ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 3

ເຈົ້າ​ຈະ​ປົກ​ປ້ອງ​ຫົວໃຈ​ຂອງ​ເຈົ້າ​ໄດ້​ແນວ​ໃດ?

ເຈົ້າ​ຈະ​ປົກ​ປ້ອງ​ຫົວໃຈ​ຂອງ​ເຈົ້າ​ໄດ້​ແນວ​ໃດ?

“ຈົ່ງ​ຮັກສາ​ໃຈ​ຂອງ​ເຈົ້າ​ໄວ້​ດີ​ກວ່າ​ສິ່ງ​ທັງ​ປວງ​ທີ່​ເຈົ້າ​ຮັກສາ​ໄວ້​ນັ້ນ.”—ສຸພາ. 4:23

ເພງ 36 ປົກ​ປ້ອງ​ຫົວໃຈ​ຂອງ​ເຈົ້າ

ໃຈ​ຄວາມ​ສຳຄັນ *

1-3. (ກ) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຮັກ​ຊາໂລໂມນ ແລະ​ລາວ​ໄດ້​ຮັບ​ພອນ​ຫຍັງ​ແດ່? (ຂ) ຄຳຖາມ​ຫຍັງ​ທີ່​ເຮົາ​ຈະ​ໄດ້​ຮັບ​ຕອບ​ໃນ​ບົດ​ຄວາມ​ນີ້?

ຊາໂລໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອິດສະລາແອນ​ຕອນ​ທີ່​ລາວ​ຍັງ​ໜຸ່ມ. ໃນ​ໄລຍະ​ທຳອິດ​ຂອງ​ການ​ປົກຄອງ ພະ​ເຢໂຫວາ​ໄດ້​ມາ​ຖາມ​ລາວ​ທາງ​ຄວາມ​ຝັນ​ວ່າ: ‘ເຈົ້າ​ຢາກ​ໃຫ້​ເຮົາ​ໂຜດ​ປະທານ​ສິ່ງ​ໃດ​ແກ່​ເຈົ້າ ເຈົ້າ​ຈົ່ງ​ຂໍ​ສິ່ງ​ນັ້ນ​ເຖີ້ນ.’ ລາວ​ຕອບ​ວ່າ: “ຂ້າ​ນ້ອຍ​ເປັນ​ຄົນ​ໜຸ່ມ. ຂ້າ​ນ້ອຍ​ບໍ່​ຮູ້ຈັກ​ເຂົ້າ​ໄປ​ບໍ່​ຮູ້ຈັກ​ອອກ​ມາ [“ບໍ່​ມີ​ປະສົບການ,” ລ.ມ.] . . . ເຫດ​ສັນນີ້​ຂໍ​ພະອົງ​ໂຜດ​ປະທານ​ໃຈ [ທີ່​ເຊື່ອ] ຟັງ​ໃຫ້​ຂ້າ​ໃຊ້​ຂອງ​ພະອົງ.” (1 ກະ. 3:5-10) ການ​ຂໍ​ໃຫ້​ມີ ‘ໃຈ​ທີ່​ເຊື່ອ​ຟັງ’ ສະແດງ​ວ່າ​ລາວ​ເປັນ​ຄົນ​ຖ່ອມ​ແທ້ໆ! ພະ​ເຢໂຫວາ​ຈຶ່ງ​ຮັກ​ຊາໂລໂມນ​ຫຼາຍ​ອີ່ຫຼີ! (2 ຊາມ. 12:24) ພະ​ເຢໂຫວາ​ພໍ​ໃຈ​ຫຼາຍ​ຈົນ​ບໍ່​ພຽງ​ແຕ່​ຕອບ​ຄຳ​ຂໍ​ຂອງ​ລາວ ແຕ່​ຍັງ​ໃຫ້​ລາວ “ມີ​ປັນຍາ​ແລະ​ມີ​ຄວາມ​ເຂົ້າ​ໃຈ.”—1 ກະ. 3:12, ລ.ມ.

2 ຕອນ​ທີ່​ຊາໂລໂມນ​ຍັງ​ສັດ​ຊື່ ລາວ​ໄດ້​ຮັບ​ພອນ​ຢ່າງ​ຫຼວງ​ຫຼາຍ. ລາວ​ໄດ້​ຮັບ​ກຽດ​ໃຫ້​ສ້າງ​ວິຫານ “ສຳລັບ​ນາມ​ຊື່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຍິດສະລາເອນ.” (1 ກະ. 8:20) ລາວ​ກາຍ​ເປັນ​ຄົນ​ທີ່​ມີ​ຊື່ສຽງ​ໃນ​ເລື່ອງ​ການ​ໄດ້​ຮັບ​ສະຕິ​ປັນຍາ​ຈາກ​ພະເຈົ້າ. ພະເຈົ້າ​ໄດ້​ດົນ​ໃຈ​ໃຫ້​ຂຽນ​ສິ່ງ​ທີ່​ລາວ​ເວົ້າ​ໄວ້​ໃນ 3 ພະທຳ​ຂອງ​ຄຳພີ​ໄບເບິນ​ເຊິ່ງ​ພະທຳ​ໜຶ່ງ​ຄື ສຸພາສິດ.

3 ພະທຳ​ສຸພາສິດ​ສະບັບ​ແປ​ໂລກ​ໃໝ່​ເວົ້າ​ເຖິງ​ຫົວໃຈ​ປະມານ​ຮ້ອຍ​ເທື່ອ. ຕົວຢ່າງ​ໃນ​ສຸພາສິດ 4:23 ບອກ​ວ່າ: “ຈົ່ງ​ຮັກສາ​ໃຈ​ຂອງ​ເຈົ້າ​ໄວ້​ດີ​ກວ່າ​ສິ່ງ​ທັງ​ປວງ​ທີ່​ເຈົ້າ​ຮັກສາ​ໄວ້​ນັ້ນ.” ໃນ​ຂໍ້​ນີ້​ຄຳ​ວ່າ​ໃຈ​ໝາຍ​ເຖິງ​ຫຍັງ? ເຮົາ​ຈະ​ໄດ້​ຮັບ​ຄຳຕອບ​ໃນ​ບົດ​ຄວາມ​ນີ້ ແລະ​ເຮົາ​ຍັງ​ມີ 2 ຄຳຖາມ​ທີ່​ຈະ​ໄດ້​ຄຳຕອບ​ຄື ຊາຕານ​ພະຍາຍາມ​ເອົາ​ຄວາມ​ຄິດ​ຂອງ​ມັນ​ເຊິ່ງ​ຄື​ກັບ​ເຊື້ອ​ພະຍາດ​ມາ​ໃສ່​ໃນ​ໃຈ​ຂອງ​ເຮົາ​ແນວ​ໃດ? ແລະ​ເຮົາ​ຈະ​ປົກ​ປ້ອງ​ຫົວໃຈ​ຂອງ​ເຮົາ​ໄດ້​ແນວ​ໃດ? ເພື່ອ​ເຮົາ​ຈະ​ສາມາດ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໄດ້​ສະເໝີ ເຮົາ​ຕ້ອງ​ເຂົ້າ​ໃຈ​ຄຳຕອບ​ທີ່​ສຳຄັນ​ເຫຼົ່າ​ນີ້.

“ໃຈ​ຂອງ​ເຈົ້າ” ໝາຍ​ເຖິງ​ຫຍັງ?

4-5. (ກ) ສຸພາສິດ 4:23 ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ຄຳ​ວ່າ: “ໃຈ” ແນວ​ໃດ? (ຂ) ຕົວຢ່າງ​ເລື່ອງ​ສຸຂະພາບ​ຮ່າງກາຍ​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ການ​ປົກ​ປ້ອງ​ຫົວໃຈ?

4 ໃນ​ສຸພາສິດ 4:23 ຄຳ​ວ່າ: “ໃຈ” ແມ່ນ​ຕົວ​ຕົນ​ທີ່​ແທ້​ຈິງ​ທີ່​ຢູ່​ພາຍ​ໃນ​ເຊິ່ງ​ໝາຍ​ເຖິງ​ຄວາມ​ຄິດ ຄວາມ​ຮູ້ສຶກ ແຮງ​ກະຕຸ້ນ ແລະ​ຄວາມ​ຕ້ອງການ ບໍ່​ແມ່ນ​ສິ່ງ​ທີ່​ເຫັນ​ພາຍ​ນອກ.

5 ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເລື່ອງ​ສຸຂະພາບ​ຮ່າງກາຍ​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ການ​ປົກ​ປ້ອງ​ຫົວໃຈ. ທຳອິດ ເພື່ອ​ຈະ​ມີ​ຮ່າງກາຍ​ແຂງແຮງ ເຮົາ​ຕ້ອງ​ເລືອກ​ກິນ​ອາຫານ​ທີ່​ດີ​ຕໍ່​ສຸຂະພາບ​ແລະ​ອອກ​ກຳລັງ​ກາຍ​ເປັນ​ປະຈຳ. ຄ້າຍ​ຄື​ກັນ ເພື່ອ​ຈະ​ຮັກສາ​ຫົວໃຈ​ໄວ້​ໃຫ້​ດີ ເຮົາ​ຕ້ອງ​ອ່ານ​ຄຳພີ​ໄບເບິນ ປຶ້ມ​ຕ່າງໆຂອງ​ອົງການ ແລະ​ສະແດງ​ຄວາມ​ເຊື່ອ​ຂອງ​ເຮົາ. ເຮົາ​ສະແດງ​ຄວາມ​ເຊື່ອ​ໂດຍ​ໃຊ້​ສິ່ງ​ທີ່​ເຮົາ​ຮຽນ​ແລະ​ເວົ້າ​ເລື່ອງ​ຄວາມ​ເຊື່ອ​ຂອງ​ເຮົາ. (ໂລມ 10:8-10; ຢໂກ. 2:26) ສອງ ເມື່ອ​ເບິ່ງ​ຈາກ​ທາງ​ນອກ ເຮົາ​ອາດ​ຄິດ​ວ່າ​ເຮົາ​ມີ​ສຸຂະພາບ​ດີ ແຕ່​ທີ່​ຈິງ​ທາງ​ໃນ​ເຮົາ​ອາດ​ຕິດ​ເຊື້ອ​ພະຍາດ​ແລ້ວ. ຄ້າຍ​ຄື​ກັນ ເມື່ອ​ເບິ່ງ​ຈາກ​ການ​ເຮັດ​ກິດຈະກຳ​ກ່ຽວ​ກັບ​ຄວາມ​ເຊື່ອ ເຮົາ​ອາດ​ຄິດ​ວ່າ​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ ແຕ່​ຄວາມ​ຄິດ​ທີ່​ບໍ່​ດີ​ອາດ​ກຳລັງ​ເຕີບ​ໃຫຍ່​ໃນ​ຕົວ​ເຮົາ. (1 ໂກ. 10:12; ຢໂກ. 1:14, 15) ເຮົາ​ຕ້ອງ​ຈື່​ສະເໝີ​ວ່າ​ຊາຕານ​ຢາກ​ໃຫ້​ເຮົາ​ຕິດ​ເຊື້ອ​ຄວາມ​ຄິດ​ຂອງ​ມັນ. ຊາຕານ​ພະຍາຍາມ​ເຮັດ​ແບບ​ນັ້ນ​ແນວ​ໃດ? ແລະ​ເຮົາ​ຈະ​ປົກ​ປ້ອງ​ຕົວ​ເອງ​ແນວ​ໃດ?

ຊາຕານ​ພະຍາຍາມ​ເອົາ​ຄວາມ​ຄິດ​ຂອງ​ມັນ​ໃສ່​ໃນ​ໃຈ​ຂອງ​ເຮົາ​ແນວ​ໃດ?

6. ຊາຕານ​ຢາກ​ໃຫ້​ເຮົາ​ເປັນ​ຄົນ​ແນວ​ໃດ ແລະ​ເພື່ອ​ຈະ​ບັນລຸ​ເປົ້າ​ໝາຍ​ນັ້ນ​ມັນ​ໃຊ້​ວິທີ​ການ​ຫຍັງ?

6 ຊາຕານ​ຢາກ​ໃຫ້​ເຮົາ​ເຫັນ​ແກ່​ຕົວ​ແລະ​ຂັດຂືນ​ຕໍ່​ມາດຕະຖານ​ຂອງ​ພະ​ເຢໂຫວາ​ຄື​ກັນ​ກັບ​ມັນ. ແຕ່​ມັນ​ບໍ່​ສາມາດ​ບັງຄັບ​ໃຫ້​ເຮົາ​ຄິດ​ແລະ​ເຮັດ​ຄື​ກັນ​ກັບ​ມັນ​ໄດ້. ດັ່ງ​ນັ້ນ ມັນ​ພະຍາຍາມ​ບັນລຸ​ເປົ້າ​ໝາຍ​ຂອງ​ມັນ​ໃນ​ວິທີ​ອື່ນໆ ເຊັ່ນ: ມັນ​ໄດ້​ໃຫ້​ຄົນ​ທີ່​ຄິດ​ຄື​ກັບ​ມັນ​ມາ​ຢູ່​ອ້ອມ​ຮອບ​ເຮົາ. (1 ໂຢ. 5:19) ມັນ​ຫວັງ​ວ່າ​ເຮົາ​ຈະ​ເລືອກ​ໃຊ້​ເວລາ​ຢູ່​ກັບ​ຄົນ​ເຫຼົ່າ​ນັ້ນ ທັງໆທີ່​ເຮົາ​ຮູ້​ຢູ່​ແລ້ວ​ວ່າ​ການ​ຄົບຫາ​ທີ່​ບໍ່​ດີ​ຈະ​ເຮັດ​ໃຫ້​ວິທີ​ທີ່​ເຮົາ​ຄິດ​ແລະ​ການ​ກະທຳ​ຂອງ​ເຮົາ “ຊົ່ວ​ໄປ.” (1 ໂກ. 15:33) ວິທີ​ການ​ນີ້​ໃຊ້​ໄດ້​ຜົນ​ກັບ​ກະສັດ​ຊາໂລໂມນ. ລາວ​ແຕ່ງ​ດອງ​ກັບ​ຜູ້​ຍິງ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ. ຜູ້​ຍິງ​ເຫຼົ່າ​ນັ້ນ​ມີ​ອິດທິພົນ​ຕໍ່​ລາວ ແລະ​ໄດ້ ‘ຊັກຊວນ​ໃຈ​ລາວ​ໃຫ້​ຫຼົງ​ຜິດ’ ແລ້ວ​ປະ​ຖິ້ມ​ພະ​ເຢໂຫວາ.—1 ກະ. 11:3

ເຮົາ​ຈະ​ປົກ​ປ້ອງ​ຫົວໃຈ​ຂອງ​ເຮົາ​ຈາກ​ຄວາມ​ພະຍາຍາມ​ຂອງ​ຊາຕານ​ທີ່​ຈະ​ເອົາ​ຄວາມ​ຄິດ​ຂອງ​ມັນ​ໃສ່​ໃຈ​ຂອງ​ເຮົາ​ແນວ​ໃດ? (ເບິ່ງ​ຂໍ້ 7) *

7. ຊາຕານ​ໃຊ້​ວິທີ​ການ​ຫຍັງ​ອີກ​ເພື່ອ​ເຜີຍ​ແຜ່​ຄວາມ​ຄິດ​ຂອງ​ມັນ ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ?

7 ຊາຕານ​ໃຊ້​ໜັງ​ແລະ​ລາຍການ​ໂທລະທັດ​ເພື່ອ​ເຜີຍ​ແຜ່​ຄວາມ​ຄິດ​ຂອງ​ມັນ. ມັນ​ຮູ້​ວ່າ​ການ​ເລົ່າ​ເລື່ອງ​ບໍ່​ພຽງ​ແຕ່​ໃຫ້​ຄວາມ​ມ່ວນ​ຊື່ນ​ກັບ​ເຮົາ ແຕ່​ຍັງ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ຄິດ ຮູ້ສຶກ ແລະ​ເຮັດ. ພະ​ເຍຊູ​ເອງ​ກໍ​ໃຊ້​ການ​ເລົ່າ​ເລື່ອງ​ເພື່ອ​ສອນ. ຕົວຢ່າງ: ເພິ່ນ​ເລົ່າ​ເລື່ອງ​ຊາຍ​ຊາວ​ສະມາລີ​ແລະ​ລູກ​ຊາຍ​ທີ່​ໜີ​ອອກ​ຈາກ​ບ້ານ​ເຊິ່ງ​ຜານ​ມູນ​ມໍລະດົກ​ຈົນ​ໝົດ. (ມັດ. 13:34; ລືກາ 10:29-37; 15:11-32) ຄົນ​ທີ່​ຄິດ​ແບບ​ຊາຕານ​ອາດ​ໃຊ້​ການ​ເລົ່າ​ເລື່ອງ​ເພື່ອ​ເອົາ​ຄວາມ​ຄິດ​ຂອງ​ຊາຕານ​ໃສ່​ໃນ​ໃຈ​ເຮົາ. ເຮົາ​ຕ້ອງ​ເປັນ​ຄົນ​ສົມ​ເຫດ​ສົມ​ຜົນ ເພາະ​ວ່າ​ໜັງ​ແລະ​ລາຍການ​ໂທລະທັດ​ສາມາດ​ໃຫ້​ຄວາມ​ຮູ້​ແລະ​ຄວາມ​ມ່ວນ​ຊື່ນ​ໄດ້ ແລະ​ບໍ່​ແມ່ນ​ວ່າ​ທຸກ​ເລື່ອງ​ຈະ​ມີ​ຄວາມ​ຄິດ​ຂອງ​ຊາຕານ​ເຈືອ​ປົນ. ແຕ່​ເຮົາ​ຕ້ອງ​ລະວັງ​ເມື່ອ​ເຮົາ​ເລືອກ​ຄວາມ​ບັນເທີງ ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ໜັງ​ຫຼື​ລາຍການ​ໂທລະທັດ​ນີ້​ສອນ​ຂ້ອຍ​ໃຫ້​ເຮັດ​ທຸກ​ຢ່າງ​ຕາມ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ບໍ?’ (ຄລາ. 5:19-21; ເອເຟ. 2:1-3) ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຈົ້າ​ເຫັນ​ວ່າ​ລາຍການ​ໜຶ່ງ​ສົ່ງເສີມ​ແນວ​ຄິດ​ຂອງ​ຊາຕານ? ແນ່ນອນ ເຈົ້າ​ຄົງ​ຢາກ​ຈະ​ຫຼີກ​ໜີ​ມັນ​ຄື​ກັບ​ໜີ​ພະຍາດ​ຕິດ​ຕໍ່​ແມ່ນ​ບໍ!

8. ພໍ່​ແມ່​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ລູກ​ໃຫ້​ປົກ​ປ້ອງ​ຫົວໃຈ?

8 ພໍ່​ແມ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ຕ້ອງ​ປົກ​ປ້ອງ​ລູກ​ບໍ່ໃຫ້​ຊາຕານ​ເອົາ​ຄວາມ​ຄິດ​ຂອງ​ມັນ​ມາ​ໃສ່​ໃນ​ໃຈ​ຂອງ​ລູກ. ແນ່ນອນ ເຈົ້າ​ຈະ​ເຮັດ​ທຸກ​ສິ່ງ​ເພື່ອ​ປົກ​ປ້ອງ​ລູກ​ຈາກ​ພະຍາດ​ຕິດ​ຕໍ່. ເຈົ້າ​ຈະ​ອະນາໄມ​ເຮືອນ​ແລະ​ກຳຈັດ​ສິ່ງ​ທີ່​ອາດ​ເຮັດ​ໃຫ້​ລູກ​ຕິດ​ເຊື້ອ​ພະຍາດ. ຄ້າຍ​ຄື​ກັນ ເຈົ້າ​ຕ້ອງ​ປົກ​ປ້ອງ​ລູກ​ຈາກ​ໜັງ ລາຍການ​ໂທລະທັດ ເກມ ແລະ​ເວັບໄຊ​ທີ່​ມີ​ເຊື້ອ​ຄວາມ​ຄິດ​ຂອງ​ຊາຕານ​ເຈືອ​ປົນ. ພະ​ເຢໂຫວາ​ມອບ​ສິດ​ໃຫ້​ເຈົ້າ​ປົກ​ປ້ອງ​ຫົວໃຈ​ຂອງ​ລູກ. (ສຸພາ. 1:8; ເອເຟ. 6:1, 4) ດັ່ງ​ນັ້ນ ເຈົ້າ​ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ຕັ້ງ​ກົດ​ໃນ​ຄອບຄົວ​ຕາມ​ມາດຕະຖານ​ຂອງ​ຄຳພີ​ໄບເບິນ. ໃຫ້​ບອກ​ລູກ​ໃຫ້​ຮູ້​ວ່າ​ອັນ​ໃດ​ເບິ່ງ​ໄດ້​ອັນ​ໃດ​ເບິ່ງ​ບໍ່​ໄດ້ ແລະ​ອະທິບາຍ​ໃຫ້​ລູກ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ຈຶ່ງ​ຕັ້ງ​ກົດ. (ມັດ. 5:37) ເມື່ອ​ລູກ​ໃຫຍ່​ຂຶ້ນ ໃຫ້​ຝຶກ​ຝົນ​ເຂົາ​ເຈົ້າ​ໃຫ້​ຮູ້ຈັກ​ໄຈ້​ແຍກ​ສິ່ງ​ທີ່​ຖືກ​ສິ່ງ​ທີ່​ຜິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ. (ເຫບ. 5:14) ຂໍ​ໃຫ້​ຈື່​ວ່າ ລູກ​ຂອງ​ເຈົ້າ​ຈະ​ຮຽນ​ຮູ້​ຈາກ​ສິ່ງ​ທີ່​ເຈົ້າ​ເຮັດ​ຫຼາຍ​ກວ່າ​ສິ່ງ​ທີ່​ເຈົ້າ​ເວົ້າ.—ບັນຍັດ. 6:6, 7; ໂລມ 2:21

9. ຄວາມ​ຄິດ​ໜຶ່ງ​ທີ່​ຊາຕານ​ສົ່ງເສີມ​ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ຈຶ່ງ​ອັນຕະລາຍ?

9 ຊາຕານ​ຍັງ​ພະຍາຍາມ​ເອົາ​ຄວາມ​ຄິດ​ຂອງ​ມັນ​ໃສ່​ໃນ​ໃຈ​ຂອງ​ເຮົາ​ທີ່​ວ່າ ເຮົາ​ຄວນ​ໄວ້​ໃຈ​ສະຕິ​ປັນຍາ​ຂອງ​ມະນຸດ​ຫຼາຍ​ກວ່າ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ. (ໂກໂລ. 2:8) ຄວາມ​ຄິດ​ໜຶ່ງ​ທີ່​ຊາຕານ​ສົ່ງເສີມ​ຄື ການ​ຢາກ​ເປັນ​ຄົນ​ຮັ່ງມີ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ຄົນ​ທີ່​ຄິດ​ແບບ​ນັ້ນ​ອາດ​ຈະ​ເປັນ​ຄົນ​ຮັ່ງມີ​ຫຼື​ທຸກ​ຍາກ​ກໍ​ໄດ້. ບໍ່​ວ່າ​ຈະ​ເປັນ​ແນວ​ໃດ ເຂົາ​ເຈົ້າ​ກໍ​ສ່ຽງ​ອັນຕະລາຍ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ເຂົາ​ເຈົ້າ​ອາດ​ຈະ​ສົນ​ໃຈ​ແຕ່​ຫາ​ເງິນ​ໃຫ້​ໄດ້​ຫຼາຍໆຈົນ​ຍອມ​ເສຍ​ສຸຂະພາບ ສາຍ​ສຳພັນ​ກັບ​ຄອບຄົວ ແລະ​ແມ່ນ​ແຕ່​ສາຍ​ສຳພັນ​ກັບ​ພະເຈົ້າ​ເພື່ອ​ຈະ​ໄດ້​ຕາມ​ເປົ້າ​ໝາຍ​ນັ້ນ. (1 ຕີໂມ. 6:10) ເຮົາ​ຮູ້​ຄຸນຄ່າ​ທີ່​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ໃຫ້​ເຮົາ​ເບິ່ງ​ເລື່ອງ​ເງິນ​ຄຳ​ຢ່າງ​ເໝາະ​ສົມ.—ຜູ້ປ. 7:12; ລືກາ 12:15

ເຮົາ​ຈະ​ປົກ​ປ້ອງ​ຫົວໃຈ​ຂອງ​ເຮົາ​ໄດ້​ແນວ​ໃດ?

ຄື​ກັບ​ຄົນ​ຍາມ​ແລະ​ຄົນ​ເຝົ້າ​ປະຕູ​ໃນ​ສະໄໝ​ກ່ອນ ເຈົ້າ​ຕ້ອງ​ຕື່ນ​ຕົວ​ຢູ່​ສະເໝີ​ແລະ​ເຮັດ​ທຸກ​ສິ່ງ​ເພື່ອ​ບໍ່​ໃຫ້​ສິ່ງ​ທີ່​ບໍ່​ດີ​ເຂົ້າ​ມາ​ໃນ​ໃຈ​ຂອງ​ເຈົ້າ (ເບິ່ງ​ຂໍ້ 10-11) *

10-11. (ກ) ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ປົກ​ປ້ອງ​ຫົວໃຈ​ຂອງ​ເຮົາ​ໄວ້? (ຂ) ຄົນ​ຍາມ​ໃນ​ສະໄໝ​ບູຮານ​ເຮັດ​ວຽກ​ຫຍັງ ແລະ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ເຮັດ​ວຽກ​ຄື​ກັບ​ຄົນ​ຍາມ​ແນວ​ໃດ?

10 ເພື່ອ​ເຮົາ​ຈະ​ປົກ​ປ້ອງ​ຫົວໃຈ​ໄວ້​ໄດ້ ເຮົາ​ຕ້ອງ​ຮູ້ຈັກ​ອັນຕະລາຍ​ແລະ​ລົງ​ມື​ປົກ​ປ້ອງ​ທັນທີ. ໃນ​ສຸພາສິດ 4:23 ຄຳ​ວ່າ: “ຮັກສາ” ຫຼື​ປົກ​ປ້ອງ​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ວຽກ​ຂອງ​ຄົນ​ຍາມ. ໃນ​ສະໄໝ​ຊາໂລໂມນ​ປົກຄອງ ຄົນ​ຍາມ​ຈະ​ຢືນ​ຢູ່​ເທິງ​ກຳແພງ​ເມືອງ​ແລະ​ຮ້ອງ​ສົ່ງ​ສັນຍານ​ຖ້າ​ເຫັນ​ວ່າ​ມີ​ອັນຕະລາຍ. ເມື່ອ​ຄິດ​ຕາມ​ພາບ​ນີ້​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ປ້ອງກັນ​ບໍ່​ໃຫ້​ຄວາມ​ຄິດ​ຂອງ​ຊາຕານ​ເຂົ້າ​ມາ​ໃນ​ໃຈ​ຂອງ​ເຮົາ.

11 ໃນ​ສະໄໝ​ບູຮານ ຄົນ​ຍາມ​ເຮັດ​ວຽກ​ໃກ້​ຊິດ​ກັບ​ຜູ້​ເຝົ້າ​ປະຕູ. (2 ຊາມ. 18:24-26) ທັງ​ສອງ​ເຮັດ​ວຽກ​ນຳ​ກັນ​ເພື່ອ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ປະຕູ​ປິດ​ໄວ້​ແຈບ​ດີ​ເມື່ອ​ສັດຕູ​ມາ​ໃກ້. (ນເຫ. 7:1-3) ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ຕາມ​ຫຼັກ​ພະ​ຄຳພີ * ເຮັດ​ໜ້າ​ທີ່​ຄື​ກັບ​ຄົນ​ຍາມ ມັນ​ຈະ​ເຕືອນ​ເຮົາ​ເມື່ອ​ຊາຕານ​ພະຍາຍາມ​ເອົາ​ຄວາມ​ຄິດ​ທີ່​ບໍ່​ດີ​ເຂົ້າ​ມາ​ໃນ​ຫົວໃຈ​ຂອງ​ເຮົາ ເຊິ່ງ​ຈະ​ສົ່ງ​ຜົນ​ຕໍ່​ຄວາມ​ຄິດ ຄວາມ​ຮູ້ສຶກ ແຮງ​ກະຕຸ້ນ ຫຼື​ຄວາມ​ຕ້ອງການ​ຂອງ​ເຮົາ. ເມື່ອ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ສົ່ງ​ສັນຍານ​ເຕືອນ ເຮົາ​ຕ້ອງ​ຟັງ​ແລະ​ອັດ​ປະຕູ​ຫົວໃຈ.

12-13. ເຮົາ​ອາດ​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ຫຍັງ ແຕ່​ເຮົາ​ຄວນ​ເຮັດ​ແນວ​ໃດ?

12 ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ທີ່​ສະແດງ​ໃຫ້​ເຫັນ​ເຖິງ​ວິທີ​ທີ່​ເຮົາ​ຈະ​ປົກ​ປ້ອງ​ຕົວ​ເອງ​ໄວ້​ຈາກ​ຄວາມ​ຄິດ​ຂອງ​ຊາຕານ. ພະ​ເຢໂຫວາ​ສອນ​ເຮົາ​ວ່າ: “ຢ່າ​ລົມ​ກັນ​ໃນ​ເລື່ອງ​ເຫຼົ່າ​ນີ້​ເລີຍ​ຄື ການ​ຜິດ​ສິນລະທຳ​ທາງ​ເພດ ແລະ​ການ​ກະທຳ​ທີ່​ບໍ່​ສະອາດ​ທຸກ​ຮູບ​ແບບ.” (ເອເຟ. 5:3, ລ.ມ.) ແຕ່​ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ຫຼື​ໂຮງ​ຮຽນ​ເລີ່ມ​ເວົ້າ​ກ່ຽວ​ກັບ​ການ​ຜິດ​ສິນລະທຳ​ທາງ​ເພດ? ເຮົາ​ຮູ້​ແລ້ວ​ວ່າ​ເຮົາ​ຄວນ “ປະຕິເສດ​ຄວາມ​ປະໝາດ​ເສຍ [“ການ​ເຮັດ​ຊົ່ວ,” ລ.ມ.] ແລະ​ຄວາມ​ຄຶດ​ຢາກ​ໄດ້​ສິ່ງ​ຂອງ​ໂລກ.” (ຕິໂຕ 2:12) ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ເຊິ່ງ​ເປັນ​ຄື​ກັບ​ຄົນ​ຍາມ​ອາດ​ຈະ​ສົ່ງ​ສັນຍານ​ເຕືອນ​ໄພ​ໃຫ້​ເຮົາ. (ໂລມ 2:15) ແຕ່​ເຮົາ​ຈະ​ຟັງ​ສັນຍານ​ນັ້ນ​ບໍ? ກົງ​ກັນ​ຂ້າມ ເຮົາ​ອາດ​ຈະ​ຖືກ​ລໍ້​ໃຈ​ໃຫ້​ຟັງ​ຫຼື​ເບິ່ງ​ຮູບ​ທີ່​ເຂົາ​ເຈົ້າ​ກຳລັງ​ເບິ່ງ​ຢູ່. ແຕ່​ນີ້​ເປັນ​ເວລາ​ທີ່​ຈະ​ຕ້ອງ​ອັດ​ປະຕູ​ເມືອງ​ໂດຍ​ປ່ຽນ​ເລື່ອງ​ເວົ້າ​ຫຼື​ຍ່າງ​ໜີ.

13 ເຮົາ​ຕ້ອງ​ກ້າຫານ​ເພື່ອ​ຕ້ານ​ທານ​ຄວາມ​ກົດ​ດັນ​ຈາກ​ໝູ່​ທີ່​ເຮັດ​ໃຫ້​ເຮົາ​ຄິດ​ຫຼື​ເຮັດ​ສິ່ງ​ທີ່​ບໍ່​ດີ. ເຮົາ​ແນ່​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເຫັນ​ຄວາມ​ພະຍາຍາມ​ຂອງ​ເຮົາ ແລະ​ພະອົງ​ຈະ​ເຮັດ​ໃຫ້​ເຮົາ​ເຂັ້ມແຂງ​ແລະ​ມີ​ສະຕິ​ປັນຍາ​ເພື່ອ​ຕ້ານ​ທານ​ຄວາມ​ຄິດ​ແບບ​ຊາຕານ. (2 ຂ່າວ. 16:9; ເອຊາ. 40:29; ຢໂກ. 1:5) ແຕ່​ຍັງ​ມີ​ຫຍັງ​ອີກ​ບໍ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຮັກສາ​ຫົວໃຈ​ຂອງ​ເຮົາ?

ປົກ​ປ້ອງ​ຫົວໃຈ​ຕໍ່ໆໄປ

14-15. (ກ) ເຮົາ​ຕ້ອງ​ເປີດ​ຫົວໃຈ​ຮັບ​ເອົາ​ຫຍັງ ແລະ​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຮັບ​ເອົາ​ຄວາມ​ຄິດ​ນັ້ນ? (ຂ) ສຸພາສິດ 4:20-22 ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໄດ້​ແນວ​ໃດ? (ເບິ່ງ​ຂອບ “ ວິທີ​ຄິດ​ຕຶກຕອງ”).

14 ເພື່ອ​ປົກ​ປ້ອງ​ຫົວໃຈ​ຂອງ​ເຮົາ ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ປິດ​ບໍ່​ຮັບ​ເອົາ​ສິ່ງ​ທີ່​ບໍ່​ດີ ແຕ່​ເຮົາ​ຕ້ອງ​ເປີດ​ຮັບ​ເອົາ​ສິ່ງ​ທີ່​ດີ​ນຳ. ຂໍ​ໃຫ້​ນຶກ​ພາບ​ເຖິງ​ເມືອງ​ທີ່​ມີ​ກຳແພງ​ອີກ​ເທື່ອ​ໜຶ່ງ. ຜູ້​ເຝົ້າ​ປະຕູ​ບໍ່​ພຽງ​ແຕ່​ປິດ​ປະຕູ​ເພື່ອ​ບໍ່​ໃຫ້​ສັດຕູ​ບຸກ​ເຂົ້າ​ເມືອງ ແຕ່​ຈະ​ຕ້ອງ​ເປີດ​ປະຕູ​ເພື່ອ​ໃຫ້​ອາຫານ​ແລະ​ເຄື່ອງ​ໃຊ້​ຂອງ​ສອຍ​ເຂົ້າ​ມາ. ຖ້າ​ບໍ່​ເປີດ​ປະຕູ​ນີ້​ເລີຍ ປະຊາຊົນ​ກໍ​ຈະ​ອຶດ​ຫິວ​ຕາຍ. ຄ້າຍ​ຄື​ກັນ ເຮົາ​ກໍ​ຕ້ອງ​ເປີດ​ຮັບ​ເອົາ​ຄວາມ​ຄິດ​ຂອງ​ພະເຈົ້າ​ເປັນ​ປະຈຳ.

15 ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ຖືກ​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ ດັ່ງ​ນັ້ນ ທຸກ​ເທື່ອ​ທີ່​ເຮົາ​ອ່ານ ເຮົາ​ກໍ​ຍອມ​ໃຫ້​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ສົ່ງ​ຜົນ​ຕໍ່​ວິທີ​ທີ່​ເຮົາ​ຄິດ ຄວາມ​ຮູ້ສຶກ ແລະ​ການ​ກະທຳ​ຂອງ​ເຮົາ. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໄດ້​ແນວ​ໃດ? ການ​ອະທິດຖານ​ເປັນ​ເລື່ອງ​ສຳຄັນ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ບອກ​ວ່າ: “ກ່ອນ​ຂ້ອຍ​ອ່ານ​ຄຳພີ​ໄບເບິນ ຂ້ອຍ​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ ຂໍ​ພະອົງ​ຊ່ວຍ​ໃຫ້​ຂ້ອຍ ‘ເຫັນ​ສິ່ງ​ທີ່​ຍອດ​ຢ້ຽມ​ຢ່າງ​ຊັດເຈນ’ ໃນ​ພະ​ຄຳພີ.” (ເພງ. 119:18, ລ.ມ.) ເຮົາ​ຍັງ​ຕ້ອງ​ຄິດ​ຕຶກຕອງ​ສິ່ງ​ທີ່​ເຮົາ​ໄດ້​ອ່ານ. ເມື່ອ​ເຮົາ​ອະທິດຖານ ອ່ານ ແລະ​ຄິດ​ຕຶກຕອງ ພະ​ຄຳ​ຂອງ​ພະເຈົ້າ​ກໍ​ຈະ​ເຂົ້າ​ໄປ ‘ພາຍ​ໃນ​ໃຈ​ເຮົາ’ ແລະ​ເຮົາ​ກໍ​ຈະ​ເລີ່ມ​ຮັກ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ.—ອ່ານ​ສຸພາສິດ 4:20-22; ເພງ. 119:97

16. ການ​ເບິ່ງ​ລາຍການ​ໂທລະທັດ JW ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ?

16 ອີກ​ວິທີ​ໜຶ່ງ​ທີ່​ຈະ​ຍອມ​ໃຫ້​ຄວາມ​ຄິດ​ຂອງ​ພະເຈົ້າ​ສົ່ງ​ຜົນ​ຕໍ່​ເຮົາ​ຄື ການ​ເບິ່ງ​ລາຍການ​ໂທລະທັດ JW ແຕ່​ລະ​ເດືອນ. ຜົວ​ເມຍ​ຄູ່​ໜຶ່ງ​ບອກ​ວ່າ: “ລາຍການ​ໂທລະທັດ​ປະຈຳ​ເດືອນ​ເປັນ​ການ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ແທ້ໆ! ລາຍການ​ນີ້​ເສີມ​ຄວາມ​ເຊື່ອ​ເຮົາ​ໃຫ້​ເຂັ້ມແຂງ​ແລະ​ໃຫ້​ກຳລັງ​ໃຈ​ເຮົາ ເມື່ອ​ເຮົາ​ຮູ້ສຶກ​ເສົ້າ​ຫຼື​ເຫງົາ. ເຮົາ​ມັກ​ຟັງ​ມິວສິກ​ວິດີໂອ​ເລື້ອຍໆຢູ່​ເຮືອນ. ເຮົາ​ຟັງ​ຕອນ​ແຕ່ງ​ກິນ ເຮັດ​ອະນາໄມ ແລະ​ພັກຜ່ອນ​ກິນ​ນ້ຳ​ຊາ.” ລາຍການ​ເຫຼົ່າ​ນີ້​ຊ່ວຍ​ປົກ​ປ້ອງ​ຫົວໃຈ​ຂອງ​ເຮົາ ແລະ​ຍັງ​ສອນ​ເຮົາ​ໃຫ້​ຄິດ​ຄື​ກັບ​ພະ​ເຢໂຫວາ​ແລະ​ຕ້ານ​ທານ​ຄວາມ​ຄິດ​ຂອງ​ຊາຕານ.

17-18. (ກ) ຕາມ​ທີ່​ຂຽນ​ໄວ້​ໃນ 1 ກະສັດ 8:61 ເມື່ອ​ເຮົາ​ນຳ​ໃຊ້​ສິ່ງ​ທີ່​ເຮົາ​ຮຽນ​ຮູ້​ຈາກ​ພະ​ເຢໂຫວາ​ຈະ​ມີ​ຜົນ​ແນວ​ໃດ? (ຂ) ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ກະສັດ​ເອເຊເກຍເຊ? (ຄ) ຄື​ກັບ​ຄຳ​ອະທິດຖານ​ຂອງ​ດາວິດ​ໃນ​ຄຳເພງ 139:23, 24 ເຮົາ​ສາມາດ​ອະທິດຖານ​ຂໍ​ຫຍັງ?

17 ແຕ່​ລະ​ເທື່ອ​ທີ່​ເຮົາ​ເຫັນ​ປະໂຫຍດ​ຈາກ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ເຂັ້ມແຂງ​ຂຶ້ນ. (ຢໂກ. 1:2, 3) ເຮົາ​ດີ​ໃຈ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພູມ​ໃຈ​ທີ່​ເອີ້ນ​ເຮົາ​ວ່າ​ເປັນ​ລູກ​ຂອງ​ພະອົງ​ແລະ​ເຮົາ​ກໍ​ຢາກ​ເຮັດ​ໃຫ້​ພະອົງ​ພໍ​ໃຈ​ຫຼາຍ​ຂຶ້ນ. (ສຸພາ. 27:11) ການ​ທົດ​ສອບ​ແຕ່​ລະ​ເທື່ອ​ເປັນ​ໂອກາດ​ທີ່​ເຮົາ​ຈະ​ສະແດງ​ວ່າ​ເຮົາ​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ແບບ​ເຄິ່ງໆກາງໆ. (ເພງ. 119:113) ແຕ່​ເປັນ​ການ​ພິສູດ​ວ່າ​ເຮົາ​ຮັກ​ພະອົງ​ສຸດ​ຫົວໃຈ ແລະ​ຕັ້ງ​ໃຈ​ເຊື່ອ​ຟັງ​ຄຳ​ສັ່ງ​ແລະ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະອົງ.—ອ່ານ 1 ກະສັດ 8:61

18 ເຮົາ​ຍັງ​ຈະ​ເຮັດ​ຜິດ​ພາດ​ຢູ່​ບໍ? ແມ່ນ ຍ້ອນ​ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ. ຖ້າ​ເຮົາ​ສະດຸດ​ຫຼື​ເຮັດ​ຜິດ​ພາດ ຂໍ​ໃຫ້​ຈື່​ຕົວຢ່າງ​ຂອງ​ກະສັດ​ເອເຊເກຍເຊ. ລາວ​ເຮັດ​ຜິດ ແຕ່​ລາວ​ກັບ​ໃຈ ແລະ​ຮັບໃຊ້​ພະອົງ​ຕໍ່ໆໄປ “ຢ່າງ​ສຸດ​ຫົວໃຈ.” (ເອຊາ. 38:3-6; 2 ຂ່າວ. 29:1, 2; 32:25, 26) ຂໍ​ໃຫ້​ເຮົາ​ປະຕິເສດ​ຄວາມ​ພະຍາຍາມ​ຂອງ​ຊາຕານ​ທີ່​ຈະ​ເອົາ​ຄວາມ​ຄິດ​ຂອງ​ມັນ​ມາ​ໃສ່​ໃຈ​ຂອງ​ເຮົາ. ໃຫ້​ເຮົາ​ອະທິດຖານ​ເພື່ອ​ຈະ​ພັດທະນາ ‘ໃຈ​ທີ່​ເຊື່ອ​ຟັງ.’ (1 ກະ. 3:9; ອ່ານ​ຄຳເພງ 139:23, 24) ສິ່ງ​ສຳຄັນ​ທີ່​ສຸດ​ເພື່ອ​ຈະ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ກໍ​ຄື ເຮົາ​ຕ້ອງ​ປົກ​ປ້ອງ​ຫົວໃຈ​ຂອງ​ເຮົາ​ກ່ອນ​ສິ່ງ​ອື່ນ​ໃດ​ທັງ​ໝົດ.

ເພງ 54 ເສັ້ນ​ທາງ​ນີ້​ແຫຼະ

^ ຂໍ້ 5 ເຮົາ​ຈະ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ ຫຼື​ເຮົາ​ຈະ​ຍອມ​ໃຫ້​ຊາຕານ​ລໍ້​ໃຈ​ເຮົາ​ໃຫ້​ເຊົາ​ຮັບໃຊ້​ພະ​ເຢໂຫວາ? ຄຳຕອບ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຄວາມ​ຮ້າຍແຮງ​ຂອງ​ການ​ທົດ​ສອບ ແຕ່​ມັນ​ຂຶ້ນ​ກັບ​ວ່າ​ເຮົາ​ຈະ​ປົກ​ປ້ອງ​ຫົວໃຈ​ຂອງ​ເຮົາ​ໄດ້​ດີ​ສ່ຳ​ໃດ. ຄຳ​ວ່າ “ໃຈ” ໝາຍ​ເຖິງ​ຫຍັງ? ຊາຕານ​ພະຍາຍາມ​ເອົາ​ຄວາມ​ຄິດ​ຂອງ​ມັນ​ໃສ່​ໃນ​ໃຈ​ຂອງ​ເຮົາ​ແນວ​ໃດ? ແລະ​ເຮົາ​ຈະ​ປົກ​ປ້ອງ​ຫົວໃຈ​ຂອງ​ເຮົາ​ໄດ້​ແນວ​ໃດ? ເຮົາ​ຈະ​ໄດ້​ຮັບ​ຄຳຕອບ​ໃນ​ບົດ​ຄວາມ​ນີ້.

^ ຂໍ້ 11 ການ​ອະທິບາຍ​ບາງ​ສຳນວນ: ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ຄວາມ​ສາມາດ​ກວດ​ສອບ​ຄວາມ​ຄິດ ຄວາມ​ຮູ້ສຶກ ການ​ກະທຳ ແລະ​ຕັດສິນ​ຕົວ​ເອງ. ຄຳພີ​ໄບເບິນ​ເອີ້ນ​ຄວາມ​ສາມາດ​ນັ້ນ​ວ່າ ສະຕິ​ຮູ້ສຶກ​ຜິດ​ຊອບ. (ໂລມ 2:15; 9:1) ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ຕາມ​ຫຼັກ​ພະ​ຄຳພີ​ແມ່ນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ອີງ​ໃສ່​ມາດຕະຖານ​ຂອງ​ພະ​ເຢໂຫວາ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ ເພື່ອ​ຕັດສິນ​ວ່າ​ສິ່ງ​ທີ່​ເຮົາ​ຄິດ ເວົ້າ ຫຼື​ເຮັດ​ນັ້ນ​ແມ່ນ​ຖືກ​ຫຼື​ຜິດ.

^ ຂໍ້ 56 ການ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຊາຍ​ເຫັນ​ພາບ​ທີ່​ເຮັດ​ຜິດ​ສິນລະທຳ​ຕອນ​ທີ່​ເບິ່ງ​ລາຍການ​ໂທລະທັດ. ລາວ​ຕ້ອງ​ຕັດສິນ​ໃຈ​ວ່າ​ຈະ​ເຮັດ​ຫຍັງ​ຕໍ່​ໄປ.

^ ຂໍ້ 58 ການ​ອະທິບາຍ​ຮູບ​ພາບ: ຄົນ​ຍາມ​ໃນ​ສະໄໝ​ບູຮານ​ເຫັນ​ການ​ອັນຕະລາຍ​ກຳລັງ​ເຂົ້າ​ມາ ລາວ​ຮ້ອງ​ບອກ​ຜູ້​ເຝົ້າ​ປະຕູ​ໃຫ້​ປິດ​ປະຕູ​ແລະ​ໃສ່​ໄລ​ທັນທີ.