ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ວຽກ​ຮັບໃຊ້​ພະເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ຕື່ນ​ຕົກໃຈ ແຕ່​ກໍ​ມີ​ຄວາມສຸກ​ແລະ​ໄດ້​ບົດຮຽນ​ຫຼາຍ​ຢ່າງ

ວຽກ​ຮັບໃຊ້​ພະເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ຕື່ນ​ຕົກໃຈ ແຕ່​ກໍ​ມີ​ຄວາມສຸກ​ແລະ​ໄດ້​ບົດຮຽນ​ຫຼາຍ​ຢ່າງ

ຕອນ​ຍັງ​ນ້ອຍ ທຸກ​ເທື່ອ​ທີ່​ຂ້ອຍ​ເຫັນ​ຍົນ ຂ້ອຍ​ໃຝ່​ຝັນ​ວ່າ​ຢາກ​ໄປ​ທ່ຽວ​ຕ່າງ​ປະເທດ. ແຕ່​ສຳລັບ​ຂ້ອຍ​ແລ້ວ​ມັນ​ຄື​ຊິ​ເປັນ​ໄປ​ບໍ່​ໄດ້​ດອກ.

ພໍ່​ກັບ​ແມ່​ຂອງ​ຂ້ອຍ​ໄດ້​ອົບພະຍົບ​ອອກ​ຈາກ​ປະເທດ​ແອດສະໂຕນີ​ໃນ​ຊ່ວງ​ສົງຄາມ​ໂລກ​ຄັ້ງ​ທີ II ແລະ​ໄປ​ຢູ່​ເຢຍລະມັນ​ແລ້ວ​ຂ້ອຍ​ກໍ​ເກີດ​ຢູ່​ຫັ້ນ. ຫຼັງຈາກ​ທີ່​ຂ້ອຍ​ເກີດ​ພວກເຮົາ​ກໍ​ຍ້າຍ​ໄປ​ຢູ່​ໃກ້​ເມືອງ​ອັອດ​ຕາ​ວາ​ປະເທດ​ການາດາ. ບ່ອນ​ທຳອິດ​ທີ່​ພວກເຮົາ​ໄປ​ຢູ່​ແມ່ນ​ແຈ​ຂອງ​ຄອກ​ໄກ່. ຄອບຄົວ​ຂອງ​ເຮົາ​ທຸກຍາກ​ຫຼາຍ​ແຕ່​ຢ່າງ​ໜ້ອຍ​ກໍ​ໄດ້​ກິນ​ໄຂ່​ທຸກ​ມື້.

ມື້​ໜຶ່ງ​ພະ​ຍານ​ພະເຢໂຫວາ​ມາ​ຫາ​ແມ່​ຂ້ອຍ​ແລະ​ອ່ານ​ພະນິມິດ 21:3, 4 ໃຫ້​ແມ່​ຂ້ອຍ​ຟັງ ແມ່​ປະທັບໃຈ​ຫຼາຍ​ຈົນ​ຮ້ອງໄຫ້​ອອກ​ມາ. ແລ້ວ​ຄວາມຈິງ​ກໍ​ເຕີບ​ໃຫຍ່​ຂຶ້ນ​ໃນ​ຫົວໃຈ​ຂອງ​ພໍ່​ກັບ​ແມ່​ຈົນ​ທັງ​ສອງ​ກ້າວໜ້າ​ຢ່າງ​ໄວ​ວາ​ແລະ​ຮັບ​ບັບເຕມາ.

ເຖິງ​ພໍ່​ແມ່​ເວົ້າ​ພາສາ​ອັງກິດ​ບໍ່​ຄ່ອຍ​ເກັ່ງ ແຕ່​ເຂົາ​ເຈົ້າ​ກໍ​ດຸໝັ່ນ​ຫ້າວ​ຫັນ​ຫຼາຍ​ໃນ​ການຮັບໃຊ້​ພະເຢໂຫວາ. ເກືອບ​ທຸກ​ວັນ​ເສົາ​ພໍ່​ຈະ​ພາ​ຂ້ອຍ​ກັບ​ນ້ອງ​ສາວ​ທີ່​ຊື່​ຊິນເວຍ​ໄປ​ປະກາດ. ເຖິງ​ວ່າ​ໃນ​ຄືນ​ຂອງ​ວັນ​ສຸກ​ພໍ່​ຕ້ອງ​ໄດ້​ເຮັດ​ວຽກ​ໜັກ​ຕະຫຼອດ​ທັງ​ຄືນ​ໃນ​ໂຮງງານ​ຫຼອມ​ນິ​ແກນ​ທີ່​ເມືອງ​ຊັດເບີຣີ​ໃນ​ແຂວງ​ອອນທາຣີໂອ. ນອກຈາກນັ້ນ ທຸກ​ອາທິດ​ຄອບຄົວ​ເຮົາ​ຈະ​ສຶກສາ​ຫໍສັງເກດການ​ນຳ​ກັນ. ພໍ່​ກັບ​ແມ່​ສອນ​ຂ້ອຍ​ໃຫ້​ຮັກ​ພະເຢໂຫວາ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ຕັດສິນໃຈ​ອຸທິດຕົວ​ໃຫ້​ກັບ​ພະເຢໂຫວາ​ໃນ​ປີ 1956 ຕອນ​ອາຍຸ 10 ປີ. ທຸກ​ເທື່ອ​ທີ່​ຂ້ອຍ​ຄິດເຖິງ​ຄວາມ​ຮັກ​ທີ່​ພໍ່​ກັບ​ແມ່​ມີ​ຕໍ່​ພະເຢໂຫວາ​ມັນ​ກໍ​ແຮ່ງ​ກະຕຸ້ນ​ຂ້ອຍ​ໃຫ້​ຢາກ​ຮັບໃຊ້​ເພິ່ນ​ຕໍ່ໆ​ໄປ.

ຫຼັງຈາກ​ທີ່​ຂ້ອຍ​ຮຽນ​ຈົບ​ມັດທະຍົມ ຂ້ອຍ​ກໍ​ສົນໃຈ​ຢ່າງ​ອື່ນ​ຫຼາຍ​ກວ່າ. ຂ້ອຍ​ຄິດ​ວ່າ​ຖ້າ​ຂ້ອຍ​ເປັນ​ໄພໂອເນຍ ຂ້ອຍ​ຈະ​ມີ​ເງິນ​ບໍ່​ພໍ​ທີ່​ຈະ​ເຮັດ​ຕາມ​ຄວາມ​ຝັນ​ຂອງ​ຕົວເອງ​ນັ້ນ​ກໍ​ຄື​ຂີ່​ຍົນ​ໄປ​ທ່ຽວ​ຫຼາຍ​ປະເທດ. ຂ້ອຍ​ຈຶ່ງ​ໄປ​ສະໝັກ​ເປັນ​ຜູ້​ເປີດ​ເພງ​ຢູ່​ສະຖານີ​ວິທະຍຸ​ແຫ່ງ​ໜຶ່ງ​ເຊິ່ງ​ເປັນ​ວຽກ​ທີ່​ຂ້ອຍ​ມັກ​ຫຼາຍ ແຕ່​ວຽກ​ນີ້​ພັດ​ໄດ້​ເຮັດ​ຕອນ​ກາງຄືນ. ຂ້ອຍ​ເລີຍ​ຂາດ​ປະຊຸມ​ເລື້ອຍໆ​ແຖມ​ຍັງ​ຄົບຫາ​ກັບ​ໝູ່​ທີ່​ບໍ່​ໄດ້​ຮັກ​ພະເຢໂຫວາ​ນຳ. ແຕ່​ໃນທີ່ສຸດ​ຂ້ອຍ​ກໍ​ຮູ້ສຶກ​ບໍ່​ຄ່ອຍ​ດີ​ຂ້ອຍ​ກໍ​ເລີຍ​ຕັ້ງໃຈ​ທີ່​ຈະ​ປ່ຽນແປງ​ຕົວເອງ.

ຂ້ອຍ​ຍ້າຍ​ໄປ​ເມືອງ​ອົດ​ຊາ​ວາ​ໃນ​ແຂວງ​ອອນທາຣີໂອ ແລ້ວ​ຂ້ອຍ​ໄດ້ເຈິ​ກັບ​ເຣ ນໍແມນ​ກັບ​ນ້ອງ​ສາວ​ຂອງ​ລາວ​ທີ່​ຊື່ເລດສ໌ລີ​ແລະ​ໄພໂອເນຍ​ຄົນອື່ນໆ. ເຂົາ​ເຈົ້າຕ້ອນຮັບ​ແລະ​ເບິ່ງແຍງ​ຂ້ອຍ​ຢ່າງ​ດີ. ແລະ​ເມື່ອ​ຂ້ອຍ​ເຫັນ​ວ່າ​ຊີວິດ​ເຂົາ​ເຈົ້າ​ມີ​ຄວາມສຸກ​ຫຼາຍ ມັນ​ກໍ​ຊ່ວຍ​ກະຕຸ້ນ​ຂ້ອຍ​ໃຫ້​ຄິດ​ຢ່າງ​ຈິງ​ຈັງ​ວ່າ​ຂ້ອຍ​ຄວນ​ໃຫ້​ຫ​ຍັງ​ເປັນ​ສິ່ງ​ສຳຄັນ​ທີ່ສຸດ​ໃນ​ຊີວິດ. ເຂົາ​ເຈົ້າ​ສະໜັບສະໜູນ​ຂ້ອຍ​ໃຫ້​ເປັນ​ໄພໂອເນຍ. ຂ້ອຍ​ກໍ​ເລີ່ມ​ເປັນ​ໄພໂອເນຍ​ຕັ້ງແຕ່​ເດືອນ​ກັນຍາ ປີ 1966. ຂ້ອຍ​ມີ​ຄວາມສຸກ​ຫຼາຍ​ແລະ​ຊີວິດ​ກໍ​ເບິ່ງ​ຄື​ວ່າ​ໄປ​ໄດ້​ດີ​ແທ້ໆ. ແຕ່​ອີກ​ບໍ່​ດົນ​ຈະ​ມີ​ບາງຢ່າງ​ທີ່​ໜ້າ​ຕື່ນເຕັ້ນ​ເກີດຂຶ້ນ​ເຊິ່ງ​ຈະ​ເຮັດ​ໃຫ້​ຊີວິດ​ຂ້ອຍ​ປ່ຽນ​ໄປ.

ຖ້າ​ພະເຢໂຫວາ​ເຊີນ​ເຈົ້າ​ໃຫ້​ເຮັດ​ຫ​ຍັງ ກໍ​ໃຫ້​ລອງ​ເຮັດ​ເລີຍ

ຕອນ​ທີ່​ຂ້ອຍ​ຍັງ​ຮຽນ​ຢູ່​ມັດທະຍົມ​ປາຍ ຂ້ອຍ​ສົ່ງ​ໃບ​ສະໝັກ​ເຂົ້າ​ເບເທນ​ໂຕຣອນໂຕ​ຢູ່​ປະເທດ​ການາດາ. ຕໍ່ມາ ຕອນ​ທີ່​ຂ້ອຍ​ເປັນ​ໄພໂອເນຍ ຂ້ອຍ​ກໍ​ໄດ້​ຮັບ​ເຊີນ​ໃຫ້​ເຂົ້າ​ມາ​ຮັບໃຊ້​ຢູ່​ເບເທນ 4 ປີ. ແຕ່​ຕອນ​ນັ້ນ​ຂ້ອຍ​ມັກເລດສ໌ລີ​ຫຼາຍ ຂ້ອຍ​ຄິດ​ວ່າ​ຖ້າ​ຕອບ​ຮັບ​ຄຳ​ເຊີນ​ຂ້ອຍ​ຈະ​ບໍ່​ມີ​ໂອກາດ​ໄດ້​ເຈິເລດສ໌ລີ​ອີກ. ແຕ່​ຫຼັງຈາກ​ທີ່​ຂ້ອຍ​ໄດ້​ໃຊ້​ເວລາ​ຫຼາຍ​ໃນ​ການ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຢ່າງ​ຈິງ​ຈັງ ຂ້ອຍ​ກໍ​ຕັດສິນໃຈ​ໄປ​ຮັບໃຊ້​ຢູ່​ເບເທນ​ເຖິງ​ວ່າ​ຈະ​ຕ້ອງ​ເສຍໃຈ​ທີ່​ຈາກເລດສ໌ລີ​ໄປ.

ຂ້ອຍ​ເຮັດ​ວຽກ​ຢູ່​ພະແນກ​ຊັກ​ລີດ​ຂອງ​ເບເທນ ແລະ​ຕໍ່ມາ​ຂ້ອຍ​ກໍ​ໄດ້​ເຮັດ​ວຽກ​ເປັນ​ເລຂາ. ສ່ວນເລດສ໌ລີ​ກໍ​ເປັນ​ໄພໂອເນຍ​ພິເສດ​ຢູ່​ເມືອງ​ກາ​ຕິ​ໂນ​ແຂວງ​ເກເບັກ. ຂ້ອຍ​ມັກ​ຄິດ​ຢູ່​ເລື້ອຍໆ​ວ່າເລດສ໌ລີ​ເຮັດ​ຫ​ຍັງ​ຢູ່​ນໍ ແລະ​ບໍ່​ແນ່​ໃຈ​ວ່າ​ສິ່ງ​ທີ່​ຂ້ອຍ​ຕັດສິນໃຈ​ນັ້ນ​ມັນ​ຖືກ​ແລ້ວ​ບໍ. ແລ້ວ​ມື້​ໜຶ່ງ​ກໍ​ມີ​ເລື່ອງ​ທີ່​ເຮັດ​ໃຫ້​ຂ້ອຍ​ດີໃຈ​ສຸດໆ​ນັ້ນ​ກໍ​ຄື​ເຣ​ອ້າຍ​ຂອງເລດສ໌ລີ​ໄດ້​ຮັບ​ເຊີນ​ໃຫ້​ເຂົ້າ​ມາ​ຮັບໃຊ້​ຢູ່​ເບເທນ ແຖມ​ຂ້ອຍ​ກັບ​ລາວ​ຍັງ​ໄດ້​ພັກ​ຢູ່​ຫ້ອງ​ດຽວ​ກັນ! ມັນ​ເລີຍ​ເຮັດ​ໃຫ້​ຂ້ອຍ​ກັບມາ​ຄົບ​ກັບເລດສ໌ລີ​ອີກ​ແລະ​ໃນທີ່ສຸດ​ຂ້ອຍ​ກັບເລດສ໌ລີ​ກໍໄດ້​ແຕ່ງດອງ​ກັນ​ໃນ​ວັນ​ທີ 27 ກຸມພາ ປີ 1971 ເຊິ່ງ​ເປັນ​ມື້​ສຸດທ້າຍ​ທີ່​ຂ້ອຍ​ໄດ້​ຮັບໃຊ້​ໃນ​ເບເທນ​ຄົບ 4 ປີ.

ເລີ່ມ​ວຽກ​ເດີນໝວດ​ໃນ​ປີ 1975

ຂ້ອຍ​ກັບເລດສ໌ລີ​ໄດ້​ຮັບ​ມອບໝາຍ​ໃຫ້​ໄປ​ຮັບໃຊ້​ກັບ​ປະຊາຄົມ​ພາສາ​ຝຣັ່ງ​ໃນ​ເກເບັກ. ຫຼັງຈາກ​ທີ່​ຮັບໃຊ້​ຢູ່​ຫັ້ນ​ໄດ້ 2-3 ປີ ຂ້ອຍ​ກໍ​ຕົກໃຈ​ແລະ​ຕື່ນເຕັ້ນ​ຫຼາຍ​ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ເປັນ​ຜູ້ດູແລ​ໝວດ. ຕອນ​ນັ້ນ​ຂ້ອຍ​ອາຍຸ​ພຽງ​ແຕ່ 28 ປີ. ຂ້ອຍ​ຮູ້ສຶກວ່າ​ຕົວເອງ​ອາຍຸ​ຍັງ​ນ້ອຍ​ແລະ​ບໍ່​ມີ​ຄວາມສາມາດ​ປານ​ໃດ ເຖິງ​ຈະ​ເປັນ​ແນວ​ນັ້ນເຢເຣມີ 1:7, 8 ກໍ​ໃຫ້​ກຳລັງໃຈ​ຂ້ອຍ. ແຕ່​ຍ້ອນ​ວ່າເລດສ໌ລີ​ເຄີຍ​ເກີດ​ອຸບັດຕິເຫດທາງລົດໃຫຍ່ 2 ເທື່ອ ກໍ​ເລີຍ​ເຮັດ​ໃຫ້​ລາວ​ນອນ​ບໍ່​ຄ່ອຍ​ຫຼັບ ຂ້ອຍ​ກໍ​ເລີຍ​ບໍ່​ແນ່​ໃຈ​ວ່າ​ເຮົາ​ສອງ​ຄົນ​ຈະ​ເຮັດ​ວຽກ​ນີ້​ໄຫວ​ຫຼື​ບໍ່. ແຕ່ເລດສ໌ລີ​ບອກ​ວ່າ: ຖ້າ​ພະ​ເຢໂຫວາ​ເຊີນ​ເຮົາ​ໃຫ້​ເຮັດ​ຫຍັງ ເປັນຫຍັງ​ເຮົາ​ຄື​ບໍ່​ລອງ​ເຮັດ​ເບິ່ງ? ເຮົາ​ເລີຍ​ຕົກ​ລົງ​ຮັບ​ເອົາ​ວຽກ​ມອບໝາຍ​ນີ້​ແລະ​ຕະຫຼອດ 17 ປີ​ທີ່​ເຮັດ​ວຽກ​ນີ້​ເຮົາ​ມີ​ຄວາມສຸກ​ຫຼາຍ.

ຕອນ​ທີ່​ຂ້ອຍ​ຮັບໃຊ້​ເປັນ​ຜູ້ດູແລ​ໝວດ ຂ້ອຍ​ຫຍຸ້ງ​ຫຼາຍ​ຈົນ​ບໍ່​ມີ​ເວລາ​ໃຫ້ເລດສ໌ລີ​ປານ​ໃດ. ຂ້ອຍ​ເລີຍ​ໄດ້​ຮຽນຮູ້​ອີກ​ບົດຮຽນ​ໜຶ່ງ. ຕອນ​ເຊົ້າ​ມື້​ໜຶ່ງ​ຂອງ​ວັນ​ຈັນ​ຂ້ອຍ​ໄດ້​ຍິນ​ສຽງ​ກະດິງ​ປະຕູ​ບ້ານ​ດັງ​ຂຶ້ນ. ເມື່ອ​ຂ້ອຍ​ອອກ​ໄປ​ເບິ່ງ​ກໍ​ບໍ່​ເຫັນ​ໃຜ ເຫັນ​ແຕ່​ກະຕ່າ​ປິກນິກ​ຕັ້ງ​ຢູ່​ຫັ້ນ. ໃນ​ນັ້ນ​ມີ​ຜ້າ​ປູ ມີ​ໝາກໄມ້ ຊີດສ໌ ເຂົ້າຈີ່​ຝຣັ່ງ ເຫຼົ້າແວງ 1 ແກ້ວ​ກັບ​ຈອກ ແລະ​ມີ​ກ໋າດ​ນ້ອຍໆ​ເຊິ່ງ​ບໍ່​ໄດ້​ລະບຸ​ຊື່​ຂຽນ​ໄວ້​ວ່າ: “ພາ​ເມຍ​ຂອງ​ເຈົ້າ​ໄປ​ປິກນິກ​ແນ່​ເດີ້!” ມື້​ນັ້ນ​ອາກາດ​ດີ​ຫຼາຍ ທ້ອງຟ້າ​ແຈ່ມ​ໃສ​ແລະ​ມີ​ແສງ​ແດດ​ອົບອຸ່ນ. ແຕ່​ຂ້ອຍ​ບອກ​ກັບເລດສ໌ລີ​ວ່າ​ຂ້ອຍ​ຕ້ອງ​ກຽມ​ຄຳ​ບັນຍາຍ​ຄື​ຊິ​ໄປ​ບໍ່​ໄດ້. ເລດສ໌ລີ​ເຂົ້າ​ໃຈ​ແຕ່​ກໍ​ເສຍໃຈ​ໜ້ອຍ​ໜຶ່ງ. ຂ້ອຍ​ກັບມາ​ນັ່ງ​ເຮັດ​ວຽກ​ແລ້ວ​ກໍ​ຮູ້ສຶກ​ບໍ່​ສະບາຍ​ໃຈ. ຂ້ອຍ​ຄິດເຖິງເອເຟໂຊ 5:25, 28 ໃນ​ຂໍ້​ນັ້ນ​ບອກ​ວ່າ ພະເຢໂຫວາ​ຢາກ​ໃຫ້​ຂ້ອຍ​ໃສ່​ໃຈ​ຄວາມ​ຮູ້ສຶກ​ຂອງ​ເມຍ​ບໍ່​ແມ່ນ​ບໍ? ຫຼັງຈາກ​ອະທິດຖານ​ແລ້ວ ຂ້ອຍ​ກໍ​ບອກເລດສ໌ລີ​ວ່າ “ໄປ໋ ເຮົາ​ໄປ​ປິກນິກ​ກັນເທາະ!” ເລດສ໌ລີ​ດີໃຈ​ຫຼາຍ. ເຮົາ​ຂີ່​ລົດ​ໄປ​ຈອດ​ຢູ່​ໃກ້​ແຄມ​ນ້ຳ​ເຊິ່ງ​ເປັນ​ບ່ອນ​ທີ່​ເໝາະສົມ​ຫຼາຍ ແລ້ວ​ກໍ​ເອົາ​ຜ້າ​ປູ​ລົງ​ພື້ນ. ມັນ​ເປັນ​ມື້​ໜຶ່ງ​ທີ່​ສອງ​ຄົນ​ເຮົາ​ມີ​ຄວາມສຸກ​ຫຼາຍ​ທີ່​ໄດ້​ມີ​ເວລາ​ຢູ່​ນຳ​ກັນ​ແລະ​ແນ່ນອນ​ວ່າ​ຄຳບັນຍາຍ​ຂ້ອຍ​ກໍ​ແລ້ວ​ຄື​ກັນ.

ເຮົາ​ມີ​ວຽກ​ຫຼາຍ​ແຕ່​ກໍ​ມີ​ຄວາມສຸກ. ເຂດ​ທີ່​ເຮົາ​ໄດ້​ຮັບ​ມອບໝາຍ​ໃຫ້​ເດີນໝວດ​ກວ້າງ​ຫຼາຍ. ຕັ້ງແຕ່​ບຣິດເຕັນ​ໂກລົມບີ​ຈົນ​ເຖິງ​ເກາະ​ນິວຟາວແລນ. ຕອນນີ້​ຄວາມ​ຝັນ​ຂອງ​ຂ້ອຍ​ຕັ້ງແຕ່​ນ້ອຍ​ທີ່​ຈະ​ເດີນທາງ​ເປັນ​ຄວາມຈິງ​ແລ້ວ. ຂ້ອຍ​ກໍ​ເຄີຍ​ຄິດ​ທີ່​ຈະ​ສະໝັກ​ເຂົ້າ​ໂຮງຮຽນ​ກິລຽດ ແຕ່​ກໍ​ບໍ່​ຢາກ​ໄປ​ເປັນ​ມິດຊັນນາຣີ​ຢູ່​ປະເທດ​ອື່ນ. ຂ້ອຍ​ຮູ້ສຶກ​ວ່າ​ຄົນ​ທີ່​ເປັນ​ມິດຊັນນາຣີ​ຕ້ອງ​ເປັນ​ຄົນ​ທີ່​ພິເສດ​ຫຼາຍ​ແລະ​ເໝາະ​ກັບ​ຄົນ​ເກັ່ງ​ເທົ່າ​ນັ້ນ. ສ່ວນ​ຂ້ອຍ​ເອງ​ບໍ່​ມີ​ຄວາມ​ສາມາດ​ພໍ​ທີ່​ຈະ​ເປັນ​ມິດຊັນນາຣີ ແລະ​ນອກຈາກນັ້ນ ຂ້ອຍ​ຢ້ານ​ຖືກ​ສົ່ງ​ໄປ​ຢູ່​ປະເທດ​ແຖວ​ອາຝຼິກກາ​ທີ່​ມີ​ສົງ​ຄາມ​ແລະ​ໂລກລະບາດ. ຂ້ອຍ​ກໍ​ເລີຍ​ຮູ້ສຶກວ່າ​ຢູ່​ນີ້​ກໍ​ດີ​ກວ່າ.

ຕື່ນ​ຕົກໃຈ​ທີ່​ໄດ້​ຮັບ​ເຊີນ​ໃຫ້​ໄປ​ແອດສະໂຕນີ​ແລະ​ປະເທດ​ອື່ນໆ​ໃນ​ກຸ່ມ​ບອນຕິກ

ເດີນທາງ​ໄປ​ປະເທດ​ຕ່າງໆ​ໃນ​ກຸ່ມ​ບອນຕິກ

ໃນ​ປີ 1992 ພະ​ຍານ​ພະເຢໂຫວາ​ສາມາດ​ປະກາດ​ຢ່າງ​ອິດ​ສະຫຼະ​ໃນ​ປະເທດ​ທີ່​ເຄີຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ສະຫະພາບໂຊວຽດໄດ້ອີກ​ເທື່ອ​ໜຶ່ງ. ເຮົາ​ຈຶ່ງ​ຖືກ​ຂໍ​ໃຫ້​ຍ້າຍ​ໄປ​ແອດສະໂຕນີ​ແລະ​ເປັນ​ມິດຊັນນາຣີ​ຢູ່​ຫັ້ນ. ເຮົາ​ຕົກໃຈ​ຫຼາຍ​ແຕ່​ກໍ​ໄດ້​ອະທິດຖານ​ຢ່າງ​ຈິງ​ຈັງ​ກ່ຽວກັບ​ເລື່ອງ​ນີ້​ແລະ​ເປັນ​ອີກ​ເທື່ອ​ໜຶ່ງ​ທີ່​ເຮົາ​ໄດ້​ຖາມ​ໂຕເອງ​ວ່າ: ‘ຖ້າ​ພະເຢໂຫວາ​ເຊີນ​ໃຫ້​ເຮົາ​ເຮັດ​ຫ​ຍັງ​ບາງ​ຢ່າງ ເປັນຫຍັງ​ຄື​ບໍ່​ລອງ​ເຮັດ​ເບິ່ງ?’ ເຮົາ​ເລີຍ​ຕອບ​ຮັບ​ຄຳ​ເຊີນ ແລະ​ຂ້ອຍ​ຄິດ​ວ່າ​ກໍ​ຍັງ​ດີ​ທີ່​ເຮົາ​ບໍ່​ໄດ້​ຖືກ​ສົ່ງ​ໄປ​ອາຟຼິກກາ.

ເຮົາ​ເລີ່ມ​ຮຽນ​ພາສາ​ແອດສະໂຕນີ​ທັນທີ ແລະ​ຫຼັງຈາກ​ເຮົາ​ຍ້າຍ​ໄປ​ຢູ່​ຫັ້ນ​ໄດ້​ບໍ່​ເທົ່າ​ໃດ​ເດືອນ ເຮົາ​ກໍ​ໄດ້​ຮັບ​ວຽກ​ມອບໝາຍ​ໃຫ້​ເປັນ​ຜູ້ດູແລ​ໝວດ. ເຮົາ​ຕ້ອງ​ໄປ​ຢ້ຽມຢາມ​ຕັ້ງ 46 ປະຊາຄົມ​ແລະ​ກຸ່ມ​ຕ່າງໆ​ໃນ 3 ປະເທດ​ທີ່​ຢູ່​ໃນ​ກຸ່ມ​ບອນຕິກ​ນັ້ນ​ກໍ​ຄື: ແອດສະໂຕນີ ແລັດໂຕນີ ແລະ​ລິດຕົວນີ​ລວມ​ເຖິງ​ກາລີນິນກຣາດ​ປະເທດ​ຣັດເຊຍ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ພະຍາຍາມ​ຮຽນ​ພາສາ​ແອດສະໂຕນີ ແລັດໂຕນີ ລິດຕົວນີ​ແລະ​ຣັດເຊຍ​ເຊິ່ງ​ມັນ​ບໍ່​ງ່າຍ​ເລີຍ. ແຕ່​ພີ່ນ້ອງ​ກໍ​ດີໃຈ​ຫຼາຍ​ທີ່​ເຮົາ​ພະຍາຍາມ​ຮຽນ​ພາສາ​ຂອງ​ເຂົາ​ເຈົ້າ​ແລະ​ພີ່ນ້ອງ​ກໍ​ເຕັມໃຈ​ຊ່ວຍ​ເຮົາ​ແທ້ໆ. ໃນ​ປີ 1999 ແອດສະໂຕນີ​ກໍ​ມີ​ສຳນັກງານ​ສາຂາ ແລະ​ຂ້ອຍ​ໄດ້​ຮັບ​ມອບໝາຍ​ໃຫ້​ເປັນ​ຄະນະ​ກຳມະການ​ສາຂາ​ຢູ່​ຫັ້ນ​ຮ່ວມ​ກັບ​ພີ່ນ້ອງ​ທູ​ມັດສ໌ ອີດູ ພີ່ນ້ອງ​ເລັມບິດ ໄຣເລ​ແລະ​ພີ່ນ້ອງ​ທອມ​ມີ ເກົາ​ໂກ.

ເບື້ອງ​ຊ້າຍ: ບັນຍາຍ​ໃນ​ການ​ປະຊຸມ​ໃຫຍ່​ຢູ່​ລິດຕົວນີ

ເບື້ອງ​ຂວາ: ຄະນະ​ກຳມະການ​ສາຂາ​ໃນ​ແອດສະໂຕນີ​ເຊິ່ງ​ເລີ່ມ​ມີ​ຕັ້ງແຕ່​ປີ 1999

ເຮົາ​ຮູ້ຈັກ​ພີ່ນ້ອງ​ຫຼາຍ​ຄົນ​ທີ່​ເຄີຍ​ຖືກ​ເນລະເທດ​ໄປ​ຢູ່​ເຂດ​ຊີເບຣີ. ເຖິງ​ວ່າ​ໃນ​ຕອນ​ນັ້ນ​ເຂົາ​ເຈົ້າ​ຈະ​ມີ​ສະພາບການ​ທີ່​ບໍ່​ດີ​ຫຼາຍ​ແລະ​ຕ້ອງ​ຢູ່​ຫ່າງ​ໄກ​ຈາກ​ຄອບຄົວ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ເຄີຍ​ຄຽດແຄ້ນ​ຫຼື​ຈົມ​ຢູ່ກັບ​ອະດີດ. ເຂົາເຈົ້າ​ມີ​ຄວາມສຸກ​ແລະ​ຫ້າວ​ຫັນ​ໃນ​ວຽກ​ຮັບໃຊ້​ສະເໝີ. ນີ້​ເຮັດ​ໃຫ້​ເຫັນ​ເລີຍ​ວ່າ​ເຮົາ​ເອງ​ກໍ​ສາມາດ​ອົດທົນ​ແລະ​ມີ​ຄວາມສຸກ​ໄດ້​ເຖິງ​ຈະ​ເຈິ​ຄວາມ​ຍາກ​ລຳບາກ.

ເຮົາ​ເຮັດ​ວຽກ​ໜັກ​ເປັນ​ເວລາ​ຫຼາຍ​ປີ​ແລະ​ບໍ່​ຄ່ອຍ​ໄດ້​ພັກຜ່ອນ ເລດສ໌ລີ​ເລີຍ​ຮູ້ສຶກ​ເມື່ອຍ​ລ້າ​ຫຼາຍ. ຕອນ​ທຳອິດ​ເຮົາ​ບໍ່​ຮູ້​ວ່າ​ນີ້​ເປັນ​ອາການ​ຂອງ​ພະຍາດ​ເນື້ອ​ງອກ​ຊະນິດ​ໜຶ່ງ​ທີ່​ເຮັດ​ໃຫ້​ເມື່ອຍ​ແລະ​ອ່ອນ​ເພຍ​ຕາມ​ຮ່າງກາຍ. ເຮົາກໍເລີຍ​ຄິດ​ຢ່າງ​ຈິງ​ຈັງ​ວ່າ​ຈະ​ກັບ​ໄປ​ການາດາ ແຕ່​ເຮົາ​ໄດ້​ຮັບ​ເຊີນ​ໃຫ້​ເຂົ້າ​ໂຮງຮຽນ​ຄະນະ​ກຳມະການ​ສາຂາ​ຢູ່​ທີ່​ແພັດເທີສັນ ລັດ​ນິວຢອກ ສະ​ຫະ​ລັດ​ອາ​ເມຣິ​ກາ. ຂ້ອຍ​ບໍ່​ແນ່​ໃຈ​ວ່າ​ຈະ​ເຂົ້າ​ໂຮງຮຽນ​ນີ້​ໄດ້​ຫຼື​ບໍ່. ແຕ່​ຫຼັງຈາກ​ທີ່​ອະທິດຖານ​ຢ່າງ​ຈິງ​ຈັງ ເຮົາ​ກໍ​ຕອບ​ຮັບ​ຄຳ​ເຊີນ. ແລ້ວ​ພະເຢໂຫວາ​ກໍ​ອວຍພອນ​ທີ່​ເຮົາ​ຕັດ​ສິນ​ໃຈ​ແບບນັ້ນ. ຕອນ​ທີ່​ຂ້ອຍ​ເຂົ້າ​ໂຮງຮຽນ ເລດສ໌ລີ​ມີ​ໂອກາດ​ໄປ​ຫາ​ໝໍ ລາວ​ກໍ​ເລີຍ​ໄດ້​ຮັບ​ການ​ປິ່ນປົວ. ໃນທີ່ສຸດ​ເຮົາ​ກໍ​ສາມາດ​ກັບມາ​ຮັບໃຊ້​ໄດ້​ປົກກະຕິ.

ຕື່ນ​ຕົກໃຈ​ອີກ​ເທື່ອ​ໜຶ່ງ​ທີ່​ໄດ້​ຍ້າຍ​ໄປ​ຮັບໃຊ້​ຢູ່​ທະວີບ​ໃໝ່

ຫຼັງຈາກ​ທີ່​ເຮົາ​ໄດ້​ກັບ​ໄປ​ແອດສະໂຕນີ ຕອນ​ແລງ​ຂອງ​ມື້​ໜຶ່ງ​ໃນ​ປີ 2008 ຂ້ອຍ​ກໍ​ໄດ້​ຮັບ​ໂທລະສັບ​ຈາກ​ສຳນັກງານ​ໃຫຍ່. ເຂົາ​ເຈົ້າ​ຖາມ​ວ່າ​ເຮົາ​ຈະ​ຮັບ​ເອົາ​ວຽກ​ມອບໝາຍ​ທີ່​ຈະ​ຍ້າຍ​ໄປ​ປະເທດ​ກົງໂກ​ບໍ? ຂ້ອຍ​ກໍ​ຕື່ນ​ຕົກໃຈ​ຫຼາຍ​ເພາະ​ຕ້ອງ​ໄດ້​ຕອບ​ກັບ​ພາຍ​ໃນ​ມື້​ຕໍ່ໄປ. ຕອນ​ທຳອິດ​ຂ້ອຍ​ຍັງ​ບໍ່​ໄດ້​ເວົ້າ​ໃຫ້ເລດສ໌ລີ​ຟັງ ຍ້ອນ​ວ່າ​ຖ້າ​ລາວ​ຮູ້​ລາວ​ຈະ​ນອນ​ບໍ່​ຫຼັບ. ແຕ່​ປາກົດ​ວ່າ​ຄົນ​ທີ່​ນອນ​ບໍ່​ຫຼັບ​ເປັນ​ຂ້ອຍ. ຂ້ອຍ​ໄດ້​ອະທິດຖານ​ເຖິງ​ພະເຢໂຫວາ​ບອກ​ເພິ່ນ​ໃຫ້​ຮູ້​ວ່າ​ຂ້ອຍ​ກັງວົນ​ຫ​ຍັງແດ່​ກ່ຽວກັບ​ການ​ຍ້າຍ​ໄປ​ອາຝຼິກກາ.

ໃນ​ມື້​ຕໍ່ມາ ຂ້ອຍ​ກໍ​ໄດ້​ເລົ່າ​ໃຫ້ເລດສ໌ລີ​ຟັງ​ແລະ​ເຮົາ​ກໍ​ລົມ​ກັນ​ວ່າ: “ພະເຢໂຫວາ​ກຳລັງ​ເຊີນ​ເຮົາ​ໃຫ້​ໄປ​ຮັບໃຊ້​ຢູ່​ອາຝຼິກກາ ຖ້າ​ເຮົາ​ບໍ່​ລອງ​ຍ້າຍ​ໄປ ເຮົາ​ຈະ​ຮູ້​ໄດ້​ແນວໃດ​ວ່າ​ເຮົາ​ຮັບໃຊ້​ໄດ້​ຫຼື​ບໍ່ ແລະ​ຈະ​ມັກ​ບໍ?” ຫຼັງຈາກ​ທີ່​ເຮົາ​ຢູ່​ແອດສະໂຕນີ​ປະມານ 16 ປີ ເຮົາ​ກໍ​ໄດ້​ເດີນທາງ​ໄປ​ກິນ​ຊາຊາ​ປະເທດ​ກົງໂກ. ສຳນັກງານ​ສາຂາ​ຢູ່​ຫັ້ນ​ມີ​ສວນ​ທີ່​ສວຍ​ງາມ​ແລະ​ສະຫງົບ​ງຽບ. ຕອນ​ທີ່​ຈັດ​ຫ້ອງ ສິ່ງ​ໜຶ່ງ​ທີ່ເລດສ໌ລີ​ເຮັດ​ກໍ​ຄື​ເອົາ​ກ໋າດ​ທີ່​ລາວ​ເອົາ​ມາ​ແຕ່​ການາດາ​ມາ​ຕັ້ງ​ໄວ້​ໃນ​ຫ້ອງ. ໃນ​ກ໋າດ​ນັ້ນ​ຂຽນ​ວ່າ “ບໍ່​ວ່າ​ເຈົ້າ​ຈະ​ຍ້າຍ​ໄປ​ບ່ອນ​ໃດ ກໍ​ໃຫ້​ມີ​ຄວາມສຸກ​ກັບ​ບ່ອນ​ນັ້ນ.” ຫຼັງຈາກ​ທີ່​ເຮົາ​ໄດ້​ເຈິ​ກັບ​ພີ່ນ້ອງ ໄດ້​ມີ​ນັກສຶກສາ ແລະ​ໄດ້​ເຈິ​ກັບ​ຕົວເອງ​ວ່າ​ການ​ເປັນ​ມິດຊັນນາຣີ​ມັນ​ມ່ວນ​ຂະໜາດ​ໃດ ເຮົາ​ກໍ​ມີ​ຄວາມສຸກ​ຫຼາຍ​ແທ້ໆ​ທີ່​ໄດ້​ເຮັດ​ວຽກ​ຮັບໃຊ້​ພະເຢໂຫວາ​ຢູ່​ຫັ້ນ. ຕໍ່ມາ ເຮົາ​ໄດ້​ຮັບ​ສິດທິ​ພິເສດ​ໄດ້​ໄປ​ຢ້ຽມຢາມ​ສຳນັກງານ​ສາຂາ​ຕ່າງໆ​ໃນ 13 ປະເທດ​ໃນ​ທະວີບ​ອາຝຼິກກາ. ນີ້​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ເຫັນ​ຄວາມ​ສວຍ​ງາມ​ທີ່​ຫຼາກຫຼາຍ​ຂອງ​ຄົນ​ອາຝຼິກກາ. ແລະ​ຕອນນີ້​ຂ້ອຍ​ບໍ່​ຮູ້ສຶກ​ກັງວົນ​ອີກ​ແລ້ວ ເຮົາ​ຮູ້ສຶກ​ຂອບໃຈ​ພະເຢໂຫວາ​ຫຼາຍ​ແທ້ໆ​ທີ່​ສົ່ງ​ເຮົາ​ມາ​ຮັບໃຊ້​ຢູ່​ອາຝຼິກກາ.

ຢູ່​ກົງໂກ​ເຮົາ​ມີ​ໂອກາດ​ກິນ​ອາຫານ​ທີ່​ແປກໆ​ຫຼາຍ​ຢ່າງ​ເຊັ່ນ ແມງ​ໄມ້. ຕອນ​ທຳອິດ​ເຮົາ​ບໍ່​ກ້າ​ກິນ. ແຕ່​ພໍ​ໄດ້​ເຫັນ​ພີ່ນ້ອງ​ກິນ​ນຳ​ກັນ​ຢ່າງ​ແຊບຊ້ອຍ ເຮົາ​ກໍ​ຢາກ​ລອງ​ກິນ​ເບິ່ງ ແລ້ວ​ກໍ​ເຫັນ​ວ່າ​ມັນ​ແຊບ​ອີ່ຫຼີ.

ເຮົາ​ມີ​ໂອກາດ​ເດີນທາງ​ໄປ​ພາກ​ຕາເວັນ​ອອກ​ຂອງ​ປະເທດ​ກົງໂກ ເຊິ່ງ​ເຮົາ​ໄດ້​ໄປ​ຊ່ວຍ​ພີ່ນ້ອງ​ໃຫ້​ມີ​ຄວາມເຊື່ອ​ເຂັ້ມແຂງ​ແລະ​ເອົາ​ສິ່ງ​ຂອງ​ທີ່​ຈຳເປັນ​ໄປ​ໃຫ້​ເຂົາ​ເຈົ້າ. ຢູ່​ແຖວ​ນັ້ນ​ມັກ​ມີ​ກອງ​ໂຈນ​ມາ​ປຸ້ນ​ຊາວບ້ານ​ເປັນ​ໄລຍະໆ. ພວກ​ນັ້ນ​ມັກ​ຈະ​ມາ​ທຳຮ້າຍ​ຜູ້ຍິງ​ແລະ​ເດັກນ້ອຍ. ພີ່ນ້ອງ​ສ່ວນ​ໃຫຍ່​ຢູ່​ແຖວ​ນັ້ນ​ທຸກຍາກ​ຫຼາຍ ແຕ່​ເຂົາ​ເຈົ້າ​ກໍ​ມີ​ຄວາມຫວັງ​ທີ່​ໝັ້ນຄົງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ. ເຂົາ​ເຈົ້າ​ຮັກ​ພະເຢໂຫວາ​ຫຼາຍ​ແລະ​ພັກດີ​ຕໍ່​ອົງການ​ຂອງ​ເພິ່ນ​ສຸດ​ຫົວໃຈ. ນີ້​ເຮັດ​ໃຫ້​ເຮົາ​ປະທັບໃຈ​ຫຼາຍ​ແທ້ໆ. ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ຊ່ວຍ​ເຮົາ​ໃຫ້​ກວດ​ເບິ່ງ​ຄວາມເຊື່ອ​ຂອງ​ຕົວເອງ​ແລະ​ເຮັດ​ເຮົາ​ໃຫ້​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ. ພີ່ນ້ອງ​ບາງຄົນ​ຕ້ອງ​ສູນ​ເສຍ​ເຮືອນ​ຊານ​ບ້ານ​ຊ່ອງ​ແລະ​ໄຮ່​ນາ​ຮົ້ວ​ສວນ. ເລື່ອງ​ນີ້​ເຕືອນ​ໃຈ​ຂ້ອຍ​ວ່າ​ວັດຖຸ​ສິ່ງ​ຂອງ​ເປັນ​ສິ່ງ​ທີ່​ບໍ່​ຢັ້ງຢືນ​ແລະ​ອາດຈະ​ສູນ​ເສຍ​ໄປ​ໄດ້​ງ່າຍໆ ແຕ່​ສາຍສຳພັນ​ທີ່​ເຮົາ​ມີ​ກັບ​ພະເຢໂຫວາ​ມີຄ່າ​ຫຼາຍ​ແທ້ໆ​ແລະ​ເປັນ​ສິ່ງ​ທີ່​ໝັ້ນຄົງ. ເຖິງ​ວ່າ​ພີ່ນ້ອງ​ເຫຼົ່ານີ້​ຈະ​ລຳບາກ​ຫຼາຍ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ຄ່ອຍ​ຈົ່ມ​ກ່ຽວກັບ​ເລື່ອງ​ນີ້. ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ໃຫ້​ກຳລັງໃຈ​ເຮົາ​ທີ່​ຈະ​ຮັບ​ມື​ກັບ​ບັນຫາ​ຕ່າງໆ​ໃນ​ຊີວິດ​ແລະ​ບໍ່​ກັງວົນ​ເລື່ອງ​ສຸຂະພາບ​ຫຼາຍ​ເກີນ​ໄປ.

ເບື້ອງ​ຊ້າຍ: ບັນຍາຍ​ໃຫ້​ພີ່ນ້ອງ​ທີ່​ອົບພະຍົບ​ຟັງ

ເບື້ອງ​ຂວາ: ເອົາ​ສິ່ງ​ຂອງ​ທີ່​ຈຳເປັນ​ແລະ​ຢາ​ປົວ​ພະຍາດ​ໄປ​ໃຫ້​ພີ່ນ້ອງ​ຢູ່​ດັນ​ກູ ປະເທດ​ກົງໂກ

ວຽກ​ມອບໝາຍ​ໃໝ່​ໃນ​ທະວີບ​ອາຊີ

ແລ້ວ​ເຮົາ​ກໍ​ໄດ້​ເຈິ​ເລື່ອງ​ທີ່​ໜ້າ​ຕື່ນ​ຕົກໃຈ​ອີກ​ເທື່ອ​ໜຶ່ງ. ເຮົາ​ໄດ້​ຮັບ​ເຊີນ​ໃຫ້​ໄປ​ຮັບໃຊ້​ຢູ່​ສຳນັກງານ​ສາຂາ​ຮົງກົງ. ເຮົາ​ບໍ່​ເຄີຍ​ຄິດ​ມາ​ກ່ອນ​ເລີຍ​ວ່າ​ຈະ​ໄດ້​ໄປ​ຢູ່​ແຖວ​ອາຊີ! ແຕ່​ຈາກ​ປະສົບການ​ທີ່​ຜ່ານ​ມາ ເຮົາ​ເຫັນ​ເລີຍ​ວ່າ​ພະເຢໂຫວາ​ເບິ່ງແຍງ​ເຮົາ​ສະເໝີ ເຮົາ​ກໍ​ເລີຍ​ເຕັມໃຈ​ຕອບ​ຮັບ​ຄຳ​ເຊີນ​ນີ້. ແຕ່​ເຮົາ​ກໍ​ຕ້ອງ​ອົດ​ກັ້ນ​ນ້ຳ​ຕາ​ໄວ້​ບໍ່​ຢູ່​ທີ່​ຕ້ອງ​ຈາກ​ໝູ່​ທີ່​ເຮົາ​ຮັກ​ແລະ​ປະເທດ​ທີ່​ສວຍ​ງາມ​ແບບ​ອາຝຼິກກາ​ໄປ​ໃນ​ປີ 2013. ແລະ​ເຮົາ​ບໍ່​ຮູ້​ເລີຍ​ວ່າ​ຈະ​ມີ​ຫ​ຍັງ​ລໍ​ຖ້າ​ເຮົາ​ຢູ່​ທາງ​ໜ້າ.

ຢູ່​ຮົງກົງ​ມີ​ຄົນ​ບັກ​ຫຼາຍໆ​ແລະ​ສັບສົນ​ວຸ່ນວາຍ ເມື່ອ​ເຮົາ​ຍ້າຍ​ໄປ​ຢູ່​ຫັ້ນ​ມັນ​ກໍ​ເລີຍ​ເປັນ​ການ​ປ່ຽນແປງ​ຄັ້ງ​ໃຫຍ່​ສຳລັບ​ເຮົາ. ການ​ຮຽນ​ພາສາ​ຈີນ​ກວາງຕຸ້ງ​ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ. ແຕ່​ພີ່ນ້ອງ​ກໍ​ຕ້ອນຮັບ​ເຮົາ​ຢ່າງ​ອົບອຸ່ນ ແລະ​ເຮົາ​ກໍ​ມັກ​ອາຫານ​ຢູ່​ຫັ້ນ​ຫຼາຍ. ວຽກ​ໃນ​ເຂດ​ປະກາດ​ສາຂາ​ຮົງກົງ​ກຳລັງ​ຂະຫຍາຍ​ຕົວຢ່າງ​ໄວ​ວາ​ແລະ​ຕ້ອງການ​ທີ່​ດິນ​ເພີ່ມ ແຕ່​ລາຄາ​ທີ່​ດິນ​ຢູ່​ຫັ້ນ​ແພງ​ຫຼາຍ. ຄະນະ​ກຳມະການ​ສາຂາ​ກໍ​ເລີຍ​ຕັດສິນໃຈ​ຍ້າຍ​ວຽກ​ບາງ​ສ່ວນ​ໄປ​ສາຂາ​ອື່ນ ແລະ​ໄດ້​ຂາຍ​ອາຄານ​ແລະ​ທີ່​ດິນ​ສ່ວນ​ໃຫຍ່​ຢູ່​ຫັ້ນ. ບໍ່​ດົນ​ຫຼັງຈາກ​ນັ້ນ ໃນ​ປີ 2015 ເຮົາ​ກໍ​ໄດ້​ຮັບ​ເຊີນ​ໃຫ້​ຍ້າຍ​ໄປ​ຮັບໃຊ້​ຢູ່​ເກົາຫຼີ​ໃຕ້​ເຊິ່ງ​ເຮົາ​ຍັງ​ຮັບໃຊ້​ຢູ່​ຫັ້ນ​ຈົນ​ເຖິງ​ທຸກ​ມື້​ນີ້. ພໍ​ມາ​ຮອດ​ເກົາຫຼີ ເຮົາ​ກໍ​ຕ້ອງ​ຮຽນ​ພາສາ​ໃໝ່​ອີກ​ເຊິ່ງ​ເປັນ​ພາສາ​ທີ່​ຍາກ​ຄື​ກັນ ແຕ່​ເຖິງ​ວ່າ​ເຮົາ​ຍັງ​ເວົ້າ​ພາສາ​ເກົາຫຼີ​ບໍ່​ຄ່ອຍ​ເກັ່ງ ແຕ່​ພີ່ນ້ອງ​ຢູ່​ຫັ້ນ​ກໍ​ໜ້າ​ຮັກ​ຫຼາຍ ເຂົາ​ເຈົ້າ​ມັກ​ຊົມເຊີຍ​ເຮົາ​ຕອນ​ທີ່​ເຮົາ​ພະຍາຍາມ​ເວົ້າ​ພາສາ​ເກົາຫຼີ​ກັບ​ເຂົາ​ເຈົ້າ.

ເບື້ອງ​ຊ້າຍ: ພ້ອມ​ຈະ​ໃຊ້​ຊີວິດ​ຢູ່​ຮົງກົງ

ເບື້ອງ​ຂວາ: ສາຂາ​ເກົາຫຼີ

ໄດ້​ຮຽນ​ບົດຮຽນ​ຫຼາຍ​ຢ່າງ

ການ​ທີ່​ຈະ​ຫາ​ໝູ່​ໃໝ່​ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ​ສະເໝີ​ໄປ ແຕ່​ເຮົາ​ເຫັນ​ເລີຍ​ວ່າ​ການ​ມີ​ນ້ຳໃຈ​ຕ້ອນຮັບ​ແຂກ​ເຮັດ​ໃຫ້​ເຮົາ​ຮູ້ຈັກ​ກັບ​ພີ່ນ້ອງ​ໄດ້​ງ່າຍ​ຂຶ້ນ. ແລະ​ເຮົາ​ຍັງ​ໄດ້​ເຫັນ​ວ່າ​ເຖິງ​ພີ່ນ້ອງ​ຈະ​ແຕກຕ່າງ​ກັນ ແຕ່​ເຂົາ​ເຈົ້າ​ກໍ​ມີ​ຫຼາຍ​ຢ່າງ​ທີ່​ຄື​ກັນ. ນອກຈາກນັ້ນ ເຮົາ​ຍັງ​ໄດ້​ຮຽນຮູ້​ວ່າ​ພະເຢໂຫວາ​ສ້າງ​ເຮົາ​ໃຫ້​ສາມາດ​ເປີດ​ໃຈ​ທີ່​ຈະ​ເປັນ​ໝູ່​ແລະ​ຮັກ​ແພງ​ກັນ​ໄດ້.—2ກຣ. 6:11

ເຮົາ​ເຫັນ​ວ່າ​ເຮົາ​ຕ້ອງ​ເບິ່ງ​ຜູ້ຄົນ​ແບບ​ທີ່​ພະເຢໂຫວາ​ເບິ່ງ. ແລະ​ເຮົາ​ຕ້ອງ​ເບິ່ງ​ໃຫ້​ອອກ​ວ່າ​ພະເຢໂຫວາ​ຮັກ​ແລະ​ຊີ້ນຳ​ເຮົາ​ຢູ່. ເມື່ອ​ໃດ​ທີ່​ເຮົາ​ທໍ້ໃຈ​ຫຼື​ສົງໄສ​ວ່າ​ພີ່ນ້ອງ​ຮັກ​ເຮົາ​ຫຼື​ບໍ່ ເຮົາ​ຈະ​ອ່ານ​ກ໋າດ​ຫຼື​ຈົດໝາຍ​ຈາກ​ໝູ່​ເພື່ອນ​ເພື່ອ​ຈະ​ໄດ້​ກຳລັງໃຈ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ຈາກ​ປະສົບການ​ທີ່​ຜ່ານ​ມາ ເຮົາ​ໄດ້​ເຫັນ​ວ່າ​ພະເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ແທ້ໆ. ແລະ​ເພິ່ນ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ເພິ່ນ​ຮັກ​ເຮົາ​ແລະ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ຕໍ່ໆ​ໄປ.

ຕະຫຼອດ​ຫຼາຍ​ປີ​ຂ້ອຍ​ກັບເລດສ໌ລີ​ຮູ້​ເລີຍ​ວ່າ ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຈະ​ຕ້ອງ​ໃຫ້​ເວລາ​ເຊິ່ງ​ກັນ​ແລະ​ກັນ​ບໍ່​ວ່າ​ເຮົາ​ຈະ​ຫຍຸ້ງ​ສ່ຳ​ໃດ​ກໍ​ຕາມ. ນອກຈາກນັ້ນ ເຮົາ​ຕ້ອງ​ຮຽນຮູ້​ທີ່​ຈະ​ເບິ່ງ​ວ່າ​ມັນ​ເປັນ​ເລື່ອງ​ທີ່​ຕະຫຼົກ​ເມື່ອ​ເຮົາ​ເຮັດ​ຜິດ​ພາດ ໂດຍສະເພາະ​ແມ່ນ​ຕອນ​ທີ່​ເຮົາ​ກຳລັງ​ຮຽນ​ພາສາ​ໃໝ່. ແລະ​ທຸກ​ຄືນ​ເຮົາ​ພະຍາຍາມ​ຄິດ​ວ່າ​ມື້​ນີ້​ມີ​ຫ​ຍັງ​ດີໆ​ເກີດ​ຂຶ້ນແດ່​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ຢາກ​ຂອບໃຈ​ພະເຢໂຫວາ.

ຂ້ອຍ​ເຄີຍ​ຄິດ​ວ່າ​ຕົວເອງ​ບໍ່​ມີ​ທາງ​ຈະ​ໄດ້​ເປັນ​ມິດຊັນນາຣີ​ຫຼື​ຍ້າຍ​ໄປ​ຢູ່​ຕ່າງ​ປະເທດ​ໄດ້. ແຕ່​ຂ້ອຍ​ກໍ​ມີ​ຄວາມສຸກ​ຫຼາຍ​ແທ້ໆ​ທີ່​ເຫັນ​ວ່າ​ທຸກ​ຢ່າງ​ເປັນ​ໄປ​ໄດ້​ຍ້ອນ​ພະເຢໂຫວາ​ຊ່ວຍ. ຂ້ອຍ​ຄິດເຖິງ​ຄຳເວົ້າ​ຂອງ​ຜູ້ພະຍາກອນ​ເຢເຣມີ​ທີ່​ບອກ​ວ່າ: “ພະເຢໂຫວາ ພະອົງ​ຫຼອກ​ຂ້ອຍ.” (ຢເຣ. 20:7, ລ.ມ.) ຂ້ອຍ​ຮູ້ສຶກ​ແບບນັ້ນ​ແທ້ໆ​ເພາະ​ພະເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ຕື່ນ​ຕົກໃຈ​ຫຼາຍ​ເທື່ອ ແຕ່​ກໍ​ມີ​ຄວາມສຸກ​ຫຼາຍ. ແລະ​ພະເຢໂຫວາ​ອວຍພອນ​ຂ້ອຍ​ຢ່າງ​ຫຼວງ​ຫຼາຍ​ເກີນ​ຈະ​ນຶກພາບ​ອອກ​ໄດ້. ເພິ່ນ​ເຮັດ​ໃຫ້​ຄວາມ​ຝັນ​ຂອງ​ຂ້ອຍ​ເປັນ​ຈິງ. ເພິ່ນ​ເຮັດ​ໃຫ້​ຂ້ອຍ​ມີ​ໂອກາດ​ໄດ້​ຂີ່​ຍົນ​ແລະ​ໄດ້​ໄປ​ຫຼາຍ​ປະເທດ​ເກີນ​ທີ່​ຂ້ອຍ​ໃຝ່​ຝັນ​ໄວ້​ຕອນ​ທີ່​ເປັນ​ເດັກນ້ອຍ. ຂ້ອຍ​ມີ​ໂອກາດ​ໄປ​ຢ້ຽມຢາມ​ສຳນັກງານ​ສາຂາ​ຕ່າງໆ​ເຖິງ 5 ທະວີບ. ຂ້ອຍ​ຮູ້ສຶກ​ຂອບໃຈ​ແທ້ໆ​ທີ່​ເລດສ໌ລີ​ຄອຍ​ຢູ່​ຄຽງ​ຂ້າງ​ແລະ​ເຕັມໃຈ​ສະໜັບສະໜູນ​ຂ້ອຍ​ບໍ່​ວ່າ​ເຮົາ​ຈະ​ໄດ້​ຮັບ​ວຽກ​ມອບໝາຍ​ຫຍັງ​ກໍ​ຕາມ.

ເຮົາ​ພະຍາຍາມ​ຈື່​ຢູ່​ສະເໝີ​ວ່າ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ ເຮົາ​ເຮັດ​ເພື່ອ​ພະເຢໂຫວາ​ຍ້ອນ​ວ່າ​ເຮົາ​ຮັກ​ເພິ່ນ. ຕອນ​ທີ່​ເຮົາ​ໄດ້​ຮັບ​ພອນ​ນີ້ ເຮັດ​ໃຫ້​ເຮົາ​ເຫັນ​ເລີຍ​ວ່າ​ຊີວິດ​ຕະຫຼອດໄປ​ໃນ​ອະນາຄົດ​ຈະ​ດີ​ຂະໜາດ​ໃດ​ຕອນ​ທີ່​ພະເຢໂຫວາ​ຈະ “ແບ​ມື​ອອກ​ແລະ​ໃຫ້​ທຸກ​ຊີວິດ​ໄດ້​ສົມ​ຫວັງ.”—ເພງ. 145:16, ລ.ມ.