະມາຊິກ​ຄະນະ​ກຳມະການ​ປົກຄອງ​ຄົນ​ໃໝ່

ຕອນ​ເຊົ້າ​ຂອງ​ວັນ​ພຸດ​ທີ 24 ມັງກອນ 2018 ສະມາຊິກ​ຄອບຄົວ​ເບເທນ​ຢູ່​ສະຫະລັດ​ອາເມຣິກາ ແລະ​ການາດາ​ໄດ້​ຟັງ​ຄຳ​ປະກາດ​ທີ່​ພິເສດ​ວ່າ: ພີ່​ນ້ອງ ເຄັນເນັດ ຄຸກ ຈູເນຍ ໄດ້​ເປັນ​ສະມາຊິກ​ໃໝ່​ໃນ​ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ.

ພີ່​ນ້ອງ ເຄັນເນັດ ຄຸກ​ເກີດ​ແລະ​ເຕີບ​ໃຫຍ່​ໃນ​ເຂດ​ທາງ​ໃຕ້​ຂອງ​ພາກ​ກາງ​ລັດ​ເພັນຊິນເວເນຍ ປະເທດ​ສະຫະລັດ​ອາເມຣິກາ. ກ່ອນ​ຮຽນ​ຈົບ​ຊັ້ນ​ມັດທະຍົມ​ປາຍ ລາວ​ໄດ້​ຮຽນ​ຄວາມ​ຈິງ​ຈາກ​ໝູ່​ຢູ່​ໂຮງ​ຮຽນ​ແລະ​ຮັບ​ບັບເຕມາ​ໃນ​ວັນ​ທີ 7 ມິຖຸນາ 1980. ລາວ​ເລີ່ມ​ເປັນ​ໄພໂອເນຍ​ປະຈຳ​ໃນ​ວັນ​ທີ 1 ກັນ​ຍາ 1982. ຫຼັງ​ຈາກ​ເປັນ​ໄພໂອເນຍ 2 ປີ ລາວ​ກໍ​ຖືກ​ເຊີນ​ໃຫ້​ເຂົ້າ​ມາ​ຮັບໃຊ້​ຢູ່​ເບເທນ​ໃນ​ວໍຄິວ ລັດ​ນິວຢອກ​ຕັ້ງ​ແຕ່​ວັນ​ທີ 12 ຕຸລາ 1984.

ໃນ​ໄລຍະ 25 ປີ​ທຳອິດ ພີ່​ນ້ອງ ເຄັນເນັດ ຄຸກ​ເຮັດ​ວຽກ​ຫຼາຍ​ຢ່າງ​ໃນ​ໂຮງ​ພິມ​ແລະ​ສຳນັກງານ​ເບເທນ. ລາວ​ແຕ່ງ​ດອງ​ກັບ​ພີ່​ນ້ອງ​ເຈ​ມີ​ໃນ​ປີ 1996 ແລະ​ພີ່​ນ້ອງ​ເຈ​ມີ​ກໍ​ເຂົ້າ​ມາ​ຮັບໃຊ້​ໃນ​ເບເທນ​ນຳ​ກັນ​ຢູ່​ວໍຄິວ. ໃນ​ເດືອນ​ທັນວາ​ປີ 2009 ພີ່​ນ້ອງ ເຄັນເນັດ ຄຸກ​ກັບ​ເມຍ​ຖືກ​ຍ້າຍ​ໄປ​ຢູ່​ສູນ​ການ​ສຶກສາ​ວັອດທາວເວີ​ໃນ​ແພັດເທີສັນ ລັດ​ນິວຢອກ. ພີ່​ນ້ອງ ເຄັນເນັດ ຄຸກ​ເຮັດ​ວຽກ​ຢູ່​ພະແນກ​ຕອບ​ຈົດ​ໝາຍ. ຫຼັງ​ຈາກ​ທີ່​ຍ້າຍ​ກັບ​ໄປ​ຢູ່​ວໍຄິວ​ບໍ່​ດົນ ເຂົາ​ເຈົ້າ​ກໍ​ຖືກ​ຍ້າຍ​ໄປ​ຢູ່​ບຸກ​ລິນ ລັດ​ນິວຢອກ​ໃນ​ເດືອນ​ເມສາ 2016 ແລະ 5 ເດືອນ​ຕໍ່​ມາ​ເຂົາ​ເຈົ້າ​ກໍ​ຍ້າຍ​ໄປ​ຢູ່​ວໍວິກ ລັດ​ນິວຢອກ​ເຊິ່ງ​ເປັນ​ສຳນັກງານ​ໃຫຍ່. ໃນ​ເດືອນ​ມັງກອນ ປີ 2017 ພີ່​ນ້ອງ ເຄັນເນັດ ຄຸກ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ຊ່ວຍ​ຄະນະ​ກຳມະການ​ຝ່າຍ​ການ​ຂຽນ​ຂອງ​ຄະນະ​ກຳມະການ​ປົກຄອງ.