ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄວາມ​ດີ—ເຮົາ​ຈະ​ພັດທະນາ​ຄຸນ​ລັກສະນະ​ນີ້​ໄດ້​ແນວ​ໃດ?

ຄວາມ​ດີ—ເຮົາ​ຈະ​ພັດທະນາ​ຄຸນ​ລັກສະນະ​ນີ້​ໄດ້​ແນວ​ໃດ?

ຕາມ​ທຳມະຊາດ​ແລ້ວ​ເຮົາ​ຢາກ​ໃຫ້​ຄົນ​ອື່ນ​ເບິ່ງ​ວ່າ​ເຮົາ​ເປັນ​ຄົນ​ດີ. ແຕ່​ການ​ເປັນ​ຄົນ​ດີ​ເປັນ​ເລື່ອງ​ຍາກ​ໃນ​ທຸກ​ມື້​ນີ້ ຍ້ອນ​ວ່າ​ຫຼາຍ​ຄົນ “ບໍ່​ຮັກ​ການ​ດີ.” (2 ຕີໂມ. 3:3) ເຂົາ​ເຈົ້າ​ບໍ່​ສົນ​ໃຈ​ມາດຕະຖານ​ຂອງ​ພະ​ເຢໂຫວາ. ສິ່ງ​ທີ່​ພະອົງ​ບອກ​ວ່າ “ຮ້າຍ” ເຂົາ​ເຈົ້າ​ພັດ​ບອກ​ວ່າ “ດີ” ແລະ​ສິ່ງ​ທີ່​ພະອົງ​ບອກ​ວ່າ “ດີ” ເຂົາ​ເຈົ້າ​ພັດ​ບອກ​ວ່າ “ຮ້າຍ.” (ເອຊາ. 5:20) ນອກ​ຈາກ​ນັ້ນ ເຮົາ​ທຸກ​ຄົນ​ມີ​ບັນຫາ​ກໍ​ຍ້ອນ​ພູມ​ຫຼັງ​ແລະ​ຄວາມ​ບໍ່​ສົມບູນ​ແບບ. ດັ່ງ​ນັ້ນ ເຮົາ​ອາດ​ຮູ້ສຶກ​ຄື​ກັບ​ພີ່​ນ້ອງ​ແອນ * ເຊິ່ງ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ສິບ​ປີ​ແລ້ວ ລາວ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ມັນ​ຍາກ​ຫຼາຍ​ທີ່​ຈະ​ເຊື່ອ​ວ່າ​ຂ້ອຍ​ຈະ​ເປັນ​ຄົນ​ດີ​ໄດ້.”

ແຕ່​ບໍ່​ຕ້ອງ​ໝົດ​ຫວັງ ເຮົາ​ທຸກ​ຄົນ​ສາມາດ​ພັດທະນາ​ຕົວ​ເອງ​ໃຫ້​ເປັນ​ຄົນ​ດີ​ໄດ້! ຄວາມ​ດີ​ເປັນ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ. ພະລັງ​ບໍລິສຸດ​ຂອງ​ພະອົງ​ມີ​ພະລັງ​ເໜືອ​ກວ່າ​ອຸປະສັກ​ທີ່​ຢູ່​ນອກ​ຕົວ​ເຮົາ​ແລະ​ຄວາມ​ຮູ້ສຶກ​ພາຍ​ໃນ​ຂອງ​ເຮົາ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄວາມ​ດີ​ແມ່ນ​ຫຍັງ ແລະ​ເຮົາ​ຈະ​ສະແດງ​ຄຸນ​ລັກສະນະ​ນີ້​ໄດ້​ແນວ​ໃດ.

ຄວາມ​ດີ​ແມ່ນ​ຫຍັງ?

ຄວາມ​ດີ​ແມ່ນ​ຄວາມ​ດີ​ເລີດ​ທາງ​ດ້ານ​ສິນລະທຳ ເປັນ​ຄຸນ​ລັກສະນະ​ທີ່​ດີ​ບໍ່​ມີ​ສິ່ງ​ຊົ່ວ​ເຈືອ​ປົນ. ຄົນ​ດີ​ມັກ​ຊອກ​ຫາ​ວິທີ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ແລະ​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ຄົນ​ອື່ນ.

ເຈົ້າ​ຄົງ​ເຄີຍ​ເຫັນ​ບາງ​ຄົນ​ທີ່​ພ້ອມ​ຈະ​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ຄອບຄົວ​ແລະ​ໝູ່​ເພື່ອນ​ສະເໝີ ແຕ່​ຄວາມ​ດີ​ໝາຍ​ເຖິງ​ການ​ເຮັດ​ພຽງ​ແຕ່​ເທົ່າ​ນັ້ນ​ບໍ? ແນ່ນອນ​ວ່າ​ເຮົາ​ບໍ່​ສາມາດ​ເຮັດ​ດີ​ໄດ້​ຕະຫຼອດ​ເພາະ​ຄຳພີ​ໄບເບິນ​ບອກ​ວ່າ: “ຢູ່​ໃນ​ໂລກ​ນີ້​ບໍ່​ມີ​ໃຜ​ທີ່​ເຮັດ​ຖືກຕ້ອງ​ສະເໝີ​ໄປ ແລະ​ບໍ່​ມີ​ໃຜ​ທີ່​ບໍ່​ເຮັດ​ຜິດ​ພາດ​ຈັກ​ເທື່ອ.” (ຜູ້ປ. 7:20, ທ.ປ.) ໂປໂລ​ເວົ້າ​ກົງໆວ່າ: “ເຮົາ​ຮູ້ຈັກ​ວ່າ​ໃນ​ຕົວ​ເຮົາ​ຄື​ໃນ​ເນື້ອ​ໜັງ​ຂອງ​ເຮົາ​ບໍ່​ມີ​ຄວາມ​ດີ​ປະການ​ໃດ​ອາໄສ​ຢູ່.” (ໂລມ 7:18) ດັ່ງ​ນັ້ນ ຖ້າ​ເຮົາ​ຢາກ​ພັດທະນາ​ຄຸນ​ລັກສະນະ​ນີ້ ເຮົາ​ຕ້ອງ​ຮຽນ​ຈາກ​ພະ​ເຢໂຫວາ​ເຊິ່ງ​ເປັນ​ແຫຼ່ງ​ກຳເນີດ​ຂອງ​ຄວາມ​ດີ​ນີ້.

“ພະ​ເຢໂຫວາ​ດີ”

ພະ​ເຢໂຫວາ​ເປັນ​ຜູ້​ຕັ້ງ​ມາດຕະຖານ​ວ່າ​ສິ່ງ​ໃດ​ດີ. ຄຳພີ​ໄບເບິນ​ບອກ​ກ່ຽວ​ກັບ​ພະ​ເຢໂຫວາ​ວ່າ: “ພະອົງ​ດີ​ແທ້ໆ ແລະ​ເຮັດ​ແຕ່​ສິ່ງ​ດີໆ ຂໍ​ສອນ​ຂ້ອຍ​ໃຫ້​ຮູ້​ຂໍ້​ກຳນົດ​ຂອງ​ພະອົງ.” (ເພງ. 119:68, ລ.ມ.) ຂໍ​ໃຫ້​ເຮົາ​ມາ​ພິຈາລະນາ 2 ແງ່​ມຸມ​ໃນ​ເລື່ອງ​ຄວາມ​ດີ​ຂອງ​ພະ​ເຢໂຫວາ​ໃນ​ຂໍ້​ຄຳພີ​ນີ້.

ພະ​ເຢໂຫວາ​ດີ​ແທ້ໆ. ເປັນ​ໄປ​ບໍ່​ໄດ້​ທີ່​ພະອົງ​ຈະ​ບໍ່​ສະແດງ​ຄວາມ​ດີ ເພາະ​ຄວາມ​ດີ​ເປັນ​ຄຸນ​ລັກສະນະ​ຢ່າງ​ໜຶ່ງ​ຂອງ​ພະອົງ. ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ເມື່ອ​ພະອົງ​ບອກ​ໂມເຊ​ວ່າ: “ເຮົາ​ຈະ​ໃຫ້​ເຈົ້າ​ເຫັນ​ຄຸນ​ຄວາມ​ດີ​ທັງ​ໝົດ​ຂອງ​ເຮົາ.” ເມື່ອ​ໂມເຊ​ເຫັນ​ສະຫງ່າ​ລາສີ​ລວມ​ທັງ​ຄວາມ​ດີ​ຂອງ​ພະ​ເຢໂຫວາ ລາວ​ໄດ້​ຍິນ​ສຽງ​ເວົ້າ​ວ່າ: “ພະ​ເຢໂຫວາ ພະ​ເຢໂຫວາ ພະເຈົ້າ​ຜູ້​ໂຜດ​ອີ່ດູ ໂຜດ​ພະ​ຄຸນ ຜູ້​ຊ້າ​ນານ​ຈະ​ຄຽດ​ແລະ​ປະກອບ​ດ້ວຍ​ຄວາມ​ດີ​ແລະ​ຄວາມ​ຈິງ ຜູ້​ໄດ້​ຖື​ຄວາມ​ດີ​ໄວ້​ສຳລັບ​ຫຼາຍ​ພັນ​ແລະ​ໄດ້​ໂຜດ​ຍົກ​ໂທດ​ຄວາມ​ຊົ່ວ ຄວາມ​ຜິດ ແລະ​ຄວາມ​ບາບ​ຂອງ​ເຂົາ ແລະ​ບໍ່​ຖື​ຄົນ​ຜິດ​ເປັນ​ຄົນ​ບໍ່​ຜິດ.” (ອົບ. 33:19, ລ.ມ.; 34:6, 7) ນີ້​ສະແດງ​ໃຫ້​ເຫັນ​ວ່າ ພະ​ເຢໂຫວາ​ດີ​ໃນ​ທຸກ​ດ້ານ. ເຖິງ​ວ່າ​ພະ​ເຍຊູ​ເປັນ​ຄົນ​ທີ່​ດີ​ທີ່​ສຸດ​ຢູ່​ແລ້ວ​ໃນ​ບັນດາ​ມະນຸດ ແຕ່​ເພິ່ນ​ກໍ​ຍັງ​ບອກ​ວ່າ: “ບໍ່​ມີ​ຜູ້ [ໃດ] ດີ​ເທົ່າ​ເວັ້ນ​ໄວ້​ແຕ່​ພະເຈົ້າ​ອົງ​ດຽວ.”—ລືກາ 18:19

ເຮົາ​ເຫັນ​ຄວາມ​ດີ​ຂອງ​ພະ​ເຢໂຫວາ​ຈາກ​ສິ່ງ​ທີ່​ພະອົງ​ສ້າງ

ພະ​ເຢໂຫວາ​ເຮັດ​ແຕ່​ສິ່ງ​ດີໆ. ເຮົາ​ເຫັນ​ຄວາມ​ດີ​ໃນ​ທຸກ​ສິ່ງ​ທີ່​ພະອົງ​ເຮັດ. “ພະ​ເຢໂຫວາ​ແມ່ນ​ດີ​ແກ່​ຄົນ​ທັງ​ປວງ​ແລະ​ພະອົງ​ອີ່ດູ​ແກ່​ສິ່ງ​ຂອງ​ທັງ​ປວງ​ທີ່​ພະອົງ​ໄດ້​ສ້າງ​ໄວ້​ນັ້ນ.” (ເພງ. 145:9) ຍ້ອນ​ຄວາມ​ດີ​ຂອງ​ພະ​ເຢໂຫວາ ພະອົງ​ຈຶ່ງ​ບໍ່​ເລືອກ​ໜ້າ​ຜູ້​ຄົນ ພະອົງ​ໃຫ້​ຊີວິດ​ກັບ​ມະນຸດ​ແລະ​ໃຫ້​ສິ່ງ​ຈຳເປັນ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ໄດ້. (ກິດ. 14:17) ນອກ​ຈາກ​ນັ້ນ ການ​ທີ່​ພະອົງ​ໃຫ້​ອະໄພ​ເຮົາ​ຍັງ​ໄດ້​ສະແດງ​ເຖິງ​ຄວາມ​ດີ​ຂອງ​ພະອົງ. ຜູ້​ຂຽນ​ຄຳເພງ​ຂຽນ​ໄວ້​ວ່າ: “ພະອົງ​ເຈົ້າ ພະອົງ​ດີ ພະອົງ​ມີ​ໃຈ​ພ້ອມ​ຈະ​ຍົກ​ຜິດ.” (ເພງ. 86:5) ດັ່ງ​ນັ້ນ ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ: “ພະອົງ​ຈະ​ບໍ່​ຂີນ​ສິ່ງ​ຂອງ​ດີ​ສິ່ງ​ໃດ​ຈາກ​ຄົນ​ທັງ​ຫຼາຍ​ທີ່​ທຽວ​ໄປ​ໃນ​ທາງ​ສັດ​ຊື່.”—ເພງ. 84:11

“ຮຽນ​ເຮັດ​ການ​ດີ”

ຍ້ອນ​ເຮົາ​ຖືກ​ສ້າງ​ຕາມ​ແບບ​ພະເຈົ້າ ເຮົາ​ຈຶ່ງ​ສາມາດ​ເປັນ​ຄົນ​ດີ​ແລະ​ເຮັດ​ສິ່ງ​ທີ່​ດີ​ໄດ້. (ຕົ້ນ. 1:27) ແຕ່​ພະ​ຄຳ​ຂອງ​ພະເຈົ້າ​ກໍ​ຍັງ​ສະໜັບສະໜູນ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃຫ້ “ຮຽນ​ເຮັດ​ການ​ດີ.” (ເອຊາ. 1:17) ແຕ່​ເຮົາ​ຈະ​ພັດທະນາ​ຄຸນ​ລັກສະນະ​ທີ່​ໜ້າ​ດຶງ​ດູດ​ໃຈ​ນີ້​ໄດ້​ແນວ​ໃດ? ໃຫ້​ເຮົາ​ມາ​ເບິ່ງ 3 ວິທີ​ທີ່​ເຮົາ​ສາມາດ​ເຮັດ​ໄດ້.

ທຳອິດ ເຮົາ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ ເຊິ່ງ​ຈະ​ຊ່ວຍ​ຄລິດສະຕຽນ​ໃຫ້​ພັດທະນາ​ຄວາມ​ດີ​ທີ່​ແທ້​ຈິງ. (ຄລາ. 5:22) ພະລັງ​ຂອງ​ພະເຈົ້າ​ຊ່ວຍ​ເຮົາ​ໃຫ້​ຮັກ​ສິ່ງ​ດີ​ແລະ​ກຽດ​ຊັງ​ສິ່ງ​ຊົ່ວ. (ໂລມ 12:9) ທີ່​ຈິງ ຄຳພີ​ໄບເບິນ​ບອກ​ວ່າ ພະ​ເຢໂຫວາ​ສາມາດ​ເຮັດ​ໃຫ້​ເຮົາ​ຍຶດ “ໝັ້ນ​ຄົງ​ຢູ່​ໃນ​ການ​ດີ​ແລະ​ໃນ​ຖ້ອຍຄຳ​ດີ​ທຸກ​ຢ່າງ.”—2 ເທ. 2:16, 17

ສອງ ເຮົາ​ຄວນ​ອ່ານ​ຄຳພີ​ໄບເບິນ. ເມື່ອ​ເຮົາ​ເຮັດ​ແນວ​ນັ້ນ ພະ​ເຢໂຫວາ​ຈະ​ສອນ​ເຮົາ​ໃຫ້​ເຮັດ​ຕາມ “ຮີດຄອງ​ດີ​ທຸກ​ຢ່າງ” ແລະ “ຊຳນານ​ຈະ​ກະທຳ​ການ​ດີ​ທຸກ​ຢ່າງ.” (ສຸພາ. 2:9; 2 ຕີໂມ. 3:17) ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ ຫົວໃຈ​ຂອງ​ເຮົາ​ກໍ​ຈະ​ມີ​ແຕ່​ສິ່ງ​ທີ່​ດີ​ກ່ຽວ​ກັບ​ພະເຈົ້າ​ແລະ​ໃຈ​ປະສົງ​ຂອງ​ພະອົງ ເຊິ່ງ​ປຽບ​ຄື​ການ​ເອົາ​ສິ່ງ​ທີ່​ມີ​ຄ່າ​ໃສ່​ໃນ​ຫີບ​ແລະ​ເຮົາ​ສາມາດ​ເອົາ​ມາ​ໃຊ້​ໃນ​ວັນ​ຂ້າງ​ໜ້າ​ໄດ້.—ລືກາ 6:45; ເອເຟ. 5:9

ສາມ ໃຫ້​ເຮົາ​ພະຍາຍາມ​ຢ່າງ​ສຸດ​ຄວາມ​ສາມາດ​ທີ່​ຈະ ‘ເຮັດ​ຕາມ​ແບບ​ຢ່າງ​ການ​ດີ.’ (3 ໂຢ. 11) ຄຳພີ​ໄບເບິນ​ມີ​ຫຼາຍ​ຕົວຢ່າງ​ທີ່​ດີ​ທີ່​ເຮົາ​ສາມາດ​ຮຽນ​ແບບ​ໄດ້. ແນ່ນອນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ແມ່ນ​ພະ​ເຢໂຫວາ​ແລະ​ພະ​ເຍຊູ. ແຕ່​ເຮົາ​ກໍ​ສາມາດ​ຮຽນ​ແບບ​ຕົວຢ່າງ​ອື່ນ​ທີ່​ເດັ່ນ​ໃນ​ເລື່ອງ​ຄວາມ​ດີ. ເຮົາ​ອາດ​ຄິດ​ເຖິງ​ຕົວຢ່າງ​ຂອງ​ທາບີທາ​ແລະ​ບານາບາ. (ກິດ. 9:36; 11:22-24) ເຮົາ​ຈະ​ໄດ້​ປະໂຫຍດ​ຈາກ​ຕົວຢ່າງ​ຂອງ​ເຂົາ​ເຈົ້າ. ໃນ​ລະຫວ່າງ​ທີ່​ສຶກສາ ຂໍ​ໃຫ້​ສັງເກດ​ວ່າ​ເຂົາ​ເຈົ້າ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ແນວ​ໃດ ຈາກ​ນັ້ນ ເຈົ້າ​ລອງ​ຄິດ​ເບິ່ງ​ວ່າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ເຫຼືອ​ຄອບຄົວ​ຫຼື​ຄົນ​ໃນ​ປະຊາຄົມ. ໃຫ້​ສັງເກດ​ເບິ່ງ​ວ່າ​ທາບີທາ​ແລະ​ບານາບາ​ໄດ້​ຮັບ​ຜົນ​ດີ​ຫຍັງ​ແດ່​ເມື່ອ​ເຮັດ​ດີ​ກັບ​ຄົນ​ອື່ນ. ເຈົ້າ​ເອງ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຄື​ກັນ.

ເຮົາ​ຍັງ​ສາມາດ​ຄິດ​ເຖິງ​ບາງ​ຄົນ​ໃນ​ປັດຈຸບັນ​ທີ່​ເປັນ​ຕົວຢ່າງ​ໃນ​ການ​ເຮັດ​ສິ່ງ​ທີ່​ດີ ເຊັ່ນ: ຜູ້​ເຖົ້າ​ແກ່​ທີ່ “ຮັກ​ການ​ດີ” ເຊິ່ງ​ໄດ້​ເຮັດ​ວຽກ​ຢ່າງ​ໜັກ​ໃນ​ປະຊາຄົມ ແລະ​ພີ່​ນ້ອງ​ຍິງ​ທີ່​ເປັນ “ຄົນ​ສອນ​ການ​ດີ” ໂດຍ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ. (ຕິໂຕ 1:8; 2:3) ພີ່​ນ້ອງ​ຍິງ​ຊື່​ໂຣສະລິນ​ບອກ​ວ່າ: “ໝູ່​ຂ້ອຍ​ພະຍາຍາມ​ເປັນ​ພິເສດ​ທີ່​ຈະ​ຊ່ວຍ​ເຫຼືອ​ແລະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໃນ​ປະຊາຄົມ. ລາວ​ຄິດ​ກ່ຽວ​ກັບ​ສະພາບການ​ຂອງ​ເຂົາ​ເຈົ້າ​ແລະ​ຫຼາຍ​ເທື່ອ​ລາວ​ກໍ​ໃຫ້​ຂອງ​ຂວັນ​ເລັກໆນ້ອຍໆ ຫຼື​ຊ່ວຍ​ໃນ​ດ້ານ​ອື່ນໆ. ຂ້ອຍ​ຄິດ​ວ່າ​ລາວ​ເປັນ​ຄົນ​ດີ​ອີ່ຫຼີ.”

ພະ​ເຢໂຫວາ​ສະໜັບສະໜູນ​ປະຊາຊົນ​ຂອງ​ພະອົງ​ໃຫ້ “ຊອກ​ຫາ​ການ​ດີ.” (ອາໂມດ 5:14) ການ​ເຮັດ​ແບບ​ນັ້ນ​ບໍ່​ພຽງ​ແຕ່​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກ​ມາດຕະຖານ​ຂອງ​ພະອົງ ແຕ່​ຍັງ​ກະຕຸ້ນ​ໃຫ້​ເຮົາ​ຢາກ​ເຮັດ​ສິ່ງ​ທີ່​ດີ.

ເຮົາ​ພະຍາຍາມ​ທີ່​ຈະ​ເປັນ​ຄົນ​ດີ​ແລະ​ເຮັດ​ສິ່ງ​ທີ່​ດີ

ການ​ເປັນ​ຄົນ​ດີ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ຕ້ອງ​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ຫຼື​ເອົາ​ຂອງ​ຂວັນ​ທີ່​ແພງໆໃຫ້​ຄົນ​ອື່ນ. ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ນີ້: ນັກ​ສິລະປິນ​ຈະ​ແຕ້ມ​ຮູບ​ພາບ​ທີ່​ສວຍ​ງາມ​ໂດຍ​ແຕ້ມ​ສີ​ໃສ່​ພຽງ​ແຕ່​ໜຶ່ງ​ຫຼື​ສອງ​ເທື່ອ​ເທົ່າ​ນັ້ນ​ບໍ? ບໍ່. ລາວ​ຈະ​ຄ່ອຍໆແຕ້ມ​ເທື່ອ​ລະ​ໜ້ອຍ​ແຕ່​ແຕ້ມ​ຫຼາຍໆເທື່ອ. ຄ້າຍ​ຄື​ກັນ ຖ້າ​ເຮົາ​ເຮັດ​ສິ່ງ​ເລັກໆນ້ອຍໆຫຼາຍ​ເທື່ອ​ເພື່ອ​ຄົນ​ອື່ນ ນີ້​ກໍ​ສະແດງ​ວ່າ​ເຮົາ​ເປັນ​ຄົນ​ດີ.

ຄຳພີ​ໄບເບິນ​ກະຕຸ້ນ​ເຮົາ​ໃຫ້ “ກຽມ​ພ້ອມ” ແລະ “ພ້ອມ” ທີ່​ຈະ​ເຮັດ​ການ​ດີ. (2 ຕີໂມ. 2:21, ລ.ມ.; ຕິໂຕ 3:1) ຖ້າ​ຫາກ​ວ່າ​ເຮົາ​ສັງເກດ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຄົນ​ອື່ນ ເຮົາ​ອາດ​ຈະ​ເຫັນ​ວິທີ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ “ເພື່ອ​ປະໂຫຍດ​ຂອງ​ລາວ ແລະ​ຊ່ວຍ​ລາວ​ໃຫ້​ເຂັ້ມແຂງ​ຂຶ້ນ.” (ໂລມ 15:2) ນີ້​ອາດ​ໝາຍ​ເຖິງ​ການ​ໃຫ້​ສິ່ງ​ທີ່​ເຮົາ​ມີ. (ສຸພາ. 3:27) ເຮົາ​ອາດ​ຈະ​ຊວນ​ຄົນ​ອື່ນ​ມາ​ກິນ​ເຂົ້າໜົມ​ຢູ່​ເຮືອນ ຫຼື​ເຮັດ​ກິດຈະກຳ​ທີ່​ໃຫ້​ກຳລັງ​ໃຈ​ກັນ. ຖ້າ​ເຮົາ​ຮູ້​ວ່າ​ມີ​ບາງ​ຄົນ​ບໍ່​ສະບາຍ ເຮົາ​ອາດ​ໂທ​ໄປ​ຫາ ໄປ​ຢ້ຽມ​ຢາມ ຫຼື​ສົ່ງ​ຂໍ້​ຄວາມ​ຫາ​ລາວ. ທີ່​ຈິງ ເຮົາ​ອາດ​ຈະ​ເຫັນ​ຫຼາຍ​ໂອກາດ​ທີ່​ຈະ “ເວົ້າ​ແຕ່​ສິ່ງ​ດີໆເຊິ່ງ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ຕ້ອງການ​ກຳລັງ​ໃຈ ເພື່ອ​ໃຫ້​ຄົນ​ຟັງ​ໄດ້​ຮັບ​ປະໂຫຍດ.”—ເອເຟ. 4:29, ລ.ມ.

ຄື​ກັນ​ກັບ​ພະ​ເຢໂຫວາ ເຮົາ​ຊອກ​ຫາ​ໂອກາດ​ເພື່ອ​ຈະ​ເຮັດ​ດີ​ກັບ​ທຸກ​ຄົນ. ດັ່ງ​ນັ້ນ ເຮົາ​ປະຕິບັດ​ກັບ​ຄົນ​ອື່ນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້​ຄົນ. ວິທີ​ໜຶ່ງ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ເຮັດ​ແບບ​ນັ້ນ​ແມ່ນ ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ກັບ​ທຸກ​ຄົນ. ດັ່ງ​ທີ່​ພະ​ເຍຊູ​ໄດ້​ສັ່ງ​ໄວ້ ເຮົາ​ຊອກ​ຫາ​ໂອກາດ​ທີ່​ຈະ​ເຮັດ​ດີ​ແມ່ນ​ແຕ່​ກັບ​ຄົນ​ທີ່​ຊັງ​ເຮົາ. (ລືກາ 6:27) ບໍ່​ຜິດ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ກະລຸນາ​ແລະ​ເຮັດ​ດີ​ກັບ​ຄົນ​ອື່ນ ເພາະ​ການ​ເຮັດ “ສິ່ງ​ເຫຼົ່າ​ນີ້​ບໍ່​ມີ​ກົດ​ໝາຍ​ຫ້າມ​ເລີຍ.” (ຄລາ. 5:22, 23, ລ.ມ.) ເຖິງ​ວ່າ​ຈະ​ມີ​ຄົນ​ທີ່​ເຮັດ​ບໍ່​ດີ​ຫຼື​ຕໍ່​ຕ້ານ​ເຮົາ ແຕ່​ຖ້າ​ເຮົາ​ຍັງ​ເຮັດ​ດີ​ຕໍ່​ໄປ ສິ່ງ​ນີ້​ອາດ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ສົນ​ໃຈ​ໃນ​ຄວາມ​ຈິງ ແລະ​ສັນລະເສີນ​ພະ​ເຢໂຫວາ.—1 ເປ. 3:16, 17

ເມື່ອ​ເຮັດ​ສິ່ງ​ທີ່​ດີ​ເຮົາ​ກໍ​ຈະ​ໄດ້​ຮັບ​ລາງວັນ

“ຄົນ​ດີ​ຈະ​ໄດ້​ຮັບ​ລາງວັນ​ຕອບ​ແທນ.” (ສຸພາ. 14:14, ລ.ມ.) ລາງວັນ​ນັ້ນ​ມີ​ຫຍັງ​ແດ່? ເມື່ອ​ເຮົາ​ເຮັດ​ດີ​ກັບ​ຄົນ​ອື່ນ ເຂົາ​ເຈົ້າ​ກໍ​ອາດ​ຈະ​ເຮັດ​ດີ​ກັບ​ເຮົາ​ຄື​ກັນ. (ສຸພາ. 14:22) ເຖິງ​ວ່າ​ຄົນ​ອື່ນ​ອາດ​ຈະ​ບໍ່​ເຮັດ​ດີ​ຕອບ​ກັບ​ມາ ແຕ່​ການ​ທີ່​ເຮົາ​ເຮັດ​ດີ​ຕໍ່ໆໄປ​ອາດ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ປ່ຽນ​ຄວາມ​ຄິດ​ແລະ​ປະຕິບັດ​ຕໍ່​ເຮົາ​ດີ​ຂຶ້ນ.—ໂລມ 12:20

ຫຼາຍ​ຄົນ​ບອກ​ວ່າ​ເຂົາ​ເຈົ້າ​ໄດ້​ຮັບ​ປະໂຫຍດ​ເມື່ອ​ເຮັດ​ສິ່ງ​ທີ່​ດີ​ແລະ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ດີ. ຂໍ​ໃຫ້​ເບິ່ງ​ປະສົບການ​ຂອງ​ແນນ​ຊີ. ລາວ​ບອກ​ວ່າ: “ຂ້ອຍ​ເຕີບ​ໃຫຍ່​ຂຶ້ນ​ໂດຍ​ໃຊ້​ຊີວິດ​ຕາມ​ໃຈ ຂ້ອຍ​ເຮັດ​ຜິດ​ສິນລະທຳ ແລະ​ບໍ່​ນັບຖື​ຄົນ​ອື່ນ. ແຕ່​ເມື່ອ​ຂ້ອຍ​ໄດ້​ຮຽນ​ຮູ້​ແລະ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ​ໃນ​ເລື່ອງ​ຄວາມ​ດີ ຂ້ອຍ​ກໍ​ຮູ້ສຶກ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. ໃນ​ຕອນ​ນີ້​ຂ້ອຍ​ມີ​ຄວາມ​ນັບຖື​ຕໍ່​ຕົວ​ເອງ.”

ເຫດຜົນ​ທີ່​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ຕ້ອງ​ພັດທະນາ​ຄວາມ​ດີ​ແມ່ນ​ຍ້ອນ​ວ່າ​ຢາກ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ. ເຖິງ​ວ່າ​ຄົນ​ອື່ນ​ບໍ່​ເຫັນ​ສິ່ງ​ທີ່​ເຮົາ​ເຮັດ ແຕ່​ພະອົງ​ເຫັນ. ພະອົງ​ເຫັນ​ທຸກ​ສິ່ງ​ທີ່​ດີ​ທີ່​ເຮົາ​ເຮັດ​ແລະ​ຮູ້ຈັກ​ຄວາມ​ຄິດ​ຂອງ​ເຮົາ. (ເອເຟ. 6:7, 8) ຜົນ​ເປັນ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ພໍ​ໃຈ​ຄົນ​ດີ.” (ສຸພາ. 12:2, ລ.ມ.) ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ພັດທະນາ​ຄວາມ​ດີ​ຕໍ່ໆໄປ. ພະ​ເຢໂຫວາ​ສັນຍາ​ວ່າ “ຄົນ​ທີ່​ເຮັດ​ຄວາມ​ດີ​ຈະ​ໄດ້​ຮັບ​ຖານະ​ທີ່​ສູງ​ສົ່ງ​ແລະ​ມີ​ກຽດ ແລະ​ຄວາມ​ສະຫງົບ​ສຸກ.”—ໂລມ 2:10, ລ.ມ.

^ ຂໍ້ 2 ຊື່​ສົມມຸດ