ບົດຄວາມສຶກສາທີ 26
ກຽມພ້ອມສຳລັບວັນຂອງພະເຢໂຫວາສະເໝີ
“ວັນຂອງພະເຢໂຫວາຈະມາຄືກັບຂີ້ລັກທີ່ມາຕອນກາງຄືນ.”—1ທຊ. 5:2
ເພງ 143 ອົດທົນເຝົ້າລະວັງແລະເຮັດວຽກຕໍ່ໄປ
ໃຈຄວາມສຳຄັນ a
1. ເຮົາຕ້ອງເຮັດຫຍັງເພື່ອຈະລອດໃນ “ວັນຂອງພະເຢໂຫວາ”?
ຄຳວ່າ “ວັນຂອງພະເຢໂຫວາ” ໃນຄຳພີໄບເບິນໝາຍເຖິງຕອນທີ່ພະເຢໂຫວາທຳລາຍສັດຕູແລະຊ່ວຍຄົນຂອງເພິ່ນໃຫ້ລອດ. ໃນອະດີດພະເຢໂຫວາທຳລາຍບາງຊາດໃນວັນຂອງເພິ່ນ. (ອຊຢ. 13:1, 6; ເອເຊກ. 13:5; ຊໂຟ. 1:8) ແຕ່ໃນສະໄໝຂອງເຮົາ “ວັນຂອງພະເຢໂຫວາ” ເລີ່ມຕົ້ນດ້ວຍການທຳລາຍບາບີໂລນໃຫຍ່ແລະຈົບລົງໃນສົງຄາມອາມາເຄໂດນ. ເພື່ອເຮົາຈະລອດໃນ “ວັນ” ຂອງພະເຢໂຫວາ ເຮົາຕ້ອງກຽມພ້ອມຕັ້ງແຕ່ຕອນນີ້. ພະເຢຊູສອນວ່າເຮົາຕ້ອງບໍ່ພຽງແຕ່ກຽມພ້ອມສຳລັບ “ຄວາມທຸກລຳບາກຄັ້ງໃຫຍ່” ເທົ່ານັ້ນ ແຕ່ເຮົາຕ້ອງ “ກຽມພ້ອມຢູ່ຕະຫຼອດ” ນຳ.—ມທ. 24:21; ລກ. 12:40
2. ເປັນຫຍັງປຶ້ມ 1 ເທຊະໂລນິກຈຶ່ງເປັນປະໂຫຍດສຳລັບເຮົາ?
2 ຕອນທີ່ໂປໂລໄດ້ຮັບການດົນໃຈໃຫ້ຂຽນຈົດໝາຍສະບັບທຳອິດໃຫ້ພີ່ນ້ອງໃນເມືອງເທຊະໂລນິກ ລາວໃຊ້ພາບປຽບທຽບຫຼາຍຢ່າງເພື່ອຊ່ວຍພີ່ນ້ອງທີ່ຢູ່ຫັ້ນໃຫ້ພ້ອມສຳລັບວັນຂອງພະເຢໂຫວາສະເໝີ. ເຖິງວ່າໂປໂລຮູ້ວ່າວັນຂອງພະເຢໂຫວາຍັງບໍ່ມາໃນຕອນນັ້ນ ແຕ່ລາວກໍຍັງກະຕຸ້ນພີ່ນ້ອງໃຫ້ກຽມພ້ອມຢູ່ສະເໝີຄືກັບວ່າວັນຂອງພະເຢໂຫວາຈະມາໃນມື້ອື່ນ. (2ທຊ. 2:1-3) ຄຳແນະນຳນີ້ກໍໃຊ້ໄດ້ກັບເຮົາຄືກັນ. ໃຫ້ເຮົາມາເບິ່ງນຳກັນວ່າໂປໂລເວົ້າເຖິງເລື່ອງຕໍ່ໄປນີ້ແນວໃດ: (1) ວັນຂອງພະເຢໂຫວາຈະມາແນວໃດ? (2) ໃຜແດ່ຈະບໍ່ລອດໃນວັນນັ້ນ? ແລະ (3) ເຮົາຈະກຽມຕົວໃຫ້ພ້ອມແນວໃດເພື່ອຈະລອດ?
ວັນຂອງພະເຢໂຫວາຈະມາແນວໃດ?
3. ວັນຂອງພະເຢໂຫວາຈະມາຄືກັບຂີ້ລັກທີ່ມາຕອນກາງຄືນແນວໃດ? (ເບິ່ງຮູບພາບ)
3 “ຄືກັບຂີ້ລັກທີ່ມາຕອນກາງຄືນ.” (1ທຊ. 5:2) ນີ້ເປັນພາບປຽບທຽບທຳອິດໃນພາບປຽບທຽບສາມຢ່າງທີ່ໂປໂລໃຊ້ເພື່ອຊ່ວຍໃຫ້ຮູ້ວ່າວັນຂອງພະເຢໂຫວາຈະມາແນວໃດ. ຄົນຂີ້ລັກມັກຈະມາໃນຕອນກາງຄືນແລະມາແບບກະທັນຫັນໂດຍທີ່ເຮົາບໍ່ທັນຮູ້ໂຕ. ແລະພວກຂີ້ລັກກໍມັກຈະເຮັດຫຍັງ ແບບວ່ອງໄວ. ວັນຂອງພະເຢໂຫວາກໍຈະມາກະທັນຫັນຄືກັນ ເຊິ່ງເຮັດໃຫ້ຄົນສ່ວນຫຼາຍຕົກໃຈ. ແມ່ນແຕ່ຄລິດສະຕຽນແທ້ກໍອາດຕົກໃຈວ່າເປັນຫຍັງສິ່ງຕ່າງໆຈຶ່ງເກີດຂຶ້ນໄວແທ້. ແຕ່ພວກເຮົາບໍ່ຄືກັບຄົນຊົ່ວ ພວກເຮົາຈຶ່ງຈະບໍ່ຖືກທຳລາຍ.
4. ວັນຂອງພະເຢໂຫວາເປັນຄືກັບການເຈັບທ້ອງໃກ້ຈະເກີດລູກແນວໃດ?
4 “ຄືກັບຜູ້ຍິງເຈັບທ້ອງໃກ້ຈະເກີດລູກ.” (1ທຊ. 5:3) ປົກກະຕິແລ້ວຜູ້ຍິງທີ່ຖືພາຈະບໍ່ຮູ້ເວລາທີ່ແນ່ນອນວ່າລາວຈະເກີດລູກຕອນໃດ. ແຕ່ລາວຮູ້ວ່າລູກຂອງລາວຈະຕ້ອງອອກມາແທ້ໆ. ເມື່ອເຖິງຕອນນັ້ນມັນຈະເກີດຂຶ້ນຢ່າງກະທັນຫັນ ເຮັດໃຫ້ເຈັບປວດ ແລະບໍ່ມີຫຍັງທີ່ຈະຢຸດມັນໄດ້. ຄ້າຍຄືກັນ ເຮົາບໍ່ຮູ້ວ່າວັນຂອງພະເຢໂຫວາຈະເລີ່ມຕົ້ນຕອນໃດ ແຕ່ເຮົາຮູ້ວ່າວັນນັ້ນຈະມາແທ້ໆແລະຮູ້ວ່າພະເຈົ້າຈະຈັດການຄົນຊົ່ວຕອນທີ່ພວກເຂົາບໍ່ທັນຮູ້ໂຕ. ມັນຈະເກີດຂຶ້ນຢ່າງກະທັນຫັນແລະບໍ່ມີໃຜຈະໜີພົ້ນໄດ້.
5. ຄວາມທຸກລຳບາກຄັ້ງໃຫຍ່ເປັນຄືກັບຕອນເຊົ້າໆແນວໃດ?
5 ຄືກັບຕອນເຊົ້າໆ. ໃນພາບປຽບທຽບຢ່າງທີສາມຂອງໂປໂລກໍເວົ້າເຖິງຂີ້ລັກອີກເທື່ອໜຶ່ງ. ແຕ່ເທື່ອນີ້ໂປໂລປຽບວັນຂອງພະເຢໂຫວາເປັນຄືກັບຕອນເຊົ້າໆ. (1ທຊ. 5:4) ຂີ້ລັກທີ່ມາຕອນກາງຄືນຈະສົນໃຈແຕ່ກັບການລັກເຄື່ອງຈົນບໍ່ຮູ້ວ່າເວລາຜ່ານໄປໄວຂະໜາດໃດ. ແຕ່ຕອນທີ່ລາວບໍ່ທັນໄດ້ລະວັງໂຕ ແສງຂອງຕາເວັນກໍສ່ອງມາແລະເຮັດໃຫ້ເຫັນວ່າລາວກຳລັງເຮັດຫຍັງຢູ່. ຄ້າຍຄືກັນ ຄວາມທຸກລຳບາກຄັ້ງໃຫຍ່ຈະເຮັດໃຫ້ເຫັນວ່າໃຜຍັງຢູ່ໃນຄວາມມືດແລະຍັງເຮັດສິ່ງທີ່ພະເຈົ້າບໍ່ມັກຢູ່. ແຕ່ເຮົາບໍ່ຄືກັບຄົນຊົ່ວເຫຼົ່ານັ້ນ ເຮົາກຽມພ້ອມຢູ່ສະເໝີໂດຍບໍ່ເຮັດສິ່ງທີ່ພະເຢໂຫວາບໍ່ມັກແລະພະຍາຍາມເຮັດ “ຄວາມດີທຸກຢ່າງ ຄວາມຖືກຕ້ອງ ແລະຄວາມຊື່ກົງ.” (ອຟຊ. 5:8-12) ຕອນນີ້ ໃຫ້ເຮົາມາເບິ່ງພາບປຽບທຽບສອງຢ່າງທີ່ໂປໂລໃຊ້ເພື່ອຈະບອກໃຫ້ຮູ້ວ່າໃຜແດ່ຈະບໍ່ລອດໃນວັນຂອງພະເຢໂຫວາ.
ໃຜແດ່ຈະບໍ່ລອດໃນວັນຂອງພະເຢໂຫວາ?
6. ຄົນສ່ວນຫຼາຍເປັນຄືກັບຄົນທີ່ນອນຫຼັບແນວໃດ? (1 ເທຊະໂລນິກ 5:6, 7)
6 “ຄົນທີ່ນອນຫຼັບ.” (ອ່ານ 1 ເທຊະໂລນິກ 5:6, 7) ໂປໂລປຽບຄົນທີ່ຈະບໍ່ລອດໃນວັນຂອງພະເຢໂຫວາເປັນຄືຄົນທີ່ນອນຫຼັບ. ຄົນທີ່ນອນຫຼັບບໍ່ຮູ້ວ່າມີຫຍັງເກີດຂຶ້ນຢູ່ອ້ອມໂຕລາວແລະບໍ່ຮູ້ວ່າເວລາຜ່ານໄປດົນສ່ຳໃດແລ້ວ. ລາວກໍເລີຍບໍ່ຮູ້ວ່າມີສິ່ງສຳຄັນຫຍັງແດ່ເກີດຂຶ້ນແລະລາວບໍ່ໄດ້ລົງມືເຮັດຫຍັງເລີຍ. ຄົນສ່ວນຫຼາຍໃນທຸກມື້ນີ້ກໍເປັນຄືກັບຄົນທີ່ນອນຫຼັບ. (ຣມ. 11:8) ເຂົາເຈົ້າບໍ່ເຊື່ອວ່າເຫດການຕ່າງໆທີ່ເກີດຂຶ້ນໃນໂລກເປັນຫຼັກຖານວ່າເຮົາຢູ່ໃນ “ສະໄໝສຸດທ້າຍ” ແລະຄວາມທຸກລຳບາກຄັ້ງໃຫຍ່ກຳລັງໃກ້ເຂົ້າມາ. ຕອນທີ່ມີເຫດການຕ່າງໆເກີດຂຶ້ນໃນໂລກ ບາງຄົນກໍຕື່ນຕົວໜ້ອຍໜຶ່ງແລະສົນໃຈຂ່າວດີເລື່ອງການປົກຄອງຂອງພະເຈົ້າ. ແຕ່ເຂົາເຈົ້າກໍກັບໄປນອນຫຼັບຄືເກົ່າແທນທີ່ຈະຕື່ນຕົວຢູ່ສະເໝີ. ແລະເຖິງວ່າບາງຄົນຈະສົນໃຈເລື່ອງວັນພິພາກສາ ແຕ່ເຂົາເຈົ້າກໍຮູ້ສຶກວ່າວັນນັ້ນຍັງອີກດົນຊົ່ວຊິມາຮອດ. (2ປຕ. 3:3, 4) ບໍ່ວ່າຜູ້ຄົນຈະເປັນແນວໃດ ເຮົາຮູ້ວ່າແຮ່ງເວລາຜ່ານໄປໃນແຕ່ລະມື້ ກໍແຮ່ງເປັນເລື່ອງສຳຄັນທີ່ເຮົາຈະຕ້ອງຕື່ນຕົວ.
7. ຄົນທີ່ພະເຈົ້າຈະທຳລາຍເປັນຄືກັບຄົນທີ່ເມົາແນວໃດ?
7 “ຄົນທີ່ເມົາ.” ອັກຄະສາວົກໂປໂລປຽບຄົນທີ່ຈະຖືກພະເຈົ້າທຳລາຍເປັນຄືກັບຄົນທີ່ເມົາ. ຄົນທີ່ເມົາຈະຕອບສະໜອງຕໍ່ສິ່ງຕ່າງໆທີ່ຢູ່ອ້ອມໂຕລາວຊ້າລົງ. ເຂົາເຈົ້າຈະຕັດສິນໃຈເລື່ອງຕ່າງໆໄດ້ບໍ່ດີແລະລົງມືເຮັດຫຍັງກໍຊ້າ. ຄ້າຍກັນ ເມື່ອຄົນຊົ່ວໄດ້ຍິນຄຳເຕືອນຂອງພະເຈົ້າ ເຂົາເຈົ້າບໍ່ຍອມລົງມືເຮັດຫຍັງເລີຍ. ເຂົາເຈົ້າເລືອກທີ່ຈະໃຊ້ຊີວິດໃນແບບທີ່ຈະເຮັດໃຫ້ຕົວເອງຖືກທຳລາຍ. ແຕ່ຄຳພີໄບເບິນບອກຄລິດສະຕຽນໃຫ້ມີສະຕິຢູ່ສະເໝີ. (1ທຊ. 5:6) ນັກວິຊາການດ້ານຄຳພີໄບເບິນຄົນໜຶ່ງບອກວ່າ “ຄົນທີ່ມີສະຕິເປັນຄົນທີ່ມີໃຈສະຫງົບ ໜັກແໜ້ນໝັ້ນຄົງ ແລະບໍ່ຕື່ນຕົກໃຈ. ລາວຄິດເລື່ອງຕ່າງໆໄດ້ຢ່າງຊັດເຈນ ກໍເລີຍເຮັດໃຫ້ລາວຕັດສິນໃຈໄດ້ຢ່າງຖືກຕ້ອງ.” ເປັນຫຍັງເຮົາຕ້ອງມີໃຈສະຫງົບແລະໜັກແໜ້ນໝັ້ນຄົງ? ເພື່ອທີ່ເຮົາຈະບໍ່ໄປຫຍຸ້ງກ່ຽວກັບເລື່ອງການເມືອງແລະບັນຫາໃນສັງຄົມ. ແຮ່ງວັນຂອງພະເຢໂຫວາໃກ້ເຂົ້າມາ ເຮົາກໍແຮ່ງຖືກກົດດັນໃຫ້ເລືອກຝ່າຍໃດຝ່າຍໜຶ່ງໃນເລື່ອງເຫຼົ່ານີ້ຫຼາຍຂຶ້ນ. ແຕ່ເຮົາບໍ່ຄວນກັງວົນວ່າເຮົາຈະເຮັດແນວໃດ ເພາະພະລັງບໍລິສຸດຂອງພະເຈົ້າຈະຊ່ວຍໃຫ້ເຮົາມີໃຈສະຫງົບ ໜັກແໜ້ນໝັ້ນຄົງແລະຕັດສິນໃຈໄດ້ຢ່າງສະຫຼາດ.—ລກ. 12:11, 12
ເຮົາຕ້ອງເຮັດຫຍັງເພື່ອຈະກຽມພ້ອມສຳລັບວັນຂອງພະເຢໂຫວາ?
8. ໃນ 1 ເທຊະໂລນິກ 5:8 ສະແດງເຖິງຄຸນລັກສະນະທີ່ເຮົາຕ້ອງມີທີ່ຈະຊ່ວຍໃຫ້ເຮົາຕື່ນຕົວແລະມີສະຕິສະເໝີແນວໃດ? (ເບິ່ງຮູບພາບ)
8 “ໃສ່ເສື້ອເກາະປ້ອງກັນເອິກແລະໃສ່ໝວກເກາະ.” ໂປໂລປຽບເຮົາເປັນຄືກັບທະຫານທີ່ຕື່ນຕົວແລະໃສ່ຊຸດເກາະພ້ອມທີ່ຈະເຂົ້າສູ່ສະໜາມຮົບ. (ອ່ານ 1 ເທຊະໂລນິກ 5:8) ໃນລະຫວ່າງສົງຄາມ ທະຫານຕ້ອງກຽມພ້ອມຢູ່ສະເໝີທີ່ຈະຕໍ່ສູ້ກັບສັດຕູ. ເຮົາກໍຄືກັນຕ້ອງກຽມພ້ອມສຳລັບວັນຂອງພະເຢໂຫວາສະເໝີໂດຍເອົາຄວາມເຊື່ອແລະຄວາມຮັກໃສ່ເປັນເສື້ອເກາະປ້ອງກັນເອິກແລະເອົາຄວາມຫວັງມາສຸບໃສ່ເປັນໝວກເກາະ. ຄຸນລັກສະນະເຫຼົ່ານີ້ຊ່ວຍເຮົາໄດ້ຫຼາຍແທ້ໆ.
9. ຄວາມເຊື່ອຊ່ວຍປົກປ້ອງເຮົາແນວໃດ?
9 ເສື້ອເກາະຊ່ວຍປົກປ້ອງຫົວໃຈຂອງທະຫານ. ຄວາມເຊື່ອແລະຄວາມຮັກກໍຊ່ວຍປົກປ້ອງຫົວໃຈຂອງເຮົາ ມັນຈະຊ່ວຍເຮົາໃຫ້ຍັງຮັບໃຊ້ພະເຢໂຫວາແລະຕິດຕາມພະເຢຊູຕໍ່ໆໄປ. ຄວາມເຊື່ອຈະເຮັດໃຫ້ເຮົາໝັ້ນໃຈວ່າພະເຢໂຫວາຈະໃຫ້ລາງວັນກັບເຮົາທີ່ຊອກຫາເພິ່ນສຸດຫົວໃຈ. (ຮຣ. 11:6) ນອກຈາກນັ້ນ ຄວາມເຊື່ອຈະຊ່ວຍເຮົາໃຫ້ຍັງສັດຊື່ຕໍ່ພະເຢຊູຜູ້ນຳຂອງເຮົາເຖິງວ່າຈະເຈິຄວາມຍາກລຳບາກ. ເຮົາສາມາດມີຄວາມເຊື່ອຫຼາຍຂຶ້ນເພື່ອຈະຮັບມືກັບບັນຫາຕ່າງໆໃນຊີວິດໄດ້ແລະຄິດຕຶກຕອງ ຕົວຢ່າງຂອງພີ່ນ້ອງໃນປັດຈຸບັນທີ່ຮັກສາຄວາມສັດຊື່ເຖິງວ່າຈະຖືກຂົ່ມເຫງຫຼືມີບັນຫາດ້ານເສດຖະກິດ. ແລະຖ້າເຮົາຮຽນແບບຄົນທີ່ໃຊ້ຊີວິດແບບພໍພຽງແລະໃຫ້ການປົກຄອງຂອງພະເຈົ້າສຳຄັນທີ່ສຸດໃນຊີວິດ ເຮົາກໍຈະບໍ່ຕ້ອງເຈິກັບຜົນເສຍຂອງການເປັນຄົນຮັກເງິນ. b
10. ຄວາມຮັກທີ່ເຮົາມີຕໍ່ພະເຈົ້າແລະຕໍ່ຄົນອື່ນຊ່ວຍເຮົາໃຫ້ອົດທົນແນວໃດ?
10 ຄວາມຮັກຊ່ວຍໃຫ້ເຮົາຕື່ນຕົວແລະມີສະຕິຢູ່ສະເໝີ. (ມທ. 22:37-39) ຄວາມຮັກທີ່ມີຕໍ່ພະເຈົ້າຈະຊ່ວຍເຮົາໃຫ້ອົດທົນແລະຍັງສາມາດປະກາດຕໍ່ໆໄປໄດ້ ເຖິງວ່າການເຮັດແບບນັ້ນອາດເຮັດໃຫ້ເຮົາຕ້ອງເຈິກັບບັນຫາ. (2ຕມ. 1:7, 8) ແຕ່ຍ້ອນວ່າເຮົາຮັກຄົນອື່ນເຮົາຈຶ່ງປະກາດແລະສອນຕໍ່ໆໄປຕາມເຂດປະກາດ ທາງໂທລະສັບ ແລະທາງຈົດໝາຍນຳ. ເຮົາຫວັງວ່າຈັກມື້ໜຶ່ງຄົນທີ່ເຮົາປະກາດຈະປ່ຽນໃຈແລ້ວເລີ່ມເຮັດສິ່ງທີ່ຖືກຕ້ອງ.—ເອເຊກ. 18:27, 28
11. ຄວາມຮັກທີ່ມີຕໍ່ພີ່ນ້ອງຈະຊ່ວຍເຮົາແນວໃດ? (1 ເທຊະໂລນິກ 5:11)
11 ເຮົາຕ້ອງຮັກພີ່ນ້ອງຂອງເຮົານຳ. ເຮົາຈະສະແດງຄວາມຮັກຕໍ່ເຂົາເຈົ້າໂດຍ “ໃຫ້ກຳລັງໃຈກັນແລະເສີມສ້າງກັນໃຫ້ເຂັ້ມແຂງ.” (ອ່ານ 1 ເທຊະໂລນິກ 5:11) ຄືກັບທະຫານທີ່ຕໍ່ສູ້ຄຽງບ່າຄຽງໄຫຼ່ກັນ ເຮົາກໍຄອຍໃຫ້ກຳລັງໃຈກັນສະເໝີ. ບາງຄັ້ງທະຫານອາດເຮັດໃຫ້ໝູ່ຂອງລາວໄດ້ຮັບບາດເຈັບໂດຍບໍ່ໄດ້ຕັ້ງໃຈ ແຕ່ລາວຈະບໍ່ຈົງໃຈທຳຮ້າຍໝູ່ຂອງລາວຢ່າງແນ່ນອນ. ຄ້າຍກັນ ເຮົາຈະບໍ່ຕັ້ງໃຈເຮັດໃຫ້ພີ່ນ້ອງເຈັບ ແລະເຖິງວ່າພີ່ນ້ອງຈະເຮັດໃຫ້ເຮົາເຈັບ ເຮົາກໍຈະບໍ່ເຮັດໃສ່ເຂົາເຈົ້າຄືນ. (1ທຊ. 5:13, 15) ນອກຈາກນັ້ນ ເຮົາຈະສະແດງຄວາມຮັກໂດຍນັບຖືພີ່ນ້ອງທີ່ນຳໜ້າໃນປະຊາຄົມ. (1ທຊ. 5:12) ຕອນທີ່ໂປໂລຂຽນຈົດໝາຍເຖິງພີ່ນ້ອງໃນເມືອງເທຊະໂລນິກ ປະຊາຄົມຢູ່ຫັ້ນຫາກໍຕັ້ງຂຶ້ນມາໄດ້ບໍ່ຮອດປີ. ຜູ້ດູແລອາດຍັງຂາດປະສົບການແລະອາດເຮັດຜິດພາດໄດ້. ເຖິງຈະເປັນແນວນັ້ນ ເຂົາເຈົ້າກໍສົມຄວນໄດ້ຮັບຄວາມນັບຖືຈາກພີ່ນ້ອງ. ແຮ່ງຄວາມທຸກລຳບາກຄັ້ງໃຫຍ່ໃກ້ເຂົ້າມາ ເຮົາກໍແຮ່ງຕ້ອງເພິ່ງຜູ້ດູແລໃນປະຊາຄົມເພື່ອຊີ້ນຳເຮົາຫຼາຍກວ່າຕອນນີ້ອີກ. ໃນຊ່ວງເວລານັ້ນເຮົາອາດຕິດຕໍ່ສຳນັກງານໃຫຍ່ຫຼືສຳນັກງານສາຂາບໍ່ໄດ້. ດັ່ງນັ້ນ ເປັນເລື່ອງສຳຄັນທີ່ເຮົາຕ້ອງຮຽນຮູ້ທີ່ຈະຮັກແລະນັບຖືຜູ້ດູແລໃນປະຊາຄົມຕັ້ງແຕ່ຕອນນີ້. ບໍ່ວ່າຈະເກີດຫຍັງຂຶ້ນ ໃຫ້ເຮົາມີສະຕິຢູ່ສະເໝີ. ຢ່າເບິ່ງແຕ່ຄວາມ ຜິດພາດຂອງເຂົາເຈົ້າ ແຕ່ໃຫ້ສົນໃຈວ່າພະເຢໂຫວາກຳລັງຊີ້ນຳເຂົາເຈົ້າຜ່ານທາງພະເຢຊູ.
12. ຄວາມຫວັງຊ່ວຍປົກປ້ອງຄວາມຄິດຂອງເຮົາແນວໃດ?
12 ຄືກັບໝວກເກາະທີ່ປົກປ້ອງຫົວຂອງທະຫານ ຄວາມຫວັງເລື່ອງຄວາມລອດກໍປົກປ້ອງຄວາມຄິດຂອງເຮົາ. ຖ້າຄວາມຫວັງຂອງເຮົາຊັດເຈນ ເຮົາກໍຈະຮູ້ວ່າສິ່ງທີ່ໂລກນີ້ສະເໜີໃຫ້ບໍ່ມີປະໂຫຍດຫຍັງເລີຍ. (ຟລປ. 3:8) ຄວາມຫວັງຍັງຈະຊ່ວຍເຮົາໃຫ້ສະຫງົບໃຈແລະໜັກແໜ້ນໝັ້ນຄົງ. ໃຫ້ເຮົາມາເບິ່ງປະສົບການຂອງພີ່ນ້ອງວໍລິດແລະລໍຣິນດາເຊິ່ງຮັບໃຊ້ຢູ່ເບເທນໃນທະວີບອາຝຼິກກາ. ພາຍໃນສາມອາທິດພໍ່ຂອງວໍລິດຕາຍແລະແມ່ຂອງລໍຣິນດາກໍຕາຍ. ແຕ່ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ເຂົາເຈົ້າກັບໄປຫາຄອບຄົວບໍ່ໄດ້. ວໍລິດຂຽນວ່າ: “ຄວາມຫວັງເລື່ອງການຄືນມາຈາກຕາຍເຮັດໃຫ້ຂ້ອຍນຶກພາບເຖິງຊ່ວງເວລາທີ່ເຂົາເຈົ້າຟື້ນຄືນມາໃນໂລກໃໝ່ ບໍ່ແມ່ນຊ່ວງສຸດທ້າຍທີ່ເຂົາເຈົ້າມີຊີວິດຢູ່ໃນໂລກນີ້. ຄວາມຫວັງນີ້ເຮັດໃຫ້ຂ້ອຍມີຄວາມສະຫງົບໃຈໄດ້ ເຖິງວ່າຈະຕ້ອງຮັບມືກັບຄວາມໂສກເສົ້າທີ່ສູນເສຍເຂົາເຈົ້າໄປ.”
13. ເຮົາຕ້ອງເຮັດຫຍັງເພື່ອຈະໄດ້ຮັບພະລັງບໍລິສຸດຈາກພະເຢໂຫວາ?
13 “ຢ່າມອດໄຟໃນຕົວພວກເຈົ້າທີ່ເກີດຈາກພະລັງຂອງພະເຈົ້າ.” (1ທຊ. 5:19) ໂປໂລປຽບພະລັງບໍລິສຸດເປັນຄືກັບໄຟທີ່ຢູ່ໃນໂຕເຮົາ. ຖ້າເຮົາມີພະລັງບໍລິສຸດຂອງພະເຈົ້າ ເຮົາກໍຈະກະຕືລືລົ້ນທີ່ຈະເຮັດສິ່ງທີ່ຖືກຕ້ອງແລະຫ້າວຫັນໃນການເຮັດວຽກຮັບໃຊ້. (ຣມ. 12:11) ເຮົາຕ້ອງເຮັດຫຍັງເພື່ອຈະໄດ້ຮັບພະລັງບໍລິສຸດ? ເຮົາຕ້ອງອະທິດຖານຂໍພະລັງບໍລິສຸດຈາກພະເຢໂຫວາ ອ່ານແລະສຶກສາຄົ້ນຄວ້າຄຳພີໄບເບິນ ແລະໃກ້ຊິດກັບອົງການຂອງພະເຢໂຫວາທີ່ໄດ້ຮັບການຊີ້ນຳຈາກພະລັງບໍລິສຸດ. ການເຮັດແບບນີ້ຈະຊ່ວຍເຮົາໃຫ້ມີ “ຜົນທີ່ເກີດຈາກພະລັງຂອງພະເຈົ້າ” ນຳ.—ຄລຕ. 5:22, 23
14. ເພື່ອເຮົາຈະໄດ້ຮັບພະລັງບໍລິສຸດຈາກພະເຈົ້າຕໍ່ໆໄປ ເຮົາຕ້ອງລະວັງທີ່ຈະບໍ່ເຮັດຫຍັງ? (ເບິ່ງຮູບພາບ)
14 ເມື່ອພະເຢໂຫວາໃຫ້ພະລັງບໍລິສຸດກັບເຮົາແລ້ວ ເຮົາຕ້ອງລະວັງທີ່ຈະບໍ່ “ມອດໄຟໃນຕົວ [ເຮົາ] ທີ່ເກີດຈາກພະລັງຂອງພະເຈົ້າ.” ພະເຈົ້າໃຫ້ພະລັງບໍລິສຸດສະເພາະກັບຄົນທີ່ຄິດແລະເຮັດໃນສິ່ງທີ່ສະອາດໃນສາຍຕາຂອງເພິ່ນ. ເພິ່ນຈະບໍ່ໃຫ້ພະລັງບໍລິສຸດກັບເຮົາຖ້າເຮົາ ຄິດແລະເຮັດສິ່ງທີ່ບໍ່ສະອາດຢູ່ເລື້ອຍໆ. (1ທຊ. 4:7, 8) ນອກຈາກນັ້ນ ເພື່ອເຮົາຈະໄດ້ຮັບພະລັງບໍລິສຸດຈາກເພິ່ນຕໍ່ໆໄປເຮົາຕ້ອງບໍ່ “ດູຖູກຄຳພະຍາກອນ.” (1ທຊ. 5:20) ຄຳວ່າ “ຄຳພະຍາກອນ” ໃນຂໍ້ພະຄຳພີນີ້ໝາຍເຖິງຂ່າວສານທີ່ໄດ້ຮັບຈາກການດົນໃຈຈາກພະລັງຂອງພະເຈົ້າ ເຊິ່ງລວມເຖິງເລື່ອງວັນຂອງພະເຢໂຫວາແລະເລື່ອງທີ່ວ່າສະໄໝຂອງເຮົາເປັນສະໄໝທີ່ຮີບດ່ວນ. ດັ່ງນັ້ນ ເຮົາຕ້ອງບໍ່ຄິດວ່າຍັງອີກດົນຊົ່ວວັນຂອງພະເຢໂຫວາຊິມາຮອດແລະອາມາເຄໂດນກໍຄືຊິບໍ່ມາໃນຊ່ວງທີ່ເຮົາມີຊີວິດຢູ່ດອກ. ແທນທີ່ຈະຄິດແບບນັ້ນ ເຮົາຕ້ອງຄິດເຖິງວັນຂອງພະເຢໂຫວາສະເໝີແລະຄິດວ່າວັນນັ້ນໃກ້ເຂົ້າມາຫຼາຍແລ້ວໂດຍເຮັດສິ່ງທີ່ເພິ່ນຕ້ອງການແລະ “ເຮັດສິ່ງທີ່ສະແດງວ່າ [ເຮົາ] ເຫຼື້ອມໃສພະເຈົ້າ” ທຸກມື້.—2ປຕ. 3:11, 12
“ກວດເບິ່ງທຸກສິ່ງໃຫ້ແນ່ໃຈ”
15. ເຮົາຕ້ອງເຮັດຫຍັງເພື່ອຈະບໍ່ຫຼົງເຊື່ອຂໍ້ມູນປອມທີ່ມາຈາກພວກປີສາດ? (1 ເທຊະໂລນິກ 5:21)
15 ອີກບໍ່ດົນພວກຜູ້ຕໍ່ຕ້ານພະເຢໂຫວາຈະປະກາດວ່າ “ສະຫງົບສຸກແລະປອດໄພແລ້ວ!” (1ທຊ. 5:3) ຕອນນັ້ນຂໍ້ມູນປອມທີ່ມາຈາກພວກປີສາດຈະມີຢ່າງຫຼວງຫຼາຍໃນໂລກນີ້ທີ່ເຮັດໃຫ້ຄົນສ່ວນຫຼາຍຫຼົງເຊື່ອ. (ພນມ. 16:13, 14) ແຕ່ສຳລັບເຮົາ ເຮົາຈະບໍ່ຖືກຫຼອກຖ້າເຮົາ “ກວດເບິ່ງທຸກສິ່ງໃຫ້ແນ່ໃຈ.” (ອ່ານ 1 ເທຊະໂລນິກ 5:21) ຄຳພາສາກຣີກທີ່ແປວ່າ “ກວດເບິ່ງໃຫ້ແນ່ໃຈ” ເປັນຄຳທີ່ໃຊ້ເພື່ອອະທິບາຍວິທີທີ່ຜູ້ຄົນກວດເບິ່ງໂລຫະທີ່ມີຄ່າ ເຊັ່ນ: ຄຳຫຼືເງິນວ່າເປັນຂອງແທ້ຫຼືບໍ່. ດັ່ງນັ້ນ ເຮົາຕ້ອງກວດເບິ່ງໃຫ້ແນ່ໃຈວ່າເລື່ອງທີ່ເຮົາໄດ້ຍິນແລະໄດ້ອ່ານເປັນເລື່ອງຈິງບໍ? ນີ້ເປັນເລື່ອງສຳຄັນສຳລັບຄລິດສະຕຽນໃນເມືອງເທຊະໂລນິກ ແລະແຮ່ງສຳຄັນຫຼາຍກວ່ານັ້ນອີກສຳລັບເຮົາໃນທຸກມື້ນີ້ທີ່ໃກ້ຈະຮອດຊ່ວງຄວາມທຸກລຳບາກຄັ້ງໃຫຍ່ແລ້ວ. ແທນທີ່ເຮົາຈະເຊື່ອທຸກຢ່າງທີ່ຄົນອື່ນເວົ້າ ໃຫ້ເຮົາພະຍາຍາມຄິດແລະປຽບທຽບເລື່ອງທີ່ເຮົາອ່ານແລະໄດ້ຍິນກັບສິ່ງທີ່ເຮົາໄດ້ຮຽນຈາກຄຳພີໄບເບິນແລະອົງການຂອງພະເຢໂຫວາ. ນີ້ຈະເຮັດໃຫ້ເຮົາບໍ່ຫຼົງເຊື່ອຂໍ້ມູນປອມທີ່ມາຈາກພວກປີສາດ ບໍ່ວ່າຈະເປັນເລື່ອງຫຍັງກໍຕາມ.—ສຸພາ. 14:15; 1ຕມ. 4:1
16. ເຮົາມີຄວາມຫວັງທີ່ແນ່ນອນໃນເລື່ອງຫຍັງ ແລະນັ້ນເຮັດໃຫ້ເຮົາຕັ້ງໃຈຈະເຮັດຫຍັງ?
16 ເຮົາຮູ້ວ່າຄົນຂອງພະເຢໂຫວາຈະລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່ໄດ້ແນ່ນອນ. ແຕ່ສຳລັບເຮົາແຕ່ລະຄົນ ເຮົາບໍ່ຮູ້ວ່າມື້ອື່ນຈະເປັນແນວໃດ. (ຢກບ. 4:14) ດັ່ງນັ້ນ ບໍ່ວ່າເຮົາຈະຜ່ານຄວາມທຸກລຳບາກຄັ້ງໃຫຍ່ຫຼືຈະຕາຍກ່ອນທີ່ຄວາມທຸກລຳບາກຄັ້ງໃຫຍ່ຈະມາຮອດ ເຮົາກໍຈະໄດ້ຮັບລາງວັນເຊິ່ງກໍຄືຊີວິດຕະຫຼອດໄປຢ່າງແນ່ນອນຖ້າເຮົາສັດຊື່ຕໍ່ພະເຢໂຫວາສະເໝີ. ຜູ້ຖືກເຈີມຈະໄປຢູ່ກັບພະເຢຊູໃນສະຫວັນ ສ່ວນແກະອື່ນຈະໄດ້ຢູ່ໃນໂລກທີ່ເປັນອຸທິຍານ. ຂໍໃຫ້ເຮົາທຸກຄົນສົນໃຈທີ່ຄວາມຫວັງທີ່ດີເລີດແລະກຽມພ້ອມສຳລັບວັນຂອງພະເຢໂຫວາສະເໝີ!
ເພງ 150 ຈົ່ງຊອກຫາພະເຈົ້າເພື່ອເຈົ້າຈະລອດ
a ໃນ 1 ເທຊະໂລນິກບົດ 5 ເຮົາໄດ້ເຫັນພາບປຽບທຽບຫຼາຍຢ່າງທີ່ສອນເຮົາກ່ຽວກັບວັນຂອງພະເຢໂຫວາທີ່ຈະມາໃນອະນາຄົດ. ວັນນັ້ນໝາຍເຖິງຫຍັງ? ມັນຈະມາແນວໃດ? ໃຜແດ່ຈະລອດແລະໃຜແດ່ຈະບໍ່ລອດ? ແລ້ວເຮົາຈະກຽມຕົວໃຫ້ພ້ອມໄດ້ແນວໃດ? ໃຫ້ເຮົາມາເບິ່ງຄຳເວົ້າຂອງອັກຄະສາວົກໂປໂລກ່ຽວກັບເລື່ອງນີ້ແລະເຮົາຈະມາຕອບຄຳຖາມເຫຼົ່ານີ້ນຳກັນ.
b ເບິ່ງບົດຄວາມຊຸດທີ່ຊື່ວ່າ “ພວກເຂົາເຕັມໃຈໄປຮັບໃຊ້.” (ພາສາໄທ)