ບົດຄວາມສຶກສາທີ 28
ຮັບປະໂຫຍດຕໍ່ໆໄປຈາກການຢ້ານຢຳພະເຢໂຫວາ
“ຄົນທີ່ທຽວໄປຕາມຄວາມສັດຊື່ກໍຢ້ານຢຳພະເຢໂຫວາ.”—ສຸພາ. 14:2
ເພງ 122 ຂໍໃຫ້ຢືນຢັດໝັ້ນຄົງ!
ໃຈຄວາມສຳຄັນ a
1-2. ໃນທຸກມື້ນີ້ເຮົາເຈິສະຖານະການທີ່ຄ້າຍຄືກັບໂລດແນວໃດ?
ເມື່ອເຮົາເຫັນຫຼັກສິນລະທຳຂອງໂລກໃນທຸກມື້ນີ້ ເຮົາກໍຮູ້ສຶກຄືກັນກັບໂລດ. ໂລດ “ທຸກໃຈຫຼາຍກັບຄົນຊົ່ວທີ່ປະພຶດແບບບໍ່ມີຢາງອາຍ” ເພາະລາວຮູ້ວ່າພະເຢໂຫວາກຽດຊັງການເຮັດແບບນີ້. (2ປຕ. 2:7, 8) ຍ້ອນຮັກແລະຢ້ານຢຳພະເຢໂຫວາຫຼາຍ ລາວຈຶ່ງບໍ່ໄດ້ເຮັດຕາມຫຼັກສິນລະທຳທີ່ເສື່ອມຊາມຂອງຄົນໃນສະໄໝນັ້ນ. ພວກເຮົາໃນທຸກມື້ນີ້ກໍຄືກັນ. ຢູ່ອ້ອມຕົວເຮົາມີບາງຄົນສົນໃຈຫຼັກສິນລະທຳຂອງພະເຢໂຫວາພຽງແຕ່ໜ້ອຍດຽວຫຼືບາງຄົນກໍບໍ່ສົນໃຈເລີຍ. ເຖິງຈະເປັນແບບນັ້ນ ເຮົາຍັງເປັນຄົນສະອາດດ້ານສິນລະທຳໄດ້ຖ້າເຮົາຮັກພະເຢໂຫວາສະເໝີແລະຮຽນຮູ້ທີ່ຈະຢ້ານຢຳເພິ່ນ.—ສຸພາ. 14:2
2 ເພື່ອຈະເຮັດແບບນັ້ນໄດ້ ພະເຢໂຫວາໃຫ້ຄຳແນະນຳໃນປຶ້ມສຸພາສິດກັບເຮົາ ເຊິ່ງຈະເຮັດໃຫ້ເຮົາໄດ້ຮັບກຳລັງໃຈ. ຄຳແນະນຳທີ່ສະຫຼາດໃນປຶ້ມສຸພາສິດເປັນປະໂຫຍດຫຼາຍແທ້ໆສຳລັບຄລິດສະຕຽນທຸກຄົນ ບໍ່ວ່າຈະເປັນຜູ້ຊາຍ ຜູ້ຍິງ ໄວລຸ້ນ ຫຼືຄົນສູງອາຍຸ.
ຄວາມຢ້ານຢຳພະເຈົ້າຊ່ວຍປົກປ້ອງເຮົາ
3. ຕາມທີ່ບອກໄວ້ໃນສຸພາສິດ 17:3 ເຫດຜົນຢ່າງໜຶ່ງທີ່ເຮົາຕ້ອງປົກປ້ອງຫົວໃຈຂອງເຮົາແມ່ນຫຍັງ? (ເບິ່ງຮູບພາບ)
3 ເຫດຜົນສຳຄັນຢ່າງໜຶ່ງທີ່ເຮົາຕ້ອງປົກປ້ອງຫົວໃຈກໍຄື ພະເຢໂຫວາເປັນຜູ້ກວດເບິ່ງຫົວໃຈຂອງເຮົາ. ນີ້ໝາຍຄວາມວ່າ ພະເຢໂຫວາເຫັນມຸມທີ່ຄົນອື່ນເບິ່ງບໍ່ເຫັນແລະຮູ້ວ່າເຮົາເປັນຄົນແນວໃດແທ້ໆ. (ອ່ານສຸພາສິດ 17:3) ພະເຢໂຫວາຈະຮັກເຮົາຖ້າເຮົາມີຄຳແນະນຳຂອງເພິ່ນໃນຫົວໃຈແລະໃນຄວາມຄິດຂອງເຮົາສະເໝີ ເຊິ່ງຈະຊ່ວຍເຮົາໃຫ້ໄດ້ຊີວິດຕະຫຼອດໄປ. (ຢຮ. 4:14) ຖ້າເຮົາເຮັດແບບນັ້ນ ເຮົາກໍຈະບໍ່ຄິດເຖິງການເຮັດຜິດສິນລະທຳ ບໍ່ສົນໃຈຄຳຕົວະຂອງຊາຕານ ແລະບໍ່ຮຽນແບບຄົນໃນໂລກນີ້. (1ຢຮ. 5:18, 19) ເມື່ອເຮົາສະໜິດກັບພະເຢໂຫວາຫຼາຍ ຂຶ້ນ ເຮົາກໍຈະຮັກແລະນັບຖືເພິ່ນຫຼາຍຂຶ້ນ. ແລະຍ້ອນເຮົາບໍ່ຢາກເຮັດໃຫ້ພະເຢໂຫວາເສຍໃຈ ເຮົາຈຶ່ງບໍ່ຄິດແມ່ນແຕ່ຈະເຮັດຜິດ. ແລະເມື່ອເຮົາຖືກລໍ້ໃຈໃຫ້ເຮັດຜິດ ເຮົາກໍຈະຖາມຕົວເອງວ່າ ‘ຂ້ອຍຈະເຮັດໃຫ້ພະເຈົ້າທີ່ຮັກຂ້ອຍຫຼາຍເສຍໃຈໄດ້ແນວໃດ?’—1ຢຮ. 4:9, 10
4. ຄວາມຢ້ານຢຳພະເຢໂຫວາປົກປ້ອງພີ່ນ້ອງຍິງຄົນໜຶ່ງແນວໃດຕອນທີ່ຖືກລໍ້ໃຈໃຫ້ເຮັດຜິດ?
4 ມາທາເຊິ່ງເປັນພີ່ນ້ອງຍິງຄົນໜຶ່ງທີ່ມາຈາກໂກຣອາຊີເຄີຍຖືກລໍ້ໃຈໃຫ້ເຮັດຜິດສິນລະທຳທາງເພດ. ລາວຂຽນວ່າ: “ຕອນນັ້ນຂ້ອຍຮູ້ສຶກສັບສົນຫຼາຍແລະຮູ້ສຶກຍາກແທ້ໆທີ່ຈະຫັກຫ້າມໃຈຕົວເອງບໍ່ໃຫ້ເຮັດຜິດ. ແຕ່ຄວາມຢ້ານຢຳພະເຢໂຫວາປົກປ້ອງຂ້ອຍ.” b ຄວາມຢ້ານຢຳພະເຢໂຫວາຊ່ວຍລາວແນວໃດ? ມາທາບອກວ່າລາວຄິດເຖິງຜົນເສຍທີ່ຈະຕາມມາຖ້າລາວຕັດສິນໃຈເຮັດຜິດ. ເຮົາເອງກໍຕ້ອງເຮັດແບບນັ້ນຄືກັນ. ຜົນເສຍທີ່ຮ້າຍແຮງທີ່ສຸດກໍຄື ການເຮັດໃຫ້ພະເຢໂຫວາເຈັບປວດໃຈແລະບໍ່ມີໂອກາດທີ່ຈະໄດ້ນະມັດສະການເພິ່ນຕະຫຼອດໄປ.—ປຖກ. 6:5, 6
5. ເຈົ້າໄດ້ຮັບບົດຮຽນຫຍັງຈາກປະສົບການຂອງລີໂອ?
5 ເມື່ອເຮົາຢ້ານຢຳພະເຢໂຫວາ ເຮົາກໍຈະບໍ່ເປັນໝູ່ກັບຄົນທີ່ເຮັດສິ່ງທີ່ບໍ່ດີ. ລີໂອເຊິ່ງຢູ່ໃນປະເທດກົງໂກໄດ້ຮັບບົດຮຽນນີ້. ຫຼັງຈາກທີ່ລາວຮັບບັບເຕມາໄດ້ 4 ປີ ລາວກໍຄົບຫາກັບໝູ່ທີ່ບໍ່ດີ. ລາວຄິດວ່າເຖິງຈະຫຼິ້ນກັບໝູ່ທີ່ບໍ່ດີ ແຕ່ຖ້າຕົວລາວເອງບໍ່ໄດ້ເຮັດຫຍັງຜິດກໍຄືຊິບໍ່ເປັນຫຍັງດອກ. ແຕ່ບໍ່ດົນ ໝູ່ທີ່ລາວຫຼິ້ນນຳກໍໄດ້ຊັກຊວນໃຫ້ລາວກິນເຫຼົ້າແລະເຮັດຜິດສິນລະທຳທາງເພດ. ຕໍ່ມາ ລາວກໍຄິດເຖິງສິ່ງທີ່ພໍ່ແມ່ທີ່ເປັນພະຍານເຄີຍສອນລາວແລະຄິດເຖິງຄວາມສຸກຕອນທີ່ລາວຮັບໃຊ້ພະເຢໂຫວາ. ນີ້ຈຶ່ງເຮັດໃຫ້ລີໂອຄິດໄດ້ແລະຢາກກັບມາເຮັດສິ່ງທີ່ຖືກຕ້ອງອີກ ແລະຜູ້ດູແລກໍໄດ້ຊ່ວຍລາວໃຫ້ກັບມາຫາພະເຢໂຫວາ. ທຸກມື້ນີ້ລີໂອເປັນຜູ້ດູແລແລະເປັນໄພໂອເນຍພິເສດແລະຮັບໃຊ້ພະເຢໂຫວາຢ່າງມີຄວາມສຸກ.
6. ໃນສຸພາສິດບົດ 9 ເຮົາຈະລົມກ່ຽວກັບຜູ້ຍິງສອງຄົນທີ່ເປັນແບບໃດ?
6 ໃຫ້ເຮົາມາເບິ່ງສຸພາສິດບົດ 9 ນຳກັນ ເຊິ່ງເຮົາຈະອ່ານກ່ຽວກັບຜູ້ຍິງສອງຄົນ. ຄົນໜຶ່ງເປັນຕົວແທນຂອງສະຕິປັນຍາ ແລະອີກຄົນໜຶ່ງເປັນຕົວແທນຂອງຄວາມໂງ່. (ສົມທຽບກັບໂຣມ 5:14; ຄາລາເຕຍ 4:24) ເພື່ອທີ່ເຮົາທຸກຄົນທັງຜູ້ຊາຍແລະຜູ້ຍິງຈະໄດ້ຮັບປະໂຫຍດຈາກສຸພາສິດບົດນີ້. ໃຫ້ເຮົາຈື່ໄວ້ວ່າໂລກຂອງຊາຕານເຕັມໄປດ້ວຍການເຮັດຜິດສິນລະທຳທາງເພດແລະສິ່ງລາມົກ. (ອຟຊ. 4:19) ດັ່ງນັ້ນ ຈຶ່ງເປັນເລື່ອງສຳຄັນທີ່ເຮົາຕ້ອງມີຄວາມຢ້ານຢຳພະເຢໂຫວາສະເໝີແລະບໍ່ຫຍຸ້ງກ່ຽວກັບສິ່ງທີ່ບໍ່ດີ. (ສຸພາ. 16:6) ໃນສຸພາສິດບົດ 9 ເວົ້າເຖິງຜູ້ຍິງສອງຄົນກຳລັງເຊີນຄົນທີ່ຂາດປະສົບການເຊິ່ງກໍຄື “ຄົນບໍ່ຮູ້ຈັກຄິດ.” ຜູ້ຍິງສອງຄົນນີ້ບອກກັບຄົນເຫຼົ່ານັ້ນໃນທຳນອງທີ່ວ່າ ‘ເຂົ້າມາໃນເຮືອນຂ້ອຍແມ້ ມາກິນເຂົ້ານຳກັນ.’ (ສຸພາ. 9:1, 5, 6, 13, 16, 17) ແຕ່ຜົນຈາກການເຮັດຕາມຄຳເຊີນແຕກຕ່າງກັນຫຼາຍ.
ບໍ່ເຮັດຕາມຄຳເຊີນຂອງຜູ້ຍິງໂງ່
7. ຕາມທີ່ບອກໄວ້ໃນສຸພາສິດ 9:13-18 ຄົນທີ່ໄປເຮືອນຂອງຜູ້ຍິງໂງ່ຈະເປັນແນວໃດ? (ເບິ່ງຮູບພາບ)
7 ໃຫ້ເຮົາມາເບິ່ງຄຳເຊີນຂອງ “ຜູ້ຍິງໂງ່.” (ອ່ານສຸພາສິດ 9:13-18, ລ.ມ.) ລາວເຊີນຄົນບໍ່ຮູ້ຈັກຄິດວ່າ “ເຂົ້າມານີ້.” ລາວຢາກໃຫ້ເຂົາເຈົ້າເຂົ້າມາກິນເຂົ້າຢູ່ໃນເຮືອນຂອງລາວ. ແລ້ວຄົນທີ່ເຂົ້າໄປຈະເປັນແນວໃດ? ຄຳພີໄບເບິນບອກວ່າ “ເຮືອນຂອງລາວເປັນບ່ອນຂອງຄົນຕາຍ.” ເມື່ອໄດ້ອ່ານເລື່ອງນີ້ ເຈົ້າອາດຄິດເຖິງຕົວຢ່າງປຽບທຽບຄ້າຍໆກັນອີກເລື່ອງໜຶ່ງໃນຕອນຕົ້ນຂອງສຸພາສິດ ເຊິ່ງເຕືອນເຮົາໃຫ້ລະວັງ “ຜູ້ຍິງຊົ່ວ” ແລະ “ຜູ້ຍິງບໍ່ມີສິນລະທຳ.” ແລະຍັງບອກວ່າ “ການໄປເຮືອນຂອງລາວເທົ່າກັບໄປຫາບ່ອນຕາຍ.” (ສຸພາ. 2:11-19) ນອກຈາກນັ້ນ ສຸພາສິດ 5:3-10 ກໍມີຄຳເຕືອນກ່ຽວກັບຜູ້ຍິງຊົ່ວອີກຄົນໜຶ່ງທີ່ “ຍ່າງໄປສູ່ຄວາມຕາຍ.”
8. ເຮົາອາດຈະຕ້ອງຕັດສິນໃຈເລື່ອງຫຍັງ?
8 ຄົນທີ່ໄດ້ຍິນຄຳເຊີນຂອງ “ຜູ້ຍິງໂງ່” ມີທາງເລືອກວ່າລາວຈະເຮັດຕາມຄຳເຊີນຂອງຜູ້ຍິງໂງ່ຫຼືບໍ່. ເຮົາກໍອາດຈະເຈິກັບການຕັດສິນໃຈແບບນີ້ຄືກັນ. ຖ້າມີຄົນມາຊວນເຮົາໃຫ້ເຮັດຜິດສິນລະທຳທາງເພດຫຼືເຮົາເຫັນຮູບລາມົກໃນອິນເຕີເນັດຫຼືໃນສື່ຕ່າງໆເຮົາຈະຕັດສິນໃຈແນວໃດ?
9-10. ມີເຫດຜົນຫຍັງແດ່ທີ່ເຮົາຕ້ອງບໍ່ເຮັດຜິດສິນລະທຳທາງເພດ?
9 ມີເຫດຜົນຫຼາຍຢ່າງທີ່ເຮົາຕ້ອງບໍ່ເຮັດຜິດສິນລະທຳທາງເພດ. “ຜູ້ຍິງໂງ່” ບອກວ່າ: “ນ້ຳທີ່ລັກມາມີລົດຊາດດີ.” “ນ້ຳທີ່ລັກມາ” ໝາຍເຖິງຫຍັງ? ຄຳພີໄບເບິນປຽບທຽບເພດສຳພັນຂອງຜົວແລະເມຍເປັນຄືກັບນ້ຳທີ່ເຮັດໃຫ້ສົດຊື່ນ. (ສຸພາ. 5:15-18) ຜູ້ຊາຍກັບຜູ້ຍິງທີ່ແຕ່ງດອງກັນເທົ່ານັ້ນຈຶ່ງຈະສາມາດມີເພດສຳພັນ ທີ່ຖືກຕ້ອງໄດ້ ເຊິ່ງຈະເຮັດໃຫ້ມີຄວາມສຸກ. ແຕ່ຕ່າງກັນຫຼາຍກັບ “ນ້ຳທີ່ລັກມາ” ເຊິ່ງອາດໝາຍເຖິງການເຮັດຜິດສິນລະທຳທາງເພດ. ການເຮັດແບບນີ້ຕ້ອງລັກເຮັດຄ້າຍຄືກັບຂີ້ລັກທີ່ມາລັກເຄື່ອງ. “ນ້ຳທີ່ລັກມາ” ອາດເບິ່ງຄືວ່າມີລົດຊາດດີ ເພາະຄົນທີ່ເຮັດຜິດຄິດວ່າບໍ່ມີໃຜເຫັນສິ່ງທີ່ເຂົາເຈົ້າເຮັດ. ແຕ່ນັ້ນບໍ່ໄດ້ເປັນຄວາມຈິງເລີຍ ເພາະພະເຢໂຫວາເຫັນທຸກຢ່າງ. ບໍ່ມີຫຍັງຮ້າຍແຮງເທົ່າກັບການເຮັດໃຫ້ພະເຢໂຫວາບໍ່ພໍໃຈ. ດັ່ງນັ້ນ ເຮົາຈະບອກວ່າມັນ “ມີລົດຊາດດີ” ບໍ່ໄດ້ເພາະວ່າມັນມີແຕ່ຄວາມຂົມຂື່ນ. (1ກຣ. 6:9, 10) ບໍ່ພຽງແຕ່ເທົ່ານັ້ນ.
10 ການເຮັດຜິດສິນລະທຳທາງເພດຈະເຮັດໃຫ້ຮູ້ສຶກອັບອາຍ ບໍ່ມີຄ່າ ມີລູກໂດຍບໍ່ຕັ້ງໃຈ ແລະເຮັດໃຫ້ຄອບຄົວແຕກແຍກ. ເຫັນໄດ້ແຈ້ງວ່າການທີ່ບໍ່ເຂົ້າໄປໃນເຮືອນແລະກິນເຂົ້າຕາມຄຳເຊີນຂອງ “ຜູ້ຍິງໂງ່” ເປັນເລື່ອງທີ່ສະຫຼາດແທ້ໆ. ນອກຈາກຈະບໍ່ທຳລາຍສາຍສຳພັນທີ່ລາວມີກັບພະເຢໂຫວາແລ້ວ ການເຮັດແບບນີ້ຍັງເຮັດໃຫ້ບໍ່ຕ້ອງຕິດໂລກຕິດຕໍ່ທາງເພດສຳພັນທີ່ອາດຕ້ອງຕາຍແທ້ໆ. (ສຸພາ. 7:23, 26) ສຸພາສິດ 9:18 ສະຫຼຸບວ່າ: “ແຂກຂອງລາວກໍຢູ່ໃນຫຼຸມສົບ.” ດັ່ງນັ້ນ ເຮົາຄືຊິບໍ່ຢາກເຮັດຕາມຄຳເຊີນຂອງຜູ້ຍິງໂງ່ແລ້ວພົບຈຸດຈົບທີ່ໜ້າເສົ້າແມ່ນບໍ?—ສຸພາ. 9:13-18, ລ.ມ.
11. ເປັນຫຍັງການເບິ່ງສິ່ງລາມົກຈຶ່ງເປັນອັນຕະລາຍຫຼາຍ?
11 ສິ່ງໜຶ່ງທີ່ເຮົາຕ້ອງບໍ່ເຂົ້າໄປຫຍຸ້ງກ່ຽວເລີຍກໍຄືສິ່ງລາມົກ. ບາງຄົນຄິດວ່າການເບິ່ງສິ່ງລາມົກບໍ່ເປັນອັນຕະລາຍຫຍັງ. ແຕ່ຄວາມຈິງແລ້ວບໍ່ໄດ້ເປັນແບບນັ້ນ. ສິ່ງລາມົກອັນຕະລາຍຫຼາຍ ເຮັດໃຫ້ຄົນເຮົາໝົດຄວາມນັບຖືຕໍ່ຕົວເອງແລະຕໍ່ຄົນອື່ນ. ເມື່ອເບິ່ງແລ້ວກໍຕິດແລະເຊົາໄດ້ຍາກ. ພາບການເຮັດຜິດສິນລະທຳກໍຈະຕິດຫູຕິດຕາແລະຍາກທີ່ຈະລົບອອກໄປຈາກຄວາມຄິດ. ບໍ່ພຽງເທົ່ານັ້ນ ສິ່ງລາມົກບໍ່ໄດ້ຊ່ວຍໃຫ້ຄົນເຮົາກຳຈັດຄວາມຕ້ອງການແບບຜິດໆໄດ້ເລີຍ ແຕ່ແຮ່ງເຮັດໃຫ້ຄວາມຕ້ອງການແບບນັ້ນເພີ່ມຂຶ້ນເລື້ອຍໆ. (ກລຊ. 3:5; ຢກບ. 1:14, 15) ຫຼາຍຄົນທີ່ເບິ່ງສິ່ງລາມົກມັກຈະເຮັດຜິດສິນລະທຳທາງເພດ.
12. ເຮົາຈະເຮັດແນວໃດທີ່ສະແດງວ່າເຮົາບໍ່ຫຍຸ້ງກ່ຽວກັບສິ່ງໃດກໍຕາມທີ່ກະຕຸ້ນເຮົາໃຫ້ເຮັດຜິດສິນລະທຳທາງເພດ?
12 ຖ້າຕອນທີ່ເຮົາຫຼິ້ນໂທລະສັບຫຼືຄອມພິວເຕີ ແລ້ວຢູ່ດີໆກໍມີພາບລາມົກຂຶ້ນມາໜ້າຈໍ. ເຮົາຄວນເຮັດແນວໃດ? ເຮົາຕ້ອງບໍ່ເບິ່ງແລະລົບຖິ້ມທັນທີ. ຖ້າເຮົາຄິດວ່າສິ່ງສຳຄັນທີ່ສຸດສຳລັບເຮົາຄືການມີສາຍສຳພັນທີ່ດີກັບພະເຢໂຫວາ ເຮົາກໍຈະເຮັດແບບນັ້ນໄດ້ບໍ່ຍາກເລີຍ. ທີ່ຈິງ ຮູບທີ່ບາງຄົນບໍ່ໄດ້ຖືວ່າເປັນເລື່ອງລາມົກກໍອາດກະຕຸ້ນຄວາມຮູ້ສຶກທາງເພດໄດ້. ເປັນຫຍັງເຮົາຕ້ອງບໍ່ເບິ່ງຮູບພາບເຫຼົ່ານີ້? ເພາະເຮົາບໍ່ຢາກໃຫ້ສິ່ງໃດກໍຕາມທີ່ກະຕຸ້ນເຮົາໃຫ້ເຮັດຜິດສິນລະທຳທາງເພດເຂົ້າມາໃນຫົວໃຈຂອງເຮົາແມ່ນແຕ່ໜ້ອຍດຽວ. (ມທ. 5:28, 29) ຜູ້ດູແລໃນປະເທດໄທທີ່ຊື່ເດວິດໄດ້ຖາມຕົວເອງວ່າ: “ເຖິງວ່າຮູບນີ້ບໍ່ໄດ້ລາມົກ ແຕ່ພະເຢໂຫວາຈະມັກບໍຖ້າຂ້ອຍເບິ່ງເລື້ອຍໆ? ການຄິດແບບນີ້ຊ່ວຍໃຫ້ຂ້ອຍລົງມືເຮັດຢ່າງສະຫຼາດ.”
13. ແມ່ນຫຍັງຈະຊ່ວຍເຮົາໃຫ້ລົງມືເຮັດຢ່າງສະຫຼາດ?
13 ການຢ້ານວ່າຈະເຮັດໃຫ້ພະເຢໂຫວາເສຍໃຈຊ່ວຍເຮົາໃຫ້ລົງມືເຮັດຢ່າງສະຫຼາດ. ຄວາມຢ້ານຢຳພະເຈົ້າເປັນ “ຈຸດເລີ່ມຕົ້ນຂອງສະຕິປັນຍາ.” (ສຸພາ. 9:10, ລ.ມ.) ເຮົາເຫັນເລື່ອງນີ້ໄດ້ຈາກຕອນຕົ້ນຂອງສຸພາສິດບົດ 9 ເຊິ່ງເຮົາໄດ້ອ່ານກ່ຽວກັບຜູ້ຍິງອີກຄົນໜຶ່ງ. ລາວເປັນຕົວແທນຂອງ “ສະຕິປັນຍາແທ້.”
ເຮັດຕາມຄຳເຊີນຂອງ “ສະຕິປັນຍາແທ້”
14. ການເຊີນໃນສຸພາສິດ 9:1-6 ຕ່າງຈາກການເຊີນທີ່ເຮົາເວົ້າເຖິງກ່ອນໜ້ານີ້ແນວໃດ?
14 ອ່ານສຸພາສິດ 9:1-6. ໃນນີ້ເຮົາເຫັນຄຳເຊີນຈາກພະເຢໂຫວາຜູ້ທີ່ສ້າງເຮົາ. ເພິ່ນສະຫຼາດທີ່ສຸດແລະເປັນຜູ້ທີ່ໃຫ້ສະຕິປັນຍາແທ້. (ສຸພາ. 2:6; ຣມ. 16:2) ນອກຈາກນັ້ນ ເຮົາຍັງເຫັນພາບຂອງເຮືອນຫຼັງໃຫຍ່ທີ່ມີເສົາເຈັດຕົ້ນ ເຊິ່ງເຮັດໃຫ້ເຫັນຄວາມໃຈກວ້າງຂອງພະເຢໂຫວາ. ເພິ່ນຕ້ອນຮັບທຸກຄົນທີ່ຢາກໄດ້ສະຕິປັນຍາຈາກເພິ່ນແລະເອົາໄປນຳໃຊ້ໃນຊີວິດ.
15. ພະເຢໂຫວາຫຼືສະຕິປັນຍາແທ້ເຊີນເຮົາໃຫ້ເຮັດຫຍັງ?
15 ສຸພາສິດບົດ 9 ໃຫ້ເຫັນພາບຜູ້ຍິງຄົນໜຶ່ງເຊິ່ງເປັນຕົວແທນຂອງ “ສະຕິປັນຍາແທ້.” ພາບນີ້ເຮັດໃຫ້ເຮົາເຫັນວ່າພະເຢໂຫວາເປັນພະເຈົ້າທີ່ໃຈກວ້າງແລະໃຫ້ສິ່ງດີໆຫຼາຍຢ່າງກັບເຮົາ. ຜູ້ຍິງຄົນນີ້ກຽມອາຫານທີ່ແຊບໆກຽມເຫຼົ້າແວງ ແລະຈັດໂຕະໄວ້ຮຽບຮ້ອຍ. (ສຸພາ. 9:2) ໃນຂໍ້ 4-5 ຍັງບອກວ່າ “ລາວບອກກັບຄົນທີ່ບໍ່ຮູ້ຈັກຄິດວ່າ: ‘ມາແມ້ ມາກິນອາຫານທີ່ເຮົາກຽມໄວ້.’” ເປັນຫຍັງເຮົາຄວນໄປເຮືອນຂອງຜູ້ຍິງຄົນທີ່ເປັນຕົວແທນຂອງສະຕິປັນຍາແທ້ແລະກິນອາຫານຂອງລາວ? ເຮົາຄວນເຮັດແບບນັ້ນເພາະເຮົາຮູ້ວ່າພະເຢໂຫວາຢາກປົກປ້ອງເຮົາແລະຢາກໃຫ້ເຮົາເປັນຄົນສະຫຼາດ. ເພິ່ນບໍ່ຢາກໃຫ້ເຮົາເຮັດຜິດພາດແລະໄດ້ຮັບບົດຮຽນຈາກປະສົບການທີ່ເຈັບປວດຂອງຕົວເອງ. ເພິ່ນກໍເລີຍໃຫ້ “ມີຄຳເຕືອນສະຕິອັນດີໄວ້ສຳລັບຄົນສັດຊື່.” (ສຸພາ. 2:7) ຖ້າເຮົາຢ້ານຢຳພະເຢໂຫວາ ເຮົາກໍຢາກເຮັດໃຫ້ພະເຢໂຫວາພໍໃຈ. ເຮົາຈະຟັງແລະເຮັດຕາມຄຳແນະນຳຂອງເພິ່ນແລະມີຄວາມສຸກທີ່ໄດ້ເຮັດແບບນັ້ນ.—ຢກບ. 1:25
16. ຄວາມຢ້ານຢຳພະເຢໂຫວາຊ່ວຍອາເລນໃຫ້ຕັດສິນໃຈຢ່າງສະຫຼາດແນວໃດ? ແລະຜົນເປັນແນວໃດ?
16 ໃຫ້ເຮົາມາເບິ່ງວ່າຄວາມຢ້ານຢຳພະເຢໂຫວາຊ່ວຍພີ່ນ້ອງຊາຍທີ່ຊື່ອາເລນໃຫ້ຕັດສິນໃຈຢ່າງສະຫຼາດແນວໃດ. ອາເລນເປັນຜູ້ດູແລແລະມີອາຊີບເປັນຄູສອນ. ລາວເລົ່າວ່າ “ໝູ່ທີ່ເປັນຄູນຳກັນຫຼາຍຄົນບອກວ່າເຂົາເຈົ້າເບິ່ງໜັງໂປ້ເພື່ອໂຕເອງຈະມີຄວາມຮູ້ຫຼາຍຂຶ້ນໃນເລື່ອງເພດ.” ແຕ່ອາເລນຮູ້ວ່າມັນບໍ່ແມ່ນເລື່ອງຈິງ. ລາວບອກວ່າ “ຂ້ອຍຮັກແລະຢ້ານຢຳພະເຢໂຫວາຫຼາຍ. ຂ້ອຍກໍເລີຍບອກເຂົາເຈົ້າວ່າຈັ່ງໃດຂ້ອຍກໍບໍ່ເບິ່ງ. ແລ້ວຂ້ອຍກໍບອກເຫດຜົນກັບເຂົາເຈົ້ານຳອີກວ່າເປັນຫຍັງຂ້ອຍຈຶ່ງບໍ່ເບິ່ງ.” ເຫັນໄດ້ເລີຍວ່າອາເລນເຮັດຕາມຄຳແນະນຳຂອງສະຕິປັນຍາແທ້ທີ່ໃຫ້ “ຍ່າງໃນທາງແຫ່ງຄວາມເຂົ້າໃຈ.” (ສຸພາ. 9:6, ລ.ມ.) ໝູ່ທີ່ເປັນຄູບາງຄົນປະທັບໃຈຫຼາຍແລະຕອນນີ້ໄດ້ສຶກສາຄຳພີໄບເບິນແລະເຂົ້າຮ່ວມການປະຊຸມ.
17-18. ຄົນທີ່ເຮັດຕາມຄຳເຊີນຂອງສະຕິປັນຍາແທ້ຈະໄດ້ຮັບປະໂຫຍດຫຍັງທັງໃນຕອນນີ້ແລະໃນອະນາຄົດ? (ເບິ່ງຮູບພາບ)
17 ພະເຢໂຫວາໃຊ້ພາບຂອງຜູ້ຍິງສອງຄົນສອນເຮົາວ່າ ເຮົາຕ້ອງເຮັດຫຍັງເພື່ອຈະມີຊີວິດທີ່ດີແລະມີອະນາຄົດທີ່ມີຄວາມສຸກ. ຄົນທີ່ເຮັດຕາມຄຳເຊີນຂອງ “ຜູ້ຍິງໂງ່” ຢາກມີຄວາມສຸກຈາກການເຮັດຜິດສິນລະທຳ ເຊິ່ງເບິ່ງຄືວ່າ “ມີລົດຊາດດີ” ເພາະບໍ່ມີໃຜເຫັນ. ເຂົາເຈົ້າສົນໃຈແຕ່ຄວາມສຸກຊົ່ວຄາວ ແຕ່ບໍ່ຄິດເຖິງຜົນໃນອະນາຄົດເລີຍ. ໃນທີ່ສຸດສິ່ງທີ່ເຂົາເຈົ້າເຮັດຈະພາເຂົາເຈົ້າ “ໄປສູ່ຄວາມຕາຍ.”—ສຸພາ. 9:13, 17, 18, ລ.ມ.
18 ສ່ວນຄົນທີ່ເຮັດຕາມຄຳເຊີນຂອງ “ສະຕິປັນຍາແທ້” ຈະເປັນແນວໃດ? ຜົນທີ່ເຂົາເຈົ້າໄດ້ຮັບແມ່ນແຕກຕ່າງກັນຫຼາຍແທ້ໆ! ຕອນນີ້ເຂົາເຈົ້າມີຄວາມສຸກແລະໄດ້ຮັບການ ລ້ຽງດູຢ່າງດີແລະມີທຸກຢ່າງທີ່ຈຳເປັນຕ້ອງມີເພື່ອຈະສະໜິດກັບພະເຢໂຫວາ. (ອຊຢ. 65:13) ພະເຢໂຫວາບອກເຮົາຜ່ານທາງຜູ້ພະຍາກອນເອຊາຢາວ່າ: “ໃຫ້ຕັ້ງໃຈຟັງເຮົາແລະກິນແນວທີ່ດີໆແລ້ວພວກເຈົ້າຈະມີຄວາມສຸກຫຼາຍກັບຂອງກິນທີ່ດີໆແລະແຊບໆ.” (ອຊຢ. 55:1, 2, ລ.ມ.) ຕອນນີ້ເຮົາກຳລັງຮຽນທີ່ຈະຮັກໃນສິ່ງທີ່ພະເຢໂຫວາຮັກແລະຊັງໃນສິ່ງທີ່ພະເຢໂຫວາຊັງ. (ເພງ. 97:10) ນອກຈາກນັ້ນ ເຮົາຍັງມີຄວາມສຸກທີ່ໄດ້ຊວນຄົນອື່ນໃຫ້ມາຮູ້ກ່ຽວກັບສະຕິປັນຍາແທ້. ເຮົາເປັນຄືກັບສາວໃຊ້ທີ່ “ຮ້ອງເອີ້ນຈາກບ່ອນສູງໃນເມືອງວ່າ: ‘ໃຜທີ່ຂາດປະສົບການໃຫ້ເຂົ້າມານີ້.’” ທັງຕົວເຮົາເອງແລະຄົນທີ່ໄດ້ຟັງຄຳເຊີນຈະໄດ້ຮັບປະໂຫຍດຫຼາຍຢ່າງທັງໃນຕອນນີ້ແລະຕະຫຼອດໄປ. ແລະຖ້າເຮົາ “ຍ່າງໃນທາງແຫ່ງຄວາມເຂົ້າໃຈ” ເຮົາກໍຈະມີຊີວິດຢູ່ຕະຫຼອດໄປ.—ສຸພາ. 9:3, 4, 6, ລ.ມ.
19. ຕາມທີ່ບອກໄວ້ໃນຜູ້ເທສະໜາປ່າວປະກາດ 12:13, 14 ເຮົາຄວນຕັ້ງໃຈຈະເຮັດຫຍັງ? (ເບິ່ງຂອບ “ ຄວາມຢ້ານຢຳພະເຈົ້າເປັນປະໂຫຍດກັບເຮົາ”)
19 ອ່ານຜູ້ເທສະໜາປ່າວປະກາດ 12:13, 14. ຄວາມຢ້ານຢຳພະເຢໂຫວາປົກປ້ອງຫົວໃຈຂອງເຮົາແລະຊ່ວຍເຮົາໃຫ້ເປັນຄົນສະອາດດ້ານສິນລະທຳ ແລະຍັງຊ່ວຍເຮົາໃຫ້ສະໜິດກັບພະເຢໂຫວາຕໍ່ໆໄປໃນສະໄໝສຸດທ້າຍຂອງໂລກຊົ່ວນີ້. ຖ້າເຮົາຮັກພະເຢໂຫວາແລະຢ້ານຢຳເພິ່ນສຸດຫົວໃຈເຮົາກໍຢາກຈະຊວນຄົນໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້ໃຫ້ມາຮຽນຮູ້ກ່ຽວກັບ “ສະຕິປັນຍາແທ້.”
ເພງ 127 ຂ້ອຍຄວນເປັນຄົນແບບໃດ
a ຄລິດສະຕຽນທຸກຄົນຕ້ອງຮຽນຮູ້ທີ່ຈະຢ້ານຢຳພະເຢໂຫວາ. ຄວາມຢ້ານຢຳແບບນີ້ຊ່ວຍປົກປ້ອງຫົວໃຈຂອງເຮົາແລະຊ່ວຍເຮົາບໍ່ໃຫ້ເຮັດຜິດສິນລະທຳແລະເບິ່ງສິ່ງລາມົກ. ໃນບົດຄວາມນີ້ເຮົາຈະມາເບິ່ງສຸພາສິດບົດ 9 ນຳກັນເຊິ່ງເວົ້າເຖິງຜູ້ຍິງສອງຄົນ. ຄົນໜຶ່ງເປັນຕົວແທນຂອງສະຕິປັນຍາແລະອີກຄົນໜຶ່ງເປັນຕົວແທນຂອງຄວາມໂງ່. ຄຳແນະນຳໃນສຸພາສິດບົດ 9 ເປັນປະໂຫຍດກັບເຮົາທັງໃນຕອນນີ້ແລະໃນອະນາຄົດ.
b ຊື່ສົມມຸດ